ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

“ຊ່ວຍປະຊາຄົມຕ່າງໆ​ໃຫ້ເຂັ້ມແຂງຂຶ້ນ”

“ຊ່ວຍປະຊາຄົມຕ່າງໆ​ໃຫ້ເຂັ້ມແຂງຂຶ້ນ”

ຜູ້​ດູແລ​ເດີນທາງ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ມີ​ຄວາມ​ເຊື່ອ​ໝັ້ນຄົງ

ຈາກ​ກິດຈະການ 15:36–16:5

1-3. (ກ) ໃຜ​ເປັນ​ໝູ່​ຮ່ວມ​ເດີນທາງ​ຄົນ​ໃໝ່​ຂອງ​ໂປໂລ ແລະ​ລາວ​ເປັນ​ຄົນ​ແນວ​ໃດ? (ຂ) ເຮົາ​ຈະ​ໄດ້​ຮຽນ​ຫຍັງ​ໃນ​ບົດ​ນີ້?

 ຕອນ​ທີ່​ເດີນທາງ​ຜ່ານ​ເມືອງ​ຕ່າງໆ​ອັກຄະສາວົກ​ໂປໂລ​ແນມ​ເບິ່ງ​ພີ່ນ້ອງ​ຊາຍ​ໜຸ່ມ​ທີ່​ຍ່າງ​ຢູ່​ຂ້າງໆ​ລາວ ພີ່ນ້ອງ​ຊາຍ​ຄົນ​ນີ້​ແມ່ນ​ຕີໂມທຽວ. ຕີໂມທຽວ​ເປັນ​ຄົນ​ໜຸ່ມ​ທີ່​ມີ​ກຳລັງ​ວັງ​ຊາ ລາວ​ໜ້າ​ຈະ​ອາຍຸ​ເກືອບ 20 ປີ​ຫຼື​ບໍ່​ກໍ​ປະມານ 20 ປີ​ຕົ້ນໆ. ແຕ່​ລະ​ກ້າວ​ຂອງ​ການ​ເດີນທາງ​ຄັ້ງ​ໃໝ່​ນີ້ ທັງ​ສອງ​ຄົນ​ກໍ​ແຮ່ງ​ຫ່າງ​ອອກ​ຈາກ​ເມືອງ​ລີສະຕຣາ​ກັບ​ເມືອງ​ອີໂກນີອົນ​ອອກ​ໄປ​ເລື້ອຍໆ. ນີ້​ໝາຍ​ຄວາມ​ວ່າ​ຕີໂມທຽວ​ກໍ​ແຮ່ງ​ຢູ່​ໄກ​ຈາກ​ບ້ານ​ຂອງ​ລາວ​ຫຼາຍ​ຂຶ້ນ​ເລື້ອຍໆ. ການ​ເດີນທາງ​ຄັ້ງ​ນີ້​ຈະ​ເປັນ​ແນວ​ໃດ? ໂປໂລ​ພໍ​ຈະ​ຮູ້​ແນ່​ແລ້ວ ເພາະ​ນີ້​ເປັນ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ. ລາວ​ຮູ້​ວ່າ​ເຂົາເຈົ້າ​ຄື​ຊິ​ເຈິ​ອັນຕະລາຍ​ແລະ​ບັນຫາ​ຫຼາຍ​ຢ່າ​ງ. ແລ້ວ​ຕີໂມທຽວ​ທີ່​ເດີນທາງ​ມາ​ນຳ​ລາວ​ຈະ​ຮັບ​ມື​ໄດ້​ບໍ?

2 ໂປໂລ​ໝັ້ນໃຈ​ໃນ​ຕີໂມທຽວ ບາງ​ທີ​ຄວາມ​ໝັ້ນໃຈ​ນີ້​ອາດຈະ​ມີ​ຫຼາຍ​ກວ່າ​ທີ່​ຕີໂມທຽວ​ໝັ້ນໃຈ​ໃນ​ໂຕເອງ​ດ້ວຍ​ຊ້ຳ. ເຫດການ​ທີ່​ເກີດຂຶ້ນ​ກ່ອນ​ໜ້າ​ນີ້​ເຮັດ​ໃຫ້​ໂປໂລ​ຮູ້​ວ່າ​ລາວ​ຕ້ອງ​ມີ​ໝູ່​ຮ່ວມ​ເດີນທາງ​ທີ່​ເໝາະ​ສົມ. ໂປໂລ​ຮູ້​ວ່າ​ລາວ​ຕ້ອງ​ໄປ​ຢາມ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆ. ດັ່ງນັ້ນ ຄົນ​ທີ່​ເດີນທາງ​ມາ​ນຳ​ລາວ​ຕ້ອງ​ມີ​ຄວາມ​ຄິດ​ແລະ​ເປົ້າໝາຍ​ດຽວ​ກັນ. ເປັນ​ຫຍັງ​ໂປໂລ​ອາດ​ສົນໃຈ​ເລື່ອງ​ນີ້​ເປັນ​ພິເສດ? ເຫດຜົນ​ໜຶ່ງ​ອາດ​ເປັນ​ຍ້ອນ​ລາວ​ກັບ​ບາຣະນາບາ​ຫາກໍ​ຂັດ​ແຍ່ງ​ກັນ​ກ່ອນ​ໜ້າ​ນີ້​ຈົນ​ເຮັດ​ໃຫ້​ເຂົາເຈົ້າ​ຕ້ອງ​ແຍກ​ກັນ​ໄປ​ຄົນ​ລະ​ທາງ.

