ບົດທີ 18
‘ຊອກຫາພະເຈົ້າແລະພົບພະອົງ’
ໂປໂລຊອກຫາຈຸດທີ່ຜູ້ຟັງເຫັນດີນຳແລ້ວປັບວິທີປະກາດໃຫ້ເຂົ້າກັບຜູ້ຟັງ
1-3. (ກ) ເປັນຫຍັງອັກຄະສາວົກໂປໂລຈຶ່ງຮູ້ສຶກບໍ່ສະບາຍໃຈຫຼາຍຕອນທີ່ຢູ່ເມືອງອາແຖນ? (ຂ) ເຮົາຈະໄດ້ຮຽນຫຍັງແດ່ຈາກການທົບທວນຕົວຢ່າງຂອງໂປໂລ?
ໂປໂລຮູ້ສຶກບໍ່ສະບາຍໃຈຫຼາຍຕອນທີ່ຢູ່ເມືອງອາແຖນ ປະເທດກຣີກເຊິ່ງເປັນສູນກາງການສຶກສາທີ່ໂຊກຣາຕີດສ໌ ເພັນໂຕ ແລະອາຣິດສ໌ໂຕເຕິນເຄີຍສອນ. ເມືອງອາແຖນເປັນເມືອງທີ່ຄົນເຄັ່ງສາສະໜາຫຼາຍ. ບໍ່ວ່າຈະເບິ່ງໄປທີ່ວິຫານ ເດີ່ນສາທາລະນະ ແລະຕາມຖະໜົນຫົນທາງຕ່າງໆໂປໂລກໍເຫັນຮູບບູຊາຈຳນວນຫຼາຍ ເພາະຄົນເມືອງອາແຖນນະມັດສະການເທບພະເຈົ້າຫຼາຍອົງ. ໂປໂລຮູ້ວ່າພະເຢໂຫວາພະເຈົ້າທ່ຽງແທ້ຄິດແນວໃດກັບການໄຫວ້ຮູບບູຊາ. (ອພຍ. 20:4, 5) ອັກຄະສາວົກທີ່ສັດຊື່ຄົນນີ້ກໍຄິດຄືພະເຢໂຫວາ ລາວກຽດຊັງຮູບບູຊາ!
2 ສິ່ງທີ່ໂປໂລເຫັນຕອນທີ່ເຂົ້າໄປໃນອາກໍຣາຫຼືຕະຫຼາດເຮັດໃຫ້ລາວຕົກໃຈຫຼາຍ. ມີຮູບປັ້ນໃຫຍ່ຂອງເທບພະເຈົ້າເຮຣະເມຕັ້ງລຽນກັນເປັນຈຳນວນຫຼາຍຢູ່ທາງມຸມດ້ານຕາເວັນຕົກສ່ຽງເໜືອໃກ້ກັບທາງເຂົ້າຫຼັກ. ໃນຕະຫຼາດມີບ່ອນນະມັດສະການເທບພະເຈົ້າຢູ່ເຕັມໄປໝົດ ອັກຄະສາວົກຜູ້ມີໃຈແຮງກ້າຈະປະກາດກັບຄົນທີ່ໄຫວ້ຮູບບູຊາຫຼາຍຂະໜາດນັ້ນໄດ້ແນວໃດ? ລາວຈະປະສົບຄວາມສຳເລັດບໍໃນການຊ່ວຍຄົນທີ່ຊອກຫາພະເຈົ້າອົງທ່ຽງແທ້ໃຫ້ພົບພະເຈົ້າແລະໄດ້ນະມັດສະການເພິ່ນ?
3 ໃນກິດຈະການ 17:22-31 ເຮົາໄດ້ອ່ານຕົວຢ່າງທີ່ດີຂອງໂປໂລຕອນທີ່ລາວເວົ້າກັບພວກທີ່ມີການສຶກສາສູງໃນເມືອງອາແຖນ. ລາວເວົ້າແບບຜ່ອນສັ້ນຜ່ອນຍາວ ເຂົ້າໃຈຜູ້ຟັງ ແລະໂນ້ມນ້າວໃຈເຂົາເຈົ້າໄດ້. ຖ້າເຮົາທົບທວນຕົວຢ່າງຂອງໂປໂລ ເຮົາກໍຈະໄດ້ຮຽນຫຼາຍຢ່າງຈາກຄຳເວົ້າຂອງລາວບໍ່ວ່າຈະເປັນວິທີຫາຈຸດທີ່ຜູ້ຟັງເຫັນດີນຳແລະວິທີຫາເຫດຜົນກັບເຂົາເຈົ້າ.
ສອນ “ຢູ່ຕະຫຼາດ” (ກິດຈະການ 17:16-21)
4, 5. ໂປໂລປະກາດຢູ່ໃສໃນເມືອງອາແຖນ ແລະຕ້ອງເຈິກັບຜູ້ຟັງແບບໃດ?
4 ໂປໂລໄປເມືອງອາແຖນຕອນທີ່ເດີນທາງໄປປະກາດຢູ່ຕ່າງປະເທດຮອບທີສອງປະມານປີ 50. a ຕອນທີ່ລໍຖ້າຊີລາກັບຕີໂມທຽວເດີນທາງມາຈາກເມືອງເບເຣຍ ໂປໂລ “ໄປບ່ອນປະຊຸມຂອງຊາວຢິວແລ້ວຍົກເຫດຜົນມາລົມກັບຊາວຢິວ” ຄືກັບທີ່ເຮັດເປັນປະຈຳ. ລາວຍັງໄປບໍລິເວນທີ່ຈະເຂົ້າເຖິງຜູ້ຄົນທີ່ບໍ່ແມ່ນຄົນຢິວເຊິ່ງຢູ່ໃນເມືອງອາແຖນນຳເຊິ່ງກໍຄື “ຢູ່ຕະຫຼາດ” ຫຼືອາກໍຣາ. (ກຈກ. 17:17) ອາກໍຣາຂອງເມືອງອາແຖນຕັ້ງຢູ່ຕາເວັນຕົກສ່ຽງເໜືອຂອງອະໂຄໂປລິດສ໌ ເຊິ່ງກວມເອົາເນື້ອທີ່ປະມານ 30 ໄລ່. ຕະຫຼາດບໍ່ແມ່ນແຕ່ສະຖານທີ່ຊື້ຂາຍ ແຕ່ເປັນເດີ່ນສາທາລະນະປະຈຳເມືອງ. ປຶ້ມອ້າງອີງເຫຼັ້ມໜຶ່ງໃຫ້ຂໍ້ສັງເກດວ່າ ສະຖານທີ່ນີ້ເປັນ “ສູນກາງທາງເສດຖະກິດ ການເມືອງ ແລະວັດທະນາທຳຂອງເມືອງນີ້.” ຄົນໃນເມືອງອາແຖນມັກມາຊຸມນຸມກັນຢູ່ບ່ອນນີ້ເພື່ອລົມກັນກ່ຽວກັບຄວາມຮູ້ຫຼືປັດຊະຍາຕ່າງໆ.
5 ມັນບໍ່ງ່າຍທີ່ໂປໂລຈະເຈິຄົນທີ່ຢາກລົມນຳຕອນທີ່ຢູ່ຕະຫຼາດ. ມີພວກເອປີໂກຣຽວກັບພວກຊະໂຕອິກເຊິ່ງເປັນສະມາຊິກຂອງນັກປັດຊະຍາທີ່ເປັນຄູ່ແຂງກັນ. b ພວກເອປີໂກຣຽວເຊື່ອວ່າຊີວິດເກີດຂຶ້ນໂດຍບັງເອີນ ເຂົາເຈົ້າມີມຸມມອງເລື່ອງຊີວິດວ່າ: “ບໍ່ຈຳເປັນຕ້ອງຢ້ານພະເຈົ້າ ເມື່ອຕາຍແລ້ວບໍ່ມີຄວາມຮູ້ສຶກຫຍັງ ຄົນເຮົາສາມາດເຮັດດີແລະອົດທົນກັບຄວາມຊົ່ວໄດ້.” ພວກຊະໂຕອິກເນັ້ນຢູ່ເຫດແລະຜົນ ແຕ່ບໍ່ເຊື່ອວ່າພະເຈົ້າເປັນບຸກຄົນ. ທັງພວກເອປີໂກຣຽວແລະພວກຊະໂຕອິກກໍບໍ່ເຊື່ອເລື່ອງການຄືນມາຈາກຕາຍທີ່ພວກລູກສິດຂອງພະຄລິດສອນ. ເຫັນໄດ້ແຈ້ງວ່າຫຼັກປັດຊະຍາຂອງທັງສອງກຸ່ມນີ້ຂັດແຍ່ງກັບຄວາມຈິງຂອງສາສະໜາຄລິດສະຕຽນແທ້ທີ່ໂປໂລປະກາດ.
6, 7. ນັກປັດຊະຍາຄົນກຣີກບາງຄົນມີທ່າທີແນວໃດຕໍ່ເລື່ອງທີ່ໂປໂລສອນ ແລະໃນທຸກມື້ນີ້ເຮົາອາດເຈິເລື່ອງທີ່ຄ້າຍໆກັນແນວໃດ?
6 ນັກປັດຊະຍາຄົນກຣີກມີທ່າທີແນວໃດຕໍ່ຄຳສອນຂອງໂປໂລ? ບາງຄົນເວົ້າໃຫ້ໂປໂລໂດຍໃຊ້ຄຳທີ່ມີຄວາມໝາຍວ່າ ‘ຜູ້ທີ່ເວົ້າໂລໆເລໆ’ ຫຼື “ພວກເກັບເມັດພືດ.” (ເບິ່ງຂໍ້ມູນສຳລັບສຶກສາຂອງກິດຈະການ 17:18, ພາສາໄທ) ຜູ້ຊ່ຽວຊານຄົນໜຶ່ງເວົ້າເຖິງຄຳພາສາກຣີກນີ້ວ່າ: “ຕອນທຳອິດຄຳນີ້ໝາຍເຖິງນົກນ້ອຍໆທີ່ຈິກກິນເມັດພືດ. ຕໍ່ມາກໍມີການໃຊ້ຄຳນີ້ເພື່ອໝາຍເຖິງຄົນທີ່ເກັບເສດອາຫານຫຼືເຄື່ອງຂອງອື່ນໆທີ່ຖິ້ມໃນຕະຫຼາດ. ພາຍຫຼັງມີການໃຊ້ຄຳນີ້ໃນຄວາມໝາຍເປັນໄນທີ່ໝາຍເຖິງໃຜກໍຕາມທີ່ເກັບຂໍ້ມູນຈາກບ່ອນຕ່າງໆເຊິ່ງໂຕລາວເອງບໍ່ເຂົ້າໃຈຄວາມຮູ້ນັ້ນຢ່າງຖືກຕ້ອງ.” ທີ່ຈິງແລ້ວນັກປັດຊະຍາເຫຼົ່ານີ້ກຳລັງບອກວ່າ ໂປໂລເປັນຄົນໂງ່ທີ່ເກັບເອົາຄຳເວົ້າທີ່ສະຫຼາດຂອງຄົນອື່ນມາເວົ້າຕໍ່. ເຖິງໂປໂລຈະຖືກເອີ້ນແບບນັ້ນ ແຕ່ມັນກໍບໍ່ໄດ້ເຮັດໃຫ້ລາວຢ້ານ.
7 ໃນທຸກມື້ນີ້ກໍຄືກັນ ຜູ້ຄົນມັກດູຖູກພວກເຮົາທີ່ເປັນພະຍານພະເຢໂຫວາແລະດູຖູກທີ່ເຮົາເຊື່ອໃນຄຳພີໄບເບິນ. ຕົວຢ່າງເຊັ່ນ ອາຈານບາງຄົນສອນວ່າວິວັດທະນາການເປັນເລື່ອງຈິງແລະບອກວ່າຖ້າເຈົ້າເປັນຄົນສະຫຼາດ ເຈົ້າກໍຕ້ອງເຊື່ອເລື່ອງນີ້ນຳ. ຄຳເວົ້າແບບນີ້ສະແດງວ່າຄົນທີ່ບໍ່ເຊື່ອເລື່ອງວິວັດທະນາການເປັນຄົນໂງ່. ຄົນທີ່ມີການສຶກສາເຫຼົ່ານີ້ຢາກໃຫ້ຄົນອື່ນຄິດວ່າພວກເຮົາໂງ່ທີ່ມາສອນຄຳພີໄບເບິນແລະໃຫ້ຫຼັກຖານວ່າເປັນຫຍັງຕ້ອງເຊື່ອເລື່ອງຜູ້ສ້າງ ແຕ່ເຮົາບໍ່ຢ້ານ. ເຮົາເວົ້າປົກປ້ອງຄວາມເຊື່ອດ້ວຍຄວາມໝັ້ນໃຈວ່າພະເຢໂຫວາເປັນພະເຈົ້າທີ່ສະຫຼາດຫຼາຍ ແລະເພິ່ນເປັນຜູ້ສ້າງສິ່ງທີ່ມີຊີວິດທັງໝົດ.—ພນມ. 4:11
8. (ກ) ບາງຄົນທີ່ໄດ້ຍິນໂປໂລປະກາດມີທ່າທີແນວໃດ? (ຂ) ການທີ່ໂປໂລຖືກພາໂຕໄປເທິງພູອາເຣໂອປາໂຂອາດໝາຍເຖິງບ່ອນໃດ? (ເບິ່ງໄຂເງື່ອນໜ້າ 142)
8 ຄົນອື່ນໆທີ່ໄດ້ຍິນໂປໂລປະກາດຢູ່ຕະຫຼາດມີທ່າທີແຕກຕ່າງອອກໄປ ເຂົ້າເຈົ້າເວົ້າວ່າ “ເບິ່ງຄືວ່າລາວເປັນຄົນມາເຜີຍແຜ່ພະຕ່າງຊາດ.” (ກຈກ. 17:18) ຖ້າໂປໂລມາແນະນຳພະໃໝ່ໆໃຫ້ຄົນໃນເມືອງອາແຖນຮູ້ຈັກ ລາວກໍອາດຕົກຢູ່ໃນອັນຕະລາຍ. ຫຼາຍປີກ່ອນໜ້ານີ້ ພວກນັກປັດຊະຍາໂຊກຣາຕີດສ໌ ຖືກກ່າວຫາຄ້າຍໆກັນນີ້. ເຂົາເຈົ້າຖືກພິຈາລະນາຄະດີແລະຖືກຕັດສິນປະຫານຊີວິດ. ເຮົາຈຶ່ງບໍ່ແປກໃຈທີ່ໂປໂລຖືກພາໂຕໄປເທິງພູອາເຣໂອປາໂຂແລະຖືກສັ່ງໃຫ້ອະທິບາຍຄຳສອນທີ່ເບິ່ງຄືວ່າແປກໆສຳລັບຄົນໃນເມືອງອາແຖນ. c ໂປໂລຈະປະກາດກັບຄົນທີ່ບໍ່ຮູ້ຈັກພະຄຳພີໄດ້ແນວໃດ?
‘ຄົນອາແຖນເອີ້ຍ ຂ້ອຍເຫັນວ່າ’ (ກິດຈະການ 17:22, 23)
9-11. (ກ) ໂປໂລພະຍາຍາມຊອກຫາຈຸດທີ່ເຫັນດີນຳກັນກັບຜູ້ຟັງໂດຍວິທີໃດ? (ຂ) ເຮົາຈະຮຽນແບບໂປໂລໃນວຽກປະກາດໄດ້ແນວໃດ?
9 ຂໍໃຫ້ຈື່ວ່າໂປໂລຮູ້ສຶກບໍ່ສະບາຍໃຈຫຼາຍທີ່ເຫັນຄົນໄຫວ້ຮູບບູຊາຢູ່ທົ່ວເມືອງ ແຕ່ລາວກໍຍັງສະຫງົບໃຈແລະບໍ່ໄດ້ເວົ້າແບບແຮງໆໃສ່ຄົນທີ່ນະມັດສະການຮູບບູຊາ. ລາວພະຍາຍາມໂນ້ມນ້າວໃຈຜູ້ຟັງຢ່າງຜ່ອນສັ້ນຜ່ອນຍາວໂດຍການຊອກຫາຈຸດທີ່ເຫັນດີນຳກັນ. ລາວເລີ່ມຕົ້ນໂດຍເວົ້າວ່າ: ‘ຄົນ ອາແຖນເອີ້ຍ ຂ້ອຍເຫັນວ່າພວກເຈົ້າເບິ່ງຄືເປັນຄົນເຄັ່ງສາສະໜາແລະນັບຖືພະຕ່າງໆຫຼາຍກວ່າຄົນອື່ນ.’ (ກຈກ. 17:22) ຄຳເວົ້ານີ້ເປັນຄືກັບໂປໂລກຳລັງເວົ້າວ່າ ‘ຂ້ອຍເຫັນວ່າພວກເຈົ້າເປັນຄົນເຄັ່ງສາສະໜາຫຼາຍ.’ ໂປໂລຊົມເຊີຍເຂົາເຈົ້າຢ່າງສະຫຼາດທີ່ມີຄວາມເຊື່ອໃນສາສະໜາ ລາວຮູ້ວ່າບາງຄົນທີ່ຖືກຄຳສອນຕົວະປິດຫູປິດຕາອາດຈະມີຫົວໃຈຕອບຮັບກໍໄດ້. ທີ່ຈິງ ໂປໂລຮູ້ດີວ່າແຕ່ກ່ອນລາວເອງກໍ “ເຮັດໂດຍບໍ່ຮູ້ແລະຍັງບໍ່ມີຄວາມເຊື່ອ.”—1ຕມ. 1:13
10 ໂດຍອາໄສຈຸດທີ່ເຫັນດີນຳກັນ ໂປໂລເວົ້າຕໍ່ໄປວ່າລາວໄດ້ສັງເກດເຫັນຫຼັກຖານຊັດເຈນທີ່ສະແດງວ່າຄົນອາແຖນເຫຼື້ອມໃສສາສະໜາແທ້ໆ. ລາວເຫັນແທ່ນບູຊາທີ່ອຸທິດ “ສຳລັບພະເຈົ້າທີ່ບໍ່ຮູ້ຈັກ.” ແຫຼ່ງອ້າງອີງໜຶ່ງບອກວ່າ “ເປັນທຳນຽມທີ່ຄົນກຣີກແລະຄົນອື່ນໆຈະອຸທິດແທ່ນບູຊາໃຫ້ກັບ ‘ພະເຈົ້າທີ່ບໍ່ຮູ້ຈັກ’ ຍ້ອນເຂົາເຈົ້າຢ້ານວ່າອາດຈະລືມນະມັດສະການພະບາງອົງເຊິ່ງອາດເຮັດໃຫ້ພະເຫຼົ່ານັ້ນໃຈຮ້າຍໄດ້.” ໂດຍເບິ່ງຈາກແທ່ນບູຊາເຫຼົ່ານັ້ນ ຄົນອາແຖນຈຶ່ງເຊື່ອວ່າມີພະເຈົ້າທີ່ເຂົາເຈົ້າບໍ່ຮູ້ຈັກ. ໂປໂລເລີຍໃຊ້ແທ່ນບູຊານີ້ເພື່ອຈະເຂົ້າສູ່ຂ່າວດີທີ່ກຳລັງປະກາດ ລາວອະທິບາຍວ່າ: “ຂ້ອຍກຳລັງເວົ້າເຖິງພະເຈົ້າອົງນັ້ນແຫຼະທີ່ພວກເຈົ້າຂາບໄຫວ້ທັງໆທີ່ບໍ່ຮູ້ຈັກ.” (ກຈກ. 17:23) ໂປໂລຫາເຫດຜົນຢ່າງສະຫຼາດແລະມີພະລັງ ລາວບໍ່ໄດ້ປະກາດເລື່ອງພະໃໝ່ໆຫຼືພະແປກໆທີ່ບາງຄົນໄດ້ກ່າວຫາ. ໂປໂລອະທິບາຍເລື່ອງພະເຈົ້າທີ່ເຂົາເຈົ້າບໍ່ຮູ້ຈັກເຊິ່ງກໍຄືພະເຈົ້າອົງທ່ຽງແທ້.
11 ເຮົາຈະຮຽນແບບໂປໂລໃນວຽກປະກາດໄດ້ແນວໃດ? ຖ້າເຮົາເປັນຄົນມັກສັງເກດ ເຮົາອາດເຫັນຫຼັກຖານທີ່ສະແດງວ່າຄົນທີ່ເຮົາລົມນຳເຊື່ອໃນສາສະໜາ. ເຮົາອາດສັງເກດວັດຖຸສິ່ງຂອງທາງສາສະໜາບາງຢ່າງທີ່ເຂົາເຈົ້າໃສ່ ຫຼືຕັ້ງໄວ້ຢູ່ເຮືອນຫຼືນອກເຮືອນ. ເຮົາອາດເວົ້າວ່າ: ‘ຂ້ອຍເຫັນວ່າເຈົ້າເປັນຄົນເຄັ່ງສາສະໜາ ຂ້ອຍມັກລົມກັບຄົນທີ່ເຄັ່ງສາສະໜາ’ ຖ້າເຮົາຮູ້ວ່າຄົນທີ່ເຮົາລົມນຳເຊື່ອຫຍັງ ເຮົາອາດຊອກຫາຈຸດທີ່ເຫັນດີນຳກັນເພື່ອຈະລົມຕໍ່ໄປໄດ້. ເຮົາບໍ່ຢາກຕັດສິນຄົນອື່ນລ່ວງໜ້າຍ້ອນຄວາມເຊື່ອທາງສາສະໜາຂອງລາວ. ຂໍຈື່ໄວ້ວ່າໃນບັນດາພີ່ນ້ອງຂອງເຮົາກໍມີຫຼາຍຄົນທີ່ເຄີຍເຊື່ອຄຳສອນຂອງສາສະໜາປອມຢ່າງຈິງຈັງ.
ພະເຈົ້າ “ບໍ່ໄດ້ຢູ່ໄກຈາກພວກເຮົາແຕ່ລະຄົນເລີຍ” (ກິດຈະການ 17:24-28)
12. ໂປໂລໄດ້ປັບວິທີເວົ້າແນວໃດເພື່ອໃຫ້ເຂົ້າກັບຜູ້ຟັງ?
12 ໂປໂລເລີ່ມເວົ້າເລື່ອງທີ່ຜູ້ຟັງເຫັນດີນຳກັນແລ້ວ ແຕ່ລາວຍັງຈະຮັກສາຈຸດທີ່ເຫັນດີນຳກັນຕໍ່ໄປໄດ້ບໍຕອນທີ່ປະກາດ? ຍ້ອນໂປໂລຮູ້ວ່າຜູ້ຟັງເຄີຍສຶກສາປັດຊະຍາກຣີກແລະບໍ່ຄຸ້ນເຄີຍກັບພະຄຳພີ ລາວຈຶ່ງໄດ້ປັບວິທີເວົ້າຂອງລາວ. ທຳອິດ ລາວເວົ້າເຖິງຄຳສອນຈາກຄຳພີໄບເບິນໂດຍທີ່ບໍ່ໄດ້ຍົກຂໍ້ຄວາມຈາກພະຄຳພີຂຶ້ນມາເວົ້າໂດຍກົງ. ທີສອງ ລາວລວມເອົາຕົວເອງເຂົ້າໃນກຸ່ມຜູ້ຟັງໂດຍໃຊ້ຄຳວ່າ “ເຮົາ” ຫຼື “ພວກເຮົາ.” ທີສາມ ໂປໂລໄດ້ຍົກຂໍ້ຄວາມຈາກວັນນະຄະດີກຣີກເພື່ອສະແດງວ່າບາງເລື່ອງທີ່ລາວສອນກໍເຄີຍມີຢູ່ໃນບົດຂຽນຂອງເຂົາເຈົ້າເອງ. ຕອນນີ້ໃຫ້ເຮົາມາພິຈາລະນາຄຳບັນລະຍາຍທີ່ມີພະລັງຂອງໂປໂລ ລາວໄດ້ຖ່າຍທອດຄວາມຈິງທີ່ສຳຄັນຫຍັງແດ່ກ່ຽວກັບພະເຈົ້າເຊິ່ງຄົນອາແຖນບໍ່ຮູ້ຈັກ?
13. ໂປໂລອະທິບາຍແນວໃດກ່ຽວກັບຕົ້ນກຳເນີດຂອງເອກະພົບ ແລະຄຳເວົ້າຂອງລາວສະແດງໃຫ້ເຫັນຫຍັງ?
13 ພະເຈົ້າໄດ້ສ້າງເອກະພົບ. ໂປໂລບອກວ່າ: “ພະອົງເປັນພະເຈົ້າທີ່ສ້າງໂລກແລະທຸກສິ່ງໃນໂລກ ພະອົງບໍ່ໄດ້ຢູ່ໃນວິຫານທີ່ມະນຸດສ້າງຂຶ້ນເພາະພະອົງເປັນພະເຈົ້າຂອງສະຫວັນແລະໂລກ.” d (ກຈກ. 17:24) ເອກະພົບບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ພະເຈົ້າອົງທ່ຽງແທ້ເປັນຜູ້ສ້າງທຸກສິ່ງ. (ເພງ. 146:6) ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດບໍ່ໄດ້ຢູ່ໃນວິຫານທີ່ສ້າງດ້ວຍມືມະນຸດ ເຊິ່ງຕ່າງຈາກເທບທິດາອະທີນາຫຼືເທບພະເຈົ້າອົງອື່ນໆທີ່ຕ້ອງຢູ່ໃນວິຫານ ວິຫານຈຳລອງ ຫຼືແທ່ນບູຊາເພື່ອຜູ້ຄົນຈະມາຂາບໄຫວ້ບູຊາໄດ້. (1ກສ. 8:27) ສິ່ງທີ່ໂປໂລເວົ້າສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ພະເຈົ້າອົງທ່ຽງແທ້ຍິ່ງໃຫຍ່ກວ່າຮູບບູຊາທີ່ມີຢູ່ຕາມວິຫານທີ່ມະນຸດສ້າງຂຶ້ນ.—ອຊຢ. 40:18-26
14. ໂປໂລສະແດງໃຫ້ເຫັນແນວໃດວ່າພະເຈົ້າບໍ່ຈຳເປັນຕ້ອງໃຫ້ມະນຸດຊ່ວຍ?
14 ພະເຈົ້າບໍ່ຈຳເປັນຕ້ອງໃຫ້ມະນຸດຊ່ວຍ. ຄົນທີ່ເຄີຍໄຫວ້ຮູບບູຊາລຶ້ງເຄີຍກັບການເອົາເຄື່ອງນຸ່ງທີ່ຫຼູຫຼາມາໃສ່ໃຫ້ຮູບບູຊາ ເອົາເຄື່ອງຂອງລາຄາແພງມາຖວາຍ ເອົາອາຫານແລະເຄື່ອງດື່ມມາໃຫ້ ເຂົາເຈົ້າຄິດວ່າຮູບບູຊາຕ້ອງການສິ່ງເຫຼົ່ານີ້. ແຕ່ນັກປັດຊະຍາກຣີກບາງຄົນທີ່ຢູ່ໃນກຸ່ມຜູ້ຟັງຂອງໂປໂລອາດເຊື່ອວ່າເທບພະເຈົ້າຄືຊິບໍ່ຈຳເປັນຕ້ອງໄດ້ຮັບຫຍັງຈາກມະນຸດ. ຖ້າເປັນແບບນັ້ນ ເຂົາເຈົ້າຄືຊິເຫັນດີກັບຄຳເວົ້າຂອງໂປໂລທີ່ວ່າ ພະເຈົ້າ “ບໍ່ຈຳເປັນຕ້ອງເພິ່ງມະນຸດໃຫ້ມາຖ້າຮັບໃຊ້ຄືກັບວ່າພະອົງຂາດສິ່ງໃດສິ່ງໜຶ່ງ.” ທີ່ຈິງ ພະເຈົ້າບໍ່ຢາກໄດ້ສິ່ງຂອງຫຍັງເລີຍຈາກມະນຸດ. ແຕ່ເພິ່ນຕ່າງຫາກທີ່ເປັນຜູ້ໃຫ້ສິ່ງຈຳເປັນກັບມະນຸດ ເຊິ່ງກໍຄື “ຊີວິດ ລົມຫາຍໃຈ ແລະທຸກສິ່ງທຸກຢ່າງ” ລວມທັງແສງແດດ ຝົນ ແລະພື້ນດິນທີ່ອຸດົມສົມບູນ. (ກຈກ. 17:25; ປຖກ. 2:7) ດັ່ງນັ້ນ ພະເຈົ້າເຊິ່ງເປັນຜູ້ໃຫ້ ຈຶ່ງບໍ່ຈຳເປັນຕ້ອງໃຫ້ມະນຸດຊ່ວຍ.
15. ໂປໂລເວົ້າແນວໃດກັບຄົນໃນເມືອງອາແຖນທີ່ເຊື່ອວ່າຕົວເອງດີກວ່າຄົນທີ່ບໍ່ແມ່ນຄົນກຣີກ ແລະເຮົາໄດ້ບົດຮຽນທີ່ສຳຄັນຫຍັງຈາກຕົວຢ່າງຂອງໂປໂລ?
15 ພະເຈົ້າໄດ້ສ້າງມະນຸດ. ຄົນໃນເມືອງອາແຖນເຊື່ອວ່າເຂົາເຈົ້າດີກວ່າຄົນທີ່ບໍ່ແມ່ນຄົນກຣີກ. ແຕ່ຄວາມຍິ່ງໃນເຊື້ອຊາດຫຼືເຜົ່າພັນຂັດກັບຄວາມຈິງໃນຄຳພີໄບເບິນ. (ພບຍ. 10:17) ໂປໂລໄດ້ເວົ້າເລື່ອງທີ່ລະອຽດອ່ອນຢ່າງຜ່ອນສັ້ນຜ່ອນຍາວແລະມີສິລະປະ ລາວບອກວ່າ: “[ພະເຈົ້າ] ສ້າງຄົນທຸກຊາດຈາກຄົນໆດຽວ” ຄຳເວົ້າຂອງໂປໂລຄືຊິເຮັດໃຫ້ຜູ້ຟັງຄິດ. (ກຈກ. 17:26) ລາວເວົ້າເຖິງເລື່ອງໃນ ປຶ້ມປະຖົມມະການກ່ຽວກັບອາດາມທີ່ເປັນປູ່ຍ່າຕານາຍຂອງເຜົ່າພັນມະນຸດ. (ປຖກ. 1:26-28) ເນື່ອງຈາກມະນຸດທຸກຄົນກໍມີປູ່ຍ່າຕານາຍດຽວກັນ ຈຶ່ງບໍ່ມີເຜົ່າພັນຫຼືເຊື້ອຊາດໃດທີ່ດີກວ່າກັນ. ທຸກຄົນທີ່ຟັງໂປໂລຄືຊິເຂົ້າໃຈເລື່ອງນີ້ແທ້ໆ. ເຮົາໄດ້ບົດຮຽນທີ່ສຳຄັນຫຍັງຈາກໂປໂລ? ເຖິງເຮົາຢາກເປັນຄົນຜ່ອນສັ້ນຜ່ອນຍາວແລະມີເຫດຜົນໃນວຽກປະກາດ ແຕ່ເຮົາຈະບໍ່ປ່ຽນຄຳສອນໃນຄຳພີໄບເບິນເພື່ອຈະໃຫ້ຄົນອື່ນຍອມຮັບເລື່ອງທີ່ເຮົາປະກາດ.
16. ພະເຈົ້າທີ່ເປັນຜູ້ສ້າງຢາກໃຫ້ມະນຸດເຮັດຫຍັງ?
16 ພະເຈົ້າຕ້ອງການໃຫ້ມະນຸດໃກ້ຊິດກັບເພິ່ນ. ເຖິງວ່ານັກປັດຊະຍາໃນບັນດາຜູ້ທີ່ຟັງໂປໂລຈະຖຽງກັນມາດົນວ່າມະນຸດເກີດມາເຮັດຫຍັງ ແຕ່ເຂົາເຈົ້າກໍຍັງບໍ່ໄດ້ຂໍ້ສະຫຼຸບທີ່ມີເຫດຜົນ. ໂປໂລບອກຈະແຈ້ງກ່ຽວກັບຄວາມຕ້ອງການຂອງຜູ້ສ້າງມະນຸດ ເຊິ່ງກໍຄືໃຫ້ມະນຸດ “ຊອກຫາພະເຈົ້າ ແລະຖ້າພວກເຂົາພະຍາຍາມຊອກຫາແທ້ໆພວກເຂົາກໍຈະພົບພະອົງ ເພາະພະອົງບໍ່ໄດ້ຢູ່ໄກຈາກພວກເຮົາແຕ່ລະຄົນເລີຍ.” (ກຈກ. 17:27) ເປັນໄປໄດ້ທີ່ຄົນອາແຖນຈະມາຮູ້ຈັກພະເຈົ້າທີ່ເຂົາເຈົ້າບໍ່ຮູ້ຈັກ ເພາະເພິ່ນບໍ່ໄດ້ຢູ່ໄກຈາກຄົນທີ່ຢາກຈະພົບເພິ່ນແລະຮຽນຮູ້ເລື່ອງຂອງເພິ່ນ. (ເພງ. 145:18) ສັງເກດວ່າໂປໂລໃຊ້ຄຳວ່າ “ເຮົາ” ເພື່ອລວມເອົາຕົວລາວເອງຢູ່ໃນກຸ່ມຄົນທີ່ຕ້ອງການ “ຊອກຫາ” ແລະ “ພະຍາຍາມຊອກຫາແທ້ໆ” ທີ່ຈະຮູ້ຈັກພະເຈົ້າ.
17, 18. ເປັນຫຍັງມະນຸດຄວນຮູ້ສຶກຢາກໃກ້ຊິດກັບພະເຈົ້າ ແລະເຮົາໄດ້ຮຽນຫຍັງຈາກວິທີທີ່ໂປໂລເວົ້າແບບດຶງດູດໃຈຜູ້ຟັງ?
17 ມະນຸດຄວນຮູ້ສຶກຢາກໃກ້ຊິດກັບພະເຈົ້າ. ໂປໂລບອກວ່າ: “ພວກເຮົາມີຊີວິດຢູ່ແລະເຄື່ອນໄຫວໄປມາໄດ້ກໍຍ້ອນພະອົງ.” ຜູ້ຊ່ຽວຊານບາງຄົນບອກວ່າໂປໂລອ້າງເຖິງຄຳເວົ້າຂອງເອພິເມນິດີດສ໌ ທີ່ເປັນນັກແຕ່ງກາບກອນຄົນກຣີກໃນສະຕະວັດທີ 6 ກ່ອນ ຄ.ສ ເຊິ່ງຖືເປັນ “ບຸກຄົນສຳຄັນໃນປະເພນີທາງສາສະໜາຂອງຄົນອາແຖນ.” ໂປໂລໃຫ້ເຫດຜົນອີກຢ່າງໜຶ່ງທີ່ມະນຸດຄວນໃກ້ຊິດກັບພະເຈົ້າວ່າ: “ນັກແຕ່ງກາບກອນບາງຄົນຂອງພວກເຈົ້າບອກໄວ້ວ່າ ‘ພວກເຮົາກໍເປັນລູກຂອງພະອົງຄືກັນ.’” (ກຈກ. 17:28) ມະນຸດຄວນຮູ້ສຶກຢາກໃກ້ຊິດກັບພະເຈົ້າ ຍ້ອນພະເຈົ້າສ້າງມະນຸດຄົນທຳອິດທີ່ທຸກຄົນໄດ້ສືບເຊື້ອສາຍມາ. ດ້ວຍຄວາມສຸຂຸມ ໂປໂລໄດ້ຍົກຂໍ້ຄວາມໂດຍກົງຈາກບົດປະພັນໃນພາສາກຣີກທີ່ຜູ້ຟັງຄືຊິຍອມຮັບແລະນັບຖືເພື່ອດຶງດູດໃຈເຂົາເຈົ້າ. e ໂດຍເຮັດຕາມຕົວຢ່າງຂອງໂປໂລ ບາງຄັ້ງເຮົາອາດຍົກຂໍ້ຄວາມຈາກປະຫວັດສາດທາງໂລກ ສາລານຸກົມ ຫຼືປຶ້ມອ້າງອີງອື່ນໆເຊິ່ງເປັນທີ່ຍອມຮັບ. ຕົວຢ່າງເຊັ່ນ ຂໍ້ຄວາມທີ່ເໝາະສົມເຊິ່ງມາຈາກແຫຼ່ງທີ່ໄດ້ຮັບຄວາມນັບຖືອາດຊ່ວຍໃຫ້ຄົນທີ່ບໍ່ແມ່ນພະຍານພະເຢໂຫວາໄດ້ຮູ້ວ່າພິທີກຳແລະການສະຫຼອງຂອງສາສະໜາປອມມີຕົ້ນຕໍມາຈາກໃສ.
18 ເມື່ອບັນລະຍາຍມາຮອດຈຸດນີ້ ໂປໂລໄດ້ຖ່າຍທອດຄວາມຈິງທີ່ສຳຄັນເລື່ອງພະເຈົ້າໂດຍປັບຄຳເວົ້າຂອງລາວໃຫ້ເຂົ້າກັບຜູ້ຟັງຢ່າງຊຳນິຊຳນານ. ໂປໂລຢາກໃຫ້ຜູ້ຟັງຄົນອາແຖນເຮັດຫຍັງກັບຄວາມຮູ້ທີ່ສຳຄັນນີ້? ລາວບອກເຂົາເຈົ້າໂດຍບໍ່ຊັກຊ້າຕອນທີ່ບັນລະຍາຍຕໍ່ໄປ.
“ມະນຸດທຸກຄົນ . . . ຕ້ອງກັບໃຈ” (ກິດຈະການ 17:29-31)
19, 20. (ກ) ໂປໂລເວົ້າຢ່າງຜ່ອນສັ້ນຜ່ອນຍາວແນວໃດເພື່ອສະແດງໃຫ້ເຫັນວ່າເປັນເລື່ອງບໍ່ມີເຫດຜົນທີ່ຈະນະມັດສະການຮູບບູຊາທີ່ມະນຸດສ້າງຂຶ້ນ? (ຂ) ຜູ້ທີ່ຟັງໂປໂລຈຳເປັນຕ້ອງລົງມືເຮັດຫຍັງ?
19 ໂປໂລພ້ອມຈະກະຕຸ້ນຜູ້ຟັງໃຫ້ລົງມືເຮັດຕາມ ລາວກັບໄປອ້າງເຖິງຂໍ້ຄວາມໃນບົດປະພັນຂອງຄົນກຣີກໂດຍບອກວ່າ: “ໃນເມື່ອພວກເຮົາເປັນລູກຂອງພະເຈົ້າ ພວກເຮົາກໍບໍ່ຄວນຄິດວ່າພະເຈົ້າເປັນຄືກັບຄຳ ເງິນ ຫຼືກ້ອນຫີນ ຫຼືເປັນຄືກັບບາງສິ່ງທີ່ແກະສະຫຼັກຂຶ້ນມາດ້ວຍສີມືແລະຄວາມຄິດຂອງມະນຸດ.” (ກຈກ. 17:29) ທີ່ຈິງ ຖ້າພະເຈົ້າເປັນຜູ້ສ້າງມະນຸດ ແລ້ວພະເຈົ້າຈະເປັນຄືຮູບບູຊາທີ່ມະນຸດສ້າງຂຶ້ນມາໄດ້ແນວໃດ? ໂປໂລສະແດງໃຫ້ເຫັນຢ່າງຜ່ອນສັ້ນຜ່ອນຍາວວ່າບໍ່ມີເຫດຜົນເລີຍທີ່ຈະນະມັດສະການຮູບບູຊາທີ່ມະນຸດສ້າງຂຶ້ນມາ. (ເພງ. 115:4-8; ອຊຢ. 44:9-20) ການທີ່ໂປໂລບອກວ່າ “ເຮົາກໍບໍ່ຄວນ” ຄືຊິເຮັດໃຫ້ຜູ້ຟັງຍອມຮັບຄຳສອນຂອງລາວໄດ້ງ່າຍຂຶ້ນ.
20 ອັກຄະສາວົກຄົນນີ້ສະແດງໃຫ້ເຫັນວ່າຜູ້ຟັງຕ້ອງລົງມືເຮັດບາງຢ່າງ ລາວບອກວ່າ: “ພະເຈົ້າບໍ່ຖືສາມະນຸດຍ້ອນພວກເຂົາຍັງບໍ່ຮູ້ [ໂດຍຄິດວ່າພະເຈົ້າຈະພໍໃຈມະນຸດທີ່ນະມັດສະການຮູບບູຊາ] ແຕ່ດຽວນີ້ພະອົງປະກາດໃຫ້ມະນຸດທຸກຄົນໃນທຸກຫົນທຸກແຫ່ງຮູ້ວ່າພວກເຂົາຕ້ອງກັບໃຈ.” (ກຈກ. 17:30) ຜູ້ຟັງໂປໂລບາງຄົນອາດຕົກໃຈຫຼາຍທີ່ໄດ້ຍິນໂປໂລບອກໃຫ້ກັບໃຈ. ແຕ່ຄຳເວົ້າທີ່ມີພະລັງນີ້ເຮັດໃຫ້ເຫັນຢ່າງຊັດເຈນວ່າ ເຂົາເຈົ້າມີຊີວິດຢູ່ໄດ້ກໍຍ້ອນພະເຈົ້າແລະເຂົາເຈົ້າຕ້ອງຮັບຜິດຊອບໃນສິ່ງທີ່ໂຕເອງເຮັດ. ເຂົາເຈົ້າຕ້ອງຊອກຫາພະເຈົ້າ ຮຽນຮູ້ຄວາມຈິງເລື່ອງຂອງເພິ່ນ ແລະໃຊ້ຊີວິດແບບທີ່ເພິ່ນຢາກໃຫ້ເຮັດ. ສຳລັບຄົນອາແຖນແລ້ວ ນີ້ໝາຍເຖິງການຍອມຮັບວ່າການໄຫວ້ຮູບບູຊາເປັນບາບແລະຕ້ອງເຊົາເຮັດບາບນັ້ນ.
21, 22. ໂປໂລລົງທ້າຍຄຳບັນລະຍາຍຂອງລາວຢ່າງມີພະລັງແນວໃດ ແລະຄຳເວົ້າຂອງລາວມີຄວາມໝາຍແນວໃດສຳລັບພວກເຮົາໃນທຸກມື້ນີ້?
21 ໂປໂລຈົບຄຳບັນລະຍາຍດ້ວຍຄຳເວົ້າທີ່ມີພະລັງວ່າ: “[ພະເຈົ້າ] ກຳນົດວັນໜຶ່ງໄວ້ແລ້ວທີ່ຈະໃຫ້ຜູ້ໜຶ່ງທີ່ພະອົງແຕ່ງຕັ້ງມາພິພາກສາໂລກດ້ວຍຄວາມຍຸຕິທຳ. ພະອົງປຸກຜູ້ນັ້ນໃຫ້ຄືນມາຈາກຕາຍແລະພິສູດກັບທຸກຄົນວ່າວັນນັ້ນຈະຕ້ອງມາຢ່າງແນ່ນອນ.” (ກຈກ. 17:31) ຕອນນີ້ເຂົາເຈົ້າຮູ້ແລ້ວວ່າວັນພິພາກສາຂອງພະເຈົ້າກຳລັງຈະມາ ເຂົາເຈົ້າຈຶ່ງມີເຫດຜົນທີ່ຈະຊອກຫາແລະພົບພະເຈົ້າອົງທ່ຽງແທ້. ໂປໂລບໍ່ໄດ້ບອກຊື່ຜູ້ພິພາກສາທີ່ໄດ້ຮັບການແຕ່ງຕັ້ງ ແຕ່ລາວເວົ້າບາງຢ່າງທີ່ເຮັດໃຫ້ຜູ້ຟັງແປກໃຈກ່ຽວກັບຜູ້ພິພາກສາຄົນນີ້ ລາວບອກວ່າ ຜູ້ນີ້ເຄີຍມີຊີວິດຢູ່ແລະກໍເສຍຊີວິດໄປແລ້ວ ແຕ່ພະເຈົ້າໄດ້ປຸກເພິ່ນໃຫ້ຄືນມາຈາກຕາຍ.
22 ຄຳລົງທ້າຍທີ່ກະຕຸ້ນໃຈມີຄວາມໝາຍສຳລັບພວກເຮົາໃນທຸກມື້ນີ້. ເຮົາຮູ້ວ່າຜູ້ພິພາກສາທີ່ພະເຈົ້າແຕ່ງຕັ້ງຄືພະເຢຊູຄລິດທີ່ຖືກປຸກໃຫ້ຄືນມາຈາກຕາຍແລ້ວ. (ຢຮ. 5:22) ເຮົາຮູ້ວ່າວັນພິພາກສາຈະຍາວນານຮອດໜຶ່ງພັນປີແລະກຳລັງຈະມາໃນອີກບໍ່ດົນ. (ພນມ. 20:4, 6) ເຮົາບໍ່ຢ້ານວັນພິພາກສາ ຍ້ອນເຮົາເຂົ້າໃຈວ່າວັນນັ້ນຄົນທີ່ສັດຊື່ຈະໄດ້ຮັບພອນຫຼາຍຢ່າງ. ຄວາມຫວັງເລື່ອງອະນາຄົດທີ່ດີເລີດຂອງເຮົາເປັນເລື່ອງຈິງແນ່ນອນເພາະພະເຢຊູໄດ້ຖືກປຸກໃຫ້ຄືນມາຈາກຕາຍແລ້ວ!
“ບາງຄົນ . . . ເຂົ້າມາເປັນລູກສິດ” (ກິດຈະການ 17:32-34)
23. ຜູ້ຄົນມີຄວາມຄິດເຫັນທີ່ແຕກຕ່າງກັນແນວໃດເມື່ອຟັງຄຳບັນລະຍາຍຂອງໂປໂລ?
23 ຜູ້ຄົນມີຄວາມຄິດເຫັນທີ່ແຕກຕ່າງກັນເມື່ອໄດ້ຟັງຄຳບັນລະຍາຍຂອງໂປໂລ. ເມື່ອໄດ້ຍິນເລື່ອງການຄືນມາຈາກຕາຍ “ບາງຄົນເຍາະເຍີ້ຍ.” ສ່ວນບາງຄົນກໍຕອບຮັບຕາມມາລະຍາດ ແຕ່ບໍ່ໄດ້ຄິດທີ່ຈະກັບໃຈແລະເຂົ້າມາເປັນລູກສິດ ເຂົາເຈົ້າບອກວ່າ: “ເທື່ອໜ້າພວກເຮົາຈະຟັງເຈົ້າເວົ້າເລື່ອງນີ້ອີກ.” (ກຈກ. 17:32) ສ່ວນບາງຄົນກໍສົນໃຈສິ່ງທີ່ໂປໂລເວົ້າແທ້ໆຄຳພີໄບເບິນບອກວ່າ: “ມີບາງຄົນເຂົ້າຮ່ວມກັບໂປໂລແລະເຂົ້າມາເປັນລູກສິດ ຄົນໜຶ່ງເປັນຜູ້ພິພາກສາໃນສານເທິງເນີນພູອາເຣໂອປາໂຂ ລາວຊື່ດີໂອນີຊີໂອ ອີກຄົນໜຶ່ງແມ່ນຜູ້ຍິງຊື່ດາມາຣີ ແລະຍັງມີຄົນອື່ນໆນຳອີກ.” (ກຈກ. 17:34) ຄ້າຍກັນກັບວຽກປະກາດຂອງເຮົາໃນທຸກມື້ນີ້ ບາງຄົນອາດເຍາະເຍີ້ຍເຮົາ ບາງຄົນອາດຕອບຮັບຕາມມາລະຍາດແຕ່ບໍ່ໄດ້ສົນໃຈເລື່ອງທີ່ເຮົາເວົ້າ ແຕ່ເຮົາກໍຮູ້ສຶກຕື່ນເຕັ້ນເມື່ອມີບາງຄົນສົນໃຈຂ່າວສານເລື່ອງການປົກຄອງຂອງພະເຈົ້າແລະເຂົ້າມາເປັນລູກສິດ.
24. ເຮົາຮຽນຫຍັງໄດ້ຈາກຄຳບັນລະຍາຍຂອງໂປໂລຕອນທີ່ລາວຢືນຢູ່ກາງສະພາອາເຣໂອປາໂຂ?
24 ເມື່ອເຮົາໄດ້ຄິດທົບທວນກ່ຽວກັບຄຳບັນລະຍາຍຂອງໂປໂລ ເຮົາໄດ້ຮຽນຫຼາຍຢ່າງບໍ່ວ່າຈະເປັນວິທີອະທິບາຍໃນແບບທີ່ໜ້າສົນໃຈ ແລະວິທີໂນ້ມນ້າວຜູ້ຟັງໃຫ້ເຊື່ອໝັ້ນວ່າສິ່ງທີ່ເຮົາສອນເປັນຄວາມຈິງ. ນອກຈາກນັ້ນ ເຮົາຍັງໄດ້ຮຽນວ່າເຮົາຕ້ອງອົດທົນແລະຊອກຫາວິທີທີ່ດີເພື່ອເວົ້າກັບບາງຄົນທີ່ຈິງໃຈ ແຕ່ຍັງຫຼົງເຊື່ອຄຳສອນຜິດໆຢູ່. ເຮົາຍັງໄດ້ບົດຮຽນທີ່ສຳຄັນຄື ເຮົາຕ້ອງບໍ່ປ່ຽນແປງຄຳສອນໃນຄຳພີໄບເບິນເພື່ອໃຫ້ຜູ້ຟັງສົນໃຈຫຼາຍຂຶ້ນ. ຖ້າເຮົາຮຽນແບບຕົວຢ່າງຂອງໂປໂລ ເຮົາຈະປະກາດແລະສອນເກັ່ງຂຶ້ນ. ນອກຈາກນັ້ນ ພີ່ນ້ອງທີ່ເປັນຜູ້ດູແລກໍຈະສອນໃນປະຊາຄົມໄດ້ດີຂຶ້ນນຳ. ເມື່ອເຮັດແບບນີ້ ເຮົາກໍຈະສາມາດຊ່ວຍຄົນອື່ນໃຫ້ ‘ຊອກຫາພະເຈົ້າແລະພົບເພິ່ນ.’—ກຈກ. 17:27
a ເບິ່ງຂອບ “ ອາແຖນ—ສູນກາງວັດທະນາທຳຂອງໂລກບູຮານ”
b ເບິ່ງຂອບ “ ພວກເອປີໂກຣຽວກັບພວກຊະໂຕອິກ”
c ອາເຣໂອປາໂຂຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງອະໂຄໂປລິດສ໌. ເປັນສະຖານທີ່ປະຊຸມເກົ່າແກ່ຂອງສະພາສຳຄັນຂອງຄົນອາແຖນ. ຄຳວ່າ “ອາເຣໂອປາໂຂ” ອາດໝາຍເຖິງສະພານັ້ນ ຫຼືບໍ່ກໍໝາຍເຖິງເນີນພູຢູ່ຫັ້ນ. ດັ່ງນັ້ນ ບັນດາຜູ້ຊ່ຽວຊານຈຶ່ງມີຄວາມເຫັນຕ່າງກັນວ່າ ໂປໂລຖືກພາໂຕໄປເນີນພູນີ້ຫຼືໄປໃກ້ໆຫຼືບໍ່ກໍໄປບ່ອນປະຊຸມຂອງສະພາໃນບ່ອນອື່ນ ບາງທີ່ອາດເປັນອາກໍຣາຫຼືຕະຫຼາດ.
d ຄຳພາສາກຣີກທີ່ໄດ້ຮັບການແປວ່າ “ໂລກ” ແມ່ນຄອດສ໌ມອດ ຄົນກຣີກໃຊ້ຄຳນີ້ເພື່ອໝາຍເຖິງເອກະພົບ. ເປັນໄປໄດ້ວ່າໂປໂລໃຊ້ຄຳນີ້ເພື່ອຊອກຫາຈຸດທີ່ເຫັນດີນຳຜູ້ຟັງຄົນກຣີກ.
e ໂປໂລໄດ້ຍົກມາຈາກບົດກາບກອນທາງດາລາສາດຊື່ຟີໂນມີນາ ທີ່ແຕ່ງໂດຍນັກແຕ່ງກາບກອນອະຣາທຸດເຊິ່ງເປັນພວກຊະໂຕອິກ. ຄຳເວົ້າຄ້າຍກັນນີ້ຍັງພົບໄດ້ໃນບົດຂຽນອື່ນໆທີ່ເປັນພາສາກຣີກ ລວມທັງບົດເພງສັນລະເສີນແກ່ຊູດສ໌ທີ່ແຕ່ງໂດຍຄຣີນເທດສ໌ເຊິ່ງເປັນພວກຊະໂຕອິກຄືກັນ.