ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

“ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ”

“ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ”

1-3. (ກ) ເຫຼົ່າ​ສາວົກ​ທີ່​ເດີນ​ທາງ​ໄປ​ກັບ​ພະ​ເຍຊູ​ມີ​ໂອກາດ​ທີ່​ວິເສດ​ອັນ​ໃດ ແລະ​ໂດຍ​ວິທີ​ໃດ​ທີ່​ພະອົງ​ເຮັດ​ໃຫ້​ເຂົາເຈົ້າ​ຈື່​ໄດ້​ງ່າຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະອົງ​ສອນ? (ຂ) ເປັນ​ຫຍັງ​ຄຳ​ອຸປະມາ​ທີ່​ບັງເກີດ​ຜົນ​ຈຶ່ງ​ຈື່​ໄດ້​ງ່າຍ?

 ເຫຼົ່າ​ສາວົກ​ທີ່​ເດີນ​ທາງ​ໄປ​ກັບ​ພະ​ເຍຊູ​ມີ​ໂອກາດ​ທີ່​ວິເສດ​ສຸດ. ເຂົາເຈົ້າ​ໄດ້​ຮຽນ​ຮູ້​ໂດຍ​ກົງ​ຈາກ​ຄູ​ຜູ້​ຍິ່ງໃຫຍ່. ເຂົາເຈົ້າ​ໄດ້​ຍິນ​ສຽງ​ຂອງ​ພະອົງ​ເມື່ອ​ພະອົງ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ​ແລະ​ສອນ​ເຂົາເຈົ້າ​ໃນ​ເລື່ອງ​ຄວາມ​ຈິງ​ທີ່​ໜ້າ​ຕື່ນ​ເຕັ້ນ. ໃນ​ຕອນ​ນີ້ ເຂົາເຈົ້າ​ຕ້ອງ​ເກັບ​ຮັກສາ​ຄຳ​ກ່າວ​ອັນ​ລ້ຳ​ຄ່າ​ນັ້ນ​ໄວ້​ໃນ​ຫົວໃຈ​ແລະ​ໃນ​ຄວາມ​ຄິດ​ຂອງ​ຕົນ; ເພາະ​ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ສະຫງວນ​ຄຳ​ກ່າວ​ນັ້ນ​ໄວ້​ແບບ​ເປັນ​ລາຍລັກ​ອັກສອນ. * ແນວໃດ​ກໍ​ຕາມ ພະ​ເຍຊູ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ເພື່ອ​ເຂົາເຈົ້າ​ຈະ​ຈື່​ຈຳ​ສິ່ງ​ທີ່​ພະອົງ​ສອນ. ໂດຍ​ວິທີ​ໃດ? ໂດຍ​ວິທີ​ສອນ​ຂອງ​ພະອົງ ໂດຍ​ສະເພາະ​ແລ້ວ​ແມ່ນ​ການ​ໃຊ້​ຄຳ​ອຸປະມາ​ຢ່າງ​ຊຳນິ​ຊຳນານ.

2 ທີ່​ຈິງ ຄຳ​ອຸປະມາ​ທີ່​ບັງເກີດ​ຜົນ​ເປັນ​ເລື່ອງ​ທີ່​ຈື່​ໄດ້​ດີ. ນັກ​ປະພັນ​ຄົນ​ໜຶ່ງ​ໃຫ້​ຂໍ້​ສັງເກດ​ວ່າ ຄຳ​ອຸປະມາ “ປ່ຽນ​ສຽງ​ໃຫ້​ເປັນ​ພາບ” ແລະ​ຄຳ​ອຸປະມາ “ປ່ອຍ​ຜູ້​ຟັງ​ໃຫ້​ຄຶດ​ດ້ວຍ​ພາບ​ທີ່​ສ້າງ​ຢູ່​ໃນ​ຄວາມ​ຄຶດ​ຂອງ​ເຂົາເຈົ້າ.” ເນື່ອງ​ຈາກ​ຫຼາຍ​ຄັ້ງ​ເຮົາ​ເຂົ້າ​ໃຈ​ດີ​ທີ່​ສຸດ​ເມື່ອ​ຄິດ​ເຫັນ​ພາບ ຄຳ​ອຸປະມາ​ສາມາດ​ແມ່ນ​ແຕ່​ເຮັດ​ໃຫ້​ແນວ​ຄິດ​ທີ່​ເປັນ​ນາມມະທຳ​ເຂົ້າ​ໃຈ​ໄດ້​ງ່າຍ​ຂຶ້ນ. ຄຳ​ອຸປະມາ​ສາມາດ​ເຮັດ​ໃຫ້​ຖ້ອຍຄຳ​ມີ​ຄວາມ​ໝາຍ​ຊັດເຈນ​ຍິ່ງ​ຂຶ້ນ​ແລະ​ສອນ​ບົດ​ຮຽນ​ໃຫ້​ຝັງ​ແໜ້ນ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເຮົາ.

3 ບໍ່​ມີ​ນາຍ​ຄູ​ຄົນ​ໃດ​ໃນ​ໂລກ​ນີ້​ທີ່​ຊຳນານ​ໃນ​ການ​ໃຊ້​ຄຳ​ອຸປະມາ​ຫຼາຍ​ກວ່າ​ພະ​ເຍຊູ​ຄລິດ. ຈົນ​ເຖິງ​ທຸກ​ມື້​ນີ້ ຄຳ​ອຸປະມາ​ຂອງ​ພະອົງ​ເປັນ​ເລື່ອງ​ທີ່​ຄິດ​ຄືນ​ໄດ້​ງ່າຍ. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ມັກ​ໃຊ້​ການ​ສອນ​ວິທີ​ນີ້? ສິ່ງ​ໃດ​ເຮັດ​ໃຫ້​ຄຳ​ອຸປະມາ​ຂອງ​ພະອົງ​ເກີດ​ຜົນ​ຢ່າງ​ຍິ່ງ? ເຮົາ​ຈະ​ຮຽນ​ຮູ້​ການ​ໃຊ້​ວິທີ​ການ​ສອນ​ແບບ​ນີ້​ໄດ້​ແນວໃດ?

ເຫດຜົນ​ທີ່​ພະ​ເຍຊູ​ສອນ​ໂດຍ​ໃຊ້​ຄຳ​ອຸປະມາ

4, 5. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໃຊ້​ຄຳ​ອຸປະມາ?

4 ຄຳພີໄບເບິນ​ໃຫ້​ເຫດຜົນ​ທີ່​ສຳຄັນ​ສອງ​ຢ່າງ​ທີ່​ພະ​ເຍຊູ​ສອນ​ໂດຍ​ໃຊ້​ຄຳ​ອຸປະມາ. ເຫດຜົນ​ທຳອິດ ໂດຍ​ການ​ສອນ​ແບບ​ນັ້ນ​ພະອົງ​ເຮັດ​ໃຫ້​ຄຳ​ພະຍາກອນ​ສຳເລັດ. ເຮົາ​ອ່ານ​ຢູ່​ມັດທາຍ 13:34, 35 ວ່າ “ພະ​ເຍຊູ​ກ່າວ​ແກ່​ຝູງ​ຄົນ​ເປັນ​ຄຳ​ອຸປະມາ. ແລະ​ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ ເພື່ອ​ຄຳ​ແຫ່ງ​ຜູ້​ທຳນວາຍ​ຈະ​ໄດ້​ສຳເລັດ​ທີ່​ວ່າ ‘ເຮົາ​ຈະ​ອ້າ​ປາ​ກ​ເປັນ​ຄຳ​ອຸປະມາ.’” ຜູ້​ພະຍາກອນ​ທີ່​ມັດທາຍ​ເອີ່ຍ​ເຖິງ​ແມ່ນ​ຜູ້​ຂຽນ​ຄຳເພງ 78:2. ຫຼາຍ​ສະຕະວັດ​ກ່ອນ​ພະ​ເຍຊູ​ເກີດ ພະ​ວິນຍານ​ຂອງ​ພະເຈົ້າ​ໄດ້​ດົນ​ບັນດານ​ໃຈ​ຜູ້​ຂຽນ​ຄຳເພງ​ໃຫ້​ຂຽນ​ບົດ​ເພງ​ນີ້. ຂໍ​ໃຫ້​ພິຈາລະນາ​ວ່າ​ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວໃດ. ນີ້​ໝາຍ​ຄວາມ​ວ່າ​ພະເຢໂຫວາ​ໄດ້​ກຳນົດ​ໄວ້​ຫຼາຍ​ຮ້ອຍ​ປີ​ລ່ວງ​ໜ້າ​ວ່າ​ຜູ້​ເປັນ​ເມຊີ​ຈະ​ສອນ​ໂດຍ​ໃຊ້​ຄຳ​ອຸປະມາ. ດັ່ງນັ້ນ ແນ່ນອນ​ວ່າ​ພະເຢໂຫວາ​ຕ້ອງ​ເຫັນ​ຄຸນຄ່າ​ຂອງ​ການ​ສອນ​ດ້ວຍ​ວິທີ​ນີ້.

