ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 11

“ບໍ່​ຫ່ອນ​ມີ​ຜູ້​ໃດ​ປາ​ກ​ເໝືອນ​ຢ່າງ​ທ່ານ​ຜູ້​ນີ້”

“ບໍ່​ຫ່ອນ​ມີ​ຜູ້​ໃດ​ປາ​ກ​ເໝືອນ​ຢ່າງ​ທ່ານ​ຜູ້​ນີ້”

1, 2. (ກ) ເປັນ​ຫຍັງ​ເຈົ້າ​ໜ້າ​ທີ່​ທີ່​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ຈັບ​ພະ​ເຍຊູ​ຈຶ່ງ​ພາກັນ​ກັບ​ມາ​ມື​ເປົ່າ? (ຂ) ເພາະ​ເຫດ​ໃດ​ພະອົງ​ຈຶ່ງ​ເປັນ​ຄູ​ສອນ​ທີ່​ໂດດ​ເດັ່ນ?

 ພວກ​ຟາລິຊຽນ​ພາກັນ​ໃຈ​ຮ້າຍ​ຫຼາຍ. ພະ​ເຍຊູ​ພວມ​ສັ່ງ​ສອນ​ເລື່ອງ​ພໍ່​ຂອງ​ພະອົງ​ຢູ່​ທີ່​ໂຮງ​ທຳ. ຄົນ​ທີ່​ຟັງ​ຢູ່​ພາກັນ​ຂັດ​ແຍ່ງ​ກັນ ຫຼາຍ​ຄົນ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ໃນ​ຂະນະ​ທີ່​ບາງ​ຄົນ​ຢາກ​ໃຫ້​ພະອົງ​ຖືກ​ຈັບ. ເນື່ອງ​ຈາກ​ບໍ່​ສາມາດ​ລະງັບ​ຄວາມ​ຄຽດ​ຮ້າຍ​ເອົາ​ໄວ້​ໄດ້ ພວກ​ຫົວໜ້າ​ສາສະໜາ​ຈຶ່ງ​ສົ່ງ​ເຈົ້າ​ໜ້າ​ທີ່​ອອກ​ໄປ​ເພື່ອ​ຈັບ​ພະ​ເຍຊູ. ແຕ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພາກັນ​ກັບ​ມາ​ມື​ເປົ່າ. ພວກ​ປະໂລຫິດ​ໃຫຍ່​ແລະ​ພວກ​ຟາລິຊຽນ​ຕ້ອງການ​ຄຳ​ອະທິບາຍ​ຈຶ່ງ​ຖາມ​ວ່າ “ເຫດ​ສັນ​ໃດ​ໝູ່​ເຈົ້າ​ບໍ່​ເອົາ​ທ່ານ​ນັ້ນ​ມາ​ພີ້?” ພວກ​ເຈົ້າ​ໜ້າ​ທີ່​ຕອບ​ວ່າ “ບໍ່​ຫ່ອນ​ມີ​ຜູ້​ໃດ​ປາ​ກ​ເໝືອນ​ຢ່າງ​ທ່ານ​ຜູ້​ນີ້.” ເຂົາເຈົ້າ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ແທ້ໆໃນ​ຄຳ​ສອນ​ຂອງ​ພະ​ເຍຊູ​ຈົນ​ວ່າ​ບໍ່​ຕ້ອງການ​ຈັບ​ພະອົງ. *ໂຢຮັນ 7:45, 46.

2 ບໍ່​ແມ່ນ​ແຕ່​ເຈົ້າ​ໜ້າ​ທີ່​ພວກ​ດຽວ​ທີ່​ປະທັບ​ໃຈ​ໃນ​ຄຳ​ສອນ​ຂອງ​ພະ​ເຍຊູ. ຜູ້​ຄົນ​ເປັນ​ຈຳນວນ​ຫຼາຍ​ໄດ້​ເຕົ້າ​ໂຮມ​ກັນ​ພຽງ​ເພື່ອ​ຈະ​ຟັງ​ພະອົງ​ສອນ. (ມາລະໂກ 3:7, 9; 4:1; ລືກາ 5:1-3) ເພາະ​ເຫດ​ໃດ​ພະ​ເຍຊູ​ຈຶ່ງ​ເປັນ​ຄູ​ສອນ​ທີ່​ໂດດ​ເດັ່ນ​ຂະໜາດ​ນັ້ນ? ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນບົດ​ທີ 8 ພະອົງ​ຮັກ​ຄວາມ​ຈິງ​ທີ່​ພະອົງ​ສອນ ແລະ​ກໍ​ຮັກ​ຜູ້​ຄົນ​ທີ່​ພະອົງ​ສອນ. ນອກ​ຈາກ​ນີ້ ພະອົງ​ຍັງ​ຊຳນານ​ແທ້ໆໃນ​ເລື່ອງ​ວິທີ​ການ​ສອນ. ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ບັງເກີດ​ຜົນ​ສາມ​ວິທີ​ທີ່​ພະອົງ​ໃຊ້​ແລະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ວິທີ​ດັ່ງ​ກ່າວ​ໄດ້​ແນວໃດ.

ໃຊ້​ວິທີ​ສອນ​ທີ່​ຮຽບ​ງ່າຍ

3, 4. (ກ) ໃນ​ການ​ສອນ​ຂອງ​ພະ​ເຍຊູ ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຊ້​ຖ້ອຍຄຳ​ທີ່​ເຂົ້າ​ໃຈ​ງ່າຍ? (ຂ) ຄຳ​ເທດ​ເທິງ​ພູເຂົາ​ເປັນ​ຕົວຢ່າງ​ແນວໃດ​ທີ່​ສະແດງ​ວ່າ​ພະ​ເຍຊູ​ສອນ​ແບບ​ຮຽບ​ງ່າຍ?

3 ເຈົ້າ​ນຶກ​ພາບ​ອອກ​ບໍ​ເຖິງ​ຄຳສັບ​ມາກ​ມາຍ​ທີ່​ພະ​ເຍຊູ​ສາມາດ​ໃຊ້? ແຕ່​ເມື່ອ​ພະອົງສອນ ພະອົງ​ບໍ່​ເຄີຍ​ເວົ້າ​ເຖິງ​ສິ່ງ​ທີ່​ເຂົ້າ​ໃຈ​ຍາກ​ຈົນ​ຜູ້​ຟັງ​ບໍ່​ເຂົ້າ​ໃຈ ເຊິ່ງ​ຜູ້​ຟັງ​ຫຼາຍ​ຄົນ​ເປັນ “ຄົນ​ສາມັນ​ທຳມະດາ​ແລະ​ຂາດ​ການ​ສຶກສາ.” (ກິດຈະການ 4:13, ທ.ປ.) ພະອົງ​ຄຳນຶງ​ເຖິງ​ຂໍ້​ຈຳກັດ​ຕ່າງໆຂອງ​ເຂົາເຈົ້າ ບໍ່​ເຄີຍ​ໃຫ້​ຂໍ້​ມູນ​ແກ່​ເຂົາເຈົ້າ​ຫຼາຍ​ເກີນ​ໄປ. (ໂຢຮັນ 16:12) ຖ້ອຍຄຳ​ຂອງ​ພະອົງ​ຮຽບ​ງ່າຍ ແຕ່​ກໍ​ຖ່າຍ​ທອດ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ.

