ບົດທີ 21
“ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້”
ໂປໂລຮັບໃຊ້ດ້ວຍຄວາມກະຕືລືລົ້ນແລະໃຫ້ຄຳແນະນຳກັບຜູ້ດູແລ
ຈາກກິດຈະການ 20:1-38
1-3. (ກ) ຂໍໃຫ້ເລົ່າເຫດການທີ່ເກີດຂຶ້ນໃນຄືນທີ່ຢູຕີໂຂເສຍຊີວິດ. (ຂ) ໂປໂລໄດ້ເຮັດຫຍັງ ແລະເຫດການນີ້ສະແດງວ່າລາວເປັນຄົນແນວໃດ?
ໂປໂລມາເຈິພີ່ນ້ອງຊາຍຍິງຫຼາຍຄົນໃນປະຊາຄົມເມືອງໂທອາດຢູ່ຫ້ອງຊັ້ນເທິງ. ລາວເວົ້າກັບພີ່ນ້ອງເປັນເວລາດົນເພາະນັ້ນເປັນຄືນສຸດທ້າຍທີ່ລາວຈະຢູ່ນຳເຂົາເຈົ້າ. ຕອນນີ້ເປັນຕອນກາງຄືນແລ້ວ ໃນຫ້ອງນັ້ນມີຕະກຽງໄຕ້ຢູ່ຫຼາຍອັນຈຶ່ງເຮັດໃຫ້ອາກາດຢູ່ຫ້ອງຮ້ອນອົບເອົ້າແລະອາກາດບໍ່ຄ່ອຍຖ່າຍເທ. ຊາຍໜຸ່ມຄົນໜຶ່ງຊື່ ຢູຕີໂຂໄດ້ນັ່ງຢູ່ຂອບປ່ອງຢ້ຽມ ແລະຕອນທີ່ໂປໂລກຳລັງບັນລະຍາຍຢູ່ ຢູຕີໂຂກໍຫຼັບແລ້ວຕົກລົງມາຈາກຊັ້ນສາມ!
2 ລູກາເຊິ່ງເປັນໝໍຄືຊິເປັນຄົນທຳອິດທີ່ແລ່ນອອກຈາກຫ້ອງເພື່ອໄປເບິ່ງວ່າຊາຍໜຸ່ມຄົນນັ້ນເປັນແນວໃດ. ແຕ່ເຂົາເຈົ້າກໍຊ່ວຍຊາຍໜຸ່ມຄົນນັ້ນບໍ່ໄດ້ ເພາະເມື່ອໄປຮອດກໍເຫັນວ່າ “ລາວຕາຍແລ້ວ.” (ກຈກ. 20:9) ແຕ່ມີການອັດສະຈັນເກີດຂຶ້ນ. ໂປໂລກົ້ມລົງໄປກອດຊາຍໜຸ່ມແລະເວົ້າກັບຜູ້ຄົນວ່າ: “ບໍ່ຕ້ອງກັງວົນ ລາວມີຊີວິດແລ້ວ.” ໂປໂລໄດ້ປຸກຢູຕີໂຂໃຫ້ຄືນມາຈາກຕາຍ!—ກຈກ. 20:10
3 ການປຸກຢູຕີໂຂໃຫ້ຄືນມາຈາກຕາຍສະແດງໃຫ້ເຫັນວ່າ ພະເຢໂຫວາສາມາດເຮັດສິ່ງຕ່າງໆໄດ້ຢ່າງໜ້າງຶດງໍ້ໂດຍທາງພະລັງບໍລິສຸດຂອງເພິ່ນ. ທີ່ຈິງແລ້ວ ການຕາຍຂອງຢູຕີໂຂບໍ່ແມ່ນຄວາມຜິດຂອງໂປໂລ ແຕ່ລາວກໍບໍ່ຢາກໃຫ້ພີ່ນ້ອງຮູ້ສຶກເສົ້າຫຼືມີຄວາມເຊື່ອໜ້ອຍລົງແທນທີ່ຈະໄດ້ກຳລັງໃຈຈາກໂອກາດພິເສດທີ່ເຂົາເຈົ້າໄດ້ມາເຈິກັນ. ການທີ່ໂປໂລປຸກຢູຕີໂຂໃຫ້ຄືນມາຈາກຕາຍຊ່ວຍໃຫ້ປະຊາຄົມເຂັ້ມແຂງແລະເຮັດວຽກປະກາດຢ່າງກະຕືລືລົ້ນຕໍ່ໄປໄດ້. ເຫັນໄດ້ແຈ້ງວ່າ ໂປໂລເບິ່ງວ່າຊີວິດຂອງຄົນອື່ນມີຄ່າ. ເຮົາຈື່ຄຳເວົ້າຂອງໂປໂລທີ່ບອກວ່າ: “ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້.” (ກຈກ. 20:26) ເຮົາຈະມາທົບທວນເບິ່ງວ່າຕົວຢ່າງຂອງໂປໂລຈະຊ່ວຍເຮົາແນວໃດໃຫ້ເຫັນຄ່າຊີວິດຂອງຄົນອື່ນ.
“ໂປໂລກໍເດີນທາງໄປແຂວງມາເກໂດເນຍ” (ກິດຈະການ 20:1, 2)
4. ໂປໂລເຈິຄວາມຍາກລຳບາກຫຍັງ?
