ບົດທີ 9
“ຈົ່ງໄປແລະກະທຳໃຫ້ . . . ເປັນລູກສິດ”
1-3. (ກ) ຊາວນາຄົນໜຶ່ງເຮັດຫຍັງເມື່ອມີພືດຜົນຫຼາຍເກີນໄປຈົນລາວເກັບກ່ຽວຜູ້ດຽວບໍ່ໄດ້? (ຂ) ພະເຍຊູປະເຊີນກັບບັນຫາອັນໃດໃນລະດູໃບໄມ້ປົ່ງຂອງປີ 33 ສ.ສ. ແລະພະອົງແກ້ບັນຫານັ້ນໂດຍວິທີໃດ?
ຊາວນາຄົນໜຶ່ງປະເຊີນໜ້າກັບບັນຫາທີ່ທ້າທາຍຢ່າງໜຶ່ງ. ຫຼາຍເດືອນກ່ອນໜ້ານີ້ ລາວໄດ້ໄຖນາຂອງຕົນແລ້ວຫວ່ານເມັດເຂົ້າ. ລາວເຝົ້າເບິ່ງດ້ວຍຄວາມເອົາໃຈໃສ່ເປັນຢ່າງດີໃນຂະນະທີ່ໃບເຂົ້າເລີ່ມປົ່ງອອກ ແລະລາວຮູ້ສຶກດີໃຈເມື່ອຕົ້ນເຂົ້າເຕີບໃຫຍ່ຂຶ້ນ. ຕອນນີ້ວຽກໜັກທີ່ລາວເຮັດມາທັງໝົດໄດ້ຮັບຜົນຕອບແທນ ເພາະເວລາເກັບກ່ຽວໄດ້ມາຮອດແລ້ວ. ບັນຫາຂອງລາວກໍຄືວ່າເຂົ້າມີຫຼາຍໂພດຈົນລາວກ່ຽວຜູ້ດຽວບໍ່ໄດ້. ເພື່ອແກ້ບັນຫານີ້ ລາວຕັດສິນໃຈຢ່າງສຸຂຸມທີ່ຈະຈ້າງຄົນງານຈຳນວນໜຶ່ງໃຫ້ອອກໄປເຮັດວຽກຢູ່ທົ່ງນາ. ທີ່ຈິງແລ້ວ ລາວມີເວລາຈຳກັດທີ່ຈະເກັບກ່ຽວພືດຜົນອັນມີຄ່າຂອງຕົນ.
2 ໃນລະດູໃບໄມ້ປົ່ງຂອງປີ 33 ສ.ສ. ພະເຍຊູຜູ້ຖືກປຸກໃຫ້ຄືນມາຈາກຕາຍໄດ້ ປະເຊີນກັບບັນຫາທີ່ຄ້າຍໆກັນ. ໃນລະຫວ່າງວຽກຮັບໃຊ້ຂອງພະອົງທີ່ຢູ່ແຜ່ນດິນໂລກ ພະອົງໄດ້ຫວ່ານເມັດແຫ່ງຄວາມຈິງ. ຕອນນີ້ມີພືດຜົນມາກມາຍທີ່ຈະຕ້ອງເກັບກ່ຽວ. ຕ້ອງມີການທ້ອນໂຮມຜູ້ທີ່ຕອບຮັບຈຳນວນມາກມາຍໃຫ້ເຂົ້າມາເປັນສາວົກ. (ໂຢຮັນ 4:35-38) ພະເຍຊູແກ້ບັນຫານີ້ແນວໃດ? ຢູ່ເທິງພູເຂົາໜ່ວຍໜຶ່ງໃນແຂວງກາລິເລ ບໍ່ດົນກ່ອນທີ່ຈະຂຶ້ນໄປສະຫວັນ ພະອົງໄດ້ມອບໝາຍໃຫ້ເຫຼົ່າສາວົກຊອກຫາຄົນງານຕື່ມອີກໂດຍກ່າວວ່າ “ເຫດສັນນີ້ທ່ານທັງຫຼາຍຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງ [“ຄົນທຸກຊາດ,” ທ.ປ.] ເຂົ້າເປັນລູກສິດ ໃຫ້ເຂົາຮັບສິນບັບເຕມາ . . . ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.”—ມັດທາຍ 28:19, 20.
3 ການມອບໝາຍນີ້ສະແດງໃຫ້ເຫັນຈຸດສຳຄັນຂອງສິ່ງທີ່ໝາຍເຖິງການເປັນຜູ້ຕິດຕາມແທ້ຂອງພະຄລິດ. ດັ່ງນັ້ນ ຂໍໃຫ້ເຮົາພິຈາລະນາສາມຄຳຖາມ. ເປັນຫຍັງພະເຍຊູຈຶ່ງມອບວຽກໃຫ້ຊອກຫາຄົນເຮັດວຽກຕື່ມອີກ? ພະອົງຝຶກສອນເຫຼົ່າສາວົກແນວໃດເພື່ອເຂົາເຈົ້າຈະຊອກຫາຄົນງານເຫຼົ່ານັ້ນ? ແລະໃນວຽກນີ້ ເຮົາກ່ຽວຂ້ອງແນວໃດ?
ເຫດຜົນທີ່ຕ້ອງມີຄົນງານຕື່ມອີກ
4, 5. ເປັນຫຍັງຈຶ່ງເປັນໄປບໍ່ໄດ້ທີ່ພະເຍຊູຈະເຮັດວຽກທີ່ພະອົງໄດ້ເລີ່ມຕົ້ນນັ້ນໃຫ້ສຳເລັດ ແລະພາຍຫຼັງທີ່ພະອົງກັບຄືນໄປສະຫວັນ ໃຜຈະຕ້ອງສືບຕໍ່ເຮັດວຽກນີ້?
