ບົດທີ 5
“ພວກເຮົາຕ້ອງເຊື່ອຟັງພະເຈົ້າທີ່ເປັນຜູ້ປົກຄອງ”
ອັກຄະສາວົກວາງຕົວຢ່າງທີ່ດີໄວ້ສຳລັບຄລິດສະຕຽນແທ້ທຸກຄົນ
1-3. (ກ) ເປັນຫຍັງພວກອັກຄະສາວົກຈຶ່ງຖືກພາໂຕມາຢູ່ຕໍ່ໜ້າສານຊັນເຮດຣິນ ແລະຄຳຖາມສຳຄັນແມ່ນຫຍັງ? (ຂ) ເປັນຫຍັງເຮົາສົນໃຈຫຼາຍແທ້ໆວ່າພວກອັກຄະສາວົກຮັບມືໄດ້ແນວໃດ?
ພວກຜູ້ພິພາກສາໃນສານຊັນເຮດຣິນໃຈຮ້າຍຫຼາຍ! ຕອນນັ້ນພວກອັກຄະສາວົກຂອງພະເຢຊູກຳລັງຖືກພິຈາລະນາຄະດີຕໍ່ໜ້າສານສູງນີ້. ເປັນຫຍັງເຂົາເຈົ້າຈຶ່ງຖືກພິຈາລະນາຄະດີ? ໂຢເຊັບ ກາຢະຟາ ປະໂລຫິດໃຫຍ່ແລະປະທານຂອງສານຊັນເຮດຣິນເວົ້າຕໍ່ເຂົາເຈົ້າຢ່າງໜັກແໜ້ນວ່າ: “ພວກເຮົາສັ່ງພວກເຈົ້າແລ້ວວ່າບໍ່ໃຫ້ສອນໃນນາມຂອງຄົນນັ້ນອີກ.” ປະທານສານຄົນນີ້ໃຈຮ້າຍຫຼາຍຈົນບໍ່ຢາກເວົ້າເຖິງຊື່ຂອງພະເຢຊູຊ້ຳ. ກາຢະຟາເວົ້າຕໍ່ໄປວ່າ: “ແຕ່ພວກເຈົ້າພັດແຮ່ງແພ່ຄຳສອນຂອງພວກເຈົ້າໄປທົ່ວເມືອງເຢຣູຊາເລັມແລະຕັ້ງໃຈຈະກ່າວຫາພວກເຮົາວ່າມີຄວາມຜິດທີ່ເຮັດໃຫ້ຄົນນັ້ນຕ້ອງຕາຍ.” (ກຈກ. 5:28) ເຂົາເຈົ້າຕ້ອງການຈະບອກພວກອັກຄະສາວົກວ່າ: ເຊົາປະກາດ ຖ້າບໍ່ຈັ່ງຊັ້ນຈະຖືກລົງໂທດ!
2 ພວກອັກຄະສາວົກເຮັດແນວໃດເມື່ອໄດ້ຍິນຄຳສັ່ງນີ້? ວຽກປະກາດເປັນໜ້າທີ່ມອບໝາຍທີ່ເຂົາເຈົ້າໄດ້ຮັບຈາກພະເຢຊູ ຜູ້ທີ່ໄດ້ຮັບອຳນາດຈາກພະເຈົ້າ. (ມທ. 28:18-20) ພວກອັກຄະສາວົກຈະຍອມແພ້ແລະເຊົາປະກາດບໍ? ຫຼືວ່າເຂົາເຈົ້າຈະປະກາດຕໍ່ໄປຢ່າງກ້າຫານ? ຄຳຖາມສຳຄັນຄື ເຂົາເຈົ້າຈະເຊື່ອຟັງພະເຈົ້າຫຼືມະນຸດ? ອັກຄະສາວົກເປໂຕເວົ້າແທນພວກອັກຄະສາວົກຄົນອື່ນໆທັງໝົດໂດຍບໍ່ລັງເລ. ຄຳເວົ້າຂອງລາວຈະແຈ້ງແລະກ້າຫານ.
3 ພວກເຮົາທີ່ເປັນຄລິດສະຕຽນແທ້ສົນໃຈຫຼາຍວ່າ ພວກອັກຄະສາວົກຮັບມືແນວໃດກັບການຂົ່ມຂູ່ຂອງສານຊັນເຮດຣິນ. ພວກເຮົາກໍໄດ້ຮັບມອບໝາຍໃຫ້ປະກາດນຳ ແລະຕອນທີ່ເຮັດວຽກມອບໝາຍນີ້ ເຮົາເອງກໍເຈິກັບການຕໍ່ຕ້ານຄືກັນ. (ມທ. 10:22) ພວກຜູ້ຕໍ່ຕ້ານອາດຈະພະຍາຍາມເຮັດໃຫ້ວຽກປະກາດເປັນເລື່ອງທີ່ຍາກຂຶ້ນ ຫຼືເຖິງຂັ້ນສັ່ງຫ້າມວຽກຂອງເຮົາ. ເມື່ອມີເລື່ອງແບບນີ້ເກີດຂຶ້ນເຮົາຈະເຮັດແນວໃດ? ການຄິດເຖິງເຫດການທີ່ເກີດຂຶ້ນກັບພວກອັກຄະສາວົກໃນອະດີດຕອນທີ່ເຂົາເຈົ້າຖືກພາໂຕໄປພິຈາລະນາຄະດີຕໍ່ໜ້າສານຊັນເຮດຣິນຈະຊ່ວຍເຮົາໃຫ້ກ້າຫານຫຼາຍຂຶ້ນ. a
“ທູດສະຫວັນຂອງພະເຢໂຫວາໄດ້ມາເປີດປະຕູ” (ກິດຈະການ 5:12-21ກ)
4, 5. ເປັນຫຍັງກາຢະຟາແລະພວກຊາດູກາຍຈຶ່ງ “ຮູ້ສຶກອິດສາ”?
