ບົດທີ 8
ປະຊາຄົມ “ມີເວລາທີ່ສະຫງົບສຸກໄລຍະໜຶ່ງ”
ໂຊໂລຜູ້ຂົ່ມເຫງທີ່ໂຫດຮ້າຍເຂົ້າມາເປັນຜູ້ປະກາດທີ່ກະຕືລືລົ້ນ
ຈາກກິດຈະການ 9:1-43
1, 2 ໂຊໂລຕັ້ງໃຈຈະເຮັດຫຍັງໃນເມືອງດາມາກັດ?
ພວກນັກເດີນທາງທີ່ໜ້າຕາໂຫດຮ້າຍໃກ້ຈະຮອດເມືອງດາມາກັດ ເຂົາເຈົ້າຕັ້ງໃຈຈະເຮັດສິ່ງທີ່ຊົ່ວຮ້າຍຢູ່ເມືອງນັ້ນ. ເຂົາເຈົ້າຈະລາກໂຕພວກລູກສິດທີ່ເຂົາເຈົ້າກຽດຊັງອອກຈາກເຮືອນ ຈັບມັດ ເຮັດໃຫ້ອັບອາຍ ແລ້ວກໍລາກໂຕໄປເມືອງເຢຣູຊາເລັມເພື່ອຮັບການລົງໂທດຈາກສານຊັນເຮດຣິນ.
2 ຜູ້ນຳຄົນກຸ່ມນີ້ຄືໂຊໂລ ໂຊໂລມີສ່ວນກ່ຽວຂ້ອງກັບການຂ້າຄົນຢູ່ແລ້ວ. a ບໍ່ດົນມານີ້ ຕອນທີ່ຄົນຢິວເອົາຫີນດຶກໃສ່ຊະເຕຟາໂນລູກສິດທີ່ສັດຊື່ຂອງພະເຢຊູຈົນຕາຍ ໂຊໂລກໍຢືນເບິ່ງເຂົາເຈົ້າຢູ່ແລະເຫັນດີກັບສິ່ງທີ່ເຂົາເຈົ້າເຮັດ. (ກຈກ. 7:57–8:1) ຫຼັງຈາກນັ້ນ ໂຊໂລກໍເລີ່ມຂົ່ມເຫງລູກສິດຂອງພະເຢຊູທີ່ຢູ່ໃນເມືອງເຢຣູຊາເລັມແລະລາວກໍຍັງນຳໜ້າໃນການຂົ່ມເຫງລູກສິດຂອງພະເຢຊູໃນເມືອງອື່ນໆນຳ. ລາວຕ້ອງການຈະກຳຈັດນິກາຍເຊິ່ງເປັນທີ່ຮູ້ຈັກກັນວ່າ “ທາງນັ້ນ” ເຊິ່ງກຳລັງແພ່ໄປຄືໂລກລະບາດ.—ກຈກ. 9:1, 2; ເບິ່ງຂອບ “ ອຳນາດທີ່ໂຊໂລມີເພື່ອຈັດການຄລິດສະຕຽນໃນເມືອງດາມາກັດ”
3, 4 (ກ) ເກີດຫຍັງຂຶ້ນກັບໂຊໂລ? (ຂ) ເຮົາຈະລົມກັນກ່ຽວກັບຄຳຖາມຫຍັງແດ່?
3 ແຕ່ທັນໃດນັ້ນກໍມີແສງຈາກຟ້າສ່ອງລົງມາໃສ່ໂຊໂລ. ໝູ່ທີ່ຮ່ວມເດີນທາງເຫັນແສງສະຫວ່າງກໍຕົກໃຈຈົນເວົ້າບໍ່ອອກ. ໂຊໂລຕາບອດແລ້ວລົ້ມລົງພື້ນ. ເຖິງວ່າຈະເບິ່ງບໍ່ເຫັນ ໂຊໂລກໍໄດ້ຍິນສຽງຈາກທ້ອງຟ້າວ່າ: “ໂຊໂລ ໂຊໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ?” ໂຊໂລຕົກໃຈຫຼາຍຈົນຖາມອອກໄປວ່າ “ທ່ານເອີຍ ທ່ານແມ່ນໃຜ?” ຄຳຕອບທີ່ໄດ້ຮັບຄືຊິເຮັດໃຫ້ໂຊໂລຕົກໃຈຫຼາຍຂຶ້ນໄປອີກ ສຽງນັ້ນຕອບກັບມາວ່າ “ຂ້ອຍແມ່ນເຢຊູຜູ້ທີ່ເຈົ້າຂົ່ມເຫງ.”—ກຈກ. 9:3-5; 22:9
4 ເຮົາຮຽນຫຍັງໄດ້ຈາກຄຳເວົ້າປະໂຫຍກທຳອິດທີ່ພະເຢຊູເວົ້າກັບໂຊໂລ? ເຮົາໄດ້ຮັບປະໂຫຍດຫຍັງເມື່ອທົບທວນເຫດການທີ່ເກີດຂຶ້ນຕອນທີ່ໂຊໂລເຂົ້າມາເປັນລູກສິດຂອງພະເຢຊູ? ແລະເຮົາໄດ້ຮັບບົດຮຽນຫຍັງແດ່ຈາກວິທີທີ່ປະຊາຄົມໃຊ້ໄລຍະເວລາທີ່ສະຫງົບສຸກຫຼັງຈາກການປ່ຽນສາສະໜາຂອງໂຊໂລ?
“ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ?” (ກິດຈະການ 9:1-5)
5, 6. ເຮົາຮຽນຫຍັງໄດ້ຈາກຄຳເວົ້າປະໂຫຍກທຳອິດທີ່ພະເຢຊູເວົ້າກັບໂຊໂລ?
5 ເມື່ອພະເຢຊູຢຸດໂຊໂລຕອນທີ່ລາວກຳລັງເດີນທາງໄປເມືອງດາມາກັດ ພະເຢຊູບໍ່ໄດ້ຖາມໂຊໂລວ່າ: “ເປັນຫຍັງເຈົ້າຈຶ່ງຂົ່ມເຫງພວກລູກສິດຂອງຂ້ອຍ?” ແຕ່ເພິ່ນຖາມວ່າ: “ເປັນຫຍັງເຈົ້າຈຶ່ງຂົ່ມເຫງ ຂ້ອຍ?” (ກຈກ. 9:4) ແມ່ນແລ້ວ ຕອນທີ່ລູກສິດຂອງພະເຢຊູເຈິຄວາມລຳບາກ ເພິ່ນຮູ້ສຶກຄືກັບວ່າເພິ່ນເອງກຳລັງເຈິຄວາມລຳບາກນັ້ນຢູ່.—ມທ. 25:34-40, 45
6 ຖ້າເຈົ້າຖືກຂົ່ມເຫງຍ້ອນມີຄວາມເຊື່ອໃນພະຄລິດ ກໍຂໍໃຫ້ໝັ້ນໃຈວ່າທັງພະເຢໂຫວາແລະພະເຢຊູຮູ້ດີວ່າເຈົ້າຕ້ອງເຈິກັບຫຍັງແດ່. (ມທ. 10:22, 28-31) ເຖິງແມ່ນວ່າຕອນນີ້ພະເຢໂຫວາອາດຈະບໍ່ໄດ້ເຮັດໃຫ້ຄວາມລຳບາກທຸກຢ່າງທີ່ເຈົ້າເຈິໝົດໄປ. ແຕ່ຂໍໃຫ້ຈື່ສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນອະດີດ ພະເຢຊູເຫັນຕອນທີ່ໂຊໂລມີສ່ວນໃນການຕາຍຂອງຊະເຕຟາໂນ ເພິ່ນເຫັນໂຊໂລລາກພວກລູກສິດທີ່ສັດຊື່ໄປຈາກເຮືອນຂອງເຂົາເຈົ້າໃນເມືອງເຢຣູຊາເລັມ. (ກຈກ. 8:3) ແນວໃດກໍຕາມ ພະເຢຊູກໍບໍ່ໄດ້ເຮັດໃຫ້ການຂົ່ມເຫງໃນຕອນນັ້ນຢຸດລົງ. ແຕ່ສິ່ງທີ່ພະເຢໂຫວາເຮັດໃນຕອນນັ້ນຄື ເພິ່ນໃຫ້ກຳລັງທີ່ຈຳເປັນກັບຊະເຕຟາໂນແລະລູກສິດຄົນອື່ນໆໂດຍທາງພະເຢຊູເພື່ອເຂົາເຈົ້າຈະຮັກສາຄວາມສັດຊື່ໄດ້.
7. ເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະອົດທົນກັບການຂົ່ມເຫງ?
7 ເຈົ້າກໍສາມາດອົດທົນກັບການຂົ່ມເຫງໄດ້ຄືກັນ ນີ້ເປັນສິ່ງທີ່ເຈົ້າຕ້ອງເຮັດ: (1) ຕັ້ງໃຈຮັກສາຄວາມພັກດີບໍ່ວ່າຈະເກີດຫຍັງຂຶ້ນ. (2) ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. (ຟລປ. 4:6, 7) (3) ເບິ່ງວ່າການແກ້ແຄ້ນເປັນໜ້າທີ່ຂອງພະເຢໂຫວາ. (ຣມ. 12:17-21) (4) ວາງໃຈວ່າພະເຢໂຫວາຈະໃຫ້ກຳລັງເພື່ອເຈົ້າຈະອົດທົນໄດ້ ແລະເມື່ອເພິ່ນເຫັນວ່າເໝາະສົມ ເພິ່ນກໍຈະກຳຈັດຄວາມລຳບາກທີ່ເຈົ້າເຈິໃຫ້ໝົດໄປ.—ຟລປ. 4:12, 13
“ພີ່ນ້ອງໂຊໂລ . . . ຜູ້ເປັນນາຍ . . . ໄດ້ໃຊ້ຂ້ອຍໃຫ້ມາ” (ກິດຈະການ 9:6-17)
8, 9. ອານາເນຍອາດຮູ້ສຶກແນວໃດກ່ຽວກັບວຽກມອບໝາຍທີ່ລາວໄດ້ຮັບ?
8 ຫຼັງຈາກຕອບຄຳຖາມຂອງໂຊໂລທີ່ບອກວ່າ “ທ່ານເອີຍ ທ່ານແມ່ນໃຜ?” ພະເຢຊູກໍເວົ້າກັບລາວວ່າ: “ລຸກຂຶ້ນ ແລ້ວເຂົ້າໄປໃນເມືອງ ແລະຈະມີຄົນບອກວ່າເຈົ້າຕ້ອງເຮັດຫຍັງ.” (ກຈກ. 9:6) ໂຊໂລເຊິ່ງຕອນນັ້ນຕາບອດຢູ່ກໍຖືກຈູງໄປບ້ານພັກຂອງລາວໃນເມືອງດາມາກັດ ລາວອົດອາຫານແລະອະທິດຖານຢູ່ຫັ້ນ 3 ມື້. ໃນລະຫວ່າງນັ້ນ ພະເຢຊູໄດ້ເວົ້າເລື່ອງໂຊໂລກັບລູກສິດຄົນໜຶ່ງທີ່ຢູ່ໃນເມືອງນັ້ນ. ລູກສິດຄົນນີ້ຊື່ອານາເນຍ ຄຳພີໄບເບິນບອກວ່າ “ຊາວຢິວທຸກຄົນທີ່ຢູ່ຫັ້ນໄດ້ເວົ້າເຖິງລາວໃນແງ່ດີ.”—ກຈກ. 22:12
9 ລອງຄິດເບິ່ງວ່າອານາເນຍຕ້ອງຮູ້ສຶກສັບສົນຫຼາຍສ່ຳໃດ! ພະເຢຊູທີ່ຄືນມາຈາກຕາຍເຊິ່ງເປັນຜູ້ນຳຂອງ ປະຊາຄົມໄດ້ເວົ້າກັບລາວເປັນສ່ວນຕົວ ພະເຢຊູມອບໝາຍວຽກໃຫ້ລາວເຮັດເປັນພິເສດ. ອານາເນຍຄືຊິຮູ້ສຶກວ່າຕົວເອງໄດ້ຮັບກຽດແທ້ໆທີ່ພະເຢຊູມາມອບໝາຍວຽກໃຫ້ກັບລາວ ແຕ່ວຽກທີ່ລາວໄດ້ຮັບກໍບໍ່ງ່າຍເລີຍ! ເມື່ອຮູ້ວ່າຕ້ອງໄປເວົ້າກັບໂຊໂລ ອານາເນຍກໍບອກກັບພະເຢຊູວ່າ: ‘ນາຍເອີຍ ຂ້ອຍໄດ້ຍິນຫຼາຍຄົນເວົ້າເຖິງຜູ້ຊາຍຄົນນີ້ວ່າລາວໄດ້ທຳຮ້າຍພວກລູກສິດຂອງທ່ານໃນເມືອງເຢຣູຊາເລັມ. ແລະຕອນນີ້ລາວໄດ້ຮັບອຳນາດຈາກພວກຫົວໜ້າປະໂລຫິດໃຫ້ມາຈັບຕົວທຸກຄົນທີ່ເວົ້າເຖິງຊື່ຂອງທ່ານ.’—ກຈກ. 9:13, 14
10. ເຮົາຮຽນຫຍັງໄດ້ຈາກວິທີທີ່ພະເຢຊູເວົ້າກັບອານາເນຍ?
10 ພະເຢຊູບໍ່ໄດ້ຕຳໜິອານາເນຍທີ່ຮູ້ສຶກກັງວົນແບບນັ້ນ. ແຕ່ເພິ່ນກໍໃຫ້ຄຳແນະນຳທີ່ຈະແຈ້ງກັບລາວ. ແລະເພິ່ນກໍຄິດເຖິງຄວາມຮູ້ສຶກຂອງລາວໂດຍບອກໃຫ້ຮູ້ເຫດຜົນວ່າເປັນຫຍັງເພິ່ນຈຶ່ງມອບໝາຍ ວຽກນີ້ໃຫ້. ພະເຢຊູເວົ້າກ່ຽວກັບໂຊໂລວ່າ: “ຜູ້ຊາຍຄົນນີ້ເປັນເຄື່ອງມືທີ່ຂ້ອຍເລືອກໄວ້ເພື່ອປະກາດຊື່ຂອງຂ້ອຍໃຫ້ແກ່ຄົນຕ່າງຊາດ ລວມທັງພວກກະສັດແລະຄົນອິດສະຣາເອນນຳ. ຂ້ອຍຈະເຮັດໃຫ້ລາວຮູ້ວ່າລາວຈະຕ້ອງທົນທຸກເພື່ອຊື່ຂອງຂ້ອຍຫຼາຍສ່ຳໃດ.” (ກຈກ. 9:15, 16) ອານາເນຍເຊື່ອຟັງພະເຢຊູທັນທີ. ລາວໄປຫາໂຊໂລຜູ້ຂົ່ມເຫງແລ້ວເວົ້າວ່າ: “ພີ່ນ້ອງໂຊໂລ ພະເຢຊູຜູ້ເປັນນາຍເຊິ່ງປາກົດຕໍ່ເຈົ້າຕອນທີ່ເດີນທາງມາ ເພິ່ນໄດ້ໃຊ້ຂ້ອຍໃຫ້ມາຊ່ວຍເຈົ້າໃຫ້ເຫັນຮຸ່ງອີກແລະຊ່ວຍເຈົ້າໃຫ້ເຕັມໄປດ້ວຍພະລັງບໍລິສຸດ.”—ກຈກ. 9:17
11, 12. ເຮົາໄດ້ຮັບບົດຮຽນຫຍັງຈາກເຫດການກ່ຽວກັບພະເຢຊູ ອານາເນຍ ແລະໂຊໂລ?
11 ເຮົາໄດ້ຮຽນຫຼາຍຢ່າງຈາກເຫດການນີ້ກ່ຽວກັບພະເຢຊູ ອານາເນຍ ແລະໂຊໂລ. ຕົວຢ່າງເຊັ່ນ ພະເຢຊູມີບົດບາດຫຼາຍໃນການຊີ້ນຳວຽກປະກາດ ຄືກັບທີ່ເພິ່ນໄດ້ສັນຍາໄວ້ວ່າຈະເຮັດແບບນັ້ນ. (ມທ. 28:20) ເຖິງວ່າໃນທຸກມື້ນີ້ພະເຢຊູບໍ່ໄດ້ເວົ້າກັບໃຜໂດຍກົງ ແຕ່ເພິ່ນກໍຊີ້ນຳວຽກປະກາດໂດຍທາງທາດທີ່ສັດຊື່ແລະສຸຂຸມເຊິ່ງເພິ່ນໄດ້ແຕ່ງຕັ້ງໄວ້ໃຫ້ເບິ່ງແຍງພວກຄົນຮັບໃຊ້ໃນຕອນນີ້. (ມທ. 24:45-47) ໂດຍໄດ້ຮັບການຊີ້ນຳຈາກຄະນະກຳມະການປົກຄອງ ຜູ້ປະກາດແລະໄພໂອເນຍກໍຖືກສົ່ງອອກໄປຫາຜູ້ຄົນທີ່ຕ້ອງການຮຽນຮູ້ກ່ຽວກັບພະເຢຊູ. ຄືກັບທີ່ເຮົາໄດ້ລົມກັນແລ້ວໃນບົດກ່ອນ ຫຼາຍຄົນໄດ້ອະທິດຖານຂໍການຊີ້ນຳຈາກພະເຈົ້າ ແລ້ວຫຼັງຈາກນັ້ນກໍມີພະຍານພະເຢໂຫວາຕິດຕໍ່ເຂົາເຈົ້າ.—ກຈກ. 9:11
12 ເຮົາໄດ້ບົດຮຽນກ່ຽວກັບອານາເນຍນຳ ລາວເຊື່ອຟັງ ຍອມຮັບວຽກມອບໝາຍ ແລະໄດ້ຮັບພອນ. ເຈົ້າເຊື່ອຟັງຄຳສັ່ງທີ່ໃຫ້ປະກາດຢ່າງລະອຽດຖີ່ຖ້ວນບໍ ເຖິງວ່າວຽກມອບໝາຍນີ້ອາດຈະເຮັດໃຫ້ເຈົ້າຮູ້ສຶກຢ້ານ? ສຳລັບບາງຄົນ ການໄປຕາມເຮືອນແລະເຈິຄົນແປກໜ້າອາດເຮັດໃຫ້ກັງວົນ. ສ່ວນບາງຄົນກໍຮູ້ສຶກວ່າຍາກທີ່ຈະປະກາດກັບຜູ້ຄົນໃນເຂດທຸລະກິດ ຕາມຫົນທາງ ປະກາດໂດຍຂຽນຈົດໝາຍ ຫຼືທາງໂທລະສັບ. ແຕ່ອານາເນຍເອົາຊະນະຄວາມຢ້ານແລະໄດ້ຮັບສິດທິພິເສດໃນການຊ່ວຍໂຊໂລໃຫ້ໄດ້ຮັບພະລັງບໍລິສຸດ. b ອານາເນຍປະສົບຄວາມສຳເລັດຍ້ອນລາວໄວ້ວາງໃຈພະເຢຊູ ແລະເບິ່ງວ່າໂຊໂລອາດເຂົ້າມາເປັນພີ່ນ້ອງຂອງລາວແທ້ໆ. ຄືກັບອານາເນຍ ເຮົາກໍສາມາດເອົາຊະນະຄວາມຢ້ານໄດ້ຖ້າເຮົາໄວ້ວາງໃຈວ່າພະເຢຊູກຳລັງຊີ້ນຳວຽກປະກາດ ແລະຖ້າເຮົາມີຄວາມເຫັນອົກເຫັນໃຈຄົນອື່ນ ແລະເບິ່ງວ່າແມ່ນແຕ່ຄົນທີ່ເຄີຍຂົ່ມເຫງເຮົາກໍອາດເຂົ້າມາເປັນພີ່ນ້ອງຂອງເຮົາ.—ມທ. 9:36
‘ລາວປະກາດເລື່ອງພະເຢຊູ’ (ກິດຈະການ 9:18-30)
13, 14. ຖ້າເຈົ້າສຶກສາຄຳພີໄບເບິນຢູ່ ແຕ່ຍັງບໍ່ໄດ້ຮັບບັບເຕມາ ເຈົ້າຮຽນຫຍັງໄດ້ຈາກຕົວຢ່າງຂອງໂຊໂລ?
13 ໂຊໂລເຮັດຕາມສິ່ງທີ່ໄດ້ຮຽນຮູ້ທັນທີ. ຫຼັງຈາກໄດ້ຮັບການປິ່ນປົວແລ້ວ ລາວຮັບບັບເຕມາແລະເລີ່ມຄົບຫາໃກ້ຊິດກັບພວກລູກສິດໃນເມືອງດາມາກັດ. ແຕ່ລາວເຮັດຫຼາຍກວ່ານັ້ນອີກ “ລາວ ກໍໄປຕາມບ່ອນປະຊຸມຂອງຊາວຢິວ ແລ້ວປະກາດວ່າພະເຢຊູເປັນລູກຂອງພະເຈົ້າ.”—ກຈກ. 9:20
14 ຖ້າເຈົ້າກຳລັງສຶກສາຄຳພີໄບເບິນ ແຕ່ຍັງບໍ່ໄດ້ຮັບບັບເຕມາ ເຈົ້າຈະເຮັດຕາມສິ່ງທີ່ໄດ້ຮຽນຮູ້ທັນທີຄືໂຊໂລບໍ? ແມ່ນຢູ່ວ່າ ໂຊໂລໄດ້ເຫັນການອັດສະຈັນທີ່ພະເຢຊູເຮັດໂດຍກົງ ນີ້ຄືຊິກະຕຸ້ນລາວໃຫ້ຮັບບັບເຕມາ. ແຕ່ເຮົາກໍຮູ້ວ່າຄົນອື່ນກໍເຫັນການອັດສະຈັນທີ່ພະເຢຊູເຮັດຄືກັນ ແຕ່ເຂົາເຈົ້າກໍບໍ່ໄດ້ປ່ຽນແປງຕົວເອງແລະເຂົ້າມາເປັນລູກສິດ. ຕົວຢ່າງເຊັ່ນ ພວກຟາຣິຊາຍກຸ່ມໜຶ່ງໄດ້ເຫັນຕອນທີ່ພະເຢຊູປິ່ນປົວຜູ້ຊາຍມືລີບ ແລະຄົນຢິວຈຳນວນຫຼາຍກໍຮູ້ກັນວ່າພະເຢຊູໄດ້ປຸກລາຊະໂຣໃຫ້ຄືນມາຈາກຕາຍ. ແຕ່ເຂົາເຈົ້າຫຼາຍຄົນກໍບໍ່ໄດ້ຖືກກະຕຸ້ນໃຫ້ຕິດຕາມພະເຢຊູ ບາງຄົນເຖິງຂັ້ນຕໍ່ຕ້ານເພິ່ນຊ້ຳ. (ມຣກ. 3:1-6; ຢຮ. 12:9, 10) ແຕ່ກົງກັນຂ້າມ ໂຊໂລໄດ້ປ່ຽນຄວາມຄິດ. ເປັນຫຍັງໂຊໂລຈຶ່ງຕອບຮັບທັງໆທີ່ຄົນອື່ນປະຕິເສດພະເຢຊູ? ທີ່ເປັນແບບນັ້ນກໍຍ້ອນວ່າໂຊໂລຢຳເກງພະເຈົ້າຫຼາຍກວ່າມະນຸດ ແລະລາວຮູ້ສຶກຂອບໃຈຫຼາຍທີ່ພະເຢຊູເມດຕາລາວ. (ຟລປ. 3:8) ຖ້າເຈົ້າຕອບຮັບແບບດຽວກັນ ເຈົ້າກໍຈະບໍ່ຍອມໃຫ້ອັນໃດມາຢຸດເຈົ້າໄວ້ບໍ່ໃຫ້ປະກາດ ຫຼືຢຸດເຈົ້າບໍ່ໃຫ້ຮັບບັບເຕມາ.