4 ເມື່ອພະເຍຊູເລີ່ມວຽກຮັບໃຊ້ຂອງພະອົງໃນປີ 29 ສ.ສ. ພະອົງຮູ້ວ່າຕົນເອງໄດ້ເລີ່ມຕົ້ນວຽກທີ່ຈະບໍ່ສາມາດເຮັດໃຫ້ສຳເລັດ. ໃນໄລຍະສັ້ນໆທີ່ພະອົງມີເວລາເຫຼືອຢູ່ແຜ່ນດິນໂລກ ພະອົງບໍ່ສາມາດຈະເຮັດວຽກກວມເອົາທຸກພື້ນທີ່ແລະນຳເອົາຂ່າວສານເລື່ອງລາຊະອານາຈັກໄປເຖິງຜູ້ຄົນໄດ້ທັງໝົດ. ແມ່ນຢູ່ ສ່ວນໃຫຍ່ພະອົງຈຳກັດການປະກາດໄວ້ກັບຄົນຢິວແລະຜູ້ທີ່ປ່ຽນມາຖືສາສະໜາຢິວເຊິ່ງເປັນ “ຝູງແກະຊາວຍິດສະລາເອນທີ່ເສຍແລ້ວ.” (ມັດທາຍ 15:24) ແຕ່ “ແກະ. . . . ທີ່ເສຍແລ້ວ” ເຫຼົ່ານັ້ນໄດ້ກະຈັດກະຈາຍໄປທົ່ວອິດສະລາແອນເຊິ່ງເປັນດິນແດນທີ່ກວມເອົາເນື້ອທີ່ຫຼາຍພັນກິໂລຕາແມັດ. ນອກຈາກນັ້ນ ໃນທີ່ສຸດຈະຕ້ອງມີການນຳເອົາຂ່າວດີໄປເຖິງຜູ້ຄົນທົ່ວໂລກ.—ມັດທາຍ 13:38; 24:14.
5 ພະເຍຊູສຳນຶກວ່າພາຍຫຼັງທີ່ພະອົງສິ້ນຊີວິດຈະມີວຽກມາກມາຍທີ່ຕ້ອງເຮັດໃຫ້ ສຳເລັດ. ພະອົງບອກອັກຄະສາວົກທີ່ສັດຊື່ 11 ຄົນວ່າ “ຈິງແທ້ໆເຮົາກ່າວແກ່ທ່ານທັງຫຼາຍວ່າ ຜູ້ທີ່ເຊື່ອໃນເຮົາກໍຈະກະທຳກິດຈະການທີ່ເຮົາກະທຳນັ້ນດ້ວຍ ແລະຜູ້ນັ້ນຈະກະທຳການອັນໃຫຍ່ກວ່າການທັງຫຼາຍນີ້ ເຫດວ່າເຮົາໄປຫາພະບິດາ.” (ໂຢຮັນ 14:12) ເນື່ອງຈາກລູກຊາຍກັບຄືນໄປສະຫວັນ ບັນດາຜູ້ຕິດຕາມພະອົງບໍ່ແມ່ນມີພຽງແຕ່ພວກອັກຄະສາວົກ ແຕ່ຍັງລວມເຖິງສາວົກທັງໝົດໃນວັນຂ້າງໜ້າດ້ວຍທີ່ຈະຕ້ອງສືບຕໍ່ເຮັດວຽກປະກາດແລະວຽກສອນຕໍ່ໆໄປ. (ໂຢຮັນ 17:20) ພະເຍຊູຍອມຮັບຢ່າງຖ່ອມໃຈວ່າວຽກຂອງເຂົາເຈົ້າຈະ “ໃຫຍ່ກວ່າ” ວຽກຂອງພະອົງ. ໃຫຍ່ກວ່າໃນທາງໃດ? ໃນສາມແນວທາງ.
6, 7. (ກ) ໃນທາງໃດແດ່ທີ່ວຽກເຊິ່ງເຫຼົ່າສາວົກຂອງພະເຍຊູເຮັດຈະໃຫຍ່ກວ່າວຽກທີ່ພະອົງເຮັດ? (ຂ) ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າການທີ່ພະເຍຊູມີຄວາມເຊື່ອໝັ້ນໃນໂຕເຫຼົ່າສາວົກຂອງພະອົງບໍ່ແມ່ນການໄວ້ໃຈຜິດຄົນ?
6 ແນວທາງທີໜຶ່ງ ຜູ້ຕິດຕາມຂອງພະເຍຊູຈະກວມເອົາເຂດວຽກທີ່ກວ້າງຂວາງກວ່າພະອົງ. ໃນທຸກມື້ນີ້ ເຂົາເຈົ້າໃຫ້ຄຳພະຍານໄປເຖິງສຸດປາຍຂອງແຜ່ນດິນໂລກເຊິ່ງໄກເລີຍເຂດແດນຂອງແຜ່ນດິນທີ່ພະເຍຊູເອງໄດ້ປະກາດ. ແນວທາງທີສອງ ເຂົາເຈົ້າຈະໄປເຖິງຜູ້ຄົນຈຳນວນຫຼາຍກວ່າພະອົງ. ສາວົກກຸ່ມນ້ອຍໆທີ່ພະເຍຊູປະໄວ້ໄດ້ເພີ່ມຂຶ້ນຢ່າງໄວວາເປັນຈຳນວນຫຼາຍພັນຄົນ. (ກິດຈະການ 2:41; 4:4) ຕອນນີ້ເຂົາເຈົ້າມີຈຳນວນຫຼາຍລ້ານຄົນ ແລະມີຄົນໃໝ່ຫຼາຍແສນຄົນໄດ້ຮັບບັບເຕມາໃນແຕ່ລະປີ. ແນວທາງທີສາມ ເຂົາເຈົ້າຈະປະກາດໃນໄລຍະເວລາທີ່ຍາວນານກວ່າພະອົງ ຈົນເຖິງສະໄໝປັດຈຸບັນນີ້ກໍເກືອບ 2.000 ປີມາແລ້ວພາຍຫຼັງວຽກຮັບໃຊ້ສາມປີເຄິ່ງຂອງພະເຍຊູໄດ້ສິ້ນສຸດລົງ.
7 ພະເຍຊູສະແດງຄວາມໝັ້ນໃຈໃນເຫຼົ່າສາວົກເມື່ອເວົ້າວ່າເຂົາເຈົ້າຈະເຮັດ “ການອັນໃຫຍ່ກວ່າການທັງຫຼາຍນີ້.” ພະອົງມອບໝາຍວຽກທີ່ສຳຄັນທີ່ສຸດຂອງພະອົງໃຫ້ເຂົາເຈົ້າເຮັດ ຄືການປະກາດແລະການສອນ “ຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ.” (ລືກາ 4:43, ລ.ມ.) ພະອົງເຊື່ອໝັ້ນວ່າເຂົາເຈົ້າຈະເຮັດວຽກມອບໝາຍນີ້ຢ່າງສັດຊື່. ເລື່ອງນີ້ໝາຍຄວາມວ່າແນວໃດສຳລັບພວກເຮົາໃນທຸກມື້ນີ້? ເມື່ອພວກເຮົາເຮັດວຽກຮັບໃຊ້ຢ່າງກະຕືລືລົ້ນແລະຢ່າງສິ້ນສຸດຫົວໃຈ ພວກເຮົາກໍສະແດງໃຫ້ເຫັນວ່າການທີ່ພະເຍຊູມີຄວາມເຊື່ອໝັ້ນໃນໂຕເຫຼົ່າສາວົກຂອງພະອົງບໍ່ແມ່ນການໄວ້ໃຈຜິດຄົນ. ນີ້ຖືວ່າເປັນສິດທິພິເສດບໍ່ແມ່ນບໍ?—ລືກາ 13:24.
ໄດ້ຮັບການຝຶກອົບຮົມເພື່ອໃຫ້ຄຳພະຍານ
8, 9. ພະເຍຊູວາງຕົວຢ່າງອັນໃດໃນວຽກຮັບໃຊ້ ແລະເຮົາຈະຮຽນແບບພະອົງແນວໃດໃນວຽກຮັບໃຊ້ຂອງເຮົາ?
8 ໃນເລື່ອງວຽກຮັບໃຊ້ ພະເຍຊູໃຫ້ການຝຶກອົບຮົມທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ແກ່ເຫຼົ່າສາວົກຂອງພະອົງ. ສຳຄັນທີ່ສຸດ ພະອົງໄດ້ວາງຕົວຢ່າງທີ່ດີເລີດໃຫ້ເຂົາເຈົ້າ. (ລືກາ 6:40) ໃນບົດກ່ອນນີ້ ເຮົາໄດ້ພິຈາລະນາທັດສະນະຂອງພະອົງຕໍ່ວຽກຮັບໃຊ້. ຂໍໃຫ້ພິຈາລະນາຈັກບຶດໜຶ່ງກ່ຽວກັບເຫຼົ່າສາວົກທີ່ໄດ້ເດີນທາງຮ່ວມກັບພະເຍຊູໃນການປະກາດ. ເຂົາເຈົ້າໄດ້ສັງເກດວ່າພະອົງປະກາດຢູ່ທຸກແຫ່ງທີ່ສາມາດພົບຜູ້ຄົນ ບໍ່ວ່າຈະເປັນຕາມຊາຍຝັ່ງທະເລສາບແລະຕາມເປີ້ນພູ ໃນເມືອງແລະໃນຕະຫຼາດ ແລະໃນເຮືອນສ່ວນຕົວ. (ມັດທາຍ 5:1, 2; ລືກາ 5:1-3; 8:1; 19:5, 6) ເຂົາເຈົ້າເຫັນວ່າພະອົງເປັນຄົນຂະຫຍັນຂັນແຂງ ຕື່ນແຕ່ເຊົ້າໆແລະເຮັດວຽກຈົນຮອດເດິກດື່ນ. ວຽກຮັບໃຊ້ຂອງພະອົງບໍ່ແມ່ນວຽກທີ່ເຮັດແຕ່ໃນຍາມວ່າງ! (ລືກາ 21:37, 38; ໂຢຮັນ 5:17) ແນ່ນອນ ເຂົາເຈົ້າເບິ່ງອອກວ່າພະອົງຖືກກະຕຸ້ນຈາກຄວາມຮັກອັນເລິກເຊິ່ງທີ່ມີຕໍ່ຜູ້ຄົນ. ບາງທີເຂົາເຈົ້າໄດ້ເຫັນໃບໜ້າຂອງພະອົງສະທ້ອນຄວາມເມດຕາສົງສານທີ່ຢູ່ໃນໃຈຂອງພະອົງ. (ມາລະໂກ 6:34) ເຈົ້າຄິດວ່າຕົວຢ່າງຂອງພະເຍຊູມີຜົນກະທົບແນວໃດຕໍ່ເຫຼົ່າສາວົກຂອງພະອົງ? ຕົວຢ່າງນັ້ນຈະສົ່ງຜົນກະທົບຕໍ່ເຈົ້າ ແນວໃດ?
9 ໃນຖານະເປັນຜູ້ຕິດຕາມພະຄລິດ ເຮົາຮຽນແບບພະອົງໃນວຽກຮັບໃຊ້ຂອງເຮົາ. ດັ່ງນັ້ນ ເຮົາພະຍາຍາມທຸກວິຖີທາງທີ່ຈະ “ເປັນພະຍານຢືນຢັນໃຫ້ຮູ້ທົ່ວເຖິງກັນ.” (ກິດຈະການ 10:42, ລ.ມ.) ຄືກັບພະເຍຊູ ເຮົາໄປຢາມຜູ້ຄົນຕາມບ້ານເຮືອນ. (ກິດຈະການ 5:42) ເຮົາປັບປ່ຽນຕາຕະລາງເວລາຂອງເຮົາຖ້າຈຳເປັນ ເພື່ອຈະສາມາດຢ້ຽມຢາມໃນເວລາທີ່ເບິ່ງຄືວ່າເຂົາເຈົ້າຈະຢູ່ເຮືອນ. ເຮົາຍັງຊອກຫາແລະປະກາດຢ່າງສຸຂຸມຮອບຄອບແກ່ຜູ້ຄົນໃນບ່ອນສາທາລະນະເຊັ່ນ ຕາມຖະໜົນ ໃນສວນສາທາລະນະ ໃນຮ້ານຂາຍເຄື່ອງຕ່າງໆ ແລະຢູ່ບ່ອນເຮັດວຽກ. ເຮົາ “ທຸ່ມເທຕົວເຮັດວຽກໜັກ” ໃນວຽກຮັບໃຊ້ ເພາະເຮົາຖືວ່າວຽກນີ້ສຳຄັນ. (1 ຕີໂມເຕ 4:10, ລ.ມ.) ຄວາມຮັກອັນເລິກເຊິ່ງຈິງໃຈທີ່ມີຕໍ່ຄົນອື່ນກະຕຸ້ນເຮົາໃຫ້ຊອກຫາໂອກາດຕ່າງໆທີ່ຈະປະກາດຢູ່ທຸກແຫ່ງແລະເມື່ອໃດກໍໄດ້ທີ່ຈະພົບຜູ້ຄົນ.—1 ເທຊະໂລນີກ 2:8.
10-12. ກ່ອນທີ່ຈະສົ່ງເຫຼົ່າສາວົກອອກໄປປະກາດ ພະເຍຊູໄດ້ສອນບົດຮຽນທີ່ສຳຄັນອັນໃດໃຫ້ເຂົາເຈົ້າ?
10 ອີກວິທີໜຶ່ງທີ່ພະເຍຊູຝຶກອົບຮົມເຫຼົ່າສາວົກຂອງພະອົງແມ່ນໂດຍໃຫ້ຄຳແນະນຳທີ່ລະອຽດແກ່ເຂົາເຈົ້າໃນເລື່ອງວິທີເຮັດວຽກຮັບໃຊ້. ກ່ອນທີ່ຈະສົ່ງອັກຄະສາວົກ 12 ຄົນອອກໄປໃນຕອນທຳອິດແລະຕໍ່ມາກໍສົ່ງສາວົກ 70 ຄົນອອກໄປປະກາດ ພະເຍຊູໄດ້ຈັດການປະຊຸມເພື່ອຝຶກອົບຮົມເຂົາເຈົ້າໃນວຽກປະກາດ. (ມັດທາຍ 10:1-15; ລືກາ 10:1-12) ການຝຶກອົບຮົມນີ້ເກີດຜົນດີ ເພາະບັນທຶກໃນລືກາ 10:17 ລາຍງານວ່າ “70 ຄົນນັ້ນໄດ້ຫຼົບມາດ້ວຍຄວາມຍິນດີ.” ຂໍໃຫ້ພິຈາລະນາບົດຮຽນທີ່ສຳຄັນສອງເລື່ອງທີ່ພະເຍຊູໄດ້ສອນ ໂດຍຈື່ໄວ້ວ່າຈະຕ້ອງເຂົ້າໃຈຄຳກ່າວຂອງພະອົງໂດຍຄຳນຶງເຖິງພູມຫຼັງຕາມທຳນຽມຂອງຄົນຢິວໃນສະໄໝທີ່ຂຽນຄຳພີໄບເບິນ.
11 ພະເຍຊູສອນເຫຼົ່າສາວົກໃຫ້ໄວ້ວາງໃຈໃນພະເຢໂຫວາ. ພະອົງບອກເຂົາເຈົ້າວ່າ “ຢ່າຖືເອົາເງິນຄຳກໍດີ ທອງກໍດີໄວ້ໄປໃນກະເປົາບາແອວ ຢ່າຖືເອົາຖົງສຳລັບຫົນທາງກໍດີ ເສື້ອ 2 ຕົວກໍດີ ເກີບກໍດີ ໄມ້ຄ້ອນກໍດີ ເພາະວ່າຜູ້ທີ່ກະທຳການກໍສົມຄວນຈະຮັບອາຫານກິນ.” (ມັດທາຍ 10:9, 10) ເປັນທຳມະດາທີ່ຜູ້ເດີນທາງຈະເອົາຖົງໃສ່ເງິນ ຖົງໃສ່ສະບຽງອາຫານຕິດໂຕໄປນຳ ແລະລວມທັງເກີບສຳຮອງ. * ໂດຍສັ່ງເຫຼົ່າສາວົກວ່າບໍ່ຕ້ອງກັງວົນກັບສິ່ງຂອງດັ່ງກ່າວ ແທ້ທີ່ຈິງພະເຍຊູເວົ້າວ່າ “ຈົ່ງໄວ້ວາງໃຈພະເຢໂຫວາຢ່າງເຕັມທີ ເພາະພະອົງຈະເອົາໃຈໃສ່ຄວາມຈຳເປັນຂອງທ່ານ.” ພະເຢໂຫວາຈະຈັດຕຽມໃຫ້ເຂົາເຈົ້າໂດຍກະຕຸ້ນຜູ້ທີ່ຍອມຮັບເອົາຂ່າວດີໃຫ້ສະເໜີນ້ຳໃຈຕ້ອນຮັບແຂກເຊິ່ງເປັນທຳນຽມຢ່າງໜຶ່ງໃນອິດສະລາແອນ.—ລືກາ 22:35.
12 ພະເຍຊູຍັງສອນເຫຼົ່າສາວົກໃຫ້ຫຼີກລ່ຽງສິ່ງທີ່ບໍ່ຈຳເປັນເຊິ່ງລົບກວນຄວາມຕັ້ງໃຈ. ພະອົງກ່າວວ່າ “ຢ່າຄຳນັບຜູ້ໃດໃນຫົນທາງ.” (ລືກາ 10:4) ພະເຍຊູກຳລັງບອກເຂົາເຈົ້າໃຫ້ເປັນຄົນເສີຍເມີຍຫຼືບໍ່ສົນໃຈຄົນອື່ນບໍ? ບໍ່ແມ່ນ. ໃນສະໄໝທີ່ຂຽນຄຳພີໄບເບິນ ຫຼາຍຄັ້ງການທັກທາຍກ່ຽວຂ້ອງຫຼາຍກວ່າການຖາມສະບາຍດີແບບທຳມະດາ. ການທັກທາຍຕາມທຳນຽມລວມເອົາພິທີການຫຼາຍຢ່າງແລະການສົນທະນາທີ່ຍືດຍາວ. ນັກຄົ້ນຄວ້າດ້ານຄຳພີໄບເບິນຄົນໜຶ່ງກ່າວວ່າ “ການທັກທາຍໃນທ່າມກາງຊາວຕາເວັນອອກບໍ່ໄດ້ປະກອບດ້ວຍການກົ້ມຫົວລົງໜ້ອຍໜຶ່ງ ຫຼືການຈັບມືແບບທີ່ເຮັດກັນໃນທ່າມກາງພວກເຮົາ ແຕ່ມີການກອດກັນຫຼາຍຄັ້ງ ແລະການຄ້ອມຕົວລົງ ແລະແມ່ນແຕ່ໝອບໂຕລົງພື້ນດິນດ້ວຍຊ້ຳ. ທັງໝົດນີ້ຕ້ອງໃຊ້ເວລາດົນ.” ໂດຍບອກເຫຼົ່າສາວົກບໍ່ໃຫ້ມີສ່ວນໃນການທັກທາຍຕາມທຳນຽມດັ່ງກ່າວ ພະເຍຊູໝາຍຄວາມວ່າ “ພວກທ່ານຕ້ອງໃຊ້ເວລາຂອງຕົນຢ່າງເກີດຜົນຫຼາຍທີ່ສຸດ ເພາະຂ່າວສານທີ່ພວກທ່ານນຳໄປນັ້ນເປັນເລື່ອງຮີບດ່ວນ.” *
13. ໃນແນວທາງໃດແດ່ທີ່ເຮົາສາມາດສະແດງໃຫ້ເຫັນວ່າເຮົາເອົາໃຈໃສ່ຄຳແນະນຳທີ່ພະເຍຊູໃຫ້ແກ່ເຫຼົ່າສາວົກໃນສະຕະວັດທຳອິດ?
13 ເຮົາເອົາໃຈໃສ່ຄຳແນະນຳທີ່ພະເຍຊູໃຫ້ແກ່ເຫຼົ່າສາວົກໃນສະຕະວັດທຳອິດ. ໃນການເຮັດວຽກຮັບໃຊ້ຂອງເຮົາ ເຮົາໄວ້ວາງໃຈໃນພະເຢໂຫວາຢ່າງເຕັມທີ. (ສຸພາສິດ 3:5, 6) ເຮົາຮູ້ວ່າເຮົາຈະບໍ່ມີວັນຂາດສິ່ງຈຳເປັນໃນຊີວິດຖ້າເຮົາ “ຊອກຫາແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ແຫ່ງພະເຈົ້າ . . . ກ່ອນ.” (ມັດທາຍ 6:33) ຜູ້ປະກາດລາຊະອານາຈັກເຕັມເວລາທົ່ວໂລກຢືນຢັນໄດ້ວ່າແມ່ນແຕ່ໃນໄລຍະເວລາທີ່ລຳບາກ ພະເຢໂຫວາຍື່ນມືຊ່ວຍເຫຼືອສະເໝີ. (ຄຳເພງ 37:25) ເຮົາຍັງສຳນຶກເຖິງຄວາມຈຳເປັນທີ່ຈະຫຼີກລ່ຽງສິ່ງຕ່າງໆທີ່ດຶງຄວາມສົນໃຈຂອງເຮົາ. ຖ້າເຮົາບໍ່ລະວັງ ລະບົບນີ້ສາມາດເຮັດໃຫ້ເຮົາຫັນເຫໄດ້ຢ່າງງ່າຍດາຍ. (ລືກາ 21:34-36) ແນວໃດກໍຕາມ ຕອນນີ້ບໍ່ແມ່ນເວລາທີ່ຈະຖືກເຮັດໃຫ້ໄຂວ່ເຂວ. ເນື່ອງຈາກຊີວິດຜູ້ຄົນ ຕົກຢູ່ໃນອັນຕະລາຍ ຂ່າວສານຂອງເຮົາຈຶ່ງຮີບດ່ວນ. (ໂລມ 10:13-15) ການທີ່ຫົວໃຈຂອງເຮົາສຳນຶກເຖິງຄວາມຮີບດ່ວນຢູ່ສະເໝີຈະປ້ອງກັນບໍ່ໃຫ້ເຮົາປ່ອຍໃຫ້ສິ່ງດຶງດູດໃຈຂອງໂລກນີ້ກິນເວລາແລະເຫື່ອແຮງ ເຊິ່ງດີກວ່າຖ້າຈະເອົາໄປໃຊ້ໃນວຽກຮັບໃຊ້. ຂໍໃຫ້ຈື່ໄວ້ວ່າເວລາຍັງເຫຼືອໜ້ອຍແລະການເກັບກ່ຽວມີມາກຫຼາຍ.—ມັດທາຍ 9:37, 38.
ວຽກມອບໝາຍທີ່ກ່ຽວຂ້ອງກັບເຮົາ
14. ອັນໃດຊີ້ບອກວ່າວຽກມອບໝາຍຕາມທີ່ບັນທຶກໄວ້ໃນມັດທາຍ 28:18-20 ເປັນການມອບໝາຍສຳລັບຜູ້ຕິດຕາມທັງໝົດຂອງພະຄລິດ? (ເບິ່ງຂໍ້ຄວາມໄຂເງື່ອນ.)
14 ໂດຍໃຊ້ຄຳກ່າວທີ່ວ່າ “ຈົ່ງໄປແລະກະທຳໃຫ້ . . . ເປັນລູກສິດ” ພະເຍຊູຜູ້ທີ່ຖືກປຸກໃຫ້ຄືນມາຈາກຕາຍຈຶ່ງໄດ້ມອບຄວາມຮັບຜິດຊອບອັນໜັກໜ່ວງນີ້ໄວ້ກັບເຫຼົ່າສາວົກຂອງພະອົງ. ພະອົງຄຳນຶງເຖິງບໍ່ພຽງແຕ່ເຫຼົ່າສາວົກທີ່ຢູ່ພູເຂົາຄາລິເລໃນມື້ນັ້ນ. * ວຽກທີ່ພະອົງມອບໝາຍກ່ຽວຂ້ອງກັບການໄປເຖິງ “ຄົນທຸກຊາດ” (ທ.ປ.) ແລະວຽກນີ້ດຳເນີນຕໍ່ໄປຈົນ “ເຖິງສິ້ນຍຸກນີ້.” (ທ.ປ.) ເຫັນໄດ້ແຈ້ງວ່ານີ້ເປັນວຽກມອບໝາຍສຳລັບຜູ້ຕິດຕາມທັງໝົດຂອງພະຄລິດເຊິ່ງກໍລວມເຖິງເຮົາໃນທຸກມື້ນີ້ດ້ວຍ. ຂໍໃຫ້ພິຈາລະນາຢ່າງລະອຽດກ່ຽວກັບຄຳກ່າວຂອງພະເຍຊູທີ່ບັນທຶກໄວ້ໃນມັດທາຍ 28:18-20.
15. ເປັນຫຍັງຈຶ່ງເປັນເລື່ອງສະຫຼາດທີ່ຈະເຊື່ອຟັງຄຳສັ່ງຂອງພະເຍຊູໃນການເຮັດໃຫ້ຄົນເປັນສາວົກ?
15 ກ່ອນທີ່ຈະມອບໝາຍວຽກນີ້ ພະເຍຊູກ່າວວ່າ “ອຳນາດທຸກສິ່ງເປັນທີ່ປະທານໃຫ້ແກ່ເຮົາແລ້ວ ໃນຟ້າສະຫວັນກໍດີ ແລະທີ່ແຜ່ນດິນໂລກກໍດີ.” (ຂໍ້ທີ 18) ພະເຍຊູມີສິດອຳນາດຫຼວງຫຼາຍແບບນັ້ນແທ້ໆບໍ? ແມ່ນ ພະອົງມີສິດອຳນາດຢ່າງແທ້ຈິງ! ພະອົງເປັນອັກຄະທູດສະຫວັນເຊິ່ງບັນຊາການທູດສະຫວັນຈຳນວນມະຫາສານ. (1 ເທຊະໂລນີກ 4:16; ຄຳປາກົດ 12:7) ໃນຖານະເປັນ “ປະມຸກຂອງປະຊາຄົມ” ພະອົງມີສິດອຳນາດເໜືອເຫຼົ່າສາວົກຂອງພະອົງທີ່ຢູ່ແຜ່ນດິນໂລກ. (ເອເຟດ 5:23, ລ.ມ.) ນັບຕັ້ງແຕ່ປີ 1914 ເປັນຕົ້ນມາ ພະອົງໄດ້ປົກຄອງໃນສະຫວັນ ຖານະເປັນກະສັດເມຊີ. (ຄຳປາກົດ 11:15) ພະອົງແມ່ນແຕ່ມີສິດອຳນາດທີ່ຈະປຸກຄົນຕາຍໃຫ້ຄືນມາ. (ໂຢຮັນ 5:26-28) ໂດຍຖະແຫຼງເຖິງສິດອຳນາດອັນກວ້າງໃຫຍ່ຂອງພະອົງກ່ອນ ພະເຍຊູຢືນຢັນວ່າຄຳກ່າວຕໍ່ຈາກນັ້ນບໍ່ແມ່ນຄຳແນະນຳ ແຕ່ເປັນຄຳສັ່ງ. ເປັນເລື່ອງສະຫຼາດທີ່ຈະເຊື່ອຟັງຄຳສັ່ງນີ້ ເນື່ອງຈາກສິດອຳນາດຂອງພະອົງບໍ່ແມ່ນພະອົງເປັນຜູ້ສົມມຸດເອົາເອງ ແຕ່ເປັນສິດອຳນາດທີ່ໄດ້ຮັບຈາກພະເຈົ້າ.—1 ໂກລິນໂທ 15:27.
16. ໂດຍບອກເຮົາວ່າ “ຈົ່ງໄປ” ພະເຍຊູຮຽກຮ້ອງໃຫ້ເຮົາເຮັດຫຍັງ ແລະເຮົາເຮັດໃຫ້ວຽກມອບໝາຍນັ້ນສຳເລັດໂດຍວິທີໃດ?
16 ຕອນນີ້ພະເຍຊູອະທິບາຍວຽກມອບໝາຍເຊິ່ງເລີ່ມຕົ້ນດ້ວຍຖ້ອຍຄຳສັ້ນໆທີ່ວ່າ “ຈົ່ງໄປ.” (ຂໍ້ທີ 19) ໂດຍວິທີນີ້ ພະອົງຮຽກຮ້ອງໃຫ້ເຮົາລິເລີ່ມທີ່ຈະເອົາຂ່າວສານເລື່ອງລາຊະອານາຈັກໄປຫາຄົນອື່ນໆ. ໃນການເຮັດວຽກມອບໝາຍນີ້ໃຫ້ສຳເລັດ ເຮົາສາມາດໃຊ້ຫຼາກຫຼາຍວິທີ. ການປະກາດຕາມບ້ານເຮືອນເປັນວິທີທີ່ເກີດຜົນຫຼາຍທີ່ສຸດເພື່ອຈະພົບຜູ້ຄົນເປັນສ່ວນຕົວ. (ກິດຈະການ 20:20) ເຮົາຍັງຊອກຫາໂອກາດເພື່ອຈະໃຫ້ຄຳພະຍານແບບບໍ່ເປັນທາງການອີກດ້ວຍ; ໃນການດຳເນີນຊີວິດປະຈຳວັນ ເຮົາກະຕືລືລົ້ນທີ່ຈະລິເລີ່ມການສົນທະນາເລື່ອງຂ່າວດີບໍ່ວ່າຢູ່ໃສກໍຕາມທີ່ເໝາະສົມ. ວິທີປະກາດຂອງເຮົາອາດແຕກຕ່າງກັນ ໂດຍປັບປຸງໃຫ້ເຂົ້າກັບຄວາມຈຳເປັນແລະສະພາບການໃນທ້ອງຖິ່ນ. ແຕ່ສິ່ງໜຶ່ງທີ່ຍັງຄືກັນກໍຄື ເຮົາ “ໄປ” ຊອກຫາຄົນທີ່ເໝາະສົມ.—ມັດທາຍ 10:11.
17. ເຮົາຈະ “ກະທຳໃຫ້ . . . ເປັນລູກສິດ” ໂດຍວິທີໃດ?
17 ຈາກນັ້ນ ພະເຍຊູອະທິບາຍເຖິງຈຸດປະສົງຂອງວຽກມອບໝາຍນັ້ນ ນັ້ນຄື “ກະທຳໃຫ້ [ຄົນທຸກຊາດ] ເຂົ້າເປັນລູກສິດ.” (ຂໍ້ທີ 19) ເຮົາຈະ “ກະທຳໃຫ້ . . . ເປັນລູກສິດ” ໂດຍວິທີໃດ? ໂດຍພື້ນຖານແລ້ວ ລູກສິດແມ່ນຜູ້ທີ່ຮຽນຮູ້ ຜູ້ທີ່ໄດ້ຮັບການສັ່ງສອນ. ແຕ່ການເຮັດໃຫ້ຄົນເປັນສາວົກບໍ່ແມ່ນແຕ່ເລື່ອງຂອງການຖ່າຍທອດຄວາມຮູ້ໃຫ້ຄົນອື່ນ. ເມື່ອເຮົາສຶກສາຄຳພີໄບເບິນກັບຄົນທີ່ສົນໃຈ ເປົ້າໝາຍຂອງເຮົາແມ່ນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າມາເປັນຜູ້ຕິດຕາມພະຄລິດ. ເມື່ອໃດກໍຕາມທີ່ເປັນໄປໄດ້ ເຮົາຈະເນັ້ນເຖິງຕົວຢ່າງຂອງພະເຍຊູເພື່ອນັກສຶກສາຂອງເຮົາຈະຮຽນຮູ້ທີ່ຈະໝາຍເພິ່ງພະອົງໃນຖານະເປັນຄູສອນແລະເປັນແບບຢ່າງຂອງເຂົາເຈົ້າ ໂດຍດຳເນີນຊີວິດຕາມແບບທີ່ພະອົງດຳເນີນ ແລະເຮັດວຽກແບບທີ່ພະອົງເຮັດ.—ໂຢຮັນ 13:15.
18. ເປັນຫຍັງການຮັບບັບເຕມາຈຶ່ງເປັນບາດກ້າວທີ່ສຳຄັນທີ່ສຸດໃນຊີວິດຂອງຜູ້ເປັນສາວົກ?
18 ມີການສະແດງໃຫ້ເຫັນສ່ວນໜຶ່ງທີ່ສຳຄັນຂອງວຽກມອບໝາຍນີ້ດ້ວຍຖ້ອຍຄຳທີ່ວ່າ “ໃຫ້ເຂົາຮັບສິນບັບເຕມາ ໃນນາມຊື່ແຫ່ງພະບິດາແລະພະບຸດແລະພະວິນຍານບໍລິສຸດ.” (ຂໍ້ທີ 19) ການຮັບບັບເຕມາເປັນບາດກ້າວສຳຄັນທີ່ສຸດໃນຊີວິດຂອງຜູ້ເປັນລູກສິດ ເນື່ອງຈາກນັ້ນເປັນສັນຍະລັກທີ່ເໝາະສົມຂອງການອຸທິດຕົວດ້ວຍສິ້ນສຸດຫົວໃຈຕໍ່ກັບພະເຈົ້າ. ດັ່ງນັ້ນ ການອຸທິດຕົວຈຶ່ງເປັນສິ່ງສຳຄັນເພື່ອຄວາມລອດ. (1 ເປໂຕ 3:21) ແມ່ນແລ້ວ ໂດຍການເຮັດດີທີ່ສຸດຕໍ່ໆໄປໃນການຮັບໃຊ້ພະເຢໂຫວາ ສາວົກທີ່ໄດ້ຮັບບັບເຕມາແລ້ວສາມາດຄອຍຖ້າພະພອນທີ່ບໍ່ມີສິ້ນສຸດໃນໂລກໃໝ່ທີ່ພວມຫຍັບໃກ້ເຂົ້າມາ. ເຈົ້າໄດ້ຊ່ວຍບາງຄົນໃຫ້ກາຍມາເປັນສາວົກຂອງພະຄລິດທີ່ໄດ້ຮັບບັບເຕມາແລ້ວບໍ? ໃນວຽກຮັບໃຊ້ຂອງຄລິດສະຕຽນ ບໍ່ມີສິ່ງໃດທີ່ຈະເຮັດໃຫ້ມີຄວາມສຸກຍິ່ງກວ່ານີ້ອີກແລ້ວ.—3 ໂຢຮັນ 4.
19. ເຮົາສອນຫຍັງແກ່ຄົນໃໝ່ໆ ແລະເປັນຫຍັງການສອນຄວນດຳເນີນຕໍ່ໄປເຖິງວ່າເຂົາເຈົ້າຮັບບັບເຕມາແລ້ວ?
19 ພະເຍຊູອະທິບາຍສ່ວນຕໍ່ໄປຂອງວຽກມອບໝາຍນັ້ນວ່າ “ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.” (ຂໍ້ທີ 20) ເຮົາສອນຄົນໃໝ່ໃຫ້ເອົາໃຈໃສ່ຄຳສັ່ງຂອງພະເຍຊູເຊິ່ງລວມເຖິງຄຳສັ່ງທີ່ໃຫ້ຮັກພະເຈົ້າ ຮັກເພື່ອນບ້ານ ແລະເປັນຜູ້ເຮັດໃຫ້ຄົນເປັນສາວົກ. (ມັດທາຍ 22:37-39) ເຮົາສອນເຂົາເຈົ້າເທື່ອລະຂັ້ນໃຫ້ອະທິບາຍຄວາມຈິງໃນຄຳພີໄບເບິນແລະໃຫ້ປົກປ້ອງຄວາມ ເຊື່ອຂອງຕົນທີ່ມີຫຼາຍຂຶ້ນ. ເມື່ອເຂົາເຈົ້າມີຄຸນວຸທິທີ່ຈະມີສ່ວນຮ່ວມໃນການປະກາດຕໍ່ສາທາລະນະຊົນທົ່ວໄປ ເຮົາຄວນເຮັດວຽກຮ່ວມກັບເຂົາເຈົ້າໂດຍສອນເຂົາເຈົ້າໂດຍທາງຄຳເວົ້າແລະທາງຕົວຢ່າງຂອງເຮົາເຖິງວິທີທີ່ຈະເຮັດວຽກນີ້ແບບເກີດຜົນດີ. ການສອນສາວົກໃໝ່ບໍ່ແມ່ນວ່າຈະສິ້ນສຸດລົງກ່ອນການຮັບບັບເຕມາຂອງເຂົາເຈົ້າ. ຜູ້ທີ່ຮັບບັບເຕມາໃໝ່ອາດຕ້ອງໄດ້ຮັບຄຳແນະນຳເພີ່ມເຕີມເພື່ອຊ່ວຍເຂົາເຈົ້າໃຫ້ເອົາຊະນະຂໍ້ທ້າທາຍຕ່າງໆເຊິ່ງກ່ຽວຂ້ອງກັບການເປັນຜູ້ຕິດຕາມພະຄລິດ.—ລືກາ 9:23, 24.
“ເຮົາສະຖິດຢູ່ກັບທ່ານທັງຫຼາຍທຸກວັນທຸກວັນ”
20, 21. (ກ) ໃນການເຮັດວຽກທີ່ໄດ້ຮັບມອບໝາຍຈາກພະເຍຊູ ເປັນຫຍັງຈຶ່ງບໍ່ມີເຫດຜົນທີ່ເຮົາຈະຢ້ານ? (ຂ) ເປັນຫຍັງຕອນນີ້ຈຶ່ງບໍ່ແມ່ນເວລາທີ່ຈະຊ້າລົງ ແລະເຮົາຄວນມີຄວາມຕັ້ງໃຈແນວໃດ?