5 ເຫດຜົນ​ທີ​ສອງ ພະ​ເຍຊູ​ອະທິບາຍ​ວ່າ​ພະອົງ​ໃຊ້​ຄຳ​ອຸປະມາ​ເພື່ອ​ຈະ​ແຍກ​ຄົນ​ທີ່​ມີ​ໃຈ “ແຂງ​ກະດ້າງ” ອອກ​ໄປ. (ມັດທາຍ 13:10-15; ເອຊາອີ 6:9, 10) ໃນ​ທາງ​ໃດ​ທີ່​ຄຳ​ອຸປະມາ​ຂອງ​ພະອົງ​ສາມາດ​ເປີດໂປງ​ເຈຕະນາ​ຂອງ​ຜູ້​ຄົນ? ໃນ​ບາງ​ກໍລະນີ ພະອົງ​ຕ້ອງການ​ໃຫ້​ຜູ້​ຟັງ​ຂໍ​ຄຳ​ອະທິບາຍ​ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ໃນ​ຄຳ​ກ່າວ​ຂອງ​ພະອົງ​ຢ່າງ​ຄົບ​ຖ້ວນ. ຄົນ​ທີ່​ມີ​ຫົວໃຈ​ຖ່ອມ​ຈະ​ຖາມ ສ່ວນ​ຄົນ​ທີ່​ຍິ່ງ​ຈອງຫອງ​ຫຼື​ຄົນ​ທີ່​ເສີຍ​ເມີຍ​ຈະ​ບໍ່​ຖາມ. (ມັດທາຍ 13:36; ມາລະໂກ 4:34) ດັ່ງນັ້ນ ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ຈຶ່ງ​ເປີດ​ເຜີຍ ຄວາມ​ຈິງ​ໃຫ້​ກັບ​ຄົນ​ທີ່​ມີ​ຫົວໃຈ​ຫິວ​ໂຫຍ​ຄວາມ​ຈິງ ແຕ່​ໃນ​ເວລາ​ດຽວ​ກັນ​ຄຳ​ອຸປະມາ​ຂອງ​ພະອົງ​ກໍ​ປົກ​ປິດ ຄວາມ​ຈິງ​ໄວ້​ຈາກ​ຄົນ​ທີ່​ມີ​ຫົວໃຈ​ຍິ່ງ​ຈອງຫອງ.

6. ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ສົ່ງເສີມ​ຈຸດ​ມຸ່ງ​ໝາຍ​ອັນ​ໃດ​ແດ່​ທີ່​ເປັນ​ປະໂຫຍດ?

6 ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ສົ່ງເສີມ​ຈຸດ​ມຸ່ງ​ໝາຍ​ທີ່​ເປັນ​ປະໂຫຍດ​ອີກ​ຫຼາຍ​ຢ່າງ. ຄຳ​ອຸປະມາ​ເຫຼົ່ານັ້ນ​ດຶງ​ດູດ​ຄວາມ​ສົນ​ໃຈ ກະຕຸ້ນ​ຜູ້​ຄົນ​ໃຫ້​ຮັບ​ຟັງ ແລະ​ເຮັດ​ໃຫ້​ເກີດ​ມະໂນພາບ​ທີ່​ເຂົ້າ​ໃຈ​ງ່າຍ. ດັ່ງ​ທີ່​ກ່າວ​ໄວ້​ໃນ​ຕອນ​ຕົ້ນ ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ຊ່ວຍ​ໃຫ້​ຜູ້​ຟັງ​ຈື່​ສິ່ງ​ທີ່​ພະອົງ​ກ່າວ​ໄວ້. ຄຳ​ເທດ​ເທິງ​ພູເຂົາ​ເຊິ່ງ​ບັນທຶກ​ໄວ້​ໃນ​ພະທຳ​ມັດທາຍ 5:3–7:27 ເປັນ​ຕົວຢ່າງ​ໜຶ່ງ​ທີ່​ໂດດ​ເດັ່ນ​ທີ່​ພະ​ເຍຊູ​ໃຊ້​ຄຳ​ອຸປະມາ​ທີ່​ຫຼາກຫຼາຍ. ຕາມ​ການ​ນັບ​ຈາກ​ແຫຼ່ງ​ໜຶ່ງ ຄຳ​ເທດ​ນີ້​ບັນຈຸ​ຄຳ​ປຽບ​ທຽບ​ຫຼາຍ​ກວ່າ 50 ຄຳທີ່​ໃຫ້​ພາບ. ເພື່ອ​ໃຫ້​ເຫັນ​ວ່າ​ມີ​ການ​ໃຊ້​ເລື້ອຍ​ປານ​ໃດ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ສາມາດ​ອ່ານ​ອອກ​ສຽງ​ຄຳ​ເທດ​ນີ້​ຈົບ​ໃນ​ເວລາ​ປະມານ 20 ນາທີ. ໃນ​ອັດຕາ​ຄວາມ​ໄວ​ແບບ​ນັ້ນ ໂດຍ​ສະເລ່ຍ​ແລ້ວ​ມີ​ການ​ໃຊ້​ຄຳເວົ້າ​ທີ່​ໃຫ້​ພາບ​ເກືອບ​ທຸກໆ 20 ວິນາທີ! ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຍຊູ​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ໃຊ້​ຄຳເວົ້າ​ທີ່​ໃຫ້​ພາບ!

7. ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ໃຊ້​ຄຳ​ອຸປະມາ?

7 ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ ເຮົາ​ຢາກ​ຮຽນ​ແບບ​ວິທີ​ການ​ສອນ​ຂອງ​ພະອົງ​ເຊິ່ງ​ລວມ​ເຖິງ​ການ​ໃຊ້​ຄຳ​ອຸປະມາ​ດ້ວຍ. ຄື​ກັບ​ເຄື່ອງ​ປຸງ​ເຮັດ​ໃຫ້​ອາຫານ​ເປັນ​ຕາ​ແຊບ​ຕື່ມ​ອີກ ຄຳ​ອຸປະມາ​ທີ່​ບັງເກີດ​ຜົນ​ເຮັດ​ໃຫ້​ການ​ສອນ​ເປັນ​ຕາ​ດຶງ​ດູດ​ໃຈ​ຫຼາຍ​ຂຶ້ນ​ສຳລັບ​ຄົນ​ອື່ນ. ນອກ​ຈາກ​ນີ້ ຄຳເວົ້າ​ທີ່​ໃຫ້​ພາບ​ເຊິ່ງ​ຄິດ​ມາ​ຢ່າງ​ຮອບຄອບ​ກໍ​ຍັງ​ເຮັດ​ໃຫ້​ຄວາມ​ຈິງ​ຕ່າງໆທີ່​ສຳຄັນ​ເຂົ້າ​ໃຈ​ໄດ້​ງ່າຍ​ຂຶ້ນ. ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ບາງ​ປັດໄຈ​ທີ່​ເຮັດ​ໃຫ້​ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ບັງເກີດ​ຜົນ​ຢ່າງ​ຍິ່ງ. ຈາກ​ນັ້ນ​ເຮົາ​ກໍ​ຈະ​ເຫັນ​ໄດ້​ວ່າ​ຈະ​ໃຊ້​ວິທີ​ສອນ​ທີ່​ມີ​ຄຸນຄ່າ​ແບບ​ນີ້​ຢ່າງ​ບັງເກີດ​ຜົນ​ໄດ້​ແນວໃດ.

