ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

“ໄປ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ”

“ໄປ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ”

ໃຫ້​ເຮົາ​ມາ​ເບິ່ງ​ພາບ​ລວມ​ຂອງ​ປຶ້ມ​ກິດຈະການ​ຂອງ​ອັກຄະສາວົກ​ແລະ​ເບິ່ງ​ວ່າ​ເລື່ອງ​ໃນ​ປຶ້ມ​ນີ້​ກ່ຽວ​ຂ້ອງ​ກັບ​ສະໄໝ​ຂອງ​ເຮົາ​ແນວ​ໃດ

1-6. ພະຍານ​ພະ​ເຢໂຫວາ​ປະກາດ​ໃນ​ສະຖານະການ​ທີ່​ແຕກຕ່າງ​ກັນ​ແນວ​ໃດ?

 ເຣເບກາ​ໄວລຸ້ນ​ຄົນ​ໜຶ່ງ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ການາ ລາວ​ເບິ່ງ​ວ່າ​ໂຮງຮຽນ​ເປັນ​ເຂດ​ປະກາດ​ຂອງ​ລາວ​ເອງ. ເຣເບກາ​ມັກ​ເອົາ​ປຶ້ມ​ຂອງ​ອົງການ​ໃສ່​ກະເປົາ​ໄປ​ໂຮງຮຽນ​ຢູ່​ສະເໝີ. ລະຫວ່າງ​ຊ່ວງ​ພັກ​ລາວ​ຫາ​ໂອກາດ​ທີ່​ຈະ​ປະກາດ​ກັບ​ໝູ່​ທີ່​ຮຽນ​ນຳ​ກັນ. ເຣເບກາ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ໝູ່​ຫຼາຍ​ຄົນ.

2 ໃນ​ເກາະ​ມາດາກາສະກາ​ບໍ່​ໄກ​ຈາກ​ຊາຍ​ຝັ່ງ​ຕາເວັນ​ອອກ​ຂອງ​ອາຝຼິກກາ ໄພໂອເນຍ​ສອງ​ຄົນ​ຕ້ອງ​ຍ່າງ​ປະມານ 25 ກິໂລແມັດ​ເປັນ​ປະຈຳ​ໃນ​ສະພາບ​ອາກາດ​ທີ່​ຮ້ອນ​ເພື່ອ​ໄປ​ຮອດ​ບ້ານ​ໜຶ່ງ​ທີ່​ຫ່າງ​ໄກ ຢູ່​ບ່ອນ​ນັ້ນ​ເຂົາ​ເຈົ້າ​ໄດ້​ສອນ​ຄຳພີ​ໄບເບິນ​ໃຫ້​ຜູ້​ສົນໃຈ​ຫຼາຍ​ຄົນ.

3 ເພື່ອ​ຈະ​ໄປ​ເຖິງ​ຜູ້​ຄົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ແມ່​ນ້ຳ​ປາຣາກວາຍ​ແລະ​ປາຣານາ ພະຍານ​ພະ​ເຢໂຫວາ​ໃນ​ປາຣາກວາຍ​ແລະ​ອາສາ​ສະໝັກ​ຈາກ 15 ປະເທດ​ໄດ້​ເຮັດ​ວຽກ​ນຳ​ກັນ​ເພື່ອ​ສ້າງ​ເຮືອ​ໃຫຍ່. ເຮືອ​ລຳ​ນີ້​ສາມາດ​ໃຫ້ 12 ຄົນ​ອາໄສ​ຢູ່​ໄດ້. ພີ່​ນ້ອງ​ທີ່​ກະຕືລືລົ້ນ​ໄດ້​ໃຊ້​ເຮືອ​ລຳ​ນີ້​ເພື່ອ​ປະກາດ​ຂ່າວ​ດີ​ໄປ​ໃນ​ເຂດ​ທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ໄດ້​ດ້ວຍ​ວິທີ​ອື່ນ.