4 ເຮົາຈື່ໄດ້ວ່າເມື່ອຖືກສັ່ງໃຫ້ເຊົາປະກາດເທື່ອທຳອິດ ເປໂຕກັບໂຢຮັນຕອບວ່າ: “ພວກເຮົາບໍ່ສາມາດເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນ.” (ກຈກ. 4:20) ຫຼັງຈາກຖືກພິຈາລະນາຄະດີໃນສານຊັນເຮດຣິນ ເທື່ອນັ້ນ ເປໂຕກັບໂຢຮັນແລະອັກຄະສາວົກຄົນອື່ນໆກໍປະກາດຕໍ່ໄປໃນວິຫານ. ເຂົາເຈົ້າເຮັດການອັດສະຈັນຫຼາຍຢ່າງ ເຊັ່ນ ປິ່ນປົວຄົນປ່ວຍແລະຂັບໄລ່ປີສາດ. ເຂົາເຈົ້າເຮັດສິ່ງເຫຼົ່ານັ້ນ “ຢູ່ທາງຍ່າງທີ່ມີເສົາລຽນກັນເຊິ່ງໂຊໂລໂມນໄດ້ສ້າງໄວ້” ທີ່ຢູ່ທາງຕາເວັນອອກຂອງວິຫານບ່ອນທີ່ຄົນຢິວຫຼາຍຄົນມາຊຸມນຸມກັນ. ເບິ່ງຄືວ່າແມ່ນແຕ່ເງົາຂອງເປໂຕກໍຍັງເຮັດໃຫ້ຄົນເຊົາປ່ວຍ! ຫຼາຍຄົນທີ່ໄດ້ຮັບການປິ່ນປົວທາງຮ່າງກາຍໄດ້ຕອບຮັບການສອນ ແລະນັ້ນຊ່ວຍເຂົາເຈົ້າໃຫ້ໄດ້ຮັບການປິ່ນປົວທາງຄວາມເຊື່ອນຳ. ຜົນກໍຄື “ຜູ້ຄົນຈຳນວນຫຼາຍທັງຊາຍແລະຍິງໄດ້ເຂົ້າມາເຊື່ອຜູ້ເປັນນາຍເພີ່ມຂຶ້ນເລື້ອຍໆ.”—ກຈກ. 5:12-15
5 ກາຢະຟາແລະພວກຊາດູກາຍ “ຮູ້ສຶກອິດສາ” ພວກອັກຄະສາວົກຫຼາຍຈຶ່ງຈັບເຂົາເຈົ້າມາຂັງຄຸກ. (ກຈກ. 5:17, 18) ເປັນຫຍັງພວກຊາດູກາຍຈຶ່ງໃຈຮ້າຍປານນັ້ນ? ຍ້ອນພວກອັກຄະສາວົກສອນວ່າພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວ ແຕ່ພວກຊາດູກາຍບໍ່ເຊື່ອເລື່ອງການຄືນມາຈາກຕາຍ. ພວກອັກຄະສາວົກສອນວ່າຜູ້ຄົນຕ້ອງສະແດງຄວາມເຊື່ອໃນພະເຢຊູຈຶ່ງຈະລອດ ແຕ່ພວກຊາດູກາຍຢ້ານວ່າຈະຖືກລົງໂທດຈາກໂຣມຖ້າຜູ້ຄົນໄປເພິ່ງພະເຢຊູໃນຖານະຜູ້ນຳ. (ຢຮ. 11:48) ຈຶ່ງບໍ່ແປກທີ່ພວກຊາດູກາຍພະຍາຍາມເຮັດໃຫ້ພວກອັກຄະສາວົກເຊົາເຮັດວຽກປະກາດ!
6. ໃນທຸກມື້ນີ້ໃຜມັກຍຸຍົງໃຫ້ມີການຂົ່ມເຫງຜູ້ຮັບໃຊ້ຂອງພະເຢໂຫວາ ແລະເປັນຫຍັງເຮົາຈຶ່ງບໍ່ແປກໃຈເມື່ອມີເລື່ອງແບບນີ້ເກີດຂຶ້ນ?
6 ໃນທຸກມື້ນີ້ກໍຄືກັນ ເຫດຜົນຫຼັກທີ່ພະຍານພະເຢໂຫວາຖືກຂົ່ມເຫງກໍຍ້ອນພວກຜູ້ນຳສາສະໜາປອມມັກຍຸຍົງຄົນອື່ນໃຫ້ເຮັດແບບນັ້ນ. ຫຼາຍເທື່ອເຂົາເຈົ້າມັກໃຊ້ອິດທິພົນທີ່ໂຕເອງມີກະຕຸ້ນໃຫ້ຜູ້ມີອຳນາດໃນລັດຖະບານແລະສື່ຕ່າງໆເພື່ອເຮັດໃຫ້ເຮົາເຊົາເຮັດວຽກປະກາດ. ເຮົາຄວນແປກໃຈບໍເມື່ອມີເລື່ອງແບບນີ້ເກີດຂຶ້ນ? ບໍ່. ຂ່າວສານທີ່ເຮົາປະກາດເປີດໂປງສາສະໜາປອມເຊິ່ງເຮັດໃຫ້ຄົນທີ່ມີຫົວໃຈດີຫຼາຍຄົນຍອມຮັບເອົາຄວາມຈິງໃນຄຳພີໄບເບິນ ເຂົາເຈົ້າຫຼຸດພົ້ນຈາກຄວາມເຊື່ອແລະທຳນຽມທີ່ບໍ່ໄດ້ເປັນໄປຕາມຫຼັກການໃນຄຳພີໄບເບິນ. (ຢຮ. 8:32) ເມື່ອຄິດເຖິງເລື່ອງນີ້ເຮົາຈຶ່ງບໍ່ແປກໃຈທີ່ຫຼາຍເທື່ອພວກຜູ້ນຳສາສະໜາຈະຮູ້ສຶກກຽດຊັງແລະຂົ່ມເຫງເຮົາ.
7, 8. ຄຳສັ່ງຂອງທູດສະຫວັນໜ້າຈະເຮັດໃຫ້ພວກອັກຄະສາວົກໝັ້ນໃຈໃນເລື່ອງຫຍັງ ແລະມີຄຳຖາມຫຍັງທີ່ເຮົາໜ້າຈະຖາມໂຕເອງ?
7 ຕອນນັ່ງຢູ່ໃນຄຸກເພື່ອລໍຖ້າການພິຈາລະນາຄະດີ ພວກອັກຄະສາວົກອາດຈະສົງໄສວ່າພວກສັດຕູຈະຂ້າເຂົາເຈົ້າ ແລະເຂົາເຈົ້າກຳລັງຈະຕາຍຍ້ອນຄວາມເຊື່ອບໍ. (ມທ. 24:9) ແຕ່ຕອນກາງຄືນ ມີບາງສິ່ງທີ່ບໍ່ຄາດຄິດເກີດຂຶ້ນ “ທູດສະຫວັນຂອງພະເຢໂຫວາໄດ້ມາເປີດປະຕູຄຸກ.” b (ກຈກ. 5:19) ຫຼັງຈາກນັ້ນທູດສະຫວັນກໍບອກເຂົາເຈົ້າວ່າ: “ໄປຢືນໃນວິຫານແລ້ວປະກາດ.” (ກຈກ. 5:20) ຄຳສັ່ງນັ້ນຄືຊິເຮັດໃຫ້ພວກອັກຄະສາວົກໝັ້ນໃຈວ່າເຂົາເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ. ນອກຈາກນັ້ນ ຄຳເວົ້າຂອງທູດສະຫວັນກໍຄືຈະຊ່ວຍເຂົາເຈົ້າໃຫ້ປະກາດຕໍ່ໄປເຖິງວ່າຖືກຂົ່ມເຫງ. ເນື່ອງຈາກຄວາມເຊື່ອທີ່ເຂັ້ມແຂງແລະຄວາມກ້າຫານ ພວກອັກຄະສາວົກ “ກໍເຂົ້າໄປໃນວິຫານຕັ້ງແຕ່ເຊົ້າໆແລະສອນຢູ່ຫັ້ນ.”—ກຈກ. 5:21
8 ເຮົາທຸກຄົນໜ້າຈະຖາມໂຕເອງວ່າ: ‘ຖ້າຕ້ອງເຈິສະພາບການທີ່ຄ້າຍຄືກັບພວກອັກຄະສາວົກ ຂ້ອຍຈະມີຄວາມເຊື່ອແລະຄວາມກ້າຫານຫຼາຍພໍບໍເພື່ອຈະປະກາດຕໍ່ໄປ?’ ເຮົາສາມາດເຮັດວຽກ ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນຕໍ່ໄປໄດ້ເພາະເຮົາຮູ້ວ່າວຽກທີ່ສຳຄັນນີ້ໄດ້ຮັບການສະໜັບສະໜູນຈາກທູດສະຫວັນ.—ກຈກ. 28:23; ພນມ. 14:6, 7
“ພວກເຮົາຕ້ອງເຊື່ອຟັງພະເຈົ້າທີ່ເປັນຜູ້ປົກຄອງ ບໍ່ແມ່ນມະນຸດ” (ກິດຈະການ 5:21ຂ-33)
9-11. ພວກອັກຄະສາວົກເຮັດຫຍັງເມື່ອສານຊັນເຮດຣິນສັ່ງເຂົາເຈົ້າໃຫ້ເຊົາປະກາດ ແລະເລື່ອງນີ້ເປັນຕົວຢ່າງທີ່ດີແນວໃດສຳລັບຄລິດສະຕຽນແທ້?
9 ຕອນນີ້ກາຢະຟາແລະຜູ້ພິພາກສາຄົນອື່ນໆຂອງສານຊັນເຮດຣິນພ້ອມຈະຈັດການກັບພວກອັກຄະສາວົກ. ແຕ່ເຂົາເຈົ້າບໍ່ຮູ້ວ່າມີຫຍັງເກີດຂຶ້ນໃນຄຸກ ສານໄດ້ສົ່ງເຈົ້າໜ້າທີ່ໄປພາໂຕນັກໂທດມາ. ລອງຄິດເບິ່ງແມ້ວ່າພວກເຈົ້າໜ້າທີ່ຈະຕົກໃຈຫຼາຍສ່ຳໃດທີ່ເຫັນວ່າພວກນັກໂທດໜີໄປໝົດແລ້ວ ທັງໆທີ່ວ່າຄຸກຖືກ “ລ໋ອກໄວ້ຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ຕາມປະຕູ.” (ກຈກ. 5:23) ຫຼັງຈາກນັ້ນບໍ່ດົນ ຫົວໜ້າເຈົ້າໜ້າທີ່ທີ່ເບິ່ງແຍງວິຫານກໍຮູ້ວ່າພວກອັກຄະສາວົກກັບເຂົ້າໄປໃນວິຫານອີກ ແລະເຂົາເຈົ້າກຳລັງປະກາດເລື່ອງພະເຢຊູຄລິດຢູ່. ທີ່ຈິງ ວຽກນີ້ແຫຼະທີ່ເຮັດໃຫ້ເຂົາເຈົ້າຖືກຈັບເຂົ້າຄຸກ! ຫົວໜ້າແລະພວກເຈົ້າໜ້າທີ່ຈຶ່ງຟ້າວໄປທີ່ວິຫານເພື່ອພາໂຕເຂົາເຈົ້າກັບມາທີ່ສານຊັນເຮດຣິນ.
10 ຄືທີ່ໄດ້ເຫັນໃນຕອນຕົ້ນຂອງບົດນີ້ ພວກຜູ້ນຳສາສະໜາທີ່ໃຈຮ້າຍຫຼາຍຕ້ອງການໃຫ້ພວກອັກຄະສາວົກເຊົາປະກາດ. ແຕ່ພວກອັກຄະສາວົກເຮັດຫຍັງ? ເປໂຕເວົ້າແທນພວກອັກຄະສາວົກຄົນອື່ນໆຢ່າງກ້າຫານວ່າ: “ພວກເຮົາຕ້ອງເຊື່ອຟັງພະເຈົ້າທີ່ເປັນຜູ້ປົກຄອງ ບໍ່ແມ່ນມະນຸດ.” (ກຈກ. 5:29) ພວກອັກຄະສາວົກວາງຕົວຢ່າງທີ່ດີຫຼາຍໃຫ້ກັບຄລິດສະຕຽນແທ້ໃນທຸກມື້ນີ້. ເຮົາຈະບໍ່ເຊື່ອຟັງອຳນາດການປົກຄອງຕອນທີ່ເຂົາເຈົ້າບອກເຮົາໃຫ້ເຮັດສິ່ງທີ່ພະເຈົ້າຫ້າມ ຫຼືຫ້າມເຮົາບໍ່ໃຫ້ເຮັດສິ່ງທີ່ພະເຈົ້າບອກ. ດັ່ງນັ້ນ ໃນສະໄໝຂອງເຮົາ ຖ້າ “ຄົນທີ່ມີອຳນາດປົກຄອງ” ສັ່ງຫ້າມວຽກປະກາດ ເຮົາກໍຈະບໍ່ເຊົາເຮັດວຽກນີ້ຍ້ອນມັນເປັນວຽກທີ່ພະເຈົ້າມອບໝາຍໃຫ້ເຮົາເຮັດ. (ຣມ. 13:1) ແທນທີ່ຈະເຊົາ ເຮົາຈະຫາວິທີທີ່ສຸຂຸມຮອບຄອບເພື່ອຈະປະກາດເລື່ອງການປົກຄອງຂອງພະເຈົ້າຢ່າງລະອຽດຖີ່ຖ້ວນ.
11 ເຮົາບໍ່ແປກໃຈເລີຍທີ່ພວກອັກຄະສາວົກຕອບຢ່າງກ້າຫານ ເຊິ່ງເຮັດໃຫ້ພວກຜູ້ພິພາກສາໃຈຮ້າຍຫຼາຍ ແລະຕັ້ງໃຈຈະ “ຂ້າ” ເຂົາເຈົ້າ. (ກຈກ. 5:33) ພວກອັກຄະສາວົກຄືຊິຄິດວ່າຮອດເວລາແລ້ວທີ່ເຂົາເຈົ້າຕ້ອງສະລະຊີວິດເພື່ອຄວາມເຊື່ອ. ແຕ່ພະເຢໂຫວາໄດ້ເຂົ້າມາຊ່ວຍເຫຼືອເຂົາເຈົ້າໃນແບບທີ່ເປັນຕາງຶດ!
ກິດຈະການ 5:34-42)
“ພວກເຈົ້າກໍບໍ່ມີທາງກວາດລ້າງພວກເຂົາໄດ້ດອກ” (12, 13. (ກ) ຄາມາລີເອັນໃຫ້ຄຳແນະນຳຫຍັງກັບຜູ້ພິພາກສາຄົນອື່ນໆແລະເຂົາເຈົ້າເຮັດຕາມຄຳແນະນຳນັ້ນແນວໃດ? (ຂ) ພະເຢໂຫວາອາດຈະຊ່ວຍປະຊາຊົນຂອງເພິ່ນໃນທຸກມື້ນີ້ໂດຍວິທີໃດ ແລະຖ້າເຮົາ “ທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ” ເຮົາກໍໝັ້ນໃຈໄດ້ໃນເລື່ອງຫຍັງ?
12 ຄາມາລີເອັນ “ອາຈານສອນກົດໝາຍຂອງໂມເຊທີ່ທຸກຄົນໃຫ້ຄວາມເຄົາລົບນັບຖື” ເວົ້າປົກປ້ອງພວກອັກຄະສາວົກ. c ນັກກົດໝາຍຄົນນີ້ໄດ້ຮັບຄວາມເຄົາລົບນັບຖືຫຼາຍຈາກຜູ້ພິພາກສາຄົນອື່ນໆຕອນທີ່ລາວ “ສັ່ງໃຫ້ເອົາຕົວພວກອັກຄະສາວົກອອກໄປທາງນອກກ່ອນ” ຄົນອື່ນໆກໍຟັງລາວ. (ກຈກ. 5:34) ຄາມາລີເອັນອ້າງເຖິງການກະບົດຕໍ່ຕ້ານໂຣມທີ່ເຄີຍເກີດຂຶ້ນໃນອະດີດ ລາວບອກວ່າເມື່ອຜູ້ນຳຂອງພວກກະບົດຕາຍ ແຜນການນັ້ນກໍລົ້ມເຫຼວໄປເອງ. ຈາກນັ້ນ ລາວກໍບອກໃຫ້ພວກຜູ້ພິພາກສາອົດທົນກັບພວກອັກຄະສາວົກແລະບໍ່ຕ້ອງໄປຫຍຸ້ງກັບເຂົາເຈົ້າ ຍ້ອນເມື່ອບໍ່ດົນມານີ້ພະເຢຊູຜູ້ນຳຂອງເຂົາເຈົ້າຕາຍໄປແລ້ວ. ສຸດທ້າຍຄາມາລີເອັນໃຫ້ເຫດຜົນທີ່ໂນ້ມນ້າວໃຈວ່າ: “ຢ່າໄປຫຍຸ້ງກັບຄົນເຫຼົ່ານີ້ ປ່ອຍພວກເຂົາໄປ ເພາະຖ້າແຜນການຫຼືວຽກນີ້ມາຈາກມະນຸດ ມັນກໍຈະຢຸດໄປເອງ ແຕ່ຖ້າມາຈາກພະເຈົ້າ ພວກເຈົ້າກໍບໍ່ມີທາງກວາດລ້າງພວກເຂົາໄດ້ດອກ ແລະຢ້ານວ່າພວກເຈົ້າຈະຕໍ່ສູ້ພະເຈົ້າ.” (ກຈກ. 5:38, 39) ພວກຜູ້ພິພາກສາເຮັດຕາມຄຳແນະນຳຂອງລາວ ແຕ່ເຂົາເຈົ້າໄດ້ຂ້ຽນຕີພວກອັກຄະສາວົກແລ້ວສັ່ງ “ໃຫ້ເຊົາສອນໃນນາມພະເຢຊູ.”—ກຈກ. 5:40
13 ໃນທຸກມື້ນີ້ກໍຄືກັນ ພະເຢໂຫວາອາດຈະກະຕຸ້ນຄົນທີ່ມີອຳນາດຄືກັບຄາມາລີເອັນໃຫ້ຊ່ວຍປະຊາຊົນຂອງເພິ່ນ. (ສຸພາ. 21:1) ພະເຢໂຫວາສາມາດໃຊ້ພະລັງບໍລິສຸດເພື່ອກະຕຸ້ນຜູ້ປົກຄອງທີ່ມີອຳນາດ ຜູ້ພິພາກສາ ຫຼືນັກກົດໝາຍໃຫ້ເຮັດສິ່ງທີ່ເພິ່ນຕ້ອງການ. (ນຮຢ. 2:4-8) ແຕ່ຖ້າພະເຢໂຫວາຍອມໃຫ້ເຮົາ “ທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ” ເຮົາກໍໝັ້ນໃຈໄດ້ 2 ຢ່າງ. (1ປຕ. 3:14) ຢ່າງທຳອິດ ພະເຈົ້າຈະໃຫ້ກຳລັງເຮົາເພື່ອຈະອົດທົນໄດ້. (1ກຣ. 10:13) ແລະຢ່າງທີສອງ ພວກຜູ້ຕໍ່ຕ້ານບໍ່ມີທາງ “ກວາດລ້າງ” ວຽກຂອງພະເຈົ້າໄດ້.—ອຊຢ. 54:17
14, 15. (ກ) ພວກອັກຄະສາວົກຮູ້ສຶກແນວໃດເມື່ອຖືກຂ້ຽນຕີ ແລະຍ້ອນຫຍັງ? (ຂ) ມີປະສົບການຫຍັງທີ່ສະແດງວ່າປະຊາຊົນຂອງພະເຢໂຫວາສາມາດອົດທົນດ້ວຍຄວາມຍິນດີ?
14 ການຖືກຂ້ຽນຕີເຮັດໃຫ້ພວກອັກຄະສາວົກໝົດກຳລັງໃຈຈົນບໍ່ຢາກຮັບໃຊ້ຕໍ່ໄປບໍ? ບໍ່! ເຂົາເຈົ້າ “ອອກຈາກສານຊັນເຮດຣິນດ້ວຍຄວາມດີໃຈ.” (ກຈກ. 5:41) “ດ້ວຍຄວາມດີໃຈ” ເປັນຫຍັງຈຶ່ງເປັນແບບນັ້ນ? ເຖິງວ່າການຖືກຂົ່ມເຫງຈະເຮັດໃຫ້ເຂົາເຈົ້າເຈັບປວດ. ແຕ່ພວກອັກຄະສາວົກກໍດີໃຈທີ່ໄດ້ຮູ້ວ່າເຂົາເຈົ້າຖືກຂົ່ມເຫງຍ້ອນຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ແລະຮຽນແບບຕົວຢ່າງຂອງພະເຢຊູ.—ມທ. 5:11, 12
15 ຄືກັບພີ່ນ້ອງຂອງເຮົາໃນສະຕະວັດທຳອິດ ເຖິງວ່າເຮົາຕ້ອງທົນທຸກຍ້ອນຂ່າວດີ ເຮົາກໍອົດທົນໄດ້ດ້ວຍຄວາມຍິນດີ. (1ປຕ. 4:12-14) ແນ່ນອນວ່າເຮົາບໍ່ມັກເມື່ອຖືກຂົ່ມຂູ່ ຂົ່ມເຫງ ຫຼືຕິດຄຸກ. ແຕ່ເລິກໆໃນໃຈເຮົາກໍມີຄວາມສຸກຍ້ອນເຮົາໄດ້ຮັກສາຄວາມສັດຊື່ຕໍ່ພະເຈົ້າ. ຕົວຢ່າງເຊັ່ນ ພີ່ນ້ອງເຮັນຣິກ ດໍນິກເຊິ່ງຕ້ອງອົດທົນກັບການກະທຳທີ່ໂຫດຮ້າຍຫຼາຍປີພາຍໃຕ້ລະບອບການປົກຄອງແບບຜະເດັດການ. ລາວເລົ່າວ່າໃນເດືອນສິງຫາ 1944 ຜູ້ມີອຳນາດໄດ້ສົ່ງລາວກັບນ້ອງຊາຍໄປຢູ່ຄ້າຍກັກຂັງ ພວກຜູ້ຂົ່ມເຫງເວົ້າວ່າ: “ເປັນໄປບໍ່ໄດ້ເລີຍທີ່ຈະໂນ້ມນ້າວຄົນພວກນີ້ໃຫ້ເຮັດຕາມທີ່ເຮົາຕ້ອງການ ເຂົາເຈົ້າພ້ອມທີ່ຈະສະລະຊີວິດ ຍ້ອນຄວາມເຊື່ອ.” ພີ່ນ້ອງເຮັນຣິກບອກວ່າ: “ເຖິງວ່າຂ້ອຍຈະບໍ່ຢາກຕາຍ ແຕ່ຕອນທີ່ທົນທຸກກໍເປັນໂອກາດທີ່ຂ້ອຍຈະຮັກສາຄວາມສັດຊື່ດ້ວຍຄວາມກ້າຫານ ນີ້ເຮັດໃຫ້ຂ້ອຍພູມໃຈໃນໂຕເອງ ແລະເຮັດໃຫ້ຂ້ອຍຍິນດີ.”—ຢກບ. 1:2-4
16. ພວກອັກຄະສາວົກສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຕັ້ງໃຈປະກາດຢ່າງລະອຽດຖີ່ຖ້ວນ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
16 ພວກອັກຄະສາວົກເຮັດວຽກປະກາດທັນທີ. “ໃນທຸກໆມື້ພວກເຂົາໄດ້ . . . ປະກາດຂ່າວດີເລື່ອງພະເຢຊູຜູ້ເປັນພະຄລິດ ທັງໃນວິຫານແລະຕາມບ້ານເຮືອນ” d ຢ່າງກ້າຫານ. (ກຈກ. 5:42) ຜູ້ປະກາດທີ່ມີຄວາມກະຕືລືລົ້ນເຫຼົ່ານີ້ຕັ້ງໃຈທີ່ຈະປະກາດຢ່າງລະອຽດຖີ່ຖ້ວນ. ເຂົາເຈົ້າໄປຫາຜູ້ຄົນຕາມບ້ານເຮືອນຄືກັບທີ່ພະເຢຊູໄດ້ສັ່ງໄວ້. (ມທ. 10:7, 11-14) ບໍ່ຕ້ອງສົງໄສວ່າ ການເຮັດແບບນີ້ເຮັດໃຫ້ຄຳສອນແພ່ໄປທົ່ວເມືອງເຢຣູຊາເລັມ. ໃນທຸກມື້ນີ້ ພະຍານພະເຢໂຫວາກໍໃຊ້ວິທີດຽວກັນກັບພວກອັກຄະສາວົກໃນສະໄໝກ່ອນ. ຖ້າເຮົາພະຍາຍາມໄປຫາຜູ້ຄົນຕາມບ້ານເຮືອນໃນເຂດງານຂອງເຮົາ ເຮົາກໍກຳລັງສະແດງໃຫ້ເຫັນວ່າເຮົາຢາກປະກາດຢ່າງລະອຽດຖີ່ຖ້ວນເພື່ອໃຫ້ທຸກຄົນມີໂອກາດໄດ້ຍິນຂ່າວດີ. ພະເຢໂຫວາອວຍພອນວຽກປະກາດຕາມບ້ານເຮືອນຂອງເຮົາບໍ? ແນ່ນອນ! ມີຫຼາຍລ້ານຄົນໄດ້ຕອບຮັບຂ່າວດີເລື່ອງການປົກຄອງຂອງພະເຈົ້າໃນຊ່ວງສະໄໝສຸດທ້າຍນີ້ ເຊິ່ງຫຼາຍຄົນໄດ້ຍິນຂ່າວດີເທື່ອທຳອິດຕອນທີ່ພະຍານພະເຢໂຫວາໄປຫາເຂົາເຈົ້າຢູ່ເຮືອນ.
ພວກຜູ້ຊາຍທີ່ມີຄຸນສົມບັດເບິ່ງແຍງ “ວຽກທີ່ຈຳເປັນ” (ກິດຈະການ 6:1-6)
17-19. ມີບັນຫາຫຍັງເກີດຂຶ້ນທີ່ອາດເຮັດໃຫ້ເກີດການແຕກແຍກ ແລະພວກອັກຄະສາວົກຈັດການກັບບັນຫານັ້ນແນວໃດ?
17 ຕອນນີ້ປະຊາຄົມທີ່ຕັ້ງຂຶ້ນໃໝ່ຕ້ອງເຈິບັນຫາທີ່ອາດເຮັດໃຫ້ເກີດຄວາມແຕກແຍກ. ບັນຫານັ້ນແມ່ນຫຍັງ? ລູກສິດທີ່ຫາກໍຮັບບັບເຕມາຫຼາຍຄົນເດີນທາງມາຈາກບ່ອນອື່ນ ເຂົາເຈົ້າຢາກຮຽນຮູ້ຫຼາຍຂຶ້ນກ່ອນທີ່ຈະອອກຈາກເມືອງເຢຣູຊາເລັມ. ພວກລູກສິດທີ່ຢູ່ໃນເມືອງເຢຣູຊາເລັມບໍລິຈາກເງິນດ້ວຍຄວາມເຕັມໃຈເພື່ອຊ່ວຍຄົນເຫຼົ່ານັ້ນໃຫ້ມີອາຫານແລະສິ່ງຂອງອື່ນໆຕາມຄວາມຈຳເປັນ. (ກຈກ. 2:44-46; 4:34-37) ຕອນນີ້ ມີບັນຫາບາງຢ່າງທີ່ພວກອັກຄະສາວົກຕ້ອງຈັດການດ້ວຍຄວາມລະມັດລະວັງ ເພື່ອຈະຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໄວ້. ຕອນທີ່ມີ “ການແຈກຢາຍອາຫານປະຈຳວັນ” ພວກແມ່ໝ້າຍທີ່ເວົ້າພາສາກຣີກ “ບໍ່ໄດ້ຮັບການເອົາໃຈໃສ່.” (ກຈກ. 6:1) ແຕ່ພວກແມ່ໝ້າຍທີ່ເວົ້າພາສາ ເຮັບເຣີພັດໄດ້ຮັບການເບິ່ງແຍງຢ່າງດີ. ດັ່ງນັ້ນ ເບິ່ງຄືວ່າບັນຫານີ້ກ່ຽວຂ້ອງກັບຄວາມລຳອຽງ ເຊິ່ງໃນທີ່ສຸດອາດຈະເຮັດໃຫ້ເກີດການແຕກແຍກກັນຢ່າງຮຸນແຮງໄດ້.
18 ພວກອັກຄະສາວົກເຊິ່ງເຮັດໜ້າທີ່ເປັນຄະນະກຳມະການປົກຄອງຂອງປະຊາຄົມທີ່ກຳລັງເຕີບໃຫຍ່ເຂົ້າໃຈວ່າ ຄືຊິບໍ່ສົມຄວນທີ່ເຂົາເຈົ້າ “ຈະປະການສອນຄຳສອນຂອງພະເຈົ້າແລ້ວໄປແຈກຢາຍອາຫານ.” (ກຈກ. 6:2) ເພື່ອແກ້ບັນຫານີ້ ເຂົາເຈົ້າໄດ້ສັ່ງພວກລູກສິດໃຫ້ເລືອກຜູ້ຊາຍ 7 ຄົນທີ່ “ເຕັມໄປດ້ວຍພະລັງຂອງພະເຈົ້າແລະມີສະຕິປັນຍາ” ພວກອັກຄະສາວົກຈະແຕ່ງຕັ້ງພວກຜູ້ຊາຍກຸ່ມນີ້ໃຫ້ເບິ່ງແຍງ “ວຽກທີ່ຈຳເປັນນີ້.” (ກຈກ. 6:3) ຜູ້ຊາຍ 7 ຄົນນີ້ຕ້ອງມີຄຸນສົມບັດເໝາະສົມຍ້ອນວຽກນີ້ຈະກ່ຽວຂ້ອງກັບຫຼາຍຢ່າງ ບໍ່ວ່າຈະເປັນການແຈກຢາຍອາຫານ ການໃຊ້ເງິນ ແລະການຈົດບັນທຶກຢ່າງຖີ່ຖ້ວນ. ຜູ້ຊາຍທີ່ຖືກເລືອກທຸກຄົນມີຊື່ໃນພາສາກຣີກ ນີ້ອາດຈະຊ່ວຍໃຫ້ພວກແມ່ໝ້າຍທີ່ເຄືອງໃຈຍອມຮັບເຂົາເຈົ້າໄດ້ງ່າຍຂຶ້ນ. ຫຼັງຈາກພິຈາລະນາຄຸນສົມບັດຂອງຜູ້ຊາຍເຫຼົ່ານີ້ພ້ອມກັບການອະທິດຖານ ພວກອັກຄະສາວົກກໍແຕ່ງຕັ້ງຜູ້ຊາຍ 7 ຄົນໃຫ້ເອົາໃຈໃສ່ເບິ່ງແຍງ “ວຽກທີ່ຈຳເປັນນີ້.” e
19 ນີ້ໝາຍຄວາມວ່າ ຜູ້ຊາຍທັງ 7 ຄົນທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ເບິ່ງແຍງເລື່ອງການແຈກຢາຍອາຫານຈະບໍ່ຕ້ອງປະກາດຂ່າວດີບໍ? ບໍ່ແມ່ນແນວນັ້ນ! ຊະເຕຟາໂນເປັນ 1 ໃນ 7 ຄົນທີ່ຖືກເລືອກ ແລະຫຼັງຈາກນັ້ນລາວກໍເປັນຜູ້ປະກາດທີ່ກ້າຫານແລະໄດ້ຮັບພະລັງຈາກພະເຈົ້າ. (ກຈກ. 6:8-10) ຟີລິບກໍຢູ່ໃນກຸ່ມນີ້ຄືກັນ ແລະຫຼັງຈາກນັ້ນກໍມີການເອີ້ນລາວວ່າ: “ຜູ້ປະກາດຂ່າວດີ.” (ກຈກ. 21:8) ດັ່ງນັ້ນ ເຫັນໄດ້ແຈ້ງວ່າ ຜູ້ຊາຍທັງ 7 ຄົນຍັງເປັນຜູ້ປະກາດເລື່ອງການປົກຄອງຂອງພະເຈົ້າທີ່ກະຕືລືລົ້ນຕໍ່ໄປ.
20. ປະຊາຄົມຂອງພະເຈົ້າໃນທຸກມື້ນີ້ເຮັດຕາມຕົວຢ່າງຂອງພວກອັກຄະສາວົກແນວໃດ?
20 ປະຊາຊົນຂອງພະເຢໂຫວາໃນທຸກມື້ນີ້ກໍເຮັດຕາມຕົວຢ່າງຂອງພວກອັກຄະສາວົກ. ຜູ້ຊາຍທີ່ໄດ້ ຮັບການສະເໜີໃຫ້ມີໜ້າທີ່ຮັບຜິດຊອບໃນປະຊາຄົມຕ້ອງສະແດງໃຫ້ເຫັນວ່າຄວາມຄິດຂອງລາວສອດຄ່ອງກັບຄວາມຄິດຂອງພະເຢໂຫວາ ແລະລາວຕ້ອງສະແດງຜົນທີ່ເກີດຈາກພະລັງບໍລິສຸດໃນຊີວິດຂອງລາວ. ພາຍໃຕ້ການຊີ້ນຳຂອງຄະນະກຳມະການປົກຄອງ ຜູ້ຊາຍທີ່ບັນລຸຂໍ້ຮຽກຮ້ອງຕາມຫຼັກພະຄຳພີໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນຜູ້ດູແລຫຼືຜູ້ຊ່ວຍວຽກຮັບໃຊ້ໃນປະຊາຄົມ. f (1ຕມ. 3:1-9, 12, 13) ແລະເນື່ອງຈາກຂໍ້ຮຽກຮ້ອງເຫຼົ່ານີ້ມາຈາກຄຳພີໄບເບິນທີ່ໄດ້ຮັບການດົນໃຈຈາກພະລັງບໍລິສຸດ ເຮົາຈຶ່ງເວົ້າໄດ້ວ່າຜູ້ຊາຍທີ່ມີຄຸນສົມບັດເຫຼົ່ານີ້ໄດ້ຮັບການແຕ່ຕັ້ງໂດຍພະລັງບໍລິສຸດ. ຜູ້ຊາຍທີ່ເຮັດວຽກໜັກເຫຼົ່ານີ້ເບິ່ງແຍງ “ວຽກທີ່ຈຳເປັນ” ຫຼາຍຢ່າງ. ຕົວຢ່າງເຊັ່ນ ຜູ້ດູແລອາດຕ້ອງລົມກັນເປັນປະຈຳວ່າຈະຊ່ວຍພີ່ນ້ອງສູງອາຍຸທີ່ສັດຊື່ແນວໃດ. (ຢກບ. 1:27) ຜູ້ດູແລບາງຄົນໄດ້ມີສ່ວນຊ່ວຍຫຼາຍຢ່າງໃນການກໍ່ສ້າງຫໍປະຊຸມ ຈັດການປະຊຸມໃຫຍ່ ຫຼືເຮັດໜ້າທີ່ປະສານງານກັບໂຮງໝໍ. ຜູ້ຊ່ວຍວຽກຮັບໃຊ້ກໍເຮັດວຽກຫຼາຍຢ່າງຄືກັນ ເຊິ່ງເປັນວຽກທີ່ບໍ່ໄດ້ກ່ຽວຂ້ອງໂດຍກົງກັບການບຳລຸງລ້ຽງຫຼືການສອນ. ແຕ່ເຖິງວ່າຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງເຫຼົ່ານີ້ຈະມີວຽກຫຼາຍຢ່າງໃນປະຊາຄົມແລະໃນອົງການ ແຕ່ເຂົາເຈົ້າກໍຕ້ອງປະກາດຂ່າວດີນຳ.—1ກຣ. 9:16
“ຄຳສອນຂອງພະເຈົ້າແພ່ອອກໄປ” (ກິດຈະການ 6:7)
21, 22. ເຮົາເຫັນໄດ້ແຈ້ງແນວໃດວ່າພະເຢໂຫວາອວຍພອນປະຊາຄົມທີ່ຫາກໍຕັ້ງຂຶ້ນໃໝ່?
21 ໂດຍການສະໜັບສະໜູນຈາກພະເຢໂຫວາ ປະຊາຄົມທີ່ຫາກໍຕັ້ງຂຶ້ນໃໝ່ຈຶ່ງສາມາດຮັບມືກັບການຂົ່ມເຫງທີ່ມາຈາກພາຍນອກ ແລະບັນຫາພາຍໃນທີ່ອາດຈະເຮັດໃຫ້ເກີດການແຕກແຍກ. ເຫັນໄດ້ແຈ້ງວ່າພະເຢໂຫວາອວຍພອນເຂົາເຈົ້າແທ້ໆຍ້ອນມີການບອກວ່າ: “ຄຳສອນຂອງພະເຈົ້າແພ່ອອກໄປ ພວກລູກສິດມີຈຳນວນເພີ່ມຂຶ້ນເລື້ອຍໆໃນເມືອງເຢຣູຊາເລັມ ແລະມີປະໂລຫິດກຸ່ມໃຫຍ່ເຂົ້າມາເຊື່ອຖືຄືກັນ.” (ກຈກ. 6:7) ນີ້ເປັນພຽງໜຶ່ງໃນຄວາມກ້າວໜ້າຂອງວຽກປະກາດທີ່ເຮົາອ່ານເຈິໃນປຶ້ມກິດຈະການ. (ກຈກ. 9:31; 12:24; 16:5; 19:20; 28:31) ໃນທຸກມື້ນີ້ ເຮົາກໍໄດ້ຮັບກຳລັງໃຈເມື່ອໄດ້ຍິນກ່ຽວກັບຄວາມກ້າວໜ້າຂອງວຽກປະກາດໃນບ່ອນອື່ນໆທົ່ວໂລກແມ່ນບໍ?
22 ເມື່ອເບິ່ງຄືນໄປໃນສະຕະວັດທຳອິດ ຜູ້ນຳສາສະໜາທີ່ໃຈຮ້າຍຍັງບໍ່ເຊົາຄວາມພະຍາຍາມທີ່ຈະຂົ່ມເຫງຄລິດສະຕຽນ. ການຂົ່ມເຫງກຳລັງຈະມີຫຼາຍຂຶ້ນ ອີກບໍ່ດົນ ຊະເຕຟາໂນຈະເຈິການຕໍ່ຕ້ານຢ່າງຮຸນແຮງ ເຮົາຈະເບິ່ງເລື່ອງນີ້ໃນບົດຕໍ່ໄປ.
a ເບິ່ງຂອບ “ ສານຊັນເຮດຣິນ—ສານສູງຂອງຄົນຢິວ”
b ນີ້ເປັນການເວົ້າເຖິງທູດສະຫວັນເປັນເທື່ອທຳອິດໃນປຶ້ມກິດຈະການ. ໃນປຶ້ມນີ້ມີການເວົ້າເຖິງທູດສະຫວັນປະມານ 20 ເທື່ອ. ກ່ອນໜ້ານັ້ນຢູ່ໃນກິດຈະການ 1:10 ມີການເວົ້າເຖິງທູດສະຫວັນແບບອ້ອມໆວ່າເປັນ ‘ຜູ້ຊາຍໃສ່ເສື້ອສີຂາວ.’
c ເບິ່ງຂອບ “ ຄາມາລີເອັນຜູ້ທີ່ໄດ້ຮັບການຍົກຍ້ອງຈາກພວກຣັບບີ”
d ເບິ່ງຂອບ “ ປະກາດ ‘ຕາມບ້ານເຮືອນ’”
e ຜູ້ຊາຍເຫຼົ່ານີ້ອາດມີຄຸນສົມບັດເປັນຜູ້ດູແລຢູ່ແລ້ວ ຍ້ອນການຈັດການ “ວຽກທີ່ຈຳເປັນນີ້” ເປັນເລື່ອງສຳຄັນ. ຄຳພີໄບເບິນບໍ່ໄດ້ບອກຢ່າງລະອຽດວ່າຕອນໃດທີ່ເຂົາເຈົ້າໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ດູແລໃນປະຊາຄົມຄລິດສະຕຽນ.
f ໃນສະຕະວັດທຳອິດ ຜູ້ຊາຍທີ່ມີຄຸນສົມບັດໄດ້ຮັບອຳນາດໃຫ້ແຕ່ງຕັ້ງຜູ້ດູແລ. (ກຈກ. 14:23; 1ຕມ. 5:22; ຕຕ. 1:5) ໃນທຸກມື້ນີ້ ຄະນະກຳມະການປົກຄອງເປັນຜູ້ແຕ່ງຕັ້ງຜູ້ດູແລໝວດ ແລະຜູ້ດູແລໝວດກໍຈະເປັນຜູ້ແຕ່ງຕັ້ງຜູ້ດູແລແລະຜູ້ຊ່ວຍວຽກຮັບໃຊ້.