4 ຍົກ​ຕົວຢ່າງ ຄຳ​ເທດ​ເທິງ​ພູເຂົາ​ທີ່​ບັນທຶກ​ໃນ​ມັດທາຍ 5:3–7:27. ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ໃນ​ຄຳ​ເທດ​ນີ້​ແບບ​ທີ່​ກະຕຸ້ນ​ຄວາມ​ຄິດ ເຂົ້າ​ເຖິງ​ແກ່ນ​ແທ້​ຂອງ​ບັນຫາ. ບໍ່​ມີ​ແນວ​ຄິດ​ຫຼື​ວະລີ​ທີ່​ສັບ​ຊ້ອນ. ທີ່​ຈິງ ເກືອບ​ຈະ​ບໍ່​ມີ​ແມ່ນ​ແຕ່​ຄຳ​ດຽວ​ທີ່​ເດັກ​ນ້ອຍ​ຈະ​ບໍ່​ເຂົ້າ​ໃຈ​ໄດ້​ທັນທີ! ດ້ວຍ​ເຫດ​ນີ້​ຈຶ່ງ​ບໍ່​ແປກ​ທີ່​ວ່າ​ເມື່ອ​ພະ​ເຍຊູ​ຈົບ​ຄຳ​ເທດ​ແລ້ວ ຝູງ​ຄົນ​ເຊິ່ງ​ເບິ່ງ​ຄື​ວ່າ​ລວມ​ມີ​ຊາວນາ ຄົນ​ລ້ຽງ​ແກະ ແລະ​ຊາວ​ປະມົງ​ພາກັນ “ປະຫຼາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພະອົງ.”—ມັດທາຍ 7:28.

5. ຂໍ​ໃຫ້​ຍົກ​ເອົາ​ຕົວຢ່າງ​ໃນ​ຖ້ອຍຄຳ​ຂອງ​ພະ​ເຍຊູ​ທີ່​ຮຽບ​ງ່າຍ​ແຕ່​ມີ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ.

5 ໃນ​ການ​ສອນ ພະ​ເຍຊູ​ມັກ​ໃຊ້​ວະລີ​ທີ່​ສັ້ນ​ກະທັດຮັດ​ເຂົ້າ​ໃຈ​ງ່າຍ ແລະ​ມັກ​ໃຊ້​ຄຳເວົ້າ​ທີ່​ມີ​ຄວາມ​ໝາຍ​ແທ້ໆ. ໃນ​ຍຸກ​ທີ່​ການ​ຟັງ​ເປັນ​ວິທີ​ຫຼັກ​ໃນ​ການ​ຮັບ​ຄວາມ​ຮູ້ ວິທີ​ສອນ​ຂອງ​ພະອົງ​ຈຶ່ງ​ເຮັດ​ໃຫ້​ຄວາມ​ຮູ້​ຝັງ​ຢູ່​ໃນ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ຜູ້​ຟັງ​ຢ່າງ​ບໍ່​ມີ​ວັນ​ລືມ​ໄດ້. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ “ຢ່າຊູ່​ຕັດສິນ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ບໍ່​ຖືກ​ຕັດສິນ.” “ຄົນ​ທັງ​ຫຼາຍ​ທີ່​ສຳບາຍ​ຢູ່​ບໍ່​ຕ້ອງ​ຢາກ​ໄດ້​ຫາ​ທ່ານ​ໝໍ​ຢາ ແຕ່​ວ່າ​ຄົນ​ບໍ່​ສຳບາຍ​ກໍ​ຕ້ອງ​ຢາກ​ໄດ້.” “ຈິດວິນຍານ [“ຈິດ​ໃຈ,” ທ.ປ.] ກໍ​ຮ້ອນຮົນ​ຢູ່​ແຕ່​ວ່າ​ເນື້ອ​ໜັງ​ກໍ​ອ່ອນ​ແຮງ.” “ສິ່ງ​ຂອງ​ກະສັດ​ເຊຊາ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ ແລະ​ສິ່ງ​ຂອງ​ພະເຈົ້າ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ​ເຖີ້ນ.” “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.” * (ມັດທາຍ 7:1; 9:12; 26:41; ມາລະໂກ 12:17; ກິດຈະການ 20:35) ເກືອບ 2.000 ປີ​ມາ​ແລ້ວ​ນັບ​ຕັ້ງ​ແຕ່​ມີ​ການ​ກ່າວ​ຖ້ອຍຄຳ​ນີ້​ເປັນ​ຄັ້ງ​ທຳອິດ ແຕ່​ຖ້ອຍຄຳ​ດັ່ງ​ກ່າວ​ກໍ​ຍັງ​ເປັນ​ທີ່​ຈົດ​ຈຳ​ກັນ​ຢູ່.

6, 7. (ກ) ເພື່ອ​ທີ່​ຈະ​ສອນ​ແບບ​ຮຽບ​ງ່າຍ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ໃຊ້​ພາສາ​ທີ່​ທຳມະດາ? (ຂ) ເຮົາ​ຈະ​ຫຼີກ​ລ່ຽງ​ການ​ໃຫ້​ຂໍ້​ມູນ​ຫຼາຍ​ເກີນ​ໄປ​ແກ່​ນັກ​ສຶກສາ​ຄຳພີໄບເບິນ​ໄດ້​ແນວໃດ?

6 ເຮົາ​ຈະ​ສອນ​ແບບ​ຮຽບ​ງ່າຍ​ໄດ້​ແນວໃດ? ຂໍ້​ຮຽກ​ຮ້ອງ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ແມ່ນ​ການທີ່​ເຮົາ​ໃຊ້​ພາສາ​ທີ່​ຊັດເຈນ​ເຊິ່ງ​ຄົນ​ສ່ວນ​ຫຼາຍ​ເຂົ້າ​ໃຈ​ໄດ້​ງ່າຍ. ຄຳ​ສອນ​ພື້ນຖານ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ໄດ້​ສະຫຼັບ​ສັບ​ຊ້ອນ. ພະເຢໂຫວາ​ໄດ້​ເປີດ​ເຜີຍ​ຈຸດ​ປະສົງ​ຕ່າງໆຂອງ​ພະອົງ​ໃຫ້​ກັບ​ຜູ້​ທີ່​ຈິງ​ໃຈ​ແລະ​ມີ​ຫົວໃຈ​ຖ່ອມ. (1 ໂກລິນໂທ 1:26-28) ຄຳເວົ້າ​ທີ່​ຮຽບ​ງ່າຍ​ເຊິ່ງ​ມີ​ການ​ເລືອກ​ເຟັ້ນ​ເປັນ​ຢ່າງ​ດີ​ສາມາດ​ຖ່າຍ​ທອດ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ​ໄດ້​ຢ່າງ​ບັງເກີດ​ຜົນ.

