ບົດທີ 24
“ໃຫ້ກ້າຫານ!”
ພວກຢິວຮ່ວມຫົວກັນວາງແຜນຈະຂ້າໂປໂລ ແລະໂປໂລແກ້ຄະດີຕໍ່ໜ້າເຟລິກ
1, 2. ເປັນຫຍັງໂປໂລຈຶ່ງບໍ່ແປກໃຈທີ່ລາວຕ້ອງເຈິກັບການຂົ່ມເຫງໃນເມືອງເຢຣູຊາເລັມ?
ຫຼັງຈາກທີ່ໂປໂລໄດ້ຮັບການຊ່ວຍໃຫ້ລອດຈາກກຸ່ມຄົນທີ່ຄຽດແຄ້ນໃນເມືອງເຢຣູຊາເລັມ ລາວກໍຖືກຂັງຄຸກອີກເທື່ອໜຶ່ງ. ໂປໂລບໍ່ແປກໃຈເລີຍທີ່ຕ້ອງເຈິການຂົ່ມເຫງໃນເມືອງເຢຣູຊາເລັມ ເພາະລາວໄດ້ຮັບການຢືນຢັນຫຼາຍເທື່ອແລ້ວວ່າ ລາວ “ຈະຕ້ອງຕິດຄຸກແລະພົບຄວາມຍາກລຳບາກຫຼາຍຢ່າງ.” (ກຈກ. 20:22, 23) ໂປໂລບໍ່ຮູ້ວ່າໂຕເອງຈະຕ້ອງເຈິຫຍັງແດ່ ແຕ່ລາວຮູ້ດີວ່າລາວຈະຕ້ອງທົນທຸກຕໍ່ໆໄປເພື່ອຊື່ຂອງພະເຢຊູ.—ກຈກ. 9:16
2 ແມ່ນແຕ່ຜູ້ພະຍາກອນໃນປະຊາຄົມຄລິດສະຕຽນກໍໄດ້ເຕືອນໂປໂລວ່າລາວຈະຖືກມັດ ແລະຖືກມອບໄວ້ “ໃນມືຂອງຄົນຕ່າງຊາດ.” (ກຈກ. 21:4, 10, 11) ກ່ອນໜ້ານີ້ ພວກຢິວກຸ່ມໜຶ່ງໄດ້ພະຍາຍາມທີ່ຈະຂ້າໂປໂລ ແລະບໍ່ດົນຫຼັງຈາກນັ້ນ ເບິ່ງຄືວ່າສານຊັນເຮດຣິນ “ຈະ . . . ຈີກ [ລາວ] ເປັນຕ່ອນໆ” ຕອນທີ່ເຂົາເຈົ້າຖຽງກັນກ່ຽວກັບເລື່ອງທີ່ໂປໂລເວົ້າ. ຕອນນີ້ ອັກຄະສາວົກໂປໂລເປັນນັກໂທດທີ່ທະຫານໂຣມຄວບຄຸມໂຕ. ລາວກຳລັງຈະເຈິກັບການພິຈາລະນາຄະດີແລະຂໍ້ກ່າວຫາອີກຫຼາຍຢ່າງ. (ກຈກ. 21:31; 23:10) ອັກຄະສາວົກໂປໂລຈຳເປັນຕ້ອງໄດ້ຮັບກຳລັງໃຈຫຼາຍແທ້ໆ!
3. ເຮົາໄດ້ຮັບກຳລັງໃຈຈາກໃສເພື່ອຈະເຮັດວຽກປະກາດຕໍ່ໆໄປໄດ້?
3 ເຮົາຮູ້ດີວ່າໃນສະໄໝສຸດທ້າຍ “ທຸກຄົນທີ່ຕັ້ງໃຈໃຊ້ຊີວິດດ້ວຍຄວາມເຫຼື້ອມໃສພະເຈົ້າແລະເປັນລູກສິດຂອງພະຄລິດເຢຊູກໍຈະຖືກຂົ່ມເຫງຄືກັນ.” (2ຕມ. 3:12) ບາງເທື່ອເຮົາທຸກຄົນກໍຕ້ອງການກຳລັງໃຈເພື່ອຈະເຮັດວຽກປະກາດຕໍ່ໄປ. ເຮົາດີໃຈແລະຮູ້ຄຸນຄ່າຫຼາຍແທ້ໆທີ່ໄດ້ຮັບກຳລັງໃຈໃນເວລາທີ່ເໝາະສົມຜ່ານທາງການປະຊຸມແລະປຶ້ມຕ່າງໆທີ່ “ທາດທີ່ສັດຊື່ແລະສຸຂຸມ” ໄດ້ກຽມໄວ້ໃຫ້ເຮົາ. (ມທ. 24:45) ພະເຢໂຫວາສັນຍາກັບເຮົາວ່າພວກສັດຕູຈະບໍ່ສາມາດທຳລາຍຜູ້ຮັບໃຊ້ຂອງເພິ່ນແບບເປັນກຸ່ມ ແລະຈະບໍ່ສາມາດຢຸດວຽກປະກາດຂອງເຮົາໄດ້ສຳເລັດ. (ອຊຢ. 54:17; ຢເຣ. 1:19) ແຕ່ອັກຄະສາວົກໂປໂລເດຈະເປັນແນວໃດ? ລາວໄດ້ຮັບກຳລັງໃຈໃຫ້ປະກາດຕໍ່ໄປທັງໆທີ່ເຈິການຕໍ່ຕ້ານບໍ? ຖ້າແມ່ນ ລາວໄດ້ຮັບກຳລັງໃຈແນວໃດ ແລະລາວໄດ້ເຮັດຫຍັງແດ່?
