ບົດທີ 26
“ພວກເຈົ້າຈະບໍ່ຕາຍຈັກຄົນ”
ຕອນທີ່ເຮືອແຕກ ໂປໂລໄດ້ສະແດງຄວາມເຊື່ອແລະຄວາມຮັກຕໍ່ຄົນອື່ນຫຼາຍພ
1, 2. ໂປໂລຈະຕ້ອງເຈິການເດີນທາງແບບໃດ ແລະລາວອາດກັງວົນເລື່ອງຫຍັງແດ່?
ເຟຊະໂຕບອກໂປໂລວ່າ: “ໃນເມື່ອເຈົ້າອຸທອນຕໍ່ເຊຊາ ເຈົ້າກໍຕ້ອງໄປຫາເຊຊາ.” ຕອນທີ່ໂປໂລໄດ້ຍິນຄຳນີ້ ລາວຄືຊິຄິດຢູ່ເລື້ອຍໆວ່າຈະເກີດຫຍັງຂຶ້ນກັບລາວຕອນທີ່ໄປຫາເຊຊາ. ຍ້ອນໂປໂລຖືກຂັງຄຸກມາ 2 ປີແລ້ວ. ດັ່ງນັ້ນ ການທີ່ລາວຕ້ອງເດີນທາງໄກເພື່ອໄປເມືອງໂຣມອາດເຮັດໃຫ້ລາວໄດ້ປ່ຽນບັນຍາກາດແດ່. (ກຈກ. 25:12) ແຕ່ໂປໂລເຄີຍເດີນທາງດ້ວຍເຮືອມາຫຼາຍເທື່ອແລ້ວ ແລະຮູ້ດີວ່າມັນບໍ່ໄດ້ສະດວກສະບາຍ. ດັ່ງນັ້ນ ລາວອາດຈະກັງວົນກ່ຽວກັບການເດີນທາງເທື່ອນີ້ແລະກັງວົນເລື່ອງທີ່ຈະໄປເວົ້າຕໍ່ໜ້າເຊຊານຳ.
2 ໂປໂລເຄີຍເຈິ “ອັນຕະລາຍ . . . ໃນທະເລ” ຫຼາຍເທື່ອ ລອດຊີວິດຈາກເຮືອແຕກ 3 ເທື່ອ ແລະເຖິງຂັ້ນຕ້ອງຢູ່ໃນທະເລ 1 ມື້ 1 ຄືນ. (2ກຣ. 11:25, 26) ນອກຈາກນັ້ນ ການເດີນທາງເທື່ອນີ້ກໍຕ່າງກັນຫຼາຍຈາກການເດີນທາງໄປປະກາດໃນຕອນທີ່ໂປໂລຍັງເປັນອິດສະຫຼະ. ຍ້ອນຕອນນີ້ໂປໂລເປັນນັກໂທດ ແລະລາວຕ້ອງເດີນທາງໄກຫຼາຍໃນໄລຍະທາງປະມານ 3.000 ກິໂລແມັດຈາກເມືອງກາຍຊາເຣຍໄປຫາໂຣມ. ໂປໂລຈະໄປຮອດຈຸດໝາຍປາຍທາງໄດ້ຢ່າງປອດໄພບໍ? ຂໍໃຫ້ຈື່ໄວ້ວ່າ ໂປໂລຈະຖືກຕັດສິນໂດຍຜູ້ປົກຄອງບ້ານເມືອງທີ່ມີອຳນາດຫຼາຍທີ່ສຸດໃນສະໄໝນັ້ນ.
3. ໂປໂລຕັ້ງໃຈຈະເຮັດຫຍັງໃຫ້ສຳເລັດ ແລະເຮົາຈະໄດ້ຮຽນຫຍັງໃນບົດນີ້?
3 ຫຼັງຈາກໄດ້ອ່ານເລື່ອງຂອງໂປໂລທັງໝົດແລ້ວ ເຈົ້າຄິດວ່າໂປໂລຈະຮູ້ສຶກທໍ້ໃຈແລະໝົດຫວັງກັບສິ່ງທີ່ອາດເກີດຂຶ້ນກັບລາວບໍ? ບໍ່ເລີຍ. ກໍຢູ່ແມ່ນວ່າໂປໂລຕ້ອງເຈິຄວາມຍາກລຳບາກ ແຕ່ລາວບໍ່ຮູ້ວ່າຈະຕ້ອງເຈິຫຍັງແດ່. ລາວຮູ້ວ່າມັນບໍ່ມີປະໂຫຍດທີ່ຈະກັງວົນຫຼາຍເກີນໄປກັບສິ່ງທີ່ໂຕເອງຄວບຄຸມບໍ່ໄດ້ ແລະລາວກໍຮູ້ນຳວ່າ ຖ້າກັງວົນຫຼາຍເກີນໄປກໍອາດຈະເຮັດໃຫ້ບໍ່ມີຄວາມສຸກໃນວຽກຮັບໃຊ້ເລີຍ. (ມທ. 6:27, 34) ໂປໂລຮູ້ວ່າພະເຢໂຫວາຢາກໃຫ້ລາວໃຊ້ທຸກໂອກາດທີ່ຈະປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໃຫ້ກັບທຸກຄົນເຊິ່ງລວມເຖິງຄົນທີ່ມີອຳນາດປົກຄອງບ້ານເມືອງນຳ. (ກຈກ. 9:15) ບໍ່ວ່າໂປໂລຈະຕ້ອງເຈິຄວາມຍາກລຳບາກແບບໃດ ລາວກໍຕັ້ງໃຈເຮັດວຽກມອບໝາຍນີ້ໃຫ້ສຳເລັດ. ພວກເຮົາໃນທຸກມື້ນີ້ກໍຢາກເຮັດແບບນັ້ນຄືກັນ. ດັ່ງນັ້ນ ໃຫ້ເຮົາມາເບິ່ງການເດີນທາງຂອງໂປໂລເທື່ອນີ້ທີ່ຈະໄປໂຣມ ແລະເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງແດ່ຈາກຕົວຢ່າງຂອງລາວ.
“ກະແສລົມກໍຕ້ານພວກເຮົາຫຼາຍ” (ກິດຈະການ 27:1-7ກ)
4. ໂປໂລເລີ່ມເດີນທາງດ້ວຍເຮືອແບບໃດ ແລະມີໃຜເດີນທາງໄປເປັນໝູ່ລາວ?
