ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

“ຊັບ​ສົມບັດ​ແຫ່ງ​ຄວາມ​ປັນຍາ . . . ທຸກ​ຢ່າງ”

“ຊັບ​ສົມບັດ​ແຫ່ງ​ຄວາມ​ປັນຍາ . . . ທຸກ​ຢ່າງ”

1-3. ໃນ​ມື້​ໜຶ່ງ​ຂອງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ປີ 31 ສ.ສ. ສະພາບ​ແວດ​ລ້ອມ​ເປັນ​ແນວ​ໃດ​ຕອນ​ທີ່​ພະ​ເຍຊູ​ໃຫ້​ຄຳ​ເທດ ແລະ​ເປັນ​ຫຍັງ​ຜູ້​ທີ່​ຟັງ​ພະອົງ​ຈຶ່ງ​ຮູ້ສຶກ​ແປກ​ໃຈ?

 ມື້​ໜຶ່ງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ 31 ສ.ສ. ພະ​ເຍຊູ​ຄລິດ​ຢູ່​ໃກ້​ເມືອງ​ກັບເອນາອູມ​ເຊິ່ງ​ເປັນ​ເມືອງ​ທີ່​ວຸ່ນວາຍ​ຢູ່​ທາງ​ຝັ່ງ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ທະເລ​ຄາລິເລ. ພະ​ເຍຊູ​ອະທິດຖານ​ຜູ້​ດຽວ​ໝົດ​ຄືນ​ຢູ່​ເທິງ​ພູເຂົາ​ໃນ​ບໍລິເວນ​ທີ່​ໃກ້​ຄຽງ​ນັ້ນ. ໃນ​ຕອນ​ເຊົ້າ ພະອົງ​ໄດ້​ເອີ້ນ​ພວກ​ລູກສິດ​ມາ​ແລະ​ໄດ້​ເລືອ​ກ​ເອົາ 12 ຄົນ​ຈາກ​ທ່າມກາງ​ພວກ​ເຂົາ​ເຊິ່ງ​ພະອົງ​ຕັ້ງ​ຊື່​ໃຫ້​ວ່າ​ອັກຄະສາວົກ. ໃນ​ຂະນະ​ດຽວ​ກັນ ຄົນ​ໝູ່​ໃຫຍ່​ເຊິ່ງ​ບາງ​ຄົນ​ມາ​ແຕ່​ໄກ​ໄດ້​ຕິດ​ຕາມ​ພະ​ເຍຊູ​ມາ​ທີ່​ນີ້​ແລະ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບໍລິເວນ​ຮາບ​ພຽງ​ເທິງ​ພູເຂົາ​ນີ້. ເຂົາ​ເຈົ້າ​ກະຕືລືລົ້ນ​ທີ່​ຈະ​ໄດ້​ຍິນ​ສິ່ງ​ທີ່​ພະອົງ​ກ່າວ​ແລະ​ເພື່ອ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ພະຍາດ​ຕ່າງໆ. ພະ​ເຍຊູ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຜິດ​ຫວັງ.—ລືກາ 6:12-19.

2 ພະ​ເຍຊູ​ຫຍັບ​ເຂົ້າ​ໄປ​ໃກ້​ຝູງ​ຄົນ​ແລະ​ປິ່ນປົວ​ທຸກ​ຄົນ​ທີ່​ເຈັບ​ປ່ວຍ. ໃນ​ທີ່​ສຸດ ເມື່ອ​ບໍ່​ມີ​ຜູ້​ໃດ​ໃນ​ທ່າມກາງ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ເຈັບ​ປ່ວຍ​ດ້ວຍ​ພະຍາດ​ທີ່​ຮ້າຍແຮງ ພະອົງ​ຈຶ່ງ​ນັ່ງ​ລົງ​ແລະ​ເລີ່ມ​ຕົ້ນ​ສັ່ງ​ສອນ. * ຖ້ອຍຄຳ​ຂອງ​ພະອົງ​ທີ່​ເວົ້າ​ມື້​ນັ້ນ​ໃນ​ລະດູ​ໃບ​ໄມ້​ປົ່ງ​ທີ່​ມີ​ອາກາດ​ສົດ​ຊື່ນ​ຄົງ​ຕ້ອງ​ເຮັດ​ໃຫ້​ຜູ້​ຟັງ​ປະຫຼາດ​ໃຈ. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ຈັກ​ຄົນ​ທີ່​ສອນ​ໃນ​ແບບ​ທີ່​ພະອົງ​ສອນ. ເພື່ອ​ເຮັດ​ໃຫ້​ຄຳ​ສອນ​ມີ​ນ້ຳ​ໜັກ​ຫຼາຍ​ຂຶ້ນ ພະອົງ​ບໍ່​ໄດ້​ອ້າງ​ເຖິງ​ປະເພນີ​ທີ່​ເລົ່າ​ສືບ​ປາ​ກ​ກັນ​ມາ​ຫຼື​ຄຳເວົ້າ​ຂອງ​ລັບບີ​ທີ່​ມີ​ຊື່ສຽງ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ຫຼາຍ​ຄັ້ງ​ພະອົງ​ອ້າງ​ເຖິງ​ພະ​ຄຳ​ພີ​ພາກ​ພາສາ​ເຫບເລີ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ. ຂ່າວ​ສານ​ຂອງ​ພະອົງ​ເປັນ​ແບບ​ກົງ​ໄປ​ກົງ​ມາ ຖ້ອຍຄຳ​ຂອງ​ພະອົງ​ຮຽບ​ງ່າຍ ມີ​ຄວາມ​ໝາຍ​ຈະ​ແຈ້ງ. ເມື່ອ​ພະອົງ​ຈົບ​ການ​ສັ່ງ​ສອນ ຝູງ​ຊົນ​ພາ​ກັນ​ຕົກຕະລຶງ. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ຄວນ​ຮູ້ສຶກ​ແບບ​ນັ້ນ ເພາະ​ວ່າ​ເຂົາ​ເຈົ້າ​ຫາ​ກໍ​ໄດ້​ຍິນ​ບຸລຸດ​ທີ່​ສະຫຼາດ​ທີ່​ສຸດ​ເທົ່າ​ທີ່​ໂລກ​ເຄີຍ​ເຫັນ!—ມັດທາຍ 7:28, 29.

“ຝູງ​ຄົນ​ທັງ​ຫຼາຍ​ໄດ້​ປະຫຼາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພະອົງ”

3 ຄຳ​ເທດ​ດັ່ງ​ກ່າວ​ພ້ອມ​ກັບ​ອີ​ກ​ຫຼາຍ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ປະຕິບັດ ໄດ້​ບັນທຶກ​ໄວ້​ໃນ​ພະ​ຄຳ​ຂອງ​ພະເຈົ້າ. ເຮົາ​ຄວນ​ຄົ້ນ​ເບິ່ງ​ວ່າ​ບັນທຶກ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ພະ​ເຍຊູ ເພາະ “ຊັບ​ສົມບັດ​ແຫ່ງ​ຄວາມ​ປັນຍາ . . . ທຸກ​ຢ່າງ” ມີ​ຢູ່​ໃນ​ພະອົງ. (ໂກໂລດ 2:3) ສະຕິປັນຍາ​ດັ່ງ​ກ່າວ​ເຊິ່ງ​ກໍ​ຄື​ຄວາມ​ສາມາດ​ໃນ​ການ​ນຳ​ເອົາ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ໄປ​ໃຊ້​ໃນ​ວິທີ​ທີ່​ໄດ້​ຜົນ​ຈິງ ພະອົງ​ເອົາ​ມາ​ແຕ່​ໃສ? ພະອົງ​ສຳແດງ​ສະຕິປັນຍາ​ແນວ​ໃດ ແລະ​ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະອົງ​ໄດ້​ໂດຍ​ວິທີ​ໃດ?

“ທ່ານ​ຜູ້​ນີ້​ໄດ້​ສະຕິປັນຍາ . . . ຢ່າງ​ນີ້​ມາ​ແຕ່​ໃສ?”

4. ຜູ້​ຟັງ​ຂອງ​ພະ​ເຍຊູ​ທີ່​ຢູ່​ເມືອງ​ນາຊາເລດ​ຍົກ​ຄຳຖາມ​ອັນ​ໃດ​ຂຶ້ນ​ມາ ແລະ​ເປັນ​ຫຍັງ​ຈຶ່ງ​ຖາມ?

4 ລະຫວ່າງ​ການ​ເດີນ​ທາງ​ປະກາດ​ຮອບ​ໜຶ່ງ ພະ​ເຍຊູ​ໄດ້​ຢາມ​ເມືອງ​ນາຊາເລດ​ເຊິ່ງ​ເປັນ​ເມືອງ​ທີ່​ພະອົງ​ຖືກ​ລ້ຽງ​ດູ ແລະ​ໄດ້​ເລີ່ມ​ຕົ້ນ​ສັ່ງ​ສອນ​ຢູ່​ໂຮງ​ທຳ​ຂອງ​ເມືອງ​ນັ້ນ. ຜູ້​ຟັງ​ຫຼາຍ​ຄົນ​ປະຫຼາດ​ໃຈ​ແລະ​ຢາກ​ຮູ້​ວ່າ “ທ່ານ​ຜູ້​ນີ້​ໄດ້​ສະຕິປັນຍາ . . . ຢ່າງ​ນີ້​ມາ​ແຕ່​ໃສ?” ເຂົາ​ເຈົ້າ​ຮູ້ຈັກ​ຄອບຄົວ​ຂອງ​ພະອົງ ຮູ້​ພໍ່​ແມ່​ແລະ​ນ້ອງ​ຂອງ​ພະອົງ ແລະ​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ພະອົງ​ມາ​ຈາກ​ຊັ້ນ​ຄົນ​ທີ່​ທຸກ​ຍາກ. (ມັດທາຍ 13:54-56; ມາລະໂກ 6:1-3) ແນ່ນອນ​ວ່າ​ເຂົາ​ເຈົ້າ​ຍັງ​ຮູ້ຈັກ​ອີ​ກວ່າ​ຊ່າງ​ໄມ້​ຜູ້​ນີ້​ທີ່​ເວົ້າ​ໄດ້​ຈັບ​ໃຈ​ບໍ່​ເຄີຍ​ເຂົ້າ​ໂຮງ​ຮຽນ​ໃດໆທີ່​ມີ​ຊື່ສຽງ​ຂອງ​ພວກ​ລັບບີ. (ໂຢຮັນ 7:15) ດັ່ງນັ້ນ ຄຳຖາມ​ຂອງ​ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ມີ​ເຫດຜົນ.

5. ພະ​ເຍຊູ​ເປີດ​ເຜີຍ​ວ່າ​ສະຕິປັນຍາ​ຂອງ​ພະອົງ​ມາ​ຈາກ​ແຫຼ່ງ​ໃດ?

5 ສະຕິປັນຍາ​ທີ່​ພະ​ເຍຊູ​ສຳແດງ​ອອກ​ມາ​ບໍ່​ແມ່ນ​ວ່າ​ເປັນ​ຜົນ​ຈາກ​ຄວາມ​ຄິດ​ທີ່​ສົມບູນ​ພ້ອມ​ຂອງ​ພະອົງ​ເອງ​ເທົ່າ​ນັ້ນ. ຕໍ່ມາ​ໃນ​ວຽກ​ຮັບໃຊ້ ຂະນະ​ທີ່​ສັ່ງ​ສອນ​ຢ່າງ​ເປີດ​ແປນ​ຢູ່​ໂຮງ​ທຳ ພະ​ເຍຊູ​ເປີດ​ເຜີຍ​ວ່າ​ສະຕິປັນຍາ​ຂອງ​ພະອົງ​ມາ​ຈາກ​ແຫຼ່ງ​ທີ່​ສູງ​ສົ່ງ​ກວ່າ. ພະອົງ​ກ່າວ​ວ່າ “ຄວາມ​ສັ່ງ​ສອນ​ຂອງ​ເຮົາ​ບໍ່​ມາ​ແຕ່​ເຮົາ ແຕ່​ວ່າ​ມາ​ແຕ່​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ.” (ໂຢຮັນ 7:16) ແມ່ນ​ແລ້ວ ພໍ່​ຜູ້​ທີ່​ໄດ້​ສົ່ງ​ລູກ​ຊາຍ​ມາ​ເປັນ​ແຫຼ່ງ​ທີ່​ແທ້​ຈິງ​ຂອງ​ສະຕິປັນຍາ​ຂອງ​ລູກ. (ໂຢຮັນ 12:49) ແຕ່​ພະ​ເຍຊູ​ໄດ້​ຮັບ​ສະຕິປັນຍາ​ຈາກ​ພະເຢໂຫວາ​ແນວ​ໃດ?

6, 7. ພະ​ເຍຊູ​ໄດ້​ຮັບ​ສະຕິປັນຍາ​ຈາກ​ພໍ່​ຂອງ​ພະອົງ​ໂດຍ​ທາງ​ໃດ​ແດ່?

6 ພະ​ວິນຍານ​ບໍລິສຸດ​ຂອງ​ພະເຢໂຫວາ​ດຳເນີນ​ການ​ຢູ່​ໃນ​ຫົວໃຈ​ແລະ​ໃນ​ຈິດ​ໃຈ​ຂອງ​ພະ​ເຍຊູ. ເອຊາອີ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ພະ​ເຍຊູ​ໃນ​ຖານະ​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ວ່າ “ພະ​ວິນຍານ​ຂອງ​ພະເຢໂຫວາ​ຈະ​ສະຖິດ​ຢູ່​ເທິງ​ພະອົງ​ແມ່ນ​ວິນຍານ​ແຫ່ງຄວາມ​ປັນຍາ​ແລະ​ຄວາມ​ເຂົ້າ​ໃຈ ແມ່ນ​ວິນຍານ​ແຫ່ງ​ຄວາມ​ປຶກສາ​ແລະ​ລິດເດດ ແມ່ນ​ວິນຍານ​ແຫ່ງ​ຄວາມ​ຮູ້​ແລະ​ຄວາມ​ຢ້ານຢຳ​ພະເຢໂຫວາ.” (ເອຊາອີ 11:2) ໃນ​ເມື່ອ​ພະ​ວິນຍານ​ຂອງ​ພະເຢໂຫວາ​ສະຖິດ​ຢູ່​ເທິງ​ພະ​ເຍຊູ​ແລະ​ຊີ້​ນຳ​ຄວາມ​ຄິດ​ແລະ​ການ​ຕັດສິນ​ໃຈ​ຂອງ​ພະອົງ ຈຶ່ງ​ບໍ່​ແປກ​ແມ່ນ​ບໍ​ທີ່​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ພະອົງ​ສະທ້ອນ​ເຖິງ​ສະຕິປັນຍາ​ອັນ​ເລີດ​ລ້ຳ?

7 ພະ​ເຍຊູ​ໄດ້​ຮັບ​ສະຕິປັນຍາ​ຈາກ​ພໍ່​ຂອງ​ພະອົງ​ໃນ​ອີ​ກ​ແນວ​ທາງ​ໜຶ່ງ​ທີ່​ເລິກ​ເຊິ່ງ. ດັ່ງ​ທີ່​ໄດ້​ເຫັນ​ໃນບົດ​ທີ 2 ລະຫວ່າງ​ທີ່​ມີ​ຊີວິດ​ຢູ່​ກ່ອນ​ມາ​ເກີດ​ເປັນ​ມະນຸດ​ເຊິ່ງ​ເປັນ​ເວລາ​ທີ່​ດົນ​ນານ​ຈົນ​ບໍ່​ອາດ​ນັບ​ໄດ້ ພະ​ເຍຊູ​ມີ​ໂອກາດ​ທີ່​ຈະ​ຊຶມ​ຊັບ​ຄວາມ​ຄິດ​ຂອງ​ພໍ່​ໃນ​ເລື່ອງ​ຕ່າງໆ. ເຮົາ​ນຶກ​ພາບ​ບໍ່​ອອກ​ເຖິງ​ສະຕິປັນຍາ​ອັນ​ລ້ຳ​ເລິກ​ທີ່​ລູກ​ໄດ້​ຮັບ​ຕອນ​ຢູ່​ຄຽງ​ຂ້າງ​ພໍ່ ເຮັດ​ວຽກ​ໃນ​ຖານະ​ເປັນ “ນາຍ​ຊ່າງ ຂອງ​ພະເຈົ້າ​ໃນ​ການ​ສ້າງ​ສິ່ງ​ອື່ນໆລວມ​ທັງ​ສິ່ງ​ມີ​ຊີວິດ​ແລະ​ສິ່ງ​ບໍ່​ມີ​ຊີວິດ. ດ້ວຍ​ເຫດຜົນ​ທີ່​ຟັງ​ຂຶ້ນ ກ່ອນ​ການ​ມີ​ຊີວິດ​ເປັນ​ມະນຸດ ມີ​ການ​ພັນລະນາ​ເຖິງ​ລູກ​ຊາຍ​ໃນ​ຖານະ​ເປັນ​ສະຕິປັນຍາ​ທີ່​ປຽບ​ເໝືອນ​ດັ່ງ​ບຸກຄົນ. (ສຸພາສິດ 8:22-31, ລ.ມ.; ໂກໂລດ 1:15, 16) ຕະຫຼອດ​ໄລຍະ​ການ​ຮັບໃຊ້​ຢູ່​ແຜ່ນດິນ​ໂລກ ພະ​ເຍຊູ​ສາມາດ​ໃຊ້​ສະຕິປັນຍາ​ທີ່​ໄດ້​ຮັບ​ຕອນ​ທີ່​ຢູ່​ຄຽງ​ຂ້າງ​ພໍ່​ໃນ​ສະຫວັນ​ໃຫ້​ເປັນ​ປະໂຫຍດ. * (ໂຢຮັນ 8:26, 28, 38) ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ບໍ່​ຄວນ​ແປກ​ໃຈ​ໃນ​ຄວາມ​ຮູ້​ອັນ​ກວ້າງ​ຂວາງ​ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ທີ່​ສະທ້ອນ​ອອກ​ມາ​ໃນ​ຄຳເວົ້າ​ຂອງ​ພະ​ເຍຊູ ຫຼື​ໃນ​ການ​ຕັດສິນ​ທີ່​ຖືກຕ້ອງ​ໃນ​ການ​ກະທຳ​ທຸກ​ຢ່າງ​ຂອງ​ພະອົງ.

8. ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເຮົາ​ຈະ​ໄດ້​ຮັບ​ສະຕິປັນຍາ​ໂດຍ​ວິທີ​ໃດ?

8 ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເຮົາ​ເອງ​ກໍ​ຕ້ອງ​ໝາຍ​ເພິ່ງ​ພະເຢໂຫວາ​ໃນ​ຖານະ​ເປັນ​ແຫຼ່ງ​ຂອງ​ສະຕິປັນຍາ. (ສຸພາສິດ 2:6) ແນ່ນອນ​ວ່າ​ພະເຢໂຫວາ​ບໍ່​ໄດ້​ໃຫ້​ສະຕິປັນຍາ​ແກ່​ເຮົາ​ຢ່າງ​ອັດສະຈັນ. ແຕ່​ພະອົງ​ຕອບ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ເຮົາ​ທີ່​ຂໍ​ສະຕິປັນຍາ​ທີ່​ຈຳເປັນ​ເພື່ອ​ປະສົບ​ຜົນ​ສຳເລັດ​ໃນ​ການ​ຮັບ​ມື​ກັບ​ບັນຫາ​ຕ່າງໆໃນ​ຊີວິດ. (ຢາໂກໂບ 1:5) ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ຈະ​ໄດ້​ສະຕິປັນຍາ​ນັ້ນ. ເຮົາ​ຕ້ອງ​ສະແຫວງ​ຫາ​ສະຕິປັນຍາ​ນັ້ນ​ຕໍ່ໆໄປ “ຄື​ຫາ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້.” (ສຸພາສິດ 2:1-6) ແມ່ນ​ແລ້ວ ເຮົາ​ຕ້ອງ​ຂຸດ​ລົງ​ເລິກ​ຕໍ່ໆໄປ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ມີ​ການ​ເປີດ​ເຜີຍ​ສະຕິປັນຍາ​ຂອງ​ພະອົງ ແລະ​ເຮັດ​ໃຫ້​ຊີວິດ​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ຮຽນຮູ້. ຕົວຢ່າງ​ຂອງ​ລູກ​ຊາຍ​ພະເຢໂຫວາ​ມີ​ຄຸນຄ່າ​ເປັນ​ພິເສດ​ໃນ​ການ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ສະຕິປັນຍາ. ຂໍ​ໃຫ້​ພິຈາລະນາ​ຂອບ​ເຂດ​ຕ່າງໆທີ່​ພະ​ເຍຊູ​ໄດ້​ສຳແດງ​ສະຕິປັນຍາ ແລະ​ຮຽນ​ຮູ້​ວິທີ​ທີ່​ຈະ​ຮຽນ​ແບບ​ພະອົງ.

ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ

ມີ​ການ​ເປີດ​ເຜີຍ​ສະຕິປັນຍາ​ຂອງ​ພະເຈົ້າ ໃນ​ຄຳພີໄບເບິນ

9. ອັນ​ໃດ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະ​ເຍຊູ​ສະແດງ​ເຖິງ​ສະຕິປັນຍາ​ແທ້ໆ?

9 ຜູ້​ຄົນ​ຈຳນວນ​ຫຼາຍ​ພາ​ກັນ​ໄປ​ຫາ​ພະ​ເຍຊູ​ພຽງ​ເພື່ອ​ຈະ​ຟັງ​ພະອົງ. (ມາລະໂກ 6:31-34; ລືກາ 5:1-3) ນີ້​ບໍ່​ແມ່ນ​ເລື່ອງ​ແປກ ເພາະ​ເມື່ອ​ພະອົງ​ກ່າວ ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ​ອັນ​ເລີດ​ລ້ຳ​ກໍ​ອອກ​ຈາກ​ປາ​ກ​ພະອົງ! ຄຳ​ສອນ​ຂອງ​ພະອົງ​ສະທ້ອນ​ເຖິງ​ຄວາມ​ຮູ້​ອັນ​ເລິກ​ເຊິ່ງ​ເລື່ອງ​ພະ​ຄຳ​ຂອງ​ພະເຈົ້າ ແລະ​ຄວາມ​ສາມາດ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້​ໃນ​ການ​ເຂົ້າ​ເຖິງ​ແກນ​ແທ້​ຂອງ​ບັນຫາ. ຄຳ​ສອນ​ຂອງ​ພະອົງ​ຈັບ​ໃຈ​ຜູ້​ຄົນ​ຢູ່​ທຸກ​ແຫ່ງ​ແລະ​ໃຊ້​ໄດ້​ສະເໝີ​ບໍ່​ວ່າ​ສະໄໝ​ໃດ. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ​ຂອງ​ສະຕິປັນຍາ​ທີ່​ພົບ​ໃນ​ຖ້ອຍຄຳ​ຂອງ​ພະ​ເຍຊູ​ເຊິ່ງ​ເປັນ “ຜູ້​ປຶກສາ​ທີ່​ອັດສະຈັນ” ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ.—ເອຊາອີ 9:6, ທ.ປ.

10. ພະ​ເຍຊູ​ກະຕຸ້ນ​ເຮົາ​ໃຫ້​ປູກ​ຝັງ​ຄຸນ​ລັກສະນະ​ທີ່​ດີ​ອັນ​ໃດ​ແດ່ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ປູກ​ຝັງ​ຄຸນ​ລັກສະນະ​ນັ້ນ?

10 ຄຳ​ເທດ​ເທິງ​ພູເຂົາ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ ເປັນ​ຄຳ​ສອນ​ທີ່​ພະ​ເຍຊູ​ສອນ​ຢ່າງ​ຕໍ່​ເນື່ອງ​ກັນ​ໂດຍ​ບໍ່​ມີ​ການ​ຂັ້ນ​ດ້ວຍ​ການ​ພັນລະນາ​ບົດ​ເລື່ອງ​ຫຼື​ຄຳເວົ້າ​ຂອງ​ຜູ້​ອື່ນ. ໃນ​ຄຳ​ເທດ​ນີ້ ພະ​ເຍຊູ​ບໍ່​ພຽງ​ແຕ່​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ການ​ເວົ້າ​ແລະ​ການ​ປະພຶດ​ທີ່​ເໝາະ​ສົມ ແຕ່​ຍັງ​ໃຫ້​ຄຳ​ແນະນຳ​ເລື່ອງ​ສິ່ງ​ທີ່​ກະຕຸ້ນ​ເຮົາ​ໃຫ້​ເວົ້າ​ຫຼື​ເຮັດ​ນຳ​ອີ​ກ. ເນື່ອງ​ຈາກ​ຮູ້​ວ່າ​ຄວາມ​ຄິດ​ແລະຄວາມ​ຮູ້ສຶກ​ນຳ​ໄປ​ສູ່​ການ​ເວົ້າ​ແລະ​ການ​ກະທຳ ພະ​ເຍຊູ​ຈຶ່ງ​ກະຕຸ້ນ​ເຮົາ​ໃຫ້​ປູກ​ຝັງ​ຄຸນ​ລັກສະນະ​ທີ່​ດີ​ໃນ​ຈິດ​ໃຈ​ແລະ​ຫົວໃຈ​ເຊັ່ນ​ຄວາມ​ອ່ອນ​ໂຍນ ຄວາມ​ກະຫາຍ​ຄວາມ​ຊອບທຳ ມີ​ທ່າ​ອຽງ​ທີ່​ຈະ​ເປັນ​ຄົນ​ມີ​ຄວາມ​ເມດຕາ​ແລະ​ສ້າງ​ສັນຕິສຸກ ແລະ​ມີ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ. (ມັດທາຍ 5:5-9, 43-48) ໃນ​ຂະນະ​ທີ່​ເຮົາ​ປູກ​ຝັງ​ຄຸນ​ລັກສະນະ​ນັ້ນ​ໃນ​ຫົວໃຈ ຜົນ​ທີ່​ໄດ້​ກໍ​ຄື​ຄຳເວົ້າ​ແລະ​ການ​ກະທຳ​ທີ່​ດີ​ງາມ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ ແຕ່​ຍັງ​ຈະ​ເສີມ​ສາຍ​ສຳພັນ​ທີ່​ດີ​ງາມ​ລະຫວ່າງ​ເຮົາ​ກັບ​ເພື່ອນ​ມະນຸດ​ອີ​ກ​ດ້ວຍ.—ມັດທາຍ 5:16.

11. ເມື່ອ​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ການ​ກະທຳ​ທີ່​ຜິດ​ບາບ ພະ​ເຍຊູ​ລົງ​ເລິກ​ເຖິງ​ສາເຫດ​ຄື​ແນວ​ໃດ?

11 ເມື່ອ​ຕ້ອງ​ໃຫ້​ຄຳ​ແນະນຳ​ເລື່ອງ​ການ​ກະທຳ​ທີ່​ຜິດ​ບາບ ພະ​ເຍຊູ​ລົງ​ເລິກ​ເຖິງ​ຕົ້ນ​ເຫດ​ຂອງ​ບັນຫາ. ພະອົງ​ບໍ່​ພຽງ​ແຕ່​ບອກ​ໃຫ້​ລະ​ເວັ້ນ​ຈາກ​ການ​ກະທຳ​ທີ່​ຮຸນແຮງ ແຕ່​ເຕືອນ​ເຮົາ​ບໍ່​ໃຫ້​ມີ​ຄວາມ​ຄຽດ​ຮ້າຍ​ໃນ​ໃຈ. (ມັດທາຍ 5:21, 22; 1 ໂຢຮັນ 3:15) ພະອົງ​ບໍ່​ພຽງ​ແຕ່​ຫ້າມ​ການ​ຫຼິ້ນ​ຊູ້ ແຕ່​ເຕືອນ​ກ່ຽວ​ກັບ​ຄວາມ​ປາຖະໜາ​ອັນ​ຮ້ອນ​ແຮງ​ທີ່​ເລີ່ມ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ແລະ​ພາ​ໄປ​ສູ່​ການ​ກະທຳ​ທີ່​ທໍລະຍົດ​ເຊັ່ນ​ນັ້ນ. ພະອົງ​ເຕືອນ​ເຮົາ​ວ່າ​ຢ່າ​ປ່ອຍ​ໃຫ້​ຕາ​ຂອງ​ເຮົາ​ປຸກເຮົ້າ​ຄວາມ​ປາຖະໜາ​ທີ່​ບໍ່​ເໝາະ​ສົມ ແລ້ວ​ກະຕຸ້ນ​ໃຫ້​ເກີດ​ລາຄະ​ຕັນຫາ. (ມັດທາຍ 5:27-30) ພະ​ເຍຊູ​ເພັ່ງເລັງ​ທີ່​ຕົ້ນ​ເຫດ ບໍ່​ແມ່ນ​ແຕ່​ສິ່ງ​ທີ່​ປາກົດ​ໃຫ້​ເຫັນ​ເທົ່າ​ນັ້ນ. ພະອົງ​ກ່າວ​ເຖິງ​ທັດສະນະ​ແລະ​ຄວາມ​ປາຖະໜາ​ທີ່​ພາ​ໄປ​ສູ່​ການ​ກະທຳ​ທີ່​ເປັນ​ບາບ.—ຄຳເພງ 7:14.

12. ຜູ້​ຕິດ​ຕາມ​ພະ​ເຍຊູ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄຳ​ແນະນຳ​ຂອງ​ພະອົງ ແລະ​ເປັນ​ຫຍັງ​ຈຶ່ງ​ມີ​ທັດສະນະ​ເຊັ່ນ​ນັ້ນ?

12 ຖ້ອຍຄຳ​ຂອງ​ພະ​ເຍຊູ​ປະກອບ​ດ້ວຍ​ສະຕິປັນຍາ​ແທ້ໆ! ບໍ່​ແປກ​ໃຈ​ເລີຍ​ທີ່ “ຝູງ​ຄົນ​ທັງ​ຫຼາຍ​ໄດ້​ປະຫຼາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພະອົງ.” (ມັດທາຍ 7:28) ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເຮົາ​ຖື​ວ່າ​ຄຳ​ແນະນຳ​ທີ່​ສຸຂຸມ​ຂອງ​ພະອົງ​ເປັນ​ສິ່ງ​ຊີ້​ນຳ​ໃນ​ການ​ດຳເນີນ​ຊີວິດ. ເຮົາ​ຄວນ​ພະຍາຍາມ​ປູກ​ຝັງ​ຄຸນ​ລັກສະນະ​ທີ່​ດີ​ທີ່​ພະອົງ​ແນະນຳ ນັ້ນ​ລວມ​ມີ​ຄວາມ​ເມດຕາ ການ​ສ້າງ​ສັນຕິສຸກ ແລະ​ມີ​ຄວາມ​ຮັກ ໂດຍ​ຮູ້​ວ່າ​ການ​ເຮັດ​ແນວ​ນີ້​ຈະ​ເປັນ​ການ​ວາງ​ພື້ນຖານ​ໄວ້​ສຳລັບ​ການ​ປະພຶດ​ທີ່​ພະເຈົ້າ​ພໍ​ໃຈ. ເຮົາ​ພະຍາຍາມ​ກຳຈັດ​ຄວາມ​ຮູ້ສຶກ​ແລະ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ເຊິ່ງ​ພະອົງ​ເຕືອນ​ໃຫ້​ລະວັງ​ນັ້ນ​ໃຫ້​ໝົດ​ໄປ​ຈາກ​ຫົວໃຈ​ຂອງ​ເຮົາ​ເຊັ່ນ​ຄວາມ​ຄຽດ​ແລະ​ຄວາມ​ປາຖະໜາ​ທີ່​ຜິດສິນລະທຳ ໂດຍ​ຮູ້​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ.—ຢາໂກໂບ 1:14, 15.

ແນວ​ທາງ​ຊີວິດ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ສະຕິປັນຍາ

13, 14. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ໃຊ້​ວິຈາລະນະຍານ​ທີ່​ດີ​ໃນ​ການ​ເລືອ​ກ​ແນວ​ທາງ​ຊີວິດ?

13 ພະ​ເຍຊູ​ສຳແດງ​ສະຕິປັນຍາ​ບໍ່​ພຽງ​ແຕ່​ໃນ​ຄຳເວົ້າ ແຕ່​ໃນ​ການ​ກະທຳ​ນຳ. ຮູບ​ແບບ​ຊີວິດ​ທັງ​ໝົດ​ຂອງ​ພະອົງ​ເຊິ່ງ​ໝາຍ​ເຖິງ​ການ​ຕັດສິນ​ໃຈ ທັດສະນະ​ຕໍ່​ຕົນ​ເອງ ແລະ​ວິທີ​ປະຕິບັດ​ກັບ​ຄົນ​ອື່ນ ລ້ວນ​ແຕ່​ສະແດງ​ເຖິງ​ສະຕິປັນຍາ​ໃນ​ຫຼາຍ​ແງ່​ມຸມ​ທີ່​ດີ​ເລີດ. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ “ສະຕິປັນຍາ​ທີ່​ໃຊ້​ໄດ້​ແທ້​ແລະ​ຄວາມ​ສາມາດ​ໃນ​ການ​ຄິດ.”—ສຸພາສິດ 3:21, ລ.ມ.

14 ສະຕິປັນຍາ​ລວມ​ເຖິງ​ການ​ຕັດສິນ​ທີ່​ຖືກຕ້ອງ. ພະ​ເຍຊູ​ໃຊ້​ວິຈາລະນະຍານ​ທີ່​ດີ [ປັນຍາ​ອັນ​ເຫັນ​ແຈ້ງ​ໃນ​ເຫດຜົນ] ໃນ​ການ​ເລືອ​ກ​ແນວ​ທາງ​ຊີວິດ. ເຈົ້າ​ນຶກ​ພາບ​ອອກ​ບໍ​ເຖິງ​ຮູບ​ແບບ​ຊີວິດ​ທີ່​ພະອົງ​ສາມາດ​ມີ​ໄດ້​ເຊັ່ນ​ເຮືອນ​ທີ່​ພະອົງ​ອາດ​ປຸກ​ຂຶ້ນ ທຸລະກິດ​ທີ່​ພະອົງ​ອາດ​ຕັ້ງ​ຂຶ້ນ ຫຼື​ການ​ມີ​ຊື່ສຽງ​ໂດ່ງ​ດັງ​ໃນ​ໂລກ? ພະ​ເຍຊູ​ຮູ້​ວ່າ​ການ​ທຸ່ມເທ​ຊີວິດ​ໃຫ້​ກັບ​ການ​ຕິດ​ຕາມ​ສິ່ງ​ເຫຼົ່ານີ້ “ເປັນ​ຄວາມ​ເປົ່າ​ແລະ​ໄລ່​ຕິດ​ຕາມ​ລົມ.” (ຜູ້​ເທສະໜາ​ປ່າວ​ປະກາດ 4:4; 5:10) ແນວ​ທາງ​ຊີວິດ​ແບບ​ນັ້ນ​ເປັນ​ຄວາມ​ໂງ່​ເຊິ່ງ​ກົງ​ກັນ​ຂ້າມ​ກັບ​ຄວາມ​ປັນຍາ. ພະ​ເຍຊູ​ເລືອ​ກ​ທີ່​ຈະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ຮຽບ​ງ່າຍ. ພະອົງ​ບໍ່​ໄດ້​ສົນ​ໃຈ​ທີ່​ຈະ​ຫາ​ເງິນ​ຫາ​ຄຳ​ຫຼື​ສະສົມ​ຊັບ​ສິນ​ຕ່າງໆ. (ມັດທາຍ 8:20) ເພື່ອ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ສອນ ພະອົງ​ຮັກສາ​ຕາ​ໃຫ້​ມຸ່ງ​ໄປ​ທີ່​ຈຸດ​ໝາຍ​ດຽວ ນັ້ນ​ຄື​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. (ມັດທາຍ 6:22) ພະ​ເຍຊູ​ອຸທິດ​ເວລາ​ແລະ​ກຳລັງ​ຢ່າງ​ສຸຂຸມ​ເພື່ອ​ສົ່ງເສີມ​ຜົນ​ປະໂຫຍດ​ຂອງ​ລາຊະອານາຈັກ ເຊິ່ງ​ມີ​ຄວາມ​ສຳຄັນ​ແລະ​ໃຫ້​ຜົນ​ຕອບ​ແທນ​ຫຼາຍ​ກວ່າ​ສິ່ງ​ຝ່າຍ​ວັດຖຸ. (ມັດທາຍ 6:19-21) ໂດຍ​ວິທີ​ນີ້ ພະອົງ​ຈຶ່ງ​ວາງ​ຕົວຢ່າງ​ອັນ​ມີ​ຄ່າ​ທີ່​ຄວນ​ຮຽນ​ແບບ.

15. ຜູ້​ຕິດ​ຕາມ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຮັກສາ​ຕາ​ໃຫ້​ຊື່​ດີ ແລະ​ເປັນ​ຫຍັງ​ການ​ເຮັດ​ແນວ​ນີ້​ຈຶ່ງ​ເປັນ​ແນວ​ທາງ​ແຫ່ງ​ສະຕິປັນຍາ?

15 ຜູ້​ຕິດ​ຕາມ​ຂອງ​ພະ​ເຍຊູ​ໃນ​ທຸກ​ມື້​ນີ້​ເຫັນ​ວ່າ​ການ​ມຸ່ງ​ໄປ​ທີ່​ຈຸດ​ໝາຍ​ດຽວ​ເປັນ​ແນວ​ທາງ​ແຫ່ງ​ສະຕິປັນຍາ. ດ້ວຍ​ເຫດ​ນີ້ ເຂົາ​ເຈົ້າ​ບໍ່​ເຮັດ​ໃຫ້​ຕົວ​ເອງ​ມີ​ພາລະ​ໜີ້​ສິນ​ທີ່​ບໍ່​ຈຳເປັນ​ແລະ​ບໍ່​ຕິດ​ຕາມ​ສິ່ງ​ຕ່າງໆຝ່າຍ​ໂລກ​ທີ່​ເຮັດ​ໃຫ້​ສິ້ນ​ເປືອງ​ເຫື່ອ​ແຮງ​ແລະ​ຕ້ອງ​ໃຫ້​ຄວາມ​ເອົາໃຈໃສ່​ຫຼາຍ​ເກີນ​ໄປ. (1 ຕີໂມເຕ 6:9, 10) ຫຼາຍ​ຄົນ​ໄດ້​ໃຊ້​ມາດຕະການ​ຕ່າງໆເພື່ອ​ເຮັດ​ໃຫ້​ຮູບ​ແບບ​ຊີວິດ​ຮຽບ​ງ່າຍ​ເພື່ອ​ທີ່​ຈະ​ສາມາດ​ອຸທິດ​ເວລາ​ຫຼາຍ​ຂຶ້ນ​ໃຫ້​ກັບ​ວຽກ​ງານ​ຂອງ​ຄລິດສະຕຽນ ບາງ​ທີ​ເຖິງ​ຂັ້ນ​ຮັບໃຊ້​ໃນ​ຖານະ​ຜູ້​ປະກາດຂ່າວ​ສານ​ລາຊະອານາຈັກ​ເຕັມ​ເວລາ. ບໍ່​ມີ​ແນວ​ທາງ​ອື່ນ​ໃດ​ທີ່​ສຸຂຸມ​ກວ່າ​ນີ້​ອີ​ກ​ແລ້ວ​ທີ່​ເຮົາ​ຈະ​ຕິດ​ຕາມ ເນື່ອງ​ຈາກ​ການ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ລາຊະອານາຈັກ​ຢູ່​ໃນ​ຕຳແໜ່ງ​ທີ່​ເໝາະ​ສົມ​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ແລະ​ຄວາມ​ອີ່ມ​ໃຈ​ຫຼາຍ​ທີ່​ສຸດ.—ມັດທາຍ 6:33.

16, 17. (ກ) ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ໃນ​ທາງ​ໃດ​ແດ່​ວ່າ​ຈຽມ​ຕົວ​ແລະ​ຄາດ​ໝາຍ​ຈາກ​ຕົນ​ເອງ​ຕາມ​ຄວາມ​ເປັນ​ຈິງ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເປັນ​ຄົນ​ຈຽມ​ຕົວ​ແລະ​ຄາດ​ໝາຍ​ຈາກ​ຕົນ​ເອງ​ຕາມ​ຄວາມ​ເປັນ​ຈິງ?

16 ຄຳພີໄບເບິນ​ລວມ​ເອົາ​ສະຕິປັນຍາ​ເຂົ້າ​ກັບ​ຄວາມ​ຈຽມ​ຕົວ​ເຊິ່ງ​ໝາຍ​ເຖິງ​ການ​ຮູ້​ຂໍ້​ຈຳກັດ​ຕ່າງໆຂອງ​ເຮົາ. (ສຸພາສິດ 11:2) ພະ​ເຍຊູ​ຈຽມ​ຕົວ​ແລະ​ຄາດ​ໝາຍ​ຈາກ​ຕົນ​ເອງ​ຕາມ​ຄວາມ​ເປັນ​ຈິງ. ພະອົງ​ຮູ້​ວ່າ​ບໍ່​ສາມາດ​ປ່ຽນ​ໃຈ​ທຸກ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ສານ​ຂອງ​ພະອົງ. (ມັດທາຍ 10:32-39) ພະອົງ​ຍັງ​ສຳນຶກ​ວ່າ​ພະອົງ​ເອງ​ຈະ​ເຂົ້າ​ໄປ​ເຖິງ​ຜູ້​ຄົນ​ໄດ້​ໃນ​ຈຳນວນ​ຈຳກັດ. ດັ່ງນັ້ນ ດ້ວຍ​ຄວາມ​ສະຫຼາດ​ສຸຂຸມ​ພະອົງ​ຈຶ່ງ​ມອບ​ວຽກ​ໃນ​ການ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ​ໄວ້​ກັບ​ພວກ​ຜູ້​ຕິດ​ຕາມ​ພະອົງ. (ມັດທາຍ 28:18-20) ພະອົງ​ຍອມ​ຮັບ​ຢ່າງ​ຈຽມ​ຕົວ​ວ່າ​ເຂົາ​ເຈົ້າ​ຈະ “ກະທຳ​ການ​ອັນ​ໃຫຍ່​ກວ່າ” ພະອົງ ເພາະ​ວ່າ​ເຂົາ​ເຈົ້າ​ຈະ​ເຂົ້າ​ເຖິງ​ຜູ້​ຄົນ​ຈຳນວນ​ທີ່​ຫຼາຍ​ກວ່າ ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ກວ່າ ແລະ​ໃນ​ເວລາ​ທີ່​ຍາວ​ນານ​ກວ່າ. (ໂຢຮັນ 14:12) ພະ​ເຍຊູ​ຍອມ​ຮັບ​ວ່າ​ພະອົງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ. ພະອົງ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ທູດ​ສະຫວັນ​ທີ່​ມາ​ບົວລະບັດ​ພະອົງ​ໃນ​ປ່າ​ແລະ​ຈາກ​ທູດ​ສະຫວັນ​ທີ່​ມາ​ເສີມ​ກຳລັງ​ພະອົງ​ໃນ​ສວນ​ເຄດເຊມາເນ. ໃນ​ຂະນະ​ທີ່​ພະອົງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຍິ່ງ ລູກ​ຊາຍ​ຂອງ​ພະເຈົ້າ​ກໍ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໂດຍ​ຮ້ອງ​ສຽງ​ດັງ.—ມັດທາຍ 4:11; ລືກາ 22:43; ເຫບເລີ 5:7.

17 ເຮົາ​ກໍ​ເຊັ່ນ​ກັນ​ຕ້ອງ​ຈຽມ​ຕົວ​ແລະ​ຄາດ​ໝາຍ​ຈາກ​ຕົນ​ເອງ​ຕາມ​ຄວາມ​ເປັນ​ຈິງ. ແນ່ນອນ ເຮົາ​ຢາກ​ເຮັດ​ວຽກ​ແບບ​ສຸດ​ຊີວິດ​ແລະ​ທຸ່ມເທ​ຕົວ​ເອງ​ຢ່າງ​ແຂງ​ຂັນ​ໃນ​ວຽກ​ປະກາດ​ແລະ​ການ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ. (ລືກາ 13:24; ໂກໂລດ 3:23) ໃນ​ເວລາ​ດຽວ​ກັນ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະເຢໂຫວາ​ບໍ່​ໄດ້​ສົມ​ທຽບ​ເຮົາ​ກັບ​ຄົນ​ອື່ນ ເຮົາ​ເອງ​ກໍ​ບໍ່​ຄວນ​ເຮັດ​ເຊັ່ນ​ນັ້ນ. (ຄາລາຊີ 6:4) ສະຕິປັນຍາ​ທີ່​ໃຊ້​ການ​ໄດ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ເປົ້າ​ທີ່​ເຮັດ​ໄດ້​ແທ້​ໃນ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ສາມາດ​ແລະ​ສະພາບການ​ຂອງ​ເຮົາ. ນອກ​ຈາກ​ນີ້ ສະຕິປັນຍາ​ຈະ​ຊີ້​ນຳ​ຜູ້​ທີ່​ຢູ່​ໃນ​ຕຳແໜ່ງ​ເຊິ່ງ​ມີ​ຄວາມ​ຮັບ​ຜິດ​ຊອບ ໃຫ້​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ມີ​ຂີດ​ຈຳກັດ​ແລະ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ໜູນ​ໃຈໃນ​ບາງ​ຄັ້ງ. ຄວາມ​ຈຽມ​ຕົວ​ຈະ​ເຮັດ​ໃຫ້​ຄົນ​ເຊັ່ນ​ນັ້ນ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ຮູ້​ຄຸນຄ່າ ໂດຍ​ສຳນຶກ​ວ່າ​ພະເຢໂຫວາ​ອາດ​ໃຊ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຜູ້​ໜຶ່ງ​ໃຫ້ “ຄວາມ​ເລົ້າໂລມ​ໃຈ” ແກ່​ເຂົາ​ເຈົ້າ.—ໂກໂລດ 4:11.

18, 19. (ກ) ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ເຫດ​ມີ​ຜົນ​ແລະ​ເບິ່ງ​ໃນ​ແງ່​ດີ​ໃນ​ການ​ປະຕິບັດ​ກັບ​ພວກ​ສາວົກ? (ຂ) ຍ້ອນ​ຫຍັງ​ຈຶ່ງ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ເບິ່ງ​ໃນ​ແງ່​ດີ​ແລະ​ຄວນ​ມີ​ເຫດຜົນ​ໃນ​ການ​ປະຕິບັດ​ຕໍ່​ກັນ​ແລະ​ກັນ ແລະ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

18 ຢາໂກໂບ 3:17 ກ່າວ​ວ່າ “ຄວາມ​ປັນຍາ​ທີ່​ມາ​ແຕ່​ທາງ​ເທິງ​ນັ້ນ . . . ມີ​ໃຈ​ອົດ​ທົນ [“ມີ​ເຫດຜົນ,” ລ.ມ.].” ພະ​ເຍຊູ​ມີ​ເຫດຜົນ​ແລະ​ເບິ່ງ​ໃນ​ແງ່​ດີ​ໃນ​ການ​ປະຕິບັດ​ກັບ​ເຫຼົ່າ​ສາວົກ. ພະອົງ​ຮູ້​ດີ​ກ່ຽວ​ກັບ​ຄວາມ​ບົກ​ພ່ອງ​ຂອງ​ເຂົາ​ເຈົ້າ ແຕ່​ພະອົງ​ຊອກ​ຫາ​ສ່ວນ​ທີ່​ດີ​ໃນ​ໂຕ​ເຂົາ​ເຈົ້າ. (ໂຢຮັນ 1:47) ພະອົງ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ປະ​ຖິ້ມ​ພະອົງ​ໃນ​ຄືນ​ທີ່​ພະອົງ​ຖືກ​ຈັບ ແຕ່​ພະອົງ​ພັດ​ບໍ່​ໄດ້​ສົງໄສ​ໃນ​ຄວາມ​ພັກດີ​ຂອງ​ເຂົາ​ເຈົ້າ. (ມັດທາຍ 26:31-35; ລືກາ 22:28-30) ເປໂຕ​ປະຕິເສດ​ເຖິງ​ສາມ​ຄັ້ງ​ວ່າ​ບໍ່​ຮູ້ຈັກ​ພະ​ເຍຊູ. ພະ​ເຍຊູ​ໄດ້​ອ້ອນວອນ​ເພື່ອ​ເປໂຕ​ແລະ​ສະແດງ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ສັດ​ຊື່​ຂອງ​ລາວ. (ລືກາ 22:31-34) ໃນ​ຄືນ​ສຸດ​ທ້າຍ​ທີ່​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ ໃນ​ຄຳ​ອະທິດຖານ​ເຖິງ​ພໍ່ ພະ​ເຍຊູ​ບໍ່​ໄດ້​ເລັງ​ໃສ່​ຄວາມ​ຜິດ​ທີ່​ພວກ​ສາວົກ​ເຮັດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ພະອົງ​ເນັ້ນ​ໃນ​ແງ່​ດີ​ເລື່ອງ​ແນວ​ທາງ​ຂອງ​ເຂົາ​ເຈົ້າ​ຈົນ​ກະທັ່ງ​ຮອດ​ຄືນ​ນັ້ນ​ໂດຍ​ກ່າວ​ວ່າ “ເຂົາ​ໄດ້​ຖື​ຮັກສາ​ພະ​ຄຳ​ຂອງ​ພະເຈົ້າ.” (ໂຢຮັນ 17:6) ເຖິງ​ວ່າ​ເຂົາ​ເຈົ້າ​ບໍ່​ສົມບູນ​ແບບ ແຕ່​ພະອົງ​ໄດ້​ມອບ​ວຽກ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ແລະ​ການ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ​ໄວ້​ໃນ​ມື​ຂອງ​ເຂົາ​ເຈົ້າ. (ມັດທາຍ 28:19, 20) ແນ່ນອນ ການ​ທີ່​ພະອົງ​ມີ​ຄວາມ​ໝັ້ນໃຈ​ແລະ​ຄວາມ​ເຊື່ອ​ໃນ​ໂຕ​ເຂົາ​ເຈົ້າ​ຄົງ​ໄດ້​ເສີມ​ກຳລັງ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ທີ່​ພະອົງ​ສັ່ງ​ນັ້ນ​ຈົນ​ສຳເລັດ.

19 ຜູ້​ທີ່​ຕິດ​ຕາມ​ພະ​ເຍຊູ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະອົງ​ໃນ​ເລື່ອງ​ນີ້. ຖ້າ​ລູກ​ຊາຍ​ຜູ້​ສົມບູນແບບ​ຂອງ​ພະເຈົ້າ​ໄດ້​ອົດ​ທົນ​ໃນ​ການ​ປະຕິບັດ​ກັບ​ພວກ​ສາວົກ​ທີ່​ບໍ່​ສົມບູນແບບ ຫຼາຍ​ກວ່າ​ນັ້ນ​ອີ​ກ​ທີ່​ເຮົາ​ໃນ​ຖານະ​ເປັນ​ມະນຸດ​ທີ່​ຜິດ​ບາບ​ຄວນ​ເປັນ​ຄົນ​ມີ​ເຫດຜົນ​ໃນ​ການ​ປະຕິບັດ​ຕໍ່​ກັນ​ແລະ​ກັນ! (ຟີລິບ 4:5) ແທນ​ທີ່​ຈະ​ແນ​ໃສ່​ຄວາມ​ບົກ​ພ່ອງ​ຂອງ​ເພື່ອນ​ຮ່ວມ​ການ​ນະມັດສະການ ເຮົາ​ຄວນ​ເບິ່ງ​ຫາ​ສ່ວນ​ທີ່​ດີ​ໃນ​ໂຕ​ເຂົາ​ເຈົ້າ. ນັບ​ວ່າ​ສຸຂຸມ​ທີ່​ຈະ​ຈື່​ໄວ້​ວ່າ​ພະເຢໂຫວາ​ໄດ້​ຊັກ​ນຳ​ເອົາ​ເຂົາ​ເຈົ້າ​ເຂົ້າ​ມາ. (ໂຢຮັນ 6:44) ແນ່ນອນ​ວ່າ​ພະອົງ​ຕ້ອງ​ເຫັນ​ຄວາມ​ດີ​ໃນ​ລະດັບ​ໃດ​ໜຶ່ງ​ໃນ​ໂຕ​ເຂົາ​ເຈົ້າ ດັ່ງນັ້ນ ເຮົາກໍ​ຄວນ​ເຫັນ​ຄວາມ​ດີ​ໃນ​ໂຕ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ການ​ມີ​ທັດສະນະ​ໃນ​ແງ່​ດີ​ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ເຮົາ​ໃຫ້ “ເບິ່ງ​ຂ້າມ​ການ​ລ່ວງ​ລະເມີດ” ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຫາ​ສ່ວນ​ດີ​ຂອງ​ຄົນ​ອື່ນ​ທີ່​ເຮົາ​ສາມາດ​ຊົມ​ເຊີຍ​ໄດ້. (ສຸພາສິດ 19:11, ລ.ມ.) ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ​ໝັ້ນ​ໃນ​ພີ່ນ້ອງ​ຄລິດສະຕຽນ​ຊາຍ​ຍິງ ເຮົາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະເຢໂຫວາ​ສຸດ​ຄວາມ​ສາມາດ​ແລະ​ພົບ​ຄວາມ​ຍິນດີ​ໃນ​ວຽກ​ນັ້ນ.—1 ເທຊະໂລນີກ 5:11.

20. ເຮົາ​ຄວນ​ເຮັດ​ແນວ​ໃດ​ກັບ​ຄັງ​ຊັບ​ອັນ​ລ້ຳ​ຄ່າ​ຂອງ​ສະຕິປັນຍາ​ທີ່​ພົບ​ໃນ​ພະທຳ​ກິດຕິຄຸນ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ເຊັ່ນ​ນັ້ນ?

20 ເລື່ອງ​ໃນ​ພະທຳ​ກິດຕິຄຸນ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ​ເປັນ​ຄັງ​ຊັບ​ອັນ​ລ້ຳ​ຄ່າ​ແທ້ໆຂອງ​ສະຕິປັນຍາ! ເຮົາ​ຄວນ​ເຮັດ​ແນວ​ໃດ​ກັບ​ຂອງ​ປະທານ​ທີ່​ປະເມີນ​ຄ່າ​ບໍ່​ໄດ້​ນີ້? ໃນ​ຕອນ​ສະຫຼຸບ​ຂອງ​ຄຳ​ເທດ​ເທິງ​ພູເຂົາ ພະ​ເຍຊູ​ກະຕຸ້ນ​ໃຈ​ຜູ້​ຟັງ​ທີ່​ຈະ​ບໍ່​ພຽງ​ແຕ່​ໄດ້​ຍິນ ຄຳ​ກ່າວ​ອັນ​ສຸຂຸມ​ຂອງ​ພະອົງ​ເທົ່າ​ນັ້ນ ແຕ່​ໃຫ້​ປະຕິບັດ​ຕາມ ຫຼື​ເອົາ​ໄປ​ນຳ​ໃຊ້. (ມັດທາຍ 7:24-27) ການ​ໃຫ້​ຄຳ​ກ່າວ​ແລະ​ການ​ກະທຳ​ທີ່​ສຸຂຸມ​ຂອງ​ພະ​ເຍຊູ​ນວດ​ປັ້ນ​ຄວາມ​ຄຶດ ແຮງ​ກະຕຸ້ນ ແລະ​ການ​ກະທຳ​ຂອງ​ເຮົາ ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃນ​ຕອນ​ນີ້​ແລະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ. (ມັດທາຍ 7:13, 14) ແນ່ນອນ​ວ່າ​ບໍ່​ມີ​ແນວ​ທາງ​ໃດ​ທີ່​ເຮົາ​ປະຕິບັດ​ໄດ້​ເຊິ່ງ​ຈະ​ດີ​ຫຼື​ສະຫຼາດ​ໄປ​ກວ່າ​ນີ້!

^ ຄຳ​ກ່າວ​ທີ່​ພະ​ເຍຊູ​ຖ່າຍ​ທອດ​ອອກ​ມາ​ໃນ​ມື້​ນັ້ນ​ໄດ້​ກາຍ​ມາ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ຄຳ​ເທດ​ເທິງ​ພູເຂົາ. ຄຳ​ເທດ​ນີ້​ບັນທຶກ​ໃນ​ມັດທາຍ 5:3–7:27 ຄຳ​ເທດ​ນີ້​ປະກອບ​ມີ 107 ຂໍ້ ແລະ​ເປັນ​ໄປ​ໄດ້​ທີ່​ຈະ​ໃຊ້​ເວລາ​ປະມານ 20 ນາທີ​ໃນ​ການ​ບັນລະຍາຍ.

^ ເມື່ອ “ຟ້າ​ສະຫວັນ​ແຫວກ​ອອກ” ໃນ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ປາກົດ​ວ່າ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ການ​ມີ​ຊີວິດ​ຕອນ​ກ່ອນ​ເປັນ​ມະນຸດ​ໄດ້​ຟື້ນ​ກັບ​ຄືນ​ມາ.—ມັດທາຍ 3:13-17.