ບົດທີ 11
“ມີຄວາມສຸກຫຼາຍແລະເຕັມໄປດ້ວຍພະລັງບໍລິສຸດ”
ສິ່ງທີ່ເຮົາໄດ້ຮຽນຈາກໂປໂລຕອນທີ່ຕ້ອງເຈິກັບຄົນທີ່ບໍ່ຟັງແລະຕໍ່ຕ້ານຂ່າວດີ
ຈາກກິດຈະການ 13:1-52
1, 2. ວຽກມອບໝາຍຂອງບາຣະນາບາກັບໂຊໂລຕ່າງຈາກຂອງຄົນອື່ນໆແນວໃດ ແລະວຽກຂອງເຂົາເຈົ້າຊ່ວຍເຮັດໃຫ້ກິດຈະການ 1:8 ເກີດຂຶ້ນແທ້ແນວໃດ?
ມື້ນັ້ນເປັນມື້ທີ່ໜ້າຕື່ນເຕັ້ນສຳລັບພີ່ນ້ອງໃນປະຊາຄົມອັນຕີໂອເຂຍ. ຈາກຜູ້ພະຍາກອນແລະຜູ້ສອນທຸກຄົນທີ່ຢູ່ຫັ້ນ ພະເຈົ້າໄດ້ໃຊ້ພະລັງບໍລິສຸດໃຫ້ເລືອກບາຣະນາບາກັບໂຊໂລ ແລະໃຫ້ເຂົາເຈົ້າໄປປະກາດຂ່າວດີອີກບ່ອນໜຶ່ງທີ່ຢູ່ຫ່າງໄກ. a (ກຈກ. 13:1, 2) ແມ່ນຢູ່ວ່າ ກ່ອນໜ້ານີ້ ເຄີຍມີການສົ່ງພວກຜູ້ຊາຍທີ່ມີຄຸນສົມບັດເພື່ອອອກໄປປະກາດຂ່າວດີ. ແຕ່ສ່ວນໃຫຍ່ເຂົາເຈົ້າໄດ້ເດີນທາງໄປປະກາດໃນເຂດທີ່ມີການຍອມຮັບສາສະໜາຄລິດສະຕຽນຢູ່ແລ້ວ. (ກຈກ. 8:14; 11:22) ແຕ່ໃນເທື່ອນີ້ ບາຣະນາບາກັບໂຊໂລ ພ້ອມກັບໂຢຮັນມາຣະໂກຜູ້ຊ່ວຍຂອງເຂົາເຈົ້າຈະຖືກສົ່ງໄປໃນບ່ອນທີ່ຜູ້ຄົນສ່ວນໃຫຍ່ຍັງບໍ່ເຄີຍໄດ້ຍິນຂ່າວດີ.
2 ປະມານ 14 ປີກ່ອນໜ້ານັ້ນ ພະເຢຊູໄດ້ບອກລູກສິດຂອງເພິ່ນວ່າ “ພວກເຈົ້າຈະເປັນພະຍານຂອງຂ້ອຍໃນເມືອງເຢຣູຊາເລັມແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະຈົນຮອດສຸດຂອບໂລກ.” (ກຈກ. 1:8) ການສົ່ງບາຣະນາບາກັບໂຊໂລໃຫ້ໄປປະກາດໃນເຂດທີ່ຫ່າງໄກແລະໃນຕ່າງປະເທດຈະຊ່ວຍໃຫ້ຄຳເວົ້ານີ້ຂອງພະເຢຊູເກີດຂຶ້ນແທ້! b
“ແຕ່ງຕັ້ງ . . . ເພື່ອເຮັດວຽກ” (ກິດຈະການ 13:1-12)
3. ອັນໃດເຮັດໃຫ້ການເດີນທາງໄກເປັນເລື່ອງຍາກລຳບາກໃນສະຕະວັດທຳອິດ?
3 ທຸກມື້ນີ້ ຜູ້ຄົນສາມາດເດີນທາງໄກໂດຍໃຊ້ເວລາບໍ່ດົນຍ້ອນມີລົດແລະຍົນ. ແຕ່ໃນສະຕະວັດທຳອິດບໍ່ໄດ້ເປັນແບບນັ້ນ. ໃນສະໄໝນັ້ນ ວິທີຫຼັກໃນການເດີນທາງໄກກໍແມ່ນ ການຍ່າງ ຫຼາຍເທື່ອຕ້ອງຜ່ານເສັ້ນທາງທີ່ບໍ່ດີ. ການເດີນທາງໂດຍໃຊ້ເວລາໝົດມື້ກໍອາດໄປໄດ້ພຽງ 30 ກິໂລແມັດ ການເດີນທາງແບບນັ້ນກໍເຮັດໃຫ້ໝົດແຮງໄດ້! c ດັ່ງນັ້ນ ບາຣະນາບາກັບໂຊໂລຮູ້ດີວ່າວຽກມອບໝາຍຂອງເຂົາເຈົ້າບໍ່ງ່າຍ ເຂົາເຈົ້າທັງສອງຕ້ອງໃຊ້ຄວາມພະຍາຍາມແລະເສຍສະລະຫຼາຍ ແຕ່ເຂົາເຈົ້າກໍພ້ອມແລ້ວທີ່ຈະເລີ່ມຕົ້ນວຽກນີ້.—ມທ. 16:24
4. (ກ) ອັນໃດຊີ້ນຳໃຫ້ເລືອກບາຣະນາບາກັບໂຊໂລ ແລະພີ່ນ້ອງຮູ້ສຶກແນວໃດກັບການແຕ່ງຕັ້ງນັ້ນ? (ຂ) ເຮົາຈະສະໜັບສະໜູນພີ່ນ້ອງທີ່ໄດ້ຮັບການແຕ່ງຕັ້ງໃນປະຊາຄົມແນວໃດ?