4 ໂປໂລກັບນັກໂທດຈຳນວນໜຶ່ງຢູ່ໃນການເບິ່ງແຍງຂອງທະຫານໂຣມທີ່ຊື່ ຢູລີໂອ. ຢູລີໂອໄດ້ຕັດສິນໃຈເດີນທາງດ້ວຍເຮືອສິນຄ້າທີ່ມາຈອດຢູ່ເມືອງກາຍຊາເຣຍ. ເຮືອນີ້ມາຈາກເມືອງອາຣະມິດເຊິ່ງ ເປັນເມືອງທີ່ມີທ່າເຮືອລຽບຕາມຕາຝັ່ງຂອງແຂວງອາຊີນ້ອຍ ແລະຢູ່ກົງກັນຂ້າມກັບເມືອງມີເຕເລເນເທິງເກາະເລດສ໌ບອດ. ເຮືອນີ້ຈະແລ່ນໄປທາງເໜືອ ຈາກນັ້ນກໍໄປທາງຕາເວັນຕົກ ແລະຢຸດພັກຢູ່ເມືອງຕ່າງໆເພື່ອຮັບສົ່ງສິນຄ້າ. ເຮືອນີ້ເປັນເຮືອສິນຄ້າ ບໍ່ແມ່ນເຮືອໂດຍສານ ມັນຈຶ່ງບໍ່ຄ່ອຍເໝາະທີ່ຈະມີຄົນໂດຍສານໂດຍສະເພາະພວກນັກໂທດ. (ເບິ່ງຂອບ “ ການເດີນທາງດ້ວຍເຮືອກັບເສັ້ນທາງການຄ້າ”) ແຕ່ໜ້າດີໃຈທີ່ໂປໂລບໍ່ແມ່ນຄລິດສະຕຽນຄົນດຽວທີ່ຢູ່ໃນກຸ່ມນັກໂທດກຸ່ມນີ້ ຢ່າງໜ້ອຍກໍມີພີ່ນ້ອງ 2 ຄົນທີ່ເດີນທາງໄປເປັນໝູ່ລາວຄືອາຣິດຕາໂຂກັບລູກາ ເຊິ່ງລູກາເອງກໍເປັນຄົນບັນທຶກເຫດການນີ້. ເຮົາບໍ່ຮູ້ວ່າ 2 ຄົນນີ້ຈ່າຍຄ່າໂດຍສານເອງຫຼືໄດ້ຮັບອະນຸຍາດໃຫ້ຂຶ້ນເຮືອຟຣີຍ້ອນເຂົາເຈົ້າມາເຮັດໜ້າທີ່ຮັບໃຊ້ໂປໂລ.—ກຈກ. 27:1, 2
5. ໂປໂລສາມາດໄປພົບໃຜໃນເມືອງຊີໂດນ ແລະເຮົາໄດ້ຮຽນຫຍັງຈາກເລື່ອງນີ້?
5 ຫຼັງຈາກໃຊ້ເວລາ 1 ມື້ໃນທະເລ ແລະເດີນທາງໄປທາງທິດເໜືອປະມານ 110 ກິໂລແມັດ ເຮືອກໍມາຈອດຢູ່ເມືອງຊີໂດນເທິງແຄມຝັ່ງທະເລຂອງຊີເຣຍ. ເບິ່ງຄືວ່າຢູລີໂອບໍ່ໄດ້ປະຕິບັດຕໍ່ໂປໂລຄືນັກໂທດທົ່ວໄປ ນີ້ອາດເປັນຍ້ອນໂປໂລເປັນພົນລະເມືອງໂຣມທີ່ຍັງບໍ່ໄດ້ຖືກຕັດສິນວ່າມີຄວາມຜິດ. (ກຈກ. 22:27, 28; 26:31, 32) ຢູລີໂອອະນຸຍາດໃຫ້ໂປໂລຂຶ້ນຝັ່ງເພື່ອໄປພົບພີ່ນ້ອງຄລິດສະຕຽນ. ພີ່ນ້ອງຢູ່ຫັ້ນຄືຊິມີຄວາມສຸກຫຼາຍແທ້ໆທີ່ໄດ້ເບິ່ງແຍງໂປໂລຫຼັງຈາກທີ່ຖືກຂັງຄຸກມາດົນ! ເຈົ້າກໍອາດຈະຄິດເຖິງໂອກາດທີ່ຄ້າຍໆກັນນີ້ທີ່ຈະສະແດງຄວາມຮັກຕໍ່ພີ່ນ້ອງ. ຖ້າເຈົ້າສະແດງຄວາມຮັກຕໍ່ພີ່ນ້ອງແບບນີ້ ເຈົ້າກໍໝັ້ນໃຈໄດ້ວ່າໂຕເຈົ້າເອງຈະໄດ້ຮັບກຳລັງໃຈຄືກັນ.—ກຈກ. 27:3
6-8. ການເດີນທາງຂອງໂປໂລຈາກເມືອງຊີໂດນໄປເມືອງກະນີໂດເປັນແນວໃດ ແລະໂປໂລອາດຈະໃຊ້ໂອກາດໃດແດ່ທີ່ຈະປະກາດ?
6 ເມື່ອອອກຈາກເມືອງຊີໂດນ ເຮືອກໍແລ່ນຕໍ່ໄປຕາມແຄມຝັ່ງທະເລຜ່ານແຂວງກີລີເກຍເຊິ່ງຢູ່ໃກ້ເມືອງຕາໂຊບ້ານເກີດຂອງໂປໂລ. ລູກາບໍ່ໄດ້ເວົ້າເຖິງບ່ອນອື່ນໆທີ່ຢຸດພັກ ແຕ່ລາວບອກລາຍລະອຽດວ່າ ‘ກະແສລົມຕ້ານພວກເຮົາຫຼາຍ.’ (ກຈກ. 27:4, 5) ແຕ່ເຖິງເຫດການຈະເປັນແບບນັ້ນ ເຮົາກໍນຶກພາບອອກວ່າໂປໂລຕ້ອງໃຊ້ທຸກໂອກາດທີ່ຈະປະກາດຂ່າວດີ. ລາວຄືຊິປະກາດກັບພວກນັກໂທດແລະຄົນອື່ນໆທີ່ຢູ່ໃນເຮືອລວມທັງລູກເຮືອແລະທະຫານນຳ. ນອກຈາກນັ້ນ ໂປໂລກໍຄືຊິປະກາດກັບຄົນອື່ນໆທີ່ລາວເຈິຕອນທີ່ຈອດເຮືອຢູ່ແຄມຝັ່ງ. ຄືກັບໂປໂລ ພວກເຮົາໃນທຸກມື້ນີ້ກໍໃຊ້ທຸກໂອກາດທີ່ເຮົາມີເພື່ອຈະປະກາດຂ່າວດີ.
