ບົດທີ 2
“ພວກເຈົ້າຈະເປັນພະຍານຂອງຂ້ອຍ”
ວິທີທີ່ພະເຢຊູກຽມພວກອັກຄະສາວົກໃຫ້ນຳໜ້າໃນວຽກປະກາດ
ຈາກກິດຈະການ 1:1-26
1-3. ເກີດຫຍັງຂຶ້ນແດ່ຕອນທີ່ພະເຢຊູຈາກພວກອັກຄະສາວົກໄປ ແລະເຮັດໃຫ້ເກີດຄຳຖາມຫຍັງ?
ພວກອັກຄະສາວົກບໍ່ຢາກໃຫ້ຊ່ວງເວລານັ້ນຈົບລົງເລີຍ. ຫຼາຍອາທິດທີ່ຜ່ານໄປເປັນໄລຍະທີ່ໜ້າຕື່ນເຕັ້ນແທ້ໆສຳລັບເຂົາເຈົ້າ! ຈາກທີ່ກຳລັງໝົດຫວັງ ເຂົາເຈົ້າກໍກັບມາມີຄວາມສຸກໄດ້ອີກເທື່ອໜຶ່ງເມື່ອພະເຢຊູຄືນມາຈາກຕາຍ. ຕະຫຼອດໄລຍະ 40 ມື້ພະເຢຊູໄດ້ປາກົດຕົວໃຫ້ພວກລູກສິດເຫັນຫຼາຍເທື່ອ. ເພິ່ນສອນແລະໃຫ້ກຳລັງໃຈເຂົາເຈົ້ານຳ. ແຕ່ມື້ນີ້ເພິ່ນຈະມາຫາເຂົາເຈົ້າເປັນເທື່ອສຸດທ້າຍແລ້ວ.
2 ຕອນທີ່ຢູ່ເທິງພູເຂົາໝາກກອກ ພວກອັກຄະສາວົກຕັ້ງໃຈຟັງຄຳເວົ້າຂອງພະເຢຊູທຸກຄຳ. ເຖິງວ່າເພິ່ນຈະເວົ້າຈົບແລ້ວ ແຕ່ເຂົາເຈົ້າກໍຄືຊິຢາກຟັງເພິ່ນເວົ້າອີກ. ຈາກນັ້ນເພິ່ນກໍຍົກມືຂຶ້ນອວຍພອນເຂົາເຈົ້າ ແລ້ວເພິ່ນກໍຖືກຮັບຂຶ້ນໄປເທິງທ້ອງຟ້າ. ຕອນທີ່ພວກອັກຄະສາວົກກຳລັງແນມເບິ່ງເພິ່ນ ກໍມີເມກມາບັງເພິ່ນຈົນເຂົາເຈົ້າເບິ່ງບໍ່ເຫັນ ແຕ່ເຂົາເຈົ້າກໍຍັງແນມເບິ່ງທ້ອງຟ້າຢູ່.—ລກ. 24:50; ກຈກ. 1:9, 10
3 ເຫດການນີ້ເປັນຈຸດປ່ຽນທີ່ສຳຄັນໃນຊີວິດຂອງພວກອັກຄະສາວົກ. ຕອນນີ້ເຂົາເຈົ້າຈະເຮັດຫຍັງເມື່ອພະເຢຊູຄລິດໄປສະຫວັນແລ້ວ? ເຮົາໝັ້ນໃຈວ່າພະເຢຊູໄດ້ກຽມເຂົາເຈົ້າໃຫ້ເຮັດວຽກທີ່ເພິ່ນໄດ້ເຮັດໄວ້ກ່ອນໜ້ານີ້. ແຕ່ເພິ່ນກຽມເຂົາເຈົ້າໃຫ້ພ້ອມສຳລັບວຽກມອບໝາຍທີ່ສຳຄັນນີ້ແນວໃດ ແລ້ວເຂົາເຈົ້າຕອບຮັບແນວໃດ? ແລະຄລິດສະຕຽນໃນທຸກມື້ນີ້ໄດ້ບົດຮຽນຫຍັງຈາກເຫດການນີ້? ບົດທຳອິດຂອງປຶ້ມກິດຈະການມີຄຳຕອບທີ່ໃຫ້ກຳລັງໃຈ.
“ຫຼັກຖານທີ່ຈະແຈ້ງຫຼາຍຢ່າງ” (ກິດຈະການ 1:1-5)
4. ລູກາເລີ່ມຕົ້ນເລື່ອງທີ່ຢູ່ໃນປຶ້ມກິດຈະການແນວໃດ?
4 ລູກາເລີ່ມຕົ້ນຂຽນປຶ້ມກິດຈະການໂດຍເວົ້າກັບເທໂອຟີໂລເຊິ່ງເປັນຄົນດຽວກັນກັບຜູ້ທີ່ລາວໄດ້ຂຽນເຖິງໃນປຶ້ມຂ່າວດີຂອງລາວກ່ອນໜ້ານີ້. a ນີ້ສະແດງວ່າປຶ້ມກິດຈະການເປັນເລື່ອງທີ່ຕໍ່ເນື່ອງມາຈາກປຶ້ມລູກາ. ລາວເລີ່ມຕົ້ນໂດຍການສະຫຼຸບເຫດການທີ່ຂຽນໄວ້ໃນຕອນຈົບຂອງປຶ້ມລູກາ. ລາວໃຊ້ຄຳເວົ້າທີ່ຕ່າງກັນແລະໃຫ້ລາຍລະອຽດບາງຢ່າງຫຼາຍຂຶ້ນນຳ.