4 ແຕ່ເປັນຫຍັງພະລັງບໍລິສຸດຈຶ່ງຊີ້ນຳໃຫ້ແຕ່ງຕັ້ງສະເພາະບາຣະນາບາກັບໂຊໂລ “ເພື່ອເຮັດວຽກ” ນີ້? (ກຈກ. 13:2) ຄຳພີໄບເບິນບໍ່ໄດ້ບອກ. ເຮົາຮູ້ວ່າພະລັງບໍສຸດຊີ້ນຳການເລືອກຜູ້ຊາຍສອງຄົນນີ້. ເນື້ອໃນຈາກກິດຈະການບໍ່ມີຫຍັງທີ່ສະແດງວ່າຜູ້ພະຍາກອນແລະຜູ້ສອນໃນອັນຕີໂອເຂຍຄັດຄ້ານເລື່ອງນີ້. ແທນທີ່ຈະເປັນແນວນັ້ນເຂົາເຈົ້າສະໜັບສະໜູນການແຕ່ງຕັ້ງຢ່າງເຕັມທີ. ຄິດເບິ່ງແມ້ວ່າ ບາຣະນາບາກັບໂຊໂລຄືຊິຮູ້ສຶກແນວໃດເມື່ອເຫັນພີ່ນ້ອງຄລິດສະຕຽນ “ອົດອາຫານແລະອະທິດຖານແລ້ວໆພວກເຂົາກໍວາງມືເທິງບາຣະນາບາແລະໂຊໂລ ແລ້ວສົ່ງທັງສອງອອກໄປ” ພວກພີ່ນ້ອງບໍ່ໄດ້ສະແດງຄວາມອິດສາເລີຍ. (ກຈກ. 13:3) ເຮົາກໍຄືກັນ ເຮົາຄວນສະໜັບສະໜູນພີ່ນ້ອງທີ່ຖືກແຕ່ງຕັ້ງໃນປະຊາຄົມ. ແທນທີ່ຈະອິດສາເຂົາເຈົ້າທີ່ໄດ້ຮັບສິດທິພິເສດ ເຮົາຄວນ “ຮັກແລະນັບຖືພວກເຂົາເປັນພິເສດເພາະວຽກທີ່ພວກເຂົາເຮັດ.”—1ທຊ. 5:13
5. ຂໍໃຫ້ອະທິບາຍວ່າການປະກາດຢູ່ເກາະໄຊປຣັດໜ້າຈະເປັນແນວໃດ.
5 ຫຼັງຈາກຍ່າງໄປຮອດເມືອງເຊເລີເກຍ ທ່າເຮືອທີ່ຢູ່ໃກ້ອັນຕີໂອເຂຍ ບາຣະນາບາກັບໂຊໂລຂຶ້ນເຮືອໄປຮອດເກາະໄຊປຣັດ ເຊິ່ງເປັນການເດີນທາງປະມານ 200 ກິໂລແມັດ. d ເນື່ອງຈາກບາຣະນາບາເປັນຄົນໄຊປຣັດ ລາວຄືຊິກະຕືລືລົ້ນທີ່ຈະປະກາດຂ່າວດີກັບຜູ້ຄົນທີ່ບ້ານເກີດຂອງລາວ. ເມື່ອມາຮອດຊາລາມີ ເຊິ່ງເປັນເມືອງທີ່ຢູ່ທາງເບື້ອງຕາເວັນອອກຂອງເກາະນັ້ນ ເຂົາເຈົ້າກໍບໍ່ໄດ້ປ່ອຍເວລາໃຫ້ເສຍໄປລ້າໆ. “ທັງສອງ . . . ກໍປະກາດຄຳສອນຂອງພະເຈົ້າຕາມບ່ອນປະຊຸມຂອງຊາວຢິວ” e ທັນທີ. (ກຈກ. 13:5) ບາຣະນາບາກັບໂຊໂລເດີນທາງຈາກເກາະເບື້ອງນີ້ໄປຈົນຮອດເກາະເບື້ອງນັ້ນ. ເຂົາເຈົ້າຄືຊິປະກາດກັບເມືອງໃຫຍ່ໆລະຫວ່າງທາງທີ່ເຂົາເຈົ້າຍ່າງ ແລະເຂົາເຈົ້າອາດຍ່າງເປັນໄລຍະທາງທີ່ໄກຫຼາຍປະມານ 160 ກິໂລແມັດ!
6, 7. (ກ) ເຊຄີໂອໂປໂລແມ່ນໃຜ ແລະເປັນຫຍັງບາຣະເຢຊູຂັດຂວາງບໍ່ໃຫ້ລາວຟັງຂ່າວດີ? (ຂ) ໂຊໂລເຮັດຫຍັງເພື່ອຢຸດແຜນການຂອງບາຣະເຢຊູ?