ໃຊ້​ການ​ສົມ​ທຽບ​ທີ່​ງ່າຍໆ

ພະ​ເຍຊູ​ໃຊ້​ນົກ​ແລະ​ດອກ​ໄມ້​ແນວໃດ​ເພື່ອ​ເປັນ​ຕົວຢ່າງ​ສະແດງ​ເຖິງ​ຄວາມ​ຫ່ວງໃຍ​ທີ່​ພະເຈົ້າ​ມີ​ຕໍ່​ເຮົາ?

8, 9. ພະ​ເຍຊູ​ໃຊ້​ການ​ປຽບ​ທຽບ​ທີ່​ງ່າຍໆແນວໃດ ແລະ​ອັນ​ໃດ​ເຮັດ​ໃຫ້​ການ​ປຽບ​ທຽບ​ຂອງ​ພະອົງ​ມີ​ພະລັງ​ແທ້ໆ?

8 ໃນ​ການ​ສອນ ພະ​ເຍຊູ​ມັກ​ໃຊ້​ການ​ສົມ​ທຽບ​ທີ່​ບໍ່​ສັບ​ຊ້ອນ ໃຊ້​ພຽງ​ບໍ່​ເທົ່າ​ໃດ​ຖ້ອຍຄຳ. ແຕ່​ຖ້ອຍຄຳ​ທີ່​ງ່າຍໆກໍ​ເຮັດ​ໃຫ້​ເຫັນ​ພາບ​ຊັດເຈນ​ແລະ​ສອນ​ຄວາມ​ຈິງ​ທີ່​ສຳຄັນ​ກ່ຽວ​ກັບ​ພະເຈົ້າ​ໄດ້​ຢ່າງ​ຈະ​ແຈ້ງ. ຕົວຢ່າງ ເມື່ອ​ກະຕຸ້ນ​ເຫຼົ່າ​ສາວົກ​ບໍ່​ໃຫ້​ກະວົນກະວາຍ​ຫຼາຍ​ເກີນ​ໄປ​ໃນ​ສິ່ງ​ທີ່​ຈຳເປັນ​ແຕ່​ລະ​ມື້ ພະອົງ​ຊີ້​ເຖິງ “ນົກ​ທັງ​ຫຼາຍ​ໃນ​ຟ້າ​ອາກາດ” ແລະ “ດອກ​ບຸບຜາ​ໃນ​ທົ່ງ​ນາ.” ນົກ​ບໍ່​ໄດ້​ຫວ່ານ​ແລະ​ກ່ຽວ​ເຂົ້າ ທັງ​ດອກ​ບຸບຜາ​ບໍ່​ໄດ້​ເຂັນ​ຝ້າຍ​ແລະ​ບໍ່​ໄດ້​ຕ່ຳ​ແຜ່ນ ແຕ່​ພະເຈົ້າ​ຍັງ​ໃສ່​ໃຈ​ພວກ​ມັນ. ຈຸດ​ທີ່​ເຂົ້າ​ໃຈ​ໄດ້​ງ່າຍໆກໍ​ຄື ຖ້າ​ພະເຈົ້າ​ໃສ່​ໃຈ​ນົກ​ທັງ​ຫຼາຍ​ແລະ​ດອກ​ໄມ້​ຕ່າງໆ ແນ່ນອນ​ວ່າ​ພະອົງ​ຈະ​ເບິ່ງແຍງ​ມະນຸດ​ທັງ​ຫຼາຍ​ທີ່ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] . . . ກ່ອນ.”—ມັດທາຍ 6:26, 28-33.

9 ພະ​ເຍຊູ​ຍັງ​ໃຊ້​ຖ້ອຍຄຳ​ປຽບ​ທຽບ​ຢ່າງ​ມາກ​ມາຍ​ດ້ວຍ​ເຊິ່ງ​ເປັນ​ການ​ປຽບ​ທຽບ​ທີ່​ມີ​ພະລັງ. ຖ້ອຍຄຳ​ປຽບ​ທຽບ​ທີ່​ມີ​ພະລັງ​ຢ່າງ​ໜຶ່ງ​ແມ່ນ​ການ​ກ່າວ​ພາດ​ພິງ​ເຖິງ​ສິ່ງ​ໜຶ່ງ​ວ່າ​ເປັນ ຄື​ກັບ​ອີກ​ສິ່ງ​ໜຶ່ງ. ນີ້​ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ພະອົງ​ເຮັດ​ໃຫ້​ການ​ປຽບ​ທຽບ​ເປັນ​ແບບ​ຮຽບ​ງ່າຍ. ໃນ​ໂອກາດ​ໜຶ່ງ ພະອົງ​ບອກ​ເຫຼົ່າ​ສາວົກ​ວ່າ “ທ່ານທັງ​ຫຼາຍ​ເປັນ​ແຈ້ງ​ແຫ່ງ​ໂລກ.” ເຫຼົ່າ​ສາວົກ​ສາມາດ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ປຽບ​ທຽບ​ນີ້​ໄດ້​ຢ່າງ​ຈະ​ແຈ້ງ ກ່າວ​ຄື ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ ເຂົາເຈົ້າ​ສາມາດ​ໃຫ້​ແສງ​ແຫ່ງ​ຄວາມ​ຈິງ​ສ່ອງ​ອອກ​ໄປ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ສັນລະເສີນ​ພະເຈົ້າ. (ມັດທາຍ 5:14-16) ຂໍ​ໃຫ້​ສັງເກດ​ຄຳ​ອຸປະມາ​ອື່ນ​ບາງ​ຢ່າງ​ທີ່​ພະ​ເຍຊູ​ໃຊ້​ເຊັ່ນ “ທ່ານ​ທັງ​ຫຼາຍ​ເປັນ​ເກືອ​ແຫ່ງ​ແຜ່ນດິນ​ໂລກ” ແລະ “ເຮົາ​ເປັນ​ເຄືອ​ອະງຸ່ນ​ພວກ​ທ່ານ​ເປັນ​ກິ່ງ​ທັງ​ຫຼາຍ.” (ມັດທາຍ 5:13; ໂຢຮັນ 15:5) ຖ້ອຍຄຳ​ປຽບ​ທຽບ​ດັ່ງ​ກ່າວ​ມີ​ພະລັງ​ຍ້ອນ​ເປັນ​ຖ້ອຍຄຳ​ທີ່​ງ່າຍໆ.

10. ຕົວຢ່າງ​ອັນ​ໃດ​ແດ່​ທີ່​ສະແດງ​ເຖິງ​ວິທີ​ທີ່​ເຈົ້າ​ສາມາດ​ໃຊ້​ຕົວຢ່າງ​ປຽບ​ທຽບ​ໃນ​ການ​ສອນ?

