ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

“ເຕັມ​ໄປ​ດ້ວຍ​ພະລັງບໍລິສຸດ”

“ເຕັມ​ໄປ​ດ້ວຍ​ພະລັງບໍລິສຸດ”

ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ມີ​ການ​ເທ​ພະລັງ​ບໍລິສຸດ​ໃນ​ວັນ​ເພັນເຕກອດ

ຈາກ​ກິດຈະການ 2:1-47

1. ໃຫ້​ເວົ້າ​ເຖິງ​ບັນຍາກາດ​ຂອງ​ເທດສະການ​ວັນ​ເພັນເຕກອດ.

 ຫຼາຍ​ຄົນ​ທີ່​ຢູ່​ຕາມ​ຖະໜົນ​ຫົນ​ທາງ​ຕ່າງ​ໆ​ໃນ​ເມືອງ​ເຢຣູຊາເລັມ​ພາກັນ​ຮູ້ສຶກ​ຕື່ນເຕັ້ນ. a ຄວັນ​ລອຍ​ຂຶ້ນ​ມາ​ຈາກ​ແທ່ນ​ບູຊາ​ໃນ​ວິຫານ​ຕອນ​ທີ່​ພວກ​ເລວີ​ຮ້ອງ​ເພງ​ຮັນເລ ເຊິ່ງ​ຄື​ຊິ​ເປັນ​ການ​ຮ້ອງ​ໃນ​ລັກສະນະ​ໂຕ້​ຕອບ​ກັນ. (ຄຳເພງ 113 ເຖິງ 118) ຜູ້​ຄົນ​ຈຳນວນ​ຫຼາຍ​ທີ່​ມາ​ຢາມ​ເມືອງ​ນີ້​ໄດ້​ຍ່າງ​ບຽດ​ກັນ​ຢູ່​ຕາມ​ຫົນ​ທາງ. ເຂົາ​ເຈົ້າ​ມາ​ຈາກ​ບ່ອນ​ທີ່​ຫ່າງ​ໄກ​ເຊັ່ນ: ເອລາມ, ເມໂຊໂປຕາເມຍ, ກາປາໂດເກຍ, ປົນໂຕ, ເອຢິບ ແລະ​ໂຣມ. b ນີ້​ເປັນ​ໂອກາດ​ພິເສດ​ຫຍັງ? ນີ້​ເປັນ​ວັນ​ເພັນເຕກອດ​ເຊິ່ງ​ຍັງ​ມີ​ການ​ເອີ້ນ​ວ່າ​ເປັນ ‘ມື້​ທີ່​ເກັບ​ກ່ຽວ​ໝາກ​ໄມ້​ຊຸດ​ທຳອິດ.’ (ຈຊບ. 28:26) ເທດສະການ​ສະຫຼອງ​ປະຈຳ​ປີ​ນີ້​ສະແດງ​ເຖິງ​ການ​ສິ້ນ​ສຸດ​ຂອງ​ການ​ເກັບ​ກ່ຽວ​ເຂົ້າ​ບາເລ​ແລະ​ການ​ເລີ່ມ​ຕົ້ນ​ຂອງ​ການ​ເກັບ​ກ່ຽວ​ເຂົ້າ​ວີດ. ນີ້​ເປັນ​ມື້​ທີ່​ໜ້າ​ຍິນດີ​ຫຼາຍ​ແທ້​ໆ!

2. ໃນ​ວັນ​ເພັນເຕກອດ​ປີ 33 ມີ​ເຫດການ​ທີ່​ໜ້າ​ງຶດງໍ້​ຫຍັງ​ເກີດ​ຂຶ້ນ?

2 ເຊົ້າ​ມື້​ໜຶ່ງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ທີ່​ອາກາດ​ອົບອຸ່ນ​ໃນ​ປີ 33 ຕອນ​ປະມານ​ເກົ້າ​ໂມງ​ເຊົ້າ​ມີ​ບາງ​ຢ່າງ​ທີ່​ໜ້າ​ງຶດງໍ້​ເກີດ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ຜູ້​ຄົນ​ປະຫຼາດ​ໃຈ​ມາ​ຈົນ​ຮອດ​ທຸກ​ມື້​ນີ້. ມີ​ສຽງ​ດັງ​ຈາກ​ຟ້າ “ຄື​ກັບ​ສຽງ​ພາຍຸ.” (ກຈກ. 2:2) ສຽງ​ນັ້ນ​ດັງ​ໄປ​ທົ່ວ​ເຮືອນ​ທີ່​ພວກ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ໄດ້​ປະຊຸມ​ກັນ​ຢູ່​ເຊິ່ງ​ມີ​ຄົນ​ຢູ່​ຫັ້ນ​ປະມານ 120 ຄົນ. ຕໍ່​ຈາກ​ນັ້ນ ກໍ​ມີ​ເຫດການ​ທີ່​ໜ້າ​ງຶດງໍ້​ເກີດ​ຂຶ້ນ ເຂົາ​ເຈົ້າ​ເຫັນ​ບາງ​ສິ່ງ​ຄື​ກັບ​ແປວ​ໄຟ​ຮູບ​ຮ່າງ​ຄ້າຍຄື​ລີ້ນ​ລອຍ​ຢູ່​ເທິງ​ເຂົາ​ເຈົ້າ​ແຕ່​ລະ​ຄົນ c ແລ້ວ​ພວກ​ລູກສິດ​ກໍ “ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ” ແລະ​ເລີ່ມ​ເວົ້າ​ເປັນ​ພາສາ​ຕ່າງ​ໆ! ເມື່ອ​ພວກ​ລູກສິດ​ອອກ​ຈາກ​ເຮືອນ​ຫຼັງ​ນັ້ນ ເຂົາ​ເຈົ້າ​ກໍ​ໄດ້​ເຈິ​ຄົນ​ທີ່​ມາ​ຈາກ​ຫຼາຍ​ບ່ອນ​ເຊິ່ງ​ຢູ່​ຕາມ​ຖະໜົນ​ຫົນ​ທາງ​ໃນ​ເມືອງ​ເຢຣູຊາເລັມ. ຄົນ​ເຫຼົ່າ​ນັ້ນ​ຮູ້ສຶກ​ແປກໃຈ​ຫຼາຍ​ເພາະ​ພວກ​ລູກສິດ​ສາມາດ “ເວົ້າ​ພາສາ​ຂອງ​ເຂົາ​ເຈົ້າ” ໄດ້.—ກຈກ. 2:1-6

