ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

“ມີ​ໃຈ​ຄິດ​ສັງເວດ”

“ມີ​ໃຈ​ຄິດ​ສັງເວດ”

“ພະອົງ​ເຈົ້າ​ຂ້າ​ຂໍ​ໂຜດ​ໃຫ້​ຕາ​ຂອງ​ໝູ່​ຂ້າພະເຈົ້າ​ໄດ້​ເປີດ​ເປັນ​ແຈ້ງ​ເຖີ້ນ”

1-3. (ກ) ພະ​ເຍຊູ​ຕອບ​ສະໜອງ​ແນວໃດ​ເມື່ອ​ຂໍ​ທານ​ສອງ​ຄົນ​ອ້ອນວອນ​ຂໍ​ໃຫ້​ຊ່ວຍ? (ຂ) ຖ້ອຍຄຳ​ທີ່​ວ່າ “ມີ​ໃຈ​ຄິດ​ສັງເວດ” ໝາຍ​ຄວາມ​ວ່າ​ແນວໃດ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ.)

 ຊາຍ​ຕາ​ບອດ​ສອງ​ຄົນ​ນັ່ງ​ຢູ່​ແຄມ​ທາງ​ໃກ້​ເມືອງ​ເຢລິໂກ. ທຸກໆມື້​ເຂົາເຈົ້າ​ມາ​ຊອກ​ບ່ອນ​ນັ່ງ​ຢູ່​ບໍລິເວນ​ທີ່​ຄົນ​ມັກ​ຜ່ານ​ໄປ​ມາ​ເພື່ອ​ຈະ​ຂໍ​ທານ. ແຕ່​ມື້​ນີ້​ເຂົາເຈົ້າ​ຈະ​ປະສົບ​ກັບ​ບາງ​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ປ່ຽນ​ແປງ​ຢ່າງ​ໜ້າ​ງຶດງໍ້.

2 ທັນໃດ​ນັ້ນ ຄົນ​ຂໍ​ທານ​ກໍ​ໄດ້​ຍິນ​ສຽງ​ວຸ່ນວາຍ​ເກີດຂຶ້ນ. ເນື່ອງ​ຈາກ​ເບິ່ງ​ບໍ່​ເຫັນ​ສິ່ງ​ທີ່​ພວມ​ເກີດຂຶ້ນ ຂໍ​ທານ​ຄົນ​ໜຶ່ງ​ຈຶ່ງ​ຖາມ​ວ່າ​ມີ​ເຫດການ​ຫຍັງ​ທີ່​ໜ້າ​ຕື່ນ​ເຕັ້ນ​ບໍ ແລະ​ມີ​ຄົນ​ບອກ​ວ່າ “ພະ​ເຍຊູ​ຊາວ​ນາຊາເລດ​ພວມ​ກາຍ​ໄປ.” ພະ​ເຍຊູ​ພວມ​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ເປັນ​ຄັ້ງ​ສຸດທ້າຍ. ແຕ່​ພະອົງ​ບໍ່​ໄດ້​ໄປ​ຜູ້​ດຽວ ຄົນ​ເປັນ​ອັນ​ມາກ​ພວມ​ຕາມ​ພະອົງ​ໄປ. ເມື່ອ​ໄດ້​ຍິນ​ວ່າ​ໃຜ​ກຳລັງ​ກາຍ​ໄປ ຂໍ​ທານ​ທັງ​ສອງ​ກໍ​ຮ້ອງ​ຂຶ້ນ​ມາ​ດ້ວຍ​ສຽງ​ດັງ​ວ່າ “ພະ​ເຍຊູ​ບຸດ​ກະສັດ​ດາວິດ​ເອີຍ ຂໍ​ໂຜດ​ອີ່ດູ​ຂ້າພະເຈົ້າ​ເຖີ້ນ.” ຍ້ອນ​ລຳຄານ ຝູງ​ຄົນ​ຈຶ່ງ​ບອກ​ໃຫ້​ຄົນ​ຂໍ​ທານ​ມິດ ແຕ່​ຍ້ອນ​ສິ້ນ​ຫວັງ ທັງ​ສອງ​ຈຶ່ງ​ບໍ່​ຍອມ​ມິດ​ງຽບ.

3 ພະ​ເຍຊູ​ໄດ້​ຍິນ​ສຽງ​ເຂົາເຈົ້າ​ຮ້ອງ​ແຂ່ງ​ກັບ​ສຽງ​ຟົດ​ນັນ​ຂອງ​ຝູງ​ຊົນ. ພະອົງ​ຈະ​ເຮັດ​ແນວໃດ? ພະອົງ​ມີ​ຫຼາຍ​ເລື່ອງ​ທີ່​ໜັກອຶ້ງ​ຢູ່​ໃນ​ໃຈ​ແລະ​ໃນ​ຄວາມຄິດ. ພະອົງ​ກຳລັງ​ຈະ​ເຂົ້າ​ສູ່​ອາທິດ​ສຸດທ້າຍ​ຂອງ​ຊີວິດ​ທາງ​ແຜ່ນດິນ​ໂລກ. ພະອົງ​ຮູ້​ວ່າ​ຄວາມ​ຕາຍ​ແບບ​ທໍລະມານ​ແລະ​ໂຫດ​ຫ້ຽມ​ພວມ​ລໍ​ຖ້າ​ຢູ່​ທີ່​ເມືອງ​ເຢຣຶຊາເລມ. ແຕ່​ພະອົງ​ບໍ່​ໄດ້​ເມີນ​ເສີຍ​ຕໍ່​ການ​ຮ້ອງ​ທີ່​ບໍ່​ລົດ​ລະ​ເຊັ່ນ​ນັ້ນ. ພະອົງ​ຢຸດ​ແລະ​ສັ່ງ​ໃຫ້​ເອົາ​ຄົນ​ຂໍ​ທານ​ທີ່​ຮ້ອງ​ນັ້ນ​ມາ​ຫາ​ພະອົງ. ເຂົາເຈົ້າ​ອ້ອນວອນ​ວ່າ “ພະອົງ​ເຈົ້າ​ຂ້າ​ຂໍ​ໂຜດ​ໃຫ້​ຕາ​ຂອງ​ໝູ່​ຂ້າພະເຈົ້າ​ໄດ້​ເປີດ​ເປັນ​ແຈ້ງ​ເຖີ້ນ.” ໂດຍ “ມີ​ໃຈ​ຄິດ​ສັງເວດ” ພະ​ເຍຊູ​ໄດ້​ບາຍ​ຕາ​ຂອງ​ເຂົາເຈົ້າ ແລະ​ທັງ​ສອງ​ກໍ​ເບິ່ງ​ເຫັນ​ໄດ້. * ໂດຍ​ບໍ່​ຊັກຊ້າ ທັງ​ສອງ​ເລີ່ມ​ຕິດ​ຕາມ​ພະ​ເຍຊູ​ໄປ.—ລືກາ 18:35-43; ມັດທາຍ 20:29-34.

4. ພະ​ເຍຊູ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ວ່າ​ພະອົງ​ຈະ “ອີ່ດູ​ຄົນ​ທຸກ​ຍາກ” ສຳເລັດ​ເປັນ​ຈິງ​ແນວໃດ?

