ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 4

“ຈົ່ງ​ເບິ່ງ ສິງ​ແຫ່ງ​ກະກູນ​ຢູດາ”

“ຈົ່ງ​ເບິ່ງ ສິງ​ແຫ່ງ​ກະກູນ​ຢູດາ”

“ເຮົາ​ເປັນ​ຜູ້​ນັ້ນ”

1-3. ອັນຕະລາຍ​ອັນ​ໃດ​ທີ່​ເກີດຂຶ້ນ​ກັບ​ພະ​ເຍຊູ ແລະ​ພະອົງ​ມີ​ທ່າທີ​ແນວໃດ?

 ຝູງ​ຄົນ​ກຳລັງ​ຊອກ​ຈັບ​ພະ​ເຍຊູ. ເຂົາເຈົ້າ​ເປັນ​ຄົນ​ກຸ່ມ​ໃຫຍ່​ທີ່​ຖື​ດາບ​ແລະ​ໄມ້​ຄ້ອນ​ມາ​ເປັນ​ອາວຸດ​ພ້ອມ​ກັບ​ມີ​ທະຫານ​ຢູ່​ນຳ. ຄື​ກັບ​ວ່າ​ມີ​ຈຸດ​ປະສົງ​ທີ່​ຊົ່ວ​ຮ້າຍ​ນຳ​ພາ​ເຂົາເຈົ້າ​ໃຫ້​ຍ່າງ​ໄປ​ຕາມ​ຖະໜົນ​ຂອງ​ເມືອງ​ເຢຣຶຊາເລມ​ທີ່​ເປັນ​ທາງ​ມືດ ແລ້ວ​ຂ້າມ​ຮ່ອມພູ​ເຊດໂຣນ​ເພື່ອ​ໄປ​ພູເຂົາ​ກົກ​ໝາກກອກ. ເຖິງ​ວ່າ​ເດືອນ​ເຕັມ​ດວງ​ກໍ​ຕາມ ແຕ່​ເຂົາເຈົ້າ​ພາກັນ​ຖື​ໂຄມ​ໄຟ​ແລະ​ກະບອງ​ໄປ​ນຳ. ເຂົາເຈົ້າ​ຕ້ອງ​ໃຊ້​ໂຄມ​ໄຟ​ແລະ​ກະບອງ​ເພື່ອ​ເຍືອງ​ທາງ​ເພາະ​ວ່າ​ເມກ​ບັງ​ແສງ​ເດືອນ​ໄວ້​ບໍ? ຫຼື​ເຂົາເຈົ້າ​ຄາດ​ວ່າ​ຄົນ​ທີ່​ຕົນ​ກຳລັງ​ຊອກ​ຫາ​ນັ້ນ​ອາດ​ຈະ​ລີ້​ຊ່ອນ​ໂຕ​ຢູ່​ໃນ​ຄວາມ​ມືດ​ບໍ? ທີ່​ແນ່ໆກໍ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ຄຶດ​ວ່າ​ພະ​ເຍຊູ​ຢ້ານ​ຈົນ​ຫົດ​ຫົວ​ຢູ່ ກໍ​ບໍ່​ໄດ້​ຮູ້ຈັກ​ນິດໄສ​ໃຈ​ຄໍ​ຂອງ​ພະອົງ.

2 ພະ​ເຍຊູ​ຮູ້​ເຖິງ​ອັນຕະລາຍ​ທີ່​ພວມ​ຫຍັບ​ໃກ້​ເຂົ້າ​ມາ. ເຖິງ​ປານ​ນັ້ນ ພະອົງ​ຢືນ​ຖ້າ​ຢູ່. ຢູດາ​ເຊິ່ງ​ເມື່ອ​ກ່ອນ​ເປັນ​ເພື່ອນ​ທີ່​ໄວ້ໃຈ​ໄດ້​ເປັນ​ຜູ້​ພາ​ກຸ່ມ​ຄົນ​ຍ່າງ​ໃກ້​ເຂົ້າ​ມາ. ຢູດາ​ໄດ້​ທໍລະຍົດ​ພະ​ເຍຊູ​ຢ່າງ​ບໍ່​ມີ​ຢາງ​ອາຍ ໂດຍ​ລະບຸ​ຕົວ​ຜູ້​ທີ່​ເຄີຍ​ເປັນ​ນາຍ​ດ້ວຍ​ການ​ທັກທາຍ​ແບບ​ໜ້າ​ໄຫວ້​ຫຼັງ​ຫຼອກ​ແລະ​ການ​ຈູບ. ແຕ່​ພະ​ເຍຊູ​ກໍ​ຍັງ​ຢູ່​ໃນ​ທ່າທີ​ສະຫງົບ​ງຽບ. ຈາກນັ້ນ​ພະ​ເຍຊູ​ກ້າວ​ອອກ​ໄປ​ຕໍ່​ໜ້າ​ຝູງ​ຄົນ​ນັ້ນ. ພະອົງ​ຖາມ​ວ່າ “ທ່ານ​ທັງ​ຫຼາຍ​ຊອກ​ຫາ​ຜູ້​ໃດ?” ເຂົາເຈົ້າ​ຕອບ​ວ່າ “ພະ​ເຍຊູ​ຊາວ​ນາຊາເລດ.”

3 ຄົນ​ສ່ວນ​ຫຼາຍ​ອາດ​ຈະ​ຕົກໃຈ​ຢ້ານ​ເມື່ອ​ຢູ່​ຕໍ່​ໜ້າ​ກຸ່ມ​ຄົນ​ທີ່​ມີ​ອາວຸດ​ແບບ​ນັ້ນ. ບາງ​ທີ​ຄົນ​ໝູ່​ໃຫຍ່​ກຸ່ມ​ນີ້​ອາດ​ຄາດ​ວ່າ​ຜູ້ຊາຍ​ທີ່​ຢືນ​ຢູ່​ຕໍ່​ໜ້າ​ເຂົາເຈົ້າ​ຈະ​ຮູ້ສຶກ​ເຊັ່ນ​ນັ້ນ. ແຕ່​ພະ​ເຍຊູ​ພັດ​ບໍ່​ໄດ້​ຢ້ານ​ແບບ​ຫົດ​ຫົວ​ຢູ່ ບໍ່​ໄດ້​ປົບ​ໜີ ທັງ​ບໍ່​ໄດ້​ເວົ້າ​ໂປ້ງ​ຄຳ​ຕົວະ​ອັນ​ໃດ​ອອກ​ມາ. ແທນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ພະອົງ​ພຽງ​ແຕ່​ເວົ້າ​ວ່າ “ເຮົາ​ເປັນ​ຜູ້​ນັ້ນ.” ທ່າທີ​ຂອງ​ພະອົງ​ສະຫງົບ​ແລະ​ກ້າຫານ​ຈົນ​ກະທັ່ງ​ຄົນ​ໝູ່​ໃຫຍ່​ນັ້ນ​ພາກັນ​ຕົກ​ຊະເງີ້. ເຂົາເຈົ້າ​ເຊ​ໄປ​ທາງ​ຫຼັງ​ແລະ​ລົ້ມ​ລົງ!—ໂຢຮັນ 18:1-6; ມັດທາຍ 26:45-50; ມາລະໂກ 14:41-46.

4-6. (ກ) ມີການ​ປຽບ​ທຽບ​ລູກຊາຍ​ຂອງ​ພະເຈົ້າ​ກັບ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ປຽບ​ທຽບ​ເຊັ່ນ​ນັ້ນ? (ຂ) ພະ​ເຍຊູ​ໄດ້​ສະແດງ​ຄວາມ​ກ້າຫານ​ໃນ​ສາມ​ແນວ​ທາງ​ໃດ​ແດ່?

