ບົດທີ 12
“ໄດ້ຮັບອຳນາດຈາກພະເຢໂຫວາໃຫ້ປະກາດຢ່າງກ້າຫານ”
ໂປໂລກັບບາຣະນາບາສະແດງຄວາມຖ່ອມຕົວ ຄວາມອົດທົນ ແລະຄວາມກ້າຫານ
ຈາກກິດຈະການ 14:1-28
1, 2. ເກີດເຫດການຫຍັງຂຶ້ນຕອນທີ່ໂປໂລກັບບາຣະນາບາຢູ່ໃນເມືອງລີສະຕຣາ?
ເກີດຄວາມວຸ່ນວາຍໃນເມືອງລີສະຕຣາ. ຜູ້ຊາຍຄົນໜຶ່ງເປັນລ່ອຍຕັ້ງແຕ່ເກີດໂດດເຕັ້ນດ້ວຍຄວາມດີໃຈທີ່ມີຜູ້ຊາຍແປກໜ້າສອງຄົນປິ່ນປົວລາວ. ຜູ້ຄົນຮູ້ສຶກງຶດໃນສິ່ງທີ່ເຂົາເຈົ້າເຫັນ ເຂົາເຈົ້າເຊື່ອວ່າຜູ້ຊາຍທັງສອງຄົນນີ້ເປັນເທບພະເຈົ້າຂອງຊູດສ໌ຈຶ່ງເອົາພວງມາໄລມາໃຫ້ຜູ້ຊາຍທັງສອງ. ເຂົາເຈົ້າເອົາງົວມາແລະຕັ້ງໃຈຈະຂ້າເພື່ອຖວາຍເປັນເຄື່ອງບູຊາ. ໂປໂລກັບບາຣະນາບາພະຍາຍາມຫ້າມບໍ່ໃຫ້ເຂົາເຈົ້າເຮັດແບບນັ້ນ. ທັງສອງຈີກເສື້ອຄຸມໂຕເອງແລ້ວແລ່ນເຂົ້າໄປຫາຜູ້ຄົນເພື່ອຂໍຮ້ອງບໍ່ໃຫ້ນະມັດສະການເຂົາເຈົ້າ ແຕ່ເຂົາເຈົ້າກໍເກືອບຈະຫ້າມໄວ້ບໍ່ຢູ່.
2 ຕໍ່ຈາກນັ້ນ ມີຄົນຢິວທີ່ຕໍ່ຕ້ານມາຈາກເມືອງອັນຕີໂອເຂຍແລະເມືອງອີໂກນີອົນໃນແຂວງປີຊີເດຍ. ເຂົາເຈົ້າເວົ້າໃສ່ຮ້າຍໂປໂລກັບບາຣະນາບາ ນີ້ເຮັດໃຫ້ຄົນໃນເມືອງລີສະຕຣາກຽດຊັງທັງສອງຄົນ. ຜູ້ຄົນທີ່ກ່ອນໜ້ານີ້ຢາກນະມັດສະການເຂົາເຈົ້າ ຕອນນີ້ມາອ້ອມໂປໂລໄວ້ແລ້ວເອົາຫີນດຶກໃສ່ລາວຈົນສະຫຼົບໄປ. ເມື່ອໄດ້ລະບາຍຄວາມຄຽດແຄ້ນຈົນພໍໃຈແລ້ວ ເຂົາເຈົ້າກໍລາກໂປໂລທີ່ຖືກດຶກຫີນໃສ່ອອກໄປນອກປະຕູເມືອງ ຍ້ອນຄິດວ່າໂປໂລຕາຍແລ້ວ.
3. ເຮົາຈະລົມກັນກ່ຽວກັບຄຳຖາມຫຍັງໃນບົດນີ້?
3 ອັນໃດເຮັດໃຫ້ເກີດການປ່ຽນແປງຢ່າງໄວວາແບບນີ້? ຜູ້ປະກາດຂ່າວດີໃນປັດຈຸບັນຈະຮຽນຫຍັງໄດ້ຈາກສິ່ງທີ່ເກີດຂຶ້ນກັບບາຣະນາບາ ໂປໂລ ແລະຄົນເມືອງລີສະຕຣາ? ແລະຄລິດສະຕຽນຜູ້ດູແລຈະຮຽນແບບຕົວຢ່າງຂອງບາຣະນາບາກັບໂປໂລໄດ້ແນວໃດ ຕອນທີ່ເຂົາເຈົ້າຮັບໃຊ້ຢ່າງອົດທົນໂດຍ “ໄດ້ຮັບອຳນາດຈາກພະເຢໂຫວາໃຫ້ປະກາດຢ່າງກ້າຫານ”?—ກຈກ. 14:3
“ຄົນ . . . ຈຳນວນຫຼາຍເຂົ້າມາເປັນລູກສິດ” (ກິດຈະການ 14:1-7)
4, 5. ເປັນຫຍັງໂປໂລກັບບາຣະນາບາເດີນທາງໄປເມືອງອີໂກນີອົນ ແລະເກີດຫຍັງຂຶ້ນຢູ່ຫັ້ນ?
4 ບໍ່ເທົ່າໃດມື້ກ່ອນໜ້ານັ້ນ ໂປໂລກັບບາຣະນາບາຖືກໄລ່ອອກຈາກເມືອງອັນຕີໂອເຂຍໃນແຂວງປີຊີເດຍຂອງໂຣມຫຼັງຈາກຄົນຢິວທີ່ຕໍ່ຕ້ານໄດ້ກໍ່ຄວາມຫຍຸ້ງຍາກໃຫ້ເຂົາເຈົ້າ. ແທນທີ່ເຂົາເຈົ້າຈະທໍ້ໃຈ ເຂົາເຈົ້າທັງສອງ “ສັ່ນຂີ້ຝຸ່ນອອກຈາກຕີນ” ເພື່ອຢືນຢັນວ່າເປັນຄວາມຜິດຂອງຄົນເມືອງນັ້ນທີ່ບໍ່ຟັງສິ່ງທີ່ເຂົາເຈົ້າເວົ້າ. (ກຈກ. 13:50-52; ມທ. 10:14) ໂປໂລກັບບາຣະນາບາກໍໄປຢ່າງສັນຕິແລະປ່ອຍ ໃຫ້ພະເຈົ້າຈັດການກັບພວກຜູ້ຕໍ່ຕ້ານເຫຼົ່ານັ້ນ. (ກຈກ. 18:5, 6; 20:26) ເຂົາເຈົ້າຍັງມີຄວາມສຸກຕອນທີ່ເດີນທາງໄປປະກາດຕໍ່. ໂປໂລກັບບາຣະນາບາເດີນທາງປະມານ 150 ກິໂລແມັດໄປທາງຕາເວັນອອກສຽງໃຕ້ ແລະເຂົາເຈົ້າກໍມາຮອດບ່ອນທີ່ເປັນພື້ນທີ່ສູງແລະອຸດົມສົມບູນເຊິ່ງຕັ້ງຢູ່ລະຫວ່າງພູທໍຣັດສ໌ກັບພູຊັນແທນ.
5 ເມື່ອເດີນທາງມາຮອດ ໂປໂລກັບບາຣະນາບາແວ່ຢູ່ອີໂກນີອົນເປັນເທື່ອທຳອິດ ເມືອງນີ້ຍັງຮັກສາວັດທະນະທຳກຣີກແລະເປັນໜຶ່ງໃນເມືອງທີ່ສຳຄັນໃນແຂວງຄາລາເຕຍຂອງໂຣມ. a ເມືອງນີ້ມີຄົນຢິວທີ່ມີອິດທິພົນແລະມີຄົນທີ່ປ່ຽນມານັບຖືສາສະໜາຢິວຈຳນວນຫຼາຍ ໂປໂລກັບບາຣະນາບາເຂົ້າໄປໃນບ່ອນປະຊຸມຂອງຄົນຢິວຄືເກົ່າ ແລະເຂົາເຈົ້າກໍເລີ່ມປະກາດ. (ກຈກ. 13:5, 14) ທັງສອງ “ບັນລະຍາຍດີຫຼາຍຈົນເຮັດໃຫ້ຄົນຢິວແລະຄົນກຣີກຈຳນວນຫຼາຍເຂົ້າມາເປັນລູກສິດຂອງພະເຢຊູ.”—ກຈກ. 14:1
6. ອັນໃດເຮັດໃຫ້ໂປໂລກັບບາຣະນາບາບັນຍາຍໄດ້ດີຂະໜາດນັ້ນ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
6 ອັນໃດເຮັດໃຫ້ໂປໂລກັບບາຣະນາບາບັນລະຍາຍໄດ້ດີຂະໜາດນີ້? ໂປໂລມີຄວາມຮູ້ກ່ຽວກັບພະຄຳພີເປັນຢ່າງດີ. ລາວເຊື່ອມໂຍງປະຫວັດສາດ ຄຳພະຍາກອນ ແລະກົດໝາຍຂອງໂມເຊໄດ້ເປັນຢ່າງດີເພື່ອພິສູດວ່າພະເຢຊູເປັນເມຊີອາຕາມຄຳສັນຍາ. (ກຈກ. 13:15-31; 26:22, 23) ສ່ວນບາຣະນາບາ ຕອນທີ່ລາວເວົ້າ ລາວສະແດງຄວາມຫ່ວງໃຍຕໍ່ຄົນອື່ນ. (ກຈກ. 4:36, 37; 9:27; 11:23, 24) ທັງໂປໂລແລະບາຣະນາບາບໍ່ໄດ້ສອນຕາມຄວາມເຂົ້າໃຈຂອງໂຕເອງ ແຕ່ສອນໂດຍ “ອຳນາດຈາກພະເຢໂຫວາ.” ເຈົ້າຈະຮຽນແບບໂປໂລແລະບາຣະນາບາໄດ້ແນວໃດຕອນທີ່ປະກາດ? ເຈົ້າຕ້ອງລຶ້ງເຄີຍກັບຖ້ອຍຄຳຂອງພະເຈົ້າເປັນຢ່າງດີ. ເລືອກຂໍ້ຄຳພີທີ່ຜູ້ຟັງໜ້າຈະສົນໃຈຫຼາຍທີ່ສຸດ ພະຍາຍາມຫາວິທີໃຫ້ກຳລັງໃຈຜູ້ຟັງ. ແລະເພິ່ງຖ້ອຍຄຳຂອງພະເຢໂຫວາສະເໝີ ຢ່າເພິ່ງຄວາມສາມາດແລະສະຕິປັນຍາຂອງໂຕເອງ.
7. (ກ) ຜູ້ຄົນອາດມີທ່າທີແນວໃດຕໍ່ຂ່າວດີ? (ຂ) ຖ້າຄອບຄົວຂອງເຈົ້າບໍ່ມັກທີ່ເຈົ້າເຂົ້າມານະມັດສະການພະເຢໂຫວາ ເຈົ້າຄວນຈື່ຫຍັງໄວ້?
7 ບໍ່ແມ່ນທຸກຄົນໃນເມືອງອີໂກນີອົນມັກຟັງສິ່ງທີ່ໂປໂລກັບບາຣະນາບາເວົ້າ. ລູກາເວົ້າຕໍ່ໄປວ່າ “ຄົນຢິວທີ່ບໍ່ເຊື່ອໄດ້ຍຸຍົງຄົນຕ່າງຊາດໃຫ້ກຽດຊັງພວກເຂົາ.” ໂປໂລກັບບາຣະນາບາຮູ້ວ່າເຂົາເຈົ້າຕ້ອງຢູ່ຫັ້ນຕໍ່ໄປເພື່ອເວົ້າປົກປ້ອງຂ່າວດີ ເຂົາເຈົ້າ “ຢູ່ຫັ້ນດົນສົມຄວນ ທັງສອງຄົນ . . . ປະກາດຢ່າງກ້າຫານ.” ຜົນກໍຄື “ຄົນໃນເມືອງນີ້ແຕກແຍກເປັນ 2 ພວກ ພວກໜຶ່ງເຂົ້າຂ້າງຄົນຢິວ ອີກພວກໜຶ່ງເຂົ້າຂ້າງພວກອັກຄະສາວົກ.” (ກຈກ. 14:2-4) ທຸກມື້ນີ້ ຂ່າວດີທີ່ເຮົາປະກາດອາດສົ່ງຜົນຄ້າຍຄືກັນ. ສຳລັບບາງຄົນທີ່ໄດ້ຟັງຂ່າວດີ ເຂົາເຈົ້າເປັນນ້ຳໜຶ່ງໃຈດຽວກັນຫຼາຍຂຶ້ນ ແຕ່ກໍມີບາງຄົນຕໍ່ຕ້ານແລະເຮັດໃຫ້ເກີດຄວາມແຕກແຍກ. (ມທ. 10:34-36) ຖ້າຄອບຄົວຂອງເຈົ້າບໍ່ມັກທີ່ເຈົ້ານະມັດສະການພະເຢໂຫວາ ຂໍໃຫ້ຈື່ໄວ້ວ່າຫຼາຍເທື່ອທີ່ເປັນແບບນີ້ກໍຍ້ອນເຂົາເຈົ້າໄດ້ຍິນຂ່າວລືທີ່ບໍ່ເປັນຄວາມຈິງ ຫຼືໄດ້ຍິນຄົນອື່ນເວົ້າໃສ່ຮ້າຍ. ແຕ່ຖ້າເຈົ້າພະຍາຍາມເຮັດດີກັບຄອບຄົວຕໍ່ໆໄປ ການປະພຶດຂອງເຈົ້າກໍຈະເປັນການພິສູດວ່າຂ່າວລືທີ່ເຂົາເຈົ້າໄດ້ຍິນນັ້ນບໍ່ເປັນຄວາມຈິງ ແລະໃນທີ່ສຸດ ຄົນທີ່ຕໍ່ຕ້ານເຈົ້າກໍອາດປ່ຽນທ່າທີໄດ້.—1ປຕ. 2:12; 3:1, 2
8. ເປັນຫຍັງໂປໂລກັບບາຣະນາບາຈຶ່ງອອກຈາກເມືອງອີໂກນີອົນ ແລະເຮົາໄດ້ບົດຮຽນຫຍັງ?
8 ຫຼັງຈາກນັ້ນບໍ່ດົນ ພວກຜູ້ຕໍ່ຕ້ານໃນອີໂກນີອົນກໍວາງແຜນເອົາຫີນດຶກໃສ່ໂປໂລກັບບາຣະນາບາ. ເມື່ອທັງສອງຄົນຮູ້ເລື່ອງນີ້ ເຂົາເຈົ້າກໍຕັດສິນໃຈຍ້າຍໄປປະກາດຢູ່ເຂດອື່ນ. (ກຈກ. 14:5-7) ໃນທຸກມື້ນີ້ ຜູ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າກໍເປັນຄົນສຸຂຸມຮອບຄອບຄືກັນ. ຖ້າມີຄົນເວົ້າໂຈມຕີ ເຮົາກໍຈະເວົ້າດ້ວຍຄວາມກ້າຫານ. (ຟລປ. 1:7; 1ປຕ. 3:13-15) ແຕ່ຖ້າມີການໂຈມຕີໂດຍໃຊ້ຄວາມຮຸນແຮງ ເຮົາກໍຈະບໍ່ເຮັດຫຍັງທີ່ສະແດງວ່າເຮົາເປັນຄົນໂງ່ຈົນເຮັດໃຫ້ຊີວິດເຮົາແລະຊີວິດຂອງພີ່ນ້ອງຕົກຢູ່ໃນອັນຕະລາຍໂດຍບໍ່ຈຳເປັນ.—ສຸພາ. 22:3
“ມາຫາພະເຈົ້າຜູ້ມີຊີວິດຢູ່” (ກິດຈະການ 14:8-19)
9, 10. ເມືອງລີສະຕຣາຕັ້ງຢູ່ບ່ອນໃດ ແລະເຮົາຮູ້ຫຍັງແດ່ກ່ຽວກັບຄົນເມືອງນີ້?
9 ໂປໂລກັບບາຣະນາບາມຸ່ງໜ້າໄປເມືອງລີສະຕຣາ ເຊິ່ງເປັນເມືອງຂຶ້ນຂອງໂຣມ ເມືອງນີ້ຢູ່ທາງຕາເວັນຕົກສຽງໃຕ້ຂອງເມືອງອີໂກນີອົນໄກອອກໄປປະມານ 30 ກິໂລແມັດ. ໃນເມືອງລີສະຕຣາມີຫຼາຍຢ່າງທີ່ຄືກັບເມືອງອັນຕີໂອເຂຍໃນແຂວງປີຊີເດຍ ແຕ່ຢູ່ຫັ້ນບໍ່ມີຊຸມຊົນຄົນຢິວຂະໜາດໃຫຍ່ຄືເມືອງອັນຕີໂອເຂຍ. ເຖິງວ່າຄົນເມືອງລີສະຕຣາເວົ້າພາສາກຣີກ ແຕ່ພາສາແມ່ຂອງເຂົາເຈົ້າຄືພາສາລີກາໂອເນຍ. ເປັນໄປໄດ້ວ່າເມືອງນີ້ອາດບໍ່ມີບ່ອນປະຊຸມຂອງຄົນຢິວ ໂປໂລກັບບາຣະນາບາຈຶ່ງເລີ່ມປະກາດໃນບ່ອນສາທາລະນະ. ຕອນເປໂຕຢູ່ໃນເມືອງເຢຣູຊາເລັມລາວໄດ້ປິ່ນປົວຜູ້ຊາຍຄົນໜຶ່ງທີ່ພິການມາຕັ້ງແຕ່ເກີດ. (ກຈກ. 14:8-10) ເມື່ອຜູ້ຄົນເຫັນການອັດສະຈັນທີ່ເປໂຕເຮັດ ເຂົາເຈົ້າຫຼາຍຄົນກໍໄດ້ເຂົ້າມາເປັນຄລິດສະຕຽນ. (ກຈກ. 3:1-10) ແຕ່ການອັດສະຈັນທີ່ໂປໂລເຮັດພັດສົ່ງຜົນທີ່ບໍ່ຄືກັນ.
10 ຄືກັບທີ່ເວົ້າເຖິງໃນຕອນຕົ້ນຂອງບົດນີ້ ເມື່ອຜູ້ຊາຍທີ່ເປັນລ່ອຍໂດດເຕັ້ນໄປມາແລ້ວກໍຍ່າງ ຜູ້ຄົນທີ່ເປັນຜູ້ນະມັດສະການພະນອກຮີດໃນເມືອງລີສະຕຣາຄິດວ່າ ໂປໂລກັບບາຣະນາບາເປັນເທບພະເຈົ້າ. ເຂົາເຈົ້າເອີ້ນບາຣະນາບາວ່າຊູດສ໌ ເຊິ່ງເປັນເທບພະເຈົ້າອົງສູງສຸດຂອງຄົນກຣີກ ແລະເອີ້ນໂປໂລວ່າເຮຣະເມ ເຊິ່ງເປັນລູກຊອງຊູດສ໌ ແລະເປັນຜູ້ສົ່ງຂ່າວຂອງເທບພະເຈົ້າອົງອື່ນໆ. (ເບິ່ງຂອບ “ ເມືອງລີສະຕຣາກັບການບູຊາຊູດສ໌ແລະເຮຣະເມ”) ແຕ່ບາຣະນາບາກັບໂປໂລຕັ້ງໃຈຈະເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ສິ່ງທີ່ເຂົາເຈົ້າເວົ້າແລະການອັດສະຈັນທີ່ເຂົາເຈົ້າເຮັດ ບໍ່ໄດ້ມາຈາກອຳນາດຂອງພະນອກຮີດພວກນັ້ນ ແຕ່ມາຈາກອຳນາດຂອງພະເຢໂຫວາພະເຈົ້າທ່ຽງແທ້ອົງດຽວ.—ກຈກ. 14:11-14
11-13. (ກ) ໂປໂລກັບບາຣະນາບາໄດ້ເວົ້າຫຍັງກັບຄົນເມືອງລີສະຕຣາ? (ຂ) ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງເຂົາເຈົ້າ?
11 ເຖິງວ່າຜູ້ຄົນຈະມີທ່າທີ່ແປກໆແບບນັ້ນ ແຕ່ໂປໂລກັບບາຣະນາບາຍັງປະກາດກັບເຂົາເຈົ້າ. ຈາກເຫດການນີ້ ລູກາໄດ້ບັນທຶກວິທີທີ່ເກີດຜົນໃນການປະກາດຂ່າວດີກັບຄົນທີ່ບໍ່ໄດ້ເປັນຄລິດສະຕຽນ. ຂໍໃຫ້ສັງເກດວິທີທີ່ໂປໂລກັບບາຣະນາບາຫາເຫດຜົນເພື່ອເຂົ້າເຖິງຫົວໃຈຜູ້ຟັງ ເຂົາເຈົ້າບອກວ່າ: “ເປັນຫຍັງພວກເຈົ້າເຮັດແບບນີ້? ພວກເຮົາສອງຄົນເປັນມະນຸດທີ່ຮູ້ສຶກເຈັບປວດໄດ້ຄືກັບພວກເຈົ້າ. ພວກເຮົາມາປະກາດຂ່າວດີໃຫ້ພວກເຈົ້າ ເພື່ອພວກເຈົ້າຈະເຊົາເຮັດສິ່ງທີ່ບໍ່ມີປະໂຫຍດເຫຼົ່ານີ້ ແລ້ວມາຫາພະເຈົ້າຜູ້ມີຊີວິດຢູ່ ພະອົງເປັນຜູ້ສ້າງທ້ອງຟ້າ ໂລກ ທະເລ ແລະທຸກສິ່ງໃນບ່ອນເຫຼົ່ານັ້ນ. ສະໄໝກ່ອນພະເຈົ້າປ່ອຍໃຫ້ຄົນທຸກຊາດເຮັດຕາມໃຈຕົວເອງ ແຕ່ພະອົງກໍຍັງໃຫ້ຫຼັກຖານຊັດເຈນກ່ຽວກັບພະອົງ ໂດຍການເຮັດດີ ໃຫ້ມີຝົນຕົກຈາກຟ້າ ໃຫ້ມີພືດຜົນຢ່າງອຸດົມສົມບູນຕາມລະດູ ໃຫ້ມີອາຫານກິນອີ່ມແລະເຮັດໃຫ້ພວກເຈົ້າມີຄວາມສຸກໃຈ.”—ກຈກ. 14:15-17
12 ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ໂປໂລກັບບາຣະນາບາເວົ້າ? ທຳອິດ ໂປໂລກັບບາຣະນາບາບໍ່ໄດ້ເບິ່ງວ່າໂຕເອງເໜືອກວ່າຜູ້ຟັງ. ເຂົາເຈົ້າບໍ່ໄດ້ທຳທ່າເຮັດຄືກັບວ່າເຂົາເຈົ້າມີອຳນາດພິເສດປິ່ນປົວຄົນອື່ນໄດ້. ທັງສອງຄົນຍອມຮັບຢ່າງຖ່ອມຕົວວ່າເຂົາເຈົ້າກໍມີຂໍ້ອ່ອນແອຄືກັບຄົນທີ່ຟັງເຂົາເຈົ້າ. ແທ້ໆແລ້ວ ໂປໂລກັບບາຣະນາບາໄດ້ຮັບພະລັງບໍລິສຸດ ເປັນອິດສະຫຼະຈາກຄຳສອນປອມ ແລະມີຄວາມຫວັງທີ່ຈະປົກຄອງຮ່ວມກັບພະເຢຊູຄລິດນຳ. ແຕ່ເຂົາເຈົ້າກໍຮູ້ວ່າຄົນເມືອງລີສະຕຣາກໍອາດໄດ້ຮັບພອນເຫຼົ່ານັ້ນຄືກັນຖ້າຄົນເມືອງນັ້ນເຊື່ອຟັງພະຄລິດ.
13 ແລ້ວເຮົາເດ ເຮົາຄິດແນວໃດກັບຄົນທີ່ເຮົາປະກາດນຳ? ເຮົາເບິ່ງວ່າເຂົາເຈົ້າເທົ່າທຽມກັບເຮົາບໍ? ຕອນຊ່ວຍຄົນອື່ນໃຫ້ຮຽນຄວາມຈິງຈາກຄຳພີໄບເບິນ ເຮົາເຮັດຄືກັບໂປໂລແລະບາຣະນາບາບໍ ໂດຍບໍ່ພະຍາຍາມເຮັດໃຫ້ໂຕເອງໄດ້ຮັບການຍ້ອງຍໍ? ຊາລ ເທດ ຣັດເຊວ ຜູ້ສອນທີ່ໂດດເດັ່ນເຊິ່ງນຳໜ້າໃນການປະກາດໃນຊ່ວງປີ 1870 ເຖິງ 1916 ໄດ້ວາງຕົວຢ່າງທີ່ດີໄວ້ໃນເລື່ອງນີ້. ລາວບອກວ່າ: “ເຮົາບໍ່ຕ້ອງການໃຫ້ໃຜມາຍ້ອງຍໍຕົວເຮົາຫຼືບົດຂຽນຂອງເຮົາ ເຮົາບໍ່ຢາກໃຫ້ໃຜມາເອີ້ນເຮົາວ່າ ບາດຫຼວງຫຼືຣັບບີ.” ພີ່ນ້ອງຣັດເຊວຖ່ອມຕົວຄືໂປໂລກັບບາຣະນາບາ. ຄ້າຍຄືກັນ ເຮົາບໍ່ໄດ້ປະກາດເພື່ອໃຫ້ຕົວເອງໄດ້ຮັບການຍ້ອງຍໍ ແຕ່ເຮົາປະກາດເພື່ອຊ່ວຍຜູ້ຄົນໃຫ້ມາຫາ “ພະເຈົ້າຜູ້ມີຊີວິດຢູ່.”
14-16. ບົດຮຽນທີ 2 ແລະ 3 ເຊິ່ງເຮົາໄດ້ຮຽນຈາກເລື່ອງທີ່ໂປໂລກັບບາຣະນາບາເວົ້າກັບຄົນເມືອງລີສະຕຣາແມ່ນຫຍັງ?
14 ໃຫ້ເຮົາມາເບິ່ງບົດຮຽນທີ 2 ນຳກັນ. ໂປໂລກັບບາຣະນາບາພ້ອມຈະປັບປ່ຽນ. ຄົນເມືອງລີສະຕຣາບໍ່ຄືກັບຄົນຢິວແລະຄົນທີ່ປ່ຽນມາຖືສາສະໜາຢິວໃນເມືອງອີໂກນີອົນ ເຂົາເຈົ້າເກືອບບໍ່ຮູ້ຫຍັງເລີຍກ່ຽວກັບພະຄຳພີຫຼືສິ່ງທີ່ພະເຈົ້າໄດ້ເຮັດເພື່ອຄົນອິດສະຣາເອນ. ແຕ່ຄົນທີ່ຟັງໂປໂລກັບບາຣະນາບາຢູ່ໃນຊຸມຊົນກະເສດ. ເມືອງລີສະຕຣາມີອາກາດທີ່ອົບອຸ່ນແລະທົ່ງນາທີ່ອຸດົມສົມບູນ. ຜູ້ຄົນໃນເມືອງນັ້ນເຫັນຫຼັກຖານຢ່າງຫຼວງຫຼາຍກ່ຽວກັບຄຸນລັກສະນະຂອງພະເຈົ້າໃນສິ່ງຕ່າງໆທີ່ເພິ່ນສ້າງ ເຊັ່ນ ລະດູທີ່ຊ່ວຍໃຫ້ພືດຜົນອຸດົມສົມບູນ. ໂປໂລກັບບາຣະນາບາຈຶ່ງໃຊ້ເລື່ອງເຫຼົ່ານີ້ຫາເຫດຜົນກັບຜູ້ຟັງ.—ຣມ. 1:19, 20
15 ເຮົາພ້ອມຈະປັບປ່ຽນຄືກັນບໍ? ເຖິງວ່າຊາວນາອາດຫວ່ານເມັດຊະນິດດຽວກັນໃນທົ່ງນາຫຼາຍທົ່ງ ແຕ່ເຂົາເຈົ້າຕ້ອງໃຊ້ວິທີທີ່ຕ່າງກັນເພື່ອກຽມດິນ. ດິນບາງຊະນິດເປັນດິນດີຢູ່ແລ້ວແລະພ້ອມຈະຫວ່ານເມັດໄດ້. ດິນຊະນິດອື່ນອາດຕ້ອງໄດ້ກຽມຫຼາຍກວ່ານັ້ນ. ຄ້າຍຄືກັນ ເມັດທີ່ເຮົາຫວ່ານກໍຄື ຂ່າວສານເລື່ອງການປົກຄອງຂອງພະເຈົ້າທີ່ຢູ່ໃນຄຳພີໄບເບິນ. ຖ້າເຮົາຮຽນແບບໂປໂລກັບບາຣະນາບາ ເຮົາກໍຈະພະຍາຍາມສັງເກດວ່າຄົນທີ່ເຮົາປະກາດນຳເປັນຄົນແບບໃດ ແລະນັບຖືສາສະໜາໃດ. ເມື່ອເຮັດແບບນັ້ນ ເຮົາກໍຈະປະກາດໃນແບບທີ່ເໝາະກັບຄົນທີ່ເຮົາກຳລົງລົມນຳ.—ລກ. 8:11, 15
16 ບົດຮຽນທີ 3 ທີ່ເຮົາຮຽນໄດ້ຈາກເລື່ອງກ່ຽວກັບໂປໂລ ບາຣະນາບາ ແລະຄົນເມືອງລີສະຕຣາຄື ເຖິງວ່າເຮົາພະຍາຍາມສຸດຄວາມສາມາດແລ້ວ ແຕ່ບາງເທື່ອເມັດທີ່ເຮົາຫວ່ານອາດຖືກເອົາໄປ ຫຼືໄປຕົກໃສ່ພື້ນຫີນທີ່ມີໜ້າດິນຕື້ນໆ. (ມທ. 13:18-21) ຖ້າມີເລື່ອງແບບນີ້ເກີດຂຶ້ນກໍຢ່າທໍ້ໃຈ. ຄືກັບໂປໂລໄດ້ເຕືອນລູກສິດຢູ່ເມືອງໂຣມໃນພາຍຫຼັງວ່າ “ພະເຈົ້າຈະເປັນຜູ້ຕັດສິນພວກເຮົາແຕ່ລະຄົນ [ເຊິ່ງລວມເຖິງທຸກຄົນທີ່ເຮົາລົມເລື່ອງຄຳພີໄບເບິນນຳ] ຕາມການກະທຳຂອງພວກເຮົາ.”—ຣມ. 14:12
“ທັງສອງຄົນ . . . ໄດ້ຝາກພວກເຂົາໄວ້ກັບພະເຢໂຫວາ” (ກິດຈະການ 14:20-28)
17. ເມື່ອອອກຈາກເມືອງເດຣະເບແລ້ວ ໂປໂລກັບບາຣະນາບາໄປໃສ ແລະເປັນຫຍັງເຂົາເຈົ້າໄປບ່ອນນັ້ນ?
17 ຫຼັງຈາກໂປໂລຖືກລາກອອກໄປນອກເມືອງລີສະຕຣາຍ້ອນຄົນໃນເມືອງນີ້ຄິດວ່າລາວຕາຍແລ້ວ ພວກລູກສິດກໍມາຊ່ວຍລາວແລະຫາບ່ອນພັກຄ້າງຄືນໃຫ້ລາວນຳ. ໃນມື້ຕໍ່ມາ ໂປໂລກັບບາຣະນາບາກໍອອກເດີນທາງໄປເມືອງເດຣະເບເຊິ່ງຢູ່ຫ່າງອອກໄປ 100 ກິໂລແມັດ. ລອງຄິດເບິ່ງດຸວ່າໂປໂລຈະຮູ້ສຶກເຈັບປວດຫຼາຍສ່ຳໃດ ຍ້ອນບໍ່ເທົ່າໃດຊົ່ວໂມງກ່ອນໜ້ານີ້ ລາວຫາກໍຖືກດຶກຫີນໃສ່. ແຕ່ໂປໂລກັບ ບາຣະນາບາກໍອົດທົນ ເມື່ອມາຮອດເມືອງເດຣະເບ ເຂົາເຈົ້າກໍໄດ້ຊ່ວຍ “ຫຼາຍຄົນ . . . ໃຫ້ເຂົ້າມາເປັນລູກສິດ.” ຫຼັງຈາກນັ້ນ ແທນທີ່ຈະເດີນທາງໃນໄລຍະທີ່ສັ້ນກວ່າເພື່ອກັບໄປເມືອງອັນຕີໂອເຂຍໃນແຂວງຊີເຣຍເຊິ່ງເປັນເມືອງທີ່ເປັນທີ່ຕັ້ງຂອງເຂົາເຈົ້າ ຄຳພີໄບເບິນບອກວ່າ “ທັງສອງກໍກັບໄປເມືອງລີສະຕຣາ ເມືອງອີໂກນີອົນ ແລະເມືອງອັນຕີໂອເຂຍ [ໃນແຂວງປີຊີເດຍ].” ເປັນຫຍັງເຂົາເຈົ້າຍອມເດີນທາງໄກແບບນັ້ນ? ທີ່ເຮັດແບບນັ້ນກໍຍ້ອນເຂົາເຈົ້າຢາກ “ໃຫ້ກຳລັງໃຈພວກລູກສິດໂດຍກະຕຸ້ນພວກເຂົາໃຫ້ມີຄວາມເຊື່ອເຂັ້ມແຂງ.” (ກຈກ. 14:20-22) ທັງສອງຄົນນີ້ວາງຕົວຢ່າງທີ່ດີແທ້ໆ! ສຳລັບເຂົາເຈົ້າແລ້ວ ການຊ່ວຍພີ່ນ້ອງໃນປະຊາຄົມສຳຄັນກວ່າຄວາມສະດວກສະບາຍຂອງຕົວເອງ. ຜູ້ດູແລໝວດແລະມິດຊັນນາຣີໃນທຸກມື້ນີ້ກໍກຳລັງຮຽນແບບຕົວຢ່າງຂອງເຂົາເຈົ້າ.
18. ຈະຕ້ອງເຮັດຫຍັງກ່ອນທີ່ຈະແຕ່ງຕັ້ງພີ່ນ້ອງຊາຍຄົນໜຶ່ງໃຫ້ເປັນຜູ້ດູແລ?
18 ນອກຈາກຈະຊ່ວຍພວກລູກສິດໃຫ້ມີກຳລັງໃຈໂດຍຄຳເວົ້າແລະການກະທຳແລ້ວ ໂປໂລກັບບາຣະນາບາຍັງໄດ້ “ແຕ່ງຕັ້ງພວກຜູ້ດູແລໄວ້ໃນແຕ່ລະປະຊາຄົມ.” ເຖິງວ່າເທື່ອນີ້ໂປໂລກັບບາຣະນາບາ “ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ” ໃຫ້ເດີນທາງໄປປະກາດໃນຕ່າງປະເທດ ແຕ່ທັງສອງກໍຍັງອະທິດຖານພ້ອມກັບອົດອາຫານຕອນທີ່ “ທັງສອງ . . . ໄດ້ຝາກພວກເຂົາ [ຜູ້ດູແລ] ໄວ້ກັບພະເຢໂຫວາ.” (ກຈກ. 13:1-4; 14:23) ໃນທຸກມື້ນີ້ກໍໄດ້ເຮັດແບບດຽວກັນ. ກ່ອນຈະສະເໜີເພື່ອແຕ່ງຕັ້ງພີ່ນ້ອງຊາຍຄົນໜຶ່ງເປັນຜູ້ດູແລ ຄະນະຜູ້ດູແລຈະອະທິດຖານແລະທົບທວນເບິ່ງວ່າພີ່ນ້ອງຊາຍຄົນນັ້ນມີຄຸນສົມບັດທີ່ຈະເປັນຜູ້ດູແລຕາມທີ່ຄຳພີໄບເບິນບອກໄວ້ບໍ່. (1ຕມ. 3:1-10, 12, 13; ຕຕ. 1:5-9; ຢກບ. 3:17, 18; 1ປຕ. 5:2, 3) ການທີ່ຄົນໃດຄົນໜຶ່ງເປັນຄລິດສະຕຽນມາດົນແລ້ວບໍ່ແມ່ນເຫດຜົນຫຼັກທີ່ຈະຕັດສິນວ່າລາວມີຄຸນສົມບັດຫຼືບໍ່. ແທນທີ່ຈະເປັນແບບນັ້ນ ຕ້ອງໄດ້ທົບທວນເບິ່ງວ່າຄຳເວົ້າ ການກະທຳ ແລະຊື່ສຽງຂອງພີ່ນ້ອງຄົນນັ້ນໃຫ້ຫຼັກຖານບໍວ່າລາວກຳລັງໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ. ພີ່ນ້ອງຄົນນັ້ນຈະຕ້ອງບັນລຸຂໍ້ຮຽກຮ້ອງສຳລັບການເປັນຜູ້ດູແລຕາມທີ່ບອກໄວ້ໃນຄຳພີໄບເບິນເທົ່ານັ້ນ ເຮົາຈຶ່ງຈະເວົ້າໄດ້ວ່າລາວມີຄຸນສົມບັດທີ່ຈະໄດ້ຮັບໃຊ້ເປັນຜູ້ດູແລ. (ຄລຕ. 5:22, 23) ຜູ້ດູແລໝວດມີໜ້າທີ່ແຕ່ງຕັ້ງພີ່ນ້ອງຊາຍທີ່ມີຄຸນສົມບັດເຫຼົ່ານັ້ນ.—ທຽບກັບ 1 ຕີໂມທຽວ 5:22
19. ຜູ້ດູແລທີ່ໄດ້ຮັບການແຕ່ງຕັ້ງຮູ້ກ່ຽວກັບເລື່ອງຫຍັງ ແລະເຂົາເຈົ້າຮຽນແບບໂປໂລກັບບາຣະນາບາແນວໃດ?
19 ຜູ້ດູແລທີ່ໄດ້ຮັບການແຕ່ງຕັ້ງຮູ້ດີວ່າພະເຈົ້າສົນໃຈວ່າເຂົາເຈົ້າເບິ່ງແຍງພີ່ນ້ອງໃນປະຊາຄົມແນວໃດ. (ຮຣ. 13:17) ຄືກັບໂປໂລແລະບາຣະນາບາ ຜູ້ດູແລນຳໜ້າໃນວຽກປະກາດ. ເຂົາເຈົ້າເວົ້າໃຫ້ກຳລັງໃຈພີ່ນ້ອງ. ແລະຍິນດີໃຫ້ຜົນປະໂຫຍດຂອງພີ່ນ້ອງໃນປະຊາຄົມສຳຄັນກວ່າຄວາມສະດວກສະບາຍຂອງຕົວເອງ.—ຟລປ. 2:3, 4
20. ເຮົາໄດ້ຮັບປະໂຫຍດຫຍັງເມື່ອອ່ານກ່ຽວກັບວຽກຮັບໃຊ້ທີ່ສັດຊື່ຂອງພີ່ນ້ອງຄລິດສະຕຽນ?
20 ຕອນທີ່ໂປໂລກັບບາຣະນາບາມາຮອດເມືອງອັນຕີໂອເຂຍໃນແຂວງຊີເຣຍເຊິ່ງເປັນບ່ອນທີ່ເຂົາເຈົ້າໃຊ້ເປັນທີ່ຕັ້ງ ເຂົາເຈົ້າໄດ້ເລົ່າ “ຫຼາຍສິ່ງທີ່ພະເຈົ້າໃຊ້ໃຫ້ພວກເຂົາເຮັດ ແລະບອກວ່າພະອົງໄດ້ເປີດໂອກາດໃຫ້ຄົນຕ່າງຊາດເຂົ້າມາເຊື່ອ.” (ກຈກ. 14:27) ເມື່ອເຮົາອ່ານກ່ຽວກັບວຽກຮັບໃຊ້ທີ່ສັດຊື່ຂອງພີ່ນ້ອງຄລິດສະຕຽນ ແລະເຫັນວິທີທີ່ພະເຢໂຫວາອວຍພອນຄວາມພະຍາຍາມຂອງເຂົາເຈົ້າ ເຮົາກໍຈະໄດ້ກຳລັງໃຈເພື່ອຈະ “ໄດ້ຮັບອຳນາດຈາກພະເຢໂຫວາໃຫ້ປະກາດຢ່າງກ້າຫານ” ຕໍ່ໆໄປ.
a ເບິ່ງຂອບ “ ອີໂກນີອົນ—ເມືອງຂອງຄົນຟີເຄຍ”