3. (ກ) ເປັນ​ຫຍັງ​ຈຶ່ງ​ເອີ້ນ​ວັນ​ເພັນເຕກອດ​ປີ 33 ວ່າ​ເປັນ​ເຫດການ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ການ​ນະມັດສະການ​ແທ້? (ຂ) ຄຳ​ບັນຍາຍ​ຂອງ​ເປໂຕ​ກ່ຽວ​ຂ້ອງ​ຫຍັງ​ກັບ​ການໃຊ້ “ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ”?

3 ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ນີ້​ກ່ຽວ​ຂ້ອງ​ກັບ​ເຫດການ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ໃນ​ການ​ນະມັດສະການ​ແທ້ ນັ້ນ​ຄື​ການ​ກໍ່​ຕັ້ງ​ອິດສະຣາເອນ​ຂອງ​ພະເຈົ້າ​ຫຼື​ປະຊາຄົມ​ຄລິດສະຕຽນ​ຜູ້​ຖືກ​ເຈີມ. (ຄລຕ. 6:16) ນອກ​ຈາກ​ນັ້ນ ຕອນ​ທີ່​ເປໂຕ​ບັນຍາຍ​ໃຫ້​ຜູ້​ຄົນ​ຟັງ​ໃນ​ມື້​ນັ້ນ ລາວ​ໄດ້​ໃຊ້ “ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ” ລູກ​ທຳອິດ ລູກ​ກະແຈ​ທັງໝົດ​ມີ​ສາມ​ລູກ​ເຊິ່ງ​ແຕ່​ລະ​ລູກ​ຈະ​ເປີດ​ໂອກາດ​ໃຫ້​ຄົນ​ແຕ່​ລະ​ກຸ່ມ​ໄດ້​ຮັບ​ພອນ​ພິເສດ. (ມທ. 16:18, 19) ລູກ​ກະແຈ​ລູກ​ທຳອິດ​ເຮັດ​ໃຫ້​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ມີ​ໂອກາດ​ໄດ້​ຟັງ​ຂ່າວ​ດີ​ແລະ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. d ເຂົາ​ເຈົ້າ​ໄດ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ອິດສະຣາເອນ​ຂອງ​ພະເຈົ້າ ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ປົກຄອງ​ເປັນ​ກະສັດ​ແລະ​ປະໂລຫິດ​ໃນ​ການ​ປົກຄອງ​ຂອງ​ເມຊີອາ. (ພນມ. 5:9, 10) ຕໍ່​ມາ​ຄົນ​ຊາມາເຣຍ​ກໍ​ໄດ້​ຮັບ​ສິດທິ​ພິເສດ​ນັ້ນ ແລະ​ຫຼັງ​ຈາກ​ນັ້ນ​ກໍ​ເປີດ​ໂອກາດ​ໃຫ້​ກັບ​ຄົນ​ຊາດ​ອື່ນ​ໆ​ນຳ. ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ຫຍັງ​ໄດ້​ຈາກ​ເຫດການ​ສຳຄັນ​ໃນ​ວັນ​ເພັນເຕກອດ​ປີ 33?

“ທັງໝົດ​ກໍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ດຽວ” (ກິດຈະການ 2:1-4)

4. ວຽກ​ທີ່​ປະຊາຄົມ​ຄລິດສະຕຽນ​ສະໄໝ​ປັດຈຸບັນ​ເຮັດ​ເປັນ​ວຽກ​ທີ່​ເຮັດ​ຕໍ່​ຈາກ​ປະຊາຄົມ​ເຊິ່ງ​ຕັ້ງ​ຂຶ້ນ​ໃນ​ປີ 33 ແນວ​ໃດ?