20 ຖ້ອຍຄຳຕອນທ້າຍກ່ຽວກັບວຽກມອບໝາຍຂອງພະເຍຊູເປັນການໃຫ້ກຳລັງໃຈຫຼາຍແທ້ໆທີ່ວ່າ “ຈົ່ງເບິ່ງ ຝ່າຍເຮົາເຮົາສະຖິດຢູ່ກັບທ່ານທັງຫຼາຍທຸກວັນທຸກວັນຈົນເຖິງທີ່ສຸດໂລກ [“ສິ້ນຍຸກນີ້,” ທ.ປ.].” (ມັດທາຍ 28:20) ພະເຍຊູສຳນຶກວ່າວຽກມອບໝາຍນີ້ແມ່ນວຽກທີ່ສຳຄັນ. ພະອົງຍັງຮູ້ວ່າການເຮັດໃຫ້ວຽກນີ້ສຳເລັດ ບາງຄັ້ງຈະກໍ່ໃຫ້ເກີດການຕອບສະໜອງທີ່ບໍ່ເປັນມິດຈາກພວກຜູ້ຕໍ່ຕ້ານ. (ລືກາ 21:12) ແຕ່ບໍ່ມີເຫດຜົນທີ່ຈະຢ້ານ. ຜູ້ນຳຂອງເຮົາບໍ່ໄດ້ຄາດໝາຍໃຫ້ເຮົາເຮັດວຽກມອບໝາຍນີ້ໂດຍປາສະຈາກການຊ່ວຍເຫຼືອຫຼືໃຫ້ເຮົາເຮັດຄົນດຽວ. ເປັນການເສີມກຳລັງໃຈບໍ່ແມ່ນບໍທີ່ຮູ້ວ່າຜູ້ທີ່ໄດ້ຮັບ ‘ອຳນາດທຸກສິ່ງ ໃນຟ້າສະຫວັນແລະທີ່ແຜ່ນດິນໂລກ’ ຢູ່ກັບເຮົາເພື່ອຊ່ວຍເຮົາໃຫ້ເຮັດວຽກມອບໝາຍນີ້ໃຫ້ສຳເລັດຜົນ?
21 ພະເຍຊູຮັບຮອງກັບເຫຼົ່າສາວົກວ່າພະອົງຈະຢູ່ກັບເຂົາເຈົ້າໃນການເຮັດວຽກຮັບໃຊ້ຕະຫຼອດຫຼາຍສະຕະວັດຈົນເຖິງ “ສິ້ນຍຸກນີ້.” ຈົນກວ່າອະວະສານຈະມາເຖິງ ເຮົາຕ້ອງສືບຕໍ່ເຮັດວຽກທີ່ພະເຍຊູມອບໝາຍໃຫ້. ຕອນນີ້ບໍ່ແມ່ນເວລາທີ່ຈະຊ້າລົງ. ການເກັບກ່ຽວທາງຝ່າຍວິນຍານທີ່ມີຢ່າງຫຼວງຫຼາຍພວມດຳເນີນຢູ່! ບັນດາຜູ້ມີທ່າທີທີ່ສົນໃຈຈຳນວນມາກມາຍພວມຖືກທ້ອນໂຮມເຂົ້າມາ. ໃນຖານະເປັນຜູ້ຕິດຕາມພະຄລິດ ຂໍໃຫ້ເຮົາຕັ້ງໃຈຢ່າງແນ່ວແນ່ທີ່ຈະເຮັດວຽກສຳຄັນທີ່ມອບໝາຍໄວ້ໃຫ້ເຮົາເຮັດຈົນສຳເລັດຜົນ. ຂໍໃຫ້ເຮົາຕັ້ງໃຈທີ່ຈະໃຊ້ເວລາ ເຫື່ອແຮງ ແລະກຳລັງຊັບຂອງເຮົາເພື່ອເຮັດຕາມຄຳສັ່ງຂອງພະຄລິດທີ່ວ່າ “ຈົ່ງໄປແລະກະທຳໃຫ້ . . . ເປັນລູກສິດ.”
^ ຖົງອາດຈະເປັນຖົງໃຊ້ໃສ່ເງິນຫຼຽນທີ່ຕິດຢູ່ກັບສາຍຄາດແອວ. ຖົງອາຫານແມ່ນຖົງຂະໜາດໃຫຍ່ກວ່າ ປົກກະຕິແລ້ວເປັນຖົງໜັງທີ່ໃຊ້ພາຍໄປເພື່ອໃສ່ອາຫານຫຼືສິ່ງຂອງທີ່ຈຳເປັນອື່ນໆ.
^ ຜູ້ພະຍາກອນເອລີເຊເຄີຍໃຫ້ຄຳແນະນຳທີ່ຄ້າຍໆກັນ. ເມື່ອສົ່ງເຄຫາຊີຄົນຮັບໃຊ້ຂອງທ່ານໄປທີ່ເຮືອນຂອງຍິງຄົນໜຶ່ງທີ່ລູກຊາຍຂອງລາວໄດ້ເສຍຊີວິດ ທ່ານເອລີເຊເວົ້າວ່າ “ຖ້າເຈົ້າພົບຄົນໜຶ່ງຄົນໃດຢ່າຄຳນັບເພິ່ນ.” (2 ກະສັດ 4:29) ວຽກມອບໝາຍນັ້ນຮີບດ່ວນ ດັ່ງນັ້ນຕ້ອງບໍ່ໃຫ້ເວລາເສຍໄປໂດຍທີ່ບໍ່ຈຳເປັນ.
^ ເນື່ອງຈາກຜູ້ຕິດຕາມພະອົງສ່ວນຫຼາຍຢູ່ໃນແຂວງຄາລິເລ ອາດເປັນໄລຍະເວລາທີ່ພັນລະນາໄວ້ໃນມັດທາຍ 28:16-20 ທີ່ວ່າ ພະເຍຊູຜູ້ຖືກປຸກໃຫ້ຄືນມາຈາກຕາຍໄດ້ປາກົດແກ່ “ພວກພີ່ນ້ອງກວ່າ 500 ຄົນ.” (1 ໂກລິນໂທ 15:6) ດັ່ງນັ້ນ ອາດມີຫຼາຍຮ້ອຍຄົນຢູ່ນຳຕອນທີ່ພະເຍຊູມອບໝາຍວຽກເພື່ອເຮັດໃຫ້ຄົນເປັນສາວົກ.