10 ເຮົາ​ຈະ​ໃຊ້​ຕົວຢ່າງ​ປຽບ​ທຽບ​ໃນ​ການ​ສອນ​ແນວໃດ? ເຮົາ​ບໍ່​ຈຳເປັນ​ຕ້ອງ​ຄິດ​ແຕ່ງ​ເລື່ອງ​ທີ່​ລະອຽດ​ຍືດ​ຍາວ. ໃຫ້​ຄິດ​ຫາ​ການ​ປຽບ​ທຽບ​ທີ່​ງ່າຍໆ. ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ພິຈາລະນາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ເຈົ້າ​ຕ້ອງການ​ຍົກ​ຕົວຢ່າງ​ເພື່ອ​ສະແດງ​ວ່າ​ການ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ບໍ່​ແມ່ນ​ເລື່ອງ​ທີ່​ຍາກ​ຫຼາຍ​ໂພດ​ສຳລັບ​ພະເຢໂຫວາ. ເຈົ້າ​ຄິດ​ເຖິງ​ການ​ປຽບ​ທຽບ​ແບບ​ໃດ? ຄຳພີໄບເບິນ​ປຽບ​ທຽບ​ຄວາມ​ຕາຍ​ຄື​ກັບ​ການ​ນອນ​ຫຼັບ. ເຈົ້າ​ອາດ​ເວົ້າ​ວ່າ “ພະເຈົ້າ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ໄດ້​ງ່າຍໆຄື​ກັບ​ທີ່​ເຮົາ​ປຸກ​ຄົນ​ທີ່​ນອນ​ຫຼັບ​ໃຫ້​ຕື່ນ.” (ໂຢຮັນ 11:11-14) ສົມມຸດ​ວ່າ​ເຈົ້າ​ຢາກ​ຍົກ​ຕົວຢ່າງ​ປຽບ​ທຽບ​ເພື່ອ​ສະແດງ​ວ່າ​ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຮັກ​ເພື່ອ​ຈະ​ເຕີບ​ໃຫຍ່​ຂຶ້ນ. ເຈົ້າ​ຈະ​ໃຊ້​ຕົວຢ່າງ​ຫຍັງ? ຄຳພີໄບເບິນ​ໃຊ້​ການ​ປຽບ​ທຽບ​ດັ່ງ​ນີ້ ເດັກ​ນ້ອຍ​ເປັນ “ຄື​ກົກ​ໄມ້​ກອກ.” (ຄຳເພງ 128:3) ເຈົ້າ​ອາດ​ເວົ້າ​ວ່າ “ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ຮັກ​ໄຄ່​ແບບ​ດຽວ​ກັບ​ຕົ້ນ​ໄມ້​ຕ້ອງ​ໄດ້​ຮັບ​ແສງ​ແດດ​ແລະ​ນ້ຳ.” ແຮ່ງ​ການ​ປຽບ​ທຽບ​ງ່າຍ​ເທົ່າ​ໃດ ຜູ້​ຟັງ​ແຮ່ງ​ຈະ​ເຂົ້າ​ໃຈ​ງ່າຍ​ຂຶ້ນ​ເທົ່າ​ນັ້ນ.

ໃຊ້​ຄຳ​ອຸປະມາ​ທີ່​ກ່ຽວຂ້ອງ​ກັບ​ຊີວິດ​ປະຈຳ​ວັນ

11. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ວ່າ​ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ອາໄສ​ສິ່ງ​ຕ່າງໆທີ່​ພະອົງ​ສັງເກດ​ເຫັນ​ໃນ​ຂະນະ​ທີ່​ເຕີບ​ໃຫຍ່​ຂຶ້ນ​ໃນ​ແຂວງ​ຄາລິເລ.

11 ພະ​ເຍຊູ​ມີ​ຄວາມ​ຊຳນານ​ໃນ​ການ​ໃຊ້​ຄຳ​ອຸປະມາ​ທີ່​ກ່ຽວຂ້ອງ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ຜູ້​ຄົນ. ຄຳ​ອຸປະມາ​ຫຼາຍ​ເລື່ອງ​ສະທ້ອນ​ເຖິງ​ສະພາບການ​ຕ່າງໆໃນ​ຊີວິດ​ປະຈຳ​ວັນ​ເຊິ່ງ​ພະອົງ​ອາດ​ໄດ້​ສັງເກດ​ເຫັນ​ໃນ​ຂະນະ​ທີ່​ເຕີບ​ໃຫຍ່​ຂຶ້ນ​ໃນ​ແຂວງ​ຄາລິເລ. ຂໍໃຫ້​ຄິດ​ຈັກ​ບຶດ​ໜຶ່ງ​ກ່ຽວ​ກັບ​ຊີວິດ​ຂອງ​ພະອົງ​ໃນ​ໄລຍະ​ຕົ້ນໆ. ຫຼາຍ​ຄັ້ງ​ພະອົງ​ຄົງ​ເຫັນ​ແມ່​ໂມ້​ເມັດ​ເຂົ້າ​ໃຫ້​ເປັນ​ແປ້ງ ໃສ່​ເຊື້ອ​ໃນ​ແປ້ງ ໃຕ້​ຕະກຽງ ຫຼື​ກວາດ​ເຮືອນ? (ມັດທາຍ 13:33; 24:41; ລືກາ 15:8) ຫຼາຍ​ຄັ້ງ​ພະອົງ​ຄົງ​ໄດ້​ເຝົ້າ​ເບິ່ງ​ຊາວ​ປະມົງ​ຢ່ອນ​ອວນ​ລົງ​ໃນ​ທະເລ​ຄາລິເລ? (ມັດທາຍ 13:47) ເລື້ອຍ​ພຽງ​ໃດ​ທີ່​ພະອົງ​ສັງເກດ​ເບິ່ງ​ເດັກ​ນ້ອຍ​ຫຼິ້ນ​ຢູ່​ຕະຫຼາດ? (ມັດທາຍ 11:16) ແນ່ນອນ​ວ່າ​ພະ​ເຍຊູ​ໄດ້​ພົບ​ເຫັນ​ສິ່ງ​ອື່ນໆທີ່​ເປັນ​ເລື່ອງ​ທຳມະດາ​ເຊິ່ງ​ພະອົງ​ໄດ້​ກ່າວ​ເຖິງ​ໃນ​ຄຳ​ອຸປະມາ​ຫຼາຍ​ເລື່ອງ​ເຊັ່ນ ການ​ຫວ່ານ​ເມັດ​ພືດ ງານ​ແຕ່ງ​ດອງ​ທີ່​ມີ​ຄວາມ​ຊົມຊື່ນ​ຍິນດີ ແລະ​ທົ່ງ​ເຂົ້າ​ທີ່​ສຸກ​ເຫຼືອງ​ຕ້ອງ​ກັບ​ແສງ​ແດດ.—ມັດທາຍ 13:3-8; 25:1-12; ມາລະໂກ 4:26-29.

12, 13. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ມີ​ຄວາມ​ໝາຍ​ທີ່​ພະ​ເຍຊູ​ໃຊ້​ເສັ້ນ​ທາງ “ຈາກ​ເມືອງ​ເຢຣຶຊາເລມ​ໄປ​ທີ່​ເມືອງ​ເຢລິໂກ” ເພື່ອ​ຍົກ​ຈຸດ​ສຳຄັນ​ໃນ​ອຸທາຫອນ​ເລື່ອງ​ເພື່ອນ​ບ້ານ​ຄົນ​ສະມາລີ?

