ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 10

“ມີ​ຄຳ​ຂຽນ​ໄວ້​ວ່າ”

“ມີ​ຄຳ​ຂຽນ​ໄວ້​ວ່າ”

“ພະ​ຄຳ​ພີ​ນີ້​ໄດ້​ສຳເລັດ​ແລ້ວ . . . ໃນ​ວັນ​ນີ້”

1-3. ພະ​ເຍຊູ​ຕ້ອງການ​ໃຫ້​ຊາວ​ເມືອງ​ນາຊາເລດ​ໄດ້​ຂໍ້​ສະຫຼຸບ​ທີ່​ສຳຄັນ​ອັນ​ໃດ ແລະ​ພະອົງ​ໄດ້​ສະເໜີ​ຫຼັກ​ຖານ​ຫຍັງ​ແດ່?

 ເປັນ​ໄລຍະ​ຕົ້ນໆໃນ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ. ພະຄລິດ​ໄດ້​ກັບ​ໄປ​ເມືອງ​ນາຊາເລດ ບ່ອນ​ທີ່​ພະອົງ​ເຕີບ​ໃຫຍ່​ຂຶ້ນ. ເປົ້າ​ໝາຍ​ຂອງ​ພະອົງ​ກໍ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ໄດ້​ຂໍ້​ສະຫຼຸບ​ທີ່​ສຳຄັນ​ທີ່​ວ່າ ພະອົງ​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ດົນ​ນານ​ມາ​ແລ້ວ! ພະອົງ​ໄດ້​ສະເໜີ​ຫຼັກ​ຖານ​ຫຍັງ​ແດ່?

2 ແນ່ນອນ​ວ່າ​ຫຼາຍ​ຄົນ​ຄາດ​ໝາຍ​ໃຫ້​ມີ​ການອັດສະຈັນ. ເຂົາເຈົ້າ​ໄດ້​ຍິນ​ວ່າ​ພະ​ເຍຊູ​ໄດ້​ເຮັດ​ການອັດສະຈັນ. ແຕ່​ພະອົງ​ບໍ່​ໄດ້​ສະແດງ​ການອັດສະຈັນ​ແກ່​ເຂົາເຈົ້າ​ເລີຍ. ແທນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ພະອົງ​ໄປ​ທີ່​ໂຮງ​ທຳ​ຕາມ​ທຳນຽມ​ຂອງ​ພະອົງ. ພະອົງ​ຢືນ​ຂຶ້ນ​ເພື່ອ​ທີ່​ຈະ​ອ່ານ​ມ້ວນ​ໜັງສື​ພະທຳ​ເອຊາອີ​ທີ່​ມີ​ຜູ້​ຍື່ນ​ໃຫ້​ພະອົງ. ພະທຳ​ເອຊາອີ​ເປັນ​ມ້ວນ​ໜັງສື​ທີ່​ຍາວ ເບິ່ງ​ຄື​ວ່າ​ພັນ​ຢູ່​ຮອບ​ແກນ​ໄມ້​ຄູ່​ໜຶ່ງ ພະ​ເຍຊູ​ມາຍ​ມ້ວນ​ໜັງສື​ນັ້ນ​ອອກ​ຢ່າງ​ລະ​ມັດ​ລະວັງ​ຈົນ​ກະທັ່ງ​ພົບ​ຂໍ້​ຄວາມ​ທີ່​ພະອົງ​ຊອກ​ຫາ. ຈາກ​ນັ້ນ​ພະອົງ​ກໍ​ອ່ານ​ດ້ວຍ​ສຽງ​ອັນ​ດັງ​ຈາກ​ຂໍ້​ຄວາມ​ເຊິ່ງ​ປັດຈຸບັນ​ນີ້​ແມ່ນ​ພະທຳ​ເອຊາອີ 61:1-3.—ລືກາ 4:16-19.

3 ແນ່ນອນ​ວ່າ​ຜູ້​ຟັງ​ຄຸ້ນ​ເຄີຍ​ດີ​ກັບ​ຂໍ້​ຄວາມ​ຕອນ​ນີ້. ນັ້ນ​ເປັນ​ຄຳ​ພະຍາກອນ​ກ່ຽວ​ກັບ​ຜູ້​ເປັນ​ເມຊີ. ສາຍ​ຕາ​ທຸກ​ຄູ່​ທີ່​ຢູ່​ໃນ​ໂຮງ​ທຳ​ຈ້ອງ​ເບິ່ງ​ພະ​ເຍຊູ. ເກີດ​ຄວາມ​ມິດ​ງຽບ​ຢູ່​ໄລຍະ​ໜຶ່ງ. ຈາກ​ນັ້ນ​ພະອົງ​ເລີ່ມ​ຕົ້ນ​ອະທິບາຍ ບາງ​ທີ​ອາດ​ຊີ້​ແຈງ​ລະອຽດ​ພໍ​ສົມຄວນ​ວ່າ “ພະ​ຄຳ​ພີ​ນີ້​ໄດ້​ສຳເລັດ​ແລ້ວ​ໃນ​ຫູ​ຂອງ​ທ່ານ​ທັງ​ຫຼາຍ​ໃນ​ວັນ​ນີ້.” ຜູ້​ຄົນ​ຮູ້ສຶກ​ອັດສະຈັນ​ໃຈ​ໃນ​ຖ້ອຍຄຳ​ຂອງ​ພະອົງ​ທີ່​ໜ້າ​ຈັບ​ໃຈ ແຕ່​ຫຼາຍ​ຄົນ​ເບິ່ງ​ຄື​ວ່າ​ຍັງ​ຢາກ​ເຫັນ​ສັນຍະລັກ​ບາງ​ຢ່າງ​ທີ່​ໜ້າ​ຕື່ນ​ເຕັ້ນ. ແທນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ພະ​ເຍຊູ​ໃຊ້​ຕົວຢ່າງ​ໃນ​ພະ​ຄຳ​ພີ​ຢ່າງ​ກ້າຫານ​ເພື່ອ​ເປີດ​ເຜີຍ​ເຖິງ​ການ​ທີ່​ເຂົາເຈົ້າ​ຂາດ​ຄວາມ​ເຊື່ອ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ຊາວ​ເມືອງ​ນາຊາເລດ​ກໍ​ພະຍາຍາມ​ທີ່​ຈະ​ຂ້າ​ພະອົງ!—ລືກາ 4:20-30.

4. ໃນ​ວຽກ​ຮັບໃຊ້ ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ອັນ​ໃດ​ໄວ້ ແລະ​ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ນີ້?

4 ໃນ​ທີ່​ນີ້​ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ທີ່​ພະອົງ​ໄດ້​ຍຶດ​ຖື​ມາ​ຕະຫຼອດ​ໃນ​ວຽກ​ຮັບໃຊ້​ຂອງ​ພະອົງ. ພະອົງ​ໄດ້​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ມາ​ໃຊ້​ເປັນ​ພື້ນຖານອັນ​ໜັກແໜ້ນ​ທີ່​ສຸດ​ສຳລັບ​ສິ່ງ​ທີ່​ພະອົງ​ສອນ​ແລະ​ເຮັດ. ແມ່ນ​ຢູ່ ການອັດສະຈັນ​ຕ່າງໆທີ່​ພະອົງ​ເຮັດ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ວິນຍານ​ຂອງ​ພະເຈົ້າ​ຢູ່​ກັບ​ພະອົງ. ແຕ່​ບໍ່​ມີ​ສິ່ງ​ໃດ​ມີ​ຄວາມ​ສຳຄັນ​ຕໍ່​ກັບ​ພະ​ເຍຊູ​ຫຼາຍ​ເທົ່າ​ກັບ​ພະ​ຄຳ​ພີ​ບໍລິສຸດ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ທີ່​ພະອົງ​ໄດ້​ວາງ​ໄວ້​ໃນ​ເລື່ອງ​ນີ້. ເຮົາ​ຈະ​ພິຈາລະນາ​ເຖິງ​ວິທີ​ທີ່​ຜູ້​ເປັນ​ນາຍ​ຂອງ​ເຮົາ​ໄດ້​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ໄດ້​ປົກປ້ອງ ແລະ​ໄດ້​ອະທິບາຍ​ພະ​ຄຳ​ນັ້ນ.

ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

5. ພະ​ເຍຊູ​ຢາກ​ໃຫ້​ຜູ້​ຟັງ​ຂອງ​ພະອົງ​ຮູ້​ອັນ​ໃດ ແລະ​ພະອົງ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ພະອົງ​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພະອົງ​ກ່າວ?

5 ພະ​ເຍຊູ​ຕ້ອງການ​ໃຫ້​ຜູ້​ຄົນ​ຮູ້​ທີ່​ມາ​ຂອງ​ຂ່າວ​ສານ​ຂອງ​ພະອົງ. ພະອົງ​ກ່າວ​ວ່າ “ຄວາມ​ສັ່ງ​ສອນ​ຂອງ​ເຮົາ​ບໍ່​ມາ​ແຕ່​ເຮົາ ແຕ່​ວ່າ​ມາ​ແຕ່​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ.” (ໂຢຮັນ 7:16) ໃນ​ອີກ​ໂອກາດ​ໜຶ່ງ ພະອົງ​ກ່າວ​ວ່າ “ເຮົາ​ບໍ່​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ດ້ວຍ​ລຳພັງ​ຂອງ​ເຮົາ​ເອງ ແຕ່​ວ່າ​ເຮົາ​ໄດ້​ເວົ້າ​ຄຳ​ທັງ​ຫຼາຍ​ນີ້​ຕາມ​ພະ​ບິດາ​ໄດ້​ສັ່ງ​ສອນ​ເຮົາ.” (ໂຢຮັນ 8:28) ຍິ່ງ​ກວ່າ​ນັ້ນ ພະອົງ​ກ່າວ​ຕື່ມ​ອີກ​ວ່າ “ຄຳ​ທັງ​ຫຼາຍ​ທີ່​ເຮົາ​ໄດ້​ເວົ້າ​ແກ່​ທ່ານ​ທັງ​ຫຼາຍ​ເຮົາ​ບໍ່​ໄດ້​ເວົ້າ​ດ້ວຍ​ລຳພັງ​ຂອງ​ເຮົາ​ເອງ ແຕ່​ວ່າ​ພະ​ບິດາ​ທີ່​ສະຖິດ​ຢູ່​ໃນ​ເຮົາ​ເປັນ​ຜູ້​ທີ່​ກະທຳ​ກິດຈະການ.” (ໂຢຮັນ 14:10) ວິທີ​ໜຶ່ງ​ທີ່​ພະ​ເຍຊູ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ກ່າວ​ນັ້ນ​ແມ່ນ​ການ​ຍົກ​ຂໍ້​ຄວາມ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ຂຶ້ນ​ມາ​ກ່າວ​ເທື່ອ​ແລ້ວ​ເທື່ອ​ອີກ.

6, 7. (ກ) ພະ​ເຍຊູ​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ​ຫຼາຍ​ປານ​ໃດ ແລະ​ເປັນ​ຫຍັງ​ການ​ເຮັດ​ແນວ​ນີ້​ຈຶ່ງ​ເປັນ​ເລື່ອງ​ໜ້າ​ປະທັບ​ໃຈ? (ຂ) ຄຳ​ສອນ​ຂອງ​ພະ​ເຍຊູ​ແຕກຕ່າງ​ຈາກ​ຄຳ​ສອນ​ຂອງ​ພວກ​ສະໝຽນ​ແນວໃດ?

6 ການ​ສຶກສາ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ທີ່​ມີ​ການ​ບັນທຶກ​ໄວ້​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ​ພະອົງ​ໄດ້​ຍົກ​ຂໍ້​ຄວາມ​ໂດຍ​ກົງ​ຫຼື​ພາດ​ພິງ​ເຖິງ ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ສາ​ລະບົບ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ. ນີ້​ອາດ​ຟັງ​ຄື​ວ່າ​ບໍ່​ເປັນ​ຕາ​ປະທັບ​ໃຈ​ປານ​ໃດ. ເຈົ້າ​ອາດ​ສົງໄສ​ວ່າ ໃນ​ໄລຍະ​ສາມ​ປີ​ເຄິ່ງ​ຂອງ​ການ​ສັ່ງ​ສອນ​ແລະ​ການ​ປະກາດ​ຕໍ່​ສາທາລະນະ​ຊົນ​ເປັນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ໜັງສື​ທັງໝົດ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ມີ​ຢູ່. ທີ່​ຈິງ​ແລ້ວ ພະອົງ​ອາດ​ໄດ້​ເຮັດ​ເຊັ່ນ​ນັ້ນ​ແທ້ໆ. ຢ່າ​ລືມ​ວ່າ​ມີ​ພຽງ​ສ່ວນ​ເລັກ​ໜ້ອຍ​ຂອງ​ຄຳ​ກ່າວ​ແລະ​ການ​ກະທຳ​ຂອງ​ພະ​ເຍຊູ​ທີ່​ມີ​ການ​ບັນທຶກ​ໄວ້. (ໂຢຮັນ 21:25) ທີ່​ຈິງ​ອາດ​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຈະ​ອ່ານ​ຄຳ​ກ່າວ​ທັງໝົດ​ຂອງ​ພະເຍຊູ​ທີ່​ມີ​ການ​ບັນທຶກ​ໄວ້​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ. ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ເວົ້າ​ເລື່ອງ​ພະເຈົ້າ​ແລະ​ລາຊະອານາຈັກ​ຂອງ​ພະອົງ​ພາຍ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ແລະ​ຍັງ​ສາມາດ​ອ້າງ​ເຖິງ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ! ນອກຈາກນັ້ນ ສ່ວນ​ຫຼາຍ​ແລ້ວ​ພະ​ເຍຊູ​ບໍ່​ມີ​ມ້ວນ​ໜັງສື​ທີ່​ຂຽນ​ເປັນ​ລາຍລັກ​ອັກສອນ​ເຊິ່ງ​ພ້ອມ​ທີ່​ຈະ​ຈັບ​ຂຶ້ນ​ມາ​ອ່ານ​ໄດ້. ຕອນ​ຢູ່​ເທິງ​ພູເຂົາ ເມື່ອ​ພະອົງ​ຖ່າຍ​ທອດ​ຄຳ​ເທດ​ທີ່​ມີ​ຊື່ສຽງ​ພະອົງ​ໄດ້​ລວມ​ເອົາ​ຂໍ້​ອ້າງອີງ​ຈາກ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ​ຫຼາຍ​ສິບ​ຄັ້ງ​ທັງ​ໂດຍ​ທາງ​ກົງ​ແລະ​ທາງ​ອ້ອມ ເຊິ່ງ​ທັງໝົດ​ລ້ວນ​ແຕ່​ມາ​ຈາກ​ຄວາມ​ຊົງ​ຈຳ!

