ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

“ເຮົາ . . . ຖ່ອມ​ໃຈ​ລົງ”

“ເຮົາ . . . ຖ່ອມ​ໃຈ​ລົງ”

“ດັ່ງ​ນີ້​ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ”

1-3. ພະ​ເຍຊູ​ເຂົ້າ​ເມືອງ​ເຢຣຶຊາເລມ​ໃນ​ລັກສະນະ​ໃດ ແລະ​ເປັນ​ຫຍັງ​ບາງ​ຄົນ​ໃນ​ຝູງ​ຊົນ​ທີ່​ຢືນ​ເບິ່ງ​ຈຶ່ງ​ອາດ​ຮູ້ສຶກ​ແປກ​ໃຈ?

 ເມືອງ​ເຢຣຶຊາເລມ​ກຳລັງ​ຄຶກຄື້ນ​ດ້ວຍ​ບັນຍາກາດ​ທີ່​ຕື່ນ​ເຕັ້ນ. ບຸກຄົນ​ທີ່​ສຳຄັນ​ຄົນ​ໜຶ່ງ​ກຳລັງ​ຈະ​ມາ! ຢູ່​ນອກ​ເມືອງ ຜູ້​ຄົນ​ເຕົ້າ​ໂຮມ​ກັນ​ຢູ່​ແຄມ​ທາງ. ເຂົາ​ເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຕ້ອນຮັບ​ຊາຍ​ຜູ້​ນີ້ ເພາະ​ບາງ​ຄົນ​ເວົ້າ​ວ່າ​ລາວ​ເປັນ​ເຊື້ອ​ສາຍ​ຂອງ​ກະສັດ​ດາວິດ​ແລະ​ເປັນ​ຜູ້​ປົກຄອງ​ຊາດ​ອິດສະລາແອນ​ໂດຍ​ຊອບທຳ. ຫຼາຍ​ຄົນ​ເອົາ​ກ້ານ​ພ້າວ​ແກວ່ງ​ໄປ​ມາ​ເພື່ອ​ຕ້ອນຮັບ; ສ່ວນ​ຄົນ​ອື່ນໆເອົາ​ເຄື່ອງ​ນຸ່ງ​ແລະ​ໃບ​ໄມ້​ມາ​ປູ​ຕາມ​ຫົນ​ທາງ​ເພື່ອ​ກຽມ​ທາງ​ໃຫ້​ສະດວກ. (ມັດທາຍ 21:7, 8; ໂຢຮັນ 12:12, 13) ຫຼາຍ​ຄົນ​ຄົງ​ຢາກ​ຮູ້​ວ່າ​ຊາຍ​ຄົນ​ນີ້​ຈະ​ເຂົ້າ​ເມືອງ​ໃນ​ລັກສະນະ​ໃດ.

2 ບາງ​ຄົນ​ອາດ​ຄາດ​ໝາຍ​ການ​ເຂົ້າ​ເມືອງ​ແບບ​ຫຼູຫຼາ​ອະລັງການ. ແນ່ນອນ ເຂົາ​ເຈົ້າ​ຮູ້ຈັກ​ບຸກຄົນ​ສຳຄັນໆທີ່​ເຂົ້າ​ເມືອງ​ໃນ​ລັກສະນະ​ດັ່ງ​ກ່າວ. ຕົວຢ່າງ ທ້າວ​ອາບຊາໂລມ​ລູກ​ຊາຍ​ຂອງ​ດາວິດ​ປະກາດ​ໂຕ​ເປັນ​ກະສັດ ລາວ​ໃຫ້​ຜູ້​ຊາຍ 50 ຄົນ​ແລ່ນ​ນຳ​ໜ້າ​ລົດ​ມ້າ​ຂອງ​ລາວ. (2 ຊາເມືອນ 15:1, 10) ເຊຊາ​ຈູເລຍ ຜູ້​ປົກຄອງ​ໂລມ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຈັດ​ພິທີ​ຕ້ອນຮັບ​ແບບ​ໂອ້​ອວດ​ຫຼາຍ​ກວ່າ​ນັ້ນ​ອີ​ກ; ຄັ້ງ​ໜຶ່ງ​ລາວ​ໄດ້​ນຳ​ຂະບວນ​ແຫ່​ສະຫຼອງ​ໄຊ​ຊະນະ​ໄປ​ຈົນ​ຮອດ​ສະພາ​ແຫ່ງ​ໂລມ ໂດຍ​ມີ​ຊ້າງ 40 ໂຕ​ຊູ​ທວນ​ໄຟ​ຢູ່​ທັງ​ສອງ​ຂ້າງ​ຊ້ຳ! ແນວ​ໃດ​ກໍ​ຕາມ ຕອນ​ນີ້​ຊາວ​ເມືອງ​ເຢຣຶຊາເລມ​ລໍ​ຖ້າ​ບຸກຄົນ​ທີ່​ສຳຄັນ​ຍິ່ງ​ກວ່າ​ນັ້ນ​ອີ​ກ. ບໍ່​ວ່າ​ຝູງ​ຄົນ​ຈະ​ເຂົ້າ​ໃຈ​ຢ່າງ​ເຕັມທີ​ຫຼື​ບໍ່​ກໍ​ຕາມ ຊາຍ​ຜູ້​ນີ້​ຄື​ເມຊີ ບຸລຸດ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ໂລກ​ເຄີຍ​ເຫັນ. ເມື່ອ​ຜູ້​ທີ່​ຈະ​ເປັນ​ກະສັດ​ໃນ​ອະນາຄົດ​ເຂົ້າ​ໄປ​ໃນ​ເມືອງ ບາງ​ຄົນ​ອາດ​ຈະ​ແປກ​ໃຈ.

3 ເຂົາ​ເຈົ້າ​ເຫັນ​ວ່າ​ບໍ່​ມີ​ລົດ​ມ້າ ບໍ່​ມີ​ຄົນ​ແລ່ນ​ນຳ​ໜ້າ ບໍ່​ມີ​ມ້າ ແລະ​ແນ່ນອນ​ວ່າ​ບໍ່​ມີ​ຊ້າງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະ​ເຍຊູ​ພັດ​ນັ່ງ​ເທິງ​ຫຼັງ​ລາ​ເຊິ່ງ​ເປັນ​ສັດ​ທຳມະດາ​ທີ່​ໃຊ້​ເພື່ອ​ລາກ​ແກ່. * ທັງ​ຜູ້​ທີ່​ຂີ່​ລາ​ຫຼື​ລາ​ເອງ​ກໍ​ບໍ່​ໄດ້​ມີ​ການ​ຕົກແຕ່ງ​ເອ້​ຍ້ອງ​ທີ່​ຫຼູຫຼາ​ອະລັງການ. ແທນ​ທີ່​ຈະ​ເປັນ​ອານ​ນັ່ງ​ທີ່​ມີ​ລາຄາ​ແພງ ພວກ​ລູກສິດ​ທີ່​ໃກ້​ຊິດ​ພະ​ເຍຊູ​ໄດ້​ເອົາ​ເຄື່ອງ​ນຸ່ງ​ບາງ​ຜືນ​ປູ​ເທິງ​ຫຼັງ​ລາ​ນັ້ນ. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເລືອ​ກ​ທີ່​ຈະ​ເຂົ້າ​ເມືອງເຢຣຶຊາເລມ​ໃນ​ລັກສະນະ​ທີ່​ຕ່ຳ​ຕ້ອຍ​ແບບ​ນັ້ນ ໃນ​ເມື່ອ​ມະນຸດ​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ກວ່າ​ຕັ້ງ​ຫຼາຍ​ເທົ່າ​ພັດ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສະຫຼອງ​ທີ່​ຫຼູຫຼາ​ອະລັງການ​ກວ່າ​ນີ້?

4. ຄຳ​ພີ​ໄບເບິນ​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວ​ກັບ​ວິທີ​ການ​ທີ່​ກະສັດ​ເມຊີ​ຈະ​ເຂົ້າ​ເມືອງ​ເຢຣຶຊາເລມ?