5, 6. (ກ) ອັນໃດຈະຊ່ວຍພວກລູກສິດຂອງພະເຢຊູໃຫ້ມີຄວາມເຊື່ອເຂັ້ມແຂງ? (ຂ) ຄວາມເຊື່ອຂອງຄລິດສະຕຽນໃນທຸກມື້ນີ້ມີ “ຫຼັກຖານທີ່ຈະແຈ້ງຫຼາຍຢ່າງ” ແນວໃດ?
5 ອັນໃດຈະຊ່ວຍພວກລູກສິດຂອງພະເຢຊູໃຫ້ມີຄວາມເຊື່ອເຂັ້ມແຂງໄດ້ຕໍ່ໄປ? ໃນກິດຈະການ 1:3 ບອກວ່າ: “ເພິ່ນ [ພະເຢຊູ] ໃຫ້ຫຼັກຖານທີ່ຈະແຈ້ງຫຼາຍຢ່າງເພື່ອສະແດງວ່າເພິ່ນຄືນມາຈາກຕາຍແລ້ວ.” ໃນຄຳພີໄບເບິນມີແຕ່ລູກາເຊິ່ງເປັນ “ທ່ານໝໍທີ່ພີ່ນ້ອງຮັກ” ເທົ່ານັ້ນທີ່ໃຊ້ຄຳວ່າ: “ຫຼັກຖານທີ່ຈະແຈ້ງ.” (ກລຊ. 4:14) ນີ້ເປັນຄຳທີ່ທ່ານໝໍໃຊ້ເພື່ອສະແດງວ່າມີຫຼັກຖານທີ່ຈະແຈ້ງ ແນ່ນອນ ແລະເຊື່ອຖືໄດ້. ພະເຢຊູກໍໃຫ້ມີຫຼັກຖານແບບນັ້ນໂດຍປາກົດຕົວໃຫ້ພວກລູກສິດເຫັນຫຼາຍເທື່ອ. ບາງເທື່ອກໍປາກົດໃຫ້ໜຶ່ງຫຼືສອງຄົນເຫັນ. ບາງເທື່ອກໍປາກົດຕົວຕໍ່ອັກຄະສາວົກທັງໝົດ ແລະມີເທື່ອໜຶ່ງທີ່ເພິ່ນປາກົດຕົວຕໍ່ຄລິດສະຕຽນຫຼາຍກວ່າ 500 ຄົນ. (1ກຣ. 15:3-6) ນີ້ເປັນຫຼັກຖານທີ່ຈະແຈ້ງແທ້ໆ!
6 ຄລິດສະຕຽນແທ້ໃນທຸກມື້ນີ້ມີຄວາມເຊື່ອຍ້ອນມີ “ຫຼັກຖານທີ່ຈະແຈ້ງຫຼາຍຢ່າງ” ຄືກັນ. ແຕ່ມີຫຼັກຖານບໍວ່າພະເຢຊູເຄີຍມີຊີວິດຢູ່ໃນໂລກ ຕາຍເພື່ອເຮົາ ແລະໄດ້ຮັບການປຸກໃຫ້ຄືນມາຈາກຕາຍ? ມີຫຼັກຖານແນ່ນອນ. ຄຳພີໄບເບິນມີບັນທຶກທີ່ເຊື່ອຖືໄດ້ວ່າມີຫຼາຍຄົນທີ່ໄດ້ເຫັນເລື່ອງນີ້. ຖ້າເຮົາອ່ານເລື່ອງເຫຼົ່ານີ້ພ້ອມກັບການອະທິດຖານກໍຈະເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຫຼາຍຂຶ້ນ. ຂໍໃຫ້ຈື່ໄວ້ວ່າຄວາມເຊື່ອແທ້ຕ່າງຈາກຄວາມງົມງວາຍ ເພາະຄວາມເຊື່ອແທ້ຕ້ອງມີຫຼັກຖານທີ່ຈະແຈ້ງຫຼາຍຢ່າງ. ຄວາມເຊື່ອເປັນສິ່ງສຳຄັນທີ່ຈະເຮັດໃຫ້ເຮົາມີຊີວິດຕະຫຼອດໄປ.—ຢຮ. 3:16
7. ພະເຢຊູເປັນຕົວຢ່າງໃຫ້ພວກລູກສິດແນວໃດເລື່ອງການສອນແລະການປະກາດ?
7 ພະເຢຊູ “ເວົ້າກັບພວກເຂົາເລື່ອງການປົກຄອງຂອງພະເຈົ້າ” ນຳ ເຊັ່ນ ເພິ່ນອະທິບາຍຄຳພະຍາກອນ ຕ່າງໆທີ່ບອກວ່າ ເມຊີອາຈະຕ້ອງທົນທຸກແລະຕາຍ. (ລກ. 24:13-32, 46, 47) ເມື່ອພະເຢຊູອະທິບາຍບົດບາດຂອງເພິ່ນທີ່ເປັນເມຊີອາ ເພິ່ນກໍເນັ້ນເລື່ອງການປົກຄອງຂອງພະເຈົ້າທີ່ເພິ່ນຖືກແຕ່ງຕັ້ງໃຫ້ເປັນກະສັດ. ເພິ່ນປະກາດເລື່ອງການປົກຄອງຂອງພະເຈົ້າສະເໝີ ແລະພວກລູກສິດຂອງເພິ່ນໃນທຸກມື້ນີ້ກໍປະກາດເລື່ອງດຽວກັນ.—ມທ. 24:14; ລກ. 4:43
“ຈົນຮອດສຸດຂອບໂລກ” (ກິດຈະການ 1:6-12)
8, 9. (ກ) ພວກອັກຄະສາວົກຂອງພະເຢຊູເຂົ້າໃຈຜິດສອງເລື່ອງຫຍັງ? (ຂ) ພະເຢຊູແກ້ໄຂຄວາມເຂົ້າໃຈຂອງພວກອັກຄະສາວົກແນວໃດ ແລະເລື່ອງນີ້ສອນຫຍັງເຮົາໃນທຸກມື້ນີ້?
8 ເມື່ອພວກອັກຄະສາວົກມາຢູ່ລວມກັນເທິງກັນພູເຂົາໝາກກອກ ເຂົາເຈົ້າໄດ້ປະຊຸມກັບພະເຢຊູເປັນເທື່ອສຸດທ້າຍຕອນທີ່ເພິ່ນຢູ່ໃນໂລກ. ເຂົາເຈົ້າຖາມດ້ວຍຄວາມກະຕືລືລົ້ນວ່າ: “ນາຍເອີຍ ທ່ານຈະກູ້ເອກະລາດໃຫ້ອານາຈັກອິດສະຣາເອນໃນເວລານີ້ບໍ?” (ກຈກ. 1:6) ຄຳຖາມນີ້ເຮັດໃຫ້ຮູ້ວ່າ ອັກຄະສາວົກມີຄວາມຄິດທີ່ບໍ່ຖືກຕ້ອງ 2 ຢ່າງຄື: ຢ່າງທຳອິດ ເຂົາເຈົ້າຄິດເອົາເອງວ່າຈະມີການກູ້ເອກະລາດໃຫ້ຊາດອິດສະຣາເອນແທ້ໆ. ຢ່າງທີສອງ ເຂົາເຈົ້າຄາດໝາຍວ່າການປົກຄອງທີ່ພະເຈົ້າສັນຍາໄວ້ຈະປົກຄອງທັນທີ “ໃນເວລານີ້.” ແລ້ວພະເຢຊູຊ່ວຍເຂົາເຈົ້າແນວໃດໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ?
9 ພະເຢຊູຮູ້ວ່າອີກບໍ່ດົນພວກລູກສິດຈະໄດ້ຄຳຕອບທີ່ຊ່ວຍແກ້ໄຂຄວາມເຂົ້າໃຈຜິດຢ່າງທຳອິດ. ທີ່ຈິງພຽງແຕ່ສິບມື້ຫຼັງຈາກນັ້ນ ພວກລູກສິດຂອງເພິ່ນກໍຈະໄດ້ເປັນພະຍານຮູ້ເຫັນການເລີ່ມຕົ້ນຂອງຊາດໃໝ່ຄື ອິດສະຣາເອນຂອງພະເຈົ້າ ເພາະຊາດອິດສະຣາເອນຕາມສາຍເລືອດຈະບໍ່ໄດ້ເປັນຊາດພິເສດຂອງພະເຈົ້າອີກຕໍ່ໄປ. ສຳລັບຄວາມເຂົ້າໃຈຜິດຢ່າງທີສອງ ພະເຢຊູເຕືອນພວກລູກສິດດ້ວຍຄວາມກະລຸນາວ່າ: “ພະເຈົ້າຜູ້ເປັນພໍ່ເປັນຜູ້ກຳນົດວັນເວລາ ພວກເຈົ້າບໍ່ຈຳເປັນຕ້ອງຮູ້ດອກ.” (ກຈກ. 1:7) ພະເຢໂຫວາເປັນພະເຈົ້າທີ່ກົງຕໍ່ເວລາສະເໝີ. ກ່ອນພະເຢຊູເສຍຊີວິດ ເພິ່ນບອກວ່າແມ່ນແຕ່ຕົວເພິ່ນເອງໃນຕອນນັ້ນກໍບໍ່ຮູ້ “ວັນແລະເວລາ” ທີ່ຈຸດຈົບຈະມາເຖິງ ມີແຕ່ “ພະເຈົ້າຜູ້ເປັນພໍ່” ເທົ່ານັ້ນທີ່ຮູ້. (ມທ. 24:36) ໃນທຸກມື້ນີ້ ຖ້າຄລິດສະຕຽນກັງວົນຫຼາຍເກີນໄປວ່າເມື່ອໃດຈຸດຈົບຈະມາເຖິງ ແທ້ໆແລ້ວເຂົາເຈົ້າກໍກຳລັງກັງວົນເລື່ອງທີ່ບໍ່ຈຳເປັນຕ້ອງຮູ້.
10. ເຮົາຄວນມີຄວາມຄິດແບບພວກອັກຄະສາວົກແນວໃດ ແລະເປັນຫຍັງເຮົາຕ້ອງມີຄວາມຄິດແບບນັ້ນ?
10 ເຮົາຄວນລະວັງທີ່ຈະບໍ່ດູຖູກພວກອັກຄະສາວົກຂອງພະເຢຊູ ເພາະເຂົາເຈົ້າມີຄວາມເຊື່ອທີ່ເຂັ້ມແຂງ ເຂົາເຈົ້າເປັນຄົນຖ່ອມ ຍອມຮັບການແກ້ໄຂເມື່ອເຂົ້າໃຈຜິດ. ແລະເຖິງວ່າເລື່ອງທີ່ຖາມຈະເຮັດໃຫ້ຮູ້ວ່າເຂົາເຈົ້າເຂົ້າໃຈຜິດ ແຕ່ກໍເຮັດໃຫ້ຮູ້ນຳວ່າເຂົາເຈົ້າມີຄວາມຄິດທີ່ດີ ເພາະພະເຢຊູເຄີຍເຕືອນພວກລູກສິດຫຼາຍເທື່ອວ່າ: “ໃຫ້ເຝົ້າລະວັງຢູ່ສະເໝີ.” (ມທ. 24:42; 25:13; 26:41) ເຂົາເຈົ້າຍັງຕື່ນຕົວເຝົ້າລະວັງດ້ວຍໃຈຈົດຈໍ່ ແລະລໍຖ້າເບິ່ງຫຼັກຖານທີ່ສະແດງວ່າພະເຢໂຫວາກຳລັງຈະລົງມືຈັດການ. ນີ້ເປັນຄວາມຄິດທີ່ດີທີ່ເຮົາໃນທຸກມື້ນີ້ຕ້ອງມີ. ຍ້ອນວ່າຕອນນີ້ເປັນ “ສະໄໝສຸດທ້າຍ” ດັ່ງນັ້ນ ເຮົາຕ້ອງຕື່ນຕົວຫຼາຍກວ່າສະໄໝຂອງພວກອັກຄະສາວົກອີກ.—2ຕມ. 3:1-5
11, 12. (ກ) ພະເຢຊູມອບໝາຍວຽກຫຍັງໃຫ້ພວກລູກສິດ? (ຂ) ເປັນຫຍັງຈຶ່ງເໝາະສົມທີ່ພະເຢຊູເວົ້າເຖິງພະລັງບໍລິສຸດເມື່ອມອບໝາຍໃຫ້ພວກລູກສິດເຮັດວຽກປະກາດ?
11 ພະເຢຊູເຕືອນພວກອັກຄະສາວົກວ່າເຂົາເຈົ້າຄວນສົນໃຈເລື່ອງຫຍັງ ເພິ່ນບອກວ່າ: “ພວກເຈົ້າ ຈະໄດ້ຮັບພະລັງຈາກພະເຈົ້າ ພະລັງບໍລິສຸດນັ້ນຈະຢູ່ກັບພວກເຈົ້າ ແລະພວກເຈົ້າຈະເປັນພະຍານຂອງຂ້ອຍໃນເມືອງເຢຣູຊາເລັມແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະຈົນຮອດສຸດຂອບໂລກ.” (ກຈກ. 1:8) ຕອນທຳອິດຈະມີການປະກາດເລື່ອງການຄືນມາຈາກຕາຍຂອງພະເຢຊູໃນເມືອງເຢຣູຊາເລັມເຊິ່ງເປັນບ່ອນທີ່ພະເຢຊູຖືກປະຫານ ຈາກນັ້ນກໍຈະມີການປະກາດເລື່ອງນີ້ໄປທົ່ວແຂວງຢູດາຍ ແຂວງຊາມາເຣຍ ແລະໄປໄກທົ່ວໂລກ.
12 ເປັນເລື່ອງເໝາະສົມທີ່ພະເຢຊູສັນຍາວ່າເພິ່ນຈະສົ່ງພະລັງບໍລິສຸດມາຊ່ວຍເຂົາເຈົ້າກ່ອນ ແລ້ວເພິ່ນຈຶ່ງມອບໝາຍໃຫ້ເຂົາເຈົ້າເຮັດວຽກປະກາດ. ນີ້ເປັນໜຶ່ງໃນຫຼາຍກວ່າ 40 ເທື່ອທີ່ເວົ້າເຖິງ “ພະລັງບໍລິສຸດ” ໃນປຶ້ມກິດຈະການ. ປຶ້ມຫົວນີ້ເນັ້ນຫຼາຍເທື່ອວ່າ ເຮົາບໍ່ສາມາດເຮັດໃຫ້ຄວາມຕ້ອງການຂອງພະເຢໂຫວາສຳເລັດໄດ້ຖ້າບໍ່ໄດ້ຮັບຄວາມຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຈົ້າ. ດັ່ງນັ້ນ ຈຶ່ງສຳຄັນຫຼາຍທີ່ເຮົາຈະອະທິດຖານຂໍພະລັງບໍລິສຸດເປັນປະຈຳ! (ລກ. 11:13) ຕອນນີ້ເຮົາຈຳເປັນຕ້ອງມີພະລັງບໍລິສຸດຫຼາຍກວ່າແຕ່ກ່ອນ.
13. ວຽກປະກາດທີ່ຄົນຂອງພະເຈົ້າເຮັດໃນທຸກມື້ນີ້ກວ້າງໄກສ່ຳໃດ ແລະເປັນຫຍັງເຮົາຄວນເຮັດວຽກນີ້ຢ່າງດຸໝັ່ນ?
13 ຄຳວ່າ “ຈົນຮອດສຸດຂອບໂລກ” ໃນຕອນນີ້ມີຂອບເຂດກວ້າງກວ່າສະໄໝນັ້ນຫຼາຍ. ແຕ່ຄືທີ່ບອກໄວ້ໃນບົດກ່ອນ ພະຍານພະເຢໂຫວາເຕັມໃຈຕອບຮັບວຽກມອບໝາຍທີ່ໃຫ້ປະກາດນີ້ຢ່າງດຸໝັ່ນ ຍ້ອນຮູ້ວ່າພະເຈົ້າຢາກໃຫ້ຄົນທຸກຊະນິດໄດ້ຍິນຂ່າວດີເລື່ອງການປົກຄອງຂອງເພິ່ນ. (1ຕມ. 2:3, 4) ເຈົ້າກຳລັງມີສ່ວນຮ່ວມເຕັມທີໃນວຽກປະກາດນີ້ບໍ? ບໍ່ມີວຽກໃດທີ່ເຮັດໃຫ້ມີຄວາມສຸກຫຼາຍກວ່າວຽກນີ້ອີກແລ້ວ! ພະເຢໂຫວາຈະໃຫ້ກຳລັງທີ່ຈຳເປັນກັບເຈົ້າເພື່ອຈະເຮັດວຽກນີ້. ປຶ້ມກິດຈະການຈະບອກໃຫ້ຮູ້ວິທີປະກາດແລະການມີຄວາມຄິດທີ່ຖືກຕ້ອງເພື່ອຈະເຮັດວຽກນີ້ຢ່າງມີປະສິດທິພາບ.
14, 15. (ກ) ທູດສະຫວັນບອກຫຍັງກ່ຽວກັບການກັບມາຂອງພະເຢຊູ ແລະເຂົາເຈົ້າໝາຍຄວາມວ່າແນວໃດ? (ເບິ່ງໄຂເງື່ອນ) (ຂ) ການກັບມາຂອງພະເຢຊູເປັນ ‘ໃນລັກສະນະດຽວກັນ’ ກັບທີ່ເພິ່ນຈາກໄປແນວໃດ?
14 ຄືກັບທີ່ບອກໄວ້ໃນຕອນຕົ້ນຂອງບົດນີ້ ພະເຢຊູຖືກຮັບຂຶ້ນໄປໃນທ້ອງຟ້າຈົນເບິ່ງບໍ່ເຫັນເລີຍ. ແຕ່ອັກຄະສາວົກ 11 ຄົນກໍຍັງຢືນເບິ່ງທ້ອງຟ້າຢູ່ຈົນທູດສະຫວັນສອງອົງມາເວົ້າກັບເຂົາເຈົ້າວ່າ: “ຊາວຄາລີເລເອີຍ ພວກເຈົ້າຢືນເບິ່ງທ້ອງຟ້າຢູ່ເຮັດຫຍັງ? ພະເຢຊູເຊິ່ງຖືກຮັບຂຶ້ນໄປໃນທ້ອງຟ້າຈະກັບມາໃນລັກສະນະດຽວກັບທີ່ພວກເຈົ້າເຫັນເພິ່ນຂຶ້ນໄປນີ້ແຫຼະ.” (ກຈກ. 1:11) ທູດສະຫວັນໝາຍຄວາມວ່າພະເຢຊູຈະກັບມາໃນຮ່າງກາຍມະນຸດບໍຄືກັບທີ່ຄູສອນສາສະໜາບາງຄົນສອນ? ບໍ່. ທູດສະຫວັນບໍ່ໄດ້ໝາຍຄວາມວ່າແນວນັ້ນ. ເຮົາຮູ້ໄດ້ແນວໃດ?
15 ທູດສະຫວັນບອກວ່າພະເຢຊູຈະກັບມາບໍ່ແມ່ນດ້ວຍຮ່າງກາຍແບບດຽວກັນ ແຕ່ ‘ໃນລັກສະນະດຽວກັນ.’ b ແລ້ວເພິ່ນຈາກໄປໃນລັກສະນະໃດ? ຕອນທີ່ທູດສະຫວັນເວົ້າບໍ່ມີໃຜເຫັນເພິ່ນແລ້ວ ນອກຈາກພວກອັກຄະສາວົກບໍ່ເທົ່າໃດຄົນທີ່ໄດ້ເຫັນຕອນທີ່ພະເຢຊູຖືກຮັບຂຶ້ນໄປໃນສະຫວັນເພື່ອໄປຫາພໍ່ຂອງເພິ່ນ. ດັ່ງນັ້ນ ຕອນທີ່ເພິ່ນກັບມາກໍຈະເປັນແບບນັ້ນຄືກັນ. ໃນທຸກມື້ນີ້ມີແຕ່ຄົນທີ່ເຂົ້າໃຈຄຳພີໄບເບິນຢ່າງດີເທົ່ານັ້ນທີ່ຮູ້ວ່າພະເຢຊູກຳລັງປົກຄອງເປັນກະສັດຢູ່. (ລກ. 17:20) ເຮົາຕ້ອງເຂົ້າໃຈ ສັນຍານທີ່ບອກໃຫ້ຮູ້ວ່າເພິ່ນເປັນກະສັດແລ້ວ ແລະບອກເລື່ອງນີ້ກັບຄົນອື່ນເພື່ອຊ່ວຍເຂົາເຈົ້າໃຫ້ເຫັນເຖິງຄວາມຮີບດ່ວນໃນສະໄໝຂອງເຮົານຳ.
“ຂໍຊ່ວຍພວກເຮົາໃຫ້ຮູ້ວ່າ . . . ຜູ້ໃດທີ່ພະອົງເລືອກ” (ກິດຈະການ 1:13-26)
16-18. (ກ) ຕາມກິດຈະການ 1:13, 14 ເຮົາໄດ້ຮຽນຫຍັງຈາກການປະຊຸມຂອງຄລິດສະຕຽນ? (ຂ) ເຮົາໄດ້ຮຽນຫຍັງຈາກຕົວຢ່າງຂອງມາຣີແມ່ຂອງພະເຢຊູ? (ຄ) ເປັນຫຍັງການປະຊຸມຂອງຄລິດສະຕຽນຈຶ່ງສຳຄັນຫຼາຍໃນທຸກມື້ນີ້?
16 ພວກອັກຄະສາວົກ “ກັບໄປເມືອງເຢຣູຊາເລັມຢ່າງມີຄວາມສຸກ.” (ລກ. 24:52) ແຕ່ເຂົາເຈົ້າຈະຕອບຮັບການຊີ້ນຳແລະຄຳສັ່ງຂອງພະເຢຊູແນວໃດ? ໃນຂໍ້ 13 ແລະ 14 ຂອງກິດຈະການບົດທີ 1 ເຮົາເຫັນວ່າເຂົາເຈົ້າມາປະຊຸມກັນໃນ “ຫ້ອງຊັ້ນເທິງ” ແລະເຮົາໄດ້ຮູ້ລາຍລະອຽດທີ່ໜ້າສົນໃຈບາງຢ່າງກ່ຽວກັບການປະຊຸມເທື່ອນັ້ນ. ໃນປາເລດສະຕິນເຮືອນສະໄໝນັ້ນມັກຈະມີຫ້ອງຊັ້ນເທິງທີ່ຂຶ້ນໄປໂດຍໃຊ້ຂັ້ນໄດທີ່ຢູ່ນອກເຮືອນ. “ຫ້ອງຊັ້ນເທິງ” ຂອງເຮືອນທີ່ເວົ້າເຖິງໃນກິດຈະການ 12:12 ອາດຈະແມ່ນເຮືອນຂອງແມ່ມາຣະໂກ. ເຮືອນນັ້ນຄືຊິບໍ່ໄດ້ຫຼູຫຼາແຕ່ກໍເປັນບ່ອນທີ່ດີທີ່ຈະໃຊ້ເປັນບ່ອນປະຊຸມຂອງພວກລູກສິດ. ແຕ່ມີໃຜແດ່ທີ່ມາປະຊຸມແລະເຂົາເຈົ້າໄດ້ເຮັດຫຍັງ?
17 ໃນການປະຊຸມນີ້ບໍ່ໄດ້ມີແຕ່ພວກອັກຄະສາວົກຫຼືຜູ້ຊາຍເທົ່ານັ້ນ “ແຕ່ມີຜູ້ຍິງບາງຄົນ” ລວມທັງມາຣີແມ່ຂອງພະເຢຊູນຳ. ນີ້ເປັນເທື່ອສຸດທ້າຍທີ່ເວົ້າເຖິງມາຣີໂດຍກົງໃນຄຳພີໄບເບິນ. ມັນເປັນພາບທີ່ປະທັບໃຈຫຼາຍເພາະລາວມາປະຊຸມບໍ່ແມ່ນຍ້ອນຄິດວ່າໂຕເອງເປັນຄົນສຳຄັນ ແຕ່ມາເພື່ອນະມັດສະການພະເຢໂຫວາຮ່ວມກັບພີ່ນ້ອງຊາຍຍິງຄລິດສະຕຽນດ້ວຍຄວາມຖ່ອມ. ລາວຄືຊິໄດ້ກຳລັງໃຈຫຼາຍທີ່ຕອນນີ້ລູກຊາຍອີກສີ່ຄົນກໍມາປະຊຸມນຳ ເພາະຕອນທີ່ພະເຢຊູຍັງມີຊີວິດຢູ່ເຂົາເຈົ້າບໍ່ໄດ້ມີຄວາມເຊື່ອ. (ມທ. 13:55; ຢຮ. 7:5) ແຕ່ເຂົາເຈົ້າໄດ້ປ່ຽນຄວາມຄິດຫຼັງຈາກທີ່ພະເຢຊູເຊິ່ງເປັນອ້າຍທີ່ມີແມ່ດຽວກັນຄືນມາຈາກຕາຍ.—1ກຣ. 15:7
18 ເຫດຜົນທີ່ພວກລູກສິດມາປະຊຸມກໍເພື່ອ “ອະທິດຖານຮ່ວມກັນຢູ່ສະເໝີ.” (ກຈກ. 1:14) ການປະຊຸມເປັນສ່ວນສຳຄັນໃນການນະມັດສະການຂອງຄລິດສະຕຽນ ເຮົາມາປະຊຸມເພື່ອໃຫ້ກຳລັງໃຈກັນ ເພື່ອຈະໄດ້ຮັບການສອນແລະຄຳແນະນຳ ແລະທີ່ສຳຄັນທີ່ສຸດກໍເພື່ອນະມັດສະການພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ. ຄຳອະທິດຖານແລະການຮ້ອງເພງສັນລະເສີນໃນການປະຊຸມເຮັດໃຫ້ພະເຢໂຫວາພໍໃຈຫຼາຍແລະເຮົາກໍໄດ້ຮັບປະໂຫຍດນຳ. ດັ່ງນັ້ນ ຂໍເຮົາຢ່າຂາດການປະຊຸມທີ່ເສີມຄວາມເຊື່ອແບບນີ້.—ຮຣ. 10:24, 25
19-21. (ກ) ເຮົາໄດ້ຮຽນຫຍັງຈາກບົດບາດຂອງເປໂຕໃນປະຊາຄົມ? (ຂ) ເປັນຫຍັງຄວນມີຄົນເຂົ້າມາເຮັດໜ້າທີ່ແທນຢູດາ ແລະເຮົາໄດ້ບົດຮຽນຫຍັງຈາກວິທີການຈັດການເລື່ອງນີ້?
19 ຕອນນີ້ພວກລູກສິດຂອງພະເຢຊູມີເລື່ອງສຳຄັນທີ່ຕ້ອງຕັດສິນໃຈ ແລະອັກຄະສາວົກເປໂຕກໍນຳໜ້າໃນການຊອກວິທີແກ້ບັນຫານັ້ນ. (ຂໍ້ 15-26) ເຮົາໄດ້ຮັບກຳລັງໃຈຫຼາຍທີ່ເຫັນວ່າເປໂຕໄດ້ປ່ຽນໄປຫຼາຍສ່ຳໃດໃນຊ່ວງບໍ່ເທົ່າໃດອາທິດຫຼັງຈາກທີ່ລາວປະຕິເສດພະເຢຊູຕັ້ງສາມເທື່ອ. (ມຣກ. 14:72) ຍ້ອນເຮົາທຸກຄົນມີແນວໂນ້ມທີ່ຈະເຮັດບາບ ເຮົາຈຶ່ງຕ້ອງບໍ່ລືມວ່າພະເຢໂຫວາ “ດີແທ້ໆແລະພ້ອມທີ່ຈະໃຫ້ອະໄພ” ຄົນທີ່ກັບໃຈແທ້ໆ.—ເພງ. 86:5, ລ.ມ
20 ເປໂຕເຂົ້າໃຈວ່າຄວນຈະມີຄົນເຂົ້າມາເຮັດໜ້າທີ່ແທນຢູດາທີ່ໄດ້ທໍລະຍົດພະເຢຊູ ແຕ່ໃຜຄວນ ມາເຮັດໜ້າທີ່ນັ້ນ? ອັກຄະສາວົກຄົນໃໝ່ຄວນເປັນຄົນທີ່ໄດ້ຕິດຕາມພະເຢຊູໃນໄລຍະວຽກຮັບໃຊ້ຂອງເພິ່ນແລະໄດ້ເຫັນການຄືນມາຈາກຕາຍຂອງເພິ່ນ. (ກຈກ. 1:21, 22) ເລື່ອງນີ້ສອດຄ່ອງກັບຄຳສັນຍາຂອງພະເຢຊູທີ່ວ່າ: “ພວກເຈົ້າທີ່ຕິດຕາມຂ້ອຍຈະໄດ້ນັ່ງເທິງບັນລັງ 12 ບັນລັງ ແລະພິພາກສາອິດສະຣາເອນ 12 ຕະກູນ.” (ມທ. 19:28) ເບິ່ງຄືວ່າພະເຢໂຫວາຢາກໃຫ້ອັກຄະສາວົກ 12 ຄົນທີ່ຕິດຕາມພະເຢຊູໃນໄລຍະວຽກຮັບໃຊ້ຂອງເພິ່ນໃນໂລກປະກອບກັນເປັນ “ຫີນຮາກຖານ 12 ກ້ອນ” ຂອງເຢຣູຊາເລັມໃໝ່ໃນອະນາຄົດ. (ພນມ. 21:2, 14) ດັ່ງນັ້ນ ພະເຈົ້າຈຶ່ງໃຫ້ເປໂຕເຂົ້າໃຈວ່າ ຄຳພະຍາກອນທີ່ບອກວ່າ: “ໃຫ້ຄົນອື່ນເຮັດໜ້າທີ່ຜູ້ດູແລແທນລາວ” ໄດ້ເກີດຂຶ້ນແທ້ກັບຢູດາ.—ເພງ. 109:8, ລ.ມ
21 ມີການເລືອກອັກຄະສາວົກຄົນໃໝ່ແນວໃດ? ໂດຍການຈົກສະຫຼາກເຊິ່ງເປັນວິທີປົກກະຕິທີ່ໃຊ້ໃນສະໄໝຄຳພີໄບເບິນ. (ສຸພາ. 16:33) ແຕ່ນີ້ເປັນເທື່ອສຸດທ້າຍທີ່ຄຳພີໄບເບິນເວົ້າເຖິງການໃຊ້ວິທີຈົກສະຫຼາກ ເພາະເບິ່ງຄືວ່າຫຼັງຈາກທີ່ມີການເຈີມພວກລູກສິດດ້ວຍພະລັງບໍລິສຸດກໍບໍ່ມີການໃຊ້ວິທີນີ້ແລ້ວ. ແຕ່ຂໍໃຫ້ສັງເກດວ່າເປັນຫຍັງຈຶ່ງມີການຈົກສະຫຼາກ ພວກອັກຄະສາວົກໄດ້ອະທິດຖານວ່າ: “ພະເຢໂຫວາ ພະອົງຮູ້ຈັກຫົວໃຈທຸກຄົນ ຂໍຊ່ວຍພວກເຮົາໃຫ້ຮູ້ວ່າໃນສອງຄົນນີ້ ຜູ້ໃດທີ່ພະອົງເລືອກ.” (ກຈກ. 1:23, 24) ເຂົາເຈົ້າຢາກໃຫ້ພະເຢໂຫວາເປັນຜູ້ເລືອກ. ມີການເລືອກມັດເທຍທີ່ເບິ່ງຄືວ່າເປັນລູກສິດຄົນໜຶ່ງໃນ 70 ຄົນທີ່ພະເຢຊູສົ່ງອອກໄປປະກາດ ດັ່ງນັ້ນ ມັດເທຍຈຶ່ງເຂົ້າມາເປັນຄົນໜຶ່ງໃນ “ອັກຄະສາວົກ 12 ຄົນ.” c—ກຈກ. 6:2
22, 23. ເປັນຫຍັງເຮົາຄວນຍອມຮັບອຳນາດແລະເຊື່ອຟັງຄົນທີ່ນຳໜ້າໃນປະຊາຄົມ?
22 ເລື່ອງນີ້ເຕືອນເຮົາວ່າພະເຢໂຫວາຢາກໃຫ້ຄົນຂອງເພິ່ນຖືກຈັດໃຫ້ເປັນລະບຽບຮຽບຮ້ອຍ. ໃນທຸກມື້ນີ້ກໍມີການເລືອກຜູ້ຊາຍທີ່ມີຄວາມຮັບຜິດຊອບໃຫ້ເຮັດໜ້າທີ່ເປັນຜູ້ດູແລໃນປະຊາຄົມຄືກັນ ຈະມີການພິຈາລະນາຄຸນສົມບັດຂອງຜູ້ດູແລຕາມຫຼັກພະຄຳພີທີ່ມີການບອກໄວ້ຢ່າງລະອຽດ ແລະມີການອະທິດຖານຂໍການຊີ້ນຳຈາກພະລັງບໍລິສຸດຂອງພະເຈົ້າ. ດັ່ງນັ້ນ ປະຊາຄົມຄວນເບິ່ງວ່າພີ່ນ້ອງຊາຍຄົນນັ້ນໄດ້ຮັບການແຕ່ງຕັ້ງຈາກພະລັງບໍລິສຸດ. ເຮົາຕ້ອງຍອມຮັບອຳນາດແລະເຊື່ອຟັງຄົນທີ່ນຳໜ້າເພື່ອສົ່ງເສີມຄວາມເປັນໜຶ່ງດຽວກັນໃນປະຊາຄົມ.—ຮຣ. 13:17
23 ການທີ່ພວກລູກສິດໄດ້ເຫັນພະເຢຊູຄືນມາຈາກຕາຍ ແລະໄດ້ເຫັນການປັບປ່ຽນຂອງອົງການກໍເຮັດໃຫ້ເຂົາເຈົ້າມີຄວາມເຊື່ອເຂັ້ມແຂງຂຶ້ນແລະໄດ້ຮັບກຳລັງໃຈ. ຕອນນີ້ເຂົາເຈົ້າຖືກກຽມໄວ້ໃຫ້ພ້ອມສຳລັບສິ່ງທີ່ລໍຖ້າຢູ່ທາງໜ້າ. ບົດຕໍ່ໄປຈະເວົ້າເຖິງເຫດການທີ່ສຳຄັນນັ້ນ.
a ໃນປຶ້ມຂ່າວດີທີ່ລູກາຂຽນ ລາວເອີ້ນຜູ້ຊາຍຄົນນີ້ວ່າ: “ທ່ານເທໂອຟີໂລທີ່ເຄົາລົບຢ່າງສູງ” ເຮັດໃຫ້ບາງຄົນຄິດວ່າເທໂອຟີໂລອາດຈະເປັນຄົນມີຊື່ສຽງທີ່ຍັງບໍ່ໄດ້ມາເປັນຄລິດສະຕຽນ. (ລກ. 1:3) ແຕ່ໃນປຶ້ມກິດຈະການ ລູກາເອີ້ນລາວວ່າ: “ເທໂອຟີໂລ” ນັກວິຊາການບາງຄົນບອກວ່າ ເທໂອຟີໂລອາດຈະເຂົ້າມາເປັນຄລິດສະຕຽນຫຼັງຈາກໄດ້ອ່ານປຶ້ມຂ່າວດີທີ່ລູກາຂຽນ ເພາະລູກາບໍ່ໄດ້ໃຊ້ຄຳເວົ້າທີ່ສະແດງເຖິງການຍົກຍ້ອງແລ້ວ ແລະລາວຂຽນເຖິງຜູ້ຊາຍຄົນນີ້ຄືກັບທີ່ຂຽນເຖິງພີ່ນ້ອງຄລິດສະຕຽນ.
b ໃນບ່ອນນີ້ ຄຳພີໄບເບິນໃຊ້ຄຳພາສາກຣີກທຣໍພອດສ໌ ເຊິ່ງໝາຍເຖິງ “ລັກສະນະ” ບໍ່ແມ່ນຄຳວ່າ: ມໍຟີທີ່ໝາຍເຖິງ “ຮ່າງກາຍ.”
c ຕໍ່ມາໂປໂລໄດ້ຮັບການແຕ່ງຕັ້ງໃຫ້ເປັນ “ອັກຄະສາວົກທີ່ຖືກສົ່ງໄປຫາຄົນຕ່າງຊາດ” ແຕ່ລາວບໍ່ເຄີຍຖືກນັບວ່າເປັນໜຶ່ງໃນອັກຄະສາວົກ 12 ຄົນ. (ຣມ. 11:13; 1ກຣ. 15:4-8) ໂປໂລບໍ່ມີຄຸນສົມບັດທີ່ຈະໄດ້ສິດທິພິເສດນີ້ ເພາະລາວບໍ່ໄດ້ຕິດຕາມພະເຢຊູໃນໄລຍະວຽກຮັບໃຊ້ຂອງເພິ່ນທີ່ຢູ່ໃນໂລກ.