ບົດທີ 13
“ຈຶ່ງເກີດການໂຕ້ຖຽງຢ່າງຮຸນແຮງ”
ມີການເອົາປະເດັນເລື່ອງການຮັບສິນຕັດມາໃຫ້ຄະນະກຳມະການປົກຄອງຕັດສິນ
ຈາກກິດຈະການ 15:1-12
1-3. (ກ) ມີເຫດການຫຍັງເກີດຂຶ້ນທີ່ອາດເຮັດໃຫ້ປະຊາຄົມຄລິດສະຕຽນທີ່ຕັ້ງຂຶ້ນບໍ່ດົນແຕກແຍກກັນ? (ຂ) ເຮົາຈະໄດ້ປະໂຫຍດຫຍັງຈາກການທວນຄືນເລື່ອງນີ້ທີ່ຢູ່ໃນປຶ້ມກິດຈະການ?
ໂປໂລກັບບາຣະນາບາຫາກໍກັບມາເມືອງອັນຕີໂອເຂຍແຂວງຊີເຣຍດ້ວຍຄວາມຍິນດີຫຼັງຈາກເດີນທາງປະກາດຢູ່ຕ່າງປະເທດຮອບທຳອິດ ເຂົາເຈົ້າສອງຄົນຕື່ນເຕັ້ນທີ່ພະເຢໂຫວາ “ເປີດໂອກາດໃຫ້ຄົນຕ່າງຊາດເຂົ້າມາເຊື່ອ.” (ກຈກ. 14:26, 27) ຫຼາຍກວ່ານັ້ນ ມີການປະກາດຂ່າວດີຢູ່ທົ່ວເມືອງອັນຕີໂອເຂຍ ແລະມີຄົນຕ່າງຊາດ “ຈຳນວນຫຼາຍ” ໄດ້ເຂົ້າມາເປັນຄລິດສະຕຽນ.—ກຈກ. 11:20-26
2 ບໍ່ດົນຫຼັງຈາກນັ້ນ ເມື່ອຄລິດສະຕຽນໃນແຂວງຢູດາຍໄດ້ຍິນວ່າມີຫຼາຍຄົນຮັບບັບເຕມາ ເຂົາເຈົ້າບາງຄົນກໍຮູ້ສຶກບໍ່ສະບາຍໃຈຍ້ອນຄິດວ່າຄລິດສະຕຽນຕ້ອງຮັບສິນຕັດ ແຕ່ບາງຄົນບໍ່ໄດ້ຄິດແບບນັ້ນ. ແລ້ວຄລິດສະຕຽນທີ່ເປັນຄົນຢິວຄວນເບິ່ງຄລິດສະຕຽນທີ່ບໍ່ແມ່ນຄົນຢິວແນວໃດ? ຄລິດສະຕຽນທີ່ບໍ່ແມ່ນຄົນຢິວຄວນເຊື່ອຟັງກົດໝາຍຂອງໂມເຊບໍ? ປະເດັນນີ້ເຮັດໃຫ້ເກີດມີຄວາມຂັດແຍ່ງທີ່ຮຸນແຮງຈົນອາດເຮັດໃຫ້ປະຊາຄົມຄລິດສະຕຽນແຕກແຍກກັນ ເລື່ອງນີ້ຈະໄດ້ຮັບການແກ້ໄຂແນວໃດ?
3 ຕອນທີ່ເຮົາທວນຄືນເລື່ອງນີ້ໃນປຶ້ມກິດຈະການ ເຮົາຈະໄດ້ບົດຮຽນທີ່ມີຄ່າຫຼາຍຢ່າງເຊິ່ງອາດຈະຊ່ວຍເຮົາໃຫ້ຮູ້ວິທີແກ້ໄຂເລື່ອງຕ່າງໆທີ່ອາດຈະເຮັດໃຫ້ເກີດຄວາມແຕກແຍກໃນປະຊາຄົມ.
“ຖ້າພວກເຈົ້າບໍ່ຮັບສິນຕັດ” (ກິດຈະການ 15:1)
4. ຄລິດສະຕຽນບາງຄົນມີຄວາມຄິດທີ່ບໍ່ຖືກຕ້ອງແນວໃດ ແລະເຮັດໃຫ້ເກີດຄຳຖາມຫຍັງ?
4 ລູກາຂຽນວ່າ: “ມີບາງຄົນມາຈາກແຂວງຢູດາຍແລະສອນພີ່ນ້ອງຢູ່ເມືອງອັນຕີໂອເຂຍວ່າ: ‘ຖ້າພວກເຈົ້າບໍ່ຮັບສິນຕັດຕາມທຳນຽມຂອງໂມເຊພວກເຈົ້າຈະບໍ່ລອດ.’” (ກຈກ. 15:1) ເຮົາບໍ່ຮູ້ວ່າ “ບາງຄົນ . . . ຈາກແຂວງຢູດາຍ” ທີ່ເວົ້າເຖິງໃນຂໍ້ນີ້ເຄີຍເປັນພວກຟາຣິຊາຍກ່ອນທີ່ເຂົາເຈົ້າຈະເຂົ້າມາເປັນຄລິດສະຕຽນຫຼືບໍ່. ແນວໃດກໍຕາມ ເບິ່ງຄືວ່າເຂົາເຈົ້າໄດ້ຊຶມຊັບແນວຄິດຂອງພວກຟາຣິຊາຍ ຍ້ອນຄົນພວກນີ້ເຄັ່ງຄັດໃນຂໍ້ບັງຄັບ. ນອກຈາກນັ້ນ ເຂົາເຈົ້າອາດອ້າງວ່າສິ່ງທີ່ເຂົາເຈົ້າສອນມາຈາກພວກອັກຄະສາວົກແລະພວກຜູ້ດູແລໃນເມືອງເຢຣູຊາເລັມ. (ກຈກ. 15:23, 24) ເຖິງວ່າພະເຢໂຫວາຊ່ວຍໃຫ້ເປໂຕເຫັນຊັດເຈນຕັ້ງ 13 ປີແລ້ວວ່າ ເພິ່ນຍອມຮັບຄົນຕ່າງຊາດທີ່ບໍ່ໄດ້ຮັບສິນຕັດໃຫ້ເຂົ້າມາເປັນຄລິດສະຕຽນ ແຕ່ເປັນຫຍັງຄົນຢິວທີ່ເປັນຄລິດສະຕຽນຫຼາຍຄົນຍັງຢາກໃຫ້ຄລິດສະຕຽນທຸກຄົນຮັບສິນຕັດຢູ່? a—ກຈກ. 10:24-29, 44-48
5, 6. (ກ) ເປັນຫຍັງຄລິດສະຕຽນບາງຄົນຍັງເບິ່ງວ່າຄລິດສະຕຽນທຸກຄົນຕ້ອງຮັບສິນຕັດ? (ຂ) ສັນຍາເລື່ອງການຮັບສິນຕັດເປັນສ່ວນໜຶ່ງຂອງສັນຍາທີ່ພະເຈົ້າເຮັດກັບອັບຣາຮາມບໍ? (ເບິ່ງໄຂເງື່ອນ)
5 ອາດມີຫຼາຍເຫດຜົນທີ່ຄລິດສະຕຽນຄົນຢິວຍັງຢາກໃຫ້ຄລິດສະຕຽນທຸກຄົນຮັບສິນຕັດ. ເຫດຜົນທຳອິດ ພະເຢໂຫວາເປັນຜູ້ລິເລີ່ມໃຫ້ມີການຮັບສິນຕັດ ແລະການຮັບສິນຕັດເປັນເຄື່ອງໝາຍທີ່ສະແດງວ່າເຂົາເຈົ້າມີສາຍສຳພັນທີ່ພິເສດກັບເພິ່ນ. ເພິ່ນສັ່ງໃຫ້ອັບຣາຮາມແລະຜູ້ຊາຍທຸກຄົນໃນຄອບຄົວຮັບສິນຕັດ ແລະຫຼັງຈາກນັ້ນເພິ່ນກໍສັ່ງໃຫ້ຄົນອິດສະຣາເອນເຮັດແບບນັ້ນຄືກັນ. b (ລລວ. 12:2, 3) ຕາມກົດໝາຍຂອງໂມເຊ ແມ່ນແຕ່ຄົນຕ່າງຊາດກໍຕ້ອງຮັບສິນຕັດກ່ອນທີ່ເຂົາເຈົ້າຈະໄດ້ຮັບສິດທິພິເສດບາງຢ່າງ ເຊັ່ນ: ການກິນອາຫານປັດສະຄາ. (ອພຍ. 12:43, 44, 48, 49) ທີ່ຈິງ ຄົນຢິວເບິ່ງວ່າຜູ້ຊາຍທີ່ບໍ່ໄດ້ຮັບສິນຕັດເປັນຄົນທີ່ບໍ່ສະອາດແລະເປັນຕາຂີ້ດຽດ.—ອຊຢ. 52:1
6 ຄົນຢິວທີ່ເຂົ້າມາເປັນຄລິດສະຕຽນທຸກຄົນຕ້ອງມີຄວາມເຊື່ອແລະຄວາມຖ່ອມເພື່ອເຂົາເຈົ້າຈະປ່ຽນຄວາມຄິດໃຫ້ຄືກັບພະເຢໂຫວາ. ສັນຍາໃໝ່ໄດ້ເຂົ້າມາແທນສັນຍາທີ່ກ່ຽວກັບກົດໝາຍຂອງໂມເຊ. ດັ່ງນັ້ນ ຜູ້ທີ່ເກີດເປັນຄົນຢິວກໍບໍ່ໄດ້ເປັນສ່ວນໜຶ່ງຂອງປະຊາຊົນຂອງພະເຈົ້າໂດຍອັດຕະໂນມັດອີກຕໍ່ໄປ. ນອກຈາກນັ້ນ ຄົນຢິວທີ່ເປັນຄລິດສະຕຽນຫຼາຍຄົນກໍຍັງອາໄສຢູ່ໃນຊຸມຊົນຄົນຢິວ ເຂົາເຈົ້າຈຶ່ງຕ້ອງກ້າຫານເພື່ອຈະເຂົ້າມາເປັນລູກສິດຂອງພະເຢຊູ ແລະນະມັດສະການພະເຈົ້ານຳກັນກັບຄົນຕ່າງຊາດທີ່ບໍ່ໄດ້ຮັບສິນຕັດ.—ຢຣມ. 31:31-33; ລກ. 22:20
7. “ບາງຄົນ . . . ຈາກແຂວງຢູດາຍ” ບໍ່ເຂົ້າໃຈຄວາມຈິງຫຍັງ?
7 ເຮົາຮູ້ວ່າພະເຈົ້າບໍ່ປ່ຽນແປງມາດຕະຖານຂອງເພິ່ນ ເພາະຫຼັກການພື້ນຖານໃນກົດໝາຍຂອງໂມເຊກໍລວມຢູ່ໃນສັນຍາໃໝ່ນຳ. (ມທ. 22:36-40) ຕົວຢ່າງເຊັ່ນ ຕໍ່ມາໂປໂລໄດ້ຂຽນກ່ຽວກັບການຮັບສິນຕັດວ່າ: “ຄົນຢິວແທ້ເປັນຄົນຢິວຈາກພາຍໃນ ແລະການຮັບສິນຕັດຂອງລາວກໍເຮັດທີ່ຫົວໃຈດ້ວຍພະລັງຂອງພະເຈົ້າ ບໍ່ແມ່ນເຮັດຕາມກົດໝາຍທີ່ຂຽນເປັນລາຍລັກອັກສອນເທົ່ານັ້ນ.” (ຣມ. 2:29; ພບຍ. 10:16) “ບາງຄົນ . . . ຈາກແຂວງຢູດາຍ” ບໍ່ເຂົ້າໃຈຄວາມຈິງນີ້ ແລະຢືນຢັນວ່າພະເຢໂຫວາຍັງຢາກໃຫ້ປະຊາຊົນຮັບສິນຕັດ. ເຂົາເຈົ້າຈະຍອມຟັງເຫດຜົນບໍ?
“ບໍ່ເຫັນດີ . . . ຈຶ່ງເກີດການໂຕ້ຖຽງກັນ” (ກິດຈະການ 15:2)
8. ເປັນຫຍັງຈຶ່ງເອົາປະເດັນເລື່ອງການຮັບສິນຕັດໄປຖາມຄະນະກຳມະການປົກຄອງຢູ່ເມືອງເຢຣູຊາເລັມ?
8 ລູກາເລົ່າຕໍ່ວ່າ: “ໂປໂລແລະບາຣະນາບາບໍ່ເຫັນດີນຳພວກເຂົາ [ບາງຄົນຈາກແຂວງຢູດາຍ] ຈຶ່ງເກີດການໂຕ້ຖຽງກັນຢ່າງຮຸນແຮງ. ແລ້ວໂປໂລ ບາຣະນາບາ ກັບພວກພີ່ນ້ອງບາງຄົນກໍໄດ້ຮັບມອບໝາຍໃຫ້ໄປຖາມພວກອັກຄະສາວົກແລະພວກຜູ້ດູແລຢູ່ເມືອງເຢຣູຊາເລັມກ່ຽວກັບເລື່ອງນີ້.” c (ກຈກ. ) ຄຳວ່າ ‘ບໍ່ເຫັນດີແລະຖຽງກັນ’ ເຮັດໃຫ້ເຮົາເຂົ້າໃຈວ່າຕອນນັ້ນເຂົາເຈົ້າໝັ້ນໃຈວ່າຄວາມຄິດຂອງໂຕເອງເປັນຝ່າຍຖືກ ແລະມີຄວາມຮູ້ສຶກທີ່ຮຸນແຮງກ່ຽວກັບເລື່ອງນັ້ນ. ປະຊາຄົມໃນອັນຕີໂອເຂຍຈັດການກັບເລື່ອງນີ້ບໍ່ໄດ້. ດັ່ງນັ້ນ ເພື່ອຮັກສາຄວາມສະຫງົບສຸກແລະເປັນນ້ຳໜຶ່ງໃຈດຽວກັນ ປະຊາຄົມຈຶ່ງໄດ້ໃຊ້ວິທີທີ່ສະຫຼາດສຸຂຸມຈັດການເລື່ອງນີ້. ເຂົາເຈົ້າສະເໜີວ່າຄວນເອົາເລື່ອງນີ້ໄປຖາມ “ພວກອັກຄະສາວົກແລະພວກຜູ້ດູແລຢູ່ເມືອງເຢຣູຊາເລັມ” ເຊິ່ງຄົນກຸ່ມນີ້ເປັນຄະນະກຳມະການປົກຄອງໃນສະໄໝນັ້ນ. ເຮົາໄດ້ບົດຮຽນຫຍັງຈາກຜູ້ດູແລໃນເມືອງອັນຕີໂອເຂຍ? 15:2
9, 10. ພວກພີ່ນ້ອງໃນເມືອງອັນຕີໂອເຂຍ ໂປໂລ ແລະບາຣະນາບາເປັນຕົວຢ່າງທີ່ດີໃຫ້ເຮົາແນວໃດໃນທຸກມື້ນີ້?
9 ບົດຮຽນທີ່ມີຄ່າຢ່າງໜຶ່ງທີ່ເຮົາໄດ້ຮຽນກໍຄື ເຮົາຕ້ອງໄວ້ໃຈອົງການຂອງພະເຈົ້າ. ລອງຄິດເບິ່ງວ່າ ພວກພີ່ນ້ອງໃນເມືອງອັນຕີໂອເຂຍກໍຮູ້ດີວ່າຄະນະກຳມະການປົກຄອງທຸກຄົນເປັນຄລິດສະຕຽນຄົນຢິວ ແຕ່ເຂົາເຈົ້າກໍໄວ້ໃຈວ່າພີ່ນ້ອງກຸ່ມນີ້ຈະຕັດສິນບັນຫາເລື່ອງການຮັບສິນຕັດຕາມຫຼັກພະຄຳພີ. ເປັນຫຍັງເຂົາເຈົ້າຈຶ່ງໝັ້ນໃຈແບບນັ້ນ? ພີ່ນ້ອງໃນປະຊາຄົມໝັ້ນໃຈວ່າພະເຢໂຫວາຈະຊີ້ນຳເລື່ອງຕ່າງໆໂດຍທາງພະລັງບໍລິສຸດຂອງເພິ່ນແລະໂດຍທາງພະເຢຊູຄລິດຜູ້ນຳປະຊາຄົມຄລິດສະຕຽນ. (ມທ. 28:18, 20; ອຟຊ. 1:22, 23) ຄ້າຍກັນ ໃນທຸກມື້ນີ້ເມື່ອມີປະເດັນສຳຄັນເກີດຂຶ້ນ ຂໍໃຫ້ເຮົາຮຽນແບບຕົວຢ່າງທີ່ດີຂອງພີ່ນ້ອງໃນເມືອງອັນຕີໂອເຂຍ ເຮົາຕ້ອງໄວ້ໃຈອົງການຂອງພະເຈົ້າແລະໄວ້ໃຈຄະນະກຳມະການປົກຄອງທີ່ປະກອບດ້ວຍຄລິດສະຕຽນຜູ້ຖືກເຈີມ. ເຂົາເຈົ້າເປັນທາດທີ່ສັດຊື່ແລະສຸຂຸມທີ່ພະເຢຊູແຕ່ງຕັ້ງ.
10 ເຮົາຍັງໄດ້ຮຽນວ່າຄວາມຖ່ອມແລະຄວາມອົດທົນເປັນຄຸນລັກສະນະທີ່ສຳຄັນ. ໂປໂລກັບບາຣະນາບາໄດ້ຮັບການແຕ່ງຕັ້ງໂດຍພະລັງບໍລິສຸດເພື່ອໃຫ້ໄປຫາຄົນຕ່າງຊາດໂດຍສະເພາະ ແຕ່ຕອນທີ່ຢູ່ອັນຕີໂອເຂຍເຂົາເຈົ້າກໍບໍ່ໄດ້ຄິດວ່າໂຕເອງມີສິດທີ່ຈະຕັດສິນເລື່ອງການຮັບສິນຕັດ. (ກຈກ. 13:2, 3) ທີ່ຈິງ ໂປໂລໄດ້ຂຽນໃນພາຍຫຼັງວ່າ: “ຂ້ອຍໄປທີ່ນັ້ນ [ເຢຣູຊາເລັມ] ຕາມທີ່ໄດ້ຮັບການເປີດເຜີຍຈາກສະຫວັນ” ນີ້ສະແດງວ່າໂປໂລກໍໄດ້ຮັບການຊີ້ນຳຈາກພະເຈົ້າໃນເລື່ອງນັ້ນ. (ຄລຕ. 2:2) ເມື່ອມີບັນຫາທີ່ອາດເຮັດໃຫ້ເກີດຄວາມແຕກແຍກ ຜູ້ດູແລໃນທຸກມື້ນີ້ຕ້ອງພະຍາຍາມຮຽນແບບຄວາມຖ່ອມແລະຄວາມອົດທົນແບບດຽວກັນ. ແທນທີ່ຈະຖຽງກັນ ເຂົາເຈົ້າເພິ່ງພະເຢໂຫວາໂດຍຄົ້ນເບິ່ງຄຳພີໄບເບິນ ແລະຄົ້ນຄວ້າຄຳແນະນຳທີ່ມາຈາກທາດທີ່ສັດຊື່ແລະສຸຂຸມ.—ຟລປ. 2:2, 3
11, 12. ເປັນຫຍັງຈຶ່ງສຳຄັນທີ່ຈະລໍຖ້າພະເຢໂຫວາ?
11 ບາງເທື່ອ ເຮົາອາດຕ້ອງລໍຖ້າພະເຢໂຫວາໃຫ້ເປີດເຜີຍຄວາມເຂົ້າໃຈບາງຢ່າງໃຫ້ຈະແຈ້ງຂຶ້ນ. ຂໍຈື່ໄວ້ວ່າ ພວກພີ່ນ້ອງໃນສະໄໝຂອງໂປໂລຕ້ອງລໍຖ້າຈົນຮອດປະມານປີ 49. ຕັ້ງແຕ່ຕອນທີ່ໂກເນລີໂອຖືກເຈີມໃນປີ 36 ກໍຕ້ອງໃຊ້ເວລາຮອດປະມານ 13 ປີກ່ອນທີ່ພະເຢໂຫວາຈະຊ່ວຍໃຫ້ທຸກຄົນເຂົ້າໃຈວ່າ ຄົນທີ່ບໍ່ແມ່ນຄົນຢິວທຸກຄົນບໍ່ຕ້ອງຮັບສິນຕັດແລ້ວ. ເປັນຫຍັງຈຶ່ງໃຊ້ເວລາດົນປານນັ້ນ? ເປັນໄປໄດ້ວ່າພະເຢໂຫວາຢາກໃຫ້ຄລິດສະຕຽນມີເວລາຫຼາຍພໍທີ່ເຂົາເຈົ້າຈະປ່ຽນຄວາມຄິດ. ທີ່ຈິງສັນຍາເລື່ອງການຮັບສິນຕັດມີຜົນບັງຄັບໃຊ້ເປັນເວລາ 1.900 ປີແລ້ວ ແລະເປັນສັນຍາທີ່ພະເຈົ້າເຮັດກັບອັບຣາຮາມປູ່ຍ່າຕານາຍທີ່ເຂົາເຈົ້າຮັກແລະນັບຖືນຳ. ນີ້ຈຶ່ງເປັນປ່ຽນແປງຄັ້ງໃຫຍ່ສຳລັບເຂົາເຈົ້າແທ້ໆ!—ຢຮ. 16:12
12 ເປັນສິດທິພິເສດແທ້ໆທີ່ພະເຢໂຫວາອົດທົນສອນເຮົາແລະຊ່ວຍເຮົາໃຫ້ຄິດຄືກັບເພິ່ນ. ຖ້າເຮົາເຊື່ອຟັງພະເຈົ້າ ເຮົາກໍຈະໄດ້ຮັບປະໂຫຍດແນ່ນອນ. (ອຊຢ. 48:17, 18; 64:8) ດັ່ງນັ້ນ ຂໍເຮົາຢ່າຍິ່ງແລະຍຶດຕິດກັບຄວາມຄິດຂອງຕົວເອງ ຫຼືວິພາກວິຈານເມື່ອມີການປ່ຽນແປງບາງຢ່າງໃນອົງການ ຫຼືເມື່ອມີການປ່ຽນຄວາມເຂົ້າໃຈໃໝ່. (ຜູ້ປ. 7:8) ຖ້າເຮົາຮູ້ສຶກວ່າເຮົາມີແນວໂນ້ມແບບນີ້ ເຮົາຄວນຄິດຢ່າງຈິງຈັງກ່ຽວກັບສິ່ງທີ່ເຮົາໄດ້ຮຽນໃນກິດຈະການບົດ 15 ແລະອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ເອົາບົດຮຽນນັ້ນໄປໃຊ້. d
13. ເຮົາຈະຮຽນແບບຄວາມອົດທົນຂອງພະເຢໂຫວາໃນວຽກຮັບໃຊ້ຂອງເຮົາໄດ້ແນວໃດ?
13 ເຮົາອາດຕ້ອງອົດທົນຕອນທີ່ນັກສຶກສາຮູ້ສຶກວ່າຍາກທີ່ຈະຖິ້ມຄວາມເຊື່ອຜິດໆຫຼືເຊົາເຮັດຕາມທຳນຽມທີ່ເຂົາເຈົ້າເຮັດມາດົນເຊິ່ງຂັດກັບຄຳພີໄບເບິນ. ເມື່ອເປັນແບບນີ້ ເຮົາອາດຕ້ອງພະຍາຍາມຊ່ວຍເຂົາເຈົ້າຕໍ່ໆໄປ ແລະເບິ່ງວ່າເຂົາເຈົ້າຈະຍອມໃຫ້ພະລັງບໍລິສຸດຊ່ວຍເຂົາເຈົ້າໃຫ້ປ່ຽນແປງຕົວເອງບໍ. (1ກຣ. 3:6, 7) ນອກຈາກນັ້ນ ເຮົາຄວນອະທິດຖານກ່ຽວກັບເລື່ອງນີ້ນຳ. ເພາະໃນທີ່ສຸດ ພະເຢໂຫວາກໍຈະຊ່ວຍໃຫ້ເຫັນວ່າອັນໃດເປັນວິທີທີ່ດີທີ່ສຸດທີ່ຈະຊ່ວຍເຂົາເຈົ້າໄດ້.—1ຢຮ. 5:14
ເຂົາເຈົ້າເລົ່າປະສົບການທີ່ໃຫ້ກຳລັງໃຈ “ຢ່າງລະອຽດ” (ກິດຈະການ 15:3-5)
14, 15. (ກ) ປະຊາຄົມໃນເມືອງອັນຕີໂອເຂຍໃຫ້ກຽດໂປໂລ ບາຣະນາບາແລະໝູ່ຄົນອື່ນໆທີ່ເດີນທາງນຳກັນແນວໃດ? (ຂ) ໂປໂລກັບໝູ່ທີ່ເດີນທາງນຳລາວໄດ້ໃຫ້ກຳລັງໃຈຄົນອື່ນແນວໃດ?
14 ລູກາເລົ່າຕໍ່ວ່າ: “ຫຼັງຈາກພີ່ນ້ອງໃນປະຊາຄົມເດີນທາງໄປສົ່ງພວກເຂົາໄດ້ໄລຍະໜຶ່ງແລ້ວ ພວກເຂົາກໍເດີນທາງຕໍ່ໄປຜ່ານໂຟນີເຊຍກັບແຂວງຊາມາເຣຍ. ໃນລະຫວ່າງທາງພວກເຂົາໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ປ່ຽນມາເຊື່ອພະເຈົ້າໃຫ້ພວກພີ່ນ້ອງຟັງຢ່າງລະອຽດ ແລະເຮັດໃຫ້ທຸກຄົນດີໃຈຫຼາຍ.” (ກຈກ. 15:3) ການທີ່ປະຊາຄົມເດີນທາງໄປສົ່ງໂປໂລ ບາຣະນາບາແລະໝູ່ຄົນອື່ນໆທີ່ເດີນທາງນຳກັນຊ່ວງໜຶ່ງນັ້ນ ສະແດງໃຫ້ເຫັນວ່າພີ່ນ້ອງໃນປະຊາຄົມຮັກແລະໃຫ້ກຽດເຂົາເຈົ້າ ແລະຢາກໃຫ້ພະເຈົ້າອວຍພອນເຂົາເຈົ້ານຳ. ພວກພີ່ນ້ອງໃນອັນຕີໂອເຂຍເປັນຕົວຢ່າງທີ່ດີໃຫ້ພວກເຮົາແທ້ໆ! ເຈົ້າໃຫ້ກຽດພີ່ນ້ອງຊາຍຍິງຄລິດສະຕຽນ ‘ໂດຍສະເພາະຄົນທີ່ເຮັດວຽກໜັກ [ຜູ້ດູແລ] ໃນການເວົ້າແລະການສອນ’ ບໍ?—1ຕມ. 5:17
15 ລະຫວ່າງເດີນທາງ ໂປໂລກັບໝູ່ທີ່ເດີນທາງນຳລາວໄດ້ໃຫ້ກຳລັງໃຈພີ່ນ້ອງຄລິດສະຕຽນຢູ່ໂຟນີເຊຍແລະແຂວງຊາມາເຣຍໂດຍການເລົ່າປະສົບການໃຫ້ເຂົາເຈົ້າຟັງ “ຢ່າງລະອຽດ” ວ່າຄົນຕ່າງຊາດໄດ້ເຂົ້າມາເປັນຄລິດສະຕຽນແນວໃດ. ພວກພີ່ນ້ອງທີ່ໄດ້ຟັງປະສົບການເຫຼົ່ານັ້ນອາດເປັນຄລິດສະຕຽນຄົນ ຢິວທີ່ໄດ້ໜີໄປແຂວງເຫຼົ່ານັ້ນຫຼັງຈາກທີ່ຊະເຕຟາໂນຕາຍຍ້ອນຄວາມເຊື່ອ. ໃນທຸກມື້ນີ້ ເຮົາກໍໄດ້ຮັບກຳລັງໃຈແທ້ໆເມື່ອໄດ້ຍິນວ່າພະເຢໂຫວາອວຍພອນວຽກສອນທີ່ພີ່ນ້ອງຂອງເຮົາເຮັດ ໂດຍສະເພາະຕອນທີ່ເຮົາຕ້ອງເຈິກັບຄວາມລຳບາກ. ເຈົ້າໄດ້ຮັບປະໂຫຍດເຕັມທີຈາກປະສົບການເຫຼົ່ານັ້ນໂດຍເຂົ້າຮ່ວມການປະຊຸມປະຊາຄົມ ປະຊຸມໃຫຍ່ຕ່າງໆຫຼືອ່ານປະສົບການແລະເລື່ອງລາວຊີວິດຈິງໃນປຶ້ມຂອງອົງການບໍ? ມີປະສົບການດີໆເຫຼົ່ານັ້ນທັງໃນປຶ້ມຂອງເຮົາຫຼືໃນເວັບໄຊ jw.org.
16. ສິ່ງໃດສະແດງວ່າບັນຫາເລື່ອງການຮັບສິນຕັດໄດ້ກາຍເປັນປະເດັນສຳຄັນ?
16 ຫຼັງຈາກເດີນທາງລົງໃຕ້ໄປປະມານ 550 ກິໂລແມັດ ຕົວແທນຂອງພີ່ນ້ອງຈາກອັນຕີໂອເຂຍກໍມາຮອດຈຸດໝາຍປາຍທາງ. ລູກາບອກວ່າ: “ເມື່ອມາຮອດເມືອງເຢຣູຊາເລັມ ປະຊາຄົມທີ່ຢູ່ຫັ້ນແລະພວກອັກຄະສາວົກລວມທັງພວກຜູ້ດູແລກໍຕ້ອນຮັບພວກເຂົາຢ່າງອົບອຸ່ນ ແລ້ວໂປໂລກັບບາຣະນາບາກໍເລົ່າເລື່ອງທັງໝົດທີ່ພະເຈົ້າໄດ້ໃຊ້ໃຫ້ພວກເຂົາເຮັດ.” (ກຈກ. 15:4) ແນວໃດກໍຕາມ “ລູກສິດບາງຄົນທີ່ເຄີຍນັບຖືນິກາຍຟາຣິຊາຍມາກ່ອນໄດ້ລຸກຂຶ້ນແລະເວົ້າວ່າ: ‘ຕ້ອງໃຫ້ຄົນຕ່າງຊາດເຫຼົ່ານັ້ນຮັບສິນຕັດ ແລະສັ່ງພວກເຂົາໃຫ້ເຮັດຕາມກົດໝາຍຂອງໂມເຊນຳ.’” (ກຈກ. 15:5) ເຫັນໄດ້ແຈ້ງວ່າ ບັນຫາເລື່ອງການຮັບສິນຕັດຂອງຄລິດສະຕຽນທີ່ບໍ່ແມ່ນຄົນຢິວໄດ້ກາຍເປັນປະເດັນສຳຄັນທີ່ຕ້ອງຈັດການໃຫ້ຮຽບຮ້ອຍ.
“ພວກອັກຄະສາວົກກັບພວກຜູ້ດູແລຈຶ່ງປະຊຸມກັນ” (ກິດຈະການ 15:6-12)
17. ມີໃຜແດ່ທີ່ຢູ່ໃນກຸ່ມຄະນະກຳມະການປົກຄອງໃນເມືອງເຢຣູຊາເລັມ ແລະເປັນຫຍັງຈຶ່ງມີ “ພວກຜູ້ດູແລ” ລວມຢູ່ນຳ?
17 ສຸພາສິດ 13:10, ລ.ມ ບອກວ່າ: “ສະຕິປັນຍາເປັນຂອງຄົນທີ່ຊອກຫາຄຳແນະນຳ.” ນີ້ແມ່ນສິ່ງທີ່ພວກອັກຄະສາວົກກັບພວກຜູ້ດູແລໄດ້ເຮັດ ເຂົາເຈົ້າ “ປະຊຸມກັນເພື່ອພິຈາລະນາເລື່ອງນີ້ [ບັນຫາເລື່ອງການຮັບສິນຕັດ].” (ກຈກ. 15:6) ຄືກັບຄະນະກຳມະການປົກຄອງໃນທຸກມື້ນີ້ “ພວກອັກຄະສາວົກກັບພວກຜູ້ດູແລ” ໄດ້ເຮັດໜ້າທີ່ເປັນຕົວແທນເພື່ອຕັດສິນເລື່ອງຕ່າງໆຂອງປະຊາຄົມຄລິດສະຕຽນທັງໝົດ. ແຕ່ເປັນຫຍັງ “ພວກຜູ້ດູແລ” ຈຶ່ງຮັບໃຊ້ນຳກັນກັບພວກອັກຄະສາວົກ? ເຮົາຈື່ໄດ້ວ່າອັກຄະສາວົກຢາໂກໂບໄດ້ຖືກປະຫານຊີວິດໄປແລ້ວ ສ່ວນອັກຄະສາວົກເປໂຕກໍຖືກຂັງຄຸກຊ່ວງໜຶ່ງ ແລະເປັນໄປໄດ້ວ່າອັກຄະສາວົກຄົນອື່ນໆອາດເຈິບັນຫາຄ້າຍໆກັນ. ດັ່ງນັ້ນ ການມີພີ່ນ້ອງຊາຍທີ່ຖືກເຈີມທີ່ມີຄຸນສົມບັດມາປະຊຸມກັນເພື່ອພິຈາລະນາເລື່ອງນີ້ ຈະຊ່ວຍໃຫ້ພີ່ນ້ອງໃນຕອນນັ້ນໝັ້ນໃຈວ່າຈະມີພີ່ນ້ອງຊາຍຜູ້ຖືກເຈີມເບິ່ງແຍງເລື່ອງນີ້ຕໍ່ໄປໄດ້.
18, 19. ເປໂຕເວົ້າແບບມີພະລັງແນວໃດ ແລະຄົນທີ່ຟັງລາວໜ້າຈະໄດ້ຂໍ້ສະຫຼຸບຫຍັງ?
18 ລູກາເລົ່າຕໍ່ໄປວ່າ: “ຫຼັງຈາກທີ່ໂຕ້ຖຽງກັນຫຼາຍແລ້ວ ເປໂຕຈຶ່ງລຸກຂຶ້ນແລະເວົ້າກັບພວກເຂົາວ່າ: ‘ພີ່ນ້ອງເອີຍ ພວກເຈົ້າກໍຮູ້ວ່າໃນທ່າມກາງພວກເຮົາ ພະເຈົ້າໄດ້ເລືອກຂ້ອຍເປັນຄົນທຳອິດໃຫ້ປະກາດຂ່າວດີແກ່ຄົນຕ່າງຊາດແລະຊ່ວຍພວກເຂົາໃຫ້ເຂົ້າມາເຊື່ອ. ແລະພະເຈົ້າຜູ້ຮູ້ຈັກຫົວໃຈທຸກຄົນໄດ້ໃຫ້ຫຼັກຖານວ່າພະອົງຍອມຮັບຄົນຕ່າງຊາດ ໂດຍໃຫ້ພະລັງບໍລິສຸດກັບພວກເຂົາຄືກັບທີ່ໃຫ້ພວກເຮົາ. ພະອົງບໍ່ໄດ້ຖືວ່າພວກເຂົາຕ່າງຈາກພວກເຮົາເລີຍ ພະອົງໄດ້ຊຳລະລ້າງໃຈພວກເຂົາໃຫ້ສະອາດຍ້ອນພວກເຂົາມີຄວາມເຊື່ອ.’” (ກຈກ. 15:7-9) ປຶ້ມອ້າງອີງເຫຼັ້ມໜຶ່ງບອກວ່າ ຄຳພາສາກຣີກທີ່ໄດ້ຮັບການແປວ່າ “ໂຕ້ຖຽງກັນຫຼາຍ” ໃນຂໍ້ 7 ຍັງໝາຍເຖິງ “ການສະແຫວງຫາ ຫຼືການຊັກຖາມ.” ເຖິງວ່າພວກພີ່ນ້ອງຈະມີຄວາມຄິດທີ່ຕ່າງກັນ ແຕ່ເຂົາເຈົ້າກໍພິຈາລະນາເລື່ອງນັ້ນແບບກົງໄປກົງມາ.
19 ຄຳເວົ້າທີ່ມີພະລັງຂອງເປໂຕເຕືອນໃຫ້ທຸກຄົນຮູ້ວ່າ ໂຕລາວເອງກໍຢູ່ໃນເຫດການຕອນທີ່ຄົນຕ່າງຊາດທີ່ບໍ່ໄດ້ຮັບສິນຕັດກຸ່ມທຳອິດໄດ້ຮັບການເຈີມດ້ວຍພະລັງບໍລິສຸດໃນປີ 36. ຄົນຕ່າງຊາດກຸ່ມນີ້ແມ່ນໂກເນລີໂອແລະຄອບຄົວຂອງລາວ. ດັ່ງນັ້ນ ຖ້າພະເຢໂຫວາເບິ່ງວ່າຄົນຢິວແລະຄົນທີ່ບໍ່ແມ່ນຄົນຢິວບໍ່ໄດ້ແຕກຕ່າງກັນ ແລ້ວມະນຸດມີສິດຫຍັງທີ່ຈະເບິ່ງວ່າເຂົາເຈົ້າແຕກຕ່າງກັນ? ຍິ່ງກວ່ານັ້ນ ຄຳເວົ້າຂອງເປໂຕຍັງສະແດງໃຫ້ເຫັນວ່າການທີ່ຄົນເຮົາຈະສະອາດໃນສາຍຕາພະເຈົ້າ ບໍ່ໄດ້ເປັນຍ້ອນເຂົາເຈົ້າເຮັດຕາມກົດໝາຍຂອງໂມເຊ ແຕ່ຍ້ອນເຂົາເຈົ້າມີຄວາມເຊື່ອໃນພະຄລິດ.—ຄລຕ. 2:16
20. ຜູ້ທີ່ສົ່ງເສີມການຮັບສິນຕັດກຳລັງ “ທ້າທາຍພະເຈົ້າ” ແນວໃດ?
20 ໂດຍອາໄສພະລັງຂອງພະເຈົ້າແລະພະລັງບໍລິສຸດ ເປໂຕໄດ້ສະຫຼຸບວ່າ: “ຖ້າເປັນແນວນັ້ນ ເປັນຫຍັງພວກເຈົ້າຈຶ່ງທ້າທາຍພະເຈົ້າດ້ວຍການວາງພາລະໜັກໃຫ້ພວກລູກສິດ ເຊິ່ງເປັນພາລະທີ່ພວກເຮົາເອງຫຼືບັນພະບຸລຸດຂອງພວກເຮົາກໍແບກບໍ່ໄຫວ? ແຕ່ພວກເຮົາເຊື່ອວ່າພວກເຮົາລອດໄດ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢຊູຜູ້ເປັນນາຍ ແລະພວກເຂົາກໍຈະລອດແບບນັ້ນຄືກັນ.” (ກຈກ. 15:10, 11) ທີ່ຈິງ ຜູ້ທີ່ສົ່ງເສີມການຮັບສິນຕັດກຳລັງ “ທ້າທາຍພະເຈົ້າ” ຫຼືທົດສອບຄວາມອົດທົນຂອງເພິ່ນ. ເຂົາເຈົ້າພະຍາຍາມກົດດັນຄົນຕ່າງຊາດໃຫ້ເຮັດຕາມກົດໝາຍຂອງໂມເຊທຸກຂໍ້ທັງໆທີ່ເຂົາເຈົ້າເອງທີ່ເປັນຄົນຢິວກໍຍັງເຮັດບໍ່ໄດ້. ນີ້ເຮັດໃຫ້ເຂົາເຈົ້າມີໂທດເຖິງຕາຍ. (ຄລຕ. 3:10) ແທນທີ່ຈະສົ່ງເສີມການຮັບສິນຕັດ ຄົນຢິວທີ່ຟັງເປໂຕໜ້າຈະຂອບໃຈພະເຈົ້າສຳລັບຄວາມກະລຸນາທີ່ຍິ່ງໃຫຍ່ທີ່ເພິ່ນສະແດງຜ່ານທາງພະເຢຊູ.
21. ບາຣະນາບາກັບໂປໂລເວົ້າຫຍັງທີ່ຊ່ວຍໃຫ້ພີ່ນ້ອງຕັດສິນໃຈໄດ້ດີ?
21 ເບິ່ງຄືວ່າ ສິ່ງທີ່ເປໂຕເວົ້າຊ່ວຍໃຫ້ຜູ້ທີ່ຟັງລາວຄິດໄດ້ ເພາະຄຳພີໄບເບິນບອກວ່າ: “ທຸກຄົນກໍມິດງຽບ ແລະຕັ້ງໃຈຟັງ.” ຕໍ່ຈາກນັ້ນ ບາຣະນາບາກັບໂປໂລກໍເລົ່າ “ເລື່ອງທີ່ພະເຈົ້າໃຊ້ພວກເຂົາໃຫ້ເຮັດການອັດສະຈັນແລະສະແດງປາຕິຫານຫຼາຍຢ່າງໃນທ່າມກາງຄົນຕ່າງຊາດ.” (ກຈກ. 15:12) ໃນທີ່ສຸດ ກໍຮອດເວລາແລ້ວທີ່ພວກອັກຄະສາວົກກັບຜູ້ດູແລຈະປະເມີນເບິ່ງຫຼັກຖານທັງໝົດ ແລະຕັດສິນເລື່ອງການຮັບສິນຕັດໃນແບບທີ່ພະເຈົ້າພໍໃຈ.
22-24. (ກ) ຄະນະກຳມະການປົກຄອງໃນທຸກມື້ນີ້ເຮັດຕາມແບບຢ່າງຂອງຄະນະກຳມະການປົກຄອງໃນສະຕະວັດທຳອິດແນວໃດ? (ຂ) ຜູ້ດູແລທຸກຄົນຈະສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຢາກຕັດສິນໃຈເລື່ອງຕ່າງໆແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ?
22 ໃນທຸກມື້ນີ້ກໍຄືກັນ ຕອນທີ່ສະມາຊິກຂອງຄະນະກຳມະການປົກຄອງປະຊຸມ ເຂົາເຈົ້າຈະເພິ່ງ ການຊີ້ນຳຈາກຖ້ອຍຄຳຂອງພະເຈົ້າ ແລະອະທິດຖານຂໍພະລັງບໍລິສຸດຢ່າງຈິງຈັງ. (ເພງ. 119:105; ມທ. 7:7-11) ເພື່ອຈະເຮັດແບບນັ້ນໄດ້ ສະມາຊິກແຕ່ລະຄົນຂອງຄະນະກຳມະການປົກຄອງຈະໄດ້ຮັບຫົວຂໍ້ການປະຊຸມລ່ວງໜ້າເພື່ອຄິດຕຶກຕອງແລະອະທິດຖານກ່ຽວກັບເລື່ອງຕ່າງໆທີ່ເຂົາເຈົ້າຈະພິຈາລະນານຳກັນ. (ສຸພາ. 15:28) ຕອນທີ່ປະຊຸມ ພີ່ນ້ອງຊາຍທີ່ຖືກເຈີມເຫຼົ່ານີ້ອອກຄວາມເຫັນຢ່າງອິດສະຫຼະດ້ວຍຄວາມນັບຖື ແລະລະຫວ່າງທີ່ລົມກັນກ່ຽວກັບເລື່ອງຕ່າງໆເຂົາເຈົ້າກໍຈະໃຊ້ຄຳພີໄບເບິນສະເໝີ.
23 ຜູ້ດູແລໃນປະຊາຄົມກໍຄວນຮຽນແບບຕົວຢ່າງນີ້ນຳ. ຫຼັງຈາກການປະຊຸມຂອງຜູ້ດູແລ ຖ້າຍັງມີບາງເລື່ອງທີ່ຍັງຫາຂໍ້ສະຫຼຸບບໍ່ໄດ້ ຄະນະຜູ້ດູແລອາດປຶກສາສຳນັກງານສາຂາ ຫຼືປຶກສາຕົວແທນທີ່ໄດ້ຮັບການແຕ່ງຕັ້ງຈາກສາຂາເຊັ່ນ ຜູ້ດູແລໝວດ. ຫຼັງຈາກນັ້ນ ຖ້າຈຳເປັນ ສຳນັກງານສາຂາກໍອາດຂຽນເຖິງຄະນະກຳມະການປົກຄອງ.
24 ເຫັນໄດ້ແຈ້ງວ່າ ພະເຢໂຫວາອວຍພອນຄົນເຫຼົ່ານັ້ນທີ່ເຮັດຕາມການຊີ້ນຳທີ່ມາທາງອົງການຂອງເພິ່ນແລະທາງປະຊາຄົມ ແລະເພິ່ນກໍອວຍພອນຄົນທີ່ຖ່ອມຕົວ ພັກດີ ແລະອົດທົນ. ໃນບົດຕໍ່ໄປເຮົາຈະເບິ່ງນຳກັນວ່າ ຖ້າເຮົາເຮັດຕາມການຊີ້ນຳຈາກພະເຢໂຫວາ ເພິ່ນຈະຊ່ວຍເຮົາໃຫ້ມີສັນຕິສຸກ ເປັນນ້ຳໜຶ່ງໃຈດຽວກັນ ແລະຊ່ວຍໃຫ້ປະຊາຄົມກ້າວໜ້າຫຼາຍຂຶ້ນນຳອີກ.
a ເບິ່ງຂອບ “ ຄຳສອນທີ່ສົ່ງເສີມລັດທິຢູດາ”
b ສັນຍາເລື່ອງການຮັບສິນຕັດບໍ່ໄດ້ເປັນສ່ວນໜຶ່ງຂອງສັນຍາທີ່ພະເຈົ້າເຮັດກັບອັບຣາຮາມ ເຊິ່ງຍັງມີຜົນບັງຄັບໃຊ້ຈົນຮອດທຸກມື້ນີ້. ສັນຍານີ້ເລີ່ມມີຜົນບັງຄັບໃຊ້ໃນປີ 1943 ກ່ອນ ຄ.ສ ເຊິ່ງເປັນຕອນທີ່ອັບຣາຮາມ (ຕອນນັ້ນຊື່ອັບຣາມ) ໄດ້ຂ້າມແມ່ນ້ຳເອິຟາຣາດໄປແຜ່ນດິນການາອານ ຕອນນັ້ນລາວອາຍຸ 75 ປີ. ຕໍ່ມາໄດ້ມີການເຮັດສັນຍາຮັບສິນຕັດໃນປີ 1919 ກ່ອນ ຄ.ສ. ຕອນນັ້ນອັບຣາຮາມອາຍຸໄດ້ 99 ປີ.—ປຖກ. 12:1-8; 17:1, 9-14; ຄລຕ. 3:17