ບົດທີ 7
“ບອກຂ່າວດີເລື່ອງພະເຢຊູ”
ຟີລິບວາງຕົວຢ່າງທີ່ດີໃນຖານະຜູ້ປະກາດຂ່າວດີ
ຈາກກິດຈະການ 8:4-40
1, 2. ການຂົ່ມເຫງເພື່ອຈະໃຫ້ປະຊາຊົນຂອງພະເຈົ້າເຊົາປະກາດໃນສະຕະວັດທຳອິດພັດສົ່ງຜົນທີ່ກົງກັນຂ້າມແນວໃດ?
ການຂົ່ມເຫງຢ່າງຮຸນແຮງໄດ້ເລີ່ມຕົ້ນຂຶ້ນ ແລະໂຊໂລເລີ່ມ “ກວາດລ້າງ” ປະຊາຄົມ. ຄຳນີ້ໃນພາສາເດີມເຮັດໃຫ້ເຮົາຮູ້ວ່າລາວເຮັດແບບນັ້ນຢ່າງໂຫດຮ້າຍທາລຸນ. (ກຈກ. 8:3) ພວກລູກສິດຕ້ອງໜີ ແລະສຳລັບບາງຄົນ ເຂົາເຈົ້າອາດຄິດວ່າໂຊໂລເຮັດໃຫ້ຄລິດສະຕຽນເຊົາປະກາດໄດ້ສຳເລັດ. ແຕ່ການທີ່ຄລິດສະຕຽນກະຈັດກະຈາຍໄປພັດເຮັດໃຫ້ສິ່ງທີ່ໜ້າງຶດເກີດຂຶ້ນ. ສິ່ງນັ້ນແມ່ນຫຍັງ?
2 ຜູ້ຄົນທີ່ກະຈັດກະຈາຍໄປໄດ້ເລີ່ມ “ປະກາດຂ່າວດີກ່ຽວກັບຄຳສອນຂອງພະເຈົ້າ” ໃນບ່ອນທີ່ເຂົາເຈົ້າໜີໄປ. (ກຈກ. 8:4) ຄິດເບິ່ງແມ້! ການຂົ່ມເຫງບໍ່ສາມາດຢຸດປະຊາຊົນຂອງພະເຈົ້າໃຫ້ເຊົາປະກາດຂ່າວດີ ແຕ່ພັດເຮັດໃຫ້ຂ່າວດີແຜ່ອອກໄປ! ເມື່ອພວກຜູ້ຂົ່ມເຫງເຮັດໃຫ້ພວກລູກສິດໜີກະຈັດກະຈາຍໄປ ເຂົາເຈົ້າກໍໄດ້ເຮັດໃຫ້ວຽກປະກາດເລື່ອງການປົກຄອງຂອງພະເຈົ້າແຜ່ອອກໄປໃນເຂດທີ່ຢູ່ຫ່າງໄກໂດຍບໍ່ຮູ້ຕົວ. ໃນສະໄໝຂອງເຮົາກໍເກີດເລື່ອງທີ່ຄ້າຍຄືກັນນີ້ນຳ ເຮົາຈະມາເບິ່ງເລື່ອງນີ້ນຳກັນ.
“ຄົນທີ່ກະຈັດກະຈາຍໄປ” (ກິດຈະການ 8:4-8)
3. (ກ) ຟີລິບແມ່ນໃຜ? (ຂ) ເປັນຫຍັງຈຶ່ງບໍ່ມີການປະກາດຂ່າວດີໃນແຂວງຊາມາເຣຍ ແຕ່ພະເຢຊູໄດ້ບອກລ່ວງໜ້າວ່າຈະເກີດຫຍັງຂຶ້ນໃນແຂວງນັ້ນ?
3 ໜຶ່ງໃນ “ຄົນທີ່ກະຈັດກະຈາຍໄປ” ຄືຟີລິບ. a (ກຈກ. 8:4; ເບິ່ງຂອບ “ ຟີລິບ ‘ຜູ້ປະກາດຂ່າວດີ’”) ລາວໄປທີ່ຊາມາເຣຍເຊິ່ງເປັນເມືອງໜຶ່ງທີ່ຄົນສ່ວນໃຫຍ່ຍັງບໍ່ເຄີຍໄດ້ຍິນຂ່າວດີ ຍ້ອນມີເທື່ອໜຶ່ງພະເຢຊູເຄີຍສັ່ງພວກອັກຄະສາວົກວ່າ: “ຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ ແຕ່ໃຫ້ໄປຫາຊາວອິດສະຣາເອນທີ່ເປັນຄືກັບແກະທີ່ຫຼົງທາງ.” (ມທ. 10:5, 6) ແນວໃດກໍຕາມ ພະເຢຊູຮູ້ວ່າໃນທີ່ສຸດຄົນຊາມາເຣຍກໍຈະໄດ້ຍິນຂ່າວດີນຳ ຍ້ອນກ່ອນທີ່ຈະຂຶ້ນໄປເທິງສະຫວັນ ເພິ່ນບອກວ່າ: “ພວກເຈົ້າຈະເປັນພະຍານຂອງຂ້ອຍໃນເມືອງເຢຣູຊາເລັມ ແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະຈົນຮອດສຸດຂອບໂລກ.”—ກຈກ. 1:8
4. ຄົນຊາມາເຣຍຕອບຮັບແນວໃດຕໍ່ການປະກາດຂອງຟີລິບ ແລະອັນໃດອາດເຮັດໃຫ້ເຂົາເຈົ້າຕອບຮັບແບບນັ້ນ?
