ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 1

“ມາ​ເບິ່ງ” ພະຄລິດ

“ມາ​ເບິ່ງ” ພະຄລິດ

ພະ​ເຍຊູ​ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ຖານະ​ເປັນ​ມະນຸດ​ເມື່ອ​ປະມານ 2.000 ປີ​ມາ​ແລ້ວ ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ກໍ​ຍັງ​ເປັນ​ໄປ​ໄດ້​ທີ່​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້​ຈະ “ມາ​ເບິ່ງ” ລູກ​ຊາຍ​ຂອງ​ພະເຈົ້າ. (ໂຢຮັນ 1:46) ໜັງສື​ກິດຕິຄຸນ​ທັງ​ສີ່​ເຫຼັ້ມ​ໃຫ້​ພາບ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ນິດໄສ​ໃຈ​ຄໍ ທັດສະນະ ແລະ​ແນວ​ທາງ​ການ​ປະຕິບັດ​ຂອງ​ພະອົງ. ພາກ​ນີ້​ຈະ​ພິຈາລະນາ​ຢ່າງ​ກະທັດຮັດ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆທີ່​ໂດດ​ເດັ່ນ​ຂອງ​ພະ​ເຍຊູ.