7 ການ​ທີ່​ພະ​ເຍຊູ​ຍົກ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຄົາລົບ​ຢ່າງ​ເລິກ​ເຊິ່ງ​ທີ່​ພະອົງ​ມີ​ຕໍ່​ພະ​ຄຳ​ຂອງ​ພະເຈົ້າ. ຜູ້​ຟັງ​ຂອງ​ພະອົງ “ໄດ້​ປະຫຼາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພະອົງ​ເພາະ​ວ່າ​ພະອົງ​ໄດ້​ສັ່ງ​ສອນ​ເຂົາ​ເໝືອນ​ດັ່ງ​ຜູ້​ມີ​ອຳນາດ​ແລະ​ບໍ່​ໃຊ່​ເໝືອນ​ດັ່ງ​ພວກ​ສະໝຽນ.” (ມາລະໂກ 1:22) ເມື່ອ​ພວກ​ສະໝຽນ​ສອນ ເຂົາເຈົ້າ​ມັກ​ອ້າງ​ເຖິງ​ສິ່ງ​ທີ່​ເອີ້ນ​ກັນ​ວ່າ​ກົດໝາຍ​ສືບ​ປາ​ກ ອ້າງ​ເຖິງ​ພວກ​ລັບບີ​ຜູ້​ທີ່​ຮອບ​ຮູ້​ທີ່​ຢູ່​ໃນ​ອະດີດ. ພະ​ເຍຊູ​ບໍ່​ເຄີຍ​ອ້າງ​ເຖິງ​ພະຍານ​ຫຼັກ​ຖານ​ຈາກ​ກົດໝາຍ​ສືບ​ປາ​ກ​ຫຼື​ລັບບີ​ຜູ້​ໃດ​ຜູ້​ໜຶ່ງ. ແທນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ພະອົງ​ຖື​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ວ່າ​ເປັນ​ແຫຼ່ງ​ອ້າງອີງ​ທີ່​ສູງ​ສຸດ. ພະອົງ​ກ່າວ​ຊ້ຳ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ “ມີ​ຄຳ​ຂຽນ​ໄວ້​ວ່າ.” ພະອົງ​ໃຊ້​ຖ້ອຍຄຳ​ດັ່ງ​ກ່າວ​ຫຼື​ຖ້ອຍຄຳ​ທີ່​ຄ້າຍໆກັນ​ນັ້ນ​ຫຼາຍ​ຄັ້ງ​ໃນ​ການ​ສອນ​ເຫຼົ່າ​ສາວົກ​ແລະ​ໃນ​ການ​ແກ້ໄຂ​ແນວ​ຄິດ​ທີ່​ຜິດ​ຂອງ​ເຂົາເຈົ້າ.

8, 9. (ກ) ເມື່ອ​ຊຳຮະ​ລ້າງ​ວິຫານ ພະ​ເຍຊູ​ສະໜັບສະໜູນ​ສິດ​ອຳນາດ​ຂອງ​ພະ​ຄຳ​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ? (ຂ) ໃນ​ທາງ​ໃດ​ແດ່​ທີ່​ພວກ​ຫົວໜ້າ​ສາສະໜາ​ທີ່​ຢູ່​ວິຫານ​ຂາດ​ຄວາມ​ນັບຖື​ຢ່າງ​ຍິ່ງ​ຕໍ່​ພະ​ຄຳ​ຂອງ​ພະເຈົ້າ?

8 ເມື່ອ​ພະ​ເຍຊູ​ຊຳຮະ​ລ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ ພະອົງ​ກ່າວ​ວ່າ “ມີ​ຄຳ​ຂຽນ​ໄວ້​ວ່າ ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ຊື່​ວ່າ​ວິຫານ​ແຫ່ງ​ຄວາມ​ອ້ອນວອນ’ ແຕ່​ວ່າ​ຝ່າຍ​ທ່ານ​ທັງ​ຫຼາຍ ທ່ານ​ທັງ​ຫຼາຍ​ໄດ້​ກະທຳ​ໃຫ້​ກາຍ​ເປັນ​ຖ້ຳ​ແຫ່ງ​ໝູ່​ຄົນ​ຂະໂມຍ.” (ມັດທາຍ 21:12, 13; ເອຊາອີ 56:7; ເຢເຣມີ 7:11) ກ່ອນ​ໜ້າ​ນີ້ ພະອົງ​ໄດ້​ເຮັດ​ການອັດສະຈັນ​ຫຼາຍ​ຢ່າງ​ຢູ່​ທີ່​ນັ້ນ. ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ຮູ້ສຶກ​ປະທັບ​ໃຈ​ຢ່າງ​ຍິ່ງ​ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ສັນລະເສີນ​ພະອົງ. ແຕ່​ພວກ​ຫົວໜ້າ​ສາສະໜາ​ຖາມ​ພະ​ເຍຊູ​ດ້ວຍ​ຄວາມ​ຂຸ່ນ​ເຄືອງ​ໃຈ​ວ່າ​ພະອົງ​ໄດ້​ຍິນ​ສິ່ງ​ທີ່​ພວກ​ເດັກ​ນ້ອຍ​ພວມ​ເວົ້າ​ຢູ່​ຫຼື​ບໍ່. ພະອົງ​ໄດ້​ຕອບ​ວ່າ “ໄດ້​ຍິນ​ແລ້ວ. ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ອ່ານ​ສັກ​ເທື່ອ​ຫຼື​ຂໍ້​ທີ່​ວ່າ ‘ພະອົງ​ໄດ້​ຕັ້ງ​ຄວາມ​ສັນລະເສີນ​ແຫ່ງ​ຕົນ​ໄວ້​ດ້ວຍ​ປາ​ກ​ຂອງ​ພວກ​ເດັກ​ນ້ອຍ . . . ແລະ​ຜູ້​ທີ່​ຍັງ​ກິນນົມ​ຢູ່’?” (ມັດທາຍ 21:16; ຄຳເພງ 8:2) ພະ​ເຍຊູ​ຕ້ອງການ​ໃຫ້​ຄົນ​ເຫຼົ່ານັ້ນ​ຮູ້​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ເຫັນ​ດີ​ກັບ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນັ້ນ.

9 ຕໍ່​ຈາກ​ນັ້ນ ພວກ​ຫົວໜ້າ​ສາສະໜາ​ກໍ​ລວມ​ໂຕ​ກັນ​ມາ​ປະເຊີນ​ໜ້າ​ກັບ​ພະ​ເຍຊູ​ແລະ​ຖາມ​ວ່າ “ທ່ານ​ກະທຳ​ການ​ທັງ​ຫຼາຍ​ນີ້​ດ້ວຍ​ອຳນາດ​ອັນ​ໃດ?” (ມັດທາຍ 21:23) ພະ​ເຍຊູ​ສະແດງ​ຫຼັກ​ຖານ​ມາກ​ມາຍ​ຢ່າງ​ຊັດເຈນ​ເຖິງ​ແຫຼ່ງ​ທີ່​ມາ​ຂອງ​ລິດເດດ​ພະອົງ. ພະອົງ​ບໍ່​ໄດ້​ເອົາ​ແນວ​ຄິດ​ໃໝ່​ເຂົ້າ​ມາ​ໂດຍ​ຄິດ​ຫຼັກ​ຄຳ​ສອນ​ໃໝ່​ຂຶ້ນ. ພະອົງ​ພຽງ​ແຕ່​ເອົາ​ສິ່ງ​ທີ່​ກ່າວ​ໄວ້​ໃນ​ພະ​ຄຳ​ຂອງ​ພໍ່​ເຊິ່ງ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ນັ້ນ​ມາ​ກ່າວ. ສະນັ້ນ ໃນ​ຕົວ​ຈິງ​ແລ້ວ​ພວກ​ປະໂລຫິດ​ແລະ​ພວກ​ສະໝຽນ​ເຫຼົ່ານີ້​ຂາດ​ຄວາມ​ນັບຖື​ຢ່າງ​ຍິ່ງ​ຕໍ່​ພະເຢໂຫວາ​ແລະ​ພະ​ຄຳ​ພະອົງ. ເຂົາເຈົ້າ​ສົມຄວນ​ຖືກ​ພະ​ເຍຊູ​ຕຳໜິ​ແທ້ໆໃນ​ຂະນະ​ທີ່​ພະອົງ​ໄດ້​ເປີດໂປງ​ເຈຕະນາ​ທີ່​ຊົ່ວ​ຮ້າຍ​ຂອງ​ເຂົາເຈົ້າ.—ມັດທາຍ 21:23-46.

10. ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວໃດ​ໃນ​ວິທີ​ທີ່​ເຮົາ​ໃຊ້​ພະ​ຄຳ​ຂອງ​ພະເຈົ້າ ແລະ​ເຮົາ​ມີ​ເຄື່ອງ​ຊ່ວຍ​ອັນ​ໃດ​ແດ່​ທີ່​ພະ​ເຍຊູ​ບໍ່​ມີ?

10 ເຊັ່ນ​ດຽວ​ກັບ​ພະ​ເຍຊູ ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ອາໄສ​ພະ​ຄຳ​ຂອງ​ພະເຈົ້າ​ໃນ​ງານ​ປະກາດ. ພະຍານ​ພະເຢໂຫວາ​ເປັນ​ທີ່​ຮູ້ຈັກ​ຕະຫຼອດ​ທົ່ວ​ໂລກ​ໃນ​ເລື່ອງ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ບອກ​ຂ່າວ​ສານ​ໃນ​ຄຳພີໄບເບິນ​ໃຫ້​ກັບ​ຄົນ​ອື່ນໆ. ສັບພະ​ໜັງສື​ຂອງ​ເຮົາ​ຍົກ​ຂໍ້​ຄວາມ​ຈາກ​ຄຳພີໄບເບິນ​ແລະ​ອ້າງ​ເຖິງ​ພະ​ຄຳ​ພີ​ຢ່າງ​ມາກ​ມາຍ. ແລະ​ໃນ​ວຽກ​ຮັບໃຊ້ ເຮົາ​ກໍ​ເຮັດ​ແບບ​ດຽວ​ກັນ​ນັ້ນ ໂດຍ​ພະຍາຍາມ​ສະແດງ​ໃຫ້​ເຫັນ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ເມື່ອ​ໃດ​ກໍ​ຕາມ​ທີ່​ເວົ້າ​ລົມ​ກັບ​ຜູ້​ຄົນ. (2 ຕີໂມເຕ 3:16) ດີ​ແທ້ໆເມື່ອ​ບາງ​ຄົນ​ຍອມ​ໃຫ້​ເຮົາ​ອ່ານ​ຈາກ​ຄຳພີໄບເບິນ​ໃຫ້​ເຂົາເຈົ້າ​ຟັງ​ແລະ​ພິຈາລະນາ​ຄຸນຄ່າ​ແລະ​ຄວາມ​ໝາຍ​ຂອງ​ພະ​ຄຳ​ຂອງ​ພະເຈົ້າ! ເຮົາ​ບໍ່​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ເລີດ​ຄື​ກັບ​ພະ​ເຍຊູ ແຕ່​ເຮົາ​ມີ​ເຄື່ອງ​ຊ່ວຍ​ຫຼາຍ​ຢ່າງ​ທີ່​ພະ​ເຍຊູ​ບໍ່​ມີ. ນອກ​ຈາກ​ຄຳພີໄບເບິນ​ຄົບ​ຊຸດ​ທີ່​ພິມ​ເປັນ​ພາສາ​ຕ່າງໆທີ່​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເລື້ອຍໆແລ້ວ ເຮົາ​ກໍ​ຍັງ​ມີ​ຄູ່​ມື​ຄຳພີໄບເບິນ​ຫຼາຍ​ແນວ​ທີ່​ຊ່ວຍ​ໃຫ້​ຊອກ​ຂໍ້​ຕ່າງໆທີ່​ເຮົາ​ອາດ​ຕ້ອງການ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ຄຳພີໄບເບິນ​ແລະ​ຊີ້​ນຳ​ຜູ້​ຄົນ​ໃຫ້​ຮູ້ຈັກ​ຄຳພີໄບເບິນ​ຕໍ່ໆໄປ​ໃນ​ທຸກໆໂອກາດ!

ການ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ

11. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕ້ອງ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ຢູ່​ເລື້ອຍໆ?

11 ພະ​ເຍຊູ​ພົບ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ຖືກ​ກ່າວ​ໂຈມຕີ​ຢູ່​ເລື້ອຍໆ ແຕ່​ແນ່ນອນ​ວ່າ​ເລື່ອງ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ພະອົງ​ແປກ​ໃຈ. ພະ​ເຍຊູ​ອະທິດຖານ​ເຖິງ​ຜູ້​ເປັນ​ພໍ່​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ.” (ໂຢຮັນ 17:17) ແລະ​ພະ​ເຍຊູ​ຮູ້​ດີ​ວ່າ​ຊາຕານ “ເຈົ້ານາຍ​ແຫ່ງໂລກ​ນີ້” ເປັນ “ຜູ້​ຕົວະ​ແລະ​ເປັນ​ພໍ່​ແຫ່ງ​ຄວາມ​ຕົວະ.” (ໂຢຮັນ 8:44; 14:30) ເມື່ອ​ປະຕິເສດ​ການ​ລໍ້​ໃຈ​ຂອງ​ຊາຕານ ພະ​ເຍຊູ​ໄດ້​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ເຖິງ​ສາມ​ຄັ້ງ. ໂດຍ​ຕັ້ງ​ໃຈ​ນຳ​ໃຊ້​ຢ່າງ​ຜິດໆ ຊາຕານ​ໄດ້​ຍົກ​ເອົາ​ຂໍ້​ຄວາມ​ໜຶ່ງ​ໃນ​ພະທຳ​ຄຳເພງ ແລະ​ພະ​ເຍຊູ​ໄດ້​ໂຕ້​ຕອບ​ໂດຍ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ຈາກ​ການ​ໃຊ້​ໃນ​ແບບ​ທີ່​ຜິດໆເຊັ່ນ​ນີ້.—ມັດທາຍ 4:6, 7.

12-14. (ກ) ພວກ​ຫົວໜ້າ​ສາສະໜາ​ໄດ້​ຂາດ​ຄວາມ​ນັບຖື​ແນວໃດ​ຕໍ່​ພະບັນຍັດ​ຂອງ​ໂມເຊ? (ຂ) ພະ​ເຍຊູ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ?

12 ຫຼາຍ​ຄັ້ງ​ພະ​ເຍຊູ​ໄດ້​ປົກປ້ອງ​ພະ​ຄຳ​ພີ​ບໍລິສຸດ​ໄວ້​ຈາກ​ການ​ນຳ​ໃຊ້​ໃນ​ແບບ​ຜິດໆ ຖືກ​ຕີ​ຄວາມ​ໝາຍ​ແບບ​ຜິດໆ ແລະ​ຖືກ​ບິດ​ເບືອນ​ຂໍ້​ຄວາມ​ຈິງ. ຜູ້​ສອນ​ສາສະໜາ​ໃນ​ສະໄໝ​ຂອງ​ພະອົງ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ​ແບບ​ຜິດໆ. ເຂົາເຈົ້າ​ເນັ້ນ​ໜັກ​ຫຼາຍ​ໃນ​ເລື່ອງ​ການ​ປະຕິບັດ​ຕາມ​ບາງ​ສ່ວນ​ໃນ​ພະບັນຍັດ​ຂອງ​ໂມເຊ​ເຊິ່ງ​ເປັນ​ຂໍ້​ປີກ​ຍ່ອຍ​ທີ່​ສຸດ ແຕ່​ເກືອບ​ບໍ່​ໄດ້​ເນັ້ນ​ເລີຍ​ໃນ​ເລື່ອງ​ການ​ນຳ​ໃຊ້​ຫຼັກ​ການ​ຕ່າງໆເຊິ່ງ​ເປັນ​ພື້ນຖານ​ຂອງ​ຂໍ້​ກົດໝາຍ​ດັ່ງ​ກ່າວ​ນັ້ນ. ດ້ວຍ​ເຫດ​ນີ້ ເຂົາເຈົ້າ​ຈຶ່ງ​ສະໜັບສະໜູນ​ການ​ນະມັດສະການ​ແບບ​ຜິວເຜີນ​ແບບ​ທີ່​ກ່ຽວຂ້ອງ​ກັບ​ການ​ສະແດງ​ອອກ​ພາຍ​ນອກ​ແທນ​ທີ່​ຈະ​ກ່ຽວຂ້ອງ​ກັບ​ເລື່ອງ​ທີ່​ສຳຄັນ​ກວ່າ​ເຊັ່ນ​ຄວາມຍຸຕິທຳ ຄວາມ​ເມດຕາ ແລະ​ຄວາມ​ສັດ​ຊື່. (ມັດທາຍ 23:23) ພະ​ເຍຊູ​ປົກປ້ອງ​ພະບັນຍັດ​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ?

13 ໃນ​ຄຳ​ເທດ​ເທິງ​ພູເຂົາ ເພື່ອ​ນຳ​ເຂົ້າ​ສູ່​ພະບັນຍັດ​ຂອງ​ໂມເຊ ເທື່ອ​ແລ້ວ​ເທື່ອ​ອີກ​ທີ່​ພະ​ເຍຊູ​ໄດ້​ໃຊ້​ຖ້ອຍຄຳ​ທີ່​ວ່າ “ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ວ່າ​ມີ​ຄຳ​ກ່າວ​ໄວ້​ວ່າ.” ຕໍ່​ຈາກ​ນັ້ນ​ພະອົງ​ຈະ​ໃຊ້​ຖ້ອຍຄຳ​ທີ່​ວ່າ “ແຕ່​ວ່າ​ຝ່າຍ​ເຮົາ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ” ແລະ​ຈາກ​ນັ້ນ​ກໍ​ອະທິບາຍ​ຫຼັກ​ການ​ທີ່​ເລິກ​ເຊິ່ງ​ກວ່າ​ການ​ປະຕິບັດ​ຕາມ​ພະບັນຍັດ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ຜິວເຜີນ. ພະ​ເຍຊູ​ຖຽງ​ຄັດ​ຄ້ານ​ພະບັນຍັດ​ບໍ? ບໍ່​ແມ່ນ ພະອົງ​ກຳລັງ​ປົກປ້ອງ​ພະບັນຍັດ​ນັ້ນ. ຕົວຢ່າງ ຜູ້​ຄົນ​ຮູ້ຈັກ​ດີ​ໃນ​ຂໍ້​ພະບັນຍັດ​ທີ່​ວ່າ “ຢ່າ​ຂ້າ​ຄົນ.” ພະ​ເຍຊູ​ບອກ​ເຂົາເຈົ້າ​ວ່າ​ການ​ກຽດ​ຊັງ​ຄົນ​ອື່ນ​ເປັນ​ການ​ລະເມີດ​ຈຸດ​ປະສົງ​ຂອງ​ພະບັນຍັດ​ນັ້ນ. ຄ້າຍ​ກັນ ການ​ປູກ​ຝັງ​ຄວາມ​ປາຖະໜາ​ທີ່​ຜິດ​ຕໍ່​ຄົນ​ອື່ນ​ນອກ​ຈາກ​ຄູ່​ແຕ່ງ​ດອງ​ຂອງ​ຕົນ​ເອງ​ນັ້ນ​ເປັນ​ການ​ລະເມີດ​ຫຼັກ​ການ​ທີ່​ແຝງ​ຢູ່​ໃນ​ພະບັນຍັດ​ຂອງ​ພະເຈົ້າ​ທີ່​ຫ້າມ​ການ​ຫຼິ້ນ​ຊູ້.—ມັດທາຍ 5:17, 18, 21, 22, 27-39.

14 ທ້າຍ​ສຸດ ພະ​ເຍຊູ​ກ່າວ​ວ່າ “ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ວ່າ​ມີ​ຄຳ​ກ່າວ​ໄວ້​ວ່າ ‘ທ່ານ​ຈົ່ງ​ຮັກ​ເພື່ອນ​ບ້ານ​ແລະ​ຊັງ​ສັດຕູ​ຂອງ​ທ່ານ.’ ແຕ່​ວ່າ​ຝ່າຍ​ເຮົາ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຈົ່ງ​ຮັກ​ສັດຕູ​ທັງ​ຫຼາຍ​ຂອງ​ທ່ານ . . . ແລະ​ອ້ອນວອນ​ສຳລັບ​ຄົນ​ທັງ​ຫຼາຍທີ່​ກະທຳ​ຮ້າຍ​ແລະ​ຂົ່ມເຫງ​ທ່ານ.” (ມັດທາຍ 5:43, 44) ຄຳ​ສັ່ງ​ທີ່​ວ່າ “ຈົ່ງ . . . ຊັງ​ສັດຕູ​ຂອງ​ທ່ານ” ຍົກ​ມາ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ບໍ? ບໍ່ ຄຳ​ສອນ​ນີ້​ແມ່ນ​ສິ່ງ​ທີ່​ພວກ​ຫົວໜ້າ​ສາສະໜາ​ພາກັນ​ສອນ​ຕາມ​ຄວາມ​ຄິດ​ຂອງ​ເຂົາ​ເອງ. ພວກ​ເຂົາ​ລົດ​ຄວາມ​ສຳຄັນ​ຂອງ​ພະບັນຍັດ​ທີ່​ສົມບູນ​ຄົບ​ຖ້ວນ​ຂອງ​ພະເຈົ້າ​ໂດຍ​ເອົາ​ແນວ​ຄິດ​ແບບ​ມະນຸດ​ມາ​ເຈືອ​ປົນ​ນຳ. ດ້ວຍ​ຄວາມ​ກ້າຫານ ພະ​ເຍຊູ​ໄດ້​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ໄວ້​ບໍ່​ໃຫ້​ຖືກ​ຜົນ​ເສຍຫາຍ​ຈາກ​ປະເພນີ​ຂອງ​ມະນຸດ.—ມາລະໂກ 7:9-13.

15. ເມື່ອ​ມີ​ຄົນ​ພະຍາຍາມ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ພະບັນຍັດ​ຂອງ​ພະເຈົ້າ​ເຂັ້ມ​ງວດ​ຫຼາຍ​ໂພດ ເຖິງ​ຂັ້ນ​ວ່າ​ໄຮ້​ຄວາມ​ປານີ​ດ້ວຍ​ຊ້ຳ ພະ​ເຍຊູ​ປົກປ້ອງ​ພະບັນຍັດ​ນັ້ນ​ແນວໃດ?

15 ພວກ​ຫົວໜ້າ​ສາສະໜາ​ຍັງ​ເຮັດ​ໃຫ້​ພະບັນຍັດ​ຂອງ​ພະເຈົ້າ​ເບິ່ງ​ຄື​ວ່າ​ເຂັ້ມ​ງວດ​ຫຼາຍ​ໂພດ ເຖິງ​ຂັ້ນ​ວ່າ​ໄຮ້​ຄວາມ​ປານີ​ດ້ວຍ​ຊ້ຳ. ເມື່ອ​ພວກ​ສາວົກ​ຂອງ​ພະ​ເຍຊູ​ເດັດ​ຮວງ​ເຂົ້າ​ມາ​ເກັດ​ກິນ​ໃນ​ຕອນ​ທີ່​ຍ່າງ​ຜ່ານ​ທົ່ງ​ນາ ພວກ​ຟາລິຊຽນ​ບາງ​ຄົນ​ເວົ້າ​ວ່າ​ເຂົາເຈົ້າ​ກຳລັງ​ລະເມີດ​ກົດ​ວັນ​ຊະບາໂຕ. ພະ​ເຍຊູ​ໃຊ້​ຕົວຢ່າງ​ໃນ​ພະ​ຄຳ​ພີ​ເພື່ອ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ຈາກ​ທັດສະນະ​ທີ່​ຜິດ​ດຽງ​ເຊັ່ນ​ນີ້. ພະອົງ​ອ້າງ​ເຖິງ​ເຫດການ​ດຽວ​ທີ່​ບັນທຶກ​ໄວ້​ໃນ​ພະ​ຄຳ​ພີ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ເຂົ້າຈີ່​ເຊິ່ງ​ຕັ້ງ​ຖວາຍ​ຢູ່​ນອກ​ສະຖານ​ສັກສິດ ເມື່ອ​ດາວິດ​ແລະ​ຜູ້​ຕິດ​ຕາມ​ຂອງ​ລາວ​ທີ່​ຫິວ​ໂຫຍ​ໄດ້​ກິນ​ເຂົ້າຈີ່​ນັ້ນ. ພະ​ເຍຊູ​ສະແດງ​ໃຫ້​ພວກ​ຟາລິຊຽນ​ເຫຼົ່ານັ້ນ​ເຫັນ​ວ່າ​ພວກ​ເຂົາ​ໄດ້​ພາດ​ຈຸດ​ສຳຄັນ​ກ່ຽວ​ກັບ​ຄວາມ​ເມດຕາ​ແລະ​ຄວາມ​ອີ່ດູ​ຂອງ​ພະເຢໂຫວາ.—ມາລະໂກ 2:23-27.

