ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 2

“ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ”

“ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ”

“ຕາມ​ເຮົາ​ໄປ​ເຖີ້ນ”

1, 2. ເປັນ​ຫຍັງ​ການ​ເຂົ້າ​ຫາ​ພະ​ເຢໂຫວາ​ດ້ວຍ​ໂຕ​ເຮົາ​ເອງ​ຈຶ່ງ​ເປັນ​ໄປ​ບໍ່​ໄດ້ ແລະ​ພະ​ເຍຊູ​ຄລິດ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ​ໃນ​ເລື່ອງ​ນີ້?

 ເຈົ້າ​ເຄີຍ​ຫຼົງ​ທາງ​ບໍ? ເຈົ້າ​ອາດ​ຈື່​ໄດ້​ທີ່​ເທື່ອ​ໜຶ່ງ​ເດີນ​ທາງ​ໄປ​ຢາມ​ໝູ່​ຫຼື​ພີ່ນ້ອງ​ແລະ​ໄປ​ບໍ່​ຖືກ​ທາງ. ໃນ​ຂະນະ​ໄປ​ຕາມ​ທາງ​ທີ່​ບໍ່​ລຶ້ງ​ເຄີຍ ເຈົ້າ​ໄດ້​ຢຸດ​ຖາມ​ບາງ​ຄົນ​ເພື່ອ​ຮູ້​ທາງ​ໄປ​ບໍ? ຄິດ​ເບິ່ງ​ດູ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ ຖ້າ​ຄົນ​ໃຈ​ດີ​ຜູ້​ໜຶ່ງ​ບໍ່​ພຽງ​ແຕ່​ບອກ​ທາງ​ໄປ​ເທົ່າ​ນັ້ນ ແຕ່​ຍັງ​ເວົ້າ​ວ່າ ‘ນຳ​ຂ້ອຍ​ມາ ຂ້ອຍ​ຈະ​ພາ​ເຈົ້າ​ໄປ​ບ່ອນ​ນັ້ນ.’ ເຈົ້າ​ຈະ​ຮູ້ສຶກ​ໂລ່ງ​ໃຈ​ແທ້ໆ!

2 ໃນ​ແງ່​ໜຶ່ງ ພະ​ເຍຊູ​ຄລິດ​ເຮັດ​ສິ່ງ​ທີ່​ຄ້າຍ​ກັນ​ນັ້ນ​ເພື່ອ​ເຮົາ. ການ​ທີ່​ຈະ​ເຂົ້າ​ເຖິງ​ພະເຈົ້າ​ດ້ວຍ​ໂຕ​ເຮົາ​ເອງ​ຄົງ​ຈະ​ເປັນ​ໄປ​ບໍ່​ໄດ້. ເນື່ອງ​ຈາກ​ໄດ້​ສືບ​ທອດ​ບາບ​ແລະ​ຄວາມ​ບໍ່​ສົມບູນແບບ ໂລກ​ແຫ່ງ​ມະນຸດ​ຊາດ​ໄດ້​ຫຼົງ​ທາງ​ຈຶ່ງ “ເຫີນ​ຫ່າງ​ຈາກ​ຊີວິດ​ເຊິ່ງ​ເປັນ​ຂອງ​ພະເຈົ້າ.” (ເອເຟດ 4:17, 18, ລ.ມ.) ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ພົບ​ທາງ​ທີ່​ຈະ​ໄປ. ພະ​ເຍຊູ​ຜູ້​ເປັນ​ແບບ​ຢ່າງ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ກະລຸນາ​ບໍ່​ພຽງ​ແຕ່​ໃຫ້​ຄຳ​ແນະນຳ​ແລະ​ບອກ​ທາງ ພະອົງ​ເຮັດ​ຫຼາຍ​ກວ່າ​ນັ້ນ. ດັ່ງ​ທີ່​ເຮົາ​ເຫັນ​ໃນບົດ​ທີ 1 ພະ​ເຍຊູ​ເຊີນ​ເຮົາ​ໂດຍ​ກ່າວ​ວ່າ “ຕາມ​ເຮົາ​ໄປ​ເຖີ້ນ.” (ມາລະໂກ 10:21) ແນວ​ໃດ​ກໍ​ຕາມ ພະອົງ​ໃຫ້​ເຫດຜົນ​ໜັກແໜ້ນ​ເພື່ອ​ເຮົາ​ຈະ​ຮັບ​ເອົາ​ຄຳ​ເຊີນ​ນັ້ນ. ໃນ​ໂອກາດ​ໜຶ່ງ​ພະ​ເຍຊູ​ກ່າວ​ວ່າ “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ. ບໍ່​ມີ​ຜູ້​ໃດ​ມາ​ຫາ​ພະ​ບິດາ​ເທົ່າ​ເວັ້ນ​ໄວ້​ມາ​ດ້ວຍ​ເຮົາ.” (ໂຢຮັນ 14:6) ຂໍ​ໃຫ້​ພິຈາລະນາ​ບາງ​ເຫດຜົນ​ວ່າ​ການ​ເຂົ້າ​ຫາ​ພໍ່​ເປັນ​ໄປ​ໄດ້​ໂດຍ​ທາງ​ລູກ​ຊາຍ​ເທົ່າ​ນັ້ນ. ໂດຍ​ອີງ​ໃສ່​ເຫດຜົນ​ເຫຼົ່າ​ນັ້ນ ເຮົາ​ຈະ​ພິຈາລະນາ​ເຖິງ​ວິທີ​ທີ່​ພະ​ເຍຊູ “ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ” ແທ້ໆ.

ບົດບາດ​ສຳຄັນ​ໃນ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ

3. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ເຂົ້າ​ຫາ​ພະເຈົ້າ​ໂດຍ​ຜ່ານ​ທາງ​ພະ​ເຍຊູ?

3 ເຫດຜົນ​ສຳຄັນ​ທີ່​ສຸດ ການ​ເຂົ້າ​ຫາ​ພະເຈົ້າ​ຕ້ອງ​ຜ່ານ​ທາງ​ພະ​ເຍຊູ​ເພາະ​ພະ​ເຢໂຫວາໄດ້​ເລືອ​ກ​ລູກ​ຊາຍ​ໃຫ້​ເຮັດ​ບົດບາດ​ສຳຄັນ​ທີ່​ສຸດ​ນີ້. * ພໍ່​ໄດ້​ຕັ້ງ​ລູກ​ເປັນ​ບຸກຄົນ​ສຳຄັນ​ທີ່​ສຸດ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພໍ່​ສຳເລັດ. (2 ໂກລິນໂທ 1:20; ໂກໂລດ 1:18-20) ເພື່ອ​ຈະ​ເຂົ້າ​ໃຈ​ບົດບາດ​ສຳຄັນ​ຂອງ​ລູກ​ຊາຍ ເຮົາ​ຕ້ອງ​ພິຈາລະນາ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ສວນ​ເອເດນ​ທີ່​ມະນຸດ​ຄູ່​ທຳອິດ​ໄດ້​ຮ່ວມ​ມື​ກັບ​ຊາຕານ​ໃນ​ການ​ກະບົດ​ຕໍ່​ພະ​ເຢໂຫວາ.—ຕົ້ນເດີມ 2:16, 17, 3:1-6.

4. ການ​ກະບົດ​ຢູ່​ສວນ​ເອເດນ​ໄດ້​ຍົກ​ປະເດັນ​ອັນ​ໃດ​ຂຶ້ນ​ມາ ແລະ​ເພື່ອ​ແກ້ໄຂ​ປະເດັນ​ນັ້ນ​ພະ​ເຢໂຫວາ​ໄດ້​ຕັດສິນ​ໃຈ​ເຮັດ​ຫຍັງ?

4 ການ​ກະບົດ​ໃນ​ສວນ​ເອເດນ​ໄດ້​ເຮັດ​ໃຫ້​ເກີດ​ປະເດັນ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ເນລະມິດ​ສ້າງ​ທັງ​ໝົດ ນັ້ນ​ຄື ພະ​ເຢໂຫວາ​ພະເຈົ້າ​ປົກຄອງ​ຜູ້​ທີ່​ພະອົງ​ໄດ້​ສ້າງ​ໃນ​ວິທີ​ທີ່​ເໝາະ​ສົມ​ບໍ? ເພື່ອ​ຍຸດຕິ​ປະເດັນ​ທີ່​ສຳຄັນ​ນີ້ ພະ​ເຢໂຫວາ​ຕັດສິນ​ໃຈ​ວ່າ​ລູກ​ຊາຍ​ເຊິ່ງ​ເປັນ​ກາຍ​ວິນຍານ​ທີ່​ສົມບູນແບບ​ຈະ​ຕ້ອງ​ມາ​ທີ່​ແຜ່ນດິນ​ໂລກ. ວຽກ​ມອບ​ໝາຍ​ທີ່​ລູກ​ຊາຍ​ຕ້ອງ​ເຮັດ​ໃຫ້​ສຳເລັດ​ມີ​ຄວາມ​ສຳຄັນ​ທີ່​ສຸດ ນັ້ນ​ຄື​ສະລະ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ພິສູດ​ເຖິງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ມະນຸດ​ຊາດ​ໃຫ້​ລອດ. ໂດຍ​ການ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ສິ້ນ​ຊີວິດ ລູກ​ຊາຍ​ທີ່​ຖືກ​ເລືອ​ກ​ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ທີ່​ເກີດຂຶ້ນ​ຍ້ອນ​ການ​ກະບົດ​ຂອງ​ຊາຕານ. (ເຫບເລີ 2:14, 15; 1 ໂຢຮັນ 3:8) ແຕ່​ພະ​ເຢໂຫວາ​ມີ​ລູກ​ຊາຍ​ທີ່​ເປັນ​ກາຍ​ວິນຍານ​ສົມບູນແບບ​ຈຳນວນ​ຫຼາຍໆລ້ານ​ອົງ. (ດານຽນ 7:9, 10) ເພື່ອ​ເຮັດ​ໃຫ້​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ນີ້​ສຳເລັດ ພະອົງ​ເລືອ​ກ​ລູກ​ຄົນ​ໃດ? ພະ​ເຢໂຫວາ​ເລືອ​ກ “ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ” ຜູ້​ເຊິ່ງ​ຕໍ່ມາ​ເປັນ​ທີ່​ຮູ້ຈັກ​ວ່າ​ພະ​ເຍຊູ​ຄລິດ.—ໂຢຮັນ 3:16, ລ.ມ.

5, 6. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ລູກ​ຊາຍ ແລະ​ຄວາມ​ໝັ້ນ​ໃຈ​ນີ້​ອີງ​ໃສ່​ພື້ນຖານ​ອັນ​ໃດ?

5 ເຮົາ​ຄວນ​ແປກ​ໃຈ​ໃນ​ການ​ເລືອ​ກ​ຂອງ​ພະ​ເຢໂຫວາ​ບໍ? ບໍ່​ແປກ​ໃຈ! ພໍ່​ມີ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ​ໃນ​ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ. ຫຼາຍ​ສະຕະວັດ​ກ່ອນ​ລູກ​ຊາຍ​ຈະ​ມາ​ທີ່​ແຜ່ນດິນ​ໂລກ ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ລູກ​ຊາຍ​ຜູ້​ນີ້​ຈະ​ຮັກສາ​ຄວາມ​ພັກດີ​ທັງໆທີ່​ໄດ້​ຮັບ​ຄວາມທຸກ​ໃນ​ຫຼາຍ​ຮູບ​ແບບ. (ເອຊາອີ 53:3-7, 10-12; ກິດຈະການ 8:32-35) ຂໍ​ໃຫ້​ພິຈາລະນາ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້. ລູກ​ຊາຍ​ນີ້​ກໍ​ຄື​ກັບ​ສິ່ງ​ເນລະມິດ​ສ້າງ​ອື່ນໆທີ່​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ ຄື​ມີ​ເຈດຈຳນົງ​ເສລີ ສາມາດ​ເລືອ​ກ​ແນວ​ທາງ​ຊີວິດ​ຂອງ​ຕົນ​ເອງ. ແຕ່​ພະ​ເຢໂຫວາ​ມີ​ຄວາມ​ໝັ້ນ​ໃຈ​ຈົນ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ສັດ​ຊື່​ຂອງ​ລູກ​ຊາຍ. ຄວາມ​ໝັ້ນ​ໃຈ​ນີ້​ອີງ​ໃສ່​ອັນ​ໃດ? ເວົ້າ​ສັ້ນໆ ອີງ​ໃສ່​ຄວາມ​ຮູ້. ພະ​ເຢໂຫວາ​ຮູ້ຈັກ​ລູກ​ຊາຍ​ດີ​ແລະ​ຮູ້​ວ່າ​ລູກ​ຊາຍ​ຕ້ອງການ​ໃຫ້​ພໍ່​ພໍ​ໃຈ​ຫຼາຍ​ສ່ຳ​ໃດ. (ໂຢຮັນ 8:29; 14:31) ລູກ​ຊາຍ​ຮັກ​ພໍ່ ແລະ​ພະ​ເຢໂຫວາ​ກໍ​ຮັກ​ລູກ​ຊາຍ. (ໂຢຮັນ 3:35) ຄວາມ​ຮັກ​ທີ່​ພໍ່​ແລະ​ລູກ​ມີ​ຕໍ່​ກັນ​ໄດ້​ສ້າງ​ຄວາມ​ຜູກ​ພັນ​ຂອງ​ເອກະພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທີ່​ບໍ່​ມີ​ວັນ​ທຳລາຍ​ໄດ້.—ໂກໂລດ 3:14.

6 ເມື່ອ​ຄຳນຶງ​ເຖິງ​ບົດບາດ​ສຳຄັນ​ຂອງ​ລູກ​ຊາຍ ຄວາມ​ໝັ້ນ​ໃຈ​ທີ່​ພໍ່​ມີ​ຕໍ່​ລູກ ແລະ​ຄວາມ​ຮັກ​ທີ່​ຜູກ​ພັນ​ພໍ່​ກັບ​ລູກ​ເຂົ້າ​ນຳ​ກັນ ຈະ​ແປກ​ບໍ​ທີ່​ວ່າ​ການ​ເຂົ້າ​ຫາ​ພະເຈົ້າ​ເປັນ​ໄປ​ໄດ້​ໂດຍ​ທາງ​ພະ​ເຍຊູ​ເທົ່າ​ນັ້ນ? ພ້ອມ​ນີ້ ຍັງ​ມີ​ອີ​ກ​ເຫດຜົນ​ໜຶ່ງ​ທີ່​ວ່າ​ມີ​ແຕ່​ລູກ​ຊາຍ​ເທົ່າ​ນັ້ນ​ທີ່​ສາມາດ​ພາ​ເຮົາ​ໄປ​ເຖິງ​ພໍ່.

ມີ​ແຕ່​ລູກ​ຊາຍ​ເທົ່າ​ນັ້ນ​ທີ່​ຮູ້ຈັກ​ພໍ່​ຢ່າງ​ຖ້ອງ​ແທ້

7, 8. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເວົ້າ​ໄດ້​ຢ່າງ​ຖືກຕ້ອງ​ວ່າ​ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ພໍ່ “ເທົ່າ​ເວັ້ນ​ໄວ້​ແຕ່​ພະ​ບຸດ”?

7 ເພື່ອ​ຈະ​ເຂົ້າ​ເຖິງ​ພະ​ເຢໂຫວາ​ເຮົາ​ຕ້ອງ​ບັນລຸ​ຂໍ້​ຮຽກ​ຮ້ອງ​ບາງ​ຂໍ້. (ຄຳເພງ 15:1-5) ຈະ​ມີ​ໃຜ​ຮູ້​ດີ​ກວ່າ​ລູກ​ຊາຍ​ບໍ​ວ່າ​ຕ້ອງ​ເຮັດ​ອັນ​ໃດ​ແດ່​ເພື່ອ​ບັນລຸ​ມາດຕະຖານ​ແລະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ? ພະ​ເຍຊູ​ກ່າວ​ວ່າ “ພະ​ບິດາ​ຂອງ​ເຮົາ​ໄດ້​ເອົາ​ສັບພະ​ທຸກ​ສິ່ງ​ມອບ​ໄວ້​ແກ່​ເຮົາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ພະ​ບຸດ​ເທົ່າ​ເວັ້ນ​ໄວ້​ແຕ່​ພະ​ບິດາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ພະ​ບິດາ​ເທົ່າ​ເວັ້ນ​ໄວ້​ແຕ່​ພະ​ບຸດ​ແລະ​ຜູ້​ນັ້ນ​ທີ່​ພະ​ບຸດ​ຈະ​ມີ​ນ້ຳໃຈ​ໃຫ້​ຮູ້ຈັກ.” (ມັດທາຍ 11:27) ຂໍ​ໃຫ້​ເຮົາ​ເບິ່ງ​ເຫດຜົນ​ທີ່​ພະ​ເຍຊູ​ສາມາດ​ເວົ້າ​ໄດ້​ຢ່າງ​ຖືກຕ້ອງ​ແລະ​ບໍ່​ເປັນ​ການ​ເວົ້າ​ເກີນ​ຈິງ​ທີ່​ວ່າ ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ພໍ່​ຢ່າງ​ຖ້ອງ​ແທ້ “ເທົ່າ​ເວັ້ນ​ໄວ້​ແຕ່​ພະ​ບຸດ.”

8 ເນື່ອງ​ຈາກ​ເປັນ “ບຸດ​ຫົວ​ທີ​ແຫ່ງ​ສັບພະ​ທຸກ​ສິ່ງ​ທີ່​ສ້າງ​ແລ້ວ” ລູກ​ຊາຍ​ຈຶ່ງ​ມີ​ຄວາມ​ໃກ້​ຊິດ​ເປັນ​ພິເສດ​ກັບ​ພະ​ເຢໂຫວາ. (ໂກໂລດ 1:15) ຂໍ​ໃຫ້​ນຶກ​ເຖິງ​ສາຍ​ສຳພັນ​ອັນ​ໃກ້​ຊິດ​ຂອງ​ພໍ່​ກັບ​ລູກ​ທີ່​ໄດ້​ພັດທະນາ​ຂຶ້ນ​ໃນ​ເວລາ​ດົນ​ນານ​ຈົນ​ເກີນ​ກວ່າ​ຈະ​ນັບ​ໄດ້​ຕອນ​ທີ່​ມີ​ພຽງ​ແຕ່​ພໍ່​ກັບ​ລູກ​ເທົ່າ​ນັ້ນ ຄື​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ການ​ເນລະມິດ​ສ້າງ​ຈົນ​ເຖິງ​ການ​ສ້າງ​ກາຍ​ວິນຍານ​ອື່ນໆ. (ໂຢຮັນ 1:3; ໂກໂລດ 1:16, 17) ຄິດ​ເບິ່ງ​ດູ​ວ່າ​ລູກ​ຊາຍ​ມີໂອກາດ​ອັນ​ລ້ຳ​ເລີດ​ພຽງ​ໃດ​ທີ່​ຢູ່​ກັບ​ພໍ່ ດູດ​ຊຶມ​ເອົາ​ຄວາມ​ຄຶດ​ຂອງ​ພໍ່​ໃນ​ເລື່ອງ​ຕ່າງໆ ແລະ​ຮຽນ​ຮູ້​ໃຈ​ປະສົງ ມາດຕະຖານ​ແລະ​ແນວ​ທາງ​ຂອງ​ພໍ່. ທີ່​ຈິງ ບໍ່​ໄດ້​ເວົ້າ​ເກີນ​ຄວາມ​ຈິງ​ທີ່​ຈະ​ບອກ​ວ່າ​ພະ​ເຍຊູ​ຮູ້ຈັກ​ພໍ່​ດີ​ກວ່າ​ຄົນ​ອື່ນໆຮູ້. ແນ່ນອນ​ວ່າ​ຄວາມ​ໃກ້​ຊິດ​ນີ້​ສາມາດ​ເຮັດ​ໃຫ້​ພະ​ເຍຊູ​ເປີດ​ເຜີຍ​ກ່ຽວ​ກັບ​ພໍ່​ໃນ​ວິທີ​ຕ່າງໆທີ່​ບໍ່​ມີ​ໃຜ​ສາມາດ​ເຮັດ​ໄດ້.

9, 10. (ກ) ພະ​ເຍຊູ​ເປີດ​ເຜີຍ​ກ່ຽວ​ກັບ​ພໍ່​ຂອງ​ພະອົງ​ໃນ​ວິທີ​ໃດ​ແດ່? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ?

9 ຄຳ​ສອນ​ຂອງ​ພະ​ເຍຊູ​ສະທ້ອນ​ເຖິງ​ຄວາມ​ສຳນຶກ​ອັນ​ແຮງ​ກ້າ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ ແລະ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ຈາກ​ຜູ້​ນະມັດສະການ​ພະອົງ. * ພະ​ເຍຊູ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ພໍ່​ໃນ​ວິທີ​ທີ່​ເດັ່ນ​ອີ​ກ​ວິທີ​ໜຶ່ງ. ພະ​ເຍຊູ​ກ່າວ​ວ່າ “ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພະ​ບິດາ.” (ໂຢຮັນ 14:9) ພະ​ເຍຊູ​ຮຽນ​ແບບ​ພໍ່​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ທຸກ​ສິ່ງ​ທີ່​ພະອົງ​ເວົ້າ​ແລະ​ເຮັດ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຍຊູ​ໃນ​ຄຳ​ພີ​ໄບເບິນ ເຊັ່ນ​ວ່າ ຄຳເວົ້າ​ທີ່​ມີ​ພະລັງ​ແລະ​ດຶງ​ດູດ​ໃຈ​ທີ່​ພະອົງ​ໃຊ້​ໃນ​ການ​ສອນ ຄວາມ​ເມດຕາ​ທີ່​ກະຕຸ້ນ​ພະອົງ​ໃຫ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ​ທີ່​ເຮັດ​ໃຫ້​ພະອົງ​ຮ້ອງໄຫ້ ເຮົາ​ນຶກ​ພາບ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ກໍ​ເວົ້າ​ແລະ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ແຫຼະ. (ມັດທາຍ 7:28, 29; ມາລະໂກ 1:40-42; ໂຢຮັນ 11:32-36) ແນວ​ທາງ​ແລະ​ໃຈ​ປະສົງ​ຂອງ​ພໍ່​ປາກົດ​ໃຫ້​ເຫັນ​ຢ່າງ​ຄົບ​ຖ້ວນ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ລູກ​ຊາຍ. (ໂຢຮັນ 5:19; 8:28; 12:49, 50) ດັ່ງນັ້ນ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ເອົາໃຈໃສ່​ຟັງ​ຄຳ​ສອນ​ຂອງ​ພະ​ເຍຊູ​ແລະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະອົງ.—ໂຢຮັນ 14:23.

10 ເນື່ອງ​ຈາກ​ພະ​ເຍຊູ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ແລະ​ຮຽນ​ແບບ​ພະອົງ​ໄດ້​ຢ່າງ​ຄົບ​ຖ້ວນ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ພະ​ເຢໂຫວາ​ໄດ້​ຕັ້ງ​ໃຈ​ໃຫ້​ລູກ​ຊາຍ​ເປັນ​ວິທີ​ທາງ​ໃນ​ການ​ເຂົ້າ​ຫາ​ພະອົງ. ໂດຍ​ອາໄສ​ພື້ນຖານ​ນີ້​ຈຶ່ງ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ເຮົາ​ສາມາດ​ເຂົ້າ​ເຖິງ​ພະ​ເຢໂຫວາ​ໂດຍ​ທາງ​ພະ​ເຍຊູ​ເທົ່າ​ນັ້ນ ຕອນ​ນີ້​ຂໍ​ໃຫ້​ເຮົາ​ພິຈາລະນາ​ຄວາມ​ໝາຍ​ຂອງ​ຄຳເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ. ບໍ່​ມີ​ຜູ້​ໃດ​ມາ​ຫາ​ພະ​ບິດາ​ເທົ່າ​ເວັ້ນ​ໄວ້​ມາ​ດ້ວຍ​ເຮົາ.”—ໂຢຮັນ 14:6.

“ເຮົາ​ເປັນ​ທາງ​ນັ້ນ”

11. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ສູ່​ສາຍ​ສຳພັນ​ທີ່​ພະເຈົ້າ​ຍອມ​ຮັບ​ໄດ້​ໂດຍ​ທາງ​ພະ​ເຍຊູ​ເທົ່າ​ນັ້ນ? (ຂ) ຖ້ອຍຄຳ​ທີ່​ບັນທຶກ​ໃນ​ໂຢຮັນ 14:6 ເນັ້ນ​ເຖິງ​ຕຳແໜ່ງ​ສະເພາະ​ຂອງ​ພະ​ເຍຊູ​ຄື​ແນວ​ໃດ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ.)

11 ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ບໍ່​ມີ​ທາງ​ອື່ນ​ທີ່​ຈະ​ເຂົ້າ​ຫາ​ພະເຈົ້າ​ຖ້າ​ບໍ່​ແມ່ນ​ໂດຍ​ທາງ​ພະ​ເຍຊູ. ຂໍ​ໃຫ້​ພິຈາລະນາ​ລະອຽດ​ຫຼາຍ​ຂຶ້ນ​ວ່າ​ເລື່ອງ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ເຮົາ. ພະ​ເຍຊູ “ເປັນ​ທາງ​ນັ້ນ” ໃນ​ແງ່​ທີ່​ວ່າ​ໂດຍ​ທາງ​ພະອົງ​ເທົ່າ​ນັ້ນ​ເຮົາ​ຈຶ່ງ​ສາມາດ​ເຂົ້າ​ສູ່​ສາຍ​ສຳພັນ​ທີ່​ພະເຈົ້າ​ຍອມ​ຮັບ​ເອົາ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ໂດຍ​ການ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ສິ້ນ​ຊີວິດ ພະ​ເຍຊູ​ໄດ້​ມອບ​ຊີວິດ​ຕົນ​ເອງ​ເປັນ​ຄ່າໄຖ່. (ມັດທາຍ 20:28) ຖ້າ​ປາສະຈາກ​ການ​ຈັດ​ຕຽມ​ຄ່າໄຖ່​ນີ້ ເຮົາ​ຄົງ​ບໍ່​ມີ​ທາງ​ທີ່​ຈະ​ເຂົ້າ​ເຖິງ​ພະເຈົ້າ​ໄດ້. ບາບ​ສ້າງ​ສິ່ງ​ກີດ​ຂວາງ​ລະຫວ່າງ​ມະນຸດ​ກັບ​ພະເຈົ້າ ເນື່ອງ​ຈາກ​ພະ​ເຢໂຫວາ​ບໍລິສຸດ ດັ່ງນັ້ນ​ຈຶ່ງ​ບໍ່​ມີ​ວັນ​ທີ່​ພະອົງ​ຈະ​ເຫັນ​ດີ​ກັບ​ບາບ. (ເອຊາອີ 6:3; 59:2) ແຕ່​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ​ກຳຈັດ​ສິ່ງ​ກີດ​ຂວາງ​ນັ້ນ​ອອກ​ໄປ ເຄື່ອງ​ບູຊາ​ນັ້ນ​ໄດ້​ປົກ​ປິດ​ຫຼື​ໄຖ່​ໂທດ​ບາບ​ໃນ​ແບບ​ທີ່​ຈຳເປັນ. (ເຫບເລີ 10:12; 1 ໂຢຮັນ 1:7) ຖ້າ​ເຮົາ​ຍອມ​ຮັບ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ຜ່ານ​ທາງ​ພະຄລິດ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ນີ້ ເຮົາ​ຈະ​ໄດ້​ຮັບ​ຄວາມ​ໂປດປານ​ຈາກ​ພະ​ເຢໂຫວາ. ບໍ່​ມີ​ທາງ​ອື່ນ​ທີ່​ເຮົາ​ຈະ “ເປັນ​ໄມຕີ​ກັນ​ກັບ​ພະເຈົ້າ.” *ໂລມ 5:6-11.

12. ພະ​ເຍຊູ​ເປັນ “ທາງ​ນັ້ນ” ໃນ​ຄວາມ​ໝາຍ​ໃດ?

12 ພະ​ເຍຊູ “ເປັນ​ທາງ​ນັ້ນ” ໃນ​ເລື່ອງ​ການ​ອະທິດຖານ. ໂດຍ​ທາງ​ພະ​ເຍຊູ​ເທົ່າ​ນັ້ນ​ເຮົາ​ຈຶ່ງ​ສາມາດ​ເຂົ້າ​ຫາ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ​ຄຳ​ອ້ອນວອນ​ຈາກ​ໃຈ​ຈິງ​ຂອງ​ເຮົາ​ຈະ​ເປັນ​ທີ່​ຮັບ​ຟັງ​ຢ່າງ​ເຕັມ​ໃຈ. (1 ໂຢຮັນ 5:13, 14) ພະ​ເຍຊູ​ເອງ​ກ່າວ​ວ່າ “ສັບພະ​ທຸກ​ສິ່ງ​ທີ່​ທ່ານ​ທັງ​ຫຼາຍ​ຈະ​ຂໍ​ນຳ​ພະ​ບິດາ​ໃນ​ນາມ​ຊື່​ຂອງ​ເຮົາ ພະເຈົ້າ​ຈະ​ປະທານ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ. . . . ຈົ່ງ​ຂໍ​ແລະ​ທ່ານ​ຈະ​ຮັບ​ເພື່ອ​ຄວາມ​ຍິນດີ​ຂອງ​ທ່ານ​ຈະ​ຄົບ​ເຕັມ​ແລ້ວ.” (ໂຢຮັນ 16:23, 24) ເປັນ​ເລື່ອງ​ເໝາະ​ສົມ​ທີ່​ເຮົາ​ສາມາດ​ເຂົ້າ​ຫາ​ພະ​ເຢໂຫວາ​ແລະ​ເອີ້ນ​ພະອົງ​ວ່າ “ພະ​ບິດາ​ຂອງ​ຂ້າພະເຈົ້າທັງ​ຫຼາຍ” ເມື່ອ​ເຮົາ​ອະທິດຖານ​ໂດຍ​ຜ່ານ​ທາງ​ພະ​ເຍຊູ. (ມັດທາຍ 6:9) ພະ​ເຍຊູ​ເປັນ “ທາງ​ນັ້ນ” ໃນ​ອີ​ກ​ຄວາມ​ໝາຍ​ໜຶ່ງ ນັ້ນ​ຄື​ໂດຍ​ຕົວຢ່າງ​ຂອງ​ພະອົງ. ດັ່ງ​ທີ່​ກ່າວ​ມາ​ກ່ອນ ພະ​ເຍຊູ​ໄດ້​ຮຽນ​ແບບ​ພໍ່​ໄດ້​ຢ່າງ​ສົມບູນແບບ. ດ້ວຍ​ເຫດ​ນີ້ ຕົວຢ່າງ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວິທີ​ດຳເນີນ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ດັ່ງນັ້ນ​ເພື່ອ​ຈະ​ເຂົ້າ​ຫາ​ພະ​ເຢໂຫວາ​ໄດ້ ເຮົາ​ຕ້ອງ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຍຊູ.—1 ເປໂຕ 2:21.

“ເຮົາ​ເປັນ . . . ຄວາມ​ຈິງ”

13, 14. (ກ) ພະ​ເຍຊູ​ເປັນ​ຄວາມ​ຈິງ​ໃນ​ຖ້ອຍຄຳ​ຂອງ​ພະອົງ​ຄື​ແນວ​ໃດ? (ຂ) ເພື່ອ​ພະ​ເຍຊູ​ຈະ​ເປັນ “ຄວາມ​ຈິງ” ພະອົງ​ຕ້ອງ​ໄດ້​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

13 ພະ​ເຍຊູ​ເວົ້າ​ຄວາມ​ຈິງ​ສະເໝີ​ກ່ຽວ​ກັບ​ຄຳ​ກ່າວ​ຂອງ​ພໍ່​ທີ່​ມີ​ລັກສະນະ​ເປັນ​ຄຳ​ພະຍາກອນ. (ໂຢຮັນ 8:40, 45, 46) ບໍ່​ເຄີຍ​ມີ​ກົນ​ອຸບາຍ​ໃນ​ປາ​ກ​ຂອງ​ພະ​ເຍຊູ. (1 ເປໂຕ 2:22) ແມ່ນ​ແຕ່​ຜູ້​ຕໍ່ຕ້ານ​ກໍ​ຍອມ​ຮັບ​ວ່າ​ພະອົງ​ສອນ “ທາງ​ແຫ່ງ​ພະເຈົ້າ​ດ້ວຍ​ຄວາມ​ຈິງ.” (ມາລະໂກ 12:13, 14) ແຕ່​ເມື່ອ​ພະ​ເຍຊູ​ກ່າວ​ວ່າ “ເຮົາ​ເປັນ . . . ຄວາມ​ຈິງ” ພະອົງ​ບໍ່​ພຽງ​ແຕ່​ໝາຍ​ຄວາມ​ເຖິງ​ການ​ທີ່​ພະອົງ​ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ທີ່​ຮູ້ຈັກ​ໂດຍ​ທາງ​ການ​ເວົ້າ ການ​ປະກາດ ແລະ​ການ​ສອນ. ການ​ເປັນ​ຄວາມ​ຈິງ​ຂອງ​ພະ​ເຍຊູ​ກ່ຽວຂ້ອງ​ຫຼາຍ​ກວ່າ​ການ​ເວົ້າ​ຄວາມ​ຈິງ.

14 ຂໍ​ໃຫ້​ຈື່​ວ່າ​ຫຼາຍ​ສະຕະວັດ​ກ່ອນ​ສະໄໝ​ພະ​ເຍຊູ ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ຜູ້​ຂຽນ​ຄຳ​ພີ​ໄບເບິນ​ບັນທຶກ​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ເມຊີ​ຫຼື​ພະຄລິດ. ຄຳ​ພະຍາກອນ​ເຫຼົ່າ​ນີ້​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ຊີວິດ ວຽກ​ຮັບໃຊ້ ແລະ​ການ​ຕາຍ​ຂອງ​ພະອົງ. ນອກ​ຈາກ​ນີ້ ພະບັນຍັດ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ມີ​ແບບ​ຢ່າງ​ທີ່​ເປັນ​ລັກສະນະ​ພະຍາກອນ​ເຊິ່ງ​ຊີ້​ເຖິງ​ເມຊີ. (ເຫບເລີ 10:1) ພະ​ເຍຊູ​ຈະ​ພິສູດ​ຕົວ​ສັດ​ຊື່​ຈົນ​ສິ້ນ​ຊີວິດ​ບໍ ເຊິ່ງ​ໂດຍ​ວິທີ​ນີ້​ຈຶ່ງ​ເຮັດ​ໃຫ້​ທຸກ​ສິ່ງ​ທີ່​ພະຍາກອນ​ໄວ້​ກ່ຽວ​ກັບ​ພະອົງ​ສຳເລັດ​ເປັນ​ຈິງ? ສະເພາະ​ໂດຍ​ວິທີ​ນີ້​ຈຶ່ງ​ເປັນ​ການ​ພິສູດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ຄຳ​ພະຍາກອນ​ທີ່​ແທ້​ຈິງ. ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ໜັກ​ໜ່ວງ​ນີ້​ວາງ​ໄວ້​ເທິງ​ບ່າ​ພະ​ເຍຊູ. ໂດຍ​ວິທີ​ການ​ດຳເນີນ​ຊີວິດ—ທຸກ​ຖ້ອຍຄຳ​ແລະ​ການ​ກະທຳ​ທຸກ​ຢ່າງ​ຂອງ​ພະອົງ ພະ​ເຍຊູ​ໄດ້​ພິສູດ​ວ່າ​ແບບ​ແຜນທີ່​ເປັນ​ລັກສະນະ​ພະຍາກອນ​ເປັນ​ຄວາມ​ຈິງ​ແທ້ໆ. (2 ໂກລິນໂທ 1:20) ໂດຍ​ວິທີ​ນີ້ ພະ​ເຍຊູ​ຈຶ່ງ​ເປັນ “ຄວາມ​ຈິງ” ໃນ​ຄວາມ​ໝາຍ​ທີ່​ວ່າ​ຖ້ອຍຄຳ​ແຫ່ງຄຳ​ພະຍາກອນ​ຂອງ​ພະ​ເຢໂຫວາ​ກາຍ​ເປັນ​ຈິງ​ໃນ​ໂຕ​ຂອງ​ພະ​ເຍຊູ.—ໂຢຮັນ 1:17; ໂກໂລດ 2:16, 17.

“ເຮົາ​ເປັນ . . . ຊີວິດ”

15. ການ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຊາຍ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ນຳ​ໄປ​ສູ່​ສິ່ງ​ໃດ?

15 ພະ​ເຍຊູ​ເປັນ “ຊີວິດ” ເພາະ​ໂດຍ​ທາງ​ພະອົງ​ເທົ່າ​ນັ້ນ​ເຮົາ​ຈຶ່ງ​ໄດ້​ຮັບ​ຊີວິດ ນັ້ນ​ຄື “ຊີວິດ​ອັນ​ແທ້.” (1 ຕີໂມເຕ 6:19) ຄຳ​ພີ​ໄບເບິນ​ກ່າວ​ວ່າ “ຜູ້​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ກໍ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ແຕ່​ວ່າ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພະ​ບຸດ​ນັ້ນ​ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ວ່າ​ຄວາມ​ຄຽດ​ຂອງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຜູ້​ນັ້ນ.” (ໂຢຮັນ 3:36) ການ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຊາຍ​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຮົາ​ເຊື່ອ​ໝັ້ນ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຖ້າ​ປາສະຈາກ​ພະອົງ. ນອກ​ຈາກ​ນັ້ນ​ຍັງ​ໝາຍ​ຄວາມ​ວ່າ​ເຮົາ​ສະແດງ​ຄວາມ​ເຊື່ອ​ໂດຍ​ການ​ກະທຳ ຮຽນ​ຮູ້​ຈາກ​ພະ​ເຍຊູ​ຕໍ່ໆໄປ ແລະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ຄຳ​ສອນ​ແລະ​ຕົວຢ່າງ​ຂອງ​ພະອົງ. (ຢາໂກໂບ 2:26) ດັ່ງນັ້ນ ການ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຊາຍ​ຂອງ​ພະເຈົ້າ​ຈຶ່ງ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ—ຊີວິດ​ອະມະຕະ​ໃນ​ສະພາບ​ກາຍ​ວິນຍານ​ໃນ​ສະຫວັນ​ສຳລັບ “ຝູງ​ນ້ອຍ” ເຊິ່ງ​ແມ່ນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ດ້ວຍ​ພະ​ວິນຍານ ແລະ​ຊີວິດ​ມະນຸດ​ສົມບູນແບບ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ​ສຳລັບ “ຊົນ​ຝູງ​ໃຫຍ່” ຂອງ “ແກະ​ອື່ນ.”—ລືກາ 12:32; 23:43; ຄຳປາກົດ 7:9-17, ລ.ມ.; ໂຢຮັນ 10:16.

16, 17. (ກ) ພະ​ເຍຊູ​ຈະ​ພິສູດ​ແນວ​ໃດ​ວ່າ​ເປັນ “ຊີວິດ” ແມ່ນ​ກະທັ່ງ​ສຳລັບ​ຜູ້​ທີ່​ຕາຍ​ໄປ​ແລ້ວ? (ຂ) ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

16 ຈະ​ວ່າ​ແນວ​ໃດ​ສຳລັບ​ຜູ້​ທີ່​ຕາຍ​ໄປ​ແລ້ວ? ພະ​ເຍຊູ​ເປັນ “ຊີວິດ” ສຳລັບ​ເຂົາ​ເຈົ້າ​ເຊັ່ນ​ກັນ. ບໍ່​ດົນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ປຸກ​ລາຊະໂລ​ເພື່ອນ​ຂອງ​ພະອົງ​ໃຫ້​ຄືນ​ມາ​ຈາກ​ຕາຍ ພະ​ເຍຊູ​ບອກ​ມາທາ​ເອື້ອຍ​ຂອງ​ລາຊະໂລ​ວ່າ “ເຮົາ​ເປັນ​ການ​ຄືນ​ມາ​ຈາກ​ຕາຍ​ແລະ​ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ແມ່ນ​ວ່າ​ເພິ່ນ​ຕາຍ​ແລ້ວ​ກໍ​ຈະ​ມີ​ຊີວິດ​ຢູ່.” (ໂຢຮັນ 11:25) ພະ​ເຢໂຫວາ​ໄດ້​ມອບ “ລູກ​ກະແຈ​ແຫ່ງ​ຄວາມ​ຕາຍ​ແລະ​ແຫ່ງ​ບ່ອນ​ທີ່​ຕາ​ບໍ່​ເຫັນ” ໃຫ້​ກັບ​ລູກ​ຊາຍ ໃຫ້​ສິດ​ອຳ​ນາດ​ລູກ​ຊາຍ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ. (ຄຳປາກົດ 1:17, 18) ດ້ວຍ​ລູກ​ກະແຈ​ດັ່ງ​ກ່າວ​ພະ​ເຍຊູ​ຜູ້​ມີ​ສະຫງ່າ​ຈະ​ໄຂ​ປະຕູ​ບ່ອນ​ຝັງ​ສົບ​ທົ່ວໄປຂອງ​ມະນຸດ​ຊາດ​ແລະ​ໂດຍ​ວິທີ​ນີ້​ຈຶ່ງ​ປົດ​ປ່ອຍ​ຄົນ​ທັງ​ໝົດ​ທີ່​ຖືກ​ຂັງ​ຢູ່​ໃນ​ນັ້ນ.—ໂຢຮັນ 5:28, 29.

17 ດ້ວຍ​ຖ້ອຍຄຳ​ງ່າຍໆທີ່​ວ່າ “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ” ພະ​ເຍຊູ​ໄດ້​ສະຫຼຸບ​ເປົ້າ​ໝາຍ​ຂອງ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ. ຖ້ອຍຄຳ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ໃນ​ທຸກ​ວັນ​ນີ້. ຂໍ​ໃຫ້​ຈື່​ວ່າ​ພະ​ເຍຊູ​ກ່າວ​ຕໍ່​ໄປ​ວ່າ “ບໍ່​ມີ​ຜູ້​ໃດ​ມາ​ຫາ​ພະ​ບິດາ​ເທົ່າ​ເວັ້ນ​ໄວ້​ມາ​ດ້ວຍ​ເຮົາ.” (ໂຢຮັນ 14:6) ຖ້ອຍຄຳ​ຂອງ​ພະ​ເຍຊູ​ຍັງ​ໃຊ້​ການ​ໄດ້​ໃນ​ທຸກ​ວັນ​ນີ້​ຄື​ກັບ​ຕອນ​ທີ່​ພະອົງ​ກ່າວ​ໄວ້. ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ຢ່າງ​ເຕັມທີ​ວ່າ​ຖ້າ​ເຮົາ​ຕິດ​ຕາມ​ພະ​ເຍຊູ ເຮົາ​ຈະ​ບໍ່​ມີ​ວັນ​ຫຼົງ​ທາງ. ພະອົງ​ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ຈະ​ຊີ້​ໃຫ້​ເຮົາ​ເຫັນ​ທາງ​ໄປ “ຫາ​ພະ​ບິດາ.”

ເຈົ້າ​ຈະ​ຕອບ​ສະໜອງ​ແນວ​ໃດ?

18. ການ​ເປັນ​ຜູ້​ຕິດ​ຕາມ​ແທ້​ຂອງ​ພະ​ເຍຊູ​ກ່ຽວຂ້ອງ​ກັບ​ຫຍັງ?

18 ເມື່ອ​ຄຳນຶງ​ເຖິງ​ບົດບາດ​ສຳຄັນ​ຂອງ​ພະ​ເຍຊູ​ແລະ​ການ​ຮູ້ຈັກ​ພໍ່​ຢ່າງ​ລະອຽດ​ລະອໍ ເຮົາ​ຈຶ່ງ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ຕິດ​ຕາມ​ລູກ​ຊາຍ. ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ບົດ​ກ່ອນ ການ​ເປັນ​ຜູ້​ຕິດ​ຕາມ​ແທ້​ຂອງ​ພະ​ເຍຊູ​ກ່ຽວຂ້ອງ​ກັບ​ການ​ກະທຳ ບໍ່​ແມ່ນ​ພຽງ​ແຕ່​ຄຳເວົ້າ​ຫຼື​ຄວາມ​ຮູ້ສຶກ. ການ​ຕິດ​ຕາມ​ພະຄລິດ​ກ່ຽວຂ້ອງ​ກັບ​ການ​ດຳເນີນ​ຊີວິດ​ຕາມ​ຄຳ​ສອນ​ແລະ​ຕົວຢ່າງ​ຂອງ​ພະອົງ. (ໂຢຮັນ 13:15) ຄູ່​ມື​ການ​ສຶກສາ​ທີ່​ເຈົ້າ​ກຳລັງ​ອ່ານ​ຕອນ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໃນ​ການ​ພະຍາຍາມ​ເຮັດ​ເຊັ່ນ​ນັ້ນ.

19, 20. ປຶ້ມ​ຄູ່​ມື​ນີ້​ມີ​ຫຍັງ​ແດ່​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃນ​ການ​ພະຍາຍາມ​ຕິດ​ຕາມ​ພະຄລິດ?

19 ໃນ​ບົດ​ຕໍ່ໆໄປ ເຮົາ​ຈະ​ສຶກສາ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ​ຢ່າງ​ຖີ່​ຖ້ວນ. ບົດ​ຕ່າງໆເຫຼົ່າ​ນີ້​ແບ່ງ​ອອກ​ເປັນ​ສາມ​ພາກ. ພາກ​ທີ​ໜຶ່ງ ເຮົາ​ຈະ​ພິຈາລະນາ​ໂດຍ​ລວມ​ເຖິງ​ຄຸນ​ລັກສະນະ​ຕ່າງໆແລະ​ວິທີ​ທີ່​ພະອົງ​ເຮັດ​ສິ່ງ​ຕ່າງໆ. ພາກ​ທີ​ສອງ ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ອັນ​ກະຕືລືລົ້ນ​ຂອງ​ພະອົງ​ໃນ​ການ​ປະກາດ​ແລະ​ໃນ​ການ​ສອນ. ພາກ​ທີ​ສາມ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ພະອົງ​ສະແດງ​ຄວາມ​ຮັກ. ເລີ່ມ​ຈາກບົດ​ທີ 3 ຈະ​ມີ​ຂອບ​ສີ່​ລ່ຽມ​ເຊິ່ງ​ມີ​ຫົວ​ຂໍ້​ວ່າ “ເຈົ້າ​ຈະ​ຕິດ​ຕາມ​ພະ​ເຍຊູ​ໄດ້​ແນວ​ໃດ?” ຂໍ້​ພະ​ຄຳ​ພີ​ແລະ​ຄຳຖາມ​ໃນ​ນັ້ນ​ມີ​ໄວ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຄົ້ນ​ຄຶດ​ຕຶກຕອງ​ເຖິງ​ວິທີ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ທັງ​ໃນ​ຄຳເວົ້າ​ແລະ​ການ​ກະທຳ.

20 ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ພະເຈົ້າ ເຮົາ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ຫຼົງທາງ ບໍ່​ຕ້ອງ​ຮູ້ສຶກ​ວ່າ​ເຫີນ​ຫ່າງ​ຈາກ​ພະອົງ​ເນື່ອງ​ຈາກ​ບາບ​ທີ່​ສືບ​ທອດ​ມາ. ເຖິງ​ວ່າ​ພະອົງ​ເອງ​ຕ້ອງ​ສູນ​ເສຍ​ຢ່າງ​ມາກ​ມາຍ​ກໍ​ຕາມ ດ້ວຍ​ຄວາມ​ຮັກ​ພະ​ເຢໂຫວາ​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ມາ​ເພື່ອ​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ເຂົ້າ​ມາ​ມີ​ສາຍ​ສຳພັນ​ທີ່​ພະອົງ​ຍອມ​ຮັບ​ເອົາ. (1 ໂຢຮັນ 4:9, 10) ແມ່ນ​ແລ້ວ ຂໍ​ໃຫ້​ເຈົ້າ​ຖືກ​ກະຕຸ້ນ​ໃຫ້​ຕອບ​ສະໜອງ​ຕໍ່​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ນັ້ນ​ໂດຍ​ຍອມ​ຮັບ​ແລະ​ປະຕິບັດ​ຕາມ​ຄຳ​ເຊີນ​ຂອງ​ພະ​ເຍຊູ​ທີ່​ວ່າ “ຕາມ​ເຮົາ​ໄປ​ເຖີ້ນ.”—ໂຢຮັນ 1:43.

^ ບົດບາດ​ຂອງ​ລູກ​ຊາຍ​ມີ​ຄວາມ​ສຳຄັນ​ເຖິງ​ຂັ້ນ​ວ່າ​ຄຳ​ພີ​ໄບເບິນ​ຕັ້ງ​ຊື່​ແລະ​ຕຳແໜ່ງ​ທີ່​ມີ​ລັກສະນະ​ພະຍາກອນ​ຫຼາຍ​ຕຳແໜ່ງ​ໃຫ້​ພະອົງ.—ເບິ່ງ ຂອບ​ສີ່​ລ່ຽມ​ໜ້າ 23.

^ ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ເບິ່ງ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ທີ່​ບັນທຶກ​ໃນ​ມັດທາຍ 10:29-31; 18:12-14, 21-35; 22:36-40.

^ ຢູ່​ໂຢຮັນ 14:6 ການ​ໃຊ້​ຄຳ​ແທນ​ນາມ “ເຮົາ” ກັບ​ຄຳ​ຊີ້​ບອກ​ສະເພາະ​ທີ່​ວ່າ “ນັ້ນ” ເນັ້ນ​ເຖິງ​ຕຳແໜ່ງ​ຂອງ​ພະ​ເຍຊູ ດ້ວຍ​ເຫດ​ນັ້ນ​ພະອົງ​ຈຶ່ງ​ເປັນ​ທາງ​ນັ້ນ ໂດຍ​ທາງ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ເຮົາ​ຈຶ່ງ​ເຂົ້າ​ເຖິງ​ຜູ້​ເປັນ​ພໍ່​ໄດ້.