ບົດທີ 20
“ແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້” ເຖິງວ່າຈະມີການຕໍ່ຕ້ານ
ອາໂປໂລກັບໂປໂລເຮັດແນວໃດເພື່ອຊ່ວຍຫຼາຍຄົນໃຫ້ໄດ້ຍິນຂ່າວດີ
1, 2. (ກ) ໂປໂລກັບໝູ່ຂອງລາວເຈິກັບອັນຕະລາຍຫຍັງໃນເມືອງເອເຟໂຊ? (ຂ) ເຮົາຈະທົບທວນເລື່ອງຫຍັງໃນບົດນີ້?
ຜູ້ຄົນກຳລັງແລ່ນແລະຮ້ອງສຽງດັງຢູ່ຕາມຖະໜົນຫົນທາງໃນເມືອງເອເຟໂຊ. ກຸ່ມຄົນທີ່ຄຽດແຄ້ນໄດ້ມາລວມຕົວກັນແລະຄວາມສັບສົນວຸ່ນວາຍກຳລັງຈະເກີດຂຶ້ນ! ໝູ່ທີ່ຮ່ວມເດີນທາງນຳອັກຄະສາວົກໂປໂລສອງຄົນໄດ້ຖືກລາກໂຕໄປ. ຜູ້ຄົນທີ່ຢູ່ແຖວຖະໜົນສາຍຫຼັກເຊິ່ງເປັນທີ່ຕັ້ງຂອງຮ້ານຄ້າຕ່າງໆກໍຍ່າງໄປກັບກຸ່ມຄົນທີ່ຄຽດແຄ້ນນີ້. ເຂົາເຈົ້າພາກັນຍ່າງໄປໂຮງລະຄອນໃຫຍ່ປະຈຳເມືອງ ເຊິ່ງໂຮງລະຄອນນີ້ໃຫຍ່ພໍທີ່ຈະບັນຈຸຄົນໄດ້ປະມານ 25.000 ຄົນ. ທີ່ຈິງແລ້ວຄົນສ່ວນໃຫຍ່ບໍ່ຮູ້ຊ້ຳວ່າເຂົາເຈົ້າມາຊຸມນຸມກັນເຮັດຫຍັງ ແຕ່ເຂົາເຈົ້າຄິດວ່າວິຫານແລະເທບທິດາອາເຕມິດທີ່ເຂົາເຈົ້າຮັກກຳລັງຖືກຄຸກຄາມ. ດັ່ງນັ້ນ ເຂົາເຈົ້າຈຶ່ງເລີ່ມຮ້ອງສຽງດັງຫຼາຍເທື່ອວ່າ: “ເທບທິດາອາເຕມິດຂອງຊາວເອເຟໂຊເປັນຜູ້ທີ່ຍິ່ງໃຫຍ່!”—ກຈກ. 19:34
2 ນີ້ເປັນອີກເທື່ອໜຶ່ງທີ່ເຮົາເຫັນວ່າຊາຕານໄດ້ເຮັດໃຫ້ກຸ່ມຄົນທີ່ຄຽດແຄ້ນໃຊ້ຄວາມຮຸນແຮງເພື່ອຢຸດວຽກປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ການໃຊ້ຄວາມຮຸນແຮງບໍ່ແມ່ນວິທີດຽວທີ່ຊາຕານໃຊ້. ໃນບົດນີ້ ເຮົາຈະທົບທວນວິທີຕ່າງໆທີ່ຊາຕານໃຊ້ເພື່ອພະຍາຍາມຢຸດວຽກປະກາດ ແລະທຳລາຍຄວາມເປັນນ້ຳໜຶ່ງດຽວກັນຂອງຄລິດສະຕຽນໃນສະຕະວັດທຳອິດ. ແຕ່ທີ່ສຳຄັນຄືເຮົາຈະເບິ່ງວ່າວິທີທັງໝົດທີ່ຊາຕານໃຊ້ນັ້ນບໍ່ສຳເລັດ ເພາະ “ຄຳສອນຂອງພະເຢໂຫວາແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້.” (ກຈກ. 19:20) ເປັນຫຍັງຄລິດສະຕຽນເຫຼົ່ານີ້ຈຶ່ງສາມາດປະກາດຕໍ່ໄປໄດ້? ແນ່ນອນວ່າທີ່ເຮົາຍັງສາມາດເຮັດວຽກປະກາດແລະຍັງເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງໄດ້ກໍຍ້ອນພະເຢໂຫວາຊ່ວຍເຮົາ. ແຕ່ຄືກັບຄລິດສະຕຽນໃນສະຕະວັດທຳອິດ ເຮົາກໍຕ້ອງເຮັດສ່ວນຂອງເຮົານຳ. ໂດຍການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຢໂຫວາ ເຮົາສາມາດມີຄຸນລັກສະນະຕ່າງໆທີ່ຈະຊ່ວຍເຮົາໃຫ້ເຮັດວຽກຮັບໃຊ້ໄດ້ສຳເລັດ. ໃຫ້ເຮົາມາເບິ່ງຕົວຢ່າງຂອງອາໂປໂລນຳກັນ.
“ລາວ . . . ຮູ້ເລື່ອງພະຄຳພີເປັນຢ່າງດີ” (ກິດຈະການ 18:24-28)
3, 4. ອາກີລາກັບປີຊະກີລາສັງເກດຫຍັງກ່ຽວກັບອາໂປໂລ ແລະເຂົາເຈົ້າໄດ້ເຮັດຫຍັງເພື່ອຊ່ວຍລາວ?
3 ຕອນທີ່ໂປໂລເດີນທາງໄປເມືອງເອເຟໂຊໃນຊ່ວງການປະກາດຢູ່ຕ່າງປະເທດຮອບທີສາມ ຄົນຢິວຄົນໜຶ່ງຊື່ອາໂປໂລໄດ້ມາເມືອງນີ້. ລາວມາຈາກເມືອງອາເລັກຊັນເດຍທີ່ມີຊື່ສຽງຂອງເອຢິບ. ອາໂປໂລມີຄຸນລັກສະນະທີ່ດີຫຼາຍຢ່າງ. ລາວມີພອນສະຫວັນໃນການເວົ້າ. ນອກຈາກຈະເວົ້າໄດ້ດີແລ້ວ ລາວຍັງ “ຮູ້ເລື່ອງພະຄຳພີເປັນຢ່າງດີ.” ຍິ່ງກວ່ານັ້ນ “ພະລັງຂອງພະເຈົ້າກະຕຸ້ນລາວໃຫ້ກະຕືລືລົ້ນ” ອາໂປໂລຈຶ່ງເວົ້າກັບຄົນຢິວຢ່າງກ້າຫານໃນບ່ອນປະຊຸມຂອງຄົນຢິວ.—ກຈກ. 18:24, 25
4 ອາກີລາກັບປີຊະກີລາໄດ້ຟັງອາໂປໂລເວົ້າ. ເຂົາເຈົ້າຄືຊິມີຄວາມສຸກຫຼາຍທີ່ໄດ້ຍິນລາວສອນ “ເລື່ອງພະເຢຊູຢ່າງຖືກຕ້ອງ.” ສິ່ງທີ່ອາໂປໂລເວົ້າກ່ຽວກັບພະເຢຊູນັ້ນຖືກຕ້ອງ ແຕ່ອາກີລາກັບປີຊະກີລາສັງເກດວ່າອາໂປໂລຍັງບໍ່ຮູ້ບາງເລື່ອງທີ່ສຳຄັນ “ລາວຮູ້ພຽງເລື່ອງບັບເຕມາຂອງໂຢຮັນເທົ່ານັ້ນ.” ເຖິງອາໂປໂລຈະເວົ້າເກັ່ງແລະມີການສຶກສາດີ ແຕ່ອາກີລາກັບປີຊະກີລາທີ່ເປັນຄົນທຳມະດາແລະເປັນຊ່າງຫຍິບເຕັ້ນກໍບໍ່ໄດ້ຮູ້ສຶກຢ້ານອາໂປໂລ. ເຂົາເຈົ້າໄດ້ “ຊວນລາວມາເຮືອນແລະອະທິບາຍໃຫ້ລາວເຂົ້າໃຈແນວທາງຂອງພະເຈົ້າຢ່າງຖືກຕ້ອງຫຼາຍຂຶ້ນ.” (ກຈກ. 18:25, 26) ແລ້ວອາໂປໂລມີທ່າທີແນວໃດ? ສິ່ງທີ່ອາໂປໂລເຮັດສະແດງວ່າລາວມີຄຸນລັກສະນະທີ່ສຳຄັນທີ່ສຸດຢ່າງໜຶ່ງທີ່ຄລິດສະຕຽນຄວນມີເຊິ່ງກໍຄື ຄວາມຖ່ອມ.
5, 6. ສິ່ງໃດເຮັດໃຫ້ພະເຢໂຫວາໃຊ້ອາໂປໂລໄດ້ງ່າຍຂຶ້ນ ແລະເຮົາຈະໄດ້ຮຽນຫຍັງຈາກຕົວຢ່າງຂອງອາໂປໂລ?
5 ອາໂປໂລຍອມຮັບການຊ່ວຍເຫຼືອຈາກອາກີລາກັບປີຊະກີລາ ລາວເລີຍເປັນຜູ້ຮັບໃຊ້ຂອງພະເຢໂຫວາທີ່ມີປະສິດທິພາບຫຼາຍຂຶ້ນ. ລາວເດີນທາງໄປແຂວງອະຂາຢາ ແລະຢູ່ຫັ້ນລາວ “ໃຫ້ຄວາມຊ່ວຍເຫຼືອຢ່າງຫຼວງຫຼາຍແກ່ຄົນທີ່ເຂົ້າມາເຊື່ອ” ແລະລາວຍັງໄດ້ປະກາດຂ່າວດີກັບຄົນຢິວໃນແຂວງນັ້ນທີ່ບໍ່ເຊື່ອວ່າ ພະເຢຊູແມ່ນເມຊີອາຕາມທີ່ບອກໄວ້ລ່ວງໜ້າ. ລູກາບັນທຶກວ່າ: “ລາວໃຫ້ຂໍ້ພິສູດທີ່ຈະແຈ້ງຈາກພະຄຳພີແກ່ຜູ້ຄົນຢ່າງມີພະລັງວ່າພະເຢຊູແມ່ນພະຄລິດ ແລະສະແດງໃຫ້ເຫັນວ່າຄຳສອນຂອງພວກຢິວນັ້ນຜິດ.” (ກຈກ. 18:27, 28) ອາໂປໂລຊ່ວຍປະຊາຄົມໄດ້ຫຼາຍແທ້ໆລາວມີສ່ວນຊ່ວຍໃຫ້ຫຼາຍຄົນໄດ້ມາຮຽນຮູ້ “ຄຳສອນຂອງພະເຢໂຫວາ.” ເຮົາຈະໄດ້ຮຽນຫຍັງຈາກຕົວຢ່າງຂອງອາໂປໂລ?
6 ຄວາມຖ່ອມເປັນຄຸນລັກສະນະທີ່ຄລິດສະຕຽນທຸກຄົນຕ້ອງມີ. ເຮົາແຕ່ລະຄົນມີຄວາມສາມາດບໍ່ຄືກັນ. ບາງຄົນມີພອນສະຫວັນບາງຢ່າງ ມີປະສົບການຫຼືມີຄວາມຮູ້ໃນບາງເລື່ອງ. ແຕ່ບໍ່ວ່າຈະເປັນແນວໃດ ຄວາມຖ່ອມຕ້ອງມາກ່ອນຄວາມສາມາດຂອງເຮົາ ຖ້າບໍ່ຊັ້ນຄວາມສາມາດຂອງເຮົາອາດກາຍເປັນຂໍ້ເສຍກໍໄດ້. ຍ້ອນວ່າຖ້າເຮົາບໍ່ລະວັງ ເຮົາອາດຈະໝັ້ນໃຈໃນຄວາມສາມາດທີ່ເຮົາມີຈົນກາຍເປັນຄົນຍິ່ງ. (1ກຣ. 4:7; ຢກບ. 4:6) ຖ້າເຮົາເປັນຄົນຖ່ອມ ເຮົາຈະພະຍາຍາມເບິ່ງວ່າຄົນອື່ນດີກວ່າເຮົາ. (ຟລປ. 2:3) ເຮົາຈະບໍ່ໃຈຮ້າຍເມື່ອມີຄົນມາແນະນຳຫຼືສອນເຮົາ ແລະເມື່ອພະລັງບໍລິສຸດຂອງພະເຈົ້າຊີ້ນຳອົງການໃຫ້ຕັດສິນໃຈບາງເລື່ອງທີ່ເຮົາບໍ່ເຫັນດີນຳ ເຮົາກໍຈະບໍ່ຖືວ່າຄວາມຄິດຂອງເຮົາຖືກ. ຖ້າເຮົາສະແດງຄວາມຖ່ອມຢູ່ສະເໝີ ພະເຢໂຫວາແລະລູກຂອງເພິ່ນກໍຈະໃຊ້ເຮົາໃຫ້ເຮັດວຽກຂອງເພິ່ນຕໍ່ໆໄປ.—ລກ. 1:51, 52
7. ໂປໂລກັບອາໂປໂລເປັນຕົວຢ່າງທີ່ດີແນວໃດໃນເລື່ອງຄວາມຖ່ອມ?
7 ຄວາມຖ່ອມຍັງຊ່ວຍໃຫ້ເຮົາບໍ່ອິດສາກັນ. ລອງຄິດເບິ່ງວ່າ ຊາຕານຢາກເຮັດໃຫ້ຄລິດສະຕຽນໃນສະຕະວັດທຳອິດແຕກແຍກກັນຫຼາຍສ່ຳໃດ. ມັນຄືຊິດີໃຈຖ້າພີ່ນ້ອງທີ່ມີຄວາມສາມາດສອງຄົນຄືອາໂປໂລກັບອັກຄະສາວົກໂປໂລອິດສາກັນແລະແຂ່ງກັນເພື່ອຈະເປັນຄົນສຳຄັນໃນປະຊາຄົມ. ທີ່ຈິງ ຖ້າເຂົາເຈົ້າຢາກຈະເຮັດແບບນັ້ນກໍບໍ່ຍາກ ເພາະໃນເມືອງໂກຣິນໂທມີຄລິດສະຕຽນບາງຄົນທີ່ເລີ່ມເວົ້າວ່າ: “ຂ້ອຍເປັນລູກສິດໂປໂລ” ສ່ວນບາງຄົນກໍບອກວ່າ “ແຕ່ຂ້ອຍເປັນລູກສິດອາໂປໂລ.” ໂປໂລກັບອາໂປໂລສະໜັບສະໜູນໃຫ້ພີ່ນ້ອງແບ່ງພັກແບ່ງພວກບໍ? ບໍ່. ໂປໂລສະແດງຄວາມຖ່ອມ. ລາວເຫັນຄ່າວຽກຮັບໃຊ້ທີ່ອາໂປໂລເຮັດແລະມອບໝາຍໃຫ້ອາໂປໂລມີສິດທິພິເສດເພີ່ມຂຶ້ນ. ສ່ວນອາໂປໂລກໍເຮັດຕາມການຊີ້ນຳຂອງໂປໂລ. (1ກຣ. 1:10-12; 3:6, 9; ຕຕ. 3:12, 13) ນີ້ເປັນຕົວຢ່າງທີ່ດີຫຼາຍສຳລັບພວກເຮົາໃນທຸກມື້ນີ້ທີ່ຈະເຮັດວຽກຮ່ວມກັນດ້ວຍຄວາມຖ່ອມ!
“ເວົ້າໂນ້ມນ້າວຢ່າງມີເຫດຜົນເລື່ອງການປົກຄອງຂອງພະເຈົ້າ” (ກິດຈະການ 18:23; 19:1-10)
8. ໂປໂລກັບໄປເມືອງເອເຟໂຊໂດຍເສັ້ນທາງໃດ ແລະເປັນຫຍັງລາວຈຶ່ງເຮັດແບບນັ້ນ?
8 ໂປໂລສັນຍາໄວ້ວ່າຈະກັບໄປເມືອງເອເຟໂຊ ແລະລາວກໍເຮັດຕາມສັນຍາ. a (ກຈກ. 18:20, 21) ແຕ່ຂໍສັງເກດເສັ້ນທາງທີ່ໂປໂລເດີນທາງກັບໄປ ລາວເລີ່ມເດີນທາງຈາກເມືອງອັນຕີໂອເຂຍຂອງຊີເຣຍ. ເພື່ອຈະໄປຮອດເອເຟໂຊ ລາວອາດຈະເດີນທາງໄລຍະໜຶ່ງເພື່ອໄປເມືອງເຊເລີເກຍ ແລ້ວຂຶ້ນເຮືອຢູ່ຫັ້ນຕໍ່ເພື່ອໄປຮອດຈຸດໝາຍປາຍທາງໂດຍກົງໄດ້. ແຕ່ແທນທີ່ຈະເຮັດແບບນັ້ນ ໂປໂລໄດ້ເດີນທາງ “ຜ່ານເຂດພູເຂົາ.” ການເດີນທາງຂອງໂປໂລເທື່ອນີ້ທີ່ບັນທຶກໃນກິດຈະການ 18:23 ກັບ 19:1 ອາດຈະກວມເອົາໄລຍະທາງປະມານ 1.600 ກິໂລແມັດ! ເປັນຫຍັງໂປໂລຈຶ່ງເລືອກເສັ້ນທາງທີ່ລຳບາກແບບນີ້? ຍ້ອນລາວຕັ້ງໃຈໄປ “ໃຫ້ກຳລັງໃຈພວກລູກສິດ.” (ກຈກ. 18:23) ການເດີນທາງໄປປະກາດຢູ່ຕ່າງປະເທດຮອບທີສາມຂອງໂປໂລຄືຊິລຳບາກແລະເມື່ອຍຫຼາຍຄືກັບສອງເທື່ອກ່ອນ ແຕ່ໂປໂລກໍເບິ່ງວ່າການເຮັດແບບນັ້ນຄຸ້ມຄ່າ. ໃນທຸກມື້ນີ້ ຜູ້ດູແລໝວດກັບເມຍກໍສະແດງນ້ຳໃຈແບບດຽວກັນກັບໂປໂລ. ເຮົາຮູ້ສຶກຂອບໃຈຫຼາຍທີ່ເຂົາເຈົ້າມີຄວາມຮັກທີ່ເສຍສະລະແບບນີ້.
9. ເປັນຫຍັງລູກສິດກຸ່ມໜຶ່ງຈຶ່ງຕ້ອງຮັບບັບເຕມາອີກ ແລະເຮົາໄດ້ບົດຮຽນຫຍັງຈາກເຂົາເຈົ້າ?
9 ເມື່ອມາຮອດເມືອງເອເຟໂຊ ໂປໂລເຈິກຸ່ມພວກລູກສິດຂອງໂຢຮັນຜູ້ໃຫ້ບັບເຕມາເຊິ່ງມີປະມານ 12 ຄົນ. ເຂົາເຈົ້າໄດ້ຮັບບັບເຕມາໃນແບບທີ່ໄດ້ຍົກເລີກໄປແລ້ວ. ນອກຈາກນັ້ນ ເຂົາເຈົ້າອາດຈະຮູ້ໜ້ອຍໜຶ່ງ ຫຼືບໍ່ຮູ້ຫຍັງເລີຍກ່ຽວກັບພະລັງບໍລິສຸດ. ໂປໂລຈຶ່ງອະທິບາຍໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບການຮັບບັບເຕມາໃນນາມຂອງພະເຢຊູ ແລະຄືກັບອາໂປໂລ ເຂົາເຈົ້າສະແດງໃຫ້ເຫັນວ່າເປັນຄົນຖ່ອມແລະກະຕືລືລົ້ນທີ່ຈະຮຽນຮູ້. ເຂົາເຈົ້າໄດ້ຮັບພະລັງບໍລິສຸດແລະຂອງຂວັນທີ່ອັດສະຈັນບາງຢ່າງ. ເຫັນໄດ້ແຈ້ງວ່າ ພະເຢໂຫວາອວຍພອນຄົນທີ່ເຕັມໃຈເຮັດຕາມການຊີ້ນຳໃໝ່ໆຈາກອົງການຂອງເພິ່ນແທ້ໆ.—ກຈກ. 19:1-7
10. ເປັນຫຍັງໂປໂລຈຶ່ງຍ້າຍຈາກບ່ອນປະຊຸມຂອງຄົນຢິວໄປຫ້ອງປະຊຸມໃນໂຮງຮຽນ ແລະເຮົາຈະຮຽນແບບຕົວຢ່າງຂອງໂປໂລແນວໃດໃນວຽກປະກາດ?
10 ຫຼັງຈາກນັ້ນບໍ່ດົນກໍມີບາງຢ່າງເກີດຂຶ້ນ. ໂປໂລໄດ້ປະກາດຢ່າງກ້າຫານຢູ່ບ່ອນປະຊຸມຂອງຄົນຢິວເປັນເວລາ 3 ເດືອນ. ເຖິງວ່າລາວຈະ “ເວົ້າໂນ້ມນ້າວຢ່າງມີເຫດຜົນເລື່ອງການປົກຄອງຂອງພະເຈົ້າ” ແຕ່ກໍມີບາງຄົນບໍ່ຍອມຟັງແລະເວົ້າຕໍ່ຕ້ານໂປໂລ. ແທນທີ່ຈະເສຍເວລາກັບຄົນພວກ ນັ້ນທີ່ “ເວົ້າຫຍາບຄາຍກ່ຽວກັບທາງນັ້ນ” ໂປໂລໄດ້ຍ້າຍໄປບັນລະຍາຍຢູ່ຫ້ອງປະຊຸມໃນໂຮງຮຽນແທນ. (ກຈກ. 19:8, 9) ດັ່ງນັ້ນ ຄົນທີ່ຍັງຢາກຮຽນເລື່ອງການປົກຄອງຂອງພະເຈົ້າຈຶ່ງຕ້ອງຍ້າຍຈາກບ່ອນປະຊຸມຂອງຄົນຢິວໄປຫ້ອງປະຊຸມໃນໂຮງຮຽນ. ຄືກັບໂປໂລ ເຮົາອາດຈະຢຸດເວົ້າເມື່ອເຫັນວ່າເຈົ້າຂອງເຮືອນບໍ່ເຕັມໃຈຟັງ ຫຼືພຽງແຕ່ຢາກຖຽງກັບເຮົາ ເພາະຍັງມີຄົນທີ່ສົນໃຈຂ່າວດີອີກຫຼາຍຄົນທີ່ຈຳເປັນຕ້ອງໄດ້ຍິນເລື່ອງທີ່ເຮົາປະກາດເຊິ່ງໃຫ້ກຳລັງໃຈ!
11, 12. (ກ) ໂປໂລສະແດງໃຫ້ເຫັນແນວໃດວ່າລາວດຸໝັ່ນເຮັດວຽກປະກາດແລະພ້ອມທີ່ຈະປັບປ່ຽນ? (ຂ) ພະຍານພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າດຸໝັ່ນເຮັດວຽກປະກາດແລະພ້ອມທີ່ຈະປັບປ່ຽນ?
11 ໂປໂລອາດສອນຢູ່ຫ້ອງປະຊຸມໃນໂຮງຮຽນນັ້ນທຸກມື້ຕັ້ງແຕ່ເວລາປະມານ 11 ໂມງເຊົ້າຫາ 4 ໂມງແລງ. (ເບິ່ງຂໍ້ມູນສຳລັບສຶກສາຂອງກິດຈະການ 19:9, ພາສາໄທ) ຊ່ວງເວລານັ້ນອາກາດຈະຮ້ອນແຕ່ກໍງຽບສະຫງົບ ຫຼາຍຄົນຈະຢຸດວຽກເພື່ອກິນເຂົ້າແລະພັກຜ່ອນ. ຖ້າໂປໂລປະກາດໃນໂມງນີ້ທຸກມື້ເປັນເວລາ 2 ປີເຕັມ ລາວຄືຊິໃຊ້ເວລາຫຼາຍກວ່າ 3.000 ຊົ່ວໂມງໃນການສອນ. b ນີ້ຈຶ່ງເປັນເຫດຜົນທີ່ມີຄົນໄດ້ຍິນຄຳສອນຂອງພະເຢໂຫວາຫຼາຍຂຶ້ນເລື້ອຍໆ. ໂປໂລເຮັດວຽກປະກາດຢ່າງດຸໝັ່ນແລະພ້ອມທີ່ຈະປັບປ່ຽນ. ລາວພ້ອມທີ່ຈະປ່ຽນເວລາແລະສະຖານທີ່ທີ່ຈະປະກາດເພື່ອໃຫ້ເໝາະກັບຄົນໃນເຂດ. ແລ້ວຜົນເປັນແນວໃດ? “ທຸກຄົນໃນແຂວງອາຊີທັງຄົນຢິວແລະຄົນກຣີກໄດ້ຍິນຄຳສອນຂອງຜູ້ເປັນນາຍ.” (ກຈກ. 19:10) ໂປໂລປະກາດຢ່າງລະອຽດຖີ່ຖ້ວນແທ້ໆ!
12 ພະຍານພະເຢໂຫວາໃນທຸກມື້ນີ້ກໍເຮັດວຽກປະກາດຢ່າງດຸໝັ່ນແລະພ້ອມທີ່ຈະປັບປ່ຽນເພື່ອຊ່ວຍຄົນອື່ນ. ເຮົາພະຍາຍາມໄປຫາຜູ້ຄົນໃນສະຖານທີ່ແລະເວລາທີ່ຄິດວ່າຈະເຈິເຂົາເຈົ້າ. ເຮົາປະກາດຕາມບ້ານເຮືອນ ຢູ່ຕະຫຼາດ ແລະບ່ອນອື່ນໆທີ່ມີຄົນຫຼາຍ. ເຮົາອາດຕິດຕໍ່ກັບຜູ້ຄົນໂດຍທາງໂທລະສັບຫຼືຈົດໝາຍ ແລະຕອນທີ່ເຮົາປະກາດຕາມບ້ານເຮືອນ ເຮົາກໍພະຍາຍາມໄປໃນເວລາທີ່ຜູ້ຄົນສ່ວນໃຫຍ່ໜ້າຈະຢູ່ເຮືອນ.
ກິດຈະການ 19:11-22)
“ແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້” ເຖິງວ່າຈະມີພວກຜີປີສາດ (13, 14. (ກ) ພະເຢໂຫວາຊ່ວຍໂປໂລໃຫ້ສາມາດເຮັດຫຍັງໄດ້? (ຂ) ລູກຊາຍຂອງຊະເກວາເຂົ້າໃຈຜິດເລື່ອງຫຍັງ ແລະທຸກມື້ນີ້ ຫຼາຍຄົນໃນຄລິດຕະຈັກເຂົ້າໃຈຜິດຄ້າຍໆກັນແນວໃດ?
13 ເລື່ອງລາວຕໍ່ໄປໃນປຶ້ມກິດຈະການບອກໃຫ້ເຮົາຮູ້ວ່າ ພະເຢໂຫວາຊ່ວຍໂປໂລໃຫ້ເຮັດ “ການອັດສະຈັນທີ່ຍິ່ງໃຫຍ່.” ເຖິງຂັ້ນວ່າເມື່ອເອົາຜ້າຫຼືຜ້າກັນເປື້ອນທີ່ຖືກໂຕໂປໂລໄປໃຫ້ຄົນເຈັບປ່ວຍ ເຂົາເຈົ້າກໍຈະເຊົາປ່ວຍ ແລະມີການໃຊ້ວິທີດຽວກັນນີ້ເພື່ອຂັບໄລ່ຜີປີສາດອອກໄປນຳ. c (ກຈກ. 19:11, 12) ວິທີການຂັບໄລ່ຜີປີສາດແບບນີ້ເຮັດໃຫ້ຫຼາຍຄົນຮູ້ສຶກງຶດ ແຕ່ກໍບໍ່ແມ່ນທຸກຄົນທີ່ຮູ້ສຶກແບບນັ້ນ.
14 “ຊາວຢິວບາງຄົນທີ່ເດີນທາງໄປຕາມບ່ອນຕ່າງໆເພື່ອຂັບໄລ່ປີສາດ” ໄດ້ພະຍາຍາມຮຽນແບບການອັດສະຈັນທີ່ໂປໂລເຮັດ. ເຂົາເຈົ້າບາງຄົນພະຍາຍາມຂັບໄລ່ຜີປີສາດໂດຍໃຊ້ຊື່ຂອງພະເຢຊູກັບໂປໂລ. ລູກາໄດ້ຍົກຕົວຢ່າງລູກຊາຍ 7 ຄົນຂອງຊະເກວາທີ່ເປັນປະໂລຫິດໃຫຍ່ຂອງຄົນຢິວທີ່ໄດ້ພະຍາຍາມເຮັດແບບນີ້ ແຕ່ຜີປີສາດເວົ້າກັບເຂົາເຈົ້າວ່າ: “ຂ້ອຍຮູ້ຈັກພະເຢຊູ ແລະກໍຮູ້ຈັກໂປໂລ ແຕ່ພວກເຈົ້າແມ່ນໃຜ?” ແລ້ວຄົນທີ່ຖືກປີສາດສິງຢູ່ກໍໂດດໃສ່ເຂົາເຈົ້າທີ່ເປັນຄົນຂີ້ຕົວະ ແລະທຳຮ້າຍເຂົາເຈົ້າຄືສັດປ່າ. ເຂົາເຈົ້າຈຶ່ງແລ່ນປະເປືອຍແລະມີບາດແຜຕາມຕົນໂຕທຸກຄົນ. (ກຈກ. 19:13-16) ນີ້ເປັນໄຊຊະນະທີ່ຍິ່ງໃຫຍ່ສຳລັບ “ຄຳສອນຂອງພະເຢໂຫວາ” ເຫດການນີ້ເຮັດໃຫ້ຜູ້ຄົນເຫັນວ່າພະເຢໂຫວາໃຫ້ອຳນາດກັບໂປໂລ ແຕ່ບໍ່ໄດ້ໃຫ້ອຳນາດກັບຄົນທີ່ນັບຖືສາສະໜາປອມ. ໃນທຸກມື້ນີ້ກໍມີຫຼາຍລ້ານຄົນທີ່ເຂົ້າໃຈຜິດວ່າ ພຽງແຕ່ເອີ້ນຊື່ຂອງພະເຢຊູຫຼືເອີ້ນໂຕເອງວ່າເປັນຄລິດສະຕຽນກໍເຮັດໃຫ້ພະເຈົ້າພໍໃຈແລ້ວ. ແຕ່ພະເຢຊູບອກຢ່າງຈະແຈ້ງວ່າ ສະເພາະຄົນທີ່ເຮັດສິ່ງທີ່ພະເຢໂຫວາພໍ່ຂອງເພິ່ນຕ້ອງການເທົ່ານັ້ນຈຶ່ງຈະມີຄວາມຫວັງແທ້ໃນອະນາຄົດ.—ມທ. 7:21-23
15. ເຮົາຈະຮຽນແບບຄົນໃນເມືອງເອເຟໂຊແນວໃດໃນເລື່ອງທີ່ກ່ຽວຂ້ອງກັບຜີປີສາດ?
15 ເມື່ອຜູ້ຄົນເຫັນວ່າລູກຊາຍຂອງຊະເກວາບໍ່ມີລິດອຳນາດ ຫຼາຍຄົນຈຶ່ງປ່ຽນມາເປັນຄລິດສະຕຽນແລະບໍ່ຫຍຸ້ງກ່ຽວກັບສິ່ງຕ່າງໆທີ່ກ່ຽວຂ້ອງກັບຜີປີສາດ. ຄົນສ່ວນໃຫຍ່ໃນເມືອງເອເຟໂຊເຊື່ອເລື່ອງເວດມົນ. ເຂົາເຈົ້າໃຊ້ຄາຖາອາຄົມ ເຄື່ອງລາງຂອງຂັງ ແລະມີມ້ວນໜັງສືຕ່າງໆກ່ຽວກັບເວດມົນຄາຖາ. ຕອນນີ້ຄົນໃນເມືອງເອເຟໂຊທີ່ເຊື່ອໃນພະເຈົ້າໄດ້ເອົາມ້ວນໜັງສືເວດມົນຂອງໂຕເອງ ມາເຜົາຕໍ່ໜ້າທຸກຄົນເຖິງວ່າມ້ວນໜັງສືເຫຼົ່ານັ້ນຈະມີລາຄາແພງຫຼາຍກໍຕາມ. d ລູກາບອກຕໍ່ໄປວ່າ: “ເຫດການທັງໝົດນີ້ເຮັດໃຫ້ຄຳສອນຂອງພະເຢໂຫວາແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້.” (ກຈກ. 19:17-20) ນີ້ເປັນໄຊຊະນະທີ່ຍິ່ງໃຫຍ່ຂອງພະເຢໂຫວາແລະຜູ້ຮັບໃຊ້ຂອງເພິ່ນທີ່ມີຕໍ່ສາສະໜາປອມແລະການໃຊ້ເວດມົນຄາຖາ. ຄົນທີ່ສັດຊື່ເຫຼົ່ານີ້ເປັນຕົວຢ່າງທີ່ດີໃຫ້ເຮົາໃນປັດຈຸບັນ. ຕອນນີ້ເຮົາກໍຢູ່ໃນໂລກທີ່ຜູ້ຄົນມັກກ່ຽວຂ້ອງກັບຜີປີສາດ. ຖ້າເຮົາກວດສອບຕົວເອງແລະເຫັນວ່າມີບາງຢ່າງທີ່ກ່ຽວຂ້ອງກັບຜີປີສາດ ເຮົາຄວນຈະເຮັດຄືກັບຄົນໃນເມືອງເອເຟໂຊທີ່ກຳຈັດສິ່ງນັ້ນທັນທີ! ເຮົາຕ້ອງບໍ່ຫຍຸ້ງກ່ຽວກັບສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຜີປີສາດເຊິ່ງເປັນສິ່ງທີ່ໜ້າລັງກຽດ ເຖິງວ່າການເຮັດແບບນັ້ນຈະບໍ່ງ່າຍກໍຕາມ.
“ເກີດຄວາມວຸ່ນວາຍຫຼາຍ” (ກຈກ. 19:23-41)
16, 17. (ກ) ເດເມທິໂອໄດ້ກະຕຸ້ນຜູ້ຄົນໃຫ້ກໍ່ຄວາມວຸ່ນວາຍຫຍັງໃນເມືອງເອເຟໂຊ? (ຂ) ຄົນໃນເມືອງເອເຟໂຊສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເປັນຄົນທີ່ບ້າຄັ່ງສາສະໜາ?
16 ຕອນນີ້ໃຫ້ເຮົາມາເບິ່ງວິທີທີ່ຊາຕານໃຊ້ເຊິ່ງກໍຄື ກະຕຸ້ນຜູ້ຕໍ່ຕ້ານໃຫ້ໃຊ້ຄວາມຮຸນແຮງ. ລູກາບອກວ່າ “ເກີດຄວາມວຸ່ນວາຍຫຼາຍຍ້ອນທາງນັ້ນ.” ລູກາບໍ່ໄດ້ເວົ້າເກີນຈິງ ສະຖານະການຕອນນັ້ນອັນຕະລາຍຫຼາຍແທ້ໆ. e (ກຈກ. 19:23) ມີຜູ້ຊາຍຄົນໜຶ່ງທີ່ເປັນຊ່າງເງິນຊື່ ເດເມທິໂອໄດ້ສ້າງບັນຫາໃຫ້ໂປໂລ. ລາວເຕືອນພວກຊ່າງສີມືຄົນອື່ນໆໃຫ້ຮູ້ວ່າ ທີ່ເຂົາເຈົ້າພາກັນລວຍແບບນີ້ກໍຍ້ອນຂາຍຮູບບູຊາ. ລາວເວົ້າຕໍ່ວ່າຂ່າວສານທີ່ໂປໂລປະກາດຈະເຮັດໃຫ້ເຂົາເຈົ້າເສຍລາຍໄດ້ ຍ້ອນຄລິດສະຕຽນບໍ່ນະມັດສະການຮູບບູຊາ. ເດເມທິໂອຮູ້ວ່າຄົນເມືອງນີ້ພູມໃຈໃນເມືອງແລະເຊື້ອຊາດຂອງໂຕເອງ. ລາວຈຶ່ງເຕືອນຜູ້ຄົນວ່າຖ້າເຂົາເຈົ້າຟັງສິ່ງທີ່ໂປໂລສອນ ເທບທິດາອາເຕມິດແລະວິຫານທີ່ມີຊື່ສຽງຂອງເຂົາເຈົ້າກໍຈະ “ຖືກັນວ່າບໍ່ສັກສິດ.”—ກຈກ. 19:24-27
17 ເດເມທິໂອໂນ້ມນ້າວຜູ້ຄົນໄດ້ສຳເລັດ ນີ້ຈຶ່ງເຮັດໃຫ້ຜູ້ຄົນບໍ່ຍອມຮັບຂ່າວສານທີ່ໂປໂລປະກາດ. ພວກຊ່າງເງິນໃຈຮ້າຍແລະເລີ່ມຮ້ອງວ່າ “ເທບທິດາອາເຕມິດຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່!” ຈາກນັ້ນກໍເກີດຄວາມວຸ່ນວາຍໄປທົ່ວເມືອງ ແລະເກີດເຫດການແບບທີ່ບອກໄວ້ໃນຕອນຕົ້ນຂອງບົດນີ້. f ເນື່ອງຈາກໂປໂລເປັນຄົນເສຍສະລະໂຕເອງ ລາວຈຶ່ງຢາກເຂົ້າໄປໃນໂຮງລະຄອນເພື່ອເວົ້າກັບຜູ້ຄົນ ແຕ່ພວກລູກສິດຂໍຮ້ອງບໍ່ໃຫ້ລາວເຮັດແບບນັ້ນຍ້ອນມັນອັນຕະລາຍໂພດ. ມີຄົນໜຶ່ງຊື່ອາເລັກຊັນເດີ ລາວຢືນຢູ່ຕໍ່ໜ້າຜູ້ຄົນແລະພະຍາຍາມຈະເວົ້າຍ້ອນລາວເປັນຄົນຢິວ. ລາວອາດ ຢາກອະທິບາຍຄວາມແຕກຕ່າງລະຫວ່າງຄົນຢິວກັບຄລິດສະຕຽນ. ແຕ່ຄວາມພະຍາຍາມຂອງລາວບໍ່ມີຄວາມໝາຍຫຍັງເລີຍ. ເມື່ອຜູ້ຄົນຈື່ໄດ້ວ່າອາເລັກຊັນເດີເປັນຄົນຢິວ ເຂົາເຈົ້າຈຶ່ງຮ້ອງເປັນສຽງດຽວກັນຢູ່ປະມານ 2 ຊົ່ວໂມງວ່າ: “ເທບທິດາອາເຕມິດຂອງຊາວເອເຟໂຊເປັນຜູ້ທີ່ຍິ່ງໃຫຍ່!” ໃນທຸກມື້ນີ້ກໍຍັງມີຄົນທີ່ບ້າຄັ່ງສາສະໜາແບບນັ້ນ ແລະເຂົາເຈົ້າກໍເປັນຄົນທີ່ບໍ່ມີເຫດຜົນຄືກັນ.—ກຈກ. 19:28-34
18, 19. (ກ) ເຈົ້າເມືອງເຮັດແນວໃດເພື່ອໃຫ້ຜູ້ຄົນໃນເມືອງເອເຟໂຊມິດງຽບ? (ຂ) ບາງເທື່ອຄົນຂອງພະເຢໂຫວາໄດ້ຮັບການປົກປ້ອງຈາກຜູ້ມີອຳນາດທາງໂລກແນວໃດ ແລະເຮົາສາມາດເຮັດຫຍັງເພື່ອຈະໄດ້ຮັບການປົກປ້ອງແບບນັ້ນ?
18 ໃນທີ່ສຸດເຈົ້າເມືອງກໍສັ່ງໃຫ້ຜູ້ຄົນມິດງຽບ. ເຈົ້າເມືອງທີ່ມີຄວາມສາມາດແລະມີເຫດຜົນຄົນນີ້ໄດ້ເຮັດໃຫ້ຜູ້ຄົນໝັ້ນໃຈວ່າຄລິດສະຕຽນເຫຼົ່ານີ້ບໍ່ໄດ້ເປັນໄພຄຸກຄາມຕໍ່ວິຫານແລະເທບທິດາຂອງເຂົາເຈົ້າ. ລາວບອກວ່າໂປໂລກັບໝູ່ຂອງໂປໂລບໍ່ໄດ້ເຮັດຫຍັງຜິດຕໍ່ວິຫານຂອງອາເຕມິດ ແລະຍັງບອກວ່າ ຖ້າຜູ້ຄົນບໍ່ມັກສິ່ງທີ່ໂປໂລກັບໝູ່ຂອງລາວເຮັດ ເຂົາເຈົ້າກໍຄວນຟ້ອງຮ້ອງກັບເຈົ້າໜ້າທີ່ຕາມຂັ້ນຕອນທີ່ຖືກຕ້ອງ. ເປັນໄປໄດ້ວ່າຄຳເວົ້າທີ່ມີນ້ຳໜັກຫຼາຍທີ່ສຸດກໍຄືຕອນທີ່ລາວເຕືອນຜູ້ຄົນວ່າ ພາຍໃຕ້ກົດໝາຍຂອງໂຣມ ເຂົາເຈົ້າອາດຖືກຟ້ອງດ້ວຍຂໍ້ຫາປຸກລະດົມໃຫ້ຊຸມນຸມກັນແບບຜິດກົດໝາຍແລະບໍ່ຮັກສາລະບຽບ. ເມື່ອເວົ້າແບບນັ້ນແລ້ວ ລາວກໍສັ່ງຜູ້ຄົນໃຫ້ແຍກຍ້າຍກັນ. ຍ້ອນຄຳເວົ້າທີ່ມີເຫດຜົນ ຜູ້ຄົນທີ່ໃຈຮ້າຍກໍເລີຍໃຈເຢັນລົງທັນທີ.—ກຈກ. 19:35-41
19 ນີ້ບໍ່ແມ່ນເທື່ອທຳອິດທີ່ຄົນມີຕຳແໜ່ງສູງທາງໂລກໄດ້ສະແດງຄວາມມີເຫດຜົນແລະປົກປ້ອງລູກສິດຂອງພະເຢຊູ ແລະກໍບໍ່ແມ່ນເທື່ອສຸດທ້າຍນຳ. ທີ່ຈິງ ອັກຄະສາວົກໂຢຮັນໄດ້ເຫັນນິມິດໃນສະໄໝສຸດທ້າຍວ່າ “ແຜ່ນດິນ” ເຊິ່ງກໍຄືກຸ່ມຄົນຫຼືຜູ້ມີອຳນາດທີ່ມີເຫດຜົນເຊິ່ງເປັນສ່ວນໜຶ່ງຂອງສັງຄົມຈະ “ກືນແມ່ນ້ຳ” ຂອງການກົດຂີ່ຂົ່ມເຫງທີ່ຊາຕານຍຸຍົງໃຫ້ຕໍ່ຕ້ານລູກສິດຂອງພະເຢຊູ. (ພນມ. 12:15, 16) ເຫດການແບບນີ້ໄດ້ເກີດຂຶ້ນແທ້. ຜູ້ພິພາກສາທີ່ຍຸຕິທຳໄດ້ກະຕຸ້ນໃຫ້ມີການປົກປ້ອງສິດຂອງພະຍານພະເຢໂຫວາທີ່ຈະປະຊຸມກັນເພື່ອນະມັດສະການແລະປະກາດຂ່າວດີກັບຄົນອື່ນ. ແນ່ນອນວ່າການປະພຶດຂອງເຮົາກໍມີສ່ວນຊ່ວຍໃຫ້ເຮົາໄດ້ຮັບໄຊຊະນະ. ເບິ່ງຄືວ່າການປະພຶດຂອງໂປໂລກໍເຮັດໃຫ້ລາວໄດ້ຮັບຄວາມນັບຖືຈາກເຈົ້າໜ້າທີ່ບາງຄົນໃນເມືອງເອເຟໂຊ ນີ້ຈຶ່ງເຮັດໃຫ້ເຂົາເຈົ້າຢາກຊ່ວຍໂປໂລໃຫ້ປອດໄພ. (ກຈກ. 19:31) ຂໍໃຫ້ເຮົາສະແດງຄວາມນັບຖືແລະປະພຶດໂຕຢ່າງສັດຊື່ເມື່ອຕິດຕໍ່ພົວພັນກັບຄົນອື່ນ. ການເຮັດແບບນີ້ອາດຈະຊ່ວຍໃຫ້ມີສິ່ງດີໆຫຼາຍຢ່າງເກີດຂຶ້ນກໍໄດ້.
20. (ກ) ເຈົ້າຮູ້ສຶກແນວໃດເມື່ອເຫັນວ່າຄຳສອນຂອງພະເຈົ້າໄດ້ຮັບໄຊຊະນະໃນສະຕະວັດທຳອິດ? (ຂ) ເຈົ້າຕັ້ງໃຈເຮັດຫຍັງເພື່ອຈະມີສ່ວນຮ່ວມກັບໄຊຊະນະໃນສະໄໝນີ້?
20 ເປັນເລື່ອງທີ່ໜ້າຕື່ນເຕັ້ນແທ້ໆເມື່ອຄິດເຖິງເຫດການທີ່ເກີດຂຶ້ນໃນສະຕະວັດທຳອິດຕອນທີ່ “ຄຳສອນຂອງພະເຢໂຫວາແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້” ແລະເຮົາຄືຊິຮູ້ສຶກຕື່ນເຕັ້ນຄືກັນເມື່ອເຫັນວ່າພະເຢໂຫວາຊ່ວຍປະຊາຊົນໃນທຸກມື້ນີ້ແນວໃດໃຫ້ໄດ້ໄຊຊະນະ. ເຈົ້າຢາກມີສິດທິພິເສດທີ່ຈະມີສ່ວນຮ່ວມເລັກໆນ້ອຍໆໃນໄຊຊະນະນີ້ບໍ? ຖ້າແມ່ນ ຂໍເຈົ້າຮຽນຈາກຕົວຢ່າງທີ່ເວົ້າເຖິງໃນບົດນີ້. ຂໍໃຫ້ເປັນຄົນຖ່ອມໂຕສະເໝີ ຕິດຕາມອົງການໃຫ້ທັນ ເຮັດວຽກຢ່າງດຸໝັ່ນ ບໍ່ຫຍຸ້ງກ່ຽວກັບຜີປີສາດ ແລະພະຍາຍາມສຸດຄວາມສາມາດທີ່ຈະໃຫ້ຄົນອື່ນເຫັນວ່າເຮົາເປັນຄົນສັດຊື່ແລະສະແດງຄວາມນັບຖື.
a ເບິ່ງຂອບ “ ເອເຟໂຊ—ເມືອງຫຼວງຂອງແຂວງອາຊີ”
b ໂປໂລຂຽນ 1 ໂກຣິນໂທ ລະຫວ່າງທີ່ຢູ່ໃນເມືອງເອເຟໂຊນຳ.
c ຜ້ານີ້ອາດໝາຍເຖິງຜ້າເຊັດໜ້າທີ່ໂປໂລຄຽນໄວ້ເທິງໜ້າຜາກເພື່ອບໍ່ໃຫ້ເຫື່ອໄຫຼເຂົ້າຕາ ແລະການທີ່ໂປໂລໃສ່ຜ້າກັນເປື້ອນຍັງເຮັດໃຫ້ຮູ້ວ່າລາວອາດໃຊ້ເວລາວ່າງເຊິ່ງອາດຈະເປັນຕອນເຊົ້າເພື່ອເຮັດເຕັ້ນ.—ກຈກ. 20:34, 35
d ລູກາບອກວ່າມ້ວນໜັງສືພວກນັ້ນມີລາຄາເຖິງ 50.000 ຫຼຽນ. ຖ້າເງິນຫຼຽນທີ່ລາວເວົ້າເຖິງແມ່ນເດນາຣິອົນ ຄົນເຮັດວຽກໃນສະໄໝນັ້ນຕ້ອງໃຊ້ເວລາ 50.000 ມື້ຫຼືປະມານ 137 ປີເພື່ອຈະໄດ້ເງິນຈຳນວນນັ້ນຖ້າລາວເຮັດວຽກທຸກມື້ໃນແຕ່ລະອາທິດ.
e ບາງຄົນບອກວ່າຕອນທີ່ໂປໂລບອກຄົນໂກຣິນໂທວ່າ ‘ເຮົາຄິດວ່າຈະຕາຍແທ້ໆ’ ລາວກຳລັງໝາຍເຖິງເຫດການຕອນນີ້. (2ກຣ. 1:8) ແຕ່ໂປໂລກໍອາດຄິດເຖິງອີກເຫດການໜຶ່ງທີ່ອັນຕະລາຍຫຼາຍກວ່ານັ້ນ. ຕອນທີ່ໂປໂລຂຽນວ່າລາວໄດ້ “ສູ້ກັບສັດຮ້າຍຢູ່ເມືອງເອເຟໂຊ” ລາວອາດໝາຍເຖິງປະສົບການທີ່ຕ້ອງສູ້ກັບສັດທີ່ດຸຮ້າຍແທ້ໆໃນສະໜາມກິລາ ຫຼືອາດເວົ້າເຖິງການຕໍ່ຕ້ານຈາກມະນຸດ. (1ກຣ. 15:32) ຄຳເວົ້ານີ້ຂອງໂປໂລອາດແປຄວາມໝາຍໄດ້ທັງແບບຕາມໂຕແລະແບບເປັນໄນ.
f ສະມາຄົມຫຼືກຸ່ມຂອງພວກຊ່າງຝີມືອາດມີອິດທິພົນຫຼາຍ. ຕົວຢ່າງເຊັ່ນ ປະມານ 100 ປີຕໍ່ມາ ກຸ່ມພໍ່ຄ້າທີ່ເຮັດເຂົ້າຈີ່ໄດ້ປຸກລະດົມໃຫ້ເກີດຄວາມວຸ່ນວາຍຄ້າຍໆກັນໃນເມືອງເອເຟໂຊ.