ບົດທີ 6
ຊະເຕຟາໂນ ຄົນທີ່ ‘ພະເຈົ້າພໍໃຈແລະໄດ້ຮັບພະລັງຈາກພະອົງ’
ຮຽນຈາກການທີ່ຊະເຕຟາໂນປະກາດຢ່າງກ້າຫານຕໍ່ສະພາສານຊັນເຮດຣິນ
ຈາກກິດຈະການ 6:8–8:3
1-3. (ກ) ຊະເຕຟາໂນເຈິກັບເຫດການທີ່ເປັນຕາຢ້ານຫຍັງ ແຕ່ລາວຮູ້ສຶກແນວໃດກັບເຫດການນັ້ນ? (ຂ) ເຮົາຈະລົມກັນກ່ຽວກັບຄຳຖາມຫຍັງແດ່?
ຊະເຕຟາໂນຢືນຢູ່ຕໍ່ໜ້າສານ ລາວຢືນຢູ່ໃນອາຄານທີ່ສວຍງາມເຊິ່ງໜ້າຈະຢູ່ໃກ້ກັບວິຫານໃນເມືອງເຢຣູຊາເລັມ. ໃນສານນີ້ມີຜູ້ຊາຍ 71 ຄົນນັ່ງຮຽງກັນເປັນເຄິ່ງວົງກົມຂະໜາດໃຫຍ່. ສານທີ່ເວົ້າເຖິງນີ້ຄືສະພາຊັນເຮດຣິນ. ເຂົາເຈົ້າຈັດການປະຊຸມກັນໃນມື້ນີ້ເພື່ອຕັດສິນຊະເຕຟາໂນ. ພວກຜູ້ພິພາກສາເປັນຄົນທີ່ມີອຳນາດແລະມີອິດທິພົນ ເຂົາເຈົ້າສ່ວນໃຫຍ່ບໍ່ນັບຖືລູກສິດຄົນນີ້ຂອງພະເຢຊູ. ແທ້ໆແລ້ວ ຜູ້ທີ່ເອີ້ນພວກຜູ້ພິພາກສາມາປະຊຸມກັນກໍຄືປະໂລຫິດໃຫຍ່ກາຢະຟາ ປະໂລຫິດໃຫຍ່ຄົນນີ້ເຄີຍເປັນປະທານຕອນທີ່ສານຊັນເຮດຣິນຕັດສິນຂ້າພະເຢຊູເມື່ອຫຼາຍເດືອນກ່ອນ. ແຕ່ຊະເຕຟາໂນຢ້ານບໍ?
2 ມີບາງຢ່າງທີ່ໜ້າງຶດກ່ຽວກັບສີໜ້າຂອງຊະເຕຟາໂນ ພວກຜູ້ພິພາກສາແນມເບິ່ງຊະເຕຟາໂນແລະເຫັນວ່າໜ້າຂອງລາວ “ຄືກັບໜ້າທູດສະຫວັນ.” (ກຈກ. 6:15) ຄືກັບພວກທູດສະຫວັນທີ່ສົ່ງຂ່າວສານຂອງພະເຢໂຫວາພະເຈົ້າ ພວກທູດສະຫວັນສະຫງົບໃຈແລະບໍ່ຢ້ານຫຍັງ. ຊະເຕຟາໂນກໍຮູ້ສຶກແນວນັ້ນ ເພາະແມ່ນແຕ່ພວກຜູ້ພິພາກສາທີ່ຊັງລາວກໍເຫັນວ່າລາວບໍ່ຢ້ານ. ຊະເຕຟາໂນຮູ້ສຶກໝັ້ນໃຈຂະໜາດນັ້ນໄດ້ແນວໃດ?
3 ຄລິດສະຕຽນໃນທຸກມື້ນີ້ສາມາດຮຽນຫຼາຍຢ່າງຈາກຄຳຕອບຂອງຄຳຖາມນີ້. ນອກຈາກນັ້ນ ເຮົາຍັງຕ້ອງຮູ້ນຳວ່າອັນໃດເຮັດໃຫ້ຊະເຕຟາໂນເຈິກັບເລື່ອງນີ້? ກ່ອນໜ້ານີ້ລາວໄດ້ປົກປ້ອງຄວາມເຊື່ອຂອງລາວແນວໃດ? ແລະເຮົາຈະຮຽນແບບລາວໄດ້ແນວໃດ?
“ພວກເຂົາໄດ້ຍຸຍົງປະຊາຊົນ” (ກິດຈະການ 6:8-15)
4, 5. (ກ) ເປັນຫຍັງຊະເຕຟາໂນຈຶ່ງເປັນຄົນໜຶ່ງທີ່ຊ່ວຍປະຊາຄົມຄລິດສະຕຽນໄດ້ຫຼາຍ? (ຂ) ໃນແງ່ໃດທີ່ຊະເຕຟາໂນເປັນຄົນທີ່ “ພະເຈົ້າພໍໃຈຫຼາຍແລະໄດ້ຮັບພະລັງຈາກພະອົງ”?
4 ເຮົາໄດ້ຮຽນມາແລ້ວວ່າຊະເຕຟາໂນເປັນຄົນໜຶ່ງທີ່ຊ່ວຍປະຊາຄົມຄລິດສະຕຽນທີ່ຫາກໍກໍ່ຕັ້ງຂຶ້ນໃໝ່ໄດ້ຫຼາຍແທ້ໆ. ໃນບົດກ່ອນຂອງປຶ້ມຫົວນີ້ ເຮົາເຫັນວ່າລາວຢູ່ໃນກຸ່ມຜູ້ຊາຍທີ່ຖ່ອມຕົວ 7 ຄົນເຊິ່ງເຕັມໃຈຊ່ວຍເຫຼືອອັກຄະສາວົກ. ຄວາມຖ່ອມຕົວຂອງລາວແຮ່ງໜ້າປະທັບໃຈ ໂດຍສະເພາະເມື່ອເຮົາຄິດເຖິງຄວາມສາມາດຫຼາຍຢ່າງທີ່ລາວໄດ້ຮັບຈາກພະເຈົ້າ. ໃນກິດຈະການ 6:8 ບອກວ່າ ຊະເຕຟາໂນສາມາດ “ເຮັດການອັດສະຈັນແລະສະແດງປາຕິຫານຫຼາຍຢ່າງ” ຄືກັບທີ່ອັກຄະສາວົກບາງຄົນໄດ້ເຮັດ. ນອກຈາກນີ້ ໃນຄຳພີໄບເບິນຍັງບອກນຳວ່າລາວເປັນຄົນ “ທີ່ພະເຈົ້າພໍໃຈຫຼາຍແລະໄດ້ຮັບພະລັງຈາກພະອົງ.” ຄຳເວົ້ານີ້ໝາຍຄວາມວ່າແນວໃດ?