4 ໃນບົດກ່ອນເຮົາໄດ້ຮູ້ວ່າ ໂປໂລເຈິເຫດການທີ່ເປັນຕາຢ້ານຕອນທີ່ລາວຢູ່ເມືອງເອເຟໂຊ. ຄົນໃນເມືອງເອເຟໂຊໃຈຮ້າຍຫຼາຍທີ່ໂປໂລປະກາດຢູ່ຫັ້ນ ພວກຊ່າງເງິນທີ່ມີລາຍໄດ້ຈາກການຂາຍຮູບບູຊາອາເຕມິດໄດ້ລວມຕົວກັນກໍ່ຄວາມວຸ່ນວາຍ! ໃນກິດຈະການ 20:1 ບອກວ່າ: “ຫຼັງຈາກຄວາມວຸ່ນວາຍຜ່ານໄປແລ້ວ ໂປໂລກໍສົ່ງຄົນໃຫ້ໄປເອີ້ນພວກລູກສິດມາ ເມື່ອໃຫ້ກຳລັງໃຈແລະບອກລາພວກເຂົາແລ້ວ ໂປໂລກໍເດີນທາງໄປແຂວງມາເກໂດເນຍ.”
5, 6. (ກ) ໂປໂລອາດຢູ່ໃນແຂວງມາເກໂດເນຍດົນປານໃດ ແລະລາວໄດ້ເຮັດຫຍັງເພື່ອພີ່ນ້ອງຢູ່ຫັ້ນ? (ຂ) ໂປໂລເບິ່ງພີ່ນ້ອງຮ່ວມຄວາມເຊື່ອແນວໃດ?
5 ລະຫວ່າງທີ່ໂປໂລເດີນທາງໄປແຂວງມາເກໂດເນຍ ລາວໄດ້ແວ່ໄປທ່າເຮືອຂອງເມືອງໂທອາດແລະພັກຢູ່ຫັ້ນ. ໂປໂລຫວັງວ່າຕີໂຕທີ່ຖືກສົ່ງໄປເມືອງເອເຟໂຊຈະມາເຈິລາວຢູ່ຫັ້ນ. (2ກຣ. 2:12, 13) ແຕ່ເບິ່ງຄືວ່າຕີໂຕມາຫາໂປໂລບໍ່ໄດ້ ໂປໂລຈຶ່ງເດີນທາງໄປແຂວງມາເກໂດເນຍຕໍ່ແລະໃຊ້ເວລາຢູ່ຫັ້ນປະມານ 1 ປີ. ລາວໄດ້ “ເວົ້າໃຫ້ກຳລັງໃຈຫຼາຍຢ່າງແກ່ພວກລູກສິດທີ່ຢູ່ຫັ້ນ.” a (ກຈກ. 20:2) ຫຼັງຈາກນັ້ນໄລຍະໜຶ່ງ ຕີໂຕກໍໄດ້ມາຫາໂປໂລຢູ່ແຂວງມາເກໂດເນຍ. ຕີໂຕໄດ້ເລົ່າໃຫ້ໂປໂລຟັງວ່າພີ່ນ້ອງໃນເມືອງໂກຣິນໂທຕອບຮັບຈົດໝາຍສະບັບທຳອິດຂອງໂປໂລຢ່າງດີ. (2ກຣ. 7:5-7) ນີ້ຈຶ່ງກະຕຸ້ນໂປໂລໃຫ້ຂຽນຈົດໝາຍຫາເຂົາເຈົ້າອີກສະບັບໜຶ່ງ ເຊິ່ງເປັນຈົດໝາຍທີ່ເຮົາຮູ້ຈັກໃນຕອນນີ້ວ່າ 2 ໂກຣິນໂທ.
6 ໜ້າສົນໃຈທີ່ລູກາບອກວ່າ ການທີ່ໂປໂລມາຢາມພີ່ນ້ອງຢູ່ເມືອງເອເຟໂຊແລະຢູ່ແຂວງມາເກໂດເນຍເທື່ອນີ້ເຮັດໃຫ້ພີ່ນ້ອງໄດ້ກຳລັງໃຈຫຼາຍ. ນີ້ສະແດງວ່າໂປໂລຮັກພີ່ນ້ອງແທ້ໆ! ບໍ່ຄືກັບພວກຟາຣິຊາຍທີ່ເບິ່ງວ່າຄົນອື່ນຕ່ຳຕ້ອຍກວ່າຕົວເອງ ໂປໂລເບິ່ງວ່າພີ່ນ້ອງເປັນໝູ່ທີ່ຮັບໃຊ້ນຳກັນກັບລາວ. (ຢຮ. 7:47-49; 1ກຣ. 3:9) ໂປໂລບໍ່ເຄີຍຄິດວ່າລາວດີກວ່າພີ່ນ້ອງແມ່ນແຕ່ຕອນທີ່ລາວຕ້ອງໃຫ້ຄຳແນະນຳແບບກົງໄປກົງມາ.—2ກຣ. 2:4
7. ຜູ້ດູແລໃນທຸກມື້ນີ້ຈະຮຽນແບບໂປໂລແນວໃດ?
