ບົດທີ 17
‘ໂປໂລຍົກເຫດຜົນຈາກພະຄຳພີມາລົມກັບພວກຢິວ’
ເພື່ອເຮົາຈະເປັນຄູທີ່ດີ ເຮົາຕ້ອງໃຊ້ຄຳພີໄບເບິນເປັນຫຼັກໃນການສອນຂອງເຮົາແລະເຮົາຈະໄດ້ເບິ່ງຕົວຢ່າງທີ່ດີຂອງຄົນເບເຣຍ
ຈາກກິດຈະການ 17:1-15
1, 2. ໃຜເດີນທາງຈາກເມືອງຟີລິບປອຍໄປເມືອງເທຊະໂລນິກ ແລະເຂົາເຈົ້າອາດຄິດເຖິງຫຍັງແດ່?
ວິສະວະກອນຄົນໂຣມທີ່ມີຄວາມສາມາດໄດ້ສ້າງເສັ້ນທາງຫຼວງທີ່ສຳຄັນເຊິ່ງຕັດຜ່ານພູສູງຕ່ຳ. ຕາມທາງເສັ້ນນີ້ ບາງຄັ້ງຜູ້ຄົນມັກຈະໄດ້ຍິນສຽງຮ້ອງຂອງລາ ສຽງລໍ້ລົດມ້າກະທົບແຜ່ນຫີນໜາທີ່ປູພື້ນ ແລະສຽງລົມກັນຂອງຄົນທີ່ເດີນທາງບໍ່ວ່າຈະເປັນທະຫານ ພໍ່ຄ້າ ແລະຊ່າງ. ທັງໂປໂລ ຊີລາ ແລະຕີໂມທຽວໄດ້ເດີນທາງຫຼາຍກວ່າ 130 ກິໂລແມັດໄປຕາມເສັ້ນທາງຫຼວງນີ້. ເຂົາເຈົ້າເດີນທາງຈາກເມືອງຟີລິບປອຍໄປຮອດເມືອງເທຊະໂລນິກ. ການເດີນທາງຄັ້ງນີ້ອາດບໍ່ສະດວກສະບາຍປານໃດໂດຍສະເພາະກັບໂປໂລແລະຊີລາເພາະເຂົາເຈົ້າຍັງມີບາດແຜທີ່ຖືກຕີດ້ວຍໄມ້ໃນເມືອງຟີລິບປອຍ.—ກຈກ. 16:22, 23
2 ເຂົາເຈົ້າທັງສາມຄົນອົດທົນກັບການເດີນທາງທີ່ຍາວໄກທີ່ຢູ່ທາງໜ້າແບບນີ້ໄດ້ແນວໃດ? ການລົມກັນລະຫວ່າງເດີນທາງຊ່ວຍເຂົາເຈົ້າໄດ້ຫຼາຍແທ້ໆ. ເຂົາເຈົ້າຄືຊິຄິດເຖິງປະສົບການທີ່ໜ້າຕື່ນເຕັ້ນທີ່ຫາກໍເກີດຂຶ້ນຢູ່ເມືອງຟີລິບປອຍ. ຕອນນັ້ນຜູ້ຄຸມຄຸກກັບຄອບຄົວຂອງລາວໄດ້ເຂົ້າມາເປັນຄລິດສະຕຽນ ປະສົບການນັ້ນຄືຊິເຮັດໃຫ້ທັງສາມຄົນມີຄວາມຕັ້ງໃຈຫຼາຍຂຶ້ນທີ່ຈະປະກາດຖ້ອຍຄຳຂອງພະເຈົ້າຕໍ່ໄປ. ແນວໃດກໍຕາມ ຕອນໃກ້ຈະຮອດເມືອງເທຊະໂລນິກເຊິ່ງຢູ່ແຄມຝັ່ງທະເລ ເຂົາເຈົ້າຄືຊິຢາກຮູ້ວ່າຄົນຢິວໃນເມືອງນັ້ນຈະເຮັດຫຍັງກັບເຂົາເຈົ້າ ເຂົາເຈົ້າຈະຖືກທຳຮ້າຍ ຫຼືເຖິງຂັ້ນຖືກຕີຄືກັບທີ່ເຈິໃນເມືອງຟີລິບປອຍບໍ?
3. ເຮົາໄດ້ຮຽນຫຍັງຈາກວິທີທີ່ໂປໂລມີຄວາມກ້າເພື່ອຈະປະກາດຕໍ່ໄປໄດ້?
3 ຕໍ່ມາ ໂປໂລໄດ້ເວົ້າເຖິງຄວາມຮູ້ສຶກຂອງລາວໃນຈົດໝາຍທີ່ຂຽນເຖິງຄລິດສະຕຽນໃນເມືອງເທຊະໂລນິກວ່າ: “ເຖິງວ່າຕອນທຳອິດ ພວກເຮົາຕ້ອງທົນທຸກແລະຖືກດູຖູກຢຽດຫຍາມໃນເມືອງຟີລິບປອຍແບບທີ່ພວກເຈົ້າຮູ້ ແຕ່ພວກເຮົາກໍລວບລວມຄວາມກ້າດ້ວຍຄວາມຊ່ວຍເຫຼືອຈາກພະເຈົ້າຂອງພວກເຮົາ ແລ້ວໄປບອກຂ່າວດີຂອງພະອົງກັບພວກເຈົ້າທັງໆທີ່ເຈິການຕໍ່ຕ້ານຢ່າງໜັກ.” (1ທຊ. 2:2) ຈາກຄຳເວົ້ານີ້ອາດຊ່ວຍເຮົາໃຫ້ຮູ້ວ່າ ໂປໂລເອງກໍຮູ້ສຶກຢ້ານທີ່ຈະເຂົ້າໄປໃນເມືອງເທຊະໂລນິກໂດຍສະເພາະຕອນທີ່ລາວນຶກເຖິງເຫດການທີ່ເກີດຂຶ້ນໃນເມືອງຟີລິບປອຍ. ເຈົ້າເຂົ້າໃຈຄວາມຮູ້ສຶກຂອງໂປໂລບໍ? ເຈົ້າເຄີຍຮູ້ສຶກບໍວ່າເຈົ້າຕ້ອງເຈິກັບບັນຫາຫຼາຍຢ່າງເພື່ອຈະປະກາດຂ່າວດີ? ໂປໂລເພິ່ງກຳລັງຈາກພະເຢໂຫວາ ແລະຂໍໃຫ້ເພິ່ນຊ່ວຍເພື່ອຈະມີຄວາມກ້າແລະປະກາດຕໍ່ໄປໄດ້. ການທົບທວນຕົວຢ່າງຂອງໂປໂລຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້ຄືກັນ.—1ກຣ. 4:16
ກິດຈະການ 17:1-3)
“ໂປໂລ . . . ຍົກເຫດຜົນຈາກພະຄຳພີ” (4. ເປັນຫຍັງຈຶ່ງບອກໄດ້ວ່າໂປໂລໜ້າຈະຢູ່ເມືອງເທຊະໂລນິກຫຼາຍກວ່າ 3 ອາທິດ?
4 ເລື່ອງລາວໃນປຶ້ມກິດຈະການຊ່ວຍເຮົາໃຫ້ຮູ້ວ່າ ຕອນທີ່ໂປໂລຢູ່ເມືອງເທຊະໂລນິກ ລາວປະກາດຢູ່ບ່ອນປະຊຸມຂອງຄົນຢິວໃນ 3 ວັນຊະບາໂຕຕໍ່ກັນ. ນີ້ໝາຍຄວາມວ່າລາວຢູ່ໃນເມືອງນີ້ພຽງແຕ່ 3 ອາທິດເທົ່ານັ້ນບໍ? ອາດຈະບໍ່ໄດ້ເປັນແບບນັ້ນ. ໂປໂລຄືຊິບໍ່ໄດ້ໄປບ່ອນປະຊຸມຂອງຄົນຢິວທັນທີທີ່ມາຮອດເມືອງນີ້. ນອກຈາກນັ້ນ ຈົດໝາຍຂອງໂປໂລຊ່ວຍໃຫ້ເຫັນວ່າລະຫວ່າງທີ່ຢູ່ເມືອງເທຊະໂລນິກ ລາວກັບໝູ່ໄດ້ເຮັດວຽກເພື່ອຫາລ້ຽງໂຕເອງ. (1ທຊ. 2:9; 2ທຊ. 3:7, 8) ແລະລະຫວ່າງທີ່ພັກຢູ່ຫັ້ນ ພີ່ນ້ອງໃນເມືອງຟີລິບປອຍໄດ້ສົ່ງເຄື່ອງມາໃຫ້ໂປໂລຕັ້ງ 2 ເທື່ອ. (ຟລປ. 4:16) ດັ່ງນັ້ນຈຶ່ງເບິ່ງຄືວ່າໂປໂລໄດ້ຢູ່ໃນເມືອງເທຊະໂລນິກຫຼາຍກວ່າ 3 ອາທິດ.
5. ໂປໂລພະຍາຍາມໂນ້ມນ້າວໃຈຜູ້ຄົນໂດຍວິທີໃດ?
5 ຫຼັງຈາກລວບລວມຄວາມກ້າເພື່ອຈະປະກາດ ໂປໂລເຂົ້າໄປເວົ້າກັບຜູ້ຄົນທີ່ມາຊຸມນຸມກັນໃນບ່ອນປະຊຸມຂອງຄົນຢິວແບບທີ່ເຄີຍເຮັດເປັນປະຈຳ “ລາວຍົກເຫດຜົນຈາກພະຄຳພີມາລົມກັບພວກນັ້ນໃນວັນຊະບາໂຕ 3 ອາທິດຕໍ່ກັນ. ໂປໂລອະທິບາຍແລະໃຊ້ຂໍ້ຄຳພີຫຼາຍຂໍ້ເພື່ອພິສູດວ່າພະຄລິດຕ້ອງທົນທຸກແລະຄືນມາຈາກຕາຍ ແລ້ວບອກວ່າ: ‘ພະຄລິດກໍແມ່ນພະເຢຊູຜູ້ນີ້ແຫຼະທີ່ຂ້ອຍປະກາດໃຫ້ພວກເຈົ້າຟັງ.’” (ກຈກ. 17:2, 3) ເຮົາເຫັນໄດ້ວ່າໂປໂລບໍ່ໄດ້ພະຍາຍາມເຮັດໃຫ້ຜູ້ຄົນຮູ້ສຶກຕື່ນເຕັ້ນກັບສິ່ງທີ່ລາວເວົ້າ ແຕ່ລາວຊວນຜູ້ຟັງໃຫ້ຫາເຫດຜົນ. ລາວຮູ້ວ່າຄົນທີ່ມາປະຊຸມໃນບ່ອນປະຊຸມຂອງຄົນຢິວລຶ້ງເຄີຍກັບພະຄຳພີເປັນຢ່າງດີແລະນັບຖືພະຄຳພີນຳ ແຕ່ເຂົາເຈົ້າຍັງບໍ່ເຂົ້າໃຈຢ່າງເຕັມທີ. ດັ່ງນັ້ນ ລາວຈຶ່ງຊ່ວຍເຂົາເຈົ້າໃຫ້ຄິດກ່ຽວກັບສິ່ງທີ່ເຂົາເຈົ້າຮູ້ຢູ່ແລ້ວ ແລະອະທິບາຍພ້ອມທັງໃຫ້ຂໍ້ພິສູດຈາກພະຄຳພີວ່າພະເຢຊູຄົນນາຊາເຣັດເປັນເມຊີອາຫຼືພະຄລິດຕາມຄຳສັນຍາ.
