ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 22

“ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ”

“ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ”

ໂປໂລ​ຕັ້ງໃຈ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ແລະ​ໄປ​ເມືອງ​ເຢຣູຊາເລັມ

ຈາກ​ກິດຈະການ 21:1-17

1-4. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເດີນທາງ​ໄປ​ເຢຣູຊາເລັມ ແລະ​ລາວ​ຕ້ອງ​ເຈິ​ຫຍັງ​ແດ່​ຢູ່​ຫັ້ນ?

 ຕອນ​ທີ່​ໂປໂລ​ກັບ​ລູກາ​ຕ້ອງ​ອອກ​ຈາກ​ເມືອງ​ມີເລໂຕ ຄື​ຊິ​ບໍ່​ງ່າຍ​ເລີຍ​ທີ່​ເຂົາເຈົ້າ​ຈະ​ລາ​ຈາກ​ພວກ​ຜູ້​ດູແລ​ໃນ​ເມືອງ​ເອເຟໂຊ. ຕອນນີ້​ມິດຊັນນາຣີ​ສອງ​ຄົນ​ຢືນ​ຢູ່​ເທິງ​ດາດຟ້າ ກະເປົາ​ຂອງ​ເຂົາເຈົ້າ​ມີ​ແຕ່​ເຄື່ອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ. ນອກ​ຈາກນັ້ນ ເຂົາເຈົ້າ​ຍັງ​ເອົາ​ເງິນ​ບໍລິຈາກ​ສຳລັບ​ພີ່ນ້ອງ​ທີ່​ທຸກຍາກ​ໃນ​ແຂວງ​ຢູດາຍ​ມາ​ນຳ. ເຂົາເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ເງິນ​ບໍລິຈາກ​ນີ້​ໄປ​ໃຫ້​ພີ່ນ້ອງ​ຢູ່​ຫັ້ນ.

2 ສາຍ​ລົມ​ອ່ອນໆ​ພັດ​ໃບ​ເຮືອ ແລ້ວ​ເຮືອ​ກໍ​ເຄື່ອນ​ທີ່​ອອກ​ຈາກ​ທ່າ​ເຮືອ​ທີ່​ສຽງ​ດັງ​ວຸ່ນວາຍ. ຜູ້​ຊາຍ​ທັງ​ສອງ​ຄົນ​ພ້ອມ​ກັບ​ໝູ່​ທີ່​ເດີນທາງ​ນຳ​ກັນ 7 ຄົນ​ແນມ​ເບິ່ງ​ພວກ​ພີ່ນ້ອງ​ທີ່​ຢືນ​ຢູ່​ແຄມ​ຝັ່ງ​ດ້ວຍ​ຄວາມ​ເສົ້າໃຈ. (ກຈກ. 20:4, 14, 15) ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ນຳ​ກັນ​ໂບກ​ມື​ໃຫ້​ພີ່ນ້ອງ​ທີ່​ຢູ່​ແຄມ​ຝັ່ງ​ຈົນ​ກະທັ່ງ​ແນມ​ບໍ່​ເຫັນ​ເຂົາເຈົ້າ.

3 ເປັນ​ເວລາ​ປະມານ 3 ປີ​ທີ່​ໂປໂລ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ພວກ​ຜູ້​ດູແລ​ໃນ​ເມືອງ​ເອເຟໂຊ. ຕອນນີ້​ລາວ​ກຳລັງ​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ. ໂປໂລ​ໜ້າ​ຈະ​ຮູ້​ຢູ່​ແລ້ວ​ວ່າ​ລາວ​ຕ້ອງ​ເຈິ​ຫຍັງ​ແດ່​ຢູ່​ຫັ້ນ. ກ່ອນ​ໜ້າ​ນີ້ ໂປໂລ​ໄດ້​ບອກ​ພວກ​ຜູ້​ດູແລ​ວ່າ: “ຕອນນີ້ ພະລັງ​ຂອງ​ພະເຈົ້າ​ກະຕຸ້ນ​ຂ້ອຍ​ໃຫ້​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ເກີດຂຶ້ນ​ກັບ​ຂ້ອຍ​ຢູ່​ຫັ້ນ. ແຕ່​ໃນ​ທຸກ​ເມືອງ​ທີ່​ຂ້ອຍ​ໄປ ພະລັງ​ບໍລິສຸດ​ຢືນຢັນ​ກັບ​ຂ້ອຍ​ຫຼາຍ​ເທື່ອ​ແລ້ວ​ວ່າ ຂ້ອຍ​ຈະ​ຕ້ອງ​ຕິດ​ຄຸກ​ແລະ​ພົບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ.” (ກຈກ. 20:22, 23) ທັງໆ​ທີ່​ມີ​ອັນຕະລາຍ ແຕ່​ໂປໂລ​ຮູ້ສຶກ​ວ່າ “ພະລັງ​ຂອງ​ພະເຈົ້າ​ກະຕຸ້ນ” ລາວ ລາວ​ຈຶ່ງ​ຕ້ອງ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະລັງ​ບໍລິສຸດ​ທີ່​ໃຫ້​ໄປ​ເຢຣູຊາເລັມ ແລະ​ລາວ​ກໍ​ເຮັດ​ແບບ​ນັ້ນ​ດ້ວຍ​ຄວາມ​ເຕັມໃຈ. ເຖິງ​ໂປໂລ​ຈະ​ເບິ່ງ​ວ່າ​ຊີວິດ​ຂອງ​ໂຕເອງ​ມີ​ຄ່າ ແຕ່​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ສຳລັບ​ລາວ.

4 ເຈົ້າ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ​ບໍ? ເມື່ອ​ເຮົາ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ ເຮົາ​ໄດ້​ສັນຍາ​ຢ່າງ​ຈິງ​ຈັງ​ວ່າ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ໃນ​ບົດ​ນີ້ ເຮົາ​ຈະ​ໄດ້​ຮຽນ​ຫຼາຍ​ຂຶ້ນ​ກ່ຽວກັບ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ ແລະ​ສິ່ງ​ທີ່​ເຮົາ​ຈະ​ຮຽນ​ແບບ​ລາວ​ໄດ້.

ຜ່ານ “ເກາະ​ໄຊປຣັດ” (ກິດຈະການ 21:1-3)

5. ໂປໂລ​ກັບ​ໝູ່​ເດີນທາງ​ໄປ​ເມືອງ​ຕີເຣ​ໂດຍ​ເສັ້ນ​ທາງ​ໃດ?

5 ເຮືອ​ທີ່​ໂປໂລ​ກັບ​ໝູ່​ນັ່ງ​ໄປ​ນັ້ນ “ມຸ່ງ​ໜ້າ​ໄປ” ເຊິ່ງ​ສະແດງ​ວ່າ​ມີ​ລົມ​ພັດ​ແຮງ​ຈຶ່ງ​ເຮັດ​ໃຫ້​ເຮືອ​ໄປ​ໄດ້​ໄວ. ນີ້​ເຮັດ​ໃຫ້​ເຂົາເຈົ້າ​ໄປ​ຮອດ​ເກາະ​ໂກດ​ໃນ​ມື້​ດຽວ​ກັນ​ນັ້ນ. (ກຈກ. 21:1) ເບິ່ງ​ຄື​ວ່າ​ເຮືອ​ຈອດ​ຄ້າງ​ຄືນ​ຢູ່​ຫັ້ນ ແລະ​ຫຼັງ​ຈາກນັ້ນ​ກໍ​ໄປ​ເກາະ​ໂຣໂດ​ແລະ​ເມືອງ​ປາຕາຣາ. ຢູ່​ເມືອງ​ປາຕາຣາ​ແຖວ​ແຄມ​ຝັ່ງ​ທາງ​ໃຕ້​ຂອງ​ອາຊີ​ນ້ອຍ ໂປໂລ​ກັບ​ໝູ່​ໄດ້​ລົງ​ຈາກ​ເຮືອ​ສິນ​ຄ້າ​ຂະໜາດ​ໃຫຍ່​ທີ່​ພາ​ເຂົາເຈົ້າ​ໄປ​ຮອດ​ເມືອງ​ຕີເຣ​ໃນ​ແຂວງ​ໂຟນີເຊຍ. ລະຫວ່າງ​ທາງ ເຂົາເຈົ້າ “ແລ່ນ​ເຮືອ​ຜ່ານ​ເກາະ [ໄຊປຣັດ] ໄປ​ໂດຍ​ໃຫ້​ເກາະ​ຢູ່​ເບື້ອງ​ຊ້າຍ​ມື.” (ກຈກ. 21:3) ເປັນ​ຫຍັງ​ລູກາ​ຜູ້​ຂຽນ​ປຶ້ມ​ກິດຈະການ​ຈຶ່ງ​ບອກ​ລາຍລະອຽດ​ໃນ​ເລື່ອງ​ນີ້?

6. (ກ) ເປັນ​ຫຍັງ​ການ​ເຫັນ​ເກາະ​ໄຊປຣັດ​ຈຶ່ງ​ເຮັດ​ໃຫ້​ໂປໂລ​ໄດ້​ຮັບ​ກຳລັງ​ໃຈ? (ຂ) ຖ້າ​ເຈົ້າ​ຄິດ​ເຖິງ​ພອນ​ຈາກ​ພະ​ເຢໂຫວາ​ແລະ​ວິທີ​ທີ່​ເພິ່ນ​ຊ່ວຍ​ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ?

6 ໂປໂລ​ອາດ​ຊີ້​ມື​ໄປ​ທີ່​ເກາະ​ນັ້ນ​ແລະ​ເລົ່າ​ປະສົບການ​ທີ່​ລາວ​ເຄີຍ​ເຈິ. ປະມານ 9 ປີ​ກ່ອນ​ຕອນ​ທີ່​ໂປໂລ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທຳອິດ ໂປໂລ ບາຣະນາບາ ແລະ​ໂຢຮັນ​ມາຣະໂກ​ໄດ້​ເຈິ​ກັບ​ພໍ່​ມົດ​ເອລີມາ​ເຊິ່ງ​ຕໍ່ຕ້ານ​ວຽກ​ປະກາດ​ຂອງ​ເຂົາເຈົ້າ. (ກຈກ. 13:4-12) ຕອນ​ທີ່​ເຫັນ​ເກາະ​ນັ້ນ ໂປໂລ​ອາດ​ຄິດ​ເຖິງ​ເຫດການ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ລາວ ລາວ​ຄື​ຊິ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທີ່​ລໍ​ຖ້າ​ລາວ​ຢູ່​ໃນ​ເມືອງ​ເຢຣູຊາເລັມ. ເຮົາ​ເອງ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ຖ້າ​ເຮົາ​ຄິດ​ເຖິງ​ພອນ​ຕ່າງໆ​ຈາກ​ພະເຈົ້າ ແລະ​ວິທີ​ທີ່​ເພິ່ນ​ເຄີຍ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ມາ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ຮູ້ສຶກ​ຄື​ກັບ​ດາວິດ​ທີ່​ຂຽນ​ໄວ້​ວ່າ: “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າ​ງ. ແຕ່​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ຜ່ານ​ບັນຫາ​ທັງໝົດ​ໄປ​ໄດ້.”—ເພງ. 34:19, ລ.ມ

“ພວກ​ເຮົາ​ຊອກ​ຫາ​ພວກ​ລູກສິດ​ຈົນ​ພົບ” (ກິດຈະການ 21:4-9)

7. ໂປໂລ​ກັບ​ໝູ່​ເຮັດ​ຫຍັງ​ເມື່ອ​ໄປ​ຮອດ​ເມືອງ​ຕີເຣ?