6 ໃນສະຕະວັດທຳອິດຜູ້ຄົນຢູ່ໃນເກາະໄຊປຣັດນະມັດສະການປອມ. ເຮົາເຫັນເລື່ອງນີ້ໄດ້ແຈ້ງເມື່ອບາຣະນາບາກັບໂຊໂລມາຮອດເມືອງປາໂຟ ເມືອງນັ້ນຢູ່ເບື້ອງຕາເວັນຕົກຂອງເກາະ. ໃນເມືອງປາໂຟ ເຂົາເຈົ້າໄດ້ເຈິກັບ “ຄົນຢິວຄົນໜຶ່ງເປັນພໍ່ມົດແລະເປັນຜູ້ພະຍາກອນປອມຊື່ບາຣະເຢຊູ ລາວຢູ່ນຳເຈົ້າແຂວງທີ່ຊື່ເຊຄີໂອໂປໂລເຊິ່ງເປັນຄົນສະຫຼາດ.” f ໃນສະຕະວັດທຳອິດຄົນໂຣມທີ່ມີຊື່ສຽງຫຼາຍຄົນລວມທັງ “ຄົນສະຫຼາດ” ເຊັ່ນ ເຊຄີໂອໂປໂລມັກໄປເພິ່ງພໍ່ມົດຫຼືໝໍທຳນວາຍຕອນທີ່ເຂົາເຈົ້າຕ້ອງຕັດສິນໃຈເລື່ອງທີ່ສຳຄັນຫຼາຍ. ແນວໃດກໍຕາມ ເຊຄີໂອໂປໂລກໍສົນໃຈຂ່າວດີເລື່ອງການປົກຄອງຂອງພະເຈົ້າແລະ “ຢາກຟັງຄຳສອນຂອງພະເຈົ້າຫຼາຍ.” ເລື່ອງນີ້ລົບກວນໃຈບາຣະເຢຊູຫຼາຍ ຜູ້ຄົນເອີ້ນບາຣະເຢຊູວ່າ ເອລີມາທີ່ແປວ່າ “ພໍ່ມົດ” ນີ້ຊ່ວຍເຮົາໃຫ້ຮູ້ວ່າ ບາຣະເຢຊູຄົນນີ້ມີອາຊີບຫຍັງ.—ກຈກ. 13:6-8
7 ບາຣະເຢຊູຕໍ່ຕ້ານຂ່າວສານເລື່ອງການປົກຄອງຂອງພະເຈົ້າ. ແທ້ໆແລ້ວ ທີ່ລາວເຮັດແບບນັ້ນເປັນຍ້ອນລາວຢາກມີອຳນາດແລະມີອິດທິພົນຄວບຄຸມເຊຄີໂອໂປໂລ ແລະວິທີດຽວທີ່ລາວເຮັດໄດ້ກໍຄືພະຍາຍາມ “ບໍ່ໃຫ້ເຈົ້າແຂວງເຊື່ອຄຳສອນ.” (ກຈກ. 13:8) ແຕ່ໂຊໂລບໍ່ຍອມໃຫ້ບາຣະເຢຊູເຮັດແບບນັ້ນ. ໂຊໂລເຮັດຫຍັງ? ຄຳພີໄບເບິນບອກວ່າ “ໂຊໂລເຊິ່ງມີອີກຊື່ໜຶ່ງວ່າໂປໂລກໍເຕັມໄປດ້ວຍພະລັງບໍລິສຸດ ລາວແນມເບິ່ງເອລີມາ ແລະເວົ້າວ່າ: ‘ເຈົ້າເປັນຄົນມີກົນອຸບາຍແລະຊົ່ວແທ້ໆເຈົ້າເປັນລູກມານຮ້າຍ ແລະເປັນສັດຕູຂອງທຸກສິ່ງທີ່ ຖືກຕ້ອງ ເຈົ້າຍັງບໍ່ເຊົາຂັດຂວາງແນວທາງທີ່ຖືກຕ້ອງຂອງພະເຢໂຫວາອີກຫວາ? ພະເຢໂຫວາຈະລົງໂທດເຈົ້າໃຫ້ຕາບອດ ເຈົ້າຈະບໍ່ເຫັນແສງຕາເວັນໄລຍະໜຶ່ງ.’ ທັນໃດນັ້ນ ເອລີມາຮູ້ສຶກຄືກັບຢູ່ໃນໝອກຕຶບໜາ ແລະຕາຂອງລາວກໍມືດ ລາວຈຶ່ງງົມໆທາວໆໃຫ້ຄົນມາຊ່ວຍຈູງລາວ.” g ການອັດສະຈັນສົ່ງຜົນແນວໃດ? ຄຳພີໄບເບິນບອກຕໍ່ໄປວ່າ “ເມື່ອເຈົ້າແຂວງເຫັນສິ່ງທີ່ເກີດຂຶ້ນກໍເຂົ້າມາເປັນລູກສິດ ເພາະຮູ້ສຶກປະທັບໃຈໃນຄຳສອນຂອງພະເຢໂຫວາ.”—ກຈກ. 13:9-12
8. ເຮົາຈະຮຽນແບບຄວາມກ້າຫານຂອງໂປໂລໃນທຸກມື້ນີ້ໄດ້ແນວໃດ?
8 ໂປໂລບໍ່ໄດ້ຢ້ານບາຣະເຢຊູ. ເຮົາກໍຄືກັນ ເຮົາບໍ່ຕ້ອງຢ້ານພວກຜູ້ຕໍ່ຕ້ານທີ່ພະຍາຍາມຈະທຳລາຍຄວາມເຊື່ອຂອງຜູ້ທີ່ສົນໃຈຂ່າວດີ. ແນ່ນອນ ເຮົາຄວນໃຫ້ຄຳເວົ້າຂອງເຮົາ “ກະລຸນາສະເໝີຄືກັບອາຫານທີ່ປຸງດ້ວຍເກືອ.” (ກລຊ. 4:6) ແຕ່ໃນເວລາດຽວກັນ ເຮົາກໍຈະບໍ່ຢ້ານຈົນບໍ່ກ້າເວົ້າຫຍັງເພື່ອໃຫ້ນັກສຶກສາຄຳພີໄບເບິນຕ້ອງປັບປ່ຽນ. ນອກຈາກນັ້ນ ເຮົາບໍ່ຄວນລັງເລທີ່ຈະເປີດໂປງສາສະໜາປອມທີ່ພະຍາຍາມ “ຂັດຂວາງແນວທາງທີ່ຖືກຕ້ອງຂອງພະເຢໂຫວາ” ຄືກັບທີ່ບາຣະເຢຊູໄດ້ເຮັດ. (ກຈກ. 13:10) ເຊັ່ນດຽວກັບໂປໂລ ຂໍໃຫ້ເຮົາປະກາດຄວາມຈິງຢ່າງກ້າຫານ ແລະຊ່ວຍຜູ້ຄົນທີ່ຢາກຮຽນຮູ້ຫຼາຍຂຶ້ນ. ເຖິງວ່າພະເຈົ້າບໍ່ໄດ້ໃຫ້ອຳນາດເຮົາເຮັດການອັດສະຈັນຄືກັບທີ່ເພິ່ນໃຫ້ແກ່ໂປໂລແຕ່ເຮົາກໍໝັ້ນໃຈໄດ້ວ່າ ພະເຢໂຫວາຈະໃຊ້ພະລັງບໍລິສຸດຂອງເພິ່ນຊັກນຳຄົນທີ່ເໝາະສົມໃຫ້ມາຮູ້ຄວາມຈິງ.—ຢຮ. 6:44
“ເວົ້າໃຫ້ກຳລັງໃຈ” (ກິດຈະການ 13:13-43)
9. ໂປໂລກັບບາຣະນາບາວາງຕົວຢ່າງທີ່ດີຫຍັງໄວ້ສຳລັບພີ່ນ້ອງທີ່ນຳໜ້າປະຊາຄົມໃນທຸກມື້ນີ້?
9 ເຂົາເຈົ້າອອກຈາກເມືອງປາໂຟ ແລະເດີນທາງດ້ວຍເຮືອປະມານ 250 ກິໂລແມັດເພື່ອໄປເມືອງເປກາ ເຊິ່ງຢູ່ທາງຝັ່ງຂອງອາຊີນ້ອຍ. ຫຼັງຈາກນັ້ນ ຜູ້ຂຽນປ່ຽນວິທີເວົ້າເຖິງຜູ້ຊາຍກຸ່ມນີ້ ໃນກິດຈະການ 13:13 ບອກວ່າ “ໂປໂລກັບຄົນທີ່ມານຳລາວ.” ນີ້ອາດໝາຍຄວາມວ່າໂປໂລເປັນຄົນນຳໜ້າພີ່ນ້ອງຊາຍກຸ່ມນີ້. ບໍ່ມີບ່ອນໃດໃນຄຳພີໄບເບິນທີ່ບອກວ່າ ບາຣະນາບາອິດສາໂປໂລ. ກົງກັນຂ້າມ ເຂົາເຈົ້າຍັງເຮັດວຽກນຳກັນຕໍ່ໄປເພື່ອສະໜັບສະໜູນຄວາມຕ້ອງການຂອງພະເຈົ້າ. ໂປໂລກັບບາຣະນາບາວາງຕົວຢ່າງທີ່ດີໄວ້ ສຳລັບພີ່ນ້ອງທີ່ນຳໜ້າປະຊາຄົມໃນທຸກມື້ນີ້. ພວກເຮົາບໍ່ຄວນພະຍາຍາມເປັນຄົນສຳຄັນຫຼືເດັ່ນດັງກວ່າຄົນອື່ນ ແຕ່ເຮົາຄວນຈື່ຄຳເວົ້າຂອງພະເຢຊູໄວ້ ເພິ່ນບອກວ່າ: “ພວກເຈົ້າທຸກຄົນເປັນພີ່ນ້ອງກັນ.” ພະເຢຊູຍັງບອກອີກວ່າ: “ຄົນທີ່ຍົກຕົວເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ ແລະຄົນທີ່ຖ່ອມຕົວລົງຈະໄດ້ຮັບການຍົກຍໍໃຫ້ສູງຂຶ້ນ.”—ມທ. 23:8, 12
10. ຂໍໃຫ້ອະທິບາຍວ່າການເດີນທາງຈາກເມືອງເປກາຫາເມືອງອັນຕີໂອເຂຍໃນແຂວງປີຊີເດຍເປັນແນວໃດ.
10 ເມື່ອມາຮອດເມືອງເປກາ ໂຢຮັນມາຣະໂກໄດ້ຖິ້ມໂປໂລກັບບາຣະນາບາແລະກັບໄປເມືອງເຢຣູຊາເລັມ. ບໍ່ໄດ້ມີການອະທິບາຍວ່າເປັນຫຍັງລາວຈຶ່ງເຮັດແບບນີ້. ໂປໂລກັບບາຣະນາບາຍັງເດີນທາງຕໍ່ໄປຈາກເມືອງເປກາຈົນຮອດອັນຕີໂອເຂຍແຂວງປີຊີເດຍ ເມືອງນີ້ຍັງເປັນສ່ວນໜຶ່ງຂອງແຂວງຄາລາເຕຍນຳ. ນີ້ບໍ່ແມ່ນການເດີນທາງທີ່ສະດວກ ຍ້ອນວ່າເມືອງນີ້ຢູ່ສູງກວ່າລະດັບນ້ຳທະເລປະມານ 1.100 ແມັດ. ເພື່ອຈະໄປບ່ອນນັ້ນ ເຂົາເຈົ້າຕ້ອງເດີນທາງຜ່ານພູ. ນອກຈາກນັ້ນ ການເດີນທາງນີ້ຍັງອັນຕະລາຍຍ້ອນມີໂຈນມັກມາທຳຮ້າຍນັກເດີນທາງ ແລະເບິ່ງຄືວ່າໂປໂລມີບັນຫາສຸຂະພາບນຳ. h
11, 12. ເມື່ອເວົ້າຢູ່ບ່ອນປະຊຸມຂອງຄົນຢິວໃນເມືອງອັນຕີໂອເຂຍແຂວງປີຊີເດຍ ໂປໂລກະຕຸ້ນຄວາມສົນໃຈຂອງຜູ້ຟັງແນວໃດ?
11 ໃນເມືອງອັນຕີໂອເຂຍແຂວງປີຊີເດຍ ໂປໂລກັບບາຣະນາບາໄດ້ເຂົ້າໄປໃນບ່ອນປະຊຸມຂອງຄົນຢິວໃນວັນຊະບາໂຕ. ຄຳພີໄບເບິນບອກວ່າ: “ຫຼັງຈາກທີ່ອ່ານກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນໃຫ້ປະຊາຊົນຟັງແລ້ວ ພວກຫົວໜ້າບ່ອນປະຊຸມຂອງຄົນຢິວກໍບອກໂປໂລກັບບາຣະນາບາວ່າ: ‘ພີ່ນ້ອງ ພວກເຈົ້າມີຫຍັງຢາກຈະເວົ້າໃຫ້ກຳລັງໃຈປະຊາຊົນບໍ?’” (ກຈກ. 13:15) ໂປໂລລຸກຂຶ້ນເວົ້າ.
12 ໂປໂລເລີ່ມຕົ້ນໂດຍເວົ້າກັບຜູ້ຟັງວ່າ: “ພວກເຈົ້າທີ່ເປັນຄົນອິດສະຣາເອນແລະຄົນຕ່າງຊາດທີ່ຢຳເກງພະເຈົ້າ.” (ກຈກ. 13:16) ຄົນທີ່ຟັງໂປໂລມີທັງຄົນຢິວແລະຄົນທີ່ປ່ຽນມານັບຖືສາສະໜາຢິວ. ເນື່ອງຈາກເຂົາເຈົ້າບໍ່ຍອມຮັບບົດບາດຂອງພະເຢຊູຕາມຄວາມຕ້ອງການຂອງພະເຈົ້າ ໂປໂລ ກະຕຸ້ນຄວາມສົນໃຈຂອງເຂົາເຈົ້າແນວໃດ? ຕອນທຳອິດ ໂປໂລສະຫຼຸບປະຫວັດສາດຂອງຊາດຢິວ. ລາວໄດ້ບອກວ່າພະເຢໂຫວາເປັນຜູ້ເລືອກເຂົາເຈົ້າ “ຕອນທີ່ພວກເຂົາຍັງເປັນຄົນຕ່າງດ້າວຢູ່ໃນເອຢິບ” ແລະເພິ່ນ “ອົດທົນກັບພວກເຂົາໃນບ່ອນທຸລະກັນດານ” ເປັນເວລາ 40 ປີຫຼັງຈາກເຂົາເຈົ້າອອກຈາກເອຢິບແລ້ວ. ໂປໂລຍັງໄດ້ເລົ່າເຖິງວິທີທີ່ຄົນອິດສະຣາເອນສາມາດຍຶດຄອງແຜ່ນດິນທີ່ພະເຈົ້າສັນຍາແລະວິທີທີ່ພະເຢໂຫວາ “ໃຫ້ຊາວອິດສະຣາເອນຄອບຄອງແຜ່ນດິນຂອງຄົນພວກນັ້ນ.” (ກຈກ. 13:17-19) ເຄີຍມີບາງຄົນບອກວ່າໂປໂລອາດອ້າງເຖິງບາງຕອນໃນພະຄຳພີທີ່ຜູ້ຟັງຫາກໍໄດ້ຍິນໃນຊ່ວງທີ່ມີການອ່ານໃນວັນຊະບາໂຕນັ້ນ. ຖ້າເປັນແນວນັ້ນແທ້ ນີ້ກໍເປັນອີກຕົວຢ່າງທີ່ສະແດງໃຫ້ເຫັນວ່າໂປໂລຮູ້ວິທີ “ປັບຕົວເປັນຄົນທຸກຊະນິດ.”—1ກຣ. 9:22
13. ເຮົາຈະເຂົ້າເຖິງໃຈຜູ້ຟັງໄດ້ແນວໃດ?
13 ພວກເຮົາກໍຄືກັນ ເຮົາຄວນພະຍາຍາມເຮັດໃຫ້ຂ່າວສານທີ່ເຮົາປະກາດເປັນເລື່ອງໜ້າສົນໃຈ. ຕົວຢ່າງເຊັ່ນ ຖ້າເຮົາຮູ້ວ່າຄົນທີ່ເຮົາລົມນຳເຊື່ອຫຍັງ ເຮົາກໍຈະເລືອກເລື່ອງທີ່ລາວໜ້າຈະສົນໃຈເປັນພິເສດ. ນອກຈາກນີ້ ເຮົາອາດຍົກຂໍ້ຄວາມຈາກຄຳພີໄບເບິນທີ່ຄົນນັ້ນລຶ້ງເຄີຍດີ. ແລະຄືຊິດີກວ່າຖ້າໃຫ້ຄົນນັ້ນອ່ານຈາກຄຳພີໄບເບິນຂອງລາວເອງ. ຂໍໃຫ້ເຮົາຊອກຫາວິທີຕ່າງໆທີ່ຈະເຂົ້າເຖິງໃຈຜູ້ຟັງ.
14. (ກ) ໂປໂລເລີ່ມຕົ້ນເວົ້າກ່ຽວກັບພະເຢຊູແນວໃດ ແລະລາວໃຫ້ຄຳເຕືອນຫຍັງ? (ຂ) ຄົນທີ່ຟັງໂປໂລຮູ້ສຶກແນວໃດ?
14 ຕໍ່ຈາກນັ້ນ ໂປໂລເວົ້າເຖິງເຊື້ອສາຍຂອງກະສັດອິດສະຣາເອນທີ່ນຳໄປເຖິງ “ຜູ້ຊ່ວຍໃຫ້ລອດ . . . ແມ່ນພະເຢຊູ” ໂດຍມີໂຢຮັນຜູ້ໃຫ້ຮັບບັບເຕມາເປັນຜູ້ກຽມທາງໄວ້ສຳລັບເພິ່ນ. ຈາກນັ້ນ ໂປໂລໄດ້ເລົ່າວ່າພະເຢຊູຖືກປະຫານແລະໄດ້ຖືກປຸກໃຫ້ຄືນມາຈາກຕາຍແນວໃດ. (ກຈກ. 13:20-37) ໂປໂລບອກວ່າ “ຂ້ອຍຂໍປະກາດໃຫ້ພວກເຈົ້າຮູ້ວ່າ ໂດຍທາງຄວາມຕາຍຂອງພະເຢຊູ ພະເຈົ້າຈະອະໄພບາບໃຫ້ພວກເຈົ້າໄດ້ . . . ໂດຍທາງທ່ານຜູ້ນີ້ ພະເຈົ້າຈຶ່ງຖືວ່າທຸກຄົນທີ່ມີຄວາມເຊື່ອຈະບໍ່ມີຄວາມຜິດ.” ແລ້ວອັກຄະສາວົກໄດ້ເຕືອນຜູ້ຟັງວ່າ: “ລະວັງໃຫ້ດີ ຂໍຢ່າໃຫ້ສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ເກີດຂຶ້ນກັບພວກເຈົ້າທີ່ວ່າ: ‘ເບິ່ງແມ້ ພວກຄົນໝິ່ນປະໝາດ ພວກເຈົ້າຈະຕົກຕະລຶງແລະຕາຍໄປ ເພາະເຮົາກຳລັງເຮັດບາງຢ່າງໃນສະໄໝຂອງພວກເຈົ້າທີ່ພວກເຈົ້າຈະບໍ່ເຊື່ອ ເຖິງວ່າມີຄົນມາບອກຢ່າງລະອຽດແລ້ວກໍຕາມ.’” ຫຼັງຈາກໄດ້ຟັງໂປໂລເວົ້າແລ້ວ ຄຳພີໄບເບິນບອກວ່າ “ຜູ້ຄົນກໍອ້ອນວອນທັງສອງໃຫ້ມາເວົ້າເລື່ອງນີ້ໃຫ້ພວກເຂົາຟັງອີກໃນວັນຊະບາໂຕຕໍ່ໄປ.” ໂປໂລອາດຄາດບໍ່ເຖິງວ່າຄົນທີ່ຟັງລາວຈະຮູ້ສຶກແບບນີ້. ນອກຈາກນັ້ນ ເມື່ອຈົບການປະຊຸມແລ້ວ “ຊາວຢິວກັບຄົນທີ່ປ່ຽນມາຖືສາສະໜາຢິວຫຼາຍຄົນກໍຕິດຕາມໂປໂລກັບບາຣະນາບາໄປ.”—ກຈກ. 13:38-43
“ພວກເຮົາຈະໄປປະກາດກັບຄົນຕ່າງຊາດ” (ກິດຈະການ 13:44-52)
15. ເກີດຫຍັງຂຶ້ນໃນວັນຊະບາໂຕຕໍ່ມາ?
15 ໃນວັນຊະບາໂຕຕໍ່ມາ “ຄົນເກືອບໝົດເມືອງ” ມາຊຸມນຸມກັນເພື່ອຟັງໂປໂລ. ເລື່ອງນີ້ເຮັດໃຫ້ຄົນຢິວບາງຄົນອິດສາ ເຂົາເຈົ້າ “ໂຕ້ແຍ່ງກັບໂປໂລໂດຍໃຊ້ຄຳເວົ້າທີ່ໝິ່ນປະໝາດ.” ໂປໂລກັບບາຣະນາບາໄດ້ບອກເຂົາເຈົ້າຢ່າງກ້າຫານວ່າ: “ພວກເຈົ້າເປັນກຸ່ມທຳອິດທີ່ໄດ້ຍິນຄຳສອນຂອງພະເຈົ້າ ແຕ່ພວກເຈົ້າບໍ່ຍອມຟັງແລະບໍ່ປະພຶດຕົວສົມກັບຊີວິດຕະຫຼອດໄປ. ດັ່ງນັ້ນ ພວກເຮົາຈະໄປປະກາດກັບຄົນຕ່າງຊາດ. ເພາະພະເຢໂຫວາສັ່ງພວກເຮົາໄວ້ວ່າ: ‘ເຮົາແຕ່ງຕັ້ງເຈົ້າໃຫ້ເປັນແສງສະຫວ່າງຂອງ ຊາດຕ່າງໆເພື່ອເຈົ້າຈະປະກາດເລື່ອງຄວາມລອດໄປຈົນຮອດສຸດຂອບໂລກ.’”—ກຈກ. 13:44-47; ອຊຢ. 49:6
16. ຄົນຢິວມີທ່າທີແນວໃດຕໍ່ຄຳເວົ້າທີ່ໜັກແໜ້ນຂອງໂປໂລກັບບາຣະນາບາ ແລະເຂົາເຈົ້າເຮັດແນວໃດເມື່ອເຈິການຕໍ່ຕ້ານ?
16 ຜູ້ຟັງທີ່ເປັນຄົນຕ່າງຊາດມີຄວາມສຸກ ແລະ “ທຸກຄົນທີ່ເຕັມໃຈຕອບຮັບຄວາມຈິງເຊິ່ງເຮັດໃຫ້ໄດ້ຊີວິດຕະຫຼອດໄປກໍເຂົ້າມາເປັນລູກສິດ.” (ກຈກ. 13:48) ບໍ່ດົນ ຄຳສອນຂອງພະເຢໂຫວາກໍແພ່ອອກໄປທົ່ວເຂດນັ້ນ. ແຕ່ເຮົາເຫັນໄດ້ວ່າທ່າທີຂອງຄົນຢິວແຕກຕ່າງອອກໄປ. ແທ້ໆແລ້ວ ໂປໂລກັບບາຣະນາບາບອກເຂົາເຈົ້າວ່າ ເຖິງວ່າມີການປະກາດໃຫ້ເຂົາເຈົ້າຟັງກ່ອນກຸ່ມອື່ນໆແຕ່ເຂົາເຈົ້າພັດຈົງໃຈປະຕິເສດເມຊີອາ ນີ້ເຮັດໃຫ້ເຂົາເຈົ້າສົມຄວນທີ່ຈະຖືກພະເຈົ້າລົງໂທດ. ຄົນຢິວໄດ້ຍຸຍົງພວກຜູ້ຍິງທີ່ມີຊື່ສຽງ ແລະພວກຜູ້ຊາຍທີ່ເປັນຄົນສຳຄັນໃນເມືອງນັ້ນໃຫ້ “ປຸກລະດົມໃຫ້ມີການຂົ່ມເຫງແລະໄລ່ໂປໂລກັບບາຣະນາບາໃຫ້ອອກຈາກເຂດນັ້ນ.” ໂປໂລກັບບາຣະນາບາເຮັດແນວໃດ? ທັງ 2 ຄົນ “ສັ່ນຂີ້ຝຸ່ນອອກຈາກຕີນເພື່ອໃຫ້ຮູ້ວ່າໄດ້ເຕືອນພວກເຂົາແລ້ວ ຈາກນັ້ນທັງສອງກໍເດີນທາງໄປເມືອງອີໂກນີອົນ.” ນັ້ນໝາຍຄວາມວ່າ ສາສະໜາຄລິດສະຕຽນໃນເມືອງອັນຕີໂອເຂຍໃນແຂວງປີຊີເດຍຮອດຈຸດຈົບແລ້ວບໍ? ບໍ່ແມ່ນ! ພວກລູກສິດທີ່ເຫຼືອຢູ່ໃນເມືອງນັ້ນ “ມີຄວາມສຸກຫຼາຍແລະເຕັມໄປດ້ວຍພະລັງບໍລິສຸດ.”—ກຈກ. 13:50-52
17-19. ເຮົາສາມາດຮຽນແບບຕົວຢ່າງທີ່ດີຂອງໂປໂລກັບບາຣະນາບາໃນທາງໃດແດ່ ແລະຖ້າເຮັດແບບນັ້ນ ເຮົາຈະມີຄວາມສຸກໄດ້ແນວໃດ?
17 ເຮົາໄດ້ຮຽນຈາກຕົວຢ່າງຂອງພວກລູກສິດທີ່ມີຄວາມສຸກທັງໆທີ່ຖືກຂົ່ມເຫງ. ເຮົາຈະບໍ່ເຊົາປະກາດ ເຖິງວ່າຄົນທີ່ມີອຳນາດພະຍາຍາມຫ້າມເຮົາ. ນອກຈາກນັ້ນ ເຮົາສັງເກດວ່າຕອນທີ່ຜູ້ຄົນໃນເມືອງອັນຕີໂອເຂຍປະຕິເສດຂ່າວສານ ໂປໂລກັບບາຣະນາບາ “ສັ່ນຂີ້ຝຸ່ນອອກຈາກຕີນ” ທ່າທາງແບບນີ້ບໍ່ໄດ້ສະແດງວ່າເຂົາເຈົ້າໃຈຮ້າຍໃຫ້ຄົນເມືອງນັ້ນ ແຕ່ເປັນການສະແດງວ່າເຂົາເຈົ້າບໍ່ຕ້ອງຮັບຜິດຊອບຕໍ່ສິ່ງທີ່ຈະເກີດຂຶ້ນກັບຜູ້ຄົນໃນເມືອງນັ້ນ ແລະເຂົາເຈົ້າຮູ້ດີວ່າບໍ່ສາມາດບັງຄັບຜູ້ໃດໃຫ້ຕອບຮັບຂ່າວດີໄດ້. ແຕ່ສິ່ງທີ່ເຂົາເຈົ້າເຮັດໄດ້ກໍຄື ປະກາດຕໍ່ໄປ. ໂປໂລກັບບາຣະນາບາກໍໄດ້ປະກາດຕໍ່ໄປແທ້ໆຕອນທີ່ຍ້າຍໄປເມືອງອີໂກນີອົນ!