4 ຟີລິບພົບວ່າແຂວງຊາມາເຣຍເປັນຄື ‘ທົ່ງນາທີ່ຮວງເຂົ້າສຸກເຫຼືອງພ້ອມຈະກ່ຽວແລ້ວ.’ (ຢຮ. ) ຂ່າວສານຂອງລາວດຶງດູດໃຈຜູ້ຄົນໃນເມືອງຊາມາເຣຍແທ້ໆຍ້ອນຫຍັງ? ປົກກະຕິແລ້ວຄົນຢິວບໍ່ຕິດຕໍ່ກ່ຽວຂ້ອງກັບຄົນຊາມາເຣຍ ແລະຄົນຢິວຫຼາຍຄົນກໍຊັງຄົນຊາມາເຣຍຫຼາຍ. ແຕ່ກົງກັນຂ້າມ ຕອນນີ້ຄົນຊາມາເຣຍພັດໄດ້ເຫັນວ່າມີການປະກາດຂ່າວດີກັບທຸກຄົນ ເຊິ່ງນີ້ຕ່າງກັນຫຼາຍກັບທີ່ພວກຟາຣິຊາຍຄິດ. ພວກຟາຣິຊາຍມີອະຄະຕິແລະມັກຄິດວ່າຕົວເອງດີກວ່າຄົນອື່ນ. ການທີ່ຟີລິບກະຕືລືລົ້ນທີ່ຈະປະກາດຂ່າວດີກັບຄົນຊາມາເຣຍທຸກຄົນຢ່າງບໍ່ລຳອຽງ ອາດເປັນເຫດຜົນໜຶ່ງທີ່ຜູ້ຄົນຢູ່ຫັ້ນ “ທຸກຄົນກໍຕັ້ງໃຈຟັງລາວ.”— 4:35ກຈກ. 8:6
5-7. ການທີ່ຄລິດສະຕຽນຕ້ອງກະຈັດກະຈາຍໄປຊ່ວຍໃຫ້ຂ່າວດີແຜ່ອອກໄປແນວໃດ?
5 ໃນທຸກມື້ນີ້ກໍຄ້າຍຄືກັບໃນສະຕະວັດທຳອິດ ການຂົ່ມເຫງປະຊາຊົນຂອງພະເຈົ້າບໍ່ໄດ້ເຮັດໃຫ້ເຂົາເຈົ້າເຊົາປະກາດ. ຫຼາຍເທື່ອ ຕອນທີ່ຄລິດສະຕຽນຖືກບັງຄັບໃຫ້ຍ້າຍອອກຈາກເຮືອນໄປບ່ອນອື່ນ ເຖິງວ່າຈະຕ້ອງໄປອີກປະເທດໜຶ່ງ ຫຼືແມ່ນແຕ່ຖືກຈັບເຂົ້າຄຸກ ເຂົາເຈົ້າກໍຈະເຮັດໃຫ້ຂ່າວສານເລື່ອງການປົກຄອງຂອງພະເຈົ້າແຜ່ອອກໄປເຖິງຜູ້ຄົນໃນເຂດໃໝ່. ຕົວຢ່າງເຊັ່ນ ລະຫວ່າງສົງຄາມໂລກຄັ້ງທີ 2 ພະຍານພະເຢໂຫວາສາມາດປະກາດກັບຄົນອື່ນເຖິງວ່າເຂົາເຈົ້າຢູ່ໃນຄ້າຍກັກຂັງຂອງນາຊີ. ຄົນຢິວຄົນໜຶ່ງທີ່ໄດ້ເຈິພະຍານພະເຢໂຫວາໃນຄ້າຍກັກຂັງເລົ່າວ່າ: “ຄວາມກ້າຫານຂອງນັກໂທດທີ່ເປັນພະຍານພະເຢໂຫວາເຮັດໃຫ້ຂ້ອຍໝັ້ນໃຈວ່າຄວາມເຊື່ອຂອງເຂົາເຈົ້າມາຈາກຄຳພີໄບເບິນ ນີ້ເຮັດໃຫ້ຂ້ອຍໄດ້ເຂົ້າມາເປັນພະຍານພະເຢໂຫວາ.”
