ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 6

“ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ”

“ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ”

1, 2. ເປັນ​ຫຍັງ​ພໍ່​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈຶ່ງ​ຮູ້ສຶກ​ຍິນດີ​ທີ່​ເຫັນ​ວ່າ​ລູກ​ຊາຍ​ເຊື່ອ​ຟັງ ແລະ​ຄວາມ​ຮູ້ສຶກ​ຂອງ​ພໍ່​ສະທ້ອນ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະເຢໂຫວາ​ຄື​ແນວ​ໃດ?

 ພໍ່​ແນມ​ອອກ​ໄປ​ນອກ​ປ່ອງ​ຢ້ຽມ​ເບິ່ງ​ລູກ​ຊາຍ​ນ້ອຍ​ທີ່​ພວມ​ຫຼິ້ນ​ຢູ່​ກັບ​ໝູ່. ໝາກ​ບານ​ຂອງ​ເຂົາ​ເຈົ້າ​ຟົ້ງ​ຈາກ​ເດີ່ນ​ບ້ານ​ແລ້ວ​ຕົກ​ໃສ່​ຫົນ​ທາງ. ຕາ​ຂອງ​ເດັກ​ນ້ອຍ​ແນມ​ນຳ​ໝາກ​ບານ​ດ້ວຍ​ຄວາມ​ຢາກ​ໄດ້​ຄືນ​ມາ. ໝູ່​ຜູ້​ໜຶ່ງ​ຍົວະ​ລາວ​ໃຫ້​ແລ່ນ​ອອກ​ໄປ​ເອົາ​ໝາກ​ບານ​ຢູ່​ຫົນ​ທາງ ແຕ່​ວ່າ​ເດັກ​ຊາຍ​ຄົນ​ນີ້​ແກວ່ງ​ຫົວ​ແລ້ວ​ເວົ້າ​ວ່າ “ຂ້ອຍ​ເຮັດ​ແນວ​ນັ້ນ​ບໍ່​ໄດ້.” ພໍ່​ຍິ້ມ​ດ້ວຍ​ຄວາມ​ພໍ​ໃຈ.

2 ເປັນ​ຫຍັງ​ພໍ່​ຈຶ່ງ​ຮູ້ສຶກ​ຍິນດີ​ເຊັ່ນ​ນັ້ນ? ເພາະ​ລາວ​ໄດ້​ສັ່ງ​ລູກ​ຊາຍ​ວ່າ​ບໍ່​ໃຫ້​ອອກ​ໄປ​ຫົນ​ທາງ​ຜູ້​ດຽວ. ເມື່ອ​ລູກ​ເຊື່ອ​ຟັງ ເຖິງ​ແມ່ນ​ບໍ່​ຮູ້​ວ່າ​ພໍ່​ກຳລັງ​ເບິ່ງ​ຢູ່ ພໍ່​ຮູ້​ວ່າ​ລູກ​ຊາຍ​ກຳລັງ​ຮຽນ​ຮູ້​ເລື່ອງ​ການ​ເຊື່ອ​ຟັງ​ແລະ​ຜົນ​ຄື​ລູກ​ຈະ​ປອດໄພ​ຫຼາຍ​ກວ່າ. ພໍ່​ຜູ້​ນີ້​ຮູ້ສຶກ​ແບບ​ດຽວ​ກັບ​ພະເຢໂຫວາ ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ພະເຈົ້າ​ຮູ້​ວ່າ​ຖ້າ​ເຮົາ​ຢາກ​ຮັກສາ​ຄວາມ​ສັດ​ຊື່​ແລະ​ຢາກ​ມີ​ຊີວິດ​ເພື່ອ​ເຫັນ​ອະນາຄົດ​ອັນ​ດີ​ເລີດ​ທີ່​ພະອົງ​ກຽມ​ໄວ້​ໃຫ້ ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ແລະ​ເຊື່ອ​ຟັງ​ພະອົງ. (ສຸພາສິດ 3:5, 6) ເພື່ອ​ບັນລຸ​ເປົ້າ​ໝາຍ​ນີ້ ພະອົງ​ໄດ້​ສົ່ງ​ຄູ​ສອນ​ທີ່​ດີ​ທີ່​ສຸດ​ໃນ​ບັນດາ​ຄູ​ທີ່​ເປັນ​ມະນຸດ​ມາ​ໃຫ້​ເຮົາ.

3, 4. ໂດຍ​ວິທີ​ໃດ​ທີ່​ພະ​ເຍຊູ “ໄດ້​ຮຽນ​ຈະ​ນ້ອມ​ຟັງ” ແລະ​ຖືກ​ເຮັດ​ໃຫ້ “ສົມບູນ​ພ້ອມ”? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ຄຳພີໄບເບິນ​ບອກ​ບາງ​ຢ່າງ​ທີ່​ເປັນ​ຕາ​ງຶດ​ກ່ຽວ​ກັບ​ພະ​ເຍຊູ​ທີ່​ວ່າ “ແມ່ນ​ວ່າ​ພະອົງ​ເປັນ​ພະ​ບຸດ​ແລ້ວ ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ​ດ້ວຍ​ຄວາມທຸກ​ລຳບາກ​ທີ່​ພະອົງ​ໄດ້​ທົນ​ຢູ່​ນັ້ນ ແລະ​ເມື່ອ​ເຖິງ​ທີ່​ສຳເລັດ [“ສົມບູນ​ພ້ອມ,” ລ.ມ.] ແລ້ວ ພະອົງ​ໄດ້​ກາຍ​ເປັນ​ຕົ້ນ​ເຫດ​ຄວາມ​ພົ້ນ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ສຳລັບ​ຄົນ​ທັງ​ປວງ​ທີ່​ເຊື່ອ​ຟັງ​ພະອົງ.” (ເຫບເລີ 5:8, 9) ລູກ​ຊາຍ​ຜູ້​ນີ້​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ເປັນ​ເວລາ​ດົນ​ນານ​ຈົນ​ບໍ່​ອາດ​ນັບ​ໄດ້. ພະອົງ​ເຫັນ​ຊາຕານ​ແລະ​ພວກ​ທູດ​ສະຫວັນ​ທີ່​ກະບົດ​ບໍ່​ເຊື່ອ​ຟັງ ແຕ່​ລູກ​ຊາຍ​ກົກ​ບໍ່​ໄດ້​ເຂົ້າຮ່ວມ​ດ້ວຍ. ຄຳ​ພະຍາກອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໄດ້​ນຳ​ເອົາ​ຖ້ອຍຄຳ​ນີ້​ມາ​ໃຊ້​ກັບ​ພະອົງ​ທີ່​ວ່າ “ເຮົາ​ບໍ່​ໄດ້​ຂະບົດ.” (ເອຊາອີ 50:5) ຄັນ​ຊັ້ນ ຖ້ອຍຄຳ​ທີ່​ວ່າ “ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ” ຈະ​ເອົາ​ມາ​ໃຊ້​ແນວ​ໃດ​ກັບ​ລູກ​ຊາຍ​ຜູ້​ນີ້​ທີ່​ເຊື່ອ​ຟັງ​ຢ່າງ​ຄົບ​ຖ້ວນ? ບຸກຄົນ​ທີ່​ສົມບູນແບບ​ເຊັ່ນ​ນັ້ນ​ຈະ​ຖືກ​ເຮັດ​ໃຫ້ “ສົມບູນ​ພ້ອມ” ໄດ້​ແນວ​ໃດ?

4 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ນີ້. ທະຫານ​ມີ​ດາບ​ເຫຼັກ​ດວງ​ໜຶ່ງ. ເຖິງ​ວ່າ​ບໍ່​ເຄີຍ​ມີ​ການ​ທົດລອງ​ໃຊ້​ດາບ​ນີ້​ໃນ​ການ​ສູ້​ຮົບ ແຕ່​ກໍ​ເປັນ​ດາບ​ທີ່​ເຮັດ​ຂຶ້ນ​ມາ​ຢ່າງ​ປະນີດ​ເພື່ອ​ຈະ​ໃຊ້​ໄດ້​ໂດຍ​ບໍ່​ມີ​ບ່ອນ​ຕິ. ຢ່າງ​ໃດ​ກໍ​ຕາມ ລາວ​ເອົາ​ດາບ​ດວງ​ນີ້​ໄປ​ປ່ຽນ​ກັບ​ດາບ​ອີ​ກ​ດວງ​ໜຶ່ງ​ເຊິ່ງ​ເຮັດ​ຈາກ​ໂລຫະ​ທີ່​ແຂງ​ກວ່າ ເປັນ​ເຫຼັກ​ທີ່​ແຂງແຮງ​ທົນ​ທານ. ດາບ​ດວງ​ໃໝ່​ນີ້​ຖືກ​ໃຊ້​ມາ​ແລ້ວ​ຢ່າງ​ມີ​ປະ​ສິດທິ​ຜົນ​ໃນ​ການ​ສູ້​ຮົບ. ນີ້​ເປັນ​ການ​ແລກ​ປ່ຽນ​ທີ່​ສະແດງ​ເຖິງ​ຄວາມ​ສະຫຼາດ​ແມ່ນ​ບໍ? ຄ້າຍ​ກັນ ກ່ອນ​ຈະ​ມາ​ແຜ່ນດິນ​ໂລກ ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເຊື່ອ​ຟັງ​ແບບ​ບໍ່​ມີ​ບ່ອນ​ຕິ. ແຕ່​ເມື່ອ​ຢູ່​ແຜ່ນດິນ​ໂລກ​ນີ້ ການ​ເຊື່ອ​ຟັງ​ຂອງ​ພະອົງ​ກໍ​ມີ​ລັກສະນະ​ທີ່​ຕ່າງ​ອອກ​ໄປ​ຢ່າງ​ແທ້​ຈິງ. ຕອນ​ນີ້​ມີ​ການ​ທົດລອງ​ການ​ເຊື່ອ​ຟັງ​ນັ້ນ ຄື​ກັບ​ວ່າ​ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ກວ່າ​ເກົ່າ ແລະ​ການ​ເຊື່ອ​ຟັງ​ໄດ້​ຮັບ​ການ​ພິສູດ​ໂດຍ​ການ​ທົດລອງ​ຕ່າງໆທີ່​ພະອົງ​ບໍ່​ມີ​ວັນ​ປະສົບ​ໃນ​ສະຫວັນ.

5. ອັນ​ໃດ​ທີ່​ເຮັດ​ໃຫ້​ການ​ເຊື່ອ​ຟັງ​ຂອງ​ພະ​ເຍຊູ​ສຳຄັນ​ຫຼາຍ ແລະ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ນີ້?

5 ການ​ເຊື່ອ​ຟັງ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ວຽກ​ມອບ​ໝາຍ​ທີ່​ໃຫ້​ພະ​ເຍຊູ​ມາ​ແຜ່ນດິນ​ໂລກ. ໃນ​ຖານະ​ເປັນ “ອາດາມ​ອົງ​ທີ່​ສຸດ” ພະ​ເຍຊູ​ມາ​ແຜ່ນດິນ​ໂລກ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຜູ້​ທຳອິດ​ຂອງ​ເຮົາ​ບໍ່​ໄດ້​ເຮັດ ນັ້ນ​ຄື​ການ​ເຊື່ອ​ຟັງ​ພະເຢໂຫວາ​ພະເຈົ້າ​ຕໍ່ໆໄປ ແມ່ນ​ແຕ່​ຢູ່​ພາຍ​ໃຕ້​ການ​ທົດລອງ. (1 ໂກລິນໂທ 15:45) ແຕ່​ການ​ເຊື່ອ​ຟັງ​ຂອງ​ພະ​ເຍຊູ​ບໍ່​ແມ່ນ​ແບບ​ພໍ​ເປັນ​ພິທີ. ພະ​ເຍຊູ​ເຊື່ອ​ຟັງ​ຢ່າງ​ສຸດ​ຈິດ​ໃຈ ສຸດ​ຫົວໃຈ ແລະ​ສຸດ​ຊີວິດ. ແລະ​ພະອົງ​ເຊື່ອ​ຟັງ​ດ້ວຍ​ຄວາມ​ຍິນດີ. ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພໍ່​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ການ​ກິນ​ອາຫານ​ດ້ວຍ​ຊ້ຳ! (ໂຢຮັນ 4:34) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ແບບ​ຢ່າງ​ການ​ເຊື່ອ​ຟັງ​ຂອງ​ພະ​ເຍຊູ? ທຳອິດ​ຂໍ​ໃຫ້​ພິຈາລະນາ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ພະອົງ. ການ​ປູກ​ຝັງ​ແຮງ​ກະຕຸ້ນ​ແບບ​ພະອົງ​ຈະ​ຊ່ວຍ​ເຮົາ​ທັງ​ໃຫ້​ຕ້ານ​ການ​ລໍ້​ໃຈ​ແລະ​ໃຫ້​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຕໍ່ໆໄປ. ຈາກ​ນັ້ນ ຈະ​ພິຈາລະນາ​ຜົນ​ຕອບ​ແທນ​ບາງ​ຢ່າງ​ທີ່​ເກີດ​ຈາກ​ການ​ສຳແດງ​ການ​ເຊື່ອ​ຟັງ​ແບບ​ພະຄລິດ.

ແຮງ​ກະຕຸ້ນ​ຂອງ​ພະ​ເຍຊູ​ໃນ​ການ​ເຊື່ອ​ຟັງ

6, 7. ອັນ​ໃດ​ແດ່​ເປັນ​ແຮງ​ກະຕຸ້ນ​ໃຫ້​ພະ​ເຍຊູ​ເຊື່ອ​ຟັງ?

6 ການ​ເຊື່ອ​ຟັງ​ຂອງ​ພະ​ເຍຊູ​ເກີດ​ມາ​ຈາກ​ຄຸນ​ລັກສະນະ​ຕ່າງໆທີ່​ດີ​ໃນ​ຫົວໃຈ​ພະອົງ. ດັ່ງ​ທີ່​ໄດ້​ເຫັນ​ໃນບົດ​ທີ 3 ພະຄລິດ​ມີ​ຫົວໃຈ​ຖ່ອມ. ຄວາມ​ຍິ່ງ​ເຮັດ​ໃຫ້​ຜູ້​ຄົນ​ຮູ້ສຶກ​ວ່າ​ການ​ເຊື່ອ​ຟັງ​ເຮັດ​ໃຫ້​ເສຍ​ກຽດ ໃນ​ຂະນະ​ທີ່​ຄວາມ​ຖ່ອມ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ພະເຢໂຫວາ​ດ້ວຍ​ຄວາມ​ເຕັມ​ໃຈ. (ອົບພະຍົບ 5:1, 2; 1 ເປໂຕ 5:5, 6) ຍິ່ງ​ກວ່າ​ນັ້ນ ການ​ເຊື່ອ​ຟັງ​ຂອງ​ພະ​ເຍຊູ​ຖືກ​ກະຕຸ້ນ​ຈາກ​ສິ່ງ​ທີ່​ພະອົງ​ຮັກ​ແລະ​ສິ່ງ​ທີ່​ພະອົງ​ກຽດ​ຊັງ.

7 ສຳຄັນ​ທີ່​ສຸດ ພະ​ເຍຊູ​ຮັກ​ພະເຢໂຫວາ​ພໍ່​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ. ຈະ​ມີ​ການ​ພິຈາລະນາ​ກ່ຽວ​ກັບ​ຄວາມ​ຮັກ​ດັ່ງ​ກ່າວ​ຢ່າງ​ລະອຽດ​ຫຼາຍ​ຂຶ້ນ​ໃນບົດ​ທີ 13. ຄວາມ​ຮັກ​ເຊັ່ນ​ນັ້ນ​ເຮັດ​ໃຫ້​ພະ​ເຍຊູ​ພັດທະນາ​ຄວາມ​ຢ້ານຢຳ​ພະເຈົ້າ. ພະອົງ​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ພະເຢໂຫວາ ທັງ​ມີ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສຸດ​ຊຶ້ງ​ຈົນ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພໍ່​ບໍ່​ພໍ​ໃຈ. ຄວາມ​ຢ້ານຢຳ​ພະເຈົ້າ​ເປັນ​ເຫດຜົນ​ໜຶ່ງ​ທີ່​ວ່າ​ຄຳ​ອະທິດຖານ​ຂອງ​ພະ​ເຍຊູ​ເປັນ​ທີ່​ຮັບ​ຟັງ​ດ້ວຍ​ຄວາມ​ພໍ​ໃຈ. (ເຫບເລີ 5:7) ຄວາມ​ຢ້ານຢຳ​ພະເຢໂຫວາ​ຍັງ​ເປັນ​ລັກສະນະ​ເດັ່ນ​ຂອງ​ການ​ປົກຄອງ​ຂອງ​ພະ​ເຍຊູ​ໃນ​ຖານະ​ກະສັດ​ເມຊີ.—ເອຊາອີ 11:3.

ການ​ເລືອ​ກ​ຄວາມ​ບັນເທີງ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຮົາ​ກຽດ​ຊັງ​ສິ່ງ​ທີ່​ບໍ່​ດີ?

8, 9. ດັ່ງ​ທີ່​ພະຍາກອນ​ໄວ້ ພະ​ເຍຊູ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຊອບທຳ​ແລະ​ຄວາມ​ຊົ່ວ​ຮ້າຍ ແລະ​ພະອົງ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ນີ້​ປາກົດ​ແຈ້ງ​ຄື​ແນວ​ໃດ?

8 ການ​ຮັກ​ພະເຢໂຫວາ​ຍັງ​ລວມ​ເອົາ​ການ​ກຽດ​ຊັງ​ສິ່ງ​ທີ່​ພະເຢໂຫວາ​ກຽດ​ຊັງ. ຕົວຢ່າງ ຂໍ​ໃຫ້​ສັງເກດ​ຄຳ​ພະຍາກອນ​ຂໍ້​ນີ້​ທີ່​ກ່າວ​ເຖິງ​ກະສັດ​ເມຊີ​ທີ່​ວ່າ “ພະອົງ​ໄດ້​ຮັກ​ຄວາມ​ຊອບທຳ​ແລະ​ໄດ້​ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ. ເຫດ​ສັນນີ້​ພະເຈົ້າ ພະເຈົ້າ​ຂອງ​ພະອົງ​ໄດ້​ເອົາ​ນ້ຳມັນ​ແຫ່ງ​ຄວາມ​ຍິນດີ​ມາ​ຊະໂລມ​ທາ​ພະອົງ​ທາງ​ເທິງ​ເພື່ອນ​ທັງ​ຫຼາຍຂອງ​ພະອົງ.” (ຄຳເພງ 45:7) “ເພື່ອນ​ທັງ​ຫຼາຍ” ຂອງ​ພະ​ເຍຊູ​ແມ່ນ​ກະສັດ​ອົງ​ອື່ນໆທີ່​ຢູ່​ໃນ​ເຊື້ອ​ວົງ​ຂອງ​ກະສັດ​ດາວິດ. ຍິ່ງ​ກວ່າ​ກະສັດ​ຄົນ​ໃດໆໃນ​ເຊື້ອ​ວົງ​ນີ້ ພະ​ເຍຊູ​ກໍ່​ໃຫ້​ເກີດ​ຄວາມ​ຍິນດີ ຫຼື​ຄວາມ​ປາບ​ປື້ມ​ໃຈ​ຢ່າງ​ຍິ່ງ​ໃນ​ການ​ເຈີມ​ພະອົງ. ເພາະ​ເຫດ​ໃດ? ເພາະ​ລາງວັນ​ຂອງ​ພະອົງ​ແມ່ນ​ຍິ່ງໃຫຍ່​ກວ່າ​ລາງວັນ​ທີ່​ກະສັດ​ເຫຼົ່ານັ້ນ​ໄດ້​ຮັບ ຕຳແໜ່ງ​ກະສັດ​ຂອງ​ພະອົງ​ໃຫ້​ປະໂຫຍດ​ຫຼາຍ​ກວ່າ​ຢ່າງ​ບໍ່​ມີ​ວັນ​ຈົບ​ສິ້ນ. ພະອົງ​ໄດ້​ຮັບ​ລາງວັນ​ເພາະ​ພະອົງ​ຮັກ​ຄວາມ​ຊອບທຳ ແລະ​ການ​ກຽດ​ຊັງ​ຄວາມ​ຊົ່ວ​ໄດ້​ກະຕຸ້ນ​ພະອົງ​ໃຫ້​ເຊື່ອ​ຟັງ​ພະເຈົ້າ​ໃນ​ທຸກ​ສິ່ງ.

9 ພະ​ເຍຊູ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຂອງ​ພະອົງ​ຕໍ່​ຄວາມ​ຊອບທຳ​ແລະ​ຄວາມ​ຊົ່ວ​ຮ້າຍ​ປາກົດ​ແຈ້ງ​ຄື​ແນວ​ໃດ? ຕົວຢ່າງ ເມື່ອ​ພວກ​ລູກສິດ​ເຊື່ອ​ຟັງ​ການ​ຊີ້​ນຳ​ຂອງ​ພະອົງ​ໃນ​ເລື່ອງ​ວຽກ​ການ​ປະກາດ​ແລະ​ດ້ວຍ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເກັບ​ກ່ຽວ​ຜົນ​ທີ່​ດີ ພະ​ເຍຊູ​ຕອບ​ສະໜອງ​ແນວ​ໃດ? ພະອົງ​ໄດ້​ຊົມຊື່ນ​ຍິນດີ​ຫຼາຍ. (ລືກາ 10:1, 17, 21) ແລະ​ເມື່ອ​ປະຊາຊົນ​ຊາວ​ເມືອງ​ເຢຣຶຊາເລມ​ສະແດງ​ນ້ຳໃຈ​ບໍ່​ເຊື່ອ​ຟັງ​ເທື່ອ​ແລ້ວ​ເທື່ອ​ອີ​ກ ແລະ​ປະຕິເສດ​ຄວາມ​ຊ່ວຍ​ເຫຼືອ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະອົງ ພະ​ເຍຊູ​ຮູ້ສຶກ​ແນວ​ໃດ? ພະອົງ​ຮ້ອງໄຫ້​ຍ້ອນ​ແນວ​ທາງ​ການ​ກະບົດ​ຂອງ​ເມືອງ​ນີ້. (ລືກາ 19:41, 42) ພະ​ເຍຊູ​ເປັນ​ຫ່ວງ​ຢ່າງ​ຍິ່ງ​ໃນ​ເລື່ອງ​ຄວາມ​ປະພຶດ​ທີ່​ດີ​ແລະ​ທີ່​ບໍ່​ດີ.

10. ເຮົາ​ຕ້ອງ​ປູກ​ຝັງ​ຄວາມ​ຮູ້ສຶກ​ແບບ​ໃດ​ຕໍ່​ການ​ກະທຳ​ທີ່​ຊອບທຳ​ແລະ​ການ​ກະທຳ​ທີ່​ຜິດ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ໄດ້?

10 ການ​ຄິດ​ຕຶກຕອງ​ເລື່ອງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ເຮົາ​ເອງ​ໃນ​ເລື່ອງ​ການ​ເຊື່ອ​ຟັງ​ພະເຢໂຫວາ. ເຖິງ​ວ່າ​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ສາມາດ​ປູກ​ຝັງ​ຄວາມ​ຮັກ​ອັນ​ແຮງ​ກ້າ​ຕໍ່​ການ​ກະທຳ​ທີ່​ດີ​ແລະ​ກຽດ​ຊັງ​ຢ່າງ​ຈິງ​ຈັງ​ຕໍ່​ການ​ປະພຶດ​ທີ່​ຜິດ. ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະເຢໂຫວາ ຂໍ​ພະອົງ​ໃຫ້​ຊ່ວຍ​ເຮົາ​ປູກ​ຝັງ​ຄວາມ​ຮູ້ສຶກ​ທີ່​ຄື​ກັບ​ພະອົງ​ແລະ​ທີ່​ຄື​ກັບ​ລູກ​ຊາຍ​ພະອົງ. (ຄຳເພງ 51:10) ໃນ​ເວລາ​ດຽວ​ກັນ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ອິດທິພົນ​ຕ່າງໆທີ່​ຈະ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ເຊັ່ນ​ນັ້ນ​ອ່ອນ​ລົງ​ໄປ. ການ​ເລືອ​ກ​ຄວາມ​ບັນເທີງ​ແລະ​ການ​ຄົບຫາ​ຢ່າງ​ຮອບຄອບ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ. (ສຸພາສິດ 13:20; ຟີລິບ 4:8) ຖ້າ​ເຮົາ​ປູກ​ຝັງ​ແຮງ​ກະຕຸ້ນ​ແບບ​ພະຄລິດ ການ​ເຊື່ອ​ຟັງ​ຂອງ​ເຮົາ​ຈະ​ບໍ່​ໄດ້​ເປັນ​ການ​ທຳ​ທ່າ​ເຮັດ​ເອົາ. ເຮົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເພາະ​ເຮົາ​ຢາກ​ເຮັດ​ສິ່ງ​ນັ້ນ. ເຮົາ​ຈະ​ຫຼີກ​ລ່ຽງ​ການ​ກະທຳ​ທີ່​ບໍ່​ດີ ບໍ່​ແມ່ນ​ເພາະ​ເຮົາ​ຢ້ານ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ຜິດ ແຕ່​ຍ້ອນ​ເຮົາ​ກຽດ​ຊັງ​ການ​ປະພຶດ​ເຊັ່ນ​ນັ້ນ.

“ພະອົງ​ບໍ່​ໄດ້​ກະທຳ​ບາບ​ສັກ​ເທື່ອ”

11, 12. (ກ) ມີ​ຫຍັງ​ເກີດຂຶ້ນ​ກັບ​ພະ​ເຍຊູ​ໃນ​ຕອນ​ຕົ້ນໆຂອງ​ວຽກ​ຮັບໃຊ້? (ຂ) ທຳອິດ​ຊາຕານ​ລໍ້​ໃຈ​ພະ​ເຍຊູ​ແນວ​ໃດ ໂດຍ​ໃຊ້​ອຸບາຍ​ທີ່​ມີ​ເລ່ຫຼ່ຽມ​ອັນ​ໃດ?

11 ໃນ​ເລື່ອງ​ການ​ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ ມີ​ການ​ທົດ​ສອບ​ພະ​ເຍຊູ​ໃນ​ຕອນ​ຕົ້ນໆຂອງ​ວຽກ​ຮັບໃຊ້. ພາຍ​ຫຼັງ​ທີ່​ຮັບ​ບັບເຕມາ ພະອົງ​ຢູ່​ໃນ​ປ່າ​ເປັນ​ເວລາ 40 ມື້ 40 ຄືນ ໂດຍ​ທີ່​ບໍ່​ໄດ້​ກິນ​ອາຫານ​ເລີຍ. ໃນ​ຕອນ​ທ້າຍ​ຂອງ​ໄລຍະ​ນັ້ນ ຊາຕານ​ໄດ້​ມາ​ລໍ້​ໃຈ​ພະອົງ. ຂໍ​ໃຫ້​ສັງເກດ​ວ່າ​ພະຍາມານ​ມີ​ເລ່ຫຼ່ຽມ​ຫຼາຍ​ສ່ຳ​ໃດ.—ມັດທາຍ 4:1-11.

12 ທຳອິດ​ຊາຕານ​ບອກ​ວ່າ “ຖ້າ​ພະອົງ​ເປັນ​ພະ​ບຸດ​ແຫ່ງ​ພະເຈົ້າ ຈົ່ງ​ບອກ​ກ້ອນ​ຫີນ​ທັງ​ຫຼາຍ​ນີ້​ໃຫ້​ກາຍ​ເປັນ​ເຂົ້າຈີ່​ເຖີ້ນ.” (ມັດທາຍ 4:3) ພະ​ເຍຊູ​ຮູ້ສຶກ​ແນວ​ໃດ​ພາຍ​ຫຼັງ​ທີ່​ໄດ້​ອົດ​ອາຫານ​ມາ​ດົນ​ແລ້ວ? ຄຳພີໄບເບິນ​ກ່າວ​ຢ່າງ​ຊັດເຈນ​ວ່າ “ພະອົງ​ຢາກ​ກິນ​ອາຫານ.” (ມັດທາຍ 4:2) ສະນັ້ນ ຊາຕານ​ສວຍ​ໂອກາດ​ຈາກ​ຄວາມ​ປາຖະໜາ​ຕາມ​ທຳມະຊາດ​ໃນ​ເລື່ອງ​ຢາກ​ກິນ​ອາຫານ ແນ່ນອນ​ວ່າ​ມັນ​ຈົງໃຈ​ລໍ​ຖ້າ​ຈົນ​ພະ​ເຍຊູ​ຢູ່​ໃນ​ສະພາບ​ອ່ອນ​ເພຍ​ທາງ​ຮ່າງກາຍ. ຂໍ​ໃຫ້​ສັງເກດ​ຄຳເວົ້າ​ທີ່​ສຽດ​ສີ​ຂອງ​ຊາຕານ​ທີ່​ວ່າ “ຖ້າ​ພະອົງ​ເປັນ​ພະ​ບຸດ​ແຫ່ງ​ພະເຈົ້າ” ຊາຕານ​ຮູ້​ວ່າ​ພະ​ເຍຊູ​ເປັນ “ບຸດ​ຫົວ​ທີ​ແຫ່ງ​ສັບພະ​ທຸກ​ສິ່ງ​ທີ່​ສ້າງ​ແລ້ວ.” (ໂກໂລດ 1:15) ແຕ່​ພະ​ເຍຊູ​ບໍ່​ໄດ້​ຍອມ​ໃຫ້​ຊາຕານ​ລໍ້​ພະອົງ​ໃຫ້​ບໍ່​ເຊື່ອ​ຟັງ​ພະເຈົ້າ. ພະ​ເຍຊູ​ຮູ້​ວ່າ​ພະເຈົ້າ​ບໍ່​ມີ​ໃຈ​ປະສົງ​ທີ່​ຈະ​ໃຫ້​ພະອົງ​ໃຊ້​ລິດເດດ​ດ້ວຍ​ຈຸດ​ປະສົງ​ທີ່​ເຫັນ​ແກ່​ຕົວ. ພະອົງ​ບໍ່​ຍອມ​ເຮັດ​ເຊັ່ນ​ນັ້ນ ພະອົງ​ຖ່ອມ​ໃຈ​ໝາຍ​ເພິ່ງ​ພະເຢໂຫວາ​ເພື່ອ​ໄດ້​ຮັບ​ການ​ຄ້ຳ​ຊູ​ແລະ​ການ​ຊີ້​ນຳ.—ມັດທາຍ 4:4.

13-15. (ກ) ຊາຕານ​ເຮັດ​ແນວ​ໃດ​ໃນ​ການ​ລໍ້​ໃຈ​ພະ​ເຍຊູ​ຄັ້ງ​ທີ​ສອງ​ແລະ​ຄັ້ງ​ທີ​ສາມ ແລະ​ພະ​ເຍຊູ​ໂຕ້​ຕອບ​ແນວ​ໃດ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຍຊູ​ລະວັງ​ຊາຕານ​ຢູ່​ສະເໝີ?

13 ໃນ​ການ​ລໍ້​ໃຈ​ຄັ້ງ​ທີ​ສອງ ຊາຕານ​ພາ​ພະ​ເຍຊູ​ໄປ​ຈຸດ​ທີ່​ສູງ​ຫຼາຍ​ຢູ່​ເທິງ​ກຳແພງ​ປ້ອງກັນ​ວິຫານ. ໂດຍ​ການ​ບິດ​ເບືອນ​ພະ​ຄຳ​ຂອງ​ພະເຈົ້າ​ຢ່າງ​ມີ​ເລ່ຫຼ່ຽມ ຊາຕານ​ໄດ້​ລໍ້​ພະ​ເຍຊູ​ໃຫ້​ສະແດງ​ການ​ໂອ້​ອວດ​ໂດຍ​ໂດດ​ລົງ​ມາ​ຈາກ​ບ່ອນ​ທີ່​ສູງ​ນັ້ນ​ເພື່ອ​ພວກ​ທູດ​ສະຫວັນ​ຈະ​ຕ້ອງ​ມາ​ຊ່ວຍ​ຊີວິດ​ພະອົງ. ຖ້າ​ຝູງ​ຊົນ​ທີ່​ຢູ່​ວິຫານ​ເຫັນ​ການອັດສະຈັນ​ເຊັ່ນ​ນັ້ນ ຫຼັງ​ຈາກ​ນັ້ນ​ຈະ​ມີ​ໃຜ​ບໍ​ທີ່​ກ້າ​ຍົກ​ຂໍ້​ສົງໄສ​ຂຶ້ນ​ມາ​ໃນ​ເລື່ອງ​ທີ່​ວ່າ​ພະ​ເຍຊູ​ເປັນ​ເມຊີ​ທີ່​ໄດ້​ສັນຍາ​ໄວ້? ແລະ​ຖ້າ​ຝູງ​ຊົນ​ຍອມ​ຮັບ​ພະ​ເຍຊູ​ໃນ​ຖານະ​ເປັນ​ເມຊີ​ໂດຍ​ອາໄສ​ການ​ສະແດງ​ທີ່​ຕື່ນ​ເຕັ້ນ​ເຊັ່ນ​ນັ້ນ ພະ​ເຍຊູ​ຄົງ​ຫຼີກ​ລ່ຽງ​ຄວາມ​ຍາກ​ລຳບາກ​ມາກ​ມາຍ​ໄດ້​ແມ່ນ​ບໍ? ອາດ​ເປັນ​ໄປ​ໄດ້. ແຕ່​ພະ​ເຍຊູ​ຮູ້​ວ່າ​ພະເຢໂຫວາ​ມີ​ໃຈ​ປະສົງ​ໃຫ້​ຜູ້​ເປັນ​ເມຊີ​ເຮັດ​ວຽກ​ຂອງ​ຕົນ​ດ້ວຍ​ທ່າທີ​ທີ່​ຖ່ອມ​ຕົວ ບໍ່​ແມ່ນ​ໂດຍ​ຊັກ​ຈູງ​ຜູ້​ຄົນ​ໃຫ້​ເຊື່ອ​ດ້ວຍການ​ສະແດງ​ທີ່​ຕື່ນ​ເຕັ້ນ. (ເອຊາອີ 42:1, 2) ອີ​ກ​ຄັ້ງ​ໜຶ່ງ ພະ​ເຍຊູ​ປະຕິເສດ​ການ​ບໍ່​ເຊື່ອ​ຟັງ​ພະເຢໂຫວາ. ຊື່ສຽງ​ບໍ່​ສາມາດ​ລໍ້​ໃຈ​ພະອົງ​ໄດ້.

14 ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ການ​ລໍ້​ໃຈ​ໃນ​ເລື່ອງ​ອຳ​ນາດ? ໃນ​ການ​ລໍ້​ໃຈ​ຄັ້ງ​ທີ​ສາມ ຊາຕານ​ໄດ້​ສະເໜີ​ອານາຈັກ​ທັງ​ໝົດ​ຂອງ​ໂລກ​ນີ້​ໃຫ້​ກັບ​ພະ​ເຍຊູ ຫາກ​ພະອົງ​ຈະ​ນະມັດສະການ​ມັນ​ເທື່ອ​ດຽວ. ພະອົງ​ໄດ້​ຄົ້ນ​ຄິດ​ຢ່າງ​ຈິງ​ຈັງ​ຕໍ່​ຂໍ້​ສະເໜີ​ຂອງ​ຊາຕານ​ບໍ? ພະອົງ​ຕອບ​ວ່າ “ຊາຕານ​ຈົ່ງ​ໜີ​ເສຍ.” ພະອົງ​ກ່າວ​ຕື່ມ​ອີ​ກວ່າ “ເຫດ​ວ່າ​ມີ​ຄຳ​ຂຽນ​ໄວ້​ວ່າ ‘ເຈົ້າ​ຈົ່ງ​ນະມັດສະການ​ຂາບ​ໄຫວ້​ພະເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ​ແລະ​ຈົ່ງ​ບົວລະບັດ​ພະເຈົ້າ​ອົງ​ດຽວ.’” (ມັດທາຍ 4:10) ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຊັກ​ຈູງ​ພະ​ເຍຊູ​ໃຫ້​ນະມັດສະການ​ພະເຈົ້າ​ອື່ນ​ໄດ້. ການ​ສະເໜີ​ອຳ​ນາດ​ຫຼື​ອິດທິພົນ​ໃນ​ໂລກ​ນີ້​ຈະ​ບໍ່​ຊັກ​ຈູງ​ພະອົງ​ໃຫ້​ເຮັດ​ການ​ກະທຳ​ໃດໆທີ່​ເປັນ​ການ​ບໍ່​ເຊື່ອ​ຟັງ.

15 ຊາຕານ​ຍອມ​ແພ້​ບໍ? ມັນ​ໄດ້​ໜີ​ໄປ​ຕາມ​ຄຳ​ສັ່ງ​ພະ​ເຍຊູ. ແຕ່​ບັນທຶກ​ຂອງ​ລືກາ​ກ່າວ​ວ່າ ພະຍາມານ “ໜີ​ໄປ​ຈາກ​ພະອົງ ຈົນ​ເຖິງ​ເວລາ​ທີ່​ມັນ​ມີ​ໂອກາດ​ອີ​ກ.” (ລືກາ 4:13, ທ.ປ.) ທີ່​ຈິງ ຊາຕານ​ຈະ​ຊອກ​ຫາ​ໂອກາດ​ອື່ນ​ເພື່ອ​ທົດລອງ​ແລະ​ລໍ້​ໃຈ​ພະ​ເຍຊູ​ຈົນ​ເຖິງ​ທີ່​ສຸດ. ຄຳພີໄບເບິນ​ບອກ​ວ່າ ພະ​ເຍຊູ “ເປັນ​ທີ່​ທົດລອງ​ແລ້ວ . . . ໃນ​ທຸກ​ສິ່ງ” (ເຫບເລີ 4:15) ດັ່ງນັ້ນ​ພະ​ເຍຊູ​ຈຶ່ງ​ລະວັງ​ຕົວ​ສະເໝີ ແລະ​ເຮົາ​ຄວນ​ເຮັດ​ແບບ​ນັ້ນ.

16. ໃນ​ທຸກ​ມື້​ນີ້ ຊາຕານ​ລໍ້​ໃຈ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ ແລະ​ເຮົາ​ຈະ​ປະຕິເສດ​ຄວາມ​ພະຍາຍາມ​ຂອງ​ມັນ​ແນວ​ໃດ?

16 ໃນ​ປັດຈຸບັນ​ນີ້​ຊາຕານ​ຍັງ​ຄົງ​ລໍ້​ໃຈ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຕໍ່ໆໄປ. ໜ້າ​ເສົ້າໃຈ ຫຼາຍ​ຄັ້ງ​ຄວາມ​ບໍ່​ສົມບູນແບບ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ເປົ້າ​ໄດ້​ງ່າຍ. ຊາຕານ​ສວຍ​ປະໂຫຍດ​ຢ່າງ​ມີ​ເລ່ຫຼ່ຽມ​ຈາກ​ຄວາມ​ເຫັນ​ແກ່​ຕົວ ຄວາມ​ຍິ່ງ​ຈອງຫອງ ແລະ​ຄວາມ​ໂລບ​ໃນ​ອຳ​ນາດ. ໂດຍ​ໃຊ້​ການ​ນິຍົມ​ວັດຖຸ​ເປັນ​ສິ່ງ​ລໍ້​ໃຈ ຊາຕານ​ແມ່ນ​ກະທັ່ງ​ໃຊ້​ປັດໄຈ​ທັງ​ໝົດ​ນີ້​ພ້ອມ​ກັນ​ດ້ວຍ​ຊ້ຳ! ໃນ​ບາງ​ຄັ້ງ ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຢຸດ​ແລ້ວ​ກວດ​ສອບ​ເບິ່ງ​ໂຕ​ເອງ​ຢ່າງ​ສັດ​ຊື່. ເຮົາ​ຄວນ​ຄຶດ​ຕຶກຕອງ​ຄຳ​ກ່າວ​ທີ່​ຢູ່​ໃນ 1 ໂຢຮັນ 2:15-17. ໃນ​ການ​ຄຶດ​ຕຶກຕອງ ເຮົາ​ອາດ​ຖາມ​ໂຕ​ເອງ​ວ່າ​ຄວາມ​ປາຖະໜາ​ຝ່າຍ​ເນື້ອ​ໜັງ​ຂອງ​ລະບົບ​ນີ້ ຄວາມ​ຢາກ​ໄດ້​ຢາກ​ມີ​ຊັບ​ສົມບັດ​ວັດຖຸ ແລະ​ຄວາມ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ​ຄ່ອຍໆທຳລາຍ​ຄວາມ​ຮັກ​ຂອງ​ເຮົາ​ໃນ​ລະດັບ​ໃດ​ໜຶ່ງ​ເຊິ່ງ​ມີ​ຕໍ່​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຫຼື​ບໍ່. ເຮົາ​ຕ້ອງ​ຈື່​ວ່າ​ໂລກ​ນີ້​ກຳລັງ​ຜ່ານ​ພົ້ນ​ໄປ​ເຊັ່ນ​ດຽວ​ກັບ​ຊາຕານ​ຜູ້​ປົກຄອງ​ຂອງ​ໂລກ​ນີ້. ຂໍ​ໃຫ້​ເຮົາ​ປະຕິເສດ​ຄວາມ​ພະຍາຍາມ​ອັນ​ມີ​ເລ່ຫຼ່ຽມຂອງ​ມັນ​ທີ່​ຈະ​ລໍ້​ໃຈ​ເຮົາ​ໃຫ້​ຕົກ​ເຂົ້າ​ສູ່​ບາບ! ຂໍ​ໃຫ້​ເຮົາ​ໄດ້​ຮັບ​ການ​ກະຕຸ້ນ​ໃຈ​ຈາກ​ຜູ້​ເປັນ​ນາຍ​ຂອງ​ເຮົາ ເພາະ “ພະອົງ​ບໍ່​ໄດ້​ກະທຳ​ບາບ​ສັກ​ເທື່ອ.”—1 ເປໂຕ 2:22.

“ເຮົາ​ກະທຳ​ການ​ທີ່​ເປັນ​ຊອບ​ໃຈ​ແກ່​ພະເຈົ້າ​ຢູ່​ເລື້ອຍ”

17. ພະ​ເຍຊູ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ການ​ເຊື່ອ​ຟັງ​ພະເຈົ້າ ແຕ່​ບາງ​ຄົນ​ອາດ​ຈະ​ໂຕ້​ແຍ່ງ​ຄື​ແນວ​ໃດ?

17 ການ​ເຊື່ອ​ຟັງ​ບໍ່​ພຽງ​ແຕ່​ກ່ຽວຂ້ອງ​ກັບ​ການ​ລະ​ເວັ້ນ​ຈາກ​ບາບ; ພະຄລິດ​ປະຕິບັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ພໍ່​ຢ່າງ​ເອົາ​ຈິງ​ເອົາ​ຈັງ. ພະອົງ​ໄດ້​ຖະແຫຼງ​ວ່າ “ເຮົາ​ກະທຳ​ການ​ທີ່​ເປັນ​ຊອບ​ໃຈ​ແກ່​ພະເຈົ້າ​ຢູ່​ເລື້ອຍ.” (ໂຢຮັນ 8:29) ການ​ເຊື່ອ​ຟັງ​ແບບ​ນີ້​ນຳ​ຄວາມ​ຍິນດີ​ມາກ​ມາຍ​ມາ​ໃຫ້​ພະ​ເຍຊູ. ແນ່ນອນ ບາງ​ຄົນ​ອາດ​ໂຕ້​ແຍ່ງ​ວ່າ​ສຳລັບ​ພະ​ເຍຊູ​ການ​ເຊື່ອ​ຟັງ​ເປັນ​ເລື່ອງ​ທີ່​ງ່າຍ​ກວ່າ. ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ພະອົງ​ມີ​ແຕ່​ຕ້ອງ​ໃຫ້​ການ​ຕໍ່​ພະເຢໂຫວາ​ເຊິ່ງ​ເປັນ​ຜູ້​ທີ່​ສົມບູນ​ພ້ອມ ແຕ່​ສ່ວນ​ເຮົາ​ຕ້ອງ​ໃຫ້​ການ​ຕໍ່​ມະນຸດ​ທີ່​ບໍ່​ສົມບູນແບບ​ເຊິ່ງ​ຢູ່​ໃນ​ຕຳແໜ່ງ​ທີ່​ມີ​ອຳ​ນາດ. ແຕ່​ຄວາມ​ຈິງ​ກໍ​ຄື​ວ່າ​ພະ​ເຍຊູ​ໄດ້ ເຊື່ອ​ຟັງ​ມະນຸດ​ທີ່​ບໍ່​ສົມບູນແບບ​ເຊິ່ງ​ຢູ່​ໃນ​ຕຳແໜ່ງ​ທີ່​ມີ​ອຳ​ນາດ.

18. ຕອນ​ເປັນ​ເດັກ​ນ້ອຍ ພະ​ເຍຊູ​ວາງ​ແບບ​ຢ່າງ​ແນວ​ໃດ​ໃນ​ເລື່ອງ​ການ​ເຊື່ອ​ຟັງ?

18 ຂະນະ​ທີ່​ເຕີບ​ໃຫຍ່​ຂຶ້ນ ພະ​ເຍຊູ​ຢູ່​ໃຕ້​ອຳ​ນາດ​ຂອງ​ໂຢເຊບ​ແລະ​ມາລີ ພໍ່​ແມ່​ເຊິ່ງ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ. ພະອົງ​ຄົງ​ຈະ​ເບິ່ງ​ເຫັນ​ຂໍ້​ບົກ​ພ່ອງ​ໃນ​ໂຕ​ຂອງ​ພໍ່​ແມ່​ໄດ້​ຫຼາຍ​ກວ່າ​ທີ່​ເດັກ​ສ່ວນ​ຫຼາຍ​ຈະ​ເບິ່ງ​ເຫັນ​ໃນ​ໂຕ​ຂອງ​ພໍ່​ແມ່​ເຂົາ​ເຈົ້າ. ພະອົງ​ໄດ້​ຂືນ​ອຳ​ນາດ ໂດຍ​ເຮັດ​ເກີນ​ຂອບ​ເຂດ​ໜ້າ​ທີ່​ທີ່​ພະເຈົ້າ​ມອບ​ໃຫ້ ແລະ​ບອກ​ພໍ່​ແມ່​ໃນ​ວິທີ​ຈັດການ​ເລື່ອງ​ໃນ​ຄອບຄົວ​ບໍ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ລືກາ 2:51 ກ່າວ​ເຖິງ​ພະ​ເຍຊູ​ຕອນ​ອາຍຸ 12 ປີ ທີ່​ວ່າ “ພະອົງ . . . ໄດ້​ຢູ່​ໃຕ້​ບັງຄັບ​ເຂົາ.” ໂດຍ​ການ​ເຊື່ອ​ຟັງ​ແບບ​ນີ້ ພະອົງ​ໄດ້​ວາງ​ຕົວຢ່າງ​ອັນ​ດີ​ເລີດ​ໃຫ້​ກັບ​ໜຸ່ມ​ສາວ​ຄລິດສະຕຽນ​ຜູ້​ທີ່​ພະຍາຍາມ​ຈະ​ເຊື່ອ​ຟັງ​ພໍ່​ແມ່​ແລະ​ສະແດງ​ຄວາມ​ນັບຖື​ທີ່​ເໝາະ​ສົມ​ຕໍ່​ພໍ່​ແມ່.—ເອເຟດ 6:1, 2.

19, 20. (ກ) ໃນ​ເລື່ອງ​ການ​ເຊື່ອ​ຟັງ​ມະນຸດ​ທີ່​ບໍ່​ສົມບູນແບບ ພະ​ເຍຊູ​ປະເຊີນ​ຂໍ້​ທ້າທາຍ​ອັນ​ໃດ​ທີ່​ບໍ່​ຄື​ໃຜ? (ຂ) ໃນ​ທຸກ​ມື້​ນີ້ ເປັນ​ຫຍັງ​ຄລິດສະຕຽນ​ແທ້​ຈຶ່ງ​ຄວນ​ເຊື່ອ​ຟັງ​ຜູ້​ທີ່​ນຳ​ໜ້າ​ເຂົາ​ເຈົ້າ?

19 ໃນ​ເລື່ອງ​ການ​ເຊື່ອ​ຟັງ​ມະນຸດ​ທີ່​ບໍ່​ສົມບູນແບບ ພະ​ເຍຊູ​ປະເຊີນ​ໜ້າ​ກັບ​ສະພາບການ​ທີ່​ຍາກ​ລຳບາກ​ເຊິ່ງ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ບໍ່​ຕ້ອງ​ປະເຊີນ​ເລີຍ. ຂໍ​ໃຫ້​ພິຈາລະນາ​ຍຸກ​ສະໄໝ​ທີ່​ແປກ​ໃນ​ເວລາ​ທີ່​ພະອົງ​ມີ​ຊີວິດ​ຢູ່. ລະບົບ​ສາສະໜາ​ຂອງ​ຢິວ​ພ້ອມ​ກັບ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ຕຳແໜ່ງ​ປະໂລຫິດ​ທີ່​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ພະເຢໂຫວາ​ມາ​ເປັນ​ເວລາ​ດົນ​ນານ ກຳລັງ​ຈະ​ຖືກ​ປະຕິເສດ​ແລະ​ຈະມີ​ການ​ປ່ຽນ​ແທນ​ດ້ວຍ​ປະຊາຄົມ​ຄລິດສະຕຽນ. (ມັດທາຍ 23:33-38) ໃນ​ລະຫວ່າງ​ນັ້ນ ພວກ​ຫົວ​ໜ້າ​ສາສະໜາ​ຫຼາຍ​ຄົນ​ສອນ​ຄຳ​ສອນ​ຕົວະ​ທີ່​ໄດ້​ມາ​ຈາກ​ປັດຊະຍາ​ກະເລັກ. ການ​ສໍ້​ໂກງ​ໃນ​ວິຫານ​ມີ​ຢ່າງ​ແພ່​ຫຼາຍ​ຈົນ​ພະ​ເຍຊູ​ເອີ້ນ​ບ່ອນ​ນັ້ນ​ວ່າ “ຖ້ຳ​ແຫ່ງ​ໝູ່​ຄົນ​ຂະໂມຍ.” (ມາລະໂກ 11:17) ພະ​ເຍຊູ​ຫຼີກ​ລ່ຽງ​ບໍ່​ໄປ​ວິຫານ​ແລະ​ໂຮງ​ທຳ​ບໍ? ບໍ່​ແມ່ນ! ພະເຢໂຫວາ​ຍັງ​ໃຊ້​ການ​ຈັດ​ຕຽມ​ເຊັ່ນ​ນັ້ນ​ຢູ່. ຈົນ​ກວ່າ​ພະເຈົ້າ​ຈະ​ລົງ​ມື​ຈັດການ​ແລະ​ເຮັດ​ການ​ປ່ຽນ​ແປງ ພະ​ເຍຊູ​ກໍ​ໄປ​ສະຫຼອງ​ເທສະການ​ຕ່າງໆຢູ່​ວິຫານ​ແລະ​ຢູ່​ໂຮງ​ທຳ​ດ້ວຍ​ຄວາມ​ເຊື່ອ​ຟັງ.—ລືກາ 4:16; ໂຢຮັນ 5:1.

20 ຖ້າ​ພະ​ເຍຊູ​ຍອມ​ເຊື່ອ​ຟັງ​ພາຍ​ໃຕ້​ສະພາບການ​ດັ່ງ​ກ່າວ ຫຼາຍ​ກວ່າ​ນັ້ນ​ອີ​ກ​ທີ່​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ຄວນ​ເຊື່ອ​ຟັງ​ຕໍ່ໆໄປ! ທີ່​ຈິງ ເຮົາ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຕ່າງ​ກັນ​ຫຼາຍ ເປັນ​ສະໄໝ​ຂອງ​ການ​ຟື້ນຟູ​ການ​ນະມັດສະການ​ທີ່​ບໍລິສຸດ​ເຊິ່ງ​ບອກ​ໄວ້​ລ່ວງ​ໜ້າ​ມາ​ດົນ​ແລ້ວ. ພະເຈົ້າ​ຮັບຮອງ​ວ່າ​ຈະ​ບໍ່​ປ່ອຍ​ໃຫ້​ຊາຕານ​ທຳ​ຄວາມ​ເສຍຫາຍ​ແກ່​ປະຊາຊົນ​ຂອງ​ພະອົງ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ. (ເອຊາອີ 2:1, 2; 54:17) ແມ່ນ​ຢູ່ ເຮົາ​ປະເຊີນ​ກັບ​ຄວາມ​ຜິດ​ບາບ​ແລະ​ຄວາມ​ບໍ່​ສົມບູນແບບ​ພາຍ​ໃນ​ປະຊາຄົມ​ຄລິດສະຕຽນ. ແຕ່​ເຮົາ​ຄວນ​ໃຊ້​ຂໍ້​ບົກ​ພ່ອງ​ຂອງ​ຄົນ​ອື່ນ​ມາ​ເປັນ​ຂໍ້​ອ້າງ​ໃນ​ການ​ບໍ່​ເຊື່ອ​ຟັງ​ພະເຢໂຫວາ ບາງ​ທີ​ໂດຍ​ການ​ບໍ່​ເຂົ້າຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ຫຼື​ວິພາກ​ວິຈານ​ຜູ້​ເຖົ້າ​ແກ່​ບໍ? ບໍ່​ຄວນ! ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຄວນ​ສະໜັບສະໜູນ​ເຂົາ​ເຈົ້າ​ຢ່າງ​ຈິງ​ໃຈ​ທີ່​ເປັນ​ຜູ້​ນຳ​ໜ້າ​ໃນ​ປະຊາຄົມ. ໂດຍ​ການ​ເຊື່ອ​ຟັງ ເຮົາ​ເຂົ້າຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ແລະ​ການ​ປະຊຸມ​ໃຫຍ່​ຕ່າງໆ ແລະ​ເອົາ​ຄຳ​ແນະນຳຕາມ​ຫຼັກ​ພະ​ຄຳ​ພີ​ທີ່​ໄດ້​ຮັບ​ຈາກ​ທີ່​ນັ້ນ​ໄປ​ນຳ​ໃຊ້.—ເຫບເລີ 10:24, 25; 13:17.

ເຮົາ​ເອົາ​ສິ່ງ​ທີ່​ຮຽນ​ຢູ່​ການ​ປະຊຸມ​ຄລິດສະຕຽນ​ໄປ​ນຳ​ໃຊ້​ດ້ວຍ​ຄວາມ​ເຊື່ອ​ຟັງ

21. ພະ​ເຍຊູ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ຄວາມ​ກົດ​ດັນ​ຈາກ​ມະນຸດ​ທີ່​ບໍ່​ໃຫ້​ເຊື່ອ​ຟັງ​ພະເຈົ້າ ເລື່ອງ​ນີ້​ເປັນ​ຕົວຢ່າງ​ແນວ​ໃດ​ສຳລັບ​ເຮົາ?

21 ພະ​ເຍຊູ​ບໍ່​ເຄີຍ​ຍອມ​ໃຫ້​ປະຊາຊົນ ແມ່ນ​ແຕ່​ໝູ່​ທີ່​ມີ​ເຈຕະນາ​ດີ​ເຮັດ​ໃຫ້​ພະອົງ​ເຊົາ​ເຊື່ອ​ຟັງ​ພະເຢໂຫວາ. ຕົວຢ່າງ ອັກຄະສາວົກ​ເປໂຕ​ພະຍາຍາມ​ໂນ້ມນ້າວ​ນາຍ​ຂອງ​ຕົນ​ວ່າ​ບໍ່​ຈຳເປັນ​ທີ່​ຈະ​ຕ້ອງ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ. ພະ​ເຍຊູ​ປະຕິເສດ​ຢ່າງ​ໜັກແໜ້ນ​ຕໍ່​ຄວາມ​ປາຖະໜາ​ດີ​ຂອງ​ເປໂຕ​ທີ່​ເປັນ​ການ​ຊັກ​ຈູງ​ໄປ​ໃນ​ທາງ​ຜິດ​ທີ່​ບອກ​ໃຫ້​ພະ​ເຍຊູ​ກະລຸນາ​ຕົນ​ເອງ. (ມັດທາຍ 16:21-23) ໃນ​ທຸກ​ມື້​ນີ້ ຫຼາຍ​ຄັ້ງ​ຜູ້​ຕິດ​ຕາມ​ພະ​ເຍຊູ​ຕ້ອງ​ຮັບ​ມື​ກັບ​ຍາຕິ​ພີ່ນ້ອງ​ທີ່​ມີ​ເຈຕະນາ​ດີ​ເຊິ່ງ​ອາດ​ພະຍາຍາມ​ຫ້າມ​ເຂົາ​ເຈົ້າ​ໄວ້​ບໍ່​ໃຫ້​ເຊື່ອ​ຟັງ​ກົດໝາຍ​ແລະ​ຫຼັກ​ການ​ຕ່າງໆຂອງ​ພະເຈົ້າ. ເຊັ່ນ​ດຽວ​ກັບ​ຜູ້​ຕິດ​ຕາມ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ ເຮົາ​ຍຶດ​ໝັ້ນ​ກັບ​ຈຸດ​ຢືນ​ຂອງ​ເຮົາ​ທີ່​ວ່າ “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.”—ກິດຈະການ 5:29.

ລາງວັນ​ສຳລັບ​ການ​ເຊື່ອ​ຟັງ​ແບບ​ພະຄລິດ

22. ພະ​ເຍຊູ​ໃຫ້​ຄຳ​ຕອບ​ຕໍ່​ຄຳຖາມ​ອັນ​ໃດ ແລະ​ພະອົງ​ໃຫ້​ຄຳ​ຕອບ​ໂດຍ​ວິທີ​ໃດ?

22 ເມື່ອ​ພະ​ເຍຊູ​ປະເຊີນ​ກັບ​ຄວາມ​ຕາຍ ການ​ເຊື່ອ​ຟັງ​ຂອງ​ພະອົງ​ຖືກ​ທົດລອງ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ. ໃນ​ລະຫວ່າງ​ວັນ​ທີ່​ໜ້າ​ເສົ້າ​ນັ້ນ “ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ” ໃນ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ທີ່​ສຸດ. ພະອົງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພໍ່ ບໍ່​ແມ່ນ​ຕາມ​ໃຈ​ຂອງ​ຕົນ​ເອງ. (ລືກາ 22:42) ໃນ​ລະຫວ່າງ​ນັ້ນ ພະອົງ​ໄດ້​ສ້າງ​ປະຫວັດ​ໃນ​ເລື່ອງ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຢ່າງ​ບໍ່​ຂາດ​ຕົກ​ບົກ​ພ່ອງ. (1 ຕີໂມເຕ 3:16) ພະອົງ​ໄດ້​ໃຫ້​ມີ​ຄຳ​ຕອບ​ສຳລັບ​ຄຳຖາມ​ທີ່​ມີ​ມາ​ດົນ​ແລ້ວ​ທີ່​ວ່າ ມະນຸດ​ສົມບູນແບບ​ຈະ​ເຊື່ອ​ຟັງ​ພະເຢໂຫວາ​ຕໍ່ໆໄປ​ບໍ​ເຖິງ​ວ່າ​ປະສົບ​ກັບ​ການ​ທົດລອງ? ອາດາມ​ໄດ້​ລົ້ມເຫຼວ​ໃນ​ເລື່ອງ​ນີ້ ແລະ​ເອວາ​ກໍ​ຄື​ກັນ. ຈາກ​ນັ້ນ​ພະ​ເຍຊູ​ກໍ​ມາ​ທີ່​ແຜ່ນດິນ​ໂລກ ມີ​ຊີວິດ​ຢູ່ ສິ້ນ​ຊີວິດ ແລະ​ໃຫ້​ຄຳ​ຕອບ​ທີ່​ໜັກແໜ້ນ​ແທ້ໆ. ບຸກຄົນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ບັນດາ​ສິ່ງ​ເນລະມິດ​ສ້າງ​ທັງ​ໝົດ​ຂອງ​ພະເຢໂຫວາ​ໄດ້​ໃຫ້​ຄຳ​ຕອບ​ທີ່​ໜັກແໜ້ນ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ພະອົງ​ເຊື່ອ​ຟັງ​ເຖິງ​ວ່າ​ຈະ​ຕ້ອງ​ທົນ​ທຸກ​ຫຼາຍ​ແລະ​ກະທັ່ງ​ສິ້ນ​ຊີວິດ.

23-25. (ກ) ການ​ເຊື່ອ​ຟັງ​ກ່ຽວຂ້ອງ​ແນວ​ໃດ​ກັບ​ຄວາມ​ຊື່​ສັດ​ໝັ້ນ​ຄົງ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ຫົວ​ເລື່ອງ​ຂອງ​ບົດ​ຕໍ່​ໄປ​ແມ່ນ​ຫຍັງ?

23 ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຫຼື​ຄວາມ​ເຫຼື້ອມ​ໃສ​ສຸດ​ຫົວໃຈ​ຕໍ່​ພະເຢໂຫວາ​ສະແດງອອກ​ໂດຍ​ການ​ເຊື່ອ​ຟັງ. ເນື່ອງ​ຈາກ​ພະ​ເຍຊູ​ເຊື່ອ​ຟັງ ພະອົງ​ຈຶ່ງ​ໄດ້​ຮັກສາ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ແລະ​ນີ້​ເປັນ​ປະໂຫຍດ​ຕໍ່​ມະນຸດ​ທຸກ​ຄົນ. (ໂລມ 5:19) ພະເຢໂຫວາ​ໃຫ້​ລາງວັນ​ແກ່​ພະ​ເຍຊູ​ຢ່າງ​ລົ້ນ​ເຫຼືອ. ຖ້າ​ເຮົາ​ເຊື່ອ​ຟັງ​ພະຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ ພະເຢໂຫວາ​ກໍ​ຈະ​ໃຫ້​ລາງວັນ​ແກ່​ເຮົາ​ເຊັ່ນ​ກັນ. ການ​ເຊື່ອ​ຟັງ​ພະຄລິດ​ນຳ​ໄປ​ສູ່ “ຄວາມ​ພົ້ນ​ອັນ​ຕະຫຼອດ​ໄປ​ເປັນ​ນິດ”!—ເຫບເລີ 5:9.

24 ນອກຈາກນັ້ນ ຄວາມ​ຊື່​ສັດ​ໝັ້ນ​ຄົງ​ກໍ​ເປັນ​ພະ​ພອນ​ຢູ່​ແລ້ວ. ສຸພາສິດ 10:9 (ທ.ປ.) ກ່າວ​ວ່າ “ຄົນ​ສັດ​ຊື່​ກໍ​ປອດໄພ​ແລະ​ໝັ້ນ​ຄົງ.” ຖ້າ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ທຽບ​ໄດ້​ກັບ​ເຮືອນ​ຫຼັງ​ໃຫຍ່​ທີ່​ສ້າງ​ດ້ວຍ​ດິນ​ຈີ່​ແນວ​ດີ ການ​ເຊື່ອ​ຟັງ​ແຕ່​ລະ​ເທື່ອ​ກໍ​ອາດ​ທຽບ​ໄດ້​ກັບ​ດິນ​ຈີ່​ແຕ່​ລະ​ກ້ອນ. ດິນ​ຈີ່​ກ້ອນ​ໜຶ່ງ​ອາດ​ເບິ່ງ​ຄື​ວ່າ​ບໍ່​ມີ​ຄວາມ​ໝາຍ​ຫຍັງ ແຕ່​ວ່າ​ແຕ່​ລະ​ກ້ອນ​ກໍ​ຢູ່​ໃນ​ຕຳແໜ່ງ​ທີ່​ເໝາະ​ສົມ​ແລະ​ມີ​ຄຸນຄ່າ. ແລະ​ເມື່ອ​ເອົາ​ດິນ​ຈີ່​ຫຼາຍ​ກ້ອນ​ມາ​ຕໍ່​ໃສ່​ກັນ ສິ່ງ​ທີ່​ມີ​ຄ່າ​ກວ່າ​ກໍ​ຖືກ​ສ້າງ​ຂຶ້ນ. ເມື່ອ​ເອົາ​ການ​ເຊື່ອ​ຟັງ​ແຕ່​ລະ​ເທື່ອ​ມາ​ລວມ​ກັນ ການ​ເຊື່ອ​ຟັງ​ເທື່ອ​ນີ້​ມາ​ຕື່ມ​ໃສ່​ການ​ເຊື່ອ​ຟັງ​ເທື່ອ​ກ່ອນ​ວັນ​ແລ້ວ​ວັນ​ເລົ່າ ປີ​ແລ້ວ​ປີ​ເລົ່າ ເຮົາ​ກໍ​ໄດ້​ສ້າງ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຄື​ເຮືອນ​ທີ່​ສວຍ​ງາມ.

25 ແນວ​ທາງ​ການ​ເຊື່ອ​ຟັງ​ເປັນ​ເວລາ​ຍາວ​ນານ​ເຮັດ​ໃຫ້​ນຶກ​ເຖິງ​ຄຸນ​ລັກສະນະ​ອີ​ກ​ຢ່າງ​ໜຶ່ງ ນັ້ນ​ຄື​ຄວາມ​ອົດ​ທົນ. ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ແງ່​ມຸມ​ນີ້​ເປັນ​ຫົວ​ເລື່ອງ​ຂອງ​ບົດ​ຕໍ່​ໄປ.