18 ຈະເວົ້າແນວໃດກັບພວກລູກສິດທີ່ຍັງຢູ່ໃນເມືອງອັນຕີໂອເຂຍ? ແມ່ນຢູ່ວ່າ ເຂົາເຈົ້າຢູ່ໃນເຂດທີ່ຜູ້ຄົນບໍ່ມັກຄວາມຈິງ. ແຕ່ຄວາມສຸກຂອງເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບວ່າມີຄົນຕອບຮັບຄວາມຈິງຫຼືບໍ່. ພະເຢຊູບອກວ່າ: “ຄົນທີ່ຈະມີຄວາມສຸກແມ່ນຄົນທີ່ໄດ້ຍິນຄຳສອນຂອງພະເຈົ້າແລະເຮັດຕາມສິ່ງນັ້ນ!” (ລກ. 11:28) ພວກລູກສິດໃນເມືອງອັນຕີໂອເຂຍແຂວງປີຊີເດຍກໍຕັ້ງໃຈທີ່ຈະເຊື່ອຟັງຄຳສັ່ງຂອງພະເຢຊູ.
19 ຄືກັບໂປໂລແລະບາຣະນາບາ ເຮົາຄວນຈື່ໄວ້ສະເໝີວ່າ ໜ້າທີ່ຮັບຜິດຊອບຂອງເຮົາແມ່ນ ການປະກາດຂ່າວດີ. ແລະຜູ້ຟັງຂອງເຮົາຕ້ອງຕັດສິນໃຈວ່າ ລາວຈະຍອມຮັບຫຼືປະຕິເສດຂ່າວສານທີ່ເຮົາປະກາດ. ຖ້າຄົນທີ່ເຮົາປະກາດນຳເບິ່ງຄືບໍ່ຕອບຮັບ ເຮົາກໍສາມາດຮຽນຈາກຕົວຢ່າງຂອງພວກລູກສິດໃນສະຕະວັດທຳອິດ. ເຖິງວ່າມີການຕໍ່ຕ້ານ ແຕ່ເຮົາກໍຍັງມີຄວາມສຸກໄດ້ ຖ້າພວກເຮົາຄິດວ່າຂ່າວດີທີ່ເຮົາປະກາດມີຄ່າຫຼາຍສ່ຳໃດ ແລະຖ້າເຮົາໃຫ້ພະເຈົ້າຊີ້ນຳໂດຍທາງພະລັງບໍລິສຸດ.—ຄລຕ. 5:18, 22
a ເບິ່ງຂອບ “ ບາຣະນາບາ—‘ຜູ້ໃຫ້ກຳລັງໃຈ’”
b ໃນຕອນນັ້ນ ມີການປະກາດກວ້າງໄກໄປເຖິງເມືອງອັນຕີໂອເຂຍໃນແຂວງຊີເຣຍຢູ່ແລ້ວ ແລະມີການຕັ້ງປະຊາຄົມຢູ່ຫັ້ນນຳ ເມືອງອັນຕີໂອເຂຍຢູ່ຫ່າງຈາກເມືອງເຢຣູຊາເລັມໄປທາງເໜືອປະມານ 550 ກິໂລແມັດ.
c ເບິ່ງຂອບ “ ການເດີນທາງ”
d ໃນສະຕະວັດທຳອິດ ເຮືອອາດເດີນທາງໄດ້ປະມານ 160 ກິໂລແມັດໃນໜຶ່ງມື້ຖ້າຄື້ນລົມພັດດີ. ແຕ່ຖ້າສະພາບອາກາດບໍ່ດີ ການເດີນທາງອາດໃຊ້ເວລາດົນກວ່ານັ້ນຫຼາຍ.
e ເບິ່ງຂອບ “ ຕາມບ່ອນປະຊຸມຂອງຄົນຢິວ”
f ໄຊປຣັດຢູ່ພາຍໃຕ້ການປົກຄອງຂອງສານສູງຂອງໂຣມ. ໂຣມເປັນຜູ້ແຕ່ງຕັ້ງເຈົ້າແຂວງເພື່ອເປັນຕົວແທນໃນການເບິ່ງແຍງເລື່ອງຕ່າງໆຢູ່ເກາະນີ້.
g ຕໍ່ຈາກນີ້ ໂຊໂລຈະຖືກເອີ້ນວ່າໂປໂລ. ບາງຄົນບອກວ່າລາວຮັບເອົາຊື່ໂຣມເພື່ອເປັນການໃຫ້ກຽດເຊຄີໂອໂປໂລ. ແຕ່ເຮົາເຫັນວ່າໂປໂລຍັງໃຊ້ຊື່ນີ້ຫຼັງອອກຈາກເກາະໄຊປຣັດແລ້ວ ນີ້ສະແດງວ່າໂປໂລເຊິ່ງເປັນ “ອັກຄະສາວົກທີ່ຖືກສົ່ງໄປຫາຄົນຕ່າງຊາດ” ຕັດສິນໃຈໃຊ້ຊື່ໂຣມຕັ້ງແຕ່ນີ້ເປັນຕົ້ນໄປ. ນອກຈາກນັ້ນ ອາດເປັນໄປໄດ້ທີ່ລາວໃຊ້ຊື່ໂປໂລ ຍ້ອນການອອກສຽງໃນພາສາກຣີກສຳລັບຊື່ເຮັບເຣີໂຊໂລ ຄ້າຍກັນຫຼາຍກັບການອອກສຽງຄຳກຣີກເຊິ່ງມີຄວາມໝາຍໃນແງ່ບໍ່ດີ.—ຣມ. 11:13