7 ໂປໂລ​ຮູ້​ວ່າ​ສຳຄັນ​ຫຼາຍ​ທີ່​ຈະ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ ແລະ​ໂປໂລ​ກໍ​ຢາກ​ຢູ່​ກັບ​ພີ່ນ້ອງ​ຫຼາຍ. ລູກາ​ຂຽນ​ວ່າ ເມື່ອ​ໄປ​ຮອດ​ເມືອງ​ຕີເຣ “ພວກ​ເຮົາ​ຊອກ​ຫາ​ພວກ​ລູກສິດ​ຈົນ​ພົບ.” (ກຈກ. 21:4) ໂປໂລ​ກັບ​ໝູ່​ຂອງ​ລາວ​ຮູ້​ວ່າ​ມີ​ພີ່ນ້ອງ​ຢູ່​ເມືອງ​ຕີເຣ ເຂົາເຈົ້າ​ຈຶ່ງ​ຊອກ​ຫາ​ພີ່ນ້ອງ​ເຫຼົ່າ​ນັ້ນ​ຈົນ​ພົບ​ແລະ​ອາດຈະ​ພັກ​ຢູ່​ກັບ​ເຂົາເຈົ້າ​ນຳ. ພອນ​ຢ່າງ​ໜຶ່ງ​ຂອງ​ການ​ທີ່​ເຮົາ​ໄດ້​ມາ​ຮູ້​ຈັກ​ຄວາມ​ຈິງ​ກໍ​ຄື ບໍ່​ວ່າ​ເຮົາ​ຈະ​ໄປ​ໃສ ເຮົາ​ກໍ​ຈະ​ເຈິ​ພີ່ນ້ອງ​ຄລິດສະຕຽນ​ທີ່​ຍິນດີ​ຕ້ອນຮັບ​ເຮົາ. ຄົນ​ທີ່​ຮັກ​ພະເຈົ້າ​ແລະ​ນະມັດສະການ​ເພິ່ນ​ຈະ​ມີ​ໝູ່​ຢູ່​ທົ່ວ​ໂລກ.

8. ກິດຈະການ 21:4 ໝາຍ​ຄວາມ​ວ່າ​ແນວ​ໃດ?

8 ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ນຳ​ກັນ​ພັກ​ຢູ່​ເມືອງ​ຕີເຣ 7 ມື້. ສິ່ງ​ທີ່​ລູກາ​ບັນທຶກ​ກ່ຽວກັບ​ເຫດການ​ໃນ​ຕອນ​ນັ້ນ​ອາດ​ເຮັດ​ໃຫ້​ຮູ້ສຶກ​ສັບສົນ. ລູກາ​ບອກ​ວ່າ: “ພວກ​ເຂົາ [ພີ່ນ້ອງ​ໃນ​ເມືອງ​ຕີເຣ] ພະຍາຍາມ​ຫ້າມ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ​ຍ້ອນ​ສິ່ງ​ທີ່​ພະລັງ​ຂອງ​ພະເຈົ້າ​ເປີດເຜີຍ​ໃຫ້​ພວກ​ເຂົາ​ຮູ້.” (ກຈກ. 21:4) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ປ່ຽນ​ໃຈ​ບໍ? ຕອນນີ້​ເພິ່ນ​ກຳລັງ​ຊີ້ນຳ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ​ບໍ? ບໍ່​ແມ່ນ. ພະລັງ​ບໍລິສຸດ​ໄດ້​ເປີດເຜີຍ​ວ່າ​ໂປໂລ​ຈະ​ຖືກ​ທຳຮ້າຍ​ໃນ​ເຢຣູຊາເລັມ ແຕ່​ບໍ່​ໄດ້​ບອກ​ວ່າ​ລາວ​ບໍ່​ຕ້ອງ​ໄປ​ບ່ອນ​ນັ້ນ. ເບິ່ງ​ຄື​ວ່າ​ໂດຍ​ທາງ​ພະລັງ​ບໍລິສຸດ ພີ່ນ້ອງ​ໃນ​ເມືອງ​ຕີເຣ​ໄດ້​ເຂົ້າໃຈ​ຢ່າງ​ຖືກຕ້ອງ​ວ່າ​ໂປໂລ​ຈະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ໃນ​ເຢຣູຊາເລັມ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ພະຍາຍາມ​ຫ້າມ​ໂປໂລ​ບໍ່​ໃຫ້​ໄປ​ເຢຣູຊາເລັມ​ຍ້ອນ​ວ່າ​ເປັນ​ຫ່ວງ​ລາວ. ເຮົາ​ພໍ​ຈະ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຮັດ​ແບບ​ນີ້ ກໍ​ຍ້ອນ​ເຂົາເຈົ້າ​ບໍ່​ຢາກ​ໃຫ້​ໂປໂລ​ເຈິ​ອັນຕະລາຍ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ໂປໂລ​ກໍ​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ ລາວ​ເລີຍ​ເດີນທາງ​ໄປ​ເຢຣູຊາເລັມ​ຕໍ່.—ກຈກ. 21:12

9, 10. (ກ) ຕອນ​ທີ່​ພີ່ນ້ອງ​ໃນ​ເມືອງ​ຕີເຣ​ຂໍຮ້ອງ​ໂປໂລ​ບໍ່​ໃຫ້​ໄປ​ເຢຣູຊາເລັມ ລາວ​ອາດ​ຄິດ​ເຖິງ​ເຫດການ​ຫຍັງ​ທີ່​ຄ້າຍ​ກັນ? (ຂ) ແນວ​ຄິດ​ແບບ​ໃດ​ທີ່​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ຄິດ ແລະ​ແນວ​ຄິດ​ນັ້ນ​ຕ່າງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ແນວ​ໃດ?

9 ເມື່ອ​ພີ່ນ້ອງ​ຂໍຮ້ອງ​ໂປໂລ​ບໍ່​ໃຫ້​ໄປ​ເຢຣູຊາເລັມ ໂປໂລ​ຄື​ຊິ​ຄິດ​ເຖິງ​ຕອນ​ທີ່​ພວກ​ລູກສິດ​ຂອງ​ພະ​ເຢຊູ​ໄດ້​ເວົ້າ​ກັບ​ເພິ່ນ​ຄ້າຍໆ​ກັນ​ນີ້. ຕອນ​ນັ້ນ​ພະ​ເຢຊູ​ກຳລັງ​ຈະ​ໄປ​ເຢຣູຊາເລັມ​ເພື່ອ​ທົນທຸກ​ແລະ​ຖືກ​ຂ້າ ເປໂຕ​ຈຶ່ງ​ເວົ້າ​ກັບ​ພະ​ເຢຊູ​ດ້ວຍ​ຄວາມ​ເປັນ​ຫ່ວງ​ວ່າ: “ອາຈານ ອີ່ຕົນ​ຕົວເອງ​ແດ່ ທ່ານ​ຈະ​ບໍ່​ເຈິ​ເລື່ອງ​ຮ້າຍໆ​ແບບ​ນັ້ນ​ດອກ.” ແຕ່​ພະ​ເຢຊູ​ປິ່ນ​ຫຼັງ​ໃສ່​ເປໂຕ​ແລະ​ບອກ​ວ່າ: “ເຊົາ​ເວົ້າ​ດຽວ​ນີ້ ຊາຕານ! ເຈົ້າ​ກຳລັງ​ຂັດຂວາງ​ຂ້ອຍ ຍ້ອນ​ສິ່ງ​ທີ່​ເຈົ້າ​ຄິດ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ພະເຈົ້າ ແຕ່​ແມ່ນ​ຄວາມ​ຄິດ​ຂອງ​ມະນຸດ.” (ມທ. 16:21-23) ພະ​ເຢຊູ​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ແລະ​ສະລະ​ຊີວິດ​ຂອງ​ເພິ່ນ. ໂປໂລ​ກໍ​ຄື​ກັນ ລາວ​ເຕັມໃຈ​ທີ່​ຈະ​ເຈິ​ຄວາມ​ຍາກ​ລຳບາກ ຫຼື​ອາດ​ເຖິງຂັ້ນ​ຍອມ​ຕາຍ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ຄື​ກັບ​ອັກຄະສາວົກ​ເປໂຕ ພີ່ນ້ອງ​ໃນ​ເມືອງ​ຕີເຣ​ມີ​ເຈຕະນາ​ທີ່​ດີ ແຕ່​ເຂົາເຈົ້າ​ບໍ່​ເຂົ້າໃຈ​ວ່າ​ການ​ທີ່​ໂປໂລ​ຕ້ອງ​ໄປ​ເຢຣູຊາເລັມ​ນັ້ນ​ເປັນ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.

ເຮົາ​ຕ້ອງ​ເສຍ​ສະລະ​ເພື່ອ​ຈະ​ຕິດຕາມ​ພະ​ເຢຊູ

10 ແນວ​ຄິດ​ທີ່​ໃຫ້​ອີ່ຕົນ​ໂຕເອງ​ຫຼື​ເຮັດ​ຫຍັງ​ທີ່​ສະບາຍໆ​ເພື່ອ​ໂຕເອງ​ເປັນ​ສິ່ງ​ທີ່​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເຮັດ. ຄົນ​ທົ່ວໄປ​ມັກ​ຈະ​ຊອກ​ຫາ​ສາສະໜາ​ທີ່​ບໍ່​ຮຽກ​ຮ້ອງ​ໃຫ້​ເຂົາເຈົ້າ​ເຮັດ​ຫຍັງ​ຫຼາຍ. ແຕ່​ກົງ​ກັນ​ຂ້າມ ພະ​ເຢຊູ​ກະຕຸ້ນ​ໃຫ້​ມີ​ແນວ​ຄິດ​ທີ່​ຕ່າງ​ຈາກ​ເລື່ອງ​ນີ້​ຫຼາຍ. ເພິ່ນ​ບອກ​ລູກສິດ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ຕິດຕາມ​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ເຊົາ​ໃຊ້​ຊີວິດ​ເພື່ອ​ຕົວເອງ ຍອມ​ແບກ​ເສົາ​ທໍລະມານ​ຂອງ​ຕົວເອງ ແລ້ວ​ຕິດຕາມ​ຂ້ອຍ​ເລື້ອຍໆ​ໄປ.” (ມທ. 16:24) ການ​ຕິດຕາມ​ພະ​ເຢຊູ​ເປັນ​ແນວ​ທາງ​ທີ່​ສະຫຼາດ​ແລະ​ຖືກຕ້ອງ ແຕ່​ກໍ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ແບບ​ນັ້ນ.

11. ພວກ​ລູກສິດ​ໃນ​ເມືອງ​ຕີເຣ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ຮັກ​ແລະ​ສະໜັບສະໜູນ​ໂປໂລ?

11 ອີກ​ບໍ່​ດົນ​ກໍ​ຈະ​ຮອດ​ເວລາ​ທີ່​ໂປໂລ ລູກາ ແລະ​ຄົນ​ອື່ນໆ​ທີ່​ຢູ່​ນຳ​ເຂົາເຈົ້າ​ຈະ​ອອກ​ເດີນທາງ. ເຫດການ​ທີ່​ເກີດຂຶ້ນ​ຕອນ​ທີ່​ເຂົາເຈົ້າ​ລາ​ຈາກ​ກັນ​ສະແດງ​ໃຫ້​ເຫັນ​ວ່າ​ພີ່ນ້ອງ​ໃນ​ເມືອງ​ຕີເຣ​ຮັກ​ໂປໂລ​ຫຼາຍ​ແລະ​ສະໜັບສະໜູນ​ລາວ​ໃຫ້​ຮັບໃຊ້​ຕໍ່​ໄປ. ພີ່ນ້ອງ​ຜູ້​ຊາຍ ຜູ້​ຍິງ​ແລະ​ເດັກນ້ອຍ​ໄດ້​ນຳ​ມາ​ສົ່ງ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ນຳ​ກັນ​ຈົນ​ມາ​ຮອດ​ຫາດ​ຊາ​ຍ. ເຂົາເຈົ້າ​ທັງໝົດ​ຄູ້ເຂົ່າ​ລົງ​ອະທິດຖານ​ນຳ​ກັນ​ແລະ​ກໍ​ບອກ​ລາ​ກັນ. ຈາກນັ້ນ ໂປໂລ ລູກາ ແລະ​ໝູ່​ທີ່​ເດີນທາງ​ນຳ​ກັນ​ກໍ​ໄດ້​ຂຶ້ນ​ເຮືອ​ອີກ​ລຳ​ໜຶ່ງ​ເພື່ອ​ເດີນທາງ​ໄປ​ເມືອງ​ປະໂຕເລມາຍ ແລ້ວ​ພົບ​ກັບ​ພີ່ນ້ອງ​ຢູ່​ຫັ້ນ ແລະ​ພັກ​ຢູ່​ກັບ​ເຂົາເຈົ້າ​ມື້​ໜຶ່ງ.—ກຈກ. 21:5-7

12, 13. (ກ) ຟີລິບ​ຮັບໃຊ້​ຢ່າງ​ສັດຊື່​ແນວ​ໃດ? (ຂ) ຟີລິບ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ສຳລັບ​ຄລິດສະຕຽນ​ທີ່​ເປັນ​ພໍ່​ໃນ​ທຸກ​ມື້​ນີ້?

12 ຕໍ່​ຈາກນັ້ນ ລູກາ​ບອກ​ວ່າ​ໂປໂລ​ແລະ​ຄົນ​ທີ່​ໄປ​ນຳ​ລາວ​ກໍ​ເດີນທາງ​ໄປ​ເມືອງ​ກາຍຊາເຣຍ. ເມື່ອ​ໄປ​ຮອດ ເຂົາເຈົ້າ “ເຂົ້າ​ໄປ​ພັກ​ຢູ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ.” a (ກຈກ. 21:8) ເຂົາເຈົ້າ​ຄື​ຊິ​ດີໃຈ​ຫຼາຍ​ທີ່​ໄດ້​ເຈິ​ຟີລິບ. ປະມານ 20 ປີ​ກ່ອນ​ໜ້າ​ນັ້ນ​ໃນ​ເຢຣູຊາເລັມ ຟີລິບ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ພວກ​ອັກຄະສາວົກ​ໃຫ້​ຊ່ວຍ​ເບິ່ງແຍງ​ການ​ແຈກ​ຢາຍ​ອາຫານ​ໃນ​ປະຊາຄົມ​ຄລິດສະຕຽນ​ທີ່​ຕັ້ງ​ຂຶ້ນ​ໃໝ່. ຟີລິບ​ເປັນ​ຜູ້​ປະກາດ​ທີ່​ກະຕືລືລົ້ນ​ເປັນ​ເວລາ​ດົນ​ນານ. ເຈົ້າ​ຄື​ຊິ​ຈື່​ໄດ້​ວ່າ​ຕອນ​ທີ່​ພວກ​ລູກສິດ​ກະຈັດກະຈາຍ​ໄປ​ຍ້ອນ​ຖືກ​ຂົ່ມເຫງ ຟີລິບ​ໄດ້​ໄປ​ແຂວງ​ຊາມາເຣຍ​ແລະ​ເລີ່ມ​ປະກາດ​ຢູ່​ຫັ້ນ. ຕໍ່​ມາ ຟີລິບ​ໄດ້​ປະກາດ​ກັບ​ຂ້າລາຊະການ​ຄົນ​ເອທິໂອເປຍ​ແລະ​ໃຫ້​ລາວ​ຮັບ​ບັບເຕມາ. (ກຈກ. 6:2-6; 8:4-13, 26-38) ຟີລິບ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ແທ້ໆ!

13 ຕອນນີ້​ຟີລິບ​ຢູ່​ເມືອງ​ກາຍຊາເຣຍ ລາວ​ຍັງ​ປະກາດ​ຢ່າງ​ກະຕືລືລົ້ນ​ຕໍ່​ໄປ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຍ້ອນ​ລູກາ​ເອີ້ນ​ລາວ​ວ່າ “ຜູ້​ປະກາດ​ຂ່າວ​ດີ.” ເຮົາ​ຍັງ​ຮູ້​ອີກ​ວ່າ​ຕອນນີ້​ລາວ​ມີ​ລູກ​ສາວ 4 ຄົນ​ທີ່​ເປັນ​ຜູ້​ພະຍາກອນ ເຊິ່ງ​ສະແດງ​ວ່າ​ລູກ​ສາວ​ຂອງ​ລາວ​ໄດ້​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ຂອງ​ພໍ່. b (ກຈກ. 21:9) ດັ່ງນັ້ນ ຟີລິບ​ຕ້ອງ​ໄດ້​ເຮັດ​ຫຼາຍ​ຢ່າງ​ແທ້ໆ​ເພື່ອ​ຊ່ວຍ​ຄອບຄົວ​ໃຫ້​ຮັກ​ແລະ​ໃກ້ຊິດ​ພະ​ເຢໂຫວາ. ຄລິດສະຕຽນ​ທີ່​ເປັນ​ພໍ່​ໃນ​ທຸກ​ມື້​ນີ້​ໜ້າ​ຈະ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ຟີລິບ​ໂດຍ​ນຳໜ້າ​ໃນ​ວຽກ​ປະກາດ​ແລະ​ຊ່ວຍ​ລູກ​ໃຫ້​ຮັກ​ວຽກ​ນີ້.

14. ການ​ທີ່​ໂປໂລ​ໄປ​ຢາມ​ພີ່ນ້ອງ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແນວ​ໃດ ແລະ​ໃນ​ທຸກ​ມື້​ນີ້​ເຮົາ​ຈະ​ຮຽນ​ແບບ​ພີ່ນ້ອງ​ທີ່​ຕ້ອນຮັບ​ໂປໂລ​ໄດ້​ແນວ​ໃດ?

14 ໃນ​ທຸກ​ບ່ອນ​ທີ່​ໂປໂລ​ໄປ ລາວ​ຈະ​ໄປ​ຫາ​ພີ່ນ້ອງ​ຄລິດສະຕຽນ​ແລະ​ໃຊ້​ເວລາ​ກັບ​ເຂົາເຈົ້າ. ພີ່ນ້ອງ​ທ້ອງຖິ່ນ​ຄື​ຊິ​ດີໃຈ​ຫຼາຍ​ແທ້ໆ​ທີ່​ຈະ​ໄດ້​ຕ້ອນຮັບ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ມາ​ນຳ​ກັນ. ການ​ຢ້ຽມຢາມ​ເທື່ອ​ນີ້​ເຮັດ​ໃຫ້​ທັງ​ສອງ​ຝ່າຍ “ໄດ້​ໃຫ້​ກຳລັງ​ໃຈ​ກັນ.” (ຣມ. 1:11, 12) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ມີ​ໂອກາດ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ກັນ​ໄດ້. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຮົາ​ເຊີນ​ຜູ້​ດູແລ​ໝວດ​ກັບ​ເມຍ​ມາ​ພັກ​ຢູ່​ເຮືອນ ເຖິງ​ວ່າ​ເຮືອນ​ຂອງ​ເຮົາ​ຈະ​ນ້ອຍ​ແລະ​ບໍ່​ມີ​ສິ່ງ​ທີ່​ອຳນວຍ​ຄວາມ​ສະດວກ​ກໍ​ຕາມ.—ຣມ. 12:13

“ຂ້ອຍ​ພ້ອມ​ຈະ . . . ຕາຍ”(ກິດຈະການ 21:10-14)

15, 16. ອາຄະໂບ​ມາ​ບອກ​ຂ່າວ​ຫຍັງ ແລະ​ຂ່າວ​ນັ້ນ​ມີ​ຜົນ​ຕໍ່​ຄົນ​ທີ່​ໄດ້​ຍິນ​ແນວ​ໃດ?

15 ຕອນ​ທີ່​ໂປໂລ​ພັກ​ຢູ່​ກັບ​ຟີລິບ ອາຄະໂບ​ກໍ​ມາ​ຮອດ. ຄົນ​ທີ່​ຊຸມນຸມ​ກັນ​ຢູ່​ເຮືອນ​ຂອງ​ຟີລິບ​ຮູ້​ວ່າ​ອາຄະໂບ​ເປັນ​ຜູ້​ພະຍາກອນ ຍ້ອນ​ລາວ​ເຄີຍ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ການ​ຂາດແຄນ​ອາຫານ​ຄັ້ງ​ໃຫຍ່​ໃນ​ໄລຍະ​ທີ່​ກະລາວດີໂອ​ປົກຄອງ. (ກຈກ. 11:27, 28) ເຂົາເຈົ້າ​ອາດ​ສົງໄສ​ວ່າ: ‘ອາຄະໂບ​ມາ​ເຮັດ​ຫຍັງ? ລາວ​ຈະ​ເອົາ​ຂ່າວ​ຫຍັງ​ມາ​ບອກ?’ ຕອນ​ທີ່​ເຂົາເຈົ້າ​ກຳລັງ​ເບິ່ງ​ຢູ່ ອາຄະໂບ​ກໍ​ແກ້​ຜ້າ​ມັດ​ແອວ​ຂອງ​ໂປໂລ​ອອກ. ຜ້າ​ນີ້​ເປັນ​ຜ້າ​ຍາວ​ທີ່​ເອົາ​ໄວ້​ພັນ​ອ້ອມ​ແອວ​ແລະ​ສາມາດ​ໃສ່​ເງິນ​ຫຼື​ເຄື່ອງ​ອື່ນໆ​ໄວ້​ໃນ​ນັ້ນ​ໄດ້. ອາຄະໂບ​ເອົາ​ຜ້າ​ນັ້ນ​ມາ​ມັດ​ມື​ມັດ​ຕີນ​ຂອງ​ໂຕເອງ ແລ້ວ​ເວົ້າ​ວ່າ: “ພະລັງ​ບໍລິສຸດ​ບອກ​ວ່າ ‘ເຈົ້າ​ຂອງ​ຜ້າ​ມັດ​ແອວ​ຜືນ​ນີ້​ຈະ​ຖືກ​ຊາວ​ຢິວ​ໃນ​ເມືອງ​ເຢຣູຊາເລັມ​ມັດ​ໄວ້​ແບບ​ນີ້ ແລ້ວ​ພວກ​ເຂົາ​ຈະ​ມອບ​ຜູ້​ນັ້ນ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ​ຊາ​ດ.’”—ກຈກ. 21:11

16 ຄຳ​ພະຍາກອນ​ນີ້​ຢືນຢັນ​ວ່າ​ໂປໂລ​ຈະ​ຕ້ອງ​ໄປ​ເມືອງ​ເຢຣູຊາເລັມ ແລະ​ຍັງ​ບອກ​ໃຫ້​ຮູ້​ນຳ​ວ່າ ຄົນ​ຢິວ​ຢູ່​ຫັ້ນ​ຈະ​ມອບ​ໂປໂລ “ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ​ຊາ​ດ.” ຄົນ​ທີ່​ໄດ້​ຍິນ​ຄຳ​ພະຍາກອນ​ນີ້​ຮູ້ສຶກ​ກັງວົນ​ຫຼາຍ. ລູກາ​ບອກ​ວ່າ: “ເມື່ອ​ໄດ້​ຍິນ​ແບບ​ນັ້ນ ພວກ​ເຮົາ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ອ້ອນວອນ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ. ໂປໂລ​ຕອບ​ວ່າ: ‘ເປັນ​ຫຍັງ​ພວກ​ເຈົ້າ​ຕ້ອງ​ຮ້ອງໄຫ້ ແລະ​ພະຍາຍາມ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຕັ້ງໃຈ ຂ້ອຍ​ພ້ອມ​ຈະ​ຖືກ​ມັດ ແລະ​ພ້ອມ​ຈະ​ຕາຍ​ຢູ່​ເມືອງ​ເຢຣູຊາເລັມ​ເພື່ອ​ຊື່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.’”—ກຈກ. 21:12, 13

17, 18. ໂປໂລ​ໄດ້​ສະແດງ​ຄວາມ​ມຸ່ງ​ໝັ້ນ​ຕັ້ງໃຈ​ແນວ​ໃດ ແລະ​ພວກ​ພີ່ນ້ອງ​ມີ​ທ່າທີ​ແນວ​ໃດ?

17 ລອງ​ຄິດ​ເບິ່ງ​ວ່າ​ເຫດການ​ໃນ​ຕອນ​ນັ້ນ​ຈະ​ເປັນ​ແນວ​ໃດ. ພວກ​ພີ່ນ້ອງ​ລວມ​ທັງ​ລູກາ​ອ້ອນວອນ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ ແລະ​ບາງ​ຄົນ​ເຖິງຂັ້ນ​ຮ້ອງໄຫ້​ດ້ວຍ​ຊ້ຳ. ໂປໂລ​ເຫັນ​ວ່າ​ພີ່ນ້ອງ​ຮັກ​ແລະ​ເປັນ​ຫ່ວງ​ລາວ​ຫຼາຍ ລາວ​ຈຶ່ງ​ເວົ້າ​ກັບ​ພີ່ນ້ອງ​ຢ່າງ​ອ່ອນໂຍນ​ວ່າ ເຂົາເຈົ້າ​ກຳລັງ​ເຮັດ​ໃຫ້​ລາວ “ປ່ຽນ​ຄວາມ​ຕັ້ງໃຈ” ຫຼື “ທໍ້ໃຈ.” ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ໂປໂລ​ກໍ​ບໍ່​ປ່ຽນ​ຄວາມ​ຕັ້ງໃຈ. ຄື​ກັບ​ເຫດການ​ທີ່​ເກີດຂຶ້ນ​ກ່ອນ​ໜ້າ​ນີ້ ໂປໂລ​ບໍ່​ຍອມ​ໃຫ້​ພີ່ນ້ອງ​ເມືອງ​ຕີເຣ​ມາ​ຂັດຂວາງ​ລາວ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ. ຕອນນີ້ ລາວ​ກໍ​ບໍ່​ຍອມ​ໃຫ້​ການ​ອ້ອນວອນ​ຫຼື​ການ​ຮ້ອງໄຫ້​ຂອງ​ພີ່ນ້ອງ​ມາ​ເຮັດ​ໃຫ້​ລາວ​ລົ້ມ​ເລີກ​ຄວາມ​ຕັ້ງໃຈ​ຄື​ກັນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ໂປໂລ​ໄດ້​ອະທິບາຍ​ໃຫ້​ພີ່ນ້ອງ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເດີນທາງ​ໄປ​ຕໍ່. ໂປໂລ​ກ້າຫານ​ແລະ​ມຸ່ງ​ໝັ້ນ​ແທ້ໆ! (ຮຣ. 12:2) ໂປໂລ​ບໍ່​ຢາກ​ຕາຍ ແຕ່​ຖ້າ​ລາວ​ຕ້ອງ​ຕາຍ ລາວ​ກໍ​ຖື​ວ່າ​ເປັນ​ກຽດ​ທີ່​ຕາຍ​ຍ້ອນ​ວ່າ​ເປັນ​ລູກສິດ​ຂອງ​ພະ​ເຢຊູ.

18 ພວກ​ພີ່ນ້ອງ​ມີ​ທ່າທີ​ແນວ​ໃດ? ເຂົາເຈົ້າ​ນັບຖື​ການ​ຕັດສິນໃຈ​ຂອງ​ໂປໂລ. ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ໂປໂລ​ບໍ່​ຍອມ​ປ່ຽນ​ໃຈ ພວກ​ເຮົາ​ກໍ​ເຊົາ​ອ້ອນວອນ​ລາວ ແລະ​ເວົ້າ​ວ່າ: ‘ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ.’” (ກຈກ. 21:14) ຄົນ​ເຫຼົ່າ​ນັ້ນ​ທີ່​ໂນ້ມນ້າວ​ໂປໂລ​ບໍ່​ໃຫ້​ໄປ​ເຢຣູຊາເລັມ​ບໍ່​ໄດ້​ຢືນຢັນ​ວ່າ​ໂປໂລ​ຕ້ອງ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ບອກ. ເຂົາເຈົ້າ​ຍອມ​ຟັງ​ໂປໂລ ເຂົ້າໃຈ​ແລະ​ຍອມຮັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເຖິງ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຍາກ​ກໍ​ຕາມ. ແຕ່​ມັນ​ຄື​ຊິ​ງ່າຍ​ຂຶ້ນ​ສຳລັບ​ໂປໂລ​ຖ້າ​ຄົນ​ທີ່​ຮັກ​ລາວ​ບໍ່​ໄດ້​ພະຍາຍາມ​ຂັດຂວາງ​ລາວ ຍ້ອນ​ຕອນນີ້​ໂປໂລ​ຕ້ອງ​ເດີນທາງ​ໄປ​ຕໍ່ ແລະ​ສຸດທ້າຍ​ລາວ​ກໍ​ຮູ້​ດີ​ວ່າ​ລາວ​ອາດຈະ​ຕ້ອງ​ຕາ​ຍ.

19. ເຮົາ​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຫຍັງ​ຈາກ​ເຫດການ​ທີ່​ເກີດຂຶ້ນ​ກັບ​ໂປໂລ?

19 ເຮົາ​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຈາກ​ເຫດການ​ທີ່​ເກີດຂຶ້ນ​ກັບ​ໂປໂລ. ເຮົາ​ບໍ່​ຢາກ​ຫ້າມ​ຄົນ​ອື່ນ​ທີ່​ຢາກ​ເສຍ​ສະລະ​ໂຕເອງ​ເພື່ອ​ຮັບໃຊ້​ພະເຈົ້າ. ເຮົາ​ສາມາດ​ເອົາ​ບົດ​ຮຽນ​ນີ້​ມາ​ໃຊ້​ໃນ​ຫຼາຍ​ສະຖານະການ ບໍ່​ແມ່ນ​ແຕ່​ກັບ​ເຫດການ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ຄວາມ​ຕາຍ​ເທົ່າ​ນັ້ນ. ຕົວຢ່າງ​ເຊັ່ນ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ອາດ​ຮູ້ສຶກ​ວ່າ​ຍາກ​ຖ້າ​ລູກ​ຕ້ອງ​ອອກ​ຈາກ​ເຮືອນ​ແລ້ວ​ໄປ​ຮັບໃຊ້​ຢູ່​ບ່ອນ​ທີ່​ຫ່າງ​ໄກ ແຕ່​ເຂົາເຈົ້າ​ກໍ​ຕັ້ງໃຈ​ທີ່​ຈະ​ບໍ່​ຂັດຂວາງ​ລູກ. ຟີລິດສ໌​ທີ່​ຢູ່​ໃນ​ອັງກິດ​ໄດ້​ເລົ່າ​ຄວາມ​ຮູ້ສຶກ​ຕອນ​ທີ່​ລູກ​ສາວ​ຄົນ​ດຽວ​ໄປ​ເປັນ​ມິດຊັນນາຣີ​ໃນ​ອາຝຼິກກາ​ວ່າ: “ຕອນ​ນັ້ນ​ເປັນ​ຊ່ວງ​ທີ່​ຍາກ​ຫຼາຍ​ສຳລັບ​ຂ້ອຍ. ມັນ​ຍາກ​ແທ້ໆ​ທີ່​ຮູ້​ວ່າ​ລູກ​ຈະ​ຕ້ອງ​ໄປ​ຢູ່​ໄກ​ຂະໜາດ​ນັ້ນ. ຂ້ອຍ​ຮູ້ສຶກ​ເສົ້າ​ແຕ່​ກໍ​ພູມໃຈ​ນຳ. ຂ້ອຍ​ອະທິດຖານ​ຫຼາຍ​ເທື່ອ​ກ່ຽວກັບ​ເລື່ອງ​ນີ້. ແຕ່​ນັ້ນ​ເປັນ​ການ​ຕັດສິນໃຈ​ຂອງ​ລູກ ແລະ​ຂ້ອຍ​ຈະ​ບໍ່​ໂນ້ມນ້າວ​ລູກ​ໃຫ້​ປ່ຽນ​ໃຈ. ທີ່ຈິງ ຂ້ອຍ​ສອນ​ລູກ​ມາ​ຕະຫຼອດ​ວ່າ​ຈະ​ຕ້ອງ​ໃຫ້​ພະ​ເຢໂຫວາ​ມາ​ກ່ອນ. ລູກ​ສາວ​ຂ້ອຍ​ໄດ້​ຮັບໃຊ້​ຢູ່​ຕ່າງ​ປະເທດ​ເປັນ​ເວລາ 30 ປີ​ແລ້ວ ແລະ​ຂ້ອຍ​ກໍ​ຂອບໃຈ​ພະ​ເຢໂຫວາ​ທຸກ​ມື້​ທີ່​ລູກ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່.” ເຮົາ​ກໍ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ເສຍ​ສະລະ​ໂຕເອງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໄດ້!

ເຮົາ​ຄວນ​ສະໜັບສະໜູນ​ພີ່ນ້ອງ​ທີ່​ເສຍ​ສະລະ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ

“ພວກ​ພີ່ນ້ອງ​ກໍ​ມາ​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ດີໃຈ” (ກິດຈະການ 21:15-17)

20, 21. ສິ່ງ​ໃດ​ສະແດງ​ວ່າ​ໂປໂລ​ຢາກ​ຢູ່​ກັບ​ພີ່ນ້ອງ ແລະ​ເປັນ​ຫຍັງ​ໂປໂລ​ຈຶ່ງ​ຢາກ​ຢູ່​ກັບ​ເຂົາເຈົ້າ?

20 ເມື່ອ​ພ້ອມ​ແລ້ວ ໂປໂລ​ກໍ​ເດີນທາງ​ຕໍ່​ໂດຍ​ມີ​ພີ່ນ້ອງ​ບາງ​ຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄປ​ນຳ. ນີ້​ສະແດງ​ວ່າ​ເຂົາເຈົ້າ​ສະໜັບສະໜູນ​ໂປໂລ​ຢ່າງ​ເຕັມທີ. ໃນ​ແຕ່​ລະ​ຈຸດ​ທີ່​ແວ່​ລະຫວ່າງ​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ ໂປໂລ​ກັບ​ຄົນ​ທີ່​ໄປ​ນຳ​ລາວ​ໄດ້​ຫາ​ທາງ​ໄປ​ເຈິ​ພີ່ນ້ອງ​ທີ່​ຢູ່​ເມືອງ​ຕີເຣ. ເຂົາເຈົ້າ​ໄດ້​ເຈິ​ພວກ​ລູກສິດ ແລະ​ພັກ​ຢູ່​ນຳ​ພວກ​ລູກສິດ 7 ມື້. ຢູ່​ເມືອງ​ປະໂຕເລມາຍ ເຂົາເຈົ້າ​ໄດ້​ທັກທາຍ​ພີ່ນ້ອງ​ຊາຍ​ຍິງ​ແລະ​ພັກ​ຢູ່​ກັບ​ພີ່ນ້ອງ 1 ມື້. ຢູ່​ເມືອງ​ກາຍຊາເຣຍ ເຂົາເຈົ້າ​ພັກ​ຢູ່​ເຮືອນ​ຂອງ​ຟີລິບ​ຫຼາຍ​ມື້. ຕໍ່​ຈາກນັ້ນ ລູກສິດ​ບາງ​ຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ຈົນ​ຮອດ​ເມືອງ​ເຢຣູຊາເລັມ. ຢູ່​ຫັ້ນ ມະນາໂຊນ​ເຊິ່ງ​ເປັນ​ລູກສິດ​ລຸ້ນ​ທຳອິດ​ໄດ້​ໃຫ້​ເຂົາເຈົ້າ​ພັກ​ຢູ່​ເຮືອນ. ໃນ​ທີ່​ສຸດ ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ນຳ​ກັນ​ກໍ​ມາ​ຮອດ​ເມືອງ​ເຢຣູຊາເລັມ. ລູກາ​ບອກ​ວ່າ: “ພວກ​ພີ່ນ້ອງ​ກໍ​ມາ​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ດີໃຈ.”—ກຈກ. 21:17

21 ເຫັນ​ໄດ້​ແຈ້ງ​ວ່າ ໂປໂລ​ຢາກ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ​ແລະ​ລາວ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຈາກ​ພີ່ນ້ອງ​ເຫຼົ່າ​ນັ້ນ ຄື​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພີ່ນ້ອງ​ຄື​ກັນ. ເຮົາ​ໝັ້ນໃຈ​ວ່າ ການ​ໃຫ້​ກຳລັງ​ໃຈ​ແບບ​ນັ້ນ​ໄດ້​ເຮັດ​ໃຫ້​ໂປໂລ​ເຂັ້ມແຂງ​ເພື່ອ​ຈະ​ຮັບ​ມື​ກັບ​ຜູ້​ຕໍ່ຕ້ານ​ທີ່​ຄຽດແຄ້ນ​ເຊິ່ງ​ພະຍາຍາມ​ຈະ​ຂ້າ​ລາວ.