4 ພະ​ເຍຊູ​ກຳລັງ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂໍ້​ໜຶ່ງ​ສຳເລັດ​ເປັນ​ຈິງ​ທີ່​ວ່າ “ຈົ່ງ​ຕື່ນ​ດ້ວຍ​ຄວາມ​ຍິນດີ. ລູກ​ສາວ​ເຢຣຶຊາເລມ​ຈົ່ງ​ໂຫ່​ຮ້ອງ​ຍິນດີ. ດັ່ງ​ນີ້​ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ. ພະອົງ​ເປັນ​ຊອບທຳ​ແລະ​ມີ​ຄວາມ​ພົ້ນ ພະອົງ​ຖ່ອມ​ຕົວ​ລົງ​ຂີ່​ລາ.” (ຊາກາລີ 9:9) ຄຳ​ພະຍາກອນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ມື້​ໜຶ່ງ​ເມຊີ​ເຊິ່ງ​ເປັນ​ຜູ້​ຖືກ​ເຈີມ​ຂອງ​ພະເຈົ້າ ຈະ​ເປີດ​ເຜີຍ​ຕົນ​ເອງ​ແກ່​ປະຊາຊົນ​ຊາວ​ເຢຣຶຊາເລມ​ໃນ​ຖານະ​ເປັນ​ກະສັດ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພະເຈົ້າ. ນອກ​ຈາກ​ນີ້ ວິທີ​ການ​ທີ່​ພະອົງ​ໃຊ້​ເພື່ອ​ເປີດ​ເຜີຍ​ວ່າ​ເປັນ​ກະສັດ ລວມ​ທັງ​ການ​ເລືອ​ກ​ສັດ​ທີ່​ໃຊ້​ຂີ່​ຈະ​ເປີດ​ເຜີຍ​ເຖິງ​ຄຸນ​ລັກສະນະ​ອັນ​ດີ​ເລີດ​ໃນ​ໃຈ​ຂອງ​ພະອົງ ນັ້ນ​ກໍ​ຄື​ຄວາມ​ຖ່ອມ.

5. ເປັນ​ຫຍັງ​ການ​ຄິດ​ຕຶກຕອງ​ເບິ່ງ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ຈຶ່ງ​ກະທົບ​ໃສ່​ອາລົມ​ຄວາມ​ຮູ້ສຶກ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ນີ້?

5 ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ຢູ່​ໃນ​ບັນດາ​ຄຸນ​ລັກສະນະ​ທີ່​ດຶງ​ດູດ​ໃຈ​ຫຼາຍ​ທີ່​ສຸດ ເມື່ອ​ຄິດ​ຕຶກຕອງ​ເບິ່ງ ນີ້​ເປັນ​ຄຸນ​ລັກສະນະ​ທີ່​ກະທົບ​ໃສ່​ອາລົມ​ຄວາມ​ຮູ້ສຶກ. ດັ່ງ​ທີ່​ໄດ້​ພິຈາລະນາ​ໃນ​ບົດ​ທີ 2 ພະ​ເຍຊູ​ຜູ້​ດຽວ “ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ.” (ໂຢຮັນ 14:6) ເຫັນ​ແຈ້ງ​ວ່າ​ບໍ່​ມີ​ມະນຸດ​ຈັກ​ຄົນ​ໃນ​ບັນດາ​ຈຳນວນ​ມາກ​ມາຍ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ຈະ​ມີ​ຄວາມ​ສຳຄັນ​ເທົ່າ​ກັບ​ລູກ​ຊາຍ​ຂອງ​ພະເຈົ້າ. ເຖິງ​ປານ​ນັ້ນ ພະ​ເຍຊູ​ບໍ່​ເຄີຍ​ສະແດງ​ໃຫ້​ເຫັນ​ຄວາມ​ຍິ່ງ​ແມ່ນ​ແຕ່​ໜ້ອຍ​ດຽວ ຫຼື​ການ​ຖື​ວ່າ​ຕົວ​ເອງ​ສຳຄັນ​ເຊິ່ງ​ມະນຸດ​ທີ່​ບໍ່​ສົມບູນແບບ​ຈຳນວນ​ນັບ​ບໍ່​ຖ້ວນ​ມັກ​ຈະ​ມີ. ເພື່ອ​ຈະ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ທ່າ​ອຽງ​ທີ່​ຈະ​ຍອມ​ໃຫ້​ຄວາມ​ຍິ່ງ​ຄອບງຳ. (ຢາໂກໂບ 4:6) ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ກຽດ​ຊັງ​ຄວາມ​ຍິ່ງ​ຈອງຫອງ. ສະນັ້ນ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ເອົາ​ແບບ​ຢ່າງ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ.

ປະຫວັດ​ອັນ​ຍາວ​ນານ​ໃນ​ການ​ສະແດງ​ຄວາມ​ຖ່ອມ​ໃຈ

6. ຄວາມ​ຖ່ອມ​ໃຈ​ແມ່ນ​ຫຍັງ ແລະ​ພະເຢໂຫວາ​ຮູ້​ໄດ້​ແນວ​ໃດ​ວ່າ​ຜູ້​ເປັນ​ເມຊີ​ຈະ​ຖ່ອມ​ໃຈ?

6 ຄວາມ​ຖ່ອມ​ໃຈ​ແມ່ນ​ຄວາມ​ອ່ອນ​ນ້ອມ ບໍ່​ມີ​ຄວາມ​ຈອງຫອງ​ຫຼື​ຄວາມ​ຍິ່ງ. ນີ້​ເປັນ​ຄຸນ​ລັກສະນະ​ທີ່​ເລີ່ມ​ຕົ້ນ​ໃນ​ຫົວໃຈ​ແລະ​ປາກົດ​ອອກ​ໃນ​ຄຳເວົ້າ ໃນ​ການ​ປະພຶດ ແລະໃນ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ອື່ນ. ພະເຢໂຫວາ​ຮູ້​ໄດ້​ແນວ​ໃດ​ວ່າ​ຜູ້​ເປັນ​ເມຊີ​ຈະ​ຖ່ອມ​ໃຈ? ພະອົງ​ຮູ້​ວ່າ​ລູກ​ຊາຍ​ໄດ້​ສະທ້ອນ​ຕົວຢ່າງ​ອັນ​ສົມບູນ​ພ້ອມ​ຂອງ​ພະອົງ​ໃນ​ເລື່ອງ​ຄວາມ​ຖ່ອມ​ໃຈ. (ໂຢຮັນ 10:15) ພະອົງ​ຍັງ​ໄດ້​ເຫັນ​ຄວາມ​ຖ່ອມ​ຂອງ​ລູກ​ຊາຍ​ໃນ​ການ​ກະທຳ​ອີ​ກ​ດ້ວຍ. ເປັນ​ເຊັ່ນ​ນັ້ນ​ແນວ​ໃດ?

7-9. (ກ) ໃນ​ການ​ໂຕ້​ຖຽງ​ກັບ​ຊາຕານ ມີກາເອນ​ສະແດງ​ຄວາມ​ຖ່ອມ​ຄື​ແນວ​ໃດ? (ຂ) ຄລິດສະຕຽນ​ຈະ​ຮຽນ​ແບບ​ອົງ​ມີກາເອນ​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຖ່ອມ?

7 ພະທຳ​ຢູດາ​ເປີດ​ເຜີຍ​ໃຫ້​ເຫັນ​ຕົວຢ່າງ​ທີ່​ໜ້າ​ປະທັບ​ໃຈ​ເລື່ອງ​ໜຶ່ງ​ທີ່​ວ່າ “ເມື່ອ​ມີກາເອນ​ຜູ້​ເປັນ​ນາຍ​ທູດ​ສະຫວັນ​ໄດ້​ຖຽງ​ກັນ​ກັບ​ພະຍາມານ ໄດ້​ຕໍ່​ວ່າ​ດ້ວຍ​ກາຍ​ຂອງ​ທ່ານ​ໂມເຊ ອົງ​ບໍ່​ຫານ​ກ່າວ​ໂທດ​ຫຍາບຊ້າ​ຕໍ່​ພະຍາມານ ແຕ່​ວ່າ​ໄດ້​ກ່າວ​ວ່າ ‘ຂໍ​ໃຫ້ [ພະເຢໂຫວາ] ຕິຕຽນ​ເຈົ້າ​ເຖີ້ນ.’” (ຢູເດ 9) ມີກາເອນ​ເປັນ​ຊື່​ທີ່​ໃຊ້​ກັບ​ພະ​ເຍຊູ​ທັງ​ກ່ອນ​ແລະ​ຫຼັງ​ທີ່​ພະອົງ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ ໃນ​ບົດບາດ​ຂອງ​ອັກຄະ​ທູດ​ສະຫວັນ ຫຼື​ເປັນ​ຫົວ​ໜ້າ​ກອງທັບ​ທາງ​ພາກ​ສະຫວັນ​ຂອງ​ພະເຢໂຫວາ​ທີ່​ປະກອບ​ດ້ວຍ​ເຫຼົ່າ​ທູດ​ສະຫວັນ. * (1 ເທຊະໂລນີກ 4:16) ຂໍ​ໃຫ້​ສັງເກດ​ວິທີ​ທີ່​ມີກາເອນ​ຈັດການ​ເມື່ອ​ເກີດ​ຂໍ້​ຂັດ​ແຍ່ງ​ແບບ​ນີ້​ກັບ​ຊາຕານ.

8 ບັນທຶກ​ຂອງ​ຢູດາ​ບໍ່​ໄດ້​ບອກ​ວ່າ​ຊາຕານ​ຢາກ​ເຮັດ​ຫຍັງ​ກັບ​ສົບ​ຂອງ​ໂມເຊ ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະຍາມານ​ມີ​ຈຸດ​ປະສົງ​ທີ່​ຊົ່ວ​ຮ້າຍ​ບາງ​ຢ່າງ​ຢູ່​ໃນ​ຄວາມ​ຄິດ. ບາງ​ທີ​ມັນ​ອາດ​ຕ້ອງການ​ສົ່ງເສີມ​ການ​ໃຊ້​ສົບ​ຂອງ​ໂມເຊ​ຊາຍ​ຜູ້​ສັດ​ຊື່​ໃນ​ທາງ​ທີ່​ຜິດໆໃນ​ການ​ນະມັດສະການ​ປອມ. ໃນ​ຂະນະ​ທີ່​ມີກາເອນ​ຕໍ່ຕ້ານ​ແຜນການ​ຊົ່ວ​ຮ້າຍ​ຂອງ​ຊາຕານ ພະອົງ​ຍັງ​ໄດ້​ສະແດງ​ເຖິງ​ການ​ຢັບຢັ້ງ​ຕົນ​ເອງ​ໃນ​ແບບ​ທີ່​ໂດດ​ເດັ່ນ. ແນ່ນອນ​ວ່າ​ຊາຕານ​ສົມຄວນ​ຖືກ​ຕິຕຽນ ແຕ່​ໃນ​ເວລາ​ທີ່​ມີກາເອນ​ພວມ​ໂຕ້​ຖຽງ​ກັບ​ຊາຕານ​ນັ້ນ ພະອົງ​ຍັງ​ບໍ່​ທັນ​ໄດ້​ຮັບ ‘ການ​ຕັດສິນ​ໝົດ​ສິ້ນ’ ພະອົງ​ຮູ້ສຶກ​ວ່າ​ການ​ຕັດສິນ​ເຊັ່ນ​ນັ້ນ​ຄວນ​ມາ​ຈາກ​ພະເຢໂຫວາ​ພະເຈົ້າ​ເທົ່າ​ນັ້ນ. (ໂຢຮັນ 5:22) ໃນ​ຖານະ​ເປັນ​ອັກຄະ​ທູດ​ສະຫວັນ ມີກາເອນ​ມີ​ສິດ​ອຳ​ນາດ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ. ເຖິງ​ປານ​ນັ້ນ ດ້ວຍ​ຄວາມ​ຖ່ອມ​ໃຈ ພະອົງ​ປະ​ເລື່ອງ​ນັ້ນ​ໄວ້​ກັບ​ພະເຢໂຫວາ​ແທນ​ທີ່​ຈະ​ພະຍາຍາມ​ຍຶດ​ເອົາ​ສິດ​ອຳ​ນາດ​ຕື່ມ​ອີ​ກ. ນອກ​ຈາກ​ຄວາມ​ຖ່ອມ​ແລ້ວ ພະອົງ​ຍັງ​ສະແດງ​ຄວາມ​ຈຽມ​ຕົວ​ເຊິ່ງ​ເປັນ​ການ​ສຳນຶກ​ເຖິງ​ຂໍ້​ຈຳກັດ​ຂອງ​ຕົນ​ເອງ.

9 ຢູດາ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ກ່ຽວ​ກັບ​ເຫດການ​ນີ້​ດ້ວຍ​ເຫດຜົນ​ໜຶ່ງ. ໜ້າ​ເສົ້າໃຈ ຄລິດສະຕຽນ​ບາງ​ຄົນ​ໃນ​ສະໄໝ​ຂອງ​ຢູດາ​ບໍ່​ໄດ້​ຖ່ອມ​ໃຈ. ດ້ວຍ​ຄວາມ​ຍິ່ງ​ຈອງຫອງ ເຂົາ​ເຈົ້າ “ປ້ອຍ​ດ່າ​ສັບພະ​ທຸກ​ສິ່ງ​ທີ່​ເຂົາ​ບໍ່​ຮູ້ຈັກ.” (ຢູເດ 10) ງ່າຍ​ແທ້ໆທີ່​ເຮົາ​ເຊິ່ງ​ເປັນ​ມະນຸດ​ບໍ່​ສົມບູນແບບ​ຈະ​ປ່ອຍ​ໃຫ້​ຄວາມ​ຍິ່ງ​ຄອບງຳ! ເມື່ອ​ບໍ່​ເຂົ້າ​ໃຈ​ບາງ​ຢ່າງ​ທີ່​ມີ​ການ​ຈັດການ​ໄປ​ແລ້ວ​ໃນ​ປະຊາຄົມ​ຄລິດສະຕຽນ ບາງ​ທີ​ກ່ຽວຂ້ອງ​ກັບ​ການ​ຕັດສິນ​ຂອງ​ຄະນະ​ຜູ້​ເຖົ້າ​ແກ່ ເຮົາ​ຕອບ​ສະໜອງ​ແນວ​ໃດ? ຖ້າ​ເຮົາ​ເຂົ້າຮ່ວມ​ໃນ​ການ​ເວົ້າ​ຕິຕຽນ ວິພາກ​ວິຈານ ທັງໆທີ່​ບໍ່​ສາມາດ​ຮູ້​ຄວາມ​ຈິງ​ທັງ​ໝົດ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ຕັດສິນ​ໃຈ​ເຊັ່ນ​ນັ້ນ ເຮົາ​ອາດ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຂາດ​ຄວາມ​ຖ່ອມ​ບໍ່​ແມ່ນ​ບໍ? ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ຂໍ​ໃຫ້​ເຮົາ​ຮຽນ​ແບບ​ອົງ​ມີກາເອນ​ຫຼື​ພະ​ເຍຊູ ໂດຍ​ຫຼີກ​ເວັ້ນ​ຈາກ​ການ​ຕັດສິນ​ເລື່ອງ​ຕ່າງໆທີ່​ພະເຈົ້າ​ບໍ່​ໄດ້​ມອບ​ສິດ​ໃຫ້​ເຮົາ​ຕັດສິນ.

10, 11. (ກ) ມີ​ອັນ​ໃດ​ທີ່​ໂດດ​ເດັ່ນ​ກ່ຽວ​ກັບ​ການ​ທີ່​ລູກ​ຊາຍ​ພະເຈົ້າ​ເຕັມ​ໃຈ​ຮັບ​ເອົາ​ໜ້າ​ທີ່​ມອບ​ໝາຍ​ທີ່​ໃຫ້​ມາ​ແຜ່ນດິນ​ໂລກ? (ຂ) ເຮົາ​ອາດ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

10 ລູກ​ຊາຍ​ຂອງ​ພະເຈົ້າ​ຍັງ​ສະແດງ​ຄວາມ​ຖ່ອມ​ໂດຍ​ການ​ຮັບ​ເອົາ​ໜ້າ​ທີ່​ມອບ​ໝາຍ​ທີ່​ໃຫ້​ມາ​ແຜ່ນດິນ​ໂລກ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະອົງ​ໄດ້​ສະລະ. ພະອົງ​ເປັນ​ອັກຄະ​ທູດ​ສະຫວັນ. ພະອົງ​ຍັງ​ເປັນ “ພະ​ຄຳ” ເຊິ່ງ​ໝາຍ​ເຖິງ​ໂຄສົກ​ຂອງ​ພະເຢໂຫວາ. (ໂຢຮັນ 1:1-3) ພະອົງ​ໄດ້​ຢູ່​ໃນ​ສະຫວັນ​ເຊິ່ງ​ເປັນ “ບ່ອນ​ຢູ່​ແຫ່ງ​ຄວາມ​ບໍລິສຸດ​ແລະ​ແຕ່​ຍົດ​ສັກ” ຂອງ​ພະເຢໂຫວາ. (ເອຊາອີ 63:15) ເຖິງ​ປານ​ນັ້ນ ຜູ້​ເປັນ​ລູກ​ຊາຍ “ໄດ້​ຍອມ​ທຳລາຍ​ຕົວ​ເອງ​ລົງ [“ສະລະ​ພະອົງ,” ລ.ມ.] ເອົາ​ລັກສະນະ​ແຫ່ງ​ຂ້າ​ໃຊ້​ໄດ້​ມາ​ເປັນ​ເໝືອນ​ຢ່າງ​ມະນຸດ.” (ຟີລິບ 2:7) ຂໍ​ໃຫ້​ຄິດ​ເບິ່ງ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ໜ້າ​ທີ່​ມອບ​ໝາຍ​ຂອງ​ພະອົງ​ທີ່​ຢູ່​ແຜ່ນດິນ​ໂລກ! ມີ​ການ​ເຄື່ອນ​ຍ້າຍ​ຊີວິດ​ຂອງ​ພະອົງ​ໃຫ້​ມາ​ຢູ່​ໃນ​ທ້ອງ​ຂອງ​ຍິງ​ສາວ​ບໍລິສຸດ​ຄົນ​ຢິວ ແລ້ວ​ຢູ່​ໃນ​ທ້ອງ​ຈົນ​ຄົບ​ເກົ້າ​ເດືອນ​ເພື່ອ​ຈະເລີນ​ເຕີບໂຕ​ເປັນ​ແອ​ນ້ອຍ. ພະອົງ​ເກີດ​ເປັນ​ແອ​ນ້ອຍ​ທີ່​ຊ່ວຍ​ຕົວ​ເອງ​ບໍ່​ໄດ້​ໃນ​ຄອບຄົວ​ຂອງ​ຊ່າງ​ໄມ້​ຜູ້​ທຸກ​ຍາກ ແລະ​ຈາກ​ນັ້ນ​ກໍ​ຈະເລີນ​ເຕີບໂຕ​ຂຶ້ນ​ເປັນ​ເດັກ​ທີ່​ຮຽນ​ຍ່າງ ເປັນ​ເດັກ​ຊາຍ​ໂຕ​ນ້ອຍໆ ແລ້ວ​ກໍ​ເປັນ​ໄວຮຸ່ນ. ເຖິງ​ວ່າ​ເປັນ​ມະນຸດ​ທີ່​ສົມບູນແບບ ແຕ່​ຕະຫຼອດ​ໄລຍະ​ເປັນ​ໄວ​ໜຸ່ມ ພະອົງ​ຍັງ​ຄົງ​ຢູ່​ພາຍ​ໃຕ້​ອຳ​ນາດ​ພໍ່​ແມ່​ທີ່​ເປັນ​ມະນຸດ​ບໍ່​ສົມບູນແບບ. (ລືກາ 2:40, 51, 52) ເປັນ​ຄວາມ​ຖ່ອມ​ທີ່​ໂດດ​ເດັ່ນ​ເປັນ​ພິເສດ!

11 ເຮົາ​ສາມາດ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໂດຍ​ເຕັມ​ໃຈ​ຮັບ​ເອົາ​ໜ້າ​ທີ່​ມອບ​ໝາຍ​ໃນ​ການ​ຮັບໃຊ້​ເຊິ່ງ​ບາງ​ຄັ້ງ​ອາດ​ເບິ່ງ​ຄື​ວ່າ​ຕ່ຳ​ຕ້ອຍ​ບໍ? ຕົວຢ່າງ ວຽກ​ມອບໝາຍ​ຂອງ​ເຮົາ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ອາດ​ເບິ່ງ​ຄື​ວ່າ​ເປັນ​ວຽກ​ຕ່ຳ​ຕ້ອຍ ເມື່ອ​ຜູ້​ຄົນ​ຕອບ​ສະໜອງ​ດ້ວຍ​ຄວາມ​ເສີຍ​ເມີຍ ການ​ເຍາະ​ເຍີ້ຍ ຫຼື​ແບບ​ບໍ່​ເປັນ​ມິດ. (ມັດທາຍ 28:19, 20) ແຕ່​ຖ້າ​ເຮົາ​ອົດ​ທົນ​ໃນ​ວຽກ​ນີ້ ເຮົາ​ອາດ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ລອດ​ຊີວິດ. ບໍ່​ວ່າ​ຈະ​ແນວ​ໃດ​ກໍ​ຕາມ ເຮົາ​ຈະ​ຮຽນ​ຮູ້​ມາກ​ມາຍ​ກ່ຽວ​ກັບ​ຄວາມ​ຖ່ອມ ແລະ​ເຮົາ​ຈະ​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຍຊູ​ຄລິດ ຜູ້​ເປັນ​ນາຍ​ຂອງ​ເຮົາ.

ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໃນ​ຖານະ​ເປັນ​ມະນຸດ

12-14. (ກ) ເມື່ອ​ຜູ້​ຄົນ​ຍົກຍ້ອງ​ພະ​ເຍຊູ ພະອົງ​ສະແດງ​ຄວາມ​ຖ່ອມ​ຄື​ແນວ​ໃດ? (ຂ) ດ້ວຍ​ວິທີ​ໃດ​ແດ່​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຜູ້​ຄົນ​ຢ່າງ​ຖ່ອມ​ໃຈ? (ຄ) ສິ່ງ​ໃດ​ຊີ້​ໃຫ້​ເຫັນ​ວ່າ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ບໍ່​ໄດ້​ເປັນ​ພຽງ​ແຕ່​ພິທີ​ການ​ຫຼື​ມາລະຍາດ​ທີ່​ດີ​ເທົ່າ​ນັ້ນ?

12 ຕະຫຼອດ​ໄລຍະ​ການ​ຮັບໃຊ້​ຂອງ​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ ພະອົງ​ເປັນ​ທີ່​ຮູ້ຈັກ​ໃນ​ເລື່ອງ​ຄວາມ​ຖ່ອມ. ພະອົງ​ສະແດງ​ຄວາມ​ຖ່ອມ​ໂດຍ​ໃຫ້​ຄຳ​ສັນລະເສີນ​ແລະ​ການ​ຍົກຍ້ອງ​ທັງ​ໝົດ​ມຸ່ງ​ກົງ​ໄປ​ທີ່​ຜູ້​ເປັນ​ພໍ່. ບາງ​ຄັ້ງ​ຜູ້​ຄົນ​ຍົກຍ້ອງ​ພະ​ເຍຊູ​ເນື່ອງ​ດ້ວຍ​ສະຕິປັນຍາ​ໃນ​ຖ້ອຍຄຳ​ຂອງ​ພະອົງ ລິດເດດ​ຂອງ​ພະອົງ​ໃນ​ການ​ເຮັດ​ການອັດສະຈັນ​ຕ່າງໆ ແລະ​ແມ່ນ​ແຕ່​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະອົງ. ເທື່ອ​ແລ້ວ​ເທື່ອ​ອີ​ກ ພະ​ເຍຊູ​ໄດ້​ຍົກ​ການ​ສັນລະເສີນ​ເຊັ່ນ​ນັ້ນ​ໃຫ້​ກັບ​ພະເຢໂຫວາ.—ມາລະໂກ 10:17, 18; ໂຢຮັນ 7:15, 16.

13 ພະ​ເຍຊູ​ສະແດງ​ຄວາມ​ຖ່ອມ​ໃນ​ວິທີ​ທີ່​ພະອົງ​ປະຕິບັດ​ກັບ​ຜູ້​ຄົນ. ທີ່​ຈິງ ພະອົງ​ເຮັດ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ພະອົງ​ມາ​ແຜ່ນດິນ​ໂລກ​ບໍ່​ແມ່ນ​ເພື່ອ​ໃຫ້​ຜູ້​ອື່ນ​ຮັບໃຊ້ ແຕ່​ເພື່ອ​ຮັບໃຊ້​ຜູ້​ອື່ນ. (ມັດທາຍ 20:28) ພະອົງ​ມີ​ເຫດ​ມີ​ຜົນ​ເມື່ອ​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ອື່ນ ພະອົງ​ສະແດງ​ຄວາມ​ຖ່ອມ​ພ້ອມ​ກັບ​ຄວາມ​ອ່ອນ​ໂຍນ. ເມື່ອ​ພວກ​ລູກສິດ​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ ພະອົງ​ບໍ່​ໄດ້​ຕຳໜິ​ເຂົາ​ເຈົ້າ​ຢ່າງ​ຮຸນແຮງ; ພະອົງ​ພະຍາຍາມ​ຕໍ່ໆໄປ​ທີ່​ຈະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຂົາ​ເຈົ້າ. (ມັດທາຍ 26:39-41) ເມື່ອ​ຝູງ​ຄົນ​ມາ​ຂັດ​ຈັງຫວະ​ຕອນ​ທີ່​ພະອົງ​ຊອກ​ບ່ອນ​ສະຫງົບ​ງຽບ​ເພື່ອ​ຈະ​ພັກຜ່ອນ​ເປັນ​ສ່ວນ​ຕົວ ພະອົງ​ກໍ​ບໍ່​ໄດ້​ໄລ່​ເຂົາ​ເຈົ້າ​ໜີ; ພະອົງ​ຍັງ​ອອກ​ແຮງ​ຕໍ່ໆໄປ​ເພື່ອ​ສອນ​ເຂົາ​ເຈົ້າ “ຫຼາຍ​ສິ່ງ​ຫຼາຍ​ຂໍ້.” (ມາລະໂກ 6:30-34) ເມື່ອ​ຜູ້​ຍິງ​ທີ່​ບໍ່​ໄດ້​ເປັນ​ຄົນ​ອິດສະລາແອນ​ອ້ອນວອນ​ພະອົງ​ໃຫ້​ປິ່ນປົວ​ລູກ​ສາວ​ຂອງ​ລາວ ໃນ​ຕອນ​ທຳອິດ​ພະອົງ​ຢືນຢັນ​ວ່າ​ບໍ່​ມີ​ທ່າ​ອຽງ​ທີ່​ຈະ​ປິ່ນປົວ. ເຖິງ​ປານ​ນັ້ນ ພະອົງ​ກໍ​ບໍ່​ໄດ້​ປະຕິເສດ​ແບບ​ຮ້າຍໆ; ພະອົງ​ຍອມ​ເຮັດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຍິງ​ນັ້ນ​ເນື່ອງ​ຈາກ​ຄວາມ​ເຊື່ອ​ອັນ​ໂດດ​ເດັ່ນ​ຂອງ​ລາວ​ເຊິ່ງ​ຈະ​ພິຈາລະນາ​ໃນບົດ​ທີ 14.—ມັດທາຍ 15:22-28.

14 ໃນ​ວິທີ​ຕ່າງໆທີ່​ນັບ​ບໍ່​ຖ້ວນ ພະ​ເຍຊູ​ດຳເນີນ​ຊີວິດ​ສົມ​ຕາມ​ຖ້ອຍຄຳ​ທີ່​ພະອົງ​ກ່າວ​ເຖິງ​ຕົນ​ເອງ​ທີ່​ວ່າ “ເຮົາ​ມີ​ໃຈ​ອ່ອນ​ຫວານ​ແລະ​ຖ່ອມ​ໃຈ​ລົງ.” (ມັດທາຍ 11:29) ຄວາມ​ຖ່ອມ​ຂອງ​ພະອົງ​ບໍ່​ແມ່ນ​ວ່າ​ທຳ​ທ່າ​ເຮັດ​ເອົາ ບໍ່​ແມ່ນ​ພຽງ​ແຕ່​ເຮັດ​ຕາມ​ພິທີ​ການ​ຫຼື​ເພື່ອ​ເປັນ​ການ​ສະແດງ​ມາລະຍາດ​ທີ່​ດີ ຄວາມ​ຖ່ອມ​ນີ້​ເປັນ​ສິ່ງ​ທີ່​ມາ​ຈາກ​ໃຈ ມາ​ຈາກ​ທາດ​ແທ້​ຂອງ​ພະອົງ. ດ້ວຍ​ເຫດ​ນີ້​ຈຶ່ງ​ບໍ່​ແປກ​ທີ່​ພະ​ເຍຊູ​ໄດ້​ຈັດ​ໃຫ້​ການ​ສອນ​ພວກ​ລູກສິດ​ໃຫ້​ເປັນ​ຄົນ​ຖ່ອມ​ເປັນ​ວຽກ​ທີ່​ສຳຄັນ​ໃນ​ອັນ​ດັບ​ຕົ້ນໆ!

ສອນ​ພວກ​ລູກສິດ​ໃຫ້​ເປັນ​ຄົນ​ຖ່ອມ

15, 16. ຈຸດ​ແຕກຕ່າງ​ອັນ​ໃດ​ທີ່​ພະ​ເຍຊູ​ຊີ້​ໃຫ້​ເຫັນ​ລະຫວ່າງ​ທັດສະນະ​ຂອງ​ພວກຜູ້ປົກຄອງ​ຝ່າຍ​ໂລກ​ແລະ​ທັດສະນະ​ທີ່​ພວກ​ລູກສິດ​ຂອງ​ພະອົງ​ຕ້ອງ​ປູກ​ຝັງ?

15 ອັກຄະສາວົກ​ຂອງ​ພະ​ເຍຊູ​ຂ້ອນ​ຂ້າງ​ຊັກຊ້າ​ໃນ​ການ​ປູກ​ຝັງ​ຄວາມ​ຖ່ອມ. ດັ່ງນັ້ນ ພະ​ເຍຊູ​ຈຶ່ງ​ຈຳເປັນ​ຕ້ອງ​ພະຍາຍາມ​ເທື່ອ​ແລ້ວ​ເທື່ອ​ອີ​ກ​ເພື່ອ​ສອນ​ເຂົາ​ເຈົ້າ​ໃນ​ເລື່ອງ​ຄວາມ​ຖ່ອມ. ຕົວຢ່າງ ໃນ​ໂອກາດ​ໜຶ່ງ​ຢາໂກໂບ​ແລະ​ໂຢຮັນ​ໄດ້​ໃຫ້​ແມ່​ຂອງ​ຕົນ​ໄປ​ຂໍ​ໃຫ້​ພະ​ເຍຊູ​ສັນຍາ​ວ່າ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ຕຳແໜ່ງ​ສູງ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ. ພະ​ເຍຊູ​ຕອບ​ຢ່າງ​ຈຽມ​ໂຕ​ວ່າ “ທີ່​ຈະ​ນັ່ງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ມື​ຂອງ​ເຮົາ​ນັ້ນ​ບໍ່​ເປັນ​ການ​ຂອງ​ເຮົາ​ຈະ​ປະທານ ແຕ່​ວ່າ​ພະ​ບິດາ​ຂອງ​ເຮົາ​ໄດ້​ຈັດແຈ່ງ​ໄວ້​ສຳລັບ​ຜູ້​ໃດ​ຈະ​ໃຫ້​ແກ່​ຜູ້​ນັ້ນ.” ພວກ​ອັກຄະສາວົກ​ສິບ​ຄົນ​ກໍ “ເຄືອງ​ໃຈ” ຕໍ່​ຢາໂກໂບ​ແລະ​ໂຢຮັນ. (ມັດທາຍ 20:20-24) ພະ​ເຍຊູ​ຈັດການ​ກັບ​ບັນຫາ​ນີ້​ແນວ​ໃດ?

16 ພະອົງ​ຕັກ​ເຕືອນ​ເຂົາ​ເຈົ້າ​ທັງ​ໝົດ​ຢ່າງ​ກະລຸນາ​ວ່າ “ທ່ານ​ທັງ​ຫຼາຍ​ຮູ້ຈັກ​ວ່າ​ອາດຍາ​ເຈົ້ານາຍ​ທັງ​ຫຼາຍ​ຂອງ​ພວກ​ຕ່າງ​ປະເທດ​ກໍ​ຄຸ້ມຄອງ​ເຂົາ​ແລະ​ຜູ້​ໃຫຍ່​ທັງ​ຫຼາຍ​ກໍ​ບັງຄັບ​ເຂົາ. ໃນ​ທ່າມກາງ​ພວກ​ທ່ານ​ກໍ​ຈະ​ບໍ່​ເປັນ​ຢ່າງ​ນັ້ນ ແຕ່​ວ່າ​ຄົນ​ທຸກ​ຄົນ​ທີ່​ຢາກ​ກາຍ​ເປັນ​ຜູ້​ໃຫຍ່​ໃນ​ທ່າມກາງ​ພວກ​ທ່ານ ຜູ້​ນັ້ນ​ຈະ​ເປັນ​ຂ້າ​ໃຊ້​ແຫ່ງ​ທ່ານ​ທັງ​ຫຼາຍ ແລະ​ຄົນ​ທຸກ​ຄົນ​ທີ່​ຢາກ​ເປັນ​ຕົ້ນ​ໃນ​ທ່າມກາງ​ພວກ​ທ່ານ ໃຫ້​ຜູ້​ນັ້ນ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ​ທັງ​ຫຼາຍ​ເຖີ້ນ.” (ມັດທາຍ 20:25-27) ພວກ​ອັກຄະສາວົກ​ຄົງ​ໄດ້​ເຫັນ​ແລ້ວ​ວ່າ “ອາດຍາ​ເຈົ້ານາຍ​ທັງ​ຫຼາຍ​ຂອງ​ພວກ​ຕ່າງ​ປະເທດ” ເປັນ​ຄົນ​ອວດ​ໂຕ ມັກ​ໃຫຍ່​ໃຝ່​ສູງ ແລະ​ເຫັນ​ແກ່​ຕົວ​ຫຼາຍ. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ລູກສິດ​ຂອງ​ພະອົງ​ຕ້ອງ​ຕ່າງ​ຈາກ​ພວກ​ຜູ້​ກົດ​ຂີ່​ຂົ່ມເຫງ​ທີ່​ກະຫາຍ​ອຳ​ນາດ. ພວກ​ລູກສິດ​ຕ້ອງ​ເປັນ​ຄົນ​ຖ່ອມ. ພວກ​ອັກຄະສາວົກ​ເຂົ້າ​ໃຈ​ຈຸດ​ສຳຄັນ​ຂອງ​ເລື່ອງ​ນີ້​ບໍ?

17-19. (ກ) ໃນ​ຄືນ​ກ່ອນ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ໄດ້​ໃຊ້​ວິທີ​ໃດ​ເພື່ອ​ສອນ​ບົດ​ຮຽນ​ທີ່​ໜ້າ​ຈົດ​ຈຳ​ໃຫ້​ກັບ​ພວກ​ອັກຄະສາວົກ​ກ່ຽວ​ກັບ​ຄວາມ​ຖ່ອມ? (ຂ) ອັນ​ໃດ​ເປັນ​ບົດ​ຮຽນ​ທີ່​ມີ​ແຮງ​ກະຕຸ້ນ​ຫຼາຍ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ຖ່ອມ​ເຊິ່ງ​ພະ​ເຍຊູ​ໄດ້​ສອນ​ໃນ​ຖານະ​ເປັນ​ມະນຸດ?

17 ເລື່ອງ​ນີ້​ບໍ່​ງ່າຍ​ສຳລັບ​ເຂົາ​ເຈົ້າ. ນີ້​ບໍ່​ແມ່ນ​ຄັ້ງ​ທຳອິດ​ແລະ​ກໍ​ບໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ສອນ​ບົດ​ຮຽນ​ດັ່ງ​ກ່າວ. ກ່ອນ​ໜ້າ​ນີ້ ເມື່ອ​ມີ​ການ​ຖຽງ​ກັນ​ວ່າ​ແມ່ນ​ຜູ້​ໃດ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ທ່າມກາງ​ພວກ​ເຂົາ​ເຈົ້າ ພະອົງ​ໄດ້​ໃຫ້​ເດັກ​ນ້ອຍ​ຜູ້​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກ​ເຂົາ​ແລະ​ບອກ​ໃຫ້​ພວກ​ເຂົາ​ເປັນ​ຄື​ກັບ​ເດັກ​ນ້ອຍ ເພາະ​ເດັກ​ນ້ອຍ​ບໍ່​ມີ​ຄວາມ​ຍິ່ງ ບໍ່​ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ ແລະ​ບໍ່​ເປັນ​ຫ່ວງ​ເລື່ອງ​ຖານະ​ຕຳແໜ່ງ​ເຊິ່ງ​ຕາມ​ທຳມະດາ​ແລ້ວ​ຜູ້​ໃຫຍ່​ມັກ​ເປັນ. (ມັດທາຍ 18:1-4) ຢ່າງ​ໃດ​ກໍ​ຕາມ ໃນ​ຄືນ​ກ່ອນ​ທີ່​ພະອົງ​ຈະ​ສິ້ນ​ຊີວິດ ພະອົງ​ເຫັນ​ວ່າ​ພວກ​ອັກຄະສາວົກ​ຍັງ​ຕໍ່​ສູ້​ກັບ​ຄວາມ​ຍິ່ງ​ຢູ່. ດັ່ງນັ້ນ ພະອົງ​ຈຶ່ງ​ສອນ​ບົດ​ຮຽນ​ທີ່​ບໍ່​ມີ​ວັນ​ລືມ​ໃຫ້​ແກ່​ເຂົາ​ເຈົ້າ. ພະອົງ​ເອົາ​ຜ້າ​ເຊັດ​ໂຕ​ມັດ​ແອວ​ຕົນ​ເອງ​ແລະ​ເຮັດ​ໜ້າ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ເຊິ່ງ​ເປັນ​ວຽກ​ທີ່​ຄົນ​ຮັບໃຊ້​ໃນ​ສະໄໝ​ນັ້ນ​ເຮັດ​ໃຫ້​ແຂກ​ຂອງ​ຄອບຄົວ. ພະ​ເຍຊູ​ລ້າງ​ຕີນ​ຂອງ​ພວກ​ອັກຄະສາວົກ​ແຕ່​ລະ​ຄົນ​ເຊິ່ງ​ລວມ​ເຖິງ​ຢູດາ​ຜູ້​ທີ່​ພວມ​ຈະ​ທໍລະຍົດ​ຕໍ່​ພະອົງ!—ໂຢຮັນ 13:1-11.