3 ໃນ​ບົດ​ນີ້ ເຮົາ​ຈະ​ໄດ້​ຮຽນ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຈັດການ​ກັບ​ຄວາມ​ຂັດ​ແຍ້​ງ. ນອກ​ຈາກນັ້ນ ເຮົາ​ຈະ​ໄດ້​ຮູ້​ວ່າ​ເປັນ​ຫຍັງ​ໂປໂລ​ຈຶ່ງ​ເລືອກ​ຕີໂມທຽວ​ໃຫ້​ເປັນ​ໝູ່​ຮ່ວມ​ເດີນທາງ ແລະ​ເຮົາ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ຜູ້​ດູແລ​ໝວດ​ໃນ​ທຸກ​ມື້​ນີ້​ກຳລັງ​ເຮັດ​ວຽກ​ຫຍັງ​ທີ່​ສຳຄັນ.

“ໄປ໋ ໄປ​ຢາມ​ພີ່ນ້ອງ” (ກິດຈະການ 15:36)

4. ໂປໂລ​ມີ​ເປົ້າໝາຍ​ຫຍັງ​ຕອນ​ທີ່​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ?

4 ໃນ​ບົດ​ກ່ອນ ເຮົາ​ໄດ້​ຮຽນ​ກ່ຽວກັບ​ວິທີ​ທີ່​ໂປໂລ ບາຣະນາບາ ຢູດາ ແລະ​ຊີລາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ຢູ່​ເມືອງ​ອັນຕີໂອເຂຍ​ໂດຍ​ການ​ບອກ​ຄຳ​ຕັດສິນ​ຂອງ​ຄະນະ​ກຳມະການ​ປົກຄອງ​ກ່ຽວກັບ​ປະເດັນ​ເລື່ອງ​ການ​ຮັບ​ສິນຕັດ. ຫຼັງ​ຈາກນັ້ນ​ໂປໂລ​ເຮັດ​ຫຍັງ? ໂປໂລ​ໄປ​ບອກ​ບາຣະນາບາ​ເລື່ອງ​ແຜນການ​ເດີນທາງ​ຄັ້ງ​ໃໝ່​ວ່າ: “ໄປ໋ ໄປ​ຢາມ​ພີ່ນ້ອງ​ໃນ​ທຸກ​ເມືອງ​ທີ່​ພວກ​ເຮົາ​ເຄີຍ​ປະກາດ​ຄຳສອນ​ຂອງ​ພະ​ເຢໂຫວາ ເພື່ອ​ຈະ​ຮູ້​ວ່າ​ພວກ​ເຂົາ​ເປັນ​ແນວ​ໃດ​ແດ່.” (ກຈກ. 15:36) ໂປໂລ​ບໍ່​ໄດ້​ເວົ້າ​ເຖິງ​ການ​ໄປ​ຢາມ​ເພື່ອ​ຈະ​ໄປ​ເຈິ​ພີ່ນ້ອງ​ໃໝ່​ເທົ່າ​ນັ້ນ. ປຶ້ມ​ກິດຈະການ​ຊ່ວຍ​ເຮົາ​ໃຫ້​ຮູ້​ເປົ້າໝາຍ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ ຂອງ​ໂປໂລ. ເປົ້າໝາຍ​ທຳອິດ​ແມ່ນ ລາວ​ຢາກ​ບອກ​ຄຳ​ຕັດສິນ​ຂອງ​ຄະນະ​ກຳມະການ​ປົກຄອງ​ຕາມ​ເມືອງ​ຕ່າງໆ​ທີ່​ລາວ​ເດີນທາງ​ໄປ. (ກຈກ. 16:4) ທີ​ສອງ ເນື່ອງ​ຈາກ​ໂປໂລ​ເປັນ​ຜູ້​ດູແລ​ເດີນທາງ ລາວ​ຈຶ່ງ​ຕັ້ງໃຈ​ໄປ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ​ແລະ​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ​ນຳ. (ຣມ. 1:11, 12) ອົງການ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພວກ​ອັກຄະສາວົກ​ແນວ​ໃດ?

5. ຄະນະ​ກຳມະການ​ປົກຄອງ​ໃນ​ທຸກ​ມື້​ນີ້​ໄດ້​ຊີ້ນຳ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆ​ແນວ​ໃດ?

5 ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ໃຊ້​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ເພື່ອ​ຊີ້ນຳ​ປະຊາຄົມ​ຂອງ​ເພິ່ນ. ຜູ້​ຖືກ​ເຈີມ​ທີ່​ສັດຊື່​ເຫຼົ່າ​ນີ້​ໄດ້​ໃຫ້​ການ​ຊີ້ນຳ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທຸກ​ປະຊາຄົມ​ທີ່​ຢູ່​ທົ່ວ​ໂລກ​ໂດຍ​ທາງ​ຈົດໝາຍ ປຶ້ມ​ແລະ​ສິ່ງພິມ​ຕ່າງໆ​ທັງ​ແບບ​ເປັນ​ຫົວ​ແລະ​ແບບ​ອອນລາຍ ທາງ​ການ​ປະຊຸມ ແລະ​ໂດຍ​ທາງ​ອື່ນໆ. ນອກ​ຈາກນັ້ນ ຄະນະ​ກຳມະການ​ປົກຄອງ​ຍັງ​ພະຍາຍາມ​ຕິດຕໍ່​ກັບ​ແຕ່​ລະ​ປະຊາຄົມ​ໂດຍ​ຈັດ​ໃຫ້​ມີ​ຜູ້​ດູແລ​ເດີນທາງ​ໄປ​ຢາມ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆ. ຜູ້​ດູແລ​ທີ່​ມີ​ຄຸນສົມບັດ​ເຫຼົ່າ​ນີ້​ມີ​ຈຳນວນ​ຫຼາຍ​ພັນ​ຄົນ​ທົ່ວ​ໂລກ ເຂົາເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໂດຍ​ກົງ​ຈາກ​ຄະນະ​ກຳມະການ​ປົກຄອງ​ໃຫ້​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ.

6, 7. ຜູ້​ດູແລ​ໝວດ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່?

6 ຜູ້​ດູແລ​ໝວດ​ສົນໃຈ​ພີ່ນ້ອງ​ແລະ​ໃຫ້​ກຳລັງ​ທຸກ​ຄົນ​ໃນ​ປະຊາຄົມ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ເຂົາເຈົ້າ​ເຮັດ​ແນວ​ໃດ? ຜູ້​ດູແລ​ໝວດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຜູ້​ດູແລ​ເດີນທາງ​ໃນ​ອະດີດ ເຊັ່ນ: ຕົວຢ່າງ​ຂອງ​ໂປໂລ. ໂປໂລ​ໄດ້​ບອກ​ຕີໂມທຽວ​ທີ່​ເປັນ​ຜູ້​ດູແລ​ເດີນທາງ​ວ່າ: “ໃຫ້​ປະກາດ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຈິງ​ຈັງ ທັງ​ໃນ​ຕອນ​ທີ່​ສະດວກ​ແລະ​ຕອນ​ທີ່​ລຳບາກ ໃຫ້​ຕັກ​ເຕືອນ ຕຳໜິ ແລະ​ໂນ້ມນ້າວ ແຕ່​ໃຫ້​ເຮັດ​ແບບ​ນັ້ນ​ດ້ວຍ​ຄວາມ​ອົດ​ກັ້ນ​ແລະ​ດ້ວຍ​ການ​ສອນ​ຢ່າງ​ຊຳນິ​ຊຳນານ.”—2ຕມ. 4:2, 5

7 ຈາກ​ຄຳເວົ້າ​ຂອງ​ໂປໂລ​ເຮົາ​ເຫັນ​ວ່າ ຖ້າ​ຜູ້​ດູແລ​ໝວດ​ແຕ່ງດອງ​ແລ້ວ ລາວ​ກັບ​ເມຍ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຜູ້​ປະກາດ​ທ້ອງຖິ່ນ​ໃນ​ວຽກ​ປະກາດ​ຫຼາຍ​ຮູບແບບ. ຍ້ອນ​ຜູ້​ດູແລ​ໝວດ​ເປັນ​ຜູ້​ສອນ​ທີ່​ເກັ່ງ​ແລະ​ຮັກ​ວຽກ​ປະກາດ ຕົວຢ່າງ​ຂອງ​ເຂົາເຈົ້າ​ຈຶ່ງ​ກະຕຸ້ນ​ພີ່ນ້ອງ​ໃຫ້​ຢາກ​ເຮັດ​ຕາມ. (ຣມ. 12:11; 2ຕມ. 2:15) ຜູ້​ດູແລ​ໝວດ​ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນ​ແກ່​ໂຕ ເຂົາເຈົ້າ​ເຕັມໃຈ​ໃຫ້​ເວລາ​ແລະ​ກຳລັງ​ເພື່ອ​ຮັບໃຊ້​ຄົນ​ອື່ນ. ເຂົາເຈົ້າ​ເຕັມໃຈ​ເດີນທາງ​ທັງໆ​ທີ່​ສະພາບ​ອາກາດ​ບໍ່​ດີ​ຫຼື​ຢູ່​ໃນ​ເຂດ​ທີ່​ອັນຕະລາຍ. (ຟລປ. 2:3, 4) ນອກ​ຈາກນັ້ນ ຜູ້​ດູແລ​ໝວດ​ຍັງ​ໃຫ້​ກຳລັງ​ໃຈ ສອນ ແລະ​ໃຫ້​ຄຳ​ແນະນຳ​ແຕ່​ລະ​ປະຊາຄົມ​ໂດຍ​ຄຳ​ບັນລະຍາຍ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ. ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ສັງເກດ​ເບິ່ງ​ຕົວຢ່າງ​ທີ່​ດີ​ຂອງ​ຜູ້​ດູແລ​ໝວດ​ແລະ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ.—ຮຣ. 13:7

“ຖຽງ​ກັນ” (ກິດຈະການ 15:37-41)

8. ບາຣະນາບາ​ຕອບ​ຮັບ​ແນວ​ໃດ​ຕອນ​ທີ່​ໂປໂລ​ຊວນ​ລາວ​ໃຫ້​ເດີນທາງ​ໄປ​ນຳ​ກັນ?

8 ບາຣະນາບາ​ເຫັນດີ​ກັບ​ໂປໂລ​ທີ່​ຈະ “ໄປ​ຢາມ​ພີ່ນ້ອງ.” (ກຈກ. 15:36) ກ່ອນ​ໜ້າ​ນີ້ ເຂົາເຈົ້າ​ເຮັດ​ວຽກ​ນຳ​ກັນ​ເປັນ​ຢ່າງ​ດີ ແລະ​ຮູ້​ຈັກ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆ​ຢູ່​ແລ້ວ. (ກຈກ. 13:2–14:28) ດັ່ງນັ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ເຂົາເຈົ້າ​ຈະ​ເຮັດ​ວຽກ​ນຳ​ກັນ​ອີກ​ເທື່ອ​ໜຶ່ງ ແຕ່​ພັດ​ມີ​ບັນຫາ​ເກີດຂຶ້ນ. ກິດຈະການ 15:37 ບອກ​ວ່າ: “ບາຣະນາບາ​ຕັ້ງໃຈ​ຈະ​ພາ​ໂຢຮັນ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ.” ບາຣະນາບາ​ບໍ່​ໄດ້​ສະເໜີ​ຄວາມ​ຄິດ​ເຫັນ​ວ່າ​ລາວ​ຈະ​ເຮັດ​ແບບ​ນັ້ນ ແຕ່​ລາວ “ຕັ້ງໃຈ” ໃຫ້​ມາຣະໂກ​ເຊິ່ງ​ເປັນ​ລູກ​ອ້າຍ​ລູກ​ນ້ອງ​ຂອງ​ລາວ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ເທື່ອ​ນີ້​ນຳ.

9. ເປັນ​ຫຍັງ​ໂປໂລ​ບໍ່​ເຫັນດີ​ກັບ​ບາຣະນາບາ?

9 ເປັນ​ຫຍັງ​ໂປໂລ​ບໍ່​ເຫັນດີ? ຄຳພີ​ໄບເບິນ​ບອກ​ວ່າ: “ໂປໂລ​ບໍ່​ຢາກ​ໃຫ້​ໄປ ຍ້ອນ​ມາຣະໂກ​ເຄີຍ​ປະຖິ້ມ​ພວກ​ເຂົາ​ຢູ່​ແຂວງ​ປຳຟີເລຍ​ແລະ​ບໍ່​ໄດ້​ໄປ​ຊ່ວຍ​ພວກ​ເຂົາ​ປະກາດ.” (ກຈກ. 15:38) ມາຣະໂກ​ເຄີຍ​ເດີນທາງ​ໄປ​ກັບ​ໂປໂລ​ແລະ​ບາຣະນາບາ​ໃນ​ການ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທຳອິດ ແຕ່​ລາວ​ບໍ່​ໄດ້​ຢູ່​ຈົນ​ຈົບ​ການ​ເດີນທາງ. (ກຈກ. 12:25; 13:13) ໃນ​ໄລຍະ​ຕົ້ນໆ​ຂອງ​ການ​ເດີນທາງ​ທີ່​ຢູ່​ໃນ​ແຂວງ​ປຳຟີເລຍ ມາຣະໂກ​ໄດ້​ຖິ້ມ​ວຽກ​ມອບໝາຍ​ແລະ​ກັບ​ເມືອ​ບ້ານ​ຢູ່​ເຢຣູຊາເລັມ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຫດຜົນ​ທີ່​ລາວ​ເຮັດ​ແບບ​ນັ້ນ ແຕ່​ໂປໂລ​ອາດຈະ​ເບິ່ງ​ວ່າ​ສິ່ງ​ທີ່​ມາຣະໂກ​ເຮັດ​ເປັນ​ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ. ໂປໂລ​ອາດ​ບໍ່​ແນ່​ໃຈ​ແລ້ວ​ວ່າ​ລາວ​ຈະ​ເພິ່ງ​ມາຣະໂກ​ໄດ້​ຫຼື​ບໍ່.

10. ເກີດ​ຫຍັງ​ຂຶ້ນ​ເມື່ອ​ໂປໂລ​ກັບ​ບາຣະນາບາ​ຂັດ​ແຍ່ງ​ກັນ?

10 ເຖິງ​ຈະ​ເປັນ​ແນວ​ນັ້ນ ບາຣະນາບາ​ກໍ​ຍັງ​ຢືນຢັນ​ວ່າ​ຈະ​ພາ​ມາຣະໂກ​ໄປ​ນຳ. ສ່ວນ​ໂປໂລ​ກໍ​ຢືນຢັນ​ວ່າ​ຈະ​ບໍ່​ໃຫ້​ໄປ​ນຳ. ກິດຈະການ 15:39 ບອກ​ວ່າ: “ໂປໂລ​ກັບ​ບາຣະນາບາ​ຖຽງ​ກັນ​ແລະ​ໃຈ​ຮ້າຍ​ໃຫ້​ກັນ​ຈົນ​ຕ້ອງ​ແຍກ​ໄປ​ຄົນ​ລະ​ທາງ.” ບາຣະນາບາ​ພາ​ມາຣະໂກ​ຂຶ້ນ​ເຮືອ​ກັບ​ໄປ​ບ້ານ​ຂອງ​ລາວ​ທີ່​ຢູ່​ເກາະ​ໄຊປຣັດ. ໂປໂລ​ກໍ​ເຮັດ​ວຽກ​ຕໍ່​ໄປ​ຕາມ​ແຜນທີ່​ວາງ​ໄວ້. ຄຳພີ​ໄບເບິນ​ບອກ​ວ່າ: “ໂປໂລ​ໄດ້​ເລືອກ​ຊີລາ​ໃຫ້​ໄປ​ນຳ ເມື່ອ​ພວກ​ພີ່ນ້ອງ​ອະທິດຖານ​ຝາກ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເບິ່ງແຍງ​ໂປໂລ​ແລ້ວ ໂປໂລ​ກໍ​ອອກ​ເດີນທາງ.” (ກຈກ. 15:40) ເຂົາເຈົ້າ​ເດີນທາງ “ໄປ​ທົ່ວ​ແຂວງ​ຊີເຣຍ​ກັບ​ແຂວງ​ກີລີເກຍ ແລະ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.”—ກຈກ. 15:41

11. ຖ້າ​ມີ​ຄວາມ​ຂັດ​ແຍ່ງ​ເກີດຂຶ້ນ​ລະຫວ່າງ​ພີ່ນ້ອງ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກັບ​ມາ​ເປັນ​ໝູ່​ກັນ​ຄື​ເກົ່າ?

11 ເລື່ອງ​ນີ້​ອາດ​ເຕືອນ​ເຮົາ​ໃຫ້​ນຶກ​ເຖິງ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕ​ເຮົາ​ເອງ. ໂປໂລ​ກັບ​ບາຣະນາບາ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຕົວແທນ​ພິເສດ​ຂອງ​ຄະນະ​ກຳມະການ​ປົກຄອງ ແລະ​ເບິ່ງ​ຄື​ວ່າ​ໂປໂລ​ກໍ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຄະນະ​ກຳມະການ​ປົກຄອງ​ໃນ​ເວລາ​ຕໍ່​ມາ. ແຕ່​ໃນ​ເຫດການ​ນີ້ ທັງ​ໂປໂລ​ແລະ​ບາຣະນາບາ​ເຮັດ​ຕາມ​ແນວ​ໂນ້ມ​ຂອງ​ຄົນ​ບໍ່​ສົມບູນແບບ. ແລ້ວ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ກັບ​ມາ​ເປັນ​ໝູ່​ກັນ​ອີກ​ບໍ? ເຖິງ​ຈະ​ບໍ່​ສົມບູນແບບ ແຕ່​ໂປໂລ​ກັບ​ບາຣະນາບາ​ກໍ​ເປັນ​ຄົນ​ຖ່ອມ​ແລະ​ມີ​ຈິດ​ໃຈ​ແບບ​ພະຄລິດ. ໃນ​ທີ່​ສຸດ ເຂົາເຈົ້າ​ກໍ​ໃຫ້​ອະໄພ​ກັນ​ແລະ​ກັບ​ມາ​ເປັນ​ໝູ່​ກັນ​ຄື​ເກົ່າ. (ອຟຊ. 4:1-3) ຕໍ່​ມາ ໂປໂລ​ກັບ​ມາຣະໂກ​ກໍ​ໄດ້​ເຮັດ​ວຽກ​ນຳ​ກັນ​ອີກ. aກລຊ. 4:10

12. ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ຄວນ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ກັບ​ບາຣະນາບາ​ແນວ​ໃດ?

12 ທີ່ຈິງ​ປົກກະຕິ​ແລ້ວ​ໂປໂລ​ກັບ​ບາຣະນາບາ​ບໍ່​ໄດ້​ເປັນ​ຄົນ​ອາລົມ​ຮ້ອນ​ແບບ​ນັ້ນ. ບາຣະນາບາ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ​ແລະ​ເອື້ອເຟື້ອ​ເພື່ອ​ແຜ່​ຈົນ​ພວກ​ພີ່ນ້ອງ​ບໍ່​ໄດ້​ເອີ້ນ​ລາວ​ວ່າ​ໂຢເຊັບ​ເຊິ່ງ​ເປັນ​ຊື່​ແທ້​ຂອງ​ລາວ ແຕ່​ເອີ້ນ​ລາວ​ວ່າ​ບາຣະນາບາ​ເຊິ່ງ​ໝາຍເຖິງ “ຜູ້​ໃຫ້​ກຳລັງ​ໃຈ.” (ກຈກ. 4:36) ໂປໂລ​ກໍ​ຄື​ກັນ ລາວ​ເປັນ​ຄົນ​ອ່ອນໂຍນ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ. (1ທຊ. 2:7, 8) ທັງ​ຜູ້​ດູແລ​ແລະ​ຜູ້​ດູແລ​ໝວດ​ໃນ​ທຸກ​ມື້​ນີ້​ກໍ​ຄວນ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ກັບ​ບາຣະນາບາ​ໂດຍ​ເປັນ​ຄົນ​ຖ່ອມຕົວ​ແລະ​ປະຕິບັດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ດ້ວຍ​ຄວາມ​ຮັກ​ແລະ​ກະລຸນາ.—1ປຕ. 5:2, 3

“ເວົ້າ​ເຖິງ​ຕີໂມທຽວ​ໃນ​ແງ່​ດີ” (ກິດຈະການ 16:1-3)

13, 14. (ກ) ຕີໂມທຽວ​ແມ່ນ​ໃຜ ແລະ​ໂປໂລ​ອາດ​ເຈິ​ລາວ​ຕອນ​ໃດ? (ຂ) ສິ່ງ​ໃດ​ເຮັດ​ໃຫ້​ໂປໂລ​ສັງເກດ​ເບິ່ງ​ຕີໂມທຽວ​ເປັນ​ພິເສດ? (ຄ) ຕີໂມທຽວ​ໄດ້​ຮັບ​ວຽກ​ມອບໝາຍ​ຫຍັງ?

13 ໃນ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ ໂປໂລ​ໄປ​ຢາມ​ແຂວງ​ຄາລາເຕຍ​ຂອງ​ໂຣມ. ຢູ່​ຫັ້ນ​ມີ​ການ​ກໍ່​ຕັ້ງ​ບາງ​ປະຊາຄົມ​ແລ້ວ ໃນ​ທີ່​ສຸດ “ໂປໂລ​ເດີນທາງ​ໄປ​ຮອດ​ເມືອງ​ເດຣະເບ​ແລະ​ເມືອງ​ລີສະຕຣາ.” ຄຳພີ​ໄບເບິນ​ບອກ​ວ່າ: “ຢູ່​ຫັ້ນ​ມີ​ລູກສິດ​ຄົນ​ໜຶ່ງ​ຊື່​ຕີໂມທຽວ ແມ່​ຂອງ​ລາວ​ເປັນ​ຄົນ​ຢິວ​ທີ່​ມີ​ຄວາມ​ເຊື່ອ ແຕ່​ພໍ່​ເປັນ​ຄົນ​ກຣີກ.”—ກຈກ. 16:1 b

14 ເບິ່ງ​ຄື​ວ່າ​ໂປໂລ​ໄດ້​ເຈິ​ກັບ​ຄອບຄົວ​ຂອງ​ຕີໂມທຽວ​ຕອນ​ທີ່​ເດີນທາງ​ໄປ​ເຂດ​ນັ້ນ​ເທື່ອ​ທຳອິດ​ປະມານ​ປີ 47. ສອງ​ສາມ​ປີ​ຕໍ່​ມາ​ໃນ ລະຫວ່າງ​ການ​ຢາມ​ເທື່ອ​ທີສອງ ໂປໂລ​ໄດ້​ສັງເກດ​ເບິ່ງ​ຕີໂມທຽວ​ເປັນ​ພິເສດ. ຍ້ອນຫຍັງ? ຍ້ອນ “ພີ່ນ້ອງ . . . ເວົ້າ​ເຖິງ​ຕີໂມທຽວ​ໃນ​ແງ່​ດີ.” ຕີໂມທຽວ​ມີ​ຊື່​ສຽງ​ໃນ​ປະຊາຄົມ​ຂອງ​ລາວ​ແລະ​ປະຊາຄົມ​ທີ່​ຢູ່​ໃກ້ໆ​ນຳ. ໃນ​ປຶ້ມ​ກິດຈະການ​ບອກ​ວ່າ​ພີ່ນ້ອງ​ທັງ​ໃນ​ເມືອງ​ລີສະຕຣາ​ແລະ​ເມືອງ​ອີໂກນີອົນ​ເຊິ່ງ​ຢູ່​ຫ່າງ​ອອກ​ໄປ​ປະມານ 10 ກິໂລແມັດ​ໄດ້​ເວົ້າ​ເຖິງ​ຕີໂມທຽວ​ໃນ​ທາງ​ທີ່​ດີ. (ກຈກ. 16:2) ໂດຍ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ ຜູ້​ດູແລ​ໄດ້​ມອບໝາຍ​ໃຫ້​ຕີໂມທຽວ​ເຮັດ​ໜ້າທີ່​ທີ່​ສຳຄັນ ນັ້ນ​ກໍ​ຄື​ການ​ເປັນ​ຜູ້​ດູແລ​ເດີນທາງ ແລະ​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ແລະ​ຊີລາ.—ກຈກ. 16:3

15, 16. ສິ່ງ​ໃດ​ເຮັດ​ໃຫ້​ຕີໂມທຽວ​ມີ​ຊື່​ສຽງ​ທີ່​ດີ?