16. ໃນ​ເລື່ອງ​ການ​ຢ່າ​ຮ້າງ ພວກ​ຫົວໜ້າ​ສາສະໜາ​ໄດ້​ປ່ຽນ​ແປງ​ແນວໃດ​ຕໍ່​ກັບ​ຄຳ​ສັ່ງ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ແລະ​ພະ​ເຍຊູ​ເວົ້າ​ແນວໃດ​ກ່ຽວ​ກັບ​ເລື່ອງ​ນີ້?

16 ພວກ​ຫົວໜ້າ​ສາສະໜາ​ຍັງ​ກໍ່​ໃຫ້​ມີ​ຊ່ອງ​ວ່າງ​ເພື່ອ​ຈະ​ຫຼົບ​ຫຼີກ​ກົດໝາຍ​ເພື່ອ​ຫຼຸດ​ຢ່ອນ​ນ້ຳ​ໜັກ​ຂອງ​ພະບັນຍັດ​ຂອງ​ພະເຈົ້າ. ຕົວຢ່າງ ພະບັນຍັດ​ອະນຸຍາດ​ໃຫ້​ຜູ້​ຊາຍ​ຢ່າ​ຮ້າງ​ເມຍ​ຂອງ​ຕົນ​ຖ້າ​ລາວ​ພົບ​ວ່າ​ເມຍ​ມີ “ພຶດຕິກຳ​ທີ່​ບໍ່​ສົມຄວນ” ເບິ່ງ​ຄື​ເປັນ​ບັນຫາ​ຮ້າຍແຮງ​ບາງ​ຢ່າງ​ເຊິ່ງ​ນຳ​ເອົາ​ຄວາມ​ອັບອາຍ​ມາ​ສູ່​ຄອບຄົວ. (ພະບັນຍັດ 24:1, ລ.ມ.) ແຕ່​ໃນ​ສະໄໝ​ຂອງ​ພະ​ເຍຊູ ພວກ​ຫົວໜ້າ​ສາສະໜາ​ໄດ້​ໃຊ້​ຂໍ້​ເງື່ອນ​ໄຂ​ດັ່ງ​ກ່າວ​ເພື່ອ​ເປັນ​ເຫດຜົນ​ໃນ​ການ​ຍອມ​ໃຫ້​ຜູ້​ຊາຍ​ຢ່າ​ຮ້າງ​ເມຍ​ຂອງ​ຕົນ​ດ້ວຍ​ສາເຫດ​ທຸກ​ຢ່າງ ແມ່ນ​ແຕ່​ຍ້ອນ​ເຮັດ​ອາຫານ​ແລງ​ໄໝ້! * ພະ​ເຍຊູ​ສະແດງ​ໃຫ້​ເຫັນວ່າ​ພວກ​ເຂົາເຈົ້າ​ເອົາ​ຖ້ອຍຄຳ​ຂອງ​ໂມເຊ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ມາ​ໃຊ້​ໃນ​ແບບ​ທີ່​ຜິດໆ. ຈາກ​ນັ້ນ ພະອົງ​ຈຶ່ງ​ຟື້ນຟູ​ມາດຕະຖານ​ດັ້ງເດີມ​ຂອງ​ພະເຢໂຫວາ​ກ່ຽວ​ກັບ​ການ​ແຕ່ງ​ດອງ ນັ້ນ​ຄື​ການ​ມີ​ຜົວ​ດຽວ​ເມຍ​ດຽວ ໂດຍ​ໃຫ້​ການ​ຜິດສິນລະທຳ​ທາງ​ເພດ​ເປັນ​ມູນ​ເຫດ​ຢ່າງ​ດຽວ​ເທົ່າ​ນັ້ນ​ສຳລັບ​ການ​ຢ່າ​ຮ້າງ.—ມັດທາຍ 19:3-12.

17. ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ອາດ​ຮຽນ​ແບບ​ພະ​ເຍຊູ​ແນວໃດ​ເພື່ອ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ?

17 ຄ້າຍ​ກັນ ຜູ້​ຕິດ​ຕາມ​ພະຄລິດ​ໃນ​ທຸກ​ມື້​ນີ້​ຮູ້ສຶກ​ວ່າ​ຕ້ອງ​ໄດ້​ປົກປ້ອງ​ພະ​ຄຳ​ພີ​ສັກສິດ​ໃຫ້​ພົ້ນ​ຈາກ​ການ​ຖືກ​ກ່າວ​ໂຈມຕີ. ເມື່ອ​ພວກ​ຫົວໜ້າ​ສາສະໜາ​ສະແດງ​ເປັນ​ໄນ​ວ່າ​ມາດຕະຖານ​ທາງ​ສິນລະທຳ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ຫຼ້າ​ສະໄໝ ເຂົາເຈົ້າ​ກ່າວ​ໂຈມຕີ​ຄຳພີໄບເບິນ​ຢ່າງ​ແທ້​ຈິງ. ຄຳພີໄບເບິນ​ຍັງ​ຖືກ​ບິດ​ເບືອນ​ເມື່ອ​ສາສະໜາ​ຕ່າງໆສອນ​ຄຳ​ສອນ​ຕົວະ​ແລະ​ບອກ​ວ່າ​ເລື່ອງ​ດັ່ງ​ກ່າວ​ເປັນ​ຄຳ​ສອນ​ຂອງ​ຄຳພີໄບເບິນ. ເຮົາ​ຖື​ວ່າ​ເປັນ​ສິດທິ​ພິເສດ​ທີ່​ຈະ​ປົກປ້ອງ​ພະ​ຄຳ​ແຫ່ງ​ຄວາມ​ຈິງ​ອັນ​ບໍລິສຸດ​ຂອງ​ພະເຈົ້າ ຕົວຢ່າງ ໂດຍ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ບໍ່​ໄດ້​ເປັນ​ສ່ວນ​ຂອງ​ຕີເອການຸພາບ. (ພະບັນຍັດ 4:39) ໃນ​ຂະນະ​ດຽວ​ກັນ ເຮົາ​ກໍ​ປົກປ້ອງ​ພະ​ຄຳ​ຂອງ​ພະເຈົ້າ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ ດ້ວຍ​ຄວາມ​ອ່ອນ​ໂຍນ​ຢ່າງ​ແທ້​ຈິງ ແລະ​ດ້ວຍ​ຄວາມ​ຢ້ານຢຳ​ຫຼື​ຄວາມ​ນັບຖື​ຢ່າງ​ສຸດ​ຊຶ້ງ.—1 ເປໂຕ 3:15.