4 ປະຊາຄົມ​ຄລິດສະຕຽນ​ເລີ່ມ​ຕົ້ນ​ໂດຍ​ພວກ​ລູກສິດ​ປະມານ 120 ຄົນ​ເຊິ່ງ “ທັງໝົດ​ກໍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ດຽວ” ຢູ່​ຫ້ອງ​ຊັ້ນ​ເທິງ​ແລະ​ໄດ້​ຮັບ​ການ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. (ກຈກ. 2:1) ເມື່ອ​ຮອດ​ຕອນ​ແລງ​ຂອງ​ມື້​ນັ້ນ​ກໍ​ມີ​ອີກ​ຫຼາຍ​ພັນ​ຄົນ​ຮັບ​ບັບເຕມາ. ນັ້ນ​ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ຂອງ​ອົງການ​ທີ່​ເຕີບໃຫຍ່​ຈົນ​ຮອດ​ທຸກ​ມື້​ນີ້! ປະຊາຄົມ​ຄລິດສະຕຽນ​ໃນ​ສະໄໝ​ປັດຈຸບັນ​ທີ່​ມີ​ພີ່​ນ້ອງ​ຊາຍ​ຍິງ​ເຊິ່ງ​ຢຳເກງ​ພະເຈົ້າ​ເປັນ​ກຸ່ມ​ຄົນ​ທີ່ “ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ” ກ່ອນ​ທີ່​ຈຸດຈົບ​ຈະ​ມາ​ເຖິງ.—ມທ. 24:14

5. ການ​ຄົບຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ຄລິດສະຕຽນ​ເຮັດ​ໃຫ້​ໄດ້​ຮັບ​ພອນ​ຫຍັງ​ແດ່​ທັງ​ໃນ​ສະຕະວັດ​ທຳອິດ​ແລະ​ໃນ​ທຸກ​ມື້​ນີ້?

5 ນອກ​ຈາກ​ນັ້ນ ປະຊາຄົມ​ຄລິດສະຕຽນ​ຍັງ​ຊ່ວຍ​ໃຫ້​ພີ່​ນ້ອງ​ທຸກ​ຄົນ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ນຳ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ຖືກ​ເຈີມ​ຫຼື​ເປັນ “ແກະ​ອື່ນ.” (ຢຮ. 10:16) ໂປໂລ​ເຫັນ​ຄຸນຄ່າ​ຫຼາຍ​ແທ້​ໆ​ທີ່​ພີ່​ນ້ອງ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ ລາວ​ໄດ້​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂຣມ​ວ່າ: “ຂ້ອຍ​ຢາກ​ພົບ​ພວກເຈົ້າ​ຫຼາຍ​ເພື່ອ​ແບ່ງ​ປັນ​ກຳລັງ​ໃຈ​ຈາກ​ພະເຈົ້າ ເຊິ່ງ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ເຂັ້ມແຂງ​ທາງ​ຄວາມ​ເຊື່ອ ຫຼື​ຖ້າ​ຈະ​ເວົ້າ​ໃຫ້​ຖືກ​ແທ້​ໆ​ພວກ​ເຮົາ​ຈະ​ໄດ້​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໂດຍ​ທາງ​ຄວາມ​ເຊື່ອ​ທັງ​ຂອງ​ພວກເຈົ້າ​ແລະ​ຂອງ​ຂ້ອຍ.”—ຣມ. 1:11, 12

6, 7. ປະຊາຄົມ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ເຮັດ​ວຽກ​ມອບໝາຍ​ຂອງ​ພະ​ເຢຊູ​ທີ່​ໃຫ້​ປະກາດ​ກັບ​ຄົນ​ທຸກ​ຊາດ​ແນວ​ໃດ?

6 ປະຊາຄົມ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ກໍ​ມີ​ເປົ້າໝາຍ​ດຽວ​ກັນ​ກັບ​ປະຊາຄົມ​ໃນ​ສະຕະວັດ​ທຳອິດ. ພະ​ເຢຊູ​ມອບໝາຍ​ໃຫ້​ພວກ​ລູກສິດ​ເຮັດ​ວຽກ​ທີ່​ທ້າທາຍ​ແຕ່​ກໍ​ໜ້າ​ຕື່ນເຕັ້ນ. ເພິ່ນ​ບອກ​ເຂົາ​ເຈົ້າ​ວ່າ: “ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ​ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ ແລະ​ສອນ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກເຈົ້າ​ໄວ້.”—ມທ. 28:19, 20

7 ປະຊາຄົມ​ຄ​ລິດ​ສະ​ຕຽນ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ຕົວແທນ​ທີ່​ພະເຈົ້າ​ໃຊ້​ໃຫ້​ເຮັດ​ວຽກ​ນີ້​ຈົນ​ສຳເລັດ​ໃນ​ສະໄໝ​ຂອງ​ເຮົາ. ເຖິງ​ວ່າ​ອາດ​ຈະ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ໄປ​ເຖິງ​ຜູ້​ຄົນ​ທີ່​ເວົ້າ​ພາສາ​ຕ່າງ​ໆ ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ຜະລິດ​ສິ່ງພິມ​ແລະ​ວິດີໂອ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 1.000 ພາສາ. ຖ້າ​ເຈົ້າ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ຄລິດສະຕຽນ​ເປັນ​ປະຈຳ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ເພາະ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜູ້​ຄົນ​ຈຳນວນ​ບໍ່​ຫຼາຍ​ໃນ​ໂລກ​ນີ້​ທີ່​ມີ​ສິດທິ​ພິເສດ​ທີ່​ໄດ້​ປະກາດ​ຊື່​ຂອງ​ພະ​ເຢໂຫວາ​ຢ່າງ​ລະອຽດ​ຖີ່​ຖ້ວນ!

8. ພີ່​ນ້ອງ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ປະຊາຄົມ​ຄລິດສະຕຽນ?

8 ເພື່ອ​ເຮົາ​ຈະ​ອົດທົນ​ດ້ວຍ​ຄວາມ​ຍິນດີ​ໄດ້​ໃນ​ຊ່ວງ​ເວລາ​ທີ່​ຍາກ​ລຳບາກ​ນີ້ ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ສັງຄົມ​ພີ່​ນ້ອງ​ທົ່ວ​ໂລກ​ໄວ້​ໃຫ້​ເຮົາ. ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ຄົນ​ເຮັບເຣີ​ວ່າ: “ໃຫ້​ພວກ​ເຮົາ​ສົນໃຈ​ກັນ ເພື່ອ​ພວກ​ເຮົາ​ຈະ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ຄວາມ​ດີ. ຢ່າ​ຂາດ​ການ​ປະຊຸມ​ຄື​ກັບ​ທີ່​ຫຼາຍ​ຄົນ​ເຮັດ​ເປັນ​ນິດໄສ ແຕ່​ໃຫ້​ກຳລັງ​ໃຈ​ກັນ ແລະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ຫຼາຍ​ຂຶ້ນ​ເມື່ອ​ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ.” (ຮຣ. 10:24, 25) ປະຊາຄົມ​ຄລິດສະຕຽນ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ​ທີ່​ຊ່ວຍ​ໃຫ້​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ເຈົ້າ​ເອງ​ກໍ​ສາມາດ​ໃຫ້​ກຳລັງ​ຄົນ​ອື່ນ​ນຳ. ດັ່ງ​ນັ້ນ ຂໍ​ໃຫ້​ໃກ້ຊິດ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ສະເໝີ​ແລະ​ຢ່າ​ຂາດ​ການ​ປະຊຸມ!

‘ແຕ່​ລະ​ຄົນ​ໄດ້​ຍິນ . . . ພາສາ​ຂອງ​ເຂົາ​ເຈົ້າ’ (ກິດຈະການ 2:5-13)

“ພວກ​ເຮົາ​ໄດ້​ຍິນ​ຄົນ​ເຫຼົ່າ​ນີ້​ເວົ້າ​ເຖິງ​ສິ່ງ​ມະຫັດສະຈັນ​ຕ່າງ​ໆ​ຂອງ​ພະເຈົ້າ​ໃນ​ພາສາ​ຂອງ​ພວກ​ເຮົາ.”—ກິດຈະການ 2:11

9, 10. ບາງ​ຄົນ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຈະ​ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ອື່ນ?

9 ລອງ​ນຶກພາບ​ເບິ່ງ​ວ່າ​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ຈະ​ຮູ້ສຶກ​ຕື່ນເຕັ້ນ​ຫຼາຍ​ສ່ຳ​ໃດ​ໃນ​ວັນ​ເພັນເຕກອດ​ປີ 33. ທີ່ຈິງ​ຄົນ​ສ່ວນ​ໃຫຍ່​ທີ່​ຢູ່​ຫັ້ນ​ຄື​ຊິ​ເວົ້າ​ພາສາ​ທີ່​ຄົນ​ທົ່ວໄປ​ໃຊ້​ເຊິ່ງ​ອາດຈະ​ເປັນ​ພາສາ​ກຣີກ​ຫຼື​ພາສາ​ເຮັບເຣີ ແຕ່​ຕອນນີ້​ເຂົາ​ເຈົ້າ ‘ໄດ້​ຍິນ​ພວກ​ລູກສິດ​ເວົ້າ​ພາສາ​ຂອງ​ເຂົາ​ເຈົ້າ.’ (ກຈກ. 2:6) ເຂົາ​ເຈົ້າ​ຄື​ຊິ​ຮູ້ສຶກ​ປະທັບໃຈ​ຫຼາຍ​ທີ່​ໄດ້​ຍິນ​ຂ່າວ​ດີ​ໃນ​ພາສາ​ຂອງ​ຕົວເອງ. ແນ່ນອນ​ວ່າ​ພະເຈົ້າ​ບໍ່​ໄດ້​ຊ່ວຍ​ໃຫ້​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ສາມາດ​ເວົ້າ​ພາສາ​ຕ່າງ​ປະເທດ​ໄດ້​ຢ່າງ​ອັດສະຈັນ ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ​ເຂົາ​ເຈົ້າ​ຫຼາຍ​ຄົນ​ກໍ​ພ້ອມ​ທີ່​ຈະ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທຸກ​ຊາດ. ໂດຍ​ວິທີ​ໃດ? ບາງ​ຄົນ​ໄດ້​ຮຽນ​ພາສາ​ໃໝ່​ເພື່ອ​ຈະ​ຮັບ​ໃຊ້​ຮ່ວມ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ນັ້ນ ຫຼື​ບາງ​ຄົນ​ເຖິງຂັ້ນ​ຍ້າຍ​ໄປ​ຮັບ​ໃຊ້​ຢູ່​ຕ່າງ​ປະເທດ​ເລີຍ. ຜູ້​ທີ່​ໄດ້​ຟັງ​ເຂົາ​ເຈົ້າ​ປະກາດ​ມັກ​ຈະ​ຮູ້ສຶກ​ປະທັບໃຈ​ຫຼາຍ​ທີ່​ໄດ້​ເຫັນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ.

10 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ທີ່​ໜ້າສົນໃຈ​ຂອງ​ຄລິດສະຕິນ. ຄລິດສະຕິນ​ຮຽນ​ພາສາ​ຄຸ​ຊາຣາ​ຕີ​ພ້ອມ​ກັບ​ພີ່​ນ້ອງ​ອີກ​ເຈັດ​ຄົນ. ເມື່ອ​ລາວ​ເຈິ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ນຳ​ກັນ​ເຊິ່ງ​ເວົ້າ​ພາສາ​ຄຸ​ຊາຣາ​ຕີ ລາວ​ກໍ​ທັກທາຍ​ຜູ້​ຍິງ​ຄົນ​ນັ້ນ​ໃນ​ພາສາ​ນີ້. ຜູ້​ຍິງ​ຄົນ​ນັ້ນ​ປະທັບໃຈ​ຫຼາຍ​ແລະ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ຄລິດສະຕິນ​ຈຶ່ງ​ພະຍາຍາມ​ຮຽນ​ພາສາ​ຄຸ​ຊາຣາ​ຕີ​ເຊິ່ງ​ເປັນ​ພາສາ​ທີ່​ຍາກ. ຄລິດສະຕິນ​ກໍ​ເລີຍ​ມີ​ໂອກາດ​ປະກາດ​ກັບ​ລາວ ຜູ້​ຍິງ​ຄົນ​ນັ້ນ​ບອກ​ຄລິດສະຕິນ​ວ່າ: “ເລື່ອງ​ທີ່​ເຈົ້າ​ເວົ້າ​ຕ້ອງ​ສຳຄັນ​ຫຼາຍ​ແທ້​ໆ.”

11. ເຮົາ​ຈະ​ກຽມ​ຕົວ​ແນວ​ໃດ​ເພື່ອ​ປະກາດ​ກັບ​ຄົນ​ທີ່​ໃຊ້​ພາສາ​ອື່ນ?

11 ເຖິງ​ວ່າ​ຈະ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຮຽນ​ອີກ​ພາສາ​ໜຶ່ງ​ໄດ້ ແຕ່​ເຮົາ​ກໍ​ສາມາດ​ກຽມ​ຕົວ​ເພື່ອ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ກັບ​ຄົນ​ທີ່​ເວົ້າ​ພາສາ​ອື່ນ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ກໍ​ຄື​ໃຊ້​ແອັບ JW Language (ເຈ ດັບເບິນຢູ ແລັງເກັດ) ເພື່ອ​ຮຽນ​ຄຳ​ທັກທາຍ​ງ່າຍ​ໆ​ໃນ​ພາສາ​ຂອງ​ຄົນ​ທີ່​ເຈົ້າ​ມັກ​ເຈິ​ໃນ​ເຂດ. ເຈົ້າ​ອາດ​ຈື່​ບາງ​ປະໂຫຍກ​ໃນ​ພາສາ​ນັ້ນ​ທີ່​ຈະ​ກະຕຸ້ນ​ຄວາມ​ສົນໃຈ​ເຂົາ​ເຈົ້າ​ແລະ​ຊວນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໄປ​ເບິ່ງ​ໃນ​ເວັບໄຊ jw.org ເຊິ່ງ​ອາດຈະ​ມີ​ວິດີໂອ​ຫຼື​ປຶ້ມ​ຕ່າງ​ໆ​ໃນ​ພາສາ​ທີ່​ເຂົາ​ເຈົ້າ​ໃຊ້. ຖ້າ​ເຮົາ​ໃຊ້​ເຄື່ອງມື​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັບ​ພີ່​ນ້ອງ​ໃນ​ສະຕະວັດ​ທຳອິດ​ທີ່​ໄດ້​ປະກາດ​ກັບ​ຜູ້​ຄົນ​ໃນ​ພາສາ​ຕ່າງ​ໆ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ແປກໃຈ​ທີ່​ໄດ້​ຍິນ​ຂ່າວ​ດີ​ໃນ ‘ພາສາ​ຂອງ​ເຂົາ​ເຈົ້າ.’

“ເປໂຕ​ກໍ​ຢືນ​ຂຶ້ນ” (ກິດຈະການ 2:14-37)

12. (ກ) ຄຳ​ພະຍາກອນ​ຂອງ​ໂຢເອນ​ກ່ຽວ​ຂ້ອງ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ເພັນເຕກອດ​ປີ 33 ແນວ​ໃດ? (ຂ) ເປັນ​ຫຍັງ​ລູກສິດ​ຂອງ​ພະ​ເຢຊູ​ຈຶ່ງ​ຄາດໝາຍ​ວ່າ​ຄຳ​ພະຍາກອນ​ຂອງ​ໂຢເອນ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຂົາ​ເຈົ້າ?

12 “ເປໂຕ​ກໍ​ຢືນ​ຂຶ້ນ” ເພື່ອ​ເວົ້າ​ກັບ​ຜູ້​ຄົນ​ຫຼາຍ​ເຊື້ອ​ຊາດ. (ກຈກ. 2:14) ລາວ​ອະທິບາຍ​ໃຫ້​ທຸກ​ຄົນ​ຟັງ​ວ່າ ຄວາມ​ສາມາດ​ໃນ​ການ​ເວົ້າ​ພາສາ​ຕ່າງ​ໆ​ຢ່າງ​ອັດສະຈັນ​ທີ່​ພະເຈົ້າ​ໃຫ້​ນັ້ນ​ເປັນ​ໄປ​ຕາມ​ຄຳ​ພະຍາກອນ​ທີ່​ໂຢເອນ​ບອກ​ໄວ້​ວ່າ: “ເຮົາ​ຈະ​ເອົາ​ພະລັງ​ຂອງ​ເຮົາ​ໃຫ້​ຄົນ​ທຸກ​ປະເພດ.” (ໂຢເອນ 2:28, ລ.ມ) ກ່ອນ​ພະ​ເຢຊູ​ຈະ​ຂຶ້ນ​ໄປ​ສະຫວັນ ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ຂ້ອຍ​ຈະ​ຂໍ​ພະເຈົ້າ​ຜູ້​ເປັນ​ພໍ່​ໃຫ້​ສົ່ງ​ຜູ້​ຊ່ວຍ​ອີກ​ຜູ້​ໜຶ່ງ​ມາ​ຢູ່​ນຳ​ພວກເຈົ້າ” ເພິ່ນ​ບອກ​ຕໍ່​ໄປ​ວ່າ​ຜູ້​ຊ່ວຍ​ນັ້ນ​ກໍ​ຄື “ພະລັງ​ຂອງ​ພະເຈົ້າ.”—ຢຮ. 14:16, 17