7 ໃນທີ່ສຸດ ເຮືອກໍມາຮອດເມືອງມີຣາເຊິ່ງເປັນເມືອງທີ່ມີທ່າເຮືອເທິງແຄມຝັ່ງທະເລທາງໃຕ້ຂອງອາຊີນ້ອຍ. ຢູ່ຫັ້ນ ໂປໂລກັບຄົນອື່ນໆຕ້ອງປ່ຽນໄປຂຶ້ນເຮືອອີກລຳໜຶ່ງທີ່ຈະພາເຂົາເຈົ້າໄປຮອດຈຸດໝາຍປາຍທາງທີ່ຢູ່ໂຣມ. (ກຈກ. 27:6) ໃນສະໄໝນັ້ນ ໂຣມໄດ້ເອົາເຂົ້າສ່ວນໃຫຍ່ມາຈາກເອຢິບ ແລະເຮືອທີ່ຂົນເຂົ້າຈາກເອຢິບກໍຈະມາຈອດຢູ່ເມືອງມີຣາ. ເມື່ອຢູລີໂອເຫັນເຮືອຂົນເຂົ້າແບບນັ້ນ ລາວກໍສັ່ງໃຫ້ທະຫານແລະພວກນັກໂທດຂຶ້ນເຮືອລຳນັ້ນ. ເຮືອລຳນີ້ຕ້ອງໃຫຍ່ກວ່າເຮືອລຳທຳອິດຫຼາຍ. ເຮືອນີ້ບັນທຸກສິນຄ້າທີ່ມີຄ່າເຊິ່ງກໍຄື ເຂົ້າວີດ ແລະຍັງມີລູກເຮືອ ທະຫານ ນັກໂທດ ແລະຄົນອື່ນໆທີ່ຈະໄປເມືອງໂຣມລວມທັງໝົດມີ 276 ຄົນ. ເຫັນໄດ້ແຈ້ງວ່າ ເມື່ອມີການປ່ຽນເຮືອແບບນີ້ ໂປໂລກໍມີໂອກາດທີ່ຈະປະກາດກັບຜູ້ຄົນໄດ້ຫຼາຍຂຶ້ນ ແລະເຮົາໝັ້ນໃຈວ່າລາວໄດ້ປະກາດກັບຫຼາຍຄົນເທົ່າທີ່ລາວເຮັດໄດ້.
8 ບ່ອນຕໍ່ໄປທີ່ເຮືອຈະແວ່ແມ່ນເມືອງກະນີໂດ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງອາຊີນ້ອຍ. ຖ້າເຮືອແລ່ນໄປຕາມລົມ ຈະໃຊ້ເວລາເດີນທາງປະມານ 1 ມື້. ແຕ່ລູກາບັນທຶກວ່າ “ເປັນເວລາຫຼາຍມື້ທີ່ເຮືອຂອງພວກເຮົາແລ່ນໄປໄດ້ຊ້າຫຼາຍ ແຕ່ໃນທີ່ສຸດກໍມາຮອດເມືອງກະນີໂດດ້ວຍຄວາມຍາກລຳບາກ.” (ກຈກ. 27:7ກ) ການແລ່ນເຮືອຕອນນັ້ນຍາກຫຼາຍເພາະສະພາບອາກາດບໍ່ດີ. (ເບິ່ງຂອບ “ ກະແສລົມຕ້ານໃນທະເລເມດີແຕຣາເນ”) ລອງຄິດເບິ່ງວ່າ ຄົນທີ່ຢູ່ເຮືອຊິລຳບາກສ່ຳໃດຕອນທີ່ເຂົາເຈົ້າຕ້ອງຂີ່ເຮືອຜ່ານຄື້ນລົມທີ່ຮຸນແຮງ.
“ຖືກພາຍຸໃຫຍ່ພັດໃສ່ຢ່າງໜັກ” (ກິດຈະການ 27:7ຂ-26)
9, 10. ມີຄວາມຫຍຸ້ງຍາກຫຍັງແດ່ໃນບໍລິເວນທີ່ໃກ້ເກາະກະເຣເຕ?
9 ກັບຕັນເຮືອວາງແຜນທີ່ຈະແລ່ນເຮືອຕໍ່ຈາກເມືອງກະນີໂດໄປທາງທິດຕາເວັນຕົກ ແຕ່ລູກາຜູ້ຢູ່ໃນເຫດການບອກວ່າ “ກະແສລົມຕ້ານແຮງຫຼາຍ.” (ກຈກ. 27:7ຂ) ຕອນທີ່ເຮືອແລ່ນຫ່າງຈາກແຜ່ນດິນ ກະແສລົມແຮງຈາກທາງຕາເວັນອອກສ່ຽງເໜືອໄດ້ພັດເຮືອໄປທາງໃຕ້ ເຊິ່ງອາດຈະເຮັດໃຫ້ເຮືອແລ່ນໄປດ້ວຍຄວາມໄວສູງ. ຄືກັບເຫດການກ່ອນໜ້ານີ້ ຕອນນັ້ນເກາະໄຊປຣັດໄດ້ປ້ອງກັນເຮືອໄວ້ຈາກກະແສລົມແຮງ ໃນເທື່ອນີ້ເກາະກະເຣເຕກໍໄດ້ຊ່ວຍປ້ອງກັນເຮືອໄວ້ຕອນທີ່ເຮືອແລ່ນຜ່ານແຫຼມຊັນໂມເນທີ່ຢູ່ປາຍທາງທິດຕາເວັນອອກຂອງເກາະກະເຣເຕ. ແລ້ວສະຖານະການກໍເລີ່ມດີຂຶ້ນ. ຍ້ອນຫຍັງ? ຍ້ອນເຮືອມາຢູ່ທາງຕອນໃຕ້ຂອງເກາະເຊິ່ງລົມບໍ່ແຮງ. ຕອນນັ້ນ ຄົນທີ່ຢູ່ເທິງເຮືອຄືຊິຮູ້ສຶກໂລ່ງໃຈຫຼາຍທີ່ລອດຈາກສະພາບອາກາດແບບນັ້ນມາໄດ້. ແຕ່ພວກລູກເຮືອກໍຍັງກັງວົນຍ້ອນເຂົາເຈົ້າຮູ້ດີວ່າ ອີກບໍ່ດົນຈະເຂົ້າສູ່ໜ້າໜາວເຊິ່ງເປັນຊ່ວງທີ່ອັນຕະລາຍໃນການແລ່ນເຮືອ.