ການ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ

18, 19. ຕົວຢ່າງ​ອັນ​ໃດ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ຄວາມ​ສາມາດ​ທີ່​ໜ້າ​ງຶດງໍ້​ໃນ​ການ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ?

18 ພະ​ເຍຊູ​ມີ​ຊີວິດ​ຢູ່​ໃນ​ສະຫວັນ ຕອນ​ທີ່​ມີ​ການ​ບັນທຶກ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ. ພະ​ເຍຊູ​ຄົງ​ຕ້ອງ​ຍິນດີ​ແທ້ໆຕໍ່​ກັບ​ໂອກາດ​ທີ່​ໄດ້​ມາ​ແຜ່ນດິນ​ໂລກ​ແລະ​ມີ​ສ່ວນ​ໃນ​ການ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ! ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ວັນ​ນັ້ນ​ທີ່​ໜ້າ​ຈົດ​ຈຳ​ພາຍ​ຫຼັງ​ການ​ຄືນ​ມາ​ຈາກ​ຕາຍ​ຕອນ​ທີ່​ພະອົງ​ໄດ້​ພົບ​ກັບ​ສາວົກ​ສອງ​ຄົນ​ຕາມ​ຫົນ​ທາງ​ໄປ​ເມືອງ​ເອມາອຶດ. ກ່ອນ​ທີ່​ທັງ​ສອງ​ຈະ​ສຳນຶກ​ໄດ້​ວ່າ​ແມ່ນ​ພະອົງ ເຂົາເຈົ້າ​ໄດ້​ເລົ່າ​ໃຫ້​ພະອົງ​ຟັງ​ວ່າ​ຮູ້ສຶກ​ໂສກເສົ້າ​ແລະ​ວຸ່ນວາຍ​ໃຈ​ຕໍ່​ກັບ​ການ​ເສຍ​ຊີວິດ​ຂອງ​ຜູ້​ເປັນ​ນາຍ​ທີ່​ເຂົາເຈົ້າ​ຮັກ. ພະອົງ​ຕອບ​ສະໜອງ​ແນວໃດ? ພະອົງ “ໄດ້​ແກ້ໄຂ​ໃຫ້​ເຂົາ​ຟັງ​ເລື່ອງ​ພະ​ຄຳ​ພີ​ຕັ້ງ​ແຕ່​ທ່ານ​ໂມເຊ​ຈົນ​ເຖິງ​ພວກ​ຜູ້​ທຳນວາຍ​ທັງ​ປວງ​ທີ່​ໄດ້​ແຈ້ງ​ຄວາມ​ເຖິງ​ການ​ພະອົງ​ເອງ.” ສອງ​ຄົນ​ນັ້ນ​ໄດ້​ຮັບ​ຜົນ​ກະທົບ​ແນວໃດ? ຕໍ່ມາ​ເຂົາເຈົ້າ​ເວົ້າ​ນຳ​ກັນ​ວ່າ “ເມື່ອ​ພະອົງ​ໄດ້​ປາ​ກ​ກັບ​ໝູ່​ເຮົາ​ໃນ​ຫົນ​ທາງ ແກ້ໄຂ​ພະ​ຄຳ​ພີ​ໃຫ້​ໝູ່​ເຮົາ​ຟັງ ໃຈ​ຂອງ​ເຮົາ​ບໍ່​ເຜົາ​ຮ້ອນ​ໃນ​ຕົວ​ເຮົາ​ຫຼື?”—ລືກາ 24:15-32.

19 ຕໍ່ມາ​ໃນ​ມື້​ດຽວ​ກັນ​ນັ້ນ ພະ​ເຍຊູ​ໄດ້​ພົບ​ກັບ​ພວກ​ອັກຄະສາວົກ​ແລະ​ຄົນ​ອື່ນໆ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຂົາເຈົ້າ “ພະອົງ​ໄດ້​ເປີດ​ຈິດ​ເປີດ​ໃຈ​ຂອງ​ເຂົາ​ເພື່ອ​ເຂົາ​ຈະ​ໄດ້​ເຂົ້າ​ໃຈ​ພະ​ຄຳ​ພີ.” (ລືກາ 24:45) ແນ່ນອນ​ວ່າ​ໂອກາດ​ທີ່​ໜ້າ​ຍິນດີ​ນັ້ນ​ເຮັດ​ໃຫ້​ເຂົາເຈົ້າ​ຄິດ​ເຖິງ​ສິ່ງ​ທີ່​ຄ້າຍໆກັນ​ທີ່​ພະ​ເຍຊູ​ໄດ້​ເຮັດ​ຫຼາຍ​ຄັ້ງ​ສຳລັບ​ເຂົາເຈົ້າ ແລະ​ສຳລັບ​ໃຜ​ກໍ​ຕາມ​ທີ່​ຈະ​ຟັງ​ພະອົງ. ຫຼາຍ​ຄັ້ງ​ພະອົງ​ໄດ້​ຍົກ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ແລະ​ກໍ​ອະທິບາຍ​ຂໍ້​ຄວາມ​ນັ້ນ​ໃນ​ວິທີ​ທີ່​ເກີດ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຈິດ​ໃຈ​ຂອງ​ຜູ້​ຟັງ ເຊິ່ງ​ເປັນ​ຄວາມ​ເຂົ້າ​ໃຈ​ໃໝ່​ແລະ​ເລິກ​ເຊິ່ງ​ກວ່າ​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ.

20, 21. ພະ​ເຍຊູ​ອະທິບາຍ​ແນວໃດ​ກ່ຽວ​ກັບ​ຖ້ອຍຄຳ​ທີ່​ພະເຢໂຫວາ​ເວົ້າ​ກັບ​ໂມເຊ​ຢູ່​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່?

20 ໃນ​ໂອກາດ​ເຊັ່ນ​ນັ້ນ​ຄັ້ງ​ໜຶ່ງ ພະ​ເຍຊູ​ເວົ້າ​ກັບ​ພວກ​ຊາດຶເຊເອນ. ເຂົາເຈົ້າ​ເປັນ​ນິກາຍ​ໜຶ່ງ​ຂອງ​ສາສະໜາ​ຢິວ​ທີ່​ກ່ຽວຂ້ອງ​ກັບ​ຄະນະ​ປະໂລຫິດ​ແລະ​ບໍ່​ເຊື່ອ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ພະ​ເຍຊູ​ກ່າວ​ແກ່​ພວກ​ເຂົາເຈົ້າ​ວ່າ “ຝ່າຍ​ການ​ຄືນ​ມາ​ຈາກ​ຕາຍ​ນັ້ນ ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ອ່ານ​ຫຼື ຄຳ​ນັ້ນ​ທີ່​ພະເຈົ້າ​ໄດ້​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ‘ຝ່າຍ​ເຮົາ ເຮົາ​ເປັນ​ພະເຈົ້າ​ຂອງ​ອັບລາຫາມ ແລະ​ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຢາໂຄບ’? ພະເຈົ້າ​ບໍ່​ເປັນ​ພະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ວ່າ​ເປັນ​ພະເຈົ້າ​ຂອງ​ຄົນ​ຜູ້​ຍັງ​ເປັນ.” (ມັດທາຍ 22:31, 32) ນີ້​ເປັນ​ຂໍ້​ພະ​ຄຳ​ພີ​ທີ່​ເຂົາເຈົ້າ​ຮູ້ຈັກ​ດີ ຂຽນ​ໂດຍ​ໂມເຊ​ເຊິ່ງ​ເປັນ​ຜູ້​ທີ່​ພວກ​ຊາດຶເຊເອນ​ໃຫ້​ຄວາມ​ນັບຖື. ເຈົ້າ​ເຫັນ​ເຖິງ​ພະລັງ​ໃນ​ການ​ອະທິບາຍ​ຂອງ​ພະ​ເຍຊູ​ບໍ?

21 ໂມເຊ​ໄດ້​ສົນທະນາ​ກັບ​ພະເຢໂຫວາ​ຢູ່​ທີ່​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່​ປະມານ​ປີ 1514 ກ່ອນ ສ.ສ. (ອົບພະຍົບ 3:2, 6) ຕອນ​ນັ້ນ ອັບລາຫາມ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ 329 ປີ ອີຊາກ 224 ປີ ແລະ​ຢາໂຄບ 197 ປີ. ແຕ່​ພະເຢໂຫວາ​ຍັງ​ເວົ້າ​ວ່າ “ເຮົາ​ເປັນ” ພະເຈົ້າ​ຂອງ​ພວກ​ເຂົາ. ພວກ​ຊາດຶເຊເອນ​ເຫຼົ່ານັ້ນ​ຮູ້​ວ່າ​ພະເຢໂຫວາ​ບໍ່​ຄື​ກັບ​ພະ​ນອກ​ຮີດ​ບາງ​ອົງ​ຂອງ​ຄົນ​ຕາຍ​ເຊິ່ງ​ປົກຄອງ​ຢູ່​ເມືອງ​ຜີ​ໃນ​ເທບ​ນິຍາຍ. ພະອົງ​ເປັນ​ພະເຈົ້າ “ຂອງ​ຄົນ​ຜູ້​ຍັງ​ເປັນ” ດັ່ງ​ທີ່​ພະ​ເຍຊູ​ກ່າວ. ຖ້າ​ເຊັ່ນ​ນັ້ນ ອັນ​ໃດ​ເປັນ​ຂໍ້​ສະຫຼຸບ​ທີ່​ມີ​ເຫດຜົນ? ຂໍ້​ສະຫຼຸບ​ຂອງ​ພະ​ເຍຊູ​ມີ​ພະລັງ​ທີ່​ວ່າ “ເຂົາ​ທັງ​ປວງ​ຍັງ​ເປັນ​ສຳລັບ​ພະເຈົ້າ.” (ລືກາ 20:38) ຜູ້​ຮັບໃຊ້​ເຊິ່ງ​ເປັນ​ທີ່​ຮັກ​ຂອງ​ພະເຢໂຫວາ​ທີ່​ເສຍ​ຊີວິດ​ໄປ​ແລ້ວ​ນັ້ນ​ໄດ້​ຮັບ​ການ​ປົກປ້ອງ​ໄວ້​ຢ່າງ​ປອດໄພ​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຈົ້າ​ທີ່​ໄຮ້​ຂີດ​ຈຳກັດ​ແລະ​ທີ່​ບໍ່​ມີ​ວັນ​ລືມ​ເລືອນ. ຈຸດ​ປະສົງ​ຂອງ​ພະເຢໂຫວາ​ທີ່​ຈະ​ປຸກ​ຄົນ​ເຊັ່ນ​ນັ້ນ​ໃຫ້​ຄືນ​ມາ​ເປັນ​ເລື່ອງ​ແນ່ນອນ​ຈົນ​ເຖິງ​ກັບ​ໄດ້​ເວົ້າ​ວ່າ​ເຂົາເຈົ້າ​ຍັງ​ເປັນ​ຢູ່. (ໂລມ 4:16, 17) ນີ້​ເປັນ​ການອະທິບາຍ​ທີ່​ໜ້າ​ງຶດງໍ້​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ແມ່ນ​ບໍ? ບໍ່​ແປກ​ໃຈ​ທີ່ “ຝູງ​ຄົນ . . . ໄດ້​ປະຫຼາດ​ໃຈ”!—ມັດທາຍ 22:33.

22, 23. (ກ) ເຮົາ​ອາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວໃດ​ໃນ​ການ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

22 ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ມີ​ສິດທິ​ພິເສດ​ໃນ​ການ​ຮຽນ​ແບບ​ວິທີ​ທີ່​ພະ​ເຍຊູ​ອະທິບາຍ​ພະ​ຄຳ​ຂອງ​ພະເຈົ້າ. ແມ່ນ​ຢູ່ ເຮົາ​ບໍ່​ມີ​ຄວາມ​ຄິດ​ຈິດ​ໃຈ​ທີ່​ສົມບູນ​ຄົບ​ຖ້ວນ. ແຕ່​ຫຼາຍ​ຄັ້ງ​ເຮົາ​ສາມາດ​ອະທິບາຍ​ຂໍ້​ພະ​ຄຳ​ພີ​ທີ່​ຄົນ​ອື່ນ​ຮູ້​ຢູ່​ແລ້ວ ແລະ​ອະທິບາຍ​ໃນ​ແງ່​ມຸມ​ທີ່​ເຂົາເຈົ້າ​ອາດ​ບໍ່​ເຄີຍ​ໄດ້​ພິຈາລະນາ​ມາ​ກ່ອນ. ຕົວຢ່າງ ຕະຫຼອດ​ຊີວິດ​ເຂົາເຈົ້າ​ອາດ​ເຄີຍ​ເວົ້າ​ຊ້ຳ​ຄຳ​ອະທິດຖານ​ທີ່​ວ່າ “ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ” ແລະ “ຂໍ​ໃຫ້​ແຜ່ນດິນ​ຂອງ​ພະອົງ​ມາ​ຕັ້ງ​ຢູ່” ທັງໆທີ່​ບໍ່​ເຄີຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ​ຫຼື​ສິ່ງ​ທີ່​ແຜ່ນດິນ​ຫຼື​ລາຊະອານາຈັກ​ຂອງ​ພະອົງ​ໝາຍ​ເຖິງ. (ມັດທາຍ 6:9, 10) ຈັ່ງ​ແມ່ນ​ມີ​ໂອກາດ​ອັນ​ດີ​ເລີດ​ແທ້ໆເມື່ອ​ມີ​ຄົນ​ຍອມ​ໃຫ້​ເຮົາ​ອະທິບາຍ​ຄວາມ​ຈິງ​ດັ່ງ​ກ່າວ​ໃນ​ຄຳພີໄບເບິນ​ທີ່​ຊັດເຈນ​ແລະ​ເຂົ້າ​ໃຈ​ງ່າຍ!

23 ການ​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ການ​ປົກປ້ອງ ແລະ​ການ​ອະທິບາຍ​ພະ​ຄຳ​ນັ້ນ ແມ່ນ​ວິທີ​ການ​ຕົ້ນ​ຕໍ​ທີ່​ຈະ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ແບ່ງ​ປັນ​ຄວາມ​ຈິງ. ຕໍ່​ຈາກ​ນີ້​ໃຫ້​ເຮົາ​ພິຈາລະນາ​ບາງ​ວິທີ​ທີ່​ເກີດ​ຜົນ​ເຊິ່ງ​ພະ​ເຍຊູ​ໃຊ້​ເພື່ອ​ໃຫ້​ຄວາມ​ຈິງ​ໃນ​ຄຳພີໄບເບິນ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຜູ້​ທີ່​ຟັງ.

^ ໂຢເຊຟຸດ​ນັກ​ປະຫວັດສາດ​ໃນ​ສະຕະວັດ​ທຳອິດ​ເຊິ່ງ​ເປັນ​ຟາລິຊຽນ​ທີ່​ຢ່າ​ຮ້າງ​ກັບ​ເມຍ ໄດ້​ແນະນຳ​ໃນ​ພາຍ​ຫຼັງ​ວ່າ​ຄວນ​ມີ​ການ​ອະນຸຍາດ​ໃຫ້​ຢ່າ​ຮ້າງ “ບໍ່​ວ່າ​ດ້ວຍ​ເຫດຜົນ​ອັນ​ໃດ​ກໍ​ຕາມ (ແລະ​ພວກ​ຜູ້​ຊາຍ​ອ້າງ​ວ່າ​ມີ​ຫຼາຍໆສາເຫດ​ທີ່​ຈະ​ຢ່າ​ຮ້າງ).”