4 ຢູ່​ທາງ​ພາກ​ເໜືອ​ຂອງ​ທະວີບ​ອາເມຣິກາ​ເໜືອ ພະຍານ​ພະ​ເຢໂຫວາ​ໃນ​ອາລັດສະກາ​ໃຊ້​ປະໂຫຍດ​ຈາກ​ໂອກາດ​ພິເສດ​ເພື່ອ​ປະກາດ​ໃນ​ຊ່ວງ​ລະດູ​ຮ້ອນ​ເຊິ່ງ​ເປັນ​ຊ່ວງ​ທ່ອງທ່ຽວ. ໃນ​ຊ່ວງ​ນັ້ນ ນັກ​ທ່ອງທ່ຽວ​ຈາກ​ຫຼາຍ​ປະເທດ​ໄດ້​ຂີ່​ເຮືອ​ທ່ອງທ່ຽວ​ມາອາ​ລັດ​ສະ​ກາ ພະຍານ​ພະ​ເຢໂຫວາ​ໃນ​ທ້ອງຖິ່ນ​ຈະ​ໄປ​ທ່າ​ເຮືອ​ເພື່ອ​ຈັດ​ສະແດງ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃນ​ຫຼາຍ​ພາສາ. ໃນ​ເຂດ​ດຽວ​ກັນ​ນັ້ນ​ມີ​ການໃຊ້​ຍົນ​ເພື່ອ​ຈະ​ເຂົ້າ​ເຖິງ​ບ້ານ​ທີ່​ຢູ່​ຫ່າງ​ໄກ. ນີ້​ເປີດ​ໂອກາດ​ໃຫ້​ມີ​ການ​ປະກາດ​ຂ່າວ​ດີ​ໃນ​ເຂດ​ຕ່າງ​ໆ​ຂອງ​ເມືອງ​ແອລີອຸດ ແອທາແບັກສະກັນ ຊິມຊີອັນ​ແລະ​ທິງກິດ.

5 ລາຣີ​ເຊິ່ງ​ຢູ່​ໃນ​ລັດ​ເທັກຊັດ ສະຫະລັດ​ອາເມຣິກາ ມີ​ເຂດ​ປະກາດ​ພິເສດ​ຄື​ສູນ​ເບິ່ງແຍງ​ຄົນ​ປ່ວຍ​ເຊິ່ງ​ລາວ​ເອງ​ກໍ​ຢູ່​ຫັ້ນ​ນຳ. ເຖິງ​ວ່າ​ລາວ​ຕ້ອງ​ນັ່ງ​ຢູ່​ລໍ້​ຍູ້​ຍ້ອນ​ເກີດ​ອຸບັດຕິເຫດ ແຕ່​ລາວ​ກໍ​ຫຍຸ້ງ​ຢູ່​ກັບ​ວຽກ​ປະກາດ​ສະເໝີ. ລາວ​ພະຍາຍາມ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ຄົນ​ອື່ນ​ຟັງ​ເຊິ່ງ​ລວມ​ເຖິງ​ຄວາມ​ຫວັງ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ປົກຄອງ​ໂລກ​ນີ້​ລາວ​ຈະ​ຍ່າງ​ໄດ້​ອີກ​ເທື່ອ​ໜຶ່ງ.—ອຊຢ. 35:5, 6

6 ພະຍານ​ພະ​ເຢໂຫວາ​ກຸ່ມ​ໜຶ່ງ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ມຽນມາ​ຕ້ອງ​ໃຊ້​ເວລາ​ເດີນ​ທາງ 3 ມື້​ໂດຍ​ຂີ່​ເຮືອ​ຈາກ​ແມນດາເລ​ເພື່ອ​ຈະ​ໄປ​ເຂົ້າຮ່ວມ​ການ​ປະຊຸມ​ໃຫຍ່. ແລະ​ດ້ວຍ​ຄວາມ​ກະຕືລືລົ້ນ​ທີ່​ຢາກ​ຈະ​ປະກາດ​ຂ່າວ​ດີ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເອົາ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຕິດ​ໂຕ​ໄປ​ນຳ​ເພື່ອ​ຈະ​ປະກາດ​ກັບ​ຜູ້​ທີ່​ຂີ່​ເຮືອ​ນຳ​ກັນ. ທຸກ​ເທື່ອ​ທີ່​ເຮືອ​ຈອດ​ຢູ່​ເມືອງ​ຫຼື​ບ້ານ​ໃດ​ບ້ານ​ໜຶ່ງ ຜູ້​ປະກາດ​ທີ່​ກະຕືລືລົ້ນ​ເຫຼົ່າ​ນີ້​ຈະ​ຟ້າວ​ຂຶ້ນ​ຝັ່ງ​ແລ້ວ​ໄປ​ຫາ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເພື່ອ​ສະເໜີ​ປຶ້ມ​ທີ່​ເຂົາ​ເຈົ້າ​ເອົາ​ມາ. ໃນ​ເວລາ​ດຽວ​ກັນ​ກໍ​ຈະ​ມີ​ຜູ້​ໂດຍ​ສານ​ໃໝ່​ໆ​ມາ​ຂີ່​ເຮືອ ນີ້​ຈຶ່ງ​ເຮັດ​ໃຫ້​ເຮືອ​ລຳ​ນັ້ນ​ກາຍ​ເປັນ “ເຂດ​ໃໝ່” ສຳລັບ​ພີ່​ນ້ອງ​ຕອນ​ທີ່​ເຂົາ​ເຈົ້າ​ກັບມາ.

7. ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ເຂົາ​ເຈົ້າ​ມີ​ເປົ້າໝາຍ​ຫຍັງ?

