ບົດທີ 25
“ຂ້ອຍຂໍອຸທອນຕໍ່ເຊຊາ!”
ໂປໂລເປັນຕົວຢ່າງທີ່ດີໃນການປົກປ້ອງຂ່າວດີ
1, 2. (ກ) ຕອນນີ້ໂປໂລຢູ່ໃນສະພາບການແບບໃດ? (ຂ) ການທີ່ໂປໂລອຸທອນຕໍ່ເຊຊາເຮັດໃຫ້ມີຄຳຖາມຫຍັງເກີດຂຶ້ນ?
ຕອນນີ້ໂປໂລຍັງຖືກຄວບຄຸມໂຕຢ່າງເຂັ້ມງວດໃນເມືອງກາຍຊາເຣຍ. ສອງປີກ່ອນໜ້ານີ້ທີ່ໂປໂລກັບໄປແຂວງຢູດາຍໄດ້ບໍ່ເທົ່າໃດມື້ ພວກຢິວກໍພະຍາຍາມຂ້າລາວຢ່າງໜ້ອຍ 3 ເທື່ອ. (ກຈກ. 21:27-36; 23:10, 12-15, 27) ເຖິງພວກສັດຕູຈະເຮັດບໍ່ສຳເລັດ ແຕ່ເຂົາເຈົ້າກໍບໍ່ຍອມແພ້. ເມື່ອໂປໂລເຫັນວ່າໂຕເອງອາດຖືກສົ່ງໄປໃຫ້ພວກສັດຕູ ລາວຈຶ່ງບອກເຟຊະໂຕເຈົ້າແຂວງຄົນໂຣມວ່າ: “ຂ້ອຍຂໍອຸທອນຕໍ່ເຊຊາ!”—ກຈກ. 25:11
2 ພະເຢໂຫວາສະໜັບສະໜູນການຕັດສິນໃຈຂອງໂປໂລທີ່ຈະອຸທອນຕໍ່ເຊຊາບໍ? ເປັນເລື່ອງສຳຄັນທີ່ເຮົາຈະຮູ້ຄຳຕອບ ເພາະຕອນນີ້ເຮົາກໍກຳລັງປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າຢ່າງຖີ່ຖ້ວນ. ດັ່ງນັ້ນ ເຮົາຈຶ່ງຈຳເປັນຕ້ອງຮູ້ວ່າເຮົາຄວນຮຽນແບບໂປໂລບໍໃນການ “ປົກປ້ອງຂ່າວດີແລະພະຍາຍາມເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ.”—ຟລປ. 1:7
“ຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງເຊຊາ” (ກິດຈະການ 25:1-12)
3, 4. (ກ) ເປັນຫຍັງພວກຢິວຈຶ່ງຂໍໃຫ້ສົ່ງໂປໂລມາເມືອງເຢຣູຊາເລັມ ແລະໂປໂລລອດຊີວິດໄດ້ແນວໃດ? (ຂ) ພະເຢໂຫວາຊ່ວຍເຫຼືອຜູ້ຮັບໃຊ້ຂອງເພິ່ນໃນທຸກມື້ນີ້ຄືກັບທີ່ເຄີຍຊ່ວຍໂປໂລແນວໃດ?
3 ຫຼັງຈາກທີ່ຮັບຕຳແໜ່ງໄດ້ 3 ມື້ ເຟຊະໂຕເຈົ້າແຂວງໃນແຂວງຢູດາຍຄົນໃໝ່ຂອງໂຣມກໍໄດ້ເດີນທາງໄປເມືອງເຢຣູຊາເລັມ. a ຢູ່ຫັ້ນ ລາວໄດ້ຟັງພວກປະໂລຫິດກັບພວກຢິວທີ່ເປັນຄົນສຳຄັນກ່າວຫາວ່າໂປໂລເຮັດຜິດຮ້າຍແຮງ. ຄົນເຫຼົ່ານີ້ຮູ້ວ່າພວກໂຣມຢາກໃຫ້ເຟຊະໂຕຮັກສາສັນຕິສຸກກັບເຂົາເຈົ້າແລະຄົນຢິວທຸກຄົນ. ດັ່ງນັ້ນ ເຂົາເຈົ້າຈຶ່ງຂໍເຟຊະໂຕໃຫ້ສົ່ງໂປໂລມາເຢຣູຊາເລັມ ແລະພິຈາລະນາຄະດີຂອງລາວຢູ່ຫັ້ນ. ແຕ່ຄວາມຈິງແລ້ວ ເຂົາເຈົ້າໄດ້ວາງແຜນຈະຂ້າໂປໂລລະຫວ່າງທາງຈາກເມືອງກາຍຊາເຣຍມາເມືອງເຢຣູຊາເລັມ. ເຟຊະໂຕປະຕິເສດຄຳຂໍຂອງເຂົາເຈົ້າໂດຍບອກວ່າ: “ຖ້າໂປໂລເຮັດຫຍັງຜິດແທ້ ກໍໃຫ້ຄົນທີ່ມີອຳນາດໃນພວກເຈົ້າໄປນຳຂ້ອຍ [ໄປເມືອງກາຍຊາເຣຍ] ແລະໄປຟ້ອງລາວຢູ່ຫັ້ນ.” (ກຈກ. 25:5) ນີ້ຈຶ່ງເຮັດໃຫ້ໂປໂລລອດຊີວິດອີກເທື່ອໜຶ່ງ.
4 ໃນໄລຍະທີ່ໂປໂລຖືກພິຈາລະນາຄະດີ ພະເຢໂຫວາໄດ້ໃຊ້ພະເຢຊູຄລິດມາໃຫ້ກຳລັງໃຈແລະຊ່ວຍເຫຼືອໂປໂລ. ຕົວຢ່າງເຊັ່ນ ພະເຢຊູໄດ້ບອກໂປໂລໃນນິມິດວ່າ: “ໃຫ້ກ້າຫານ!” (ກຈກ. 23:11) ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຈົ້າກໍເຈິບັນຫາຫຼາຍຢ່າງແລະການຂົ່ມເຫງ. ແມ່ນຢູ່ວ່າພະເຢໂຫວາບໍ່ ໄດ້ປົກປ້ອງເຮົາຈາກຄວາມລຳບາກທຸກຢ່າງ ແຕ່ເພິ່ນຈະໃຫ້ສະຕິປັນຍາແລະກຳລັງກັບເຮົາເພື່ອຈະອົດທົນໄດ້. ເຮົາສາມາດໝັ້ນໃຈໄດ້ວ່າພະເຈົ້າຜູ້ເປັນຄວາມຮັກຈະໃຫ້ “ກຳລັງທີ່ຫຼາຍກວ່າປົກກະຕິ” ກັບເຮົາສະເໝີ.—2ກຣ. 4:7
5. ຕອນທຳອິດເຟຊະໂຕຕັ້ງໃຈຈະຈັດການຄະດີຂອງໂປໂລແນວໃດ?
5 ຫຼາຍມື້ຕໍ່ມາ ໂປໂລແລະພວກທີ່ກ່າວຫາໄດ້ມາຢືນຢູ່ຕໍ່ໜ້າເຟຊະໂຕທີ່ນັ່ງເທິງ “ບັນລັງພິພາກສາ” ໃນເມືອງກາຍຊາເຣຍ. b ເຂົາເຈົ້າກ່າວຫາວ່າໂປໂລເຮັດຜິດທັງໆທີ່ລາວບໍ່ໄດ້ເຮັດຫຍັງ. ລາວຈຶ່ງເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດຜິດກົດໝາຍຂອງຊາວຢິວ ແລະບໍ່ໄດ້ເຮັດຫຍັງທີ່ລົບລູ່ວິຫານຫຼືເຮັດຜິດຕໍ່ເຊຊາ.” ໂປໂລບໍ່ມີຄວາມຜິດແລະສົມຄວນຖືກປ່ອຍໂຕ. ແລ້ວເຟຊະໂຕຕັດສິນໃຈເລື່ອງນີ້ແນວໃດ? ຍ້ອນລາວຢາກເອົາໃຈຄົນຢິວ ລາວເລີຍຖາມໂປໂລວ່າ: “ເຈົ້າຢາກໄປເມືອງເຢຣູຊາເລັມແລະໃຫ້ຂ້ອຍຕັດສິນເລື່ອງຢູ່ຫັ້ນບໍ?” (ກຈກ. 25:6-9) ນີ້ເປັນຂໍ້ສະເໜີທີ່ບໍ່ດີແທ້ໆ! ຖ້າໂປໂລຖືກສົ່ງກັບໄປເຢຣູຊາເລັມ ລາວຈະຖືກພວກຢິວຕັດສິນແລະຈະຖືກຂ້າແທ້. ຈາກເຫດການນີ້ ເຮົາໄດ້ເຫັນວ່າເຟຊະໂຕເລືອກທີ່ຈະເອົາໃຈຜູ້ຄົນແທນທີ່ຈະເຮັດສິ່ງທີ່ຖືກຕ້ອງ. ຫຼາຍປີກ່ອນໜ້ານີ້ ປົນຕີໂອປີລາດທີ່ເປັນເຈົ້າແຂວງຄົນກ່ອນກໍໄດ້ເຮັດກັບພະເຢຊູຄ້າຍໆກັນນີ້. (ຢຮ. 19:12-16) ໃນທຸກມື້ນີ້ ຜູ້ພິພາກສາກໍອາດຕັດສິນແບບບໍ່ຍຸຕິທຳຍ້ອນເຂົາເຈົ້າຢາກເອົາໃຈບາງຄົນ. ດັ່ງນັ້ນ ເຮົາຈຶ່ງບໍ່ແປກໃຈທີ່ສານຕັດສິນຄະດີແບບບໍ່ຍຸຕິທຳໃນເລື່ອງທີ່ກ່ຽວຂ້ອງກັບປະຊາຊົນຂອງພະເຈົ້າ.
6, 7. ເປັນຫຍັງໂປໂລຈຶ່ງອຸທອນຕໍ່ເຊຊາ ແລະເຮົາຮຽນຫຍັງໄດ້ຈາກຕົວຢ່າງຂອງລາວ?
6 ການທີ່ເຟຊະໂຕຢາກເອົາໃຈຄົນຢິວອາດເຮັດໃຫ້ໂປໂລຕ້ອງຕາຍ. ດັ່ງນັ້ນ ໂປໂລຈຶ່ງໃຊ້ສິດຂອງລາວໃນຖານະພົນລະເມືອງໂຣມ. ລາວບອກເຟຊະໂຕວ່າ: “ຂ້ອຍກໍຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງເຊຊາຢູ່ແລ້ວ ຂ້ອຍກໍຄວນຈະຖືກຕັດສິນຢູ່ນີ້ບໍ່ແມ່ນບໍ. ທີ່ຈິງ ທ່ານກໍຮູ້ດີວ່າຂ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ຊາວຢິວ . . . ຂ້ອຍຂໍອຸທອນຕໍ່ເຊຊາ!” ຕາມປົກກະຕິແລ້ວ ຖ້າມີໃຜຮ້ອງຂໍແບບນີ້ ຄຳຮ້ອງຂໍນັ້ນຈະປ່ຽນແປງບໍ່ໄດ້ ເຊິ່ງເຟຊະໂຕກໍເຮັດໃຫ້ເລື່ອງນີ້ຊັດເຈນໂດຍບອກວ່າ: “ໃນເມື່ອເຈົ້າອຸທອນຕໍ່ເຊຊາ ເຈົ້າກໍຕ້ອງໄປຫາເຊຊາ.” (ກຈກ. 25:10-12) ຕອນທີ່ໂປໂລອຸທອນຕໍ່ເຊຊາ ລາວໄດ້ເຮັດໃຫ້ເຫັນວ່າຄລິດສະຕຽນໃນທຸກມື້ນີ້ຄວນເຮັດແນວໃດເມື່ອເຈິເຫດການທີ່ຄ້າຍໆກັນ. ເມື່ອຜູ້ຕໍ່ຕ້ານພະຍາຍາມຈະ “ອອກກົດໝາຍເພື່ອສ້າງຄວາມເດືອດຮ້ອນ” ພະຍານພະເຢໂຫວາກໍໃຊ້ວິທີການທາງກົດໝາຍໃຫ້ເປັນປະໂຫຍດເພື່ອປົກປ້ອງຂ່າວດີ. c—ເພງ. 94:20, ລ.ມ
7 ໂປໂລຖືກຂັງຄຸກຫຼາຍກວ່າ 2 ປີທັງໆທີ່ບໍ່ໄດ້ເຮັດຫຍັງຜິດ ແລະຕອນນີ້ລາວມີໂອກາດທີ່ຈະໄປແກ້ຄະດີໃນໂຣມ. ແຕ່ກ່ອນທີ່ໂປໂລຈະເດີນທາງ ເຈົ້າໜ້າທີ່ລັດອີກຄົນໜຶ່ງຢາກເຈິລາວ.
“ຂ້ອຍຈຶ່ງເຮັດຕາມ” (ກິດຈະການ 25:13–26:23)
8, 9. ເປັນຫຍັງກະສັດອັກກິບປາຈຶ່ງໄປຢາມເມືອງກາຍຊາເຣຍ?
8 ຫຼາຍມື້ຫຼັງຈາກທີ່ເຟຊະໂຕໄດ້ພິຈາລະນາຄຳອຸທອນຂອງໂປໂລຕໍ່ເຊຊາ ກະສັດອັກກິບປາກັບເບນີເກນ້ອງສາວຂອງລາວກໍໄດ້ມາ “ຢ້ຽມຢາມ” ເຈົ້າແຂວງຄົນໃໝ່. d ໃນສະໄໝໂຣມ ເປັນທຳນຽມທີ່ເຈົ້າໜ້າທີ່ຂອງລັດຈະໄປຢາມເຈົ້າແຂວງທີ່ຫາກໍໄດ້ຮັບການແຕ່ງຕັ້ງ. ການທີ່ອັກກິບປາມາຢາມເພື່ອສະແດງຄວາມຍິນດີກັບເຟຊະໂຕສະແດງວ່າລາວພະຍາຍາມທີ່ຈະສ້າງຄວາມສຳພັນທີ່ດີກັບເຟຊະໂຕ ເຊິ່ງກ່ຽວຂ້ອງກັບຜົນປະໂຫຍດທາງການເມືອງໃນອະນາຄົດ.—ກຈກ. 25:13
9 ເຟຊະໂຕໄດ້ເລົ່າເລື່ອງຂອງໂປໂລໃຫ້ກະສັດອັກກິບປາຟັງ ອັກກິບປາຈຶ່ງຢາກຟັງໂປໂລ. ມື້ຕໍ່ມາກະສັດອັກກິບປາແລະນ້ອງສາວຂອງລາວກໍເດີນທາງມາຢ່າງຍິ່ງໃຫຍ່ອະລັງການ. ອັກກິບປານັ່ງເທິງບັນລັງພິພາກສາເພື່ອຟັງໂປໂລເວົ້າ ແຕ່ສິ່ງທີ່ໂປໂລກຳລັງຈະເວົ້າເຮັດໃຫ້ຜູ້ຄົນປະທັບໃຈຫຼາຍກວ່າການສະແດງອຳນາດທີ່ຍິ່ງໃຫຍ່ຂອງອັກກິບປາແລະເຟຊະໂຕ.—ກຈກ. 25:22-27
10, 11. ໂປໂລສະແດງຄວາມນັບຖືຕໍ່ອັກກິບປາແນວໃດແລະໂປໂລໄດ້ບອກໃຫ້ກະສັດຮູ້ລາຍລະອຽດອັນໃດກ່ຽວກັບສິ່ງທີ່ລາວເຄີຍເຮັດໃນອະດີດ?
10 ໂປໂລຂອບໃຈກະສັດອັກກິບປາດ້ວຍຄວາມນັບຖືທີ່ໃຫ້ລາວມີໂອກາດໄດ້ແກ້ຄະດີເພາະອັກກິບປາຊຳນານເລື່ອງທຳນຽມທັງໝົດຂອງຄົນຢິວແລະຮູ້ເລື່ອງຂໍ້ຂັດແຍ່ງຕ່າງໆຂອງຄົນຢິວເປັນຢ່າງດີ. ຕໍ່ຈາກນັ້ນ ໂປໂລໄດ້ເວົ້າເຖິງຊີວິດໃນອະດີດຂອງໂຕລາວເອງວ່າ: “ຂ້ອຍເຄີຍເປັນຟາຣິຊາຍເຊິ່ງເປັນນິກາຍທີ່ເຄັ່ງທີ່ສຸດໃນສາສະໜາຂອງຊາດນີ້.” (ກຈກ. 26:5) ຕອນທີ່ໂປໂລເປັນຟາຣິຊາຍ ລາວເຊື່ອໃນຄຳສັນຍາຂອງພະເຈົ້າວ່າເມຊີອາຈະມາ ແລະຫຼັງຈາກທີ່ໂປໂລເປັນຄລິດສະຕຽນ ລາວກໍໄດ້ປະກາດຢ່າງກ້າຫານວ່າພະເຢຊູແມ່ນເມຊີອາທີ່ພະເຈົ້າສັນຍາໄວ້. ດັ່ງນັ້ນ ໂປໂລຈຶ່ງອະທິບາຍ ກັບອັກກິບປາວ່າ ເຫດຜົນທີ່ລາວຖືກພິຈາລະນາຄະດີໃນມື້ນີ້ກໍຍ້ອນລາວປະກາດວ່າຄຳສັນຍາຂອງພະເຈົ້າໄດ້ເກີດຂຶ້ນແທ້ແລ້ວ ແລະນີ້ກໍເປັນຄຳສັນຍາທີ່ຜູ້ຕໍ່ຕ້ານເຊື່ອຄືກັນ. ຫຼັງຈາກຟັງສິ່ງທີ່ໂປໂລເວົ້າແລ້ວ ອັກກິບປາກໍແຮ່ງສົນໃຈຫຼາຍຂຶ້ນວ່າໂປໂລຈະເວົ້າຫຍັງອີກ. e
11 ຈາກນັ້ນໂປໂລກໍອະທິບາຍວ່າລາວເຄີຍຂົ່ມເຫງຄລິດສະຕຽນໃນອະດີດແນວໃດ ລາວບອກວ່າ: “ທີ່ຈິງ ຂ້ອຍເຄີຍເຊື່ອໝັ້ນວ່າຂ້ອຍຕ້ອງເຮັດທຸກຢ່າງເພື່ອຕໍ່ຕ້ານພະເຢຊູ ຊາວນາຊາເຣັດ, ຂ້ອຍໃຈຮ້າຍຫຼາຍ ເຖິງຂັ້ນນຳໄປຂົ່ມເຫງພວກເຂົາໃນເມືອງອື່ນໆທີ່ຢູ່ໄກໆ.” (ກຈກ. 26:9-11) ໂປໂລບໍ່ໄດ້ເວົ້າເກີນຄວາມເປັນຈິງ ຫຼາຍຄົນຮູ້ດີວ່າລາວເຄີຍຂົ່ມເຫງຄລິດສະຕຽນຢ່າງຮຸນແຮງ. (ຄລຕ. 1:13, 23) ອັກກິບປາອາດສົງໄສວ່າ ‘ອັນໃດເຮັດໃຫ້ຄົນແບບນີ້ປ່ຽນມາເປັນຄລິດສະຕຽນ?’
12, 13. (ກ) ໂປໂລເວົ້າເຖິງການປ່ຽນຄວາມເຊື່ອຂອງລາວແນວໃດ? (ຂ) ໂປໂລໄດ້ເຮັດຄືກັບວ່າລາວ “ເຕະກະຕັກ” ແນວໃດ?
12 ຄຳຕອບຢູ່ໃນຄຳເວົ້າຕໍ່ໄປຂອງໂປໂລ ລາວບອກວ່າ: “ຕອນທີ່ຂ້ອຍເດີນທາງໄປເມືອງດາມາກັດ . . . ຕາມທີ່ໄດ້ຮັບອຳນາດແລະຄຳສັ່ງຈາກພວກປະໂລຫິດໃຫຍ່ ຕອນນັ້ນເປັນຕອນທ່ຽງ ຂ້ອຍເຫັນແສງສະຫວ່າງເຈີດຈ້າກວ່າແສງດວງຕາເວັນສ່ອງມາໃສ່ຕົວຂ້ອຍກັບຄົນທີ່ໄປນຳກັນ. ເມື່ອພວກເຮົາລົ້ມລົງພື້ນ ຂ້ອຍກໍໄດ້ຍິນສຽງເວົ້າເປັນພາສາເຮັບເຣີວ່າ: ‘ໂຊໂລ ໂຊໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ? ເຈົ້າເຕະກະຕັກເຈົ້າກໍເຈັບເອງ.’ ຂ້ອຍຈຶ່ງຖາມວ່າ: ‘ນາຍເອີຍ ທ່ານແມ່ນໃຜ?’ ເພິ່ນ ຕອບວ່າ: ‘ຂ້ອຍແມ່ນເຢຊູຜູ້ທີ່ເຈົ້າຂົ່ມເຫງ.’” f—ກຈກ. 26:12-15
13 ກ່ອນທີ່ເຫດການອັດສະຈັນນີ້ຈະເກີດຂຶ້ນ ສິ່ງທີ່ໂປໂລເຮັດເປັນຄືກັບວ່າລາວກຳລັງ “ເຕະກະຕັກ.” ຍ້ອນຫຍັງ? ຄືກັບສັດທີ່ເອົາໄວ້ໃຊ້ວຽກ ຖ້າສັດນັ້ນຂັດຂືນ ກະຕັກທີ່ແຫຼມຄົມກໍຈະເຮັດໃຫ້ມັນເຈັບໂຕ. ຄ້າຍກັນໂປໂລກໍໄດ້ເຮັດໃຫ້ຄວາມສຳພັນຂອງລາວກັບພະເຈົ້າເສຍຫາຍໂດຍເຮັດສິ່ງທີ່ຂັດກັບຄວາມຕ້ອງການຂອງເພິ່ນ. ດັ່ງນັ້ນ ການທີ່ພະເຢຊູມາເວົ້າກັບໂປໂລລະຫວ່າງທີ່ເດີນທາງໄປເມືອງດາມາກັດສະແດງວ່າເພິ່ນໄດ້ຊ່ວຍໂປໂລທີ່ເປັນຄົນຈິງໃຈແຕ່ຖືກຊັກນຳໄປຜິດທາງໃຫ້ປ່ຽນຄວາມຄິດຂອງລາວ.—ຢຮ. 16:1, 2
14, 15. ໂປໂລໄດ້ເວົ້າເຖິງການປ່ຽນແປງໃນຊີວິດລາວແນວໃດ?
14 ໂປໂລໄດ້ປ່ຽນແປງຄັ້ງໃຫຍ່ໃນຊີວິດ ລາວບອກອັກກິບປາວ່າ: “ຂ້ອຍຈຶ່ງເຮັດຕາມນິມິດທີ່ຂ້ອຍໄດ້ຮັບຈາກສະຫວັນ. ຂ້ອຍໄປປະກາດກັບຄົນໃນເມືອງດາມາກັດກ່ອນ ແລ້ວກໍປະກາດກັບຄົນໃນເມືອງເຢຣູຊາເລັມແລະຄົນທົ່ວແຂວງຢູດາຍ ແລ້ວກໍຄົນຕ່າງຊາດນຳອີກ. ຂ້ອຍບອກໃຫ້ພວກເຂົາກັບໃຈແລະມາຫາພະເຈົ້າໂດຍເຮັດສິ່ງທີ່ສະແດງວ່າພວກເຂົາກັບໃຈແທ້ໆ.” (ກຈກ. 26:19, 20) ເປັນເວລາຫຼາຍປີທີ່ໂປໂລໄດ້ເຮັດວຽກມອບໝາຍທີ່ພະເຢຊູໃຫ້ລາວຕອນທີ່ເພິ່ນມາເວົ້າກັບລາວລະຫວ່າງທີ່ເດີນທາງໄປເມືອງດາມາກັດ. ແລ້ວຜົນເປັນແນວໃດ? ຫຼາຍຄົນໄດ້ເຂົ້າມາເປັນລູກສິດຂອງພະເຢຊູຫຼັງຈາກທີ່ໄດ້ຟັງໂປໂລປະກາດ. ເຂົາເຈົ້າກັບໃຈໂດຍເຊົາເຮັດສິ່ງທີ່ບໍ່ດີ ເຊົາເຮັດຜິດສິນລະທຳ ແລະປ່ຽນມາເຮັດສິ່ງທີ່ພະເຈົ້າຕ້ອງການ. ຄົນເຫຼົ່ານັ້ນກາຍເປັນພົນລະເມືອງດີ ເຊື່ອຟັງກົດໝາຍ ຢູ່ຢ່າງສະຫງົບແລະເປັນລະບຽບຮຽບຮ້ອຍ.
15 ເຖິງຫຼາຍຄົນຈະໄດ້ຮັບປະໂຫຍດຈາກສິ່ງທີ່ໂປໂລ ປະກາດ ແຕ່ພວກຜູ້ຕໍ່ຕ້ານກໍບໍ່ສົນໃຈ. ໂປໂລບອກວ່າ: “ຍ້ອນເຫດຜົນນີ້ແຫຼະ ພວກຢິວຈຶ່ງຈັບຂ້ອຍໃນວິຫານແລະພະຍາຍາມຂ້າຂ້ອຍ. ແຕ່ພະເຈົ້າຊ່ວຍຂ້ອຍໄວ້ ຂ້ອຍຈຶ່ງໄດ້ປະກາດໃຫ້ທັງຄົນທຳມະດາແລະຄົນທີ່ມີອຳນາດຟັງຈົນຮອດມື້ນີ້.”—ກຈກ. 26:21, 22
16. ເຮົາຈະຮຽນແບບໂປໂລແນວໃດເມື່ອຕ້ອງເວົ້າເລື່ອງຄວາມເຊື່ອຂອງເຮົາຕໍ່ໜ້າຜູ້ພິພາກສາແລະເຈົ້າໜ້າທີ່ບ້ານເມືອງ?
16 ເຮົາທີ່ເປັນຄລິດສະຕຽນແທ້ຕ້ອງ “ພ້ອມຢູ່ສະເໝີທີ່ຈະອະທິບາຍ” ຄວາມເຊື່ອຂອງເຮົາ. (1ປຕ. 3:15) ເມື່ອເຮົາຕ້ອງເວົ້າເລື່ອງຄວາມເຊື່ອຕໍ່ໜ້າຜູ້ພິພາກສາຫຼືເຈົ້າໜ້າທີ່ບ້ານເມືອງ ເຮົາສາມາດຮຽນແບບວິທີທີ່ໂປໂລເວົ້າກັບອັກກິບປາແລະເຟຊະໂຕ. ເຮົາຈະເວົ້າກັບເຂົາເຈົ້າດ້ວຍຄວາມນັບຖືໂດຍບອກວ່າ ຄຳພີໄບເບິນໄດ້ຊ່ວຍໃຫ້ຊີວິດເຮົາແລະຄົນອື່ນດີຂຶ້ນແນວໃດ. ການເວົ້າແບບນີ້ອາດເຮັດໃຫ້ເຂົາເຈົ້າປະທັບໃຈໄດ້.
“ເຈົ້າຈະໂນ້ມນ້າວຂ້ອຍໃຫ້ເຂົ້າມາເປັນຄລິດສະຕຽນ” (ກິດຈະການ 26:24-32)
17. ເຟຊະໂຕໄດ້ເຮັດຫຍັງຕອນທີ່ໂປໂລກຳລັງເວົ້າ ແລະຄົນໃນທຸກມື້ນີ້ມີຄວາມຄິດຄ້າຍກັບເຟຊະໂຕແນວໃດ?
17 ຕອນທີ່ຟັງໂປໂລອະທິບາຍຄວາມເຊື່ອແບບທີ່ໂນ້ມນ້າວໃຈ ເຟຊະໂຕກັບອັກກິບປາກໍຢູ່ຊື່ໆຕໍ່ ໄປບໍ່ໄດ້. ຂໍໃຫ້ສັງເກດສິ່ງທີ່ເກີດຂຶ້ນຕໍ່ຈາກນັ້ນ ຄຳພີໄບເບິນບອກວ່າ: “ຕອນທີ່ໂປໂລກຳລັງເວົ້າແກ້ຄະດີຢູ່ ເຟຊະໂຕກໍເວົ້າສຽງດັງວ່າ: ‘ໂປໂລ ເຈົ້າເປັນບ້າແລ້ວຫວາ! ເຈົ້າຮຽນຫຼາຍຈົນເສຍເສັ້ນແລ້ວ!’” (ກຈກ. 26:24) ການທີ່ເຟຊະໂຕເວົ້າອອກມາແບບນີ້ເຮັດໃຫ້ເຫັນວ່າ ຫຼາຍຄົນໃນທຸກມື້ນີ້ເບິ່ງວ່າຄົນທີ່ສອນຄວາມຈິງໃນຄຳພີໄບເບິນເປັນຄົນທີ່ບ້າສາສະໜາ ແລະຫຼາຍເທື່ອ ຄົນທີ່ຮຽນສູງໆກໍຮູ້ສຶກວ່າຍາກທີ່ຈະຍອມຮັບຄຳສອນຂອງຄຳພີໄບເບິນໃນເລື່ອງການຄືນມາຈາກຕາຍ.
18. ໂປໂລຕອບເຟຊະໂຕແນວໃດ ແລະນີ້ໄດ້ເຮັດໃຫ້ອັກກິບປາເວົ້າຫຍັງ?
18 ແຕ່ໂປໂລໄດ້ຕອບເຈົ້າແຂວງວ່າ: “ທ່ານເຟຊະໂຕທີ່ນັບຖື ຂ້ອຍບໍ່ໄດ້ເປັນບ້າ. ຂ້ອຍເວົ້າຄວາມຈິງແລະຍັງມີສະຕິດີຢູ່. ທີ່ຈິງ ກະສັດອັກກິບປາຮູ້ເລື່ອງທີ່ຂ້ອຍເວົ້າເປັນຢ່າງດີ ແລະຂ້ອຍກໍເວົ້າກັບກະສັດແບບກົງໄປກົງມາ . . . ກະສັດອັກກິບປາ ທ່ານເຊື່ອພວກຜູ້ພະຍາກອນບໍ? ຂ້ອຍຮູ້ວ່າທ່ານເຊື່ອ.” ກະສັດອັກກິບປາຕອບໂປໂລວ່າ: “ຖ້າຂ້ອຍຟັງເຈົ້າເວົ້າຕໍ່ອີກໜ້ອຍໜຶ່ງ ເຈົ້າຈະໂນ້ມນ້າວຂ້ອຍໃຫ້ເຂົ້າມາເປັນຄລິດສະຕຽນ.” (ກຈກ. 26:25-28) ເຖິງເຮົາຈະບໍ່ຮູ້ວ່າອັກກິບປາຄິດແບບທີ່ລາວເວົ້າແທ້ໆບໍ ແຕ່ຢ່າງໜ້ອຍຄຳເວົ້າຂອງລາວກໍສະແດງໃຫ້ເຫັນວ່າລາວຄິດຢ່າງຈິງຈັງກ່ຽວກັບສິ່ງທີ່ໂປໂລເວົ້າ.
19. ເຟຊະໂຕກັບອັກກິບປາໄດ້ຕັດສິນຄະດີຂອງໂປໂລແນວໃດ?
19 ຈາກນັ້ນອັກກິບປາແລະເຟຊະໂຕກໍລຸກຂຶ້ນ ເຊິ່ງເປັນສັນຍານທີ່ໃຫ້ຜູ້ຟັງຮູ້ວ່າການພິຈາລະນາຄະດີໄດ້ສິ້ນສຸດລົງແລ້ວ. “ຕອນທີ່ອອກໄປ ພວກເຂົາພາກັນເວົ້າວ່າ: ‘ຜູ້ນີ້ບໍ່ໄດ້ເຮັດຫຍັງທີ່ສົມຄວນຕາຍຫຼືຖືກຂັງຄຸກ.’ ແລ້ວກະສັດອັກກິບປາກໍເວົ້າກັບເຟຊະໂຕວ່າ: ‘ຖ້າຜູ້ນີ້ບໍ່ໄດ້ອຸທອນຕໍ່ເຊຊາ ກໍຄວນປ່ອຍຕົວລາວໄປໄດ້.’” (ກຈກ. 26:31, 32) ຄົນເຫຼົ່ານີ້ຮູ້ວ່າໂປໂລບໍ່ມີຄວາມຜິດ. ບາງທີເຂົາເຈົ້າອາດຈະເບິ່ງຄລິດສະຕຽນໃນແງ່ດີຫຼາຍຂຶ້ນ.
20. ການທີ່ໂປໂລໄດ້ປະກາດກັບພວກເຈົ້າໜ້າທີ່ລະດັບສູງສົ່ງຜົນດີແນວໃດ?
20 ເບິ່ງຄືວ່າເຟຊະໂຕກັບອັກກິບປາບໍ່ໄດ້ເຂົ້າມາເປັນຄລິດສະຕຽນຫຼັງຈາກທີ່ໂປໂລປະກາດໃຫ້ເຂົາເຈົ້າຟັງ. ຄັນຊັ້ນທີ່ໂປໂລເວົ້າກັບເຂົາເຈົ້າມີປະໂຫຍດຫຍັງບໍ? ມີແທ້. ການທີ່ໂປໂລ “ຖືກພາຕົວໄປຢູ່ຕໍ່ໜ້າກະສັດແລະເຈົ້າແຂວງ” ໃນແຂວງຢູດາຍເຮັດໃຫ້ລາວມີໂອກາດທີ່ຈະປະກາດຄວາມຈິງກັບພວກເຈົ້າໜ້າທີ່ລະດັບສູງຂອງໂຣມເຊິ່ງອາດບໍ່ມີໃຜເຂົ້າເຖິງໄດ້. (ລກ. 21:12, 13) ນອກຈາກນັ້ນ ປະສົບການແລະຄວາມສັດຊື່ຂອງໂປໂລຕອນທີ່ເຈິຄວາມຍາກລຳບາກຍັງເຮັດໃຫ້ພີ່ນ້ອງຄລິດສະຕຽນໄດ້ຮັບກຳລັງໃຈແທ້ໆ.—ຟລປ. 1:12-14
21. ຖ້າເຮົາອົດທົນປະກາດຕໍ່ໄປອາດເຮັດໃຫ້ມີສິ່ງດີໆຫຍັງແດ່ເກີດຂຶ້ນ?
21 ໃນທຸກມື້ນີ້ກໍຄືກັນ ຖ້າເຮົາອົດທົນປະກາດຕໍ່ໆໄປທັງໆທີ່ມີການຕໍ່ຕ້ານແລະຄວາມຍາກລຳບາກ ກໍອາດຈະເຮັດໃຫ້ມີສິ່ງດີໆຫຼາຍຢ່າງເກີດຂຶ້ນ. ເຮົາອາດມີໂອກາດໄດ້ປະກາດກັບເຈົ້າໜ້າທີ່ທີ່ປົກກະຕິເຂົ້າເຖິງໄດ້ຍາກ. ການທີ່ເຮົາອົດທົນຢ່າງສັດຊື່ອາດໃຫ້ກຳລັງໃຈພີ່ນ້ອງຄລິດສະຕຽນຫຼາຍຄົນ ແລະຊ່ວຍເຂົາເຈົ້າໃຫ້ກ້າຫານທີ່ຈະປະກາດເລື່ອງການປົກຄອງຂອງພະເຈົ້າຢ່າງລະອຽດຖີ່ຖ້ວນ.
a ເບິ່ງຂອບ “ ໂປກີໂອເຟຊະໂຕເຈົ້າແຂວງຄົນໂຣມ”
b “ບັນລັງພິພາກສາ” ແມ່ນເວທີທີ່ຍົກສູງແລະໃຫ້ຜູ້ພິພາກສານັ່ງ. ການຕັ້ງຢູ່ໃນບ່ອນສູງແບບນີ້ເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຄຳຕັດສິນຂອງຜູ້ພິພາກສາຖືວ່າເດັດຂາດແລະປ່ຽນແປງບໍ່ໄດ້. ປີລາດກໍນັ່ງເທິງບັນລັງພິພາກສາຕອນທີ່ລາວພິຈາລະນາຂໍ້ກ່າວຫາຂອງພະເຢຊູ.
d ເບິ່ງຂອບ “ ກະສັດເຮໂຣດອັກກິບປາທີ 2”
e ໂປໂລເປັນຄລິດສະຕຽນແລະລາວຍອມຮັບວ່າພະເຢຊູເປັນເມຊີອາ. ສ່ວນພວກຢິວທີ່ບໍ່ຍອມຮັບພະເຢຊູເບິ່ງໂປໂລວ່າເປັນຜູ້ທໍລະຍົດພະເຈົ້າ.—ກຈກ. 21:21, 27, 28
f ຈາກຄຳເວົ້າຂອງໂປໂລທີ່ວ່າ ລາວເດີນທາງໃນ “ຕອນທ່ຽງ” ຜູ້ຊ່ຽວຊານດ້ານຄຳພີໄບເບິນຄົນໜຶ່ງໃຫ້ຂໍ້ສັງເກດວ່າ: “ປົກກະຕິແລ້ວນັກເດີນທາງຈະຢຸດພັກໃນຕອນທ່ຽງຂອງມື້ທີ່ອາກາດຮ້ອນຍົກເວັ້ນແຕ່ວ່າລາວຈະຟ້າວແທ້ໆ. ດັ່ງນັ້ນ ເຮົາເລີຍເຫັນວ່າໂປໂລມີຄວາມມຸ່ງໝັ້ນຫຼາຍທີ່ຈະໄປຂົ່ມເຫງຄລິດສະຕຽນ.”