13, 14. ເປໂຕ​ໃຊ້​ວິທີ​ໃດ​ເພື່ອ​ເຂົ້າ​ເຖິງ​ຫົວໃຈ​ຜູ້​ຄົນ ແລະ​ເຮົາ​ຈະ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ?

13 ເປໂຕ​ເວົ້າ​ຄຳ​ລົງ​ທ້າຍ​ທີ່​ໜັກແໜ້ນ​ກັບ​ຜູ້​ຄົນ​ວ່າ: “ຂໍ​ໃຫ້​ຄົນ​ອິດສະຣາເອນ​ທຸກ​ຄົນ​ຮູ້​ໄວ້​ວ່າ ພະ​ເຢຊູ​ຜູ້​ນີ້​ແຫຼະ​ທີ່​ພວກເຈົ້າ​ໄດ້​ປະຫານ​ເທິງ​ເສົາ ແມ່ນ​ຜູ້​ທີ່​ພະເຈົ້າ​ແຕ່ງຕັ້ງ​ໃຫ້​ເປັນ​ທັງ​ຜູ້​ເປັນ​ນາຍ​ແລະ​ພະຄລິດ.” (ກຈກ. 2:36) ເຖິງ​ວ່າ​ຄົນ​ທີ່​ຟັງ​ເປໂຕ​ສ່ວນ​ໃຫຍ່​ບໍ່​ໄດ້​ຢູ່​ນຳ​ຕອນ​ທີ່​ພະ​ເຢຊູ​ຖືກ​ປະຫານ​ເທິງ​ເສົາ ແຕ່​ໃນ​ຖານະ​ທີ່​ເປັນ​ຄົນ​ຢິວ ເຂົາ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ໃນ​ການ​ກະທຳ​ເທື່ອ​ນັ້ນ. ແຕ່​ຂໍ​ສັງເກດ​ວ່າ​ເປໂຕ​ເວົ້າ​ກັບ​ຄົນ​ຢິວ​ດ້ວຍ​ຄວາມ​ນັບຖື​ແລະ​ເຂົ້າ​ເຖິງ​ຫົວໃຈ​ເຂົາ​ເຈົ້າ. ເປົ້າໝາຍ​ຂອງ​ເປໂຕ​ຄື​ເພື່ອ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ກັບໃຈ​ບໍ່​ແມ່ນ​ເພື່ອ​ຈະ​ຕຳໜິ. ແລ້ວ​ເຂົາ​ເຈົ້າ​ຮູ້ສຶກ​ໃຈ​ຮ້າຍ​ບໍ​ເມື່ອ​ໄດ້​ຍິນ​ເປໂຕ​ເວົ້າ? ບໍ່​ເລີຍ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຂົາ​ເຈົ້າ “ຮູ້ສຶກ​ຄື​ກັບ​ຖືກ​ແທງ​ທີ່​ຫົວໃຈ.” ເຂົາ​ເຈົ້າ​ຖາມ​ວ່າ: “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?” ການ​ທີ່​ເປໂຕ​ເວົ້າ​ດ້ວຍ​ຄວາມ​ນັບຖື​ໜ້າ​ຈະ​ຊ່ວຍ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຫຼາຍ​ຄົນ​ແທ້​ໆ​ຈົນ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ກັບໃຈ.—ກຈກ. 2:37

14 ເຮົາ​ສາມາດ​ຮຽນ​ແບບ​ວິທີ​ທີ່​ເປໂຕ​ໃຊ້​ເພື່ອ​ຈະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຜູ້​ຄົນ. ຕອນ​ທີ່​ປະກາດ ເຮົາ​ບໍ່​ຈຳເປັນ​ຕ້ອງ​ເວົ້າ​ເຖິງ​ທຸກ​ເລື່ອງ​ທີ່​ເຂົາ​ເຈົ້າ​ຄິດ​ເຊິ່ງ​ບໍ່​ກົງ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ໜ້າ​ຈະ​ເວົ້າ​ເຖິງ​ຈຸດ​ຕ່າງ​ໆ​ທີ່​ເຫັນດີ​ນຳ​ກັນ. ຖ້າ​ເຮົາ​ລົມ​ເລື່ອງ​ທີ່​ເຂົາ​ເຈົ້າ​ເຫັນດີ​ກັບ​ເຮົາ​ກ່ອນ ເຮົາ​ກໍ​ສາມາດ​ໃຊ້​ຄຳພີ​ໄບເບິນ​ຫາ​ເຫດຜົນ​ກັບ​ເຂົາ​ເຈົ້າ​ໃນ​ເລື່ອງ​ອື່ນ​ໆ​ໄດ້​ງ່າຍ​ຂຶ້ນ. ຖ້າ​ເຮົາ​ໃຊ້​ວິທີ​ນີ້ ຄົນ​ທີ່​ມັກ​ສິ່ງ​ທີ່​ດີ​ກໍ​ມີ​ໂອກາດ​ຕອບ​ຮັບ​ຄວາມ​ຈິງ​ໄດ້​ຫຼາຍ​ກວ່າ.

“ພວກເຈົ້າ​ຕ້ອງ . . . ຮັບ​ບັບເຕມາ” (ກິດຈະການ 2:38-47)

15. (ກ) ເປໂຕ​ເວົ້າ​ຫຍັງ​ແລະ​ມີ​ການ​ຕອບ​ຮັບ​ແນວ​ໃດ? (ຂ) ເປັນ​ຫຍັງ​ຫຼາຍ​ພັນ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ດີ​ໃນ​ວັນ​ເພັນເຕກອດ​ຈຶ່ງ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໃນ​ມື້​ນັ້ນ?

15 ໃນ​ວັນ​ເພັນເຕກອດ​ປີ 33 ທີ່​ໜ້າ​ຕື່ນເຕັ້ນ ເປໂຕ​ເວົ້າ​ກັບ​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ວ່າ: “ພວກເຈົ້າ​ຕ້ອງ​ກັບໃຈ​ແລະ​ຮັບ​ບັບເຕມາ.” (ກຈກ. 2:38) ຜົນ​ກໍ​ຄື​ມີ​ປະມານ 3.000 ຄົນ​ຮັບ​ບັບເຕມາ ເຂົາ​ເຈົ້າ​ຄື​ຊິ​ຮັບ​ບັບເຕມາ​ໃນ​ສະ​ນ້ຳ​ທົ່ວ​ເມືອງ​ເຢຣູຊາເລັມ​ຫຼື​ຢູ່​ໃກ້​ໆ​ເມືອງ​ນັ້ນ. e ເຂົາ​ເຈົ້າ​ຟ້າວ​ຮັບ​ບັບເຕມາ​ທັງ​ໆ​ທີ່​ຍັງ​ບໍ່​ພ້ອມ​ບໍ? ນີ້​ໝາຍ​ຄວາມ​ວ່າ​ນັກສຶກສາ​ຄຳພີ​ໄບເບິນ​ແລະ​ເດັກນ້ອຍ​ທີ່​ມີ​ພໍ່​ແມ່​ເປັນ​ຄລິດສະຕຽນ​ຕ້ອງ​ຟ້າວ​ຮັບ​ບັບເຕມາ​ທັງ​ໆ​ທີ່​ເຂົາ​ເຈົ້າ​ບໍ່​ພ້ອມ​ບໍ? ບໍ່. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄົນ​ຢິວ​ເຫຼົ່າ​ນັ້ນ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ເຊິ່ງ​ໄດ້​ຮັບ​ບັບເຕມາ​ໃນ​ວັນ​ເພັນເຕກອດ​ປີ 33 ເປັນ​ຄົນ​ທີ່​ສຶກສາ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ດຸ​ໝັ່ນ​ແລະ​ຍັງ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຊາດ​ທີ່​ໄດ້​ອຸທິດ​ໃຫ້​ພະ​ເຢໂຫວາ. ຫຼາຍ​ກວ່າ​ນັ້ນ ເຂົາ​ເຈົ້າ​ໄດ້​ສະແດງ​ຄວາມ​ກະຕືລືລົ້ນ ບາງ​ຄົນ​ໄດ້​ເດີນ​ທາງ​ມາ​ໄກ​ເພື່ອ​ເຂົ້າຮ່ວມ​ເທດສະການ​ສະຫຼອງ​ປະຈຳ​ປີ​ນີ້. ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ໄດ້​ຮັບ​ຄວາມ​ຈິງ​ທີ່​ສຳຄັນ​ກ່ຽວ​ກັບ​ບົດບາດ​ຂອງ​ພະ​ເຢຊູ​ຄລິດ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ​ສຳເລັດ ເຂົາ​ເຈົ້າ​ກໍ​ເລີຍ​ພ້ອມ​ທີ່​ຈະ​ຮັບ​ໃຊ້​ພະເຈົ້າ​ຕໍ່​ໄປ​ໃນ​ຖານະ​ລູກສິດ​ຂອງ​ພະຄລິດ​ທີ່​ໄດ້​ຮັບ​ບັບເຕມາ​ແລ້ວ.

16. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ນ້ຳໃຈ​ເສຍ​ສະລະ​ແນວ​ໃດ?

16 ພະ​ເຢໂຫວາ​ຄື​ຊິ​ອວຍພອນ​ຄົນ​ກຸ່ມ​ນີ້​ແນ່ນອນ ເພາະ​ໃນ​ກິດຈະການ​ບອກ​ຕໍ່​ໄປ​ວ່າ: “ຜູ້​ທີ່​ເຂົ້າ​ມາ​ເປັນ​ລູກສິດ​ກໍ​ມາ​ຢູ່​ນຳ​ກັນ​ແລະ​ເອົາ​ສິ່ງ​ຂອງ​ທີ່​ພວກ​ເຂົາ​ມີ​ມາ​ລວມ​ກັນ​ເປັນ​ກອງ​ກາງ. ພວກ​ເຂົາ​ຂາຍ​ວັດຖຸ​ສິ່ງ​ຂອງ​ແລະ​ດິນ ແລ້ວ​ແບ່ງ​ໃຫ້​ທຸກ​ຄົນ​ຕາມ​ຄວາມ​ຈຳເປັນ.” f (ກຈກ. 2:44, 45) ແນ່ນອນ​ວ່າ ຄລິດສະຕຽນ​ແທ້​ທຸກ​ຄົນ​ຢາກ​ຮຽນ​ແບບ​ນ້ຳໃຈ​ເສຍ​ສະລະ​ດ້ວຍ​ຄວາມ​ຮັກ​ແບບ​ນັ້ນ.

17. ເພື່ອ​ຄົນ​ໜຶ່ງ​ຈະ​ຮັບ​ບັບເຕມາ​ໄດ້ ລາວ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈຳເປັນ?

17 ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ ລາວ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ຈຳເປັນ​ຫຼາຍ​ຢ່າງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້ ເຊັ່ນ ລາວ​ຕ້ອງ​ຮັບ​ຄວາມ​ຮູ້​ຕໍ່​ໆ​ໄປ​ກ່ຽວ​ກັບ​ຖ້ອຍຄຳ​ຂອງ​ພະເຈົ້າ. (ຢຮ. 17:3) ລາວ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ແລະ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່​ດີ​ຕ່າງ​ໆ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ. ນີ້​ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ສະແດງ​ຄວາມ​ເສຍໃຈ​ແທ້​ໆ​ຕໍ່​ເລື່ອງ​ນັ້ນ. (ກຈກ. 3:19) ນອກ​ຈາກ​ນັ້ນ ລາວ​ຕ້ອງ​ປ່ຽນແປງ​ຊີວິດ​ໃໝ່​ເຊິ່ງ​ກໍ​ຄື​ເລີ່ມ​ໃຊ້​ຊີວິດ​ໃຫ້​ຖືກຕ້ອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ. (ຣມ. 12:2; ອຟຊ. 4:23, 24) ຫຼັງ​ຈາກ​ທີ່​ເຮັດ​ຂັ້ນ​ຕອນ​ເຫຼົ່າ​ນີ້​ແລ້ວ ລາວ​ຈຶ່ງ​ຈະ​ອຸທິດ​ຕົວ​ໂດຍ​ການ​ອະທິດຖານ​ແລະ​ຮັບ​ບັບເຕມາ​ໄດ້.—ມທ. 16:24; 1ປຕ. 3:21

18. ລູກສິດ​ຂອງ​ພະ​ເຢຊູ​ທີ່​ໄດ້​ຮັບ​ບັບເຕມາ​ແລ້ວ​ຈະ​ໄດ້​ຮັບ​ສິດທິ​ພິເສດ​ຫຍັງ?

18 ເຈົ້າ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ແລ້ວ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ໜ້າ​ຈະ​ຂອບໃຈ​ສຳລັບ​ສິດທິ​ພິເສດ​ນີ້. ຄື​ກັບ​ພວກ​ລູກສິດ​ໃນ​ສະຕະວັດ​ທຳອິດ​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ເຈົ້າ​ກໍ​ຈະ​ໄດ້​ຮັບ​ພະລັງ​ແບບ​ນັ້ນ​ແລະ​ຖືກ​ໃຊ້​ໃຫ້​ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ​ແລະ​ເຮັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ພະ​ເຢໂຫວາ!

c “ລີ້ນ” ນັ້ນ​ບໍ່​ແມ່ນ​ໄຟ​ແທ້​ໆ​ແຕ່​ເປັນ “ບາງ​ສິ່ງ​ທີ່​ເປັນ​ກັບ​ຄື​ແປວ​ໄຟ” ນີ້​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ເປັນ​ແປວ​ໄຟ​ລອຍ​ຢູ່​ເທິງ​ພວກ​ລູກສິດ.

e ເພື່ອ​ໃຫ້​ເຫັນ​ພາບ​ຫຼາຍ​ຂຶ້ນ ໃນ​ວັນ​ທີ 7 ສິງຫາ 1993 ຢູ່​ການ​ປະຊຸມ​ນານາ​ຊາດ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ເມືອງ​ຄຽບ ປະເທດ​ອູແກຣນ ມີ 7.402 ຄົນ​ຮັບ​ບັບເຕມາ​ໃນ​ສະ​ນ້ຳ​ຫົກ​ສະ. ການ​ຮັບ​ບັບເຕມາ​ທັງໝົດ​ໃຊ້​ເວລາ​ຮອດ 2 ຊົ່ວໂມງ 15 ນາທີ​ຈຶ່ງ​ຈະ​ແລ້ວ.

f ການ​ຈັດ​ກຽມ​ຊົ່ວຄາວ​ນີ້​ຊ່ວຍ​ໃຫ້​ຄົນ​ທີ່​ເດີນ​ທາງ​ມາ​ເມືອງ​ເຢຣູຊາເລັມ​ສາມາດ​ຢູ່​ຕໍ່​ໄປ​ໄດ້​ເພື່ອ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ໃໝ່​ຂອງ​ເຂົາ​ເຈົ້າ ນີ້​ເປັນ​ການ​ແບ່ງ​ປັນ​ກັນ​ດ້ວຍ​ຄວາມ​ສະໝັກ​ໃຈ​ແລະ​ບໍ່​ໄດ້​ຖືກ​ບັງຄັບ. ດັ່ງ​ນັ້ນ ນີ້​ຈຶ່ງ​ບໍ່​ແມ່ນ​ຮູບແບບ​ຂອງ​ລັດທິ​ຄອມມູນິດ​ຄື​ທີ່​ບາງ​ຄົນ​ບອກ​ໄວ້.—ກຈກ. 5:1-4