6. ພະເຢຊູຫາເຫດຜົນຈາກຂໍ້ຄຳພີຕ່າງໆແນວໃດ ແລະຜົນເປັນແນວໃດ?
6 ໂປໂລຮຽນແບບພະເຢຊູທີ່ໃຊ້ພະຄຳພີເປັນຫຼັກໃນການສອນ. ຕົວຢ່າງເຊັ່ນ ຕອນທີ່ພະເຢຊູປະກາດ ເພິ່ນເວົ້າກັບພວກລູກສິດວ່າ ລູກມະນຸດຈະຕ້ອງທົນທຸກ ຖືກຂ້າ ແລະຖືກປຸກໃຫ້ຄືນມາຈາກຕາຍຕາມທີ່ພະຄຳພີບອກໄວ້. (ມທ. 16:21) ຫຼັງຈາກຖືກປຸກໃຫ້ຄືນມາຈາກຕາຍ ພະເຢຊູໄດ້ມາພົບກັບພວກລູກສິດ. ການທີ່ໄດ້ເຫັນພະເຢຊູຄືນມາຈາກຕາຍໜ້າຈະເຮັດໃຫ້ພວກລູກສິດເຫັນແລ້ວວ່າພະເຢຊູເວົ້າຄວາມຈິງ. ແຕ່ເພິ່ນຍັງໄດ້ຊ່ວຍພວກລູກສິດໃຫ້ມີເຫດຜົນຫຼາຍກວ່ານັ້ນອີກທີ່ຈະໄວ້ໃຈຖ້ອຍຄຳຂອງພະເຈົ້າ ໃນຄຳພີໄບເບິນບອກວ່າ: “ຈາກນັ້ນ ພະເຢຊູກໍອະທິບາຍຂໍ້ພະຄຳພີທັງໝົດທີ່ເວົ້າເຖິງເພິ່ນໃຫ້ພວກເຂົາຟັງ ເລີ່ມຕັ້ງແຕ່ສິ່ງທີ່ໂມເຊແລະຜູ້ພະຍາກອນທຸກຄົນຂຽນໄວ້.” ຜົນເປັນແນວໃດ? ລູກສິດທັງສອງຄົນຈຶ່ງລົມກັນວ່າ: “ສົມພໍດອກ ພວກເຮົາຈຶ່ງຮູ້ສຶກປະທັບໃຈແທ້ໆຕອນທີ່ເພິ່ນເວົ້າກັບພວກເຮົາໃນຂະນະທີ່ເດີນທາງ ແລະຕອນທີ່ເພິ່ນອະທິບາຍໃຫ້ພວກເຮົາເຂົ້າໃຈຂໍ້ພະຄຳພີຢ່າງລະອຽດ.”—ລກ. 24:13, 27, 32
7. ເປັນຫຍັງຈຶ່ງສຳຄັນທີ່ຈະສອນໂດຍໃຊ້ຄຳພີໄບເບິນເປັນຫຼັກ?
7 ຂ່າວສານໃນຄຳພີໄບເບິນມີພະລັງ. (ຮຣ. 4:12) ຄລິດສະຕຽນໃນທຸກມື້ນີ້ຈຶ່ງສອນໂດຍໃຊ້ຄຳພີໄບເບິນເປັນຫຼັກຄືກັບທີ່ພະເຢຊູ ໂປໂລ ແລະອັກຄະສາວົກຄົນອື່ນໆເຮັດ. ເຮົາຫາເຫດຜົນກັບຄົນອື່ນໂດຍໃຊ້ຂໍ້ຄຳພີ ອະທິບາຍຄວາມໝາຍຂອງຂໍ້ນັ້ນ ແລະໃຫ້ຂໍ້ພິສູດກ່ຽວກັບສິ່ງທີ່ເຮົາສອນໂດຍ ໃຫ້ເຈົ້າ ຂອງເຮືອນອ່ານຈາກຄຳພີໄບເບິນ. ທີ່ຈິງ ຂ່າວສານທີ່ເຮົາບອກຄົນອື່ນບໍ່ແມ່ນຂອງເຮົາເອງ. ຖ້າເຮົາໃຊ້ຄຳພີໄບເບິນເລື້ອຍໆເຮົາກໍຈະຊ່ວຍຄົນອື່ນໃຫ້ເຂົ້າໃຈວ່າເລື່ອງທີ່ເຮົາປະກາດບໍ່ແມ່ນຄວາມຄິດຂອງເຮົາ ແຕ່ເປັນຄຳສອນຂອງພະເຈົ້າ. ນອກຈາກນັ້ນ ເຮົາຄວນຈື່ໄວ້ສະເໝີວ່າ ຂ່າວສານທີ່ເຮົາປະກາດເປັນຂ່າວສານທີ່ມາຈາກຖ້ອຍຄຳຂອງພະເຈົ້າ ແລະຂ່າວສານນີ້ກໍເຊື່ອຖືໄດ້ແນ່ນອນ. ການຄິດເຖິງເລື່ອງນີ້ຈະຊ່ວຍເຮົາໃຫ້ຢາກປະກາດກັບຄົນອື່ນຢ່າງກ້າຫານຄືກັບທີ່ໂປໂລເຮັດ.
“ບາງຄົນຈຶ່ງມາເປັນລູກສິດ” (ກິດຈະການ 17:4-9)
8-10. (ກ) ຜູ້ຄົນໃນເມືອງເທຊະໂລນິກມີທ່າທີແນວໃດຕໍ່ຂ່າວດີ? (ຂ) ເປັນຫຍັງຄົນຢິວບາງຄົນຈຶ່ງອິດສາໂປໂລ? (ຄ) ພວກຢິວທີ່ຕໍ່ຕ້ານໄດ້ເຮັດຫຍັງ?
8 ໂປໂລເຄີຍເຈິການຂົ່ມເຫງມາແລ້ວ ລາວຈຶ່ງເຂົ້າໃຈດີກ່ຽວກັບສິ່ງທີ່ພະເຢຊູເວົ້າທີ່ວ່າ: “ທາດບໍ່ໃຫຍ່ກວ່ານາຍ ຖ້າພວກເຂົາຂົ່ມເຫງຂ້ອຍ ພວກເຂົາຈະຂົ່ມເຫງພວກເຈົ້າຄືກັນ. ຖ້າພວກເຂົາເຮັດຕາມຄຳສອນຂອງຂ້ອຍ ພວກເຂົາກໍຈະເຮັດຕາມຄຳສອນຂອງພວກເຈົ້າຄືກັນ.” (ຢຮ. 15:20) ຜູ້ຄົນໃນເມືອງເທຊະໂລນິກມີທ່າທີຕ່າງກັນເມື່ອໄດ້ຟັງໂປໂລປະກາດ. ບາງຄົນກະຕືລືລົ້ນທີ່ຈະເຮັດຕາມຄຳສອນ ສ່ວນບາງຄົນກໍຕໍ່ຕ້ານ. ລູກາຂຽນກ່ຽວກັບຄົນທີ່ຕອບຮັບວ່າ: “ຊາວຢິວບາງຄົນຈຶ່ງມາເປັນລູກສິດ [ຄລິດສະຕຽນ] ແລ້ວເຂົ້າຮ່ວມກັບໂປໂລແລະຊີລາ. ນອກຈາກນັ້ນ ຊາວກຣີກຈຳນວນຫຼາຍທີ່ນະມັດສະການພະເຈົ້າ ລວມທັງຜູ້ຍິງທີ່ເປັນຄົນສຳຄັນໆຈຳນວນບໍ່ໜ້ອຍກໍເຮັດແບບນັ້ນຄືກັນ.” (ກຈກ. 17:4) ລູກສິດໃໝ່ເຫຼົ່ານີ້ຄືຊິມີຄວາມສຸກຫຼາຍແທ້ໆທີ່ໄດ້ເຂົ້າໃຈພະຄຳພີຢ່າງຖືກຕ້ອງ.
9 ເຖິງບາງຄົນຈະເຫັນຄ່າສິ່ງທີ່ໂປໂລສອນ ແຕ່ກໍມີບາງຄົນທີ່ໃຈຮ້າຍໃຫ້ລາວ. ຄົນຢິວບາງຄົນຮູ້ສຶກອິດສາເມື່ອໄດ້ຮູ້ວ່າມີ ‘ຄົນກຣີກຈຳນວນຫຼາຍ’ ຍອມຮັບຂ່າວສານທີ່ໂປໂລປະກາດ. ຄົນຢິວເຫຼົ່ານັ້ນຕັ້ງໃຈໂນ້ມນ້າວຄົນກຣີກໃຫ້ປ່ຽນມານັບຖືສາສະໜາຢິວ. ເຂົາເຈົ້າພະຍາຍາມສອນໃຫ້ຄົນກຣີກຮູ້ກ່ຽວກັບພະຄຳພີພາກພາສາເຮັບເຣີ ແລະເບິ່ງວ່າຄົນກຣີກເຫຼົ່ານັ້ນເປັນລູກສິດຂອງເຂົາເຈົ້າ. ແຕ່ຫຼັງຈາກທີ່ໂປໂລມາບ່ອນປະຊຸມຂອງຄົນຢິວແລະຊ່ວຍຄົນກຣີກເຫຼົ່ານັ້ນໃຫ້ເຂົ້າມາເປັນຄລິດສະຕຽນ ພວກຢິວຈຶ່ງຮູ້ສຶກໃຈຮ້າຍເອົາແທ້ເອົາວ່າ.
10 ລູກາເລົ່າເຫດການຕໍ່ໄປວ່າ: “ພວກຢິວຮູ້ສຶກອິດສາຈຶ່ງລວບລວມພວກນັກເລງຕາມຕະຫຼາດທີ່ບໍ່ເຮັດວຽກ ເມື່ອລວບລວມຝູງຄົນໄດ້ແລ້ວກໍສ້າງຄວາມປັ່ນປ່ວນວຸ່ນວາຍໃນເມືອງ. ພວກເຂົາບຸກເຂົ້າໄປເຮືອນຂອງຢາຊົນແລະພະຍາຍາມຊອກຫາຕົວໂປໂລກັບຊີລາເພື່ອພາອອກມາໃຫ້ຝູງຄົນ. ເມື່ອບໍ່ເຫັນສອງຄົນນັ້ນ ພວກເຂົາກໍລາກຢາຊົນກັບພີ່ນ້ອງບາງຄົນໄປຫາພວກຜູ້ປົກຄອງເມືອງແລະຮ້ອງສຽງດັງວ່າ: ‘ພວກທີ່ກໍ່ຄວາມວຸ່ນວາຍໄປທົ່ວທຸກແຫ່ງກໍມາຢູ່ນີ້ຄືກັນ ແລະຢາຊົນໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງລາວ ຄົນພວກນີ້ເຮັດຜິດກົດໝາຍຂອງເຊຊາ ພວກເຂົາບອກວ່າມີກະສັດອີກອົງໜຶ່ງ ນັ້ນແມ່ນເຢຊູ.’” (ກຈກ. 17:5-7) ສິ່ງທີ່ຜູ້ຄົນເຮັດໄດ້ສົ່ງຜົນຕໍ່ໂປໂລແລະໝູ່ຂອງລາວແນວໃດ?
11. ມີການກ່າວຫາໂປໂລກັບພີ່ນ້ອງຄົນອື່ນໆໃນເລື່ອງຫຍັງແດ່ ແລະຜູ້ທີ່ກ່າວຫາອາດຄິດເຖິງກົດໝາຍຫຍັງ? (ເບິ່ງໄຂເງື່ອນ)
11 ເມື່ອຄົນທີ່ໃຈຮ້າຍຫຼາຍມາຢູ່ລວມກັນກໍມັກຈະມີເລື່ອງທີ່ບໍ່ດີເກີດຂຶ້ນ. ເຂົາເຈົ້າອາດໃຊ້ຄວາມ ຮຸນແຮງແບບທີ່ຄວບຄຸມບໍ່ໄດ້ຄືກັບແມ່ນ້ຳທີ່ໄຫຼແຮງໆ. ນີ້ເປັນເຄື່ອງມືທີ່ພວກຢິວໃຊ້ເພື່ອກຳຈັດໂປໂລກັບຊີລາ. ຫຼັງຈາກກໍ່ “ຄວາມວຸ່ນວາຍ” ໃນເມືອງ ພວກຢິວກໍພະຍາຍາມເຮັດໃຫ້ພວກຜູ້ປົກຄອງເຊື່ອວ່າຂໍ້ກ່າວຫານັ້ນເປັນເລື່ອງຮ້າຍແຮງ. ຂໍ້ກ່າວຫາທຳອິດແມ່ນ ໂປໂລກັບພີ່ນ້ອງຄົນອື່ນໄດ້ກໍ່ “ຄວາມວຸ່ນວາຍ” ທັງໆທີ່ເຂົາເຈົ້າບໍ່ໄດ້ເຮັດແບບນັ້ນເລີຍ! ຂໍ້ກ່າວຫາທີສອງຮ້າຍແຮງກວ່ານີ້ອີກ ພວກຢິວອ້າງເຫດຜົນວ່າພວກມິດຊັນນາຣີເຫຼົ່ານີ້ປະກາດວ່າມີກະສັດອີກອົງໜຶ່ງນັ້ນແມ່ນເຢຊູ ເຊິ່ງເລື່ອງນີ້ຂັດກັບກົດໝາຍຂອງຈັກກະພັດ. a
12. ສິ່ງໃດສະແດງວ່າຂໍ້ກ່າວຫາທີ່ຄລິດສະຕຽນໃນເມືອງເທຊະໂລນິກເຈິອາດສົ່ງຜົນຮ້າຍແຮງ?
12 ເຮົາຈື່ໄດ້ວ່າພວກຫົວໜ້າສາສະໜາແລະພວກຟາຣິຊາຍກໍໄດ້ກ່າວຫາພະເຢຊູໃນແບບທີ່ຄ້າຍໆກັນ. ເຂົາເຈົ້າບອກປີລາດວ່າ: “ພວກເຮົາຈັບໄດ້ວ່າຄົນນີ້ສ້າງຄວາມປັ່ນປ່ວນຕໍ່ຊາດ . . . ແລະບອກວ່າຕົວເອງເປັນພະຄລິດເຊິ່ງແມ່ນກະສັດອົງໜຶ່ງ.” (ລກ. 23:2) ປີລາດອາດຢ້ານວ່າ ຖ້າລາວບໍ່ເຮັດຫຍັງ ຈັກກະພັດຈະຄິດວ່າລາວບໍ່ເອົາຜິດພວກກະບົດ ລາວຈຶ່ງຍອມສົ່ງພະເຢຊູໄປປະຫານ. ຄ້າຍກັນ ຂໍ້ກ່າວຫາທີ່ຄລິດສະຕຽນໃນເມືອງເທຊະໂລນິກເຈິອາດເຮັດໃຫ້ສົ່ງຜົນຮ້າຍແຮງຕໍ່ເຂົາເຈົ້າ. ປຶ້ມອ້າງອີງຫົວໜຶ່ງບອກວ່າ: “ຂໍ້ກ່າວນີ້ເຮັດໃຫ້ເຂົາເຈົ້າຕົກຢູ່ໃນອັນຕະລາຍຫຼາຍແທ້ໆເພາະ ‘ພຽງແຕ່ມີຂໍ້ມູນວ່າຈະມີການກະບົດຕໍ່ຈັກກະພັດ ຫຼາຍເທື່ອຄົນທີ່ຖືກກ່າວຫາຈະໄດ້ຮັບໂທດເຖິງຕາຍ.’” ໃຫ້ເຮົາມາເບິ່ງວ່າແຜນການທີ່ຊົ່ວຮ້າຍຂອງພວກຢິວຈະສຳເລັດບໍ?
13, 14. (ກ) ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຢຸດວຽກປະກາດໄດ້? (ຂ) ໂປໂລສະແດງໃຫ້ເຫັນແນວໃດວ່າລາວຕັດສິນໃຈຢ່າງສະຫຼາດຄືກັບພະເຢຊູ ແລະເຮົາຈະຮຽນແບບລາວໄດ້ແນວໃດ?
13 ພວກຕໍ່ຕ້ານບໍ່ສາມາດຢຸດວຽກປະກາດໃນເມືອງເທຊະໂລນິກໄດ້. ຍ້ອນຫຍັງ? ທຳອິດ ເຂົາເຈົ້າຊອກຫາໂຕໂປໂລກັບຊີລາບໍ່ເຈິ. ນອກຈາກນັ້ນ ເບິ່ງຄືພວກຜູ້ປົກຄອງບໍ່ເຊື່ອວ່າຂໍ້ກ່າວຫານັ້ນເປັນຄວາມຈິງ. ຫຼັງຈາກໃຫ້ “ຈ່າຍຄ່າປະກັນຕົວ” ແລ້ວ ລາວກໍປ່ອຍຢາຊົນກັບພີ່ນ້ອງຄົນອື່ນໆທີ່ຖືກພາມາຢູ່ຕໍ່ໜ້າສານ. (ກຈກ. 17:8, 9) ເພື່ອເຮັດຕາມຄຳແນະນຳຂອງພະເຢຊູທີ່ໃຫ້ “ລະວັງຕົວຄືກັບງູ ແລະບໍ່ມີພິດບໍ່ມີໄພຄືກັບນົກເຂົາ” ໂປໂລຕັດສິນໃຈຢ່າງສະຫຼາດສຸຂຸມໂດຍອອກໄປຈາກເມືອງເພື່ອຈະສາມາດປະກາດຢູ່ບ່ອນອື່ນຕໍ່ໄປໄດ້. (ມທ. 10:16) ເຫັນໄດ້ແຈ້ງວ່າ ການທີ່ໂປໂລລວບລວມຄວາມກ້າບໍ່ໄດ້ໝາຍຄວາມວ່າລາວຂາດຄວາມສຸຂຸມຮອບຄອບ. ຄລິດສະຕຽນໃນທຸກມື້ນີ້ຈະເຮັດຕາມຕົວຢ່າງຂອງໂປໂລໄດ້ແນວໃດ?
14 ໃນທຸກມື້ນີ້ ພວກຜູ້ນຳສາສະໜາໃນຄລິດຕະຈັກກໍຍຸຍົງຫຼາຍຄົນໃຫ້ຕໍ່ຕ້ານພະຍານພະເຢໂຫວາ. ເຂົາເຈົ້າກ່າວຫາວ່າພະຍານພະເຢໂຫວາຕໍ່ຕ້ານລັດຖະບານແລະທໍລະຍົດປະເທດຊາດ. ເຂົາເຈົ້າໃຊ້ຂໍ້ກ່າວຫານີ້ເພື່ອກະຕຸ້ນໃຫ້ອຳນາດການປົກຄອງກົດຂີ່ຂົ່ມເຫງພວກເຮົາ. ຄືກັບພວກຜູ້ຕໍ່ຕ້ານໃນສະຕະວັດທຳອິດ ຜູ້ຕໍ່ຕ້ານໃນທຸກມື້ນີ້ກໍຮູ້ສຶກອິດສາເມື່ອເຫັນຫຼາຍຄົນເຂົ້າມາເປັນພະຍານພະເຢໂຫວາ. ແຕ່ບໍ່ວ່າຈະເປັນແນວໃດ ຄລິດສະຕຽນແທ້ບໍ່ຢາກມີບັນຫາກັບໃຜ. ເຮົາບໍ່ຢາກປະເຊີນໜ້າກັບຄົນ ທີ່ໃຈຮ້າຍແລະບໍ່ມີເຫດຜົນແບບນັ້ນ ແຕ່ເຮົາພະຍາຍາມຢ່າງເຕັມທີທີ່ຈະເຮັດວຽກປະກາດຕໍ່ໄປຢ່າງສະຫງົບສຸກ ບາງທີເຮົາອາດຈະກັບໄປອີກເມື່ອເຫັນວ່າສະຖານະການຕ່າງໆດີຂຶ້ນ.
ເຂົາເຈົ້າ “ເປີດໃຈຮັບຟັງຫຼາຍກວ່າ”(ກິດຈະການ 17:10-15)
15. ຄົນໃນເມືອງເບເຣຍຕອບຮັບຂ່າວດີແນວໃດ?
15 ເພື່ອຄວາມປອດໄພ ພີ່ນ້ອງໄດ້ສົ່ງໂປໂລກັບຊີລາໄປເມືອງເບເຣຍເຊິ່ງຢູ່ຫ່າງອອກໄປປະມານ 65 ກິໂລແມັດ. ເມື່ອໄປຮອດຫັ້ນ ໂປໂລເຂົ້າໄປບ່ອນປະຊຸມຂອງຄົນຢິວແລະເວົ້າກັບຜູ້ຄົນທີ່ມາຊຸມນຸມກັນ. ໂປໂລຄືຊິມີຄວາມສຸກຫຼາຍແທ້ໆທີ່ເຂົາເຈົ້າຢາກຮູ້ກ່ຽວກັບຂ່າວດີ. ລູກາບອກວ່າຄົນຢິວໃນເມືອງເບເຣຍ “ເປີດໃຈຮັບຟັງຫຼາຍກວ່າຄົນໃນເມືອງເທຊະໂລນິກ ພວກເຂົາເຕັມໃຈຍອມຮັບຄຳສອນຂອງພະເຈົ້າແລະຢາກຮຽນຮູ້ ພວກເຂົາສຶກສາຄົ້ນຄວ້າພະຄຳພີຢ່າງລະອຽດທຸກມື້ເພື່ອເບິ່ງວ່າສິ່ງທີ່ພວກເຂົາໄດ້ຍິນຈະກົງກັບພະຄຳພີຫຼືບໍ່.” (ກຈກ. 17:10, 11) ນີ້ບໍ່ໄດ້ໝາຍຄວາມວ່າ ໂປໂລເບິ່ງຄົນໃນເມືອງເບເຣຍດີກວ່າຄົນໃນເມືອງເທຊະໂລນິກທີ່ຕອບຮັບຄວາມຈິງ ເພາະຕໍ່ມາໂປໂລໄດ້ຂຽນເຖິງຄົນໃນເມືອງເທຊະໂລນິກວ່າ: “ນີ້ເປັນເຫດຜົນທີ່ພວກເຮົາຂອບໃຈພະເຈົ້າມາຕະຫຼອດ ເພາະເມື່ອພວກເຈົ້າໄດ້ຍິນຄຳສອນຂອງພະເຈົ້າຈາກພວກເຮົາ ພວກເຈົ້າຍອມຮັບຄຳສອນນັ້ນໄວ້ຄືກັບເປັນຄຳສອນຂອງພະເຈົ້າແທ້ໆບໍ່ແມ່ນຂອງມະນຸດ ແລະຄຳສອນນັ້ນກຳລັງເກີດຜົນກັບພວກເຈົ້າທີ່ເປັນຜູ້ເຊື່ອຖື.” (1ທຊ. 2:13) ແຕ່ສິ່ງໃດເຮັດໃຫ້ຄົນໃນເມືອງເບເຣຍມີໃຈພ້ອມທີ່ຈະຮັບຟັງແບບນັ້ນ?
16. ເປັນຫຍັງຄຳພີໄບເບິນຈຶ່ງບອກວ່າຄົນໃນເມືອງເບເຣຍ “ເປີດໃຈຮັບຟັງ”?
16 ເຖິງວ່າເລື່ອງທີ່ຄົນໃນເມືອງເບເຣຍໄດ້ຍິນຈະເປັນເລື່ອງໃໝ່ ແຕ່ເຂົາເຈົ້າກໍບໍ່ໄດ້ສົງໄສໂປໂລແລະເລື່ອງທີ່ລາວປະກາດ ແລະເຂົາເຈົ້າກໍບໍ່ໄດ້ເປັນຄົນຫູເບົາທີ່ຈະເຊື່ອຫຍັງງ່າຍໆ. ແທນທີ່ຈະເປັນແບບນັ້ນ ຄົນໃນເມືອງເບເຣຍເຮັດຫຍັງ? ທຳອິດ ເຂົາເຈົ້າຕັ້ງໃຈຟັງສິ່ງທີ່ໂປໂລເວົ້າ. ຈາກນັ້ນ ເຂົາເຈົ້າກໍກວດສອບຄວາມຖືກຕ້ອງຂອງສິ່ງທີ່ໄດ້ຮຽນໂດຍອາໄສພະຄຳພີທີ່ໂປໂລໄດ້ອະທິບາຍໃຫ້ເຂົ້າໃຈ. ຫຼາຍກວ່ານັ້ນ ເຂົາເຈົ້າໄດ້ສຶກສາຖ້ອຍຄຳຂອງພະເຈົ້າຢ່າງດຸໝັ່ນ. ເຂົາເຈົ້າບໍ່ໄດ້ເຮັດແບບນັ້ນສະເພາະວັນຊະບາໂຕ ແຕ່ເຮັດທຸກມື້ ແລະເຂົາເຈົ້າ “ຢາກຮຽນຮູ້” ແທ້ໆ. ເຂົາເຈົ້າພະຍາຍາມຊອກຫາສິ່ງທີ່ຄຳພີໄບເບິນເປີດເຜີຍໃນເລື່ອງຄຳສອນໃໝ່ນີ້. ຈາກນັ້ນ ເຂົາເຈົ້າກໍສະແດງຄວາມຖ່ອມໂດຍພ້ອມທີ່ຈະປ່ຽນແປງ. ນີ້ເຮັດໃຫ້ “ຫຼາຍຄົນ . . . ເຂົ້າມາເປັນລູກສິດ.” (ກຈກ. 17:12) ບໍ່ແປກໃຈເລີຍທີ່ລູກາເວົ້າເຖິງເຂົາເຈົ້າວ່າ “ເປີດໃຈຮັບຟັງ”!
17. ເປັນຫຍັງເຮົາຄວນຮຽນແບບຕົວຢ່າງຂອງຄົນໃນເມືອງເບເຣຍ ແລະເຖິງວ່າເຮົາຈະຢູ່ໃນຄວາມຈິງດົນແລ້ວ ແຕ່ເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
17 ຄົນໃນເມືອງເບເຣຍບໍ່ຮູ້ເລີຍວ່າທ່າທີຂອງເຂົາເຈົ້າຫຼັງຈາກທີ່ໄດ້ຍິນຂ່າວດີຈະຖືກບັນທຶກໄວ້ໃນຄຳພີໄບເບິນ. ເຂົາເຈົ້າເປັນຕົວຢ່າງທີ່ດີຂອງຄົນທີ່ເປີດໃຈຮັບຟັງຖ້ອຍຄຳຂອງພະເຈົ້າແທ້ໆ. ຄົນໃນເມືອງນີ້ເຮັດທຸກຢ່າງຕາມທີ່ໂປໂລຢາກໃຫ້ເຮັດ ແລະເຮັດທຸກຢ່າງຕາມທີ່ພະເຈົ້າຢາກໃຫ້ເຮັດນຳ. ເຮົາກໍຢາກສະໜັບສະໜູນຜູ້ຄົນໃຫ້ເຮັດຄ້າຍໆກັນຄື ຄົ້ນຄວ້າເບິ່ງຄຳພີໄບເບິນຢ່າງລະອຽດເພື່ອຄວາມເຊື່ອຂອງເຂົາເຈົ້າຈະອາໄສຄຳພີໄບເບິນເປັນຫຼັກ. ເຖິງວ່າເຮົາຈະເປັນຄລິດສະຕຽນແລ້ວ ແຕ່ເຮົາບໍ່ຕ້ອງເປີດໃຈຮັບຟັງອີກຕໍ່ໄປບໍ? ບໍ່. ແຮ່ງເຮົາຢູ່ໃນຄວາມຈິງດົນສ່ຳໃດ ກໍແຮ່ງສຳຄັນທີ່ເຮົາຈະກະຕືລືລົ້ນຮຽນຮູ້ຈາກພະເຢໂຫວາແລະເອົາຄຳສອນຂອງເພິ່ນມາໃຊ້ທັນທີ. ຖ້າເຮົາເຮັດແບບນັ້ນ ເຮົາກໍຈະຍອມໃຫ້ພະເຢໂຫວານວດປັ້ນແລະຝຶກສອນເຮົາຕາມຄວາມຕ້ອງການຂອງເພິ່ນ. (ອຊຢ. 64:8) ນີ້ຈະຊ່ວຍເຮົາໃຫ້ມີຄ່າຕໍ່ພະເຢໂຫວາພໍ່ທີ່ຢູ່ສະຫວັນແລະເຮັດໃຫ້ເພິ່ນພໍໃຈ.
18, 19. (ກ) ເປັນຫຍັງໂປໂລຈຶ່ງອອກຈາກເມືອງເບເຣຍ ແຕ່ລາວພະຍາຍາມເຮັດຫຍັງຕໍ່ໄປແລະນັ້ນເປັນຕົວຢ່າງທີ່ດີໃຫ້ເຮົາແນວໃດ? (ຂ) ຕໍ່ໄປໂປໂລຈະປະກາດກັບໃຜ ແລະຢູ່ໃສ?
18 ໂປໂລຢູ່ໃນເມືອງເບເຣຍບໍ່ດົນ ຄຳພີໄບເບິນບອກວ່າ: “ເມື່ອພວກຢິວໃນເມືອງເທຊະໂລນິກຮູ້ວ່າໂປໂລປະກາດຄຳສອນຂອງພະເຈົ້າໃນເມືອງເບເຣຍນຳ ພວກເຂົາກໍພາກັນມາປຸກລະດົມຝູງຄົນທີ່ຢູ່ເມືອງນີ້. ພວກພີ່ນ້ອງຈຶ່ງໃຫ້ໂປໂລໄປທີ່ແຄມທະເລທັນທີ ສ່ວນຊີລາກັບຕີໂມທຽວຍັງຢູ່ເມືອງເບເຣຍ. ຄົນທີ່ພາໂປໂລໄປ ໄດ້ສົ່ງລາວຮອດເມືອງອາແຖນ ແລະຕອນທີ່ພວກເຂົາຈະກັບເມືອ ໂປໂລກໍຝາກພວກເຂົາໃຫ້ບອກຊີລາກັບຕີໂມທຽວວ່າໃຫ້ຟ້າວມາຫາລາວໄວໆ.” (ກຈກ. 17:13-15) ພວກທີ່ຕໍ່ຕ້ານວຽກປະກາດບໍ່ໄດ້ເຊົາສ້າງບັນຫາໃຫ້ພີ່ນ້ອງຂອງເຮົາ. ເຂົາເຈົ້າບໍ່ພຽງແຕ່ໄລ່ໂປໂລອອກຈາກເມືອງເທຊະໂລນິກ ແຕ່ເຂົາເຈົ້າໄດ້ເດີນທາງໄປເມືອງເບເຣຍແລະພະຍາຍາມກໍ່ຄວາມວຸ່ນວາຍຢູ່ຫັ້ນແບບດຽວກັນ. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍເຮັດບໍ່ສຳເລັດ. ໂປໂລຮູ້ວ່າເຂດປະກາດຂອງລາວກວ້າງໃຫຍ່ ດັ່ງນັ້ນລາວຈຶ່ງຍ້າຍໄປປະກາດຢູ່ບ່ອນອື່ນ. ຂໍໃຫ້ເຮົາໃນທຸກມື້ນີ້ມີຄວາມຄວາມຕັ້ງໃຈແບບດຽວກັນເພື່ອຈະບໍ່ໃຫ້ຄົນທີ່ພະຍາຍາມຢຸດວຽກປະກາດຂອງເຮົາເຮັດສຳເລັດໄດ້!
19 ຫຼັງຈາກທີ່ໂປໂລປະກາດຂ່າວດີຢ່າງລະອຽດຖີ່ຖ້ວນໃຫ້ກັບຄົນຢິວໃນເມືອງເທຊະໂລນິກແລະເມືອງເບເຣຍ ລາວຄືຊິເຂົ້າໃຈຢ່າງຈະແຈ້ງວ່າເປັນເລື່ອງສຳຄັນທີ່ຈະປະກາດດ້ວຍຄວາມກ້າຫານ ແລະໃຊ້ຄຳພີໄບເບິນເປັນຫຼັກໃນການສອນຜູ້ຄົນ. ພວກເຮົາກໍເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງຄືກັນ. ແຕ່ຕອນນີ້ໂປໂລຈະຕ້ອງໄປເຈິກັບຜູ້ຟັງທີ່ຕ່າງອອກໄປ ນັ້ນກໍຄື ຄົນຕ່າງຊາດຢູ່ເມືອງອາແຖນ. ເຫດການໃນເມືອງນີ້ຈະເປັນແນວໃດ? ເຮົາຈະໄດ້ເຫັນໃນບົດຕໍ່ໄປ.
a ຜູ້ຊ່ຽວຊານດ້ານຄຳພີໄບເບິນຄົນໜຶ່ງບອກວ່າ ຕອນນັ້ນຈັກກະພັດໂຣມໄດ້ຕັ້ງກົດໝາຍຫ້າມບໍ່ໃຫ້ໃຜເວົ້າກ່ຽວກັບຈັກກະພັດອົງໃໝ່ ຫຼືລັດຖະບານທີ່ຈະມີມາໃນອະນາຄົດ ໂດຍສະເພາະຖ້າກະສັດອົງນັ້ນຈະມາຍຶດອຳນາດຂອງຈັກກະພັດໂຣມ. ພວກສັດຕູຂອງໂປໂລອາດໃສ່ຮ້າຍວ່າສິ່ງທີ່ໂປໂລປະກາດເປັນການລະເມີດກົດໝາຍດັ່ງກ່າວ. ເບິ່ງຂອບ “ ເຊຊາກັບປຶ້ມກິດຈະການ”