7 ຄື​ກັບ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ເຫຼົ່າ​ນີ້ ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ທົ່ວ​ໂລກ​ໄດ້ ‘ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ’ ຢ່າງ​ລະອຽດ​ຖີ່​ຖ້ວນ. (ກຈກ. 28:23) ເຂົາ​ເຈົ້າ​ໄປ​ປະກາດ​ຕາມ​ບ້ານ ຕາມ​ຫົນ​ທາງ ຂຽນ​ຈົດໝາຍ​ແລະ​ປະກາດ​ທາງ​ໂທລະສັບ. ນອກ​ຈາກ​ນັ້ນ ຕອນ​ທີ່​ຂີ່​ລົດເມ ຍ່າງ​ຫຼິ້ນ​ຢູ່​ສວນ​ສາທາລະນະ ຫຼື​ຊ່ວງ​ພັກ​ຕອນ​ຢູ່​ບ່ອນ​ເຮັດ​ວຽກ ເຂົາ​ເຈົ້າ​ກໍ​ພະຍາຍາມ​ຊອກ​ຫາ​ໂອກາດ​ທີ່​ຈະ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ອາດຈະ​ໃຊ້​ຫຼາຍ​ວິທີ​ທີ່​ແຕກຕ່າງ​ກັນ ແຕ່​ມີ​ເປົ້າໝາຍ​ດຽວ​ກັນ​ແມ່ນ​ປະກາດ​ຂ່າວ​ດີ​ກັບ​ທຸກ​ຄົນ​ທີ່​ເຂົາ​ເຈົ້າ​ເຈິ.—ມທ. 10:11

8, 9. (ກ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ເມື່ອ​ຄິດ​ເຖິງ​ຄວາມ​ສຳເລັດ​ຂອງ​ວຽກ​ປະກາດ​ທີ່​ເຮັດ​ຢູ່​ທົ່ວ​ໂລກ? (ຂ) ມີ​ຄຳ​ຖາມ​ຫຍັງ​ທີ່​ໜ້າສົນໃຈ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຄຳ​ຕອບ?

8 ເຈົ້າ​ທີ່​ເປັນ​ຜູ້​ອ່ານ ເຈົ້າ​ກຳລັງ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະ​ເຈົ້າ​ຮ່ວມ​ກັບ​ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ເຮັດ​ວຽກ​ນີ້​ຢ່າງ​ກະຕືລືລົ້ນ​ໃນ​ຫຼາຍ​ກວ່າ 235 ດິນແດນ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ທີ່​ໜ້າ​ຕື່ນເຕັ້ນ​ນີ້! ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ແທ້​ໆ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ​ວຽກ​ນີ້​ໄດ້​ສຳເລັດ​ຕະຫຼອດ​ທົ່ວ​ໂລກ. ເຂົາ​ເຈົ້າ​ກຳລັງ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ​ໃຫ້​ກັບ​ຄົນ​ທຸກ​ຊາດ​ເຖິງ​ວ່າ​ເຂົາ​ເຈົ້າ​ຕ້ອງ​ເຈິ​ກັບ​ອຸປະສັກ​ແລະ​ບັນຫາ​ຫຼາຍ​ຢ່າງ​ເຊັ່ນ ຖືກ​ສັ່ງ​ຫ້າມ​ຈາກ​ອຳນາດ​ການ​ປົກຄອງ​ແລະ​ຖືກ​ຂົ່ມເຫງ.

9 ຄຳ​ຖາມ​ທີ່​ໜ້າສົນໃຈ​ກໍ​ຄື ເຖິງ​ວ່າ​ຈະ​ມີ​ອຸປະສັກ​ຫຼື​ການ​ຕໍ່ຕ້ານ​ຈາກ​ຊາຕານ ແຕ່​ເປັນ​ຫຍັງ​ວຽກ​ປະກາດ​ຍັງ​ກ້າວໜ້າ​ຕໍ່​ໆ​ໄປ​ໄດ້? ເພື່ອ​ຈະ​ຕອບ​ຄຳ​ຖາມ​ນີ້​ເຮົາ​ຕ້ອງ​ກັບ​ໄປ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະຕະວັດ​ທຳອິດ. ທີ່ຈິງ ພະຍານ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ກໍ​ກຳລັງ​ເຮັດ​ວຽກ​ທີ່​ໄດ້​ເລີ່ມ​ມາ​ຕັ້ງແຕ່​ສະໄໝ​ນັ້ນ.

ວຽກ​ມອບໝາຍ​ທີ່​ກວ້າງ​ໄກ​ແລະ​ຍາວ​ນານ

10. ພະ​ເຢຊູ​ທຸ່ມເທ​ຕົວ​ເຮັດ​ວຽກ​ຫຍັງ ແລະ​ເພິ່ນ​ຮູ້​ຫຍັງ​ກ່ຽວ​ກັບ​ວຽກ​ນີ້?

10 ພະ​ເຢຊູ​ຄລິດ​ຜູ້​ກໍ່​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ໄດ້​ທຸ່ມເທ​ຕົວ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ນີ້​ເປັນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເພິ່ນ. ມີ​ເທື່ອ​ໜຶ່ງ​ເພິ່ນ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ເມືອງ​ອື່ນ​ໆ​ນຳ ເພາະ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.” (ລກ. 4:43) ພະ​ເຢຊູ​ຮູ້​ດີ​ວ່າ​ເພິ່ນ​ບໍ່​ສາມາດ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ​ໄດ້​ດ້ວຍ​ຕົວເອງ. ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້ “ກັບ​ຄົນ​ທຸກ​ຊາດ.” (ມຣກ. 13:10) ແຕ່​ຈະ​ມີ​ການ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ​ໂດຍ​ວິທີ​ໃດ​ແລະ​ໃຜ​ຈະ​ເປັນ​ຜູ້​ເຮັດ?

“ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ”—ມັດທາຍ 28:19

11. ພະ​ເຢຊູ​ໃຫ້​ພວກ​ລູກສິດ​ເຮັດ​ວຽກ​ຫຍັງ​ທີ່​ສຳຄັນ ແລະ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແນວ​ໃດ​ເພື່ອ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ?

11 ຫຼັງ​ຈາກ​ທີ່​ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ໄດ້​ປາກົດຕົວ​ໃຫ້​ພວກ​ລູກສິດ​ເຫັນ​ແລະ​ໄດ້​ມອບໝາຍ​ວຽກ​ທີ່​ສຳຄັນ​ໃຫ້​ເຂົາ​ເຈົ້າ. ພະ​ເຢຊູ​ບອກ​ວ່າ: “ໃຫ້​ພວກເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ​ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ ແລະ​ສອນ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກເຈົ້າ​ໄວ້. ໃຫ້​ຈື່​ໄວ້​ວ່າ: ຂ້ອຍ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 28:19, 20) ຄຳ​ເວົ້າ​ທີ່​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກເຈົ້າ” ສະແດງ​ໃຫ້​ເຫັນ​ວ່າ​ພວກ​ລູກສິດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢຊູ​ຕອນ​ທີ່​ເຮັດ​ວຽກ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ. ທີ່ຈິງ ພວກ​ລູກສິດ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢຊູ ເພາະ​ເພິ່ນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ: “ທຸກ​ປະເທດ​ຈະ​ກຽດຊັງ” ເຂົາ​ເຈົ້າ. (ມທ. 24:9) ນອກ​ຈາກ​ນັ້ນ ພວກ​ລູກສິດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອີກ​ແບບ​ໜຶ່ງ​ນຳ. ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຂຶ້ນ​ໄປ​ສະຫວັນ ເພິ່ນ​ໄດ້​ບອກ​ພວກ​ລູກສິດ​ວ່າ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ເພື່ອ​ຈະ​ເປັນ​ພະຍານ​ຂອງ​ເພິ່ນ​ໄປ “ຈົນ​ຮອດ​ສຸດ​ຂອບ​ໂລກ.”—ກຈກ. 1:8

12. ມີ​ຄຳ​ຖາມ​ຫຍັງ​ທີ່​ສຳຄັນ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ຮູ້​ຄຳ​ຕອບ?

12 ຕອນນີ້​ມີ​ຄຳ​ຖາມ​ທີ່​ສຳຄັນ​ບາງ​ຢ່າງ​ເກີດ​ຂຶ້ນ ເຊັ່ນ: ພວກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ແລະ​ລູກສິດ​ຄົນ​ອື່ນ​ໆ​ໃນ​ສະຕະວັດ​ທຳອິດ​ຖື​ວ່າ​ວຽກ​ມອບໝາຍ​ຂອງ​ເຂົາ​ເຈົ້າ​ເປັນ​ເລື່ອງ​ສຳຄັນ​ບໍ? ຄລິດສະຕຽນ​ຊາຍ​ຍິງ​ກຸ່ມ​ນ້ອຍ​ໆ​ນີ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ​ບໍ​ເມື່ອ​ຕ້ອງ​ເຈິ​ກັບ​ການ​ຂົ່ມເຫງ? ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ແທ້​ໆ​ບໍ​ຕອນ​ທີ່​ເຮັດ​ວຽກ​ນີ້? ເຮົາ​ສາມາດ​ຮູ້​ຄຳ​ຕອບ​ຂອງ​ຄຳ​ຖາມ​ເຫຼົ່າ​ນີ້​ແລະ​ຄຳ​ຖາມ​ອື່ນ​ໆ​ທີ່​ກ່ຽວ​ຂ້ອງ​ໄດ້​ຈາກ​ປຶ້ມ​ກິດຈະການ. ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຮູ້​ຄຳ​ຕອບ. ຍ້ອນຫຍັງ? ພະ​ເຢຊູ​ສັນຍາ​ວ່າ​ວຽກ​ທີ່​ເພິ່ນ​ໃຫ້​ພວກ​ລູກສິດ​ເຮັດ​ຈະ​ຕໍ່​ເນື່ອງ​ໄປ​ຈົນ​ຮອດ “ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” ດັ່ງ​ນັ້ນ ວຽກ​ມອບໝາຍ​ນີ້​ຈຶ່ງ​ກ່ຽວ​ຂ້ອງ​ກັບ​ຄລິດສະຕຽນ​ແທ້​ທຸກ​ຄົນ​ເຊິ່ງ​ລວມ​ເຖິງ​ເຮົາ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດທ້າຍ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຢາກ​ຮຽນ​ຮູ້​ເລື່ອງ​ທີ່​ບັນທຶກ​ໄວ້​ຢູ່​ໃນ​ປຶ້ມ​ກິດຈະການ.

ພາບ​ລວມ​ຂອງ​ປຶ້ມ​ກິດຈະການ

13, 14. (ກ) ໃຜ​ຂຽນ​ປຶ້ມ​ກິດຈະການ ແລະ​ຜູ້​ຂຽນ​ໄດ້​ຮັບ​ຂໍ້ມູນ​ມາ​ແນວ​ໃດ? (ຂ) ປຶ້ມ​ກິດຈະການ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ແດ່?

13 ໃຜ​ຂຽນ​ປຶ້ມ​ກິດຈະການ? ເນື້ອ​ໃນ​ຂອງ​ປຶ້ມ​ນີ້​ບໍ່​ໄດ້​ບອກ​ວ່າ​ໃຜ​ເປັນ​ຜູ້​ຂຽນ ແຕ່​ຄຳ​ເວົ້າ​ເລີ່ມ​ຕົ້ນ​ຂອງ​ປຶ້ມ​ເຮັດ​ໃຫ້​ຮູ້​ວ່າ​ຄົນ​ທີ່​ຂຽນ​ປຶ້ມ​ກິດຈະການ​ເປັນ​ຄົນ​ດຽວ​ກັນ​ກັບ​ຄົນ​ທີ່​ຂຽນ​ປຶ້ມ​ລູກາ. (ລກ. 1:1-4; ກຈກ. 1:1, 2) ດັ່ງ​ນັ້ນ ຕັ້ງແຕ່​ສະໄໝ​ກ່ອນ ຜູ້​ຄົນ​ເຊື່ອ​ກັນ​ວ່າ​ລູກາ​ເປັນ​ຜູ້​ຂຽນ​ປຶ້ມ​ກິດຈະການ ລາວ​ເປັນ “ທ່ານ​ໝໍ​ທີ່​ພີ່​ນ້ອງ​ຮັກ” ແລະ​ເປັນ​ນັກ​ປະຫວັດສາດ​ທີ່​ລະອຽດ​ຖີ່​ຖ້ວນ. (ກລຊ. 4:14) ເລື່ອງ​ໃນ​ປຶ້ມ​ນີ້​ກວມ​ເອົາ​ໄລຍະ​ເວລາ​ປະມານ 28 ປີ​ຕັ້ງແຕ່​ພະ​ເຢຊູ​ຂຶ້ນ​ໄປ​ສະຫວັນ​ໃນ​ປີ 33 ຈົນ​ຮອດ​ຕອນ​ທີ່​ອັກຄະສາວົກ​ໂປໂລ​ຖືກ​ກັກ​ຂັງ​ໃນ​ເມືອງ​ໂຣມ​ປະມານ​ປີ 61. ການ​ທີ່​ລູກາ​ປ່ຽນ​ຄຳ​ວ່າ: “ພວກ​ເຂົາ” ມາ​ເປັນ “ພວກ​ເຮົາ” ໃນ​ເລື່ອງ​ທີ່​ລາວ​ຂຽນ​ສະແດງ​ໃຫ້​ເຫັນ​ວ່າ​ໂຕ​ລາວ​ກໍ​ຢູ່​ໃນ​ເຫດການ​ຕ່າງ​ໆ​ທີ່​ມີ​ການ​ເວົ້າ​ເຖິງ. (ກຈກ. 16:8-10; 20:5; 27:1) ລູກາ​ເປັນ​ນັກ​ຄົ້ນຄວ້າ​ທີ່​ລະອຽດ​ຖີ່​ຖ້ວນ ລາວ​ຄື​ຊິ​ໄດ້​ຮັບ​ຂໍ້ມູນ​ໂດຍ​ກົງ​ຈາກ​ໂປໂລ ບາຣະນາບາ ຟີລິບ ແລະ​ຄົນ​ອື່ນ​ໆ​ເພື່ອ​ຈະ​ຂຽນ​ປຶ້ມ​ກິດຈະການ.

14 ປຶ້ມ​ກິດຈະການ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ແດ່? ໃນ​ປຶ້ມ​ກິດຈະການ ລູກາ​ໄດ້​ເນັ້ນ​ກ່ຽວ​ກັບ​ເລື່ອງ​ພວກ​ລູກສິດ​ຂອງ​ພະ​ເຢຊູ ເຊິ່ງ​ຕ່າງ​ຈາກ​ປຶ້ມ​ລູກາ​ທີ່​ລາວ​ໄດ້​ເນັ້ນ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢຊູ. ດັ່ງ​ນັ້ນ ປຶ້ມ​ກິດຈະການ​ຈຶ່ງ​ເປັນ​ເລື່ອງ​ກ່ຽວ​ກັບ​ຄົນ​ທີ່​ໄດ້​ເຮັດ​ວຽກ​ມອບໝາຍ​ພິເສດ​ໃຫ້​ສຳເລັດ​ທັງ​ໆ​ທີ່​ເຂົາ​ເຈົ້າ​ຖືກ​ຄົນ​ອື່ນ​ເບິ່ງ​ວ່າ​ເປັນ “ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ.” (ກຈກ. 4:13) ເວົ້າ​ງ່າຍ​ໆ​ກໍ​ຄື ປຶ້ມ​ທີ່​ຖືກ​ຂຽນ​ໂດຍ​ການ​ດົນໃຈ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ປະຊາຄົມ​ຄລິດສະຕຽນ​ກໍ່​ຕັ້ງ​ຂຶ້ນ​ແລະ​ເຕີບໃຫຍ່​ມາ​ແນວ​ໃດ. ປຶ້ມ​ກິດຈະການ​ສະແດງ​ໃຫ້​ເຫັນ​ກ່ຽວ​ກັບ​ວິທີ​ການ​ປະກາດ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແລະ​ຄວາມ​ຄິດ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ວຽກ​ປະກາດ. (ກຈກ. 4:31; 5:42) ປຶ້ມ​ນີ້​ເນັ້ນ​ເຖິງ​ບົດບາດ​ຂອງ​ພະລັງ​ບໍລິສຸດ​ໃນ​ການ​ປະກາດ​ຂ່າວ​ດີ. (ກຈກ. 8:29, 39, 40; 13:1-3; 16:6; 18:24, 25) ນອກ​ຈາກ​ນັ້ນ ປຶ້ມ​ນີ້​ຍັງ​ເນັ້ນ​ເຖິງ​ຫົວ​ເລື່ອງ​ຫຼັກ​ຂອງ​ຄຳພີ​ໄບເບິນ​ຄື ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ​ເຊິ່ງ​ມີ​ພະຄລິດ​ປົກຄອງ​ເປັນ​ກະສັດ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ພວກ​ລູກສິດ​ສາມາດ​ເຮັດ​ວຽກ​ປະກາດ​ຕໍ່​ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ​ຢ່າງ​ຮຸນແຮງ.—ກຈກ. 8:12; 19:8; 28:30, 31

15. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ທົບທວນ​ເລື່ອງ​ໃນ​ປຶ້ມ​ກິດຈະການ?

15 ເຮົາ​ຄື​ຊິ​ຮູ້ສຶກ​ຕື່ນເຕັ້ນ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ເມື່ອ​ໄດ້​ທົບທວນ​ປຶ້ມ​ກິດຈະການ​ຢ່າງ​ລະອຽດ! ຕົວຢ່າງ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ທີ່​ກ້າຫານ​ແລະ​ກະຕືລືລົ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປະທັບໃຈ​ຫຼາຍ. ການ​ທົບທວນ​ຕົວຢ່າງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ກະຕຸ້ນ​ເຮົາ​ໃຫ້​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ ແລະ​ນີ້​ຈະ​ຊ່ວຍ​ກຽມ​ເຮົາ​ໃຫ້​ພ້ອມ​ຫຼາຍ​ຂຶ້ນ​ເພື່ອ​ເຮັດ​ວຽກ​ມອບໝາຍ​ໃຫ້​ສຳເລັດ​ເຊິ່ງ​ກໍ​ຄື​ການ ‘ໄປ . . . ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.’ ປຶ້ມ​ທີ່​ເຈົ້າ​ກຳລັງ​ອ່ານ​ນີ້​ຈັດ​ກຽມ​ຂຶ້ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ສຶກສາ​ປຶ້ມ​ກິດຈະການ​ຢ່າງ​ລະອຽດ​ຖີ່​ຖ້ວນ.

ຄູ່​ມື​ການ​ສຶກສາ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ

16. ຈຸດປະສົງ 3 ຢ່າງ​ຂອງ​ປຶ້ມ​ນີ້​ແມ່ນ​ຫຍັງ?

16 ຈຸດປະສົງ​ຂອງ​ການ​ຈັດ​ກຽມ​ປຶ້ມ ‘ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ’ ຢ່າງ​ລະອຽດ​ຖີ່​ຖ້ວນ​ແມ່ນ​ຫຍັງ? ປຶ້ມ​ນີ້​ມີ​ຈຸດປະສົງ 3 ຢ່າງ​ຄື: (1) ເພື່ອ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຮົາ​ໃນ​ການ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ (2) ເພື່ອ​ກະຕຸ້ນ​ເຮົາ​ໃຫ້​ມີ​ຄວາມ​ກະຕືລືລົ້ນ​ໃນ​ວຽກ​ຮັບ​ໃຊ້​ໂດຍ​ເບິ່ງ​ຕົວຢ່າງ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ (3) ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ນັບຖື​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເຊິ່ງ​ລວມ​ເຖິງ​ຄົນ​ທີ່​ນຳ​ໜ້າ​ໃນ​ວຽກ​ປະກາດ​ແລະ​ເບິ່ງແຍງ​ປະຊາຄົມ.

17, 18. ມີ​ການ​ຮຽບ​ຮຽງ​ປຶ້ມ​ນີ້​ແນວ​ໃດ ແລະ​ປຶ້ມ​ນີ້​ມີ​ລັກສະນະ​ເດັ່ນ​ຫຍັງ​ແດ່​ເຊິ່ງ​ຈະ​ເປັນ​ປະໂຫຍດ​ໃນ​ການ​ສຶກສາ​ສ່ວນຕົວ?

17 ມີ​ການ​ຮຽບ​ຮຽງ​ປຶ້ມ​ນີ້​ແນວ​ໃດ? ເຈົ້າ​ຈະ​ສັງເກດ​ເຫັນ​ວ່າ​ມີ​ການ​ແບ່ງ​ປຶ້ມ​ນີ້​ອອກ​ເປັນ 8 ຕອນ ແຕ່​ລະ​ຕອນ​ຈະ​ກວມ​ເອົາ​ສ່ວນ​ໜຶ່ງ​ຂອງ​ປຶ້ມ​ກິດຈະການ. ບົດ​ຕ່າງ​ໆ​ໃນ​ປຶ້ມ​ນີ້​ບໍ່​ໄດ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ພິຈາລະນາ​ເນື້ອ​ໃນ​ຂອງ​ປຶ້ມ​ກິດຈະການ​ເທື່ອ​ລະ​ຂໍ້ ແຕ່​ເພື່ອ​ຈະ​ຊ່ວຍ​ໃຫ້​ເຫັນ​ບົດ​ຮຽນ​ທີ່​ໜ້າສົນໃຈ​ທີ່​ຢູ່​ໃນ​ເຫດການ​ຕ່າງ​ໆ​ຂອງ​ປຶ້ມ​ກິດຈະການ ແລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວິທີ​ເອົາ​ໄປ​ໃຊ້​ນຳ. ນອກ​ຈາກ​ນັ້ນ ຕອນ​ຕົ້ນ​ຂອງ​ແຕ່​ລະ​ບົດ​ຈະ​ມີ​ການ​ອະທິບາຍ​ຈຸດ​ສຳຄັນ​ຂອງ​ບົດ​ນັ້ນ ແລະ​ມີ​ຂໍ້​ຄຳພີ​ທີ່​ບອກ​ໃຫ້​ຮູ້​ວ່າ​ເລື່ອງ​ຕ່າງ​ໆ​ໃນ​ບົດ​ນັ້ນ​ຢູ່​ໃນ​ສ່ວນ​ໃດ​ຂອງ​ປຶ້ມ​ກິດຈະການ.

18 ປຶ້ມ​ນີ້​ມີ​ລັກສະນະ​ເດັ່ນ​ອີກ​ຢ່າງ​ໜຶ່ງ​ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ໃນ​ການ​ສຶກສາ​ສ່ວນຕົວ. ຮູບພາບ​ທີ່​ສະແດງ​ເຖິງ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ນຶກພາບ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ຕອນ​ທີ່​ອ່ານ​ເລື່ອງ​ໃນ​ປຶ້ມ​ກິດຈະການ. ໃນ​ຫຼາຍ​ໆ​ບົດ​ຂອງ​ປຶ້ມ​ນີ້​ຍັງ​ມີ​ຂອບ​ເຊິ່ງ​ມີ​ຂໍ້ມູນ​ເພີ່ມເຕີມ​ທີ່​ເປັນ​ປະໂຫຍດ. ບາງ​ຂອບ​ມີ​ປະຫວັດ​ຫຍໍ້​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ເປັນ​ຕົວຢ່າງ​ໃຫ້​ເຮົາ. ບາງ​ຂອບ​ມີ​ຂໍ້ມູນ​ກ່ຽວ​ກັບ​ສະຖານ​ທີ່ ເຫດການ ທຳນຽມ​ຫຼື​ຄົນ​ອື່ນ​ໆ​ທີ່​ມີ​ການ​ເວົ້າ​ເຖິງ​ໃນ​ປຶ້ມ​ກິດຈະການ.

ເຮັດ​ວຽກ​ໃນ​ເຂດ​ມອບໝາຍ​ຂອງ​ເຈົ້າ​ໂດຍ​ຄິດ​ເຖິງ​ຄວາມ​ຮີບ​ດ່ວນ

19. ເຮົາ​ຄວນ​ກວດ​ສອບ​ຕົວເອງ​ເປັນ​ໄລຍະ​ໆ​ແນວ​ໃດ?

19 ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ກວດ​ສອບ​ຕົວເອງ​ຢ່າງ​ສັດຊື່. ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້​ປະກາດ​ມາ​ດົນ​ສ່ຳ​ໃດ​ແລ້ວ​ກໍ​ຕາມ ເປັນ​ເລື່ອງ​ດີ​ທີ່​ເຈົ້າ​ຈະ​ຄິດ​ທົບທວນ​ເປັນ​ໄລຍະ​ໆ​ວ່າ​ເຈົ້າ​ກຳລັງ​ໃຫ້​ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຈົ້າ ແລະ​ກວດ​ສອບ​ຄວາມ​ຄິດ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ວຽກ​ຮັບ​ໃຊ້. (2ກຣ. 13:5) ຂໍ​ໃຫ້​ຖາມ​ຕົວເອງ​ວ່າ: ‘ຂ້ອຍ​ຍັງ​ເບິ່ງ​ວ່າ​ວຽກ​ປະກາດ​ຂອງ​ຂ້ອຍ​ເປັນ​ເລື່ອງ​ຮີບ​ດ່ວນ​ບໍ? (1ກຣ. 7:29-31) ຂ້ອຍ​ປະກາດ​ຂ່າວ​ດີ​ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ກະຕືລືລົ້ນ​ບໍ? (1ທຊ. 1:5, 6) ຂ້ອຍ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ​ສຸດ​ຄວາມ​ສາມາດ​ບໍ?’—ກລຊ. 3:23

20, 21. ເປັນ​ຫຍັງ​ວຽກ​ມອບໝາຍ​ທີ່​ເຮົາ​ໄດ້​ຮັບ​ຈຶ່ງ​ເປັນ​ເລື່ອງ​ຮີບ​ດ່ວນ ແລະ​ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ເຮົາ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ທີ່​ສຳຄັນ​ຄື ການ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ. ແຮ່ງ​ເວລາ​ຜ່ານ​ໄປ​ຫຼາຍ​ເທົ່າ​ໃດ ວຽກ​ມອບໝາຍ​ຂອງ​ເຮົາ​ກໍ​ແຮ່ງ​ຮີບ​ດ່ວນ​ຫຼາຍ​ຂຶ້ນ. ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ ຊີວິດ​ຂອງ​ຫຼາຍ​ຄົນ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ​ແບບ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ. ເຮົາ​ບໍ່​ຮູ້​ວ່າ​ຍັງ​ຈະ​ມີ​ຄົນ​ອີກ​ຫຼາຍ​ສ່ຳ​ໃດ​ທີ່​ເຕັມໃຈ​ຕອບ​ຮັບ​ຂ່າວ​ດີ​ທີ່​ເຮົາ​ປະກາດ. (ກຈກ. 13:48) ແຕ່​ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ເຮົາ​ກໍ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ.—1ຕມ. 4:16

21 ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ທີ່​ປະກາດ​ຢ່າງ​ດຸ​ໝັ່ນ. ເມື່ອ​ເຈົ້າ​ສຶກສາ​ປຶ້ມ​ນີ້ ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ປະກາດ​ຢ່າງ​ດຸ​ໝັ່ນ​ແລະ​ກ້າຫານ​ຫຼາຍ​ຂຶ້ນ​ເລື້ອຍ​ໆ. ຂໍ​ໃຫ້​ເຈົ້າ​ຕັ້ງໃຈ​ທີ່​ຈະ ‘ອະທິບາຍ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ’ ຢ່າງ​ລະອຽດ​ຖີ່​ຖ້ວນ​ຕໍ່​ໆ​ໄປ.—ກຈກ. 28:23