ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 28

“ຈົນ​ຮອດ​ສຸດ​ຂອບ​ໂລກ”

“ຈົນ​ຮອດ​ສຸດ​ຂອບ​ໂລກ”

ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ວຽກ​ປະກາດ​ຕໍ່​ໄປ​ເຊິ່ງ​ເປັນ​ວຽກ​ທີ່​ລູກສິດ​ຂອງ​ພະ​ເຢຊູ​ຄລິດ​ໄດ້​ເລີ່ມ​ເຮັດ​ເມື່ອ 2.000 ກວ່າ​ປີ​ມາ​ແລ້ວ

1. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກັບ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ມີ​ຫຍັງ​ທີ່​ຄື​ກັນ?

 ເຂົາເຈົ້າ​ປະກາດ​ຢ່າງ​ກະຕືລືລົ້ນ. ເຂົາເຈົ້າ​ຖ່ອມຕົວ​ຍອມຮັບ​ການ​ຊ່ວຍ​ເຫຼືອ​ແລະ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ. ເມື່ອ​ຖືກ​ຂົ່ມເຫງ ເຂົາເຈົ້າ​ບໍ່​ໄດ້​ເຊົາ​ປະກາດ ນີ້​ຈຶ່ງ​ເຮັດ​ໃຫ້​ພະເຈົ້າ​ອວຍພອນ​ເຂົາເຈົ້າ​ຫຼາຍ. ເລື່ອງ​ທັງໝົດ​ນີ້​ເກີດຂຶ້ນ​ແທ້​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ​ກໍ​ເກີດຂຶ້ນ​ແທ້​ກັບ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ຄື​ກັນ.

2, 3. ເປັນ​ຫຍັງ​ປຶ້ມ​ກິດຈະການ​ຈຶ່ງ​ເປັນ​ປຶ້ມ​ທີ່​ພິເສດ?

2 ເຈົ້າ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເມື່ອ​ໄດ້​ອ່ານ​ປຶ້ມ​ກິດຈະການ​ຂອງ​ອັກຄະສາວົກ. ປຶ້ມ​ນີ້​ບັນທຶກ​ເລື່ອງ​ລາວ​ແລະ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ເລື່ອງ! ປຶ້ມ​ນີ້​ພິເສດ​ຫຼາຍ ຍ້ອນ​ເປັນ​ປຶ້ມ​ດຽວ​ທີ່​ພະເຈົ້າ​ດົນໃຈ​ໃຫ້​ຂຽນ​ກ່ຽວກັບ​ສິ່ງ​ທີ່​ລູກສິດ​ຂອງ​ພະ​ເຢຊູ​ໃນ​ສະຕະວັດ​ທຳອິດ​ເຮັດ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ກັບ​ໄປ​ສະຫວັນ​ແລ້ວ.

3 ປຶ້ມ​ກິດຈະການ​ມີ​ຊື່​ຜູ້​ຄົນ​ຮອດ 95 ຄົນ. ເຂົາເຈົ້າ​ມາ​ຈາກ 32 ດິນແດນ 54 ເມືອງ ແລະ​ເກາະ​ອີກ 9 ເກາະ. ປຶ້ມ​ນີ້​ບັນທຶກ​ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ກ່ຽວກັບ​ຜູ້​ຄົນ​ຫຼາຍ​ຮູບແບບ​ບໍ່​ວ່າ​ຈະ​ເປັນ​ຄົນ​ທຳມະດາ ຄົນ​ທີ່​ນັບຖື​ສາສະໜາ​ປອມ ນັກ​ການເມືອງ​ທີ່​ຍິ່ງ​ຈອງຫອງ ແລະ​ພວກ​ຜູ້​ຕໍ່ຕ້ານ​ທີ່​ໃຊ້​ຄວາມ​ຮຸນແຮງ. ແຕ່​ບັນທຶກ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ເລື່ອງ​ຂອງ​ພີ່ນ້ອງ​ຊາຍ​ຍິງ​ຄລິດສະຕຽນ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ສະຕະວັດ​ທຳອິດ. ພີ່ນ້ອງ​ເຫຼົ່າ​ນັ້ນ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ ແຕ່​ເຂົາເຈົ້າ​ກໍ​ຍັງ​ປະກາດ​ຂ່າວ​ດີ​ດ້ວຍ​ຄວາມ​ກະຕືລືລົ້ນ.

4. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ໃກ້ຊິດ​ກັບ​ຜູ້​ຄົນ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ກ່ອນ ເຊັ່ນ ອັກຄະສາວົກ​ໂປໂລ ຕາບີທາ ແລະ​ພະຍານ​ທີ່​ສັດຊື່​ຄົນ​ອື່ນໆ?

4 ຕອນນີ້​ກໍ​ຜ່ານ​ມາ​ເກືອບ 2.000 ປີ​ແລ້ວ​ເມື່ອ​ຄິດ​ເຖິງ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ທີ່​ຢູ່​ໃນ​ປຶ້ມ​ກິດຈະການ ບໍ່​ວ່າ​ຈະ​ເປັນ​ອັກຄະສາວົກ​ເປໂຕ​ກັບ​ໂປໂລ​ຜູ້​ທີ່​ກະຕືລືລົ້ນ ລູກາ​ເຊິ່ງ​ເປັນ​ໝໍ​ທີ່​ພີ່ນ້ອງ​ຮັກ ບາຣະນາບາ​ພີ່ນ້ອງ​ທີ່​ມີ​ນ້ຳໃຈ ຊະເຕຟາໂນ​ຜູ້​ກ້າຫານ ຕາບີທາ​ພີ່ນ້ອງ​ຍິງ​ທີ່​ໃຈ​ດີ ລີເດຍ​ຜູ້​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ ແລະ​ອີກ​ຫຼາຍໆ​ຄົນ​ທີ່​ເປັນ​ພະຍານ​ທີ່​ສັດຊື່. ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຄີຍ​ມີ​ຊີວິດ​ມາ​ດົນ​ແລ້ວ ແຕ່​ເຮົາ​ກໍ​ຮູ້ສຶກ​ໃກ້ຊິດ​ກັບ​ເຂົາເຈົ້າ​ໄດ້. ຍ້ອນຫຍັງ? ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ຮັບ​ວຽກ​ມອບໝາຍ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຄື​ກັບ​ເຂົາເຈົ້າ. (ມທ. 28:19, 20) ນີ້​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ມີ​ສ່ວນ​ໃນ​ວຽກ​ນີ້!

“. . . ຈົນ​ຮອດ​ສຸດ​ຂອບ​ໂລກ.”—ກິດຈະການ 1:8

5. ລູກສິດ​ຂອງ​ພະ​ເຢຊູ​ໃນ​ສະຕະວັດ​ທຳອິດ​ເລີ່ມ​ເຮັດ​ວຽກ​ປະກາດ​ຢູ່​ໃສ​ແດ່?

5 ຂໍ​ໃຫ້​ຄິດ​ເຖິງ​ວຽກ​ທີ່​ພະ​ເຢຊູ​ມອບໝາຍ​ໃຫ້​ພວກ​ລູກສິດ​ເຮັດ. ເພິ່ນ​ບອກ​ວ່າ: “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ ພະລັງ​ບໍລິສຸດ​ນັ້ນ​ຈະ​ຢູ່​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ​ໃນ​ເມືອງ​ເຢຣູຊາເລັມ ແລະ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.” (ກຈກ. 1:8) ຕອນ​ທຳອິດ ພະລັງ​ບໍລິສຸດ​ໃຫ້​ກຳລັງ​ກັບ​ພວກ​ລູກສິດ​ເພື່ອ​ຈະ​ປະກາດ “ໃນ​ເມືອງ​ເຢຣູຊາເລັມ.” (ກຈກ. 1:1–8:3) ຈາກນັ້ນ ພາຍ​ໃຕ້​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ ເຂົາເຈົ້າ​ປະກາດ “ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ.” (ກຈກ. 8:4–13:3) ແລະ​ຕໍ່​ມາ ເຂົາເຈົ້າ​ກໍ​ເລີ່ມ​ປະກາດ​ຂ່າວ​ດີ​ໄປ “ຈົນ​ຮອດ​ສຸດ​ຂອບ​ໂລກ.”ກຈກ. 13:4–28:31

6, 7. ຕອນ​ທີ່​ເຮັດ​ວຽກ​ປະກາດ ເຮົາ​ມີ​ຫຍັງ​ແດ່​ທີ່​ພວກ​ພີ່ນ້ອງ​ໃນ​ສະຕະວັດ​ທຳອິດ​ບໍ່​ມີ?

6 ພີ່ນ້ອງ​ໃນ​ສະຕະວັດ​ທຳອິດ​ບໍ່​ມີ​ຄຳພີ​ໄບເບິນ​ແບບ​ຄົບ​ຊຸດ​ເພື່ອ​ໃຊ້​ໃນ​ວຽກ​ປະກາດ. ຊົ່ວ​ຊິ​ມີ​ປຶ້ມ​ຂ່າວ​ດີ​ທີ່​ຂຽນ​ໂດຍ​ມັດທາຍ​ກໍ​ຕ້ອງ​ໄດ້​ຖ້າ​ຈົນ​ຮອດ​ປະມານ​ປີ 41 ຫຼື​ຫຼັງ​ຈາກນັ້ນ. ເຖິງ​ວ່າ​ຈົດໝາຍ​ຂອງ​ໂປໂລ​ບາງ​ສະບັບ​ຂຽນ​ກ່ອນ​ທີ່​ປຶ້ມ​ກິດຈະການ​ຈະ​ຂຽນ​ແລ້ວ​ໃນ​ຊ່ວງ​ປະມານ​ປີ 61 ແຕ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ບໍ່​ມີ​ທັງ​ຄຳພີ​ໄບເບິນ​ແບບ​ຄົບ​ຊຸດ​ສຳລັບ​ໃຊ້​ສ່ວນຕົວ ແລະ​ບໍ່​ມີ​ປຶ້ມ​ຕ່າງໆ​ທີ່​ໃຫ້​ກັບ​ຜູ້​ທີ່​ສົນໃຈ. ກ່ອນ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ຄລິດສະຕຽນ​ຄົນ​ຢິວ​ຫຼາຍ​ຄົນ​ໄດ້​ຟັງ​ການ​ອ່ານ​ຄຳພີ​ໄບເບິນ. (2ກຣ. 3:14-16) ແຕ່​ເຂົາເຈົ້າ​ກໍ​ຕ້ອງ​ດຸ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ​ນຳ ເພາະ​ຕອນ​ທີ່​ໄປ​ປະກາດ ເຂົາເຈົ້າ​ຕ້ອງ​ຈື່​ຂໍ້​ຄຳພີ​ໄວ້​ເພື່ອ​ຈະ​ບອກ​ຄົນ​ອື່ນ.