15 ເປັນ​ຫຍັງ​ຕີໂມທຽວ​ຈຶ່ງ​ມີ​ຊື່​ສຽງ​ດີ​ແບບ​ນັ້ນ​ທັງໆ​ທີ່​ອາຍຸ​ໜ້ອຍ? ເປັນ​ຍ້ອນ​ລາວ​ສະຫຼາດ ໜ້າ​ຕາ​ດີ​ແລະ​ມີ​ຄວາມ​ສາມາດ​ພິເສດ​ບາງ​ຢ່າງ​ບໍ? ຄົນ​ເຮົາ​ມັກ​ຈະ​ປະທັບໃຈ​ກັບ​ຄຸນລັກສະນະ​ເຫຼົ່າ​ນີ້. ມີ​ເທື່ອ​ໜຶ່ງ ແມ່ນ​ແຕ່​ຜູ້​ພະຍາກອນ​ຊາມູເອນ​ກໍ​ຍັງ​ຄິດ​ຜິດ ລາວ​ເບິ່ງ​ແຕ່​ຮູບ​ຮ່າງ​ໜ້າ​ຕາ​ພາຍ​ນອກ ແຕ່​ພະ​ເຢໂຫວາ​ເຕືອນ​ຊາມູເອນ​ວ່າ: “ເຮົາ​ບໍ່​ໄດ້​ເບິ່ງ​ຄື​ກັບ​ທີ່​ມະນຸດ​ເບິ່ງ. ມະນຸດ​ເບິ່ງ​ໜ້າ​ຕາ​ພາຍ​ນອກ ແຕ່​ພະ​ເຢໂຫວາ​ເບິ່ງ​ຫົວໃຈ.” (1ຊມ. 16:7, ລ.ມ) ດັ່ງນັ້ນ ການ​ທີ່​ພີ່ນ້ອງ​ເບິ່ງ​ຕີໂມທຽວ​ໃນ​ແງ່​ດີ​ບໍ່​ໄດ້​ເປັນ​ຍ້ອນ​ສິ່ງ​ທີ່​ເຫັນ​ໃນ​ພາຍ​ນອກ ແຕ່​ເປັນ​ຄຸນລັກສະນະ​ທີ່​ດີ​ຂອງ​ລາວ​ທີ່​ຢູ່​ພາຍ​ໃນ.

16 ຫຼາຍ​ປີ​ຕໍ່​ມາ ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ເຖິງ​ຄຸນລັກສະນະ​ທີ່​ດີ​ຂອງ​ຕີໂມທຽວ. ໂປໂລ​ບອກ​ວ່າ​ຕີໂມທຽວ​ມີ​ນ້ຳໃຈ​ທີ່​ດີ ມີ​ຄວາມ​ຮັກ​ແບບ​ເສຍ​ສະລະ ແລະ​ດຸ​ໝັ່ນ​ເຮັດ​ວຽກ​ເພື່ອ​ພີ່ນ້ອງ​ໃນ​ປະຊາຄົມ. (ຟລປ. 2:20-22) ນອກ​ຈາກນັ້ນ ຕີໂມທຽວ​ຍັງ​ເປັນ​ທີ່​ຮູ້​ຈັກ​ວ່າ​ມີ “ຄວາມ​ເຊື່ອ​ທີ່​ມາ​ຈາກ​ໃຈ​ຈິງ.”—2ຕມ. 1:5

17. ໄວລຸ້ນ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ຕີໂມທຽວ​ໄດ້​ແນວ​ໃດ?

17 ໃນ​ທຸກ​ມື້​ນີ້ ພີ່ນ້ອງ​ໄວລຸ້ນ​ຫຼາຍ​ຄົນ​ຮຽນ​ແບບ​ຕີໂມທຽວ ເຂົາເຈົ້າ​ພັດທະນາ​ຄຸນລັກສະນະ​ຕ່າງໆ​ທີ່​ພະເຈົ້າ​ພໍໃຈ. ເມື່ອ​ເຮັດ​ແບບ​ນີ້ ເຂົາເຈົ້າ​ກໍ​ກຳລັງ​ສ້າງ​ຊື່​ສຽງ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະ​ກັບ​ຄົນ​ຂອງ​ເພິ່ນ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ອາຍຸ​ໜ້ອຍ​ກໍ​ຕາມ. (ສຸພາ. 22:1; 1ຕມ. 4:15) ເຂົາເຈົ້າ​ສະແດງ​ຄວາມ​ເຊື່ອ​ຈາກ​ໃຈ​ຈິງ ແລະບໍ່​ໄດ້​ໃຊ້​ຊີວິດ​ແບບ​ໜຶ່ງ​ຕອນ​ທີ່​ຢູ່​ກັບ​ພີ່ນ້ອງ​ແລະ​ໃນ​ອີກ​ແບບ​ໜຶ່ງ​ຕອນ​ທີ່​ຢູ່​ກັບ​ຄົນ​ອື່ນ. (ເພງ. 26:4) ຜົນ​ກໍ​ຄື ພີ່ນ້ອງ​ໄວລຸ້ນ​ຫຼາຍ​ຄົນ​ເປັນ​ຄື​ກັບ​ຕີໂມທຽວ ເຂົາເຈົ້າ​ມີ​ຄ່າ ສຳລັບ​ພີ່ນ້ອງ​ໃນ​ປະຊາຄົມ. ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ເຫັນ​ພີ່ນ້ອງ​ເຫຼົ່າ​ນີ້​ມີ​ຄຸນສົມບັດ​ເປັນ​ຜູ້​ປະກາດ ຈາກນັ້ນ​ກໍ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ!

“ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ” (ກິດຈະການ 16:4, 5)

18. (ກ) ໂປໂລ​ກັບ​ຕີໂມທຽວ​ໄດ້​ຮັບ​ສິດທິ​ພິເສດ​ຫຍັງ​ຕອນ​ທີ່​ເຮັດ​ວຽກ​ເປັນ​ຜູ້​ດູແລ​ເດີນທາງ? (ຂ) ປະຊາຄົມ​ຕ່າງໆ​ໄດ້​ຮັບ​ປະໂຫຍດ​ຫຍັງ?

18 ໂປໂລ​ກັບ​ຕີໂມທຽວ​ເຮັດ​ວຽກ​ຮ່ວມ​ກັນ​ເປັນ​ເວລາ​ຫຼາຍ​ປີ. ທັງ​ສອງ​ຄົນ​ເປັນ​ຜູ້​ດູແລ​ເດີນທາງ​ແລະ​ເຮັດ​ໜ້າທີ່​ຕ່າງໆ​ທີ່​ຄະນະ​ກຳມະການ​ປົກຄອງ​ມອບໝາຍ. ຄຳພີ​ໄບເບິນ​ບອກ​ວ່າ: “ໂປໂລ​ກັບ​ພວກ​ໝູ່​ເດີນທາງ​ໄປ​ເມືອງ​ຕ່າງໆ​ເພື່ອ​ແຈ້ງ​ຄຳ​ຕັດສິນ​ຂອງ​ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ດູແລ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ພີ່ນ້ອງ​ທີ່​ຢູ່​ຫັ້ນ​ຮູ້​ເພື່ອ​ພວກ​ເຂົາ​ຈະ​ເຮັດ​ຕາມ.” (ກຈກ. 16:4) ເຫັນ​ໄດ້​ແຈ້ງ​ວ່າ​ປະຊາຄົມ​ຕ່າງໆ​ໄດ້​ເຮັດ​ຕາມ​ການ​ຊີ້ນຳ​ຈາກ​ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ດູແລ​ໃນ​ເມືອງ​ເຢຣູຊາເລັມ. ການ​ເຊື່ອຟັງ​ແບບ​ນີ້​ເຮັດ​ໃຫ້ ‘ປະຊາຄົມ​ຕ່າງໆ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄົນ​ເຂົ້າ​ມາ​ເຊື່ອ​ເພີ່ມ​ຂຶ້ນ​ທຸກ​ມື້.’—ກຈກ. 16:5

19, 20. ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ເຊື່ອຟັງ “ຄົນ​ທີ່​ນຳໜ້າ”?

19 ຄ້າຍ​ກັນ​ໃນ​ທຸກ​ມື້​ນີ້ ຖ້າ​ເຮົາ​ເຕັມໃຈ​ເຊື່ອຟັງ​ການ​ຊີ້ນຳ​ທີ່​ໄດ້​ຮັບ​ຈາກ “ຄົນ​ທີ່​ນຳໜ້າ” ພະ​ເຢໂຫວາ​ກໍ​ຈະ​ອວຍພອນ​ປະຊາຄົມ. (ຮຣ. 13:17) ເນື່ອງ​ຈາກ​ໂລກ​ນີ້​ປ່ຽນ​ສາກ​ໄປ​ເລື້ອຍໆ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ສົນໃຈ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ທີ່​ມາ​ຈາກ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” (ມທ. 24:45; 1ກຣ. 7:29-31) ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຢູ່​ສະເໝີ ແລະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ຈາກ​ສິ່ງ​ທີ່​ບໍ່​ດີ​ຂອງ​ໂລກ​ນີ້.—ຢກບ. 1:27

20 ທີ່ຈິງ ຜູ້​ດູແລ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້​ແລະ​ຄະນະ​ກຳມະການ​ປົກຄອງ​ເປັນ​ຄົນ​ບໍ່​ສົມບູນແບບ​ຄື​ກັບ​ໂປໂລ ບາຣະນາບາ ມາຣະໂກ​ແລະ​ຜູ້​ດູແລ​ທີ່​ຖືກ​ເຈີມ​ຄົນ​ອື່ນໆ​ໃນ​ສະຕະວັດ​ທຳອິດ. (ຣມ. 5:12; ຢກບ. 3:2) ແຕ່​ເນື່ອງ​ຈາກ​ຄະນະ​ກຳມະການ​ປົກຄອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຢ່າງ​ໃກ້ຊິດ ແລະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ອັກຄະສາວົກ​ໃນ​ສະຕະວັດ​ທຳອິດ ເຮົາ​ຈຶ່ງ​ໄວ້ໃຈ​ເຂົາເຈົ້າ​ໄດ້​ແນ່ນອນ. (2ຕມ. 1:13, 14) ການ​ທີ່​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ປະຊາຄົມ​ຕ່າງໆ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ.