ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 7

“ຈົ່ງ​ພິຈາລະນາ​ຄຶດ​ເຖິງ​ພະອົງ​ຜູ້​ໄດ້​ທົນ​ເອົາ”

“ຈົ່ງ​ພິຈາລະນາ​ຄຶດ​ເຖິງ​ພະອົງ​ຜູ້​ໄດ້​ທົນ​ເອົາ”

1-3. (ກ) ໃນ​ສວນ​ເຄດເຊມາເນ ພະ​ເຍຊູ​ຮູ້ສຶກ​ທຸກ​ໃຈ​ຢ່າງ​ຮຸນແຮງ​ພຽງ​ໃດ ແລະ​ອັນ​ໃດ​ເປັນ​ສາເຫດ? (ຂ) ເຮົາ​ສາມາດ​ເວົ້າ​ອັນ​ໃດ​ໄດ້​ກ່ຽວ​ກັບ​ຕົວຢ່າງ​ເລື່ອງ​ຄວາມ​ອົດ​ທົນ​ຂອງ​ພະ​ເຍຊູ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ມີ​ຄຳຖາມ​ອັນ​ໃດ​ເກີດຂຶ້ນ?

 ຄວາມ​ກົດ​ດັນ​ຮຸນແຮງ​ຫຼາຍ​ແທ້ໆ. ພະ​ເຍຊູ​ບໍ່​ເຄີຍ​ປະສົບ​ຄວາມ​ເຈັບ​ປວດ​ທາງ​ຈິດ​ໃຈ​ແລະ​ທາງ​ອາລົມ​ແບບ​ນີ້​ມາ​ກ່ອນ. ຕອນ​ນັ້ນ​ເປັນ​ໄລຍະ​ທ້າຍໆຂອງ​ຊີວິດ​ພະອົງ​ທີ່​ຢູ່​ແຜ່ນດິນ​ໂລກ. ພ້ອມ​ກັບ​ພວກ​ອັກຄະສາວົກ ພະອົງ​ໄປ​ທີ່​ສວນ​ເຄດເຊມາເນ​ເຊິ່ງ​ເປັນ​ບ່ອນ​ທີ່​ຄຸ້ນ​ເຄີຍ​ກັນ​ດີ. ພະອົງ​ມັກ​ພົບ​ກັບ​ພວກ​ອັກຄະສາວົກ​ຢູ່​ທີ່​ນັ້ນ. ແນວ​ໃດ​ກໍ​ຕາມ ໃນ​ຄືນ​ນັ້ນ ພະອົງ​ຈຳເປັນ​ຕ້ອງ​ຢູ່​ຕາມ​ລຳພັງ​ຊົ່ວ​ໄລຍະ​ໜຶ່ງ. ໂດຍ​ປະ​ພວກ​ອັກຄະສາວົກ​ໄວ້ ພະອົງ​ເຂົ້າ​ເລິກ​ໄປ​ໃນ​ສວນ​ແລະ​ຄູ້​ເຂົ່າ​ລົງ ແລ້ວ​ເລີ່ມ​ຕົ້ນ​ອະທິດຖານ. ພະອົງ​ອະທິດຖານ​ຢ່າງ​ຈິງ​ຈັງ​ແລະ​ເປັນ​ທຸກ​ຫຼາຍ​ຈົນ​ກະທັ່ງ​ເຫື່ອ​ຂອງ​ພະອົງ​ກາຍ​ເປັນ “ເໝືອນ​ດັ່ງ​ເລືອດ​ເມັດ​ໃຫຍ່​ທີ່​ໄຫຼ​ລົງ​ເທິງ​ດິນ.”—ລືກາ 22:39-44.

2 ເປັນ​ຫຍັງ​ພະ​ເຍຊູ​ຄື​ກັງວົນ​ແທ້? ແມ່ນ​ຢູ່ ພະອົງ​ຮູ້​ວ່າ​ອີ​ກ​ບໍ່​ດົນ​ຈະ​ປະເຊີນ​ກັບ​ຄວາມ​ເຈັບ​ປວດ​ທາງ​ກາຍ​ແບບ​ແສນ​ສາຫັດ ແຕ່​ເລື່ອງ​ນີ້​ບໍ່​ແມ່ນ​ເຫດຜົນ​ທີ່​ພະອົງ​ກັງວົນ. ພະອົງ​ຄຳນຶງ​ເຖິງ​ສິ່ງ​ທີ່​ສຳຄັນ​ກວ່າ. ພະອົງ​ເປັນ​ຫ່ວງ​ຢ່າງ​ຍິ່ງ​ຕໍ່​ກັບ​ຊື່​ຂອງ​ພໍ່​ແລະ​ສຳນຶກ​ວ່າ​ອະນາຄົດ​ຂອງ​ຄອບຄົວ​ມະນຸດ​ຊາດ​ຂຶ້ນ​ຢູ່​ກັບ​ການ​ຮັກສາ​ຄວາມ​ສັດ​ຊື່​ຂອງ​ພະອົງ. ພະ​ເຍຊູ​ຮູ້​ວ່າ​ຄວາມ​ອົດ​ທົນ​ຂອງ​ພະອົງ​ສຳຄັນ​ພຽງ​ໃດ. ຖ້າ​ພະອົງ​ລົ້ມເຫຼວ ພະອົງ​ຈະ​ນຳ​ເອົາ​ຄຳ​ຕຳໜິ​ມາກ​ມາຍ​ມາ​ໃຫ້​ກັບ​ຊື່​ຂອງ​ພະເຢໂຫວາ. ແຕ່​ພະ​ເຍຊູ​ບໍ່​ໄດ້​ລົ້ມ​ແຫຼວ​ເລີຍ. ຕໍ່ມາ​ໃນ​ມື້​ນັ້ນ ບໍ່​ດົນ​ກ່ອນ​ທີ່​ຈະ​ຫາຍ​ໃຈ​ເຂົ້າ​ບາດ​ສຸດ​ທ້າຍ ຊາຍ​ຜູ້​ນີ້​ເຊິ່ງ​ໄດ້​ວາງ​ຕົວຢ່າງ​ອັນ​ດີ​ເລີດ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ເທົ່າ​ທີ່​ເຄີຍ​ມີ​ຢູ່​ແຜ່ນດິນ​ໂລກ ໄດ້​ຮ້ອງ​ອອກ​ມາ​ຢ່າງ​ມີ​ໄຊ​ວ່າ “ສຳເລັດ​ແລ້ວ.”—ໂຢຮັນ 19:30.

3 ຄຳພີໄບເບິນ​ກະຕຸ້ນ​ເຮົາ​ໃຫ້ “ພິຈາລະນາ​ຄຶດ​ເຖິງ​ພະອົງ [ພະ​ເຍຊູ] ຜູ້​ໄດ້​ທົນ​ເອົາ.” (ເຫບເລີ 12:3) ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ການ​ຍົກ​ຄຳຖາມ​ສຳຄັນ​ບາງ​ຢ່າງ​ຂຶ້ນ​ມາ​ທີ່​ວ່າ ພະ​ເຍຊູ​ອົດ​ທົນ​ຕໍ່​ການ​ທົດລອງ​ອັນ​ໃດ​ແດ່? ສິ່ງ​ໃດ​ທີ່​ຊ່ວຍ​ພະອົງ​ໃຫ້​ອົດ​ທົນ​ໄດ້? ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະອົງ​ໄດ້​ແນວ​ໃດ? ແຕ່​ກ່ອນ​ທີ່​ຈະ​ຕອບ​ຄຳຖາມ​ເຫຼົ່ານີ້ ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ອົດ​ທົນ.

ຄວາມ​ອົດ​ທົນ​ແມ່ນ​ຫຍັງ?

4, 5. (ກ) “ຄວາມ​ອົດ​ທົນ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂ) ເຮົາ​ອາດ​ຍົກ​ຕົວຢ່າງ​ແນວ​ໃດ​ວ່າ​ຄວາມ​ອົດ​ທົນ​ກ່ຽວຂ້ອງ​ບໍ່​ພຽງ​ແຕ່​ການ​ປະເຊີນ​ໜ້າ​ກັບ​ຄວາມ​ລຳບາກ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້?

4 ບາງເທື່ອ​ເຮົາ​ໝົດ​ທຸກ​ຄົນ “ມີ​ຄວາມທຸກ​ລຳບາກ . . . ດ້ວຍ​ການ​ທົດລອງ​ຕ່າງໆ.” (1 ເປໂຕ 1:6) ຄວາມ​ຈິງ​ທີ່​ວ່າ​ເຮົາ​ປະສົບ​ກັບ​ຄວາມ​ລຳບາກ​ຈະ​ໝາຍ​ຄວາມ​ວ່າ​ເຮົາ​ກຳລັງ​ສະແດງ​ຄວາມ​ອົດ​ທົນ​ບໍ? ບໍ່​ແມ່ນ. ຄຳ​ນາມ​ພາສາ​ກະເລັກ​ສຳລັບ​ຄຳ​ວ່າ “ຄວາມ​ອົດ​ທົນ” ໝາຍ​ເຖິງ “ຄວາມ​ສາມາດ​ທີ່​ຈະ​ຢືນຢັດ​ຫຼື​ບໍ່​ຍອມ​ແພ້​ເມື່ອ​ປະສົບ​ຄວາມ​ຫຍຸ້ງຍາກ.” ນັກ​ວິຊາການ​ຄົນ​ໜຶ່ງ​ອະທິບາຍ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ຊະນິດ​ທີ່​ຜູ້​ຂຽນ​ຄຳພີໄບເບິນ​ອ້າງ​ເຖິງ​ວ່າ “ຄວາມ​ອົດ​ທົນ​ເປັນ​ນ້ຳໃຈ​ທີ່​ທົນ​ຮັບ​ສິ່ງ​ຕ່າງໆໂດຍ​ຍອມ​ຮັບ​ເອົາ​ຊື່ໆ ແຕ່​ດ້ວຍ​ຄວາມຫວັງ​ທີ່​ແຮງ​ກ້າ . . . ຄວາມ​ອົດ​ທົນ​ເປັນ​ຄຸນສົມບັດ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ຢືນຢັດ​ໃນ​ຂະນະ​ທີ່​ປະເຊີນ​ບັນຫາ​ຕໍ່ໆໄປ. ຄວາມ​ອົດ​ທົນ​ເປັນ​ຂໍ້​ດີ​ເຊິ່ງ​ສາມາດ​ປ່ຽນ​ການ​ທົດລອງ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ໃຫ້​ກາຍ​ເປັນ​ຄວາມ​ສະຫງ່າ​ງາມ ເນື່ອງ​ຈາກ​ຄວາມ​ອົດ​ທົນ​ເຮັດ​ໃຫ້​ເບິ່ງ​ຂ້າມ​ຄວາມ​ເຈັບ​ປວດ​ແລະ​ເຫັນ​ເປົ້າ​ໝາຍ​ທີ່​ຢູ່​ຂ້າງ​ໜ້າ.”

5 ດັ່ງນັ້ນ ການ​ອົດ​ທົນ​ບໍ່​ແມ່ນ​ເປັນ​ແຕ່​ເລື່ອງ​ຂອງ​ການ​ປະເຊີນ​ໜ້າ​ກັບ​ຄວາມ​ລຳບາກ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້. ຕາມ​ຄວາມ​ໝາຍ​ໃນ​ຄຳພີໄບເບິນ ຄວາມ​ອົດ​ທົນ​ກ່ຽວຂ້ອງ​ກັບ​ການ​ຕັ້ງ​ໝັ້ນ​ຄົງ​ຢູ່ ຮັກສາ​ທັດສະນະ​ທີ່​ຖືກຕ້ອງ ແລະ​ມີ​ຄວາມຫວັງ​ໃນ​ຂະນະ​ທີ່​ປະເຊີນ​ກັບ​ຄວາມ​ລຳບາກ​ຕ່າງໆ. ຂໍ​ພິຈາລະນາ​ຕົວຢ່າງ​ນີ້ ຜູ້​ຊາຍ​ສອງ​ຄົນ​ຖືກ​ຂັງ​ຄຸກ​ໃນ​ສະພາບການ​ທີ່​ຄ້າຍໆກັນ​ແຕ່​ດ້ວຍ​ສາເຫດ​ທີ່​ຕ່າງ​ກັນ​ຫຼາຍ. ຊາຍ​ຄົນ​ໜຶ່ງ​ເປັນ​ອາດຊະຍາກອນ​ທຳມະດາ​ເຊິ່ງ​ຍອມ​ຖືກ​ໂທດ​ຕິດ​ຄຸກ​ດ້ວຍ​ໃບ​ໜ້າ​ທີ່​ໂສກ​ເສົ້າ. ສ່ວນ​ອີ​ກ​ຄົນ​ໜຶ່ງ​ເປັນ​ຄລິດສະຕຽນ​ແທ້​ຖືກ​ຄຸກ​ຍ້ອນ​ແນວ​ທາງ​ທີ່​ສັດ​ຊື່​ຂອງ​ຕົນ ລາວ​ຕັ້ງ​ໝັ້ນ​ຄົງ​ຢູ່​ຕໍ່ໆໄປ​ແລະ​ຮັກສາ​ທັດສະນະ​ທີ່​ດີ​ເອົາ​ໄວ້​ເພາະ​ຖື​ວ່າ​ສະພາບ​ຂອງ​ຕົນ​ເປັນ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ເຊື່ອ. ແນ່ນອນ​ຈະ​ບໍ່​ໄດ້​ຖື​ວ່າ​ອາດຊະຍາກອນ​ເປັນ​ຕົວຢ່າງ​ຂອງ​ຄວາມ​ອົດ​ທົນ ແຕ່​ຄລິດສະຕຽນ​ຜູ້​ພັກດີ​ເປັນ​ຕົວຢ່າງ​ຂອງ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ນີ້.—ຢາໂກໂບ 1:2-4.

6. ເຮົາ​ຈະ​ປູກ​ຝັງ​ຄວາມ​ອົດ​ທົນ​ໄດ້​ແນວ​ໃດ?

6 ຄວາມ​ອົດ​ທົນ​ເປັນ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ໄດ້​ຄວາມ​ລອດ. (ມັດທາຍ 24:13) ແຕ່​ຄຸນ​ລັກສະນະ​ທີ່​ສຳຄັນ​ນີ້​ບໍ່​ໄດ້​ຕິດ​ໂຕ​ເຮົາ​ຕັ້ງ​ແຕ່​ເກີດ. ຄວາມ​ອົດ​ທົນ​ເປັນ​ຄຸນ​ລັກສະນະທີ່​ຕ້ອງ​ປູກ​ຝັງ. ໂດຍ​ວິທີ​ໃດ? ໂລມ 5:3 ກ່າວ​ວ່າ “ຄວາມ​ຍາກ​ລຳບາກ​ນັ້ນ​ໃຫ້​ບັງເກີດ​ມີ​ໃຈ​ອົດ​ທົນ.” ແມ່ນ​ແລ້ວ ຖ້າ​ເຮົາ​ປາຖະໜາ​ຢ່າງ​ແທ້​ຈິງ​ທີ່​ຈະ​ພັດທະນາ​ຄວາມ​ອົດ​ທົນ ເຮົາ​ຈະ​ບໍ່​ຖອຍ​ໜີ​ຈາກ​ການ​ທົດລອງ​ຄວາມ​ເຊື່ອ​ທຸກ​ຢ່າງ​ດ້ວຍ​ຄວາມ​ຢ້ານ​ກົວ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຕ້ອງ​ຕັ້ງ​ໜ້າ​ສູ້​ກັບ​ການ​ທົດລອງ​ດັ່ງ​ກ່າວ. ໃນ​ແຕ່​ລະ​ມື້ ເມື່ອ​ເຮົາ​ປະເຊີນ​ບັນຫາ​ບໍ່​ວ່າ​ໃຫຍ່​ຫຼື​ນ້ອຍ​ແລະ​ເອົາ​ຊະນະ​ມັນ​ໄດ້ ຜົນ​ທີ່​ເກີດຂຶ້ນ​ຄື​ຄວາມ​ອົດ​ທົນ. ການ​ທົດລອງ​ແຕ່​ລະ​ຢ່າງ​ທີ່​ເຮົາ​ຜ່ານ​ໄດ້​ນັ້ນ​ຈະ​ເສີມ​ກຳລັງ​ເຮົາ​ໃຫ້​ປະເຊີນ​ການ​ທົດລອງ​ຄັ້ງ​ຕໍ່​ໄປ. ແນ່ນອນ ເຮົາ​ບໍ່​ໄດ້​ພັດທະນາ​ຄວາມ​ອົດ​ທົນ​ດ້ວຍ​ໂຕ​ຂອງ​ເຮົາ​ເອງ. ເຮົາ​ອາໄສ “ກຳລັງ​ທີ່​ພະເຈົ້າ​ໂຜດ​ໃຫ້.” (1 ເປໂຕ 4:11, ທ.ປ.) ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່​ຕໍ່​ໄປ ພະເຢໂຫວາ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ນັ້ນ​ຄື​ຕົວຢ່າງ​ຂອງ​ລູກ​ຊາຍ​ພະອົງ. ຂໍ​ໃຫ້​ພິຈາລະນາ​ຢ່າງ​ລະອຽດ​ຍິ່ງ​ຂຶ້ນ​ກ່ຽວ​ກັບ​ປະຫວັດ​ທີ່​ບໍ່​ມີ​ຂໍ້​ບົກ​ພ່ອງ​ຂອງ​ຄວາມ​ອົດ​ທົນ​ທີ່​ພະ​ເຍຊູ​ມີ.

ຄວາມ​ລຳບາກ​ທີ່​ພະ​ເຍຊູ​ໄດ້​ອົດ​ທົນ​ເອົາ

7, 8. ໃນ​ຂະນະ​ທີ່​ຊີວິດ​ຂອງ​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ​ໃກ້​ຈະ​ຈົບ​ລົງ ພະອົງ​ໄດ້​ອົດ​ທົນ​ກັບ​ສິ່ງ​ໃດ​ແດ່

7 ໃນ​ຂະນະ​ທີ່​ຊີວິດ​ຂອງ​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ​ໃກ້​ຈະ​ຈົບ​ລົງ ພະອົງ​ໄດ້​ອົດ​ທົນ​ກັບ​ຄວາມ​ໂຫດ​ຮ້າຍ​ທາລຸນ​ຫຼາຍ​ຮູບ​ແບບ. ນອກ​ຈາກ​ຄວາມ​ເຄັ່ງ​ຕຶງ​ທີ່​ໜັກ​ໜ່ວງ​ທາງ​ຈິດ​ໃຈ​ທີ່​ພະອົງ​ປະສົບ​ໃນ​ຄືນ​ສຸດ​ທ້າຍ ຂໍ​ໃຫ້​ພິຈາລະນາ​ເຖິງ​ຄວາມ​ຮູ້ສຶກ​ຜິດ​ຫວັງ​ທີ່​ພະອົງ​ປະສົບ​ແລະ​ຄວາມ​ອັບອາຍ​ຂາຍ​ໜ້າ​ທີ່​ພະອົງ​ໄດ້​ຮັບ. ເພື່ອນ​ສະໜິດ​ຄົນ​ໜຶ່ງ​ໄດ້​ທໍລະຍົດ ເພື່ອນ​ທີ່​ສະໜິດ​ທີ່​ສຸດ​ປະ​ຖິ້ມ​ພະອົງ ແລະ​ພະອົງ​ຖືກ​ພິຈາລະນາ​ຄະດີ​ຢ່າງ​ຜິດ​ກົດໝາຍ ເຊິ່ງ​ໃນ​ລະຫວ່າງ​ນັ້ນ​ບັນດາ​ສະມາຊິກ​ຂອງ​ສານ​ສາສະໜາ​ທີ່​ສູງ​ສຸດ​ຂອງ​ປະເທດ​ໄດ້​ເຍາະ​ເຍີ້ຍ​ພະອົງ ຖົ່ມ​ນ້ຳ​ລາຍ​ໃສ່ ແລະ​ຕົບ​ພະອົງ. ເຖິງ​ປານ​ນັ້ນ ພະອົງ​ໄດ້​ອົດ​ທົນ​ກັບ​ສິ່ງ​ເຫຼົ່ານີ້​ດ້ວຍ​ຄວາມ​ສະຫງ່າ​ຜ່າ​ເຜີຍ​ແລະ​ດ້ວຍ​ຄວາມ​ເຂັ້ມແຂງ​ທີ່​ສະຫງົບ​ງຽບ.—ມັດທາຍ 26:46-49, 56, 59-68.

8 ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ສິ້ນ​ຊີວິດ ພະ​ເຍຊູ​ໄດ້​ອົດ​ທົນ​ກັບ​ຄວາມ​ເຈັບ​ປວດ​ທາງ​ກາຍ​ຢ່າງ​ແສນ​ສາຫັດ. ພະອົງ​ຖືກ​ຂ້ຽນ ເວົ້າ​ກັນ​ວ່າ​ເປັນ​ການ​ຂ້ຽນ​ທີ່​ຮຸນແຮງ​ດ້ວຍ​ວິທີ​ທີ່​ເຮັດ​ໃຫ້​ເກີດ “ເປັນ​ຮອຍ​ທີ່​ເລິກ​ຈົນ​ຊີ້ນ​ຂາດ​ແລະ​ເສຍ​ເລືອດ​ຈຳນວນ​ຫຼາຍ.” ພະອົງ​ຖືກ​ຕອກ​ກັບ​ຫຼັກ ຖືກ​ປະຫານ​ຊີວິດ​ໃນ​ວິທີ​ທີ່​ນຳ​ໄປ​ສູ່ “ຄວາມ​ຕາຍ​ແບບ​ຊ້າໆພ້ອມ​ທັງ​ມີ​ຄວາມ​ເຈັບ​ປວດ​ທໍລະມານ​ຫຼາຍ​ທີ່​ສຸດ.” ຄິດ​ເບິ່ງ​ດູ​ວ່າ​ພະອົງ​ຄົງ​ຕ້ອງ​ຮູ້ສຶກ​ເຈັບປວດ​ພຽງ​ໃດ​ເມື່ອ​ເອົາ​ຕະປູ​ດອກ​ໃຫຍ່ໆຕອກ​ຊອດ​ທັງ​ຂໍ້​ມື​ແລະ​ໃສ່​ຕີນ​ທັງ​ສອງ​ຂ້າງ​ຂອງ​ພະອົງ ຄຶງ​ພະອົງ​ໄວ້​ກັບ​ເສົາ​ທໍລະມານ. (ໂຢຮັນ 19:1, 16-18) ຂໍ​ໃຫ້​ນຶກ​ເຖິງ​ຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດ​ທີ່​ເກີດຂຶ້ນ​ກັບ​ພະອົງ​ໃນ​ຂະນະ​ທີ່​ຫຼັກ​ຖືກ​ຕັ້ງ​ຂຶ້ນ​ຊື່​ແລະ​ນ້ຳ​ໜັກ​ໂຕ​ຂອງ​ພະອົງ​ຖ່ວງ​ລົງ​ຈາກ​ຕະປູ​ນັ້ນ ແລະ​ຫຼັງ​ຂອງ​ພະອົງ​ທີ່​ມີ​ຮອຍ​ຈີກ​ກໍ​ເຖືອ​ກັບ​ຫຼັກ​ໄມ້​ນັ້ນ. ແລະ​ພະອົງ​ໄດ້​ອົດ​ທົນ​ກັບ​ຄວາມ​ເຈັບ​ປວດ​ທາງ​ກາຍ​ທີ່​ແສນ​ສາຫັດ​ນີ້​ໃນ​ຂະນະ​ດຽວ​ກັບ​ທີ່​ແບກ​ພາລະ​ທາງ​ຈິດ​ໃຈ​ດັ່ງ​ທີ່​ພັນລະນາ​ໄວ້​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້.

9. ມີ​ຫຍັງ​ກ່ຽວຂ້ອງ​ຢູ່​ນຳ​ໃນ​ການ​ແບກ “ເສົາ​ທໍລະມານ” ຂອງ​ເຮົາ​ແລະ​ຕິດ​ຕາມ​ພະ​ເຍຊູ?

9 ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ ເຮົາ​ອາດ​ຕ້ອງ​ອົດ​ທົນ​ກັບ​ສິ່ງ​ໃດ​ແດ່? ພະ​ເຍຊູ​ກ່າວ​ວ່າ “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຢາກ​ຕາມ​ເຮົາ​ໄປ​ໃຫ້​ຜູ້​ນັ້ນ . . . ເອົາ​ໄມ້​ກາງເຂນ [“ເສົາ​ທໍລະມານ,” ລ.ມ.] ແຫ່ງ​ຕົນ​ແບກ​ໄປ​ແລະ​ຕາມ​ເຮົາ​ໄປ​ເຖີ້ນ.” (ມັດທາຍ 16:24) ຄຳ​ວ່າ “ເສົາ​ທໍລະມານ” ທີ່​ໃຊ້​ໃນ​ຄວາມ​ໝາຍ​ເປັນ​ໄນ​ຂໍ້​ນີ້​ສະແດງ​ເຖິງ​ຄວາມທຸກ​ທໍລະມານ ຄວາມ​ອັບອາຍ ຫຼື​ແມ່ນ​ແຕ່​ຄວາມ​ຕາຍ. ການ​ຕິດ​ຕາມ​ພະຄລິດ​ບໍ່​ແມ່ນ​ແນວ​ທາງ​ທີ່​ງ່າຍ. ມາດຕະຖານ​ຄລິດສະຕຽນ​ເຮັດ​ໃຫ້​ພວກ​ເຮົາ​ແຕກຕ່າງ. ໂລກ​ນີ້​ກຽດ​ຊັງ​ເຮົາ​ຍ້ອນ​ເຮົາ​ບໍ່​ໄດ້​ເປັນ​ສ່ວນ​ຂອງ​ໂລກ. (ໂຢຮັນ 15:18-20; 1 ເປໂຕ 4:4) ແຕ່​ເຮົາ​ກໍ​ເຕັມ​ໃຈ​ແບກ​ເສົາ​ທໍລະມານ​ຂອງ​ເຮົາ ແມ່ນ​ແລ້ວ ເຮົາ​ພ້ອມ​ທີ່​ຈະ​ອົດ​ທົນ ແມ່ນ​ກະທັ່ງ​ຕາຍ​ດ້ວຍ​ຊ້ຳ ແທນ​ທີ່​ຈະ​ເຊົາ​ຕິດ​ຕາມ​ຜູ້​ເປັນ​ແບບ​ຢ່າງ​ຂອງ​ເຮົາ.—2 ຕີໂມເຕ 3:12.

10-12. (ກ) ເປັນ​ຫຍັງ​ຄວາມ​ບໍ່​ສົມບູນແບບ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຈຶ່ງ​ເປັນ​ການ​ທົດລອງ​ຄວາມ​ອົດ​ທົນ​ຂອງ​ພະ​ເຍຊູ? (ຂ) ສະພາບການ​ອັນ​ໃດ​ແດ່​ທີ່​ເປັນ​ການ​ທົດລອງ​ເຊິ່ງ​ພະ​ເຍຊູ​ໄດ້​ອົດ​ທົນ​ເອົາ?

10 ໃນ​ລະຫວ່າງ​ວຽກ​ຮັບໃຊ້ ພະ​ເຍຊູ​ປະເຊີນ​ກັບ​ການ​ທົດລອງ​ອື່ນໆເຊິ່ງ​ເກີດ​ຈາກ​ຄວາມ​ບໍ່​ສົມບູນແບບ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພະອົງ. ຂໍ​ໃຫ້​ຈື່​ວ່າ​ພະອົງ​ເປັນ “ນາຍ​ຊ່າງ” ທີ່​ພະເຢໂຫວາ​ໃຊ້​ໃຫ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຊີວິດ​ທັງ​ໝົດ​ທີ່​ຢູ່​ແຜ່ນດິນ​ໂລກ. (ສຸພາສິດ 8:22-31, ລ.ມ.) ດັ່ງນັ້ນ ພະ​ເຍຊູ​ຈຶ່ງ​ຮູ້ຈັກ​ໃຈ​ປະສົງ​ຂອງ​ພະເຢໂຫວາ​ທີ່​ມີ​ຕໍ່​ມະນຸດ​ຊາດ ເຊິ່ງ​ກໍ​ຄື​ໃຫ້​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຢໂຫວາ​ແລະ​ໃຫ້​ເພີດເພີນ​ກັບ​ຊີວິດ​ທີ່​ມີ​ສຸຂະພາບ​ສົມບູນ​ດີ. (ຕົ້ນເດີມ 1:26-28) ເມື່ອ​ຢູ່​ແຜ່ນດິນ​ໂລກ ພະ​ເຍຊູ​ໄດ້​ເຫັນ​ຜົນ​ທີ່​ໜ້າ​ເສົ້າ​ຂອງ​ບາບ​ຈາກ​ແງ່​ມຸມ​ທີ່​ຕ່າງ​ອອກ​ໄປ ພະອົງ​ເອງ​ເປັນມະນຸດ​ຈຶ່ງ​ສາມາດ​ມີ​ອາລົມ​ແລະ​ຄວາມ​ຮູ້ສຶກ​ແບບ​ມະນຸດ​ມີ. ພະອົງ​ຄົງ​ຕ້ອງ​ເຈັບ​ປວດ​ໃຈ​ສ່ຳ​ໃດ​ທີ່​ໄດ້​ຮູ້​ເຫັນ​ດ້ວຍ​ຕົນ​ເອງ​ວ່າ​ມະນຸດ​ຢູ່​ຫ່າງ​ໄກ​ຈາກ​ຄວາມ​ສົມບູນແບບ ເມື່ອ​ສົມ​ທຽບ​ກັບ​ທີ່​ອາດາມ​ແລະ​ເອວາ​ມີ​ໃນ​ຕອນ​ທຳອິດ! ດ້ວຍ​ເຫດ​ນີ້ ພະ​ເຍຊູ​ຈຶ່ງ​ປະເຊີນ​ກັບ​ການ​ທົດລອງ​ຄວາມ​ອົດ​ທົນ. ພະອົງ​ຮູ້ສຶກ​ທໍ້​ແທ້​ແລະ​ໝົດ​ຫວັງ​ບໍ ໂດຍ​ເບິ່ງ​ມະນຸດ​ທີ່​ຜິດ​ບາບ​ວ່າ​ບໍ່​ມີ​ຫົນ​ທາງ​ທີ່​ຈະ​ຊ່ວຍ​ໄດ້​ອີ​ກ​ແລ້ວ? ຂໍ​ໃຫ້​ມາ​ເບິ່ງ​ນຳ​ກັນ.

11 ການ​ທີ່​ພວກ​ຢິວ​ບໍ່​ສະແດງ​ອາການ​ຕອບ​ສະໜອງ​ເຮັດ​ໃຫ້​ພະ​ເຍຊູ​ໂສກ​ເສົ້າ​ເສຍໃຈ​ເຖິງ​ຂັ້ນ​ຮ້ອງໄຫ້​ອອກ​ມາ​ຢ່າງ​ເປີດ​ເຜີຍ. ພະອົງ​ປ່ອຍ​ໃຫ້​ຄວາມ​ເມີນ​ເສີຍ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ຄວາມ​ກະຕືລືລົ້ນ​ຂອງ​ພະອົງ​ໜ້ອຍ​ລົງ​ຫຼື​ເຮັດ​ໃຫ້​ພະອົງ​ເຊົາ​ປະກາດ​ບໍ? ກົງ​ກັນ​ຂ້າມ ພະອົງ “ໄດ້​ສັ່ງ​ສອນ​ໃນ​ວິຫານ​ທຸກ​ວັນ.” (ລືກາ 19:41-44, 47) ພະອົງ “ເປັນ​ທຸກ” ເນື່ອງ​ຈາກ​ພວກ​ຟາລິຊຽນ​ທີ່​ມີ​ຫົວໃຈ​ແຂງ​ກະດ້າງ​ເຝົ້າ​ເບິ່ງ​ຢ່າງ​ໃກ້​ຊິດ​ວ່າ​ພະອົງ​ຈະ​ຮັກສາ​ຊາຍ​ຄົນ​ໜຶ່ງ​ໃນ​ວັນ​ຊະບາໂຕ​ຫຼື​ບໍ່. ພະອົງ​ຍອມ​ໃຫ້​ພວກ​ຜູ້​ຕໍ່ຕ້ານ​ທີ່​ຖື​ວ່າ​ຕົນ​ເອງ​ຊອບທຳ​ເຮັດ​ໃຫ້​ພະອົງ​ຢ້ານ​ບໍ? ບໍ່​ເປັນ​ແນວ​ນັ້ນ! ພະອົງ​ຢືນຢັດ​ໝັ້ນ​ຄົງ​ແລະ​ປິ່ນປົວ​ຊາຍ​ຄົນ​ນັ້ນ​ຢູ່​ກາງ​ໂຮງ​ທຳ​ນັ້ນ​ເລີຍ!—ມາລະໂກ 3:1-5.

12 ຍັງ​ມີ​ສິ່ງ​ອື່ນ​ອີ​ກ​ທີ່​ເຮັດ​ໃຫ້​ພະ​ເຍຊູ​ໜັກ​ໃຈ ນັ້ນ​ຄື​ຂໍ້​ອ່ອນແອ​ຂອງ​ສາວົກ​ທີ່​ໃກ້​ຊິດ​ພະອົງ​ທີ່​ສຸດ. ດັ່ງ​ທີ່​ໄດ້​ຮຽນ​ແລ້ວ​ໃນບົດ​ທີ 3 ເຂົາ​ເຈົ້າ​ສະແດງ​ຄວາມ​ປາຖະໜາ​ຢ່າງ​ບໍ່​ລົດ​ລະ​ທີ່​ຈະ​ໄດ້​ຄວາມ​ໂດ່ງ​ດັງ. (ມັດທາຍ 20:20-24; ລືກາ 9:46) ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ແກ່​ເຂົາ​ເຈົ້າ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ເລື່ອງ​ຄວາມ​ຈຳເປັນ​ທີ່​ຈະ​ມີ​ຄວາມ​ຖ່ອມ. (ມັດທາຍ 18:1-6; 20:25-28) ແຕ່​ເຂົາ​ເຈົ້າ​ກໍ​ຊັກຊ້າ​ໃນ​ການ​ຕອບ​ສະໜອງ. ໃນ​ຄືນ​ສຸດ​ທ້າຍ​ທີ່​ພະອົງ​ຢູ່​ກັບ​ເຂົາ​ເຈົ້າ ມີ​ການ “ຖຽງ​ກັນ” ວ່າ​ໃຜ​ໃນ​ພວກ​ເຂົາ​ເປັນ​ໃຫຍ່​ທີ່​ສຸດ! (ລືກາ 22:24) ພະ​ເຍຊູ​ໝົດ​ຫວັງ​ໃນ​ໂຕ​ເຂົາ​ເຈົ້າ ໂດຍ​ຫາ​ເຫດຜົນ​ວ່າ​ເຂົາ​ເຈົ້າ​ໝົດ​ທາງ​ແກ້ໄຂ​ໄດ້​ແລ້ວ​ບໍ? ບໍ່​ແມ່ນ. ໂດຍ​ອົດ​ທົນ​ສະເໝີ ພະອົງ​ເບິ່ງ​ໃນ​ແງ່​ດີ​ແລະ​ມີ​ຄວາມຫວັງ​ຢູ່​ຕໍ່​ໄປ ຍັງ​ຄົງ​ເບິ່ງ​ຄຸນ​ລັກສະນະ​ທີ່​ດີ​ໃນ​ໂຕ​ເຂົາ​ເຈົ້າ. ພະອົງ​ຮູ້​ວ່າ​ໃນ​ຫົວໃຈ​ເຂົາ​ເຈົ້າ​ຮັກ​ພະເຢໂຫວາ​ແລະ​ຕ້ອງການ​ແທ້ໆທີ່​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ.—ລືກາ 22:25-27.

ເຮົາ​ຈະ​ຍອມ​ໃຫ້​ການ​ຕໍ່ຕ້ານ​ເຮັດ​ໃຫ້​ເຮົາ​ໝົດ​ກຳລັງ​ໃຈ​ບໍ ຫຼື​ເຮົາ​ຈະ​ປະກາດ​ຕໍ່ໆໄປ​ດ້ວຍ​ຄວາມ​ກະຕືລືລົ້ນ?

13. ເຮົາ​ອາດ​ປະສົບ​ກັບ​ການ​ທົດລອງ​ອັນ​ໃດ​ທີ່​ຄ້າຍ​ກັບ​ການ​ທົດລອງ​ທີ່​ພະ​ເຍຊູ​ໄດ້​ອົດ​ທົນ​ເອົາ?

13 ເຮົາ​ອາດ​ປະເຊີນ​ການ​ທົດລອງ​ຄ້າຍ​ກັບ​ທີ່​ພະ​ເຍຊູ​ໄດ້​ອົດ​ທົນ​ເອົາ. ຕົວຢ່າງ ເຮົາ​ອາດ​ພໍ້​ຜູ້​ຄົນ​ທີ່​ບໍ່​ຕອບ​ຮັບ​ຫຼື​ແມ່ນ​ແຕ່​ຕໍ່ຕ້ານ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ເຮົາ​ຈະ​ຍອມ​ໃຫ້​ການ​ຕອບ​ສະໜອງ​ແນວ​ນັ້ນ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ​ບໍ ຫຼື​ເຮົາ​ຈະ​ປະກາດ​ຕໍ່ໆໄປ​ດ້ວຍ​ຄວາມ​ກະຕືລືລົ້ນ? (ຕິໂຕ 2:14) ເຮົາ​ອາດ​ຖືກ​ທົດລອງ​ຍ້ອນ​ຄວາມ​ບໍ່​ສົມບູນແບບ​ຂອງ​ພີ່ນ້ອງ​ຄລິດສະຕຽນ. ຄຳເວົ້າ​ທີ່​ບໍ່​ໄດ້​ຄຶດ​ລ່ວງ​ໜ້າ​ຫຼື​ການ​ກະທຳ​ທີ່​ບໍ່​ໄດ້​ຄິດ​ຄັກໆອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຈັບ​ໃຈ. (ສຸພາສິດ 12:18) ເຮົາ​ຈະ​ປ່ອຍ​ໃຫ້​ຂໍ້​ບົກ​ພ່ອງ​ຂອງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ໝົດ​ຫວັງ​ໃນ​ໂຕ​ເຂົາ​ເຈົ້າ​ບໍ ຫຼື​ເຮົາ​ຈະ​ອົດ​ທົນ​ກັບ​ຂໍ້​ບົກ​ພ່ອງ​ນັ້ນ​ຕໍ່ໆໄປ​ແລະ​ຊອກ​ຫາ​ສ່ວນ​ທີ່​ດີ​ໃນ​ໂຕ​ເຂົາ​ເຈົ້າ?—ໂກໂລດ 3:13.

ສິ່ງ​ທີ່​ຊ່ວຍ​ໃຫ້​ພະ​ເຍຊູ​ອົດ​ທົນ

14. ປັດໄຈ​ສອງ​ຢ່າງ​ອັນ​ໃດ​ທີ່​ຊ່ວຍ​ພະ​ເຍຊູ​ໃຫ້​ຢືນຢັດ​ໝັ້ນ​ຄົງ?

14 ສິ່ງ​ໃດ​ທີ່​ຊ່ວຍ​ໃຫ້​ພະ​ເຍຊູ​ຢືນຢັດ​ໝັ້ນ​ຄົງ​ແລະ​ຮັກສາ​ຄວາມ​ສັດ​ຊື່​ເຖິງ​ແມ່ນ​ວ່າ​ປະເຊີນ​ກັບ​ການ​ໝິ່ນ​ປະໝາດ ຄວາມ​ຜິດ​ຫວັງ ແລະ​ຄວາມ​ທໍລະມານ​ທຸກ​ຢ່າງ? ມີ​ປັດໄຈ​ສອງ​ຢ່າງ​ທີ່​ຄ້ຳ​ຊູ​ພະ​ເຍຊູ. ປັດໄຈ​ທຳອິດ ພະອົງ​ໝາຍ​ເພິ່ງ​ພະເຢໂຫວາ ໂດຍ​ອ້ອນວອນ​ຕໍ່ “ພະເຈົ້າ​ຜູ້​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ອົດ​ທົນ.” (ໂລມ 15:5, ທ.ປ.) ປັດໄຈ​ທີ​ສອງ ພະ​ເຍຊູ​ເບິ່ງ​ໄປ​ທີ່​ຂ້າງ​ໜ້າ ໂດຍ​ເລັງ​ໃສ່​ສິ່ງ​ທີ່​ຄວາມ​ພຽນ​ອົດ​ທົນ​ຂອງ​ພະອົງ​ຈະ​ນຳ​ໄປ​ສູ່. ຂໍ​ໃຫ້​ພິຈາລະນາ​ປັດໄຈ​ເຫຼົ່ານີ້​ເທື່ອ​ລະ​ຢ່າງ.

15, 16. (ກ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ບໍ່​ໄດ້​ອາໄສ​ກຳລັງ​ຂອງ​ຕົນ​ເພື່ອ​ຈະ​ອົດ​ທົນ​ໄດ້? (ຂ) ພະ​ເຍຊູ​ມີ​ຄວາມ​ເຊື່ອ​ໝັ້ນ​ອັນ​ໃດ​ໃນ​ພໍ່ ແລະ​ເພາະ​ເຫດ​ໃດ?

15 ເຖິງ​ແມ່ນ​ວ່າ​ເປັນ​ລູກ​ຊາຍ​ຜູ້​ສົມບູນແບບ​ຂອງ​ພະເຈົ້າ ພະ​ເຍຊູ​ກໍ​ບໍ່​ໄດ້​ອາໄສ​ກຳລັງ​ຂອງ​ຕົນ​ເພື່ອ​ຈະ​ອົດ​ທົນ​ໄດ້. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະອົງ​ໝາຍ​ເພິ່ງ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ແລະ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ “[ພະຄລິດ] ໄດ້​ຖວາຍ​ຄຳ​ອ້ອນວອນ​ແລະ​ຄຳ​ວອນ​ຂໍ​ເຊີນ​ດ້ວຍ​ຮ້ອງ​ສຽງ​ດັງ​ແລະ​ນ້ຳ​ຕາ​ໄຫຼ​ເປັນ​ອັນ​ມາກ​ແກ່​ພະເຈົ້າ​ຜູ້​ອາດ​ຈະ​ຊ່ອຍ​ພະອົງ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ໄດ້.” (ເຫບເລີ 5:7) ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຍຊູ “ໄດ້​ຖວາຍ” ບໍ່​ພຽງ​ແຕ່​ຄຳ​ຂໍຮ້ອງ​ແຕ່​ຍັງ​ຖວາຍ​ຄຳ​ອ້ອນວອນ​ນຳ​ອີ​ກ. ຄຳ​ວ່າ “ອ້ອນວອນ” ໝາຍ​ເຖິງ​ການ​ຂໍຮ້ອງ​ຢ່າງ​ຈິງ​ໃຈ​ແລະ​ຈິງ​ຈັງ​ເປັນ​ພິເສດ ແມ່ນ​ແລ້ວ ເປັນ​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ. ການ​ທີ່​ໃນ​ພາສາ​ເດີມ​ໃຊ້​ຄຳ “ອ້ອນວອນ” ໃນ​ຮູບ​ພະຫຸພົດ​ຊີ້​ບອກ​ວ່າ​ພະ​ເຍຊູ​ອ້ອນວອນ​ຕໍ່​ພະເຢໂຫວາ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ. ທີ່​ຈິງ ຢູ່​ສວນ​ເຄດເຊມາເນ​ພະ​ເຍຊູ​ໄດ້​ອະທິດຖານ​ຢ່າງ​ຈິງ​ຈັງ​ຫຼາຍ​ຄັ້ງ.—ມັດທາຍ 26:36-44.

16 ພະ​ເຍຊູ​ມີ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມທີ​ວ່າ​ພະເຢໂຫວາ​ຈະ​ຕອບ​ຄຳ​ອ້ອນວອນ​ຂອງ​ພະອົງ ເພາະ​ຮູ້​ວ່າ​ພໍ່​ເປັນ “ຜູ້​ຟັງ​ຄວາມ​ອ້ອນວອນ.” (ຄຳເພງ 65:2) ໃນ​ໄລຍະ​ເວລາ​ກ່ອນ​ການ​ມີ​ຊີວິດ​ເປັນ​ມະນຸດ ລູກ​ຊາຍ​ກົກ​ໄດ້​ເຫັນ​ວິທີ​ທີ່​ພໍ່​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ນະມັດສະການ​ທີ່​ຈົງ​ຮັກ​ພັກດີ. ຕົວຢ່າງ ລູກ​ຊາຍ​ໄດ້​ເປັນ​ພະຍານ​ໃນ​ສະຫວັນ​ເມື່ອ​ພະເຢໂຫວາ​ໄດ້​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໄປ​ເພື່ອ​ຕອບ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ຜູ້​ພະຍາກອນ​ດານຽນ ແມ່ນ​ແຕ່​ກ່ອນ​ທີ່​ດານຽນ​ຈະ​ຈົບ​ຄຳ​ອະທິດຖານ​ຂອງ​ລາວ​ຊ້ຳ. (ດານຽນ 9:20, 21) ດັ່ງນັ້ນ ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ພໍ່​ຈະ​ບໍ່​ຕອບ​ຄຳ​ອະທິດຖານ​ເມື່ອ​ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ​ອະທິດຖານ​ຢ່າງ​ສຸດ​ຫົວໃຈ “ດ້ວຍ​ຮ້ອງ​ສຽງ​ດັງ​ແລະ​ນ້ຳ​ຕາ​ໄຫຼ​ເປັນ​ອັນ​ມາກ”? ພະເຢໂຫວາ​ໄດ້​ຕອບ​ສະໜອງ​ຕໍ່​ຄຳ​ອ້ອນວອນ​ຕ່າງໆຂອງ​ລູກ​ຊາຍ​ໂດຍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໃຫ້​ມາ​ເສີມ​ກຳລັງ​ເພື່ອ​ຈະ​ທົນ​ການ​ທົດລອງ​ທີ່​ໜັກ​ໜ່ວງ​ນັ້ນ​ໄດ້.—ລືກາ 22:43.

17. ເພື່ອ​ຈະ​ອົດ​ທົນ​ໄດ້ ເປັນ​ຫຍັງ​ເຮົາ​ຄວນ​ໝາຍ​ເພິ່ງ​ພະເຈົ້າ ແລະ​ເຮົາ​ອາດ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

17 ເພື່ອ​ຈະ​ອົດ​ທົນ​ໄດ້ ເຮົາ​ກໍ​ເຊັ່ນ​ກັນ​ຕ້ອງ​ໝາຍ​ເພິ່ງ​ພະເຈົ້າ “ຜູ້​ຊູ​ແຮງ​ຂອງ​ເຮົາ.” (ຟີລິບ 4:13) ຖ້າ​ລູກ​ຊາຍ​ຜູ້​ສົມບູນແບບ​ຂອງ​ພະເຈົ້າ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະອ້ອນວອນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຢໂຫວາ ເຮົາ​ກໍ​ແຮ່ງ​ຄວນ​ອ້ອນວອນ​ຂໍ​ຫຼາຍ​ກວ່າ​ນັ້ນ​ອີ​ກ! ຄື​ກັບ​ພະ​ເຍຊູ ເຮົາ​ອາດ​ຕ້ອງ​ອ້ອນວອນ​ພະເຢໂຫວາ​ເທື່ອ​ແລ້ວ​ເທື່ອ​ອີ​ກ. (ມັດທາຍ 7:7) ເຖິງ​ແມ່ນ​ເຮົາ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ທູດ​ສະຫວັນ​ຈະ​ມາ​ຫາ​ເຮົາ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈະ​ຕອບ​ຄຳ​ອ້ອນວອນ​ຂອງ​ຄລິດສະຕຽນ​ຜູ້​ຈົງ​ຮັກ​ພັກດີ​ເຊິ່ງ “ອ້ອນວອນ​ຢູ່​ທັງ​ກາງຄືນ​ແລະ​ກາງເວັນ.” (1 ຕີໂມເຕ 5:5) ເຖິງ​ວ່າ​ເຮົາ​ຈະ​ປະເຊີນ​ກັບ​ຄວາມ​ລຳບາກ​ໃດໆກໍ​ຕາມ ບໍ່​ວ່າ​ຈະ​ເປັນ​ສຸຂະພາບ​ທີ່​ບໍ່​ດີ ຄວາມ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ ຫຼື​ການ​ກົດ​ຂີ່​ຂົ່ມເຫງ​ຂອງ​ພວກ​ຜູ້​ຕໍ່ຕ້ານ ພະເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ດ້ວຍ​ໃຈ​ແຮງ​ກ້າ​ຂອງ​ເຮົາ​ເພື່ອ​ໃຫ້​ມີ​ສະຕິປັນຍາ ຄວາມ​ກ້າຫານ ແລະ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້.—2 ໂກລິນໂທ 4:7-11; ຢາໂກໂບ 1:5.

ພະເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ທີ່​ແຮງ​ກ້າ​ຂອງ​ເຮົາ​ທີ່​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ໃຫ້​ອົດ​ທົນ

18. ພະ​ເຍຊູ​ເຮັດ​ແນວ​ໃດ​ໃນ​ການ​ເບິ່ງ​ຂ້າມ​ຄວາມ​ລຳບາກ​ໄປ​ຫາ​ສິ່ງ​ທີ່​ຢູ່​ຂ້າງ​ໜ້າ?

18 ປັດໄຈ​ທີ​ສອງ​ທີ່​ຊ່ວຍ​ພະ​ເຍຊູ​ໃຫ້​ອົດ​ທົນ​ໄດ້​ແມ່ນ​ການ​ເບິ່ງ​ຂ້າມ​ຄວາມ​ລຳບາກ​ໄປ​ຫາ​ສິ່ງ​ທີ່​ຢູ່​ຂ້າງ​ໜ້າ. ຄຳພີໄບເບິນ​ເວົ້າ​ກ່ຽວ​ກັບ​ພະ​ເຍຊູ​ວ່າ “ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່​ໜ້າ​ພະອົງ​ກໍ​ໄດ້​ທົນ​ເອົາ​ໄມ້​ກາງເຂນ.” (ເຫບເລີ 12:2) ຕົວຢ່າງ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ເຖິງ​ວິທີ​ທີ່​ຄວາມຫວັງ ຄວາມ​ຍິນດີ ແລະ​ຄວາມ​ອົດ​ທົນ​ເຮັດ​ວຽກ​ປະສານ​ກັນ. ເລື່ອງ​ນີ້​ອາດ​ສະຫຼຸບ​ໄດ້​ດັ່ງ​ຕໍ່​ໄປ​ນີ້ ຄວາມຫວັງ​ນຳ​ໄປ​ສູ່​ຄວາມ​ຍິນດີ ແລະ​ຄວາມ​ຍິນດີ​ນຳ​ໄປ​ສູ່​ຄວາມ​ອົດ​ທົນ. (ໂລມ 15:13; ໂກໂລດ 1:11) ພະ​ເຍຊູ​ມີ​ອະນາຄົດ​ອັນ​ດີ​ເລີດ​ຢູ່​ຂ້າງ​ໜ້າ. ພະອົງ​ຮູ້​ວ່າ​ຄວາມ​ສັດ​ຊື່​ຂອງ​ຕົນ​ຈະ​ຊ່ວຍ​ພິສູດ​ເຖິງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພໍ່​ແລະ​ຊ່ວຍ​ພະອົງ​ໃຫ້​ຊື້​ຄອບຄົວ​ມະນຸດ​ຊາດ​ຄືນ​ຈາກ​ບາບແລະ​ຄວາມ​ຕາຍ. ພະ​ເຍຊູ​ຍັງ​ມີ​ຄວາມຫວັງ​ທີ່​ຈະ​ປົກຄອງ​ເປັນ​ກະສັດ​ແລະ​ຮັບໃຊ້​ເປັນ​ປະໂລຫິດ​ໃຫຍ່​ເພື່ອ​ຈະ​ນຳ​ເອົາ​ພະ​ພອນ​ມາກ​ມາຍ​ມາ​ສູ່​ມະນຸດ​ຊາດ​ທີ່​ເຊື່ອ​ຟັງ. (ມັດທາຍ 20:28; ເຫບເລີ 7:23-26) ໂດຍ​ເພັ່ງເລັງ​ຢູ່​ທີ່​ອະນາຄົດ​ແລະ​ຄວາມຫວັງ​ທີ່​ຢູ່​ຕໍ່​ໜ້າ​ພະອົງ ພະ​ເຍຊູ​ພົບ​ຄວາມ​ຍິນດີ​ຈົນ​ສຸດ​ຈະ​ພັນລະນາ​ໄດ້ ແລະ​ຄວາມ​ຍິນດີ​ນັ້ນ​ກໍ​ຊ່ວຍ​ພະອົງ​ໃຫ້​ອົດ​ທົນ.

19. ເມື່ອ​ປະເຊີນ​ກັບ​ການ​ທົດລອງ​ຄວາມ​ເຊື່ອ ເຮົາ​ຈະ​ໃຫ້​ຄວາມຫວັງ ຄວາມ​ຍິນດີ ແລະ​ຄວາມ​ອົດ​ທົນ​ເຮັດ​ວຽກ​ປະສານ​ກັນ​ແນວ​ໃດ​ເພື່ອ​ປະໂຫຍດ​ຂອງ​ເຮົາ?

19 ຄື​ກັບ​ພະ​ເຍຊູ ເຮົາ​ຕ້ອງ​ໃຫ້​ຄວາມຫວັງ ຄວາມ​ຍິນດີ ແລະ​ຄວາມ​ອົດ​ທົນ​ເຮັດ​ວຽກ​ປະສານ​ກັນ​ເພື່ອ​ປະໂຫຍດ​ຂອງ​ເຮົາ. ອັກຄະສາວົກ​ໂປໂລ​ກ່າວ​ວ່າ “ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ໄວ້​ໃຈ [“ຄວາມຫວັງ,” ລ.ມ.].” ຈາກ​ນັ້ນ​ລາວ​ກ່າວ​ຕື່ມ​ອີ​ກວ່າ “ຈົ່ງ​ມີ​ໃຈ​ອົດ​ທົນ​ໃນ​ການ​ຍາກ​ລຳບາກ.” (ໂລມ 12:12) ຕອນ​ນີ້ ເຈົ້າ​ກຳລັງ​ປະສົບ​ກັບ​ການ​ທົດລອງ​ທີ່​ຮຸນແຮງ​ຍ້ອນ​ຄວາມ​ເຊື່ອ​ບໍ? ຖ້າ​ເຊັ່ນ​ນັ້ນ​ກໍ​ຂໍ​ໃຫ້​ເບິ່ງ​ໄປ​ຂ້າງ​ໜ້າ. ຢ່າຊູ່​ລືມ​ວ່າ​ຄວາມ​ອົດ​ທົນ​ຂອງ​ເຈົ້າ​ຈະ​ນຳ​ເອົາ​ຄຳ​ສັນລະເສີນ​ມາ​ໃຫ້​ກັບ​ຊື່​ຂອງ​ພະເຢໂຫວາ. ຈົ່ງ​ຮັກສາ​ຄວາມຫວັງ​ອັນ​ລ້ຳ​ຄ່າ​ໃນ​ເລື່ອງ​ລາຊະອານາຈັກ​ໄວ້​ໃຫ້​ຊັດເຈນ. ຈົ່ງ​ນຶກ​ພາບ​ວ່າ​ຕົນ​ເອງ​ຢູ່​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ​ທີ່​ຫຍັບ​ໃກ້​ເຂົ້າ​ມາ ແລະ​ຈົ່ງ​ນຶກ​ພາບ​ວ່າ​ຕົນ​ເອງ​ກຳລັງ​ປະສົບ​ກັບ​ພະ​ພອນ​ຕ່າງໆໃນ​ອຸທິຍານ. ການ​ຄາດ​ໝາຍ​ລ່ວງ​ໜ້າ​ເຖິງ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ສິ່ງ​ຕ່າງໆທີ່​ໜ້າ​ອັດສະຈັນ​ໃຈ​ເຊິ່ງ​ພະເຢໂຫວາ​ໄດ້​ສັນຍາ​ໄວ້ ນັ້ນ​ລວມ​ເຖິງ​ການ​ພິສູດ​ເຖິງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະອົງ ການ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ອອກ​ໄປ​ຈາກ​ແຜ່ນດິນ​ໂລກ ແລະ​ການ​ກຳຈັດ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ຕາຍ ຈະ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ ແລະ​ນັ້ນ​ກໍ​ຈະ​ຊ່ວຍ​ໃຫ້​ອົດ​ທົນ​ໄດ້​ບໍ່​ວ່າ​ການ​ຍາກ​ລຳບາກ​ໃດໆເກີດຂຶ້ນ. ເມື່ອ​ສົມ​ທຽບ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄວາມຫວັງ​ເລື່ອງ​ລາຊະອານາຈັກ ຄວາມ​ລຳບາກ​ໃດໆໃນ​ລະບົບ​ນີ້​ຈຶ່ງ​ເປັນ​ເລື່ອງ “ອັນ​ເບົາ . . . ທີ່​ມີ​ຢູ່​ແຕ່​ສັກ​ເວລາ​ໜ້ອຍ.”—2 ໂກລິນໂທ 4:17.

“ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ​ໄປ”

20, 21. ໃນ​ເລື່ອງ​ຄວາມ​ອົດ​ທົນ ພະເຢໂຫວາ​ຄາດ​ໝາຍ​ຫຍັງ​ຈາກ​ເຮົາ ແລະ​ເຮົາ​ຄວນ​ມີ​ຄວາມ​ຕັ້ງ​ໃຈ​ແນວ​ໃດ?

20 ພະ​ເຍຊູ​ຮູ້​ວ່າ​ການ​ເປັນ​ຜູ້​ຕິດ​ຕາມ​ຂອງ​ພະອົງ​ຈະ​ເປັນ​ແນວ​ທາງ​ທີ່​ທ້າທາຍ​ເຊິ່ງ​ຕ້ອງ​ໃຊ້​ຄວາມ​ອົດ​ທົນ. (ໂຢຮັນ 15:20) ພະອົງ​ພ້ອມ​ທີ່​ຈະ​ນຳ​ທາງ ໂດຍ​ຮູ້​ວ່າ​ຕົວຢ່າງຂອງ​ພະອົງ​ຈະ​ເສີມ​ກຳລັງ​ໃຫ້​ຄົນ​ອື່ນ. (ໂຢຮັນ 16:33) ແມ່ນ​ຢູ່​ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ອັນ​ດີ​ເລີດ​ໃນ​ເລື່ອງ​ຄວາມ​ອົດ​ທົນ ແຕ່​ເຮົາ​ຢູ່​ຫ່າງ​ໄກ​ຫຼາຍ​ຈາກ​ຄວາມ​ສົມບູນແບບ. ພະເຢໂຫວາ​ຄາດ​ໝາຍ​ຫຍັງ​ຈາກ​ເຮົາ? ທ່ານ​ເປໂຕ​ອະທິບາຍ​ວ່າ “ພະຄລິດ . . . ໄດ້​ຮັບ​ທົນ​ທຸກ​ລຳບາກ​ແທນ​ທ່ານ​ທັງ​ຫຼາຍ​ໃຫ້​ເປັນ​ແບບ​ຢ່າງ​ແກ່​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ​ໄປ [“ຢ່າງ​ໃກ້​ຊິດ,” ລ.ມ.].” (1 ເປໂຕ 2:21) ວິທີ​ທີ່​ພະ​ເຍຊູ​ຮັບ​ມື​ກັບ​ຄວາມ​ລຳບາກ​ຕ່າງໆ ພະອົງ​ວາງ “ແບບ​ຢ່າງ” ໄວ້​ເພື່ອ​ໃຫ້​ເຮົາ​ເຮັດ​ຕາມ. * ປະຫວັດ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ທີ່​ພະອົງ​ໄດ້​ສ້າງ​ໄວ້​ອາດ​ສົມ​ທຽບ​ໄດ້​ກັບ “ຮອຍ​ຕີນ.” ເຮົາ​ບໍ່​ສາມາດ​ດຳເນີນ​ຕາມ​ຮອຍ​ຕີນ​ນັ້ນ​ໄດ້​ຢ່າງ​ຄົບ​ຖ້ວນ ແຕ່​ເຮົາ​ສາມາດ​ດຳເນີນ​ຕາມ​ໄດ້​ຢ່າງ “ໃກ້​ຊິດ.”

21 ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ. ຢ່າ​ລືມ​ວ່າ​ແຮ່ງ​ເຮົາ​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຍຊູ​ຢ່າງ​ໃກ້​ຊິດ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ກຽມ​ພ້ອມ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ​ທີ່​ຈະ​ອົດ​ທົນ “ເຖິງ​ທີ່​ສຸດ” ອາດ​ເປັນ​ທີ່​ສຸດ​ຂອງ​ລະບົບ​ເກົ່າ​ນີ້​ຫຼື​ທີ່​ສຸດ​ຂອງ​ຊີວິດ​ເຮົາ​ໃນ​ປັດຈຸບັນ. ເຮົາ​ບໍ່​ຮູ້​ວ່າ​ອັນ​ໃດ​ຈະ​ເກີດຂຶ້ນ​ກ່ອນ ແຕ່​ເຮົາ​ຮູ້​ສິ່ງ​ນີ້​ຄື​ວ່າ ພະເຢໂຫວາ​ຈະ​ໃຫ້​ລາງວັນ​ທີ່​ຄົງ​ຢູ່​ຕະຫຼອດ​ການ​ແກ່​ເຮົາ ຖ້າ​ເຮົາ​ອົດ​ທົນ.—ມັດທາຍ 24:13.

^ ຄຳ​ພາສາ​ກະເລັກ​ທີ່​ແປ​ວ່າ “ແບບ​ຢ່າງ” ມີ​ຄວາມ​ໝາຍ​ຕາມ​ຕົວອັກສອນ​ວ່າ “ຈົດ​ກ່າຍ​ເອົາ.” ໃນ​ພະ​ຄຳ​ພີ​ຄລິດສະຕຽນ​ພາກ​ພາສາ​ກະເລັກ ອັກຄະສາວົກ​ເປໂຕ​ເປັນ​ຜູ້​ຂຽນ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໃຊ້​ຄຳ​ນີ້ ເຊິ່ງ​ໃຊ້​ເວົ້າ​ເພື່ອ​ໝາຍ​ເຖິງ “‘ແມ່​ແບບ’ ໃນ​ປຶ້ມ​ບົດ​ຝຶກ​ຫັດ​ຂອງ​ເດັກ​ນ້ອຍ ເປັນ​ແບບ​ຢ່າງ​ຂອງ​ການ​ຂຽນ​ທີ່​ຄົບ​ຖ້ວນ​ເຊິ່ງ​ເດັກ​ຕ້ອງ​ກ່າຍ​ເອົາ​ໃຫ້​ຄື​ເທົ່າ​ທີ່​ຈະ​ຄື​ໄດ້.”