12 ໃນ​ຄຳ​ອຸປະມາ ພະ​ເຍຊູ​ກ່າວ​ເຖິງ​ລາຍ​ລະອຽດ​ຕ່າງໆທີ່​ຜູ້​ຟັງ​ຮູ້ຈັກ​ດີ. ຕົວຢ່າງ ພະອົງ​ເລີ່ມ​ເລົ່າ​ອຸທາຫອນ​ເລື່ອງ​ເພື່ອນ​ບ້ານ​ຄົນ​ສະມາລີ​ໂດຍ​ກ່າວ​ວ່າ “ຄົນ​ຜູ້​ໜຶ່ງ​ໄດ້​ລົງ​ຈາກ​ເມືອງ​ເຢຣຶຊາເລມ​ໄປ​ທີ່​ເມືອງ​ເຢລິໂກ ແລະ​ຕົກ​ໃນ​ມື​ໝູ່​ຄົນ​ຂະໂມຍ​ທີ່​ໄດ້​ລັກ​ເອົາ​ສິ່ງ​ຂອງ​ເພິ່ນ​ໄປ​ໝົດ​ແລະ​ໄດ້​ຕີ​ເພິ່ນ​ເປັນ​ບາດ​ເຕັມ​ຕົວ . . . ປະ​ເພິ່ນ​ເກືອບ​ຕາຍ.” (ລືກາ 10:30) ພະ​ເຍຊູ​ຍົກ​ເອົາ​ເສັ້ນ​ທາງ “ຈາກ​ເມືອງ​ເຢຣຶຊາເລມ​ໄປ​ທີ່​ເມືອງ​ເຢລິໂກ” ເພື່ອ​ເນັ້ນ​ເຖິງ​ຈຸດ​ທີ່​ສຳຄັນ. ເມື່ອ​ເລົ່າ​ອຸທາຫອນ​ນີ້ ພະອົງ​ຢູ່​ແຂວງ​ຢູເດ​ເຊິ່ງ​ບໍ່​ໄກ​ຈາກ​ເມືອງ​ເຢຣຶຊາເລມ; ດັ່ງນັ້ນ​ແນ່ນອນ​ວ່າ​ຜູ້​ທີ່​ຟັງ​ຄົງ​ຈະ​ຮູ້ຈັກ​ຫົນ​ທາງ​ເສັ້ນ​ນີ້. ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ທາງ​ເສັ້ນ​ນີ້​ມີ​ອັນຕະລາຍ ໂດຍ​ສະເພາະ​ຖ້າ​ເດີນ​ທາງ​ຜູ້​ດຽວ. ທາງ​ເສັ້ນ​ນີ້​ທັງ​ປ່ຽວ​ແລະ​ທັງ​ຄົດ​ລ້ຽວ​ໄປ​ມາ ຕະຫຼອດ​ເສັ້ນ​ທາງ​ເຮັດ​ໃຫ້​ມີ​ຫຼາຍ​ບ່ອນ​ທີ່​ພວກ​ໂຈນ​ຊຸ້ມ​ຢູ່​ໄດ້.

13 ພະ​ເຍຊູ​ລວມ​ເອົາ​ລາຍ​ລະອຽດ​ອື່ນໆອີກ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ກ່ຽວ​ກັບ​ເສັ້ນ​ທາງ “ຈາກ​ເມືອງ​ເຢຣຶຊາເລມ​ໄປ​ທີ່​ເມືອງ​ເຢລິໂກ.” ຕາມ​ທີ່​ເລົ່າ​ໃນ​ອຸທາຫອນ ຜູ້​ທີ່​ຍ່າງ​ຜ່ານ​ທາງ​ເສັ້ນ​ນັ້ນ​ທຳອິດ​ແມ່ນ​ປະໂລຫິດ​ແລະ​ຕໍ່ມາ​ກໍ​ແມ່ນ​ຊາວ​ເລວີ ແຕ່​ບໍ່​ມີ​ໃຜ​ຢຸດ​ເພື່ອ​ຊ່ວຍ​ຊາຍ​ທີ່​ຖືກ​ທຳ​ຮ້າຍ​ນັ້ນ. (ລືກາ 10:31, 32) ປະໂລຫິດ​ຮັບໃຊ້​ໃນ​ວິຫານ​ຢູ່​ເມືອງ​ເຢຣຶຊາເລມ ແລະ​ຊາວ​ເລວີ​ເປັນ​ຜູ້​ຊ່ວຍ​ຂອງ​ລາວ. ປະໂລຫິດ​ແລະ​ຊາວ​ເລວີ​ຫຼາຍ​ຄົນ​ພັກ​ຢູ່​ເມືອງ​ເຢລິໂກ​ເມື່ອ​ບໍ່​ໄດ້​ເຮັດ​ວຽກ​ຢູ່​ວິຫານ; ເມືອງ​ເຢລິໂກ​ຫ່າງ​ຈາກ​ເມືອງ​ເຢຣຶຊາເລມ​ປະມານ 23 ກິໂລແມັດ. ດັ່ງນັ້ນ​ຈຶ່ງ​ພົບ​ເຫັນ​ເຂົາເຈົ້າ​ທຽວ​ທາງເສັ້ນ​ນີ້. ຂໍ​ໃຫ້​ສັງເກດ​ນຳ​ພະ​ເຍຊູ​ກ່າວ​ເຖິງ​ຄົນ​ເດີນ​ທາງ​ວ່າ “ລົງ​ຈາກ” ບໍ່​ແມ່ນ​ຂຶ້ນ​ໄປ “ເມືອງ​ເຢຣຶຊາເລມ.” ຜູ້​ຟັງ​ຂອງ​ພະອົງ​ເຂົ້າ​ໃຈ​ເລື່ອງ​ນີ້​ໄດ້. ເມືອງ​ເຢຣຶຊາເລມ​ຢູ່​ສູງ​ກວ່າ​ເມືອງ​ເຢລິໂກ. ດັ່ງນັ້ນ​ເມື່ອ​ເດີນ​ທາງ “ຈາກ​ເມືອງ​ເຢຣຶຊາເລມ” ຜູ້​ເດີນ​ທາງ​ຄົງ​ຈະ “ລົງ​ຈາກ” ເມືອງ​ນັ້ນ​ແທ້ໆ. * ເຫັນ​ໄດ້​ຊັດ​ແຈ້ງ​ວ່າ​ພະ​ເຍຊູ​ຄຳນຶງ​ເຖິງ​ຜູ້​ຟັງ.

14. ເມື່ອ​ໃຊ້​ຄຳ​ອຸປະມາ ເຮົາ​ຈະ​ຄຳນຶງ​ເຖິງ​ຜູ້​ຟັງ​ໄດ້​ແນວໃດ?

14 ເມື່ອ​ໃຊ້​ຄຳ​ອຸປະມາ ເຮົາ​ກໍ​ເຊັ່ນ​ກັນ​ຕ້ອງ​ຄຳນຶງ​ເຖິງ​ຜູ້​ຟັງ. ມີ​ສິ່ງ​ໃດ​ແດ່​ກ່ຽວ​ກັບ​ຜູ້​ຟັງ​ທີ່​ອາດ​ກະທົບ​ໃສ່​ການ​ເລືອກ​ຄຳ​ອຸປະມາ​ຂອງ​ເຮົາ? ບາງ​ທີ​ອາດ​ຕ້ອງ​ພິຈາລະນາ​ປັດໄຈ​ຕ່າງໆເຊັ່ນ ອາຍຸ ພູມ​ຫຼັງ​ທາງ​ດ້ານ​ວັດທະນະທຳ​ຫຼື​ທາງ​ຄອບຄົວ ແລະ​ວຽກ​ອາຊີບ. ຕົວຢ່າງ ຄຳ​ອຸປະມາ​ທີ່​ກ່າວ​ເຖິງ​ລາຍ​ລະອຽດ​ເລື່ອງ​ການ​ເຮັດ​ໄຮ່​ເຮັດ​ນາ​ອາດ​ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ໄດ້​ງ່າຍ​ໃນ​ເຂດ​ທີ່​ມີ​ການ​ເຮັດ​ກະສິກຳ​ຫຼາຍ​ກວ່າ​ໃນ​ເມືອງ​ໃຫຍ່. ຊີວິດ​ແລະ​ກິດຈະກຳ​ປະຈຳ​ວັນ​ຂອງ​ຜູ້​ຟັງ ລູກ​ຂອງ​ເຂົາ ເຮືອນ​ຂອງ​ເຂົາ ສິ່ງ​ທີ່​ເຂົາ​ເຮັດ​ໃນ​ຍາມ​ຫວ່າງ ອາຫານ​ຂອງ​ເຂົາ ອາດ​ໃຊ້​ເປັນ​ພື້ນຖານ​ຂອງ​ຄຳ​ອຸປະມາ​ທີ່​ເໝາະສົມ​ໄດ້.

ເອົາ​ສິ່ງ​ເນລະມິດ​ສ້າງ​ມາ​ໃຊ້​ໃນ​ຄຳ​ອຸປະມາ

15. ເພາະ​ເຫດ​ໃດ​ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​ພະ​ເຍຊູ​ມີ​ຄວາມ​ຮູ້​ທີ່​ລະອຽດ​ກ່ຽວ​ກັບ​ທຳມະຊາດ?

15 ຄຳ​ອຸປະມາ​ຫຼາຍ​ເລື່ອງ​ຂອງ​ພະ​ເຍຊູ​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ​ພະອົງ​ມີ​ຄວາມ​ຮູ້​ໃນ​ເລື່ອງ​ທຳມະຊາດ ລວມ​ທັງ​ເລື່ອງ​ພືດ ສັດ​ແລະ​ສະພາບ​ອາກາດ. (ມັດທາຍ 16:2, 3; ລືກາ 12:24, 27) ພະອົງ​ໄດ້​ຄວາມ​ຮູ້​ນີ້​ມາ​ຈາກ​ໃສ? ໃນ​ຂະນະ​ທີ່​ເຕີບ​ໃຫຍ່​ຂຶ້ນ​ຢູ່​ແຂວງ​ຄາລິເລ ແນ່ນອນ​ວ່າ​ພະອົງ​ມີ​ໂອກາດ​ມາກ​ມາຍ​ໃນ​ການ​ສັງເກດ​ເບິ່ງ​ສິ່ງ​ເນລະມິດ​ສ້າງ. ສຳຄັນ​ຍິ່ງ​ກວ່າ​ນັ້ນ ພະ​ເຍຊູ​ເປັນ “ບຸດ​ຫົວ​ທີ​ແຫ່ງ​ສັບພະ​ທຸກ​ສິ່ງ​ທີ່​ສ້າງ​ແລ້ວ” ແລະ​ໃນ​ການ​ສ້າງ​ສັບພະ​ທຸກ​ສິ່ງ ພະເຢໂຫວາ​ໃຊ້​ພະອົງ​ໃນ​ຖານະ​ເປັນ “ນາຍ​ຊ່າງ.” (ໂກໂລດ 1:15, 16; ສຸພາສິດ 8:30, 31, ລ.ມ.) ເປັນ​ຕາ​ແປກ​ໃຈ​ບໍ​ທີ່​ພະ​ເຍຊູ​ມີ​ຄວາມ​ຮູ້​ຢ່າງ​ລະອຽດ​ເລື່ອງ​ສິ່ງ​ເນລະມິດ​ສ້າງ? ຂໍ​ໃຫ້​ມາ​ເບິ່ງ​ວິທີ​ທີ່​ພະອົງ​ເອົາ​ຄວາມ​ຮູ້​ນີ້​ໄປ​ໃຊ້​ຢ່າງ​ຊຳນານ.

16, 17. (ກ) ສິ່ງ​ໃດ​ທີ່​ບົ່ງ​ຊີ້​ວ່າ​ພະ​ເຍຊູ​ຮູ້ຈັກ​ຄຸ້ນ​ເຄີຍ​ດີ​ກັບ​ນິດໄສ​ຂອງ​ແກະ? (ຂ) ຕົວຢ່າງ​ອັນ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ແກະ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ຢ່າງ​ແທ້​ຈິງ?

16 ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຍຊູ​ເອີ້ນ​ຕົນ​ເອງ​ວ່າ​ເປັນ “ຜູ້​ລ້ຽງ​ອັນ​ດີ” ແລະ​ເອີ້ນ​ເຫຼົ່າ​ສາວົກ​ວ່າ​ເປັນ “ແກະ.” ຖ້ອຍຄຳ​ຂອງ​ພະ​ເຍຊູ​ຊີ້​ບອກ​ວ່າ​ພະອົງ​ຮູ້ຈັກ​ຄຸ້ນ​ເຄີຍ​ດີ​ກັບ​ນິດໄສ​ຂອງ​ແກະ. ພະອົງ​ຮູ້​ວ່າ​ມີ​ຄວາມ​ຜູກ​ພັນ​ເປັນ​ພິເສດ​ລະຫວ່າງ​ຜູ້​ລ້ຽງ​ແກະ​ກັບ​ແກະ​ຂອງ​ຕົນ. ພະອົງ​ສັງເກດ​ວ່າ​ສັດ​ເຫຼົ່ານີ້​ທີ່​ໄວ້​ໃຈ​ຄົນ​ພ້ອມ​ທີ່​ຈະ​ຕິດ​ຕາມ​ຜູ້​ນຳ​ທາງ​ໄປ​ທັນທີ​ແລະ​ພວກ​ມັນ​ຕິດ​ຕາມ​ຜູ້​ລ້ຽງ​ຢ່າງ​ສັດ​ຊື່. ເປັນ​ຫຍັງ​ແກະ​ຈຶ່ງ​ຕິດ​ຕາມ​ຜູ້​ລ້ຽງ​ຂອງ​ມັນ? ພະ​ເຍຊູ​ກ່າວ​ວ່າ “ເຫດ​ວ່າ​ເຂົາ​ຮູ້ຈັກ​ສຽງ​ປາ​ກ​ຂອງ​ພະອົງ.” (ໂຢຮັນ 10:2-4, 11) ແກະ​ຮູ້ຈັກ​ສຽງ​ຜູ້​ລ້ຽງ​ຂອງ​ມັນ​ແທ້ໆບໍ?

17 ຈອດ ເອ. ສະ​ມິດ ຂຽນ​ສິ່ງ​ທີ່​ລາວ​ໄດ້​ເຝົ້າ​ເບິ່ງ​ໄວ້​ໃນ​ປຶ້ມ​ພູມ​ປະເທດ​ທາງ​ປະຫວັດສາດ​ຂອງ​ດິນແດນ​ສັກສິດ (ພາສາ​ອັງກິດ) ວ່າ “ບາງ​ຄັ້ງ ເຮົາ​ພັກຜ່ອນ​ຕອນ​ທ່ຽງ​ຂ້າງ​ນ້ຳ​ສ້າງ​ແຫ່ງ​ໜຶ່ງ​ໃນ​ແຂວງ​ຢູເດ​ເຊິ່ງ​ມີ​ຜູ້​ລ້ຽງ​ແກະ​ສາມ​ຫຼື​ສີ່​ຄົນ​ລົງ​ມາ​ທີ່​ນັ້ນພ້ອມ​ກັບ​ຝູງ​ແກະ​ຂອງ​ຕົນ. ຝູງ​ແກະ​ມາ​ປະ​ປົນ​ກັນ​ຢູ່​ນ້ຳ​ສ້າງ ແລະ​ເຮົາ​ພາກັນ​ສົງໄສ​ວ່າ​ຜູ້​ລ້ຽງ​ແກະ​ແຕ່​ລະ​ຄົນ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ແກະ​ໂຕ​ໃດ​ແມ່ນ​ຂອງ​ຕົນ​ເອງ. ແຕ່​ຫຼັງ​ຈາກ​ທີ່​ແກະ​ກິນ​ນ້ຳ​ແລະ​ຢອກ​ກັນ​ຫຼິ້ນ​ແລ້ວໆ ຜູ້​ລ້ຽງ​ແກະ​ພາກັນ​ກັບ​ຂຶ້ນ​ໄປ​ຄົນ​ລະ​ຟາກ​ຂອງ​ເປີ້ນພູ​ແລະ​ແຕ່​ລະ​ຄົນ​ກໍ​ຮ້ອງ​ເອີ້ນ​ແກະ​ດ້ວຍ​ສຽງ​ທີ່​ມີ​ລັກສະນະ​ສະເພາະ ແລະ​ແກະ​ຂອງ​ຜູ້​ລ້ຽງ​ແຕ່​ລະ​ຄົນ​ກໍ​ແຍກ​ກັນ​ອອກ​ຈາກ​ກຸ່ມ​ກັບ​ໄປ​ຫາ​ຜູ້​ລ້ຽງ​ຂອງ​ມັນ​ເປັນ​ຝູງ​ແບບ​ເກົ່າ​ຢ່າງ​ມີ​ລະບຽບ​ຄື​ກັບ​ຕອນ​ທີ່​ພວກ​ມັນ​ມາ.” ພະ​ເຍຊູ​ຄົງ​ບໍ່​ອາດ​ຫາ​ຕົວຢ່າງ​ອັນ​ໃດ​ທີ່​ດີ​ໄປ​ກວ່າ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ຈຸດ​ສຳຄັນ​ຂອງ​ພະອົງ ເວົ້າ​ໄດ້​ວ່າ​ຫາກ​ເຮົາ​ຍອມ​ຮັບ​ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ອີກ​ທັງ​ຕິດ​ຕາມ​ການ​ຊີ້​ນຳ​ຂອງ​ພະອົງ ເຮົາ​ກໍ​ຈະ​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ “ຜູ້​ລ້ຽງ​ອັນ​ດີ.”

18. ເຮົາ​ຈະ​ພົບ​ຂໍ້​ມູນ​ເລື່ອງ​ສິ່ງ​ເນລະມິດ​ສ້າງ​ຂອງ​ພະເຢໂຫວາ​ໄດ້​ຈາກ​ແຫຼ່ງ​ໃດ?

18 ເຮົາ​ຈະ​ຮຽນ​ຮູ້​ວິທີ​ນຳ​ເອົາ​ສິ່ງ​ເນລະມິດ​ສ້າງ​ມາ​ໃຊ້​ເປັນ​ຄຳ​ອຸປະມາ​ໄດ້​ແນວໃດ? ລັກສະນະ​ນິດໄສ​ທີ່​ໂດດ​ເດັ່ນ​ຂອງ​ສັດ​ອາດ​ເປັນ​ພື້ນຖານ​ສຳລັບ​ການ​ປຽບ​ທຽບ​ທີ່​ງ່າຍແຕ່​ວ່າ​ເກີດ​ຜົນ. ເຮົາ​ຈະ​ພົບ​ຂໍ້​ມູນ​ເລື່ອງ​ການ​ເນລະມິດ​ສ້າງ​ຂອງ​ພະເຢໂຫວາ​ໄດ້​ຈາກ​ແຫຼ່ງ​ໃດ? ຄຳພີໄບເບິນ​ເປັນ​ແຫຼ່ງ​ຄວາມ​ຮູ້​ທີ່​ມາກ​ມາຍ​ກ່ຽວ​ກັບ​ສັດ​ຫຼາກຫຼາຍ​ຊະນິດ ແລະ​ບາງ​ຄັ້ງ​ມີ​ການ​ໃຊ້​ລັກສະນະ​ນິດໄສ​ຂອງ​ສັດ​ໃນ​ແບບ​ທີ່​ເປັນ​ຄຳ​ອຸປະມາ. ຄຳພີໄບເບິນ​ເວົ້າ​ເຖິງ​ການ​ເຄື່ອນ​ໄຫວ​ທີ່​ວ່ອງໄວ​ຂອງ​ມັ່ງ​ເທິງ​ພູ​ຫຼື​ເສືອ​ດາວ ໃຫ້​ລະ​ມັດ​ລະວັງ​ຄື​ກັບ​ງູ ແລະ​ບໍ່​ເປັນ​ພິດ​ເປັນ​ໄພ​ຄື​ນົກ​ເຂົາ​ຫຼື​ນົກ​ກາງແກ. * (1 ຂ່າວຄາວ 12:8; ຫາບາກຸກ 1:8; ມັດທາຍ 10:16) ແຫຼ່ງ​ຂໍ້​ມູນ​ອື່ນ​ທີ່​ມີ​ຄຸນຄ່າ​ໄດ້​ແກ່​ຫໍສັງເກດການ ຕື່ນ​ເຖີດ! (ທັງ​ສອງ​ເປັນ​ພາສາ​ໄທ) ແລະ​ໜັງສື​ອື່ນໆທີ່​ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ. ເຈົ້າ​ສາມາດ​ຮຽນ​ຮູ້​ໄດ້​ຫຼາຍ​ຈາກ​ການ​ສັງເກດ​ວິທີ​ທີ່​ໜັງສື​ເຫຼົ່ານີ້​ໃຊ້​ການ​ປຽບ​ທຽບ​ທີ່​ງ່າຍໆໂດຍ​ອາໄສ​ສິ່ງ​ເນລະມິດ​ສ້າງ​ທີ່​ໜ້າ​ອັດສະຈັນ​ໃຈ​ມາກ​ມາຍ​ຂອງ​ພະເຢໂຫວາ.

ນຳ​ໃຊ້​ຕົວຢ່າງ​ທີ່​ຜູ້​ຟັງ​ຮູ້ຈັກ​ດີ

19, 20. (ກ) ເພື່ອ​ເປີດໂປງ​ຄວາມ​ເຊື່ອ​ທີ່​ຜິດໆ ພະ​ເຍຊູ​ໃຊ້​ເຫດການ​ທີ່​ຫາ​ກໍ​ເກີດຂຶ້ນ​ໃນ​ຕອນ​ນັ້ນ​ຢ່າງ​ໃດ? (ຂ) ໃນ​ການ​ສອນ ເຮົາ​ຈະ​ໃຊ້​ຕົວຢ່າງ​ແລະ​ປະສົບການ​ຈາກ​ຊີວິດ​ຈິງ​ແນວໃດ?

19 ຕົວຢ່າງ​ປຽບ​ທຽບ​ທີ່​ມີ​ພະລັງ​ອາດ​ຢູ່​ໃນ​ຮູບ​ຕົວຢ່າງ​ຂອງ​ຊີວິດ​ຈິງ. ຄັ້ງ​ໜຶ່ງ​ພະ​ເຍຊູ​ໃຊ້​ເຫດການ​ທີ່​ຫາ​ກໍ​ເກີດຂຶ້ນ​ເພື່ອ​ເປີດໂປງ​ຄວາມ​ເຊື່ອ​ທີ່​ຜິດໆທີ່​ວ່າ​ເຫດການ​ທີ່​ໜ້າ​ເສົ້າໃຈ​ຍ່ອມ​ເກີດ​ກັບ​ຄົນ​ທີ່​ສົມຄວນ​ໄດ້​ຮັບ. ພະອົງ​ກ່າວ​ວ່າ “18 ຄົນ​ນັ້ນ​ທີ່​ຫໍ​ປ້ອມ​ແຫ່ງ​ສິໂລເອ​ໄດ້​ຕົກ​ທັບ​ເຂົາ​ແລະ​ຂ້າ​ເສຍ ທ່ານ​ທັງ​ຫຼາຍ​ຄຶດ​ວ່າ​ເຂົາ​ເປັນ​ຄົນ​ຜິດ [ຄົນ​ບາບ] ຫຼາຍ​ກວ່າ​ຊາວ​ເມືອງ​ເຢຣຶຊາເລມ​ທັງ​ປວງ​ຫຼື?” (ລືກາ 13:4) ທີ່​ຈິງ 18 ຄົນ​ນັ້ນ​ບໍ່​ໄດ້​ຕາຍ​ຍ້ອນ​ບາບ​ບາງ​ຢ່າງ​ທີ່​ກະຕຸ້ນ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຄວາມ​ຕາຍ​ທີ່​ໜ້າ​ເສົ້າໃຈ​ນັ້ນ​ເປັນ​ຜົນ​ມາ​ຈາກ “ເວລາ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ລ່ວງ​ໜ້າ.” (ຜູ້​ເທສະໜາ​ປ່າວ​ປະກາດ 9:11, ລ.ມ.) ໂດຍ​ວິທີ​ນີ້​ພະ​ເຍຊູ​ຈຶ່ງ​ຫັກ​ລ້າງ​ຄຳ​ສອນ​ຕົວະ​ໂດຍ​ຍົກ​ເອົາ​ເຫດການ​ທີ່​ຜູ້​ຟັງ​ຂອງ​ພະອົງ​ຮູ້ຈັກ​ດີ.