ເມື່ອ​ເຮົາ​ສອນ ຈົ່ງ​ເຮັດ​ໃຫ້​ເປັນ​ແບບ​ຮຽບ​ງ່າຍ​ຢູ່​ສະເໝີ

7 ເພື່ອ​ຈະ​ສອນ​ແບບ​ທີ່​ຮຽບ​ງ່າຍ ເຮົາ​ຕ້ອງ​ລະວັງ​ບໍ່​ໃຫ້​ຂໍ້​ມູນ​ຫຼາຍ​ເກີນ​ໄປ​ແກ່​ນັກ​ສຶກສາ​ຄຳພີໄບເບິນ. ດັ່ງນັ້ນ ເມື່ອ​ນຳ​ການ​ສຶກສາ​ພະ​ຄຳ​ພີ ເຮົາ​ບໍ່​ຈຳເປັນ​ຕ້ອງ​ອະທິບາຍ​ທຸກ​ລາຍ​ລະອຽດ ອີກ​ທັງ​ບໍ່​ຈຳເປັນ​ທີ່​ຈະ​ຟ້າວຟັ່ງ​ສຶກສາ​ແບບ​ຜ່ານໆຄື​ກັບ​ວ່າ​ການ​ສຶກສາ​ໃຫ້​ໄດ້​ຫຼາຍໆໜ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເປັນ​ສິ່ງ​ທີ່​ສຸຂຸມ​ທີ່​ຈະ​ໃຫ້​ຄວາມ​ຈຳເປັນ​ແລະ​ຄວາມ​ສາມາດ​ຂອງ​ນັກ​ສຶກສາ​ເປັນ​ເກນ​ກຳນົດ​ອັດຕາ​ຄວາມ​ໄວ​ຂອງ​ການ​ສຶກສາ. ເປົ້າ​ໝາຍ​ແມ່ນ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ມາ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ​ແລະ​ເປັນ​ຜູ້​ນະມັດສະການ​ພະເຢໂຫວາ. ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງ​ກ່າວ ເຮົາ​ຈຳເປັນ​ຕ້ອງ​ໃຊ້​ເວລາ​ເຕັມທີ​ຕາມ​ຄວາມ​ຈຳເປັນ​ເພື່ອ​ໃຫ້​ນັກ​ສຶກສາ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ທີ່​ຕົນ​ເອງ​ກຳລັງ​ຮຽນ​ຢູ່. ສະເພາະ​ແຕ່​ເມື່ອ​ເຮັດ​ແນວ​ນີ້​ເທົ່າ​ນັ້ນ ຄວາມ​ຈິງ​ໃນ​ຄຳພີໄບເບິນ​ຈຶ່ງ​ຈະ​ເຂົ້າ​ເຖິງ​ຫົວໃຈ​ແລະ​ກະຕຸ້ນ​ໃຫ້​ລາວ​ນຳ​ໃຊ້​ສິ່ງ​ທີ່​ຕົນ​ໄດ້​ຮຽນ​ຮູ້​ນັ້ນ.—ໂລມ 12:2.

ການ​ໃຊ້​ຄຳຖາມ​ທີ່​ເໝາະສົມ

8, 9. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໃຊ້​ຄຳຖາມ? (ຂ) ໃນ​ເລື່ອງ​ການ​ເສຍ​ພາສີ​ບຳລຸງ​ວິຫານ ພະ​ເຍຊູ​ໃຊ້​ຄຳຖາມ​ແນວໃດ​ເພື່ອ​ຊ່ວຍ​ເປໂຕ​ໃຫ້​ໄດ້​ຂໍ້​ສະຫຼຸບ​ທີ່​ຖືກຕ້ອງ?

8 ພະ​ເຍຊູ​ໂດດ​ເດັ່ນ​ໃນ​ການ​ໃຊ້​ຄຳຖາມ ແມ່ນ​ບາງ​ຄັ້ງ​ການ​ບອກ​ຈຸດ​ສຳຄັນ​ໃຫ້​ຜູ້​ຟັງ​ໄປ​ເລີຍ​ຈະ​ໃຊ້​ເວລາ​ໜ້ອຍ​ກວ່າ​ກໍ​ຕາມ. ຖ້າ​ເຊັ່ນ​ນັ້ນ ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຊ້​ຄຳຖາມ? ບາງ​ຄັ້ງ ພະອົງ​ໃຊ້​ຄຳຖາມ​ທີ່​ເຈາະ​ເລິກ​ເພື່ອ​ເປີດ​ເຜີຍ​ເຖິງ​ແຮງ​ກະຕຸ້ນ​ທີ່​ຜິດ​ຂອງ​ຜູ້​ທີ່​ຕໍ່ຕ້ານ​ພະອົງ ໂດຍ​ວິທີ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ມິດ​ງຽບ. (ມັດທາຍ 21:23-27; 22:41-46) ຢ່າງ​ໃດ​ກໍ​ຕາມ ໃນ​ຫຼາຍ​ກໍລະນີ ພະອົງ​ໃຊ້​ຄຳຖາມ​ເພື່ອ​ເຮັດ​ໃຫ້​ເຫຼົ່າ​ສາວົກ​ເປີດ​ເຜີຍ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຂົາເຈົ້າ ພ້ອມ​ທັງ​ກະຕຸ້ນ​ແລະ​ຝຶກ​ຝົນ​ຄວາມ​ຄິດ​ຂອງ​ເຂົາເຈົ້າ​ໄປ​ນຳ. ດັ່ງນັ້ນ ພະອົງ​ຈຶ່ງ​ໃຊ້​ຄຳຖາມ​ດັ່ງ​ເຊັ່ນ “ທ່ານ​ທັງ​ຫຼາຍ​ຄຶດ​ເຫັນ​ຢ່າງ​ໃດ?” ແລະ “ເຈົ້າ​ເຊື່ອ​ຄຳ​ນີ້​ຫຼື?” (ມັດທາຍ 18:12; ໂຢຮັນ 11:26) ໂດຍ​ການ​ໃຊ້​ຄຳຖາມ​ຕ່າງໆ ພະ​ເຍຊູ​ເຂົ້າ​ເຖິງ​ໃຈ​ແລະ​ເຮັດ​ໃຫ້​ເຫຼົ່າ​ສາວົກ​ຈັບ​ອົກ​ຈັບ​ໃຈ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ໜຶ່ງ.

9 ໃນ​ໂອກາດ​ໜຶ່ງ ຄົນ​ເກັບ​ພາສີ​ໄດ້​ຖາມ​ເປໂຕ​ວ່າ​ພະ​ເຍຊູ​ເສຍ​ພາສີ​ບຳລຸງ​ວິຫານ​ຫຼື​ບໍ່. * ເປໂຕ​ຕອບ​ທັນທີ​ວ່າ “ເສຍ.” ຕໍ່ມາ​ພະ​ເຍຊູ​ຫາ​ເຫດຜົນ​ກັບ​ລາວ​ວ່າ “ຊີໂມນ​ເອີຍ​ທ່ານ​ຄຶດ​ຢ່າງ​ໃດ? ກະສັດ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ໂລກ​ເຄີຍ​ເກັບ​ເງິນ​ສ່ວຍ​ແລະ​ເງິນ​ພາສີ​ແຕ່​ຜູ້​ໃດ? ເກັບ​ແຕ່​ລູກ​ແຫ່ງ​ຕົນ​ຫຼື​ແຕ່​ຄົນ​ຜູ້​ອື່ນ?” ເປໂຕ​ຕອບ​ວ່າ “ເກັບ​ແຕ່​ຄົນ​ຜູ້​ອື່ນ.” ພະ​ເຍຊູ​ບອກ​ວ່າ “ຖ້າ​ເປັນ​ຢ່າງ​ນັ້ນ​ລູກ​ທັງ​ຫຼາຍ​ບໍ່​ຕ້ອງ​ເສຍ.” (ມັດທາຍ 17:24-27) ແນ່ນອນ​ວ່າ​ເປໂຕ​ເຂົ້າ​ໃຈ​ຊັດເຈນ​ໃນ​ຈຸດ​ສຳຄັນ​ຂອງ​ຄຳຖາມ ເນື່ອງ​ຈາກ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ເຊື້ອ​ວົງ​ຂອງ​ກະສັດ​ບໍ່​ຕ້ອງ​ເສຍ​ພາສີ. ສະນັ້ນ ໃນ​ຖານະ​ເປັນ​ລູກຊາຍ​ຜູ້​ດຽວ​ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ກົງ​ຂອງ​ກະສັດ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ໄດ້​ຮັບ​ການ​ນະມັດສະການ​ຢູ່​ທີ່​ວິຫານ ພະ​ເຍຊູ​ຈຶ່ງ​ບໍ່​ມີ​ພັນທະ​ທີ່​ຕ້ອງ​ເສຍ​ພາສີ. ຂໍ​ໃຫ້​ສັງເກດ​ວ່າ​ແທນ​ທີ່ພະ​ເຍຊູ​ຈະ​ພຽງ​ແຕ່​ບອກ​ຄຳ​ຕອບ​ທີ່​ຖືກຕ້ອງ​ໃຫ້​ກັບ​ເປໂຕ ພະ​ເຍຊູ​ໃຊ້​ຄຳຖາມ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເພື່ອ​ຊ່ວຍ​ເປໂຕ​ໃຫ້​ໄດ້​ຂໍ້​ສະຫຼຸບ​ທີ່​ຖືກຕ້ອງ ແລະ​ບາງ​ທີ​ເພື່ອ​ໃຫ້​ລາວ​ເຫັນ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ຄິດ​ຢ່າງ​ຮອບຄອບ​ຫຼາຍ​ຂຶ້ນ​ໃນ​ວັນ​ຂ້າງ​ໜ້າ​ກ່ອນ​ທີ່​ຈະ​ຕອບ​ຄຳຖາມ.

ໃຊ້​ຄຳຖາມ​ທີ່​ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ສົນ​ໃຈ​ຂອງ​ເຈົ້າ​ຂອງ​ເຮືອນ

10. ເມື່ອ​ເຮົາ​ປະກາດ​ຕາມ​ບ້ານ​ເຮືອນ ເຮົາ​ຈະ​ໃຊ້​ຄຳຖາມ​ທີ່​ບັງເກີດ​ຜົນ​ໄດ້​ແນວໃດ?

10 ໃນ​ວຽກ​ຮັບໃຊ້ ເຮົາ​ຈະ​ໃຊ້​ຄຳຖາມ​ແບບ​ທີ່​ບັງເກີດ​ຜົນ​ໄດ້​ແນວໃດ? ເມື່ອ​ປະກາດ​ຕາມ​ບ້ານ​ເຮືອນ ເຮົາ​ອາດ​ໃຊ້​ຄຳຖາມ​ທີ່​ກະຕຸ້ນ​ຄວາມ​ສົນ​ໃຈ ບາງ​ທີ​ເພື່ອ​ເປັນ​ການ​ເປີດ​ທາງ​ໄວ້​ສຳລັບ​ເຮົາ​ໃນ​ການ​ບອກ​ຂ່າວ​ດີ. ຕົວຢ່າງ ຖ້າ​ພົບ​ຄົນ​ສູງ​ອາຍຸ ເຮົາ​ອາດ​ຈະ​ຍົກ​ຄຳຖາມ​ຂຶ້ນ​ມາ​ຖາມ​ດ້ວຍ​ຄວາມ​ນັບຖື​ວ່າ “ໂລກ​ໄດ້​ປ່ຽນ​ໄປ​ແນວໃດ​ໃນ​ຕະຫຼອດ​ໄລຍະ​ຊີວິດ​ຂອງ​ລຸງ/ປ້າ?” ພາຍ​ຫຼັງ​ທີ່​ເປີດ​ໂອກາດ​ໃຫ້​ຕອບ​ແລ້ວ ເຮົາ​ອາດ​ຖາມ​ຕໍ່​ວ່າ “ລຸງ/ປ້າ​ຄິດ​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ໂລກ​ນີ້​ມີ​ສະພາບ​ດີ​ຂຶ້ນ​ເພື່ອ​ເຮົາ​ຈະ​ຢູ່​ໄດ້?” (ມັດທາຍ 6:9, 10) ຖ້າ​ພົບ​ແມ່​ທີ່​ມີ​ລູກ​ນ້ອຍໆ ເຮົາ​ອາດ​ຖາມ​ວ່າ “ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ​ໂລກ​ນີ້​ຈະ​ເປັນ​ແນວໃດ​ເມື່ອ​ລູກ​ຂອງ​ເຈົ້າ​ໃຫຍ່​ແລ້ວ?” (ຄຳເພງ 37:10, 11) ໂດຍ​ເປັນ​ຄົນ​ມັກ​ສັງເກດ​ເມື່ອ​ເຂົ້າ​ຮອດ​ເຮືອນ​ຫຼັງ​ໜຶ່ງ ເຮົາ​ອາດ​ສາມາດ​ເລືອກ​ຄຳຖາມ​ທີ່​ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ສົນ​ໃຈ​ຂອງ​ເຈົ້າ​ຂອງ​ເຮືອນ.

11. ເມື່ອ​ນຳ​ການ​ສຶກສາ​ຄຳພີໄບເບິນ ເຮົາ​ຈະ​ໃຊ້​ຄຳຖາມ​ຢ່າງ​ບັງເກີດ​ຜົນ​ໄດ້​ແນວໃດ?

11 ເມື່ອ​ນຳ​ການ​ສຶກສາ​ຄຳພີໄບເບິນ ເຮົາ​ຈະ​ໃຊ້​ຄຳຖາມ​ທີ່​ບັງເກີດ​ຜົນ​ໄດ້​ແນວໃດ? ຄຳຖາມ​ທີ່​ມີ​ການ​ຄິດ​ຕຶກຕອງ​ຢ່າງ​ຮອບຄອບ​ອາດ​ຊ່ວຍ​ເຮົາ​ໃຫ້​ດຶງ​ຄວາມ​ຮູ້ສຶກ​ອອກ​ມາ​ຈາກ​ໃຈ​ຂອງ​ນັກ​ສຶກສາ​ໄດ້. (ສຸພາສິດ 20:5) ຕົວຢ່າງ ສົມມຸດ​ວ່າ​ກຳລັງ​ສຶກສາ​ບົດ​ທີ່​ຊື່​ວ່າ “ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ” ໃນ​ປຶ້ມ​ຄຳພີໄບເບິນ​ສອນ​ແນວໃດ​ແທ້ໆ? * ບົດ​ນີ້​ພິຈາລະນາ​ເຖິງ​ທັດສະນະ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຕ່າງໆເຊັ່ນ ການ​ຜິດສິນລະທຳ​ທາງ​ເພດ ການ​ເມົາ​ເຫຼົ້າ ແລະ​ການ​ຕົວະ. ຄຳ​ຕອບ​ຂອງ​ນັກ​ສຶກສາ​ອາດ​ຊີ້​ບອກ​ວ່າ​ລາວ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຄຳພີໄບເບິນ​ສອນ ແຕ່​ລາວ​ເຫັນ​ດີ ກັບ​ສິ່ງ​ທີ່​ຕົນ​ເອງ​ກຳລັງ​ຮຽນ​ຮູ້​ບໍ? ເຮົາ​ອາດ​ຖາມ​ວ່າ “ທັດສະນະ​ຂອງ​ພະເຈົ້າ​ໃນ​ເລື່ອງ​ດັ່ງ​ກ່າວ​ເບິ່ງ​ຄື​ວ່າ​ມີ​ເຫດຜົນ​ບໍ?” ເຮົາ​ຍັງ​ອາດ​ຖາມ​ໄດ້​ວ່າ “ເຈົ້າ​ຈະ​ເອົາ​ຄວາມ​ຮູ້​ນີ້​ໄປ​ໃຊ້​ໃນ​ຊີວິດ​ຂອງ​ເຈົ້າ​ໄດ້​ແນວໃດ?” ແຕ່​ຂໍ​ໃຫ້​ຄຳນຶງ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ຜ່ອນ​ສັ້ນ​ຜ່ອນ​ຍາວ ໃຫ້​ຄວາມ​ນັບຖື​ຢ່າງ​ເໝາະສົມ​ຕໍ່​ນັກ​ສຶກສາ. ເຮົາ​ບໍ່​ຢາກ​ຖາມ​ຄຳຖາມ​ທີ່​ເຮັດ​ໃຫ້​ນັກ​ສຶກສາ​ຮູ້ສຶກ​ອຶດ​ອັດ​ໃຈ​ແບບ​ທີ່​ບໍ່​ຈຳເປັນ.—ສຸພາສິດ 12:18.

