ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາຍການ​ຮູບພາບ

ລາຍການ​ຮູບພາບ

ເບິ່ງ​ຕາມ​ເລກ​ໜ້າ

  • ໜ້າ​ປົກ ໂປໂລ, ຕາບີທາ, ຄາລີ​ໂອ, ລູກາ, ເຈົ້າ​ໜ້າທີ່​ປະ​ຈຳ​ວິຫານ​ຄົນ​ໜຶ່ງ​ກັບ​ອັກຄະສາວົກ, ຊາດູກາຍ​ຄົນ​ໜຶ່ງ, ໂປໂລ​ຖືກ​ຈັບ​ໄປ​ເມືອງ​ກາຍຊາເຣຍ, ແລະ​ການ​ປະກາດ​ສະໄໝ​ປັດຈຸບັນ​ໂດຍ​ໃຊ້​ລົດ​ກະຈາຍ​ສຽງ​ແລະ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແບບ​ກະ​ເປົາ​ຫິ້ວ.

  • ໜ້າ 1 ໂປໂລ​ຖືກ​ລ່າມ​ໂສ້ ແລະ​ລູກາ​ຢູ່​ເທິງ​ເຮືອ​ທີ່​ຈະ​ເດີນທາງ​ໄປ​ເມືອງ​ໂຣມ.

  • ໜ້າ 2, 3 ພີ່ນ້ອງ​ເຈ. ອີ. ບຣາ​ແລະ​ພີ່ນ້ອງ​ທີ. ເຈເຣກ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ກຳລັງ​ເບິ່ງ​ແຜນທີ່​ໂລກ.

  • ໜ້າ 11 ພະເຢຊູ​ມອບໝາຍ​ວຽກ​ໃຫ້​ອັກຄະສາວົກ 11 ຄົນ ແລະ​ລູກສິດ​ຄົນອື່ນໆ​ເຖິງ​ພູເຂົາ​ແຫ່ງ​ໜຶ່ງ​ໃນ​ແຂວງ​ຄາລີເລ.

  • ໜ້າ 14 ພະເຢຊູ​ຖືກ​ຮັບ​ຂຶ້ນ​ໄປ​ເທິງ​ຟ້າ. ພວກ​ອັກຄະສາວົກ​ເບິ່ງ​ເພິ່ນ​ຢູ່.

  • ໜ້າ 20 ໃນ​ວັນ​ເພັນເຕກອດ ພວກ​ລູກສິດ​ເລີ່ມ​ເວົ້າ​ກັບ​ຜູ້ຄົນ​ທີ່​ມາ​ຈາກ​ບ່ອນ​ຕ່າງໆ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ.

  • ໜ້າ 36 ພວກ​ອັກຄະສາວົກ​ຢືນ​ຢູ່​ຕໍ່​ໜ້າ​ກາຢະຟາ. ສານ​ຊັນເຮດຣິນ​ໃຫ້​ເຈົ້າ​ໜ້າທີ່​ປະ​ຈຳ​ວິຫານ​ໄປ​ຈັບ​ເຂົາ​ເຈົ້າ.

  • ໜ້າ 44 ທາງ​ລຸ່ມ: ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ສານ​ຂອງ​ເຢຍລະມັນ​ຕາເວັນ​ອອກ​ໄດ້​ຕັດສິນ​ຢ່າງ​ບໍ່​ຍຸຕິທຳ​ວ່າ​ພະຍານ​ພະເຢໂຫວາ​ມີ​ຄວາມ​ຜິດ​ຂໍ້​ຫາ​ເປັນ​ສາຍ​ລັບ​ຂອງ​ອາເມຣິກາ.—ວາລະສານ ນອຍເອີ ເບລີນາ ອີລຸດສ໌ເທຍເທີ (Neue Berliner Illustrierte) ວັນ​ທີ 3 ຕຸລາ 1950.

  • ໜ້າ 46 ຊະເຕຟາໂນ​ຜູ້​ຖືກ​ກ່າວ​ຫາ​ຢືນ​ຢູ່​ຕໍ່​ໜ້າ​ສານ​ຊັນເຮດຣິນ. ພວກ​ຊາດູກາຍ​ທີ່​ຮັ່ງມີ​ຢູ່​ທາງ​ຫຼັງ ແລະ​ພວກ​ຟາຣິຊາຍ​ຢູ່​ທາງ​ໜ້າ.

  • ໜ້າ 54 ເປໂຕ​ວາງ​ມື​ເທິງ​ລູກສິດ​ໃໝ່ ແລະ​ເຫັນ​ຊີໂມນ​ຢືນ​ຖື​ຖົງ​ເງິນ.

  • ໜ້າ 75 ເປໂຕ​ກັບ​ໝູ່​ກຳລັງ​ຢ່າງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂກເນລີໂອ. ໂກເນລີໂອ​ໃສ່​ເສື້ອ​ຄຸມ​ພິເສດ​ທີ່​ສະແດງ​ວ່າ​ລາວ​ເປັນ​ນາຍ​ຮ້ອຍ.

  • ໜ້າ 83 ທູດສະຫວັນ​ພາ​ເປໂຕ​ອອກ​ໄປ ຫໍ​ຄອຍ​ອັນ​ໂຕ​ເນຍ​ອາດ​ເປັນ​ບ່ອນ​ທີ່​ເປໂຕ​ຖືກ​ຂັງ.

  • ໜ້າ 84 ທາງ​ລຸ່ມ: ກຸ່ມ​ຄົນ​ທີ່​ກໍ່​ຄວາມ​ຮຸນແຮງ​ໃນ​ເມືອງ​ມອນທຣີອໍ ລັດ​ເກເບັກ​ປີ 1945—ວາລະສານ ວີກ​ເກັນ ເມກາຊີນ (Weekend Magazine) ເດືອນ​ກໍລະກົດ 1956.

  • ໜ້າ 91 ໂປໂລ​ກັບ​ບາຣະນາບາ​ຖືກ​ໄລ່​ອອກ​ຈາກ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ. ທໍ່​ສົ່ງ​ນ້ຳ​ໃໝ່​ຂອງ​ເມືອງ​ຢູ່​ດ້ານ​ຫຼັງ ໜ້າ​ຈະ​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ຊ່ວງ​ຕົ້ນ​ຂອງ​ສະຕະວັດ​ທຳອິດ.

  • ໜ້າ 94 ໂປໂລ​ກັບ​ບາຣະນາບາ​ປະຕິເສດ​ການຍ້ອງຍໍ​ຈາກ​ຄົນ​ໃນ​ເມືອງ​ລີສະຕຣາ. ເປັນ​ເລື່ອງ​ປົກກະຕິ​ທີ່​ການ​ຖວາຍ​ເຄື່ອງ​ບູຊາ​ຂອງ​ປະຊາຊົນ​ມີ​ສີ​ສັນ​ແລະ​ເປັນ​ຊ່ວງ​ທີ່​ມີ​ສຽງ​ດົນຕີ​ດັງ​ອຶກກະທຶກ.

  • ໜ້າ 100 ທາງ​ເທິງ: ຊີລາ​ກັບ​ຢູດາ​ໃຫ້​ກຳລັງໃຈ​ປະຊາຄົມ​ໃນ​ເມືອງ​ອັນຕີໂອເຂຍ​ແຂວງ​ຊີເຣຍ. (ກິດຈະການ 15:30-32) ທາງ​ລຸ່ມ: ຜູ້ດູແລ​ໝວດ​ກຳລັງ​ບັນຍາຍ​ໃນ​ປະຊາຄົມ​ໜຶ່ງ​ໃນ​ປະເທດ​ອູກັນດາ.

  • ໜ້າ 107 ປະຊາຄົມ​ໃນ​ເຢຣູຊາເລັມ​ປະຊຸມ​ກັນ​ໃນ​ເຮືອນ​ສ່ວນຕົວ.

  • ໜ້າ 124 ໂປໂລ​ກັບ​ຕີໂມທຽວ​ກຳລັງ​ເດີນ​ທາງ​ໂດຍ​ຂີ່​ເຮືອ​ຂົນ​ສົ່ງ​ສິນ​ຄ້າ. ແນມ​ເຫັນ​ຫໍ​ເຍືອງ​ໄຟ​ໃນ​ໄລຍະ​ໄກ.

  • ໜ້າ 139 ໂປໂລ​ກັບ​ຊີລາ​ຢູ່​ເດີ່ນ​ແລະ​ກຳລັງ​ໄປ​ທາງ​ປະຕູ​ເພື່ອ​ໜີ​ຈາກ​ກຸ່ມ​ຄົນ​ທີ່​ໃຈຮ້າຍ.

  • ໜ້າ 155 ຄາລີ​ໂອ​ຂ້ຽນ​ຕີ​ຜູ້​ທີ່​ກ່າວ​ຫາ​ໂປໂລ. ລາວ​ນຸ່ງ​ເຄື່ອງ​ປະ​ຈຳ​ຕຳແໜ່ງ: ເສື້ອ​ຄຸມ​ສີ​ຂາວ​ຄ້າຍ​ກັບ​ຂອງ​ຈັກ​ກະ​ພັດ​ພ້ອມ​ກັບ​ແຂບ​ເສື້ອ​ສີ​ມ່ວງ ແລະ​ຄາເຊອິ ເຊິ່ງ​ເປັນ​ເກີບ​ຊະນິດໜຶ່ງ.

  • ໜ້າ 158 ເດເມທິໂອ​ເວົ້າ​ກັບ​ຊ່າງ​ໃນ​ໂຮງງານ​ຂອງ​ຊ່າງ​ເງິນ​ຢູ່​ເມືອງ​ເອເຟໂຊ. ມີການ​ຂາຍ​ວິຫານ​ຈຳລອງ​ຂອງ​ເທບ​ທິດາ​ອາເຕມິດ​ທີ່​ເຮັດ​ມາ​ຈາກ​ເງິນ​ເປັນ​ຂອງ​ທີ່​ລະນຶກ.

  • ໜ້າ 171 ໂປໂລ​ກັບ​ໝູ່​ຂຶ້ນ​ເຮືອ. ອະນຸສາວະລີ​ທ່າ​ເຮືອ​ໃຫຍ່​ຢູ່​ດ້ານ​ຫຼັງ​ເຊິ່ງ​ສ້າງ​ຂຶ້ນ​ໃນ​ສະຕະວັດ​ທຳອິດ​ກ່ອນ ຄ.ສ.

  • ໜ້າ 180 ທາງ​ລຸ່ມ: ຊ່ວງ​ປີ 1940 ມີການ​ສັ່ງ​ຫ້າມປຶ້ມ​ໃນ​ການາດາ ໄວລຸ້ນ​ຄົນ​ໜຶ່ງ​ທີ່​ເປັນ​ພະຍານ​ພະເຢໂຫວາ​ໄດ້​ລັກ​ເອົາ​ປຶ້ມ​ເຂົ້າ​ໄປ. (ຮູບພາບ​ສົມມຸດ)

  • ໜ້າ 182 ໂປໂລຍ​ອມ​ເຮັດ​ຕາມ​ຄຳ​ຂໍ​ຂອງ​ຜູ້ດູແລ. ລູກາ​ກັບ​ຕີໂມທຽວ​ນັ່ງ​ຢູ່​ທາງ​ຫຼັງ ເຂົາເຈົ້າ​ຊ່ວຍ​ສົ່ງ​ເງິນ​ແລະ​ສິ່ງ​ຂອງ​ທີ່​ຈຳເປັນ.

  • ໜ້າ 190 ຫຼານ​ຊາຍ​ຂອງ​ໂປໂລ​ລົມ​ກັບ​ກລາວດີໂອ​ລີເຊຍ​ໃນ​ຫໍ​ຄອຍ​ອັນ​ໂຕ​ເນຍ ເຊິ່ງ​ອາດ​ເປັນ​ບ່ອນ​ທີ່​ໂປໂລ​ຖືກ​ຂັງ. ແນມ​ເຫັນ​ວິຫານ​ຂອງ​ເຮໂຣດ​ຢູ່​ທາງ​ຫຼັງ.

  • ໜ້າ 206 ໂປໂລ​ອະທິດຖານ​ເພື່ອ​ລູກ​ເຮືອ​ທີ່​ກຳລັງ​ເມື່ອຍ​ໃນ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ.

  • ໜ້າ 222 ໂປໂລ​ເປັນ​ນັກໂທດ ລາວ​ຖືກ​ລ່າມ​ໂສ້​ຕິດ​ຢູ່​ກັບ​ທະຫານ​ໂຣມ ແນມ​ເຫັນ​ສ່ວນ​ໜຶ່ງ​ຂອງ​ເມືອງ​ໂຣມ.