20 ເຮົາ​ຈະ​ໃຊ້​ຕົວຢ່າງ​ແລະ​ປະສົບການ​ຈາກ​ຊີວິດ​ຈິງ​ໃນ​ການ​ສອນ​ໄດ້​ແນວໃດ? ສົມມຸດ​ວ່າ​ເຈົ້າ​ກຳລັງ​ພິຈາລະນາ​ເຖິງ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ສັນຍະລັກ​ຂອງ​ການ​ປະທັບ​ຂອງ​ພະອົງ. (ມັດທາຍ 24:3-14) ເຈົ້າອາດ​ອ້າງ​ເຖິງ​ຂ່າວ​ທີ່​ເກີດຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ກ່ຽວ​ກັບ​ສົງຄາມ ຄວາມ​ອຶດຢາກ ຫຼື​ແຜ່ນດິນ​ໄຫວ ເພື່ອ​ສະແດງ​ວ່າ​ລັກສະນະ​ເດັ່ນ​ສະເພາະ​ບາງ​ຢ່າງ​ຂອງ​ສັນຍະລັກ​ນີ້​ກຳລັງ​ສຳເລັດ​ເປັນ​ຈິງ. ຫຼື​ສົມມຸດ​ວ່າ​ເຈົ້າ​ຢາກ​ໃຊ້​ປະສົບການ​ໜຶ່ງ​ເພື່ອ​ສະແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ທີ່​ເກີດຂຶ້ນ​ເນື່ອງ​ຈາກ​ການ​ສວມ​ໃສ່​ນິດໄສ​ໃຈ​ຄໍ​ໃໝ່. (ເອເຟດ 4:20-24) ເຈົ້າ​ຈະ​ພົບ​ປະສົບການ​ດັ່ງ​ກ່າວ​ຈາກ​ໃສ? ເຈົ້າ​ອາດ​ຄິດ​ເຖິງ​ພູມ​ຫຼັງ​ທີ່​ຫຼາກຫຼາຍ​ຂອງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ຫຼື​ອາດ​ໃຊ້​ປະສົບການ​ທີ່​ພິມ​ໃນ​ໜັງສື​ເຫຼັ້ມ​ໜຶ່ງ​ຂອງ​ພະຍານ​ພະເຢໂຫວາ.

21. ການ​ເປັນ​ຄູ​ສອນ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ເກີດ​ຜົນ​ມີ​ຜົນ​ຕອບ​ແທນ​ອັນ​ໃດ​ແດ່?

21 ພະ​ເຍຊູ​ເປັນ​ຄູ​ສອນ​ທີ່​ຊຳນານ​ຢ່າງ​ແທ້​ຈິງ! ດັ່ງ​ທີ່​ໄດ້​ເຫັນ​ໃນ​ພາກ​ນີ້​ການ “ສອນ . . . ແລະ​ປະກາດ​ຂ່າວ​ດີ” ເປັນ​ວຽກ​ອາຊີບ​ຂອງ​ພະອົງ. (ມັດທາຍ 4:23, ລ.ມ.) ນີ້​ກໍ​ເປັນ​ວຽກ​ອາຊີບ​ຂອງ​ເຮົາ​ຄື​ກັນ. ການ​ເປັນ​ຄູ​ສອນ​ທີ່​ເກີດ​ຜົນ​ໃຫ້​ຜົນ​ຕອບ​ແທນ​ຢ່າງ​ມາກ​ມາຍ. ເມື່ອ​ເຮົາ​ສອນ ເຮົາ​ກຳລັງ​ໃຫ້​ຄົນ​ອື່ນ ແລະ​ການ​ໃຫ້​ເຊັ່ນ​ນັ້ນ​ເຮັດ​ໃຫ້​ມີ​ຄວາມສຸກ. (ກິດຈະການ 20:35) ຄວາມສຸກ​ແບບ​ນັ້ນ​ເປັນ​ຄວາມ​ຍິນດີ​ເນື່ອງ​ຈາກ​ຮູ້​ວ່າ​ເຮົາ​ກຳລັງ​ບອກ​ສິ່ງ​ທີ່​ມີ​ຄຸນຄ່າ​ຢ່າງ​ແທ້​ຈິງ​ແລະ​ທັງ​ຖາວອນ ນັ້ນ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຢໂຫວາ. ເຮົາ​ຍັງ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ທີ່​ຮູ້​ວ່າ​ເຮົາ​ກຳລັງ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ ຄູ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ຢູ່​ແຜ່ນດິນ​ໂລກ.

^ ບັນທຶກ​ທຳອິດ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ເລື່ອງ​ຊີວິດ​ຂອງ​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ​ເບິ່ງ​ຄື​ວ່າ​ແມ່ນ​ກິດຕິຄຸນ​ຂຽນ​ໂດຍ​ມັດທາຍ ເຊິ່ງ​ຂຽນ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ສິ້ນ​ຊີວິດ​ໄດ້​ປະມານ​ແປດ​ປີ.

^ ພະ​ເຍຊູ​ຍັງ​ກ່າວ​ວ່າ​ປະໂລຫິດ​ແລະ​ຊາວ​ເລວີ​ມາ “ຈາກ​ເມືອງ​ເຢຣຶຊາເລມ” ດ້ວຍ​ເຫດ​ນີ້​ເຂົາເຈົ້າ​ຈຶ່ງ​ມາ​ຈາກ​ວິຫານ. ດັ່ງນັ້ນ ຈຶ່ງ​ບໍ່​ມີ​ໃຜ​ສາມາດ​ຫາ​ຂໍ້​ອ້າງ​ໃນ​ຄວາມ​ເສີຍ​ເມີຍ​ຂອງ​ເຂົາເຈົ້າ ໂດຍ​ເວົ້າ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ຊ່ວຍ​ຜູ້​ຊາຍ​ທີ່​ເບິ່ງ​ຄື​ວ່າ​ຕາຍ​ແລ້ວ​ນັ້ນ​ເພາະ​ບໍ່​ຕ້ອງການ​ກາຍ​ເປັນ​ຄົນ​ທີ່​ມີ​ມົນທິນ​ຊົ່ວຄາວ​ສຳລັບ​ການ​ປະຕິບັດ​ໜ້າ​ທີ່​ຢູ່​ວິຫານ.—ພວກເລວີ 21:1; ຈົດເຊັນບັນຊີ 19:16.

^ ສຳລັບ​ການ​ໃຊ້​ລັກສະນະ​ນິດໄສ​ຂອງ​ສັດ​ໃນ​ແບບ​ທີ່​ເປັນ​ຄຳ​ອຸປະມາ​ໃນ​ຄຳພີໄບເບິນ​ເຊິ່ງ​ມີ​ລາຍ​ລະອຽດ​ຫຼາຍ​ກວ່າ ຂໍ​ໃຫ້​ເບິ່ງ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ໃນ​ພະ​ຄຳ​ພີ (ພາສາ​ອັງກິດ) ຫົວ​ທີ 1 ໜ້າ 268, 270-271 ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ.