ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 2

ການ “ສອນ . . . ແລະ​ປະກາດ​ຂ່າວ​ດີ”

ການ “ສອນ . . . ແລະ​ປະກາດ​ຂ່າວ​ດີ”

ຊ່າງ​ໄມ້. ຜູ້​ເຮັດ​ການອັດສະຈັນ. ຜູ້​ປິ່ນປົວ​ພະຍາດ. ພະ​ເຍຊູ​ເປັນ​ມາ​ແລ້ວ​ທຸກ​ຢ່າງ​ແລະ​ໄດ້​ເຮັດ​ອີ​ກ​ຫຼາຍ​ຢ່າງ. ປານ​ນັ້ນ​ກໍ​ຕາມ ຜູ້​ຄົນ​ບໍ່​ໄດ້​ໃຊ້​ຖ້ອຍຄຳ​ດັ່ງ​ກ່າວ​ເມື່ອ​ກ່າວ​ເຖິງ​ພະອົງ. ເຂົາ​ເຈົ້າ​ເອີ້ນ​ພະອົງ​ວ່າ​ອາຈານ. ທີ່​ຈິງ​ແລ້ວ ວຽກ​ອາຊີບ​ຂອງ​ພະອົງ​ແມ່ນ​ການ “ສອນ . . . ແລະ​ປະກາດ​ຂ່າວ​ດີ.” (ມັດທາຍ 4:23, ລ.ມ.) ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເຮົາ​ມີ​ວຽກ​ແບບ​ດຽວ​ກັນ​ນີ້​ທີ່​ຕ້ອງ​ໄດ້​ເຮັດ. ໃນ​ພາກ​ນີ້​ເຮົາ​ຈະ​ສຶກສາ​ຕົວຢ່າງ​ຂອງ​ພະອົງ​ທີ່​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ເຮັດ​ວຽກ​ນັ້ນ.