ການ​ໃຊ້​ການ​ຫາ​ເຫດຜົນ​ທີ່​ມີ​ພະລັງ

12-14. (ກ) ໃນ​ວິທີ​ໃດ​ແດ່​ທີ່​ພະ​ເຍຊູ​ໃຊ້​ຄວາມ​ສາມາດ​ຂອງ​ພະອົງ​ໃນ​ການ​ຫາ​ເຫດຜົນ? (ຂ) ເມື່ອ​ພວກ​ຟາລິຊຽນ​ບອກ​ວ່າ​ລິດເດດ​ຂອງ​ພະ​ເຍຊູ​ເປັນ​ຂອງ​ຊາຕານ ພະອົງ​ໃຊ້​ການ​ຫາ​ເຫດຜົນ​ອັນ​ໃດ​ທີ່​ມີ​ພະລັງ?

12 ເນື່ອງ​ຈາກ​ພະ​ເຍຊູ​ສົມບູນແບບ​ທາງ​ຄວາມ​ຄິດ ພະອົງ​ຈຶ່ງ​ຊຳນານ​ໃນ​ການ​ຫາ​ເຫດຜົນ​ກັບ​ຜູ້​ຄົນ. ບາງ​ຄັ້ງ ພະອົງ​ໃຊ້​ການ​ຫາ​ເຫດຜົນ​ທີ່​ມີ​ພະລັງ​ເພື່ອ​ຫັກ​ລ້າງ​ຂໍ້​ກ່າວ​ຫາ​ຕົວະ​ຂອງ​ຜູ້​ທີ່​ຕໍ່ຕ້ານ​ພະອົງ. ໃນ​ຫຼາຍ​ກໍລະນີ ພະອົງ​ໃຊ້​ວິທີ​ການ​ຫາ​ເຫດຜົນ​ທີ່​ໂນ້ມນ້າວ​ໃຈ​ເພື່ອ​ສອນ​ບົດ​ຮຽນ​ທີ່​ມີ​ຄ່າ​ແກ່​ເຫຼົ່າ​ສາວົກ. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ.

13 ພາຍ​ຫຼັງ​ທີ່​ພະ​ເຍຊູ​ໄດ້​ປິ່ນປົວ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ທັງ​ຜີ​ເຂົ້າ ທັງ​ຕາ​ບອດ ແລະ​ທັງ​ປາ​ກ​ກືກ​ໃຫ້​ເຊົາ​ແລ້ວ ພວກ​ຟາລິຊຽນ​ກ່າວ​ຫາ​ວ່າ “ຜູ້​ນີ້​ບໍ່​ໄດ້​ຂັບ​ໄລ່​ຜີ​ຮ້າຍ​ທັງ​ຫຼາຍ​ອອກ​ເສຍ​ເທົ່າ​ເວັ້ນ​ໄວ້​ດ້ວຍ​ອຳນາດ​ແຫ່ງ​ເບເອນເຊບຶນ [ຊາຕານ] ຜູ້​ເປັນ​ນາຍ​ຜີ​ຮ້າຍ​ທັງ​ຫຼາຍ.” ພວກ​ເຂົາ​ຍອມ​ຮັບ​ວ່າ​ຕ້ອງ​ມີ​ລິດເດດ​ເໜືອ​ມະນຸດ​ເພື່ອ​ຈະ​ຂັບ​ໄລ່​ຜີ​ອອກ​ໄດ້. ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຊີ້​ບອກ​ວ່າ​ລິດເດດ​ຂອງ​ພະ​ເຍຊູ​ມາ​ຈາກ​ຊາຕານ. ການ​ກ່າວ​ຫາ​ນີ້​ບໍ່​ພຽງ​ແຕ່​ບໍ່​ເປັນ​ຄວາມ​ຈິງ ແຕ່​ວ່າ​ບໍ່​ມີ​ເຫດຜົນ​ນຳ. ໂດຍ​ເປີດໂປງ​ຄວາມ​ຄິດ​ທີ່​ຜິດ​ຂອງ​ພວກ​ເຂົາ ພະ​ເຍຊູ​ຕອບ​ວ່າ “ແຜ່ນດິນ​ທຸກ​ອັນ​ທີ່​ແຕກ​ແຍກ​ຈາກ​ກັນ​ເອງ​ແລ້ວ​ຈະ​ທຳລາຍ​ເປັນ​ປ່າ​ເປົ່າ ແລະ​ເມືອງ​ທຸກ​ອັນ​ຫຼື​ເຮືອນ​ທຸກ​ຫຼັງ​ທີ່​ແຕກ​ແຍກ​ຈາກ​ກັນ​ເອງ​ແລ້ວ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້. ແລະ​ຖ້າ​ຊາຕານ​ຂັບ​ໄລ່​ຊາຕານ ມັນ​ແຕກ​ແຍກ​ກັນ​ກັບ​ຕົວ​ເອງ ເຫດ​ສັນນີ້​ແຜ່ນດິນ​ແຫ່ງ​ມັນ​ຈະ​ຕັ້ງ​ຢູ່​ຢ່າງ​ໃດ​ໄດ້?” (ມັດທາຍ 12:22-26) ທີ່​ຈິງ​ແລ້ວ ຄຳເວົ້າ​ຂອງ​ພະ​ເຍຊູ​ກໍ​ຄື​ກັບ​ເວົ້າ​ວ່າ “ຖ້າ​ເຮົາ​ເປັນ​ຕົວແທນ​ຂອງ​ຊາຕານ ແລະ​ເຮົາ​ໄດ້​ລົບ​ລ້າງ​ສິ່ງ​ທີ່​ຊາຕານ​ໄດ້​ເຮັດ​ໄວ້ ຖ້າ​ເປັນ​ແນວ​ນັ້ນ ຊາຕານ​ກໍຄົງ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຂັດ​ກັບ​ຈຸດ​ມຸ່ງ​ໝາຍ​ຂອງ​ຕົວ​ເອງ​ແລະ​ອີກ​ບໍ່​ດົນ​ມັນ​ຈະ​ລົ້ມ​ລົງ.” ພວກ​ເຂົາ​ຈະ​ຫັກ​ລ້າງ​ການ​ຫາ​ເຫດຜົນ​ທີ່​ເປັນ​ຕາ​ເຊື່ອ​ເຊັ່ນ​ນີ້​ໄດ້​ແນວໃດ?

14 ພະ​ເຍຊູ​ຍັງ​ບໍ່​ທັນ​ຈົບ​ການ​ຫາ​ເຫດຜົນ​ກັບ​ພວກ​ເຂົາ. ໂດຍ​ຮູ້​ວ່າ​ສາວົກ​ບາງ​ຄົນ​ຂອງ​ພວກ​ຟາລິຊຽນ​ເອງ​ກໍ​ເຄີຍ​ຂັບ​ໄລ່​ຜີ​ອອກ ພະອົງ​ຖາມ​ຄຳຖາມ​ທີ່​ງ່າຍ​ແຕ່​ພັດ​ມີ​ພະລັງ​ທີ່​ວ່າ “ຖ້າ​ເຮົາ​ຂັບ​ໄລ່​ຜີ​ຮ້າຍ​ທັງ​ຫຼາຍ​ອອກ​ເສຍ​ດ້ວຍ​ອຳນາດ​ແຫ່ງ​ເບເອນເຊບຶນ ລູກຊາຍ [ຫຼື​ສາວົກ] ຂອງ​ທ່ານ​ທັງ​ຫຼາຍ​ຂັບ​ໄລ່​ຜີ​ຮ້າຍ​ນັ້ນ​ດ້ວຍ​ອຳນາດ​ຂອງ​ຜູ້​ໃດ?” (ມັດທາຍ 12:27) ຄວາມ​ໝາຍ​ຂອງ​ການ​ຫາ​ເຫດຜົນ​ຂອງ​ພະ​ເຍຊູ​ກໍ​ຄື “ຖ້າ​ເຮົາ​ໄລ່​ຜີ​ອອກ​ດ້ວຍ​ລິດເດດ​ຂອງ​ຊາຕານ​ແທ້ໆ ພວກ​ລູກສິດ​ຂອງ​ທ່ານ​ກໍ​ຄົງ​ໄລ່​ຜີ​ອອກ​ດ້ວຍ​ລິດເດດ​ຂອງ​ຊາຕານ​ຄື​ກັນ.” ພວກ​ຟາລິຊຽນ​ຈະ​ເວົ້າ​ອັນ​ໃດ​ໄດ້​ອີກ? ພວກ​ເຂົາ​ຈະ​ບໍ່​ມີ​ວັນ​ຍອມ​ຮັບ​ວ່າ​ລູກສິດ​ຂອງ​ຕົນ​ເຮັດ​ກິດຈະການ​ພາຍ​ໃຕ້​ລິດເດດ​ຂອງ​ຊາຕານ. ໂດຍ​ວິທີ​ນີ້​ພະ​ເຍຊູ​ໃຊ້​ການ​ອ້າງ​ເຫດຜົນ​ທີ່​ຜິດໆຂອງ​ພວກ​ເຂົາ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ຝືນ​ໃຈ​ລົງ​ຄວາມ​ເຫັນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ອຶດ​ອັດ​ໃຈ. ພຽງ​ແຕ່​ອ່ານ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ​ຫາ​ເຫດຜົນ​ກັບ​ພວກ​ເຂົາ​ກໍ​ໜ້າ​ຕື່ນ​ເຕັ້ນ​ບໍ່​ແມ່ນ​ບໍ? ແຕ່​ຂໍ​ໃຫ້​ນຶກ​ພາບ​ເຖິງ​ຝູງ​ຄົນ​ທີ່​ໄດ້​ຍິນ​ຈາກ​ພະ​ເຍຊູ​ໂດຍ​ກົງ ແນ່ນອນ​ວ່າ​ການ​ປາກົດ​ຕົວ​ຂອງ​ພະອົງ​ຕໍ່​ໜ້າ​ເຂົາເຈົ້າ​ແລະ​ນ້ຳ​ສຽງ​ທີ່​ເປັ່ງ​ອອກ​ມາ​ຄົງ​ຈະ​ໄດ້​ເພີ່ມ​ນ້ຳ​ໜັກ​ໃຫ້​ກັບ​ຄຳເວົ້າ​ຂອງ​ພະອົງ.

15-17. ຂໍ​ໃຫ້​ເລົ່າ​ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ​ໃຊ້​ການ​ຫາ​ເຫດຜົນ​ແນວ​ທີ່​ໃຊ້​ສຳນວນ​ວ່າ “ຫຼາຍ​ກວ່າ​ນັ້ນ​ອີກ” ເພື່ອ​ສອນ​ຄວາມ​ຈິງ​ທີ່​ເຮັດ​ໃຫ້​ອົບອຸ່ນ​ໃຈ​ກ່ຽວ​ກັບ​ພໍ່​ຂອງ​ພະອົງ.

15 ພະ​ເຍຊູ​ຍັງ​ໃຊ້​ການ​ຫາ​ເຫດຜົນ​ທີ່​ຖືກຕ້ອງ​ແລະ​ໂນ້ມນ້າວ​ໃຈ​ເພື່ອ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພໍ່​ຂອງ​ພະອົງ​ຢ່າງ​ເສີມ​ສ້າງ​ແລະ​ທີ່​ເຮັດ​ໃຫ້​ອົບອຸ່ນ​ໃຈ. ຫຼາຍ​ຄັ້ງ ພະອົງ​ໃຊ້​ວິທີ​ຫາ​ເຫດຜົນ​ແນວ​ທີ່​ໃຊ້​ສຳນວນ​ວ່າ “ຫຼາຍ​ກວ່າ​ນັ້ນ​ອີກ” ເພື່ອ​ຊ່ວຍ​ຜູ້​ຟັງ​ຂອງ​ພະອົງ​ໃຫ້​ກ້າວ​ໜ້າ​ຂຶ້ນ​ໄປ​ອີກ​ຈາກ​ຄວາມ​ຈິງ​ທີ່​ເຂົາເຈົ້າ​ຄຸ້ນ​ເຄີຍ​ດີ​ຢູ່​ແລ້ວ​ໄປ​ສູ່​ຄວາມ​ເຊື່ອ​ໝັ້ນ​ທີ່​ຫຼາຍ​ຍິ່ງ​ຂຶ້ນ. ໂດຍ​ການ​ສົມ​ທຽບ​ໃຫ້​ເຫັນ​ຄວາມ​ແຕກຕ່າງ ການ​ຫາ​ເຫດຜົນ​ວິທີ​ນີ້​ສາມາດ​ເຮັດ​ໃຫ້​ເກີດ​ຄວາມ​ປະທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ຂໍ​ໃຫ້​ພິຈາລະນາ​ຈັກ​ສອງ​ຕົວຢ່າງ.

16 ເມື່ອ​ຕອບ​ຄຳ​ຂໍ​ຂອງ​ພວກ​ສາວົກ​ທີ່​ໃຫ້​ສອນ​ເຂົາເຈົ້າ​ເຖິງ​ວິທີ​ອະທິດຖານ ພະ​ເຍຊູ​ພັນລະນາ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ພໍ່​ເຊິ່ງ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ​ທີ່​ຈະ “ເອົາ​ຂອງ​ດີ​ໃຫ້” ລູກ​ຂອງ​ຕົນ. ຕໍ່​ຈາກ​ນັ້ນ​ພະອົງ​ສະຫຼຸບ​ວ່າ “ຖ້າ​ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ຄົນ​ຊົ່ວ​ຮ້າຍ​ຍັງ​ຮູ້​ເອົາ​ຂອງ​ດີ​ໃຫ້​ລູກ​ຂອງ​ທ່ານ ຫຼາຍ​ກວ່າ​ນັ້ນ​ອີກ​ເທົ່າ​ໃດ ພະ​ບິດາ​ທີ່​ເປັນແຕ່​ສະຫວັນ​ຈະ​ປະທານ​ພະ​ວິນຍານ​ບໍລິສຸດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ຂໍ​ກັບ​ພະອົງ.” (ລືກາ 11:1-13) ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຈຸດ​ສຳຄັນ​ໂດຍ​ສົມ​ທຽບ​ໃຫ້​ເຫັນ​ຄວາມ​ແຕກຕ່າງ. ຖ້າ​ມະນຸດ​ທີ່​ຜິດ​ບາບ​ເອົາໃຈໃສ່​ຕໍ່​ຄວາມ​ຈຳເປັນ​ຂອງ​ລູກ ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ເຊິ່ງ​ສົມບູນ​ພ້ອມ​ແລະ​ຊອບທຳ​ຮອບ​ດ້ານ​ຈະ​ປະທານ​ພະ​ວິນຍານ​ບໍລິສຸດ​ໃຫ້​ແກ່​ຜູ້​ນະມັດສະການ​ທີ່​ຈົງ​ຮັກ​ພັກດີ​ເຊິ່ງ​ເຂົ້າ​ຫາ​ພະອົງ​ດ້ວຍ​ຄວາມ​ຖ່ອມ​ໃຈ​ໃນ​ການ​ອະທິດຖານ!

17 ພະ​ເຍຊູ​ໃຊ້​ການ​ຫາ​ເຫດຜົນ​ທີ່​ຄ້າຍໆກັນ​ເມື່ອ​ໃຫ້​ຄຳ​ແນະນຳ​ທີ່​ສຸຂຸມ​ໃນ​ການ​ຮັບ​ມື​ກັບ​ຄວາມ​ກະວົນກະວາຍ. ພະອົງ​ກ່າວ​ວ່າ “ນົກ​ກາ​ທັງ​ຫຼາຍ ເຂົາ​ບໍ່​ຫວ່ານ​ແລະ​ບໍ່​ກ່ຽວ​ເຂົ້າ​ແລະ​ບໍ່​ມີ​ບ່ອນ​ໄວ້​ຂອງ ບໍ່​ມີ​ເລົ້າ ແລະ​ພະເຈົ້າ​ລ້ຽງ​ເຂົາ. ທ່ານ​ທັງ​ຫຼາຍ​ປະເສີດ​ກວ່າ​ນົກ​ທັງ​ຫຼາຍ​ນັ້ນ​ຫຼາຍ​ເທົ່າ​ໃດ? ຈົ່ງ​ພິຈາລະນາ​ເບິ່ງ​ດອກ​ບຸບຜາ​ທັງ​ຫຼາຍ ເຂົາ​ປົ່ງ​ຂຶ້ນ​ຢ່າງ​ໃດ ເຂົາ​ບໍ່​ທຳ​ການ​ບໍ່​ເຂັນ​ຝ້າຍ . . . ຖ້າ​ພະເຈົ້າ​ປະທານ​ເຄື່ອງ​ນຸ່ງ​ຫົ່ມ​ຢ່າງ​ນັ້ນ​ໃຫ້​ຫຍ້າ​ທີ່​ຢູ່​ກາງ​ທົ່ງ​ນາ​ໃນ​ວັນ​ນີ້ ແລະ​ທີ່​ເຂົາ​ຈະ​ຖິ້ມ​ເສຍ​ໃນ​ເຕົາ​ໄຟ​ໃນ​ວັນ​ໜ້າ ພະອົງ​ຈະ​ໃຫ້​ເຄື່ອງ​ນຸ່ງ​ຫົ່ມ​ແກ່​ທ່ານ​ທັງ​ຫຼາຍ​ຫຼາຍ​ກວ່າ​ນັ້ນ​ອີກ​ເທົ່າ​ໃດ ໂອ້​ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ເຊື່ອ​ໜ້ອຍ.” (ລືກາ 12:24, 27, 28) ຖ້າ​ພະເຢໂຫວາ​ໃສ່​ໃຈ​ຝູງ​ນົກ​ແລະ​ດອກ​ໄມ້ ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ພະອົງ​ຈະ​ໃສ່​ໃຈ​ມະນຸດ​ທີ່​ຮັກ​ແລະ​ນະມັດສະການ​ພະອົງ! ແນ່ນອນ​ວ່າ​ການ​ຫາ​ເຫດຜົນ​ແນວ​ນີ້​ໄດ້​ຖືກ​ໃຈ​ຜູ້​ທີ່​ຟັງ​ພະ​ເຍຊູ.

18, 19. ເຮົາ​ອາດ​ຫາ​ເຫດຜົນ​ແນວໃດ​ກັບ​ຄົນ​ທີ່​ບອກ​ວ່າ​ບໍ່​ເຊື່ອ​ໃນ​ພະເຈົ້າ​ທີ່​ເບິ່ງ​ບໍ່​ເຫັນ?

18 ໃນ​ວຽກ​ຮັບໃຊ້ ເຮົາ​ຢາກ​ໃຊ້​ການ​ຫາ​ເຫດຜົນ​ທີ່​ຖືກຕ້ອງ​ເພື່ອ​ຫັກ​ລ້າງ​ຄວາມ​ເຊື່ອ​ທີ່​ຜິດ. ເຮົາ​ຍັງ​ຢາກ​ໃຊ້​ການ​ຫາ​ເຫດຜົນ​ທີ່​ໂນ້ມນ້າວ​ໃຈ​ເພື່ອ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຢໂຫວາ​ໃນ​ລັກສະນະ​ທີ່​ເສີມ​ສ້າງ. (ກິດຈະການ 19:8; 28:23, 24) ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຊ້​ການ​ຫາ​ເຫດຜົນ​ແບບ​ສະຫຼັບ​ສັບ​ຊ້ອນ​ບໍ? ບໍ່. ບົດ​ຮຽນ​ທີ່​ເຮົາ​ຮຽນ​ຈາກ​ພະ​ເຍຊູ​ກໍ​ຄື​ການ​ໃຫ້​ເຫດຜົນ​ທີ່​ສົມ​ເຫດ​ສົມ​ຜົນ​ໃນ​ແບບ​ທີ່​ເຂົ້າ​ໃຈ​ງ່າຍ​ນັ້ນ​ມັກ​ເກີດ​ຜົນ​ຫຼາຍ​ທີ່​ສຸດ.

19 ຕົວຢ່າງ ເຮົາ​ຈະ​ຕອບ​ແນວໃດ​ຖ້າ​ບາງ​ຄົນ​ບອກ​ວ່າ​ເຂົາ​ບໍ່​ເຊື່ອ​ໃນ​ພະເຈົ້າ​ທີ່​ເບິ່ງ​ບໍ່​ເຫັນ? ເຮົາ​ອາດ​ຫາ​ເຫດຜົນ​ໂດຍ​ອາໄສ​ກົດ​ເກນ​ທຳມະຊາດ​ໃນ​ເລື່ອງ​ເຫດ​ແລະ​ຜົນ. ເມື່ອ​ສັງເກດ​ເຫັນ​ຜົນ​ຢ່າງ​ໜຶ່ງ ເຮົາ​ຍອມ​ຮັບ​ວ່າ​ຕ້ອງ​ມີ​ເຫດ​ທີ່​ເຮັດ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ. ເຮົາ​ອາດ​ເວົ້າ​ວ່າ “ຖ້າ​ເຈົ້າ​ຢູ່​ໃນ​ເຂດ​ທີ່​ສອກ​ຫຼີກ​ແລະ​ບັງເອີນ​ເຫັນ​ເຮືອນ​ຫຼັງໜຶ່ງ​ທີ່​ປຸກ​ໄວ້​ຢ່າງ​ດີ​ພ້ອມ​ທັງ​ມີ​ອາຫານ​ນຳ (ຜົນ) ເຈົ້າ​ຈະ​ບໍ່​ຍອມ​ຮັບ​ແທ້ໆບໍ​ວ່າ​ມີ​ຄົນ (ເຫດ) ໄດ້​ປຸກ​ເຮືອນ​ຫຼັງ​ນັ້ນ​ໄວ້? ດັ່ງນັ້ນ ເມື່ອ​ເຮົາ​ເຫັນ​ການ​ອອກແບບ​ທີ່​ຊັດເຈນ​ເຊິ່ງ​ຖືກ​ສ້າງ​ໄວ້​ໃນ​ທຳມະຊາດ​ແລະ​ອາຫານ​ທີ່​ອຸດົມ​ບໍລິບູນ​ໃນ ‘ໂຮງ​ເກັບ’ ອາຫານ​ເທິງ​ແຜ່ນດິນ​ໂລກ (ຜົນ) ກໍ​ມີ​ເຫດຜົນ​ແມ່ນ​ບໍ​ທີ່​ຈະ​ສະຫຼຸບ​ວ່າ​ມີ​ບຸກຄົນ​ໃດ​ໜຶ່ງ (ເຫດ) ໄດ້​ເຮັດ​ໃຫ້​ສິ່ງ​ເຫຼົ່ານີ້​ເກີດຂຶ້ນ​ເຊັ່ນ​ກັນ? ຄຳພີໄບເບິນ​ເອງ​ຫາ​ເຫດຜົນ​ໃນ​ທຳນອງ​ນີ້ ‘ເຮືອນ​ທຸກ​ຫຼັງ​ຄົງ​ມີ​ຜູ້​ສ້າງ ແຕ່​ວ່າ​ຜູ້​ໄດ້​ສ້າງ​ສັບພະ​ທຸກ​ສິ່ງ​ເປັນ​ພະເຈົ້າ.’” (ເຫບເລີ 3:4) ແນ່ນອນ ເຖິງ​ວ່າ​ການ​ຫາ​ເຫດຜົນ​ຂອງ​ເຮົາ​ຈະ​ໜ້າ​ເຊື່ອ​ຖື​ຫຼາຍ​ພຽງ​ໃດ​ກໍ​ຕາມ ແຕ່​ບໍ່​ແມ່ນ​ທຸກ​ຄົນ​ຈະ​ເຊື່ອ.—2 ເທຊະໂລນີກ 3:2.

ໃຊ້​ການ​ຫາ​ເຫດຜົນ​ທີ່​ຈະ​ເຂົ້າ​ເຖິງ​ໃຈ​ຂອງ​ຜູ້​ຄົນ

20, 21. (ກ) ເຮົາ​ຈະ​ໃຊ້​ວິທີ​ການ​ຫາ​ເຫດຜົນ​ແນວ​ທີ່​ໃຊ້​ສຳນວນ “ຫຼາຍ​ກວ່າ​ນັ້ນ​ອີກ” ໄດ້​ແນວໃດ​ເພື່ອ​ເນັ້ນ​ເຖິງ​ຄຸນ​ລັກສະນະ​ແລະ​ແນວ​ທາງ​ຂອງ​ພະເຢໂຫວາ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

20 ໃນ​ການ​ສອນ ບໍ່​ວ່າ​ໃນ​ວຽກ​ປະກາດ​ຫຼື​ໃນ​ປະຊາຄົມ ເຮົາ​ສາມາດ​ໃຊ້​ການ​ຫາເຫດຜົນ​ແນວ​ທີ່​ໃຊ້​ສຳນວນ “ຫຼາຍ​ກວ່າ​ນັ້ນ​ອີກ” ເພື່ອ​ເນັ້ນ​ເຖິງ​ຄຸນ​ລັກສະນະ​ແລະ​ແນວ​ທາງ​ຕ່າງໆຂອງ​ພະເຢໂຫວາ. ຕົວຢ່າງ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຫຼັກ​ຄຳ​ສອນ​ເລື່ອງ​ການ​ທໍລະມານ​ຕະຫຼອດ​ໄປ​ໃນ​ນາລົກ​ທີ່​ຈິງ​ແລ້ວ​ເປັນ​ການ​ບໍ່​ໃຫ້​ກຽດ​ພະເຢໂຫວາ ເຮົາ​ອາດ​ເວົ້າ​ວ່າ “ມີ​ພໍ່​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ​ຄົນ​ໃດ​ບໍ​ຈະ​ລົງໂທດ​ລູກ​ຂອງ​ຕົນ​ໂດຍ​ຈັບ​ມື​ຂອງ​ລູກ​ແຍ່​ໃສ່​ໃນ​ໄຟ? ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ຄວາມ​ຄິດ​ເລື່ອງ​ໄຟ​ນາລົກ​ຄົງ​ຕ້ອງ​ເປັນ​ເລື່ອງ​ທີ່​ໜ້າ​ລັງກຽດ​ສຳລັບ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຜູ້​ເຊິ່ງ​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ!” (ເຢເຣມີ 7:31) ເພື່ອ​ເຮັດ​ໃຫ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ທໍ້​ແທ້​ໝັ້ນໃຈ​ໃນ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ທີ່​ມີ​ຕໍ່​ຄົນ​ນັ້ນ ເຮົາ​ອາດ​ເວົ້າ​ວ່າ “ຖ້າ​ພະເຢໂຫວາ​ຖື​ວ່າ​ນົກ​ຈອກ​ໂຕ​ນ້ອຍໆມີ​ຄ່າ ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ພະອົງ​ຕ້ອງ​ໃສ່​ໃຈ​ແລະ​ຮັກ​ຜູ້​ນະມັດສະການ​ແຕ່​ລະ​ຄົນ​ຂອງ​ພະອົງ​ທີ່​ຢູ່​ແຜ່ນດິນ​ໂລກ​ເຊິ່ງ​ລວມ​ເຖິງ​ເຈົ້າ​ນຳ!” (ມັດທາຍ 10:29-31) ການ​ຫາ​ເຫດຜົນ​ແບບ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຄົນ​ອື່ນ​ໄດ້.

21 ຫຼັງ​ຈາກ​ພິຈາລະນາ​ວິທີ​ການ​ສອນ​ພຽງ​ແຕ່​ສາມ​ວິທີ​ທີ່​ພະ​ເຍຊູ​ໃຊ້ ເຮົາ​ກໍ​ເຂົ້າ​ໃຈ​ໄດ້​ງ່າຍໆວ່າ​ພວກ​ເຈົ້າ​ໜ້າ​ທີ່​ທີ່​ບໍ່​ໄດ້​ຈັບ​ພະອົງ​ນັ້ນ​ບໍ່​ໄດ້​ເວົ້າ​ເກີນ​ຈິງ ເມື່ອ​ເຂົາເຈົ້າ​ເວົ້າ​ວ່າ “ບໍ່​ຫ່ອນ​ມີ​ຜູ້​ໃດ​ປາ​ກ​ເໝືອນ​ຢ່າງ​ທ່ານ​ຜູ້​ນີ້.” ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວິທີ​ສອນ​ເຊິ່ງ​ບາງ​ທີ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທີ່​ສຸດ ນັ້ນ​ຄື​ການ​ໃຊ້​ຄຳ​ອຸປະມາ.

^ ເບິ່ງ​ຄື​ວ່າ​ເຈົ້າ​ໜ້າ​ທີ່​ເຫຼົ່ານີ້​ປະຈຳ​ການ​ຢູ່​ສານ​ຊັນເຮດຣິນ​ແລະ​ຢູ່​ໃຕ້​ອຳນາດ​ຂອງ​ພວກ​ປະໂລຫິດ​ໃຫຍ່.

^ ຖ້ອຍຄຳ​ສຸດທ້າຍ​ນັ້ນ​ເຊິ່ງ​ພົບ​ຢູ່​ກິດຈະການ 20:35 ຍົກ​ຂຶ້ນ​ມາ​ກ່າວ​ໂດຍ​ອັກຄະສາວົກ​ໂປໂລ​ຜູ້​ດຽວ​ເທົ່າ​ນັ້ນ. ລາວ​ອາດ​ໄດ້​ຮັບ​ການ​ຖ່າຍ​ທອດ​ຖ້ອຍຄຳ​ດັ່ງ​ກ່າວ​ໂດຍ​ທາງ​ຄຳເວົ້າ (ຖ້າ​ບໍ່​ແມ່ນ​ຈາກ​ບາງ​ຄົນ​ທີ່​ເຄີຍ​ໄດ້​ຍິນ​ພະ​ເຍຊູ​ເວົ້າ ກໍ​ຈາກ​ພະ​ເຍຊູ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ) ຫຼື​ໂດຍ​ການ​ເປີດ​ເຜີຍ​ຈາກ​ພະເຈົ້າ.

^ ມີ​ຂໍ້​ຮຽກ​ຮ້ອງ​ໃຫ້​ຊາວ​ຢິວ​ເສຍ​ພາສີ​ບຳລຸງ​ວິຫານ​ປະຈຳ​ປີ​ເປັນ​ຈຳນວນ​ສອງ​ດະຣັກມາ (ບີ້) ເຊິ່ງ​ເປັນ​ຄ່າ​ຈ້າງ​ແຮງ​ງານ​ປະມານ​ສອງ​ມື້. ແຫຼ່ງ​ອ້າງອີງ​ໜຶ່ງ​ກ່າວ​ວ່າ “ສ່ວນ​ຫຼາຍ​ເງິນ​ເສຍ​ພາສີ​ນີ້​ໃຊ້​ເພື່ອ​ຊ່ວຍ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ສຳລັບ​ເຄື່ອງ​ບູຊາ​ເຜົາ​ປະຈຳ​ວັນ​ແລະ​ເຄື່ອງ​ບູຊາ​ຕ່າງໆທັງໝົດ​ໂດຍ​ທົ່ວໄປ​ເຊິ່ງ​ເຮັດ​ເພື່ອ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ.”

^ ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ.