ບົດທີ 23
“ຂໍໃຫ້ຟັງຂ້ອຍອະທິບາຍແດ່”
ໂປໂລເວົ້າປົກປ້ອງຄວາມເຊື່ອຂອງລາວຕໍ່ໜ້າຜູ້ຄົນທີ່ຄຽດແຄ້ນແລະຕໍ່ສານຊັນເຮດຣິນ
1, 2. ເປັນຫຍັງໂປໂລຈຶ່ງໄປເມືອງເຢຣູຊາເລັມ ແລະລາວຈະຕ້ອງເຈິຄວາມຫຍຸ້ງຍາກຫຍັງແດ່ໃນເມືອງນັ້ນ?
ໂປໂລຍ່າງໄປຕາມທາງທີ່ແຄບໆເຊິ່ງມີຜູ້ຄົນແອອັດໃນເມືອງເຢຣູຊາເລັມ. ເປັນເວລາຫຼາຍຮ້ອຍປີທີ່ເມືອງນີ້ເປັນສູນກາງການນະມັດສະການພະເຢໂຫວາທີ່ຢູ່ໃນໂລກ. ນີ້ຈຶ່ງເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກພູມໃຈກັບປະຫວັດສາດຂອງເມືອງນີ້ ແລະພູມໃຈໃນຊາດຂອງໂຕເອງ. ໂປໂລຮູ້ວ່າຄລິດສະຕຽນໃນເມືອງນີ້ຍັງຍຶດຕິດກັບວິທີນະມັດສະການພະເຢໂຫວາແບບທີ່ເຄີຍເຮັດໃນອະດີດ. ເຂົາເຈົ້າຍັງຊັກຊ້າທີ່ຈະປັບປ່ຽນວິທີນະມັດສະການພະເຢໂຫວາແບບໃໝ່ຕາມທີ່ເພິ່ນສອນ. ດັ່ງນັ້ນ ຕອນທີ່ໂປໂລຢູ່ເມືອງເອເຟໂຊ ລາວຈຶ່ງໄດ້ວາງແຜນມາເຢຣູຊາເລັມເພື່ອຈະຊ່ວຍພີ່ນ້ອງທີ່ຢູ່ຫັ້ນ. ນອກຈາກໂປໂລຈະເອົາເງິນບໍລິຈາກມາສົ່ງໃຫ້ພີ່ນ້ອງໃນເມືອງເຢຣູຊາເລັມແລ້ວ ລາວຍັງຢາກຊ່ວຍພີ່ນ້ອງໃຫ້ມີຄວາມຄິດທີ່ຖືກຕ້ອງນຳ. (ກຈກ. 19:21) ໂປໂລຕັ້ງໃຈມາເມືອງເຢຣູຊາເລັມທັງໆທີ່ຮູ້ວ່າການມາບ່ອນນີ້ອາດເຮັດໃຫ້ໂຕເອງໄດ້ຮັບອັນຕະລາຍ.
2 ໂປໂລຈະຕ້ອງເຈິຫຍັງແດ່ໃນເມືອງເຢຣູຊາເລັມ? ສິ່ງທຳອິດທີ່ໂປໂລຕ້ອງເຈິແມ່ນ ພີ່ນ້ອງບາງຄົນທີ່ຢູ່ນີ້ເຊື່ອຂ່າວລືຜິດໆກ່ຽວກັບລາວ. ແຕ່ທີ່ຮ້າຍແຮງກວ່າກໍຄື ລາວຈະຕ້ອງເຈິກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກຄົນທີ່ຕໍ່ຕ້ານລາວ. ເຂົາເຈົ້າທັງເວົ້າໃສ່ຮ້າຍ ທຸບຕີ ແລະຂູ່ວ່າຈະຂ້າລາວ. ແຕ່ສິ່ງທັງໝົດນີ້ກໍເຮັດໃຫ້ໂປໂລມີໂອກາດເວົ້າປົກປ້ອງຄວາມເຊື່ອຂອງໂຕເອງ. ຕອນທີ່ຮັບມືກັບເລື່ອງເຫຼົ່ານີ້ ໂປໂລສະແດງໃຫ້ເຫັນວ່າລາວເປັນຄົນຖ່ອມ ກ້າຫານແລະມີຄວາມເຊື່ອເຊິ່ງເປັນຕົວຢ່າງທີ່ດີໃຫ້ເຮົາໃນທຸກມື້ນີ້. ໃຫ້ເຮົາມາເບິ່ງເລື່ອງນີ້ນຳກັນ.
“ພວກເຂົາກໍຍ້ອງຍໍສັນລະເສີນພະເຈົ້າ” (ກິດຈະການ 21:18-20ກ)
3-5. (ກ) ໂປໂລໄປເຈິໃຜໃນເມືອງເຢຣູຊາເລັມ ແລະເຂົາເຈົ້າລົມກັນເລື່ອງຫຍັງ? (ຂ) ເຮົາໄດ້ບົດຮຽນຫຍັງແດ່ຈາກການປະຊຸມຂອງໂປໂລກັບພວກຜູ້ດູແລໃນເມືອງເຢຣູຊາເລັມ?
3 ໜຶ່ງມື້ຫຼັງຈາກທີ່ໂປໂລກັບໝູ່ຂອງລາວມາຮອດເມືອງເຢຣູຊາເລັມ ເຂົາເຈົ້າກໍໄປຫາພີ່ນ້ອງທີ່ເຮັດໜ້າທີ່ເປັນຜູ້ດູແລປະຊາຄົມ. ຄຳພີໄບເບິນບໍ່ໄດ້ເວົ້າເຖິງອັກຄະສາວົກຄົນອື່ນໆທີ່ຍັງເຫຼືອຢູ່ ບາງທີເຂົາເຈົ້າອາດໄປເຮັດວຽກປະກາດຢູ່ບ່ອນອື່ນ. ແຕ່ເຖິງຈະເປັນແນວນັ້ນ ຢາໂກໂບນ້ອງຊາຍຂອງພະເຢຊູກໍຍັງຢູ່ຫັ້ນ. (ຄລຕ. 2:9) ເປັນໄປໄດ້ວ່າຢາໂກໂບເຮັດໜ້າທີ່ເປັນປະທານໃນການປະຊຸມຕອນທີ່ “ພວກຜູ້ດູແລທັງໝົດກໍຢູ່ຫັ້ນ” ພ້ອມກັບໂປໂລ.—ກຈກ. 21:18
4 ໂປໂລທັກທາຍຜູ້ດູແລ “ແລ້ວເລົ່າຢ່າງລະອຽດວ່າພະເຈົ້າໄດ້ເຮັດຫຍັງແດ່ເພື່ອຄົນຕ່າງຊາດຕອນທີ່ລາວໄປປະກາດ.” (ກຈກ. 21:19) ພີ່ນ້ອງຄືຊິໄດ້ກຳລັງໃຈຫຼາຍແທ້ໆເມື່ອໄດ້ຍິນປະສົບການຂອງໂປໂລ. ໃນທຸກມື້ນີ້ເຮົາກໍຮູ້ສຶກຕື່ນເຕັ້ນຄືກັນເມື່ອໄດ້ຍິນເລື່ອງຄວາມກ້າວໜ້າຂອງວຽກປະກາດໃນປະເທດອື່ນໆ.—ສຸພາ. 25:25
5 ເມື່ອໂປໂລເລົ່າປະສົບການໄປໄດ້ໄລຍະໜຶ່ງແລ້ວ ລາວກໍອາດຈະເວົ້າເຖິງເງິນບໍລິຈາກທີ່ເອົາມາແຕ່ເອີຣົບ. ພີ່ນ້ອງຢູ່ຫັ້ນຄືຊິຮູ້ສຶກດີໃຈແລະຊຶ້ງໃຈຫຼາຍທີ່ຮູ້ວ່າພີ່ນ້ອງຄລິດສະຕຽນໃນບ່ອນທີ່ຫ່າງໄກເປັນຫ່ວງເຂົາເຈົ້າຫຼາຍ. ເຮົາຮູ້ເລື່ອງນີ້ໄດ້ຍ້ອນວ່າຫຼັງຈາກທີ່ເຂົາເຈົ້າໄດ້ຍິນເລື່ອງທີ່ໂປໂລເລົ່າ ‘ເຂົາເຈົ້າກໍຍ້ອງຍໍສັນລະເສີນພະເຈົ້າ’! (ກຈກ. 21:20ກ) ຄ້າຍກັນ ພີ່ນ້ອງຫຼາຍຄົນໃນທຸກມື້ນີ້ທີ່ຕ້ອງເຈິກັບໄພພິບັດແລະການເຈັບປ່ວຍຮ້າຍແຮງກໍຮູ້ສຶກດີໃຈແລະຊຶ້ງໃຈຫຼາຍເມື່ອພີ່ນ້ອງຮ່ວມຄວາມເຊື່ອໃຫ້ຄວາມຊ່ວຍເຫຼືອແລະເວົ້າໃຫ້ກຳລັງໃຈໃນເວລາທີ່ເຂົາເຈົ້າຕ້ອງການ.
ຫຼາຍຄົນຍັງ “ກະຕືລືລົ້ນໃນການເຮັດຕາມກົດໝາຍຂອງໂມເຊ.” (ກິດຈະການ 21:20ຂ, 21)
6. ພວກຜູ້ດູແລເລົ່າບັນຫາຫຍັງໃຫ້ໂປໂລຟັງ?
6 ຕໍ່ມາ ພວກຜູ້ດູແລໄດ້ບອກໂປໂລໃຫ້ຮູ້ວ່າພີ່ນ້ອງໃນຢູດາຍຮູ້ສຶກບໍ່ສະບາຍໃຈໃນສິ່ງທີ່ເຂົາເຈົ້າໄດ້ຍິນກ່ຽວກັບໂປໂລ. ພວກຜູ້ດູແລບອກໂປໂລວ່າ: “ພີ່ນ້ອງໂປໂລ ເຈົ້າກໍຮູ້ວ່າມີຊາວຢິວຫຼາຍພັນຄົນເຂົ້າມາເຊື່ອແລະພວກເຂົາທຸກຄົນກະຕືລືລົ້ນໃນການເຮັດຕາມກົດໝາຍຂອງໂມເຊ. ແຕ່ພວກເຂົາໄດ້ຍິນຂ່າວລືວ່າເຈົ້າສອນຄົນຢິວທີ່ຢູ່ໃນດິນແດນຂອງຄົນຕ່າງຊາດໃຫ້ຖິ້ມກົດໝາຍຂອງໂມເຊ ແລະຫ້າມພວກເຂົາວ່າບໍ່ໃຫ້ລູກຮັບສິນຕັດແລະບໍ່ໃຫ້ເຮັດຕາມທຳນຽມທີ່ເຄີຍຍຶດຖືມາ.” a—ກຈກ. 21:20ຂ, 21
7, 8. (ກ) ຄລິດສະຕຽນຫຼາຍຄົນໃນແຂວງຢູດາຍມີຄວາມຄິດຜິດໆໃນເລື່ອງຫຍັງ? (ຂ) ການທີ່ເຂົາເຈົ້າມີຄວາມຄິດຜິດໆແບບນັ້ນສະແດງວ່າເຂົາເຈົ້າເປັນຄລິດສະຕຽນທີ່ບໍ່ສັດຊື່ບໍ ແລະຍ້ອນຫຍັງ?
7 ເປັນຫຍັງຄລິດສະຕຽນຫຼາຍຄົນຈຶ່ງຢືນຢັນວ່າຕ້ອງເຮັດຕາມກົດໝາຍຂອງໂມເຊເຖິງວ່າກົດໝາຍນັ້ນຈະຖືກຍົກເລີກໄປຫຼາຍກວ່າ 20 ປີແລ້ວ? (ກລຊ. 2:14) ໃນປີ 49 ພວກອັກຄະສາວົກກັບພວກ ຜູ້ດູແລທີ່ປະຊຸມກັນໃນເມືອງເຢຣູຊາເລັມໄດ້ສົ່ງຈົດໝາຍໄປຫາປະຊາຄົມຕ່າງໆເພື່ອອະທິບາຍວ່າ ຄລິດສະຕຽນທີ່ບໍ່ແມ່ນຄົນຢິວບໍ່ຈຳເປັນຕ້ອງຮັບສິນຕັດແລະບໍ່ຈຳເປັນຕ້ອງເຮັດຕາມກົດໝາຍຂອງໂມເຊ. (ກຈກ. 15:23-29) ແຕ່ຈົດໝາຍນັ້ນບໍ່ໄດ້ເວົ້າເຖິງຄລິດສະຕຽນທີ່ເປັນຄົນຢິວ ເຂົາເຈົ້າສ່ວນຫຼາຍເລີຍບໍ່ເຂົ້າໃຈວ່າເຂົາເຈົ້າບໍ່ຈຳເປັນຕ້ອງເຮັດຕາມກົດໝາຍຂອງໂມເຊອີກຕໍ່ໄປ.
8 ເຖິງວ່າຄລິດສະຕຽນຄົນຢິວຈະມີຄວາມຄິດທີ່ບໍ່ຖືກຕ້ອງ ແຕ່ເຂົາເຈົ້າກໍເປັນຄລິດສະຕຽນທີ່ສັດຊື່. ເລື່ອງນີ້ບໍ່ຄືກັບການທີ່ຄົນໜຶ່ງເຄີຍຢູ່ໃນສາສະໜາປອມ ແລະເມື່ອເຂົ້າມາເປັນຄລິດສະຕຽນແລ້ວກໍຍັງເຮັດຕາມທຳນຽມຕ່າງໆຂອງສາສະໜາປອມຢູ່. ທີ່ຈິງ ຄລິດສະຕຽນຄົນຢິວເຫຼົ່ານັ້ນເບິ່ງວ່າກົດໝາຍຂອງໂມເຊສຳຄັນຍ້ອນເປັນກົດໝາຍທີ່ພະເຢໂຫວາໃຫ້ກັບເຂົາເຈົ້າໃນຕອນທຳອິດ. ດັ່ງນັ້ນ ກົດໝາຍຂອງໂມເຊຈຶ່ງບໍ່ມີຫຍັງທີ່ຜິດຫຼືກ່ຽວຂ້ອງກັບຜີປີສາດ ແຕ່ກົດໝາຍນັ້ນກ່ຽວຂ້ອງກັບສັນຍາເກົ່າເຊິ່ງຄລິດສະຕຽນໃນຕອນນີ້ຢູ່ພາຍໃຕ້ສັນຍາໃໝ່ແລ້ວ. ພະເຢໂຫວາຈຶ່ງບໍ່ໄດ້ຮຽກຮ້ອງໃຫ້ເຂົາເຈົ້າເຮັດຕາມກົດໝາຍຂອງໂມເຊອີກຕໍ່ໄປ ແຕ່ໃຫ້ເຮັດຕາມການນະມັດສະການທີ່ບໍລິສຸດ. ຖ້າຄລິດສະຕຽນຄົນຢິວຄົນໃດຍັງຢືນຢັນວ່າຕ້ອງເຮັດຕາມກົດໝາຍຂອງໂມເຊກໍສະແດງວ່າເຂົາເຈົ້າບໍ່ໄວ້ໃຈການຈັດກຽມໃໝ່ຂອງພະເຢໂຫວາກ່ຽວກັບວິທີການນະມັດການເພິ່ນ. ເຂົາເຈົ້າຈຳເປັນຕ້ອງປ່ຽນຄວາມຄິດໃຫ້ຖືກຕ້ອງຕາມທີ່ພະເຢໂຫວາເປີດເຜີຍເປັນຂັ້ນໆ. b—ຢເຣ. 31:31-34; ລກ. 22:20
“ຂ່າວລື . . . ນັ້ນບໍ່ເປັນຄວາມຈິງ” (ກິດຈະການ 21:22-26)
9. ໂປໂລສອນຫຍັງກ່ຽວກັບກົດໝາຍຂອງໂມເຊ?
9 ຜູ້ຄົນໄດ້ຍິນຂ່າວລືວ່າ ໂປໂລສອນຄົນຢິວຢູ່ໃນດິນແດນຂອງຄົນຕ່າງຊາດວ່າ “ບໍ່ໃຫ້ລູກຮັບສິນຕັດ ແລະບໍ່ໃຫ້ເຮັດຕາມທຳນຽມທີ່ເຄີຍຍຶດຖືມາ.” ໂປໂລເປັນອັກຄະສາວົກທີ່ຖືກສົ່ງໄປຫາຄົນຕ່າງຊາດ ແລະລາວກໍສະໜັບສະໜູນຄຳຕັດສິນທີ່ວ່າຄົນຕ່າງຊາດບໍ່ຕ້ອງເຮັດຕາມກົດໝາຍຂອງໂມເຊ. ໂປໂລບອກນຳວ່າ ເປັນເລື່ອງຜິດທີ່ຈະໂນ້ມນ້າວຄລິດສະຕຽນທີ່ເປັນຄົນຕ່າງຊາດໃຫ້ຮັບສິນຕັດແລະເຮັດຕາມກົດໝາຍຂອງໂມເຊ. (ຄລຕ. 5:1-7) ໂປໂລຍັງໄດ້ປະກາດຂ່າວດີກັບຄົນຢິວໃນເມືອງຕ່າງໆທີ່ລາວໄປຢາມ ແລະລາວກໍຄືຊິອະທິບາຍໃຫ້ຄົນຢິວທີ່ຮັບເອົາຄວາມຈິງວ່າ ການຕາຍຂອງພະເຢຊູໄດ້ເຮັດໃຫ້ກົດໝາຍຂອງໂມເຊຖືກຍົກເລີກໄປແລ້ວ ແລະພະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ເຂົາເຈົ້າເຮັດຕາມກົດໝາຍຂອງໂມເຊອີກຕໍ່ໄປເພື່ອຈະເຮັດໃຫ້ເພິ່ນພໍໃຈ.—ຣມ. 2:28, 29; 3:21-26
10. ໂປໂລສະແດງໃຫ້ເຫັນແນວໃດວ່າລາວມີຄວາມຄິດທີ່ສົມດຸນໃນເລື່ອງການເຮັດຕາມກົດໝາຍຂອງໂມເຊແລະການຮັບສິນຕັດ?
10 ແຕ່ໂປໂລກໍບໍ່ໄດ້ຕຳໜິຄົນທີ່ຍັງຢາກເຮັດຕາມທຳນຽມບາງຢ່າງຂອງຄົນຢິວຕໍ່ໄປ ເຊັ່ນ: ການບໍ່ເຮັດວຽກໃນວັນຊະບາໂຕ ຫຼືການບໍ່ກິນອາຫານບາງຢ່າງ. (ຣມ. 14:1-6) ແລະໂປໂລກໍບໍ່ໄດ້ຕັ້ງກົດໃນເລື່ອງການຮັບສິນຕັດ. ທີ່ຈິງ ລາວໄດ້ໃຫ້ຕີໂມທຽວຮັບສິນຕັດຄືກັນເພື່ອບໍ່ໃຫ້ຄົນຢິວສົງໄສຫຼືບໍ່ຍອມຮັບຕີໂມທຽວຍ້ອນເຂົາເຈົ້າຮູ້ວ່າພໍ່ຂອງຕີໂມທຽວເປັນຄົນກຣີກ. (ກຈກ. 16:3) ດັ່ງນັ້ນ ແຕ່ລະຄົນຕ້ອງຕັດສິນໃຈເອງວ່າຈະຮັບສິນຕັດຫຼືບໍ່. ໂປໂລບອກຄົນຄາລາເຕຍວ່າ: “ການຮັບສິນຕັດຫຼືບໍ່ຮັບສິນຕັດນັ້ນບໍ່ສຳຄັນ . . . ແຕ່ສິ່ງສຳຄັນແມ່ນການສະແດງຄວາມເຊື່ອທີ່ເກີດຈາກຄວາມຮັກ.” (ຄລຕ. 5:6) ແຕ່ຖ້າມີໃຜຈະຮັບສິນຕັດຍ້ອນຄິດວ່າຍັງຈຳເປັນຕ້ອງເຮັດຕາມກົດໝາຍຂອງໂມເຊ ຫຼືຄິດວ່າຕ້ອງຮັບສິນຕັດເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ ລາວກໍເປັນຄົນທີ່ຂາດຄວາມເຊື່ອ.
11. ພວກຜູ້ດູແລແນະນຳໂປໂລໃຫ້ເຮັດຫຍັງ ແຕ່ໂປໂລຄືຊິບໍ່ໄດ້ເຮັດຫຍັງ? (ເບິ່ງໄຂເງື່ອນ)
11 ເຖິງວ່າຂ່າວລືທີ່ພີ່ນ້ອງໄດ້ຍິນຈະບໍ່ແມ່ນຄວາມຈິງ ແຕ່ຄລິດສະຕຽນທີ່ເປັນຄົນຢິວກໍຍັງບໍ່ສະບາຍໃຈກັບຂ່າວລືນັ້ນຢູ່. ນີ້ຈຶ່ງເຮັດໃຫ້ຜູ້ດູແລແນະນຳໂປໂລວ່າ: “ພວກເຮົາມີຜູ້ຊາຍ 4 ຄົນທີ່ປະຕິຍານຕົວໄວ້ແລ້ວ. ໃຫ້ເຈົ້າພາ 4 ຄົນນີ້ໄປນຳ ແລະຊຳລະຕົວຕາມພິທີກຳພ້ອມກັບພວກເຂົາ ອອກຄ່າໃຊ້ຈ່າຍໃຫ້ພວກເຂົານຳ ແລ້ວໃຫ້ພວກເຂົາແຖຫົວ. ທຸກຄົນ ຈະໄດ້ຮູ້ວ່າຂ່າວລືກ່ຽວກັບເຈົ້ານັ້ນບໍ່ເປັນຄວາມຈິງ ແຕ່ເຈົ້າເຮັດສິ່ງທີ່ຖືກຕ້ອງແລະເຮັດຕາມກົດໝາຍຂອງໂມເຊສະເໝີ.” c—ກຈກ. 21:23, 24
12. ໂປໂລສະແດງໃຫ້ເຫັນແນວໃດວ່າລາວເຕັມໃຈເຮັດຕາມສິ່ງທີ່ຜູ້ດູແລໃນເມືອງເຢຣູຊາເລັມຂໍ?
12 ທີ່ຈິງໂປໂລສາມາດເວົ້າວ່າ ລາວບໍ່ແມ່ນຕົ້ນເຫດຂອງບັນຫາ ມັນເປັນພຽງຂ່າວລື ຄລິດສະຕຽນຄົນຢິວທີ່ຍັງຢືນຢັນວ່າຈະເຮັດຕາມກົດໝາຍຂອງໂມເຊພຸ້ນເປັນຜູ້ທີ່ເຮັດໃຫ້ເກີດບັນຫາ. ແຕ່ໂປໂລບໍ່ໄດ້ເຮັດແບບນັ້ນ ລາວເຕັມໃຈເຮັດຕາມສິ່ງທີ່ຜູ້ດູແລຂໍຖ້າເລື່ອງນັ້ນບໍ່ຂັດກັບຫຼັກການຂອງພະເຈົ້າ. ກ່ອນໜ້ານີ້ໂປໂລໄດ້ຂຽນວ່າ: “ເມື່ອພົບຄົນທີ່ຢູ່ໃຕ້ກົດໝາຍຂອງໂມເຊ ຂ້ອຍກໍເປັນຄືກັບຄົນທີ່ຢູ່ໃຕ້ກົດໝາຍນັ້ນ ທັງໆທີ່ຂ້ອຍບໍ່ຢູ່ໃຕ້ກົດໝາຍນັ້ນ ຂ້ອຍເຮັດແບບນັ້ນເພື່ອຈະໄດ້ຄົນທີ່ຢູ່ໃຕ້ກົດໝາຍຂອງໂມເຊເຂົ້າມາ.” (1ກຣ. 9:20) ໃນເທື່ອນີ້ ໂປໂລເຮັດຕາມສິ່ງທີ່ຜູ້ດູແລໃນເມືອງເຢຣູຊາເລັມຂໍ ແລະເຮັດໂຕເປັນ “ຄົນທີ່ຢູ່ໃຕ້ກົດໝາຍຂອງໂມເຊ.” ຍ້ອນແນວນີ້ ໂປໂລຈຶ່ງເປັນຕົວຢ່າງທີ່ດີໃຫ້ເຮົາໃນທຸກມື້ນີ້ທີ່ຈະຮ່ວມມືກັບຜູ້ດູແລແລະບໍ່ຢືນຢັນທີ່ຈະເຮັດສິ່ງຕ່າງໆຕາມວິທີຂອງເຮົາເອງ.—ຮຣ. 13:17
“ລາວສົມຄວນຕາຍ!” (ກິດຈະການ 21:27–22:30)
13. (ກ) ເປັນຫຍັງພວກຢິວຈຶ່ງກໍ່ຄວາມວຸ່ນວາຍໃນວິຫານ? (ຂ) ໂປໂລໄດ້ຮັບການຊ່ວຍຊີວິດແນວໃດ?
13 ສິ່ງເກີດຂຶ້ນໃນວິຫານບໍ່ໄດ້ເປັນໄປດ້ວຍດີ. ເມື່ອໃກ້ຈະຄົບເວລາກຳນົດທີ່ຜູ້ຊາຍ 4 ຄົນນັ້ນໄດ້ປະຕິຍານ ພວກຢິວທີ່ມາຈາກແຂວງອາຊີກໍເຫັນໂປໂລ. ເຂົາເຈົ້າກ່າວຫາໂປໂລແບບຜິດໆວ່າໂປໂລພາຄົນຕ່າງຊາດເຂົ້າມາໃນວິຫານ ນີ້ຈຶ່ງກໍ່ໃຫ້ເກີດຄວາມວຸ່ນວາຍໄປທົ່ວເມືອງ. ຖ້າຕອນນັ້ນຜູ້ບັງຄັບກອງພັນຄົນໂຣມບໍ່ໄດ້ຢູ່ຫັ້ນ ໂປໂລກໍຄືຊິຖືກຕີຈົນຕາຍ. ຜູ້ບັງຄັບກອງພັນສັ່ງໃຫ້ຈັບໂປໂລ ນັບຕັ້ງແຕ່ມື້ນັ້ນ ໂປໂລກໍຖືກຂັງເປັນເວລາຫຼາຍກວ່າ 4 ປີຊົ່ວຊິໄດ້ຖືກປ່ອຍໂຕ. ແຕ່ໂປໂລກໍຍັງບໍ່ປອດໄພ. ເມື່ອຜູ້ບັງຄັບກອງພັນຖາມຄົນຢິວວ່າເຂົາເຈົ້າທຳຮ້າຍໂປໂລຍ້ອນຫຍັງ ເຂົາເຈົ້າກໍຮ້ອງບອກຂໍ້ກ່າວຫາຕ່າງໆ ແລະພາກັນຮ້ອງສຽງດັງຈົນຜູ້ບັງຄັບກອງພັນຟັງບໍ່ຮູ້ເລື່ອງ. ໃນທີ່ສຸດ ລາວກໍສັ່ງໃຫ້ລາກໂຕໂປໂລໂລອອກໄປຈາກບ່ອນນັ້ນ. ຕອນທີ່ໂປໂລກັບທະຫານໂຣມກຳລັງຈະເຂົ້າໄປໃນຄ້າຍທະຫານ ໂປໂລໄດ້ເວົ້າກັບຜູ້ບັງຄັບກອງພັນວ່າ: “ຂໍໃຫ້ຂ້ອຍເວົ້າກັບປະຊາຊົນແດ່ໄດ້ບໍ.” (ກຈກ. 21:39) ຜູ້ບັງຄັບກອງພັນກໍອະນຸຍາດ ແລ້ວໂປໂລກໍເວົ້າປົກປ້ອງຄວາມເຊື່ອຕໍ່ໄປຢ່າງກ້າຫານ.
14, 15. (ກ) ໂປໂລອະທິບາຍຫຍັງກັບພວກຢິວ? (ຂ) ຜູ້ບັງຄັບກອງພັນຄົນໂຣມໄດ້ເຮັດຫຍັງແດ່ເພື່ອຈະຮູ້ວ່າເປັນຫຍັງພວກຢິວຈຶ່ງຄຽດແຄ້ນໃຫ້ໂປໂລ?
14 ໂປໂລເລີ່ມຕົ້ນເວົ້າວ່າ “ຂໍໃຫ້ຟັງຂ້ອຍອະທິບາຍແດ່.” (ກຈກ. 22:1) ໂປໂລເວົ້າກັບຜູ້ຄົນເປັນພາສາເຮັບເຣີເຊິ່ງເຮັດໃຫ້ເຂົາເຈົ້າໃຈເຢັນລົງ. ໂປໂລອະທິບາຍໃຫ້ເຂົາເຈົ້າຟັງວ່າເປັນຫຍັງຕອນນີ້ລາວ ຈຶ່ງເຂົ້າມາເປັນລູກສິດຂອງພະຄລິດ. ຕອນທີ່ອະທິບາຍ ໂປໂລເວົ້າເຖິງຈຸດຕ່າງໆທີ່ຄົນຢິວສາມາດກວດສອບໄດ້ດ້ວຍໂຕເອງວ່າສິ່ງທີ່ລາວເວົ້າເປັນເລື່ອງແທ້ຫຼືບໍ່. ໂປໂລໄດ້ຮັບການສອນຈາກຄາມາລີເອັນເຊິ່ງເປັນຄູທີ່ມີຊື່ສຽງ ແລະໂປໂລເອງກໍເຄີຍຂົ່ມເຫງລູກສິດຂອງພະຄລິດ ເຊິ່ງຫຼາຍຄົນທີ່ຢູ່ຫັ້ນກໍໜ້າຈະຮູ້ເລື່ອງນີ້. ແຕ່ຕອນທີ່ໂປໂລກຳລັງເດີນທາງໄປເມືອງດາມາກັດ ລາວໄດ້ເຫັນນິມິດຈາກພະເຢຊູຜູ້ທີ່ຖືກປຸກໃຫ້ຄືນມາຈາກຕາຍແລະພະເຢຊູໄດ້ເວົ້າກັບລາວ. ທີ່ຈິງ ໝູ່ທີ່ເດີນທາງໄປນຳໂປໂລກໍເຫັນແສງສະຫວ່າງເຈີດຈ້າແລະໄດ້ຍິນສຽງທີ່ເວົ້າກັບລາວ ແຕ່ເຂົາເຈົ້າບໍ່ເຂົ້າໃຈວ່າເວົ້າຫຍັງ. (ເບິ່ງຂໍ້ມູນສຳລັບສຶກສາໃນ ກຈກ. 9:7; 22:9, ພາສາໄທ) ຫຼັງຈາກທີ່ໂປໂລຕາບອດຍ້ອນເຫັນນິມິດ ໝູ່ທີ່ມານຳຄືຊິຕ້ອງພາລາວເຂົ້າໄປໃນເມືອງດາມາກັດ. ຢູ່ຫັ້ນ ອານາເນຍເຊິ່ງເປັນຜູ້ທີ່ຄົນຢິວໃນເຂດນັ້ນຮູ້ຈັກດີໄດ້ເຮັດໃຫ້ໂປໂລເບິ່ງເຫັນໄດ້ອີກໂດຍການອັດສະຈັນ.
15 ໂປໂລເລົ່າຕໍ່ໄປວ່າຫຼັງຈາກທີ່ລາວກັບໄປເມືອງເຢຣູຊາເລັມແລ້ວ ພະເຢຊູໄດ້ມາຫາລາວຢູ່ວິຫານ. ເມື່ອພວກຢິວໄດ້ຍິນເລື່ອງນີ້ກໍໃຈຮ້າຍຫຼາຍແລະຮ້ອງສຽງດັງວ່າ: “ກຳຈັດຄົນແບບນີ້ໄປຈາກໂລກນີ້ສະ ລາວສົມຄວນຕາຍ!” (ກຈກ. 22:22) ເພື່ອຊ່ວຍໂປໂລໃຫ້ປອດໄພ ຜູ້ບັງຄັບກອງພັນຈຶ່ງສັ່ງໃຫ້ເອົາໂຕໂປໂລເຂົ້າໄປໃນຄ້າຍທະຫານ. ຜູ້ບັງຄັບກອງພັນຢາກຮູ້ວ່າເປັນຫຍັງຄົນຢິວຈຶ່ງຄຽດແຄ້ນໃຫ້ໂປໂລຂະໜາດນີ້ ລາວຈຶ່ງສັ່ງໃຫ້ສອບສວນໂປໂລດ້ວຍການຂ້ຽນຕີ. ແຕ່ໂປໂລໄດ້ໃຊ້ປະໂຫຍດຈາກການຄຸ້ມຄອງທາງກົດໝາຍທີ່ລາວມີ ລາວບອກວ່າໂຕເອງເປັນພົນລະເມືອງໂຣມ. ໃນທຸກມື້ນີ້ ພະຍານພະເຢໂຫວາກໍເຮັດຄ້າຍໆກັນໂດຍໃຊ້ການຄຸ້ມຄອງທາງກົດໝາຍທີ່ມີຢູ່ເພື່ອປົກປ້ອງຄວາມເຊື່ອ. (ເບິ່ງຂອບ “ ກົດໝາຍໂຣມກັບພົນລະເມືອງໂຣມ” ແລະ “ ການຕໍ່ສູ້ທາງກົດໝາຍສະໄໝປັດຈຸບັນ.”) ເມື່ອໄດ້ຍິນວ່າໂປໂລ ເປັນພົນລະເມືອງໂຣມ ຜູ້ບັງຄັບກອງພັນເລີຍຕ້ອງໃຊ້ວິທີອື່ນເພື່ອຈະໄດ້ຂໍ້ມູນຫຼາຍຂຶ້ນ. ລາວເອີ້ນສະມາຊິກສານຊັນເຮດຣິນມາປະຊຸມກັນເພື່ອຈະຮູ້ວ່າເປັນຫຍັງພວກຢິວຈຶ່ງກ່າວຫາໂປໂລ.
“ຂ້ອຍເປັນຟາຣິຊາຍ” (ກິດຈະການ 23:1-10)
16, 17. (ກ) ຂໍເລົ່າເຫດການທີ່ເກີດຂຶ້ນເມື່ອໂປໂລເວົ້າກັບສານຊັນເຮດຣິນ. (ຂ) ເມື່ອຖືກຕົບ ໂປໂລໄດ້ເປັນຕົວຢ່າງທີ່ດີແນວໃດໃນເລື່ອງຄວາມຖ່ອມ?
16 ໂປໂລເລີ່ມແກ້ຂໍ້ກ່າວຫາຕໍ່ໜ້າສານຊັນເຮດຣິນວ່າ: “ພີ່ນ້ອງທັງຫຼາຍ ຂ້ອຍເວົ້າຕໍ່ໜ້າພະເຈົ້າໄດ້ເລີຍວ່າໃຈຮູ້ຜິດຮູ້ຖືກບອກຂ້ອຍວ່າ ຜ່ານມາຂ້ອຍບໍ່ໄດ້ເຮັດຫຍັງຜິດ.” (ກຈກ. 23:1) ແລ້ວໂປໂລກໍຢຸດເວົ້າ ເພາະຄຳພີໄບເບິນບອກວ່າ: ‘ເມື່ອປະໂລຫິດໃຫຍ່ອານາເນຍໄດ້ຍິນແບບນັ້ນ ລາວກໍສັ່ງຄົນທີ່ຢືນຢູ່ໃກ້ໆໂປໂລໃຫ້ຕົບປາກໂປໂລ.’ (ກຈກ. 23:2) ນີ້ເປັນການດູຖູກໂປໂລແທ້ໆ! ການເຮັດແບບນັ້ນສະແດງວ່າປະໂລຫິດໃຫຍ່ມີອະຄະຕິກັບໂປໂລ ລາວກ່າວຫາວ່າໂປໂລເວົ້າຕົວະທັງໆທີ່ໂປໂລຍັງບໍ່ທັນໄດ້ອະທິບາຍຫຍັງເລີຍ. ນີ້ຈຶ່ງເຮັດໃຫ້ໂປໂລເວົ້າກັບເຂົາເຈົ້າວ່າ: “ເຈົ້າຄົນໜ້າຊື່ໃຈຄົດ. ຂໍໃຫ້ພະເຈົ້າຕົບເຈົ້າ ເຈົ້ານັ່ງພິພາກສາຂ້ອຍຕາມກົດໝາຍແຕ່ເຈົ້າເອງພັດເຮັດຜິດກົດໝາຍໂດຍສັ່ງຄົນໃຫ້ຕົບຂ້ອຍແບບນີ້ບໍ?”—ກຈກ. 23:3
17 ບາງຄົນທີ່ຢືນຢູ່ໃກ້ໆກໍຕົກໃຈຫຼາຍ. ເຂົາເຈົ້າບໍ່ໄດ້ຕົກໃຈທີ່ໂປໂລຖືກຕົບ ແຕ່ຕົກໃຈກັບສິ່ງທີ່ໂປໂລເວົ້າ. ເຂົາເຈົ້າບອກວ່າ: ‘ເວົ້າຫຍາບຄາຍກັບປະໂລຫິດໃຫຍ່ຂອງພະເຈົ້າແບບນີ້ຫວາ?’ ໃນຕອນນັ້ນໂປໂລສະແດງໃຫ້ເຫັນວ່າລາວເປັນຄົນຖ່ອມແລະນັບຖືກົດໝາຍຂອງໂມເຊ. ລາວຕອບວ່າ: ‘ຂໍໂທດພີ່ນ້ອງ ຂ້ອຍບໍ່ຮູ້ວ່າລາວເປັນປະໂລຫິດໃຫຍ່. ເພາະມີຄຳຂຽນໄວ້ໃນພະຄຳພີວ່າ: “ຢ່າເວົ້າໝິ່ນປະໝາດຄົນທີ່ເຮັດໜ້າທີ່ປົກຄອງພວກເຈົ້າ.”’ d (ກຈກ. 23:4, 5; ອພຍ. 22:28) ຕອນນີ້ໂປໂລເລີ່ມຫາເຫດຜົນດ້ວຍວິທີອື່ນ. ເມື່ອລາວສັງເກດເຫັນວ່າສະມາຊິກສານຊັນເຮດຣິນມີທັງພວກຟາຣິຊາຍແລະພວກຊາດູກາຍ ລາວຈຶ່ງເວົ້າວ່າ: “ພີ່ນ້ອງທັງຫຼາຍ ຂ້ອຍເປັນຟາຣິຊາຍແລະເປັນລູກຂອງຟາຣິຊາຍ. ຂ້ອຍຖືກຕັດສິນຄະດີກໍຍ້ອນຂ້ອຍເຊື່ອເລື່ອງການຄືນມາຈາກຕາຍ.”—ກຈກ. 23:6
18. ເປັນຫຍັງໂປໂລຈຶ່ງເອີ້ນໂຕເອງວ່າຟາຣິຊາຍ ແລະບາງເທື່ອເຮົາອາດຈະຫາເຫດຜົນຄ້າຍໆກັນແນວໃດ?
18 ເປັນຫຍັງໂປໂລຈຶ່ງເອີ້ນໂຕເອງວ່າຟາຣິຊາຍ? ຍ້ອນໂປໂລເປັນ “ລູກຂອງຟາຣິຊາຍ” ລາວມາຈາກ ຄອບຄົວທີ່ຢູ່ໃນນິກາຍນັ້ນ. ດັ່ງນັ້ນ ຫຼາຍຄົນຈຶ່ງຍັງເບິ່ງວ່າລາວເປັນຟາຣິຊາຍ. e ແຕ່ໂປໂລບອກວ່າໂຕເອງເປັນຟາຣິຊາຍໄດ້ແນວໃດໃນເມື່ອພວກຟາຣິຊາຍມີຄວາມເຊື່ອທີ່ບໍ່ຖືກຕ້ອງເລື່ອງການຄືນມາຈາກຕາຍ? ພວກຟາຣິຊາຍເຊື່ອວ່າຍັງມີວິນຍານເຫຼືອຢູ່ຫຼັງຈາກຕາຍ ແລະເຊື່ອວ່າວິນຍານຂອງຄົນດີຈະກັບມາມີຊີວິດອີກໃນຮ່າງກາຍມະນຸດ. ແນ່ນອນວ່າໂປໂລບໍ່ເຊື່ອຄຳສອນແບບນັ້ນ ລາວເຊື່ອເລື່ອງການຄືນມາຈາກຕາຍຕາມທີ່ພະເຢຊູສອນ. (ຢຮ. 5:25-29) ແຕ່ໂປໂລກໍເຫັນດີກັບພວກຟາຣິຊາຍທີ່ວ່າ ມີຄວາມຫວັງກ່ຽວກັບຊີວິດໃນອະນາຄົດຫຼັງຈາກຕາຍ ເຊິ່ງກົງກັນຂ້າມກັບພວກຊາດູກາຍທີ່ບໍ່ເຊື່ອວ່າຄົນຕາຍແລ້ວຍັງມີຄວາມຫວັງທີ່ຈະຄືນມາ. ເຮົາກໍເຮັດຄ້າຍໆກັນໄດ້ໂດຍພະຍາຍາມຫາຈຸດທີ່ເຫັນດີນຳກັນກັບຄົນທີ່ເຮົາລົມນຳເຖິງວ່າລາວຈະມີຄວາມເຊື່ອບໍ່ຄືເຮົາ. ຕົວຢ່າງເຊັ່ນ ເຂົາເຈົ້າອາດເຊື່ອເລື່ອງສິ່ງສັກສິດ ສ່ວນເຮົາກໍເຊື່ອໃນພະເຈົ້າທີ່ເວົ້າເຖິງໃນຄຳພີໄບເບິນ. ແຕ່ທັງເຮົາແລະເຂົາເຈົ້າກໍເຊື່ອຄືກັນວ່າມີອົງສັກສິດທີ່ມີອຳນາດສູງກວ່າມະນຸດທຸກຄົນ.
19. ເປັນຫຍັງການປະຊຸມທີ່ຢູ່ໃນສານຊັນເຮດຣິນຈຶ່ງແຕກແຍກກັນຈົນເກີດຄວາມວຸ່ນວາຍ?
19 ຄຳເວົ້າຂອງໂປໂລເຮັດໃຫ້ສານຊັນເຮດຣິນແບ່ງເປັນ 2 ຝ່າຍ. ຄຳພີໄບເບິນບອກວ່າ: “ບ່ອນປະຊຸມກໍມີສຽງວຸ່ນວາຍ ມີຄູສອນສາສະໜາບາງຄົນທີ່ເປັນຟາຣິຊາຍລຸກຂຶ້ນຖຽງຢ່າງດຸເດືອດ ແລະບອກວ່າ: ‘ພວກເຮົາບໍ່ເຫັນວ່າຜູ້ນີ້ມີຄວາມຜິດຫຍັງ ຜູ້ທີ່ເຮົາເບິ່ງບໍ່ເຫັນຫຼືທູດສະຫວັນອາດຈະມາເວົ້າກັບລາວແທ້ໆກໍໄດ້.’” (ກຈກ. 23:9) ພວກຊາດູກາຍຮັບບໍ່ໄດ້ເລີຍເມື່ອໄດ້ຍິນແບບນັ້ນ ຍ້ອນເຂົາເຈົ້າບໍ່ເຊື່ອວ່າມີທູດສະຫວັນ! (ເບິ່ງຂອບ “ ພວກຊາດູກາຍກັບພວກຟາຣິຊາຍ.”) ຄວາມວຸ່ນວາຍຮຸນແຮງຂຶ້ນເລື້ອຍໆຈົນຜູ້ບັງຄັບກອງພັນຄົນໂຣມໄດ້ຊ່ວຍຊີວິດໂປໂລໄວ້ອີກເທື່ອໜຶ່ງ. (ກຈກ. 23:10) ແຕ່ໂປໂລກໍຍັງຕົກຢູ່ໃນອັນຕະລາຍ. ຈະມີຫຍັງເກີດຂຶ້ນກັບລາວ? ເຮົາຈະໄດ້ຮຽນເລື່ອງນີ້ຫຼາຍຂຶ້ນໃນບົດຕໍ່ໄປ.
a ເນື່ອງຈາກມີຄລິດສະຕຽນຄົນຢິວຈຳນວນຫຼາຍ ຈຶ່ງອາດຈະມີຫຼາຍປະຊາຄົມປະຊຸມກັນຢູ່ໃນເຮືອນຂອງພີ່ນ້ອງ.
b ບໍ່ເທົ່າໃດປີຕໍ່ມາ ອັກຄະສາວົກໂປໂລໄດ້ຂຽນຈົດໝາຍເຖິງຄົນເຮັບເຣີ. ລາວອະທິບາຍວ່າສັນຍາໃໝ່ດີກວ່າສັນຍາເກົ່າຫຼາຍ. ໃນຈົດໝາຍນັ້ນ ໂປໂລສະແດງໃຫ້ເຫັນຢ່າງຈະແຈ້ງວ່າສັນຍາໃໝ່ໄດ້ເຮັດໃຫ້ສັນຍາເກົ່າຫຼ້າສະໄໝໄປ. ສິ່ງທີ່ໂປໂລຂຽນຊ່ວຍໃຫ້ຄລິດສະຕຽນໃນຕອນນັ້ນສາມາດຫາເຫດຜົນກັບພວກຢິວທີ່ຕໍ່ຕ້ານເຂົາເຈົ້າ. ນອກຈາກນັ້ນ ຄຳອະທິບາຍຂອງໂປໂລຍັງຊ່ວຍໃຫ້ຄລິດສະຕຽນບາງຄົນທີ່ໃຫ້ຄວາມສຳຄັນກັບກົດໝາຍຂອງໂມເຊຫຼາຍເກີນໄປມີຄວາມເຊື່ອຫຼາຍຂຶ້ນ.—ຮຣ. 8:7-13
c ຜູ້ຊ່ຽວຊານໃຫ້ຄວາມເຫັນວ່າ ຜູ້ຊາຍເຫຼົ່ານັ້ນໄດ້ປະຕິຍານຕົວເປັນນາຊີຣີ. (ຈຊບ. 6:1-21) ທີ່ຈິງ ການປະຕິຍານແບບນັ້ນມີຢູ່ໃນກົດໝາຍຂອງໂມເຊເຊິ່ງຕອນນີ້ຖືກຍົກເລີກໄປແລ້ວ. ເຖິງຈະເປັນແບບນັ້ນ ໂປໂລອາດຫາເຫດຜົນວ່າຄືຊິບໍ່ຜິດທີ່ຜູ້ຊາຍ 4 ຄົນນີ້ຈະເຮັດຕາມສິ່ງທີ່ໄດ້ປະຕິຍານໄວ້ກັບພະເຢໂຫວາ. ດັ່ງນັ້ນ ມັນກໍຄືຊິບໍ່ຜິດທີ່ໂປໂລຈະໄປກັບເຂົາເຈົ້າແລະອອກຄ່າໃຊ້ຈ່າຍໃຫ້. ທີ່ຈິງແລ້ວ ເຮົາບໍ່ຮູ້ວ່ານີ້ເປັນຄຳປະຕິຍານແບບໃດ ແຕ່ຫຼາຍເທື່ອນາຊີຣີຈະຖວາຍສັດເປັນເຄື່ອງບູຊາເພື່ອໄຖ່ບາບຂອງໂຕເອງ. ຖ້າຈັ່ງຊັ້ນ ເຮົາກໍໝັ້ນໃຈໄດ້ວ່າໂປໂລຈະບໍ່ເຫັນດີກັບການເຮັດແບບນີ້ ເພາະຫຼັງຈາກທີ່ພະເຢຊູສະລະຊີວິດທີ່ສົມບູນແບບເປັນຄ່າໄຖ່ ການຖວາຍສັດເປັນເຄື່ອງບູຊາກໍບໍ່ສາມາດໄຖ່ບາບໄດ້ອີກຕໍ່ໄປ. ເຮົາບໍ່ຮູ້ລາຍລະອຽດວ່າຕອນນັ້ນໂປໂລເຮັດຫຍັງແດ່ ແຕ່ເຮົາໝັ້ນໃຈວ່າລາວຈະບໍ່ເຮັດຫຍັງກໍຕາມທີ່ຂັດກັບໃຈຮູ້ຜິດຮູ້ຖືກຂອງລາວ.
d ບາງຄົນໃຫ້ຄວາມເຫັນວ່າໂປໂລສາຍຕາບໍ່ດີເລີຍຈື່ປະໂລຫິດໃຫຍ່ບໍ່ໄດ້ ຫຼືອາດເປັນຍ້ອນລາວບໍ່ໄດ້ຢູ່ໃນເມືອງເຢຣູຊາເລັມດົນແລ້ວຈົນບໍ່ຮູ້ວ່າຕອນນີ້ໃຜເປັນປະໂລຫິດໃຫຍ່ ຫຼືອາດເປັນໄປໄດ້ທີ່ໂປໂລເບິ່ງບໍ່ເຫັນວ່າໃຜເປັນຄົນສັ່ງໃຫ້ຕົບລາວຍ້ອນຕອນນັ້ນມີຄົນຫຼາຍ.
e ໃນປີ 49 ເມື່ອພວກອັກຄະສາວົກແລະພວກຜູ້ດູແລພິຈາລະນາວ່າຄົນຕ່າງຊາດຕ້ອງເຮັດຕາມກົດໝາຍຂອງໂມເຊຫຼືບໍ່ ມີການເວົ້າເຖິງຄລິດສະຕຽນທີ່ຢູ່ຫັ້ນໃນຕອນນັ້ນວ່າ ມີ “ລູກສິດບາງຄົນທີ່ເຄີຍນັບຖືນິກາຍຟາຣິຊາຍ.” (ກຈກ. 15:5) ເບິ່ງຄືວ່າມີການເວົ້າແບບນັ້ນຍ້ອນເຂົາເຈົ້າບາງຄົນເຄີຍເປັນຟາຣິຊາຍກ່ອນເຂົ້າມາເປັນຄລິດສະຕຽນ.