ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

“ຕາມ​ເຮົາ​ໄປ​ເຖີ້ນ”—ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

“ຕາມ​ເຮົາ​ໄປ​ເຖີ້ນ”—ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

“ຂ້າພະເຈົ້າ​ຈະ​ກະທຳ​ສິ່ງ​ໃດ​ເພື່ອ​ຈະ​ຮັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ມາ​ເປັນ​ມູນລະດົກ?”

1, 2. ອັນ​ໃດ​ເປັນ​ຄຳ​ເຊີນ​ທີ່​ດີ​ທີ່​ສຸດ​ທີ່​ມະນຸດ​ອາດ​ໄດ້​ຮັບ ແລະ​ເຮົາ​ອາດ​ຖາມ​ຕົວ​ເອງ​ແນວ​ໃດ?

 ອັນ​ໃດ​ເປັນ​ຄຳ​ເຊີນ​ທີ່​ດີ​ທີ່​ສຸດ​ເຊິ່ງ​ເຈົ້າ​ເຄີຍ​ໄດ້​ຮັບ? ເຈົ້າ​ອາດ​ຄິດ​ເຖິງ​ຕອນ​ທີ່​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າຮ່ວມ​ໃນ​ໂອກາດ​ພິເສດ ບາງ​ທີ​ອາດ​ເປັນ​ງານ​ແຕ່ງ​ດອງ​ຂອງ​ສອງ​ຄົນ​ທີ່​ເຈົ້າ​ຮັກ​ແພງ​ຫຼາຍ ຫຼື​ເຈົ້າ​ອາດ​ຄິດ​ເຖິງ​ວັນ​ທີ່​ຖືກ​ເຊີນ​ໃຫ້​ເຮັດ​ວຽກ​ສຳຄັນ​ຢ່າງ​ໜຶ່ງ. ຖ້າ​ເຈົ້າ​ໄດ້​ຮັບ​ຄຳ​ເຊີນ​ແບບ​ນີ້ ແນ່ນອນ​ວ່າ​ເຈົ້າ​ຈະ​ຍິນດີ​ແລະ​ກະທັ່ງ​ຖື​ວ່າ​ເປັນ​ກຽດ​ທີ່​ໄດ້​ຮັບ​ຄຳ​ເຊີນ​ນັ້ນ. ຄວາມ​ຈິງ​ກໍ​ຄື​ວ່າ​ເຈົ້າ​ໄດ້​ຮັບ​ຄຳ​ເຊີນ​ທີ່​ດີ​ກວ່າ​ນັ້ນ​ຫຼາຍ​ເທົ່າ. ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ຄຳ​ເຊີນ​ນັ້ນ. ແລະ​ວິທີ​ທີ່​ເຮົາ​ເລືອ​ກ​ສະໜອງ​ຕໍ່​ຄຳ​ເຊີນ​ນັ້ນ​ມີ​ຜົນ​ຕໍ່​ເຮົາ​ຢ່າງ​ເລິກ​ເຊິ່ງ. ເປັນ​ການ​ຕັດສິນ​ໃຈ​ເລືອ​ກ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

2 ແມ່ນ​ຄຳ​ເຊີນ​ຫຍັງ? ແມ່ນ​ຄຳ​ເຊີນ​ທີ່​ມາ​ຈາກ​ພະ​ເຍຊູ​ຄລິດ ລູກ​ຊາຍ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ​ໄດ້​ສ້າງ​ຂຶ້ນ​ໂດຍ​ກົງ ແລະ​ຄຳ​ເຊີນ​ນັ້ນ​ບັນທຶກ​ໄວ້​ໃນ​ຄຳ​ພີ​ໄບເບິນ. ໃນ​ມາລະໂກ 10:21 ເຮົາ​ອ່ານ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ທີ່​ວ່າ “ຕາມ​ເຮົາ​ໄປ​ເຖີ້ນ.” ໃນ​ຕົວ​ຈິງ​ແລ້ວ​ນັ້ນ​ເປັນ​ຄຳ​ເຊີນ​ທີ່​ພະ​ເຍຊູ​ໃຫ້​ແກ່​ເຮົາ​ແຕ່​ລະ​ຄົນ. ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຈະ​ຕອບ​ສະໜອງ​ຕໍ່​ຄຳ​ເຊີນ​ນີ້​ແນວ​ໃດ?’ ເຈົ້າ​ອາດ​ຄິດ​ວ່າ​ມີ​ໃຜ​ບໍ​ຈະ​ປະຕິເສດ​ຄຳ​ເຊີນ​ອັນ​ດີ​ເລີດ​ນັ້ນ? ໜ້າ​ແປກ​ໃຈ ຜູ້​ຄົນ​ສ່ວນ​ຫຼາຍ​ປະຕິເສດ. ເພາະ​ເຫດ​ໃດ?

3, 4. (ກ) ສິ່ງ​ໃດ​ແດ່​ທີ່​ອາດ​ຖື​ວ່າ​ເປັນ​ຕາ​ໜ້າ​ອິດສາ​ຊາຍ​ຄົນ​ໜຶ່ງ​ທີ່​ເຂົ້າ​ໄປ​ຫາ​ພະ​ເຍຊູ​ເພື່ອ​ຖາມ​ເລື່ອງ​ຊີວິດ​ຕະຫຼອດ​ໄປ? (ຂ) ພະ​ເຍຊູ​ອາດ​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ອັນ​ໃດ​ໃນ​ໂຕ​ຜູ້​ປົກຄອງ​ໜຸ່ມ​ທີ່​ຮັ່ງມີ​ຄົນ​ນີ້?

3 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຄຳ​ເຊີນ​ນັ້ນ​ໂດຍ​ກົງ​ເມື່ອ​ປະມານ 2.000 ປີ​ມາ​ແລ້ວ. ລາວ​ເປັນ​ຄົນ​ທີ່​ໄດ້​ຮັບ​ຄວາມ​ນັບຖື​ຢ່າງ​ສູງ. ຢ່າງ​ໜ້ອຍ​ລາວ​ມີ​ສາມ​ຢ່າງ​ທີ່​ເຮົາ​ຖື​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ປາຖະໜາ ກະທັ່ງ​ຖື​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ອິດສາ​ດ້ວຍ​ຊ້ຳ ນັ້ນ​ຄື​ຄວາມ​ໜຸ່ມ​ແໜ້ນ ຊັບ​ສົມບັດ ແລະ​ສິດ​ອຳ​ນາດ. ບັນທຶກ​ໃນ​ຄຳ​ພີ​ໄບເບິນພັນລະນາ​ເຖິງ​ລາວ​ວ່າ​ເປັນ “ຄົນ​ໜຸ່ມ” ເປັນ​ຄົນ “ມັ່ງ​ມີ​ມາກ​ຫຼາຍ” ແລະ​ເປັນ “ຜູ້​ຄຸ້ມຄອງ.” (ມັດທາຍ 19:20; ລືກາ 18:18, 23) ແນວ​ໃດ​ກໍ​ຕາມ ຊາຍ​ໜຸ່ມ​ຜູ້​ນີ້​ມີ​ບາງ​ຢ່າງ​ທີ່​ສຳຄັນ​ກວ່າ. ລາວ​ເຄີຍ​ໄດ້​ຍິນ​ເລື່ອງ​ພະ​ເຍຊູ​ຄູ​ສອນ​ຜູ້​ຍິ່ງໃຫຍ່ ແລະ​ລາວ​ມັກ​ໃນ​ສິ່ງ​ທີ່​ໄດ້​ຍິນ​ນັ້ນ.

4 ໃນ​ສະໄໝ​ນັ້ນ​ຜູ້​ປົກຄອງ​ສ່ວນ​ຫຼາຍ​ບໍ່​ໄດ້​ນັບຖື​ພະ​ເຍຊູ​ຕາມ​ທີ່​ຄວນ. (ໂຢຮັນ 7:48; 12:42) ແຕ່​ຜູ້​ປົກຄອງ​ຜູ້​ນີ້​ພັດ​ປະພຶດ​ຕ່າງ​ອອກ​ໄປ. ຄຳ​ພີ​ໄບເບິນ​ບອກ​ວ່າ “ເມື່ອ [ພະ​ເຍຊູ] ພວມ​ອອກ​ໄປ​ທີ່​ຫົນ​ທາງ​ແລ້ວ ຄົນ​ຜູ້​ໜຶ່ງ​ແລ່ນ​ມາ​ແລະ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ພະອົງ​ແລະ​ຖາມ​ພະອົງ​ວ່າ ‘ພະ​ອາຈານ​ຜູ້​ດີ​ເຈົ້າ​ຂ້າ ຂ້າພະເຈົ້າ​ຈະ​ກະທຳ​ສິ່ງ​ໃດ​ເພື່ອ​ຈະ​ຮັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ມາ​ເປັນ​ມູນລະດົກ?’” (ມາລະໂກ 10:17) ສັງເກດ​ວ່າ​ຊາຍ​ຄົນ​ນີ້​ກະຕືລືລົ້ນ​ສ່ຳ​ໃດ​ທີ່​ຈະ​ເວົ້າ​ກັບ​ພະ​ເຍຊູ ລາວ​ແລ່ນ​ໄປ​ຫາ​ພະອົງ​ຢູ່​ບ່ອນ​ສາທາລະນະ​ຄື​ກັນ​ກັບ​ຄົນ​ທຸກ​ຍາກ​ແລະ​ຄົນ​ຕ່ຳ​ຕ້ອຍ​ອາດ​ເຮັດ. ນອກ​ຈາກ​ນັ້ນ ລາວ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ພະຄລິດ​ດ້ວຍ​ຄວາມ​ນັບຖື. ດັ່ງນັ້ນ ລາວ​ຈຶ່ງ​ມີ​ຄວາມ​ຖ່ອມ​ຢູ່​ແລະ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ດ້ານ​ຝ່າຍ​ວິນຍານ​ຂອງ​ຕົນ. ພະ​ເຍຊູ​ຖື​ວ່າ​ຄຸນ​ລັກສະນະ​ທີ່​ດີ​ເຊັ່ນ​ນັ້ນ​ມີ​ຄ່າ. (ມັດທາຍ 5:3; 18:4) ດ້ວຍ​ເຫດ​ນັ້ນ​ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ “ເມື່ອ​ໄດ້​ເບິ່ງ​ຄົນ​ນັ້ນ​ແລ້ວ ພະ​ເຍຊູ​ໄດ້​ຮັກ​ເພິ່ນ.” (ມາລະໂກ 10:21) ພະ​ເຍຊູ​ຕອບ​ຄຳຖາມ​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ​ວ່າ​ແນວ​ໃດ?

ຄຳ​ເຊີນ​ທີ່​ບໍ່​ມີ​ສິ່ງ​ໃດ​ສົມ​ທຽບ​ໄດ້

5. ພະ​ເຍຊູ​ຕອບ​ຊາຍ​ໜຸ່ມ​ທີ່​ຮັ່ງມີ​ວ່າ​ແນວ​ໃດ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ “ສິ່ງ​ໜຶ່ງ” ທີ່​ລາວ​ຂາດ​ໄປ​ບໍ່​ໄດ້​ໝາຍ​ເຖິງ​ການ​ເປັນ​ຄົນ​ທຸກ​ຍາກ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ.)

5 ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພໍ່​ຂອງ​ພະອົງ​ໃຫ້​ຂໍ້​ມູນ​ແລ້ວ​ໃນ​ເລື່ອງ​ຄຳຖາມ​ທີ່​ສຳຄັນ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ພະອົງ​ອ້າງ​ເຖິງ​ພະ​ຄຳ​ພີ ແລະ​ຊາຍ​ໜຸ່ມ​ກໍ​ຢືນຢັນ​ວ່າ​ລາວ​ເຊື່ອ​ຟັງ​ຢ່າງ​ສັດ​ຊື່​ຕໍ່​ພະບັນຍັດ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ. ແນວ​ໃດ​ກໍ​ຕາມ ດ້ວຍ​ຄວາມ​ຢັ່ງ​ເຫັນ​ເຂົ້າ​ໃຈ​ເປັນ​ພິເສດ ພະ​ເຍຊູ​ເຫັນ​ສິ່ງ​ທີ່​ເລິກ​ເຊິ່ງ​ກວ່າ. (ໂຢຮັນ 2:25) ພະອົງ​ເຫັນ​ວ່າ​ຜູ້​ປົກຄອງ​ຄົນ​ນີ້​ມີ​ບັນຫາ​ຮ້າຍແຮງ​ຢ່າງ​ໜຶ່ງ​ທີ່​ສົ່ງ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະເຈົ້າ. ສະນັ້ນ​ພະອົງ​ຈຶ່ງ​ກ່າວ​ວ່າ “ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ.” “ສິ່ງ​ໜຶ່ງ” ນັ້ນ​ແມ່ນ​ຫຍັງ? ພະ​ເຍຊູ​ກ່າວ​ວ່າ “ສັບພະ​ເຂົ້າ​ຂອງ​ທີ່​ທ່ານ​ມີ​ຢູ່​ນັ້ນ ທ່ານ​ຈົ່ງ​ໄປ​ຂາຍ​ແລະ​ໃຫ້​ແກ່​ຄົນ​ຈົນ​ທັງ​ຫຼາຍ.” (ມາລະໂກ 10:21) ພະ​ເຍຊູ​ໝາຍຄວາມ​ວ່າ​ເພື່ອ​ຈະ​ຮັບໃຊ້​ພະເຈົ້າ​ເຮົາ​ຕ້ອງ​ເປັນ​ຄົນ​ທຸກ​ຍາກ​ບໍ? ບໍ່​ແມ່ນ. * ພະຄລິດ​ກຳລັງ​ເປີດ​ເຜີຍ​ເຖິງ​ສິ່ງ​ທີ່​ສຳຄັນ​ຢ່າງ​ຍິ່ງ.

6. ພະ​ເຍຊູ​ສະເໜີ​ຄຳ​ເຊີນ​ຫຍັງ ແລະ​ການ​ຕອບ​ສະໜອງ​ຂອງ​ຜູ້​ປົກຄອງ​ໜຸ່ມ​ເປີດ​ເຜີຍ​ອັນ​ໃດ​ກ່ຽວ​ກັບ​ຫົວໃຈ​ຂອງ​ລາວ?

6 ເພື່ອ​ເປີດ​ເຜີຍ​ສິ່ງ​ທີ່​ຂາດ​ໄປ ພະ​ເຍຊູ​ສະເໜີ​ໂອກາດ​ວິເສດ​ໃຫ້​ຊາຍ​ຄົນ​ນີ້​ໂດຍ​ກ່າວ​ວ່າ “ຕາມ​ເຮົາ​ໄປ​ເຖີ້ນ.” ຄິດ​ເບິ່ງ​ດູ ລູກ​ຊາຍ​ຂອງ​ພະເຈົ້າ​ອົງ​ສູງ​ສຸດ​ເຊີນ​ຊາຍ​ຜູ້​ນີ້​ໂດຍ​ກົງ​ໃຫ້​ຕິດ​ຕາມ​ພະອົງ! ພະ​ເຍຊູ​ຍັງ​ສັນຍາ​ກັບ​ລາວ​ເຖິງ​ລາງວັນ​ທີ່​ເໜືອ​ຄວາມ​ຄາດ​ຝັນ. ພະອົງ​ກ່າວ​ວ່າ “ທ່ານ​ຈະ​ມີ​ຊັບ​ສົມບັດ​ໃນ​ຟ້າ​ສະຫວັນ.” ຜູ້​ປົກຄອງ​ໜຸ່ມ​ທີ່​ຮັ່ງມີ​ສວຍ​ເອົາ​ໂອກາດ​ນີ້​ທັນທີ​ໂດຍ​ຮັບ​ເອົາ​ຄຳ​ເຊີນ​ທີ່​ໜ້າ​ຍິນດີ​ນີ້​ບໍ? ບັນທຶກ​ບອກ​ວ່າ “ຄົນ​ນັ້ນ​ເປັນ​ທຸກ​ໃຈ​ເພາະ​ຖ້ອຍຄຳ​ນັ້ນ ໄດ້​ໜີ​ເປັນ​ທຸກ​ໂສກ​ເສົ້າ​ນັກ ເຫດ​ວ່າ​ເພິ່ນ​ມີ​ເຂົ້າ​ຂອງ​ເປັນ​ອັນ​ມາກ​ຫຼາຍ.” (ມາລະໂກ 10:21, 22) ດັ່ງນັ້ນ ຄຳ​ກ່າວ​ທີ່​ຄາດ​ບໍ່​ເຖິງ​ຂອງ​ພະ​ເຍຊູ​ໄດ້​ເຜີຍ​ເຖິງ​ບັນຫາ​ທີ່​ຢູ່​ໃນ​ໃຈ​ຂອງ​ຊາຍ​ຄົນ​ນີ້. ລາວ​ຕິດ​ພັນ​ກັບ​ຊັບ​ສົມບັດ​ຂອງ​ຕົນ​ຫຼາຍ​ໂພດ ແລະ​ແນ່ນອນ​ວ່າ​ລາວ​ຕິດ​ພັນ​ກັບ​ສິດ​ອຳ​ນາດ​ແລະ​ກຽດຕິຍົດ​ຊື່ສຽງ​ທີ່​ມາ​ພ້ອມ​ກັບ​ຄວາມ​ຮັ່ງມີ​ນັ້ນ. ໜ້າ​ເສົ້າໃຈ ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ສິ່ງ​ດັ່ງ​ກ່າວ​ນັ້ນ​ມີ​ຫຼາຍ​ກວ່າ​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະຄລິດ. ດັ່ງນັ້ນ “ສິ່ງ​ໜຶ່ງ” ທີ່​ຂາດ​ໄປ​ແມ່ນ​ຄວາມ​ຮັກ​ຢ່າງ​ສິ້ນ​ສຸດ​ຫົວໃຈ​ແບບ​ເສຍ​ສະລະ​ຕົນ​ເອງ​ທີ່​ມີ​ຕໍ່​ພະ​ເຍຊູ​ແລະ​ພະ​ເຢໂຫວາ. ເນື່ອງ​ຈາກ​ຊາຍ​ໜຸ່ມ​ຂາດ​ຄວາມ​ຮັກ​ດັ່ງ​ກ່າວ ລາວ​ຈຶ່ງ​ປະຕິເສດ​ຄຳ​ເຊີນ​ທີ່​ບໍ່​ມີ​ສິ່ງ​ໃດ​ສົມ​ທຽບ​ໄດ້! ເຈົ້າ​ເດ​ກ່ຽວຂ້ອງ​ຄື​ແນວ​ໃດ?

7. ໃນ​ທຸກ​ມື້​ນີ້​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຍຊູ​ໄດ້​ໃຫ້​ຄຳ​ເຊີນ​ນັ້ນ​ແກ່​ເຮົາ​ນຳ?

7 ຄຳ​ເຊີນ​ຂອງ​ພະ​ເຍຊູ​ບໍ່​ໄດ້​ຈຳກັດ​ໄວ້​ສະເພາະ​ແຕ່​ຊາຍ​ຄົນ​ນັ້ນ ແລະ​ທັງ​ບໍ່​ໄດ້​ຈຳກັດ​ໄວ້​ສະເພາະ​ຄົນ​ຈຳນວນ​ໜຶ່ງ. ພະ​ເຍຊູ​ກ່າວ​ວ່າ “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຢາກ​ຕາມ​ເຮົາ​ໄປ ໃຫ້​ຜູ້​ນັ້ນ . . . ຕາມ​ເຮົາ​ໄປ​ເຖີ້ນ.” (ລືກາ 9:23) ຂໍ​ໃຫ້​ສັງເກດ​ວ່າ “ຜູ້​ໜຶ່ງ​ຜູ້​ໃດ” ສາມາດ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້​ຖ້າ​ຄົນ​ນັ້ນ “ຢາກ” ເປັນ​ແທ້ໆ. ພະເຈົ້າ​ຊັກ​ຈູງ​ຄົນ​ທີ່​ມີຫົວໃຈ​ສັດ​ຊື່​ແບບ​ນັ້ນ​ໃຫ້​ມາ​ຫາ​ລູກ​ຊາຍ​ຂອງ​ພະອົງ. (ໂຢຮັນ 6:44) ບໍ່​ພຽງ​ແຕ່​ຄົນ​ຮັ່ງມີ ຄົນ​ທຸກ​ຍາກ ຄົນ​ຊົນ​ເຜົ່າ​ຫຼື​ເຊື້ອ​ຊາດ​ໃດ​ໜຶ່ງ ຫຼື​ຜູ້​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ນັ້ນ ແຕ່​ມີ​ການ​ເປີດ​ໂອກາດ​ໃຫ້​ທຸກ​ຄົນ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຍຊູ. ດັ່ງນັ້ນ​ຖ້ອຍຄຳ​ຂອງ​ພະ​ເຍຊູ​ທີ່​ວ່າ “ຕາມ​ເຮົາ​ໄປ​ເຖີ້ນ” ຈຶ່ງ​ໃຊ້​ໄດ້​ກັບ​ເຈົ້າ​ແທ້ໆ. ເປັນ​ຫຍັງ​ເຈົ້າ​ຄວນ​ຕິດ​ຕາມ​ພະຄລິດ? ແລະ​ມີ​ຫຍັງ​ກ່ຽວຂ້ອງ​ຢູ່​ນຳ​ໃນ​ການ​ຕິດ​ຕາມ​ພະອົງ?

ເປັນ​ຫຍັງ​ຈຶ່ງ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ?

8. ມະນຸດ​ທຸກ​ຄົນ​ມີ​ຄວາມ​ຈຳເປັນ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ?

8 ມີ​ຄວາມ​ຈິງ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ຍອມ​ຮັບ ນັ້ນ​ຄື ໂດຍ​ພື້ນຖານ​ແລ້ວ​ມະນຸດ​ເຮົາ​ຕ້ອງການ​ຜູ້​ນຳ​ທີ່​ດີ. ບໍ່​ແມ່ນ​ມະນຸດ​ທຸກ​ຄົນ​ຍອມ​ຮັບ​ໃນ​ເລື່ອງ​ນີ້ ເຖິງ​ແນວ​ນັ້ນ​ກໍ​ຕາມ ຄວາມ​ຕ້ອງການ​ນີ້​ມີ​ຢູ່​ຢ່າງ​ທີ່​ປະຕິເສດ​ບໍ່​ໄດ້. ເຢເຣມີ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ບັນທຶກ​ຄວາມ​ຈິງ​ທີ່​ບໍ່​ປ່ຽນ​ແປງ​ຕະຫຼອດ​ການ​ນີ້​ທີ່​ວ່າ “ໂອ້​ພະ​ເຢໂຫວາ​ຂ້າ​ນ້ອຍ​ຮູ້ຈັກ​ວ່າ​ທາງ​ມະນຸດ​ບໍ່​ເປັນ​ແຫ່ງ​ຕົນ. ແລະ​ຄົນ​ທີ່​ທຽວ​ໄປ​ກໍ​ບໍ່​ມີ​ອຳ​ນາດ​ຈະ​ນຳ​ໜ້າ​ບາດ​ຕີນ​ແຫ່ງ​ຕົນ​ໄປ.” (ເຢເຣມີ 10:23) ມະນຸດ​ບໍ່​ມີ​ທັງ​ຄວາມ​ສາມາດ​ແລະ​ສິດທິ​ທີ່​ຈະ​ປົກຄອງ​ຕົນ​ເອງ. ທີ່​ຈິງ ປະຫວັດສາດ​ຂອງ​ມະນຸດ​ສ່ວນ​ຫຼາຍ​ເປັນ​ບັນທຶກ​ກ່ຽວ​ກັບ​ຜູ້​ນຳ​ທີ່​ບໍ່​ດີ. (ຜູ້​ເທສະໜາ​ປ່າວ​ປະກາດ 8:9) ໃນ​ສະໄໝ​ຂອງ​ພະ​ເຍຊູ ພວກ​ຜູ້​ນຳ​ໄດ້​ກົດ​ຂີ່ ຂົ່ມເຫງ ແລະ​ນຳ​ພາ​ປະຊາຊົນ​ໄປ​ຜິດ​ທາງ. ພະ​ເຍຊູ​ພັນລະນາ​ສະພາບການ​ຂອງ​ຜູ້​ຄົນ​ທົ່ວໄປ​ໄດ້​ຢ່າງ​ຖືກຕ້ອງ​ວ່າ “ເປັນ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” (ມາລະໂກ 6:34) ມະນຸດ​ຊາດ​ໃນ​ທຸກ​ມື້​ນີ້​ກໍ​ປະສົບ​ສະພາບ​ທີ່​ຄ້າຍໆກັນ​ນັ້ນ. ໃນ​ຖານະ​ເປັນ​ກຸ່ມ​ແລະ​ເປັນ​ບຸກຄົນ ເຮົາ​ຈຳເປັນ​ຕ້ອງ​ມີ​ຜູ້​ນຳ​ທີ່​ສາມາດ​ໄວ້​ວາງໃຈ​ແລະ​ນັບຖື​ໄດ້. ພະ​ເຍຊູ​ສະໜອງ​ຄວາມ​ຈຳເປັນ​ນີ້​ບໍ? ຂໍ​ໃຫ້​ພິຈາລະນາ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຕອບ​ວ່າ​ແມ່ນ.

9. ອັນ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ຕ່າງ​ຈາກ​ຜູ້​ນຳ​ຄົນ​ອື່ນໆທັງ​ໝົດ?

9 ເຫດຜົນ​ທຳອິດ ພະ​ເຍຊູ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ພະເຈົ້າ​ໄດ້​ເລືອ​ກ. ສ່ວນ​ຫຼາຍ​ຜູ້​ນຳ​ທີ່​ເປັນ​ມະນຸດ​ຖືກ​ເລືອ​ກ​ຈາກ​ເພື່ອນ​ມະນຸດ​ທີ່​ບໍ່​ສົມບູນແບບ​ເຊິ່ງ​ເປັນ​ຜູ້​ທີ່​ຖືກ​ຫຼອກ​ລວງ​ແລະ​ມີ​ທ່າ​ອຽງ​ທີ່​ຈະ​ຕັດສິນ​ຜິດ​ພາດ. ພະ​ເຍຊູ​ເປັນ​ຜູ້​ນຳ​ທີ່​ຕ່າງ​ຈາກ​ນັ້ນ. ຕຳແໜ່ງ​ຂອງ​ພະອົງ​ບອກ​ເຮົາ​ກ່ຽວ​ກັບ​ເລື່ອງ​ນີ້. ຄຳ​ວ່າ “ພະຄລິດ” ເຊິ່ງ​ຄື​ກັບ​ຄຳ​ວ່າ “ເມຊີ” ມີ​ຄວາມ​ໝາຍ​ວ່າ “ຜູ້​ຖືກ​ເຈີມ.” ແມ່ນ​ແລ້ວ ພະ​ເຍຊູ​ຖືກ​ເຈີມ​ຫຼືໄດ້​ຮັບ​ການ​ແຕ່ງ​ຕັ້ງ​ພິເສດ​ໃຫ້​ຮັບ​ຕຳແໜ່ງ​ທີ່​ສັກສິດ​ບໍ່​ແມ່ນ​ຈາກ​ໃຜ​ອື່ນ​ນອກ​ຈາກ​ພະອົງ​ເຈົ້າ​ຜູ້​ສູງ​ສຸດ​ໃນ​ເອກະພົບ. ພະ​ເຢໂຫວາ​ໄດ້​ກ່າວ​ເຖິງ​ລູກ​ຊາຍ​ວ່າ “ຈົ່ງ​ເບິ່ງ ຂ້າ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອ​ກ​ໄວ້ ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ ຜູ້​ເປັນ​ທີ່​ຊອບ​ໃຈ​ເຮົາ​ຫຼາຍ ເຮົາ​ຈະ​ເອົາ​ວິນຍານ​ຂອງ​ເຮົາ​ໄວ້​ເທິງ​ທ່ານ.” (ມັດທາຍ 12:18) ບໍ່​ມີ​ໃຜ​ຮູ້​ດີ​ກວ່າ​ຜູ້​ສ້າງ​ຂອງ​ເຮົາ​ວ່າ​ເຮົາ​ຕ້ອງ​ມີ​ຜູ້​ນຳ​ແບບ​ໃດ. ສະຕິປັນຍາ​ຂອງ​ພະ​ເຢໂຫວາ​ບໍ່​ມີ​ຂີດ​ຈຳກັດ ດັ່ງນັ້ນ​ເຮົາ​ຈຶ່ງ​ມີ​ເຫດຜົນ​ຢ່າງ​ລົ້ນ​ເຫຼືອ​ທີ່​ຈະ​ວາງໃຈ​ຕໍ່​ການ​ເລືອ​ກ​ຂອງ​ພະອົງ.—ສຸພາສິດ 3:5, 6.

10. ເປັນ​ຫຍັງ​ແບບ​ຢ່າງ​ຂອງ​ພະ​ເຍຊູ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ສຳລັບ​ມະນຸດ​ທີ່​ຈະ​ຕິດ​ຕາມ?

10 ເຫດຜົນ​ທີ​ສອງ ພະ​ເຍຊູ​ວາງ​ແບບ​ຢ່າງ​ອັນ​ດີ​ເລີດ​ແລະ​ທັງ​ເປັນ​ແຮງ​ບັນດານ​ໃຈ​ເຮົາ​ພ້ອມ. ຜູ້​ນຳ​ທີ່​ດີ​ທີ່​ສຸດ​ມີ​ຄຸນສົມບັດ​ຕ່າງໆທີ່​ປະຊາຊົນ​ຂອງ​ລາວ​ສາມາດ​ນິຍົມ​ຊົມ​ຊອບ​ແລະ​ຮຽນ​ແບບ​ໄດ້. ລາວ​ຊີ້​ນຳ​ໂດຍ​ວາງ​ແບບ​ຢ່າງ​ແລະ​ກໍ່​ແຮງ​ບັນດານ​ໃຈ​ທີ່​ພາ​ໃຫ້​ຄົນ​ອື່ນໆເປັນ​ບຸກຄົນ​ທີ່​ດີ​ຂຶ້ນ. ຄຸນ​ລັກສະນະ​ໃດ​ທີ່​ເຈົ້າ​ຍົກ​ຍ່ອງ​ນັບຖື​ຫຼາຍ​ທີ່​ສຸດ​ໃນ​ໂຕ​ຜູ້​ນຳ? ຄວາມ​ກ້າຫານ​ບໍ? ສະຕິປັນຍາ​ບໍ? ຄວາມ​ເມດຕາ​ບໍ? ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ໃນ​ຂະນະ​ທີ່​ປະເຊີນ​ຄວາມ​ຍາກ​ລຳບາກ? ໃນ​ຂະນະ​ທີ່​ສຶກສາ​ບັນທຶກ​ກ່ຽວ​ກັບ​ແນວ​ທາງ​ຊີວິດ​ຂອງ​ພະ​ເຍຊູ​ຕອນ​ຢູ່​ແຜ່ນດິນ​ໂລກ ກໍ​ຈະ​ພົບ​ວ່າ​ພະອົງ​ມີ​ຄຸນ​ລັກສະນະ​ເຫຼົ່າ​ນັ້ນ ແລະ​ມີ​ຫຼາຍ​ກວ່າ​ນັ້ນ​ຊ້ຳ. ພະ​ເຍຊູ​ມີ​ຄຸນ​ລັກສະນະ​ແບບ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ​ສົມບູນ ແລະ​ກໍ​ເປັນ​ພາບ​ສະທ້ອນ​ທີ່​ສົມບູນແບບ​ຂອງ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ພະອົງ​ເປັນ​ມະນຸດ​ທີ່​ສົມບູນແບບ​ໃນ​ທຸກໆດ້ານ​ຢ່າງ​ແທ້​ຈິງ. ດັ່ງນັ້ນ ໃນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ ໃນ​ທຸກ​ສິ່ງ​ທີ່​ພະອົງ​ເວົ້າ ຄວາມ​ຮູ້ສຶກ​ສ່ວນ​ເລິກ​ທຸກ​ຢ່າງ​ທີ່​ພະອົງ​ເປີດ​ເຜີຍ ເຮົາ​ຈະ​ເຫັນ​ວ່າ​ມີ​ສິ່ງ​ທີ່​ມີ​ຄຸນຄ່າ​ທີ່​ຄວນ​ຮຽນ​ເອົາ​ເປັນ​ແບບ​ຢ່າງ. ຄຳ​ພີ​ໄບເບິນ​ເວົ້າ​ວ່າ​ພະອົງ​ໄດ້​ວາງ “ແບບ​ຢ່າງ​ແກ່​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ​ໄປ.”—1 ເປໂຕ 2:21.

11. ພະ​ເຍຊູ​ພິສູດ​ແນວ​ໃດ​ວ່າ​ເປັນ “ຜູ້​ລ້ຽງ​ອັນ​ດີ”?

11 ເຫດຜົນ​ທີ​ສາມ ພະຄລິດ​ເຮັດ​ໃຫ້​ຄຳ​ກ່າວ​ຂອງ​ພະອົງ​ທີ່​ວ່າ “ເຮົາ​ເປັນ​ຜູ້​ລ້ຽງ​ອັນ​ດີ” ສຳເລັດ​ເປັນ​ຈິງ. (ໂຢຮັນ 10:14) ສຳລັບ​ຜູ້​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳ​ພີ​ໄບເບິນ ເຂົາ​ເຈົ້າ​ຄຸ້ນ​ເຄີຍ​ກັບ​ຄຳ​ປຽບ​ທຽບ​ນັ້ນ. ຄົນ​ລ້ຽງ​ແກະ​ເຮັດ​ວຽກ​ໜັກ​ເພື່ອ​ເບິ່ງ​ແຍງ​ແກະ​ທີ່​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ຕົນ. “ຜູ້​ລ້ຽງ​ອັນ​ດີ” ຈະ​ເອົາ​ຄວາມ​ປອດໄພ​ແລະປະໂຫຍດ​ຂອງ​ຝູງ​ແກະ​ມາ​ກ່ອນ​ຂອງ​ຕົນ. ຕົວຢ່າງ ຕອນ​ເປັນ​ໄວ​ໜຸ່ມ ດາວິດ​ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ພະ​ເຍຊູ​ເປັນ​ຜູ້​ລ້ຽງ​ແກະ ແລະ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ທີ່​ລາວ​ໄດ້​ສ່ຽງ​ຊີວິດ​ເພື່ອ​ຂັດ​ຂວາງ​ສັດ​ປ່າ​ທີ່​ດຸ​ຮ້າຍ​ເຊິ່ງ​ໂຈມຕີ​ແກະ​ຂອງ​ລາວ. (1 ຊາເມືອນ 17:34-36) ພະ​ເຍຊູ​ເຮັດ​ຫຼາຍ​ກວ່າ​ການ​ສ່ຽງ​ຊີວິດ​ເພື່ອ​ຜູ້​ຕິດ​ຕາມ​ຂອງ​ພະອົງ. ພະອົງ​ສະລະ​ຊີວິດ​ເພື່ອ​ເຂົາ​ເຈົ້າ. (ໂຢຮັນ 10:15) ມີ​ຜູ້​ນຳ​ຈັກ​ຄົນ​ທີ່​ມີ​ນ້ຳໃຈ​ເສຍ​ສະລະ​ແບບ​ນີ້?

12, 13. (ກ) ໃນ​ຄວາມ​ໝາຍ​ໃດ​ທີ່​ຜູ້​ລ້ຽງ​ແກະ​ຮູ້ຈັກ​ແກະ​ຂອງ​ຕົນ ແລະ​ແກະ​ຮູ້ຈັກ​ຜູ້​ລ້ຽງ​ໃນ​ແງ່​ໃດ? (ຂ) ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຜູ້​ລ້ຽງ​ທີ່​ດີ?

12 ພະ​ເຍຊູ​ເປັນ “ຜູ້​ລ້ຽງ​ອັນ​ດີ” ໃນ​ອີ​ກ​ຄວາມ​ໝາຍ​ໜຶ່ງ. ພະອົງ​ກ່າວ​ວ່າ “ເຮົາ​ຮູ້ຈັກ [ແກະ] ຂອງ​ເຮົາ ແລະ [ແກະ] ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ.” (ໂຢຮັນ 10:14) ຂໍ​ໃຫ້​ຄິດ​ເຖິງ​ຄຳ​ພັນລະນາ​ຂອງ​ພະ​ເຍຊູ. ໃນ​ສາຍ​ຕາ​ຂອງ​ຄົນ​ທົ່ວໄປ ແກະ​ອາດ​ເບິ່ງ​ບໍ່​ຕ່າງ​ຫຍັງ​ກັບ​ສັດ​ທີ່​ມີ​ຂົນ​ຫຍອງໆເຊິ່ງ​ຢູ່​ນຳ​ກັນ​ເປັນ​ຝູງ​ໃຫຍ່. ແຕ່​ຜູ້​ລ້ຽງ​ແກະ​ຮູ້ຈັກ​ແກະ​ແຕ່​ລະ​ໂຕ. ລາວ​ຮູ້ຈັກ​ວ່າ​ແກະ​ແມ່​ໂຕ​ໃດ​ໃນ​ອີ​ກ​ບໍ່​ດົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ມັນ​ເກີດ​ລູກ ລູກ​ແກະ​ໂຕ​ໃດ​ທີ່​ຍັງ​ຕ້ອງ​ໄດ້​ອູ້ມ​ໄປ​ເພາະ​ມັນ​ຍັງ​ນ້ອຍ​ແລະ​ອ່ອນແອ​ໂພດ​ຖ້າ​ຈະ​ຍ່າງ​ໄປ​ໄກໆເອົາ​ເອງ ແລະ​ຍັງ​ຮູ້ຈັກ​ວ່າ​ແກະ​ໂຕ​ໃດ​ທີ່​ບໍ່​ສະບາຍ​ຫຼື​ບາດເຈັບ​ວ່າງ​ບໍ່​ດົນ​ມາ​ນີ້. ແກະ​ກໍ​ຮູ້ຈັກ​ຜູ້​ລ້ຽງ​ຂອງ​ມັນ​ເຊັ່ນ​ກັນ. ພວກ​ມັນ​ຈື່​ສຽງ​ຂອງ​ຜູ້​ລ້ຽງ​ໄດ້ ແລະ​ບໍ່​ເຄີຍ​ຫຼົງ​ກັບ​ສຽງ​ຜູ້​ລ້ຽງ​ຄົນ​ອື່ນໆ. ເມື່ອ​ຜູ້​ລ້ຽງ​ເອີ້ນ​ດ້ວຍ​ສຽງ​ຕື່ນ​ຕົກໃຈ​ຫຼື​ສຽງ​ທີ່​ສະແດງ​ເຖິງ​ຄວາມ​ຮີບ​ດ່ວນ ພວກ​ມັນ​ຈະ​ຕອບ​ສະໜອງ​ທັນທີ. ຜູ້​ລ້ຽງ​ພາ​ພວກ​ມັນ​ໄປ​ໃສ ພວກ​ມັນ​ກໍ​ຈະ​ຕາມ​ໄປ. ແລະ​ຜູ້​ລ້ຽງ​ເອງ​ກໍ​ຮູ້​ດີ​ວ່າ​ຈະ​ພາ​ພວກ​ມັນ​ໄປ​ໃສ. ຜູ້​ລ້ຽງ​ຮູ້​ວ່າ​ບ່ອນ​ໃດ​ມີ​ຫຍ້າ​ອຸດົມ​ສົມບູນ​ແລະ​ຂຽວ​ງາມ ບ່ອນ​ໃດ​ມີ​ແຫຼ່ງ​ນ້ຳ​ທີ່​ໃສ​ສະອາດ ບ່ອນ​ໃດ​ມີ​ທົ່ງ​ຫຍ້າ​ທີ່​ປອດໄພ. ໃນ​ຂະນະ​ທີ່​ລາວ​ເຝົ້າ​ເບິ່ງ ແກະ​ຮູ້ສຶກ​ວ່າ​ພວກ​ມັນ​ປອດໄພ.—ຄຳເພງບົດ 23.

13 ເຮົາ​ຢາກ​ໄດ້​ການ​ນຳ​ພາ​ແບບ​ນີ້​ບໍ່​ແມ່ນ​ບໍ? ຜູ້​ລ້ຽງ​ທີ່​ດີ​ມີ​ປະຫວັດ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ໃນ​ການ​ປະຕິບັດ​ກັບ​ຜູ້​ຕິດ​ຕາມ​ພະອົງ​ໃນ​ແບບ​ນັ້ນ​ແຫຼະ. ພະອົງ​ສັນຍາ​ວ່າ​ຈະ​ນຳ​ທາງ​ເຮົາ​ໄປ​ສູ່​ຊີວິດ​ທີ່​ມີ​ຄວາມສຸກ​ແລະ​ອີ່ມ​ອົກ​ອີ່ມ​ໃຈ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ​ທີ່​ບໍ່​ສິ້ນ​ສຸດ! (ໂຢຮັນ 10:10, 11; ຄຳປາກົດ 7:16, 17) ສະນັ້ນ ເຮົາ​ຕ້ອງ​ຮູ້​ໃນ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ການ​ຕິດ​ຕາມ​ພະຄລິດ.

ຄວາມ​ໝາຍ​ຂອງ​ການ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ

14, 15. ເພື່ອ​ຈະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເປັນ​ຫຍັງ​ການ​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ຫຼື​ການ​ມີ​ຄວາມ​ຮູ້ສຶກ​ຜູກ​ພັນ​ກັບ​ພະ​ເຍຊູ​ຈຶ່ງ​ຍັງ​ບໍ່​ພຽງ​ພໍ?

14 ຄົນ​ຈຳນວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ເບິ່ງ​ຄື​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະຄລິດ. ທີ່​ຈິງ ເຂົາ​ເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄລິດສະຕຽນ. ບາງ​ທີ​ເຂົາ​ເຈົ້າ​ເປັນ​ສະມາຊິກ​ຂອງ​ໂບດ​ທີ່​ພໍ່​ແມ່​ໄດ້​ໃຫ້​ເຂົາ​ເຈົ້າ​ຮັບ​ບັບເຕມາ. ຫຼື​ເຂົາ​ເຈົ້າ​ອາດ​ອ້າງ​ວ່າ​ມີ​ຄວາມ​ຮູ້ສຶກ​ຜູກ​ພັນ​ກັບ​ພະ​ເຍຊູ​ແລະ​ຍອມ​ຮັບ​ພະອົງ​ວ່າ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຕົນ. ແຕ່​ນັ້ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ​ບໍ? ນັ້ນ​ເປັນ​ສິ່ງ​ທີ່​ພະ​ເຍຊູ​ຄິດ​ເຖິງ​ບໍ​ເມື່ອ​ເຊີນ​ເຮົາ​ໃຫ້​ຕິດ​ຕາມ​ພະອົງ? ການ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ​ບໍ່​ໄດ້​ມີ​ພຽງ​ແຕ່​ເທົ່າ​ນັ້ນ.

15 ຂໍ​ໃຫ້​ພິຈາລະນາ​ແວດ​ວົງ​ຂອງ​ຄລິດ​ສາສະໜາ​ຈັກ​ເຊິ່ງ​ກໍ​ຄື​ບັນດາ​ປະເທດ​ຊາດ​ທີ່​ພົນລະເມືອງ​ສ່ວນ​ຫຼາຍ​ອ້າງ​ວ່າ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ. ຄລິດ​ສາສະໜາ​ຈັກ​ສະທ້ອນ​ເຖິງ​ຫຼັກ​ຄຳ​ສອນ​ຂອງ​ພະ​ເຍຊູ​ຄລິດ​ບໍ? ຫຼື​ເຮົາ​ພັດ​ເຫັນ​ການ​ກຽດ​ຊັງ ການ​ກົດ​ຂີ່​ຂົ່ມເຫງ ອາດຊະຍາກຳ ແລະ​ຄວາມ​ບໍ່​ຍຸຕິທຳ​ໃນ​ດິນແດນ​ເຫຼົ່າ​ນັ້ນ​ສ່ຳ​ກັບ​ທີ່​ພົບ​ເຫັນ​ໃນ​ສ່ວນ​ອື່ນໆຂອງ​ໂລກ? ທ່ານ​ໂມຮັນດັດສ ຄານທີ ຜູ້​ນຳ​ທີ່​ຊາວ​ຮິນດູ​ນັບຖື​ເຄີຍ​ກ່າວ​ໄວ້​ວ່າ “ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ໃຜ​ເສຍ​ສະລະ​ເພື່ອ​ມະນຸດ​ຊາດ​ຫຼາຍ​ກວ່າ​ທີ່​ພະ​ເຍຊູ​ໄດ້​ເສຍ​ສະລະ. ທີ່​ຈິງ ສາສະໜາ​ຄລິດສະຕຽນ​ບໍ່​ມີ​ອັນ​ໃດ​ບົກ​ພ່ອງ​ເລີຍ.” ລາວ​ເວົ້າ​ຕື່ມ​ວ່າ “ບັນຫາ​ຢູ່​ນຳ​ພວກ​ເຈົ້າ​ທີ່​ເປັນ​ຄລິດສະຕຽນ. ພວກ​ເຈົ້າ​ບໍ່​ໄດ້​ເລີ່ມ​ດຳເນີນ​ຊີວິດ​ຕາມ​ຄຳ​ສອນ​ທີ່​ຕົນ​ມີ.”

16, 17. ຫຼາຍ​ຄັ້ງ​ມີ​ສິ່ງ​ໃດ​ຂາດ​ໄປ​ໃນ​ທ່າມກາງ​ຜູ້​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ ແລະ​ຜູ້​ຕິດ​ຕາມ​ແທ້​ຂອງ​ພະຄລິດ​ຕ່າງ​ໄປ​ແນວ​ໃດ?

16 ພະ​ເຍຊູ​ກ່າວ​ວ່າ​ຜູ້​ຕິດ​ຕາມ​ແທ້​ຂອງ​ພະອົງ​ຈະ​ເປັນ​ທີ່​ຮູ້ຈັກ​ບໍ່​ພຽງ​ແຕ່​ໂດຍ​ຄຳ​ອ້າງ​ວ່າ​ເປັນ​ຫຼື​ຊື່​ທີ່​ຕັ້ງ​ໄວ້​ສຳລັບ​ຕົນ​ເອງ​ເທົ່າ​ນັ້ນ ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ກະທຳ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ ພະອົງ​ກ່າວ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ສະຫວັນ​ບໍ່​ແມ່ນ​ໝົດ​ຊູ່​ຄົນ​ທີ່​ກ່າວ​ແກ່​ເຮົາ​ວ່າ ‘ພະອົງ​ເຈົ້າ​ຂ້າ ພະອົງ​ເຈົ້າ​ຂ້າ’ ແຕ່​ວ່າ​ຜູ້​ນັ້ນ​ທີ່​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະ​ບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.” (ມັດທາຍ 7:21) ເປັນ​ຫຍັງ​ຫຼາຍ​ຄົນ​ທີ່​ອ້າງ​ວ່າ​ພະ​ເຍຊູ​ເປັນ​ພະອົງ​ເຈົ້າ​ຂອງ​ຕົນ​ຈຶ່ງ​ບໍ່​ໄດ້​ເຮັດ​ຕາມ​ນ້ຳໃຈ​ຂອງ​ພໍ່? ຂໍ​ໃຫ້​ນຶກ​ເຖິງ​ຜູ້​ປົກຄອງ​ໜຸ່ມ​ທີ່​ຮັ່ງມີ. ຫຼາຍ​ຄັ້ງ ການ “ຂາດ​ຢູ່​ສິ່ງ​ໜຶ່ງ” ໃນ​ທ່າມກາງຜູ້​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ ນັ້ນ​ແມ່ນ​ຄວາມ​ຮັກ​ຢ່າງ​ສິ້ນ​ສຸດ​ຫົວໃຈ​ຕໍ່​ພະ​ເຍຊູ​ແລະ​ຕໍ່​ຜູ້​ທີ່​ສົ່ງ​ພະອົງ​ມາ.

17 ເປັນ​ແນວ​ນັ້ນ​ໄດ້​ແນວ​ໃດ? ຫຼາຍ​ລ້ານ​ຄົນ​ທີ່​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄລິດສະຕຽນ​ກໍ​ອ້າງ​ວ່າ​ຮັກ​ພະຄລິດ​ບໍ່​ແມ່ນ​ບໍ? ແນ່ນອນ​ວ່າ​ເຂົາ​ເຈົ້າ​ອ້າງ​ເຊັ່ນ​ນັ້ນ. ແຕ່​ວ່າ​ຄວາມ​ຮັກ​ຕໍ່​ພະ​ເຍຊູ​ແລະ​ຕໍ່​ພະ​ເຢໂຫວາ​ກ່ຽວຂ້ອງ​ຫຼາຍ​ກວ່າ​ຄຳເວົ້າ. ພະ​ເຍຊູ​ກ່າວ​ວ່າ “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຮັກ​ເຮົາ​ຜູ້​ນັ້ນ​ຈະ​ຖື​ຮັກສາ​ພະ​ຄຳ​ຂອງ​ເຮົາ.” (ໂຢຮັນ 14:23) ແລະ​ອີ​ກ​ຄັ້ງ​ໜຶ່ງ​ໂດຍ​ເວົ້າ​ໃນ​ຖານະ​ຜູ້​ລ້ຽງ​ແກະ ພະອົງ​ກ່າວ​ວ່າ “ແກະ​ທັງ​ຫຼາຍ​ຂອງ​ເຮົາ​ກໍ​ຟັງ​ສຽງ​ປາ​ກ​ຂອງ​ເຮົາ​ແລະ​ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ​ເຂົາ​ຕາມ​ເຮົາ​ໄປ.” (ໂຢຮັນ 10:27) ແມ່ນ​ແລ້ວ ການ​ພິສູດ​ຄວາມ​ຮັກ​ແທ້​ຂອງ​ເຮົາ​ຕໍ່​ພະຄລິດ​ບໍ່​ແມ່ນ​ອາໄສ​ຄຳເວົ້າ​ຫຼື​ຄວາມ​ຮູ້ສຶກ ແຕ່​ເບິ່ງ​ຈາກ​ການ​ກະທຳ​ຂອງ​ເຮົາ.

18, 19. (ກ) ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຍຊູ​ຄວນ​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ? (ຂ) ປຶ້ມ​ນີ້​ມີ​ຈຸດ​ປະສົງ​ຫຍັງ ແລະ​ປຶ້ມ​ນີ້​ຈະ​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ຜູ້​ທີ່​ຖື​ວ່າ​ຕົນ​ເອງ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ​ມາ​ດົນ​ແລ້ວ?

18 ແນວ​ໃດ​ກໍ​ຕາມ ທີ່​ແທ້​ແລ້ວ​ການ​ກະທຳ​ຂອງ​ເຮົາ​ສະທ້ອນ​ໃຫ້​ເຫັນ​ບຸກຄົນ​ທີ່​ເຮົາ​ເປັນ​ຢູ່​ພາຍ​ໃນ. ມັນ​ແມ່ນ​ບຸກຄົນ​ພາຍ​ໃນ​ນັ້ນ​ແຫຼະ​ທີ່​ເຮົາ​ຕ້ອງ​ເອົາໃຈໃສ່​ກ່ອນ. ພະ​ເຍຊູ​ເວົ້າ​ວ່າ “ອັນ​ນີ້​ເປັນ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ຄື​ວ່າ​ໃຫ້​ເຂົາ​ຮູ້ຈັກ​ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້​ແລະ​ພະ​ເຍຊູ​ຄລິດ​ທີ່​ພະເຈົ້າ​ໄດ້​ໃຊ້​ມາ.” (ໂຢຮັນ 17:3) ຖ້າ​ເຮົາ​ຮັບ​ເອົາ​ຄວາມ​ຮູ້​ຖ້ອງ​ແທ້​ກ່ຽວ​ກັບ​ພະ​ເຍຊູ​ແລະ​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮູ້​ນັ້ນ ມັນ​ຈະ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ. ເຮົາ​ຈະ​ຮັກ​ພະອົງ​ຫຼາຍ​ຍິ່ງ​ຂຶ້ນ ເສີມ​ສ້າງ​ໂຕ​ເຮົາ​ໃຫ້​ມີ​ຄວາມ​ປາຖະໜາ​ຫຼາຍ​ຂຶ້ນ​ໃນ​ການ​ຕິດ​ຕາມ​ພະອົງ​ຕໍ່ໆໄປ.

19 ຈຸດ​ປະສົງ​ຂອງ​ປຶ້ມ​ນີ້​ແມ່ນ​ເພື່ອ​ປູກ​ຝັງ​ຄວາມ​ປາຖະໜາ​ທີ່​ຈະ​ຕິດ​ຕາມ​ພະ​ເຍຊູ. ເປົ້າ​ໝາຍ​ຂອງ​ປຶ້ມ​ນີ້​ບໍ່​ແມ່ນ​ເພື່ອ​ສະຫຼຸບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ​ຢ່າງ​ຄົບ​ຖ້ວນ ແຕ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ແຈ້ງ​ຕື່ມ​ໃນ​ວິທີ​ຕິດ​ຕາມ​ພະອົງ. * ປຶ້ມ​ນີ້​ຖືກ​ເຮັດ​ຂຶ້ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ໃນ​ພະ​ຄຳ​ພີ​ເຊິ່ງ​ປຽບ​ເໝືອນ​ແວ່ນ​ແຍງ ແລ້ວ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ກຳລັງ​ຕິດ​ຕາມ​ພະ​ເຍຊູ​ແທ້ໆບໍ?’ (ຢາໂກໂບ 1:23-25) ບາງ​ທີ​ເຈົ້າ​ອາດຖື​ວ່າ​ໂຕ​ເອງ​ເປັນ​ແກະ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຜູ້​ລ້ຽງ​ອັນ​ດີ​ມາ​ແຕ່​ດົນ​ແລ້ວ. ແຕ່​ເຈົ້າ​ເຫັນ​ດີ​ນຳ​ບໍ່​ແມ່ນ​ບໍ​ວ່າ​ເຮົາ​ສາມາດ​ພົບ​ວິທີ​ຕ່າງໆເພື່ອ​ຈະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢູ່​ສະເໝີ? ຄຳ​ພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້ “ພິຈາລະນາ​ເບິ່ງ​ຕົວ​ເອງ​ວ່າ​ທ່ານ​ຕັ້ງ​ຢູ່​ໃນ​ຄວາມ​ເຊື່ອ​ຫຼື​ບໍ່ ຈົ່ງ​ລອງ​ເບິ່ງ​ຕົວ​ເຖີ້ນ.” (2 ໂກລິນໂທ 13:5) ຖື​ວ່າ​ຄຸ້ມ​ຄ່າ​ແທ້ໆທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ແທ້ໆຈາກ​ພະ​ເຍຊູ​ຜູ້​ລ້ຽງ​ອັນ​ດີ​ທີ່​ມີ​ຄວາມ​ຮັກ ຜູ້​ທີ່​ພະ​ເຢໂຫວາ​ເອງ​ໄດ້​ແຕ່ງ​ຕັ້ງ​ໃຫ້​ນຳ​ພາ​ເຮົາ.

20. ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຕໍ່​ໄປ?

20 ຂໍ​ໃຫ້​ການ​ສຶກສາ​ປຶ້ມ​ນີ້​ຊ່ວຍ​ເຈົ້າ​ເສີມ​ສ້າງ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຍຊູ​ແລະ​ຕໍ່​ພະ​ເຢໂຫວາ​ໃຫ້​ແໜ້ນແຟ້ນ​ຂຶ້ນ. ເມື່ອ​ຄວາມ​ຮັກ​ເຊັ່ນ​ນັ້ນ​ຊີ້​ນຳ​ເຈົ້າ​ໃນ​ຊີວິດ ເຈົ້າ​ຈະ​ພົບ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃນ​ລະບົບ​ເກົ່າ​ນີ້ ແລະ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ຕະຫຼອດ​ໄປ​ເນື່ອງ​ຈາກ​ພະອົງ​ໄດ້​ຈັດ​ຕຽມ​ຜູ້​ລ້ຽງ​ອັນ​ດີ​ໃຫ້​ເຮົາ. ແນ່ນອນ ການ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະຄລິດ​ຕ້ອງ​ອາໄສ​ພື້ນຖານ​ທີ່​ຖືກຕ້ອງ. ດັ່ງນັ້ນ​ຈຶ່ງ​ເໝາະ​ສົມ​ທີ່​ໃນບົດ​ທີ 2 ເຮົາ​ຈະ​ພິຈາລະນາ​ບົດບາດ​ຂອງ​ພະ​ເຍຊູ​ໃນ​ການ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ສຳເລັດ.

^ ພະ​ເຍຊູ​ບໍ່​ໄດ້​ຂໍ​ໃຫ້​ທຸກ​ຄົນ​ທີ່​ຕິດ​ຕາມ​ພະອົງ​ປະ​ຖິ້ມ​ຊັບ​ສົມບັດ​ທັງ​ໝົດ. ແລະ​ເຖິງ​ວ່າ​ພະອົງ​ໄດ້​ເອີ່ຍ​ວ່າ​ມັນ​ຍາກ​ສ່ຳ​ໃດ​ທີ່​ຄົນ​ຮັ່ງມີ​ຜູ້​ໜຶ່ງ​ທີ່​ຈະ​ເຂົ້າ​ໄປ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ ພະອົງ​ກ່າວ​ຕື່ມ​ວ່າ “ພະເຈົ້າ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້.” (ມາລະໂກ 10:23, 27) ທີ່​ຈິງ​ແລ້ວ ມີ​ຄົນ​ຮັ່ງມີ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ສະເພາະ​ເຈາະ​ຈົງ​ໃນ​ປະຊາຄົມ​ຄລິດສະຕຽນ ແຕ່​ກໍ​ບໍ່​ມີ​ການ​ຂໍ​ໃຫ້​ເຂົາ​ເຈົ້າ​ບໍລິຈາກ​ຊັບ​ສິນ​ທັງ​ໝົດ​ໃຫ້​ຄົນ​ທຸກ​ຍາກ.—1 ຕີໂມເຕ 6:17.

^ ສຳລັບ​ການ​ສະຫຼຸບ​ຕາມ​ລຳດັບ​ເວລາ​ກ່ຽວ​ກັບ​ເຫດການ​ຕ່າງໆໃນ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ ຂໍ​ໃຫ້​ເບິ່ງ​ປຶ້ມ​ບຸລຸດ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ໂລກ​ເຄີຍ​ເຫັນ ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.