ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ຜູ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ຮັກ:

ລອງ​ນຶກພາບ​ວ່າ​ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ອັກຄະສາວົກ​ທີ່​ຢືນ​ຢູ່​ເທິງ​ພູເຂົາ​ໝາກກອກ ແລ້ວ​ພະ​ເຢຊູ​ມາ​ປາກົດ​ຕໍ່​ໜ້າ​ເຈົ້າ​ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ຂຶ້ນ​ໄປ​ສະຫວັນ. ພະ​ເຢຊູ​ບອກ​ວ່າ: “ພວກເຈົ້າ​ຈະ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ ພະລັງ​ບໍລິສຸດ​ນັ້ນ​ຈະ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.” (ກຈກ. 1:8) ເມື່ອ​ເຈົ້າ​ໄດ້​ຍິນ​ຄຳ​ເວົ້າ​ນີ້​ຂອງ​ພະ​ເຢຊູ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ​ເພາະ​ວຽກ​ນີ້​ເປັນ​ວຽກ​ໃຫຍ່​ຫຼາຍ ເຈົ້າ​ຄື​ຊິ​ສົງໄສ​ວ່າ: ‘ພວກ​ເຮົາ​ເຊິ່ງ​ເປັນ​ລູກສິດ​ກຸ່ມ​ນ້ອຍໆ​ຈະ​ປະກາດ “ຈົນ​ຮອດ​ສຸດ​ຂອບ​ໂລກ” ໄດ້​ແນວ​ໃດ?’ ແລ້ວ​ເຈົ້າ​ກໍ​ອາດຈະ​ຄິດ​ເຖິງ​ຄຳ​ເຕືອນ​ຂອງ​ພະ​ເຢຊູ​ໃນ​ຄືນ​ກ່ອນ​ທີ່​ເພິ່ນ​ຈະ​ເສຍ​ຊີວິດ​ວ່າ: “ທາດ​ບໍ່​ໃຫຍ່​ກວ່າ​ນາຍ ຖ້າ​ພວກ​ເຂົາ​ຂົ່ມເຫງ​ຂ້ອຍ ພວກ​ເຂົາ​ຈະ​ຂົ່ມເຫງ​ພວກເຈົ້າ​ຄື​ກັນ. ຖ້າ​ພວກ​ເຂົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ຂ້ອຍ ພວກ​ເຂົາ​ກໍ​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພວກເຈົ້າ​ຄື​ກັນ. ພວກ​ເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຕໍ່​ພວກເຈົ້າ ຍ້ອນ​ພວກເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ແລະ​ຍ້ອນ​ພວກ​ເຂົາ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ທີ່​ໃຊ້​ຂ້ອຍ​ມາ.” (ຢຮ. 15:20, 21) ເມື່ອ​ຄິດ​ເຖິງ​ຄຳ​ເວົ້າ​ນີ້ ເຈົ້າ​ອາດ​ສົງໄສ​ວ່າ: ‘ຂ້ອຍ​ຈະ​ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ​ໄດ້​ແນວ​ໃດ​ຖ້າ​ຕ້ອງ​ເຈິ​ກັບ​ການ​ຕໍ່ຕ້ານ​ແລະ​ການ​ຂົ່ມເຫງ​ແບບ​ນີ້?’

ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ອາດຈະ​ສົງໄສ​ແບບ​ດຽວ​ກັນ. ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ວຽກ​ມອບໝາຍ​ໃຫ້​ປະກາດ​ກັບ “ຄົນ​ທຸກ​ຊາດ” ຈົນ​ຮອດ “ສຸດ​ຂອບ​ໂລກ.” (ມທ. 28:19, 20) ເມື່ອ​ຄິດ​ເຖິງ​ການ​ຕໍ່ຕ້ານ​ທີ່​ພະ​ເຢຊູ​ບອກ​ໄວ້​ລ່ວງ​ໜ້າ ເຮົາ​ກໍ​ແຮ່ງ​ສົງໄສ​ວ່າ​ເຮົາ​ຈະ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ​ໄດ້​ແນວ​ໃດ?

ປຶ້ມ​ກິດຈະການ​ຂອງ​ອັກຄະສາວົກ​ບອກ​ໃຫ້​ເຮົາ​ຮູ້​ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ພວກ​ອັກຄະສາວົກ​ແລະ​ຄລິດສະຕຽນ​ຄົນ​ອື່ນ​ໆ​ໃນ​ສະຕະວັດ​ທຳອິດ​ໃຫ້​ເຮັດ​ວຽກ​ມອບໝາຍ​ໄດ້​ສຳເລັດ. ປຶ້ມ​ຫົວ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ທີ່​ຢູ່​ໃນ​ປຶ້ມ​ກິດຈະການ ເຈົ້າ​ຈະ​ປະທັບໃຈ​ທີ່​ໄດ້​ຮູ້​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຄ້າຍຄື​ກັນ​ລະຫວ່າງ​ຜູ້​ຮັບໃຊ້​ໃນ​ອະດີດ​ແລະ​ໃນ​ປັດຈຸບັນ​ບໍ່​ວ່າ​ຈະ​ເປັນ​ວຽກ​ທີ່​ເຮັດ​ແລະ​ການ​ຈັດ​ລະບຽບ​ວຽກ. ການ​ໄດ້​ທົບທວນ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຍັງ​ຊີ້ນຳ​ອົງການ​ຂອງ​ເພິ່ນ​ສ່ວນ​ທີ່​ຢູ່​ໃນ​ໂລກ​ນີ້.

ເຮົາ​ອະທິດຖານ​ແລະ​ຫວັງ​ວ່າ​ການ​ທົບທວນ​ເລື່ອງ​ໃນ​ປຶ້ມ​ກິດຈະການ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໂດຍ​ທາງ​ພະລັງ​ບໍລິສຸດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ເພື່ອ​ຈະ ‘ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ’ ຢ່າງ​ລະອຽດ​ຖີ່​ຖ້ວນ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ຄວາມ​ລອດ.—ກຈກ. 28:23; 1ຕມ. 4:16

ພີ່​ນ້ອງ​ຂອງ​ເຈົ້າ

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