ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

“ມາ . . . ທີ່ແຂວງມາເກໂດເນຍແດ່”

“ມາ . . . ທີ່ແຂວງມາເກໂດເນຍແດ່”

ຫຼາຍ​ຄົນ​ໄດ້​ຮັບ​ພອນ​ຍ້ອນ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ໄປ​ນຳ​ລາວ​ຮັບ​ເອົາ​ວຽກ​ມອບໝາຍ​ແລະ​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ

ຈາກ​ກິດຈະການ 16:6-40

1-3. (ກ) ພະລັງ​ບໍລິສຸດ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ແນວ​ໃດ? (ຂ) ເຮົາ​ຈະ​ໄດ້​ທົບທວນ​ເຫດການ​ຫຍັງ?

 ຜູ້​ຍິງ​ກຸ່ມ​ໜຶ່ງ​ອອກ​ຈາກ​ເມືອງ​ຟີລິບປອຍ​ໃນ​ແຂວງ​ມາເກໂດເນຍ ບໍ່​ດົນ​ເຂົາເຈົ້າ​ກໍ​ເດີນທາງ​ມາ​ຮອດ​ແມ່​ນ້ຳ​ການກິທີດ​ເຊິ່ງ​ເປັນ​ແມ່​ນ້ຳ​ສາຍ​ນ້ອຍ. ເຂົາເຈົ້າ​ນັ່ງ​ລົງ​ແຄມ​ແມ່​ນ້ຳ​ເພື່ອ​ອະທິດຖານ​ຫາ​ພະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ແບບ​ທີ່​ເຮັດ​ເປັນ​ປະຈຳ. ພະ​ເຢໂຫວາ​ສັງເກດ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.—2ຂຄ. 16:9; ເພງ. 65:2

2 ໃນ​ເວລາ​ດຽວ​ກັນ​ນັ້ນ​ກໍ​ມີ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ເດີນທາງ​ມາ​ຈາກ​ເມືອງ​ລີສະຕຣາ. ເມືອງ​ນີ້​ຢູ່​ທາງ​ໃຕ້​ຂອງ​ແຂວງ​ຄາລາເຕຍ ແລະ​ຢູ່​ທາງ​ຕາເວັນ​ອອກ​ຂອງ​ເມືອງ​ຟີລິບປອຍ​ທີ່​ຢູ່​ຫ່າງ​ອອກ​ໄປ​ຫຼາຍ​ກວ່າ 800 ກິໂລແມັດ. ບໍ່​ເທົ່າ​ໃດ​ມື້​ຕໍ່​ມາ ເຂົາເຈົ້າ​ກໍ​ມາ​ຮອດ​ທາງ​ຫຼວງ​ທີ່​ປູ​ດ້ວຍ​ຫີນ​ຂອງ​ໂຣມ ທາງ​ຫຼວງ​ນີ້​ຈະ​ໄປ​ທາງ​ຕາເວັນ​ຕົກ​ຈົນ​ຮອດ​ເຂດ​ທີ່​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ​ຂອງ​ແຂວງ​ອາຊີ. ຜູ້​ຊາຍ​ກຸ່ມ​ນີ້​ມີ​ໂປໂລ ຊີລາ ແລະ​ຕີໂມທຽວ. ເຂົາເຈົ້າ​ຢາກ​ເດີນທາງ​ໄປ​ຕາມ​ເສັ້ນ​ທາງ​ນີ້​ເພື່ອ​ຈະ​ໄປ​ຢາມ​ເມືອງ​ເອເຟໂຊ​ແລະ​ເມືອງ​ອື່ນໆ​ທີ່​ຄົນ​ຈຳນວນ​ຫຼາຍ​ຈຳເປັນ​ຕ້ອງ​ໄດ້​ຍິນ​ເລື່ອງ​ພະຄລິດ. ແຕ່​ກ່ອນ​ທີ່​ເຂົາເຈົ້າ​ຈະ​ເລີ່ມ​ເດີນທາງ ພະລັງ​ບໍລິສຸດ​ໄດ້​ຫ້າມ​ເຂົາເຈົ້າ​ໄວ້. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ພະເຈົ້າ​ໃຊ້​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ແນວ​ໃດ​ໃນ​ເຫດການ​ນັ້ນ ແຕ່​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ໄປ​ປະກາດ​ໃນ​ແຂວງ​ອາຊີ. ຍ້ອນຫຍັງ? ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ພະ​ເຢຊູ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ໃຫ້​ເດີນທາງ​ຜ່ານ​ອາຊີ​ນ້ອຍ ຂ້າມ​ທະເລ​ອີ​ຈຽນ ແລະ​ໄປ​ຮອດ​ຝັ່ງ​ແມ່​ນ້ຳ​ສາຍ​ນ້ອຍ​ທີ່​ຊື່​ການກິທີດ.

3 ວິທີ​ທີ່​ພະ​ເຢຊູ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ໃຫ້​ໄປ​ແຂວງ​ມາເກໂດເນຍ​ນັ້ນ​ມີ​ບົດ​ຮຽນ​ທີ່​ໜ້າສົນໃຈ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້. ດັ່ງນັ້ນ ໃຫ້​ເຮົາ​ມາ​ທົບທວນ​ບາງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ລະຫວ່າງ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ​ຂອງ​ໂປໂລ​ເຊິ່ງ​ເລີ່ມ​ຕົ້ນ​ປະມານ​ປີ 49.

“ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ” (ກິດຈະການ 16:6-15)

4, 5. (ກ) ເກີດ​ຫຍັງ​ຂຶ້ນ​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ​ຕອນ​ທີ່​ຢູ່​ໃກ້​ແຂວງ​ບີທີເນຍ? (ຂ) ໂປໂລ​ກັບ​ໝູ່​ຂອງ​ລາວ​ຕັດສິນໃຈ​ເຮັດ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

4 ເມື່ອ​ຖືກ​ຫ້າມ​ບໍ່​ໃຫ້​ປະກາດ​ຢູ່​ແຂວງ​ອາຊີ ໂປໂລ​ກັບ​ໝູ່​ຂອງ​ລາວ​ເດີນທາງ​ໄປ​ທາງ​ເໜືອ​ເພື່ອ​ຈະ​ປະກາດ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ບີທີເນຍ. ເພື່ອ​ຈະ​ໄປ​ຮອດ​ຫັ້ນ ເຂົາເຈົ້າ​ອາດ​ຕ້ອງ​ເດີນທາງ​ຫຼາຍ​ມື້​ເທິງ​ຫົນທາງ​ທີ່​ບໍ່​ໄດ້​ປູ​ດ້ວຍ​ຫີນ​ເຊິ່ງ​ຢູ່​ລະຫວ່າງ​ແຂວງ​ຟີເຄຍ​ແລະ​ແຂວງ​ຄາລາເຕຍ. ເສັ້ນ​ທາງ​ນີ້​ມີ​ຄົນ​ອາໄສ​ຢູ່​ບໍ່​ຫຼາຍ ແຕ່​ເມື່ອ​ເຂົາເຈົ້າ​ຮອດ​ແຂວງ​ບີທີເນຍ ພະ​ເຢຊູ​ໄດ້​ໃຊ້​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ໄວ້​ອີກ. (ກຈກ. 16:6, 7) ຕອນ​ນັ້ນ ເຂົາເຈົ້າ​ຄື​ຊິ​ຮູ້ສຶກ​ສັບສົນ. ເຂົາເຈົ້າ​ຮູ້​ວ່າ​ຈະ​ປະກາດ​ເລື່ອງ​ຫຍັງ​ແລະ​ຈະ​ປະກາດ​ແນວ​ໃດ ແຕ່​ບໍ່​ຮູ້​ວ່າ​ຈະ​ປະກາດ​ຢູ່​ໃສ. ມັນ​ຄື​ກັບ​ວ່າ​ເຂົາເຈົ້າ​ໄດ້​ເຄາະ​ປະຕູ​ເພື່ອ​ຈະ​ເຂົ້າ​ສູ່​ແຂວງ​ອາຊີ ແຕ່​ກໍ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ. ເຂົາເຈົ້າ​ຈຶ່ງ​ເຄາະ​ປະຕູ​ເຂົ້າ​ສູ່​ແຂວງ​ບີທີເນຍ ແຕ່​ກໍ​ເຂົ້າ​ໄປ​ບໍ່​ໄດ້​ອີກ. ເຖິງ​ຈະ​ເປັນ​ແນວ​ນັ້ນ ໂປໂລ​ກໍ​ຕັ້ງໃຈ​ເຄາະ​ປະຕູ​ຕໍ່ໆ​ໄປ​ຈົນ​ກວ່າ​ຈະ​ພົບ​ປະຕູ​ທີ່​ເປີດ​ອອກ. ຫຼັງ​ຈາກນັ້ນ ເຂົາເຈົ້າ​ກໍ​ຕັດສິນໃຈ​ບາງ​ຢ່າງ​ທີ່​ເບິ່ງ​ຄື​ບໍ່​ສົມເຫດສົມຜົນ ເຂົາເຈົ້າ​ເດີນທາງ​ໄປ​ທາງ​ຕາເວັນ​ຕົກ​ແລະ​ຍ່າງ​ໃນ​ໄລຍະ​ທາງ 550 ກິໂລແມັດ ເຂົາເຈົ້າ​ຍ່າງ​ຜ່ານ​ໄປ​ຫຼາຍ​ເມືອງ​ຈົນ​ມາ​ຮອດ​ເມືອງ​ໂທອາດ​ເຊິ່ງ​ເປັນ​ປະຕູ​ສູ່​ແຂວງ​ມາເກໂດເນຍ. (ກຈກ. 16:8) ຢູ່​ຫັ້ນ ໂປໂລ​ໄດ້​ເຄາະ​ປະຕູ​ອີກ​ເປັນ​ເທື່ອ​ທີ​ສາມ ແລ້ວ​ປະຕູ​ກໍ​ເປີດ​ກວ້າງ!

5 ລູກາ​ຜູ້​ຂຽນ​ປຶ້ມ​ຂ່າວດີ​ໄດ້​ມາ​ສົມທົບ​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ​ຢູ່​ເມືອງ​ໂທອາດ. ລູກາ​ລາຍງານ​ສິ່ງ​ທີ່​ເກີດຂຶ້ນ​ວ່າ: “ຄືນ​ນັ້ນ ໂປໂລ​ເຫັນ​ນິມິດ ໃນ​ນິມິດ​ນັ້ນ​ມີ​ຜູ້​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ອ້ອນວອນ​ໂປໂລ​ວ່າ: ‘ຂໍ​ມາ​ຊ່ວຍ​ພວກ​ເຮົາ​ທີ່​ແຂວງ​ມາເກໂດເນຍ​ແດ່.’ ຫຼັງ​ຈາກ​ທີ່​ໂປໂລ​ເຫັນ​ນິມິດ ພວກ​ເຮົາ​ກໍ​ພະຍາຍາມ​ຈະ​ໄປ​ແຂວງ​ມາເກໂດເນຍ​ທັນທີ​ເພາະ​ເຫັນ​ວ່າ​ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະກາດ​ຂ່າວດີ​ກັບ​ຜູ້​ຄົນ​ທີ່​ຢູ່​ຫັ້ນ.” a (ກຈກ. 16:9, 10) ໃນ​ທີ່​ສຸດ ໂປໂລ​ກໍ​ຮູ້​ວ່າ​ຈະ​ປະກາດ​ຢູ່​ໃສ ໂປໂລ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ພະຍາຍາມ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້. ຜູ້​ຊາຍ​ທັງ​ສີ່​ຄົນ​ຂຶ້ນ​ເຮືອ​ໄປ​ແຂວງ​ມາເກໂດເນຍ​ທັນທີ.

“ດັ່ງນັ້ນ ພວກ​ເຮົາ​ຈຶ່ງ​ຂຶ້ນ​ເຮືອ​ຈາກ​ເມືອງ​ໂທອາດ.”—ກິດຈະການ 16:11

6, 7. (ກ) ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເຫດການ​ທີ່​ເກີດຂຶ້ນ​ລະຫວ່າງ​ການ​ເດີນທາງ​ຂອງ​ໂປໂລ? (ຂ) ປະສົບການ​ຂອງ​ໂປໂລ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

6 ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຂໍ​ສັງເກດ​ວ່າ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເຂົ້າ​ມາ​ແຊກ​ແຊງ​ຫຼັງ​ຈາກ​ທີ່​ໂປໂລ​ເລີ່ມ​ອອກ​ເດີນທາງ​ໄປ​ແຂວງ​ອາຊີ​ແລ້ວ. ພະ​ເຢຊູ​ເຂົ້າ​ມາ​ຢຸດ​ໂປໂລ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເດີນທາງ​ໄປ​ໃກ້​ແຂວງ​ບີທີເນຍ ແລະ​ພະ​ເຢຊູ​ຊີ້ນຳ​ເຂົາເຈົ້າ​ໄປ​ແຂວງ​ມາເກໂດເນຍ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເຂົ້າ​ໄປ​ຮອດ​ເມືອງ​ໂທອາດ. ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ຜູ້​ນຳ​ປະຊາຄົມ​ກໍ​ໃຊ້​ວິທີ​ຄ້າຍໆ​ກັນ. (ກລຊ. 1:18) ຕົວຢ່າງ​ເຊັ່ນ ຊ່ວງ​ໜຶ່ງ​ເຮົາ​ອາດ​ຄິດ​ເຖິງ​ການ​ຮັບໃຊ້​ເປັນ​ໄພໂອເນຍ ຫຼື​ຄິດ​ເຖິງ​ການ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ ແຕ່​ເປັນ​ໄປ​ໄດ້​ທີ່​ພະ​ເຢຊູ​ຈະ​ຊີ້ນຳ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ​ຫຼັງ​ຈາກ​ທີ່​ເຮົາ​ລົງມື​ເຮັດ​ບາງ​ຢ່າງ​ຕາມ​ເປົ້າໝາຍ​ທີ່​ເຮົາ​ວາງ​ໄວ້. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ລອງ​ຄິດ​ເຖິງ​ຕົວຢ່າງ​ນີ້ ຄົນ​ຂັບ​ລົດ​ຈະ​ບັງຄັບ​ລົດ​ໃຫ້​ລ້ຽວ​ຊ້າຍ​ຫຼື​ລ້ຽວ​ຂວາ​ໄດ້​ກໍ​ຕໍ່​ເມື່ອ​ລົດ​ກຳລັງ​ເຄື່ອນ​ທີ່​ໄປ​ເທົ່າ​ນັ້ນ ຄ້າຍ​ກັນ ພະ​ເຢຊູ​ຊີ້ນຳ​ເຮົາ​ໃຫ້​ຮັບໃຊ້​ຫຼາຍ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ກຳລັງ​ເຄື່ອນ​ທີ່​ໄປ​ຂ້າງ​ໜ້າ ເຊິ່ງ​ກໍ​ຄື​ຕອນ​ທີ່​ເຮົາ​ອອກ​ຄວາມ​ພະຍາຍາມ​ຢ່າງ​ເຕັມທີ.

7 ແຕ່​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ຍັງ​ບໍ່​ເຫັນ​ຜົນ​ຫຍັງ​ຈາກ​ສິ່ງ​ທີ່​ເຮົາ​ກຳລັງ​ພະຍາຍາມ​ເຮັດ? ເຮົາ​ຄວນ​ລົ້ມ​ເລີກ​ຄວາມ​ຕັ້ງໃຈ​ແລະ​ຄິດ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ບໍ່​ຊີ້ນຳ​ເຮົາ​ແລ້ວ​ບໍ? ເຮົາ​ບໍ່​ຄວນ​ເຮັດ​ແບບ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ ໂປໂລ​ຕ້ອງ​ເຈິ​ບັນຫາ​ຄື​ກັນ ແຕ່​ລາວ​ກໍ​ພະຍາຍາມ​ເຄາະ​ຕໍ່ໆ​ໄປ​ຈົນ​ໄດ້​ເຈິ​ປະຕູ​ທີ່​ເປີດ​ຢູ່. ເຮົາ​ໝັ້ນໃຈ​ໄດ້​ວ່າ ຖ້າ​ເຮົາ​ພະຍາຍາມ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ເຈິ ‘ໂອກາດ​ທີ່​ເປີດ​ກວ້າງ​ໃຫ້​ໄດ້​ເຮັດ​ວຽກ’ ແລະ​ພະ​ເຢໂຫວາ​ຈະ​ອວຍພອນ​ທີ່​ເຮົາ​ເຮັດ​ແບບ​ນັ້ນ.—1ກຣ. 16:9

8. (ກ) ເມືອງ​ຟີລິບປອຍ​ເປັນ​ເມືອງ​ແບບ​ໃດ? (ຂ) ຕອນ​ທີ່​ໂປໂລ​ຢູ່ “ບ່ອນ​ສຳລັບ​ອະທິດຖານ” ມີ​ເຫດການ​ຫຍັງ​ທີ່​ໜ້າ​ຍິນດີ?

8 ຫຼັງ​ຈາກ​ທີ່​ມາ​ຮອດ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກັບ​ໝູ່​ຂອງ​ລາວ​ກໍ​ເດີນທາງ​ໄປ​ເມືອງ​ຟີລິບປອຍ. ຄົນ​ໃນ​ເມືອງ​ນີ້​ຮູ້ສຶກ​ພູມໃຈ​ທີ່​ຕົວເອງ​ເປັນ​ພົນລະເມືອງ​ໂຣມ. ໃນ​ເມືອງ​ນີ້​ມີ​ຫຼາຍ​ຢ່າງ​ທີ່​ຄ້າຍ​ກັບ​ເມືອງ​ໂຣມ ນີ້​ຈຶ່ງ​ເຮັດ​ໃຫ້​ທະຫານ​ໂຣມ​ທີ່​ກະສຽນ​ແລ້ວ​ມາ​ອາໄສ​ຢູ່​ເມືອງ​ນີ້. ຢູ່​ນອກ​ປະຕູ​ເມືອງ​ມີ​ແມ່​ນ້ຳ​ສາຍ​ນ້ອຍ ພວກ​ມິດຊັນນາຣີ​ເຂົ້າໃຈ​ວ່າ​ມີ​ບໍລິເວນ​ໜຶ່ງ​ທີ່​ຢູ່​ແຄມ​ແມ່​ນ້ຳ​ນັ້ນ​ເປັນ “ບ່ອນ​ສຳລັບ​ອະທິດຖານ.” b ໃນ​ວັນ​ຊະບາໂຕ ເຂົາເຈົ້າ​ໄດ້​ໄປ​ບ່ອນ​ນັ້ນ ແລະ​ເຈິ​ຜູ້​ຍິງ​ຫຼາຍ​ຄົນ​ມາ​ຊຸມນຸມ​ກັນ​ຢູ່​ຫັ້ນ​ເພື່ອ​ນະມັດສະການ​ພະເຈົ້າ. ພວກ​ລູກສິດ​ກໍ​ນັ່ງ​ລົງ​ລົມ​ກັບ​ພວກ​ຜູ້​ຍິງ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ລີເດຍ​ທີ່ “ພະ​ເຢໂຫວາ​ເປີດ​ໃຈ​ລາວ​ໃຫ້​ສົນໃຈ​ຟັງ.” ຫຼັງ​ຈາກ​ທີ່​ໄດ້​ຟັງ​ແລ້ວ ລີເດຍ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກໍ​ຖືກ​ກະຕຸ້ນ​ໃຈ​ໃຫ້​ຮັບ​ບັບເຕມາ. ລີເດຍ​ໄດ້​ອ້ອນວອນ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ມາ​ນຳ​ກັນ​ໃຫ້​ມາ​ພັກ​ຢູ່​ເຮືອນ​ຂອງ​ລາວ ລາວ​ອ້ອນວອນ​ຈົນ​ເຂົາເຈົ້າ​ປະຕິເສດ​ບໍ່​ໄດ້. cກຈກ. 16:13-15

9. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ຮຽນ​ແບບ​ໂປໂລ​ແນວ​ໃດ ແລະ​ເຂົາເຈົ້າ​ໄດ້​ຮັບ​ພອນ​ຫຍັງ​ແດ່?

