ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 8

“ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້”

“ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້”

1-4. (ກ) ພະ​ເຍຊູ​ສອນ​ຜູ້​ຍິງ​ສະມາລີ​ຢ່າງ​ຊຳນິ​ຊຳນານ​ໂດຍ​ວິທີ​ໃດ ແລະ​ຜົນ​ເປັນ​ແນວ​ໃດ? (ຂ) ພວກ​ອັກຄະສາວົກ​ສະແດງ​ອາການ​ແນວ​ໃດ?

 ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ພາ​ກັນ​ຍ່າງ​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ​ແລ້ວ. ເຂົາ​ເຈົ້າ​ເດີນ​ທາງ​ຂຶ້ນ​ໄປ​ທາງ​ທິດ​ເໜືອ ໂດຍ​ອອກ​ຈາກ​ແຂວງ​ຢູເດ​ມຸ່ງ​ໜ້າ​ໄປ​ແຂວງ​ຄາລິເລ. ເສັ້ນ​ທາງ​ທີ່​ສັ້ນ​ທີ່​ສຸດ​ແມ່ນ​ໃຊ້​ເວລາ​ປະມານ​ສາມ​ມື້ ເຊິ່ງ​ເສັ້ນ​ທາງ​ນີ້​ຈະ​ຜ່ານ​ເມືອງ​ສະມາລີ. ເປັນ​ເວລາ​ປະມານ​ຕອນ​ທ່ຽງ ເຂົາ​ເຈົ້າ​ມາ​ໃກ້​ເມືອງ​ຊີຄາ​ເຊິ່ງ​ເປັນ​ເມືອງ​ນ້ອຍໆຈຶ່ງ​ໄດ້​ພາ​ກັນ​ແວ່​ພັກ​ເພື່ອ​ເຊົາ​ເມື່ອຍ.

2 ໃນ​ຂະນະ​ທີ່​ພວກ​ອັກຄະສາວົກ​ພາ​ກັນ​ໄປ​ຊື້​ອາຫານ ພະ​ເຍຊູ​ພັກຜ່ອນ​ຢູ່​ທີ່​ນ້ຳ​ສ້າງ​ເຊິ່ງ​ຢູ່​ນອກ​ເມືອງ. ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ. ພະ​ເຍຊູ​ອາດ​ເລືອ​ກ​ທີ່​ຈະ​ບໍ່​ສົນ​ໃຈ​ລາວ​ກໍ​ໄດ້​ເພາະ​ພະອົງ “ອິດ​ເມື່ອຍ​ຍ້ອນ​ການ​ເດີນ​ທາງ.” (ໂຢຮັນ 4:6, ທ.ປ.) ເປັນ​ເລື່ອງ​ພໍ​ເຂົ້າ​ໃຈ​ໄດ້​ຖ້າ​ພະອົງ​ພຽງ​ແຕ່​ຫຼັບ​ຕາ​ແລ້ວ​ປ່ອຍ​ໃຫ້​ຍິງ​ສະມາລີ​ຄົນ​ນີ້​ຕັກ​ນ້ຳ​ແລ້ວໆກໍ​ໄປ​ໂດຍ​ທີ່​ພະອົງ​ບໍ່​ກ່າວ​ຫຍັງ​ເລີຍ. ດັ່ງ​ທີ່​ໄດ້​ເຫັນ​ໃນບົດ​ທີ 4 ຂອງ​ປຶ້ມ​ນີ້ ຜູ້​ຍິງ​ຄົນ​ນີ້​ຄົງ​ຈະ​ຄາດ​ໝາຍ​ວ່າ​ຄົນ​ຢິວ​ຜູ້​ໃດ​ກໍ​ຕາມ​ຈະ​ປະຕິບັດ​ກັບ​ລາວ​ແບບ​ລັງກຽດ. ແຕ່​ພະ​ເຍຊູ​ເລີ່ມ​ຕົ້ນ​ສົນທະນາ​ກັບ​ລາວ.

3 ພະອົງ​ເລີ່ມ​ຕົ້ນ​ອຸທາຫອນ​ເລື່ອງ​ໜຶ່ງ​ທີ່​ກ່ຽວຂ້ອງ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ຍິງ​ຄົນ​ນີ້ ທີ່​ຈິງ​ເລື່ອງ​ນີ້​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ຢູ່​ໃນ​ຕອນ​ນັ້ນ​ແຫຼະ. ຍິງ​ຄົນ​ນີ້​ມາ​ເພື່ອ​ຕັກ​ນ້ຳ; ພະ​ເຍຊູ​ເວົ້າ​ເຖິງ​ນ້ຳ​ທີ່​ໃຫ້​ຊີວິດ​ເຊິ່ງ​ຈະ​ລະງັບ​ຄວາມ​ຫິວ​ນ້ຳ​ຝ່າຍ​ວິນຍານ​ຂອງ​ລາວ. ລາວ​ຍົກ​ຄຳຖາມ​ຫຼາຍ​ຂໍ້​ຂຶ້ນ​ມາ​ເຊິ່ງ​ອາດ​ນຳ​ໄປ​ສູ່​ການ​ໂຕ້​ຖຽງ​ກັນ​ໄດ້​ຢ່າງ​ງ່າຍ​ດາຍ. * ພະ​ເຍຊູ​ຫຼີກ​ລ່ຽງ​ປະເດັນ​ດັ່ງ​ກ່າວ​ຢ່າງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແລ້ວ​ສົນທະນາ​ຕໍ່​ໄປ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້. ພະອົງ​ເລັງ​ໃສ່​ເລື່ອງ​ຝ່າຍ​ວິນຍານ ນັ້ນ​ຄື​ເລື່ອງ​ການ​ນະມັດສະການ​ທີ່​ບໍລິສຸດ​ແລະ​ເລື່ອງ​ພະເຢໂຫວາ​ພະເຈົ້າ. ຄຳ​ກ່າວ​ຂອງ​ພະອົງ​ມີຜົນ​ກະທົບ​ທີ່​ກວ້າງ​ໄກ ເພາະ​ຍິງ​ຄົນ​ນີ້​ໄດ້​ບອກ​ຕໍ່​ໃຫ້​ກັບ​ຊາວ​ເມືອງ ແລະ​ເຂົາ​ເຈົ້າ​ກໍ​ຢາກ​ຟັງ​ພະ​ເຍຊູ​ກ່າວ​ດ້ວຍ​ເຊັ່ນ​ກັນ.—ໂຢຮັນ 4:3-42.

4 ເມື່ອ​ກັບ​ມາ ພວກ​ອັກຄະສາວົກ​ຮູ້ສຶກ​ແນວ​ໃດ​ທີ່​ເຫັນ​ພະ​ເຍຊູ​ພວມ​ໃຫ້​ຄຳ​ພະຍານ​ທີ່​ແປກ​ນີ້? ບໍ່​ມີ​ຂໍ້​ຊີ້​ບອກ​ວ່າ​ເຂົາ​ເຈົ້າ​ມີ​ອາການ​ຕື່ນ​ເຕັ້ນ. ເຂົາ​ເຈົ້າ​ຊ້ຳ​ພັດ​ພາ​ກັນ​ແປກ​ໃຈ​ທີ່​ພະ​ເຍຊູ​ສົນທະນາ​ກັບ​ຜູ້​ຍິງ​ຄົນ​ນີ້ ແລະ​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ກັບ​ລາວ​ເລີຍ. ພາຍ​ຫຼັງ​ທີ່​ລາວ​ໄປ​ແລ້ວ ເຂົາ​ເຈົ້າ​ພາ​ກັນ​ຊວນ​ໃຫ້​ພະ​ເຍຊູ​ກິນ​ອາຫານ​ທີ່​ເຂົາ​ເຈົ້າ​ເອົາ​ມາ. ແຕ່​ພະ​ເຍຊູ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ “ເຮົາ​ມີ​ອາຫານ​ກິນ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ.” ດ້ວຍ​ຄວາມ​ງົງ ທຳອິດ​ເຂົາ​ເຈົ້າ​ພາ​ກັນ​ຄິດ​ວ່າ​ພະ​ເຍຊູ​ມີ​ອາຫານ​ແທ້ໆ. ຈາກ​ນັ້ນ​ພະອົງ​ອະທິບາຍ​ວ່າ “ອາຫານ​ຂອງ​ເຮົາ​ເປັນ​ອັນ​ທີ່​ເຮົາ​ກະທຳ​ຕາມ​ນ້ຳໃຈ​ຂອງ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ໃຫ້​ກິດຈະການ​ຂອງ​ພະເຈົ້າ​ສຳເລັດ​ແລ້ວ.” (ໂຢຮັນ 4:32, 34) ໂດຍ​ວີ​ທີ​ນີ້ ພະ​ເຍຊູ​ຈຶ່ງ​ສອນ​ເຂົາ​ເຈົ້າ​ວ່າ​ວຽກ​ຫຼັກ​ໃນ​ຊີວິດ​ຂອງ​ພະອົງ​ສຳຄັນ​ກວ່າ​ການ​ກິນ​ອາຫານ. ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ແບບ​ດຽວ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້. ວຽກ​ນັ້ນ​ແມ່ນ​ຫຍັງ?

5. ວຽກ​ຕົ້ນ​ຕໍ​ໃນ​ຊີວິດ​ຂອງ​ພະ​ເຍຊູ​ແມ່ນ​ວຽກ​ຫຍັງ ແລະ​ເຮົາ​ຈະ​ພິຈາລະນາ​ອັນ​ໃດ​ໃນ​ບົດ​ນີ້?

5 ພະ​ເຍຊູ​ເຄີຍ​ກ່າວ​ວ່າ “ເຮົາ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ . . . ເພາະ​ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້.” (ລືກາ 4:43, ລ.ມ.) ແມ່ນ​ແລ້ວ ພະ​ເຍຊູ​ຖືກ​ສົ່ງ​ມາ​ເພື່ອ​ປະກາດ​ແລະ​ສັ່ງ​ສອນ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. * ຜູ້​ຕິດ​ຕາມ​ພະ​ເຍຊູ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ວຽກ​ແບບ​ດຽວ​ກັນ​ນັ້ນ. ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ພິຈາລະນາ​ເຫດຜົນ​ທີ່​ພະ​ເຍຊູ​ປະກາດ ເລື່ອງ​ທີ່​ພະອົງ​ປະກາດ ແລະ​ທັດສະນະ​ຂອງ​ພະອົງ​ຕໍ່​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ນັ້ນ.

ເຫດຜົນ​ທີ່​ພະ​ເຍຊູ​ປະກາດ

6, 7. ພະ​ເຍຊູ​ຢາກ​ໃຫ້ “ຜູ້​ສອນ​ທຸກ​ຄົນ” ຮູ້ສຶກ​ແນວ​ໃດ​ເລື່ອງ​ການ​ບອກ​ຂ່າວ​ດີ​ໃຫ້​ກັບ​ຄົນ​ອື່ນໆ? ຂໍ​ໃຫ້​ຍົກ​ຕົວຢ່າງ.

6 ຂໍ​ໃຫ້​ພິຈາລະນາ​ຄວາມ​ຮູ້ສຶກ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ຄວາມ​ຈິງ​ຕ່າງໆທີ່​ພະອົງ​ສອນ; ຈາກ​ນັ້ນ ເຮົາ​ຈະ​ພິຈາລະນາ​ທັດສະນະ​ຂອງ​ພະອົງ​ຕໍ່​ກັບ​ຜູ້​ຄົນ​ທີ່​ພະອົງ​ສອນ. ພະ​ເຍຊູ​ໃຊ້​ອຸທາຫອນ​ເລື່ອງ​ໜຶ່ງ​ທີ່​ໃຫ້​ພາບ​ຊັດເຈນ​ເພື່ອ​ຊີ້​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະອົງ​ກ່ຽວ​ກັບ​ການ​ບອກ​ຄົນ​ອື່ນໆເຖິງ​ຄວາມ​ຈິງ​ທີ່​ພະເຢໂຫວາ​ສອນ​ພະອົງ. ພະອົງ​ກ່າວ​ວ່າ “ຜູ້​ສອນ​ທຸກ​ຄົນ​ເມື່ອ​ໄດ້​ຮັບ​ການ​ສອນ​ກ່ຽວ​ກັບ​ລາຊະອານາຈັກ​ສະຫວັນ​ແລ້ວ​ກໍ​ປຽບ​ເໝືອນ​ເຈົ້າ​ຂອງ​ບ້ານ​ເຊິ່ງ​ນຳ​ເອົາ​ທັງ​ຂອງ​ໃໝ່​ແລະ​ຂອງ​ເກົ່າ​ອອກ​ມາ​ຈາກ​ຄັງ​ຊັບ​ຂອງ​ຕົນ.” (ມັດທາຍ 13:52, ລ.ມ.) ເປັນ​ຫຍັງ​ເຈົ້າ​ຂອງ​ບ້ານ​ໃນ​ອຸທາຫອນ​ເລື່ອງ​ນີ້​ຈຶ່ງ​ເອົາ​ສິ່ງ​ຂອງ​ຕ່າງໆອອກ​ມາ​ຈາກ​ຄັງ​ຊັບ​ຂອງ​ຕົນ?

7 ເຈົ້າ​ຂອງ​ບ້ານ​ບໍ່​ໄດ້​ຢາກ​ໂອ້​ອວດ​ຊັບ​ສົມບັດ​ຂອງ​ຕົນ​ດ້ວຍ​ຄວາມ​ພູມ​ໃຈ​ໃນ​ແບບ​ທີ່​ກະສັດ​ເອເຊເກຍເຊ​ໃນ​ສະໄໝ​ກ່ອນ​ນັ້ນ​ໄດ້​ເຮັດ ແລ້ວ​ກໍ​ເກີດ​ຜົນ​ເສຍຫາຍ​ຕາມ​ມາ. (2 ກະສັດ 20:13-20) ອັນ​ໃດ​ແມ່ນ​ເຈຕະນາ​ຂອງ​ເຈົ້າ​ຂອງ​ບ້ານ? ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ ເຈົ້າ​ໄປ​ຢາມ​ນາຍ​ຄູ​ຄົນ​ໜຶ່ງ​ຢູ່​ເຮືອນ​ຂອງ​ລາວ​ເຊິ່ງ​ເປັນ​ຜູ້​ໄດ້​ຮັບ​ຄວາມ​ນັບຖື. ນາຍ​ຄູ​ໄຂ​ລີ້ນ​ຊັກ​ໂຕະ​ແລະ​ເອົາ​ຈົດ​ໝາຍ​ສອງ​ສະບັບ​ອອກ​ມາ ສະບັບ​ໜຶ່ງ​ເກົ່າ​ເປັນ​ສີ​ເຫຼືອງໆຍ້ອນ​ເກັບ​ໄວ້​ດົນ​ແລ້ວ ແລະ​ອີ​ກ​ສະບັບ​ໜຶ່ງ​ເບິ່ງ​ໃໝ່​ກວ່າ. ນາຍ​ຄູ​ໄດ້​ຮັບ​ຈົດ​ໝາຍ​ທັງ​ສອງ​ສະບັບ​ນີ້​ຈາກ​ພໍ່​ຂອງ​ເພິ່ນ ສະບັບ​ໜຶ່ງ​ຂຽນ​ໄດ້​ຫຼາຍ​ສິບ​ປີ​ແລ້ວ​ຕັ້ງ​ແຕ່​ຕອນ​ທີ່​ນາຍ​ຄູ​ຍັງ​ເປັນ​ເດັກ​ນ້ອຍໆ ແລະ​ອີ​ກ​ສະບັບ​ໜຶ່ງ​ຂຽນ​ເມື່ອ​ບໍ່​ດົນ​ມາ​ນີ້. ຕາ​ຂອງ​ນາຍ​ຄູ​ສ່ອງ​ປະ​ກາຍ​ເຖິງ​ຄວາມ​ຍິນດີ​ໃນ​ຂະນະ​ທີ່​ເພິ່ນ​ເລົ່າ​ໃຫ້​ເຈົ້າ​ຟັງ​ວ່າ​ເພິ່ນ​ຮູ້​ຄຸນຄ່າ​ຈົດ​ໝາຍ​ທັງ​ສອງ​ສະບັບ​ນີ້ ແລະ​ຄຳ​ແນະນຳ​ໃນ​ຈົດ​ໝາຍ​ນີ້​ໄດ້​ເຮັດ​ໃຫ້​ຊີວິດ​ເພິ່ນ​ປ່ຽນ​ໄປ​ແນວ​ໃດ​ແລະ​ຄຳ​ແນະນຳ​ດັ່ງ​ກ່າວ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ. ເຫັນ​ໄດ້​ແຈ້ງ​ວ່າ​ຈົດ​ໝາຍ​ເຫຼົ່ານີ້​ມີ​ຄ່າ​ແທ້ໆຕໍ່​ນາຍ​ຄູ ຫົວໃຈ​ຂອງ​ເພິ່ນ​ຊື່ນຊົມ​ຮັກ​ໄຄ່​ຈົດ​ໝາຍ​ນັ້ນ. (ລືກາ 6:45) ນາຍ​ຄູ​ເອົາ​ຈົດ​ໝາຍ​ເຫຼົ່ານີ້​ໃຫ້​ເຈົ້າ​ເບິ່ງ​ບໍ່​ແມ່ນ​ເພື່ອ​ໂອ້​ອວດ​ຫຼື​ສະແຫວງ​ຫາ​ຜົນ​ປະໂຫຍດ​ບາງ​ຢ່າງ ແຕ່​ເພື່ອ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ແລະ​ເພື່ອ​ຖ່າຍ​ທອດ​ຄວາມ​ສຳນຶກ​ເຖິງ​ຄຸນຄ່າ​ຂອງ​ຈົດ​ໝາຍ​ເຫຼົ່ານັ້ນ​ໃຫ້​ກັບ​ເຈົ້າ.

8. ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ເຫດຜົນ​ຫຼາຍ​ພໍ​ທີ່​ຈະ​ຮູ້ສຶກ​ວ່າ​ຄວາມ​ຈິງ​ທີ່​ເຮົາ​ຮຽນ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ?

8 ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່​ມີ​ແຮງ​ກະຕຸ້ນ​ທີ່​ຄ້າຍໆກັນ​ໃນ​ການ​ບອກ​ຄວາມ​ຈິງ​ເລື່ອງ​ພະເຈົ້າ​ກັບ​ຄົນ​ອື່ນ. ສຳລັບ​ພະອົງ ຄວາມ​ຈິງ​ເຫຼົ່ານີ້​ມີ​ຄ່າ​ເກີນ​ທີ່​ຈະ​ຕີ​ລາຄາ​ໄດ້. ພະອົງ​ຮັກ​ຄວາມ​ຈິງ ແລະ​ກະຕືລືລົ້ນ​ທີ່​ຈະ​ບອກ​ຄວາມ​ຈິງ​ນັ້ນ. ພະອົງ​ຢາກ​ໃຫ້​ຜູ້​ຕິດ​ຕາມພະອົງ​ທຸກ​ຄົນ​ເຊິ່ງ​ເປັນ “ຜູ້​ສອນ” ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ. ເຮົາ​ຮູ້ສຶກ​ແບບ​ນັ້ນ​ບໍ? ເຮົາ​ມີ​ເຫດຜົນ​ພຽງ​ພໍ​ທີ່​ຈະ​ຮັກ​ຄວາມ​ຈິງ​ທຸກ​ຢ່າງ​ເຊິ່ງ​ເຮົາ​ຮຽນ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ. ເຮົາ​ຖື​ວ່າ​ຖ້ອຍຄຳ​ແຫ່ງ​ຄວາມ​ຈິງ​ມີ​ຄ່າ​ຄື​ເພັດ​ພອຍ ບໍ່​ວ່າ​ຈະ​ເປັນ​ຄວາມ​ເຊື່ອ​ທີ່​ຍຶດ​ຖື​ມາ​ດົນ​ນານ​ແລ້ວ​ຫຼື​ເປັນ​ຄວາມ​ເຊື່ອ​ທີ່​ຫາ​ກໍ​ໄດ້​ປັບ​ປຸງ​ໃນ​ມໍ່ໆມາ​ນີ້. ໂດຍ​ການ​ເວົ້າ​ດ້ວຍ​ຄວາມ​ກະຕືລືລົ້ນ​ຈາກ​ໃຈ​ຈິງ​ແລະ​ຮັກສາ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ສິ່ງ​ທີ່​ພະເຢໂຫວາ​ໄດ້​ສອນ​ເຮົາ ເຮົາ​ຈຶ່ງ​ຖ່າຍ​ທອດ​ຄວາມ​ຮັກ​ນັ້ນ​ແບບ​ທີ່​ພະ​ເຍຊູ​ໄດ້​ເຮັດ.

9. (ກ) ພະ​ເຍຊູ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ຄົນ​ທີ່​ພະອົງ​ສອນ? (ຂ) ໂດຍ​ວິທີ​ໃດ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ທັດສະນະ​ຂອງ​ພະ​ເຍຊູ​ທີ່​ມີ​ຕໍ່​ຜູ້​ຄົນ?

9 ພະ​ເຍຊູ​ຍັງ​ຮັກ​ຜູ້​ຄົນ​ທີ່​ພະອົງ​ສອນ​ເຊິ່ງ​ເຮົາ​ຈະ​ພິຈາລະນາ​ຢ່າງ​ລະອຽດ​ຂຶ້ນ​ໃນ​ພາກ​ທີ 3. ມີ​ຄຳ​ພະຍາກອນ​ບອກ​ໄວ້​ວ່າ​ເມຊີ​ຈະ “ອີ່ດູ​ຄົນ​ທຸກ​ຍາກ​ກັບ​ຄົນ​ຈົນ.” (ຄຳເພງ 72:13) ທີ່​ຈິງ ພະ​ເຍຊູ​ເປັນ​ຫ່ວງ​ຜູ້​ຄົນ. ພະອົງ​ຫ່ວງໃຍ​ກ່ຽວ​ກັບ​ຄວາມ​ຄິດ​ແລະ​ເຈຕະນາ​ທີ່​ກະຕຸ້ນ​ເຂົາ​ເຈົ້າ; ພະອົງ​ເປັນ​ຫ່ວງ​ກ່ຽວ​ກັບ​ພາລະ​ທີ່​ຈ່ອງ​ເຂົາ​ເຈົ້າ​ລົງ​ແລະ​ອຸປະສັກ​ທີ່​ຂັດ​ຂວາງ​ເຂົາ​ເຈົ້າ​ໄວ້​ຈາກ​ການ​ເຂົ້າ​ໃຈ​ຄວາມ​ຈິງ. (ມັດທາຍ 11:28; 16:13; 23:13, 15) ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ຜູ້​ຍິງ​ສະມາລີ​ຄົນ​ນັ້ນ. ແນ່ນອນ​ວ່າ​ລາວ​ຕ້ອງ​ປະທັບ​ໃຈ​ຢ່າງ​ຍິ່ງ​ທີ່​ພະ​ເຍຊູ​ໃຫ້​ຄວາມ​ສົນ​ໃຈ​ລາວ. ການ​ທີ່​ພະອົງ​ຮູ້​ກ່ຽວ​ກັບ​ສະພາບການ​ສ່ວນ​ຕົວ​ຂອງ​ຍິງ​ຄົນ​ນີ້​ຢ່າງ​ຈະ​ແຈ້ງ​ໄດ້​ກະຕຸ້ນ​ລາວ​ໃຫ້​ຍອມ​ຮັບ​ພະອົງ​ໃນ​ຖານະ​ເປັນ​ຜູ້​ພະຍາກອນ​ແລະ​ບອກ​ຄົນ​ອື່ນໆເລື່ອງ​ພະອົງ. (ໂຢຮັນ 4:16-19, 39) ແມ່ນ​ຢູ່ ຜູ້​ຕິດ​ຕາມ​ພະ​ເຍຊູ​ໃນ​ປັດຈຸບັນ​ນີ້​ບໍ່​ສາມາດ​ອ່ານ​ຫົວໃຈ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ປະກາດ​ນຳ. ແຕ່​ເຮົາ​ສາມາດ​ສະແດງ​ຄວາມ​ສົນ​ໃຈ​ໃນ​ຜູ້​ຄົນ​ແບບ​ດຽວ​ກັບ​ທີ່​ພະ​ເຍຊູ​ເຮັດ; ເຮົາ​ສາມາດ​ສະແດງ​ຄວາມ​ຫ່ວງໃຍ​ຕໍ່​ເຂົາ​ເຈົ້າ ແລະ​ເຮົາ​ສາມາດ​ປັບ​ປຸງ​ຄຳເວົ້າ​ຂອງ​ເຮົາ​ໃຫ້​ເຂົ້າ​ກັບ​ຄວາມ​ສົນ​ໃຈ ບັນຫາ​ຕ່າງໆ ແລະ​ຄວາມ​ຈຳເປັນ​ສະເພາະ​ຂອງ​ເຂົາ​ເຈົ້າ.

ເລື່ອງ​ທີ່​ພະ​ເຍຊູ​ໄດ້​ປະກາດ

10, 11. (ກ) ພະ​ເຍຊູ​ປະກາດ​ເລື່ອງ​ຫຍັງ? (ຂ) ເພາະ​ເຫດ​ໃດ​ຈຶ່ງ​ຈຳເປັນ​ຕ້ອງ​ມີ​ລາຊະອານາຈັກ​ຂອງ​ພະເຈົ້າ?

10 ພະ​ເຍຊູ​ປະກາດ​ເລື່ອງ​ຫຍັງ? ຖ້າ​ເຈົ້າ​ຊອກ​ຫາ​ຄຳ​ຕອບ​ໂດຍ​ການ​ພິຈາລະນາ​ຄຳ​ສອນ​ຕ່າງໆຂອງ​ຫຼາຍໆຄລິດຕະຈັກ​ທີ່​ອ້າງ​ວ່າ​ເປັນ​ຕົວ​ແທນ​ຂອງ​ພະອົງ ເຈົ້າ​ອາດ​ສະຫຼຸບ​ວ່າ​ພະອົງ​ປະກາດ​ເລື່ອງ​ການ​ໃຊ້​ຫຼັກ​ການ​ຄລິດສະຕຽນ​ເພື່ອ​ແກ້ໄຂ​ບັນຫາສັງຄົມ. ຫຼື​ບາງ​ທີ​ເຈົ້າ​ອາດ​ຄິດ​ວ່າ​ພະອົງ​ສະໜັບສະໜູນ​ການ​ປະ​ຕິ​ຮູບ​ທາງ​ການເມືອງ​ຫຼື​ອາດ​ຄິດ​ວ່າ​ພະອົງ​ເນັ້ນ​ຄວາມ​ລອດ​ສ່ວນ​ຕົວ​ຫຼາຍ​ກວ່າ​ແນວ​ອື່ນ. ແຕ່​ຕາມ​ທີ່​ກ່າວ​ໄວ້​ກ່ອນ​ໜ້າ​ນີ້ ພະ​ເຍຊູ​ເວົ້າ​ຢ່າງ​ຊັດເຈນ​ວ່າ “ເຮົາ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.” ເລື່ອງ​ນີ້​ກ່ຽວຂ້ອງ​ກັບ​ຫຍັງ​ແທ້?

11 ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຍຊູ​ຢູ່​ໃນ​ສະຫວັນ​ຕອນ​ທຳອິດ​ທີ່​ຊາຕານ​ໂຕ້​ຖຽງ​ເລື່ອງ​ຄວາມ​ຖືກຕ້ອງ​ຂອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຢໂຫວາ. ພະ​ເຍຊູ​ຄົງ​ຕ້ອງ​ເຈັບ​ປວດ​ໃຈ​ພຽງ​ໃດ​ທີ່​ເຫັນ​ພໍ່​ຜູ້​ຊອບທຳ​ຖືກ​ໃສ່​ຮ້າຍ​ແລະ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ຍຸຕິທຳ​ເຊິ່ງ​ກີດ​ກັນ​ສິ່ງ​ທີ່​ດີ​ໄວ້​ຈາກ​ສິ່ງ​ທີ່​ພະອົງ​ສ້າງ! ລູກ​ຊາຍ​ຂອງ​ພະເຈົ້າ​ຄົງ​ຕ້ອງ​ເຈັບ​ປວດ​ໃຈ​ສ່ຳ​ໃດ​ເມື່ອ​ອາດາມ​ແລະ​ເອວາ​ເຊິ່ງ​ຈະ​ເປັນ​ພໍ່​ແມ່​ຜູ້​ໃຫ້​ກຳເນີດ​ມະນຸດ​ຊາດ​ໄດ້​ເຊື່ອ​ຄຳ​ໃສ່​ຮ້າຍ​ຂອງ​ຊາຕານ! ລູກ​ຊາຍ​ໄດ້​ເຫັນ​ວ່າ​ຄອບຄົວ​ມະນຸດ​ໄດ້​ຕິດ​ເຊື້ອ​ບາບ​ແລະ​ຄວາມ​ຕາຍ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ກະບົດ​ຄັ້ງ​ນັ້ນ. (ໂລມ 5:12) ແຕ່​ພະອົງ​ຄົງ​ຕ້ອງ​ຮູ້ສຶກ​ຍິນດີ​ທີ່​ຮູ້​ວ່າ​ມື້​ໜຶ່ງ​ຜູ້​ເປັນ​ພໍ່​ຈະ​ຈັດການ​ເລື່ອງ​ຕ່າງໆໃຫ້​ຮຽບຮ້ອຍ!

12, 13. ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ກຳຈັດ​ຄວາມ​ບໍ່​ຍຸຕິທຳ​ອັນ​ໃດ​ແດ່ ແລະ​ໂດຍ​ວິທີ​ໃດ​ທີ່​ພະ​ເຍຊູ​ເຮັດ​ໃຫ້​ເລື່ອງ​ລາຊະອານາຈັກ​ເປັນ​ສິ່ງ​ຫຼັກ​ໃນ​ວຽກ​ຮັບໃຊ້​ຂອງ​ພະອົງ?

12 ເໜືອ​ສິ່ງ​ອື່ນ​ໃດ ອັນ​ໃດ​ເປັນ​ປະເດັນ​ສຳຄັນ​ທີ່​ສຸດ​ທີ່​ຈະ​ຕ້ອງ​ຈັດການ? ຊື່​ທີ່​ບໍລິສຸດ​ຂອງ​ພະເຢໂຫວາ​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ເຮັດ​ໃຫ້​ພົ້ນ​ຈາກ​ຮ່ອງ​ຮອຍ​ຂອງ​ຄຳ​ຕຳໜິ​ທຸກ​ຢ່າງ​ທີ່​ສຸມ​ໃສ່​ຊື່​ນັ້ນ​ຍ້ອນ​ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ. ຕ້ອງ​ມີ​ການ​ພິສູດ​ຄວາມ​ຖືກຕ້ອງ​ອັນ​ຊອບທຳ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຢໂຫວາ​ເຊິ່ງ​ກໍ​ຄື​ແນວ​ທາງ​ການ​ປົກຄອງ​ຂອງ​ພະອົງ. ພະ​ເຍຊູ​ເຂົ້າ​ໃຈ​ປະເດັນ​ສຳຄັນ​ເຫຼົ່ານີ້​ດີ​ກວ່າ​ມະນຸດ​ຄົນ​ໃດໆ. ໃນ​ຄຳ​ອະທິດຖານ​ແບບ​ຢ່າງ ພະອົງ​ໄດ້​ສອນ​ພວກ​ລູກສິດ​ວ່າ​ອັນ​ດັບ​ທຳອິດ​ໃຫ້​ເຂົາ​ເຈົ້າ​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພໍ່​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ຈາກ​ນັ້ນ​ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພໍ່​ພະອົງ​ມາ​ຕັ້ງ​ຢູ່ ແລະ​ຈາກ​ນັ້ນ​ກໍ​ຂໍ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ຈົ່ງ​ສຳເລັດ​ເປັນ​ຈິງ​ທີ່​ແຜ່ນດິນ​ໂລກ. (ມັດທາຍ 6:9, 10) ອີ​ກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ມີ​ພະຄລິດ​ເຍຊູ​ເປັນ​ຜູ້​ປົກຄອງ​ຈະ​ກຳຈັດ​ລະບົບ​ທີ່​ເສື່ອມຊາມ​ຂອງ​ຊາຕານ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ແຜ່ນດິນ​ໂລກ ແລະ​ຈະ​ຢືນຢັນ​ເຖິງ​ການ​ປົກຄອງ​ອັນ​ຊອບທຳ​ຂອງ​ພະເຢໂຫວາ​ຕະຫຼອດ​ການ.—ດານຽນ 2:44.

13 ລາຊະອານາຈັກ​ນັ້ນ​ເປັນ​ເລື່ອງ​ຫຼັກ​ໃນ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ. ຄຳເວົ້າ​ແລະການ​ກະທຳ​ທຸກ​ຢ່າງ​ຂອງ​ພະອົງ​ຊ່ວຍ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ລາຊະອານາຈັກ​ແມ່ນ​ຫຍັງ​ແລະ​ໂດຍ​ວິທີ​ໃດ​ທີ່​ລາຊະອານາຈັກ​ຈະ​ສົ່ງເສີມ​ຈຸດ​ປະສົງ​ຂອງ​ພະເຢໂຫວາ. ພະ​ເຍຊູ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ມາ​ເຮັດ​ໃຫ້​ພະອົງ​ຫັນເຫ​ຈາກ​ໜ້າ​ທີ່​ມອບ​ໝາຍ​ທີ່​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ໃນ​ສະໄໝ​ຂອງ​ພະອົງ ມີ​ບັນຫາ​ສັງຄົມ​ທີ່​ຄວນ​ເອົາໃຈໃສ່​ທັນທີ ມີ​ຄວາມ​ບໍ່​ຍຸຕິທຳ​ທີ່​ນັບ​ບໍ່​ຖ້ວນ ເຖິງ​ປານ​ນັ້ນ ພະອົງ​ເລັງ​ໃສ່​ຂ່າວ​ສານ​ແລະ​ວຽກ​ງານ​ຂອງ​ພະອົງ. ການ​ທີ່​ເລັງ​ໃສ່​ຂ່າວ​ສານ​ແລະ​ວຽກ​ງານ​ນັ້ນ​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ມີ​ທັດສະນະ​ທີ່​ຄັບ​ແຄບ ເສີຍ​ເມີຍ ແລະ​ຊ້ຳ​ຊາກ​ບໍ? ບໍ່​ແມ່ນ​ເລີຍ!

14, 15. (ກ) ພະ​ເຍຊູ​ໄດ້​ພິສູດ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ພະອົງ “ໃຫຍ່​ກວ່າ​ກະສັດ​ຊາໂລໂມນ”? (ຂ) ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ແນວ​ໃດ​ໃນ​ເລື່ອງ​ຂ່າວ​ສານ​ທີ່​ເຮົາ​ປະກາດ?

14 ດັ່ງ​ທີ່​ເຮົາ​ຈະ​ເຫັນ​ຕະຫຼອດ​ໃນ​ພາກ​ນີ້ ພະ​ເຍຊູ​ເຮັດ​ໃຫ້​ການ​ສອນ​ຂອງ​ພະອົງ​ທັງ​ໜ້າ​ສົນ​ໃຈ​ແລະ​ມີ​ຄວາມ​ຫຼາກຫຼາຍ. ພະອົງ​ສອນ​ໃນ​ແບບ​ທີ່​ດຶງ​ດູດ​ໃຈ​ຜູ້​ຄົນ. ເຮົາ​ອາດ​ນຶກ​ເຖິງ​ກະສັດ​ຊາໂລໂມນ​ຜູ້​ສະຫຼາດ​ເຊິ່ງ​ສະແຫວງ​ຫາ​ຖ້ອຍຄຳ​ທີ່​ມ່ວນ​ຫູ ຖ້ອຍຄຳ​ທີ່​ຖືກຕ້ອງ​ແຫ່ງ​ຄວາມ​ຈິງ ເພື່ອ​ຖ່າຍ​ທອດ​ຄວາມ​ຄິດ​ທີ່​ພະເຢໂຫວາ​ດົນ​ໃຈ​ລາວ​ໃຫ້​ບັນທຶກ​ໄວ້. (ຜູ້​ເທສະໜາ​ປ່າວ​ປະກາດ 12:10) ພະເຢໂຫວາ​ໄດ້​ໃຫ້​ມະນຸດ​ທີ່​ບໍ່​ສົມບູນແບບ​ຜູ້​ນີ້ “ມີ​ໃຈ​ກວ້າງ​ຂວາງ” ເຮັດ​ໃຫ້​ລາວ​ເວົ້າ​ເຖິງ​ຫຼາຍ​ສິ່ງ ຕັ້ງ​ແຕ່​ນົກ​ຈົນ​ຮອດ​ປາ ຕັ້ງ​ແຕ່​ຕົ້ນ​ໄມ້​ຈົນ​ຮອດ​ສັດ. ຜູ້​ຄົນ​ໄດ້​ເດີນ​ທາງ​ມາ​ຈາກ​ບ່ອນ​ຫ່າງ​ໄກ​ເພື່ອ​ຟັງ​ຊາໂລໂມນ​ເວົ້າ. (1 ກະສັດ 4:29-34) ແຕ່​ພະ​ເຍຊູ “ໃຫຍ່​ກວ່າ​ກະສັດ​ຊາໂລໂມນ.” (ມັດທາຍ 12:42) ພະອົງ​ສະຫຼາດ​ຫຼັກແຫຼມ​ຫຼາຍ​ກວ່າ “ມີ​ໃຈ​ກວ້າງ​ຂວາງ” ຫຼາຍ​ກວ່າ. ເມື່ອ​ສອນ​ຜູ້​ຄົນ ພະ​ເຍຊູ​ໃຊ້​ຄວາມ​ຮູ້​ເລື່ອງ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ພະອົງ​ມີ​ຫຼາຍ​ກວ່າ ລວມ​ທັງ​ຄວາມ​ຮູ້​ໃນ​ເລື່ອງ​ຝູງ​ນົກ ຝູງ​ສັດ ຝູງ​ປາ ການ​ປູກ​ຝັງ ດິນ​ຟ້າ​ອາກາດ ເຫດການ​ຕ່າງໆໃນ​ຕອນ​ນັ້ນ ປະຫວັດສາດ ແລະ​ສະພາບ​ທາງ​ສັງຄົມ. ໃນ​ເວລາ​ດຽວ​ກັນ ພະ​ເຍຊູ​ບໍ່​ເຄີຍ​ອວດ​ອ້າງ​ຄວາມ​ຮູ້​ຂອງ​ຕົນ​ເອງ​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ. ພະອົງ​ເຮັດ​ໃຫ້​ຂ່າວ​ສານ​ຂອງ​ພະອົງ​ເປັນ​ແບບ​ຮຽບ​ງ່າຍ​ແລະ​ຈະ​ແຈ້ງ​ສະເໝີ. ບໍ່​ໜ້າ​ແປກ​ໃຈ​ທີ່​ຜູ້​ຄົນ​ຍິນດີ​ທີ່​ຈະ​ຟັງ​ພະອົງ!—ມາລະໂກ 12:37; ລືກາ 19:48.

15 ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຍຊູ. ພວກ​ເຮົາ​ບໍ່​ມີ​ສະຕິປັນຍາ​ແລະ​ຄວາມ​ຮູ້​ທີ່​ມາກ​ຫຼາຍ​ຄື​ພະອົງ ແຕ່​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄວາມຮູ້​ແລະ​ປະສົບການ​ຈຳນວນ​ໜຶ່ງ​ທີ່​ຈະ​ເອົາ​ມາ​ໃຊ້​ໄດ້​ເມື່ອ​ເຮົາ​ບອກ​ຄວາມ​ຈິງ​ເລື່ອງ​ພະ​ຄຳ​ຂອງ​ພະເຈົ້າ​ກັບ​ຄົນ​ອື່ນໆ. ຕົວຢ່າງ ພໍ່​ແມ່​ອາດ​ໃຊ້​ປະສົບການ​ຂອງ​ຕົນ​ໃນ​ການ​ລ້ຽງ​ລູກ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ທີ່​ມີ​ຕໍ່​ພວກ​ລູກ​ຂອງ​ພະອົງ. ຄົນ​ອື່ນ​ອາດ​ໃຊ້​ຕົວຢ່າງ​ຫຼື​ການ​ສົມ​ທຽບ​ຈາກ​ງານ​ອາຊີບ ໂຮງ​ຮຽນ ຫຼື​ຄວາມ​ຮູ້​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ຜູ້​ຄົນ​ແລະ​ເຫດການ​ຕ່າງໆໃນ​ປັດຈຸບັນ. ໃນ​ຂະນະ​ດຽວ​ກັນ ເຮົາ​ລະວັງ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ສິ່ງ​ໃດ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ໄປ​ຈາກ​ຂ່າວ​ສານ​ຂອງ​ເຮົາ ນັ້ນ​ຄື​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.—1 ຕີໂມເຕ 4:16.

ທັດສະນະ​ຂອງ​ພະ​ເຍຊູ​ຕໍ່​ວຽກ​ຮັບໃຊ້​ຂອງ​ພະອົງ

16, 17. (ກ) ພະ​ເຍຊູ​ມີ​ທັດສະນະ​ແນວ​ໃດ​ຕໍ່​ວຽກ​ຮັບໃຊ້​ຂອງ​ພະອົງ? (ຂ) ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ວຽກ​ຮັບໃຊ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ?

16 ພະ​ເຍຊູ​ສຳນຶກ​ວ່າ​ວຽກ​ຮັບໃຊ້​ຂອງ​ພະອົງ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ. ພະອົງ​ຍິນດີ​ໃນ​ການ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້ຈັກ​ພໍ່​ຂອງ​ພະອົງ​ທີ່​ຢູ່​ສະຫວັນ​ໃນ​ແບບ​ທີ່​ພໍ່​ເປັນ​ແທ້ໆ ພະອົງ​ບໍ່​ໄດ້​ເຮັດ​ໃຫ້​ເປັນ​ເລື່ອງ​ເລິກ​ລັບ​ດ້ວຍ​ຄຳ​ສອນ​ແລະ​ປະເພນີ​ຕ່າງໆທີ່​ມະນຸດ​ຕັ້ງ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ສັບສົນ. ພະ​ເຍຊູ​ມັກ​ຊ່ວຍ​ຜູ້​ຄົນ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຢໂຫວາ​ແລະ​ມີ​ຄວາມຫວັງ​ກ່ຽວ​ກັບ​ຊີວິດ​ຕະຫຼອດ​ໄປ. ພະອົງ​ຍິນດີ​ໃນ​ການ​ນຳ​ເອົາ​ຄຳ​ປອບ​ໂຍນ​ແລະ​ຄວາມ​ຍິນດີ​ທີ່​ເກີດ​ຈາກ​ຂ່າວ​ດີ​ໄປ​ໃຫ້​ຜູ້​ຄົນ. ພະອົງ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ຮູ້ສຶກ​ເຊັ່ນ​ນັ້ນ? ຂໍ​ໃຫ້​ພິຈາລະນາ​ສາມ​ແນວ​ທາງ​ຕໍ່​ໄປ​ນີ້.

17 ແນວ​ທາງ​ທຳອິດ ພະ​ເຍຊູ​ເຮັດ​ໃຫ້​ວຽກ​ຮັບໃຊ້​ເປັນ​ວຽກ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ການ​ເວົ້າ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ເປັນ​ວຽກ​ປະຈຳ​ຂອງ​ພະອົງ ເປັນ​ວຽກ​ສຳຄັນ​ໃນ​ຊີວິດ​ຂອງ​ພະອົງ ເປັນ​ຄວາມ​ສົນ​ໃຈ​ຫຼັກ​ຂອງ​ພະອົງ. ເພາະ​ເຫດ​ນັ້ນ ດັ່ງ​ທີ່​ເຮົາ​ສັງເກດ​ເຫັນ​ໃນບົດ​ທີ 5 ດ້ວຍ​ຄວາມ​ສຸຂຸມ​ພະ​ເຍຊູ​ເຮັດ​ໃຫ້​ຊີວິດ​ຂອງ​ພະອົງ​ຮຽບ​ງ່າຍ​ຢູ່​ສະເໝີ. ດັ່ງ​ທີ່​ໃຫ້​ຄຳ​ແນະນຳ​ແກ່​ຄົນ​ອື່ນ ພະອົງ​ຮັກສາ​ຕາ​ໃຫ້​ເລັງ​ໃສ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ພະອົງ​ບໍ່​ໄດ້​ຖືກ​ເຮັດ​ໃຫ້​ຫັນເຫ​ໄປ​ຍ້ອນ​ສິ່ງ​ຂອງ​ຈຳນວນ​ຫຼາຍ​ທີ່​ພະອົງ​ຕ້ອງ​ຊື້​ເອົາ ຕ້ອງ​ເບິ່ງ​ແຍງ​ຮັກສາ ແລະ​ຕ້ອງ​ສ້ອມ​ແປງ ຫຼື​ຕ້ອງ​ປ່ຽນ​ໃໝ່​ເມື່ອ​ເວລາ​ຜ່ານ​ໄປ. ພະອົງ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ເພື່ອ​ຈະ​ບໍ່​ມີ​ສິ່ງ​ໃດ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ພະອົງ​ອອກ​ໄປ​ຈາກ​ວຽກ​ຮັບໃຊ້.—ມັດທາຍ 6:22; 8:20.

18. ໃນ​ວິທີ​ໃດ​ແດ່​ທີ່​ພະ​ເຍຊູ​ໄດ້​ທຸ່ມເທ​ຕົວ​ເອງ​ໃນ​ວຽກ​ຮັບໃຊ້?

18 ແນວ​ທາງ​ທີ​ສອງ ພະ​ເຍຊູ​ທຸ່ມເທ​ຕົວ​ເອງ​ໃນ​ວຽກ​ຮັບໃຊ້. ພະອົງ​ທຸ່ມເທ​ເຫື່ອ​ແຮງຢ່າງ​ຫຼາຍ​ໃຫ້​ກັບ​ວຽກ​ນີ້ ໂດຍ​ຍ່າງ​ເປັນ​ໄລຍະ​ທາງ​ຫຼາຍ​ຮ້ອຍ​ກິໂລແມັດ​ຕະຫຼອດ​ທົ່ວ​ປາເລດສະຕິນ ສະແຫວງ​ຫາ​ຜູ້​ຄົນ​ທີ່​ພະອົງ​ຈະ​ບອກ​ຂ່າວ​ດີ. ພະອົງ​ເວົ້າ​ລົມ​ກັບ​ເຂົາ​ເຈົ້າ​ໃນ​ເຮືອນ​ຂອງ​ພວກ​ເຂົາ ໃນ​ບ່ອນ​ສາທາລະນະ ໃນ​ຕະຫຼາດ ແລະ​ໃນ​ບ່ອນ​ໂລ່ງ​ແຈ້ງ. ພະອົງ​ເວົ້າ​ລົມ​ກັບ​ຜູ້​ຄົນ​ແມ່ນ​ແຕ່​ໃນ​ຕອນ​ທີ່​ພະອົງ​ຈຳເປັນ​ຕ້ອງ​ພັກຜ່ອນ ກິນ​ອາຫານ ດື່ມ​ນ້ຳ ຫຼື​ຢູ່​ບ່ອນ​ງຽບໆຈັກ​ບຶດ​ໜຶ່ງ​ກັບ​ເພື່ອນ​ສະໜິດ​ທີ່​ສຸດ​ຂອງ​ພະອົງ. ແມ່ນ​ແຕ່​ໃນ​ຂະນະ​ທີ່​ພະອົງ​ກຳລັງ​ຈະ​ສິ້ນ​ຊີວິດ ພະອົງ​ຍັງ​ບອກ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ຄົນ​ອື່ນ!—ລືກາ 23:39-43.

19, 20. ພະ​ເຍຊູ​ຍົກ​ຕົວຢ່າງ​ຄື​ແນວ​ໃດ​ເພື່ອ​ຊີ້​ໃຫ້​ເຫັນ​ຄວາມ​ຮີບ​ດ່ວນ​ຂອງ​ວຽກ​ງານ​ການ​ປະກາດ?

19 ແນວ​ທາງ​ທີ​ສາມ ພະ​ເຍຊູ​ໄດ້​ຖື​ວ່າ​ວຽກ​ຮັບໃຊ້​ເປັນ​ວຽກ​ທີ່​ຮີບ​ດ່ວນ. ຂໍ​ໃຫ້​ຄຶດ​ເຖິງ​ການ​ສົນທະນາ​ຂອງ​ພະອົງ​ກັບ​ຜູ້​ຍິງ​ຄົນ​ສະມາລີ​ຢູ່​ນ້ຳ​ສ້າງ​ນອກ​ເມືອງ​ຊີຄາ. ເຫດການ​ຕອນ​ນັ້ນ​ເບິ່ງ​ຄື​ວ່າ​ເຫຼົ່າ​ອັກຄະສາວົກ​ຂອງ​ພະ​ເຍຊູ​ບໍ່​ໄດ້​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ອັນ​ຮີບ​ດ່ວນ​ທີ່​ຈະ​ບອກ​ຂ່າວ​ດີ​ກັບ​ຄົນ​ອື່ນ. ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ “ຝ່າຍ​ທ່ານ​ທັງ​ຫຼາຍ ທ່ານ​ບໍ່​ເວົ້າ​ຫຼື ຍັງ​ມີ 4 ເດືອນ​ຈົນ​ເຖິງ​ລະດູ​ກ່ຽວ? ຈົ່ງ​ເບິ່ງ​ເຮົາ​ກ່າວ​ແກ່​ທ່ານ​ວ່າ ຈົ່ງ​ແຫງນ​ຕາ​ແລະ​ເບິ່ງ​ທົ່ງ​ນາ​ເຂົ້າ​ທັງ​ຫຼາຍ​ເພາະ​ວ່າ​ເຂົ້າ​ເຫຼືອງ​ພໍ​ກ່ຽວ​ແລ້ວໆ.”—ໂຢຮັນ 4:35.

20 ພະ​ເຍຊູ​ຍົກ​ຕົວຢ່າງ​ຈາກ​ລະດູ​ການ​ໃນ​ຕອນ​ນັ້ນ. ເບິ່ງ​ຄື​ວ່າ​ເປັນ​ເດືອນ​ຊິ​ສະ​ເລັບ (ເດືອນ​ພະຈິກ/ເດືອນ​ທັນວາ). ອີ​ກ​ສີ່​ເດືອນ​ຈະ​ເຖິງ​ຍາມ​ກ່ຽວ​ເຂົ້າ​ບາເລ​ເຊິ່ງ​ແມ່ນ​ປະມານ​ເວລາ​ດຽວ​ກັນ​ກັບ​ໄລຍະ​ປັດສະຄາ​ໃນ​ວັນ​ທີ 14 ເດືອນ​ນີຊານ. ດັ່ງນັ້ນ ໃນ​ຕອນ​ນີ້​ກະສິກອນ​ຈຶ່ງ​ບໍ່​ໄດ້​ຮູ້ສຶກ​ຟ້າວຟັ່ງ​ຫຍັງ​ໃນ​ເລື່ອງ​ການ​ເກັບ​ກ່ຽວ. ເຂົາ​ເຈົ້າ​ຍັງ​ມີ​ເວລາ​ເຫຼືອ​ເຟືອ. ແຕ່​ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ການ​ເກັບ​ກ່ຽວ​ຜູ້​ຄົນ? ຫຼາຍ​ຄົນ​ພ້ອມ​ແລ້ວ​ທີ່​ຈະ​ຟັງ ຮຽນ​ຮູ້ ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະຄລິດ ແລະ​ໄດ້​ຮັບ​ຄວາມຫວັງ​ອັນ​ດີ​ເລີດ​ທີ່​ພະເຢໂຫວາ​ສະເໜີ​ໃຫ້​ເຂົາ​ເຈົ້າ. ເບິ່ງ​ຄື​ກັບ​ວ່າ​ພະ​ເຍຊູ​ສາມາດ​ເບິ່ງ​ອອກ​ໄປ​ທົ່ວ​ທົ່ງ​ນາ​ໂດຍ​ໄນ​ນີ້​ແລະ​ເຫັນ​ວ່າ​ນາ​ນັ້ນ​ເຫຼືອງ​ອຸ່ຍຮຸ່ຍ​ດ້ວຍ​ເຂົ້າ​ທີ່​ສຸກ​ແລ້ວ​ເຊິ່ງ​ແກວ່ງ​ໄກວ​ໄປ​ມາ​ຕາມ​ສາຍ​ລົມ​ທີ່​ອ່ອນໆ ນີ້​ເປັນ​ການ​ສົ່ງ​ສັນຍານ​ວ່າ​ທົ່ງ​ນາ​ນັ້ນ​ພ້ອມ​ແລ້ວ​ເພື່ອ​ໃຫ້​ເກັບ​ກ່ຽວ. * ຕອນ​ນີ້​ເປັນ​ເວລາ​ແລ້ວ ແລະ​ວຽກ​ກໍ​ຮີບ​ດ່ວນ​ແທ້! ດັ່ງນັ້ນ ເມື່ອ​ປະຊາຊົນ​ໃນ​ເມືອງ​ໜຶ່ງ​ພະຍາຍາມ​ທີ່​ຈະ​ຖ່ວງ​ດຶງ​ໃຫ້​ພະ​ເຍຊູ​ຢູ່​ກັບ​ເຂົາ​ເຈົ້າ​ຕໍ່​ໄປ ພະອົງ​ຕອບ​ວ່າ “ເຮົາ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແກ່​ເມືອງ​ອື່ນໆດ້ວຍ ເພາະ​ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້.”—ລືກາ 4:43, ລ.ມ.

21. ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ?

21 ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໃນ​ທັງ​ສາມ​ແນວ​ທາງ​ທີ່​ຫາ​ກໍ​ພິຈາລະນາ​ນີ້. ເຮົາ​ສາມາດ​ເຮັດ​ໃຫ້​ວຽກ​ຮັບໃຊ້​ແບບ​ຄລິດສະຕຽນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ເຖິງ​ວ່າ​ເຮົາ​ອາດ​ມີ​ຄອບຄົວ​ແລະ​ມີ​ວຽກ​ອາຊີບ ເຮົາ​ກໍ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ວຽກ​ຮັບໃຊ້​ຂອງ​ເຮົາ​ມາ​ເປັນ​ອັນ​ດັບ​ທຳອິດ​ໂດຍ​ມີ​ສ່ວນ​ຮ່ວມ​ຢ່າງ​ກະຕືລືລົ້ນ​ໃນ​ວຽກ​ນີ້​ເປັນ​ປະຈຳ ແບບ​ດຽວ​ກັບ​ທີ່​ພະ​ເຍຊູ​ເຮັດ. (ມັດທາຍ 6:33; 1 ຕີໂມເຕ 5:8) ເຮົາ​ສາມາດ​ທຸ່ມເທ​ໂຕ​ເອງ​ໃນ​ວຽກ​ຮັບໃຊ້ ສະລະ​ເວລາ ເຫື່ອ​ແຮງ ແລະ​ຊັບພະຍາກອນ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ວຽກ​ນີ້. (ລືກາ 13:24) ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ວຽກ​ຂອງ​ເຮົາ​ເປັນ​ວຽກ​ທີ່​ຮີບ​ດ່ວນ. (2 ຕີໂມເຕ 4:2) ເຮົາ​ຕ້ອງ​ສວຍ​ເອົາ​ທຸກ​ໂອກາດ​ເພື່ອ​ຈະ​ປະກາດ​ຂ່າວ​ດີ!

22. ຈະ​ມີ​ການ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

22 ພະ​ເຍຊູ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເຫັນ​ຄວາມ​ສຳຄັນ​ຂອງ​ວຽກ​ນີ້​ໂດຍ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ວຽກ​ນີ້​ຈະ​ດຳເນີນ​ຕໍ່ໆໄປ​ພາຍ​ຫຼັງ​ທີ່​ພະອົງ​ສິ້ນ​ຊີວິດ​ແລ້ວ. ພະອົງ​ໄດ້​ມອບ​ໝາຍ​ເຫຼົ່າ​ສາວົກ​ໃຫ້​ເຮັດ​ວຽກ​ປະກາດ​ແລະ​ສັ່ງ​ສອນ​ຕໍ່ໆໄປ. ວຽກ​ມອບ​ໝາຍ​ນັ້ນ​ຈະ​ເປັນ​ຫົວ​ເລື່ອງ​ຂອງ​ບົດ​ຕໍ່​ໄປ.

^ ຕົວຢ່າງ ເມື່ອ​ຖາມ​ວ່າ​ເປັນ​ຫຍັງ​ພະອົງ​ເຊິ່ງ​ເປັນ​ຄົນ​ຢິວ​ຈຶ່ງ​ເວົ້າ​ກັບ​ລາວ​ເຊິ່ງ​ເປັນ​ຄົນ​ສະມາລີ ລາວ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້​ເຊິ່ງ​ເປັນ​ຄວາມ​ບາດໝາງ​ທີ່​ມີ​ມາ​ດົນ​ຫຼາຍ​ສະຕະວັດ​ລະຫວ່າງ​ສອງ​ຊົນຊາດ​ນີ້. (ໂຢຮັນ 4:9) ລາວ​ຢືນຢັນ​ວ່າ​ຊົນຊາດ​ຂອງ​ຕົນ​ສືບ​ເຊື້ອ​ສາຍ​ມາ​ຈາກ​ຢາໂຄບ ເຊິ່ງ​ເປັນ​ຄຳ​ກ່າວ​ອ້າງ​ທີ່​ຄົນ​ຢິວ​ໃນ​ສະໄໝ​ນັ້ນ​ປະຕິເສດ​ເອົາ​ແທ້​ເອົາ​ວ່າ. (ໂຢຮັນ 4:12) ຊາວ​ຢິວ​ເອີ້ນ​ຊາວ​ສະມາລີ​ວ່າ​ພວກ​ກູເອອິນ​ເພື່ອ​ເນັ້ນ​ວ່າ​ເຂົາ​ເຈົ້າ​ມີ​ເຊື້ອ​ສາຍ​ມາ​ຈາກ​ຄົນ​ຕ່າງ​ຊາດ.

^ ການ​ປະກາດ​ໝາຍ​ເຖິງ​ການ​ປ່າວ​ຮ້ອງ​ຫຼື​ແຈ້ງ​ຂ່າວ​ສານ​ໃຫ້​ຮູ້. ການ​ສອນ​ກໍ​ມີ​ຄວາມ​ໝາຍ​ຄ້າຍໆກັນ​ແຕ່​ກ່ຽວຂ້ອງ​ກັບ​ການ​ຖ່າຍ​ທອດ​ຂ່າວ​ສານ​ໃນ​ແບບ​ທີ່​ເລິກ​ເຊິ່ງ​ກວ່າ​ແລະ​ລະອຽດ​ກວ່າ. ການ​ສອນ​ທີ່​ດີ​ລວມ​ເອົາ​ການ​ຊອກ​ຫາ​ວິທີ​ຕ່າງໆທີ່​ຈະ​ເຂົ້າ​ເຖິງ​ຫົວໃຈ​ເພື່ອ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ໄດ້​ຟັງ​ນັ້ນ.

^ ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ຊີ້​ແຈງ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ “ເມື່ອ​ເຂົ້າ​ສຸກ​ແລ້ວ​ກໍ​ຈະ​ປ່ຽນ​ຈາກ​ສີ​ຂຽວ​ເປັນ​ສີ​ເຫຼືອງ​ຫຼື​ສີ​ເຫຼືອງ​ອ່ອນ​ເຊິ່ງ​ຊີ້​ບອກ​ວ່າ​ນັ້ນ​ເປັນ​ຍາມ​ເກັບ​ກ່ຽວ​ແລ້ວ.”