4 ເປັນ​ໄປ​ໄດ້​ຈັ່ງ​ໃດ​ທີ່​ພະ​ເຍຊູ​ປະເຊີນ​ກັບ​ອັນຕະລາຍ​ທີ່​ຮ້າຍແຮງ​ເຊັ່ນ​ນັ້ນ​ດ້ວຍ​ທ່າທີ​ທີ່​ສະຫງົບ​ແລະ​ມີການ​ຢັບຢັ້ງ​ຕົນ​ເອງ​ໄວ້​ໄດ້? ຕອບ​ໄດ້​ດ້ວຍ​ຄຳ​ດຽວ​ຄື ຄວາມ​ກ້າຫານ. ຄວາມ​ກ້າຫານ​ເປັນ​ຄຸນ​ລັກສະນະ​ໜຶ່ງ​ທີ່​ຈຳເປັນ​ແລະ​ໜ້າ​ຍົກຍ້ອງ​ຫຼາຍ​ທີ່​ສຸດ​ໃນ​ຕົວ​ຂອງ​ຜູ້ນຳ ແລະ​ແນ່ນອນ​ວ່າ​ບໍ່​ເຄີຍ​ມີ​ມະນຸດ​ຄົນ​ໃດ​ເຮັດ​ທຽບ​ເທົ່າ​ໄດ້​ຫຼື​ເໜືອ​ກວ່າ​ພະ​ເຍຊູ​ໃນ​ເລື່ອງ​ນີ້. ໃນ​ບົດ​ກ່ອນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຍຊູ​ຖ່ອມ​ແລະ​ອ່ອນ​ນ້ອມ​ສ່ຳ​ໃດ. ມີການ​ເອີ້ນ​ພະອົງ​ຢ່າງ​ເໝາະສົມ​ວ່າ “ລູກ​ແກະ.” (ໂຢຮັນ 1:29) ແຕ່​ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ມີການ​ເອີ້ນ​ພະອົງ​ດ້ວຍ​ຄຳ​ພັນລະນາ​ທີ່​ຕ່າງ​ອອກ​ໄປ. ຄຳພີໄບເບິນ​ກ່າວ​ເຖິງ​ລູກຊາຍ​ຂອງ​ພະເຈົ້າ​ວ່າ “ຈົ່ງ​ເບິ່ງ ສິງ​ແຫ່ງ​ກະກູນ​ຢູດາ.”—ຄຳປາກົດ 5:5.

5 ມັກ​ມີການ​ເຊື່ອມ​ໂຍງ​ໂຕ​ສິງ​ເຂົ້າ​ກັບ​ຄວາມ​ກ້າຫານ. ເຈົ້າ​ເຄີຍ​ຢືນ​ເຊິ່ງໆໜ້າ​ກັບ​ສິງ​ໃຫຍ່​ຕົວ​ຜູ້​ບໍ? ຖ້າ​ເຄີຍ ສ່ວນ​ຫຼາຍ​ແລ້ວ​ເຈົ້າ​ຄົງ​ຢູ່​ຫ່າງ​ຈາກ​ສັດ​ນີ້​ໃນ​ໄລຍະ​ທີ່​ປອດໄພ ບາງ​ທີ​ມັນ​ຖືກ​ຂັງ​ໄວ້​ໃນ​ກົງ​ຢູ່​ສວນ​ສັດ. ແຕ່​ປະສົບການ​ເຊັ່ນ​ນັ້ນ​ກໍ​ຍັງ​ເຮັດ​ໃຫ້​ເປັນ​ຕາ​ຢ້ານ​ຢູ່. ໃນ​ຂະນະ​ທີ່​ເຮົາ​ກຶ້ງ​ຕາ​ເບິ່ງ​ໜ້າ​ຂອງ​ສັດ​ໂຕ​ນີ້​ທີ່​ໃຫຍ່​ແລະ​ມີ​ກຳລັງ ມັນ​ກໍ​ຈະ​ຈ້ອງ​ເບິ່ງ​ໜ້າ​ເຮົາ​ຄືນ​ໂລດ ເປັນ​ເລື່ອງ​ຍາກ​ທີ່​ຈະ​ນຶກພາບ​ອອກ​ວ່າ​ໂຕ​ສິງ​ຈະ​ແລ່ນ​ໜີ​ຈາກ​ສິ່ງ​ໃດໆຍ້ອນ​ຄວາມ​ຢ້ານ. ຄຳພີໄບເບິນ​ກ່າວ​ວ່າ “ຕົວ​ສິງ​ທີ່​ມີ​ແຮງ​ຫຼາຍ​ກວ່າ​ສັດ​ທັງ​ປວງ ແລະ​ບໍ່​ຜີກ​ຕໍ່​ໜ້າ​ຜູ້​ໃດ.” (ສຸພາສິດ 30:30) ພະຄລິດ​ກໍ​ມີ​ຄວາມ​ກ້າຫານ​ແບບ​ນີ້​ແຫຼະ.

6 ຂໍ​ໃຫ້​ພິຈາລະນາ​ສາມ​ແນວ​ທາງ​ທີ່​ພະ​ເຍຊູ​ໄດ້​ສະແດງ​ຄວາມ​ກ້າຫານ​ຄື​ກັບ​ໂຕ​ສິງ ນັ້ນ​ຄື​ໃນ​ການ​ປົກປ້ອງ​ຄວາມ​ຈິງ ໃນ​ການ​ສະໜັບສະໜູນ​ຄວາມຍຸຕິທຳ ແລະ​ໃນ​ການ​ປະເຊີນ​ໜ້າ​ກັບ​ການ​ຕໍ່ຕ້ານ. ເຮົາ​ກໍ​ຈະ​ເຫັນ​ອີກ​ດ້ວຍ​ວ່າ​ເຮົາ​ທຸກຄົນ​ບໍ່​ວ່າ​ເປັນ​ຄົນ​ກ້າຫານ​ໂດຍ​ນິດໄສ​ຫຼື​ບໍ່​ກໍ​ຕາມ ສາມາດ​ຮຽນແບບ​ພະ​ເຍຊູ​ໃນ​ການ​ສະແດງ​ຄວາມ​ກ້າຫານ.

ພະອົງ​ປົກປ້ອງ​ຄວາມ​ຈິງ​ຢ່າງ​ກ້າຫານ

7-9. (ກ) ມີ​ຫຍັງ​ເກີດຂຶ້ນ​ເມື່ອ​ພະ​ເຍຊູ​ອາຍຸ​ໄດ້ 12 ປີ ແລະ​ສະພາບການ​ນັ້ນ​ເບິ່ງ​ຄື​ວ່າ​ເປັນ​ຕາ​ຢ້ານ​ຄື​ແນວໃດ​ສຳລັບ​ເຈົ້າ? (ຂ) ພະ​ເຍຊູ​ສະແດງ​ຄວາມ​ກ້າຫານ​ແນວໃດ​ໃນ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ພວກ​ຄູ​ສອນ​ໃນ​ວິຫານ?

7 ໃນ​ໂລກ​ທີ່​ປົກຄອງ​ໂດຍ​ຊາຕານ​ເຊິ່ງ​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ” ຫຼາຍ​ຄັ້ງ​ຕ້ອງ​ໄດ້​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ປົກປ້ອງ​ຄວາມ​ຈິງ. (ໂຢຮັນ 8:44; 14:30) ພະ​ເຍຊູ​ບໍ່​ໄດ້​ລໍ​ຖ້າ​ຈົນ​ເປັນ​ຜູ້​ໃຫຍ່​ແລ້ວ​ຈຶ່ງ​ສະແດງ​ຈຸດ​ຢືນ​ແບບ​ນີ້. ຕອນ​ອາຍຸ 12 ປີ ພະ​ເຍຊູ​ໄດ້​ແຍກ​ຈາກ​ພໍ່​ແມ່​ພາຍ​ຫຼັງ​ການ​ສະຫຼອງ​ເທສະການ​ປັດສະຄາ​ໃນ​ເມືອງ​ເຢຣຶຊາເລມ. ເປັນ​ເວລາ​ສາມ​ມື້​ທີ່​ມາລີ​ແລະ​ໂຢເຊບ​ຊອກ​ຫາ​ພະອົງ​ດ້ວຍ​ຄວາມ​ກັງວົນ. ໃນ​ທີ່ສຸດ​ກໍ​ພົບ​ພະອົງ​ຢູ່​ໃນ​ວິຫານ. ພະອົງ​ເຮັດ​ຫຍັງ​ຢູ່​ຫັ້ນ? ພະອົງ “ນັ່ງ​ຢູ່​ໃນ​ວິຫານ​ທ່າມກາງ​ພວກ​ນາຍ​ຄູ​ສອນ ພວມ​ຟັງ​ແລະ​ສືບ​ຖາມ​ເຂົາ.” (ລືກາ 2:41-50) ຂໍ​ໃຫ້​ພິຈາລະນາ​ສາກ​ເຫດການ​ທີ່​ມີການ​ສົນທະນາ​ກັນ​ແບບ​ນັ້ນ.