4 ເລື່ອງ​ນີ້​ບໍ່​ແມ່ນ​ກໍລະນີ​ດຽວ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ເມດຕາ​ສົງສານ. ໃນ​ຫຼາຍ​ໂອກາດ​ແລະ​ພາຍ​ໃຕ້​ຫຼາຍ​ສະພາບການ​ທີ່​ແຕກຕ່າງ​ກັນ ພະ​ເຍຊູ​ສະແດງ​ຄວາມ​ເມດຕາ​ສົງສານ​ເພາະ​ຮູ້ສຶກ​ສະເທືອນ​ໃຈ​ຢ່າງ​ຍິ່ງ. ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ພະອົງ​ຈະ “ອີ່ດູ​ຄົນ​ທຸກ​ຍາກ.” (ຄຳເພງ 72:13) ຖ້ອຍຄຳ​ນັ້ນ​ເປັນ​ຈິງ ພະ​ເຍຊູ​ວ່ອງໄວ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ພະອົງ​ລິເລີ່ມ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ຄວາມ​ເມດຕາ​ສົງສານ​ເປັນ​ແຮງ​ກະຕຸ້ນ​ອັນ​ມີ​ພະລັງ​ໃນ​ການ​ປະກາດ​ຂອງ​ພະອົງ. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ພະທຳ​ກິດຕິຄຸນ​ເຜີຍ​ໃຫ້​ເຫັນ​ແນວໃດ​ເຖິງ​ຄວາມ​ເມດຕາ​ສົງສານ​ອັນ​ອ່ອນ​ລະມຸນ​ທີ່​ກະຕຸ້ນ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ພະ​ເຍຊູ ແລະ​ຂໍ​ໃຫ້​ພິຈາລະນາ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ສົງສານ​ໃນ​ແບບ​ທີ່​ຄ້າຍໆກັນ​ນັ້ນ​ໄດ້​ແນວໃດ.

ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

5, 6. ຕົວຢ່າງ​ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ຮ່ວມ​ຄວາມ​ຮູ້ສຶກ?

5 ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ຮ່ວມ​ຄວາມ​ຮູ້ສຶກ​ໄດ້​ຢ່າງ​ເລິກ​ເຊິ່ງ. ພະອົງ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຮ່ວມ​ຄວາມ​ຮູ້ສຶກ​ກັບ​ຜູ້​ທີ່​ທົນ​ທຸກ. ເຖິງ​ວ່າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ທຸກ​ສະພາບການ​ຂອງ​ເຂົາເຈົ້າ ໃຈ​ຂອງ​ພະອົງ​ກໍ​ຮູ້ສຶກ​ເຖິງ​ຄວາມ​ເຈັບ​ປວດ​ນັ້ນ​ແທ້ໆ. (ເຫບເລີ 4:15) ເມື່ອ​ປິ່ນປົວ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ທຸກ​ທໍລະມານ​ຍ້ອນ​ພະຍາດ​ເລືອດ​ຕົກ​ມາ​ເປັນ​ເວລາ 12 ປີ ພະອົງ​ພັນລະນາ​ເຖິງ​ພະຍາດ​ຂອງ​ລາວ​ວ່າ​ເປັນ “ອາການ​ເຈັບ​ປ່ວຍ​ທີ່​ເຮັດ​ໃຫ້​ເປັນ​ທຸກ” ໂດຍ​ວິທີ​ນີ້​ພະອົງ​ຍອມ​ຮັບ​ວ່າ​ພະຍາດ​ນີ້​ເຮັດ​ໃຫ້​ລາວ​ເຈັບ​ປວດ​ທໍລະມານ​ແສນ​ສາຫັດ. (ມາລະໂກ 5:25-34, ລ.ມ.) ເມື່ອ​ເຫັນ​ນາງ​ມາລີ​ແລະ​ຄົນ​ອື່ນ​ທີ່​ຢູ່​ນຳ​ລາວ​ຮ້ອງໄຫ້​ເນື່ອງ​ຈາກ​ການ​ຕາຍ​ຂອງ​ລາຊະໂລ ຄວາມ​ໂສກເສົ້າ​ນັ້ນ​ເຮັດ​ໃຫ້​ພະອົງ​ສະເທືອນ​ໃຈ​ຈົນ​ຮູ້ສຶກ​ປັ່ນປ່ວນ​ໃຈ. ເຖິງ​ແມ່ນ​ຮູ້​ວ່າ​ກຳລັງ​ຈະ​ປຸກ​ລາຊະໂລ​ໃຫ້​ຄືນ​ມາ​ຈາກ​ຕາຍ ພະ​ເຍຊູ​ກໍ​ຍັງ​ຮູ້ສຶກ​ສະເທືອນ​ໃຈ​ຈົນ​ນ້ຳ​ຕາ​ໄຫຼ.—ໂຢຮັນ 11:33, 35.

6 ໃນ​ອີກ​ໂອກາດ​ໜຶ່ງ ຄົນ​ຂີ້ທູດ​ຜູ້​ໜຶ່ງ​ໄດ້​ເຂົ້າ​ມາ​ຫາ​ພະ​ເຍຊູ​ແລ້ວ​ອ້ອນວອນ​ວ່າ “ຖ້າ​ພະອົງ​ມີ​ນ້ຳໃຈ​ພະອົງ​ອາດ​ກະທຳ​ໃຫ້​ຂ້າພະເຈົ້າ​ດີ​ສະອາດ​ໄດ້.” ພະ​ເຍຊູ​ເຊິ່ງ​ເປັນ​ມະນຸດ​ສົມບູນແບບ​ທີ່​ບໍ່​ເຄີຍ​ເຈັບ​ປ່ວຍ​ໄດ້​ຕອບ​ສະໜອງ​ແນວໃດ? ພະອົງ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ຂີ້ທູດ. ທີ່​ຈິງ “ພະ​ເຍຊູ​ມີ​ໃຈ​ຄິດ​ສັງເວດ.” (ມາລະໂກ 1:40-42) ຈາກນັ້ນ​ພະອົງ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ຜິດ​ທຳມະດາ. ພະອົງ​ຮູ້​ດີ​ວ່າ​ຕາມ​ພະບັນຍັດ​ແລ້ວ​ຄົນ​ຂີ້ທູດ​ບໍ່​ສະອາດ​ແລະ​ບໍ່​ຄວນ​ຢູ່​ປະ​ປົນ​ກັບ​ຄົນ​ອື່ນ. (ພວກເລວີ 13:45, 46) ແນ່ນອນ​ວ່າ​ພະ​ເຍຊູ​ສາມາດ​ປິ່ນປົວ​ຊາຍ​ຄົນ​ນີ້​ໄດ້​ໂດຍ​ບໍ່​ຕ້ອງ​ສຳຜັດ​ໂຕ​ລາວ. (ມັດທາຍ 8:5-13) ແຕ່​ພະອົງ​ເລືອກ​ທີ່​ຈະ​ເດ່​ມື​ອອກ​ໄປ​ຈັບ​ບາຍ​ຄົນ​ຂີ້ທູດ​ແລະ​ກ່າວ​ວ່າ “ເຮົາ​ມີ​ນ້ຳໃຈ ໃຫ້​ເຈົ້າ​ດີ​ສະອາດ​ເຖີ້ນ.” ທັນໃດ​ນັ້ນ​ຂີ້ທູດ​ກໍ​ຫາຍ​ໄປ. ນັ້ນ​ເປັນ​ການ​ຮ່ວມ​ຄວາມ​ຮູ້ສຶກ​ອັນ​ອ່ອນ​ລະມຸນ​ທີ່​ພະ​ເຍຊູ​ສະແດງ​ອອກ​ມາ!

ສະແດງ​ຄວາມ “ເຫັນ​ອົກ​ເຫັນ​ໃຈ​ກັນ”

7. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ການ​ຮ່ວມ​ຄວາມ​ຮູ້ສຶກ ແລະ​ອາດ​ມີ​ການ​ສະແດງ​ຄຸນ​ລັກສະນະ​ນີ້​ໂດຍ​ວິທີ​ໃດ?

7 ໃນ​ຖານະ​ເປັນ​ຄລິດສະຕຽນ ມີ​ການ​ຮຽກ​ຮ້ອງ​ໃຫ້​ເຮົາ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ສະແດງ​ການ​ຮ່ວມ​ຄວາມ​ຮູ້ສຶກ. ຄຳພີໄບເບິນ​ກະຕຸ້ນ​ເຮົາ​ໃຫ້​ສະແດງ​ຄວາມ “ເຫັນ​ອົກ​ເຫັນ​ໃຈ​ກັນ.” * (1 ເປໂຕ 3:8, ທ.ປ.) ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຜູ້​ທີ່​ທົນ​ທຸກ​ທໍລະມານ​ຍ້ອນ​ຄວາມ​ເຈັບ​ປ່ວຍ​ຫຼື​ໂລກ​ຊຶມເສົ້າ​ຊຳເຮື້ອ ໂດຍ​ສະເພາະ​ແລ້ວ​ຖ້າ​ເຮົາ​ບໍ່​ເຄີຍ​ປະສົບ​ຄວາມ​ເຈັບ​ປວດ​ເຊັ່ນ​ນັ້ນ. ຢ່າງ​ໃດ​ກໍ​ຕາມ ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຮ່ວມ​ຄວາມ​ຮູ້ສຶກ​ບໍ່​ໄດ້​ຂຶ້ນ​ກັບ​ການ​ປະສົບ​ສະພາບການ​ທີ່​ຄ້າຍ​ຄື​ກັນ. ພະ​ເຍຊູ​ຮ່ວມ​ຄວາມ​ຮູ້ສຶກ​ກັບ​ຄົນ​ທີ່​ເຈັບ​ປ່ວຍ​ເຖິງ​ວ່າ​ພະອົງ​ເອງ​ບໍ່​ເຄີຍ​ເຈັບ​ປ່ວຍ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ຈະ​ປູກ​ຝັງ​ການ​ຮ່ວມ​ຄວາມ​ຮູ້ສຶກ​ໄດ້​ໂດຍ​ວິທີ​ໃດ? ໂດຍ​ອົດ​ທົນ​ຟັງ​ຂະນະ​ທີ່​ຜູ້​ທີ່​ທົນ​ທຸກ​ເປີດ​ໃຈ​ເລົ່າ​ໃຫ້​ເຮົາ​ຟັງ​ເລື່ອງ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ. ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຈະ​ຮູ້ສຶກ​ແນວໃດ ຖ້າ​ຂ້ອຍ​ຢູ່​ໃນ​ສະພາບການ​ແບບ​ດຽວ​ກັບ​ລາວ?’ (1 ໂກລິນໂທ 12:26) ຖ້າ​ເຮົາ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໄວ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຈະ​ສາມາດ “ເລົ້າໂລມ​ຜູ້​ທີ່​ເສຍໃຈ” ໄດ້​ຫຼາຍ​ຂຶ້ນ. (1 ເທຊະໂລນີກ 5:14) ໃນ​ບາງ​ຄັ້ງ ອາດ​ສະແດງ​ການ​ຮ່ວມ​ຄວາມ​ຮູ້ສຶກ​ໄດ້​ບໍ່​ພຽງ​ແຕ່​ໂດຍ​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ໂດຍ​ການ​ຮ້ອງໄຫ້​ນຳ. ໂລມ 12:15 ກ່າວ​ວ່າ “ຈົ່ງ​ຮ້ອງໄຫ້​ດ້ວຍ​ກັນ​ກັບ​ຜູ້​ທີ່​ຮ້ອງໄຫ້.”

8, 9. ພະ​ເຍຊູ​ສະແດງ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ​ແນວໃດ?

8 ພະ​ເຍຊູ​ຄຳນຶງ​ເຖິງ​ຜູ້​ອື່ນ ແລະ​ພະອົງ​ປະຕິບັດ​ໃນ​ວິທີ​ທີ່​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ. ຂໍ​ໃຫ້​ນຶກ​ເຖິງ​ຕອນ​ທີ່​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ຫູ​ໜວກ​ແລະ​ທັງ​ເວົ້າ​ເກືອບ​ບໍ່​ໄດ້ຖືກ​ພາ​ມາ​ຫາ​ພະ​ເຍຊູ. ເບິ່ງ​ຄື​ຈະ​ສຳນຶກ​ວ່າ​ຊາຍ​ຄົນ​ນີ້​ຄົງ​ມີ​ຄວາມ​ອຶດ​ອັດ​ໃຈ ພະ​ເຍຊູ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ຕາມ​ປົກກະຕິ​ແລ້ວ​ພະອົງ​ຈະ​ບໍ່​ເຮັດ​ເມື່ອ​ປິ່ນປົວ​ຜູ້​ອື່ນ ພະອົງ “ໄດ້​ພາ​ຄົນ​ນັ້ນ​ໜີ​ຈາກ​ຝູງ​ຄົນ​ໄປ​ຕ່າງ​ຫາກ.” ພະ​ເຍຊູ​ປິ່ນປົວ​ຊາຍ​ຄົນ​ນີ້​ໃນ​ບ່ອນ​ທີ່​ລັບ​ຕາ​ຄົນ​ແລະ​ບໍ່​ມີ​ຝູງ​ຄົນ​ເບິ່ງ.—ມາລະໂກ 7:31-35.

9 ພະ​ເຍຊູ​ປະຕິບັດ​ໂດຍ​ການ​ຄຳນຶງ​ເຖິງ​ໃນ​ແບບ​ດຽວ​ກັນ​ນັ້ນ​ເມື່ອ​ມີ​ຄົນ​ພາ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ​ມາ​ຫາ​ພະອົງ​ແລະ​ຂໍ​ໃຫ້​ພະອົງ​ປິ່ນປົວ​ລາວ. ພະ​ເຍຊູ “ກຳ​ມື​ຄົນ​ຕາ​ບອດ” ແລ້ວ “ພາ​ເພິ່ນ​ໄປ​ນອກ​ເມືອງ” ຈາກ​ນັ້ນ​ຈຶ່ງ​ປິ່ນປົວ​ຊາຍ​ຄົນ​ນີ້​ເປັນ​ຂັ້ນ​ຕອນ. ບາງ​ທີ​ການ​ເຮັດ​ແນວ​ນີ້​ເປີດ​ໂອກາດ​ໃຫ້​ຊາຍ​ຄົນ​ນີ້​ໄດ້​ຄ່ອຍໆປັບ​ຄວາມຄິດ​ແລະ​ສາຍ​ຕາ​ໃຫ້​ຮັບ​ພາບ​ທີ່​ເຫຼື້ອມ​ແຈ້ງ​ແລະ​ໂລກ​ທີ່​ສັບ​ຊ້ອນ​ຢູ່​ອ້ອມ​ຮອບ​ໂຕ​ລາວ​ເຊິ່ງ​ອາບ​ດ້ວຍ​ແສງ​ອາທິດ​ອັນ​ເຈີດ​ຈ້າ. (ມາລະໂກ 8:22-26) ສິ່ງ​ທີ່​ພະ​ເຍຊູ​ສະແດງ​ອອກ​ມາ​ຖື​ວ່າ​ເປັນ​ການ​ຄຳນຶງ​ເຖິງ​ຜູ້​ອື່ນ​ແທ້ໆ!

10. ເຮົາ​ຈະ​ສະແດງ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ​ໂດຍ​ວິທີ​ໃດ​ແດ່?

10 ການ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ​ຮຽກ​ຮ້ອງ​ໃຫ້​ເຮົາ​ສະແດງ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ. ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງ​ລະວັງ​ຄຳເວົ້າ​ຂອງ​ເຮົາ ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ໃຊ້​ລີ້ນ​ແບບ​ຄິດ​ບໍ່​ຮອບຄອບ​ສາມາດ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ໃຈ. (ສຸພາສິດ 12:18; 18:21) ຄຳເວົ້າ​ທີ່​ຮຸນແຮງ ຄຳເວົ້າ​ທີ່​ດູຖູກ ແລະ​ຄຳເວົ້າ​ສຽດ​ສີ​ບໍ່​ຄວນ​ມີ​ໃນ​ທ່າມກາງ​ຄລິດສະຕຽນ​ທີ່​ໄວ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ. (ເອເຟດ 4:31) ບັນດາ​ຜູ້​ເຖົ້າ​ແກ່ ເຈົ້າ​ຈະ​ສະແດງ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ​ໂດຍ​ວິທີ​ໃດ? ເມື່ອ​ໃຫ້​ຄຳ​ແນະນຳ​ຈົ່ງ​ເວົ້າ​ຢ່າງ​ນຸ່ມນວນ​ດ້ວຍ​ຄວາມ​ກະລຸນາ ບໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ວ່າ​ເສຍ​ສັກສີ. (ຄາລາຊີ 6:1) ຜູ້​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລູກ​ໄດ້​ໂດຍ​ວິທີ​ໃດ? ເມື່ອ​ຕີ​ສອນ​ລູກ ພະຍາຍາມ​ໃຊ້​ວິທີ​ທີ່​ຈະ​ບໍ່​ເຮັດ​ໃຫ້​ລູກ​ຂາຍ​ໜ້າ​ໂດຍ​ບໍ່​ຈຳເປັນ.—ໂກໂລດ 3:21.

ເປັນ​ຝ່າຍ​ລິເລີ່ມ​ໃນ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ

11, 12. ເລື່ອງ​ໃດ​ໃນ​ຄຳພີໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ຕ້ອງ​ມີ​ໃຜ​ມາ​ຂໍຮ້ອງ​ພະ​ເຍຊູ​ກ່ອນ​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ສົງສານ​ຕໍ່​ຜູ້​ອື່ນ?

11 ພະ​ເຍຊູ​ບໍ່​ຕ້ອງ​ໃຫ້​ຜູ້​ໃດ​ມາ​ຂໍຮ້ອງ​ກ່ອນ​ຈຶ່ງ​ຈະ​ສະແດງ​ຄວາມ​ເມດຕາ​ສົງສານ​ຕໍ່​ຜູ້​ອື່ນ. ທີ່​ຈິງ ຄວາມ​ເມດຕາ​ສົງສານ​ບໍ່​ແມ່ນ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ຢູ່​ຊື່ໆ ແຕ່​ເປັນ​ຄຸນ​ລັກສະນະ​ທີ່​ກະຕຸ້ນ​ໃຫ້​ລົງ​ມື​ປະຕິບັດ. ດັ່ງນັ້ນ ຈຶ່ງ​ບໍ່​ແປກ​ໃຈ​ເລີຍ​ທີ່​ຄວາມ​ເມດຕາ​ສົງສານ​ອັນ​ອ່ອນ​ລະມຸນ​ກະຕຸ້ນ​ພະ​ເຍຊູ​ໃຫ້​ເປັນ​ຝ່າຍ​ລິເລີ່ມ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ອື່ນ. ຕົວຢ່າງ ເມື່ອ​ຝູງ​ຄົນ​ຈຳນວນ​ຫຼາຍ​ທີ່​ຢູ່​ນຳ​ພະອົງ​ເປັນ​ເວລາ​ສາມ​ມື້​ກຳລັງ​ຈະ​ຈາກ​ໄປ​ໂດຍ​ບໍ່​ມີ​ອາຫານ​ກິນ ບໍ່​ມີ​ໃຜ​ຈຳເປັນ​ຕ້ອງ​ບອກ​ພະ​ເຍຊູ​ວ່າ​ປະຊາຊົນ​ຫິວ​ເຂົ້າ​ຫຼື​ແນະນຳ​ໃຫ້​ພະອົງ​ເຮັດ​ອັນ​ໃດ​ບາງ​ຢ່າງ​ຕໍ່​ເລື່ອງ​ນີ້. ບັນທຶກ​ກ່າວ​ວ່າ “ເມື່ອ​ໄດ້​ເອີ້ນ​ພວກ​ລູກສິດ​ແຫ່ງ​ຕົນ​ມາ ພະ​ເຍຊູ​ໄດ້​ກ່າວ​ວ່າ ‘ເຮົາ​ມີ​ໃຈ​ຄິດ​ສັງເວດ​ຝູງ​ຄົນ​ນີ້ ເພາະ​ວ່າ​ເຂົາ​ຢູ່​ນຳ​ເຮົາ​ໄດ້ 3 ວັນ​ແລ້ວ​ແລະ​ບໍ່​ມີ​ອີ່ສັງ​ກິນ ແລະ​ເຮົາ​ບໍ່​ຢາກ​ໄດ້​ໃຫ້​ເຂົາ​ເມືອ​ກ່ອນ​ກິນ​ເຂົ້າ. ຢ້ານ​ວ່າ​ເຂົາ​ຈະ​ຫິວ​ເມື່ອຍ​ອິດ​ອ່ອນ​ຕາມ​ຫົນ​ທາງ.’” ຈາກ​ນັ້ນ ດ້ວຍ​ຄວາມ​ສະໝັກ​ໃຈ ພະອົງ​ໄດ້​ລ້ຽງ​ຝູງ​ຄົນ​ດ້ວຍ​ການອັດສະຈັນ.—ມັດທາຍ 15:32-38.

12 ຂໍ​ໃຫ້​ພິຈາລະນາ​ອີກ​ເລື່ອງ​ໜຶ່ງ. ໃນ​ປີ 31 ສ.ສ. ໃນ​ຕອນ​ທີ່​ຢູ່​ໃກ້​ເມືອງ​ນາອີນ ພະ​ເຍຊູ​ບັງເອີນ​ພົບ​ເຫດການ​ໜຶ່ງ​ທີ່​ໜ້າ​ໂສກເສົ້າ. ຂະບວນ​ສົ່ງ​ສະການ​ກຳລັງ​ອອກ​ຈາກ​ເມືອງ ບາງ​ທີ​ກຳລັງ​ມຸ່ງ​ໜ້າ​ໄປ​ອູບມຸງ​ຝັງ​ສົບ​ເທິງ​ເນີນ​ພູ​ທີ່​ຢູ່​ໃກ້​ຄຽງ​ເພື່ອ​ຈະ​ຝັງ​ສົບ “ລູກຊາຍ​ລູກ​ໂທນ​ຂອງ . . . ແມ່​ໝ້າຍ.” ເຈົ້າ​ນຶກ​ພາບ​ອອກ​ບໍ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ຜູ້​ເປັນ​ແມ່? ລາວ​ກຳລັງ​ຈະ​ຝັງ​ສົບ​ລູກຊາຍ​ຄົນ​ດຽວ ແລະ​ລາວ​ກໍ​ບໍ່​ມີ​ຜົວ​ທີ່​ຈະ​ຮ່ວມ​ຄວາມທຸກ​ໂສກ​ນີ້​ນຳ. ຈາກ​ຜູ້​ຄົນ​ທັງໝົດ​ໃນ​ຂະບວນ​ສົ່ງ​ສະການ​ນັ້ນ ພະ​ເຍຊູ “ໄດ້​ເຫັນ” ແມ່​ໝ້າຍ​ທີ່​ບໍ່​ມີ​ລູກ. ພະອົງ​ສະເທືອນ​ໃຈ​ໃນ​ສິ່ງ​ທີ່​ເຫັນ ແມ່ນ​ແລ້ວ “ພະອົງ . . . ມີ​ໃຈ​ຄຶດ​ສັງເວດ​ເພິ່ນ.” ບໍ່​ຕ້ອງ​ມີ​ໃຜ​ຂໍຮ້ອງ​ພະອົງ. ຄວາມ​ເມດຕາ​ສົງສານ​ທີ່​ຢູ່​ໃນ​ໃຈ​ກະຕຸ້ນ​ພະອົງ​ໃຫ້​ລົງ​ມື​ເຮັດ. ດັ່ງນັ້ນ “ພະອົງ​ໄດ້​ຫຍັບ​ໄປ​ໃກ້​ແລະ​ບາຍ​ຫີບ​ຄົນ​ຕາຍ” ແລະ​ຊາຍ​ໜຸ່ມ​ກໍ​ກັບ​ມາ​ມີ​ຊີວິດ​ອີກ. ຕໍ່​ຈາກ​ນັ້ນ​ມີ​ຫຍັງ​ເກີດຂຶ້ນ? ພະ​ເຍຊູ​ບໍ່​ໄດ້​ຂໍ​ໃຫ້​ຊາຍ​ໜຸ່ມ​ຮ່ວມ​ກັບ​ຄົນ​ຝູງ​ໃຫຍ່​ເພື່ອ​ເດີນ​ທາງ​ໄປ​ກັບ​ພະອົງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະ​ເຍຊູ “ໄດ້​ເອົາ​ເພິ່ນ​ໄປ​ສົ່ງ​ໃຫ້​ແມ່​ແຫ່ງຕົນ.” ເພື່ອ​ໃຫ້​ທັງ​ສອງ​ກັບ​ມາ​ຢູ່​ນຳ​ກັນ​ແບບ​ເປັນ​ຄອບຄົວ​ອີກ​ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ແມ່​ໝ້າຍ​ຈະ​ໄດ້​ຮັບ​ການ​ເອົາໃຈໃສ່​ເບິ່ງແຍງ.—ລືກາ 7:11-15.

ເປັນ​ຝ່າຍ​ລິເລີ່ມ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ

13. ໂດຍ​ວິທີ​ໃດ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ເປັນ​ຝ່າຍ​ລິເລີ່ມ​ຢ່າງ​ເໝາະສົມ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ທີ່​ມີ​ຄວາມ​ຈຳເປັນ?

13 ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໄດ້​ແນວໃດ? ແນ່ນອນ​ວ່າ​ເຮົາ​ບໍ່​ສາມາດ​ຈັດ​ໃຫ້​ມີ​ອາຫານ​ຢ່າງ​ອັດສະຈັນ​ຫຼື​ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ. ແຕ່​ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ໂດຍ​ເປັນ​ຝ່າຍ​ລິເລີ່ມ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ. ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ອາດ​ປະສົບ​ຄວາມ​ຫຍຸ້ງຍາກ​ຢ່າງ​ໜັກ​ທາງ​ການ​ເງິນ ຫຼື​ຕົກ​ວຽກ. (1 ໂຢຮັນ 3:17) ອາດ​ມີ​ຄວາມ​ຈຳເປັນ​ອັນ​ຮີບ​ດ່ວນ​ທີ່​ຕ້ອງ​ສ້ອມ​ແປງ​ເຮືອນ​ຂອງ​ແມ່​ໝ້າຍ​ຄົນ​ໜຶ່ງ. (ຢາໂກໂບ 1:27) ເຮົາ​ອາດ​ຮູ້ຈັກ​ຄອບຄົວ​ທີ່​ໂສກເສົ້າ​ເນື່ອງ​ຈາກ​ການ​ສູນ​ເສຍ​ຍາຕິ​ພີ່ນ້ອງ​ເຊິ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໂຍນ​ຫຼື​ການ​ຊ່ວຍ​ເຫຼືອ​ບາງ​ຢ່າງ​ໃນ​ພາກ​ປະຕິບັດ. (1 ເທຊະໂລນີກ 5:11) ໃນ​ກໍລະນີ​ທີ່​ມີ​ຄວາມ​ຈຳເປັນ​ແທ້ໆ ເຮົາ​ບໍ່​ຕ້ອງ​ລໍ​ຖ້າ​ໃຫ້​ມີ​ໃຜ​ມາ​ຂໍຮ້ອງ​ກ່ອນ​ຈະ​ສະເໜີ​ຄວາມ​ຊ່ວຍ​ເຫຼືອ​ບາງ​ຢ່າງ. (ສຸພາສິດ 3:27) ຄວາມ​ເມດຕາ​ສົງສານ​ຈະ​ກະຕຸ້ນ​ເຮົາ​ໃຫ້​ລິເລີ່ມ​ຢ່າງ​ເໝາະສົມ​ທີ່​ຈະ​ຊ່ວຍ​ເຫຼືອ​ຕາມ​ທີ່​ສະພາບການ​ຂອງ​ເຮົາ​ເອື້ອ​ອຳນວຍ. ຢ່າ​ລືມ​ວ່າ​ການ​ກະທຳ​ຢ່າງ​ກະລຸນາ​ທີ່​ເປັນ​ແບບ​ທຳມະດາໆ ຫຼື​ຄຳເວົ້າ​ປອບ​ໂຍນ​ບໍ່​ເທົ່າ​ໃດ​ຄຳ​ທີ່​ເວົ້າ​ອອກ​ຈາກ​ໃຈ​ຈິງ​ອາດ​ເປັນ​ການ​ສະແດງ​ຄວາມ​ເມດຕາ​ສົງສານ​ທີ່​ມີ​ພະລັງ.—ໂກໂລດ 3:12.

ຄວາມ​ເມດຕາ​ສົງສານ​ກະຕຸ້ນ​ພະ​ເຍຊູ​ໃຫ້​ປະກາດ

14. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຈັດ​ໃຫ້​ວຽກ​ການ​ປະກາດ​ຂ່າວ​ດີ​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ທຳອິດ?

14 ດັ່ງ​ທີ່​ໄດ້​ເຫັນ​ໃນ​ພາກ​ທີ 2 ຂອງ​ປຶ້ມ​ນີ້ ພະ​ເຍຊູ​ວາງ​ຕົວຢ່າງ​ອັນ​ດີ​ເລີດ​ໃນ​ການ​ປະກາດ​ຂ່າວ​ດີ. ພະອົງ​ກ່າວ​ວ່າ “ເຮົາ​ຕ້ອງ​ປ່າວ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ . . . ເພາະ​ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້.” (ລືກາ 4:43, ລ.ມ.) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໃຫ້​ຄວາມ​ສຳຄັນ​ອັນ​ດັບ​ທຳອິດ​ຕໍ່​ເລື່ອງ​ນີ້? ເຫດຜົນ​ທຳອິດ​ກໍ​ຍ້ອນ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ. ແຕ່​ພະ​ເຍຊູ​ມີ​ແຮງ​ກະຕຸ້ນ​ອີກ​ຢ່າງ​ໜຶ່ງ ຄວາມ​ເມດຕາ​ສົງສານ​ຢ່າງ​ຈິງ​ໃຈ​ກະຕຸ້ນ​ພະອົງ​ໃຫ້​ຕອບ​ສະໜອງ​ຕໍ່​ຄວາມ​ຈຳເປັນ​ທາງ​ຝ່າຍ​ວິນຍານ​ຂອງຜູ້​ອື່ນ. ໃນ​ທຸກ​ແນວ​ທາງ​ທີ່​ພະອົງ​ສະແດງ​ຄວາມ​ເມດຕາ​ສົງສານ ບໍ່​ມີ​ວິທີ​ໃດ​ທີ່​ສຳຄັນ​ໄປ​ກວ່າ​ການ​ສະໜອງ​ຕໍ່​ຄວາມ​ຫິວ​ໂຫຍ​ທາງ​ຝ່າຍ​ວິນຍານ​ຂອງ​ຜູ້​ອື່ນ. ຂໍ​ໃຫ້​ພິຈາລະນາ​ສອງ​ເຫດການ​ທີ່​ເປີດ​ເຜີຍ​ທັດສະນະ​ຂອງ​ພະ​ເຍຊູ​ຕໍ່​ຜູ້​ທີ່​ພະອົງ​ປະກາດ​ໃຫ້​ຟັງ. ການ​ພິຈາລະນາ​ດັ່ງ​ກ່າວ​ຈະ​ຊ່ວຍ​ເຮົາ​ໃຫ້​ວິເຄາະ​ເບິ່ງ​ເຈຕະນາ​ຂອງ​ເຮົາ​ເອງ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ງານ​ເຜີຍ​ແຜ່​ຕໍ່​ສາທາລະນະ​ຊົນ.

15, 16. ຂໍ​ໃຫ້​ເວົ້າ​ເຖິງ​ສອງ​ເຫດການ​ທີ່​ເປີດ​ເຜີຍ​ທັດສະນະ​ຂອງ​ພະ​ເຍຊູ​ຕໍ່​ຜູ້​ຄົນ​ທີ່​ພະອົງ​ປະກາດ​ນຳ.

15 ໃນ​ປີ 31 ສ.ສ. ພາຍ​ຫຼັງ​ທຸ່ມເທ​ຕົວ​ເອງ​ຢ່າງ​ຂັນແຂງ​ໃນ​ວຽກ​ຮັບໃຊ້​ເປັນ​ເວລາ​ປະມານ​ສອງ​ປີ ພະ​ເຍຊູ​ໄດ້​ເພີ່ມ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ໂດຍ​ເລີ່ມ “ເດີນ​ໄປ​ທົ່ວ​ທຸກ​ເມືອງ​ທຸກ​ບ້ານ” ໃນ​ແຂວງ​ຄາລິເລ. ພະອົງ​ສະເທືອນ​ໃຈ​ໃນ​ສິ່ງ​ທີ່​ພົບ​ເຫັນ. ອັກຄະສາວົກ​ມັດທາຍ​ລາຍງານ​ວ່າ “ເມື່ອ​ໄດ້​ເຫັນ​ຝູງ​ຄົນ​ທັງ​ຫຼາຍ ພະອົງ​ມີ​ໃຈ​ຄິດ​ສັງເວດ​ເຂົາ​ທັງ​ຫຼາຍ ເພາະ​ວ່າ​ເຂົາ​ເປັນ​ທຸກ​ໃຈ​ແລະ​ພັດ​ພາກ​ຈາກ​ກັນ​ເໝືອນ​ດັ່ງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” (ມັດທາຍ 9:35, 36) ພະ​ເຍຊູ​ເຫັນ​ອົກ​ເຫັນ​ໃຈ​ສາມັນຊົນ. ພະອົງ​ສຳນຶກ​ຢ່າງ​ແຮງ​ກ້າ​ເຖິງ​ສະພາບ​ຝ່າຍ​ວິນຍານ​ທີ່​ໜ້າ​ສັງເວດ​ຂອງ​ເຂົາເຈົ້າ. ພະອົງ​ຮູ້​ວ່າ​ເຂົາເຈົ້າ​ຖືກ​ປະຕິບັດ​ແບບ​ໂຫດ​ຮ້າຍ​ແລະ​ຖືກ​ປະ​ຖິ້ມ​ຈາກ​ຜູ້​ທີ່​ແທ້​ແລ້ວ​ຄວນ​ບຳລຸງລ້ຽງ​ເຂົາເຈົ້າ ເຊິ່ງ​ກໍ​ຄື​ພວກ​ຫົວໜ້າ​ສາສະໜາ​ນັ້ນ​ເອງ. ເນື່ອງ​ຈາກ​ຖືກ​ກະຕຸ້ນ​ຈາກ​ຄວາມ​ເມດຕາ​ສົງສານ​ຢ່າງ​ເລິກ​ເຊິ່ງ ພະ​ເຍຊູ​ເຮັດ​ວຽກ​ຢ່າງ​ຂັນແຂງ​ເພື່ອ​ໄປ​ເຖິງ​ຜູ້​ຄົນ​ດ້ວຍ​ຂ່າວ​ສານ​ທີ່​ໃຫ້​ຄວາມຫວັງ. ບໍ່​ມີ​ສິ່ງ​ໃດ​ທີ່​ເຂົາເຈົ້າ​ຈຳເປັນ​ຫຼາຍ​ກວ່າ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.

16 ເຫດການ​ທີ່​ຄ້າຍໆກັນ​ໄດ້​ເກີດຂຶ້ນ​ໃນ​ຫຼາຍ​ເດືອນ​ຕໍ່ມາ​ເຊິ່ງ​ໃກ້​ກັບ​ເທສະການ​ປັດສະຄາ​ໃນ​ປີ 32 ສ.ສ. ໃນ​ໂອກາດ​ນີ້ ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ໄດ້​ພາກັນ​ລົງ​ເຮືອ​ແລ່ນ​ຜ່ານ​ທະເລ​ຄາລິເລ​ໄປ​ຫາ​ບ່ອນ​ສະຫງົບ​ງຽບ​ເພື່ອ​ຈະ​ພັກຜ່ອນ. ແຕ່​ຝູງ​ຄົນ​ໄດ້​ແລ່ນ​ຕາມ​ຕາ​ຝັ່ງ​ແລະ​ໄປ​ຮອດ​ອີກ​ຟາກ​ໜຶ່ງ​ກ່ອນ​ທີ່​ເຮືອ​ຈະ​ໄປ​ຮອດ. ພະ​ເຍຊູ​ມີ​ປະຕິກິລິຍາ​ແນວໃດ? “ເມື່ອ​ໄດ້​ອອກ​ໄປ​ແລ້ວ ພະ​ເຍຊູ​ໄດ້​ເຫັນ​ຝູງ​ຄົນ​ເປັນ​ອັນ​ມາກ​ຫຼາຍ​ແລະ​ພະອົງ​ມີ​ໃຈ​ຄິດ​ສັງເວດ​ເຂົາ ເຫດ​ວ່າ​ເຂົາ​ເປັນ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ. ແລະ​ພະອົງ​ໄດ້​ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ເປັນ​ຫຼາຍ​ສິ່ງ​ຫຼາຍ​ຂໍ້.” (ມາລະໂກ 6:31-34) ອີກ​ຄັ້ງ​ໜຶ່ງ​ທີ່​ພະ​ເຍຊູ “ມີ​ໃຈ​ຄິດ​ສັງເວດ” ເນື່ອງ​ຈາກ​ສະພາບ​ອົດ​ຢາກ​ທາງ​ຝ່າຍ​ວິນຍານ​ຂອງ​ຜູ້​ຄົນ. ຄື​ກັບ “ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ” ເຂົາເຈົ້າ​ອຶດຢາກ​ທາງ​ຝ່າຍ​ວິນຍານ​ແລະ​ຕ້ອງ​ລ້ຽງ​ຕົວ​ເອງ. ແທນ​ທີ່​ຈະ​ເປັນ​ພຽງ​ການ​ສຳນຶກ​ໃນ​ໜ້າ​ທີ່ ຄວາມ​ເມດຕາ​ສົງສານ​ກະຕຸ້ນ​ພະ​ເຍຊູ​ໃຫ້​ປະກາດ.

ປະກາດ​ດ້ວຍ​ຄວາມ​ເມດຕາ​ສົງສານ

17, 18. (ກ) ອັນ​ໃດ​ກະຕຸ້ນ​ເຮົາ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຮັບໃຊ້? (ຂ) ເຮົາ​ຈະ​ປູກ​ຝັງ​ຄວາມ​ເມດຕາ​ສົງສານ​ຕໍ່​ຜູ້​ອື່ນ​ໄດ້​ແນວໃດ?

17 ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ອັນ​ໃດ​ກະຕຸ້ນ​ເຮົາ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຮັບໃຊ້? ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນບົດ​ທີ 9 ຂອງ​ປຶ້ມ​ນີ້ ເຮົາ​ມີ​ວຽກ​ມອບ​ໝາຍ ມີ​ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ປະກາດ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ. (ມັດທາຍ 28:19, 20; 1 ໂກລິນໂທ 9:16) ແຕ່​ແຮງ​ກະຕຸ້ນ​ຂອງ​ເຮົາ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ຕ້ອງ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ສຳນຶກ​ໃນ​ໜ້າ​ທີ່. ສິ່ງ​ສຳຄັນ​ທີ່​ສຸດ ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ. ວຽກ​ປະກາດ​ຂອງ​ເຮົາ​ຍັງ​ຖືກ​ກະຕຸ້ນ​ຍ້ອນ​ຄວາມ​ເມດຕາ​ສົງສານ​ຕໍ່​ຜູ້​ທີ່​ມີ​ຄວາມ​ເຊື່ອ​ຕ່າງ​ຈາກ​ເຮົາ. (ມາລະໂກ 12:28-31) ດັ່ງນັ້ນ ເຮົາ​ຈະ​ປູກ​ຝັງ​ຄວາມ​ເມດຕາ​ສົງສານ​ຕໍ່​ຜູ້​ອື່ນ​ໄດ້​ແນວໃດ?

18 ເຮົາ​ຕ້ອງ​ເບິ່ງ​ຜູ້​ຄົນ​ຄື​ກັບ​ທີ່​ພະ​ເຍຊູ​ເບິ່ງ ນັ້ນ​ຄື​ເຂົາເຈົ້າ “ເປັນ​ທຸກ​ໃຈ​ແລະ​ພັດ​ພາກ​ຈາກ​ກັນ​ເໝືອນ​ດັ່ງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ພົບ​ລູກ​ແກະ​ໂຕ​ໜຶ່ງທີ່​ຫຼົງ​ທາງ​ຢ່າງ​ສິ້ນ​ຫວັງ. ຖ້າ​ບໍ່​ມີ​ຜູ້​ລ້ຽງ​ທີ່​ພາ​ແກະ​ໄປ​ຫາ​ທົ່ງຫຍ້າ​ທີ່​ຂຽວ​ສົດ​ແລະ​ໄປ​ຫາ​ແຫຼ່ງ​ນ້ຳ ສັດ​ທີ່​ເປັນ​ຕາ​ໜ້າ​ສົງສານ​ນີ້​ກໍ​ຈະ​ຫິວ​ໂຫຍ​ແລະ​ຢາກ​ນ້ຳ. ເຈົ້າ​ຈະ​ບໍ່​ອີ່ຕົນ​ລູກ​ແກະ​ໂຕ​ນີ້​ບໍ? ເຈົ້າ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ໃຫ້​ຫຍ້າ​ແລະ​ນ້ຳ​ແກ່​ລູກ​ແກະ​ໂຕ​ນີ້​ແມ່ນ​ບໍ? ລູກ​ແກະ​ໂຕ​ນີ້​ກໍ​ຄື​ກັບ​ຫຼາຍ​ຄົນ​ທີ່​ຍັງ​ບໍ່​ທັນ​ຮູ້ຈັກ​ຂ່າວ​ດີ. ຍ້ອນ​ຖືກ​ຜູ້​ລ້ຽງ​ແກະ​ຈອມ​ປອມ​ທາງ​ສາສະໜາ​ປະ​ຖິ້ມ ເຂົາເຈົ້າ​ຈຶ່ງ​ອຶດຢາກ​ແລະ​ຫິວ​ໂຫຍ​ທາງ​ຝ່າຍ​ວິນຍານ​ແລະ​ທັງ​ບໍ່​ມີ​ຄວາມຫວັງ​ເລື່ອງ​ອະນາຄົດ. ເຮົາ​ມີ​ສິ່ງ​ທີ່​ເຂົາເຈົ້າ​ຈຳເປັນ​ຕ້ອງ​ມີ ນັ້ນ​ຄື​ອາຫານ​ບຳລຸງ​ລ້ຽງ​ດ້ານ​ຝ່າຍ​ວິນຍານ​ແລະ​ແຫຼ່ງ​ນ້ຳ​ແຫ່ງ​ຄວາມ​ຈິງ​ທີ່​ເຮັດ​ໃຫ້​ສົດ​ຊື່ນ​ເຊິ່ງ​ພົບ​ໃນ​ພະ​ຄຳ​ຂອງ​ພະເຈົ້າ. (ເອຊາອີ 55:1, 2) ເມື່ອ​ຄຳນຶງ​ເຖິງ​ຄວາມ​ຕ້ອງການ​ທາງ​ຝ່າຍ​ວິນຍານ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ເຮົາ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ. ເຊັ່ນ​ດຽວ​ກັບ​ພະ​ເຍຊູ ຖ້າ​ເຮົາ​ຮູ້ສຶກ​ອີ່ຕົນ​ຢ່າງ​ຍິ່ງ ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ບອກ​ຄວາມຫວັງ​ເລື່ອງ​ລາຊະອານາຈັກ​ໃຫ້​ເຂົາເຈົ້າ.

19. ເຮົາ​ອາດ​ເຮັດ​ຫຍັງ​ໄດ້​ເພື່ອ​ຊ່ວຍ​ກະຕຸ້ນ​ນັກ​ສຶກສາ​ຄຳພີໄບເບິນ​ທີ່​ມີ​ຄຸນວຸທິ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຮັບໃຊ້​ສາທາລະນະ​ຊົນ?

19 ເຮົາ​ຈະ​ຊ່ວຍ​ຜູ້​ອື່ນ​ແນວໃດ​ໃຫ້​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ? ສົມມຸດ​ວ່າ​ເຮົາ​ຢາກ​ສະໜັບສະໜູນ​ນັກ​ສຶກສາ​ຄຳພີໄບເບິນ​ຜູ້​ທີ່​ມີ​ຄຸນວຸທິ​ໃຫ້​ເລີ່ມ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ຕໍ່​ສາທາລະນະ​ຊົນ. ຫຼື​ບາງ​ທີ​ເຮົາ​ຢາກ​ຊ່ວຍ​ຜູ້​ທີ່​ເຊົາ​ປະກາດ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຮັບໃຊ້​ອີກ. ເຮົາ​ຈະ​ຊ່ວຍ​ແນວໃດ? ເຮົາ​ຕ້ອງ​ກະຕຸ້ນ​ໃຈ​ເຂົາເຈົ້າ. ຂໍ​ໃຫ້​ຈື່​ໄວ້​ວ່າ​ທຳອິດ​ພະ​ເຍຊູ “ມີ​ໃຈ​ຄິດ​ສັງເວດ” ຕໍ່​ຜູ້​ຄົນ ແລະ​ຈາກ​ນັ້ນ​ພະອົງ​ສັ່ງ​ສອນ​ເຂົາເຈົ້າ. (ມາລະໂກ 6:34) ດັ່ງນັ້ນ ຖ້າ​ເຮົາ​ສາມາດ​ຊ່ວຍ​ເຂົາເຈົ້າ​ໃຫ້​ປູກ​ຝັງ​ຄວາມ​ເມດຕາ​ສົງສານ ຫົວໃຈ​ຂອງ​ເຂົາເຈົ້າ​ອາດ​ກະຕຸ້ນ​ໃຫ້​ເຂົາເຈົ້າ​ເຮັດ​ຄື​ກັບ​ພະ​ເຍຊູ​ແລະ​ບອກ​ຂ່າວ​ດີ​ແກ່​ຄົນ​ອື່ນ. ເຮົາ​ອາດ​ຖາມ​ເຂົາເຈົ້າ​ວ່າ “ການ​ຍອມ​ຮັບ​ເອົາ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ແນວໃດ​ແດ່? ຈະ​ວ່າ​ແນວໃດ​ສຳລັບ​ຄົນ​ທີ່​ຍັງ​ບໍ່​ທັນ​ຮູ້​ເລື່ອງ​ຂ່າວ​ສານ​ນີ້ ເຂົາເຈົ້າ​ກໍ​ຕ້ອງ​ຮູ້​ຂ່າວ​ດີ​ນີ້​ນຳ​ບໍ່​ແມ່ນ​ບໍ? ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຂົາເຈົ້າ?” ແນ່ນອນ​ວ່າ​ແຮງ​ກະຕຸ້ນ​ທີ່​ມີ​ພະລັງ​ທີ່​ສຸດ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຮັບໃຊ້​ແມ່ນ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ຄວາມ​ປາຖະໜາ​ທີ່​ຈະ​ຮັບໃຊ້​ພະອົງ.

20. (ກ) ໃນ​ການ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ມີ​ຫຍັງ​ກ່ຽວຂ້ອງ​ຢູ່​ນຳ? (ຂ) ຈະ​ມີ​ການ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

20 ການ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ​ກ່ຽວຂ້ອງ​ຫຼາຍ​ກວ່າ​ການ​ກ່າວ​ຊ້ຳ​ຖ້ອຍຄຳ​ແລະ​ການ​ຮຽນ​ແບບ​ການ​ກະທຳ​ຂອງ​ພະອົງ. ເຮົາ​ຕ້ອງ​ປູກ​ຝັງ “ຄວາມ​ຄຶດ” ແບບ​ດຽວ​ກັບ​ທີ່​ພະອົງ​ມີ. (ຟີລິບ 2:5) ດັ່ງນັ້ນ ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ຄຳພີໄບເບິນ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້​ຄວາມຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ຢູ່​ເບື້ອງ​ຫຼັງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ພະ​ເຍຊູ! ໂດຍ​ມາ​ຮູ້ຈັກ​ຄຸ້ນ​ເຄີຍ​ກັບ “ຄວາມ​ຄຶດ​ຂອງ​ພະຄລິດ” ເຮົາ​ຈະ​ກຽມ​ພ້ອມ​ຫຼາຍ​ຂຶ້ນ​ທີ່​ຈະ​ພັດທະນາ​ໃຫ້​ມີ​ຄວາມ​ຮູ້ສຶກ​ໄວ​ພ້ອມ​ທັງ​ມີ​ຄວາມ​ເມດຕາ​ສົງສານ​ຢ່າງ​ຈິງ​ໃຈ ແລະ​ໂດຍ​ວິທີ​ນີ້​ຈຶ່ງ​ປະຕິບັດ​ຕໍ່​ຜູ້​ອື່ນ​ໃນ​ແບບ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຜູ້​ຄົນ​ໂດຍ​ທົ່ວໄປ. (1 ໂກລິນໂທ 2:16) ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວິທີ​ຕ່າງໆທີ່​ພະ​ເຍຊູ​ສະແດງ​ຄວາມ​ຮັກ​ໂດຍ​ສະເພາະ​ຕໍ່​ພວກ​ລູກສິດ​ຂອງ​ພະອົງ.

^ ເຄີຍ​ມີ​ການ​ບອກ​ວ່າ​ຄຳ​ພາສາ​ກະເລັກ​ທີ່​ແປ​ວ່າ “ມີ​ໃຈ​ຄິດ​ສັງເວດ” ເປັນ​ຄຳ​ໜຶ່ງ​ທີ່​ເນັ້ນ​ໜັກ​ຫຼາຍ​ທີ່​ສຸດ​ໃນ​ພາສາ​ກະເລັກ​ສຳລັບ​ຄວາມ​ຮູ້ສຶກ​ເມດຕາ​ສົງສານ. ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ກ່າວ​ວ່າ ຄຳ​ນີ້​ຊີ້​ເຖິງ “ບໍ່​ພຽງ​ແຕ່​ການ​ຮ່ວມ​ຄວາມ​ຮູ້ສຶກ​ເມື່ອ​ເຫັນ​ຄວາມທຸກ​ທໍລະມານ ແຕ່​ຍັງ​ຊີ້​ເຖິງ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ທີ່​ຈະ​ປົດ​ປ່ອຍ​ແລະ​ກຳຈັດ​ຄວາມທຸກ​ທໍລະມານ​ນັ້ນ.”

^ ຄຳ​ຄຸນ​ນາມ​ພາສາ​ກະເລັກ​ທີ່​ແປ​ວ່າ “ເຫັນ​ອົກ​ເຫັນ​ໃຈ​ກັນ“ ມີ​ຄວາມ​ໝາຍ​ຕາມ​ຕົວອັກສອນ​ວ່າ “ທົນ​ທຸກ​ຮ່ວມ​ກັບ.”