5 ຄຳໃນພາສາກຣີກທີ່ແປວ່າ: “ພະເຈົ້າພໍໃຈຫຼາຍ” ອາດແປໄດ້ວ່າ: “ກະລຸນາ.” ເຫັນໄດ້ແຈ້ງວ່າ ຊະເຕຟາໂນເປັນຄົນທີ່ກະລຸນາແລະອ່ອນໂຍນເຊິ່ງຄຸນລັກສະນະເຫຼົ່ານີ້ດຶງດູດຜູ້ຄົນໃຫ້ມາຫາລາວ. ລາວເວົ້າໂນ້ມນ້າວໃຈຜູ້ຟັງຫຼາຍຄົນ ເຮັດໃຫ້ເຂົາເຈົ້າເຊື່ອວ່າລາວເປັນຄົນຈິງໃຈ ແລະຄວາມຈິງທີ່ລາວສອນນັ້ນເປັນປະໂຫຍດ. ລາວໄດ້ຮັບພະລັງຈາກພະເຈົ້າຍ້ອນລາວຖ່ອມຕົວແລະຍອມໃຫ້ພະລັງຂອງພະເຈົ້າຊີ້ນຳຊີວິດຂອງລາວ. ຊະເຕຟາໂນບໍ່ອວດວ່າລາວມີຄວາມສາມາດຫຼາຍຢ່າງ ແຕ່ລາວເຮັດທຸກສິ່ງເພື່ອໃຫ້ພະເຢໂຫວາໄດ້ຮັບການຍົກຍ້ອງສັນລະເສີນ. ນອກຈາກນັ້ນ ຊະເຕຟາໂນຍັງເປັນຫ່ວງຜູ້ຄົນທີ່ລາວລົມນຳ. ເມື່ອຄິດເຖິງເລື່ອງເຫຼົ່ານີ້ ເຮົາບໍ່ແປກໃຈເລີຍທີ່ພວກຜູ້ຕໍ່ຕ້ານຈະເບິ່ງວ່າຊະເຕຟາໂນເປັນໄພຄຸກຄາມສາສະໜາຂອງເຂົາເຈົ້າ!
6-8. (ກ) ຜູ້ຕໍ່ຕ້ານຊະເຕຟາໂນໄດ້ກ່າວຫາວ່າລາວເຮັດຜິດສອງຢ່າງຫຍັງ ແລະເປັນຫຍັງເຂົາເຈົ້າຈຶ່ງກ່າວຫາແບບນັ້ນ? (ຂ) ເປັນຫຍັງຕົວຢ່າງຂອງຊະເຕຟາໂນຈຶ່ງເປັນປະໂຫຍດກັບຄລິດສະຕຽນໃນທຸກມື້ນີ້?
6 ເຖິງວ່າຈະມີຫຼາຍຄົນໂຕ້ແຍ່ງກັບຊະເຕຟາໂນ ແຕ່ “ຄົນພວກນີ້ບໍ່ສາມາດຫັກລ້າງຄຳເວົ້າຂອງຊະເຕຟາໂນໄດ້ ເພາະລາວເວົ້າດ້ວຍສະຕິປັນຍາແລະພະລັງຈາກພະເຈົ້າ.” a ເມື່ອເຫັນວ່າໂຕ້ແຍ່ງບໍ່ໄດ້ ເຂົາເຈົ້າ “ເລີຍໄປຍົວະ” ບາງຄົນໃຫ້ພະຍາຍາມໃສ່ຮ້າຍລູກສິດທີ່ບໍ່ມີຄວາມຜິດຄົນນີ້ຂອງພະເຢຊູ. ເຂົາເຈົ້າຍັງໄດ້ “ຍຸຍົງປະຊາຊົນ” ພວກຜູ້ນຳ ແລະຄູສອນສາສະໜາ ເພື່ອຈະຈັບຊະເຕຟາໂນແລະເອົາໂຕລາວໄປຢູ່ຕໍ່ໜ້າສານຊັນເຮດຣິນ. (ກຈກ. 6:9-12) ຜູ້ຕໍ່ຕ້ານໄດ້ກ່າວຫາຊະເຕຟາໂນວ່າມີຄວາມຜິດສອງຢ່າງຄື ລາວໝິ່ນປະໝາດທັງພະເຈົ້າແລະໂມເຊ. ໃນທາງໃດແດ່?
7 ຜູ້ຕໍ່ຕ້ານໄດ້ກ່າວຫາຜິດໆວ່າຊະເຕຟາໂນໝິ່ນປະໝາດພະເຈົ້າ ໂດຍເວົ້າໝິ່ນປະໝາດ “ບ່ອນບໍລິສຸດ” ເຊິ່ງກໍຄືວິຫານໃນເມືອງເຢຣູຊາເລັມ. (ກຈກ. 6:13) ນອກຈາກນັ້ນ ເຂົາເຈົ້າຍັງກ່າວຫາວ່າຊະເຕຟາໂນປ່ຽນແປງທຳນຽມທີ່ໂມເຊສອນ ໂດຍເວົ້າຄັດຄ້ານກົດໝາຍຂອງໂມເຊ ແລະບໍ່ນັບຖືໂມເຊ. ນີ້ເປັນຂໍ້ກ່າວຫາທີ່ຮ້າຍແຮງ ຍ້ອນຄົນຢິວໃນຕອນນັ້ນໃຫ້ຄວາມສຳຄັນຫຼາຍໃນເລື່ອງວິຫານ ກົດໝາຍຂອງໂມເຊແລະທຳນຽມຕ່າງໆທີ່ເພີ່ມເຂົ້າມາໃນກົດໝາຍນັ້ນ. ດັ່ງນັ້ນ ເບິ່ງຄືວ່າພວກຜູ້ຕໍ່ຕ້ານກຳລັງບອກວ່າ ຊະເຕຟາໂນເປັນໄພຄຸກຄາມສາສະໜາຂອງເຂົາເຈົ້າ ແລະລາວສົມຄວນຕາຍ!
8 ໃນທຸກມື້ນີ້ກໍຄືກັນເປັນເລື່ອງໜ້າເສົ້າໃຈທີ່ຮູ້ວ່າ ພວກທີ່ເຄັ່ງສາສະໜາຍັງໃຊ້ວິທີເກົ່າເພື່ອກໍ່ຄວາມຫຍຸ້ງຍາກໃຫ້ກັບຜູ້ຮັບໃຊ້ຂອງພະເຈົ້າ. ບາງເທື່ອຜູ້ຕໍ່ຕ້ານທາງສາສະໜາໄດ້ຍຸຍົງພວກເຈົ້າໜ້າທີ່ລັດຖະບານໃຫ້ຂົ່ມເຫງພະຍານພະເຢໂຫວາ. ເຮົາຄວນເຮັດແນວໃດເມື່ອຖືກກ່າວຫາຢ່າງຜິດໆ? ເຮົາທຸກຄົນສາມາດຮຽນຫຼາຍຢ່າງໄດ້ຈາກຊະເຕຟາໂນ.
ປະກາດຢ່າງກ້າຫານກ່ຽວກັບ “ພະເຈົ້າຜູ້ຍິ່ງໃຫຍ່” (ກິດຈະການ 7:1-53)
9, 10. ພວກນັກວິຈານໄດ້ໂຈມຕີຄຳເວົ້າຂອງຊະເຕຟາໂນຕໍ່ໜ້າສານຊັນເຮດຣິນແນວໃດ ແລະເຮົາຕ້ອງຈື່ຫຍັງໄວ້?
9 ຄືກັບທີ່ເຮົາໄດ້ເຫັນໃນຕອນທຳອິດຂອງບົດນີ້ ຕອນທີ່ຟັງຂໍ້ກ່າວຫາກ່ຽວກັບຊະເຕຟາໂນ ໜ້າຂອງລາວສະຫງົບຄືກັບໜ້າຂອງທູດສະຫວັນ. ຕອນນີ້ກາຢະຟາປິ່ນໜ້າມາຫາລາວແລະເວົ້າວ່າ: “ເລື່ອງທັງໝົດ ນີ້ເປັນຄວາມຈິງບໍ?” (ກຈກ. 7:1) ຕອນນີ້ຮອດເວລາທີ່ຊະເຕຟາໂນຈະເປັນຝ່າຍເວົ້າ. ແລະລາວກໍເວົ້າດ້ວຍຄວາມກ້າຫານ!
10 ນັກວິຈານບາງຄົນໄດ້ໂຈມຕີຄຳເວົ້າຂອງຊະເຕຟາໂນ ເຂົາເຈົ້າບອກວ່າເຖິງຄຳເວົ້ານີ້ຈະຍືດຍາວ ແຕ່ກໍບໍ່ໄດ້ຕອບຂໍ້ກ່າວຫາຫຍັງເລີຍກ່ຽວກັບໂຕລາວ. ແທ້ໆແລ້ວ ຊະເຕຟາໂນໄດ້ວາງຕົວຢ່າງທີ່ດີຫຼາຍສຳລັບເຮົາວ່າຈະ “ອະທິບາຍ” ຫຼືປົກປ້ອງຂ່າວດີທີ່ເຮົາປະກາດແນວໃດ. (1ປຕ. 3:15) ຂໍໃຫ້ຈື່ໄວ້ວ່າຊະເຕຟາໂນຖືກກ່າວຫາວ່າໝິ່ນປະໝາດພະເຈົ້າໂດຍເວົ້າດູຖູກວິຫານ ແລະໝິ່ນປະໝາດໂມເຊໂດຍເວົ້າຄັດຄ້ານກົດໝາຍຂອງໂມເຊ. ເພື່ອຕອບຂໍ້ກ່າວຫາຂອງເຂົາເຈົ້າ ຊະເຕຟາໂນເວົ້າເຖິງປະຫວັດສາດຂອງອິດສະຣາເອນ 3 ໄລຍະ ລາວໄດ້ເນັ້ນບາງຈຸດຢ່າງລະມັດລະວັງ. ໃຫ້ເຮົາມາເບິ່ງປະຫວັດສາດນີ້ໃນແຕ່ລະໄລຍະ.
11, 12. (ກ) ເປັນຫຍັງຊະເຕຟາໂນຈຶ່ງໃຊ້ຕົວຢ່າງຂອງອັບຣາຮາມ? (ຂ) ເປັນຫຍັງຊະເຕຟາໂນຈຶ່ງເວົ້າເຖິງໂຢເຊັບນຳ?
11 ຍຸກຂອງບັນພະບຸລຸດຕົ້ນຕະກູນ. (ກຈກ. 7:1-16) ຊະເຕຟາໂນເລີ່ມຕົ້ນໂດຍເວົ້າເລື່ອງຂອງອັບຣາຮາມຜູ້ທີ່ຄົນຢິວນັບຖືຍ້ອນລາວມີຄວາມເຊື່ອ. ລາວເວົ້າເຖິງເລື່ອງສຳຄັນທີ່ຜູ້ຄົນເຫັນດີນຳ ຊະເຕຟາໂນໄດ້ເນັ້ນວ່າພະເຢໂຫວາ “ພະເຈົ້າຜູ້ຍິ່ງໃຫຍ່” ໄດ້ປາກົດຕໍ່ອັບຣາຮາມຕອນທີ່ລາວຢູ່ໃນເມໂຊໂປຕາເມຍ. (ກຈກ. 7:2) ແທ້ໆແລ້ວ ອັບຣາຮາມເປັນຄົນຕ່າງຊາດໃນແຜ່ນດິນທີ່ພະເຈົ້າສັນຍາ. ລາວບໍ່ມີທັງວິຫານແລະກົດໝາຍຂອງໂມເຊ. ດັ່ງນັ້ນ ຈຶ່ງບໍ່ມີໃຜບອກໄດ້ວ່າເຂົາເຈົ້າຕ້ອງມີວິຫານຂອງພະເຈົ້າຫຼືກົດໝາຍຂອງໂມເຊເພື່ອຈະຮັກສາຄວາມສັດຊື່ຕໍ່ພະເຈົ້າໄດ້.
12 ໂຢເຊັບລູກຫຼານຂອງອັບຣາຮາມກໍເປັນອີກຄົນໜຶ່ງທີ່ຊະເຕຟາໂນເວົ້າເຖິງເຊິ່ງຜູ້ຄົນກໍໃຫ້ຄວາມນັບຖືຫຼາຍ ແຕ່ຊະເຕຟາໂນເຕືອນເຂົາເຈົ້າໃຫ້ຮູ້ວ່າ ພວກອ້າຍແທ້ໆຂອງໂຢເຊັບເຊິ່ງເປັນຕົ້ນຕະກູນຂອງອິດສະຣາເອນໃນຕະກູນຕ່າງໆໄດ້ຂົ່ມເຫງໂຢເຊັບແລ້ວຂາຍລາວໄປເປັນທາດ. ແນວໃດກໍຕາມ ໂຢເຊັບໄດ້ກາຍມາເປັນຄົນທີ່ພະເຈົ້າໃຊ້ເພື່ອຊ່ວຍຄົນອິດສະຣາເອນໃຫ້ລອດຈາກການຂາດແຄນອາຫານ. ແລະເຖິງຊະເຕຟາໂນຮູ້ວ່າຫຼາຍຢ່າງທີ່ພະເຢຊູເຈິກໍຄ້າຍຄືກັບທີ່ໂຢເຊັບເຄີຍເຈິ ແຕ່ລາວກໍບໍ່ໄດ້ເວົ້າເຖິງເລື່ອງນີ້ເພື່ອຜູ້ທີ່ຟັງລາວຢູ່ຈະຟັງລາວຕໍ່ໄປ.
13. ການເວົ້າເຖິງເລື່ອງຂອງໂມເຊຊ່ວຍຕອບຂໍ້ກ່າວຫາທີ່ມີຕໍ່ຊະເຕຟາໂນແນວໃດ ແລະເລື່ອງນີ້ຊ່ວຍຜູ້ຟັງໃຫ້ເຂົ້າໃຈຫຍັງ?
13 ສະໄໝຂອງໂມເຊ. (ກຈກ. 7:17-43) ຊະເຕຟາໂນໃຊ້ເວລາຫຼາຍເພື່ອເວົ້າເຖິງໂມເຊ. ນັ້ນເປັນວິທີທີ່ສະຫຼາດ ເນື່ອງຈາກສະມາຊິກຫຼາຍຄົນຂອງສານຊັນເຮດຣິນເປັນພວກຊາດູກາຍ ຄົນເຫຼົ່ານີ້ບໍ່ຍອມຮັບປຶ້ມເຫຼັ້ມອື່ນໆທັງໝົດຂອງຄຳພີໄບເບິນ ຍົກເວັ້ນປຶ້ມທີ່ໂມເຊຂຽນ. ນອກຈາກນີ້ເຮົາຈື່ໄດ້ວ່າພວກຜູ້ຕໍ່ຕ້ານໄດ້ກ່າວຫາວ່າຊະເຕຟາໂນໝິ່ນປະໝາດໂມເຊ. ດັ່ງນັ້ນ ຄຳເວົ້າຂອງລາວຈຶ່ງສາມາດຕອບຂໍ້ກ່າວຫານັ້ນໂດຍກົງ ຍ້ອນລາວສະແດງໃຫ້ເຫັນວ່າລາວນັບຖືໂມເຊແລະກົດໝາຍ ທີ່ໂມເຊຂຽນ. (ກຈກ. 7:38) ລາວໄດ້ບອກວ່າ ໂມເຊກໍເຄີຍຖືກປະຕິເສດຈາກຄົນທີ່ລາວພະຍາຍາມຊ່ວຍໃຫ້ລອດ. ຄົນເຫຼົ່ານັ້ນປະຕິເສດໂມເຊຕອນທີ່ລາວອາຍຸ 40 ປີ. ແລະຫຼັງຈາກນັ້ນອີກ 40 ປີ ເຂົາເຈົ້າໄດ້ກະບົດຕໍ່ຕ້ານໂມເຊອີກຫຼາຍເທື່ອ. b ໂດຍວິທີນີ້ ຊະເຕຟາໂນໄດ້ເຮັດໃຫ້ຜູ້ຟັງເຫັນວ່າປະຊາຊົນຂອງພະເຈົ້າໄດ້ເຮັດບາງຢ່າງເຊິ່ງສະແດງໃຫ້ເຫັນວ່າເຂົາເຈົ້າໄດ້ປະຕິເສດຜູ້ນຳທີ່ພະເຢໂຫວາແຕ່ງຕັ້ງ.
14. ການໃຊ້ຕົວຢ່າງຂອງໂມເຊຊ່ວຍໃຫ້ຊະເຕຟາໂນເນັ້ນຈຸດສຳຄັນຫຍັງແດ່?
14 ຊະເຕຟາໂນເຕືອນຜູ້ຟັງໃຫ້ຄິດວ່າ ໂມເຊໄດ້ບອກລ່ວງໜ້າໄວ້ວ່າຈະມີຜູ້ພະຍາກອນແບບດຽວກັບໂມເຊໃນຊາດອິດສະຣາເອນ. ໃຜຈະແມ່ນຜູ້ພະຍາກອນຄົນນີ້ ແລະຈະມີການຕ້ອນຮັບເພິ່ນແນວໃດ? ຊະເຕຟາໂນຈະຕອບເລື່ອງນີ້ໃນຄຳລົງທ້າຍຂອງລາວ. ນອກຈາກນັ້ນ ຊະເຕຟາໂນໄດ້ເວົ້າເຖິງຈຸດສຳຄັນອີກຢ່າງໜຶ່ງ. ໂມເຊຮູ້ວ່າບໍ່ວ່າພື້ນດິນຈະຢູ່ບ່ອນໃດກໍສາມາດເປັນບ່ອນບໍລິສຸດໄດ້ ຄືກັບເຫດການທີ່ເກີດຂຶ້ນຢູ່ຟຸ່ມໄມ້ທີ່ມີໄຟລຸກ ບ່ອນນັ້ນເປັນບ່ອນທີ່ພະເຢໂຫວາເວົ້າກັບໂມເຊ. ດັ່ງນັ້ນ ການນະມັດສະການພະເຢໂຫວາຈະຈຳກັດຢູ່ໃນອາຄານຫຼັງດຽວ ເຊັ່ນ ຢູ່ວິຫານໃນເມືອງເຢຣູຊາເລັມບໍ? ໃຫ້ເຮົາມາເບິ່ງນຳກັນ.
15, 16. (ກ) ເປັນຫຍັງການເວົ້າເຖິງເຕັ້ນສັກສິດຈຶ່ງເປັນສ່ວນສຳຄັນໃນການຫາເຫດຜົນຂອງຊະເຕຟາໂນ? (ຂ) ຊະເຕຟາໂນໃຊ້ວິຫານຂອງໂຊໂລໂມນໃນການຫາເຫດຜົນແນວໃດ?
15 ເຕັ້ນສັກສິດແລະວິຫານ. (ກຈກ. 7:44-50) ຊະເຕຟາໂນໄດ້ເຕືອນສານນັ້ນໃຫ້ຄິດວ່າ ກ່ອນຈະມີວິຫານໃນເມືອງເຢຣູຊາເລັມ ພະເຈົ້າໄດ້ສັ່ງໃຫ້ໂມເຊສ້າງເຕັ້ນສັກສິດ. ເຕັ້ນນີ້ເປັນບ່ອນນະມັດສະການທີ່ເຄື່ອນຍ້າຍໄດ້. ຄືຊິບໍ່ມີໃຜກ້າບອກວ່າເຕັ້ນນີ້ມີຄ່າໜ້ອຍກວ່າວິຫານ ຍ້ອນໂມເຊກໍໄດ້ນະມັດສະການພະເຢໂຫວາຢູ່ຫັ້ນ.
16 ຕໍ່ມາ ເມື່ອໂຊໂລໂມນສ້າງວິຫານໃນເມືອງເຢຣູຊາເລັມ ລາວໄດ້ຮັບການດົນໃຈໃຫ້ເວົ້າເຖິງບົດຮຽນທີ່ສຳຄັນຢ່າງໜຶ່ງໃນຄຳອະທິດຖານຂອງລາວ. ຊະເຕຟາໂນອ້າງເຖິງຄຳອະທິດຖານນັ້ນ ລາວບອກວ່າ: “ພະເຈົ້າອົງສູງສຸດກໍບໍ່ໄດ້ຢູ່ໃນວິຫານທີ່ສ້າງດ້ວຍມືມະນຸດ.” (ກຈກ. 7:48; 2ຂຄ. 6:18) ພະເຢໂຫວາອາດຈະໃຊ້ວິຫານເພື່ອໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ ແຕ່ເພິ່ນກໍສາມາດເຮັດໃຫ້ທຸກຢ່າງສຳເລັດໂດຍບໍ່ຕ້ອງມີວິຫານ. ດັ່ງນັ້ນ ຜູ້ນະມັດສະການພະເຈົ້າບໍ່ຄວນຄິດວ່າ ຕ້ອງມີວິຫານເຊິ່ງເປັນອາຄານທີ່ມະນຸດສ້າງຂຶ້ນເພື່ອຈະນະມັດສະການພະເຈົ້າໄດ້. ຊະເຕຟາໂນໄດ້ເວົ້າລົງທ້າຍຢ່າງມີພະລັງໂດຍຍົກຂໍ້ຄວາມຈາກປຶ້ມເອຊາຢາ ລາວບອກວ່າ: “ພະເຢໂຫວາເວົ້າວ່າ ສະຫວັນເປັນບັນລັງຂອງເຮົາ ສ່ວນໂລກກໍເປັນບ່ອນວາງຕີນຂອງເຮົາ ແລ້ວວິຫານແບບໃດທີ່ເຈົ້າຄິດຈະສ້າງໃຫ້ເຮົາຢູ່? ຫຼືຈະໃຫ້ເຮົາຢູ່ບ່ອນໃດດີ? ເຮົາເປັນຜູ້ສ້າງສິ່ງເຫຼົ່ານີ້ທັງໝົດບໍ່ແມ່ນບໍ?”—ກຈກ. 7:49, 50; ອຊຢ. 66:1, 2
17. ຄຳເວົ້າຂອງຊະເຕຟາໂນ (ກ) ເຮັດໃຫ້ເຫັນແຈ້ງແນວໃດເຖິງຄວາມຄິດຂອງຜູ້ຟັງ? (ຂ) ຕອບຂໍ້ກ່າວຫາກ່ຽວກັບໂຕລາວເອງແນວໃດ?
17 ເມື່ອຄິດເຖິງສິ່ງທີ່ຊະເຕຟາໂນເວົ້າມາຈົນຮອດຕອນນີ້ ເຮົາຄືຊິເຫັນດີນຳວ່າຊະເຕຟາໂນສະແດງໃຫ້ເຫັນແຈ້ງວ່າຄົນທີ່ກ່າວຫາລາວມີຄວາມຄິດທີ່ຜິດ. ຊະເຕຟາໂນສະແດງໃຫ້ເຫັນວ່າພະເຢໂຫວາເປັນພະເຈົ້າທີ່ພ້ອມຈະປັບປ່ຽນເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳເລັດໃນວິທີທີ່ຕ່າງກັນໄປ ເພິ່ນບໍ່ໄດ້ຖືກຄວບຄຸມໂດຍສະຖານະການຫຼືທຳນຽມຕ່າງໆ. ຜູ້ທີ່ຟັງຊະເຕຟາໂນຮັກວິຫານທີ່ສວຍງາມໃນເມືອງເຢຣູຊາເລັມ ແລະມັກທຳນຽມຕ່າງໆທີ່ເຂົາເຈົ້າຫາກໍເພີ່ມຂຶ້ນມາຈາກກົດໝາຍຂອງໂມເຊ ແຕ່ເຂົາເຈົ້າບໍ່ເຂົ້າໃຈວ່າເປັນຫຍັງພະເຢໂຫວາຈຶ່ງໃຫ້ກົດໝາຍນັ້ນ ແລະເປັນຫຍັງເພິ່ນຈຶ່ງໃຫ້ມີການສ້າງວິຫານຂຶ້ນ! ຈາກຄຳເວົ້າຂອງຊະເຕຟາໂນ ຄືກັບວ່າລາວກຳລັງຖາມຄຳຖາມທີ່ສຳຄັນວ່າ: ການເຊື່ອຟັງພະເຢໂຫວາເປັນວິທີທີ່ດີທີ່ສຸດບໍ່ແມ່ນບໍເພື່ອຈະສະແດງວ່າເຈົ້າໃຫ້ກຽດແລະນັບຖືກົດໝາຍຂອງໂມເຊ? ຈາກຄຳເວົ້າຂອງຊະເຕຟາໂນເຮັດໃຫ້ເຫັນວ່າ ລາວບໍ່ໄດ້ເຮັດຫຍັງຜິດຍ້ອນລາວພະຍາຍາມເຊື່ອຟັງກົດໝາຍຂອງພະເຢໂຫວາຫຼາຍເທົ່າທີ່ລາວຈະເຮັດໄດ້.
18. ເຮົາສາມາດຮຽນແບບຊະເຕຟາໂນໄດ້ແນວໃດແດ່?
18 ເຮົາຮຽນຫຍັງໄດ້ຈາກຄຳເວົ້າຂອງຊະເຕຟາໂນ? ລາວຮູ້ຈັກເລື່ອງໃນພະຄຳພີເປັນຢ່າງດີ. ພວກເຮົາກໍຄືກັນ ເຮົາຕ້ອງສຶກສາຄຳພີໄບເບິນຢ່າງຈິງຈັງເພື່ອຈະສາມາດໃຊ້ “ຖ້ອຍຄຳຂອງພະອົງທີ່ເປັນຄວາມຈິງຢ່າງຖືກຕ້ອງ.” (2ຕມ. 2:15) ນອກຈາກນັ້ນ ເຮົາສາມາດຮຽນເລື່ອງຄວາມກະລຸນາແລະການຜ່ອນສັ້ນຜ່ອນຍາວໄດ້ຈາກຊະເຕຟາໂນ. ເຖິງວ່າຜູ້ຟັງຈະບໍ່ມັກລາວຫຼາຍ! ແຕ່ຊະເຕຟາໂນພະຍາຍາມເທົ່າທີ່ເຮັດໄດ້ເພື່ອເວົ້າເຖິງຈຸດທີ່ທັງສອງຝ່າຍເຫັນດີນຳກັນ ແລະສິ່ງທີ່ຜູ້ຟັງໃຫ້ຄວາມນັບຖື. ນອກຈາກນັ້ນ ຊະເຕຟາໂນຍັງເວົ້າດ້ວຍຄວາມນັບຖື ໂດຍເອີ້ນເຂົາເຈົ້າວ່າ: “ພໍ່ທັງຫຼາຍເອີຍ.” (ກຈກ. 7:2) ພວກເຮົາກໍຄືກັນ ເຮົາຕ້ອງສອນຄວາມຈິງໃນຄຳພີໄບເບິນດ້ວຍຄວາມ “ສຸພາບແລະດ້ວຍຄວາມນັບຖືຈາກໃຈ.”—1ປຕ. 3:15
19. ຊະເຕຟາໂນບອກຂ່າວສານການພິພາກສາຂອງພະເຢໂຫວາດ້ວຍຄວາມກ້າຫານຕໍ່ສານຊັນເຮດຣິນແນວໃດ?
19 ອາດຈະມີຄົນທີ່ບໍ່ພໍໃຈໃນສິ່ງທີ່ເຮົາປະກາດ ແຕ່ເຮົາບໍ່ຄວນຍອມໃຫ້ຄວາມຢ້ານມາເຮັດໃຫ້ເຮົາບໍ່ກ້າປະກາດໃຫ້ເຂົາເຈົ້າຟັງ ແລະເຮົາຈະບໍ່ປ່ຽນຂ່າວສານການພິພາກສາຂອງພະເຢໂຫວາເພື່ອເຮັດໃຫ້ຄົນອື່ນພໍໃຈ. ຊະເຕຟາໂນເປັນຕົວຢ່າງທີ່ດີກ່ຽວກັບເລື່ອງນີ້. ລາວເຫັນແຈ້ງວ່າຫຼັກຖານຕ່າງໆທີ່ລາວເວົ້າຕໍ່ສານຊັນເຮດຣິນບໍ່ໄດ້ເຮັດໃຫ້ພວກຜູ້ພິພາກສາທີ່ຍິ່ງຈອງຫອງເຫຼົ່ານັ້ນປ່ຽນແປງ. ແຕ່ຊະເຕຟາໂນກໍໄດ້ຮັບການກະຕຸ້ນຈາກພະລັງບໍລິສຸດໃຫ້ລົງທ້າຍຄຳບັນຍາຍແບບບໍ່ຢ້ານ ລາວບອກວ່າ ພວກຜູ້ພິພາກສາເຫຼົ່ານີ້ກໍຄືກັບບັນພະບຸລຸດຂອງເຂົາເຈົ້າທີ່ປະຕິເສດໂຢເຊັບ ໂມເຊ ແລະຜູ້ພະຍາກອນຄົນອື່ນໆ. (ກຈກ. 7:51-53) ແທ້ໆແລ້ວ ພວກຜູ້ພິພາກສາເຫຼົ່ານີ້ຂອງສານຊັນເຮດຣິນໄດ້ປະຫານເມຊີອາ ເຊິ່ງເປັນຜູ້ທີ່ໂມເຊແລະຜູ້ພະຍາກອນທັງໝົດໄດ້ບອກລ່ວງໜ້າວ່າຈະມາ. ການເຮັດແບບນີ້ເປັນການລະເມີດກົດໝາຍຂອງໂມເຊໃນແບບທີ່ຊົ່ວຮ້າຍທີ່ສຸດ!
“ພະເຢຊູຜູ້ເປັນນາຍ ຂ້ອຍຂໍຝາກຊີວິດໄວ້ນຳທ່ານ” (ກິດຈະການ 7:54–8:3)
20, 21. ສານຊັນເຮດຮິນມີທ່າທີແນວໃດຕໍ່ຄຳເວົ້າຂອງຊະເຕຟາໂນ ແລະພະເຢໂຫວາຊ່ວຍລາວແນວໃດເພື່ອໃຫ້ມີກຳລັງໃຈ?
20 ພວກຜູ້ພິພາກສາປະຕິເສດບໍ່ໄດ້ວ່າເລື່ອງທີ່ຊະເຕຟາໂນເວົ້າເປັນຄວາມຈິງ. ເຂົາເຈົ້າເລີຍໃຈຮ້າຍຫຼາຍແລະບໍ່ສາມາດມິດງຽບຕໍ່ໄປໄດ້ ເຂົາເຈົ້າຢາກຈັດການຊະເຕຟາໂນ. ຊະເຕຟາໂນຜູ້ສັດຊື່ຄົນນີ້ຄືຊິຮູ້ແລ້ວວ່າ ລາວຈະບໍ່ໄດ້ຮັບຄວາມເມດຕາຈາກຄົນເຫຼົ່ານີ້ ຄືກັບພະເຢຊູຜູ້ເປັນນາຍຂອງລາວ.
21 ຊະເຕຟາໂນຕ້ອງມີຄວາມກ້າຫານເພື່ອຈະປະເຊີນກັບສິ່ງທີ່ກຳລັງຈະເກີດຂຶ້ນແລະບໍ່ຕ້ອງສົງໄສວ່າລາວໄດ້ຮັບກຳລັງໃຈຫຼາຍຈາກນິມິດທີ່ພະເຢໂຫວາໃຫ້ລາວເຫັນດ້ວຍຄວາມກະລຸນາໃນຕອນນັ້ນ. ຊະເຕຟາໂນໄດ້ເຫັນສະຫງ່າລາສີຂອງພະເຈົ້າ ແລະເຫັນພະເຢຊູຢືນຢູ່ເບື້ອງຂວາຂອງເພິ່ນ! ຕອນທີ່ຊະເຕຟາໂນເວົ້າເຖິງນິມິດທີ່ລາວເຫັນ ພວກຜູ້ພິພາກສາເອົາມືອັດຫູໄວ້. ຍ້ອນຫຍັງ? ກ່ອນໜ້ານັ້ນ ພະເຢຊູໄດ້ເວົ້າກັບ ສານດຽວກັນນີ້ວ່າ ເພິ່ນເປັນເມຊີອາ ແລະອີກບໍ່ດົນເພິ່ນກໍຈະນັ່ງຢູ່ຂ້າງຂວາຂອງພະເຈົ້າພໍ່ຂອງເພິ່ນ. (ມຣກ. 14:62) ນິມິດຂອງຊະເຕຟາໂນໄດ້ພິສູດວ່າ ພະເຢຊູເວົ້າຄວາມຈິງ. ແທ້ໆແລ້ວ ສານຊັນເຮດຣິນໄດ້ທໍລະຍົດເມຊີອາແລະປະຫານເພິ່ນ! ເຂົາເຈົ້າແລ່ນມາຫຸ້ມໃສ່ຊະເຕຟາໂນ ແລ້ວເອົາຫີນດຶກໃສ່ຈົນລາວຕາຍ. c
22, 23. ການຕາຍຂອງຊະເຕຟາໂນຄືກັບການຕາຍຂອງພະເຢຊູຜູ້ເປັນນາຍຂອງລາວໃນດ້ານໃດແດ່ ແລະຄລິດສະຕຽນໃນທຸກມື້ນີ້ຈະໝັ້ນໃຈຄືຊະເຕຟາໂນໄດ້ແນວໃດ?
22 ຊະເຕຟາໂນຕາຍຄືກັບພະເຢຊູຜູ້ເປັນນາຍຂອງລາວ. ລາວສະຫງົບໃຈ ວາງໃຈພະເຢໂຫວາ ແລະໃຫ້ອະໄພຜູ້ທີ່ຂ້າລາວ. ຊະເຕຟາໂນເວົ້າວ່າ: “ພະເຢຊູຜູ້ເປັນນາຍ ຂ້ອຍຂໍຝາກຊີວິດໄວ້ນຳທ່ານ.” ເປັນໄປໄດ້ວ່າລາວອາດຈະຍັງເຫັນພະເຢຊູກັບພະເຢໂຫວາໃນນິມິດຢູ່. ແນ່ນອນ ຊະເຕຟາໂນຕ້ອງຈື່ຄຳເວົ້າທີ່ໃຫ້ກຳລັງໃຈຂອງພະເຢຊູໄດ້ດີທີ່ວ່າ: “ຂ້ອຍແມ່ນຜູ້ທີ່ປຸກຄົນຕາຍໃຫ້ຟື້ນແລະໃຫ້ພວກເຂົາມີຊີວິດ” (ຢຮ. 11:25) ໃນທີ່ສຸດ ຊະເຕຟາໂນໄດ້ອະທິດຖານເຖິງພະເຈົ້າໂດຍກົງດ້ວຍສຽງດັງວ່າ: “ພະເຢໂຫວາ ຂໍຢ່າຖືໂທດພວກເຂົາທີ່ເຮັດບາບຄັ້ງນີ້.” ເມື່ອລາວເວົ້າຈົບ ລາວກໍຂາດໃຈຕາຍ.—ກຈກ. 7:59, 60
23 ດັ່ງນັ້ນ ຊະເຕຟາໂນຈຶ່ງເປັນຄົນທຳອິດໃນກຸ່ມຜູ້ຕິດຕາມພະເຢຊູທີ່ໄດ້ສະລະຊີວິດເພື່ອຄວາມເຊື່ອ. (ເບິ່ງຂອບ “ ‘ຜູ້ສະລະຊີວິດເພື່ອຄວາມເຊື່ອ’ ໝາຍເຖິງຫຍັງແທ້ໆ?”) ແຕ່ໜ້າເສົ້າໃຈ ລາວບໍ່ໄດ້ເປັນຄົນສຸດທ້າຍ. ຈົນຮອດສະໄໝຂອງເຮົາ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາບາງຄົນໄດ້ຖືກຂ້າໂດຍພວກເຄັ່ງສາສະໜາ ພວກຫົວຮຸນແຮງທາງການເມືອງ ແລະຜູ້ຕໍ່ຕ້ານທີ່ຊົ່ວຮ້າຍອື່ນໆ. ແຕ່ເຮົາມີເຫດຜົນທີ່ຈະໝັ້ນໃຈຄືກັບຊະເຕຟາໂນ. ຕອນນີ້ພະເຢຊູປົກຄອງເປັນກະສັດແລ້ວ ແລະເພິ່ນໄດ້ຮັບອຳນາດທີ່ຍິ່ງໃຫຍ່ຈາກພະເຢໂຫວາ. ດັ່ງນັ້ນ ຈຶ່ງບໍ່ມີຫຍັງມາຂັດຂວາງບໍ່ໃຫ້ພະເຢຊູປຸກລູກສິດທີ່ສັດຊື່ຂອງເພິ່ນໃຫ້ຄືນມາຈາກຕາຍ.—ຢຮ. 5:28, 29
24. ໂຊໂລໄດ້ເຮັດຫຍັງຕອນທີ່ຊະເຕຟາໂນກຳລັງຖືກຂ້າ ແລະການຕາຍຂອງຊະເຕຟາໂນໄດ້ສົ່ງຜົນດີໃນໄລຍະຍາວແນວໃດແດ່?
24 ໂຊໂລເປັນຄົນໜຶ່ງທີ່ໄດ້ສັງເກດເບິ່ງເຫດການນີ້ມາໂດຍຕະຫຼອດ. ລາວເຫັນດີກັບການຂ້າຊະເຕຟາໂນ ລາວເຖິງຂັ້ນໄດ້ເຝົ້າເຄື່ອງນຸ່ງຂອງພວກທີ່ເອົາຫີນມາດຶກໃສ່ຊະເຕຟາໂນ. ຫຼັງຈາກນັ້ນບໍ່ດົນ ລາວກໍໄດ້ເລີ່ມຂົ່ມເຫງລູກສິດຂອງພະເຢຊູຢ່າງໂຫດຮ້າຍ. ແຕ່ການຕາຍຂອງຊະເຕຟາໂນກໍໄດ້ສົ່ງຜົນດີໃນໄລຍະຍາວ. ຕົວຢ່າງຂອງລາວໃຫ້ກຳລັງໃຈຄລິດສະຕຽນຄົນອື່ນໆໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາເຖິງວ່າເຂົາເຈົ້າຈະຕ້ອງຕາຍ. ຫຼາຍກວ່ານັ້ນ ໂຊໂລເຊິ່ງຫຼາຍປີຕໍ່ມາມັກຈະເອີ້ນກັນວ່າໂປໂລ ຄືຊິຮູ້ສຶກເສຍໃຈຫຼາຍທີ່ມີສ່ວນຮ່ວມໃນການຕາຍຂອງຊະເຕຟາໂນ. (ກຈກ. 22:20) ໂປໂລເຄີຍມີສ່ວນເຮັດໃຫ້ຊະເຕຟາໂນຖືກຂ້າ ແຕ່ໃນພາຍຫຼັງລາວຄືຊິສຳນຶກຕົວໄດ້ ຍ້ອນລາວໄດ້ບອກວ່າ: “ແຕ່ກ່ອນຂ້ອຍເຄີຍເປັນຄົນໝິ່ນປະໝາດພະເຈົ້າ ຂົ່ມເຫງຄົນຂອງພະອົງ ແລະເປັນຄົນອວດດີ.” (1ຕມ. 1:13) ເຫັນໄດ້ແຈ້ງວ່າ ໂປໂລບໍ່ເຄີຍລືມຊະເຕຟາໂນແລະຄຳເວົ້າທີ່ມີພະລັງຂອງລາວໃນມື້ນັ້ນ. ແທ້ໆແລ້ວ ຄຳບັນຍາຍແລະການຂຽນຂອງໂປໂລບາງສ່ວນໄດ້ຂະຫຍາຍເລື່ອງລາວທີ່ມາຈາກຄຳເວົ້າຂອງຊະເຕຟາໂນ. (ກຈກ. 7:48; 17:24; ຮຣ. 9:24) ໃນເວລາຕໍ່ມາ ໂປໂລໄດ້ຮຽນຮູ້ຢ່າງເຕັມທີທີ່ຈະຕິດຕາມຕົວຢ່າງຄວາມເຊື່ອແລະຄວາມກ້າຫານຂອງຊະເຕຟາໂນ ຄົນທີ່ “ພະເຈົ້າພໍໃຈຫຼາຍແລະໄດ້ຮັບພະລັງຈາກພະອົງ.” ຄຳຖາມຄື ເຮົາຈະເຮັດແບບດຽວກັນນີ້ບໍ?
a ຜູ້ຕໍ່ຕ້ານເຫຼົ່ານີ້ບາງຄົນມາຈາກກຸ່ມທີ່ເອີ້ນກັນວ່າ: “ທາດທີ່ໄດ້ຮັບອິດສະຫຼະ.” ເຂົາເຈົ້າອາດເຄີຍຖືກພວກໂຣມຈັບມາ ແລ້ວພາຍຫຼັງກໍຖືກປ່ອຍເປັນອິດສະຫຼະ ຫຼືບາງເທື່ອເຂົາເຈົ້າອາດເປັນທາດທີ່ໄດ້ຮັບອິດສະຫຼະເຊິ່ງໄດ້ປ່ຽນມານັບຖືສາສະໜາຢິວ. ບາງຄົນມາຈາກແຂວງກີລີເກຍຄືກັບໂຊໂລແຫ່ງເມືອງຕາໂຊ. ເລື່ອງລາວບໍ່ໄດ້ເປີດເຜີຍວ່າໂຊໂລຢູ່ໃນກຸ່ມຄົນກີລີເກຍເຫຼົ່ານັ້ນຫຼືບໍ່ ເຊິ່ງເປັນພວກທີ່ບໍ່ສາມາດໂຕ້ແຍ່ງຊະເຕຟາໂນໄດ້.
b ຄຳເວົ້າຂອງຊະເຕຟາໂນມີຂໍ້ມູນທີ່ເຮົາຫາບໍ່ເຈິໃນບ່ອນອື່ນຂອງຄຳພີໄບເບິນ ເຊັ່ນ ຂໍ້ມູນກ່ຽວກັບການສຶກສາຂອງໂມເຊຕາມແບບຄົນເອຢິບ ອາຍຸຂອງລາວຕອນທີ່ໜີຈາກເອຢິບເທື່ອທຳອິດ ແລະໄລຍະເວລາທີ່ໂມເຊອາໄສຢູ່ໃນແຜ່ນດິນມີດີອານ.