ບົດທີ 4
“ຄົນທຳມະດາບໍ່ມີການສຶກສາ”
ພວກອັກຄະສາວົກສະແດງຄວາມກ້າຫານ ແລະພະເຢໂຫວາອວຍພອນເຂົາເຈົ້າ
1, 2. ເປໂຕກັບໂຢຮັນໄດ້ເຮັດການອັດສະຈັນຫຍັງໃກ້ປະຕູວິຫານ?
ແສງຕາເວັນຕອນບ່າຍສາດສ່ອງຢູ່ເໜືອຜູ້ຄົນ. ຄົນຢິວທີ່ຢຳເກງພະເຈົ້າແລະພວກລູກສິດຂອງພະຄລິດກໍຍ່າງເຂົ້າໄປໃນເດີ່ນວິຫານ. ອີກບໍ່ດົນກໍຈະ “ເປັນເວລາສຳລັບອະທິດຖານ.” a (ກຈກ. 2:46; 3:1) ທ່າມກາງຜູ້ຄົນ ເປໂຕແລະໂຢຮັນຍ່າງໄປທີ່ປະຕູວິຫານເຊິ່ງມີຊື່ເອີ້ນວ່າປະຕູງາມ. ຕອນທີ່ມີສຽງຜູ້ຄົນລົມກັນແລະສຽງຍ່າງຂອງຜູ້ຄົນ ຂໍທານຄົນໜຶ່ງເຊິ່ງພິການມາຕັ້ງແຕ່ເກີດກຳລັງຮ້ອງຂໍທານຢູ່.—ກຈກ. 3:2; 4:22
2 ຕອນທີ່ເປໂຕກັບໂຢຮັນຍ່າງເຂົ້າມາໃກ້ ຂໍທານຄົນນັ້ນກໍຮ້ອງຂໍເງິນບໍ່ຢຸດບໍ່ເຊົາ. ເມື່ອພວກອັກຄະສາວົກຢຸດເບິ່ງລາວ ລາວກໍເບິ່ງເຂົາເຈົ້າໂດຍຫວັງວ່າຈະໄດ້ເງິນ. ເປໂຕເວົ້າວ່າ: “ເງິນແລະຄຳຂ້ອຍບໍ່ມີດອກ ແຕ່ຂ້ອຍມີແນວອື່ນຈະໃຫ້. ໃນນາມຂອງພະເຢຊູຄລິດຊາວນາຊາເຣັດ ໃຫ້ເຈົ້າລຸກຂຶ້ນແລະຍ່າງໄປ!” ລອງນຶກພາບວ່າຜູ້ຄົນຈະຕົກໃຈສ່ຳໃດຕອນທີ່ເປໂຕຈັບມືຄົນຂໍທານທີ່ເປັນຄົນພິການຄົນນັ້ນ ແລ້ວລາວກໍລຸກຢືນຂຶ້ນເປັນເທື່ອທຳອິດໃນຊີວິດ! (ກຈກ. 3:6, 7) ເຈົ້ານຶກພາບອອກບໍຕອນທີ່ຂໍທານຄົນນີ້ແນມເບິ່ງຂາໂຕເອງເຊິ່ງໄດ້ຮັບການປິ່ນປົ່ວໃຫ້ເຊົາແລະຄ່ອຍໆເລີ່ມຍ່າງເປັນເທື່ອທຳອິດ? ບໍ່ແປກໃຈເລີຍທີ່ລາວເລີ່ມໂດດເຕັ້ນໄປມາແລະຮ້ອງສັນລະເສີນພະເຈົ້າສຽງດັງ!
3. ສິ່ງທີ່ດີເລີດຫຍັງທີ່ຊາຍພິການແລະຜູ້ຄົນອາດຈະໄດ້ຮັບ?
3 ຜູ້ຄົນຮູ້ສຶກຕື່ນເຕັ້ນແລະແລ່ນໄປຫາເປໂຕກັບໂຢຮັນຢູ່ລະບຽງທາງຍ່າງຂອງໂຊໂລໂມນ. ບ່ອນນີ້ແຫຼະເປັນບ່ອນທີ່ພະເຢຊູເຄີຍຢືນສັ່ງສອນ. ເປໂຕອະທິບາຍໃຫ້ຜູ້ຄົນຮູ້ວ່າລາວໄດ້ຮັບອຳນາດໃຫ້ເຮັດການອັດສະຈັນມາຈາກໃສ. (ຢຮ. 10:23) ນອກຈາກນັ້ນ ເປໂຕຍັງສະເໜີສິ່ງທີ່ມີຄ່າຫຼາຍກວ່າເງິນຄຳໃຫ້ກັບຜູ້ຄົນແລະຂໍທານພິການຄົນນັ້ນ. ສິ່ງນີ້ມີຄ່າຫຼາຍກວ່າໂອກາດທີ່ຈະໄດ້ຮັບການປິ່ນປົ່ວທາງຮ່າງກາຍນຳ. ສິ່ງທີ່ເປໂຕສະເໜີໃຫ້ແມ່ນຫຍັງ? ແມ່ນໂອກາດທີ່ຈະກັບໃຈເພື່ອບາບຂອງເຂົາເຈົ້າຈະຖືກລົບລ້າງ ແລະເພື່ອຈະມາເປັນລູກສິດຂອງພະເຢຊູຄລິດຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ເປັນ “ຜູ້ນຳຄົນສຳຄັນທີ່ໃຫ້ຊີວິດ.”—ກຈກ. 3:15
4. (ກ) ການປິ່ນປົວຢ່າງອັດສະຈັນເຮັດໃຫ້ເກີດການຕໍ່ຕ້ານຈາກພວກຜູ້ມີອຳນາດແນວໃດ? (ຂ) ເຮົາຈະຕອບຄຳຖາມສອງຂໍ້ຫຍັງ?
4 ມື້ນັ້ນມີເຫດການຫຼາຍຢ່າງທີ່ໜ້າຕື່ນເຕັ້ນແທ້ໆ! ເປໂຕປິ່ນປົວຂໍທານພິການຄົນໜຶ່ງຈົນລາວຍ່າງໄດ້. ແລະຍັງຊ່ວຍໃຫ້ຜູ້ຄົນອີກຫຼາຍພັນຄົນມີໂອກາດເຂົ້າໃຈຄວາມຕ້ອງການຂອງພະເຈົ້າເພື່ອທີ່ ເຂົາເຈົ້າຈະສາມາດໃຊ້ຊີວິດໃນແບບທີ່ເພິ່ນພໍໃຈ. (ກລຊ. 1:9, 10) ນອກຈາກນັ້ນ ສິ່ງທີ່ເກີດຂຶ້ນໃນມື້ນັ້ນຍັງເຮັດໃຫ້ພວກຜູ້ມີອຳນາດຕໍ່ຕ້ານລູກສິດທີ່ພັກດີຂອງພະເຢຊູ. ເຂົາເຈົ້າຕ້ອງການຂັດຂວາງພວກລູກສິດບໍ່ໃຫ້ເຮັດວຽກປະກາດສຳເລັດ. (ກຈກ. 1:8) ພວກຜູ້ມີອຳນາດເບິ່ງວ່າເປໂຕກັບໂຢຮັນເປັນ “ຄົນທຳມະດາແລະບໍ່ມີການສຶກສາ.” b (ກຈກ. 4:13) ແຕ່ເຮົາຈະຮຽນຫຍັງໄດ້ຈາກວິທີທີ່ສອງຄົນນີ້ປະກາດ? ແລະເຮົາຈະຮຽນແບບວິທີທີ່ເຂົາເຈົ້າແລະລູກສິດຄົນອື່ນໆຮັບມືກັບການຕໍ່ຕ້ານໄດ້ແນວໃດ?
ບໍ່ແມ່ນ “ດ້ວຍລິດເດດຂອງພວກເຮົາເອງ” (ກິດຈະການ 3:11-26)
5. ເຮົາຮຽນຫຍັງໄດ້ຈາກວິທີທີ່ເປໂຕເວົ້າກັບຜູ້ຄົນ?
5 ເປໂຕກັບໂຢຮັນຢືນຢູ່ຕໍ່ໜ້າຜູ້ຄົນ ເຂົາເຈົ້າຮູ້ວ່າບາງຄົນເຊິ່ງຢູ່ຫັ້ນອາດເປັນຄົນຮ້ອງສຽງດັງໃຫ້ເອົາພະເຢຊູໄປຂ້າເມື່ອບໍ່ດົນມານີ້. (ມຣກ. 15:8-15; ກຈກ. 3:13-15) ເປໂຕຕ້ອງກ້າຫານຫຼາຍທີ່ເວົ້າວ່າຜູ້ຊາຍທີ່ພິການຄົນນີ້ໄດ້ຮັບການຮັກສາໃນນາມຂອງພະເຢຊູ. ເປໂຕບອກຄວາມຈິງຢ່າງກ້າຫານ ລາວບອກຢ່າງຈະແຈ້ງວ່າຜູ້ຄົນເຫຼົ່ານີ້ຕ້ອງມີສ່ວນຮັບຜິດຊອບຕໍ່ການຕາຍຂອງພະເຢຊູ. ແຕ່ເປໂຕບໍ່ໄດ້ຄຽດໃຫ້ເຂົາເຈົ້າ ເປໂຕຮູ້ວ່າເຂົາເຈົ້າ “ເຮັດແບບນັ້ນຍ້ອນວ່າບໍ່ຮູ້.” (ກຈກ. 3:17) ເປໂຕເອີ້ນເຂົາເຈົ້າວ່າພີ່ນ້ອງ ແລະພະຍາຍາມເນັ້ນຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ຖ້າເຂົາເຈົ້າກັບໃຈແລະສະແດງຄວາມເຊື່ອໃນພະເຢຊູ ເຂົາເຈົ້າ “ຈະໄດ້ຮັບຄວາມສົດຊື່ນ” ຈາກພະເຢໂຫວາ. (ກຈກ. 3:19) ເຮົາກໍຄືກັນ ຕອນທີ່ປະກາດເລື່ອງການພິພາກສາຂອງພະເຈົ້າທີ່ກຳລັງຈະເກີດຂຶ້ນ ເຮົາຕ້ອງກ້າຫານແລະເວົ້າຢ່າງກົງໄປກົງມາ. ແຕ່ເຖິງຈະເປັນແບບນັ້ນ ເຮົາກໍບໍ່ຄວນຕັດສິນຄົນອື່ນແລະເວົ້າບໍ່ດີໃຫ້ຄົນອື່ນ. ແທນທີ່ຈະເຮັດແບບນັ້ນ ເຮົາຄວນເບິ່ງວ່າທຸກຄົນທີ່ເຮົາປະກາດໃຫ້ອາດຈະເຂົ້າມາເປັນພີ່ນ້ອງຂອງເຮົາ ແລະຄືກັບເປໂຕ ເຮົາຄວນພະຍາຍາມເວົ້າເຖິງຂ່າວດີເລື່ອງການປົກຄອງຂອງພະເຈົ້າ.
6. ເປໂຕກັບໂຢຮັນສະແດງຄວາມຖ່ອມໂຕແນວໃດ?
6 ພວກອັກຄະສາວົກເປັນຄົນຖ່ອມໂຕ. ເຂົາເຈົ້າບໍ່ໄດ້ອ້າງວ່າເຂົາເຈົ້າເຮັດການອັດສະຈັນນັ້ນເອງ. ເປໂຕເວົ້າກັບຜູ້ຄົນວ່າ: “ເປັນຫຍັງແນມເບິ່ງພວກເຮົາຄືກັບວ່າພວກເຮົາເປັນຄົນເຮັດໃຫ້ລາວຍ່າງໄດ້ດ້ວຍລິດເດດຂອງພວກເຮົາເອງ ຫຼືເປັນຍ້ອນພວກເຮົາຮັບໃຊ້ພະເຈົ້າດ້ວຍຄວາມເຫຼື້ອມໃສ?” (ກຈກ. 3:12) ເປໂຕແລະອັກຄະສາວົກຄົນອື່ນໆຮູ້ດີວ່າທຸກຢ່າງທີ່ເຂົາເຈົ້າເຮັດໄດ້ມາຈາກອຳນາດຂອງພະເຈົ້າ ບໍ່ໄດ້ມາຈາກຄວາມສາມາດຂອງເຂົາເຈົ້າເອງ. ນີ້ສະແດງວ່າເຂົາເຈົ້າຖ່ອມໂຕແລະຢາກໃຫ້ຜູ້ຄົນຍົກຍ້ອງສັນລະເສີນພະເຢໂຫວາກັບພະເຢຊູ.
7, 8. (ກ) ເຮົາສາມາດຊ່ວຍຜູ້ຄົນໃຫ້ໄດ້ຮັບສິ່ງທີ່ດີເລີດຫຍັງ? (ຂ) ຄຳສັນຍາທີ່ວ່າ “ທຸກສິ່ງຈະໄດ້ຮັບການຟື້ນຟູ” ເກີດຂຶ້ນແທ້ແນວໃດໃນທຸກມື້ນີ້?
7 ເຮົາຕ້ອງສະແດງຄວາມຖ່ອມໂຕແບບດຽວກັນຕອນທີ່ເຮັດວຽກປະກາດ. ແມ່ນຢູ່ທີ່ພະເຈົ້າບໍ່ໄດ້ໃຫ້ອຳນາດຄລິດສະຕຽນໃນທຸກມື້ນີ້ໃຫ້ປິ່ນປົວໂດຍການອັດສະຈັນ. ແຕ່ເຮົາກໍສາມາດຊ່ວຍຜູ້ຄົນໃຫ້ມີຄວາມເຊື່ອໃນພະເຈົ້າແລະພະຄລິດ ແລະໄດ້ຮັບສິ່ງທີ່ດີເລີດຄືກັບທີ່ເປໂຕໄດ້ສະເໜີໃຫ້ກັບຄົນຢິວ ສິ່ງນັ້ນຄືໂອກາດທີ່ເຂົາເຈົ້າຈະໄດ້ຮັບການອະໄພບາບແລະໄດ້ຮັບຄວາມສົດຊື່ນຈາກພະເຢໂຫວາ. ແຕ່ລະປີ ມີຫຼາຍແສນຄົນຕອບຮັບແລະເຂົ້າມາເປັນລູກສິດທີ່ຮັບບັບເຕມາຂອງພະຄລິດ.
8 ແທ້ໆແລ້ວ ເຮົາກຳລັງມີຊີວິດຢູ່ໃນຊ່ວງເວລາທີ່ “ທຸກສິ່ງຈະໄດ້ຮັບການຟື້ນຟູ” ຄືກັບທີ່ເປໂຕບອກໄວ້. ການປົກຄອງຂອງພະເຈົ້າປົກຄອງແລ້ວໃນສະຫວັນຕັ້ງແຕ່ປີ 1914 ຕາມທີ່ “ພະເຈົ້າບອກໄວ້ຜ່ານທາງພວກຜູ້ພະຍາກອນທີ່ສັດຊື່ຂອງພະອົງຕັ້ງແຕ່ສະໄໝບູຮານ.” (ກຈກ. 3:21; ເພງ. 110:1-3; ດນອ. 4:16, 17) ຫຼັງຈາກນັ້ນບໍ່ດົນ ພະເຢຊູກໍເລີ່ມເບິ່ງແຍງວຽກຟື້ນຟູການນະມັດສະການແທ້ຢູ່ໃນໂລກ. ຜົນກໍຄື ຫຼາຍລ້ານຄົນໄດ້ເຂົ້າມາຢູ່ໃຕ້ການປົກຄອງນີ້ ແລະນະມັດສະການເພິ່ນຢ່າງມີສັນຕິສຸກແລະເປັນໜຶ່ງດຽວກັນ. ຄົນເຫຼົ່ານີ້ໄດ້ຖິ້ມລັກສະນະນິດໄສເກົ່າ ແລະ “ປູກຝັງລັກສະນະນິດໄສໃໝ່ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການ.” (ອຟຊ. 4:22-24) ຄືກັບທີ່ພະລັງບໍລິສຸດຂອງພະເຈົ້າໄດ້ຊ່ວຍຂໍທານທີ່ພິການໃຫ້ເຊົາເປັນປົກກະຕິ ພະລັງບໍລິສຸດດຽວກັນນີ້ກໍມີສ່ວນຊ່ວຍໃຫ້ຜູ້ຄົນປ່ຽນແປງຕົວເອງແລະປູກຝັງລັກສະນະນິດໄສໃໝ່ ວຽກນີ້ສຳເລັດໄດ້ບໍ່ແມ່ນໂດຍຄວາມພະຍາຍາມຂອງມະນຸດ. ນອກຈາກນັ້ນ ຄືກັບເປໂຕ ເຮົາຕ້ອງໃຊ້ຖ້ອຍຄຳຂອງພະເຈົ້າໃນການສອນຄົນອື່ນຢ່າງກ້າຫານແລະມີປະສິດທິພາບ. ເມື່ອເຮົາຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຂອງພະຄລິດ ນັ້ນກໍເປັນຍ້ອນອຳນາດຂອງພະເຈົ້າ ບໍ່ແມ່ນຄວາມສາມາດຂອງໂຕເຮົາເອງ.
‘ພວກເຮົາບໍ່ສາມາດເຊົາເວົ້າໄດ້’ (ກິດຈະການ 4:1-22)
9-11. (ກ) ພວກຜູ້ນຳຄົນຢິວມີທ່າທີແນວໃດຕໍ່ເລື່ອງທີ່ເປໂຕແລະໂຢຮັນປະກາດ? (ຂ) ພວກອັກຄະສາວົກຕັ້ງໃຈທີ່ຈະເຮັດຫຍັງ?
9 ທັງຄຳບັນຍາຍຂອງເປໂຕແລະການໄດ້ເຫັນຂໍທານທີ່ພິການໂດດເຕັ້ນພ້ອມກັບສຽງຮ້ອງດ້ວຍຄວາມຍິນດີ ຄືຊິເຮັດໃຫ້ເກີດຄວາມວຸ່ນວາຍຫຼາຍ. ນີ້ເຮັດໃຫ້ຫົວໜ້າເຈົ້າໜ້າທີ່ເບິ່ງແຍງວິຫານເຊິ່ງໄດ້ເບິ່ງແຍງຄວາມປອດໄພພ້ອມກັບພວກຫົວໜ້າປະໂລຫິດຟ້າວເຂົ້າມາສືບສວນວ່າເກີດຫຍັງຂຶ້ນ. ຄົນເຫຼົ່ານີ້ຄືຊິເປັນພວກຊາດູກາຍເຊິ່ງເປັນນິກາຍໜຶ່ງທີ່ລ່ຳລວຍແລະມີອຳນາດທາງການເມືອງ ພວກຊາດູກາຍພະຍາຍາມຮັກສາຄວາມສຳພັນກັບພວກໂຣມ ເຂົາເຈົ້າປະຕິເສດກົດໝາຍສືບປາກທີ່ພວກຟາຣິຊາຍມັກ ແລະບໍ່ເຊື່ອເລື່ອງການຄືນມາຈາກຕາຍ. c ນີ້ເຮັດໃຫ້ເຂົາເຈົ້າບໍ່ພໍໃຈຫຼາຍທີ່ເຫັນເປໂຕກັບໂຢຮັນສອນຢູ່ໃນວິຫານຢ່າງກ້າຫານວ່າ ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວ!
10 ພວກຜູ້ຕໍ່ຕ້ານທີ່ຄຽດແຄ້ນໄດ້ຈັບເປໂຕແລະໂຢຮັນຂັງຄຸກ ແລະລາກເຂົາເຈົ້າມາຢູ່ຕໍ່ໜ້າສານສູງຂອງຄົນຢິວໃນມື້ຕໍ່ມາ. ພວກຜູ້ມີອຳນາດປົກຄອງທີ່ຖືວ່າຕົວເອງເໜືອກວ່າຄົນອື່ນໄດ້ເບິ່ງເປໂຕແລະໂຢຮັນວ່າ “ເປັນຄົນທຳມະດາແລະບໍ່ມີການສຶກສາ.” ເຂົາເຈົ້າຄິດວ່າເປໂຕແລະໂຢຮັນບໍ່ມີສິດທີ່ຈະສອນໃນວິຫານເພາະທັງສອງຄົນນີ້ບໍ່ໄດ້ຮຽນຢູ່ໂຮງຮຽນສາສະໜາທີ່ມີຊື່ສຽງ. ແຕ່ເຖິງຈະເປັນແບບນັ້ນ ເປໂຕແລະໂຢຮັນກໍເວົ້າຢ່າງກ້າຫານແລະໝັ້ນໃຈຈົນເຮັດໃຫ້ສານຮູ້ສຶກປະຫຼາດໃຈ. ແລ້ວສິ່ງໃດເຮັດໃຫ້ເຂົາເຈົ້າເວົ້າດ້ວຍຄວາມໝັ້ນໃຈຂະໜາດນັ້ນ? ເຫດຜົນໜຶ່ງກໍຄື “ສອງຄົນນີ້ເຄີຍຢູ່ກັບພະເຢຊູ.” (ກຈກ. 4:13) ນາຍຂອງເຂົາເຈົ້າສອນແບບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າແທ້ໆເຊິ່ງຕ່າງກັນຫຼາຍກັບພວກຄູສອນສາສະໜາ.—ມທ. 7:28, 29
11 ສານນັ້ນອອກຄຳສັ່ງໃຫ້ພວກອັກຄະສາວົກເຊົາປະກາດ. ໃນສັງຄົມຕອນນັ້ນ ສານມີອຳນາດຫຼາຍ. ບໍ່ດົນກ່ອນໜ້ານັ້ນ ພະເຢຊູກໍຖືກສານນີ້ຕັດສິນວ່າ: “ສົມຄວນຕາຍ.” (ມທ. 26:59-66) ແຕ່ເປໂຕກັບໂຢຮັນກໍບໍ່ຢ້ານ ເພາະຕອນທີ່ຢືນຢູ່ຕໍ່ໜ້າຄົນເຫຼົ່ານີ້ທີ່ມີອິດທິພົນ ລ່ຳລວຍ ແລະມີການສຶກສາດີ ເປໂຕກັບໂຢຮັນໄດ້ປະກາດຢ່າງກ້າຫານ ແຕ່ກໍເວົ້າດ້ວຍຄວາມນັບຖືວ່າ: “ພະເຈົ້າຈະຖືວ່າຖືກຕ້ອງບໍຖ້າພວກເຮົາເຊື່ອຟັງພວກເຈົ້າແທນທີ່ຈະເຊື່ອຟັງພະເຈົ້າ ໃຫ້ພວກເຈົ້າຕັດສິນເອົາເອງ. ແຕ່ພວກເຮົາບໍ່ສາມາດເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນ.”—ກຈກ. 4:19, 20
12. ອັນໃດຈະຊ່ວຍເຮົາໃຫ້ກ້າຫານແລະໝັ້ນໃຈຫຼາຍຂຶ້ນ?
12 ເຈົ້າສາມາດສະແດງຄວາມກ້າຫານແບບດຽວກັນນີ້ບໍ? ເຈົ້າຮູ້ສຶກແນວໃດເມື່ອປະກາດກັບຄົນລວຍ ຄົນທີ່ມີການສຶກສາສູງ ຫຼືຄົນທີ່ມີອິດທິພົນໃນຊຸມຊົນຂອງເຈົ້າ? ຈະເປັນແນວໃດຖ້າຄົນໃນຄອບຄົວ ໝູ່ນັກຮຽນ ຫຼືໝູ່ຮ່ວມວຽກເຍາະເຍີ້ຍຄວາມເຊື່ອຂອງເຈົ້າ? ເຈົ້າຢ້ານບໍ? ຖ້າຢ້ານ ເຈົ້າສາມາດເອົາຊະນະຄວາມຮູ້ສຶກນີ້ໄດ້. ຕອນທີ່ຢູ່ໃນໂລກ ພະເຢຊູສອນພວກອັກຄະສາວົກວ່າເຂົາເຈົ້າຈະປົກປ້ອງຄວາມເຊື່ອດ້ວຍຄວາມໝັ້ນໃຈແລະຄວາມນັບຖືແນວໃດ. (ມທ. 10:11-18) ແລະຫຼັງຈາກຄືນມາຈາກຕາຍແລ້ວ ພະເຢຊູໄດ້ສັນຍາກັບພວກລູກສິດວ່າ ເພິ່ນຈະຢູ່ກັບເຂົາເຈົ້າ “ສະເໝີຈົນຮອດສະໄໝສຸດທ້າຍຂອງໂລກນີ້.” (ມທ. 28:20) ນອກຈາກນັ້ນ ພາຍໃຕ້ການຊີ້ນຳຂອງພະເຢຊູ “ທາດທີ່ສັດຊື່ແລະສຸຂຸມ” ສອນໃຫ້ເຮົາຮູ້ວິທີປົກປ້ອງຄວາມເຊື່ອຂອງເຮົາ. (ມທ. 24:45-47; 1ປຕ. 3:15) ມີການສອນແບບນັ້ນຢູ່ຫໍປະຊຸມ ໃນສ່ວນຊີວິດຄລິດສະຕຽນແລະວຽກຮັບໃຊ້ ແລະຍັງມີປຶ້ມກັບບົດຄວາມຕ່າງໆເຊັ່ນ “ຖາມ-ຕອບເລື່ອງຄຳພີໄບເບິນ” ໃນເວັບໄຊ jw.org. ເຈົ້າໃຊ້ປະໂຫຍດຈາກການຈັດກຽມເຫຼົ່ານີ້ບໍ? ຖ້າໃຊ້ ເຈົ້າກໍຈະມີຄວາມກ້າຫານແລະຄວາມໝັ້ນໃຈຫຼາຍຂຶ້ນ ແລະກໍຈະເປັນຄືກັບພວກອັກຄະສາວົກ. ເຈົ້າຈະບໍ່ຍອມໃຫ້ອັນໃດມາເຮັດໃຫ້ເຈົ້າເຊົາເວົ້າເລື່ອງຄວາມຈິງທີ່ດີເລີດໃນຄຳພີໄບເບິນທີ່ເຈົ້າໄດ້ຮຽນຮູ້ມາ.
“ພວກເຂົາຈຶ່ງພ້ອມໃຈກັນອະທິດຖານເຖິງພະເຈົ້າ” (ກິດຈະການ 4:23-31)
13, 14. ເຮົາຄວນເຮັດຫຍັງເມື່ອເຈິການຕໍ່ຕ້ານ ແລະຍ້ອນຫຍັງ?
13 ທັນທີຫຼັງຈາກຖືກປ່ອຍໂຕຈາກການກັກຂັງ ເປໂຕກັບໂຢຮັນໄດ້ໄປພົບຄົນອື່ນໆໃນປະຊາຄົມ “ພວກເຂົາຈຶ່ງພ້ອມໃຈກັນອະທິດຖານເຖິງພະເຈົ້າ” ນຳກັນແລະອະທິດຖານຂໍຄວາມກ້າຫານທີ່ຈະປະກາດຕໍ່ໄປ. (ກຈກ. 4:24) ເປໂຕຮູ້ດີວ່າ ເພື່ອຈະເຮັດສິ່ງທີ່ພະເຈົ້າຕ້ອງການ ລາວບໍ່ສາມາດເພິ່ງກຳລັງຂອງໂຕເອງ. ແທ້ໆແລ້ວ ບໍ່ເທົ່າໃດອາທິດກ່ອນໜ້ານັ້ນລາວໄດ້ເວົ້າກັບພະເຢຊູດ້ວຍຄວາມໝັ້ນໃຈຫຼາຍວ່າ: “ເຖິງແມ່ນທຸກຄົນຈະຖິ້ມທ່ານຍ້ອນເລື່ອງທີ່ຈະເກີດຂຶ້ນກັບທ່ານ ແຕ່ຂ້ອຍຈະບໍ່ມີວັນຖິ້ມທ່ານເລີຍ!” ແຕ່ຄືກັບທີ່ພະເຢຊູບອກໄວ້ລ່ວງໜ້າ ເປໂຕຍອມແພ້ໃຫ້ກັບຄວາມຢ້ານ ແລະເຖິງຂັ້ນວ່າ ປະຕິເສດພະເຢຊູເຊິ່ງເປັນທັງໝູ່ແລະອາຈານຂອງລາວ. ແນວໃດກໍຕາມ ເປໂຕຮຽນຈາກຄວາມຜິດພາດຂອງໂຕເອງ.—ມທ. 26:33, 34, 69-75
14 ຈາກເລື່ອງນີ້ເຮົາຈະເຫັນວ່າ ຖ້າເຮົາຢາກເຮັດວຽກປະກາດຕໍ່ໆໄປການມີຄວາມຕັ້ງໃຈແນ່ວແນ່ຢ່າງດຽວບໍ່ພໍ. ຖ້າຜູ້ຕໍ່ຕ້ານພະຍາຍາມທຳລາຍຄວາມເຊື່ອຂອງເຈົ້າຫຼືພະຍາຍາມເຮັດໃຫ້ເຈົ້າເຊົາປະກາດ ຂໍໃຫ້ຄິດເຖິງຕົວຢ່າງຂອງເປໂຕກັບໂຢຮັນ. ອະທິດຖານຂໍກຳລັງຈາກພະເຢໂຫວາ. ຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງໃນປະຊາຄົມ. ບອກຜູ້ດູແລແລະພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່ກ່ຽວກັບຄວາມຫຍຸ້ງຍາກທີ່ເຈົ້າເຈິ. ຄຳອະທິດຖານຂອງເຂົາເຈົ້າຈະຊ່ວຍເຈົ້າໃຫ້ມີກຳລັງ.—ອຟຊ. 6:18; ຢກບ. 5:16
15. ເປັນຫຍັງຄົນທີ່ເຄີຍເຊົາປະກາດໄປໄລຍະໜຶ່ງບໍ່ຄວນຮູ້ສຶກທໍ້ໃຈ?
15 ຖ້າໃນອະດີດເຈົ້າເຄີຍເຊົາປະກາດໄປໄລຍະໜຶ່ງຍ້ອນຖືກກົດດັນຫຼືຖືກຕໍ່ຕ້ານ ກໍຢ່າທໍ້ໃຈກັບເລື່ອງນັ້ນ. ຂໍໃຫ້ຈື່ໄວ້ວ່າ ຫຼັງຈາກພະເຢຊູຕາຍອັກຄະສາວົກທັງໝົດກໍເຄີຍເຊົາປະກາດໄປໄລຍະໜຶ່ງ ແຕ່ບໍ່ດົນກໍກັບມາເອົາຈິງເອົາຈັງອີກ. (ມທ. 26:56; 28:10, 16-20) ດັ່ງນັ້ນ ແທນທີ່ຈະປ່ອຍໃຫ້ຄວາມຜິດພາດໃນອະດີດເຮັດໃຫ້ເຈົ້າທໍ້ໃຈ ເຈົ້າຈະເອົາປະສົບການແລະສິ່ງທີ່ເຈົ້າໄດ້ຮຽນຮູ້ມາໃຊ້ເພື່ອຊ່ວຍຄົນອື່ນໄດ້ບໍ?
16, 17. ເຮົາຮຽນຫຍັງໄດ້ກ່ຽວກັບຄຳອະທິດຖານຂອງພວກລູກສິດຂອງພະເຢຊູໃນເມືອງເຢຣູຊາເລັມ?
16 ເຮົາຄວນອະທິດຖານຂໍຫຍັງເມື່ອຄົນທີ່ມີອຳນາດກົດຂີ່ເຮົາ? ຂໍໃຫ້ສັງເກດວ່າ ພວກລູກສິດບໍ່ໄດ້ຂໍໃຫ້ພະເຢໂຫວາປົກປ້ອງເຂົາເຈົ້າເພື່ອຈະບໍ່ເຈິການທົດສອບ. ແຕ່ເຂົາເຈົ້າຈື່ໄດ້ດີເຖິງຄຳເວົ້າຂອງພະເຢຊູທີ່ບອກວ່າ: “ຖ້າພວກເຂົາຂົ່ມເຫງຂ້ອຍ ພວກເຂົາຈະຂົ່ມເຫງພວກເຈົ້າຄືກັນ.” (ຢຮ. 15:20) ແທນທີ່ຈະອະທິດຖານແບບນັ້ນ ພວກລູກສິດທີ່ພັກດີເຫຼົ່ານີ້ໄດ້ຂໍໃຫ້ ‘ພະເຢໂຫວາເບິ່ງ’ ການຂົ່ມຂູ່ຂອງພວກຜູ້ຕໍ່ຕ້ານ. (ກຈກ. 4:29) ພວກລູກສິດຮູ້ດີວ່າ ຄວາມຕ້ອງການຂອງພະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດ. ເຂົາເຈົ້າເຂົ້າໃຈວ່າການຖືກຂົ່ມເຫງມີສ່ວນເຮັດໃຫ້ຄຳພະຍາກອນສຳເລັດເປັນຈິງ. ແລະຄືກັບທີ່ພະເຢຊູເຄີຍສອນກ່ຽວກັບການອະທິດຖານ ພວກລູກສິດຮູ້ວ່າຄວາມຕ້ອງການຂອງພະເຈົ້າຈະເກີດຂຶ້ນແທ້ບໍ່ວ່າຜູ້ມີອຳນາດປົກຄອງທີ່ເປັນມະນຸດຈະເວົ້າຫຍັງກໍຕາມ.—ມທ. 6:9, 10
17 ເພື່ອຈະເຮັດຕາມຄວາມຕ້ອງການຂອງພະເຈົ້າ ພວກລູກສິດໄດ້ອະທິດຖານວ່າ: “ຂໍຊ່ວຍພວກເຮົາທີ່ເປັນທາດຂອງພະອົງໃຫ້ກ້າປະກາດຄຳສອນຂອງພະອົງຕໍ່ໆໄປ.” ພະເຢໂຫວາຕອບຄຳອະທິດຖານນີ້ຢ່າງໄວວາແນວໃດ? “ບ່ອນທີ່ພວກເຂົາປະຊຸມກັນກໍສັ່ນສະເທືອນ ແລະ ພວກເຂົາທຸກຄົນເຕັມໄປດ້ວຍພະລັງບໍລິສຸດແລະປະກາດຄຳສອນຂອງພະອົງຕໍ່ໆໄປຢ່າງກ້າຫານ.” (ກຈກ. 4:29-31) ບໍ່ມີຫຍັງມາຢຸດຄວາມຕ້ອງການຂອງພະເຈົ້າໄດ້. (ອຊຢ. 55:11) ບໍ່ວ່າເຮົາຈະເສຍປຽບສ່ຳໃດ ຫຼືສັດຕູຂອງເຮົາຈະມີອຳນາດຫຼາຍສ່ຳໃດ ຖ້າເຮົາອະທິດຖານ ເຮົາກໍໝັ້ນໃຈໄດ້ວ່າພະເຈົ້າຈະໃຫ້ກຳລັງກັບເຮົາເພື່ອຈະປະກາດຕໍ່ໄປດ້ວຍຄວາມກ້າຫານ.
“ບໍ່ໄດ້ຕົວະມະນຸດ ແຕ່ຕົວະພະເຈົ້າ” (ກິດຈະການ 4:32–5:11)
18. ສະມາຊິກຂອງປະຊາຄົມໃນເຢຣູຊາເລັມເບິ່ງແຍງເຊິ່ງກັນແລະກັນແນວໃດ?
18 ອີກບໍ່ດົນປະຊາຄົມທີ່ຫາກໍຕັ້ງຂຶ້ນໃໝ່ໃນເມືອງເຢຣູຊາເລັມກໍມີສະມາຊິກທີ່ເຂັ້ມແຂງຫຼາຍຂຶ້ນຈົນມີຫຼາຍກວ່າ 5.000 ຄົນ. d ເຖິງວ່າມີພູມຫຼັງຫຼາກຫຼາຍ ແຕ່ພວກລູກສິດກໍເປັນ “ນ້ຳໜຶ່ງໃຈດຽວກັນ” ມີຈິດໃຈແລະຄວາມຄິດແບບດຽວກັນ. (ກຈກ. 4:32; 1ກຣ. 1:10) ພວກລູກສິດບໍ່ໄດ້ພຽງແຕ່ອະທິດຖານຂໍພະເຢໂຫວາໃຫ້ອວຍພອນຄວາມພະຍາຍາມຂອງເຂົາເຈົ້າ. ແຕ່ເຂົາເຈົ້າຍັງຊ່ວຍເຫຼືອກັນທາງດ້ານຄວາມເຊື່ອແລະທາງດ້ານວັດຖຸ. (1ຢຮ. 3:16-18) ຕົວຢ່າງເຊັ່ນ ລູກສິດຄົນໜຶ່ງຊື່ໂຢເຊັບທີ່ພວກອັກຄະສາວົກເອີ້ນວ່າບາຣະນາບາໄດ້ຂາຍດິນຂອງຕົວເອງ ແລ້ວບໍລິຈາກເງິນທັງໝົດຢ່າງບໍ່ເຫັນແກ່ຕົວເພື່ອຊ່ວຍຄົນທີ່ມາຈາກດິນແດນຫ່າງໄກໃຫ້ພັກຢູ່ໃນເມືອງເຢຣູຊາເລັມໄດ້. ການເຮັດແບບນັ້ນຊ່ວຍເຂົາເຈົ້າໃຫ້ມີໂອກາດຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມເຊື່ອໃໝ່ຂອງເຂົາເຈົ້າ.
19. ເປັນຫຍັງພະເຢໂຫວາລົງໂທດອານາເນຍກັບຊະຟີຣາໃຫ້ເຖິງຕາຍ?
19 ຜົວເມຍຄູ່ໜຶ່ງຊື່ອານາເນຍກັບຊະຟີຣາໄດ້ຂາຍດິນແລະບໍລິຈາກເງິນນຳ. ເຂົາເຈົ້າເຮັດຄືກັບວ່າໄດ້ໃຫ້ເງິນຄ່າດິນທັງໝົດ ທັງໆທີ່ “ເອົາເງິນມ້ຽນໄວ້ບາງສ່ວນ.” (ກຈກ. 5:2) ພະເຢໂຫວາລົງໂທດຜົວເມຍຄູ່ນີ້ໃຫ້ເຖິງຕາຍ ບໍ່ແມ່ນຍ້ອນເຂົາເຈົ້າບໍລິຈາກເງິນບໍ່ຫຼາຍພໍ ແຕ່ເຂົາເຈົ້າບໍລິຈາກດ້ວຍແຮງກະຕຸ້ນທີ່ຜິດ ແລະຍັງຫຼອກລວງພວກອັກຄະສາວົກ. ທີ່ຈິງແລ້ວທັງສອງຄົນ “ບໍ່ໄດ້ຕົວະມະນຸດ ແຕ່ຕົວະພະເຈົ້າ.” (ກຈກ. 5:4) ຄືກັບພວກຄົນໜ້າຊື່ໃຈຄົດທີ່ພະເຢຊູເຄີຍຕຳໜິ ອານາເນຍກັບຊະຟີຣາພະຍາຍາມເຮັດດີເພື່ອໃຫ້ຄົນອື່ນຍົກຍ້ອງ ແຕ່ບໍ່ໄດ້ພະຍາຍາມເຮັດດີເພື່ອໃຫ້ພະເຈົ້າພໍໃຈ.—ມທ. 6:1-3
20. ເຮົາໄດ້ບົດຮຽນຫຍັງເລື່ອງການໃຫ້ພະເຢໂຫວາ?
20 ຄືກັບພວກລູກສິດທີ່ສັດຊື່ໃນເມືອງເຢຣູຊາເລັມໃນສະຕະວັດທຳອິດ ພະຍານພະເຢໂຫວາຫຼາຍລ້ານຄົນໃນປັດຈຸບັນສະໜັບສະໜູນວຽກປະກາດທົ່ວໂລກໂດຍບໍລິຈາກດ້ວຍຄວາມສະໝັກໃຈ. ບໍ່ມີໃຜຖືກບັງຄັບໃຫ້ສະລະເວລາຫຼືເງິນເພື່ອສະໜັບສະໜູນວຽກນີ້. ແທ້ໆແລ້ວ ພະເຢໂຫວາບໍ່ຢາກໃຫ້ເຮົາຮັບໃຊ້ເພິ່ນແບບຝືນໃຈຫຼືຖືກບັງຄັບ. (2ກຣ. 9:7) ເຮົາຄວນຈື່ວ່າ ສິ່ງສຳຄັນທີ່ສຸດສຳລັບພະເຢໂຫວາ ບໍ່ແມ່ນຈຳນວນເງິນທີ່ເຮົາໃຫ້ ແຕ່ເປັນເຈຕະນາໃນການໃຫ້ຂອງເຮົາ. (ມຣກ. 12:41-44) ເຮົາບໍ່ຢາກເປັນຄືອານາເນຍກັບຊະຟີຣາ ຄືຍອມໃຫ້ຄວາມເຫັນແກ່ຕົວຫຼືການຢາກໃຫ້ຄົນອື່ນຍົກຍ້ອງມາກະຕຸ້ນເຮົາໃຫ້ຮັບໃຊ້ພະເຈົ້າ. ແທນທີ່ຈະເປັນແນວນັ້ນ ເຮົາໜ້າຈະເປັນຄືເປໂຕ ໂຢຮັນ ແລະບາຣະນາບາ ເຂົາເຈົ້າຮັບໃຊ້ພະເຢໂຫວາຍ້ອນຮັກເພິ່ນແລະຮັກຄົນອື່ນ.—ມທ. 22:37-40
a ມີການອະທິດຖານຢູ່ວິຫານພ້ອມກັບການຖວາຍເຄື່ອງບູຊາຕອນເຊົ້າແລະຕອນແລງ. ການຖວາຍເຄື່ອງບູຊາຕອນແລງຈະເຮັດປະມານບ່າຍສາມໂມງ.
b ເບິ່ງຂອບ “ ເປໂຕ—ຈາກຊາວປະມົງມາເປັນອັກຄະສາວົກທີ່ດຸໝັ່ນ” ແລະ “ ໂຢຮັນ—ລູກສິດທີ່ພະເຢຊູຮັກ”
c ເບິ່ງຂອບ “ ປະໂລຫິດໃຫຍ່ແລະພວກຫົວໜ້າປະໂລຫິດ”
d ໃນເມືອງເຢຣູຊາເລັມປີ 33 ອາດຈະມີພວກຟາຣິຊາຍປະມານ 6.000 ຄົນແລະພວກຊາດູກາຍກໍອາດຈະມີຈຳນວນໜ້ອຍກວ່ານັ້ນ. ຄົນທັງສອງກຸ່ມນີ້ຢາກຮັກສາອຳນາດທີ່ເຂົາເຈົ້າມີ ເຂົາເຈົ້າຈຶ່ງບໍ່ມັກໃຫ້ພວກລູກສິດປະກາດຄຳສອນຂອງພະເຢຊູ.