9 ລອງ​ຄິດ​ເບິ່ງ​ວ່າ​ໂປໂລ​ກັບ​ໝູ່​ຂອງ​ລາວ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ລີເດຍ​ຮັບ​ບັບເຕມາ! ໂປໂລ​ຕ້ອງ​ດີໃຈ​ຫຼາຍ​ແທ້ໆ​ທີ່​ລາວ​ຕອບ​ຮັບ​ຄຳ​ເຊີນ​ໃຫ້ “ມາ . . . ທີ່​ແຂວງ​ມາເກໂດເນຍ” ແລະ​ພະ​ເຢໂຫວາ​ກໍ​ເຫັນ​ວ່າ​ເໝາະ​ສົມ​ທີ່​ຈະ​ໃຫ້​ລາວ​ກັບ​ໝູ່​ຂອງ​ລາວ​ຕອບ​ຄຳ​ອະທິດຖານ​ຂອງ​ພວກ​ຜູ້​ຍິງ​ທີ່​ຢ້ານຢຳ​ເພິ່ນ. ຄ້າຍ​ກັນ ໃນ​ທຸກ​ມື້​ນີ້​ກໍ​ມີ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ ທັງ​ໜຸ່ມ​ສາວ​ແລະ​ຜູ້​ສູງ​ອາຍຸ ຄົນ​ໂສດ​ແລະ​ຄົນ​ທີ່​ແຕ່ງດອງ​ແລ້ວ ເຂົາເຈົ້າ​ໄດ້​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ທີ່ຈິງ​ບາງ​ເທື່ອ​ເຂົາເຈົ້າ​ກໍ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ເລື່ອງ​ນີ້​ທຽບ​ບໍ່​ໄດ້​ເລີຍ​ກັບ​ຄວາມ​ສຸກ​ທີ່​ເຂົາເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ເປັນ​ຄື​ລີເດຍ​ເຊິ່ງ​ຍອມຮັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ເຈົ້າ​ຈະ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ຊີວິດ​ໄດ້​ບໍ​ເພື່ອ​ຈະ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ? ຖ້າ​ເຮັດ​ແບບ​ນັ້ນ​ພະ​ເຢໂຫວາ​ຈະ​ອວຍພອນ​ເຈົ້າ​ແທ້ໆ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຊື່ ແອຣອນ. ຕອນ​ທີ່​ອາຍຸ​ປະມານ 20 ປີ ລາວ​ໄດ້​ຍ້າຍ​ໄປ​ປະເທດ​ໜຶ່ງ​ທີ່​ຢູ່​ແຖວ​ອາເມຣິກາ​ກາງ​ເພື່ອ​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ. ລາວ​ບອກ​ວ່າ: “ການ​ຮັບໃຊ້​ຢູ່​ຕ່າງ​ປະເທດ​ຊ່ວຍ​ຂ້ອຍ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ປະກາດ​ໃນ​ເຂດ​ນີ້ ຕອນນີ້​ຂ້ອຍ​ໄດ້​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ຕັ້ງ 8 ຄົນ!”

ເຮົາ​ຈະ​ໄປ “ທີ່​ແຂວງ​ມາເກໂດເນຍ” ໃນ​ທຸກ​ມື້​ນີ້​ໄດ້​ແນວ​ໃດ?

“ຝູງ​ຄົນ​ກໍ​ລຸກ​ຂຶ້ນ . . . ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈ​ຮ້າຍ” (ກິດຈະການ 16:16-24)

10. ປີສາດ​ເຮັດ​ແນວ​ໃດ​ເພື່ອ​ດຶງ​ຄວາມ​ສົນໃຈ​ຜູ້​ຄົນ​ໄປ​ຈາກ​ການ​ຕິດຕາມ​ພະ​ເຢຊູ​ຄລິດ?

10 ຊາຕານ​ຕ້ອງ​ໃຈ​ຮ້າຍ​ຫຼາຍ​ແທ້ໆ​ທີ່​ໄດ້​ເຫັນ​ຄົນ​ຮຽນ​ຄວາມ​ຈິງ​ແລະ​ຮັບ​ບັບເຕມາ​ໃນ​ເຂດ​ທີ່​ຜູ້​ຄົນ​ເຄີຍ​ຢູ່​ໃຕ້​ອຳນາດ​ຂອງ​ມັນ. ດັ່ງນັ້ນ ຈຶ່ງ​ບໍ່​ແປກ​ທີ່​ພວກ​ປີສາດ​ເຮັດ​ບາງ​ຢ່າງ​ເພື່ອ​ໃຫ້​ຜູ້​ຄົນ​ຕໍ່ຕ້ານ​ໂປໂລ​ກັບ​ໝູ່​ຂອງ​ລາວ! ຕອນ​ທີ່​ເຂົາເຈົ້າ​ໄປ​ຢາມ​ຜູ້​ຄົນ​ໃນ​ບ່ອນ​ສຳລັບ​ອະທິດຖານ ມີ​ສາວໃຊ້​ຄົນ​ໜຶ່ງ​ທີ່​ມີ​ປີສາດ​ສິງ​ຢູ່​ເຊິ່ງ​ຫາ​ເງິນ​ໃຫ້​ເຈົ້າ​ນາຍ​ຂອງ​ໂຕເອງ​ໂດຍ​ການ​ທຳນາຍ. ສາວໃຊ້​ຄົນ​ນີ້​ຍ່າງ​ຕາມ​ໂປໂລ​ກັບ​ໝູ່​ຂອງ​ລາວ​ແລະ​ຮ້ອງ​ວ່າ: “ຄົນ​ພວກ​ນີ້​ເປັນ​ທາດ​ຂອງ​ພະເຈົ້າ​ອົງ​ສູງ​ສຸດ ພວກ​ເຂົາ​ມາ​ປະກາດ​ທາງ​ລອດ​ໃຫ້​ແກ່​ພວກ​ເຈົ້າ.” ປີສາດ​ອາດ​ພະຍາຍາມ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ການ​ທຳນາຍ​ຂອງ​ສາວໃຊ້​ຄົນ​ນີ້​ແລະ​ຄຳສອນ​ຂອງ​ໂປໂລ​ມາ​ຈາກ​ບ່ອນ​ດຽວ​ກັນ. ນີ້​ໄດ້​ດຶງ​ຄວາມ​ສົນໃຈ​ຂອງ​ຜູ້​ຄົນ​ໄປ​ຈາກ​ການ​ຕິດຕາມ​ພະ​ເຢຊູ​ຄລິດ. ໂປໂລ​ຈຶ່ງ​ເຮັດ​ໃຫ້​ສາວໃຊ້​ຄົນ​ນີ້​ມິດ​ໂດຍ​ໄລ່​ປີສາດ​ອອກ​ຈາກ​ລາວ.—ກຈກ. 16:16-18

11. ຫຼັງ​ຈາກ​ໂປໂລ​ໄລ່​ປີສາດ​ອອກ​ຈາກ​ສາວໃຊ້​ແລ້ວ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂປໂລ​ແລະ​ຊີລາ?

11 ຫຼັງ​ຈາກ​ທີ່​ເຈົ້າ​ນາຍ​ຂອງ​ສາວໃຊ້​ຄົນ​ນີ້​ຮູ້​ວ່າ​ສາວໃຊ້​ບໍ່​ສາມາດ​ຫາ​ເງິນ​ໃຫ້​ລາວ​ໄດ້​ແລ້ວ ເຂົາເຈົ້າ​ກໍ​ໃຈ​ຮ້າຍ​ຫຼາຍ. ເຂົາເຈົ້າ​ລາກ​ໂຕ​ໂປໂລ​ກັບ​ຊີລາ​ໄປ​ຕະຫຼາດ​ເຊິ່ງ​ມີ​ເຈົ້າ​ໜ້າທີ່​ປົກຄອງ​ທີ່​ເປັນ​ຕົວແທນ​ຂອງ​ໂຣມ​ພິຈາລະນາ​ຄະດີ​ຢູ່. ເຈົ້າ​ນາຍ​ຂອງ​ສາວໃຊ້​ຮູ້​ວ່າ​ຜູ້​ພິພາກສາ​ຊັງ​ຄົນ​ຢິວ​ແລະ​ພູມໃຈ​ທີ່​ໂຕເອງ​ເປັນ​ພົນລະເມືອງ​ໂຣມ ລາວ​ຈຶ່ງ​ບອກ​ຜູ້​ພິພາກສາ​ວ່າ: ‘ຄົນ​ຢິວ​ພວກ​ນີ້​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ບ້ານ​ເມືອງ​ຂອງ​ເຮົາ​ໂດຍ​ເຜີຍ​ແຜ່​ທຳນຽມ​ທີ່​ກົດໝາຍ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ພົນລະເມືອງ​ໂຣມ​ຫ້າມ​ບໍ່​ໃຫ້​ເຮັດ.’ ຫຼັງ​ຈາກ​ໄດ້​ຟັງ​ຄຳເວົ້າ​ນັ້ນ ຜູ້​ຄົນ​ກໍ​ໃຈ​ຂຶ້ນ​ທັນທີ “ຝູງ​ຄົນ [ໃນ​ຕະຫຼາດ] ກໍ​ລຸກ​ຂຶ້ນ​ແລະ​ຮ້ອງ​ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈ​ຮ້າຍ” ແລະ​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ສັ່ງ​ໃຫ້ “ເອົາ​ໄມ້​ຕີ​ພວກ​ເຂົາ.” ຫຼັງ​ຈາກນັ້ນ ໂປໂລ​ກັບ​ຊີລາ​ຖືກ​ລາກ​ໂຕ​ເຂົ້າ​ຄຸກ. ທັງໆ​ທີ່​ເຂົາເຈົ້າ​ຍັງ​ບາດເຈັບ​ຢູ່ ແຕ່​ຜູ້​ຄຸມ​ຄຸກ​ກໍ​ໂຍນ​ເຂົາ​ເຈົ້າ​ເຂົ້າ​ໄປໃນຄຸກແລະ​ໃສ່​ຂື່​ໄວ້​ຢູ່​ຕີນ​ນຳ. (ກຈກ. 16:19-24) ເມື່ອ​ຜູ້​ຄຸມ​ຄຸກ​ປິດ​ປະຕູ ຫ້ອງ​ຂັງ​ຄື​ຊິ​ມືດ​ຈົນ​ໂປໂລ​ກັບ​ຊີລາ​ແນມ​ບໍ່​ເຫັນ​ກັນ​ເລີຍ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ເຫດການ​ນີ້​ຢູ່.—ເພງ. 139:12

12. (ກ) ພວກ​ລູກສິດ​ຂອງ​ພະຄລິດ​ເບິ່ງ​ການ​ຂົ່ມເຫງ​ແນວ​ໃດ ແລະ​ຍ້ອນຫຍັງ? (ຂ) ການ​ຕໍ່ຕ້ານ​ແບບ​ໃດ​ແດ່​ທີ່​ຊາຕານ​ກັບ​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ມັນ​ຍັງ​ໃຊ້​ຢູ່?

12 ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “ພວກ​ເຂົາ​ຈະ​ຂົ່ມເຫງ​ພວກ​ເຈົ້າ​ຄື​ກັນ.” (ຢຮ. 15:20) ດັ່ງນັ້ນ ເມື່ອ​ໂປໂລ​ກັບ​ໝູ່​ຂອງ​ລາວ​ເຂົ້າ​ໄປ​ໃນ​ແຂວງ​ມາເກໂດເນຍ ເຂົາເຈົ້າ​ໄດ້​ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຕໍ່ຕ້ານ​ແລ້ວ. ເມື່ອ​ເຈິ​ການ​ຂົ່ມເຫງ ເຂົາເຈົ້າ​ກໍ​ເຂົ້າໃຈ​ວ່າ​ນີ້​ເປັນ​ຍ້ອນ​ຊາຕານ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ແລະ​ບໍ່​ໄດ້​ເປັນ​ຍ້ອນ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຂົາເຈົ້າ. ໃນ​ທຸກ​ມື້​ນີ້ ຜູ້​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ຊາຕານ​ຍັງ​ເຮັດ​ຄື​ກັບ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ເມືອງ​ຟີລິບປອຍ. ພວກ​ຜູ້​ຕໍ່ຕ້ານ​ເວົ້າ​ເລື່ອງ​ທີ່​ບໍ່​ຈິງ​ກ່ຽວກັບ​ພວກ​ເຮົາ​ຢູ່​ໂຮງຮຽນ​ແລະ​ຢູ່​ບ່ອນ​ເຮັດ​ວຽກ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ມັກ​ພວກ​ເຮົາ. ໃນ​ບາງ​ປະເທດ ພວກ​ຜູ້​ຕໍ່ຕ້ານ​ທາງ​ສາສະໜາ​ກ່າວຫາ​ວ່າ​ເຮົາ​ເປັນ​ໂຕ​ບັນຫາ​ເພາະ​ຜູ້​ຄົນ​ບໍ່​ມັກ​ສິ່ງ​ທີ່​ເຮົາ​ສອນ ແລະ​ໃນ​ບາງ​ປະເທດ ພີ່ນ້ອງ​ຂອງ​ເຮົາ​ຖືກ​ທຸບ​ຕີ​ແລະ​ຖືກ​ຂັງ​ຄຸກ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ເຝົ້າ​ເບິ່ງ​ຢູ່.—1ປຕ. 3:12

“ຮັບ​ບັບເຕມາ​ທັນທີ” (ກິດຈະການ 16:25-34)

13. ສິ່ງ​ໃດ​ເຮັດ​ໃຫ້​ຜູ້​ຄຸມ​ຄຸກ​ຖາມ​ວ່າ: “ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ​ໄດ້?”

13 ໂປໂລ​ກັບ​ຊີລາ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເພື່ອ​ຈະ​ຟື້ນ​ໂຕ​ຈາກ​ການ​ຖືກ​ທຸບ​ຕີ. ແຕ່​ເມື່ອ​ຮອດ​ປະມານ​ທ່ຽງ​ຄືນ ເຂົາເຈົ້າ​ກໍ​ຮູ້ສຶກ​ດີ​ຂຶ້ນ​ຈົນ​ສາມາດ “ອະທິດຖານ​ແລະ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ.” ແລ້ວ​ຢູ່​ດີໆ​ກໍ​ມີ​ແຜ່ນດິນ​ໄຫວ​ຈົນ​ຄຸກ​ສັ່ນ​ສະເທືອນ! ເມື່ອ​ຜູ້​ຄຸມ​ຄຸກ​ຕື່ນ​ຂຶ້ນ​ມາ​ເຫັນ​ປະຕູ​ຄຸກ​ເປີດ​ຢູ່​ກໍ​ຢ້ານ​ວ່າ​ນັກໂທດ​ໜີ​ໄປ​ໝົດ​ແລ້ວ. ຍ້ອນ​ລາວ​ຮູ້​ວ່າ​ໂຕເອງ​ຈະ​ຖືກ​ລົງໂທດ​ຖ້າ​ປ່ອຍ​ໃຫ້​ນັກໂທດ​ໜີ​ໄປ​ໄດ້ ລາວ​ຈຶ່ງ “ຖອດ​ດາບ​ອອກ​ມາ​ເພື່ອ​ຈະ​ຂ້າ​ຕົວ​ຕາຍ” ແຕ່​ໂປໂລ​ຮ້ອງ​ວ່າ: “ຢ່າ​ທຳຮ້າຍ​ຕົວເອງ​ເລີຍ ພວກ​ເຮົາ​ທຸກ​ຄົນ​ຍັງ​ຢູ່​ນີ້!” ຜູ້​ຄຸມ​ຄຸກ​ທີ່​ກຳລັງ​ທຸກໃຈ​ເລີຍ​ຖາມ​ວ່າ: “ທ່ານ​ເອີຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ​ໄດ້?” ໂປໂລ​ກັບ​ຊີລາ​ບໍ່​ສາມາດ​ຊ່ວຍ​ລາວ​ໃຫ້​ລອດ​ໄດ້ ມີ​ແຕ່​ພະ​ເຢຊູ​ເທົ່າ​ນັ້ນ​ທີ່​ຊ່ວຍ​ໄດ້. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຕອບ​ລາວ​ວ່າ: “ໃຫ້​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຈະ​ລອດ.”—ກຈກ. 16:25-31

14. (ກ) ໂປໂລ​ກັບ​ຊີລາ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ຄຸມ​ຄຸກ​ແນວ​ໃດ? (ຂ) ໂປໂລ​ກັບ​ຊີລາ​ໄດ້​ຮັບ​ພອນ​ຫຍັງ​ຫຼັງ​ຈາກ​ທີ່​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ?

14 ຜູ້​ຄຸມ​ຄຸກ​ຈິງໃຈ​ບໍ​ທີ່​ຖາມ​ແບບ​ນັ້ນ? ໂປໂລ​ບໍ່​ສົງໄສ​ເລື່ອງ​ນີ້​ເລີຍ. ຜູ້​ຄຸມ​ຄຸກ​ເປັນ​ຄົນ​ຕ່າງ​ຊາດ​ເຊິ່ງ​ບໍ່​ລຶ້ງ​ເຄີຍ​ກັບ​ພະຄຳພີ. ກ່ອນ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ຕ້ອງ​ຮຽນ​ຮູ້​ແລະ​ຍອມຮັບ​ຄວາມ​ຈິງ​ພື້ນຖານ​ໃນ​ພະຄຳພີ. ດັ່ງນັ້ນ ໂປໂລ​ກັບ​ຊີລາ​ຈຶ່ງ​ໃຊ້​ເວລາ​ສອນ “ຄຳສອນ​ຂອງ​ພະ​ເຢໂຫວາ” ໃຫ້​ລາວ. ຕອນ​ທີ່​ໂປໂລ​ກັບ​ຊີລາ​ກຳລັງ​ຈົດຈໍ່​ກັບ​ການ​ສອນ​ພະຄຳພີ​ຈົນ​ລືມ​ຄວາມ​ເຈັບ​ປວດ​ຈາກ​ການ​ຖືກ​ທຸບ​ຕີ ຜູ້​ຄຸມ​ຄຸກ​ໄດ້​ສັງເກດ​ເຫັນ​ບາດ​ເລິກ​ຢູ່​ເທິງ​ຫຼັງ​ຂອງ​ເຂົາເຈົ້າ. ຜູ້​ຄຸມ​ຄຸກ​ຈຶ່ງ​ລ້າງ​ບາດ​ໃຫ້ ຈາກນັ້ນ​ລາວ​ກັບ​ຄົນ​ໃນ​ເຮືອນ “ກໍ​ຮັບ​ບັບເຕມາ​ທັນທີ.” ໂປໂລ​ກັບ​ຊີລາ​ໄດ້​ຮັບ​ພອນ​ຫຼາຍ​ແທ້ໆ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ!—ກຈກ. 16:32-34

15. (ກ) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ກັບ​ຊີລາ​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ໄປ​ຫາ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຮົາ​ຕໍ່ໆ​ໄປ?

15 ຄື​ກັບ​ໂປໂລ​ແລະ​ຊີລາ ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ປະກາດ​ຂ່າວດີ​ທັງໆ​ທີ່​ຖືກ​ຂັງ​ຄຸກ​ຍ້ອນ​ຄວາມ​ເຊື່ອ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ເຂົາເຈົ້າ​ນຳ. ຕົວຢ່າງ​ເຊັ່ນ ໃນ​ປະເທດ​ໜຶ່ງ​ທີ່​ວຽກ​ຂອງ​ເຮົາ​ເຄີຍ​ຖືກ​ສັ່ງ​ຫ້າມ ມີ​ຢູ່​ເທື່ອ​ໜຶ່ງ​ທີ່ 40 ເປີເຊັນ​ຂອງ​ພະຍານ​ພະ​ເຢໂຫວາ​ທັງໝົດ​ໃນ​ປະເທດ​ນັ້ນ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ຕອນ​ທີ່​ຢູ່​ໃນ​ຄຸກ! (ອຊຢ. 54:17) ຂໍ​ສັງເກດ​ອີກ​ຈຸດ​ໜຶ່ງ​ຄື ຜູ້​ຄຸມ​ຄຸກ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ແລ້ວ ຄ້າຍ​ກັນ ບາງ​ຄົນ​ໃນ​ທຸກ​ມື້​ນີ້​ທີ່​ບໍ່​ເຄີຍ​ຕອບ​ຮັບ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ອາດຈະ​ເປັນ​ຄື​ກັບ​ຜູ້​ຄຸມ​ຄຸກ​ຄົນ​ນີ້ ເຂົາເຈົ້າ​ອາດຈະ​ສົນໃຈ​ຄວາມ​ຈິງ​ຫຼັງ​ຈາກ​ທີ່​ມີ​ບັນຫາ​ຫຼື​ເຫດການ​ບາງ​ຢ່າງ​ທີ່​ສົ່ງ​ຜົນ​ຕໍ່​ຊີວິດ​ເຂົາເຈົ້າ. ດັ່ງນັ້ນ ການ​ທີ່​ເຮົາ​ໄປ​ຫາ​ເຂົາເຈົ້າ​ຫຼາຍ​ເທື່ອ​ກໍ​ສະແດງ​ວ່າ​ເຮົາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາເຈົ້າ.

“ຕອນນີ້​ຈະ​ໃຫ້​ພວກ​ເຮົາ​ໄປ​ມິດ​ໆ​ແບບ​ນີ້​ຫວາ?” (ກິດຈະການ 16:35-40)

16. ຕອນ​ເຊົ້າ​ຫຼັງ​ຈາກ​ທີ່​ໂປໂລ​ກັບ​ຊີລາ​ຖືກ​ຕີ ສະຖານະການ​ໄດ້​ປ່ຽນ​ໄປ​ແນວ​ໃດ?

16 ຕອນ​ເຊົ້າ​ຫຼັງ​ຈາກ​ທີ່​ໂປໂລ​ກັບ​ຊີລາ​ຖືກ​ຕີ​ແລ້ວ ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ກໍ​ສັ່ງ​ໃຫ້​ປ່ອຍ​ໂຕ​ໂປໂລ​ກັບ​ຊີລາ ແຕ່​ໂປໂລ​ບອກ​ວ່າ: “ພວກ​ເຂົາ​ຕີ​ພວກ​ເຮົາ​ທີ່​ເປັນ​ພົນລະເມືອງ​ໂຣມ​ໃນ​ບ່ອນ​ສາທາລະນະ ແລະ​ຂັງ​ພວກ​ເຮົາ​ໄວ້​ໃນ​ຄຸກ ທັງໆ​ທີ່​ຍັງ​ບໍ່​ໄດ້​ຕັດສິນ​ວ່າ​ມີ​ຄວາມ​ຜິ​ດ. ຕອນນີ້​ຈະ​ໃຫ້​ພວກ​ເຮົາ​ໄປ​ມິດໆ​ແບບ​ນີ້​ຫວາ? ບໍ່​ໄດ້​ດອກ! ໃຫ້​ພວກ​ເຂົາ​ມາ​ພາ​ພວກ​ເຮົາ​ອອກ​ໄປ​ແມະ.” ເມື່ອ​ໄດ້​ຍິນ​ວ່າ​ທັງ​ສອງ​ຄົນ​ນັ້ນ​ເປັນ​ພົນລະເມືອງ​ໂຣມ ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ “ກໍ​ຢ້ານ” ເພາະ​ເຂົາເຈົ້າ​ໄດ້​ລະເມີດ​ສິດທິ​ພົນລະເມືອງ. d ຕອນນີ້​ສະຖານະການ​ປ່ຽນ​ໄປ. ກ່ອນ​ໜ້າ​ນີ້​ພວກ​ລູກສິດ​ຖືກ​ທຸບ​ຕີ​ຕໍ່​ໜ້າ​ຜູ້​ຄົນ ແຕ່​ຕອນນີ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ມາ​ຂໍໂທດ​ພວກ​ລູກສິດ​ຕໍ່​ໜ້າ​ຜູ້​ຄົນ. ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ໄດ້​ອ້ອນວອນ​ໂປໂລ​ກັບ​ຊີລາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ຟີລິບປອຍ ເຂົາເຈົ້າ​ກໍ​ຍອມ​ເຮັດ​ຕາມ. ແຕ່​ກ່ອນ​ຈະ​ໄປ ເຂົາເຈົ້າ​ໄດ້​ໃຊ້​ເວລາ​ໃຫ້​ກຳລັງ​ໃຈ​ພວກ​ລູກສິດ​ໃໝ່​ທີ່​ກຳລັງ​ເພີ່ມ​ຂຶ້ນ ແລ້ວ​ຫຼັງ​ຈາກນັ້ນ​ກໍ​ອອກ​ເດີນທາງ.

17. ພວກ​ລູກສິດ​ໃໝ່​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຫຍັງ​ເມື່ອ​ໄດ້​ເຫັນ​ຄວາມ​ອົດທົນ​ຂອງ​ໂປໂລ​ກັບ​ຊີລາ?

17 ຖ້າ​ໂປໂລ​ກັບ​ຊີລາ​ບອກ​ວ່າ​ເຂົາເຈົ້າ​ເປັນ​ພົນລະເມືອງ​ໂຣມ​ຕັ້ງ​ແຕ່​ທຳອິດ ເຂົາເຈົ້າ​ອາດຈະ​ບໍ່​ຖືກ​ຕີ. (ກຈກ. 22:25, 26) ແຕ່​ນີ້​ອາດ​ເຮັດ​ໃຫ້​ພວກ​ລູກສິດ​ໃນ​ເມືອງ​ຟີລິບປອຍ​ຮູ້ສຶກ​ວ່າ​ໂປໂລ​ກັບ​ຊີລາ​ໄດ້​ໃຊ້​ສິດ​ພົນລະເມືອງ​ຂອງ​ໂຕເອງ​ເພື່ອ​ຈະ​ບໍ່​ຕ້ອງ​ທົນທຸກ​ຍ້ອນ​ຂ່າວດີ. ແລ້ວ​ນັ້ນ​ອາດຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພວກ​ລູກສິດ​ທີ່​ບໍ່​ໄດ້​ເປັນ​ພົນລະເມືອງ​ໂຣມ? ເນື່ອງ​ຈາກ​ກົດໝາຍ​ນັ້ນ​ຈະ​ບໍ່​ໄດ້​ປົກປ້ອງ​ເຂົາເຈົ້າ​ບໍ່​ໃຫ້​ຖືກ​ຕີ ດັ່ງນັ້ນ ໂປໂລ​ກັບ​ໝູ່​ຈຶ່ງ​ເລືອກ​ທີ່​ຈະ​ຖືກ​ລົງໂທດ​ເພື່ອ​ເຮັດ​ໃຫ້​ພີ່ນ້ອງ​ໃໝ່​ເຫັນ​ວ່າ ລູກສິດ​ຂອງ​ພະຄລິດ​ສາມາດ​ຮັກສາ​ຄວາມ​ສັດຊື່​ໄດ້​ເຖິງ​ຈະ​ຖືກ​ຂົ່ມເຫງ. ນອກ​ຈາກນັ້ນ ຕໍ່​ມາ​ໂປໂລ​ກັບ​ຊີລາ​ບອກ​ວ່າ​ເຂົາເຈົ້າ​ເປັນ​ພົນລະເມືອງ​ໂຣມ ນີ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ຍອມ​ປະກາດ​ຕໍ່​ໜ້າ​ຜູ້​ຄົນ​ວ່າ​ເຂົາເຈົ້າ​ເອງ​ເປັນ​ຝ່າຍ​ເຮັດ​ຜິດ​ກົດ. ການ​ເຮັດ​ແບບ​ນີ້​ອາດ​ຊ່ວຍ​ໃຫ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ລະວັງ​ຫຼາຍ​ຂຶ້ນ ແລະ​ຍັງ​ເປັນ​ການ​ປົກປ້ອງ​ຄລິດສະຕຽນ​ໃນ​ຕອນ​ນັ້ນ​ຈາກ​ການ​ຖືກ​ຂົ່ມເຫງ.

18. (ກ) ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ໂປໂລ​ແນວ​ໃດ? (ຂ) ເຮົາ​ຈະ “ປົກປ້ອງ​ຂ່າວດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ” ແນວ​ໃດ​ໃນ​ປັດຈຸບັນ?

18 ໃນ​ທຸກ​ມື້​ນີ້ ຜູ້​ດູແລ​ນຳໜ້າ​ພີ່ນ້ອງ​ໃນ​ປະຊາຄົມ​ຄລິດສະຕຽນ​ໂດຍ​ເຮັດ​ໃຫ້​ເຫັນ​ເປັນ​ແບບ​ຢ່າ​ງ. ຜູ້​ດູແລ​ເຕັມໃຈ​ເຮັດ​ທຸກ​ຢ່າງ​ທີ່​ເຂົາເຈົ້າ​ຢາກ​ໃຫ້​ພີ່ນ້ອງ​ເຮັດ. ຄື​ກັບ​ໂປໂລ ເຮົາ​ຄິດ​ຢ່າງ​ຮອບຄອບ​ວ່າ​ຈະ​ໃຊ້​ສິດ​ທາງ​ກົດໝາຍ​ຂອງ​ເຮົາ​ແນວ​ໃດ​ແລະ​ຕອນ​ໃດ​ເພື່ອ​ຈະ​ໄດ້​ຮັບ​ການ​ຄຸ້ມຄອງ. ຖ້າ​ຈຳເປັນ ເຮົາ​ອາດ​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ທ້ອງຖິ່ນ ສານ​ລະດັບ​ຊາດ ລວມ​ທັງ​ສານ​ລະຫວ່າງ​ປະເທດ​ດ້ວຍ​ຊ້ຳ​ເພື່ອ​ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຕາມ​ກົດໝາຍ​ແລະ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້. ເປົ້າໝາຍ​ຂອງ​ເຮົາ​ບໍ່​ແມ່ນ​ເພື່ອ​ປ່ຽນແປງ​ສັງຄົມ​ໃຫ້​ດີ​ຂຶ້ນ ແຕ່​ເພື່ອ “ປົກປ້ອງ​ຂ່າວດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ” ຄື​ກັບ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ປະຊາຄົມ​ໃນ​ເມືອງ​ຟີລິບປອຍ​ປະມານ 10 ປີ​ຫຼັງ​ຈາກ​ທີ່​ລາວ​ຖືກ​ຂັງ​ຄຸກ. (ຟລປ. 1:7) ແຕ່​ບໍ່​ວ່າ​ສານ​ຈະ​ຕັດສິນ​ອອກ​ມາ​ແນວ​ໃດ ເຮົາ​ຈະ​ເຮັດ​ຄື​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ ເຊິ່ງ​ກໍ​ຄື​ເຮົາ​ຈະ “ປະກາດ​ຂ່າວດີ” ຕໍ່​ໄປ​ໃນ​ທຸກ​ບ່ອນ​ທີ່​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊີ້ນຳ.—ກຈກ. 16:10

b ເປັນ​ໄປ​ໄດ້​ວ່າ​ຄົນ​ຢິວ​ຖືກ​ຫ້າມ​ບໍ່​ໃຫ້​ມີ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ເມືອງ​ຟີລິບປອຍ. ນີ້​ອາດ​ເປັນ​ຍ້ອນ​ວ່າ​ເມືອງ​ນີ້​ມີ​ຄວາມ​ສຳຄັນ​ດ້ານ​ການ​ທະຫານ ຫຼື​ອາດ​ເປັນ​ຍ້ອນ​ເມືອງ​ນີ້​ມີ​ຜູ້​ຊາຍ​ຄົນ​ຢິວ​ບໍ່​ຮອດ 10 ຄົນ. ເພື່ອ​ຈະ​ຕັ້ງ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໄດ້ ຈະ​ຕ້ອງ​ມີ​ຜູ້​ຊາຍ​ຢ່າງ​ໜ້ອຍ 10 ຄົນ.

d ກົດໝາຍ​ໂຣມ​ບອກ​ວ່າ​ພົນລະເມືອງ​ສົມຄວນ​ໄດ້​ຮັບ​ການ​ພິຈາລະນາ​ຄະດີ​ຢ່າງ​ຖືກຕ້ອງ​ສະເໝີ. ເຂົາເຈົ້າ​ບໍ່​ຄວນ​ຖືກ​ລົງໂທດ​ໃນ​ບ່ອນ​ສາທາລະນະ​ໂດຍ​ທີ່​ຍັງ​ບໍ່​ໄດ້​ພິຈາລະນາ​ຄະດີ​ແລະ​ເຫັນ​ວ່າ​ມີ​ຄວາມ​ຜິດ​ແທ້.