15, 16. ໂຊໂລເຮັດຫຍັງໃນບ່ອນປະຊຸມ ແລະຄົນຢິວໃນເມືອງດາມາກັດຮູ້ສຶກແນວໃດກັບສິ່ງທີ່ລາວເຮັດ?
15 ລອງຄິດເບິ່ງວ່າຜູ້ຄົນຈະປະຫຼາດໃຈ ຕົກໃຈ ແລະຄຽດແຄ້ນສ່ຳໃດເມື່ອໂຊໂລປະກາດໃນບ່ອນປະຊຸມ? ເຂົາເຈົ້າຖາມວ່າ “ບໍ່ແມ່ນຜູ້ນີ້ບໍທີ່ທຳຮ້າຍຄົນໃນເມືອງເຢຣູຊາເລັມທີ່ເຊື່ອໃນຊື່ຂອງຄົນນັ້ນ?” (ກຈກ. 9:21) ຕອນທີ່ອະທິບາຍເຫດຜົນວ່າເປັນຫຍັງລາວຈຶ່ງປ່ຽນມາເຊື່ອພະເຢຊູ ໂຊໂລ “ໃຫ້ຂໍ້ພິສູດແບບສົມເຫດສົມຜົນວ່າພະເຢຊູແມ່ນພະຄລິດ.” (ກຈກ. 9:22) ແຕ່ການພິສູດຢ່າງສົມເຫດສົມຜົນແບບນັ້ນບໍ່ໄດ້ແກ້ໄຂບັນຫາໄດ້ທຸກເລື່ອງ. ເຫດຜົນເຫຼົ່ານັ້ນບໍ່ສາມາດປ່ຽນຄວາມຄິດຂອງຄົນທີ່ຢືນຢັນວ່າຕ້ອງໃຊ້ຊີວິດຕາມປະເພນີທີ່ສືບຕໍ່ກັນມາ ແລະບໍ່ອາດປ່ຽນຄວາມຄິດຂອງຄົນຍິ່ງ. ແຕ່ບໍ່ວ່າຈະເປັນແນວໃດ ໂຊໂລກໍບໍ່ເຊົາປະກາດ.
16 ສາມປີຕໍ່ມາ ຄົນຢິວໃນເມືອງດາມາກັດກໍຍັງຕໍ່ຕ້ານໂຊໂລ. ໃນທີ່ສຸດເຂົາເຈົ້າກໍຫາທາງຂ້າໂຊໂລ. (ກຈກ. 9:23; 2ກຣ. 11:32, 33; ຄລຕ. 1:13-18) ເມື່ອຮູ້ແຜນຮ້າຍນັ້ນ ໂຊໂລເລືອກຕັດສິນໃຈຢ່າງສະຫຼາດ ລາວລັກໜີອອກຈາກເມືອງໂດຍນັ່ງຢູ່ໃນກະຕ່າຫວາຍແລະໃຫ້ຄົນອື່ນຢ່ອນລົງມາທາງປ່ອງຢ້ຽມຂອງກຳແພງເມືອງ. ລູກາບອກວ່າຄົນທີ່ໄດ້ຊ່ວຍໂຊໂລໃຫ້ໜີໄປໃນຄືນນັ້ນເປັນ “ພວກລູກສິດຂອງໂຊໂລ.” (ກຈກ. 9:25) ຈາກຄຳເວົ້ານີ້ສະແດງໃຫ້ເຫັນວ່າຢ່າງໜ້ອຍກໍມີບາງຄົນຟັງສິ່ງທີ່ໂຊໂລເວົ້າໃນເມືອງດາມາກັດ ຄົນເຫຼົ່ານີ້ຍອມຮັບສິ່ງທີ່ໂຊໂລປະກາດແລະເຂົ້າມາເປັນລູກສິດຂອງພະເຢຊູ.
17. (ກ) ຜູ້ຄົນອາດຮູ້ສຶກແນວໃດຕໍ່ຄວາມຈິງໃນຄຳພີໄບເບິນ? (ຂ) ເຮົາຄວນພະຍາຍາມເຮັດຫຍັງຕໍ່ໆໄປ ແລະຍ້ອນຫຍັງ?
17 ເມື່ອເຈົ້າເລີ່ມບອກຂ່າວດີທີ່ໄດ້ຮຽນກັບຄອບຄົວ ໝູ່ເພື່ອນ ແລະຄົນອື່ນໆເປັນເທື່ອທຳອິດ ເຈົ້າອາດຄາດໝາຍວ່າທຸກຄົນຈະຍອມຮັບຄວາມຈິງໃນຄຳພີໄບເບິນເພາະມັນເປັນເລື່ອງທີ່ມີເຫດຜົນ. ບາງຄົນອາດຍອມຮັບແຕ່ກໍມີຫຼາຍຄົນປະຕິເສດ. ທີ່ຈິງ ສະມາຊິກໃນຄອບຄົວຂອງເຈົ້າອາດເຮັດຄືກັບວ່າເຈົ້າເປັນສັດຕູ. (ມທ. 10:32-38) ແຕ່ຖ້າເຈົ້າພະຍາຍາມພັດທະນາຄວາມສາມາດທີ່ຈະຫາເຫດຜົນຈາກຄຳພີໄບເບິນຕໍ່ໆໄປ ແລະພະຍາຍາມຮັກສາການປະພຶດທີ່ດີແບບຄລິດສະຕຽນ ໃນທີ່ສຸດ ຄົນທີ່ຕໍ່ຕ້ານກໍອາດຈະປ່ຽນຄວາມຄິດກໍໄດ້.—ກຈກ. 17:2; 1ປຕ. 2:12; 3:1, 2, 7
18, 19. (ກ) ເກີດຫຍັງຂຶ້ນເມື່ອບາຣະນາບາຢືນຢັນວ່າໂຊໂລເຂົ້າມາເປັນລູກສິດແທ້ໆ? (ຂ) ເຮົາຈະຮຽນແບບບາຣະນາບາແລະໂຊໂລໄດ້ແນວໃດ?
18 ຕອນທີ່ໂຊໂລເຂົ້າໄປໃນເມືອງເຢຣູຊາເລັມເຮົາຄືຊິນຶກພາບອອກວ່າບາງຄົນອາດບໍ່ໝັ້ນໃຈເມື່ອຮູ້ວ່າຕອນນີ້ໂຊໂລເຂົ້າມາເປັນຄລິດສະຕຽນແລ້ວ. ແຕ່ເຖິງຈະເປັນແບບນັ້ນ ຫຼັງຈາກທີ່ບາຣະນາບາຢືນຢັນວ່າໂຊໂລໄດ້ເຂົ້າມາເປັນລູກສິດແທ້ໆພວກອັກຄະສາວົກກໍຍອມຮັບໂຊໂລ ແລະໂຊໂລກໍໄດ້ຢູ່ນຳເຂົາເຈົ້າໄລຍະໜຶ່ງ. (ກຈກ. 9:26-28) ໂຊໂລເປັນຄົນສຸຂຸມ ແຕ່ລາວກໍບໍ່ອາຍທີ່ຈະປະກາດຂ່າວດີ. (ຣມ. 1:16) ໂຊໂລປະກາດຢ່າງກ້າຫານໃນເມືອງເຢຣູຊາເລັມເຊິ່ງເປັນບ່ອນທຳອິດທີ່ລາວເລີ່ມຂົ່ມເຫງພວກລູກສິດຂອງພະເຢຊູຢ່າງໂຫດຮ້າຍ. ຄົນຢິວໃນເມືອງເຢຣູຊາເລັມຄຽດຫຼາຍທີ່ຮູ້ວ່າຄົນທີ່ເຄີຍນຳໜ້າໃນການກຳຈັດພວກຄລິດສະຕຽນພັດເຂົ້າມາເປັນຄລິດສະຕຽນເອງ ຕອນນີ້ເຂົາເຈົ້າຫາທາງຂ້າໂຊໂລ. ຄຳພີໄບເບິນບອກວ່າ “ເມື່ອພວກພີ່ນ້ອງຮູ້ເລື່ອງນີ້ກໍພາໂຊໂລໄປທີ່ເມືອງກາຍຊາເຣຍແລ້ວສົ່ງລາວໄປທີ່ເມືອງຕາໂຊ.” (ກຈກ. 9:30) ໂຊໂລຍອມເຮັດຕາມການຊີ້ນຳຂອງພະເຢຊູຜ່ານທາງປະຊາຄົມ. ທັງໂຊໂລແລະປະຊາຄົມໄດ້ຮັບປະໂຫຍດຈາກການເຮັດແບບນັ້ນ.
19 ບາຣະນາບາພະຍາຍາມຊ່ວຍເຫຼືອໂຊໂລ. ເຮົາໝັ້ນໃຈວ່າສິ່ງທີ່ບາຣະນາບາເຮັດຈະຊ່ວຍໃຫ້ຜູ້ຮັບໃຊ້ທີ່ມີຄວາມກະຕືລືລົ້ນ 2 ຄົນນີ້ສະໜິດແລະຮັກກັນຫຼາຍຂຶ້ນ. ຄືກັບບາຣະນາບາ ເຈົ້າເຕັມໃຈຊ່ວຍເຫຼືອຄົນໃໝ່ໆໃນປະຊາຄົມໂດຍການເຮັດວຽກຮັບໃຊ້ຮ່ວມກັບເຂົາເຈົ້າບໍ? ແລະເຈົ້າພະຍາຍາມຊ່ວຍເຂົາເຈົ້າໃຫ້ກ້າວໜ້າຫຼາຍຂຶ້ນບໍ? ຖ້າເຮັດແບບນັ້ນ ເຈົ້າກໍຈະໄດ້ຮັບພອນຢ່າງແນ່ນອນ. ນອກຈາກນັ້ນ ຖ້າເຈົ້າຫາກໍເປັນຜູ້ປະກາດຄືກັບໂຊໂລ ເຈົ້າຈະຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນບໍ? ເຈົ້າອາດເຮັດວຽກນຳກັນກັບຜູ້ປະກາດທີ່ມີປະສົບການຫຼາຍກວ່າ. ການເຮັດແບບນັ້ນຈະຊ່ວຍເຈົ້າໃຫ້ພັດທະນາທັກສະໃນການປະກາດ ແລ້ວເຈົ້າກໍຈະມີຄວາມສຸກຫຼາຍຂຶ້ນ ແລະຈະມີໝູ່ທີ່ຮັກແລະສະໜິດກັນຕະຫຼອດໄປ.
“ມີຫຼາຍຄົນເຂົ້າມາເປັນລູກສິດ” (ກິດຈະການ 9:31-43)
20, 21. ຜູ້ຮັບໃຊ້ຂອງພະເຈົ້າທັງໃນອະດີດແລະປັດຈຸບັນໄດ້ພະຍາຍາມໃຊ້ ‘ໄລຍະເວລາທີ່ສະຫງົບສຸກ’ ຢ່າງເຕັມທີແນວໃດ?
20 ຫຼັງຈາກທີ່ໂຊໂລປ່ຽນມາເປັນຄລິດສະຕຽນ ແລະໜີອອກຈາກເມືອງເຢຣູຊາເລັມຢ່າງປອດໄພແລ້ວ “ປະຊາຄົມທົ່ວແຂວງຢູດາຍ ຄາລີເລ ແລະຊາມາເຣຍຈຶ່ງມີເວລາທີ່ສະຫງົບສຸກໄລຍະໜຶ່ງ.” (ກຈກ. 9:31) ພວກລູກສິດໃຊ້ຊ່ວງເວລາທີ່ສະຫງົບສຸກນີ້ແນວໃດ? (2ຕມ. 4:2) ຄຳພີໄບເບິນບອກວ່າ “ປະຊາຄົມກໍເຂັ້ມແຂງຂຶ້ນ.” ພວກອັກຄະສາວົກແລະພີ່ນ້ອງຊາຍຄົນອື່ນໆທີ່ມີໜ້າທີ່ຮັບຜິດຊອບໄດ້ຊ່ວຍໃຫ້ພວກລູກສິດມີຄວາມເຊື່ອເຂັ້ມແຂງ ເຂົາເຈົ້ານຳໜ້າຢ່າງດີຈົນເຮັດໃຫ້ພີ່ນ້ອງໃນປະຊາຄົມ “ໃຊ້ຊີວິດຕາມແນວທາງຂອງພະເຢໂຫວາ ແລະໄດ້ຮັບກຳລັງໃຈຈາກພະລັງບໍລິສຸດ.” ຕົວຢ່າງເຊັ່ນ ເປໂຕໃຊ້ເວລາເພື່ອຊ່ວຍພວກລູກສິດໃນເມືອງລິດດາແລະໃນທົ່ງພຽງຊາໂຣນໃຫ້ເຂັ້ມແຂງ. ການເຮັດແບບນັ້ນໄດ້ເຮັດໃຫ້ຫຼາຍຄົນເຊິ່ງອາໄສຢູ່ໃນບໍລິເວນນັ້ນ “ເຂົ້າມາເປັນລູກສິດຂອງຜູ້ເປັນນາຍ.” (ກຈກ. 9:32-35) ພວກລູກສິດບໍ່ໄດ້ຖືກຊັກນຳໃຫ້ເຂວໄປຕິດຕາມເປົ້າໝາຍອື່ນ ແຕ່ໄດ້ທຸ່ມເທຕົວເອົາໃຈໃສ່ເບິ່ງແຍງກັນແລະກັນ ແລະປະກາດຂ່າວດີ. ຜົນກໍຄືປະຊາຄົມ “ມີຄົນເພີ່ມຂຶ້ນເລື້ອຍໆ.”
21 ໃນຕອນທ້າຍຂອງສະຕະວັດທີ 20 ພະຍານພະເຢໂຫວາໃນຫຼາຍປະເທດກໍມີ ‘ໄລຍະເວລາທີ່ ສະຫງົບສຸກ.’ ເມື່ອການປົກຄອງທີ່ກົດຂີ່ປະຊາຊົນຂອງພະເຈົ້າມາຫຼາຍສິບປີໄດ້ໝົດອຳນາດ ນີ້ກໍເຮັດໃຫ້ບາງປະເທດປະກາດງ່າຍຂຶ້ນ ຫຼືເຖິງຂັ້ນຍົກເລີກການສັ່ງຫ້າມວຽກປະກາດດ້ວຍຊ້ຳ. ພະຍານພະເຢໂຫວາຫຼາຍໝື່ນຄົນໄດ້ໃຊ້ໂອກາດນີ້ເພື່ອປະກາດແລະນີ້ສົ່ງຜົນດີທີ່ໜ້າຕື່ນເຕັ້ນແທ້ໆ.
22. ເຈົ້າຈະໃຊ້ເສລີພາບທີ່ມີໃນການປະກາດຢ່າງເຕັມທີໄດ້ແນວໃດ?
22 ເຈົ້າກຳລັງໃຊ້ເສລີພາບທີ່ເຈົ້າມີໃນການປະກາດຢ່າງເຕັມທີບໍ? ຖ້າເຈົ້າຢູ່ໃນປະເທດທີ່ມີເສລີພາບທາງສາສະໜາ ຊາຕານກໍຢາກຈະລໍ້ໃຈເຈົ້າໃຫ້ໃຊ້ເວລາທີ່ມີເພື່ອຈະຫາເງິນໃຫ້ໄດ້ຫຼາຍໆແທນທີ່ຈະຮັບໃຊ້ພະເຢໂຫວາ. (ມທ. 13:22) ຢ່າຖືກຊັກນຳໃຫ້ເຂ. ຂໍໃຫ້ເຈົ້າໃຊ້ໄລຍະເວລາທີ່ສະຫງົບສຸກໃນຕອນນີ້ໃຫ້ດີທີ່ສຸດ. ໃຫ້ເບິ່ງວ່າໄລຍະເວລານີ້ເປັນໂອກາດທີ່ຈະປະກາດຢ່າງຖີ່ຖ້ວນແລະຊ່ວຍໃຫ້ປະຊາຄົມເຂັ້ມແຂງຂຶ້ນ. ຂໍໃຫ້ຈື່ໄວ້ວ່າສະພາບການຂອງເຈົ້າອາດປ່ຽນແປງຢ່າງກະທັນຫັນ.
23, 24. (ກ) ເຮົາໄດ້ບົດຮຽນສຳຄັນຫຍັງແດ່ຈາກເລື່ອງຂອງຕາບີທາ? (ຂ) ເຮົາຄວນຕັ້ງໃຈເຮັດຫຍັງ?
23 ໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນກັບລູກສິດຄົນໜຶ່ງທີ່ຊື່ຕາບີທາ ຫຼືໂດຣະກາ. ລາວຢູ່ໃນເມືອງຢົບປາບໍ່ໄກຈາກເມືອງລິດດາ. ພີ່ນ້ອງຍິງທີ່ສັດຊື່ຄົນນີ້ໄດ້ໃຊ້ເວລາແລະຊັບສິນທີ່ລາວມີຢ່າງສະຫຼາດສຸຂຸມ ລາວ “ເຮັດສິ່ງດີໆຫຼາຍຢ່າງແລະຊ່ວຍເຫຼືອຄົນທຸກຍາກ.” ແຕ່ທັນໃດນັ້ນລາວກໍປ່ວຍແລະຕາຍ. c ເມື່ອລາວຕາຍ ພວກລູກສິດໃນເມືອງຢົບປາກໍໂສກເສົ້າເສຍໃຈຫຼາຍ ໂດຍສະເພາະພວກແມ່ໝ້າຍທີ່ຮູ້ສຶກປະທັບໃຈໃນຄວາມກະລຸນາຂອງລາວ. ເມື່ອເປໂຕມາຮອດເຮືອນທີ່ກຳລັງກຽມເອົາສົບລາວໄປຝັງ ເປໂຕໄດ້ເຮັດການອັດສະຈັນແບບທີ່ອັກຄະສາວົກຂອງພະເຢຊູບໍ່ເຄີຍເຮັດມາກ່ອນ. ເປໂຕອະທິດຖານແລະລາວກໍປຸກຕາບີທາໃຫ້ຄືນມາຈາກຕາຍ! ລອງຄິດເບິ່ງວ່າພວກແມ່ໝ້າຍແລະລູກສິດຄົນອື່ນໆຈະຮູ້ສຶກແນວໃດຕອນທີ່ເປໂຕເອີ້ນເຂົາເຈົ້າກັບເຂົ້າມາໃນຫ້ອງ ແລະເຂົາເຈົ້າກໍເຫັນວ່າຕາບີທາຄືນມາຈາກຕາຍແລ້ວ? ເຫດການນີ້ຄືຊິເສີມຄວາມເຊື່ອເຂົາເຈົ້າແທ້ໆແລະຊ່ວຍເຂົາເຈົ້າໃຫ້ຮັບມືກັບການທົດສອບທີ່ຈະເກີດຂຶ້ນໃນອະນາຄົດ! ແນ່ນອນ “ເລື່ອງນີ້ຈຶ່ງຮູ້ກັນໄປທົ່ວເມືອງຢົບປາ ແລະມີຫຼາຍຄົນເຂົ້າມາເປັນລູກສິດຂອງຜູ້ເປັນນາຍ.”—ກຈກ. 9:36-42
24 ເຮົາໄດ້ບົດຮຽນສຳຄັນ 2 ຢ່າງຈາກເລື່ອງທີ່ໜ້າປະທັບໃຈນີ້. (1) ຊີວິດຂອງເຮົາອາດປ່ຽນໄປຢ່າງກະທັນຫັນ ເຮົາອາດເສຍຊີວິດຕອນໃດກໍໄດ້. ດັ່ງນັ້ນ ເປັນສິ່ງສຳຄັນທີ່ເຮົາຈະສ້າງຊື່ສຽງທີ່ດີກັບພະເຈົ້າຕັ້ງແຕ່ຕອນນີ້ເມື່ອເຮົາຍັງສາມາດເຮັດໄດ້! (ຜູ້ປ. 7:1) (2) ຄວາມຫວັງເລື່ອງການຄືນມາຈາກຕາຍຈະເກີດແທ້ຢ່າງແນ່ນອນ. ພະເຢໂຫວາສັງເກດເຫັນສິ່ງດີທີ່ຕາບີທາເຮັດດ້ວຍຄວາມຮັກ ແລະເພິ່ນໃຫ້ລາງວັນກັບລາວ. ຄ້າຍຄືກັນ ເພິ່ນຈະຄິດເຖິງວຽກໜັກທີ່ເຮົາເຮັດແລະຖ້າເຮົາຕ້ອງຕາຍກ່ອນອາມາເຄໂດນ ເຮົາກໍ ໝັ້ນໃຈວ່າພະເຢໂຫວາຈະປຸກເຮົາໃຫ້ຄືນມາຈາກຕາຍ. (ຮຣ. 6:10) ດັ່ງນັ້ນ ບໍ່ວ່າຕອນນີ້ເຮົາຈະຢູ່ໃນຊ່ວງ “ຕອນທີ່ລຳບາກ” ຫຼືຊ່ວງ ‘ໄລຍະເວລາທີ່ສະຫງົບສຸກ’ ກໍຂໍໃຫ້ເຮົາອົດທົນຕໍ່ໆໄປແລະພະຍາຍາມປະກາດເລື່ອງພະເຢຊູຢ່າງລະອຽດຖີ່ຖ້ວນ.—2ຕມ. 4:2
a ເບິ່ງຂອບ “ ໂຊໂລຄົນຟາຣິຊາຍ”
b ຕາມປົກກະຕິແລ້ວ ຈະມີການໃຫ້ພະລັງບໍລິສຸດຜ່ານທາງພວກອັກຄະສາວົກ. ແຕ່ໃນສະພາບການທີ່ບໍ່ທຳມະດານີ້ ເບິ່ງຄືວ່າພະເຢຊູໄດ້ໃຫ້ອຳນາດກັບອານາເນຍເພື່ອລາວຈະໃຫ້ພະລັງບໍລິສຸດກັບໂຊໂລ. ຫຼັງຈາກທີ່ໂຊໂລໄດ້ເຂົ້າມາເປັນຄລິດສະຕຽນ ລາວແຍກໂຕແລະບໍ່ໄດ້ຕິດຕໍ່ກັບອັກຄະສາວົກ 12 ຄົນເປັນເວລາດົນພໍສົມຄວນ. ແຕ່ໃນຊ່ວງເວລານັ້ນ ລາວກໍເຮັດວຽກຢ່າງດຸໝັ່ນ. ດັ່ງນັ້ນ ເບິ່ງຄືວ່າພະເຢຊູເຮັດໃຫ້ໝັ້ນໃຈວ່າໂຊໂລໄດ້ຮັບພະລັງທີ່ຈຳເປັນເພື່ອຈະເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສຳເລັດ.
c ເບິ່ງຂອບ “ ຕາບີທາ—‘ລາວເຮັດສິ່ງດີໆຫຼາຍຢ່າງ’”