ການ “ຮ່ວມຫົວກັນວາງແຜນແລະສາບານຕົວ” ບໍ່ປະສົບຜົນສຳເລັດ (ກິດຈະການ 23:11-34)
4, 5. ໂປໂລໄດ້ຮັບກຳລັງໃຈແນວໃດ ແລະເປັນຫຍັງກຳລັງໃຈນັ້ນຈຶ່ງເໝາະກັບເວລາ?
4 ອັກຄະສາວົກໂປໂລໄດ້ຮັບກຳລັງໃຈຫຼາຍໃນຄືນນັ້ນຫຼັງຈາກທີ່ລາວໄດ້ຮັບຊ່ວຍເຫຼືອໃຫ້ອອກ ຈາກສານຊັນເຮດຣິນ. ຄຳພີໄບເບິນບອກວ່າ: “ຜູ້ເປັນນາຍມາຢືນຢູ່ທາງຂ້າງໂປໂລແລະບອກວ່າ: ‘ໃຫ້ກ້າຫານ! ເຈົ້າໄດ້ປະກາດກ່ຽວກັບຂ້ອຍຢ່າງທົ່ວເຖິງໃນເມືອງເຢຣູຊາເລັມແລ້ວ ເຈົ້າຕ້ອງປະກາດແບບນັ້ນໃນເມືອງໂຣມຄືກັນ.’” (ກຈກ. 23:11) ຄຳເວົ້າຂອງພະເຢຊູໃຫ້ກຳລັງໃຈໂປໂລແທ້ໆ ຍ້ອນລາວຮູ້ວ່າລາວຈະໄດ້ຮັບການຊ່ວຍໃຫ້ລອດແລະຈະໄດ້ປະກາດຄວາມຈິງເລື່ອງພະເຢຊູຢູ່ໃນໂຣມ.
5 ໂປໂລໄດ້ຮັບກຳລັງໃຈໃນເວລາທີ່ເໝາະສົມແທ້ໆ ເພາະໃນມື້ຕໍ່ມາມີຄົນຢິວຫຼາຍກວ່າ 40 ຄົນ “ໄດ້ຮ່ວມຫົວກັນວາງແຜນແລະສາບານຕົວວ່າຈະບໍ່ກິນບໍ່ດື່ມຫຍັງຈົນກວ່າຈະໄດ້ຂ້າໂປໂລ.” ຄົນຢິວພວກນັ້ນຕັ້ງໃຈຈະຂ້າໂປໂລແທ້ໆ ເຂົາເຈົ້າເຖິງຂັ້ນສາບານວ່າຖ້າເຮັດບໍ່ສຳເລັດ ເຂົາເຈົ້າຈະຕ້ອງເຈິເລື່ອງທີ່ບໍ່ດີ. (ກຈກ. 23:12-15) ພວກຫົວໜ້າປະໂລຫິດແລະພວກຜູ້ນຳເຫັນດີກັບແຜນການຂອງພວກຢິວ ເຂົາເຈົ້າຂໍໃຫ້ເອົາໂປໂລກັບໄປສານຊັນເຮດຣິນເພື່ອຈະຊັກຖາມອີກເທື່ອໜຶ່ງ. ເຂົາເຈົ້າເຮັດຄືກັບວ່າຢາກຮູ້ເລື່ອງຂອງໂປໂລຫຼາຍຂຶ້ນ ແຕ່ທີ່ຈິງແລ້ວເຂົາເຈົ້າຕັ້ງໃຈຈະໃຫ້ພວກທີ່ຮ່ວມຫົວກັນລັດທຳຮ້າຍແລະຂ້າໂປໂລລະຫວ່າງທີ່ເດີນທາງມາສານຊັນເຮດຣິນ.
6. ແຜນການທີ່ຈະຂ້າໂປໂລຖືກເປີດເຜີຍແນວໃດ ແລະໜຸ່ມສາວໃນທຸກມື້ນີ້ຈະຮຽນແບບຫຼານຊາຍຂອງໂປໂລແນວໃດ?
6 ແຕ່ເມື່ອຫຼານຊາຍຂອງໂປໂລໄດ້ຍິນແຜນການທີ່ຊົ່ວຮ້າຍນີ້ ລາວກໍບອກໃຫ້ໂປໂລຮູ້. ຈາກນັ້ນ ໂປໂລກໍໃຫ້ຫຼານໄປບອກແຜນຮ້າຍນີ້ກັບກລາວດີໂອລີເຊຍຜູ້ບັງຄັບກອງພັນຄົນໂຣມ. (ກຈກ. 23:16-22) ແນ່ນອນວ່າພະເຢໂຫວາຮັກໜຸ່ມສາວທີ່ເປັນຄືກັບຫຼານຊາຍຂອງໂປໂລ ເຮົາບໍ່ຮູ້ຊ້ຳວ່າຫຼານຊາຍຂອງໂປໂລຊື່ຫຍັງ ແຕ່ລາວມີຄວາມກ້າຫານ ແລະຄິດເຖິງຄວາມປອດໄພຂອງປະຊາຊົນຂອງພະເຈົ້າຫຼາຍກວ່າຄວາມປອດໄພຂອງໂຕເອງ. ລາວພ້ອມຈະເຮັດທຸກຢ່າງທີ່ເຮັດໄດ້ຢ່າງສັດຊື່ເພື່ອຊ່ວຍໃນວຽກທີ່ກ່ຽວກັບການປົກຄອງຂອງພະເຈົ້າ.
7, 8. ກລາວດີໂອລີເຊຍໄດ້ເຮັດຫຍັງເພື່ອປົກປ້ອງໂປໂລໃຫ້ປອດໄພ?
7 ທັນທີທີ່ກລາວດີໂອລີເຊຍຜູ້ບັງຄັບກອງພັນຮູ້ວ່າມີການວາງແຜນຂ້າໂປໂລ ລາວກໍສັ່ງທະຫານ 470 ຄົນເຊິ່ງມີທັງທະຫານ ທະຫານມ້າ ແລະທະຫານຖືຫອກໃຫ້ອອກຈາກເມືອງເຢຣູຊາເລັມໃນຄືນນັ້ນເພື່ອຈະສົ່ງໂປໂລໄປຮອດເມືອງກາຍຊາເຣຍຢ່າງປອດໄພ. ເມື່ອໄປຮອດແລ້ວ ເຂົາເຈົ້າກໍສົ່ງໂປໂລໄປໃຫ້ເຟລິກທີ່ເປັນເຈົ້າແຂວງ. a ເຖິງວ່າເມືອງກາຍຊາເຣຍເຊິ່ງເປັນສູນກາງການບໍລິຫານງານຂອງໂຣມໃນແຂວງຢູດາຍຈະມີຄົນຢິວອາໄສຢູ່ຈຳນວນຫຼາຍ ແຕ່ຄົນສ່ວນໃຫຍ່ໃນເມືອງນີ້ເປັນຄົນຕ່າງຊາດເຊິ່ງເຮັດໃຫ້ເມືອງມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍ ບໍ່ຄືກັບເມືອງເຢຣູຊາເລັມທີ່ຫຼາຍຄົນມີອະຄະຕິຢ່າງຮຸນແຮງຕໍ່ສາສະໜາອື່ນແລະກໍ່ໃຫ້ເກີດຄວາມວຸ່ນວາຍ. ເມືອງກາຍຊາເຣຍຍັງເປັນກອງບັນຊາການທີ່ສຳຄັນຂອງກອງທັບໂຣມໃນແຂວງຢູດາຍນຳອີກ.
8 ກລາວດີໂອລີເຊຍເຮັດຕາມກົດໝາຍຂອງໂຣມ ລາວໄດ້ສົ່ງຈົດໝາຍຫາເຟລິກເພື່ອອະທິບາຍກ່ຽວກັບຄະດີຂອງໂປໂລ. ລາວບອກວ່າ ເມື່ອຮູ້ວ່າໂປໂລເປັນພົນລະເມືອງໂຣມ ລາວຈຶ່ງຊ່ວຍໂປໂລໄວ້ບໍ່ໃຫ້ຖືກ “ພວກຢິວ . . . ຂ້າ.” ກລາວດີໂອລີເຊຍຍັງບອກອີກວ່າ ລາວບໍ່ເຫັນ ວ່າໂປໂລມີຄວາມຜິດຫຍັງທີ່ “ເຮັດໃຫ້ [ໂປໂລ] ສົມຄວນຕາຍຫຼືຖືກຂັງຄຸກ.” ແຕ່ຍ້ອນມີການວາງແຜນທຳຮ້າຍໂປໂລ ລາວຈຶ່ງສົ່ງໂປໂລໃຫ້ເຈົ້າແຂວງເຟລິກເພື່ອຟັງຂໍ້ກ່າວຫາແລະຕັດສິນເລື່ອງນີ້.—ກຈກ. 23:25-30
9. (ກ) ມີການລະເມີດສິດທິພົນລະເມືອງໂຣມຂອງໂປໂລແນວໃດ? (ຂ) ເປັນຫຍັງເຮົາອາດຕ້ອງໃຊ້ປະໂຫຍດຈາກສິດທິທີ່ເຮົາມີໃນຖານະພົນລະເມືອງຂອງປະເທດ?
9 ສິ່ງທີ່ກລາວດີໂອລີເຊຍຂຽນເປັນເລື່ອງຈິງບໍ? ບໍ່ແມ່ນທັງໝົດ. ເບິ່ງຄືວ່າລາວພະຍາຍາມເຮັດໃຫ້ເຈົ້າແຂວງປະທັບໃຈໃນໂຕລາວຫຼາຍທີ່ສຸດເທົ່າທີ່ເຮັດໄດ້. ທີ່ຈິງ ລາວບໍ່ໄດ້ຊ່ວຍໂປໂລຍ້ອນໂປໂລເປັນພົນລະເມືອງໂຣມ. ນອກຈາກນັ້ນ ລາວຍັງບໍ່ໄດ້ບອກວ່າ ລາວ “ສັ່ງໃຫ້ເອົາໂສ້ 2 ເສັ້ນລ່າມ” ໂປໂລ ແລະຕໍ່ມາກໍສັ່ງໃຫ້ “ສອບສວນ [ໂປໂລ] ດ້ວຍການຂ້ຽນຕີ.” (ກຈກ. 21:30-34; 22:24-29) ການທີ່ກລາວດີໂອລີເຊຍເຮັດແບບນີ້ເປັນການລະເມີດສິດທິພົນລະເມືອງໂຣມຂອງໂປໂລ. ໃນທຸກມື້ນີ້ ຊາຕານກໍໃຊ້ຜູ້ຕໍ່ຕ້ານທີ່ບ້າຄັ່ງໃນສາສະໜາຂົ່ມເຫງປະຊາຊົນຂອງພະເຈົ້າ. ເຂົາເຈົ້າອາດພະຍາຍາມເຮັດໃຫ້ເຮົາບໍ່ມີອິດສະຫຼະໃນການນະມັດສະການພະເຈົ້າ. ແຕ່ຈາກຕົວຢ່າງຂອງໂປໂລ ຫຼາຍເທື່ອປະຊາຊົນຂອງພະເຈົ້າສາມາດໃຊ້ປະໂຫຍດຈາກສິດທິທີ່ໂຕເອງມີໃນຖານະພົນລະເມືອງຂອງປະເທດເພື່ອປົກປ້ອງໂຕເອງ.