18 ພະ​ເຍຊູ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຈຸດ​ສຳຄັນ​ກ່ຽວ​ກັບ​ຄວາມ​ຖ່ອມ​ເມື່ອ​ພະອົງ​ບອກ​ເຂົາ​ເຈົ້າ​ວ່າ “ເຮົາ​ໄດ້​ປະທານ​ແບບ​ຢ່າງ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ໂຢຮັນ 13:15) ໃນ​ທີ່​ສຸດ​ແລ້ວ​ບົດ​ຮຽນ​ນີ້​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ບໍ? ທີ່​ຈິງ ຕໍ່ມາ​ໃນ​ຄືນ​ນັ້ນ​ເຂົາ​ເຈົ້າ​ຍັງ​ຖຽງ​ກັນ​ອີ​ກວ່າ​ຜູ້​ໃດ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ທ່າມກາງ​ເຂົາ​ເຈົ້າ! (ລືກາ 22:24-27) ເຖິງ​ປານ​ນັ້ນ ພະ​ເຍຊູ​ກໍ​ອົດ​ທົນ​ກັບ​ເຂົາ​ເຈົ້າ​ຕໍ່ໆໄປ​ແລະ​ສອນ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ. ຈາກ​ນັ້ນ ພະອົງ​ໃຫ້​ບົດ​ຮຽນ​ທີ່​ມີ​ແຮງ​ກະຕຸ້ນ​ຫຼາຍ​ທີ່​ສຸດ​ໃນ​ບັນດາ​ບົດ​ຮຽນ​ທັງ​ໝົດ “ພະອົງ​ໄດ້​ຖ່ອມ​ຕົວ​ເອງ​ລົງ​ບັງເກີດ​ນ້ອມ​ຟັງ​ເຖິງ​ຄວາມ​ຕາຍ ແມ່ນ​ຄວາມ​ຕາຍ​ທີ່​ໄມ້​ກາງເຂນ.” (ຟີລິບ 2:8) ພະ​ເຍຊູ​ເຕັມ​ໃຈ​ຮັບ​ເອົາ​ຄວາມ​ຕາຍ​ທີ່​ໜ້າ​ອັບປະຍົດ ຖືກ​ກ່າວ​ຫາ​ຢ່າງ​ຜິດໆວ່າ​ເປັນ​ອາດຊະຍາກອນ​ແລະ​ຜູ້​ໝິ່ນ​ປະໝາດ​ພະເຈົ້າ. ດ້ວຍ​ເຫດ​ນີ້ ລູກ​ຊາຍ​ຂອງ​ພະເຈົ້າ​ຈຶ່ງ​ພິສູດ​ວ່າ​ບໍ່​ຄື​ໃຜ ເພາະ​ວ່າ​ໃນ​ບັນດາ​ສິ່ງ​ເນລະມິດ​ສ້າງ​ຂອງ​ພະເຢໂຫວາ ພະ​ເຍຊູ​ໄດ້​ສະແດງ​ຄວາມ​ຖ່ອມ​ຢ່າງ​ດີ​ເລີດ​ແລະ​ໃນ​ລະດັບ​ສູງ​ສຸດ.

19 ບາງ​ທີ​ອາດ​ແມ່ນ​ບົດ​ຮຽນ​ນີ້​ແຫຼະ ບົດ​ຮຽນ​ສຸດ​ທ້າຍ​ໃນ​ເລື່ອງ​ຄວາມ​ຖ່ອມ​ທີ່​ພະ​ເຍຊູ​ໄດ້​ສອນ​ໃນ​ຖານະ​ເປັນ​ມະນຸດ ເຊິ່ງ​ເຮັດ​ໃຫ້​ຄວາມ​ຖ່ອມ​ຝັງ​ຢູ່​ໃນ​ຫົວໃຈ​ຂອງ​ພວກ​ອັກຄະສາວົກ​ຜູ້​ສັດ​ຊື່​ຢ່າງ​ບໍ່​ມີ​ວັນ​ລືມ​ເລືອນ​ໄດ້. ຄຳ​ພີ​ໄບເບິນ​ບອກ​ເຮົາ​ວ່າ ຜູ້​ຊາຍ​ເຫຼົ່ານີ້​ເຮັດ​ວຽກ​ດ້ວຍ​ຄວາມ​ຖ່ອມ​ເປັນ​ເວລາ​ຫຼາຍ​ປີ ກະທັ່ງ​ຫຼາຍ​ສິບ​ປີ​ຕໍ່ມາ. ສຳລັບ​ເຮົາ​ເດ​ເປັນ​ແນວ​ໃດ?

ເຮົາ​ຈະ​ເຮັດ​ຕາມ​ແບບ​ຢ່າງ​ທີ່​ພະ​ເຍຊູ​ວາງ​ໄວ້​ບໍ?

20. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ຖ່ອມ​ໃນ​ຫົວໃຈ​ຫຼື​ບໍ່?

20 ທ່ານ​ໂປໂລ​ເຕືອນ​ເຮົາ​ແຕ່​ລະ​ຄົນ​ວ່າ “ຈົ່ງ​ມີ​ຄວາມ​ຄຶດ​ນັ້ນ​ທີ່​ໄດ້​ມີ​ຢູ່​ໃນ​ພະຄລິດ​ເຍຊູ.” (ຟີລິບ 2:5) ເຊັ່ນ​ດຽວ​ກັບ​ພະ​ເຍຊູ ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ໃຈ. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ຖ່ອມ​ໃນ​ຫົວໃຈ​ຫຼື​ບໍ່? ຂໍ​ໃຫ້​ພິຈາລະນາ​ເລື່ອງ​ນີ້ ທ່ານ​ໂປໂລ​ເຕືອນ​ວ່າ ເຮົາ​ບໍ່​ຄວນ “ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ດ້ວຍ​ການ​ຖຽງ​ກັນ​ຫຼື​ດ້ວຍ​ການ​ອວດ​ຕົວ​ອັນ​ເປົ່າໆ ແຕ່​ວ່າ​ດ້ວຍ​ໃຈ​ຖ່ອມ​ຕົວ​ລົງ ໃຫ້​ຜູ້​ນີ້​ຖື​ຜູ້​ນັ້ນ​ດີ​ກວ່າ​ຕົວ​ເອງ.” (ຟີລິບ 2:3) ດັ່ງນັ້ນ ຄຳ​ຕອບ​ສຳລັບ​ຄຳຖາມ​ນີ້​ຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ເບິ່ງ​ຜູ້​ອື່ນ​ແນວ​ໃດ​ເມື່ອ​ທຽບ​ກັບ​ຕົວ​ເຮົາ​ເອງ. ເຮົາ​ຕ້ອງ​ເບິ່ງ​ວ່າ​ເຂົາ​ເຈົ້າ​ດີ​ກວ່າ ແລະ​ສຳຄັນ​ກວ່າ​ເຮົາ. ເຮົາ​ຈະ​ເອົາ​ຄຳ​ແນະນຳ​ນີ້​ໄປ​ໃຊ້​ບໍ?

21, 22. (ກ) ເປັນ​ຫຍັງ​ຄລິດສະຕຽນ​ທີ່​ເປັນ​ຜູ້​ດູ​ແລ​ຈຶ່ງ​ຕ້ອງ​ເປັນ​ຄົນ​ຖ່ອມ​ໃຈ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ຄາດ​ແອວ​ໄວ້​ດ້ວຍ​ຄວາມ​ຖ່ອມ​ໃຈ?

21 ຫຼາຍ​ປີ​ພາຍ​ຫຼັງ​ທີ່​ພະ​ເຍຊູ​ໄດ້​ສິ້ນ​ຊີວິດ ອັກຄະສາວົກ​ເປໂຕ​ຍັງ​ຄິດ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ຖ່ອມ​ໃຈ. ເປໂຕ​ໄດ້​ສອນ​ຄລິດສະຕຽນ​ທີ່​ເປັນ​ຜູ້​ດູ​ແລ​ໃຫ້​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຖ່ອມ​ໃຈ ບໍ່​ປະຕິບັດ​ເໝືອນ​ເປັນ​ເຈົ້ານາຍ​ທີ່​ກົດ​ຂີ່​ຝູງ​ແກະ​ຂອງ​ພະເຈົ້າ. (1 ເປໂຕ 5:2, 3) ໜ້າ​ທີ່​ຮັບ​ຜິດ​ຊອບ​ບໍ່​ແມ່ນ​ຂໍ້​ອ້າງ​ສຳລັບ​ຄວາມ​ຍິ່ງ. ໃນ​ທາງ​ກົງ​ກັນ​ຂ້າມ ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ແຮ່ງ​ຈຳເປັນ​ຕ້ອງ​ມີ​ຄວາມ​ຖ່ອມ​ທີ່​ແທ້​ຈິງ. (ລືກາ 12:48) ແນ່ນອນ ຄຸນ​ລັກສະນະ​ນີ້​ບໍ່​ແມ່ນ​ວ່າ​ສຳຄັນ​ຫຼາຍ​ຕໍ່​ຜູ້​ດູ​ແລ​ເທົ່າ​ນັ້ນ ແຕ່​ວ່າ​ສຳຄັນ​ຕໍ່​ຄລິດສະຕຽນ​ທຸກໆຄົນ​ດ້ວຍ.

22 ແນ່ນອນ​ວ່າ​ເປໂຕ​ຈະ​ບໍ່​ມີ​ວັນ​ລືມ​ຄືນ​ນັ້ນ​ທີ່​ພະ​ເຍຊູ​ໄດ້​ລ້າງ​ຕີນ​ຂອງ​ລາວ ແມ່ນ​ວ່າ​ເປໂຕ​ເອງ​ບໍ່​ໄດ້​ເຫັນ​ດີ​ນຳ! (ໂຢຮັນ 13:6-10) ເປໂຕ​ຂຽນ​ເຖິງ​ຄລິດສະຕຽນ​ວ່າ “ໃຫ້​ຄົນ​ທັງ​ປວງ​ຄາດ​ແອວ​ໄວ້​ດ້ວຍ​ຄວາມ​ຖ່ອມ​ໃຈ​ໃນ​ການ​ປະຕິບັດ​ຕໍ່​ກັນ​ແລະ​ກັນ.” (1 ເປໂຕ 5:5, ລ.ມ.) ຄຳ​ວ່າ “ຄາດ​ແອວ” ເຮັດ​ໃຫ້​ນຶກ​ເຖິງ​ການ​ກະທຳ​ຂອງ​ຄົນ​ຮັບໃຊ້​ເຊິ່ງ​ຈະ​ຄາດ​ແອວ​ດ້ວຍ​ຜ້າ​ກັນ​ເປື້ອນ​ເພື່ອ​ເຮັດ​ວຽກ​ທີ່​ຕ່ຳ​ຕ້ອຍ. ຖ້ອຍຄຳ​ນີ້​ອາດ​ເຮັດ​ໃຫ້​ນຶກ​ເຖິງ​ໂອກາດ​ທີ່​ພະ​ເຍຊູ​ເອົາ​ຜ້າ​ເຊັດ​ໂຕ​ຄາດ​ແອວ​ຕົນ​ເອງ​ກ່ອນ​ຈະ​ຄູ້​ເຂົ່າ​ລົງ​ເພື່ອ​ລ້າງ​ຕີນ​ພວກ​ອັກຄະສາວົກ. ຖ້າ​ເຮົາ​ຕິດ​ຕາມ​ພະ​ເຍຊູ ເຮົາ​ຈະ​ຖື​ວ່າ​ວຽກ​ໃດໆກໍ​ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ພະເຈົ້າ​ບໍ່​ຄູ່​ຄວນ​ກັບ​ສັກສີ​ຂອງ​ເຮົາ​ບໍ? ຄວາມ​ຖ່ອມ​ໃນ​ຫົວໃຈ​ຂອງ​ເຮົາ​ຄວນ​ຈະ​ເປັນ​ສິ່ງ​ທີ່​ປາກົດ​ແຈ້ງ​ແກ່​ຄົນ​ທັງ​ປວງ ຄື​ກັບ​ວ່າ​ເຮົາ​ຄາດ​ແອວ​ໄວ້​ດ້ວຍ​ຄວາມ​ຖ່ອມ​ໃຈ.

23, 24. (ກ) ເປັນ​ຫຍັງ​ເຮົາ​ຄວນ​ຈະ​ຕ້ານ​ທານ​ແນວ​ໂນ້ມ​ໃດໆກໍ​ຕາມ​ທີ່​ນຳ​ໄປ​ສູ່​ຄວາມ​ຍິ່ງ? (ຂ) ບົດ​ຕໍ່​ໄປ​ຈະ​ຊ່ວຍ​ແກ້ໄຂ​ຄວາມ​ຄິດ​ທີ່​ຜິດ​ອັນ​ໃດ​ໃນ​ເລື່ອງ​ຄວາມ​ຖ່ອມ?

23 ຄວາມ​ຍິ່ງ​ເປັນ​ຄື​ກັນ​ກັບ​ຢາ​ພິດ​ເຊິ່ງ​ອາດ​ກໍ​ຜົນ​ເສຍຫາຍ​ທີ່​ຮ້າຍແຮງ​ໄດ້. ຄວາມ​ຍິ່ງ​ອາດ​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາມາດ​ທີ່​ສຸດ​ກາຍ​ເປັນ​ຄົນ​ໄຮ້​ຄ່າ​ສຳລັບ​ພະເຈົ້າ. ໃນ​ອີ​ກ​ດ້ານ​ໜຶ່ງ ຄວາມ​ຖ່ອມ​ໃຈ​ອາດ​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາມາດ​ໜ້ອຍ​ທີ່​ສຸດ​ເປັນ​ຄົນ​ທີ່​ມີ​ຄ່າ​ຫຼາຍ​ສຳລັບ​ພະເຢໂຫວາ. ຖ້າ​ເຮົາ​ປູກ​ຝັງ​ຄຸນ​ລັກສະນະ​ທີ່​ລ້ຳ​ຄ່າ​ນີ້​ທຸກໆມື້​ໂດຍ​ການ​ພະຍາຍາມ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພະຄລິດ​ດ້ວຍ​ຄວາມ​ຖ່ອມ​ໃຈ ລາງວັນ​ຈະ​ເໜືອ​ກວ່າ​ທີ່​ເຮົາ​ຄຶດ​ເຖິງ​ໄດ້. ເປໂຕ​ໄດ້​ຂຽນ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ຖ່ອມ​ຕົວ​ລົງ​ໃຕ້​ມື​ອັນ​ມີ​ອຳ​ນາດ​ແຫ່ງ​ພະເຈົ້າ ເພື່ອ​ພະອົງ​ຈະ​ໄດ້​ຍົກ​ຍໍ​ທ່ານ​ທັງ​ຫຼາຍ​ຂຶ້ນ​ໃນ​ເວລາ​ທີ່​ສົມຄວນ.” (1 ເປໂຕ 5:6) ແນ່ນອນ​ວ່າ​ພະເຢໂຫວາ​ໄດ້​ຍົກ​ຍໍ​ພະ​ເຍຊູ​ຂຶ້ນ​ເນື່ອງ​ຈາກ​ພະ​ເຍຊູ​ໄດ້​ຖ່ອມ​ຕົວຢ່າງ​ຄົບ​ຖ້ວນ​ແທ້ໆ. ພະເຈົ້າ​ຂອງ​ເຮົາ​ຈະ​ຍິນດີ​ເຊັ່ນ​ກັນ​ທີ່​ຈະ​ໃຫ້​ລາງວັນ​ສຳລັບ​ຄວາມ​ຖ່ອມ​ໃຈ​ຂອງ​ເຮົາ.

24 ເປັນ​ຕາ​ໜ້າ​ເສຍໃຈ ບາງ​ຄົນ​ຄິດ​ວ່າ​ຄວາມ​ຖ່ອມ​ໃຈ​ແມ່ນ​ສັນຍະລັກ​ທີ່​ສະແດງ​ເຖິງ​ຄວາມ​ອ່ອນແອ. ຕົວຢ່າງ​ຂອງ​ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ຄວາມ​ຄິດ​ແບບ​ນັ້ນ​ບໍ່​ຖືກຕ້ອງ ເພາະ​ວ່າ​ຜູ້​ທີ່​ຖ່ອມ​ໃຈ​ຫຼາຍ​ທີ່​ສຸດ​ໃນ​ບັນດາ​ມະນຸດ​ກໍ​ຍັງ​ເປັນ​ຜູ້​ທີ່​ກ້າຫານ​ຫຼາຍ​ທີ່​ສຸດ. ເລື່ອງ​ນີ້​ຈະ​ເປັນ​ຫົວ​ຂໍ້​ຂອງ​ບົດ​ຕໍ່​ໄປ.

^ ໃນ​ການ​ພິຈາລະນາ​ເຫດການ​ນີ້ ແຫຼ່ງ​ອ້າງອີງ​ໜຶ່ງ​ກ່າວ​ວ່າ ສັດ​ເຫຼົ່ານີ້ “ເປັນ​ສັດ​ຕ່ຳ​ຕ້ອຍ” ແລະ​ຍັງ​ກ່າວ​ຕື່ມ​ວ່າ “ພວກ​ມັນ​ຊັກຊ້າ ດື້​ດ້ານ ເປັນ​ສັດ​ໃຊ້​ຂອງ​ຄົນ​ທຸກ​ຍາກ ແລະ​ເປັນ​ສັດ​ທີ່​ບໍ່​ງາມ.”

^ ສຳລັບ​ຫຼັກ​ຖານ​ເພີ່ມ​ເຕີມ​ທີ່​ວ່າ​ມີກາເອນ​ແມ່ນ​ພະ​ເຍຊູ ຂໍ​ໃຫ້​ເບິ່ງ​ປຶ້ມຄຳ​ພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ໜ້າ 218-219 ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ.