ບົດທີ 13
“ເຮົາຮັກພະບິດາ”
1, 2. ອັກຄະສາວົກໂຢຮັນເປີດເຜີຍຫຍັງກ່ຽວກັບຕອນແລງມື້ສຸດທ້າຍທີ່ພວກອັກຄະສາວົກຢູ່ກັບພະເຍຊູ?
ຊາຍຊະລາເອົາປາກກາຂົນນົກຈຸ່ມນ້ຳມຶກ ໃຈຂອງລາວເຕັມໄປດ້ວຍຄວາມຊົງຈຳມາກມາຍ. ຊາຍຄົນນີ້ຊື່ໂຢຮັນ ລາວເປັນອັກຄະສາວົກຂອງພະເຍຊູຄລິດຄົນສຸດທ້າຍທີ່ຍັງມີຊີວິດຢູ່. ຕອນນັ້ນໂຢຮັນອາຍຸປະມານ 100 ປີ ລາວຫວນຄິດເຖິງເຫດການໃນຕອນແລງມື້ໜຶ່ງທີ່ໜ້າຈົດຈຳທີ່ສຸດເຊິ່ງໄດ້ເກີດຂຶ້ນຫົກສິບກວ່າປີກ່ອນໜ້ານີ້ ນັ້ນເປັນຄືນສຸດທ້າຍທີ່ລາວແລະເພື່ອນອັກຄະສາວົກຢູ່ກັບພະເຍຊູກ່ອນທີ່ພະອົງຈະສິ້ນຊີວິດ. ໂດຍໄດ້ຮັບການຊີ້ນຳຈາກພະວິນຍານບໍລິສຸດຂອງພະເຈົ້າ ໂຢຮັນສາມາດຈື່ຈຳເຫດການຕ່າງໆໄດ້ຢ່າງລະອຽດແລະຂຽນເລື່ອງນັ້ນໄວ້.
2 ໃນຄືນນັ້ນ ພະເຍຊູໄດ້ກ່າວຢ່າງຊັດເຈນວ່າອີກບໍ່ດົນພະອົງຈະຖືກປະຫານຊີວິດ. ໂຢຮັນເປັນຜູ້ດຽວທີ່ເປີດເຜີຍເຖິງເຫດຜົນວ່າເປັນຫຍັງ ພະເຍຊູຈຶ່ງກ່າວວ່າຈະຍອມປະສົບກັບຄວາມຕາຍຢ່າງທໍລະມານເຊັ່ນນັ້ນ “ເພື່ອມະນຸດສະໂລກຈະໄດ້ຮູ້ຈັກວ່າເຮົາຮັກພະບິດາແລະເຮົາກະທຳຕາມພະບິດາໄດ້ສັ່ງເຮົາ ທ່ານທັງຫຼາຍຈົ່ງລຸກຂຶ້ນ ເຮົາທັງຫຼາຍຈົ່ງໜີຈາກທີ່ນີ້ເຖີ້ນ.”—ໂຢຮັນ 14:31.
3. ພະເຍຊູສະແດງໃຫ້ເຫັນແນວໃດວ່າຮັກພໍ່?
3 “ເຮົາຮັກພະບິດາ.” ບໍ່ມີຫຍັງສຳຄັນຕໍ່ພະເຍຊູຫຼາຍໄປກວ່ານີ້. ພະອົງບໍ່ໄດ້ກ່າວຊ້ຳຂໍ້ຄວາມດັ່ງກ່າວເລື້ອຍໆ. ທີ່ຈິງ ໂຢຮັນ 14:31 ເປັນບ່ອນດຽວທີ່ບັນທຶກໄວ້ໃນຄຳພີໄບເບິນທີ່ພົບວ່າພະເຍຊູກ່າວຢ່າງກົງໄປກົງມາເຖິງຄວາມຮັກທີ່ມີຕໍ່ພໍ່. ແນວໃດກໍຕາມ ພະເຍຊູດຳເນີນຊີວິດ ຕາມຄຳກ່າວນັ້ນ. ຄວາມຮັກທີ່ພະອົງມີຕໍ່ພະເຢໂຫວາປາກົດໃຫ້ເຫັນທຸກມື້. ຄວາມກ້າຫານຂອງພະເຍຊູ ການເຊື່ອຟັງ ແລະຄວາມອົດທົນ ລ້ວນແຕ່ເປັນຫຼັກຖານເຖິງຄວາມຮັກທີ່ພະອົງມີຕໍ່ພະເຈົ້າ. ວຽກຮັບໃຊ້ທັງໝົດຂອງພະອົງຖືກກະຕຸ້ນຈາກຄວາມຮັກນີ້.
4, 5. ຄຳພີໄບເບິນສົ່ງເສີມຄວາມຮັກແບບໃດ ແລະອາດກ່າວແນວໃດກ່ຽວກັບຄວາມຮັກຂອງພະເຍຊູທີ່ມີຕໍ່ພະເຢໂຫວາ?
4 ໃນທຸກມື້ນີ້ ບາງຄົນອາດຄິດວ່າຄວາມຮັກເປັນຄຸນລັກສະນະທີ່ສະແດງເຖິງຄວາມອ່ອນແອ. ເຂົາເຈົ້າອາດຄິດເຖິງກາບກອນຫຼືເພງທີ່ກ່ຽວກັບຄວາມຮັກ ບາງທີແມ່ນ ກະທັ່ງຄິດເຖິງຄວາມເພີ້ຝັນເຊິ່ງບາງຄັ້ງມີຢູ່ໃນຄວາມຮັກລະຫວ່າງບ່າວສາວ. ຄຳພີໄບເບິນເວົ້າເຖິງຄວາມຮັກແບບນີ້ ແຕ່ວ່າໃນລັກສະນະທີ່ໜ້ານັບຖືຫຼາຍກວ່າທີ່ເວົ້າໃນປັດຈຸບັນ. (ສຸພາສິດ 5:15-21) ແນວໃດກໍຕາມພະຄຳຂອງພະເຈົ້າໃຫ້ຄວາມສົນໃຈຕໍ່ຄວາມຮັກອີກຊະນິດໜຶ່ງຫຼາຍກວ່າ. ຄວາມຮັກແບບນີ້ບໍ່ໄດ້ເປັນຄວາມຮັກໄຄ່ຫຼົງໄຫຼຫຼືເປັນອາລົມວູບໜຶ່ງຂຶ້ນມາ ທັງບໍ່ໄດ້ເປັນແບບປັດຊະຍາທີ່ມຸ່ງເນັ້ນຄວາມຄິດແຕ່ຂາດອາລົມຄວາມຮູ້ສຶກ. ຄວາມຮັກນີ້ກ່ຽວຂ້ອງກັບຫົວໃຈແລະຄວາມຄິດ. ຄວາມຮັກດັ່ງກ່າວເກີດມາຈາກສ່ວນທີ່ເລິກທີ່ສຸດຂອງໃຈເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງຫຼັກການອັນສູງສົ່ງແລະກໍສອດຄ່ອງກັບຫຼັກການນັ້ນ ແລະຄວາມຮັກແບບນີ້ສະແດງອອກດ້ວຍການກະທຳທີ່ເສີມສ້າງ. ແນ່ນອນວ່າຄວາມຮັກນີ້ເປັນຄວາມຮູ້ສຶກທີ່ຈິງຈັງບໍ່ແມ່ນອາລົມແບບຫຼິ້ນໆ. ພະຄຳຂອງພະເຈົ້າກ່າວວ່າ “ຄວາມຮັກບໍ່ມີວັນເສື່ອມສູນ.”—1 ໂກລິນໂທ 13:8, ລ.ມ.
5 ໃນບັນດາມະນຸດທີ່ເຄີຍມີຊີວິດຢູ່ ພະເຍຊູເປັນຜູ້ທີ່ຮັກພະເຢໂຫວາຫຼາຍທີ່ສຸດ. ບໍ່ມີໃຜເໜືອກວ່າພະເຍຊູໃນການປະຕິບັດຕາມຖ້ອຍຄຳທີ່ພະອົງເອງໄດ້ຍົກຂຶ້ນມາກ່າວວ່າເປັນພະບັນຍັດສຳຄັນທີ່ສຸດໃນບັນດາພະບັນຍັດທັງໝົດຂອງພະເຈົ້າທີ່ວ່າ “ຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າດ້ວຍສຸດໃຈ ແລະດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດ ແລະດ້ວຍສຸດແຮງຂອງເຈົ້າ.” (ມາລະໂກ 12:30) ພະເຍຊູພັດທະນາຄວາມຮັກນັ້ນໂດຍວິທີໃດ? ໃນລະຫວ່າງທີ່ຢູ່ເທິງແຜ່ນດິນໂລກ ພະອົງເຮັດໃຫ້ຄວາມຮັກທີ່ມີຕໍ່ພະເຈົ້າແຮງກ້າຢູ່ສະເໝີໂດຍວິທີໃດ? ແລະເຮົາຈະຮຽນແບບພະອົງໄດ້ແນວໃດ?
ຄວາມຜູກພັນຂອງຄວາມຮັກທີ່ຍາວນານແລະໜຽວແໜ້ນທີ່ສຸດ
6, 7. ເຮົາຮູ້ໄດ້ແນວໃດວ່າສຸພາສິດ 8:22-31 ພັນລະນາເຖິງລູກຊາຍຂອງພະເຈົ້າ ບໍ່ແມ່ນພຽງແຕ່ຄຸນລັກສະນະທີ່ໝາຍເຖິງສະຕິປັນຍາເທົ່ານັ້ນ?
6 ເຈົ້າເຄີຍເຮັດວຽກກັບໝູ່ຄົນໜຶ່ງບໍ ແລະເຫັນວ່າເຈົ້າທັງສອງກາຍເປັນໝູ່ທີ່ດີຕໍ່ກັນຫຼາຍຂຶ້ນ ສະໜິດສະໜົມກັນຫຼາຍຂຶ້ນ? ປະສົບການທີ່ໜ້າຍິນດີນັ້ນອາດຊ່ວຍເຈົ້າໃຫ້ເຂົ້າໃຈຄວາມຮັກທີ່ພັດທະນາຂຶ້ນລະຫວ່າງພະເຢໂຫວາກັບລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງຂຶ້ນໂດຍກົງ. ເຮົາໄດ້ອ້າງເຖິງສຸພາສິດ 8:30 ຫຼາຍກວ່າໜຶ່ງຄັ້ງ ແຕ່ຂໍໃຫ້ພິຈາລະນາແວດບົດຂອງຂໍ້ນັ້ນຢ່າງລະອຽດຫຼາຍຂຶ້ນ. ໃນຂໍ້ທີ 22 ເຖິງ ເຮົາພົບຄຳທີ່ຂຽນຂຶ້ນໂດຍການດົນໃຈເຊິ່ງໄດ້ພັນລະນາເຖິງສະຕິປັນຍາວ່າເປັນຄືກັບບຸກຄົນ. ເຮົາຈະຮູ້ໄດ້ແນວໃດວ່າຖ້ອຍຄຳນັ້ນໝາຍເຖິງລູກຊາຍຂອງພະເຈົ້າ? 31
7 ຂໍ້ທີ 22 ສະຕິປັນຍາກ່າວວ່າ “ພະເຢໂຫວາໄດ້ມີ [“ສ້າງ,” ທ.ປ.] ເຮົາໄວ້ແລ້ວໃນຕົ້ນເດີມທາງທັງຫຼາຍຂອງພະອົງ ກ່ອນກິດຈະການທັງຫຼາຍຂອງພະອົງແຕ່ບູຮານ.” ໃນທີ່ນີ້ຄົງບໍ່ໄດ້ເວົ້າເຖິງສະເພາະແຕ່ສະຕິປັນຍາທີ່ເປັນແຕ່ຄຸນລັກສະນະເທົ່ານັ້ນ ເພາະສະຕິປັນຍາບໍ່ເຄີຍຖືກ “ສ້າງ” ຂຶ້ນ. ສະຕິປັນຍາບໍ່ມີຈຸດເລີ່ມຕົ້ນ ຍ້ອນພະເຢໂຫວາເປັນຢູ່ຕະຫຼອດການແລະພະອົງມີສະຕິປັນຍາຢູ່ສະເໝີ. (ຄຳເພງ 90:2) ລູກຊາຍຂອງພະເຈົ້າເປັນ “ບຸດຫົວທີແຫ່ງສັບພະທຸກສິ່ງທີ່ສ້າງແລ້ວ.” ພະອົງເປັນຜົນງານໃນການສ້າງສັນຫຼືໄດ້ຖືກສ້າງຂຶ້ນ ເປັນສິ່ງທຳອິດໃນຜົນງານການສ້າງຂອງພະເຢໂຫວາ. (ໂກໂລດ 1:15) ຕາມທີ່ພັນລະນາໄວ້ໃນພະທຳສຸພາສິດ ລູກຊາຍມີຊີວິດຢູ່ກ່ອນສ້າງແຜ່ນດິນໂລກແລະຟ້າສະຫວັນ. ໃນຖານະເປັນພະຄຳເຊິ່ງກໍຄືໂຄສົກຂອງພະເຈົ້າ ພະອົງສະແດງເຖິງສະຕິປັນຍາຂອງພະເຢໂຫວາຢ່າງສົມບູນພ້ອມ.—ໂຢຮັນ 1:1.
8. ລູກຊາຍໄດ້ເຮັດຫຍັງໃນເວລາທີ່ມີຊີວິດກ່ອນມາເປັນມະນຸດ ແລະເຮົາອາດຄິດເຖິງສິ່ງໃດເມື່ອຮູ້ສຶກຊື່ນຊົມກັບສິ່ງເນລະມິດສ້າງ?
8 ຜູ້ເປັນລູກຊາຍເຮັດຫຍັງໃນເວລາອັນຍາວນານກ່ອນຈະມາແຜ່ນດິນໂລກ? ຂໍ້ທີ 30 (ລ.ມ.) ບອກວ່າພະອົງຢູ່ຄຽງຂ້າງພະເຈົ້າໃນຖານະເປັນ “ນາຍຊ່າງ” ນັ້ນໝາຍຄວາມວ່າແນວໃດ? ໂກໂລດ 1:16 ອະທິບາຍວ່າ “ເພາະວ່າສັບພະທຸກສິ່ງໃນຟ້າສະຫວັນກໍດີ ທີ່ແຜ່ນດິນໂລກກໍດີ ເປັນທີ່ນິລະມິດສ້າງໃນພະອົງ . . . ສັບພະທຸກສິ່ງນັ້ນເປັນທີ່ນິລະມິດສ້າງດ້ວຍພະອົງ ແລະສຳລັບພະອົງ.” ດັ່ງນັ້ນ ພະເຢໂຫວາເຊິ່ງເປັນຜູ້ສ້າງໄດ້ມອບວຽກໃຫ້ລູກຊາຍທີ່ເປັນນາຍຊ່າງໃຫ້ສ້າງສິ່ງສາລະພັດອື່ນໆ—ນັບຕັ້ງແຕ່ກາຍວິນຍານທີ່ຢູ່ໃນສະຫວັນໄປຈົນເຖິງເອກະພົບອັນກວ້າງໃຫຍ່ໄພສານ ແຜ່ນດິນໂລກພ້ອມກັບຊີວິດພືດແລະສັດທີ່ໜ້າອັດສະຈັນຫຼາກຫຼາຍຊະນິດ ຈົນເຖິງສຸດຍອດຂອງການສ້າງທາງແຜ່ນດິນໂລກ ນັ້ນກໍຄືມະນຸດຊາດ. ໃນບາງແງ່ມຸມ ຄວາມຮ່ວມມືແບບນີ້ລະຫວ່າງພໍ່ກັບລູກ ເຮົາອາດສົມທຽບໄດ້ກັບການຮ່ວມມືກັນລະຫວ່າງນັກສະຖາປະນິກທີ່ເຮັດວຽກຮ່ວມກັບຊ່າງກໍ່ທີ່ຊຳນານເປັນພິເສດໃນການສ້າງເຊິ່ງກົງຕາມແບບແຜນທີ່ນັກສະຖາປະນິກສ້າງຂຶ້ນມາ. ເມື່ອເຮົາຮູ້ສຶກເກງຂາມຍ້ອນແງ່ມຸມໃດໜຶ່ງຂອງການເນລະມິດສ້າງ ທີ່ຈິງແລ້ວເຮົາກຳລັງສັນລະເສີນນັກສະຖາປະນິກ ອົງຍິ່ງໃຫຍ່. (ຄຳເພງ 19:1) ແນວໃດກໍຕາມ ເຮົາອາດນຶກເຫັນໄດ້ວ່າຜູ້ສ້າງ ແລະ “ນາຍຊ່າງ” ເຮັດວຽກຮ່ວມກັນເປັນເວລາດົນນານແລະຢ່າງມີຄວາມສຸກ.
9, 10. (ກ) ອັນໃດທີ່ເສີມສ້າງຄວາມຜູກພັນລະຫວ່າງພະເຢໂຫວາກັບລູກຊາຍ? (ຂ) ສິ່ງໃດຈະເສີມສ້າງຄວາມຜູກພັນລະຫວ່າງເຈົ້າກັບພໍ່ທີ່ຢູ່ໃນສະຫວັນ?
9 ເມື່ອຄົນບໍ່ສົມບູນແບບສອງຄົນເຮັດວຽກນຳກັນຢ່າງໃກ້ຊິດ ບາງຄັ້ງຍາກທີ່ທັງສອງຈະເຂົ້າກັນໄດ້. ແຕ່ພັດບໍ່ເປັນແນວນັ້ນໃນກໍລະນີຂອງພະເຢໂຫວາກັບລູກຊາຍຂອງພະອົງ! ລູກຊາຍເຮັດວຽກກັບພໍ່ເປັນເວລາທີ່ຍາວນານທີ່ສຸດແລະ “ຊົມຊື່ນຍິນດີຕໍ່ໜ້າພະອົງເລື້ອຍ ບໍ່ຂາດ.” (ສຸພາສິດ 8:30) ແມ່ນແລ້ວ ລູກຊາຍຍິນດີທີ່ຢູ່ກັບພໍ່ ແລະນີ້ເປັນຄວາມຮູ້ສຶກທີ່ທັງສອງມີຕໍ່ກັນ. ເປັນທຳມະດາທີ່ລູກຈະເປັນຄືກັບພໍ່ຫຼາຍຂຶ້ນເລື້ອຍໆ ຮຽນຮູ້ທີ່ຈະຮຽນເອົາແບບຢ່າງຄຸນລັກສະນະຕ່າງໆຂອງພະເຈົ້າ. ດັ່ງນັ້ນຈຶ່ງບໍ່ໜ້າແປກໃຈທີ່ຄວາມຜູກພັນລະຫວ່າງພໍ່ກັບລູກຈຶ່ງແໜ້ນແຟ້ນແທ້ໆ! ມີການເອີ້ນສາຍສຳພັນນີ້ຢ່າງເໝາະສົມວ່າເປັນສາຍສຳພັນທີ່ຍາວນານທີ່ສຸດແລະແໜ້ນແຟ້ນທີ່ສຸດໃນເອກະພົບທັງສິ້ນ.
10 ເລື່ອງນີ້ໝາຍຄວາມວ່າແນວໃດສຳລັບເຮົາ? ເຈົ້າອາດຮູ້ສຶກວ່າຈະບໍ່ມີວັນສ້າງສາຍສຳພັນເຊັ່ນນັ້ນກັບພະເຢໂຫວາ. ແມ່ນຢູ່ ບໍ່ມີໃຜໃນທ່າມກາງພວກເຮົາທີ່ມີຕຳແໜ່ງສູງສົ່ງຄືກັບຜູ້ເປັນລູກຊາຍ. ແນວໃດກໍຕາມ ເຮົາມີໂອກາດອັນດີເລີດ. ຂໍໃຫ້ຈື່ໄວ້ວ່າ ພະເຍຊູຫຍັບເຂົ້າໃກ້ພໍ່ຫຼາຍຂຶ້ນໂດຍການເຮັດວຽກຮ່ວມກັບພໍ່. ດ້ວຍຄວາມຮັກພະເຢໂຫວາສະເໜີໂອກາດໃຫ້ເຮົາເປັນ “ຜູ້ກະທຳການດ້ວຍກັນກັບພະເຈົ້າ.” (1 ໂກລິນໂທ 3:9) ໃນຂະນະທີ່ຕິດຕາມຕົວຢ່າງຂອງພະເຍຊູໃນວຽກຮັບໃຊ້ ເຮົາຄວນຈື່ໄວ້ສະເໝີວ່າເຮົາເປັນຜູ້ຮ່ວມເຮັດວຽກນຳພະເຈົ້າ. ດັ່ງນັ້ນ ຄວາມຜູກພັນຂອງຄວາມຮັກທີ່ເຮັດໃຫ້ເຮົາເປັນໜຶ່ງດຽວກັບພະເຢໂຫວາຈຶ່ງແໜ້ນແຟ້ນຂຶ້ນ. ຈະມີສິດທິພິເສດໃດທີ່ຍິ່ງໃຫຍ່ກວ່ານີ້ບໍ?
ວິທີທີ່ພະເຍຊູຮັກສາຄວາມຮັກອັນໝັ້ນຄົງຕໍ່ພະເຢໂຫວາ
11-13. (ກ) ເປັນຫຍັງຈຶ່ງເປັນປະໂຫຍດທີ່ຈະຄິດເຖິງຄວາມຮັກວ່າເປັນຄືກັບສິ່ງທີ່ມີຊີວິດ ແລະໂດຍວິທີໃດທີ່ພະເຍຊູຜູ້ເຍົາໄວຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ໝັ້ນຄົງ? (ຂ) ທັງກ່ອນແລະພາຍຫຼັງທີ່ມາແຜ່ນດິນໂລກໃນຖານະເປັນມະນຸດ ໂດຍວິທີໃດທີ່ລູກຊາຍຂອງພະເຢໂຫວາສະແດງຄວາມສົນໃຈໃນການຮຽນຮູ້ຈາກພະອົງ?
11 ໃນຫຼາຍທາງ ນັບວ່າເປັນປະໂຫຍດທີ່ຈະຄິດເຖິງຄວາມຮັກທີ່ຢູ່ໃນໃຈຂອງເຮົາຄືກັບວ່າເປັນສິ່ງທີ່ມີຊີວິດ. ຄືກັບຕົ້ນໄມ້ທີ່ສວຍງາມເຊິ່ງຢູ່ໃນເຮືອນ ຄວາມຮັກຈຳເປັນ ຕ້ອງໄດ້ຮັບການບຳລຸງແລະເບິ່ງແຍງເພື່ອໃຫ້ຈະເລີນງອກງາມຂຶ້ນ. ຖ້າຖືກປະຖິ້ມ ຂາດການບຳລຸງຮັກສາ ຄວາມຮັກກໍຈະຫ່ຽວແຫ້ງລົງແລ້ວກໍຕາຍໄປ. ພະເຍຊູບໍ່ໄດ້ຖືວ່າຄວາມຮັກທີ່ມີຕໍ່ພະເຢໂຫວານັ້ນບໍ່ສຳຄັນ. ຕອນທີ່ຢູ່ແຜ່ນດິນໂລກ ພະອົງຮັກສາຄວາມຮັກໃຫ້ໝັ້ນຄົງແລະງອກງາມຂຶ້ນ. ຂໍໃຫ້ເບິ່ງວ່າພະອົງເຮັດເຊັ່ນນັ້ນແນວໃດ.
12 ຂໍໃຫ້ຄິດອີກຄັ້ງໜຶ່ງເຖິງເຫດການທີ່ຢູ່ວິຫານໃນເມືອງເຢຣຶຊາເລມຕອນພະເຍຊູຜູ້ເຍົາໄວໄດ້ເວົ້າອອກມາໂດຍບໍ່ຕ້ອງຄິດກ່ອນ. ຂໍໃຫ້ນຶກເຖິງຖ້ອຍຄຳເຊິ່ງພະອົງເວົ້າກັບພໍ່ແມ່ຜູ້ທີ່ເປັນຫ່ວງພະອົງວ່າ “ເຫດສັນໃດທ່ານທັງສອງໄດ້ຊອກຫາເຮົາ? ທ່ານທັງສອງບໍ່ໄດ້ຮູ້ຫຼືວ່າເຮົາຕ້ອງຢູ່ກະທຳກິດຈະການ [“ຢູ່ໃນເຮືອນ,” ທ.ປ.] ແຫ່ງພະບິດາຂອງເຮົາ?” (ລືກາ 2:49) ຕອນເປັນເດັກນ້ອຍ ປາກົດວ່າພະເຍຊູບໍ່ມີຄວາມຊົງຈຳໃດໆເລື່ອງຄວາມເປັນຢູ່ກ່ອນມາເປັນມະນຸດ. ແຕ່ພະອົງຍັງມີຄວາມຮັກອັນແຮງກ້າຕໍ່ພະເຢໂຫວາ ພໍ່ຂອງພະອົງ. ພະອົງຮູ້ວ່າຕາມປົກກະຕິແລ້ວຄວາມຮັກເຊັ່ນນັ້ນສະແດງອອກໂດຍທາງການນະມັດສະການ. ດັ່ງນັ້ນຈຶ່ງບໍ່ມີບ່ອນໃດໃນໂລກນີ້ທີ່ໜ້າສົນໃຈສຳລັບພະເຍຊູຄືກັບວິຫານແຫ່ງການນະມັດສະການທີ່ບໍລິສຸດຂອງພໍ່. ພະອົງປາຖະໜາທີ່ຈະຢູ່ຫັ້ນແລະບໍ່ຕ້ອງການຈະຈາກໄປ. ຍິ່ງກວ່ານັ້ນ ພະອົງບໍ່ໄດ້ເປັນຜູ້ເຝົ້າສັງເກດເບິ່ງເທົ່ານັ້ນ. ພະອົງກະຕືລືລົ້ນທີ່ຈະຮຽນຮູ້ເລື່ອງພະເຢໂຫວາແລະສະແດງຄວາມຄິດເຫັນໃນສິ່ງທີ່ຕົນຮຽນຮູ້. ຄວາມຮູ້ສຶກດັ່ງກ່າວບໍ່ໄດ້ເລີ່ມຕົ້ນຕອນອາຍຸ 12 ປີ ທັງຄວາມຮູ້ສຶກນັ້ນກໍບໍ່ໄດ້ໝົດໄປໃນໄວນັ້ນ.
13 ຕອນຢູ່ໃນສະຫວັນກ່ອນຈະມາແຜ່ນດິນໂລກ ລູກຊາຍໄດ້ກະຕືລືລົ້ນໃນການຮຽນຮູ້ຈາກພໍ່. ຄຳພະຍາກອນທີ່ບັນທຶກໄວ້ໃນເອຊາອີ 50:4-6 ເປີດເຜີຍວ່າພະເຢໂຫວາໄດ້ໃຫ້ການສຶກສາທີ່ພິເສດແກ່ລູກຊາຍໃນເລື່ອງບົດບາດຂອງການເປັນເມຊີ. ເຖິງແມ່ນວ່າການສຶກສາເຊັ່ນນັ້ນລວມເຖິງການຮຽນຮູ້ເລື່ອງຄວາມຍາກລຳບາກບາງຢ່າງທີ່ຈະເກີດຂຶ້ນກັບພະອົງໃນຖານະຜູ້ຖືກເຈີມຂອງພະເຢໂຫວາ ແຕ່ລູກຊາຍກໍໄດ້ກະຕືລືລົ້ນໃນການຮຽນຮູ້. ຕໍ່ມາ ພາຍຫຼັງທີ່ມາແຜ່ນດິນໂລກແລະເຕີບໃຫຍ່ເປັນຜູ້ໃຫຍ່ ພະເຍຊູຍັງຄົງຕ້ອງການຈະໄປວິຫານຂອງພໍ່ແລະມີສ່ວນຮ່ວມໃນການນະມັດສະການແລະການຮຽນຮູ້ສິ່ງທີ່ພະເຢໂຫວາປະສົງໃຫ້ມີຢູ່ທີ່ນັ້ນ. ດ້ວຍເຫດນັ້ນ ຄຳພີໄບເບິນຈຶ່ງລາຍງານເລື່ອງທີ່ພະເຍຊູເຂົ້າຮ່ວມເປັນປະຈຳຢູ່ວິຫານແລະຢູ່ໂຮງທຳ. (ລືກາ 4:16; 19:47) ຖ້າເຮົາຢາກຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ຄົງຢູ່ແລະງອກງາມຂຶ້ນ ເຮົາຕ້ອງໝັ່ນເຂົ້າຮ່ວມການປະຊຸມຄລິດສະຕຽນເຊິ່ງເປັນບ່ອນທີ່ເຮົານະມັດສະການພະເຢໂຫວາແລະເຮັດໃຫ້ຄວາມຮູ້ແລະຄວາມຮູ້ຄຸນຄ່າທີ່ມີຕໍ່ພະອົງເລິກເຊິ່ງຂຶ້ນ.
14, 15. (ກ) ເປັນຫຍັງພະເຍຊູຈຶ່ງຊອກຢູ່ຕາມລຳພັງ? (ຂ) ຄຳອະທິດຖານຂອງພະເຍຊູຕໍ່ພໍ່ເປີດເຜີຍແນວໃດເຖິງຄວາມໃກ້ຊິດແລະຄວາມນັບຖື?
14 ພະເຍຊູຍັງຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ໝັ້ນຄົງໂດຍການອະທິດຖານເປັນປະຈຳ. ເຖິງວ່າພະອົງເປັນບຸກຄົນທີ່ເປັນມິດແລະມັກພົບປະຜູ້ຄົນ ເປັນຕາໜ້າສັງເກດວ່າພະອົງເຫັນຄຸນຄ່າຂອງການຢູ່ຕາມລຳພັງ. ຕົວຢ່າງເຊັ່ນ ລືກາ 5:16 ກ່າວວ່າ “ພະອົງໄດ້ໄປຢູ່ໃນກາງປ່າແລະອ້ອນວອນ.” ມັດທາຍ 14:23 ກ່າວຄ້າຍໆກັນວ່າ “ເມື່ອໃຫ້ຝູງຄົນເລີກໄປແລ້ວ ພະອົງໄດ້ຂຶ້ນໄປເທິງພູເຂົາທີ່ຕ່າງຫາກເພື່ອຈະໄດ້ອ້ອນວອນ. ແລະເມື່ອຄ່ຳມາແລ້ວພະອົງຢູ່ທີ່ນັ້ນຜູ້ດຽວ.” ພະເຍຊູຫາທາງຢູ່ຕາມລຳພັງໃນໂອກາດນີ້ແລະໂອກາດອື່ນໆບໍ່ແມ່ນຍ້ອນເປັນຄົນທີ່ຜີກໂຕຈາກສັງຄົມຫຼືບໍ່ມັກການຄົບຫາກັບຄົນອື່ນ ແຕ່ຍ້ອນວ່າຢາກຢູ່ຕາມລຳພັງກັບພະເຢໂຫວາເພື່ອຈະເວົ້າຢ່າງເປີດໃຈກັບພໍ່ໃນຄຳອະທິດຖານ.
15 ເມື່ອອະທິດຖານ ບາງຄັ້ງພະເຍຊູໃຊ້ຄຳວ່າ “ອັບບາ ພະບິດາເຈົ້າຂ້າ.” (ມາລະໂກ 14:36) ໃນສະໄໝຂອງພະເຍຊູ ຄຳວ່າ “ອັບບາ” ເປັນຄຳທີ່ສະແດງເຖິງຄວາມໃກ້ຊິດທີ່ໃຊ້ກັບ “ພໍ່” ເປັນຄຳທີ່ໃຊ້ກັນພາຍໃນຄອບຄົວ. ຫຼາຍຄັ້ງຄຳນີ້ຢູ່ໃນບັນດາຄຳທຳອິດໆທີ່ເດັກນ້ອຍຮຽນເວົ້າ. ແຕ່ກໍຍັງເປັນຄຳທີ່ສະແດງເຖິງຄວາມນັບຖື. ເຖິງວ່າຄຳນີ້ເປີດເຜີຍໃຫ້ເຫັນເຖິງຄວາມໃກ້ຊິດຂອງລູກຊາຍທີ່ເວົ້າກັບພໍ່ຜູ້ເປັນທີ່ຮັກຂອງຕົນ ຄຳນີ້ຍັງຊີ້ບອກເຖິງຄວາມນັບຖືອັນເລິກເຊິ່ງທີ່ມີຕໍ່ສິດອຳນາດຂອງພະເຢໂຫວາໃນຖານະເປັນພໍ່. ເຮົາພົບວ່າມີຄວາມໃກ້ຊິດແລະຄວາມນັບຖືຢູ່ຮ່ວມກັນຕະຫຼອດໃນຄຳອະທິດຖານຂອງພະເຍຊູທີ່ມີບັນທຶກໄວ້. ຕົວຢ່າງ ໃນໂຢຮັນບົດທີ 17 ອັກຄະສາວົກໂຢຮັນບັນທຶກຄຳອະທິດຖານທີ່ຍາວເຊິ່ງພະເຍຊູອະທິດຖານຢ່າງຈິງໃຈໃນຄືນສຸດທ້າຍທີ່ຢູ່ແຜ່ນດິນໂລກ. ເປັນການກະຕຸ້ນໃຈຢ່າງແທ້ຈິງສຳລັບເຮົາທີ່ຈະສຶກສາຄຳອະທິດຖານນັ້ນແລະເປັນສິ່ງສຳຄັນທີ່ຈະຮຽນແບບຄຳອະທິດຖານດັ່ງກ່າວ—ແນ່ນອນວ່າບໍ່ແມ່ນໂດຍການກ່າວຊ້ຳຄຳເວົ້າຂອງພະເຍຊູ ແຕ່ໂດຍການຫາວິທີຕ່າງໆເພື່ອເວົ້າຈາກຫົວໃຈຕໍ່ພໍ່ທີ່ຢູ່ໃນສະຫວັນໃຫ້ເລື້ອຍເທົ່າທີ່ຈະເຮັດໄດ້. ການເຮັດແນວນີ້ຈະເຮັດໃຫ້ຄວາມຮັກທີ່ມີຕໍ່ພະອົງຄົງຢູ່ແລະແໜ້ນແຟ້ນຕະຫຼອດ.
16, 17. (ກ) ດ້ວຍຄຳເວົ້າ ພະເຍຊູສະແດງໃຫ້ເຫັນແນວໃດວ່າຮັກພໍ່? (ຂ) ພະເຍຊູພັນລະນາແນວໃດເຖິງຄວາມເອື້ອເຟື້ອເຜື່ອແຜ່ຂອງພໍ່?
16 ດັ່ງທີ່ເຮົາສັງເກດກ່ອນໜ້ານີ້ ພະເຍຊູບໍ່ໄດ້ກ່າວຊ້ຳວ່າ “ເຮົາຮັກພະບິດາ.” ແຕ່ ຫຼາຍຄັ້ງດ້ວຍຄຳເວົ້າ ພະອົງສະແດງວ່າຮັກຜູ້ເປັນພໍ່. ເປັນເຊັ່ນນັ້ນແນວໃດ? ພະເຍຊູເອງກ່າວວ່າ “ພະບິດາຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ ຂ້າພະເຈົ້າສັນລະເສີນພະອົງຕໍ່ໜ້າຄົນທັງປວງ.” (ມັດທາຍ 11:25, ລ.ມ.) ເມື່ອສຶກສາພາກທີ 2 ຂອງປຶ້ມນີ້ ເຮົາເຫັນວ່າພະເຍຊູມັກສັນລະເສີນພໍ່ໂດຍການຊ່ວຍຜູ້ຄົນໃຫ້ຮູ້ຈັກພໍ່ຂອງພະອົງ. ຕົວຢ່າງ ພະອົງປຽບພະເຢໂຫວາຄືກັບພໍ່ຜູ້ທີ່ປາຖະໜາຢ່າງຍິ່ງທີ່ຈະໃຫ້ອະໄພລູກຊາຍທີ່ບໍ່ເຊື່ອຟັງຈົນເຖິງກັບຄອຍຖ້າການກັບມາຂອງລູກຊາຍໜຸ່ມທີ່ປະໃຈເກົ່າເອົາໃຈໃໝ່ ເມື່ອເຫັນລູກຊາຍແຕ່ໄກຈຶ່ງຟ້າວແລ່ນອອກໄປຫາແລະກອດລາວ. (ລືກາ 15:20) ມີໃຜແດ່ທີ່ອ່ານຂໍ້ຄວາມນັ້ນແລ້ວຈະບໍ່ຮູ້ສຶກຊາບຊຶ້ງກິນໃຈຈາກການທີ່ພະເຍຊູພັນລະນາເຖິງຄວາມຮັກແລະການໃຫ້ອະໄພຂອງພະເຢໂຫວາ?
17 ຫຼາຍຄັ້ງພະເຍຊູສັນລະເສີນພໍ່ເນື່ອງຈາກຄວາມເອື້ອເຟື້ອເຜື່ອແຜ່ຂອງພໍ່. ພະອົງໃຊ້ຕົວຢ່າງຂອງພໍ່ແມ່ທີ່ເປັນມະນຸດບໍ່ສົມບູນແບບເພື່ອສະແດງໃຫ້ເຫັນວ່າເຮົາໝັ້ນໃຈໄດ້ວ່າພໍ່ຂອງເຮົາທີ່ຢູ່ໃນສະຫວັນຈະປະທານພະວິນຍານບໍລິສຸດໃຫ້ເຮົາຕາມຄວາມຈຳເປັນ. (ລືກາ 11:13) ພະເຍຊູຍັງເວົ້າເຖິງຄວາມຫວັງທີ່ພໍ່ສະເໜີໃຫ້ຢ່າງໃຈກວ້າງ. ພະເຍຊູພັນລະນາເຖິງຄວາມປາຖະໜາຂອງພະອົງເອງທີ່ຈະກັບໄປຢູ່ຄຽງຂ້າງພໍ່ໃນສະຫວັນ. (ໂຢຮັນ 14:28; 17:5) ພະອົງບອກຜູ້ຕິດຕາມເຖິງຄວາມຫວັງທີ່ພະເຢໂຫວາສະເໜີໃຫ້ກັບ “ຄົນຝູງນ້ອຍ” ຂອງພະຄລິດ ນັ້ນຄືການຢູ່ໃນສະຫວັນແລະມີສ່ວນຮ່ວມໃນການປົກຄອງກັບກະສັດເມຊີ. (ລືກາ 12:32; ໂຢຮັນ 14:2) ແລະພະອົງປອບໃຈຜູ້ກະທຳຜິດທີ່ພວມຈະຕາຍໂດຍໃຫ້ຄວາມຫວັງເລື່ອງຊີວິດໃນອຸທິຍານ. (ລືກາ 23:43) ແນ່ນອນວ່າການເວົ້າເຖິງຄວາມເອື້ອເຟື້ອເຜື່ອແຜ່ຢ່າງມາກມາຍຂອງພໍ່ໃນວິທີເຫຼົ່ານີ້ໄດ້ຊ່ວຍພະເຍຊູໃຫ້ຮັກສາຄວາມຮັກອັນໝັ້ນຄົງຕໍ່ພະເຢໂຫວາ. ຜູ້ຕິດຕາມຂອງພະຄລິດຫຼາຍຄົນພົບວ່າສິ່ງທີ່ຊ່ວຍໄດ້ຫຼາຍທີ່ສຸດໃນການເສີມສ້າງຄວາມຮັກແລະຄວາມເຊື່ອຂອງເຂົາເຈົ້າທີ່ມີຕໍ່ພະເຢໂຫວາແມ່ນການເວົ້າເຖິງພະອົງແລະຄວາມຫວັງທີ່ພະອົງສະເໜີໃຫ້ກັບເຂົາເຈົ້າ.
ເຈົ້າຈະຮຽນແບບຄວາມຮັກທີ່ພະເຍຊູມີຕໍ່ພະເຢໂຫວາບໍ?
18. ອັນໃດຄືແນວທາງສຳຄັນທີ່ສຸດທີ່ເຮົາຈຳເປັນຕ້ອງເຮັດຕາມແບບຢ່າງຂອງພະເຍຊູ ແລະເພາະເຫດໃດ?
18 ໃນທຸກແນວທາງທີ່ເຮົາຕ້ອງຕິດຕາມພະເຍຊູ ບໍ່ມີແນວທາງໃດທີ່ສຳຄັນໄປກວ່ານີ້ທີ່ວ່າ ເຮົາຕ້ອງຮັກພະເຢໂຫວາດ້ວຍສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດ ເຫື່ອແຮງຂອງເຮົາ. (ລືກາ 10:27) ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາບໍ່ສາມາດວັດແທກໄດ້ພຽງແຕ່ວ່າເຮົາມີຄວາມຮູ້ສຶກເຊັ່ນນັ້ນແຮງກ້າສ່ຳໃດ ແຕ່ຕ້ອງເບິ່ງຈາກການກະທຳຕ່າງໆໃນຊີວິດຈິງຂອງເຮົາດ້ວຍ. ພະເຍຊູບໍ່ພໍໃຈພຽງແຕ່ຮູ້ສຶກ ວ່າຮັກພໍ່ຂອງພະອົງ ທັງບໍ່ແມ່ນພຽງແຕ່ກ່າວວ່າ “ເຮົາຮັກພະບິດາ.” ພະອົງກ່າວວ່າ “ເພື່ອມະນຸດສະໂລກຈະໄດ້ຮູ້ຈັກວ່າເຮົາຮັກພະບິດາແລະເຮົາກະທຳຕາມ ພະບິດາໄດ້ສັ່ງເຮົາ.” (ໂຢຮັນ 14:31) ຊາຕານໄດ້ກ່າວຫາວ່າຈະບໍ່ມີມະນຸດຄົນໃດຮັບໃຊ້ພະເຢໂຫວາເນື່ອງຈາກຄວາມຮັກແບບທີ່ບໍ່ເຫັນແກ່ຕົວ. (ໂຢບ 2:4, 5) ເພື່ອໃຫ້ຄຳຕອບທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ໃນການຕອບຄຳໃສ່ຮ້າຍປ້າຍສີທີ່ປະສົງຮ້າຍຂອງຊາຕານ ພະເຍຊູລົງມືປະຕິບັດຢ່າງກ້າຫານແລະສຳແດງໃຫ້ໂລກເຫັນວ່າພະອົງຮັກພໍ່ຫຼາຍສ່ຳໃດ. ພະອົງເຊື່ອຟັງຈົນກະທັ່ງວ່າຍອມສະລະຊີວິດຂອງຕົນເອງ. ເຈົ້າຈະເຮັດຕາມແບບຢ່າງຂອງພະເຍຊູບໍ? ເຈົ້າຈະສຳແດງໃຫ້ໂລກເຫັນບໍວ່າເຈົ້າຮັກພະເຢໂຫວາພະເຈົ້າຢ່າງແທ້ຈິງ?
19, 20. (ກ) ມີເຫດຜົນທີ່ສຳຄັນອັນໃດແດ່ທີ່ເຮົາຄວນຈະເຂົ້າຮ່ວມການປະຊຸມຄລິດສະຕຽນເປັນປະຈຳ? (ຂ) ເຮົາຄົງຈະມີທັດສະນະແນວໃດຕໍ່ການສຶກສາສ່ວນຕົວ ການຄົ້ນຄິດຕຶກຕອງ ແລະການອະທິດຖານ?
19 ເຮົາມີຄວາມຈຳເປັນດ້ານຝ່າຍວິນຍານຢ່າງຍິ່ງເພື່ອຈະສຳແດງຄວາມຮັກເຊັ່ນນັ້ນ. ດັ່ງນັ້ນ ພະເຢໂຫວາຈັດໃຫ້ເຮົາມີການນະມັດສະການໃນວິທີທີ່ຄວາມຮັກຂອງເຮົາຕໍ່ພະອົງຈະໄດ້ຮັບການບຳລຸງລ້ຽງແລະເສີມສ້າງ. ເມື່ອເຂົ້າຮ່ວມການປະຊຸມຄລິດສະຕຽນ ພະຍາຍາມຈື່ໄວ້ວ່າເຈົ້າຢູ່ທີ່ນັ້ນເພື່ອນະມັດສະການພະເຈົ້າ. ແງ່ມຸມຕ່າງໆຂອງການນະມັດສະການນັ້ນລວມເຖິງການຮ່ວມໃນຄຳອະທິດຖານທີ່ຈິງໃຈ ການຮ້ອງເພງສັນລະເສີນ ການຕັ້ງໃຈຟັງ ແລະການມີສ່ວນອອກຄຳຄິດເຫັນເມື່ອມີໂອກາດ. ການປະຊຸມນັ້ນຍັງເປີດໂອກາດໃຫ້ໜູນກຳລັງໃຈເພື່ອນຄລິດສະຕຽນດ້ວຍ. (ເຫບເລີ 10:24, 25) ການນະມັດສະການພະເຢໂຫວາເປັນປະຈຳຢູ່ການປະຊຸມຕ່າງໆຂອງຄລິດສະຕຽນຈະຊ່ວຍໃຫ້ຄວາມຮັກທີ່ມີຕໍ່ພະເຈົ້າໝັ້ນຄົງຫຼາຍຂຶ້ນ.
20 ຄ້າຍໆກັນ ຄວາມຮັກຕໍ່ພະເຈົ້າຈະເພີ່ມພູນຫຼາຍຂຶ້ນໂດຍການສຶກສາສ່ວນຕົວ ການຄົ້ນຄິດຕຶກຕອງ ແລະການອະທິດຖານ. ຂໍໃຫ້ຄິດວ່ານີ້ເປັນວິທີທີ່ຈະຢູ່ຕາມລຳພັງກັບພະເຢໂຫວາ. ໃນຂະນະທີ່ສຶກສາພະຄຳຂອງພະເຈົ້າທີ່ຂຽນເປັນລາຍລັກອັກສອນແລະຄົ້ນຄິດຕຶກຕອງໃນສິ່ງນັ້ນ ພະເຢໂຫວາກຳລັງຖ່າຍທອດຄວາມຄິດຂອງພະອົງໃຫ້ກັບເຈົ້າ. ໃນຂະນະທີ່ເຈົ້າອະທິດຖານ ເຈົ້າກຳລັງເປີດໃຈກັບພະອົງ. ຂໍໃຫ້ຈື່ໄວ້ ວ່າການອະທິດຖານກ່ຽວຂ້ອງຫຼາຍກວ່າການຂໍອັນໃດບາງຢ່າງຈາກພະເຈົ້າ. ການອະທິດຖານຍັງເປັນໂອກາດທີ່ຈະຂອບໃຈພະເຢໂຫວາສຳລັບພະພອນຕ່າງໆທີ່ເຈົ້າໄດ້ຮັບແລະສັນລະເສີນພະອົງໃນກິດຈະການຕ່າງໆຂອງພະອົງທີ່ໜ້າອັດສະຈັນໃຈ. (ຄຳເພງ 146:1) ຍິ່ງກວ່ານັ້ນ ການສັນລະເສີນພະເຢໂຫວາຢ່າງເປີດເຜີຍພ້ອມກັບມີຄວາມຍິນດີແລະຄວາມກະຕືລືລົ້ນເປັນວິທີທີ່ດີທີ່ສຸດເພື່ອຂອບໃຈພະເຢໂຫວາແລະເພື່ອສະແດງວ່າເຈົ້າຮັກພະອົງ.
21. ຄວາມຮັກຕໍ່ພະເຢໂຫວາມີຄວາມສຳຄັນຫຼາຍພຽງໃດ ແລະຈະພິຈາລະນາຫຍັງໃນບົດຕ່າງໆຕໍ່ຈາກນີ້?
21 ການມີຄວາມຮັກຕໍ່ພະເຈົ້າເປັນປັດໄຈສຳຄັນຕໍ່ຄວາມສຸກຖາວອນຂອງເຈົ້າ. ພຽງແຕ່ຄວາມຮັກແບບນີ້ແຫຼະທີ່ອາດາມກັບເອວາຄວນຈະມີເພື່ອຈະປະສົບຜົນສຳເລັດ ມັນເປັນສິ່ງດຽວທີ່ທັງສອງບໍ່ໄດ້ພັດທະນາ. ຄວາມຮັກຕໍ່ພະເຈົ້າເປັນສິ່ງສຳຄັນທີ່ສຸດທີ່ເຈົ້າຈຳເປັນຕ້ອງມີເພື່ອຈະຜ່ານພົ້ນການທົດລອງໃດໆກ່ຽວກັບຄວາມເຊື່ອ ເພື່ອປະຕິເສດການລໍ້ໃຈ ເພື່ອອົດທົນກັບການທົດລອງຕ່າງໆ. ຄວາມຮັກເຊັ່ນນີ້ເປັນປັດໄຈຫຼັກຂອງການເປັນຜູ້ຕິດຕາມພະເຍຊູ. ແນ່ນອນ ຄວາມຮັກຕໍ່ພະເຈົ້າກ່ຽວຂ້ອງກັບຄວາມຮັກທີ່ເຮົາມີຕໍ່ເພື່ອນມະນຸດ. (1 ໂຢຮັນ 4:20) ໃນບົດຕ່າງໆຕໍ່ຈາກນີ້ ເຮົາຈະພິຈາລະນາເຖິງວິທີທີ່ພະເຍຊູສະແດງຄວາມຮັກຕໍ່ຜູ້ຄົນ. ໃນບົດຕໍ່ໄປ ເຮົາຈະພິຈາລະນາເຖິງເຫດຜົນທີ່ຫຼາຍຄົນພົບວ່າພະເຍຊູເຂົ້າຫາໄດ້ງ່າຍ.