7 ໃນທຸກມື້ນີ້ ຜູ້ດູແລໃນປະຊາຄົມແລະຜູ້ດູແລໝວດພະຍາຍາມຮຽນແບບໂປໂລ. ເຖິງວ່າບາງເທື່ອເຂົາເຈົ້າຈະຕ້ອງໃຫ້ຄຳແນະນຳພີ່ນ້ອງແບບກົງໄປກົງມາ ແຕ່ເຂົາເຈົ້າກໍມີເປົ້າໝາຍທີ່ຈະຊ່ວຍພີ່ນ້ອງໃຫ້ເຂັ້ມແຂງ. ແທນທີ່ຈະມີແຕ່ຕຳໜິ ຜູ້ດູແລຈະພະຍາຍາມເຂົ້າໃຈວ່າພີ່ນ້ອງຮູ້ສຶກແນວໃດແລະໃຫ້ກຳລັງໃຈເຂົາເຈົ້າ. ຜູ້ດູແລໝວດທີ່ມີປະສົບການຄົນໜຶ່ງບອກວ່າ: “ພີ່ນ້ອງຊາຍຍິງຂອງເຮົາສ່ວນໃຫຍ່ຢາກເຮັດສິ່ງທີ່ຖືກຕ້ອງ ແຕ່ຫຼາຍເທື່ອເຂົາເຈົ້າຕ້ອງຮັບມືກັບເລື່ອງຕ່າງໆທີ່ເຂົ້າມາໃນຊີວິດ ເຊິ່ງບັນຫາເຫຼົ່ານັ້ນອາດເຮັດໃຫ້ເຂົາເຈົ້າຜິດຫວັງຫຼືຢ້ານ ແລະບໍ່ຮູ້ວ່າຈະຮັບມືແນວໃດ.” ຜູ້ດູແລສາມາດໃຫ້ກຳລັງໃຈແລະຊ່ວຍພີ່ນ້ອງທີ່ຮູ້ສຶກແບບນີ້ໃຫ້ເຂັ້ມແຂງຂຶ້ນ.—ຮຣ. 12:12, 13
“ພວກຢິວວາງແຜນທຳຮ້າຍ” ໂປໂລ (ກິດຈະການ 20:3, 4)
8, 9. (ກ) ສິ່ງໃດເຮັດໃຫ້ໂປໂລຕ້ອງປ່ຽນແຜນທີ່ຈະຂີ່ເຮືອໄປແຂວງຊີເຣຍ? (ຂ) ເປັນຫຍັງຄົນຢິວຈຶ່ງຊັງໂປໂລ?
8 ໂປໂລເດີນທາງຈາກແຂວງມາເກໂດເນຍໄປເມືອງໂກຣິນໂທ. b ຫຼັງຈາກຢູ່ຫັ້ນ 3 ເດືອນ ໂປໂລກໍເດີນທາງໄປເມືອງເກັນເຂໄອ. ລາວວາງແຜນຈະຂີ່ເຮືອຢູ່ເມືອງນັ້ນເພື່ອໄປແຂວງຊີເຣຍ ແລະຈາກບ່ອນນັ້ນ ລາວກໍຈະໄປຮອດເມືອງເຢຣູຊາເລັມແລະເອົາເງິນບໍລິຈາກໃຫ້ພີ່ນ້ອງທີ່ທຸກຍາກຢູ່ຫັ້ນ. c (ກຈກ. 24:17; ຣມ. 15:25, 26) ແຕ່ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນເຊິ່ງເຮັດໃຫ້ໂປໂລຕ້ອງປ່ຽນແຜນການເດີນທາງ. ໃນກິດຈະການ 20:3 ບອກວ່າ: “ພວກຢິວວາງແຜນທຳຮ້າຍລາວ”!
9 ເຮົາບໍ່ແປກໃຈເລີຍທີ່ຄົນຢິວຊັງໂປໂລຫຼາຍ ຍ້ອນເຂົາເຈົ້າເຫັນວ່າໂປໂລປ່ຽນຄວາມເຊື່ອແລ້ວເຂົ້າມາເປັນຄລິດສະຕຽນ. ກ່ອນໜ້ານີ້ ວຽກປະກາດຂອງໂປໂລໃນເມືອງໂກຣິນໂທໄດ້ເຮັດໃຫ້ກີສະໂປທີ່ເປັນຫົວໜ້າຢູ່ບ່ອນປະຊຸມຂອງຄົນຢິວປ່ຽນມາເປັນຄລິດສະຕຽນ. (ກຈກ. 18:7, 8; 1ກຣ. 1:14) ນອກຈາກນັ້ນ ຕອນທີ່ຄົນຢິວໃນເມືອງໂກຣິນໂທໄປຫາຄາລີໂອເຊິ່ງເປັນເຈົ້າແຂວງອະຂາຢາ ເຂົາເຈົ້າຕ້ອງການຟ້ອງຮ້ອງວ່າໂປໂລເຮັດຜິດກົດໝາຍ. ແຕ່ຄາລີໂອກໍບໍ່ຍອມຮັບເພາະຂໍ້ກ່າວຫານັ້ນບໍ່ແມ່ນຄວາມຈິງ. ຄຳຕັດສິນນີ້ເຮັດໃຫ້ພວກຢິວໃຈຮ້າຍຫຼາຍ. (ກຈກ. 18:12-17) ພວກຢິວໃນເມືອງໂກຣິນໂທຄືຊິຄິດວ່າ ອີກບໍ່ດົນໂປໂລຈະມາຂຶ້ນເຮືອຢູ່ເມືອງເກັນເຂໄອທີ່ຢູ່ໃກ້ໆເຂົາເຈົ້າຈຶ່ງວາງແຜນທຳຮ້າຍໂປໂລຢູ່ຫັ້ນ. ໃຫ້ເຮົາມາເບິ່ງວ່າໂປໂລເຮັດແນວໃດ?
10. ການທີ່ໂປໂລບໍ່ໄປຂຶ້ນເຮືອຢູ່ເກັນເຂໄອສະແດງວ່າລາວເປັນຄົນທີ່ບໍ່ກ້າຫານບໍ?
10 ໂປໂລຕັດສິນໃຈບໍ່ໄປເມືອງເກັນເຂໄອ ແຕ່ລາວເດີນທາງກັບຜ່ານແຂວງມາເກໂດເນຍແທນ. ໂປໂລເຮັດແບບນີ້ເພື່ອຄວາມປອດໄພຂອງລາວແລະເພື່ອປົກປ້ອງເງິນບໍລິຈາກຂອງພີ່ນ້ອງທີ່ລາວເບິ່ງແຍງຢູ່. ແນ່ນອນວ່າການເດີນທາງທາງບົກກໍອັນຕະລາຍຄືກັນ ເພາະໃນສະໄໝນັ້ນມັກມີໂຈນມາດັກຊຸ້ມຢູ່ຕາມຫົນທາງ ແລະຢູ່ໂຮງແຮມກໍບໍ່ຄ່ອຍປອດໄພ. ແຕ່ໂປໂລຄິດວ່າເສັ້ນທາງນີ້ປອດໄພກວ່າການຂຶ້ນເຮືອຢູ່ເກັນເຂໄອ ແລະຍັງດີທີ່ໂປໂລບໍ່ໄດ້ເດີນທາງຄົນດຽວ ເພາະເທື່ອນີ້ມີຫຼາຍຄົນທີ່ໄປນຳ ລາວເຊິ່ງກໍຄື ອາຣິດຕາໂຂ ຄາໂຢ ເສກູນໂດ ໂຊປາເຕ ຕີໂມທຽວ ໂທຟີໂມ ແລະຕີຂີໂກ.—ກຈກ. 20:3, 4
11. ຄລິດສະຕຽນໃນທຸກມື້ນີ້ຈະປົກປ້ອງໂຕເອງແນວໃດ ແລະພະເຢຊູເປັນຕົວຢ່າງແນວໃດໃນເລື່ອງນີ້?
11 ຄືກັບໂປໂລ ຄລິດສະຕຽນໃນທຸກມື້ນີ້ກໍເຮັດສິ່ງທີ່ເຮັດໄດ້ເພື່ອປົກປ້ອງໂຕເອງຕອນທີ່ເຮັດວຽກປະກາດ. ໃນບາງເຂດ ພີ່ນ້ອງຈະໄປປະກາດເປັນກຸ່ມ ຫຼືໄປເປັນຄູ່ແທນທີ່ຈະໄປຄົນດຽວ. ແລ້ວເຮົາຈະປົກປ້ອງໂຕເອງໄດ້ແນວໃດຕອນທີ່ຖືກຂົ່ມເຫງ? ພວກເຮົາທີ່ເປັນຄລິດສະຕຽນຮູ້ດີວ່າ ເຮົາຈະຕ້ອງເຈິການຂົ່ມເຫງ. (ຢຮ. 15:20; 2ຕມ. 3:12) ແຕ່ເຮົາຈະລະວັງໂຕສະເໝີຕອນທີ່ປະກາດແລະບໍ່ເອົາໂຕເອງໄປສ່ຽງໂດຍບໍ່ຈຳເປັນ. ຂໍໃຫ້ຄິດເຖິງຕົວຢ່າງຂອງພະເຢຊູ ມີເທື່ອໜຶ່ງທີ່ຜູ້ຕໍ່ຕ້ານໃນເມືອງເຢຣູຊາເລັມຈັບກ້ອນຫີນຂຶ້ນມາເພື່ອຈະດຶກໃສ່ພະເຢຊູ ຕອນນັ້ນ “ເພິ່ນໄປລີ້ແລ້ວອອກໄປຈາກວິຫານ.” (ຢຮ. 8:59) ຕໍ່ມາ ເມື່ອພວກຢິວວາງແຜນຈະຂ້າພະເຢຊູ ‘ເພິ່ນຈຶ່ງບໍ່ໄປຫັ້ນມານີ້ຢ່າງເປີດເຜີຍໃນທ່າມກາງຄົນຢິວອີກຕໍ່ໄປ ແຕ່ເພິ່ນອອກຈາກບ່ອນນັ້ນໄປ . . . ບ່ອນທຸລະກັນດານ.’ (ຢຮ. 11:54) ພະເຢຊູເຮັດສິ່ງທີ່ເພິ່ນເຮັດໄດ້ເພື່ອປົກປ້ອງຊີວິດໂຕເອງເພື່ອທີ່ຈະເຮັດຕາມຄວາມຕ້ອງການຂອງພະເຈົ້າໄດ້ສຳເລັດ. ຄລິດສະຕຽນໃນທຸກມື້ນີ້ກໍເຮັດຄືກັບພະເຢຊູໄດ້.—ມທ. 10:16
“ພວກເຂົາມີກຳລັງໃຈຫຼາຍຂຶ້ນ” (ກິດຈະການ 20:5-12)
12, 13. (ກ) ການຄືນມາຈາກຕາຍຂອງຢູຕີໂຂມີຜົນຕໍ່ປະຊາຄົມແນວໃດ? (ຂ) ຄວາມຫວັງເລື່ອງຫຍັງໃນຄຳພີໄບເບິນທີ່ໃຫ້ກຳລັງໃຈຄົນທີ່ຄິດຮອດຄົນຮັກທີ່ຕາຍຈາກໄປ?
12 ໂປໂລກັບໝູ່ເດີນທາງຜ່ານແຂວງມາເກໂດເນຍນຳກັນ ແລະຈາກນັ້ນເບິ່ງຄືວ່າເຂົາເຈົ້າແຍກກັນໄລຍະໜຶ່ງ. ແຕ່ເຮົາຮູ້ວ່າເຂົາເຈົ້າກັບມາລວມຕົວກັນອີກຢູ່ເມືອງໂທອາດ d ເພາະຄຳພີໄບເບິນບອກວ່າ: “5 ມື້ຕໍ່ມາພວກເຮົາກໍໄປຫາພວກເຂົາທີ່ເມືອງໂທອາດ.” e (ກຈກ. 20:6) ເມືອງນີ້ແຫຼະທີ່ໂປໂລປຸກຊາຍໜຸ່ມທີ່ຊື່ຢູຕີໂຂໃຫ້ຄືນມາຈາກຕາຍດັ່ງທີ່ເວົ້າໃນຕອນຕົ້ນຂອງບົດນີ້. ລອງຄິດເບິ່ງວ່າ ພວກພີ່ນ້ອງຈະດີໃຈຫຼາຍສ່ຳໃດທີ່ເຫັນຢູຕີໂຂໝູ່ຂອງເຂົາເຈົ້າຖືກປຸກໃຫ້ກັບມາມີຊີວິດອີກ! ຄຳພີໄບເບິນບອກວ່າ ເຂົາເຈົ້າ “ມີກຳລັງໃຈຫຼາຍຂຶ້ນ.”—ກຈກ. 20:12
13 ເຖິງວ່າໃນທຸກມື້ນີ້ຈະບໍ່ມີການອັດສະຈັນແບບນັ້ນແລ້ວ ແຕ່ທຸກຄົນທີ່ຄິດຮອດຄົນຮັກທີ່ຕາຍຈາກໄປກໍສາມາດ “ມີກຳລັງໃຈຫຼາຍຂຶ້ນ” ເພາະຄຳພີໄບເບິນຊ່ວຍເຂົາເຈົ້າໃຫ້ມີຄວາມຫວັງເລື່ອງການຄືນມາຈາກຕາຍ. (ຢຮ. 5:28, 29) ຢູຕີໂຂເປັນມະນຸດທີ່ບໍ່ສົມບູນແບບ ໃນທີ່ສຸດລາວກໍຕ້ອງຕາຍອີກ. (ຣມ. 6:23) ແຕ່ຄົນເຫຼົ່ານັ້ນທີ່ຖືກປຸກໃຫ້ຄືນມາຈາກຕາຍໃນໂລກໃໝ່ມີໂອກາດທີ່ຈະມີຊີວິດຢູ່ຕະຫຼອດໄປ! ແລະຄົນທີ່ຖືກປຸກຂຶ້ນມາເພື່ອຈະປົກຄອງກັບພະເຢຊູໃນສະຫວັນຈະບໍ່ມີວັນຕາຍ. (1ກຣ. 15:51-53) ຄລິດສະຕຽນໃນທຸກມື້ນີ້ບໍ່ວ່າຈະເປັນຜູ້ຖືກເຈີມຫຼື “ແກະອື່ນ” ຈະ “ມີກຳລັງໃຈຫຼາຍຂຶ້ນ” ເມື່ອຄິດເຖິງຄວາມຫວັງເລື່ອງການຄືນມາຈາກຕາຍ.—ຢຮ. 10:16
ກິດຈະການ 20:13-24)
“ຕາມບ່ອນສາທາລະນະແລະຕາມບ້ານເຮືອນ” (14. ໂປໂລໄດ້ເວົ້າຫຍັງກັບພວກຜູ້ດູແລໃນເມືອງເອເຟໂຊຕອນທີ່ເຈິເຂົາເຈົ້າຢູ່ເມືອງມີເລໂຕ?
14 ໂປໂລກັບໝູ່ເດີນທາງຈາກເມືອງໂທອາດໄປເມືອງອາໂຊ ຈາກນັ້ນກໍໄປເມືອງມີເຕເລເນ ເກາະຂີໂອ ເກາະຊາໂມ ແລະເມືອງມີເລໂຕ. ໂປໂລຢາກໄປຮອດເມືອງເຢຣູຊາເລັມໃຫ້ທັນເທດສະການເພັນເຕກອດ ລາວຈຶ່ງບໍ່ແວ່ເມືອງເອເຟໂຊຕອນທີ່ເດີນທາງກັບເທື່ອນີ້. ເຖິງຈະເປັນແນວນັ້ນ ໂປໂລກໍມີເລື່ອງທີ່ຢາກຈະເວົ້າກັບພວກຜູ້ດູແລໃນເມືອງເອເຟໂຊ ລາວຈຶ່ງຂໍຮ້ອງໃຫ້ພວກຜູ້ດູແລມາເຈິລາວຢູ່ເມືອງມີເລໂຕ. (ກຈກ. 20:13-17) ເມື່ອເຂົາເຈົ້າມາຮອດ ໂປໂລເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າກໍຮູ້ດີວ່າຕັ້ງແຕ່ມື້ທຳອິດທີ່ຂ້ອຍເຂົ້າມາແຂວງອາຊີ ຂ້ອຍໃຊ້ຊີວິດແນວໃດຕະຫຼອດເວລາທີ່ຢູ່ກັບພວກເຈົ້າ. ຂ້ອຍເຮັດວຽກໜັກຮັບໃຊ້ຜູ້ເປັນນາຍດ້ວຍຄວາມຖ່ອມຕົວ ພ້ອມທັງນ້ຳຕາໄຫຼ ແລະຍັງຕ້ອງພົບຄວາມຍາກລຳບາກຍ້ອນແຜນຮ້າຍຕ່າງໆຂອງພວກຢິວ. ແລະພວກເຈົ້າກໍຮູ້ວ່າຂ້ອຍບໍ່ເຄີຍລັງເລທີ່ຈະບອກສິ່ງທີ່ເປັນປະໂຫຍດແກ່ພວກເຈົ້າ ແລະຍັງສອນພວກເຈົ້າຕາມບ່ອນສາທາລະນະແລະຕາມບ້ານເຮືອນນຳອີກ. ຂ້ອຍປະກາດຢ່າງທົ່ວເຖິງໃຫ້ທັງຄົນຢິວແລະຄົນກຣີກເຂົ້າໃຈວ່າພວກເຂົາຕ້ອງກັບໃຈແລ້ວມານະມັດສະການພະເຈົ້າ ແລະເຊື່ອໃນພະເຢຊູຜູ້ເປັນນາຍຂອງພວກເຮົາ.”—ກຈກ. 20:18-21
15. ການປະກາດຕາມບ້ານເຮືອນມີຂໍ້ດີຫຍັງແດ່?
15 ໃນທຸກມື້ນີ້ເຮົາໃຊ້ຫຼາຍວິທີເພື່ອຈະປະກາດກັບຜູ້ຄົນ. ເຮົາເຮັດຄືກັບໂປໂລໂດຍພະຍາຍາມໄປປະກາດໃນບ່ອນທີ່ຈະເຈິຜູ້ຄົນເຊັ່ນ: ບ່ອນຖ້າລົດເມ ຕາມຫົນທາງ ຫຼືໃນຕະຫຼາດ. ການໄປປະກາດຕາມບ້ານເຮືອນກໍຍັງເປັນວິທີຫຼັກທີ່ພະຍານພະເຢໂຫວາເຮັດ. ເຫດຜົນໜຶ່ງທີ່ເຮົາແບບນີ້ກໍຍ້ອນວ່າ ການປະກາດຕາມບ້ານເຮືອນເຮັດໃຫ້ທຸກຄົນມີໂອກາດໄດ້ຍິນຂ່າວສານຈາກຄຳພີໄບເບິນເປັນປະຈຳ ເຊິ່ງນີ້ສະແດງວ່າພະເຈົ້າບໍ່ລຳອຽງ. ແລະອີກເຫດຜົນໜຶ່ງກໍຄື ການປະກາດຕາມບ້ານເຮືອນຍັງຊ່ວຍໃຫ້ຄົນທີ່ຈິງໃຈແລະຢາກຮຽນຮູ້ໄດ້ຮັບຄວາມຊ່ວຍເຫຼືອຕາມທີ່ຈຳເປັນເພື່ອເຂົາເຈົ້າຈະມາຮູ້ຈັກພະເຈົ້າ. ນອກຈາກນັ້ນ ການປະກາດຕາມບ້ານເຮືອຍັງຊ່ວຍໃຫ້ຜູ້ປະກາດມີຄວາມເຊື່ອເຂັ້ມແຂງແລະຮຽນຮູ້ທີ່ຈະອົດທົນຫຼາຍຂຶ້ນ. ທີ່ຈິງ ຜູ້ຄົນໃນທຸກມື້ນີ້ຈະຮູ້ວ່າເຮົາເປັນຄລິດສະຕຽນແທ້ໂດຍເບິ່ງຈາກການທີ່ເຮົາປະກາດຢ່າງກະຕືລືລົ້ນ “ຕາມບ່ອນສາທາລະນະແລະຕາມບ້ານເຮືອນ.”
16, 17. ໂປໂລສະແດງໃຫ້ເຫັນແນວໃດວ່າລາວເປັນຄົນກ້າຫານແລະບໍ່ຢ້ານ ແລະຄລິດສະຕຽນໃນທຸກມື້ນີ້ຈະຮຽນແບບໂປໂລໄດ້ແນວໃດ?
16 ໂປໂລບອກກັບຜູ້ດູແລໃນເມືອງເອເຟໂຊວ່າ ລາວບໍ່ຮູ້ວ່າຊິເຈິອັນຕະລາຍຫຍັງແດ່ເມື່ອກັບໄປເຢຣູຊາເລັມ. ລາວບອກວ່າ: “ຂ້ອຍບໍ່ໄດ້ຖືວ່າຊີວິດຂ້ອຍສຳຄັນ. ຂໍພຽງແຕ່ຂ້ອຍໄດ້ແລ່ນຮອດເສັ້ນໄຊແລະເຮັດວຽກຮັບໃຊ້ທີ່ໄດ້ຮັບມອບໝາຍຈາກພະເຢຊູຜູ້ເປັນນາຍໃຫ້ສຳເລັດ ນັ້ນແມ່ນການປະກາດຂ່າວດີເລື່ອງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າໃຫ້ທົ່ວເຖິງ.” (ກຈກ. 20:24) ໂປໂລກ້າຫານແທ້ໆ. ເຖິງວ່າລາວຈະສຸຂະພາບບໍ່ດີແລະເຈິການຕໍ່ຕ້ານຢ່າງຮຸນແຮງ ແຕ່ລາວກໍບໍ່ຍອມໃຫ້ສິ່ງໃດກໍຕາມມາເຮັດໃຫ້ລາວເຊົາຮັບໃຊ້ພະເຢໂຫວາແລະເຊົາເຮັດວຽກໃຫ້ເພິ່ນ.
17 ໃນທຸກມື້ນີ້ ພວກເຮົາກໍເຈິບັນຫາຫຼາຍຢ່າງຄືກັນ. ບາງຄົນຖືກສັ່ງຫ້າມແລະຖືກຂົ່ມເຫງຈາກອຳນາດການປົກຄອງ. ບາງຄົນກໍສຸຂະພາບບໍ່ດີຫຼືຕ້ອງຮັບມືກັບຄວາມເຈັບປ່ວຍທາງດ້ານອາລົມ ແຕ່ເຂົາເຈົ້າກໍບໍ່ຍອມແພ້. ນອກຈາກນັ້ນ ໄວລຸ້ນຄລິດສະຕຽນຕ້ອງຮັບມືກັບໝູ່ຢູ່ໂຮງຮຽນທີ່ອາດກົດດັນເຂົາເຈົ້າໃຫ້ເຮັດສິ່ງທີ່ບໍ່ດີ. ແຕ່ບໍ່ວ່າເຮົາຈະເຈິຫຍັງ ເຮົາກໍຕັ້ງໃຈທີ່ຈະຮຽນແບບໂປໂລເຊິ່ງກໍຄື ‘ປະກາດຂ່າວດີຢ່າງລະອຽດຖີ່ຖ້ວນ’ ຕໍ່ໆໄປ.
“ໃຫ້ພວກເຈົ້າເອົາໃຈໃສ່ຕົວເອງແລະຝູງແກະ” (ກິດຈະການ 20:25-38)
18. ໂປໂລເຮັດຫຍັງເພື່ອຈະບໍ່ຕ້ອງຮັບຜິດຊອບການຕາຍຂອງຄົນອື່ນ ແລະຜູ້ດູແລໃນເມືອງເອເຟໂຊຈະເຮັດແບບນັ້ນໄດ້ແນວໃດ?
18 ເມື່ອພວກຜູ້ດູແລຈາກເມືອງເອເຟໂຊມາຫາໂປໂລ ໂປໂລກໍໃຫ້ຄຳແນະນຳທີ່ຈະແຈ້ງກັບເຂົາເຈົ້າແລະເຕືອນເຂົາເຈົ້າໃຫ້ຄິດເຖິງວິທີທີ່ລາວເຮັດເພື່ອເບິ່ງແຍງປະຊາຄົມ. ໂປໂລເລີ່ມໂດຍບອກເຂົາເຈົ້າວ່າ ນີ້ອາດເປັນເທື່ອສຸດທ້າຍທີ່ເຂົາເຈົ້າຈະໄດ້ເຈິລາວ. ແລ້ວລາວກໍເວົ້າຕໍ່ວ່າ: “ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້. ເພາະຂ້ອຍໄດ້ທຸ່ມເທຕົວບອກພວກເຈົ້າທຸກສິ່ງທີ່ພະເຈົ້າຢາກໃຫ້ເຮັດ.” ຜູ້ດູແລໃນເມືອງເອເຟໂຊຈະຮຽນແບບໂປໂລແນວໃດເພື່ອຈະບໍ່ຕ້ອງຮັບຜິດຊອບການຕາຍຂອງຄົນອື່ນ? ໂປໂລບອກເຂົາເຈົ້າວ່າ: “ໃຫ້ພວກເຈົ້າເອົາໃຈໃສ່ຕົວເອງແລະຝູງແກະທີ່ພະລັງບໍລິສຸດແຕ່ງຕັ້ງພວກເຈົ້າໃຫ້ເປັນຜູ້ດູແລ ແລະໃຫ້ເບິ່ງແຍງປະຊາຄົມຂອງພະເຈົ້າທີ່ພະອົງຊື້ໄວ້ດ້ວຍເລືອດຂອງລູກຊາຍພະອົງເອງ.” (ກຈກ. 20:26-28) ໂປໂລເຕືອນວ່າ “ໝາປ່າທີ່ໂຫດຮ້າຍ” ຈະເຂົ້າມາໃນປະຊາຄົມ ແລະ “ເວົ້າບິດເບືອນຄວາມຈິງເພື່ອຊັກຈູງພວກລູກສິດໃຫ້ຕິດຕາມພວກເຂົາໄປ.” ແລ້ວຜູ້ດູແລຄວນເຮັດແນວໃດ? ໂປໂລບອກວ່າ: “ດັ່ງນັ້ນ ພວກເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະຢ່າລືມວ່າຕະຫຼອດເວລາ 3 ປີ ຂ້ອຍໄດ້ເຕືອນສະຕິພວກເຈົ້າແຕ່ລະຄົນບໍ່ໄດ້ຢຸດບໍ່ໄດ້ເຊົາທັງເວັນທັງຄືນພ້ອມທັງນ້ຳຕາໄຫຼ.”—ກຈກ. 20:29-31
19. ເມື່ອຮອດທ້າຍສະຕະວັດທຳອິດ ການທໍລະຍົດພະເຈົ້າໄດ້ເລີ່ມຕົ້ນແນວໃດ ແລະມີຫຍັງເກີດຂຶ້ນອີກຫຼັງຈາກນັ້ນ?
19 ປະມານປີ 60 ຫຼັງຈາກທີ່ພະເຢຊູເສຍຊີວິດ ກໍມີ “ໝາປ່າທີ່ໂຫດຮ້າຍ” ເຂົ້າມາໃນປະຊາຄົມ. ອັກຄະສາວົກໂຢຮັນໄດ້ຂຽນວ່າ: “ມີຜູ້ຕໍ່ຕ້ານພະຄລິດຢູ່ແລ້ວຫຼາຍຄົນ . . . ພວກເຂົາເຄີຍຢູ່ກັບພວກເຮົາແຕ່ຖິ້ມພວກເຮົາໄປ ຍ້ອນພວກເຂົາບໍ່ໄດ້ເປັນພວກດຽວກັບເຮົາ ຖ້າພວກເຂົາເປັນພວກດຽວກັບເຮົາ ພວກເຂົາກໍຄືຊິຍັງຢູ່ກັບພວກເຮົາ.” (1ຢຮ. 2:18, 19) ຫຼັງຈາກພະເຢຊູຕາຍປະມານ 200 ປີ ພວກຜູ້ດູແລທີ່ທໍລະຍົດພະເຈົ້າໄດ້ເບິ່ງວ່າຕົວເອງພິເສດກວ່າພີ່ນ້ອງຄົນອື່ນໆໃນປະຊາຄົມ. ແລະຫຼັງຈາກພະເຢຊູຕາຍປະມານ 300 ປີ ຈັກກະພັດຄອນສະແຕນຕິນໄດ້ສະໜັບສະໜູນຄລິດສະຕຽນປອມຢ່າງເປີດເຜີຍແລະເຮັດໃຫ້ເຂົາເຈົ້າເປັນສາສະໜາທີ່ຖືກຕ້ອງຕາມກົດໝາຍ. ພວກຜູ້ນຳທີ່ທໍລະຍົດພະເຈົ້າເຫຼົ່ານີ້ໄດ້ “ເວົ້າບິດເບືອນຄວາມຈິງ” ເຂົາເຈົ້າເອົາຄຳສອນໃນຄຳພີໄບເບິນໄປປົນກັບຄຳສອນແລະທຳນຽມນອກຮີດ. ຄົນກຸ່ມນີ້ໄດ້ກາຍເປັນຄລິດຕະຈັກ. ຜູ້ຄົນທີ່ໄປໂບດທຸກມື້ນີ້ກໍຍັງເຮັດຕາມຄວາມຄິດແລະທຳນຽມຜິດໆເຫຼົ່ານັ້ນ.
20, 21. ໂປໂລສະແດງນ້ຳໃຈເສຍສະລະແນວໃດ ແລະຜູ້ດູແລໃນທຸກມື້ນີ້ຈະເຮັດຕາມຕົວຢ່າງຂອງໂປໂລໄດ້ແນວໃດ?
20 ໂປໂລບໍ່ຄືກັບພວກຜູ້ດູແລເຫຼົ່ານັ້ນທີ່ມັກຫາປະໂຫຍດຈາກພີ່ນ້ອງໃນປະຊາຄົມ. ໂປໂລເຮັດວຽກໜັກຫາລ້ຽງໂຕເອງເພື່ອຈະບໍ່ເປັນພາລະໜັກຂອງພີ່ນ້ອງ. ສິ່ງທີ່ໂປໂລເຮັດເພື່ອພີ່ນ້ອງບໍ່ໄດ້ເປັນການຫາຜົນປະໂຫຍດໃຫ້ໂຕເອງ. ໂປໂລກະຕຸ້ນຜູ້ດູແລໃນເມືອງເອເຟໂຊໃຫ້ສະແດງນ້ຳໃຈເສຍສະລະ. ລາວບອກວ່າ: “ພວກເຈົ້າຕ້ອງ . . . ຊ່ວຍຄົນທີ່ອ່ອນແອ ແລະຢ່າລືມສິ່ງທີ່ພະເຢຊູຜູ້ເປັນນາຍເຄີຍເວົ້າໄວ້ວ່າ: ‘ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.’”—ກຈກ. 20:35
21 ຄລິດສະຕຽນຜູ້ດູແລໃນທຸກມື້ນີ້ມີນ້ຳໃຈເສຍສະລະຄືໂປໂລ. ກົງກັນຂ້າມກັບພວກຜູ້ນຳສາສະໜາໃນຄລິດຕະຈັກທີ່ຫາຜົນປະໂຫຍດຈາກຝູງແກະຂອງໂຕເອງ. ຄົນທີ່ໄດ້ຮັບມອບໝາຍໃຫ້ “ໃຫ້ເບິ່ງແຍງປະຊາຄົມຂອງພະເຈົ້າ” ຈະເຮັດໜ້າທີ່ຂອງລາວແບບບໍ່ເຫັນແກ່ຕົວ. ບໍ່ຄວນມີຄວາມຍິ່ງແລະຄວາມທະເຍີທະຍານໃນປະຊາຄົມຄລິດສະຕຽນ. ເພາະໃນທີ່ສຸດ ຄົນເຫຼົ່ານັ້ນທີ່ “ຊອກຫາກຽດໃຫ້ໂຕເອງ” ກໍຈະບໍ່ໄດ້ຮັບກຽດ. (ສຸພາ. 25:27, ລ.ມ) ການເຮັດເກີນສິດມີແຕ່ຈະນຳໄປສູ່ຄວາມອັບອາຍ.—ສຸພາ. 11:2
22. ສິ່ງໃດເຮັດໃຫ້ຜູ້ດູແລໃນເມືອງເອເຟໂຊຮັກໂປໂລ?
22 ຄວາມຮັກແທ້ທີ່ໂປໂລມີຕໍ່ພີ່ນ້ອງເຮັດໃຫ້ພີ່ນ້ອງຮັກລາວ. ທີ່ຈິງ ເມື່ອຮອດເວລາທີ່ໂປໂລຈະຈາກໄປ “ທຸກຄົນພາກັນຮ້ອງໄຫ້ ແລ້ວພວກເຂົາກໍກອດແລະຈູບລາໂປໂລດ້ວຍຄວາມຮັກ.” (ກຈກ. 20:37, 38) ຄລິດສະຕຽນຮັກແລະເຫັນຄ່າພີ່ນ້ອງທີ່ຮຽນແບບໂປໂລ. ພີ່ນ້ອງເຫຼົ່ານັ້ນເສຍສະລະເວລາ ກຳລັງແລະຊັບສິນໂຕເອງເພື່ອຊ່ວຍພີ່ນ້ອງໃນປະຊາຄົມ. ຫຼັງຈາກທົບທວນເບິ່ງຕົວຢ່າງທີ່ດີເລີດຂອງໂປໂລແລ້ວ ເຈົ້າຄືຊິເຫັນດີນຳວ່າໂປໂລບໍ່ໄດ້ໂອ້ອວດຫຼືເວົ້າເກີນຈິງຕອນທີ່ລາວເວົ້າວ່າ: “ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້.”—ກຈກ. 20:26
a ເບິ່ງຂອບ “ ຈົດໝາຍຂອງໂປໂລຈາກແຂວງມາເກໂດເນຍ.”
b ໂປໂລອາດຂຽນຈົດໝາຍເຖິງຄລິດສະຕຽນຢູ່ເມືອງໂຣມໃນໄລຍະທີ່ໄປຢາມເມືອງໂກຣິນໂທເທື່ອນີ້.
c ເບິ່ງຂອບ “ ໂປໂລສົ່ງເຄື່ອງຂອງບໍລິຈາກເພື່ອບັນເທົາທຸກ”
d ໃນກິດຈະການ 20:5, 6 ລູກາໃຊ້ຄຳວ່າ “ພວກເຮົາ” ເຊິ່ງໝາຍຄວາມວ່າໂປໂລໄດ້ຮັບລູກາຈາກເມືອງຟີລິບປອຍລະຫວ່າງທີ່ລາວເດີນທາງໄປເມືອງໂທອາດ.—ກຈກ. 16:10-17, 40
e ການເດີນທາງຈາກເມືອງຟີລິບປອຍໄປເມືອງໂທອາດໃຊ້ເວລາ 5 ມື້. ອາດເປັນໄປໄດ້ວ່າຕອນນັ້ນສະພາບອາກາດບໍ່ດີ ເພາະກ່ອນໜ້ານີ້ມີບັນທຶກວ່າການເດີນທາງໂດຍເສັ້ນທາງດຽວກັນນີ້ໃຊ້ເວລາພຽງແຕ່ 2 ມື້.—ກຈກ. 16:11