“ຂ້ອຍຈຶ່ງຍິນດີທີ່ໄດ້ເວົ້າແກ້ຄະດີຂອງຂ້ອຍ” (ກິດຈະການ 23:35–24:21)
10. ມີການກ່າວຫາໂປໂລດ້ວຍຂໍ້ກ່າວຫາທີ່ຮ້າຍແຮງຫຍັງແດ່?
10 ມີການ “ສັ່ງໃຫ້ຄຸມຕົວໂປໂລໄວ້ໃນວັງຂອງເຮໂຣດ” ໃນເມືອງກາຍຊາເຣຍເພື່ອລໍຖ້າໃຫ້ພວກທີ່ກ່າວຫາຈາກເມືອງເຢຣູຊາເລັມມາພ້ອມໜ້າກັນ. (ກຈກ. 23:35) ຫ້າມື້ຕໍ່ມາເຂົາເຈົ້າກໍມາຮອດ ມີປະໂລຫິດໃຫຍ່ອານາເນຍ ທະນາຍຄວາມຄົນໜຶ່ງຊື່ເຕຕູໂລ ແລະຜູ້ນຳຄົນຢິວບາງຄົນມານຳ. ຕອນທຳອິດ ເຕຕູໂລຍົກຍ້ອງເຟລິກໃນສິ່ງທີ່ລາວເຮັດເພື່ອພວກຢິວ ທີ່ເຮັດແບບນີ້ກໍຍ້ອນຢາກໃຫ້ເຟລິກພໍໃຈ. b ຕໍ່ຈາກນັ້ນ ເຕຕູໂລກໍຍົກເລື່ອງທີ່ເປັນຄະດີຂຶ້ນມາເວົ້າ. ລາວເວົ້າເຖິງໂປໂລວ່າ “ເປັນຕົວບັນຫາທີ່ປຸກລະດົມຊາວຢິວຢູ່ທົ່ວທຸກແຫ່ງ. ລາວເປັນຜູ້ນຳນິກາຍຂອງຊາວນາຊາເຣັດ ແລະພະຍາຍາມລົບລູ່ວິຫານນຳອີກ ພວກເຮົາຈຶ່ງຈັບຕົວລາວໄວ້.” ພວກຢິວຄົນອື່ນໆກໍ “ຮ່ວມກ່າວຫາໂປໂລຄືກັນໂດຍຢືນຢັນວ່າເລື່ອງທີ່ຟ້ອງໂປໂລເປັນຄວາມຈິງ.” (ກຈກ. 24:5, 6, 9) ຂໍ້ກ່າວຫາທີ່ວ່າການປຸກລະດົມ ການເປັນຜູ້ນຳນິກາຍອັນຕະລາຍ ແລະການລົບລູ່ວິຫານເປັນຂໍ້ກ່າວຫາທີ່ຮ້າຍແຮງເຊິ່ງອາດເຮັດໃຫ້ໂປໂລຖືກຕັດສິນປະຫານຊີວິດ.
11, 12. ໂປໂລໄດ້ແກ້ຂໍ້ກ່າວຫາຂອງພວກຜູ້ຕໍ່ຕ້ານແນວໃດ?
11 ຕໍ່ຈາກນັ້ນ ໂປໂລກໍໄດ້ຮັບອະນຸຍາດໃຫ້ເວົ້າ ລາວໄດ້ເລີ່ມຕົ້ນໂດຍເວົ້າວ່າ ‘ຂ້ອຍຍິນດີທີ່ໄດ້ ເວົ້າແກ້ຄະດີຂອງຂ້ອຍ.’ ໂປໂລປະຕິເສດຂໍ້ກ່າວຫາທຸກຢ່າງ. ລາວບໍ່ໄດ້ຫຼົບລູ່ວິຫານແລະບໍ່ໄດ້ພະຍາຍາມປຸກລະດົມໃຫ້ເກີດຄວາມວຸ່ນວາຍ. ລາວຊີ້ແຈງວ່າ ທີ່ຈິງລາວບໍ່ໄດ້ຢູ່ເມືອງເຢຣູຊາເລັມ “ຫຼາຍປີແລ້ວ” ແລະຫຼັງຈາກນັ້ນ ລາວກໍມານີ້ເພື່ອ “ເອົາເງິນ” ທີ່ໄດ້ຈາກການບໍລິຈາກໄປໃຫ້ພີ່ນ້ອງຄລິດສະຕຽນທີ່ທຸກຍາກຍ້ອນການຂົ່ມເຫງແລະການຂາດແຄນອາຫານ. ໂປໂລໄດ້ຢືນຢັນວ່າກ່ອນຈະເຂົ້າໄປໃນວິຫານ ລາວໄດ້ “ຊຳລະຕົວຕາມພິທີກຳ” ແລະພະຍາຍາມຢູ່ສະເໝີທີ່ຈະ “ຈະບໍ່ເຮັດຜິດຕໍ່ພະເຈົ້າຫຼືຕໍ່ມະນຸດ ເພື່ອຈະບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ.”—ກຈກ. 24:10-13, 16-18
12 ແນວໃດກໍຕາມ ໂປໂລຍອມຮັບວ່າລາວເຮັດວຽກຮັບໃຊ້ທີ່ສັກສິດໃຫ້ພະເຈົ້າຂອງບັນພະບຸລຸດຂອງລາວ “ຕາມແນວທາງທີ່ພວກເຂົາເອີ້ນວ່ານິກາຍໜຶ່ງ.” ແຕ່ລາວຢືນຢັນວ່າ ລາວເຊື່ອ “ທຸກສິ່ງທີ່ຂຽນໄວ້ໃນກົດໝາຍຂອງໂມເຊແລະໃນຄຳສອນຂອງພວກຜູ້ພະຍາກອນ.” ແລະລາວຍັງມີຄວາມຫວັງຄືກັບພວກທີ່ກ່າວຫາລາວຄື “ທັງຄົນດີແລະຄົນຊົ່ວຈະຄືນມາຈາກຕາຍ.” ຕໍ່ຈາກນັ້ນ ໂປໂລໄດ້ທ້າພວກທີ່ກ່າວຫາລາວວ່າ: “ໃຫ້ຄົນທີ່ຢູ່ນີ້ບອກມາວ່າຂ້ອຍເຮັດຫຍັງຜິດຕອນທີ່ຂ້ອຍຢືນຢູ່ຕໍ່ໜ້າສານຊັນເຮດຣິນ. ຍົກເວັ້ນເລື່ອງດຽວທີ່ພວກເຂົາຈະກ່າວຫາຂ້ອຍໄດ້ ແມ່ນຕອນທີ່ຢືນຢູ່ກາງສານຂ້ອຍຮ້ອງຂຶ້ນວ່າ: ‘ຂ້ອຍຖືກຕັດສິນຄະດີຕໍ່ໜ້າພວກເຈົ້າໃນມື້ນີ້ກໍຍ້ອນເລື່ອງການຄືນມາຈາກຕາຍ!’”—ກຈກ. 24:14, 15, 20, 21
13-15. ເປັນຫຍັງເຮົາຄວນຮຽນແບບໂປໂລຕອນທີ່ປະກາດກັບຜູ້ມີອຳນາດບ້ານເມືອງ?
13 ຕອນທີ່ເຮົາຖືກພາໄປຢືນຢູ່ຕໍ່ໜ້າຜູ້ທີ່ມີອຳນາດບ້ານເມືອງຍ້ອນການນະມັດສະການຂອງເຮົາ ແລະຖືກກ່າວຫາຢ່າງຜິດໆວ່າປຸກລະດົມໃຫ້ເກີດຄວາມວຸ່ນວາຍ ກໍ່ຄວາມບໍ່ສະຫງົບ ຫຼືເປັນສະມາຊິກຂອງ “ນິກາຍທີ່ອັນຕະລາຍ.” ເຮົາສາມາດຄິດເຖິງຕົວຢ່າງທີ່ດີຂອງໂປໂລໄດ້. ລາວບໍ່ໄດ້ເວົ້າຍ້ອງຍໍເຈົ້າແຂວງຫຼືເວົ້າປະຈົບປະແຈງເຕຕູໂລ. ລາວໃຈເຢັນແລະສະແດງຄວາມນັບຖື. ໂປໂລ ໃຫ້ຫຼັກຖານທີ່ຈະແຈ້ງແລະເປັນຄວາມຈິງໂດຍເວົ້າແບບຜ່ອນໜັກຜ່ອນເບົາ. ລາວບອກວ່າ “ຄົນຢິວບາງຄົນຈາກແຂວງອາຊີ” ເຊິ່ງກ່າວຫາລາວວ່າຫຼົບລູ່ວິຫານບໍ່ໄດ້ມາຟ້ອງລາວໃນມື້ນີ້ ແລະຕາມກົດໝາຍແລ້ວ ໂປໂລຄວນຈະມີໂອກາດເຈິເຂົາເຈົ້າແລະຟັງຂໍ້ກ່າວຫາຂອງເຂົາເຈົ້າ.—ກຈກ. 24:18, 19
14 ແຕ່ທີ່ໜ້າປະທັບໃຈແມ່ນ ໂປໂລບໍ່ຢ້ານທີ່ຈະເວົ້າກ່ຽວກັບສິ່ງທີ່ລາວເຊື່ອ. ລາວເວົ້າເຖິງຄວາມເຊື່ອເລື່ອງການຄືນມາຈາກຕາຍດ້ວຍຄວາມກ້າຫານທັງໆທີ່ເລື່ອງນັ້ນເຮັດໃຫ້ເກີດຄວາມວຸ່ນວາຍຢ່າງໜັກຕອນທີ່ລາວຢູ່ຕໍ່ໜ້າສານຊັນເຮດຣິນ. (ກຈກ. 23:6-10) ຕອນທີ່ເວົ້າປົກປ້ອງຕົວເອງ ເປັນຫຍັງໂປໂລຈຶ່ງເນັ້ນຄວາມຫວັງເລື່ອງການຄືນມາຈາກຕາຍ? ຍ້ອນໂປໂລປະກາດຄວາມຈິງເລື່ອງພະເຢຊູແລະການທີ່ເພິ່ນຄືນມາຈາກຕາຍເຊິ່ງເປັນເລື່ອງທີ່ພວກຜູ້ຕໍ່ຕ້ານບໍ່ຍອມຮັບ. (ກຈກ. 26:6-8, 22, 23) ທີ່ຈິງ ເຫດຜົນຫຼັກທີ່ໂປໂລຖືກພິຈາລະນາຄະດີໃນເທື່ອນີ້ກໍຍ້ອນຄວາມເຊື່ອເລື່ອງການຄືນມາຈາກຕາຍ ໂດຍສະເພາະແມ່ນການຄືນມາຈາກຕາຍຂອງພະເຢຊູ.
15 ຄືກັບໂປໂລ ເຮົາສາມາດປະກາດຢ່າງກ້າຫານ ແລະໄດ້ຮັບກຳລັງໃຈຈາກສິ່ງທີ່ພະເຢຊູເວົ້າກັບພວກລູກສິດວ່າ: “ທຸກຄົນຈະກຽດຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ ແຕ່ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບການຊ່ວຍໃຫ້ລອດ.” ແລ້ວເຮົາຕ້ອງກັງວົນບໍວ່າເຮົາຈະເວົ້າແນວໃດ? ບໍ່ ເພາະພະເຢຊູສັນຍາວ່າ: “ຕອນທີ່ພວກເຂົາຈັບພວກເຈົ້າໄປນັ້ນ ບໍ່ຕ້ອງອຸກໃຈວ່າຈະເວົ້າຫຍັງ ແຕ່ໃຫ້ເວົ້າຕາມທີ່ພະລັງບໍລິສຸດຈະບອກພວກເຈົ້າໃນຕອນນັ້ນ ທີ່ຈິງແລ້ວ ບໍ່ແມ່ນຕົວຂອງພວກເຈົ້າເອງທີ່ເວົ້າ ແຕ່ແມ່ນພະລັງຂອງພະເຈົ້າທີ່ເວົ້າ.”—ມຣກ. 13:9-13
“ເຟລິກກໍຢ້ານ” (ກິດຈະການ 24:22-27)
16, 17. (ກ) ເຟລິກຈັດການແນວໃດໃນເລື່ອງການພິຈາລະນາຄະດີຂອງໂປໂລ? (ຂ) ເປັນຫຍັງເຟລິກຈຶ່ງຮູ້ສຶກຢ້ານ ແລະເປັນຫຍັງລາວຈຶ່ງເອີ້ນໂປໂລໃຫ້ໄປພົບຫຼາຍເທື່ອ?
16 ນີ້ບໍ່ແມ່ນເທື່ອທຳອິດທີ່ເຟລິກເຊິ່ງເປັນເຈົ້າແຂວງໄດ້ຍິນເລື່ອງຄວາມເຊື່ອຂອງຄລິດສະຕຽນ. ຄຳພີໄບເບິນບອກວ່າ: “ເຟລິກຮູ້ເລື່ອງດີກ່ຽວກັບທາງນັ້ນ [ເປັນຄຳທີ່ໃຊ້ເວົ້າເຖິງຄລິດສະຕຽນໃນສະຕະວັດທຳອິດ] ລາວຈຶ່ງໃຫ້ເລື່ອນການພິຈາລະນາອອກໄປກ່ອນແລະເວົ້າວ່າ: ‘ຂ້ອຍຈະຕັດສິນຄະດີຂອງພວກເຈົ້າຕອນທີ່ຜູ້ບັງຄັບກອງພັນລີເຊຍມາຮອດ.’ ແລ້ວເຟລິກກໍສັ່ງນາຍຮ້ອຍໃຫ້ຄຸມຕົວໂປໂລໄວ້ແຕ່ໃຫ້ມີອິດສະຫຼະພໍສົມຄວນ ແລະສັ່ງວ່າບໍ່ຕ້ອງຫ້າມຖ້າມີພວກຂອງໂປໂລມາເບິ່ງແຍງລາວ.”—ກຈກ. 24:22, 23
17 ບໍ່ເທົ່າໃດມື້ຕໍ່ມາ ເຟລິກກັບດູຊີນລາເມຍຂອງລາວທີ່ເປັນຄົນຢິວໄດ້ເອີ້ນໂປໂລມາ. ເຂົາເຈົ້າ “ຟັງໂປໂລເວົ້າເຖິງຄວາມເຊື່ອເລື່ອງພະຄລິດເຢຊູ.” (ກຈກ. 24:24) ແຕ່ເມື່ອໂປໂລເວົ້າເຖິງເລື່ອງ “ການເຮັດສິ່ງທີ່ຖືກຕ້ອງ ການຮູ້ຈັກຄວບຄຸມຕົວເອງ ແລະການຕັດສິນທີ່ຈະເກີດຂຶ້ນ ເຟລິກກໍຢ້ານ.” ອາດຈະເປັນຍ້ອນເລື່ອງນັ້ນລົບກວນໃຈຮູ້ຜິດຮູ້ຖືກຂອງລາວເພາະລາວໄດ້ເຮັດສິ່ງທີ່ຊົ່ວ. ດັ່ງນັ້ນ ເຟລິກຈຶ່ງບອກໂປໂລວ່າ: ຕອນນີ້ເຈົ້າໄປໄດ້ແລ້ວ ຖ້າມີໂອກາດຂ້ອຍຈະເອີ້ນເຈົ້າມາອີກ.” ຫຼັງຈາກນັ້ນ ເຟລິກໄດ້ເອີ້ນໂປໂລໃຫ້ມາພົບຫຼາຍເທື່ອ ແຕ່ບໍ່ແມ່ນຍ້ອນຢາກຮູ້ຄວາມຈິງ ແຕ່ຍ້ອນຫວັງວ່າຈະໄດ້ເງິນສິນບົນຈາກໂປໂລ.—ກຈກ. 24:25, 26
18. ເປັນຫຍັງໂປໂລຈຶ່ງເວົ້າກັບເຟລິກແລະເມຍເລື່ອງ “ການເຮັດສິ່ງທີ່ຖືກຕ້ອງ ການຮູ້ຈັກຄວບຄຸມຕົວເອງ ແລະການຕັດສິນທີ່ຈະເກີດຂຶ້ນ”?
18 ເປັນຫຍັງໂປໂລຈຶ່ງເວົ້າກັບເຟລິກແລະເມຍເລື່ອງ “ການເຮັດສິ່ງທີ່ຖືກຕ້ອງ ການຮູ້ຈັກຄວບຄຸມຕົວເອງ ແລະການຕັດສິນທີ່ຈະເກີດຂຶ້ນ”? ຢ່າລືມວ່າ ທັງສອງຄົນນັ້ນຢາກຮູ້ວ່າຖ້າມີ “ຄວາມເຊື່ອເລື່ອງພະຄລິດເຢຊູ” ແລ້ວຕ້ອງເຮັດຫຍັງແດ່. ໂປໂລຮູ້ວ່າເຟລິກກັບເມຍເປັນຄົນໂຫດຮ້າຍ ຜິດສິນລະທຳ ແລະບໍ່ຍຸຕິທຳ. ໂປໂລຈຶ່ງອະທິບາຍຢ່າງຊັດເຈນວ່າມີຂໍ້ຮຽກຮ້ອງຫຍັງສຳລັບທຸກຄົນທີ່ຢາກເປັນລູກສິດຂອງພະເຢຊູ. ສິ່ງທີ່ໂປໂລເວົ້າເຮັດໃຫ້ເຫັນວ່າມາດຕະຖານຄວາມຖືກຕ້ອງຂອງພະເຈົ້າກັບຮູບແບບຊີວິດຂອງເຟລິກແລະເມຍແຕກຕ່າງກັນຫຼາຍ. ເລື່ອງນີ້ຄວນຈະຊ່ວຍໃຫ້ເຂົາເຈົ້າທັງສອງຄົນເຂົ້າໃຈວ່າ ພະເຈົ້າຈະຕັດສິນມະນຸດໃນສິ່ງທີ່ລາວຄິດ ເວົ້າ ແລະເຮັດ. ການຕັດສິນທີ່ພະເຈົ້າຈະເຮັດກັບເຟລິກສຳຄັນກວ່າການຕັດສິນຂອງເຟລິກທີ່ຈະເຮັດກັບໂປໂລ. ນີ້ຈຶ່ງເຮັດໃຫ້ເຟລິກ “ຢ້ານ”!
19, 20. (ກ) ໃນວຽກປະກາດ ເຮົາຄວນເຮັດແນວໃດເມື່ອຜູ້ທີ່ເຮົາປະກາດໃຫ້ຟັງເບິ່ງຄືສົນໃຈ ແຕ່ບໍ່ຢາກເຊື່ອຟັງພະເຈົ້າແລະປ່ຽນຊີວິດໂຕເອງ? (ຂ) ເຮົາຮູ້ໄດ້ແນວໃດວ່າເຟລິກບໍ່ໄດ້ຢາກຊ່ວຍໂປໂລແທ້ໆ?
19 ໃນວຽກປະກາດ ເຮົາອາດຈະເຈິຄົນທີ່ເປັນຄືກັບເຟລິກ. ຕອນທຳອິດ ເຂົາເຈົ້າອາດເບິ່ງຄືສົນໃຈຄວາມຈິງ ແຕ່ເຂົາເຈົ້າບໍ່ຢາກເຊື່ອຟັງພະເຈົ້າແລະປ່ຽນຊີວິດໂຕເອງ. ເຮົາຕ້ອງລະວັງຕອນທີ່ພະຍາຍາມຊ່ວຍຄົນແບບນີ້. ຄືກັບໂປໂລ ເຮົາຕ້ອງບອກເຂົາເຈົ້າໃຫ້ຮູ້ຈັກມາດຕະຖານຂອງພະເຈົ້າວ່າອັນໃດຖືກອັນໃດຜິດແລະຕ້ອງເວົ້າແບບຜ່ອນໜັກຜ່ອນເບົາ. ເປັນໄປໄດ້ວ່າຄວາມຈິງອາດເຂົ້າເຖິງຫົວໃຈເຂົາເຈົ້າ ແຕ່ຖ້າເຮົາເຫັນຢ່າງຈະແຈ້ງວ່າເຂົາເຈົ້າບໍ່ຄິດທີ່ຈະປ່ຽນ ເຮົາກໍບໍ່ຕ້ອງບັງຄັບເຂົາເຈົ້າ. ເຮົາຄວນຈະປ່ອຍເຂົາເຈົ້າໄປ ແລະໄປຊອກຫາຄົນທີ່ຢາກຮູ້ຈັກຄວາມຈິງແທ້ໆ.
20 ໃນກໍລະນີຂອງເຟລິກ ເຮົາຮູ້ວ່າລາວຄິດແບບໃດແທ້ໆເພາະຄຳພີໄບເບິນບອກວ່າ: “ແຕ່ເຟລິກຍັງໃຫ້ໂປໂລຢູ່ໃນຄຸກຕໍ່ໄປຍ້ອນຢາກເອົາໃຈຊາວຢິວ. ສອງປີຜ່ານໄປ ໂປກີໂອເຟຊະໂຕກໍມາຮັບຕຳແໜ່ງຕໍ່ຈາກເຟລິກ.” (ກຈກ. 24:27) ເຫັນໄດ້ແຈ້ງວ່າເຟລິກບໍ່ໄດ້ຢາກຊ່ວຍໂປໂລແທ້ໆ. ເຟລິກຮູ້ວ່າຜູ້ທີ່ຕິດຕາມ “ທາງນັ້ນ” ບໍ່ແມ່ນຜູ້ທີ່ກໍ່ຄວາມບໍ່ສະຫງົບ. (ກຈກ. 19:23) ລາວຍັງຮູ້ວ່າໂປໂລບໍ່ໄດ້ເຮັດຜິດກົດໝາຍໂຣມຂໍ້ໃດເລີຍ ແຕ່ລາວກໍຍັງໃຫ້ໂປໂລຢູ່ຄຸກຕໍ່ໄປ ‘ຍ້ອນຢາກເອົາໃຈຄົນຢິວ.’
21. ເກີດຫຍັງຂຶ້ນກັບໂປໂລຫຼັງຈາກໂປກີໂອເຟຊະໂຕມາເປັນເຈົ້າແຂວງ ແລະໂປໂລຄືຊິໄດ້ຮັບກຳລັງໃຈຕໍ່ໆໄປຈາກໃສ?
21 ຄືກັບທີ່ເຮົາເຫັນໃນຂໍ້ສຸດທ້າຍຂອງປຶ້ມກິດຈະການບົດ 24 ໂປໂລຍັງເປັນນັກໂທດຢູ່ຕອນທີ່ໂປກີໂອເຟຊະໂຕມາເປັນເຈົ້າແຂວງຕໍ່ຈາກເຟລິກ. ດັ່ງນັ້ນ ການພິຈາລະນາຄະດີຕໍ່ເນື່ອງໄດ້ເລີ່ມຕົ້ນ ແລະໂປໂລຕ້ອງໄດ້ໄປຢູ່ຕໍ່ໜ້າເຈົ້າໜ້າທີ່ຫຼາຍຄົນ. ທີ່ຈິງ ອັກຄະສາວົກທີ່ກ້າຫານຄົນນີ້ “ຖືກພາຕົວໄປຢູ່ຕໍ່ໜ້າກະສັດແລະເຈົ້າແຂວງ.” (ລກ. 21:12) ເຮົາຈະໄດ້ເຫັນວ່າ ໃນເວລາຕໍ່ມາໂປໂລຈະປະກາດກັບຜູ້ປົກຄອງທີ່ມີອຳນາດຫຼາຍທີ່ສຸດໃນສະໄໝນັ້ນ. ຕະຫຼອດໄລຍະນັ້ນ ຄວາມເຊື່ອຂອງໂປໂລຍັງໝັ້ນຄົງສະເໝີ. ເຮົາໝັ້ນໃຈວ່າໂປໂລຈະໄດ້ຮັບກຳລັງໃຈຕໍ່ໆໄປຈາກຄຳເວົ້າຂອງພະເຢຊູທີ່ວ່າ: “ໃຫ້ກ້າຫານ!”
a ເບິ່ງຂອບ “ ເຟລິກ—ເຈົ້າແຂວງໃນແຂວງຢູດາຍ”
b ເຕຕູໂລຂອບໃຈເຟລິກທີ່ເຮັດໃຫ້ມີ “ຄວາມສະຫງົບສຸກ” ກັບຄົນຢິວ. ແຕ່ທີ່ຈິງແລ້ວ ໄລຍະທີ່ເຟລິກເປັນເຈົ້າແຂວງໃນແຂວງຢູດາຍມີຄວາມສະຫງົບສຸກແຕ່ໜ້ອຍດຽວເມື່ອທຽບກັບໄລຍະການປົກຄອງຂອງເຈົ້າແຂວງຄົນອື່ນໆກ່ອນໜ້ານັ້ນແລະຕໍ່ຈາກນັ້ນຈົນເຖິງຂັ້ນມີການກະບົດຕໍ່ໂຣມ. ນອກຈາກນັ້ນ ເຕຕູໂລຍັງເວົ້າຕົວະນຳຕອນທີ່ບອກວ່າພວກຢິວ “ຮູ້ສຶກຂອບໃຈຫຼາຍ” ທີ່ເຟລິກໄດ້ເຮັດການປ່ຽນແປງບາງຢ່າງ. ທີ່ຈິງ ຄົນຢິວສ່ວນໃຫຍ່ຊັງເຟລິກຍ້ອນລາວເປັນຜູ້ປົກຄອງທີ່ມັກກົດຂີ່ ແລະປາບພວກກະບົດຢ່າງໂຫດຮ້າຍ.—ກຈກ. 24:2, 3