10 ລູກາໄດ້ບອກໄວ້ຢ່າງຖືກຕ້ອງວ່າ: “ເຮືອແລ່ນລຽບຝັ່ງ [ເກາະກະເຣເຕ] ດ້ວຍຄວາມຍາກລຳບາກຈົນມາຮອດບ່ອນໜຶ່ງທີ່ຊື່ວ່າທ່າງາມ.” ເຖິງເຂົາເຈົ້າຈະບໍ່ເຈິລົມແຮງຍ້ອນແລ່ນເຮືອລຽບຝັ່ງ ແຕ່ກໍຍັງຍາກທີ່ຈະຄວບຄຸມເຮືອ. ໃນທີ່ສຸດ ເຂົາເຈົ້າກໍເຈິບ່ອນທີ່ປອດໄພໃນອ່າວນ້ອຍໆທີ່ຈະຈອດເຮືອໄດ້. ອ່າວນີ້ໜ້າຈະຢູ່ບໍລິເວນກ່ອນທີ່ລຽບຝັ່ງຈະອ້ອມໄປທາງເໜືອ. ເຂົາເຈົ້າພັກຢູ່ຫັ້ນດົນປານໃດ? ລູກາບອກວ່າ “ພວກເຮົາເສຍເວລາໄປຫຼາຍ.” ການທີ່ເຂົາເຈົ້າຢູ່ຫັ້ນດົນກໍແຮ່ງຈະເຮັດໃຫ້ການແລ່ນເຮືອອັນຕະລາຍຫຼາຍຂຶ້ນ. ຍ້ອນໃນເດືອນກັນຍາ ຫຼືເດືອນຕຸລາຈະເປັນຊ່ວງທີ່ການແລ່ນເຮືອອັນຕະລາຍຫຼາຍກວ່າ.—ກຈກ. 27:8, 9
11. ໂປໂລໃຫ້ຄຳແນະນຳຫຍັງກັບຄົນທີ່ຢູ່ເຮືອ ແຕ່ໃນທີ່ສຸດມີການຕັດສິນໃຈແນວໃດ?
11 ຜູ້ໂດຍສານບາງຄົນອາດມາຖາມໂປໂລວ່າຄວນເຮັດແນວໃດ ເພາະໂປໂລມີປະສົບການໃນການເດີນທາງໃນທະເລເມດີແຕຣາເນ. ໂປໂລແນະນຳວ່າບໍ່ຄວນເອົາເຮືອອອກເດີນທາງຕໍ່ ຍ້ອນວ່າຖ້າ ເດີນທາງຕໍ່ “ຈະຕ້ອງເກີດຄວາມເສຍຫາຍຢ່າງໜັກແທ້ໆ” ແລະອາດເຖິງຂັ້ນເສຍຊີວິດໄດ້. ແຕ່ກັບຕັນເຮືອແລະເຈົ້າຂອງເຮືອຢາກເດີນທາງຕໍ່ ແລະອາດຄິດວ່າຕ້ອງຟ້າວຫາບ່ອນທີ່ປອດໄພຫຼາຍກວ່ານີ້ ເຂົາເຈົ້າຈຶ່ງໂນ້ມນ້າວຢູລີໂອໃຫ້ເຊື່ອເຂົາເຈົ້າ. ຕອນນັ້ນ ຄົນສ່ວນໃຫຍ່ຮູ້ສຶກວ່າໜ້າຈະພະຍາຍາມໄປໃຫ້ຮອດເມືອງໂຟນິກເຊິ່ງເປັນທ່າເຮືອທີ່ຢູ່ລຽບຕາມຕາຝັ່ງທີ່ຫ່າງອອກໄປ. ຢູ່ຫັ້ນອາດມີທ່າເຮືອທີ່ໃຫຍ່ກວ່າແລະດີກວ່າທີ່ເຂົາເຈົ້າຈະພັກໄດ້ໃນຊ່ວງລະດູໜາວ. ດັ່ງນັ້ນ ເມື່ອລົມຈາກທິດໃຕ້ພັດມາຄ່ອຍໆຈຶ່ງເຮັດໃຫ້ເບິ່ງຄືເໝາະສຳລັບການແລ່ນເຮືອ ເຂົາເຈົ້າເລີຍເລີ່ມອອກເດີນທາງຕໍ່.—ກຈກ. 27:10-13
12. ເມື່ອອອກຈາກເກາະກະເຣເຕແລ້ວ ເຂົາເຈົ້າເຈິກັບອັນຕະລາຍຫຍັງແດ່ ແລະພວກລູກເຮືອພະຍາຍາມເຮັດຫຍັງ?
12 ຈາກນັ້ນກໍມີຄວາມຫຍຸ້ງຍາກເກີດຂຶ້ນ ມີ “ພາຍຸໃຫຍ່” ຈາກທິດຕາເວັນອອກສ່ຽງເໜືອພັດມາຈົນເຮືອຕ້ອງແລ່ນໄປລີ້ຢູ່ “ເກາະນ້ອຍໆທີ່ຊື່ວ່າກາວດາ” ເຊິ່ງຫ່າງຈາກທ່າງາມປະມານ 65 ກິໂລແມັດ ເຂົາເຈົ້າໃຊ້ເກາະນັ້ນເປັນບ່ອນບັງລົມ. ແຕ່ເຮືອກໍຍັງສ່ຽງທີ່ຈະຖືກພັດໄປທາງໃຕ້ ແລ້ວອາດໄປຕຳກັບໂນນຊາຍທີ່ຢູ່ໃກ້ແຄມຝັ່ງຂອງອາຝຼິກກາ. ເພື່ອຈະບໍ່ເຈິເຫດການແບບນັ້ນ ພວກລູກເຮືອຈຶ່ງຟ້າວດຶງເຮືອນ້ອຍທີ່ພ່ວງມານຳຂຶ້ນມາເທິງເຮືອ ແຕ່ການເຮັດແບບນັ້ນກໍບໍ່ງ່າຍເພາະເຮືອນ້ອຍຄືຊິມີນ້ຳຢູ່ເຕັມ. ຈາກນັ້ນ ເຂົາເຈົ້າກໍພະຍາຍາມເອົາເຊືອກສອດກ້ອງເຮືອໃຫຍ່ແລະມັດອ້ອມລຳໄວ້ເພື່ອບໍ່ໃຫ້ມັນແຕກ. ເຂົາເຈົ້າດຶງເຊືອກໃຫ້ໃບເຮືອຕ່ຳລົງ ແລະພະຍາຍາມຫຼາຍເພື່ອໃຫ້ເຮືອແລ່ນຜ່າພາຍຸໄປ. ລອງນຶກພາບເບິ່ງວ່າເຫດການນີ້ເປັນຕາຢ້ານຫຼາຍສ່ຳໃດ! ເຖິງວ່າພວກລູກເຮືອຈະພະຍາຍາມຫຼາຍວິທີແລ້ວ ແຕ່ເຮືອກໍຍັງ “ຖືກພາຍຸໃຫຍ່ພັດໃສ່ຢ່າງໜັກ.” ດັ່ງນັ້ນ ເມື່ອຮອດມື້ທີສາມ ເຂົາເຈົ້າຈຶ່ງເອົາອຸປະກອນເດີນເຮືອຖິ້ມລົງທະເລເພື່ອບໍ່ໃຫ້ເຮືອຈົມ.—ກຈກ. 27:14-19
13. ຕອນທີ່ມີພາຍຸ ເຫດການຢູ່ເທິງເຮືອເປັນແນວໃດ?
13 ຄົນທີ່ຢູ່ໃນເຮືອຄືຊິຢ້ານຫຼາຍແທ້ໆ. ແຕ່ໂປໂລກັບໝູ່ໝັ້ນໃຈວ່າເຂົາເຈົ້າຈະລອດຊີວິດ. ຍ້ອນກ່ອນໜ້ານີ້ ພະເຢຊູຜູ້ເປັນນາຍໄດ້ສັນຍາກັບໂປໂລວ່າລາວຈະໄດ້ປະກາດຢູ່ເມືອງໂຣມ ແລະຕໍ່ມາທູດສະຫວັນກໍໄດ້ຢືນຢັນຄຳສັນຍານີ້ຄືກັນ. (ກຈກ. 19:21; 23:11) ແຕ່ເຖິງຈະເປັນແນວນັ້ນ ພາຍຸກໍຍັງພັດມາໃສ່ບັກແຮງໆທັງເວັນທັງຄືນຕະຫຼອດສອງອາທິດ. ເນື່ອງຈາກຝົນຕົກບໍ່ເຊົາ ແລະມີເມກໜາທຶບຈົນເບິ່ງບໍ່ເຫັນຕາເວັນແລະດວງດາວ ກັບຕັນເຮືອຈຶ່ງບໍ່ສາມາດຮູ້ຕຳແໜ່ງຂອງເຮືອຫຼືກຳນົດທິດທາງທີ່ຈະແລ່ນເຮືອ. ເຂົາເຈົ້າຄືຊິກິນຫຍັງບໍ່ໄດ້ແລະກິນບໍ່ລົງຍ້ອນສະພາບອາກາດທີ່ໜາວແລະຝົນຕົກຕະຫຼອດ ແຖມຍັງເມົາເຮືອແລະຮູ້ສຶກຢ້ານຫຼາຍ.
14, 15. (ກ) ຕອນທີ່ເວົ້າກັບຄົນໃນເຮືອ ເປັນຫຍັງໂປໂລຈຶ່ງເວົ້າຄຳເຕືອນຂອງລາວກ່ອນໜ້ານີ້? (ຂ) ເຮົາອາດໄດ້ບົດຮຽນຫຍັງຈາກຄຳເວົ້າທີ່ໂປໂລໃຫ້ກຳລັງໃຈຄົນໃນເຮືອ?
14 ໂປໂລຢືນຂຶ້ນແລະເວົ້າເຖິງຄຳເຕືອນຂອງລາວກ່ອນໜ້ານັ້ນ ແຕ່ໂປໂລບໍ່ໄດ້ຕຳໜິພວກລູກເຮືອ ລາວບໍ່ໄດ້ເວົ້າໃນທຳນອງທີ່ວ່າ: ‘ຂ້ອຍບອກພວກເຈົ້າແລ້ວ ແຕ່ພວກເຈົ້າບໍ່ຍອມເຊື່ອ.’ ທີ່ຈິງ ເຫດຜົນທີ່ໂປໂລເວົ້າເຖິງຄຳເຕືອນກ່ອນໜ້ານັ້ນອາດເປັນຍ້ອນລາວຢາກຊ່ວຍໃຫ້ພວກລູກເຮືອເຫັນວ່າ ເຫດການທີ່ບໍ່ດີທີ່ເຂົາເຈົ້າເຈິໃນຕອນນີ້ເປັນຂໍ້ພິສູດວ່າສິ່ງທີ່ລາວເວົ້າເປັນຄວາມຈິງ. ຈາກນັ້ນ ໂປໂລເວົ້າຕໍ່ວ່າ: “ຕອນນີ້ຂ້ອຍຂໍໃຫ້ພວກເຈົ້າບໍ່ຕ້ອງຢ້ານ ພວກເຈົ້າຈະບໍ່ຕາຍຈັກຄົນມີແຕ່ຈະເສຍເຮືອເທົ່ານັ້ນ.” (ກຈກ. 27:21, 22) ຄຳເວົ້ານັ້ນໄດ້ຊ່ວຍປອບໃຈຄົນໃນເຮືອຫຼາຍແທ້ໆ! ໂປໂລເອງກໍຄືຊິມີຄວາມສຸກຄືກັນທີ່ພະເຢໂຫວາໃຫ້ໂອກາດລາວໄດ້ບອກຄົນໃນເຮືອວ່າ ເຂົາເຈົ້າຍັງມີຄວາມຫວັງທີ່ຈະລອດຊີວິດ. ນອກຈາກນັ້ນ ຄຳເວົ້າຂອງໂປໂລຍັງຊ່ວຍໃຫ້ເຮົາເຫັນວ່າພະເຢໂຫວາເປັນຫ່ວງທຸກຄົນ ແຕ່ລະຄົນມີຄ່າສຳລັບເພິ່ນ. ອັກຄະສາວົກເປໂຕໄດ້ຂຽນວ່າ: “ພະເຢໂຫວາ . . . ບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ.” (2ປຕ. 3:9) ດັ່ງນັ້ນ ເປັນເລື່ອງຮີບດ່ວນແທ້ໆທີ່ເຮົາຈະພະຍາຍາມບອກເລື່ອງຄວາມຫວັງທີ່ມາຈາກພະເຢໂຫວາໃຫ້ທຸກຄົນຮູ້ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້. ພະເຢໂຫວາເບິ່ງວ່າຊີວິດຂອງທຸກຄົນມີຄ່າແລະຕອນນີ້ຊີວິດຂອງເຂົາເຈົ້າກຳລັງຕົກຢູ່ໃນອັນຕະລາຍ.
15 ຕອນທີ່ຢູ່ໃນເຮືອ ໂປໂລຄືຊິໄດ້ປະກາດກັບຫຼາຍຄົນກ່ຽວກັບ “ຄວາມຫວັງໃນເລື່ອງທີ່ພະເຈົ້າສັນຍາໄວ້.” (ກຈກ. 26:6; ກລຊ. 1:5) ແຕ່ຕອນທີ່ທຸກຄົນຄິດວ່າອີກບໍ່ດົນເຮືອຈະຫຼົ້ມແທ້ໆ ໂປໂລກໍໄດ້ເຮັດໃຫ້ເຂົາເຈົ້າໝັ້ນໃຈໄດ້ວ່າເຂົາເຈົ້າຈະລອດຊີວິດ. ໂປໂລບອກວ່າ: “ມື້ຄືນນີ້ທູດສະຫວັນຂອງພະເຈົ້າທີ່ຂ້ອຍຮັບໃຊ້ແລະນະມັດສະການໄດ້ມາຢືນຢູ່ໃກ້ໆຂ້ອຍ. ແລ້ວເວົ້າວ່າ: ‘ໂປໂລ ບໍ່ຕ້ອງຢ້ານ. ເຈົ້າຈະຕ້ອງໄປຢືນຢູ່ຕໍ່ໜ້າເຊຊາ ພະເຈົ້າຈະໃຫ້ທຸກຄົນທີ່ມາກັບເຈົ້າໃນເຮືອລອດຊີວິດຄືກັນ.’ ດັ່ງນັ້ນ ພວກເຈົ້າບໍ່ຕ້ອງຢ້ານ ຂ້ອຍເຊື່ອວ່າທຸກຢ່າງຈະເປັນໄປຕາມທີ່ພະເຈົ້າບອກຂ້ອຍແນ່ນອນ. ແຕ່ພວກເຮົາຈະຕ້ອງຖືກຊັດຂຶ້ນຝັ່ງຢູ່ເກາະແຫ່ງໜຶ່ງ.”—ກຈກ. 27:23-26
“ທຸກຄົນກໍເຂົ້າຝັ່ງໄດ້ຢ່າງປອດໄພ” (ກິດຈະການ 27:27-44)
16, 17. (ກ) ໂປໂລໃຊ້ໂອກາດໃດເພື່ອອະທິດຖານ ແລະຜົນເປັນແນວໃດ? (ຂ) ສິ່ງທີ່ໂປໂລເວົ້າເກີດຂຶ້ນແທ້ແນວໃດ?
16 ຫຼັງຈາກທີ່ຜ່ານຊ່ວງ 2 ອາທິດທີ່ເປັນຕາຢ້ານ ເຮືອຖືກລົມພັດໄປໃນໄລຍະທາງປະມານ 870 ກິໂລແມັດ. ພວກລູກເຮືອເລີ່ມຮູ້ສຶກວ່າ ເຮືອເຂົ້າມາໃກ້ແຄມຝັ່ງແລ້ວ ອາດເປັນຍ້ອນເຂົາເຈົ້າໄດ້ຍິນສຽງຂອງຄື້ນກະທົບຝັ່ງ. ເຂົາເຈົ້າໂຍນສະໝໍທີ່ຢູ່ທ້າຍເຮືອລົງເພື່ອບໍ່ໃຫ້ເຮືອລອຍໄປ ແລະໃຫ້ຫົວເຮືອຫັນໄປທາງແຜ່ນດິນເພື່ອເຮືອຈະຂຶ້ນຫາດໄດ້. ຕອນທີ່ຢູ່ຫັ້ນ ພວກລູກເຮືອພະຍາຍາມຈະໜີອອກຈາກເຮືອ ໂປໂລຈຶ່ງບອກນາຍຮ້ອຍແລະພວກທະຫານວ່າ: “ຖ້າພວກນັ້ນບໍ່ຢູ່ໃນເຮືອ ພວກເຈົ້າກໍຈະບໍ່ລອດ.” ພວກທະຫານເລີຍບໍ່ໃຫ້ພວກລູກເຮືອເຮັດແບບນັ້ນ. ຕອນນີ້ເຮືອຢຸດຢູ່ບ່ອນເກົ່າແລ້ວ ໂປໂລຈຶ່ງບອກທຸກຄົນໃຫ້ກິນອາຫານ. ລາວບອກໃຫ້ເຂົາເຈົ້າໝັ້ນໃຈອີກເທື່ອໜຶ່ງວ່າເຂົາເຈົ້າຈະລອດຊີວິດ ແລ້ວລາວກໍ “ອະທິດຖານຂອບໃຈພະເຈົ້າຕໍ່ໜ້າພວກເຂົາທຸກຄົນ.” (ກຈກ. 27:31, 35) ໂປໂລເປັນຕົວຢ່າງທີ່ດີໃຫ້ກັບລູກາ ອາຣິດຕາໂຂ ແລະຄລິດສະຕຽນໃນທຸກມື້ນີ້ໃນເລື່ອງການອະທິດຖານຂອບໃຈພະເຈົ້າ. ຖ້າເຈົ້າເປັນຕົວແທນໃນການອະທິດຖານ ຄຳອະທິດຖານຂອງເຈົ້າໃຫ້ກຳລັງໃຈແລະປອບໂຍນຄົນອື່ນບໍ?
17 ຫຼັງຈາກໂປໂລອະທິດຖານ “ທຸກຄົນຈຶ່ງມີກຳລັງໃຈແລະເອົາອາຫານມາກິນ.” (ກຈກ. 27:36) ຈາກນັ້ນ ເຂົາເຈົ້າໄດ້ເອົາເຂົ້າວີດໂຍນລົງທະເລ ນີ້ຈຶ່ງເຮັດໃຫ້ເຮືອເບົາຂຶ້ນແລະເຂົ້າໄປແຄມຝັ່ງໄດ້. ເມື່ອແຈ້ງແລ້ວ ພວກລູກເຮືອກໍຕັດສະໝໍເຮືອຖິ້ມແລະແກ້ເຊືອກມັດຫາງເສືອທີ່ຢູ່ທ້າຍເຮືອ. ເຂົາເຈົ້າຊັກໃບເຮືອທີ່ຢູ່ທາງໜ້າໃຫ້ພືອອກເພື່ອໃຫ້ລົມພັດເຮືອເຂົ້າໄປຫາດໄດ້. ເມື່ອເຮືອມາຈຸກັບໂນນຊາຍຢູ່ພື້ນນ້ຳ ຫົວເຮືອກໍເໜັງບໍ່ໄດ້. ສ່ວນທ້າຍເຮືອກໍຖືກຄື້ນຊັດຈົນເລີ່ມແຕກເປັນປ່ຽງໆ. ທະຫານບາງຄົນຢາກຂ້ານັກໂທດເພື່ອບໍ່ໃຫ້ໜີໄປໄດ້ ແຕ່ຢູລີໂອຫ້າມໄວ້. ລາວສັ່ງທຸກຄົນໃຫ້ລອຍນ້ຳ ຫຼືບໍ່ກໍເກາະໄມ້ແປ້ນລອຍໄປຈົນຮອດຝັ່ງ. ທັງໝົດນີ້ເປັນໄປຕາມທີ່ໂປໂລບອກໄວ້ລ່ວງໜ້າ ທຸກຄົນໃນເຮືອຈຳນວນ 276 ຄົນລອດຊີວິດ. ແລ້ວ “ທຸກຄົນກໍເຂົ້າຝັ່ງໄດ້ຢ່າງປອດໄພ.” ແຕ່ເຂົາເຈົ້າຂຶ້ນຝັ່ງຢູ່ໃສ?—ກຈກ. 27:44
‘ຄົນທີ່ຢູ່ຫັ້ນດີຕໍ່ພວກເຮົາຫຼາຍແທ້ໆ’ (ກຈກ. 28:1-10)
18-20. ຄົນໃນເກາະມັນຕາໄດ້ເຮັດຫຍັງທີ່ສະແດງວ່າເຂົາເຈົ້າ ‘ດີຕໍ່’ ໂປໂລກັບຄົນໃນເຮືອ? ແລະພະເຈົ້າໄດ້ເຮັດການອັດສະຈັນຫຍັງເພື່ອຊ່ວຍໂປໂລ?
18 ທຸກຄົນຂຶ້ນຝັ່ງຢູ່ເກາະມັນຕາ ເກາະນີ້ຢູ່ທາງໃຕ້ຂອງເກາະຊິຊິລີ. (ເບິ່ງຂອບ “ ເກາະມັນຕາຢູ່ໃສ?”) ຄົນພື້ນເມືອງໃນເກາະນີ້ ‘ດີຕໍ່ເຂົາເຈົ້າຫຼາຍແທ້ໆ.’ (ກຈກ. 28:2) ເຖິງວ່າເຂົາເຈົ້າເປັນຄົນແປກໜ້າ ແຕ່ ຄົນໃນເກາະນີ້ກໍໄດ້ດັງໄຟໃຫ້ເຂົາເຈົ້າ ຍ້ອນເຫັນວ່າເຂົາເຈົ້າໂຕປຽກໝົດແລະກຳລັງໜາວສັ່ນ. ໄຟຊ່ວຍໃຫ້ເຂົາເຈົ້າອົບອຸ່ນຕອນທີ່ອາກາດໜາວເຢັນແລະຝົນຕົກ. ນອກຈາກນັ້ນ ການດັງໄຟຍັງເຮັດໃຫ້ເກີດການອັດສະຈັນຂຶ້ນນຳ.
19 ໂປໂລຢາກຊ່ວຍສຸມໄຟຈຶ່ງຈັບກິ່ງໄມ້ແຫ້ງມັດໜຶ່ງມາໃສ່ກອງໄຟ. ແລ້ວກໍມີງູພິດໂຕໜຶ່ງເລືອອອກມາກັດມືໂປໂລແລະຄາຢູ່ຫັ້ນ. ຄົນໃນເກາະມັນຕາເຂົ້າໃຈວ່ານີ້ເປັນການລົງໂທດຈາກເທບພະເຈົ້າ. a
20 ຄົນພື້ນເມືອງທີ່ເຫັນໂປໂລຖືກງູກັດຄິດວ່າ “ຕົວໂປໂລຈະໃຄ່ຂຶ້ນ.” ຄຳພາສາເດີມທີ່ພົບໃນຂໍ້ນີ້ເປັນ “ສັບທາງການແພດ” ຕາມທີ່ປຶ້ມອ້າງອີງຫົວໜຶ່ງບອກໄວ້. ບໍ່ແປກໃຈເລີຍທີ່ “ລູກາເຊິ່ງເປັນທ່ານໝໍທີ່ພີ່ນ້ອງຮັກ” ອາດຄິດເຖິງສຳນວນນີ້ທັນທີ. (ກຈກ. 28:6; ກລຊ. 4:14) ແຕ່ໂປໂລກໍຊິດງູອອກໂດຍທີ່ໂຕເອງບໍ່ເປັນຫຍັງເລີຍ.
21. (ກ) ເຮົາເຫັນຕົວຢ່າງກ່ຽວກັບການໃຫ້ຂໍ້ມູນທີ່ຊັດເຈນແລະຖືກຕ້ອງແນວໃດໃນສິ່ງທີ່ລູກາຂຽນ? (ຂ) ໂປໂລໄດ້ເຮັດການອັດສະຈັນຫຍັງ ແລະສິ່ງທີ່ລາວເຮັດສົ່ງຜົນຕໍ່ຄົນໃນເກາະມັນຕາແນວໃດ?
21 ປົບລີໂອເປັນເຈົ້າຂອງທີ່ດິນທີ່ລ່ຳລວຍ ລາວອາໄສຢູ່ໃນແຖວນັ້ນ. ປົບລີໂອອາດເປັນເຈົ້າໜ້າທີ່ໂຣມຄົນສຳຄັນໃນເກາະມັນຕາ. ລູກາບອກວ່າລາວເປັນ “ຜູ້ປົກຄອງເກາະ.” ໃນຂໍ້ຄວາມຈາລຶກ 2 ແຫ່ງຂອງຄົນໃນເກາະມັນຕາກໍມີການໃຊ້ຄຳລະບຸຕຳແໜ່ງແບບດຽວກັນນີ້. ປົບລີໂອໄດ້ສະແດງນ້ຳໃຈຕ້ອນຮັບຕໍ່ໂປໂລກັບໝູ່ຂອງລາວໂດຍໃຫ້ບ່ອນພັກເປັນເວລາ 3 ມື້. ແນວໃດກໍຕາມ ພໍ່ຂອງປົບລີໂອປ່ວຍຢູ່. ນີ້ກໍເປັນອີກເທື່ອໜຶ່ງທີ່ລູກາເວົ້າເຖິງອາການປ່ວຍໄວ້ຢ່າງຖືກຕ້ອງ. ລູກາຂຽນວ່າພໍ່ຂອງປົບລີໂອ “ນອນເປັນໄຂ້ຢູ່ແລະເປັນພະຍາດທ້ອງບິດ.” ມີການເວົ້າເຖິງລັກສະນະຂອງພະຍາດນີ້ໄວ້ຢ່າງຊັດເຈນ. ໂປໂລໄດ້ອະທິດຖານແລະວາງມືເທິງລາວເພື່ອຈະປົວລາວໃຫ້ເຊົາ. ເນື່ອງຈາກຄົນພື້ນເມືອງຮູ້ສຶກປະທັບໃຈຫຼາຍເມື່ອເຫັນໂປໂລເຮັດການອັດສະຈັນນີ້ ເຂົາເຈົ້າຈຶ່ງພາຄົນອື່ນທີ່ເຈັບປ່ວຍມາໃຫ້ໂປໂລປິ່ນປົວ ແລະເຂົາເຈົ້າກໍເອົາສິ່ງຂອງທີ່ຈຳເປັນມາໃຫ້ໂປໂລກັບໝູ່.—ກຈກ. 28:7-10
22. (ກ) ສາດສະດາຈານຄົນໜຶ່ງໄດ້ຍົກຍ້ອງບັກທຶກຂອງລູກາແນວໃດໃນເລື່ອງການແລ່ນເຮືອໄປເມືອງໂຣມ? (ຂ) ເຮົາຈະເບິ່ງເລື່ອງຫຍັງໃນບົດຕໍ່ໄປ?
22 ການເດີນທາງດ້ວຍເຮືອຂອງໂປໂລທີ່ເຮົາໄດ້ເບິ່ງໃນບົດນີ້ມີແຕ່ຂໍ້ມູນທີ່ຖືກຕ້ອງ. ສາດສະດາຈານຄົນໜຶ່ງໄດ້ບອກວ່າ: “ບັນທຶກຂອງລູກາ . . . ເປັນໜຶ່ງໃນບັນທຶກທີ່ໃຫ້ລາຍລະອຽດຊັດເຈນແລະເຫັນພາບຫຼາຍທີ່ສຸດໃນຄຳພີໄບເບິນ. ລາຍລະອຽດກ່ຽວກັບການແລ່ນເຮືອໃນສະຕະວັດທຳອິດ ແລະການເວົ້າເຖິງສະພາບການໃນທະເລເມດີແຕຣາເນທາງຕາເວັນອອກຖືກຕ້ອງແມ່ນຢຳຫຼາຍ” ຈົນເຮັດໃຫ້ເຮົາສະຫຼຸບໄດ້ວ່າຄົນທີ່ບັນທຶກເລື່ອງນີ້ຕ້ອງບັນທຶກຈາກເຫດການທີ່ເກີດຂຶ້ນໃນເຮືອທີ່ລາວເດີນທາງ. ລູກາອາດໄດ້ຂຽນບັນທຶກນີ້ຕອນທີ່ລາວເດີນທາງໄປກັບອັກຄະສາວົກໂປໂລ ຖ້າເປັນແບບນັ້ນ ລູກາຄືຊິມີບັນທຶກອີກຫຼາຍເລື່ອງໃນເຫດການທີ່ຈະເກີດຂຶ້ນຫຼັງຈາກນັ້ນ. ແລ້ວຈະເກີດຫຍັງຂຶ້ນກັບໂປໂລຕອນທີ່ເຂົາເຈົ້າເດີນທາງມາຮອດເມືອງໂຣມ? ໃຫ້ເຮົາມາເບິ່ງນຳກັນໃນບົດຕໍ່ໄປ.
a ການທີ່ມີຄົນຮູ້ຈັກງູຊະນິດນີ້ສະແດງໃຫ້ເຫັນວ່າ ໃນສະໄໝກ່ອນມີງູພິດຢູ່ໃນເກາະມັນຕາແທ້ໆ. ໃນປັດຈຸບັນ ງູພິດຊະນິດນີ້ບໍ່ມີຢູ່ເກາະມັນຕາແລ້ວ. ອາດຈະເປັນຍ້ອນວ່າມີການປ່ຽນແປງສະພາບແວດລ້ອມຕະຫຼອດຫຼາຍສະຕະວັດ ຫຼືມີການເພີ່ມຈຳນວນປະຊາກອນຢູ່ເກາະນີ້ ຈຶ່ງອາດເຮັດໃຫ້ງູພິດນັ້ນຖືກກຳຈັດອອກໄປ.