6 ໃນບາງເທື່ອ ແມ່ນແຕ່ຜູ້ຂົ່ມເຫງກໍໄດ້ຕອບຮັບສິ່ງທີ່ພະຍານພະເຢໂຫວາປະກາດ. ຕົວຢ່າງເຊັ່ນ ຕອນທີ່ເຟຣນສ໌ ເດສ໌ ພະຍານພະເຢໂຫວາຄົນໜຶ່ງຖືກຍ້າຍໄປໃນຄ້າຍກັກຂັງກູເຊັນໃນໂອຕຣິດ. ລາວມີໂອກາດສຶກສາຄຳພີໄບເບິນກັບເຈົ້າໜ້າໜ່ວຍເອັດສ໌ເອັດສ໌ຄົນໜຶ່ງ. ລອງຄິດເບິ່ງວ່າທັງສອງຄົນຈະມີຄວາມສຸກສ່ຳໃດທີ່ຫຼາຍປີຕໍ່ມາ ເຂົາເຈົ້າໄດ້ມາເຂົ້າຮ່ວມປະຊຸມໃຫຍ່ຂອງພະຍານພະເຢໂຫວານຳກັນ ໂດຍທີ່ທັງສອງເປັນຜູ້ປະກາດຂ່າວດີ!
7 ມີເລື່ອງຄ້າຍຄືກັນເກີດຂຶ້ນກັບຄລິດສະຕຽນບາງຄົນທີ່ຕ້ອງໜີອອກຈາກປະເທດຂອງໂຕເອງໄປອີກປະເທດໜຶ່ງ. ຕົວຢ່າງເຊັ່ນ ໃນຊ່ວງທົດສະວັດ 1970 ຕອນທີ່ພະຍານພະເຢໂຫວາຈາກມາລາວີຖືກບັງຄັບໃຫ້ໜີໄປໂມຊຳບິກ ເຂົາເຈົ້າມີໂອກາດປະກາດກັບຜູ້ຄົນຢູ່ຫັ້ນ ເຖິງວ່າພາຍຫຼັງຈະເກີດການຕໍ່ຕ້ານໃນໂມຊຳບິກ ແຕ່ພີ່ນ້ອງກໍບໍ່ເຊົາປະກາດ ຟຣານຊິດໂກ ໂຄອານາເລົ່າວ່າ: “ແມ່ນຢູ່ວ່າທີ່ພວກເຮົາບາງຄົນຖືກຈັບຫຼາຍເທື່ອຍ້ອນເຮົາປະກາດ ແຕ່ເມື່ອເຫັນວ່າມີຫຼາຍຄົນຕອບຮັບຂ່າວດີເລື່ອງການປົກຄອງຂອງພະເຈົ້າ ເຮົາກໍໝັ້ນໃຈວ່າພະເຈົ້າກຳລັງຊ່ວຍພວກເຮົາຢູ່ ຄືກັບທີ່ເພິ່ນເຄີຍຊ່ວຍຄລິດສະຕຽນໃນສະຕະວັດທຳອິດ.”
8. ການປ່ຽນແປງທາງການເມືອງແລະເສດຖະກິດໄດ້ສົ່ງຜົນແນວໃດຕໍ່ວຽກປະກາດ?
8 ແນ່ນອນ ການຂົ່ມເຫງບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ຜູ້ຄົນຈາກຫຼາຍບ່ອນຕອບຮັບຂ່າວດີ. ໃນຊ່ວງບໍ່ເທົ່າໃດສິບປີມານີ້ ການປ່ຽນແປງທາງການເມືອງແລະເສດຖະກິດຍັງເປີດໂອກາດໃຫ້ຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປຮອດຜູ້ຄົນຫຼາຍເຊື້ອຊາດແລະຫຼາຍພາສານຳ. ໃນຊ່ວງບໍ່ເທົ່າໃດປີມານີ້ ຜູ້ຄົນຈຳນວນຫຼາຍຕ້ອງຍ້າຍອອກມາຈາກປະເທດທີ່ໂຕເອງຢູ່ໄປອີກປະເທດໜຶ່ງຍ້ອນໄພສົງຄາມ ຫຼືເພື່ອຫາວຽກເຮັດ ນີ້ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ຍິນຂ່າວດີແລະສຶກສາຄຳພີໄບເບິນໃນບ່ອນໃໝ່ທີ່ເຂົາເຈົ້າຍ້າຍໄປ. ຜູ້ລີ້ໄພເຫຼົ່ານີ້ບໍ່ໄດ້ເວົ້າພາສາດຽວກັບຜູ້ຄົນໃນປະເທດທີ່ເຂົາເຈົ້າຍ້າຍໄປ ພີ່ນ້ອງຂອງເຮົາຈຶ່ງຕ້ອງພະຍາຍາມຮຽນພາສາຂອງເຂົາເຈົ້າເພື່ອຈະປະກາດກັບເຂົາເຈົ້າໄດ້. ເຈົ້າພະຍາຍາມປະກາດກັບຜູ້ຄົນ “ຈາກທຸກປະເທດ ທຸກຕະກູນ ທຸກຊົນຊາດ ແລະທຸກພາສາ” ທີ່ຢູ່ໃນເຂດຂອງເຈົ້າບໍ?—ພນມ. 7:9
“ຂໍໃຫ້ຂ້ອຍມີລິດເດດແບບນີ້ຄືກັນ” (ກິດຈະການ 8:9-25)
9. ຊີໂມນແມ່ນໃຜ ແລະອັນໃດອາດຈະເຮັດໃຫ້ລາວສົນໃຈຟີລິບ?
9 ຟີລິບໄດ້ເຮັດການອັດສະຈັນຫຼາຍຢ່າງໃນແຂວງຊາມາເຣຍ. ຕົວຢ່າງເຊັ່ນ ລາວໄດ້ປິ່ນປົວຄົນພິການແລະເຖິງຂັ້ນຂັບໄລ່ປີສາດອອກຈາກຄົນທີ່ມັນສິງຢູ່. (ກຈກ. 8:6-8) ມີຜູ້ຊາຍຄົນໜຶ່ງຊື່ຊີໂມນ ລາວຮູ້ສຶກງຶດທີ່ເຫັນການອັດສະຈັນແລະປະຕິຫານທີ່ຟີລິບເຮັດ. ຊີໂມນເປັນຄົນໃຊ້ເວດມົນຄາຖາທີ່ຜູ້ຄົນນັບຖືຫຼາຍ ຫຼາຍຄົນເວົ້າເຖິງລາວວ່າ: “ຜູ້ນີ້ມີລິດເດດຍິ່ງໃຫຍ່ຈາກພະເຈົ້າ” ແຕ່ຕອນນີ້ຊີໂມນໄດ້ເຫັນລິດເດດທີ່ແທ້ຈິງຂອງພະເຈົ້າຈາກການອັດສະຈັນທີ່ຟີລິບເຮັດ ແລະຊີໂມນໄດ້ເຂົ້າມາເປັນລູກສິດ. (ກຈກ. 8:9-13) ແຕ່ອັນໃດເປັນແຮງກະຕຸ້ນໃຫ້ລາວເຂົ້າມາເປັນຄລິດສະຕຽນ?
10. (ກ) ເປໂຕກັບໂຢຮັນເຮັດຫຍັງໃນແຂວງຊາມາເຣຍ? (ຂ) ຊີໂມນເຮັດຫຍັງເມື່ອເຫັນວ່າລູກສິດໃໝ່ໆໄດ້ຮັບພະລັງບໍລິສຸດຕອນທີ່ເປໂຕກັບໂຢຮັນໄດ້ວາງມືເທິງເຂົາເຈົ້າ?
10 ເມື່ອພວກອັກຄະສາວົກຮູ້ວ່າມີຫຼາຍຄົນໄດ້ເຂົ້າມາເປັນຄລິດສະຕຽນ ເຂົາເຈົ້າກໍສົ່ງເປໂຕກັບ ໂຢຮັນໄປຢູ່ຫັ້ນ. (ເບິ່ງຂອບ “ ເປໂຕໃຊ້ ‘ລູກກະແຈຂອງການປົກຄອງທີ່ຢູ່ໃນສະຫວັນ.’”) ຕອນໄປຮອດ ອັກຄະສາວົກທັງສອງຄົນໄດ້ວາງມືເທິງພວກລູກສິດໃໝ່ ນີ້ຊ່ວຍໃຫ້ແຕ່ລະຄົນໄດ້ຮັບພະລັງບໍລິສຸດ. b ເມື່ອຊີໂມນເຫັນເຫດການນີ້ກໍຮູ້ສຶກງຶດ. ລາວໄດ້ບອກອັກຄະສາວົກວ່າ: “ຂໍໃຫ້ຂ້ອຍມີລິດເດດແບບນີ້ຄືກັນ ເພື່ອທຸກຄົນທີ່ຂ້ອຍວາງມືເທິງພວກເຂົາຈະໄດ້ຮັບພະລັງບໍລິສຸດ.” ຊີໂມນເຖິງກັບສະເໜີຈະໃຫ້ເງິນເຂົາເຈົ້ານຳ ໂດຍຫວັງວ່າພະເຈົ້າຈະໃຫ້ອຳນາດນີ້ກັບລາວ!—ກຈກ. 8:14-19
11. ເປໂຕເຕືອນຫຍັງຊີໂມນ ແລະຊີໂມນຕອບຮັບແນວໃດ?
11 ອັກຄະສາວົກເປໂຕໃຫ້ຄຳຕອບທີ່ໜັກແໜ້ນກັບຊີໂມນວ່າ: “ໃຫ້ເງິນຂອງເຈົ້າພິນາດໄປພ້ອມກັບເຈົ້າ ເພາະເຈົ້າຄິດວ່າຈະໃຊ້ເງິນຊື້ສິ່ງທີ່ພະເຈົ້າໃຫ້ລ້າໆ. ເຈົ້າບໍ່ມີທາງຈະໄດ້ສິ່ງນີ້ຍ້ອນພະເຈົ້າເຫັນວ່າໃຈເຈົ້າບໍ່ສັດຊື່.” ຈາກນັ້ນເປໂຕໄດ້ກະຕຸ້ນຊີໂມນໃຫ້ກັບໃຈແລະອະທິດຖານຂໍການໃຫ້ອະໄພ. ເປໂຕບອກວ່າ: “ໃຫ້ກັບໃຈແລະເຊົາຄິດຊົ່ວແບບນີ້ ແລະອ້ອນວອນພະເຢໂຫວາ ພະອົງອາດຈະໃຫ້ອະໄພທີ່ເຈົ້າມີຄວາມຄິດຜິດໆແບບນີ້.” ເບິ່ງຄືວ່າ ຊີໂມນບໍ່ແມ່ນຄົນຊົ່ວ ລາວຕ້ອງການເຮັດສິ່ງທີ່ຖືກຕ້ອງ ລາວພຽງແຕ່ພາດແລະຫັນໄປເຮັດຕາມຄວາມຕ້ອງການຂອງໂຕເອງຢູ່ຊ່ວງໜຶ່ງ. ເມື່ອໄດ້ຍິນແບບນັ້ນ ຊີໂມນໄດ້ອ້ອນວອນພວກອັກຄະສາວົກວ່າ: “ຂໍໃຫ້ພວກເຈົ້າອ້ອນວອນພະເຢໂຫວາເພື່ອຂ້ອຍແດ່ ຢ່າໃຫ້ສິ່ງທີ່ພວກເຈົ້າເວົ້ານັ້ນເກີດຂຶ້ນກັບຂ້ອຍ.”—ກຈກ. 8:20-24
12. ການຊື້ຂາຍຕຳແໜ່ງມີຢູ່ທົ່ວໄປແນວໃດໃນທ່າມກາງຄລິດສະຕຽນປອມ?
12 ຄຳຕຳໜິຂອງເປໂຕເປັນຄຳເຕືອນຢ່າງດີສຳລັບຄລິດສະຕຽນໃນທຸກມື້ນີ້. ເລື່ອງນີ້ຊ່ວຍໃຫ້ຮູ້ວ່າ ຜິດທີ່ຈະມີການຊື້ຂາຍຕຳແໜ່ງຕ່າງໆໃນປະຊາຄົມ. ແຕ່ສຳລັບຄລິດສະຕຽນປອມແລ້ວ ການເຮັດແບບນີ້ເປັນເລື່ອງປົກກະຕິທີ່ເຫັນໄດ້ທົ່ວໄປ. ຕົວຢ່າງເຊັ່ນ ປຶ້ມເຫຼັ້ມໜຶ່ງທີ່ພິມຕັ້ງແຕ່ປີ 1878 ບອກວ່າ ທຸກເທື່ອທີ່ມີການຄັດເລືອກສັນຕະປາປາ ກໍຈະມີການຈ່າຍເງິນເພື່ອຈະໄດ້ຕຳແໜ່ງນັ້ນ. ຫຼາຍຄົນເຮັດແບບນີ້ໂດຍບໍ່ຮູ້ສຶກຫຍັງ ແລະເຂົາເຈົ້າບໍ່ຄິດດ້ວຍຊ້ຳວ່າຕ້ອງປິດບັງເລື່ອງແບບນີ້.
13. ຄລິດສະຕຽນຕ້ອງເຮັດຫຍັງເພື່ອຈະບໍ່ເປັນຄົນທີ່ຊື້ຂາຍຕຳແໜ່ງໃນປະຊາຄົມ?
13 ຄລິດສະຕຽນຕ້ອງລະວັງທີ່ຈະບໍ່ຊື້ຂາຍຕຳແໜ່ງໃນປະຊາຄົມ. ຕົວຢ່າງເຊັ່ນ ລາວບໍ່ຄວນພະຍາຍາມເອົາໃຈຄົນທີ່ສາມາດໃຫ້ສິດທິພິເສດກັບຄົນອື່ນໃນປະຊາຄົມ ໂດຍພະຍາຍາມໃຫ້ຂອງຂວັນຫຼືຍົກຍ້ອງຊົມເຊີຍຈົນອອກໜ້າອອກຕາ. ໃນອີກດ້ານໜຶ່ງ ຄົນທີ່ສາມາດໃຫ້ສິດທິພິເສດກັບຄົນອື່ນໄດ້ກໍບໍ່ຄວນໃຫ້ຄວາມສຳຄັນກັບຄົນທີ່ມີເງິນຫຼາຍເປັນພິເສດ. ການກະທຳທັງສອງແບບນີ້ບໍ່ຖືກຕ້ອງ. ແທ້ໆແລ້ວ ຜູ້ຮັບໃຊ້ຂອງພະເຈົ້າທຸກຄົນຄວນເຮັດໃຫ້ໂຕເອງເປັນ “ຄົນຕ່ຳຕ້ອຍ” ແລະໃຫ້ພະລັງບໍລິສຸດຂອງພະເຢໂຫວາແຕ່ງຕັ້ງລາວໃຫ້ມີສິດທິພິເສດໃນການຮັບໃຊ້. (ລກ. 9:48) ຄົນທີ່ພະຍາຍາມ “ຫາກຽດໃສ່ຕົວ” ຈະບໍ່ສາມາດຢູ່ໃນອົງການຂອງພະເຈົ້າໄດ້.—ສຸພາ. 25:27, ລ.ມ
“ເຈົ້າເຂົ້າໃຈເລື່ອງທີ່ອ່ານບໍ?” (ກິດຈະການ 8:26-40)
14, 15. (ກ) “ຂ້າລາຊະການຄົນເອທິໂອເປຍ” ແມ່ນໃຜ ແລະຟີລິບເຈິລາວໄດ້ແນວໃດ? (ຂ) ຂ້າລາຊະການຄົນເອທິໂອເປຍຮັບຟັງຂ່າວສານຂອງຟີລິບແນວໃດ ແລະເປັນຫຍັງການຮັບບັບເຕມາຂອງລາວຈຶ່ງບໍ່ໄດ້ເປັນແບບຟ້າວຟັ່ງ? (ເບິ່ງໄຂເງື່ອນ)
14 ຕອນທີ່ທູດສະຫວັນຂອງພະເຢໂຫວາສັ່ງໃຫ້ຟີລິບເດີນທາງໄປຕາມຖະໜົນຈາກເມືອງເຢຣູຊາເລັມໄປເຖິງເມືອງກາຊາ. ຖ້າຟີລິບສົງໄສວ່າລາວຈະໄປເຮັດຫຍັງຢູ່ຫັ້ນ ລາວກໍຈະໄດ້ຮັບຄຳຕອບໃນບໍ່ຊ້າ ເຊິ່ງຟີລິບໄດ້ເຈິຂັນທີທີ່ເປັນຂ້າລາຊະການຄົນເອທິໂອເປຍຄົນໜຶ່ງ ແລະຂ້າລາຊະການຄົນນີ້ກຳລັງ “ອ່ານອອກສຽງຂໍ້ຄວາມໃນປຶ້ມຂອງຜູ້ພະຍາກອນເອຊາຢາ.” (ເບິ່ງຂອບ “ ‘ຂັນທີ’ ອາດຈະໝາຍເຖິງຄົນແບບໃດແດ່?”) ພະລັງບໍລິສຸດຂອງພະເຢໂຫວາກໍກະຕຸ້ນໃຫ້ຟີລິບເຂົ້າໄປໃກ້ລົດມ້າຂອງຜູ້ຊາຍຄົນນັ້ນ. ຕອນທີ່ແລ່ນຢູ່ຂ້າງລົດມ້າ ຟີລິບຖາມລາວວ່າ “ເຈົ້າເຂົ້າໃຈເລື່ອງທີ່ອ່ານບໍ?” ຜູ້ຊາຍຄົນເອທິໂອເປຍຕອບວ່າ “ຖ້າບໍ່ມີໃຜອະທິບາຍ ຂ້ອຍຈະເຂົ້າໃຈໄດ້ແນວໃດ?”—ກຈກ. 8:26-31
15 ຂ້າລາຊະການຄົນເອທິໂອເປຍເຊີນຟີລິບຂຶ້ນລົດມ້າ. ລອງຄິດເບິ່ງແມ້ວ່າທັງສອງຈະລົມກັນຢ່າງຕື່ນເຕັ້ນສ່ຳໃດ! ຂ້າລາຊະການຄົນນີ້ຄືຊິເປັນຄືກັບຄົນອື່ນອີກຫຼາຍຄົນທີ່ບໍ່ເຄີຍຮູ້ເລີຍວ່າ “ແກະ” ຫຼື “ຜູ້ຮັບໃຊ້” ທີ່ເອຊາຢາເວົ້າເຖິງໃນຄຳພະຍາກອນແມ່ນໃຜ. (ອຊຢ. 53:1-12) ແຕ່ຕອນທີ່ເຂົາເຈົ້າເດີນທາງໄປນຳກັນ ຟີລິບໄດ້ອະທິບາຍໃຫ້ລາວເຂົ້າໃຈວ່າ “ແກະ” ຫຼື “ຜູ້ຮັບໃຊ້” ທີ່ເວົ້າເຖິງໃນຄຳພະຍາກອນນັ້ນໝາຍເຖິງພະເຢຊູຄລິດ. ແທ້ໆແລ້ວ ຂ້າລາຊະການຄົນເອທິໂອເປຍຄົນນີ້ປ່ຽນມາຖືສາສະໜາຢິວຢູ່ແລ້ວ. ດັ່ງນັ້ນ ຄືກັບຫຼາຍຄົນທີ່ໄດ້ຮັບບັບເຕມາໃນວັນເພັນເຕກອດປີ 33 ຂ້າລາຊະການຄົນນີ້ຮູ້ທັນທີວ່າລາວຄວນເຮັດຫຍັງ. ລາວບອກຟີລິບວ່າ “ເບິ່ງແມ້! ຢູ່ນີ້ມີນ້ຳ ມີຫຍັງທີ່ເຮັດໃຫ້ຂ້ອຍຮັບບັບເຕມາບໍ່ໄດ້?” ຫຼັງຈາກນັ້ນ ຂ້າລາຊະການຄົນເອທິໂອເປຍກໍຮັບບັບເຕມາທັນທີ! c (ເບິ່ງຂອບ “ ການຮັບບັບເຕມາໃນ ‘ບ່ອນໜຶ່ງທີ່ມີໜອງນ້ຳ.’”) ຕໍ່ມາ ພະລັງຂອງພະເຢໂຫວາໄດ້ຊີ້ນຳໃຫ້ຟີລິບໄປເມືອງອາຊະໂດດເຊິ່ງເປັນເຂດງານມອບໝາຍໃໝ່ຂອງລາວ ຟີລິບໄດ້ປະກາດຂ່າວດີຢູ່ຫັ້ນຕໍ່ໄປ.—ກຈກ. 8:32-40
16, 17. ທູດສະຫວັນມີສ່ວນຊ່ວຍປະກາດແນວໃດໃນທຸກມື້ນີ້?
16 ຄລິດສະຕຽນໃນທຸກມື້ນີ້ມີສິດທິພິເສດທີ່ຈະເຮັດວຽກແບບທີ່ຟີລິບເຮັດ. ຕອນທີ່ເຂົາເຈົ້າມີໂອກາດໄດ້ເຈິຜູ້ຄົນທີ່ພ້ອມຈະຮັບຟັງຂ່າວດີ ເຂົາເຈົ້າກໍຮູ້ວ່າເລື່ອງແບບນີ້ບໍ່ໄດ້ເກີດຂຶ້ນຍ້ອນຄວາມພະຍາຍາມຂອງເຂົາເຈົ້າເອງ. ແຕ່ຄຳພີໄບເບິນບອກວ່າພວກທູດສະຫວັນກຳລັງຊີ້ນຳວຽກປະກາດເພື່ອໃຫ້ຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປເຖິງ “ທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊົນຊາດ.” (ພນມ. 14:6) ພະເຢຊູກໍບອກນຳວ່າທູດສະຫວັນຈະມີສ່ວນຊ່ວຍໃນວຽກປະກາດ. ເພິ່ນບອກໄວ້ໃນຕົວຢ່າງປຽບທຽບເລື່ອງເມັດເຂົ້າກັບຫຍ້າ ພະເຢຊູບອກວ່າໃນຊ່ວງເວລາກ່ຽວເຊິ່ງກໍຄືສະໄໝສຸດທ້າຍຂອງໂລກນີ້ “ຄົນທີ່ກ່ຽວໝາຍເຖິງທູດສະຫວັນ.” ເພິ່ນຍັງບອກຕື່ມວ່າ ພວກທູດສະຫວັນຈະ “ຄັດຄົນທີ່ເປັນຕົ້ນເຫດໃຫ້ຄົນອື່ນຫຼົງເຮັດຜິດແລະຄັດຄົນທີ່ເຮັດຊົ່ວອອກໄປຈາກການ ປົກຄອງຂອງເພິ່ນ.” (ມທ. 13:37-41) ໃນເວລາດຽວກັນນັ້ນ ພວກທູດສະຫວັນຈະລວບລວມຜູ້ຄົນທີ່ຈະເຂົ້າມາຮັບການປົກຄອງທີ່ຢູ່ໃນສະຫວັນເປັນມໍລະດົກ ແລ້ວຫຼັງຈາກນັ້ນກໍຈະລວບລວມ “ຄົນຝູງໃຫຍ່” ທີ່ເປັນ “ແກະອື່ນ” ເຊິ່ງເປັນກຸ່ມຄົນທີ່ພະເຢໂຫວາຊັກນຳໃຫ້ເຂົ້າມາໃນອົງການຂອງເພິ່ນ.—ພນມ. 7:9; ຢຮ. 6:44, 65; 10:16
17 ເຮົາອາດເຄີຍເຫັນຫຼັກຖານກ່ຽວກັບເລື່ອງນີ້ດ້ວຍຕົວເອງ ບາງຄົນທີ່ເຮົາປະກາດນຳບອກວ່າລາວໄດ້ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າ. ໃຫ້ເຮົາມາເບິ່ງປະສົບການທີ່ໜ້າສົນໃຈ ມື້ໜຶ່ງພີ່ນ້ອງ 2 ຄົນກັບເດັກນ້ອຍຄົນໜຶ່ງໄປປະກາດນຳກັນ. ເມື່ອຮອດປະມານຕອນທ່ຽງ ພີ່ນ້ອງກຳລັງຈະເຊົາປະກາດ ເດັກນ້ອຍທີ່ໄປນຳພັດຢາກປະກາດກັບເຮືອນອີກຫຼັງໜຶ່ງແຮງ. ທີ່ຈິງ ເດັກນ້ອຍຄົນນີ້ເປັນຄົນໄປເຄາະປະຕູເຮືອນຫຼັງນັ້ນດ້ວຍໂຕເອງ! ເມື່ອຜູ້ຍິງຄົນໜຶ່ງເປີດປະຕູອອກມາ ຜູ້ປະກາດທັງ 2 ຄົນກໍເຂົ້າໄປລົມກັບລາວ. ເຂົາເຈົ້າແປກໃຈທີ່ໄດ້ຮູ້ວ່າ ຜູ້ຍິງຄົນນັ້ນຫາກໍອະທິດຖານຂໍໃຫ້ມີຄົນມາຊ່ວຍລາວໃຫ້ເຂົ້າໃຈຄຳພີໄບເບິນ. ລາວຕົກລົງສຶກສາຄຳພີໄບເບິນທັນທີ!
18. ເປັນຫຍັງເຮົາຄວນຮັກສາສິດທິພິເສດໃນການປະກາດຂອງເຮົາ?
18 ເມື່ອເຈົ້າເປັນສ່ວນໜຶ່ງຂອງປະຊາຄົມຄລິດສະຕຽນ ເຈົ້າກໍມີສິດທິພິເສດທີ່ໄດ້ເຮັດວຽກຮ່ວມກັບທູດສະຫວັນໃນການປະກາດເຊິ່ງມີຂອບເຂດທີ່ກວ້າງຂວາງແບບທີ່ບໍ່ເຄີຍມີມາກ່ອນ. ໃຫ້ຮັກສາສິດທິພິເສດນີ້ໄວ້ຕໍ່ໆໄປ. ຖ້າເຈົ້າປະກາດຢ່າງກະຕືລືລົ້ນ ເຈົ້າກໍຈະມີຄວາມສຸກທີ່ໄດ້ບອກຄົນອື່ນກ່ຽວກັບ “ຂ່າວດີເລື່ອງພະເຢຊູ” ຕໍ່ໆໄປ.—ກຈກ. 8:35
a ນີ້ບໍ່ແມ່ນອັກຄະສາວົກຟີລິບ ຄືທີ່ບອກໄວ້ໃນບົດທີ 5 ຂອງປຶ້ມນີ້ ແຕ່ລາວເປັນຟີລິບທີ່ຢູ່ໃນກຸ່ມ ‘ຜູ້ຊາຍ 7 ຄົນທີ່ມີຊື່ສຽງດີ’ ທີ່ຖືກແຕ່ງຕັ້ງໃຫ້ຈັດລະບຽບການແຈກອາຫານປະຈຳວັນໃຫ້ກັບແມ່ໝ້າຍຄລິດສະຕຽນທີ່ເວົ້າພາສາກຣີກແລະແມ່ໝ້າຍທີ່ເວົ້າພາສາເຮັບເຣີໃນເມືອງເຢຣູຊາເລັມ.—ກຈກ. 6:1-6
b ເບິ່ງຄືວ່າ ຕາມປົກກະຕິແລ້ວພວກລູກສິດໃໝ່ໃນຕອນນັ້ນຈະຖືກເຈີມຫຼືໄດ້ຮັບພະລັງບໍລິສຸດຕອນທີ່ເຂົາເຈົ້າຮັບບັບເຕມາ. ນີ້ເຮັດໃຫ້ເຂົາເຈົ້າມີຄວາມຫວັງທີ່ຈະປົກຄອງເປັນກະສັດແລະປະໂລຫິດຮ່ວມກັບພະເຢຊູໃນສະຫວັນ. (2ກຣ. 1:21, 22; ພນມ. 5:9, 10; 20:6) ແຕ່ເຫດການນີ້ເປັນກໍລະນີພິເສດ ລູກສິດໃໝ່ບໍ່ໄດ້ຖືກເຈີມຕອນທີ່ເຂົາເຈົ້າຮັບບັບເຕມາ. ແທນທີ່ຈະເປັນແນວນັ້ນ ເຂົາເຈົ້າໄດ້ຮັບພະລັງບໍລິສຸດແລະຄວາມສາມາດທີ່ຈະເຮັດການອັດສະຈັນຫຼັງຈາກທີ່ເປໂຕກັບໂຢຮັນວາງມືເທິງເຂົາເຈົ້າ.
c ນີ້ບໍ່ແມ່ນການກະທຳແບບຟ້າວຟັ່ງ. ເນື່ອງຈາກຄົນເອທິໂອເປຍຄົນນີ້ເປັນຜູ້ທີ່ປ່ຽນມານັບຖືສາສະໜາຢິວ ລາວຈຶ່ງມີຄວາມຮູ້ກ່ຽວກັບພະຄຳພີຢູ່ແລ້ວ ລວມທັງຄຳພະຍາກອນຕ່າງໆກ່ຽວກັບເມຊີອານຳ. ຕອນນີ້ເມື່ອໄດ້ຮັບຄວາມຮູ້ໃນເລື່ອງບົດບາດຂອງພະເຢຊູກ່ຽວກັບຄວາມຕ້ອງການຂອງພະເຈົ້າ ລາວຈຶ່ງບໍ່ລັງເລທີ່ຈະຮັບບັບເຕມາ.