7 ໃນ​ທຸກ​ມື້​ນີ້ ພະຍານ​ພະ​ເຢໂຫວາ​ສ່ວນ​ໃຫຍ່​ມີ​ຄຳພີ​ໄບເບິນ​ສຳລັບ​ໃຊ້​ສ່ວນຕົວ ແລະ​ຍັງ​ມີ​ປຶ້ມ​ຫຼາຍ​ຢ່າງ​ທີ່​ອະທິບາຍ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ. ພວກ​ເຮົາ​ກຳລັງ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໂດຍ​ການ​ປະກາດ​ຂ່າວ​ດີ​ໃນ 240 ດິນແດນ​ແລະ​ໃນ​ຫຼາຍໆ​ພາສາ.

ໄດ້​ກຳລັງ​ຈາກ​ພະລັງ​ບໍລິສຸດ

8, 9. (ກ) ພະລັງ​ບໍລິສຸດ​ຊ່ວຍ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ໃຫ້​ເຮັດ​ຫຍັງ​ໄດ້? (ຂ) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ທາດ​ທີ່​ສັດຊື່​ໄດ້​ຈັດ​ໃຫ້​ມີ​ຫຍັງ​ແດ່?

8 ຕອນ​ທີ່​ພະ​ເຢຊູ​ມອບໝາຍ​ໃຫ້​ພວກ​ລູກສິດ​ປະກາດ ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ.” ພະລັງ​ບໍລິສຸດ ຫຼື​ພະລັງ​ທີ່​ພະເຈົ້າ​ໃຊ້​ໃຫ້​ເຮັດ​ສິ່ງ​ຕ່າງໆ​ຈະ​ຊ່ວຍ​ລູກສິດ​ຂອງ​ພະ​ເຢຊູ​ໃຫ້​ປະກາດ​ໄປ​ທົ່ວ​ໂລກ. ໂດຍ​ທາງ​ພະລັງ​ບໍລິສຸດ ເປໂຕ​ກັບ​ໂປໂລ​ໄດ້​ປິ່ນປົວ​ຄົນ​ປ່ວຍ​ໃຫ້​ເຊົາ ຂັບ​ໄລ່​ປີສາດ ແລະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ. ແຕ່​ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຮັດ​ບາງ​ຢ່າງ​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ. ພະລັງ​ບໍລິສຸດ​ຊ່ວຍ​ໃຫ້​ອັກຄະສາວົກ​ແລະ​ພວກ​ລູກສິດ​ສາມາດ​ສອນ​ຄົນ​ອື່ນໆ​ໃຫ້​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.—ຢຮ. 17:3

9 ໃນ​ວັນ​ເພັນເຕກອດ​ປີ 33 ພວກ​ລູກສິດ​ຂອງ​ພະ​ເຢຊູ​ໄດ້​ເວົ້າ “ເປັນ​ພາສາ​ຕ່າງໆ​ຕາມ​ທີ່​ພະລັງ​ນັ້ນ​ໃຫ້​ເວົ້າ.” ດັ່ງນັ້ນ ເຂົາເຈົ້າ​ເລີຍ​ສາມາດ​ປະກາດ​ຄວາມ​ຈິງ​ກ່ຽວກັບ “ສິ່ງ​ມະຫັດສະຈັນ​ຕ່າງໆ​ຂອງ​ພະເຈົ້າ” ໄດ້​ໃນ​ຫຼາຍ​ພາສາ. (ກຈກ. 2:1-4, 11) ໃນ​ທຸກ​ມື້​ນີ້ ເຮົາ​ບໍ່​ໄດ້​ເວົ້າ​ພາສາ​ຕ່າງໆ​ໂດຍ​ການ​ອັດສະຈັນ. ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ທາດ​ທີ່​ສັດຊື່​ໄດ້​ຈັດ​ໃຫ້​ມີ​ປຶ້ມ​ຕ່າງໆ​ທີ່​ອະທິບາຍ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ໃນ​ຫຼາຍ​ພາສາ. ຕົວຢ່າງ​ເຊັ່ນ ມີ​ການ​ພິມ​ຫໍສັງເກດການ ກັບ​ຕື່ນເຖີດ! ຫຼາຍ​ລ້ານ​ຫົວ​ທຸກ​ເດືອນ ແລະ​ໃນ​ເວັບໄຊ jw.org ກໍ​ມີ​ປຶ້ມ​ແລະ​ວິດີໂອ​ຕ່າງໆ​ຫຼາຍ​ກວ່າ 1.000 ພາສາ. ທັງໝົດ​ນີ້​ເຮັດ​ໃຫ້​ເຮົາ​ສາມາດ​ປະກາດ “ສິ່ງ​ມະຫັດສະຈັນ​ຕ່າງໆ​ຂອງ​ພະເຈົ້າ” ໃຫ້​ກັບ​ຄົນ​ທຸກ​ປະເທດ ທຸກ​ຕະກູນ ແລະ​ທຸກ​ພາສາ.—ພນມ. 7:9

10. ຕັ້ງແຕ່​ປີ 1989 ເປັນ​ຕົ້ນ​ມາ ເກີດ​ຫຍັງ​ຂຶ້ນ​ກັບ​ການ​ແປ​ຄຳພີ​ໄບເບິນ?

10 ຕັ້ງແຕ່​ປີ 1989 ເປັນ​ຕົ້ນ​ມາ ທາດ​ທີ່​ສັດຊື່​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິເສດ​ໃນ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ອອກ​ໄປ​ໃນ​ຫຼາຍ​ພາສາ. ຄຳພີ​ໄບເບິນ​ສະບັບ​ນີ້​ໄດ້​ຮັບ​ການ​ແປ​ໄປ​ແລ້ວ​ຫຼາຍ​ກວ່າ 240 ລ້ານ​ຫົວ ແລະ​ຍັງ​ມີ​ອີກ​ຫຼາຍ​ຫົວ​ທີ່​ກຳລັງ​ພິມ​ຢູ່. ມີ​ແຕ່​ພະເຈົ້າ​ແລະ​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດ​ໃຫ້​ຄວາມ​ພະຍາຍາມ​ນີ້​ປະສົບ​ຜົນ​ສຳເລັດ​ໄດ້.

11. ມີ​ການ​ແປ​ປຶ້ມ​ຕ່າງໆ​ຂອງ​ພະຍານ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

11 ມີ​ອາສາ​ສະໝັກ​ຂອງ​ພະຍານ​ພະ​ເຢໂຫວາ​ຫຼາຍ​ພັນ​ຄົນ​ເຮັດ​ວຽກ​ແປ​ໃນ​ຫຼາຍ​ກວ່າ 150 ປະເທດ​ແລະ​ດິນແດນ. ເລື່ອງ​ນີ້​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ແປກໃຈ ຍ້ອນ​ບໍ່​ມີ​ອົງການ​ໃດ​ໃນ​ໂລກ​ອີກ​ແລ້ວ​ທີ່​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ໃຫ້​ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ​ໄປ​ທົ່ວ​ໂລກ​ກ່ຽວກັບ​ພະ​ເຢໂຫວາ ກະສັດ​ເມຊີອາ ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ໄດ້​ປົກຄອງ​ແລ້ວ​ຢູ່​ໃນ​ສະຫວັນ!—ກຈກ. 28:23

12. ໂປໂລ​ກັບ​ພີ່ນ້ອງ​ຄົນ​ອື່ນໆ​ສາມາດ​ເຮັດ​ວຽກ​ປະກາດ​ໄດ້​ແນວ​ໃດ?

12 ຕອນ​ທີ່​ໂປໂລ​ປະກາດ​ກັບ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ​ໃນ​ເມືອງ​ອັນຕີໂອເຂຍ​ແຂວງ​ປີຊີເດຍ “ທຸກ​ຄົນ​ທີ່​ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ​ກໍ​ເຂົ້າ​ມາ​ເປັນ​ລູກສິດ.” (ກຈກ. 13:48) ໃນ​ຕອນ​ທ້າຍ​ຂອງ​ປຶ້ມ​ກິດຈະການ ລູກາ​ບັນທຶກ​ວ່າ “ໂປໂລ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ . . . ຢ່າງ​ກ້າຫານ​ແລະ​ຢ່າງ​ໝັ້ນໃຈ​ໂດຍ​ບໍ່​ມີ​ໃຜ​ຂັດຂວາງ.” (ກຈກ. 28:31) ອັກຄະສາວົກ​ໂປໂລ​ປະກາດ​ຢູ່​ໃສ? ໂປໂລ​ປະກາດ​ຢູ່​ເມືອງ​ໂຣມ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ມະຫາ​ອຳນາດ​ໂລກ. ບໍ່​ວ່າ​ພວກ​ລູກສິດ​ໃນ​ສະຕະວັດ​ທຳອິດ​ຈະ​ເຮັດ​ວຽກ​ປະກາດ​ໂດຍ​ການ​ບັນລະຍາຍ​ຫຼື​ໃຊ້​ວິທີ​ອື່ນ ແຕ່​ວຽກ​ທັງໝົດ​ທີ່​ເຂົາເຈົ້າ​ເຮັດ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ.

ພວກ​ເຮົາ​ອົດທົນ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ

13. ເປັນ​ຫຍັງ​ເຮົາ​ຄວນ​ອະທິດຖານ​ເມື່ອ​ຖືກ​ຂົ່ມເຫງ?

13 ຕອນ​ທີ່​ພວກ​ລູກສິດ​ໃນ​ສະຕະວັດ​ທຳອິດ​ຖືກ​ຂົ່ມເຫງ ເຂົາເຈົ້າ​ອ້ອນວອນ​ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ມີ​ຄວາມ​ກ້າ. ແລ້ວ​ຜົນ​ເປັນ​ແນວ​ໃດ? ພະລັງ​ບໍລິສຸດ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ປະກາດ​ຄຳສອນ​ຂອງ​ພະເຈົ້າ​ຢ່າງ​ກ້າຫານ. (ກຈກ. 4:18-31) ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ອະທິດຖານ​ຂໍ​ສະຕິ​ປັນຍາ​ແລະ​ກຳລັງ​ເພື່ອ​ຈະ​ປະກາດ​ຕໍ່ໆ​ໄປ​ໄດ້​ເຖິງ​ຈະ​ຖືກ​ຂົ່ມເຫງ. (ຢກບ. 1:2-8) ຍ້ອນ​ພະເຈົ້າ​ຊ່ວຍ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ເພິ່ນ ເຮົາ​ຈຶ່ງ​ສາມາດ​ປະກາດ​ຕໍ່ໆ​ໄປ​ໄດ້. ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ປະກາດ​ໄດ້​ບໍ່​ວ່າ​ຈະ​ເປັນ​ການ​ຕໍ່ຕ້ານ ຫຼື​ການ​ຂົ່ມເຫງ​ຢ່າງ​ຢ່າງ​ຮຸນແຮງ. ດັ່ງນັ້ນ ເມື່ອ​ເຮົາ​ຖືກ​ຂົ່ມເຫງ ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ ຂໍ​ສະຕິ​ປັນຍາ ແລະ​ຂໍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ເພື່ອ​ຈະ​ປະກາດ​ຂ່າວ​ດີ.—ລກ. 11:13

14, 15. (ກ) ‘ການ​ຂົ່ມເຫງ​ຫຼັງ​ຈາກ​ທີ່​ຊະເຕຟາໂນ​ຖືກ​ຂ້າ’ ເກີດ​ຜົນ​ແນວ​ໃດ? (ຂ) ໃນ​ສະໄໝ​ຂອງ​ເຮົາ ຜູ້​ຄົນ​ຈຳນວນ​ຫຼາຍ​ໃນ​ຊີເບຣີ​ໄດ້​ຮຽນ​ຄວາມ​ຈິງ​ໂດຍ​ວິທີ​ໃດ?

14 ຊະເຕຟາໂນ​ໄດ້​ປະກາດ​ຢ່າງ​ກ້າຫານ​ກ່ອນ​ຈະ​ຖືກ​ພວກ​ສັດຕູ​ຂ້າ. (ກຈກ. 6:5; 7:54-60) ຕອນ​ທີ່​ເກີດ ‘ການ​ຂົ່ມເຫງ​ຢ່າງ​ຮຸນແຮງ’ ລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ໄດ້​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ​ແລະ​ຊາມາເຣຍ. ແຕ່​ນັ້ນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ປະກາດ. ຕອນ​ນັ້ນ​ຟີລິບ​ໄດ້​ໄປ​ຊາມາເຣຍ​ເພື່ອ “ປະກາດ​ເລື່ອງ​ພະຄລິດ” ແລະ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. (ກຈກ. 8:1-8, 14, 15, 25) ນອກ​ຈາກນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ: “ຫຼັງ​ຈາກ​ທີ່​ຊະເຕຟາໂນ​ຖືກ​ຂ້າ ພວກ​ລູກສິດ​ກໍ​ຖືກ​ຂົ່ມເຫງ ພວກ​ເຂົາ​ຈຶ່ງ​ກະຈັດກະຈາຍ​ໄປ​ຮອດ​ໂຟນີເຊຍ ເກາະ​ໄຊປຣັດ ແລະ​ເມືອງ​ອັນຕີໂອເຂຍ ແຕ່​ພວກ​ເຂົາ​ປະກາດ​ກັບ​ຄົນ​ຢິວ​ເທົ່າ​ນັ້ນ. ແຕ່​ໃນ​ເມືອງ​ອັນຕີໂອເຂຍ ມີ​ລູກສິດ​ບາງ​ຄົນ​ທີ່​ມາ​ຈາກ​ເກາະ​ໄຊປຣັດ​ແລະ​ກີເຣເນ​ໄດ້​ເລີ່ມ​ເວົ້າ​ນຳ​ຜູ້​ຄົນ​ທີ່​ເວົ້າ​ພາສາ​ກຣີກ ແລະ​ປະກາດ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.” (ກຈກ. 11:19, 20) ເຫັນ​ໄດ້​ວ່າ ການ​ຂົ່ມເຫງ​ໃນ​ຕອນ​ນັ້ນ​ໄດ້​ຊ່ວຍ​ໃຫ້​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແພ່​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ.

15 ໃນ​ສະໄໝ​ຂອງ​ເຮົາ​ກໍ​ມີ​ເຫດ​ຄ້າຍໆ​ກັນ​ທີ່​ເກີດຂຶ້ນ​ໃນ​ອະດີດ​ສະຫະພາບ​ໂຊວຽດ. ໂດຍ​ສະເພາະ​ໃນ​ຊ່ວງ​ປະມານ​ປີ 1950 ພະຍານ​ພະ​ເຢໂຫວາ​ຫຼາຍ​ພັນ​ຄົນ​ໄດ້​ຖືກ​ເນລະເທດ​ໄປ​ຊີເບຣີ. ນີ້​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ຕາມ​ເຂດ​ຕ່າງໆ ແລະ​ເຂົາເຈົ້າ​ກໍ​ປະກາດ​ຂ່າວ​ດີ​ໄປ​ເລື້ອຍໆ​ໃນ​ດິນແດນ​ທີ່​ກວ້າງ​ໃຫຍ່​ນີ້. ມັນ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ພະຍານ​ພະ​ເຢໂຫວາ​ຈຳນວນ​ຫຼາຍ​ຂະໜາດ​ນັ້ນ​ຈະ​ມີ​ເງິນ​ຫຼາຍ​ພໍ​ເພື່ອ​ເດີນທາງ​ໄກ​ຮອດ 10.000 ກິໂລແມັດ​ໄປ​ປະກາດ​ຂ່າວ​ດີ! ແຕ່​ລັດຖະບານ​ເປັນ​ຜູ້​ທີ່​ສົ່ງ​ເຂົາເຈົ້າ​ຂ້າມ​ປະເທດ​ໄປ​ເອງ. ຄື​ກັບ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ໄວ້​ວ່າ: “ພວກ​ຜູ້​ມີ​ອຳນາດ​ກາຍ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ຄົນ​ທີ່​ຈິງໃຈ​ຫຼາຍ​ພັນ​ຄົນ​ໃນ​ຊີເບຣີ​ໄດ້​ມາ​ຮູ້​ຈັກ​ຄວາມ​ຈິງ.”

ພະ​ເຢໂຫວາ​ອວຍພອນ​ພວກ​ເຮົາ​ຫຼາຍ​ຢ່າງ

16, 17. ປຶ້ມ​ກິດຈະການ​ໃຫ້​ຫຼັກຖານ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ອວຍພອນ​ວຽກ​ປະກາດ?

16 ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ອວຍພອນ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ໂປໂລ​ກັບ​ຄົນ​ອື່ນໆ​ປູກ​ແລະ​ຫົດນ້ຳ “ແຕ່​ພະເຈົ້າ​ເປັນ​ຜູ້​ເຮັດ​ໃຫ້​ເຕີບໃຫຍ່.” (1ກຣ. 3:5, 6) ບັນທຶກ​ໃນ​ປຶ້ມ​ກິດຈະການ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ມີ​ຄົນ​ຈຳນວນ​ຫຼາຍ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ນີ້​ເປັນ​ຫຼັກຖານ​ວ່າ​ພະ​ເຢໂຫວາ​ອວຍພອນ​ວຽກ​ປະກາດ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ວ່າ “ຄຳສອນ​ຂອງ​ພະເຈົ້າ​ແພ່​ອອກ​ໄປ ພວກ​ລູກສິດ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເລື້ອຍໆ​ໃນ​ເມືອງ​ເຢຣູຊາເລັມ.” (ກຈກ. 6:7) ເນື່ອງ​ຈາກ​ພວກ​ລູກສິດ​ປະກາດ​ຫຼາຍ​ຂຶ້ນ​ເລື້ອຍໆ​ຢູ່​ຫຼາຍ​ບ່ອນ ນີ້​ຈຶ່ງ​ເຮັດ​ໃຫ້ “ປະຊາຄົມ​ທົ່ວ​ແຂວງ​ຢູດາຍ ຄາລີເລ ແລະ​ຊາມາເຣຍ​ຈຶ່ງ​ມີ​ເວລາ​ທີ່​ສະຫງົບສຸກ​ໄລຍະ​ໜຶ່ງ ແລະ​ປະຊາຄົມ​ກໍ​ເຂັ້ມແຂງ​ຂຶ້ນ ພວກ​ເຂົາ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ ແລະ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະລັງ​ບໍລິສຸດ ເຮັດ​ໃຫ້​ປະຊາຄົມ​ມີ​ຄົນ​ເພີ່ມ​ຂຶ້ນ​ເລື້ອຍໆ.”—ກຈກ. 9:31

17 ໃນ​ເມືອງ​ອັນຕີໂອເຂຍ​ຂອງ​ຊີເຣຍ ຄົນ​ຢິວ​ແລະ​ຄົນ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຍິນ​ຄວາມ​ຈິງ​ຈາກ​ພວກ​ລູກສິດ​ທີ່​ກ້າຫານ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຢູ່​ນຳ​ພວກ​ເຂົາ ແລະ​ເຮັດ​ໃຫ້​ຄົນ​ຈຳນວນ​ຫຼາຍ​ເຂົ້າ​ມາ​ເຊື່ອ​ແລະ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.” (ກຈກ. 11:21) ປຶ້ມ​ກິດຈະການ​ຍັງ​ບອກ​ຕໍ່​ອີກ​ວ່າ ໃນ​ເມືອງ​ນັ້ນ “ຄຳສອນ​ຂອງ​ພະ​ເຢໂຫວາ​ກໍ​ແພ່​ອອກ​ໄປ.” (ກຈກ. 12:24) ການ​ທີ່​ໂປໂລ​ແລະ​ພີ່ນ້ອງ​ຄົນ​ອື່ນໆ​ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ​ກັບ​ຄົນ​ຕ່າງ​ຊາດ​ໄດ້​ເຮັດ​ໃຫ້ “ຄຳສອນ​ຂອງ​ພະ​ເຢໂຫວາ​ແພ່​ອອກ​ໄປ​ຢ່າງ​ໜ້າ​ງຶດງໍ້​ແລະ​ບໍ່​ມີ​ຫຍັງ​ຂັດຂວາງ​ໄດ້.”—ກຈກ. 19:20

18, 19. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ເພິ່ນ.

18 ເຮົາ​ໝັ້ນໃຈ​ວ່າ​ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ກໍ​ຢູ່​ກັບ​ເຮົາ​ຄື​ກັນ. ນີ້​ເປັນ​ເຫດຜົນ​ທີ່​ມີ​ຫຼາຍ​ຄົນ​ເຂົ້າ​ມາ​ເຊື່ອ ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ນອກ​ຈາກນັ້ນ ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ສາມາດ​ອົດທົນ​ກັບ​ການ​ຕໍ່ຕ້ານ​ຢ່າງ​ໜັກ ການ​ຂົ່ມເຫງ​ທີ່​ຮຸນແຮງ ແລະ​ຍັງ​ປະກາດ​ຕໍ່ໆ​ໄປ​ໄດ້​ຄື​ກັບ​ໂປໂລ​ແລະ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. (ກຈກ. 14:19-21) ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ສະເໝີ ເພິ່ນ​ຈະ​ໃຊ້ “ແຂນ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ” ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຫຼືອ​ເຮົາ​ແນ່ນອນ​ຕອນ​ທີ່​ເຈິ​ການ​ທົດສອບ. (ພບຍ. 33:27) ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ “ພະ​ເຢໂຫວາ​ຈະ​ບໍ່​ຖິ້ມ​ປະຊາຊົນ​ຂອງ​ເພິ່ນ ຍ້ອນ​ເຫັນ​ແກ່​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.”—1ຊມ. 12:22; ເພງ. 94:14

19 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຍ້ອນ​ພີ່ນ້ອງ​ຮາຣັດ ແອັບ​ໄດ້​ເຮັດ​ວຽກ​ປະກາດ​ຕໍ່ໆ​ໄປ ພວກ​ນາຊີ​ຈຶ່ງ​ສົ່ງ​ລາວ​ໄປ​ຢູ່​ຄ້າຍ​ກັກ​ຂັງ​ຊັກ​ເຊັນ​ຮາວ​ເຊັນ​ລະຫວ່າງ​ຊ່ວງ​ສົງຄາມ​ໂລກ​ຄັ້ງ​ທີ 2. ໃນ​ເດືອນ​ພຶດສະພາ​ປີ 1942 ພວກ​ເກດ​ສະ​ຕາ​ໂປ​ໄດ້​ໄປ​ເຮືອນ​ຂອງ​ເອວຊາ​ເມຍ​ຂອງ​ຮາຣັດ ແລະ​ເອົາ​ລູກ​ສາວ​ທີ່​ຍັງ​ນ້ອຍ​ໄປ​ຈາກ​ລາວ ແລ້ວ​ກໍ​ຈັບ​ລາວ​ໄປ. ຈາກນັ້ນ ລາວ​ກໍ​ຖືກ​ສົ່ງ​ໄປ​ຢູ່​ຄ້າຍ​ຕ່າງໆ​ຫຼາຍ​ຄ້າຍ. ພີ່ນ້ອງ​ເອວຊາ​ເລົ່າ​ວ່າ: “ການ​ທີ່​ຕ້ອງ​ຢູ່​ໃນ​ຄ້າຍ​ກັກ​ຂັງ​ຂອງ​ເຢຍລະມັນ​ຫຼາຍ​ປີ​ສອນ​ບົດ​ຮຽນ​ທີ່​ລ້ຳ​ຄ່າ​ໃຫ້​ຂ້ອຍ. ບົດ​ຮຽນ​ນັ້ນ​ກໍ​ຄື ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ເຂັ້ມແຂງ​ໃນ​ຕອນ​ທີ່​ເຈົ້າ​ເຈິ​ກັບ​ການ​ທົດສອບ​ທີ່​ໜັກໆ. ກ່ອນ​ທີ່​ຂ້ອຍ​ຈະ​ຖືກ​ຈັບ ຂ້ອຍ​ໄດ້​ອ່ານ​ຈົດໝາຍ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ບອກ​ວ່າ​ຕອນ​ທີ່​ຖືກ​ທົດສອບ​ຢ່າງ​ໜັກ ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບໃຈ. ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ​ລາວ​ຄື​ຊິ​ເວົ້າ​ເກີນ​ຈິງ​ແນ່​ແຫຼະ. ແຕ່​ເມື່ອ​ຂ້ອຍ​ເຈິ​ເລື່ອງ​ນີ້​ກັບ​ໂຕເອງ ຂ້ອຍ​ຈຶ່ງ​ເຫັນ​ວ່າ​ລາວ​ເວົ້າ​ຖືກ. ມັນ​ແບບ​ນັ້ນ​ແທ້ໆ. ເຈົ້າ​ອາດຈະ​ບໍ່​ເຂົ້າໃຈ​ເຕັມທີ ຖ້າ​ເຈົ້າ​ຍັງ​ບໍ່​ເຄີຍ​ເຈິ​ກັບ​ເຫດການ​ແບບ​ນີ້. ແຕ່​ສຳລັບ​ຂ້ອຍ​ມັນ​ເປັນ​ແບບ​ນັ້ນ​ແທ້ໆ.”

ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ​ຕໍ່ໆ​ໄປ!

20. ໂປໂລ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ຖືກ​ກັກ​ໂຕ​ໃຫ້​ຢູ່​ແຕ່​ໃນ​ເຮືອນ ແລະ​ເລື່ອງ​ນີ້​ອາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຂອງ​ເຮົາ​ບາງ​ຄົນ​ແນວ​ໃດ?

20 ປຶ້ມ​ກິດຈະການ​ປິດ​ທ້າຍ​ດ້ວຍ​ຂໍ້​ຄວາມ​ທີ່​ບອກ​ວ່າ ໂປໂລ “ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ດ້ວຍ​ຄວາມ​ກະຕືລືລົ້ນ. (ກຈກ. 28:31) ເນື່ອງ​ຈາກ​ໂປໂລ​ຖືກ​ກັກ​ໂຕ​ໃຫ້​ຢູ່​ແຕ່​ໃນ​ເຮືອນ ລາວ​ຈຶ່ງ​ບໍ່​ມີ​ອິດສະຫຼະ​ທີ່​ຈະ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ໃນ​ເມືອງ​ໂຣມ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ໂປໂລ​ກໍ​ໄດ້​ປະກາດ​ຕໍ່ໆ​ໄປ​ໃຫ້​ກັບ​ທຸກ​ຄົນ​ທີ່​ມາ​ຫາ​ລາວ. ໃນ​ທຸກ​ມື້​ນີ້ ພີ່ນ້ອງ​ຂອງ​ເຮົາ​ບາງ​ຄົນ​ກໍ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ. ບາງ​ຄົນ​ອາດ​ຕ້ອງ​ນອນ​ຕິດ​ຕຽງ ຫຼື​ຢູ່​ໃນ​ສະຖານ​ທີ່​ເບິ່ງແຍງ​ຜູ້​ເຖົ້າ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ​ແລະ​ເຈັບ​ປ່ວຍ. ແຕ່​ຄວາມ​ຮັກ​ທີ່​ເຂົາເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ວຽກ​ປະກາດ​ບໍ່​ໄດ້​ໜ້ອຍ​ລົງ​ເລີຍ. ຂໍ​ໃຫ້​ເຮົາ​ອະທິດຖານ​ເພື່ອ​ພີ່ນ້ອງ​ເຫຼົ່າ​ນີ້ ແລະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ພີ່ນ້ອງ​ຂອງ​ເຮົາ​ໄດ້​ເຈິ​ກັບ​ຄົນ​ທີ່​ຢາກ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ.

21. ເປັນ​ຫຍັງ​ເຮົາ​ຄວນ​ປະກາດ​ໂດຍ​ຄິດ​ເຖິງ​ຄວາມ​ຮີບ​ດ່ວນ​ຢູ່​ສະເໝີ?

21 ພວກ​ເຮົາ​ສ່ວນ​ໃຫຍ່​ສາມາດ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ແລະ​ເຮັດ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໃນ​ຮູບແບບ​ອື່ນໆ​ໄດ້. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ເຮັດ​ໜ້າທີ່​ຂອງ​ເຮົາ​ໃນ​ຖານະ​ຜູ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ສຳເລັດ ແລະ​ຂໍ​ໃຫ້​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ໄປ “ຈົນ​ຮອດ​ສຸດ​ຂອບ​ໂລກ.” ເຮົາ​ຮູ້​ດີ​ວ່າ​ວຽກ​ນີ້​ເປັນ​ວຽກ​ຮີບ​ດ່ວນ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ຕອນນີ້ ເພາະ​ເຮົາ​ເຫັນ “ສັນຍານ” ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດທ້າຍ​ແທ້ໆ. (ມທ. 24:3-14) ຂໍ​ໃຫ້​ເຈົ້າ​ໃຊ້​ເວລາ​ທີ່​ມີ​ຢູ່​ຢ່າງ​ຄຸ້ມ​ຄ່າ ຍ້ອນ​ວຽກ​ປະກາດ​ເປັນ​ເລື່ອງ​ຮີບ​ດ່ວນ ແລະ​ເຮົາ​ມີ “ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຢ່າງ​ຫຼວງ​ຫຼາຍ.”—1ກຣ. 15:58

22. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ​ຕອນ​ທີ່​ກຳລັງ​ລໍ​ຖ້າ​ວັນ​ຂອງ​ພະ​ເຢໂຫວາ?

22 ຕອນ​ທີ່​ກຳລັງ​ລໍ​ຖ້າ​ໃຫ້ “ວັນ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ຕາ​ຢ້ານ​ຂອງ​ພະ​ເຢໂຫວາ . . . ມາ​ຮອດ” ຂໍ​ໃຫ້​ເຮົາ​ຕັ້ງໃຈ​ປະກາດ​ຕໍ່ໆ​ໄປ​ຢ່າງ​ສັດຊື່​ແລະ​ກ້າຫານ. (ຢອ. 2:31) ເຮົາ​ຍັງ​ມີ​ໂອກາດ​ໄດ້​ເຈິ​ຫຼາຍ​ຄົນ​ທີ່​ເປັນ​ຄື​ຄົນ​ໃນ​ເມືອງ​ເບເຣຍ​ທີ່ “ເຕັມໃຈ​ຍອມຮັບ​ຄຳສອນ​ຂອງ​ພະເຈົ້າ​ແລະ​ຢາກ​ຮຽນ​ຮູ້.” (ກຈກ. 17:10, 11) ດັ່ງນັ້ນ ຂໍ​ໃຫ້​ເຮົາ​ປະກາດ​ຕໍ່ໆ​ໄປ​ຈົນ​ວຽກ​ນີ້​ສຳເລັດ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຍິນ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ: “ດີ​ຫຼາຍ ເຈົ້າ​ເປັນ​ທາດ​ທີ່​ດີ​ແລະ​ສັດຊື່!” (ມທ. 25:23) ໃນ​ທຸກ​ມື້​ນີ້ ຖ້າ​ເຮົາ​ເຮັດ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຢ່າງ​ກະຕືລືລົ້ນ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ທີ່​ໄດ້​ມີ​ສິດທິ​ພິເສດ​ໃນ​ການ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ.