ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ນຳ

ບົດ​ນຳ

ເຖິງ​ຜູ້​ອ່ານ​ທີ່​ຮັກ

“ຕາມ​ເຮົາ​ໄປ​ເຖີ້ນ.” (ມາລະໂກ 10:21) ທີ່​ແທ້​ແລ້ວ ດ້ວຍ​ຖ້ອຍຄຳ​ດັ່ງ​ກ່າວ​ພະ​ເຍຊູ​ຄລິດ​ເຊີນ​ເຮົາ​ໃຫ້​ຕິດ​ຕາມ​ພະອົງ. ເຈົ້າ​ກຳລັງ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະອົງ​ບໍ? ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ມີ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຊີວິດ​ຂອງ​ເຈົ້າ? ເພາະ​ເຫດ​ໃດ?

ພະເຢໂຫວາ​ສົ່ງ​ລູກຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ​ໃຫ້​ມາ​ແຜ່ນດິນ​ໂລກ​ເພື່ອ​ສະລະ​ຊີວິດ​ເປັນ​ຄ່າໄຖ່. (ໂຢຮັນ 3:16) ນອກ​ຈາກ​ສິ້ນ​ຊີວິດ​ເພື່ອ​ເຮົາ​ແລ້ວ ລູກຊາຍ​ຜູ້​ນີ້​ຍັງ​ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ດຳເນີນ​ຊີວິດ. ໃນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ ພະອົງ​ຮັກສາ​ຄວາມ​ຊື່​ສັດ​ໝັ້ນຄົງ​ແລະ​ນຳ​ຄວາມ​ຍິນດີ​ມາ​ສູ່​ໃຈ​ຂອງ​ພໍ່. ພະ​ເຍຊູ​ຍັງ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ຈະ​ເປັນ​ຄື​ກັບ​ພໍ່​ພະອົງ. ມີການ​ສະທ້ອນ​ໃຫ້​ເຫັນ​ແນວ​ທາງ​ແລະ​ໃຈ​ປະສົງ​ຂອງ​ຜູ້​ເປັນ​ພໍ່​ຢ່າງ​ຄົບ​ຖ້ວນ​ໃນ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ລູກຊາຍ.—ໂຢຮັນ 14:9.

ຄຳພີໄບເບິນ​ກ່າວ​ວ່າ ພະ​ເຍຊູ​ເປັນ “ແບບ​ຢ່າງ . . . ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ.” (1 ເປໂຕ 2:21) ຖ້າ​ເຮົາ​ຢາກ​ຫຍັບ​ເຂົ້າ​ໃກ້​ພະເຢໂຫວາ​ຫຼາຍ​ຂຶ້ນ ຖ້າ​ເຮົາ​ຢາກ​ດຳເນີນ​ຊີວິດ​ຢ່າງ​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ​ໃນ​ຕອນ​ນີ້ ແລະ​ຖ້າ​ເຮົາ​ດຳເນີນ​ຕໍ່​ໄປ​ໃນ​ຫົນ​ທາງ​ສູ່​ຊີວິດ​ຕະຫຼອດ​ໄປ ເຮົາ​ຕ້ອງ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພະຄລິດ​ຢ່າງ​ໃກ້ຊິດ.

ເພື່ອ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ນີ້ ເຮົາ​ຕ້ອງ​ຄຸ້ນ​ເຄີຍ​ກັບ​ຊີວິດ​ຂອງ​ພະ​ເຍຊູ​ຕອນ​ຢູ່​ແຜ່ນດິນ​ໂລກ. ດັ່ງນັ້ນ ຄຳ​ພັນລະນາ​ກ່ຽວ​ກັບ​ພະ​ເຍຊູ​ທີ່​ເກັບ​ຮັກສາ​ໄວ້​ໃນ​ຄຳພີໄບເບິນ​ຈຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ຄວນ​ສຶກສາ​ຢ່າງ​ຖີ່​ຖ້ວນ. ການ​ຄິດຕຶກຕອງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ ແລະ​ພິຈາລະນາ​ວິທີ​ທີ່​ເຮົາ​ສາມາດ​ຮຽນແບບ​ພະອົງ​ທັງ​ໃນ​ຄຳເວົ້າ​ແລະ​ການ​ກະທຳ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຊັດ​ຫຼາຍ​ຂຶ້ນ​ໃນ​ວິທີ​ຕິດ​ຕາມ​ພະອົງ.

ຂໍ​ໃຫ້​ປຶ້ມ​ນີ້​ຊ່ວຍ​ເຈົ້າ​ພັດທະນາ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຍຊູ​ແລະ​ພະເຢໂຫວາ. ແລະ​ຂໍ​ໃຫ້​ຄວາມ​ຮັກ​ນີ້​ກະຕຸ້ນ​ເຈົ້າ​ໃຫ້​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຍຊູ​ຢ່າງ​ໃກ້ຊິດ ເພື່ອ​ເຈົ້າ​ຈະ​ນຳ​ຄວາມ​ຍິນດີ​ມາ​ສູ່​ໃຈ​ຂອງ​ພະເຢໂຫວາ​ທັງ​ໃນ​ເວລາ​ນີ້​ແລະ​ຕະຫຼອດ​ໄປ.

ຜູ້ຈັດພິມ