8 ນັກ​ປະຫວັດສາດ​ກ່າວ​ວ່າ​ເປັນ​ທຳນຽມ​ທີ່​ຫົວໜ້າ​ສາສະໜາ​ຜູ້​ທີ່​ສຳຄັນ​ບາງຄົນ​ຈະ​ຢູ່​ວິຫານ​ຕໍ່​ໄປ​ພາຍ​ຫຼັງ​ເທສະການ​ເພື່ອ​ສັ່ງ​ສອນ​ຢູ່​ລະບຽງ​ທີ່​ກວ້າງ​ຂວາງ​ບ່ອນ​ໜຶ່ງ. ຜູ້​ຄົນ​ຈະ​ນັ່ງ​ໃກ້ໆຕີນ​ຂອງ​ພວກ​ຄູ​ສອນ​ເພື່ອ​ຟັງ​ແລະ​ຕັ້ງ​ໂຈດ​ຖາມ. ຄູ​ສອນ​ເຫຼົ່ານີ້​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້. ເຂົາເຈົ້າ​ຊຳນານ​ຫຼາຍ​ໃນ​ພະບັນຍັດ​ຂອງ​ໂມເຊ​ລວມ​ທັງ​ຂໍ້​ກົດໝາຍ​ແລະ​ປະເພນີ​ຕ່າງໆທີ່​ສັບ​ຊ້ອນ​ຫຼາຍ​ເຊິ່ງ​ມະນຸດ​ໄດ້​ຕັ້ງ​ຂຶ້ນ​ແລະ​ຕື່ມ​ເຂົ້າ​ໃນ​ເວລາ​ຫຼາຍ​ປີ​ທີ່​ຜ່ານ​ມາ. ເຈົ້າ​ຈະ​ຮູ້ສຶກ​ແນວໃດ​ເມື່ອ​ນັ່ງ​ຢູ່​ທ່າມກາງ​ເຂົາເຈົ້າ? ຮູ້ສຶກ​ຢ້ານ​ບໍ? ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຮູ້ສຶກ​ແບບ​ນັ້ນ. ເຈົ້າ​ຈະ​ຮູ້ສຶກ​ແນວໃດ​ຖ້າ​ເຈົ້າ​ເອງ​ອາຍຸ​ພຽງ 12 ປີ​ເທົ່ານັ້ນ? ເດັກ​ນ້ອຍ​ຫຼາຍ​ຄົນ​ຮູ້ສຶກ​ອາຍ. (ເຢເຣມີ 1:6) ບາງຄົນ​ພະຍາຍາມ​ສຸດ​ຂີດ​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ຈຸດ​ສົນ​ໃຈ​ຂອງ​ນາຍ​ຄູ​ຢູ່​ໂຮງ​ຮຽນ; ເດັກ​ເຫຼົ່ານີ້​ຢ້ານ​ວ່າ​ຈະ​ຖືກ​ເອີ້ນ​ຫຼື​ຖືກ​ເລືອກ​ໃຫ້​ເຮັດ​ບາງ​ສິ່ງ ຢ້ານ​ວ່າ​ຈະ​ອັບອາຍ​ຂາຍ​ໜ້າ​ຫຼື​ຖືກ​ເວົ້າ​ສຽດ​ສີ​ໃສ່.

9 ແຕ່​ເຮົາ​ເຫັນ​ພະ​ເຍຊູ​ນັ່ງ​ຢູ່​ທ່າມກາງ​ຜູ້​ທີ່​ມີ​ຄວາມ​ຮູ້ ຕັ້ງ​ໂຈດ​ຖາມ​ເຂົາເຈົ້າ​ແບບ​ບໍ່​ໄດ້​ຢ້ານ​ກົວ​ດ້ວຍ​ຄຳຖາມ​ທີ່​ເລິກ​ເຊິ່ງ. ແລະ​ພະອົງ​ຍັງ​ໄດ້​ເຮັດ​ຫຼາຍ​ກວ່າ​ນັ້ນ. ບັນທຶກ​ບອກ​ເຮົາ​ວ່າ “ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ພະອົງ​ໄດ້​ປະຫຼາດ​ໃຈ​ດ້ວຍ​ສະຕິປັນຍາ​ແລະ​ດ້ວຍ​ຄຳຕອບ​ຂອງ​ພະອົງ.” (ລືກາ 2:47) ຄຳພີໄບເບິນ​ບໍ່​ໄດ້​ບອກ​ວ່າ​ພະອົງ​ໄດ້​ກ່າວ​ຫຍັງ​ແດ່​ໃນ​ໂອກາດ​ນັ້ນ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະອົງ​ບໍ່​ໄດ້​ຮຽນແບບ​ຄຳ​ຕົວະ​ເຊິ່ງ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ໃນ​ທ່າມກາງ​ຄູ​ສອນ​ສາສະໜາ​ເຫຼົ່ານັ້ນ. (1 ເປໂຕ 2:22) ພະອົງ​ສະໜັບສະໜູນ​ຄວາມ​ຈິງ​ໃນ​ພະ​ຄຳ​ຂອງ​ພະເຈົ້າ ແລະ​ແນ່ນອນ​ວ່າ​ຜູ້​ທີ່​ຟັງ​ພະອົງ​ກໍ​ອັດສະຈັນ​ໃຈ​ແທ້ໆທີ່​ເດັກ​ນ້ອຍ​ອາຍຸ​ພຽງ 12 ປີ​ສາມາດ​ສະແດງ​ຄວາມ​ເຂົ້າໃຈ​ທີ່​ເລິກ​ເຊິ່ງ​ແລະ​ຄວາມ​ກ້າຫານ​ເຊັ່ນ​ນັ້ນ.

ໜຸ່ມ​ສາວ​ຄລິດສະຕຽນ​ຫຼາຍ​ຄົນ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ຕົນ​ກັບ​ຄົນ​ອື່ນໆຢ່າງ​ກ້າຫານ

10. ໜຸ່ມ​ສາວ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຮຽນແບບ​ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ຄື​ແນວໃດ?

10 ໃນ​ທຸກ​ມື້​ນີ້ ໜຸ່ມ​ສາວ​ຄລິດສະຕຽນ​ຈຳນວນ​ນັບ​ບໍ່​ຖ້ວນ​ກຳລັງ​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຍຊູ. ແມ່ນ​ຢູ່ ເຂົາເຈົ້າ​ບໍ່​ໄດ້​ເປັນ​ຄົນ​ສົມບູນແບບ​ຄື​ກັບ​ພະ​ເຍຊູ​ຜູ້​ເຍົາ​ໄວ ແຕ່​ເຊັ່ນ​ດຽວ​ກັບ​ພະ​ເຍຊູ ເຂົາເຈົ້າ​ບໍ່​ໄດ້​ຖ້າ​ຈົນ​ເປັນ​ຜູ້​ໃຫຍ່​ກ່ອນ​ແລ້ວ​ຈຶ່ງ​ສະໜັບສະໜູນ​ຄວາມ​ຈິງ. ຢູ່​ໂຮງ​ຮຽນ​ຫຼື​ຢູ່​ໃນ​ຊຸມຊົນ​ທີ່​ເຂົາເຈົ້າ​ອາໄສ​ຢູ່ ເຂົາເຈົ້າ​ໃຊ້​ຄຳຖາມ​ແບບຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ການ​ເວົ້າ​ລົມ​ກັບ​ຜູ້​ຄົນ​ແລະ​ແບ່ງ​ປັນ​ຄວາມ​ຈິງ​ໃຫ້​ຄົນ​ເຫຼົ່ານັ້ນ​ດ້ວຍ​ຄວາມ​ນັບຖື. (1 ເປໂຕ 3:15) ຄົນ​ເຫຼົ່ານີ້​ໂດຍ​ລວມ​ແລ້ວ​ໄດ້​ຊ່ວຍ​ໝູ່​ນັກ​ຮຽນ ຄູ​ອາຈານ ແລະ​ເພື່ອນ​ບ້ານ​ໃຫ້​ເຂົ້າ​ມາ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ. ພະເຢໂຫວາ​ຕ້ອງ​ຍິນດີ​ແທ້ໆໃນ​ຄວາມ​ກ້າຫານ​ຂອງ​ເຂົາເຈົ້າ! ພະ​ຄຳ​ຂອງ​ພະເຢໂຫວາ​ໄດ້​ສົມ​ທຽບ​ຄົນ​ໜຸ່ມ​ສາວ​ເຫຼົ່ານີ້​ຄື​ກັບ​ຢົດ​ນ້ຳ​ໝອກ ຍ້ອນວ່າ​ມີ​ຈຳນວນ​ມາກ​ມາຍ ໃຫ້​ຄວາມ​ສົດ​ຊື່ນ ແລະ​ໃຫ້​ຄວາມ​ຍິນດີ.—ຄຳເພງ 110:3.

11, 12. ຕອນ​ເປັນ​ຜູ້​ໃຫຍ່ ພະ​ເຍຊູ​ສະແດງ​ຄວາມ​ກ້າຫານ​ແນວໃດ​ໃນ​ການ​ປົກປ້ອງ​ຄວາມ​ຈິງ?

11 ໃນ​ຖານະ​ເປັນ​ຜູ້​ໃຫຍ່ ພະ​ເຍຊູ​ໄດ້​ສະແດງ​ຄວາມ​ກ້າຫານ​ເທື່ອ​ແລ້ວ​ເທື່ອ​ອີກ​ໃນ​ການ​ປົກປ້ອງ​ຄວາມ​ຈິງ. ທີ່​ຈິງ ການ​ຮັບໃຊ້​ຂອງ​ພະອົງ​ເລີ່ມ​ຕົ້ນ​ດ້ວຍ​ການ​ປະເຊີນ​ໜ້າ​ກັບ​ສິ່ງ​ທີ່​ຫຼາຍ​ຄົນ​ອາດ​ຖື​ວ່າ​ເປັນ​ຕາ​ໜ້າ​ຢ້ານ​ກົວ. ບໍ່​ແມ່ນ​ໃນ​ຖານະ​ເປັນ​ອັກຄະ​ທູດສະຫວັນ​ທີ່​ມີ​ລິດເດດ ແຕ່​ໃນ​ຖານະ​ເປັນ​ມະນຸດ​ທຳມະດາ ພະ​ເຍຊູ​ຕ້ອງ​ປະເຊີນ​ໜ້າ​ກັບ​ຊາຕານ​ເຊິ່ງ​ເປັນ​ສັດຕູ​ທີ່​ມີ​ລິດເດດ​ແລະ​ອັນຕະລາຍ​ທີ່​ສຸດ​ໃນ​ບັນດາ​ສັດຕູ​ທັງໝົດ​ຂອງ​ພະເຢໂຫວາ. ພະ​ເຍຊູ​ໄດ້​ປະຕິເສດ​ຊາຕານ​ແລະ​ຫັກ​ລ້າງ​ການ​ທີ່​ມັນ​ຍົກ​ເອົາ​ຂໍ້​ຄວາມ​ໃນ​ພະຄຳພີ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ມາ​ໃຊ້​ແບບ​ຜິດໆ. ພະ​ເຍຊູ​ຍຸດຕິ​ການ​ປະທະ​ກັນ​ນັ້ນ​ໂດຍ​ອອກ​ຄຳສັ່ງ​ຢ່າງ​ກ້າຫານ​ວ່າ “ຊາຕານ​ຈົ່ງ​ໜີ​ເສຍ.”—ມັດທາຍ 4:2-11.

12 ໂດຍ​ວິທີ​ນີ້​ພະ​ເຍຊູ​ຈຶ່ງ​ໄດ້​ວາງ​ແບບ​ຢ່າງ​ໄວ້​ສຳລັບ​ວຽກ​ຮັບໃຊ້​ຂອງ​ພະອົງ ໄດ້​ປົກປ້ອງ​ພະ​ຄຳ​ຂອງ​ພໍ່​ຢ່າງ​ກ້າຫານ​ໂດຍ​ຕໍ່ຕ້ານ​ຄວາມ​ພະຍາຍາມ​ທີ່​ຈະ​ບິດ​ເບືອນ​ແລະ​ໃຊ້​ພະ​ຄຳ​ນັ້ນ​ຢ່າງ​ຜິດໆ. ໃນ​ສະໄໝ​ນັ້ນ​ກໍ​ຄື​ໃນ​ປັດຈຸບັນ​ນີ້ ຄວາມ​ບໍ່​ສັດຊື່​ເຊັ່ນ​ນັ້ນ​ທາງ​ສາສະໜາ​ຖື​ເປັນ​ເລື່ອງ​ທຳມະດາ​ຫຼາຍ. ພະ​ເຍຊູ​ເວົ້າ​ກັບ​ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ຂອງ​ພະອົງ​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ທ່ານ​ທັງ​ຫຼາຍ​ໄດ້​ໃຫ້​ຍົກ​ເລີກ​ເສຍ​ດ້ວຍ​ຮີດຄອງ​ຂອງ​ທ່ານ​ທີ່​ພວກ​ທ່ານ​ສອນ​ສືບໆຕໍ່​ກັນ​ມາ​ນັ້ນ.” (ມາລະໂກ 7:13) ຄົນ​ເຫຼົ່ານັ້ນ​ໄດ້​ຮັບ​ການ​ນັບຖື​ຢ່າງ​ຍິ່ງ​ຈາກ​ຜູ້​ຄົນ​ທົ່ວໄປ ແຕ່​ພະ​ເຍຊູ​ພັດ​ປະ​ນາມ​ເຂົາເຈົ້າ​ແບບ​ບໍ່​ໄດ້​ຢ້ານ​ກົວ​ວ່າ ເຂົາເຈົ້າ​ເປັນ​ຜູ້ນຳ​ທາງ​ທີ່​ຕາ​ບອດ​ແລະ​ເປັນ​ຄົນ​ໜ້າ​ໄຫວ້​ຫຼັງ​ຫຼອກ. * (ມັດທາຍ 23:13, 16) ເຮົາ​ຈະ​ຮຽນແບບ​ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ຈາກ​ແງ່​ນີ້​ໄດ້​ແນວໃດ?

13. ໃນ​ການ​ຮຽນແບບ​ພະ​ເຍຊູ ເຮົາ​ຕ້ອງ​ຈື່​ອັນ​ໃດ​ໄວ້ ແລະ​ເຖິງ​ຢ່າງ​ນັ້ນ​ເຮົາ​ມີ​ສິດທິ​ພິເສດ​ອັນ​ໃດ?

13 ແນ່ນອນ ເຮົາ​ຄວນ​ຈື່​ໄວ້​ວ່າ​ເຮົາ​ບໍ່​ມີ​ທັງ​ຄວາມ​ສາມາດ​ໃນ​ການ​ອ່ານ​ຫົວໃຈ​ຫຼື​ສິດ​ອຳນາດ​ໃນ​ການ​ຕັດສິນ​ຄື​ກັບ​ທີ່​ພະ​ເຍຊູ​ມີ. ແຕ່​ເຮົາ​ສາມາດ​ຮຽນແບບ​ພະອົງ​ໃນ​ການ​ປົກປ້ອງ​ຄວາມ​ຈິງ​ຢ່າງ​ກ້າຫານ. ຕົວຢ່າງ ໂດຍ​ການ​ເປີດໂປງ​ຄວາມ​ຕົວະ​ທາງ​ສາສະໜາ​ເຊິ່ງ​ກໍ​ຄື​ຄຳ​ຕົວະ​ທີ່​ມີການ​ສອນ​ເລື້ອຍໆກ່ຽວ​ກັບ​ພະເຈົ້າ ຈຸດ​ປະສົງ​ຂອງ​ພະອົງ ແລະ​ພະ​ຄຳ​ຂອງ​ພະອົງ ເຮົາ​ກໍ​ສ່ອງ​ແສງ​ສະຫວ່າງ​ໃຫ້​ແກ່​ໂລກ​ທີ່​ມືດ​ມົວ​ເນື່ອງ​ຈາກ​ຄຳ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ. (ມັດທາຍ 5:14; ຄຳປາກົດ 12:9, 10) ເຮົາ​ຊ່ວຍ​ປົດ​ປ່ອຍ​ຜູ້​ຄົນ​ຈາກ​ການ​ເປັນ​ທາດ​ຂອງ​ຄຳ​ສອນ​ຕົວະ​ເຊິ່ງ​ໄດ້​ເຮັດ​ໃຫ້​ຫົວໃຈ​ຂອງ​ເຂົາເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ​ນັ້ນ​ຍັງ​ກໍ່​ຜົນ​ເສຍຫາຍ​ໃນ​ສາຍ​ສຳພັນ​ຂອງ​ເຂົາເຈົ້າ​ກັບ​ພະເຈົ້າ. ເປັນ​ສິດທິ​ພິເສດ​ແທ້ໆທີ່​ເຮົາ​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຍຊູ​ສຳເລັດ​ເປັນ​ຈິງ​ທີ່​ວ່າ “ຄວາມ​ຈິງ​ຈະ​ໄຖ່​ທ່ານ​ໃຫ້​ພົ້ນ​ຈາກ​ເປັນ​ທາດ”!—ໂຢຮັນ 8:32.

ພະອົງ​ສະໜັບສະໜູນ​ຄວາມຍຸຕິທຳ​ຢ່າງ​ກ້າຫານ

14, 15. (ກ) ອັນ​ໃດ​ເປັນ​ວິທີ​ໜຶ່ງ​ທີ່​ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ “ຄວາມຍຸຕິທຳ​ເປັນ​ແນວໃດ”? (ຂ) ໃນ​ການ​ລົມ​ກັບ​ຜູ້​ຍິງ​ສະມາລີ ພະ​ເຍຊູ​ເບິ່ງ​ຂ້າມ​ການ​ມີ​ອະຄະຕິ​ອັນ​ໃດ?

14 ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ທີ່​ເປັນ​ເມຊີ​ຈະ​ເຮັດ​ໃຫ້​ຊາດ​ທັງ​ປວງ​ເຫັນ​ແຈ້ງ​ວ່າ “ຄວາມຍຸຕິທຳ​ເປັນ​ແນວໃດ.” (ມັດທາຍ 12:18, ລ.ມ.; ເອຊາອີ 42:1) ແນ່ນອນ​ວ່າ​ພະ​ເຍຊູ​ໄດ້​ເຮັດ​ເຊັ່ນ​ນັ້ນ​ຕອນ​ທີ່​ຢູ່​ແຜ່ນດິນ​ໂລກ. ດ້ວຍ​ຄວາມ​ກ້າຫານ​ຢ່າງ​ຍິ່ງ ພະອົງ​ໄດ້​ພິສູດ​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ບໍ່​ລຳອຽງ​ໃນ​ການ​ປະຕິບັດ​ກັບ​ຄົນ​ອື່ນ​ຢູ່​ສະເໝີ. ຕົວຢ່າງ ພະອົງ​ປະຕິເສດ​ອະຄະຕິ​ທີ່​ບໍ່​ເປັນ​ໄປ​ຕາມ​ຫຼັກ​ພະຄຳພີ​ແລະ​ການ​ບໍ່​ຍອມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເຊິ່ງ​ມີ​ແພ່​ຫຼາຍ​ໃນ​ສັງຄົມ​ທີ່​ຢູ່​ອ້ອມ​ຂ້າງ.

15 ເມື່ອ​ພະ​ເຍຊູ​ສົນທະນາ​ກັບ​ຜູ້​ຍິງ​ສະມາລີ​ຢູ່​ນ້ຳສ້າງ​ທີ່​ເມືອງ​ຊີຄາ ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ​ພາກັນ​ຕົກ​ຊະເງີ້. ເພາະ​ເຫດ​ໃດ? ໃນ​ສະໄໝ​ນັ້ນ ຕາມ​ທຳມະດາ​ແລ້ວ​ຄົນ​ຢິວ​ຊັງ​ຄົນ​ສະມາລີ; ຄວາມ​ກຽດ​ຊັງ​ແບບ​ນີ້​ຍ້ອນ​ຫຼັງ​ໄປ​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ແລ້ວ. (ເອເຊດຣາເຊ 4:4) ນອກ​ຈາກ​ນີ້ ລັບບີ​ບາງຄົນ​ມີ​ທັດສະນະ​ທີ່​ດູຖູກ​ຕໍ່​ຜູ້​ຍິງ. ກົດ​ຂອງ​ພວກ​ລັບບີ​ເຊິ່ງ​ບັນທຶກ​ໄວ້​ພາຍ​ຫຼັງ​ຫ້າມ​ບໍ່​ໃຫ້​ຜູ້ຊາຍ​ລົມ​ກັບ​ຜູ້​ຍິງ; ເຂົາເຈົ້າ​ເຖິງ​ຂັ້ນ​ບົ່ງ​ຊີ້​ວ່າ​ບໍ່​ສົມຄວນ​ທີ່​ຈະ​ສອນ​ພະບັນຍັດ​ຂອງ​ພະເຈົ້າ​ໃຫ້​ຜູ້​ຍິງ. ໂດຍ​ສະເພາະ​ແລ້ວ​ມີການ​ຖື​ວ່າ​ຜູ້​ຍິງ​ຄົນ​ສະມາລີ​ເປັນ​ມົນທິນ. ພະ​ເຍຊູ​ເບິ່ງ​ຂ້າມ​ການ​ມີ​ອະຄະຕິ​ທີ່​ບໍ່​ຍຸຕິທຳ​ເຊັ່ນ​ນັ້ນ​ແລະ​ໄດ້​ສອນ​ຜູ້​ຍິງ​ສະມາລີ​ຄົນ​ນັ້ນ​ຢ່າງ​ເປີດ​ເຜີຍ (ທັງໆທີ່​ລາວ​ດຳເນີນ​ຊີວິດ​ແບບ​ຜິດສິນລະທຳ) ແລະ​ເຖິງ​ຂັ້ນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ພະອົງ​ເປັນ​ເມຊີ.—ໂຢຮັນ 4:5-27.

16. ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ທີ່​ຈະ​ແຕກຕ່າງ​ຈາກ​ຄົນ​ອື່ນ​ໃນ​ເລື່ອງ​ການ​ມີ​ອະຄະຕິ?

16 ເຈົ້າ​ເຄີຍ​ຢູ່​ທ່າມກາງ​ຄົນ​ທີ່​ມັກ​ມີ​ອະຄະຕິ​ເຊິ່ງ​ເປັນ​ຕາ​ໜ້າ​ລັງກຽດ​ບໍ? ບາງ​ທີ​ເຂົາເຈົ້າ​ເວົ້າ​ຕະຫຼົກ​ໂດຍ​ດູຖູກ​ຄົນ​ທີ່​ຕ່າງ​ສີ​ຜິວ​ຫຼື​ຕ່າງ​ເຊື້ອ​ຊາດ ເວົ້າ​ປະໝາດ​ຕໍ່​ເພດ​ກົງ​ກັນ​ຂ້າມ ຫຼື​ດູຖູກ​ຄົນ​ທີ່​ມີ​ຖານະ​ທາງ​ເສດຖະກິດ​ແລະ​ສັງຄົມ​ທີ່​ຕ່າງ​ຈາກ​ຕົນ​ເອງ. ລູກສິດ​ຂອງ​ພະຄລິດ​ບໍ່​ເຫັນ​ດີ​ກັບ​ທັດສະນະ​ທີ່​ໜ້າ​ກຽດ​ຊັງ​ແບບ​ນັ້ນ ແລະ​ເຂົາເຈົ້າ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ກຳຈັດ​ຮ່ອງ​ຮອຍ​ໃດໆຂອງ​ອະຄະຕິ​ທີ່​ມີ​ຢູ່​ໃນ​ຫົວໃຈ​ຂອງ​ຕົນ​ເອງ. (ກິດຈະການ 10:34) ເຮົາ​ແຕ່​ລະ​ຄົນ​ຕ້ອງ​ປູກ​ຝັງ​ຄວາມ​ກ້າຫານ​ເພື່ອ​ຈະ​ເປັນ​ຄົນ​ທ່ຽງ​ທຳ​ໃນ​ເລື່ອງ​ນີ້.

17. ພະ​ເຍຊູ​ໄດ້​ລົງມື​ຈັດການ​ກັບ​ຫຍັງ​ຢູ່​ໃນ​ວິຫານ ແລະ​ຍ້ອນ​ຫຍັງ?

17 ຄວາມ​ກ້າຫານ​ຍັງ​ກະຕຸ້ນ​ພະ​ເຍຊູ​ໃຫ້​ຕໍ່ສູ້​ເພື່ອ​ຄວາມ​ສະອາດ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ​ແລະ​ເພື່ອ​ການ​ຈັດ​ຕຽມ​ສຳລັບ​ການ​ນະມັດສະການ​ທີ່​ບໍລິສຸດ. ໃນ​ຕອນ​ຕົ້ນ​ຂອງ​ວຽກ​ຮັບໃຊ້ ພະອົງ​ໄດ້​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ​ທີ່​ຢູ່​ເມືອງ​ເຢຣຶຊາເລມ​ແລະ​ຮູ້ສຶກ​ຕົກໃຈ​ທີ່​ເຫັນ​ພວກ​ພໍ່​ຄ້າ​ແລະ​ຄົນ​ແລກ​ປ່ຽນ​ເງິນ​ດຳເນີນ​ທຸລະກິດ​ຢູ່​ທີ່​ນັ້ນ. ດ້ວຍ​ຄວາມ​ຮູ້ສຶກ​ຂຸ່ນ​ເຄືອງ​ຢ່າງ​ຊອບທຳ ພະ​ເຍຊູ​ໄດ້​ໄລ່​ຄົນ​ໂລບ​ມາກ​ເຫຼົ່ານັ້ນ​ພ້ອມ​ກັບ​ສິນ​ຄ້າ​ຂອງ​ເຂົາເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ. (ໂຢຮັນ 2:13-17) ພະອົງ​ໄດ້​ລົງມື​ຈັດການ​ແບບ​ທີ່​ຄ້າຍໆກັນ​ໃນ​ພາຍ​ຫຼັງ ຕອນ​ທີ່​ວຽກ​ຮັບໃຊ້​ຂອງ​ພະອົງ​ໃກ້​ຈະ​ສິ້ນ​ສຸດ​ລົງ. (ມາລະໂກ 11:15-18) ແນ່ນອນ​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ເຫດ​ໃຫ້​ພະອົງ​ມີ​ສັດຕູ​ຈຳນວນ​ໜຶ່ງ​ທີ່​ມີ​ອິດທິພົນ ເຖິງ​ປານ​ນັ້ນ​ພະອົງ​ກໍ​ບໍ່​ໄດ້​ລັງເລ​ໃຈ. ເພາະ​ເຫດ​ໃດ? ກໍ​ເພາະ​ຕັ້ງ​ແຕ່​ຍັງນ້ອຍ ພະອົງ​ໄດ້​ເອີ້ນ​ວິຫານ​ນັ້ນ​ວ່າ​ເປັນ​ເຮືອນ​ຂອງ​ພໍ່​ພະອົງ ແລະ​ພະອົງ​ກໍ​ໝາຍ​ຄວາມ​ວ່າ​ແນວ​ນັ້ນ​ແທ້ໆ. (ລືກາ 2:49, ທ.ປ.) ການ​ເຮັດ​ໃຫ້​ການ​ນະມັດສະການ​ທີ່​ບໍລິສຸດ​ເຊິ່ງ​ດຳເນີນ​ຢູ່​ທີ່​ນັ້ນ​ເປັນ​ມົນທິນ​ຖື​ວ່າ​ເປັນ​ຄວາມ​ອະທຳ​ທີ່​ພະອົງ​ຍອມ​ໃຫ້​ບໍ່​ໄດ້. ຄວາມ​ກະຕືລືລົ້ນ​ເຮັດ​ໃຫ້​ພະອົງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຈຳເປັນ.

18. ທຸກ​ມື້​ນີ້​ຄລິດສະຕຽນ​ຈະ​ສະແດງ​ຄວາມ​ກ້າຫານ​ແນວໃດ​ເລື່ອງ​ຄວາມ​ສະອາດ​ຂອງ​ປະຊາຄົມ?

18 ພວກ​ລູກສິດ​ຂອງ​ພະຄລິດ​ໃນ​ທຸກ​ມື້​ນີ້​ກໍ​ເຊັ່ນ​ດຽວ​ກັນ​ເປັນ​ຫ່ວງ​ຢ່າງ​ຍິ່ງ​ໃນ​ເລື່ອງ​ຄວາມ​ສະອາດ​ຂອງ​ປະຊາຊົນ​ແລະ​ການ​ຈັດ​ຕຽມ​ເພື່ອ​ການ​ນະມັດສະການ​ທີ່​ບໍລິສຸດ. ຖ້າ​ເຫັນ​ວ່າ​ເພື່ອນ​ຄລິດສະຕຽນ​ເຂົ້າ​ໄປ​ພົວ​ພັນ​ໃນ​ການ​ເຮັດ​ຜິດ​ທີ່​ຮ້າຍແຮງ ເຂົາເຈົ້າ​ບໍ່​ແມ່ນ​ວ່າ​ຈະ​ເບິ່ງ​ຂ້າມ​ເລື່ອງ​ນັ້ນ. ເຂົາເຈົ້າ​ຈະ​ໄປ​ເວົ້າ​ກັບ​ບຸກຄົນ​ນັ້ນ​ຫຼື​ຜູ້​ເຖົ້າ​ແກ່​ຢ່າງ​ກ້າຫານ. (1 ໂກລິນໂທ 1:11) ເຂົາເຈົ້າ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຮູ້​ຢ່າງ​ແນ່ນອນ. ຜູ້​ເຖົ້າ​ແກ່​ສາມາດ​ຊ່ວຍ​ຜູ້​ທີ່​ເຈັບ​ປ່ວຍ​ຝ່າຍ​ວິນຍານ​ໄດ້​ແລະ​ຍັງ​ສາມາດ​ລົງມື​ຈັດການ​ເພື່ອ​ຮັກສາ​ຝູງ​ແກະ​ຂອງ​ພະເຢໂຫວາ​ໃຫ້​ຢູ່​ໃນ​ຖານະ​ທີ່​ສະອາດ​ໄປ​ນຳ.—ຢາໂກໂບ 5:14, 15.

19, 20. (ກ) ຄວາມ​ບໍ່​ຍຸຕິທຳ​ອັນ​ໃດ​ທີ່​ມີ​ແພ່​ຫຼາຍ​ໃນ​ສະໄໝ​ຂອງ​ພະ​ເຍຊູ ແລະ​ພະ​ເຍຊູ​ຖືກ​ຄວາມ​ກົດ​ດັນ​ອັນ​ໃດ? (ຂ) ເປັນ​ຫຍັງ​ຜູ້​ຕິດ​ຕາມ​ຂອງ​ພະຄລິດ​ຈຶ່ງ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ການເມືອງ​ແລະ​ຄວາມ​ຮຸນແຮງ ແລະ​ອັນ​ໃດ​ແມ່ນ​ຜົນ​ຕອບ​ແທນ​ຢ່າງ​ໜຶ່ງ​ສຳລັບ​ຈຸດ​ຢືນ​ຂອງ​ເຂົາເຈົ້າ?

19 ເຮົາ​ຄວນ​ສະຫຼຸບ​ບໍ​ວ່າ​ພະ​ເຍຊູ​ຕໍ່ສູ້​ກັບ​ຄວາມ​ບໍ່​ຍຸຕິທຳ​ທາງ​ສັງຄົມ​ໃນ​ໂລກ​ໂດຍ​ທົ່ວໄປ? ແນ່ນອນ​ວ່າ​ມີ​ຄວາມ​ບໍ່​ຍຸຕິທຳ​ຢູ່​ທຸກ​ແຫ່ງ​ອ້ອມ​ຮອບ​ພະອົງ. ບ້ານ​ເກີດ​ຂອງ​ພະອົງ​ຖືກ​ອຳນາດ​ຕ່າງ​ຊາດ​ຍຶດ​ຄອງ​ຢູ່. ໂລມ​ກົດ​ຂີ່​ຄົນ​ຢິວ​ໂດຍ​ການ​ຕັ້ງ​ກອງ​ທະຫານ​ທີ່​ແຂງແຮງ​ປະຈຳ​ການ​ຢູ່​ທີ່​ນັ້ນ ເກັບ​ພາສີ​ສູງໆ ແລະ​ແມ່ນ​ແຕ່​ເຂົ້າ​ແຊກ​ແຊງ​ທຳນຽມ​ທາງ​ສາສະໜາ​ຊ້ຳ. ບໍ່​ເປັນ​ຕາ​ແປກ​ໃຈ​ທີ່​ຫຼາຍ​ຄົນ​ຢາກ​ໃຫ້​ພະ​ເຍຊູ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການເມືອງ​ໃນ​ສະໄໝ​ນັ້ນ. (ໂຢຮັນ 6:14, 15) ອີກ​ຄັ້ງ​ໜຶ່ງ ພະອົງ​ຕ້ອງ​ໄດ້​ສຳແດງ​ຄວາມ​ກ້າຫານ.

20 ພະ​ເຍຊູ​ອະທິບາຍ​ວ່າ​ລາຊະອານາຈັກ​ຂອງ​ພະອົງ​ບໍ່​ເປັນ​ສ່ວນ​ຂອງ​ໂລກ​ນີ້. ໂດຍ​ທາງ​ຕົວຢ່າງ ພະອົງ​ໄດ້​ສັ່ງ​ສອນ​ຜູ້​ຕິດ​ຕາມ​ວ່າ​ບໍ່​ໃຫ້​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ການ​ຕໍ່ສູ້​ທາງ​ການເມືອງ​ໃນ​ສະໄໝ​ນັ້ນ ແຕ່​ໃຫ້​ສຸມ​ໃສ່​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແທນ. (ໂຢຮັນ 17:16; 18:36) ພະອົງ​ໄດ້​ສອນ​ບົດຮຽນ​ທີ່​ມີ​ພະລັງ​ໃນ​ເລື່ອງ​ຄວາມ​ເປັນ​ກາງ​ເມື່ອ​ຝູງ​ຄົນ​ໄດ້​ມາ​ຈັບ​ພະອົງ. ເປໂຕ​ໄດ້​ລົງມື​ຈັດການ​ແບບ​ບໍ່​ຄິດ​ຮອບຄອບ ຊັກ​ດາບ​ຟັນ​ຊາຍ​ຄົນ​ໜຶ່ງ​ຈົນ​ໄດ້​ຮັບ​ບາດເຈັບ. ເປັນ​ເລື່ອງ​ງ່າຍ​ທີ່​ຈະເຫັນ​ດີ​ກັບ​ເປໂຕ. ເບິ່ງ​ຄື​ວ່າ​ມີ​ເຫດຜົນ​ທີ່​ຈະ​ໃຊ້​ຄວາມ​ຮຸນແຮງ ເພາະ​ໃນ​ຄືນ​ນັ້ນ​ລູກຊາຍ​ຂອງ​ພະເຈົ້າ​ຜູ້​ທີ່​ປາສະຈາກ​ຜິດ​ໄດ້​ຖືກ​ບຸກ​ໂຈມຕີ. ແຕ່​ໃນ​ຕອນນັ້ນ​ເອງ​ພະ​ເຍຊູ​ໄດ້​ວາງ​ມາດຕະຖານ​ໄວ້​ໃຫ້​ຜູ້​ຕິດ​ຕາມ​ຂອງ​ພະອົງ​ທີ່​ຢູ່​ແຜ່ນດິນ​ໂລກ​ເຊິ່ງ​ກໍ​ຕົກ​ມາ​ຈົນ​ເຖິງ​ສະໄໝ​ປັດຈຸບັນ​ນີ້​ທີ່​ວ່າ “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ​ມັນ ເພາະ​ວ່າ​ຄົນ​ທັງ​ປວງ​ທີ່​ຖື​ເອົາ​ດາບ​ຈະ​ຈິບຫາຍ​ດ້ວຍ​ດາບ.” (ມັດທາຍ 26:51-54) ສຳລັບ​ຜູ້​ຕິດ​ຕາມ​ຂອງ​ພະຄລິດ ແນ່ນອນ​ວ່າ​ການ​ຮັກສາ​ຈຸດ​ຢືນ​ແບບ​ທີ່​ຮັກ​ສັນຕິ​ເຊັ່ນ​ນັ້ນ​ຕ້ອງ​ມີ​ຄວາມ​ກ້າຫານ ເຊິ່ງ​ເປັນ​ແບບ​ດຽວ​ກັນ​ໃນ​ສະໄໝ​ປັດຈຸບັນ​ນີ້. ເນື່ອງ​ຈາກ​ຄວາມ​ເປັນ​ກາງ​ແບບ​ຄລິດສະຕຽນ ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ຈຶ່ງ​ມີ​ປະຫວັດ​ທີ່​ສະອາດ​ໃນ​ເລື່ອງ​ການ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ສົງຄາມ ການ​ສັງຫານ​ໝູ່ ການ​ກໍ່​ຄວາມ​ວຸ່ນວາຍ ແລະ​ການ​ກະທຳ​ດ້ວຍ​ຄວາມ​ຮຸນແຮງ​ໃນ​ແບບ​ທີ່​ຄ້າຍໆກັນ​ເຊິ່ງ​ມີ​ຢ່າງ​ນັບ​ບໍ່​ຖ້ວນ​ໃນ​ສະໄໝ​ປັດຈຸບັນ. ປະຫວັດ​ທີ່​ດີ​ເລີດ​ເຊັ່ນ​ນີ້​ເປັນ​ຜົນ​ຕອບ​ແທນ​ຢ່າງ​ໜຶ່ງ​ສຳລັບ​ຄວາມ​ກ້າຫານ​ຂອງ​ເຂົາເຈົ້າ.

ພະອົງ​ປະເຊີນ​ການ​ຕໍ່ຕ້ານ​ຢ່າງ​ກ້າຫານ

21, 22. (ກ) ພະ​ເຍຊູ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຫຍັງ​ກ່ອນ​ປະເຊີນ​ການ​ທົດລອງ​ທີ່​ຍາກ​ທີ່​ສຸດ? (ຂ) ພະ​ເຍຊູ​ໄດ້​ພິສູດ​ແນວໃດ​ວ່າ​ກ້າຫານ​ຈົນ​ເຖິງ​ທີ່​ສຸດ?

21 ລູກຊາຍ​ຂອງ​ພະເຢໂຫວາ​ຮູ້​ລ່ວງ​ໜ້າ​ດີ​ວ່າ​ຈະ​ປະເຊີນ​ການ​ຕໍ່ຕ້ານ​ທີ່​ຮຸນແຮງ​ເມື່ອ​ຢູ່​ແຜ່ນດິນ​ໂລກ. (ເອຊາອີ 50:4-7) ພະອົງ​ປະເຊີນ​ການ​ຄຸກຄາມ​ຫຼາຍ​ຢ່າງ​ທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ​ເຊິ່ງ​ເຫດການ​ທີ່​ຮ້າຍແຮງ​ທີ່​ສຸດ​ແມ່ນ​ຕາມ​ທີ່​ພັນລະນາ​ໄວ້​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້. ພະ​ເຍຊູ​ຮັກສາ​ຄວາມ​ກ້າຫານ​ໄວ້​ໄດ້​ແນວໃດ​ທັງໆທີ່​ປະເຊີນ​ອັນຕະລາຍ​ເຊັ່ນ​ນັ້ນ? ຂໍ​ໃຫ້​ສັງເກດ​ເບິ່ງ​ວ່າ​ພະ​ເຍຊູ​ເຮັດ​ຫຍັງ​ກ່ອນ​ທີ່​ຝູງ​ຄົນ​ກຸ່ມ​ນັ້ນ​ມາ​ຈັບ​ພະອົງ? ພະອົງ​ອະທິດຖານ​ຢ່າງ​ຮ້ອນຮົນ​ເຖິງ​ພະເຢໂຫວາ. ແລະ​ພະເຢໂຫວາ​ເຮັດ​ແນວໃດ? ຄຳພີໄບເບິນ​ບອກ​ເຮົາ​ວ່າ “ພະເຈົ້າ​ຈຶ່ງ​ສະດັບ​ຮັບ​ຟັງ​ພະອົງ.” (ເຫບເລີ 5:7, ທ.ປ.) ພະເຢໂຫວາ​ໄດ້​ສົ່ງ​ທູດສະຫວັນ​ອົງ​ໜຶ່ງ​ໃຫ້​ມາ​ເສີມ​ກຳລັງ​ລູກຊາຍ​ຜູ້​ກ້າຫານ​ຂອງ​ພະອົງ.—ລືກາ 22:42, 43.

22 ບໍ່​ດົນ​ພາຍ​ຫຼັງ​ທີ່​ໄດ້​ຮັບ​ການ​ເສີມ​ກຳລັງ ພະ​ເຍຊູ​ເວົ້າ​ກັບ​ພວກ​ອັກຄະສາວົກ​ຂອງ​ພະອົງ​ວ່າ “ຈົ່ງ​ລຸກ​ຂຶ້ນ​ເຖີ້ນ ເຮົາ​ທັງ​ຫຼາຍ​ໄປ​ເບິ່ງ​ເຖີ້ນ.” (ມັດທາຍ 26:46) ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ກ້າຫານ​ທີ່​ຢູ່​ໃນ​ຖ້ອຍຄຳ​ດັ່ງ​ກ່າວ. ພະອົງ​ກ່າວ​ວ່າ “ເຮົາ​ທັງ​ຫຼາຍ​ໄປ​ເບິ່ງ​ເຖີ້ນ” ທັງໆທີ່​ຮູ້​ຢູ່​ວ່າ​ຈະ​ຕ້ອງ​ຂໍ​ຝູງ​ຄົນ​ບໍ່​ໃຫ້​ທຳ​ຮ້າຍ​ໝູ່​ເພື່ອນ​ຂອງ​ພະອົງ ຮູ້​ວ່າໝູ່​ເພື່ອນ​ເຫຼົ່ານີ້​ຈະ​ປະຖິ້ມ​ພະອົງ​ແລ້ວ​ໜີ​ໄປ ແລະ​ຮູ້​ຢູ່​ວ່າ​ຕໍ່​ຈາກນັ້ນ​ຈະ​ປະເຊີນ​ໜ້າ​ກັບ​ຄວາມ​ລຳບາກ​ທີ່​ສຸດ​ໃນ​ຊີວິດ​ພຽງ​ລຳພັງ. ດ້ວຍ​ໂຕ​ຄົນ​ດຽວ ພະອົງ​ປະເຊີນ​ການ​ພິຈາລະນາ​ຄະດີ​ທີ່​ບໍ່​ເປັນ​ໄປ​ຕາມ​ກົດໝາຍ​ແລະ​ບໍ່​ທ່ຽງ​ທຳ ການ​ເຍາະເຍີ້ຍ ການ​ທໍລະມານ ແລະ​ໃນ​ທີ່​ສຸດ​ສິ້ນ​ຊີວິດ​ຢ່າງ​ເຈັບ​ປວດ​ທໍລະມານ. ຕະຫຼອດ​ໄລຍະ​ການ​ຍາກ​ລຳບາກ​ທີ່​ແສນ​ສາຫັດ​ນີ້ ຄວາມ​ກ້າຫານ​ບໍ່​ເຄີຍ​ຂາດ​ຫາຍ​ໄປ​ຈາກ​ພະອົງ.

23. ຂໍ​ໃຫ້​ອະທິບາຍ​ເຫດຜົນ​ທີ່​ພະ​ເຍຊູ​ບໍ່​ໄດ້​ຂາດ​ການ​ຄຶດ​ໄຕ່ຕອງ​ຢ່າງ​ຮອບຄອບ​ໃນ​ວິທີ​ທີ່​ພະອົງ​ປະເຊີນ​ກັບ​ອັນຕະລາຍ​ແລະ​ການ​ຄຸກຄາມ​ຂອງ​ຄວາມ​ຕາຍ.

23 ພະ​ເຍຊູ​ຂາດ​ການ​ຄຶດ​ໄຕ່ຕອງ​ຢ່າງ​ຮອບຄອບ​ບໍ? ບໍ່​ແມ່ນ ການ​ຂາດ​ການ​ຄຶດ​ໄຕ່ຕອງ​ຢ່າງ​ຮອບຄອບ​ເປັນ​ຄົນ​ລະ​ເລື່ອງ​ກັບ​ຄວາມ​ກ້າຫານ​ແທ້. ທີ່​ຈິງ ພະ​ເຍຊູ​ໄດ້​ສອນ​ຜູ້​ຕິດ​ຕາມ​ພະອົງ​ໃຫ້​ເປັນ​ຄົນ​ລະ​ມັດ​ລະວັງ ໃຫ້​ຖອຍ​ໜີ​ອອກ​ຈາກ​ອັນຕະລາຍ​ຢ່າງ​ສຸຂຸມ​ເພື່ອ​ຈະ​ສາມາດ​ສືບ​ຕໍ່​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຕໍ່ໆໄປ. (ມັດທາຍ 4:12; 10:16) ແຕ່​ໃນ​ກໍລະນີ​ນີ້​ພະ​ເຍຊູ​ຮູ້​ຢູ່​ແລ້ວ​ວ່າ​ບໍ່​ມີ​ທາງ​ທີ່​ຈະ​ຖອຍ​ໜີ. ພະອົງ​ຮູ້​ວ່າ​ໃຈ​ປະສົງ​ຂອງ​ພະເຈົ້າ​ກ່ຽວຂ້ອງ​ຢູ່​ນຳ. ພະ​ເຍຊູ​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຂອງ​ຕົນ​ເອງ ດັ່ງນັ້ນ ທາງ​ດຽວ​ກໍ​ຄື​ປະເຊີນ​ໜ້າ​ກັບ​ການ​ທົດລອງ​ແບບ​ເຊິ່ງໆໜ້າ.

ພະຍານ​ພະເຢໂຫວາ​ໄດ້​ສະແດງ​ຄວາມ​ກ້າຫານ​ເຖິງ​ວ່າ​ປະເຊີນ​ກັບ​ການ​ຂົ່ມເຫງ

24. ເມື່ອ​ປະເຊີນ​ກັບ​ການ​ທົດລອງ​ໃດໆກໍ​ຕາມ​ທີ່​ອາດ​ເກີດຂຶ້ນ ເປັນ​ຫຍັງ​ຈຶ່ງ​ອາດ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ພິສູດ​ຄວາມ​ກ້າຫານ​ໄດ້?

24 ຫຼາຍ​ຕໍ່​ຫຼາຍ​ເທື່ອ​ທີ່​ຜູ້​ຕິດ​ຕາມ​ຂອງ​ພະ​ເຍຊູ​ໄດ້​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ຜູ້​ເປັນ​ນາຍ​ຢ່າງ​ກ້າຫານ! ຫຼາຍ​ຄົນ​ໄດ້​ຢືນຢັດ​ໝັ້ນຄົງ​ແມ່ນ​ວ່າ​ປະເຊີນ​ການ​ເຍາະເຍີ້ຍ ການ​ຂົ່ມເຫງ ການ​ຖືກ​ຈັບ ການ​ຕິດ​ຄຸກ ການ​ທໍລະມານ ແລະ​ກະທັ່ງ​ຄວາມ​ຕາຍ. ມະນຸດ​ທີ່​ບໍ່​ສົມບູນແບບ​ໄດ້​ຄວາມ​ກ້າຫານ​ແບບ​ນີ້​ມາ​ແຕ່​ໃສ? ຄວາມ​ກ້າຫານ​ແບບ​ນີ້​ບໍ່​ແມ່ນ​ວ່າ​ພຽງ​ແຕ່​ເກີດຂຶ້ນ​ມາ​ຈາກ​ພາຍ​ໃນ. ເຊັ່ນ​ດຽວ​ກັບ​ທີ່​ພະ​ເຍຊູ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ ຜູ້​ຕິດ​ຕາມ​ຂອງ​ພະອົງ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ແບບ​ດຽວ​ກັນ​ນັ້ນ. (ຟີລິບ 4:13) ດັ່ງນັ້ນ ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ. ຂໍ​ໃຫ້​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ຮັກສາ​ຄວາມ​ພັກດີ​ຂອງ​ເຈົ້າ​ໄວ້ ແລະ​ພະເຢໂຫວາ​ຈະ​ປະທານ​ຄວາມ​ກ້າຫານ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ. ຈົ່ງ​ຮັບ​ເອົາ​ກຳລັງ​ຕໍ່ໆໄປ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ ຜູ້ນຳ​ຂອງ​ເຮົາ​ເຊິ່ງ​ກ່າວ​ວ່າ “ຈົ່ງ​ມີ​ໃຈ​ກ້າ. ເຮົາ​ໄດ້​ແພ້​ໂລກ​ແລ້ວ.”—ໂຢຮັນ 16:33.

^ ນັກ​ປະຫວັດສາດ​ໄດ້​ໃຫ້​ຂໍ້​ສັງເກດ​ວ່າ​ບ່ອນ​ຝັງ​ສົບ​ຂອງ​ພວກ​ລັບບີ​ໄດ້​ຮັບ​ຄວາມ​ນັບຖື​ແບບ​ດຽວ​ກັບ​ບ່ອນ​ຝັງ​ສົບ​ຂອງ​ຜູ້ພະຍາກອນ​ແລະ​ປະຖົມ​ບັນພະບຸລຸດ.