ບົດທີ 10
“ຄຳສອນຂອງພະເຢໂຫວາກໍແພ່ອອກໄປ”
ເປໂຕໄດ້ຮັບການຊ່ວຍໃຫ້ອອກຈາກຄຸກ ແລະຄລິດສະຕຽນປະກາດຕໍ່ໄປເຖິງວ່າມີການຂົ່ມເຫງ
ຈາກກິດຈະການ 12:1-25
1-4. ເປໂຕຕ້ອງເຈິກັບສະຖານະການທີ່ຍາກລຳບາກຫຍັງ ແລະເຈົ້າຈະຮູ້ສຶກແນວໃດຖ້າຕົກຢູ່ໃນສະຖານະການດຽວກັບລາວ?
ເມື່ອເປໂຕຍ່າງເຂົ້າໄປ ປະຕູເຫຼັກບານໃຫຍ່ກໍຖືກປິດສຽງບັກດັງໆ. ເປໂຕຖືກຈັບໄປຂັງຄຸກແລະຖືກລ່າມໂສ້ຕິດກັບທະຫານຍາມຂອງໂຣມສອງຄົນ. ເປໂຕອາດຕ້ອງອົດທົນເປັນເວລາດົນຫຼາຍຊົ່ວໂມງ ຫຼືອາດຈະຫຼາຍມື້ດ້ວຍຊ້ຳເພື່ອເບິ່ງວ່າຈະເກີດຫຍັງຂຶ້ນກັບລາວ. ເປໂຕເບິ່ງບໍ່ເຫັນຫຍັງເລີຍນອກຈາກກຳແພງຄຸກ ກົງເຫຼັກ ໂສ້ທີ່ລ່າມລາວຢູ່ ແລະທະຫານຍາມ.
2 ຫຼັງຈາກນັ້ນ ເປໂຕກໍໄດ້ຮູ້ວ່າກະສັດເຮໂຣດອັກກິບປາທີ 1 ຕັ້ງໃຈຈະປະຫານຊີວິດລາວ. a ແທ້ໆແລ້ວ ມີການວາງແຜນທີ່ຈະພາໂຕເປໂຕອອກມາຕັດສິນຕໍ່ໜ້າປະຊາຊົນຫຼັງເທດສະການປັດສະຄາ. ການຕັດສິນປະຫານຊີວິດເປໂຕຈະເປັນຄືຂອງຂວັນທີ່ເຮັດໃຫ້ຜູ້ຄົນພໍໃຈ. ນີ້ບໍ່ແມ່ນເປັນພຽງການຂົ່ມຂູ່ເທົ່ານັ້ນ. ຍ້ອນບໍ່ດົນມານີ້ ກະສັດເຮໂຣດກໍໄດ້ປະຫານຊີວິດອັກຄະສາວົກຢາໂກໂບໄປແລ້ວ.
3 ລອງຄິດເບິ່ງວ່າເຫດການໃນຕອນນັ້ນຈະເປັນແນວໃດ ໃນຕອນແລງກ່ອນການປະຫານ ເປໂຕຕ້ອງຢູ່ຄົນດຽວໃນຄຸກມືດ. ລາວອາດຄິດຮອດຄຳເວົ້າຂອງພະເຢຊູເມື່ອຫຼາຍປີກ່ອນ ເຊິ່ງພະເຢຊູບອກວ່າຈະມີມື້ໜຶ່ງທີ່ເປໂຕຈະຖືກຈັບແລະຖືກພາໂຕໄປປະຫານຊີວິດ. (ຢຮ. 21:18, 19) ເປໂຕອາດສົງໄສວ່າ ນີ້ແມ່ນຊ່ວງເວລາທີ່ພະເຢຊູເວົ້າເຖິງບໍ?
4 ຖ້າເຈົ້າຕົກຢູ່ໃນສະຖານະການດຽວກັບເປໂຕ ເຈົ້າຈະຮູ້ສຶກແນວໃດ? ຫຼາຍຄົນຄືຊິທໍ້ແທ້ໝົດຫວັງ. ແຕ່ສຳລັບລູກສິດແທ້ຂອງພະເຢຊູຄລິດບໍ່ມີສະຖານະການໃດທີ່ຈະເຮັດໃຫ້ເຂົາເຈົ້າໝົດຫວັງ. ເຮົາຈະຮຽນຫຍັງໄດ້ຈາກສິ່ງທີ່ເປໂຕກັບຄລິດສະຕຽນຄົນອື່ນໆເຮັດຕອນທີ່ເຂົາເຈົ້າເຈິການຂົ່ມເຫງ? ໃຫ້ເຮົາມາເບິ່ງກ່ຽວກັບເລື່ອງນີ້ນຳກັນ.
“ປະຊາຄົມກໍອະທິດຖານ . . . ຢ່າງຈິງຈັງ” (ກິດຈະການ 12:1-5)
5, 6. (ກ) ເປັນຫຍັງເຮໂຣດອັກກິບປາທີ 1 ຈຶ່ງທຳຮ້າຍປະຊາຄົມຄລິດສະຕຽນ ແລະລາວເຮັດຫຍັງ? (ຂ) ເປັນຫຍັງການທີ່ຢາໂກໂບຕາຍຈຶ່ງເປັນການທົດສອບພີ່ນ້ອງໃນປະຊາຄົມ?
5 ຕາມທີ່ເຮົາໄດ້ຮຽນໃນບົດກ່ອນຂອງປຶ້ມນີ້ ພີ່ນ້ອງໃນປະຊາຄົມຄລິດສະຕຽນຮູ້ສຶກຕື່ນເຕັ້ນທີ່ໄດ້ເຫັນວ່າໂກເນລີໂອເຊິ່ງເປັນຄົນຕ່າງຊາດກັບຄອບຄົວຂອງລາວໄດ້ເຂົ້າມາເປັນຄລິດສະຕຽນ. ແຕ່ຄົນ ຢິວທີ່ບໍ່ໄດ້ເປັນຄລິດສະຕຽນຄືຊິຕົກໃຈຫຼາຍທີ່ເຫັນຄົນຢິວທີ່ເປັນຄລິດສະຕຽນຫຼາຍຄົນກຳລັງນະມັດສະການຮ່ວມກັບຄົນຕ່າງຊາດຢ່າງເປີດເຜີຍ.
6 ເຮໂຣດເປັນນັກການເມືອງທີ່ມີເລ່ຫຼ່ຽມຫຼາຍ ລາວເຫັນວ່ານີ້ເປັນໂອກາດທີ່ຈະເຮັດໃຫ້ຄົນຢິວພໍໃຈໃນໂຕລາວ. ດັ່ງນັ້ນ ລາວຈຶ່ງເລີ່ມທຳຮ້າຍພວກຄລິດສະຕຽນ. ລາວຄືຊິໄດ້ຍິນວ່າອັກຄະສາວົກຢາໂກໂບໃກ້ຊິດກັບພະເຢຊູຄລິດເປັນພິເສດ. ເຮໂຣດຈຶ່ງ “ສັ່ງທະຫານໃຫ້ເອົາດາບຂ້າຢາໂກໂບທີ່ເປັນອ້າຍນ້ອງກັບໂຢຮັນ.” (ກຈກ 12:2) ນີ້ຕ້ອງເປັນການທົດສອບທີ່ໜັກຫຼາຍສຳລັບພີ່ນ້ອງໃນປະຊາຄົມແທ້ໆ! ຢາໂກໂບເປັນ 1 ໃນ 3 ຄົນທີ່ໄດ້ເຫັນການປ່ຽນລັກສະນະຂອງພະເຢຊູ ລາວຍັງໄດ້ເຫັນການອັດສະຈັນທີ່ອັກຄະສາວົກຄົນອື່ນໆບໍ່ໄດ້ເຫັນ. (ມທ. 17:1, 2; ມຣກ. 5:37-42) ພະເຢຊູໄດ້ຕັ້ງຊື່ຢາໂກໂບກັບໂຢຮັນນ້ອງຊາຍຂອງລາວວ່າ “ລູກຟ້າຮ້ອງ” ຍ້ອນເຂົາເຈົ້າທັງສອງມີຄວາມກະຕືລືລົ້ນຫຼາຍ. (ມຣກ. 3:17) ດັ່ງນັ້ນ ເມື່ອຢາໂກໂບຖືກຂ້າ ປະຊາຄົມຈຶ່ງສູນເສຍພະຍານທີ່ກ້າຫານ ສັດຊື່ ແລະເປັນອັກຄະສາວົກທີ່ພີ່ນ້ອງຮັກ.
7, 8. ປະຊາຄົມເຮັດຫຍັງເມື່ອເປໂຕຖືກຂັງຄຸກ?
7 ເປັນຄືກັບທີ່ອັກກິບປາຄິດໄວ້ ການປະຫານຊີວິດຢາໂກໂບເຮັດໃຫ້ຄົນຢິວພໍໃຈລາວ ນີ້ກະຕຸ້ນໃຫ້ລາວກ້າແລະຕັ້ງໃຈທີ່ຈະປະຫານຊີວິດເປໂຕຄືກັນ. ຄືທີ່ໄດ້ເວົ້າເຖິງໃນຕອນຕົ້ນຂອງບົດ ລາວສັ່ງໃຫ້ໄປຈັບເປໂຕ. ແຕ່ອັກກິບປາຄືຊິຈື່ໄດ້ວ່າ ພວກອັກຄະສາວົກເຄີຍຖືກພາໂຕອອກຈາກຄຸກແບບອັດສະຈັນມາແລ້ວ ຄືທີ່ເຮົາເຫັນໃນບົດທີ 5 ຂອງປຶ້ມນີ້. ອັກກິບປາຈຶ່ງສັ່ງໃຫ້ລ່າມໂສ້ເປໂຕຕິດໄວ້ກັບທະຫານຍາມ 2 ຄົນ ແລະຍັງມີທະຫານຍາມອີກ 16 ຄົນຖ້າປ່ຽນກັນເຝົ້າເປໂຕທັງກາງເວັນແລະກາງຄືນເພື່ອໃຫ້ໝັ້ນໃຈວ່າເປໂຕຈະໜີບໍ່ໄດ້. ແລະຖ້າເປໂຕໜີໄປໄດ້ ທະຫານຍາມເຫຼົ່ານັ້ນຈະຕ້ອງຮັບໂທດແທນ. ເມື່ອຕ້ອງເຈິສະພາບການທີ່ຍາກລຳບາກແບບນີ້ ພີ່ນ້ອງຄລິດສະຕຽນຂອງເປໂຕຈະເຮັດຫຍັງໄດ້ເພື່ອຊ່ວຍລາວ?
8 ພີ່ນ້ອງໃນປະຊາຄົມຮູ້ດີວ່າເຂົາເຈົ້າຕ້ອງເຮັດຫຍັງ. ກິດຈະການ 12:5 ບອກວ່າ: “ເປໂຕຈຶ່ງຕ້ອງ ຢູ່ໃນຄຸກ ແລະປະຊາຄົມກໍອະທິດຖານຕໍ່ພະເຈົ້າເພື່ອເປໂຕຢ່າງຈິງຈັງ.” ແມ່ນແລ້ວ ຄຳອະທິດຖານເພື່ອພີ່ນ້ອງທີ່ເຂົາເຈົ້າຮັກນັ້ນເປັນຄຳອ້ອນວອນຈາກໃຈຈິງ. ຄວາມຕາຍຂອງຢາໂກໂບບໍ່ໄດ້ເຮັດໃຫ້ເຂົາເຈົ້າໝົດກຳລັງໃຈ ແລະບໍ່ໄດ້ເຮັດໃຫ້ເຂົາເຈົ້າເບິ່ງວ່າຄືຊິບໍ່ມີປະໂຫຍດທີ່ຈະອະທິດຖານ. ການອະທິດຖານມີຄວາມໝາຍສຳລັບພະເຢໂຫວາຫຼາຍ. ຖ້າເຂົາເຈົ້າອະທິດຖານໃນສິ່ງທີ່ສອດຄ່ອງກັບຄວາມຕ້ອງການຂອງພະເຈົ້າ ເພິ່ນກໍຈະຕອບຄຳອະທິດຖານນັ້ນ. (ຮຣ. 13:18, 19; ຢກບ. 5:16) ນີ້ເປັນບົດຮຽນສຳຄັນສຳລັບຄລິດສະຕຽນໃນທຸກມື້ນີ້ແທ້ໆ.
9. ເຮົາຮຽນຫຍັງໄດ້ຈາກຕົວຢ່າງຂອງພີ່ນ້ອງຄລິດສະຕຽນທີ່ອະທິດຖານເພື່ອເປໂຕ?
9 ເຈົ້າຮູ້ຈັກພີ່ນ້ອງຄລິດສະຕຽນບາງຄົນທີ່ກຳລັງເຈິຄວາມຍາກລຳບາກບໍ? ເຂົາເຈົ້າອາດກຳລັງອົດທົນກັບການຂົ່ມເຫງ ເຈິການສັ່ງຫ້າມຈາກອຳນາດການປົກຄອງ ຫຼືຕ້ອງເຈິໄພທຳມະຊາດ. ເຈົ້າອະທິດຖານເພື່ອເຂົາເຈົ້າໄດ້. ນອກຈາກນັ້ນ ເຈົ້າອາດຮູ້ຈັກບາງຄົນທີ່ກຳລັງເຈິຄວາມລຳບາກໃນຮູບແບບອື່ນໆເຊັ່ນ ຄອບຄົວຕໍ່ຕ້ານ ຕໍ່ສູ້ກັບຄວາມທໍ້ແທ້ ຫຼືການທົດສອບຄວາມເຊື່ອແບບອື່ນໆ. ຖ້າເຈົ້າຄິດຕຶກຕອງກ່ອນທີ່ຈະອະທິດຖານ ເຈົ້າກໍອາດຄິດເຖິງພີ່ນ້ອງບາງຄົນ ແລະເວົ້າເຖິງຊື່ຂອງເຂົາເຈົ້າຕອນທີ່ເຈົ້າອະທິດຖານເຖິງພະເຢໂຫວາພະເຈົ້າ “ຜູ້ຟັງຄຳອະທິດຖານ.” (ເພງ. 65:2, ລ.ມ) ແທ້ໆແລ້ວ ຕອນທີ່ເຈົ້າເຈິຄວາມລຳບາກ ເຈົ້າກໍຢາກໃຫ້ພີ່ນ້ອງອະທິດຖານເພື່ອເຈົ້ານຳຄືກັນ.
“ນຳຫຼັງຂ້ອຍມາໄວໆ” (ກິດຈະການ 12:6-11)
10, 11. ຂໍໃຫ້ເລົ່າເຫດການທີ່ເກີດຂຶ້ນຕອນທີ່ທູດສະຫວັນຂອງພະເຢໂຫວາຊ່ວຍເປໂຕອອກຈາກຄຸກ.
10 ເມື່ອຄິດເຖິງສິ່ງທີ່ເຮໂຣດຈະເຮັດ ເປໂຕຢ້ານບໍ? ເຮົາບໍ່ຮູ້ວ່າລາວຮູ້ສຶກແນວໃດແທ້ໆແຕ່ໃນຄືນສຸດທ້າຍທີ່ເປໂຕຢູ່ໃນຄຸກ ລາວນອນຫຼັບສະໜິດໂດຍມີທະຫານຍາມ 2 ຄົນເຝົ້າເບິ່ງຢູ່. ເປໂຕໝັ້ນໃຈໃນພະເຢໂຫວາ ລາວຮູ້ວ່າບໍ່ວ່າຈະເກີດຫຍັງຂຶ້ນໃນມື້ອື່ນ ພະເຢໂຫວາຈະບໍ່ມີວັນລືມລາວ ແລະເພິ່ນຈະໃຫ້ລາງວັນລາວຢ່າງແນ່ນອນ. (ຣມ. 14:7, 8) ເປໂຕຄືຊິຄິດບໍ່ເຖິງວ່າຈະມີເຫດການທີ່ໜ້າງຶດເກີດຂຶ້ນ. ຢູ່ດີໆກໍມີ ແສງສະຫວ່າງເຈີດຈ້າໃນຫ້ອງຂັງ. ທູດສະຫວັນອົງໜຶ່ງຢືນຢູ່ບ່ອນຫັ້ນ ລາວຟ້າວປຸກເປໂຕ ເບິ່ງຄືວ່າທະຫານຍາມຈະບໍ່ເຫັນສິ່ງທີ່ເກີດຂຶ້ນ. ແລ້ວໂສ້ທີ່ແຂງແກ່ງທີ່ລ່າມເປໂຕຢູ່ກໍຫຼຸດອອກຢ່າງງ່າຍດາຍ!
11 ທູດສະຫວັນສັ່ງເປໂຕຫຼາຍເທື່ອວ່າ: “ຟ້າວລຸກຂຶ້ນໄວໆ . . . ແຕ່ງໂຕແລະໃສ່ເກີບ . . . ໃສ່ເສື້ອຄຸມ.” ເປໂຕເຮັດຕາມທັນທີ. ໃນທີ່ສຸດ ທູດສະຫວັນກໍບອກວ່າ: “ນຳຫຼັງຂ້ອຍມາໄວໆ” ເປໂຕກໍນຳໄປ. ທູດສະຫວັນກັບເປໂຕອອກຈາກຫ້ອງຂັງແລະຍ່າງຜ່ານທະຫານຍາມທີ່ຢືນຢູ່ທາງນອກ ເຂົາເຈົ້າຍ່າງໄປທາງປະຕູເຫຼັກບານໃຫຍ່ຢ່າງງຽບໆ. ທັງສອງຈະຜ່ານປະຕູນັ້ນໄປໄດ້ແນວໃດ? ຖ້າເປໂຕສົງໄສເລື່ອງນີ້ ອີກບໍ່ດົນລາວກໍຈະໄດ້ຄຳຕອບ. ເມື່ອເຂົ້າໄປໃກ້ປະຕູເຫຼັກ ປະຕູນັ້ນກໍ “ເປີດເອງ.” ແລ້ວເຂົາເຈົ້າກໍຍ່າງຜ່ານປະຕູອອກໄປທີ່ຫົນທາງ ໃນຕອນນັ້ນທູດສະຫວັນກໍຫາຍຕົວໄປ. ເມື່ອຢູ່ຄົນດຽວທີ່ຫົນທາງ ເປໂຕກໍຮູ້ວ່າເຫດການທັງໝົດໄດ້ເກີດຂຶ້ນແທ້ໆ. ນີ້ບໍ່ແມ່ນຄວາມຝັນຫຼືເຫັນນິມິດ. ເປໂຕເປັນອິດສະຫຼະແລ້ວ!—ກຈກ. 12:7-11
12. ເປັນຫຍັງເຮົາໄດ້ກຳລັງໃຈເມື່ອຄິດເຖິງວິທີທີ່ພະເຢໂຫວາຊ່ວຍຊີວິດເປໂຕ?
12 ເລື່ອງນີ້ໃຫ້ກຳລັງໃຈພວກເຮົາແທ້ໆເຮົາເຫັນວ່າພະເຢໂຫວາມີອຳນາດທີ່ບໍ່ຈຳກັດ ເພິ່ນສາມາດຊ່ວຍຊີວິດຜູ້ຮັບໃຊ້ຂອງເພິ່ນໄດ້. ເປໂຕຖືກຂັງຄຸກໂດຍຄຳສັ່ງຂອງກະສັດ ກະສັດອົງນີ້ໄດ້ຮັບອຳນາດຈາກປະເທດມະຫາອຳນາດໂລກທີ່ແຂງແກ່ງທີ່ສຸດເທົ່າທີ່ເຄີຍມີ. ແຕ່ເປໂຕບໍ່ຕ້ອງເຮັດຫຍັງຫຼາຍ ລາວພຽງແຕ່ຍ່າງອອກມາຈາກຄຸກ! ແມ່ນຢູ່ວ່າພະເຢໂຫວາບໍ່ໄດ້ເຮັດການອັດສະຈັນແບບນັ້ນກັບຜູ້ຮັບໃຊ້ທຸກຄົນ. ເພິ່ນບໍ່ໄດ້ເຮັດແບບນັ້ນກັບຢາໂກໂບ ແລະໃນພາຍຫຼັງເພິ່ນກໍບໍ່ໄດ້ເຮັດແບບນັ້ນກັບເປໂຕ ຍ້ອນວ່າໃນທີ່ສຸດສິ່ງທີ່ພະເຢຊູເວົ້າກ່ຽວກັບເປໂຕກໍເກີດຂຶ້ນແທ້. ດັ່ງນັ້ນ ຄລິດສະຕຽນໃນທຸກມື້ນີ້ບໍ່ຄາດໝາຍວ່າເຂົາເຈົ້າຈະໄດ້ຮັບການຊ່ວຍໃຫ້ລອດຢ່າງອັດສະຈັນ. ແຕ່ເຮົາຈື່ໄວ້ສະເໝີວ່າພະເຢໂຫວາບໍ່ປ່ຽນແປງ. (ມລກີ. 3:6) ຄວາມຕາຍອາດເປັນຄືຄຸກທີ່ເຮົາບໍ່ມີທາງໜີອອກໄປໄດ້ ແຕ່ອີກບໍ່ດົນ ພະເຢໂຫວາຈະໃຫ້ພະເຢຊູລູກຊາຍຂອງເພິ່ນປຸກຫຼາຍລ້ານຄົນໃຫ້ຄືນມາຈາກຕາຍ. (ຢຮ. 5:28, 29) ຄຳສັນຍານີ້ຊ່ວຍເຮົາໃຫ້ກ້າຫານເມື່ອຕ້ອງເຈິກັບການທົດສອບໃນຕອນນີ້.
‘ພວກເຂົາເຫັນເປໂຕ ແລະພວກເຂົາກໍພາກັນແປກໃຈຫຼາຍ’ (ກິດຈະການ 12:12-17)
13-15. (ກ) ພີ່ນ້ອງໃນປະຊາຄົມເຊິ່ງປະຊຸມກັນຢູ່ເຮືອນຂອງມາຣີເຮັດແນວໃດເມື່ອເປໂຕມາຮອດ? (ຂ) ປຶ້ມກິດຈະການປ່ຽນໄປເນັ້ນເລື່ອງຂອງໃຜ ແຕ່ເປໂຕມີສ່ວນຊ່ວຍພີ່ນ້ອງຊາຍຍິງແນວໃດ?
13 ເປໂຕຢືນຢູ່ໃນຫົນທາງທີ່ມືດ ລາວກຳລັງຕັດສິນໃຈວ່າຈະໄປໃສຕໍ່. ແລ້ວລາວກໍຄິດອອກ. ຍ້ອນໃກ້ໆນັ້ນມີຜູ້ຍິງຄລິດສະຕຽນຄົນໜຶ່ງຊື່ມາຣີ. ເບິ່ງຄືວ່າມາຣີເປັນແມ່ໝ້າຍທີ່ຮັ່ງມີ ລາວມີເຮືອນທີ່ໃຫຍ່ພໍຈະໃຫ້ພີ່ນ້ອງໃນປະຊາຄົມມາປະຊຸມກັນ. ມາຣີເປັນແມ່ຂອງໂຢຮັນມາຣະໂກ ນີ້ເປັນເທື່ອທຳອິດໃນປຶ້ມກິດຈະການທີ່ມີການເວົ້າເຖິງໂຢຮັນ ແລະໃນທີ່ສຸດໂຢຮັນກໍໄດ້ມາເປັນຄືລູກຂອງເປໂຕ. (1ປຕ. 5:13) ໃນຄືນນັ້ນ ຫຼາຍຄົນໃນປະຊາຄົມທີ່ຢູ່ເຮືອນຂອງມາຣີໄດ້ອະທິດຖານຢ່າງຈິງຈັງທັງໆທີ່ຕອນນັ້ນເດິກແລ້ວ. ແນ່ນອນວ່າເຂົາເຈົ້າຄືຊິອະທິດຖານຂໍໃຫ້ເປໂຕຖືກປ່ອຍໂຕ ແຕ່ເຂົາເຈົ້າກໍຄືຊິຄິດບໍ່ເຖິງວ່າພະເຢໂຫວາຈະຕອບຄຳອະທິດຖານຂອງເຂົາເຈົ້າແບບນີ້!
14 ເປໂຕເຄາະປະຕູຮົ້ວທີ່ຢູ່ໜ້າເຮືອນ. ຄົນໃຊ້ຜູ້ຍິງຄົນໜຶ່ງທີ່ຊື່ໂຣດາ ຊື່ຂອງລາວເປັນຊື່ທຳມະດາໃນພາສາກຣີກທີ່ມີຄວາມໝາຍວ່າ “ກຸຫຼາບ” ລາວໄດ້ມາທີ່ປະຕູ. ລາວຕົກໃຈສິ່ງທີ່ໄດ້ຍິນ. ຍ້ອນນັ້ນ ເປັນສຽງຂອງເປໂຕ! ແທນທີ່ຈະເປີດປະຕູໃຫ້ເປໂຕ ລາວພັດແລ່ນເຂົ້າໄປໃນເຮືອນ ແລ້ວພະຍາຍາມບອກໃຫ້ພີ່ນ້ອງທຸກຄົນໃນປະຊາຄົມເຊື່ອວ່າເປໂຕຢືນຢູ່ໜ້າເຮືອນ. ພີ່ນ້ອງຄິດວ່າລາວບ້າໄປແລ້ວ ແຕ່ລາວບໍ່ຢຸດ ລາວຍັງຢືນຢັນວ່ານັ້ນເປັນສຽງຂອງເປໂຕແທ້ໆ. ບາງຄົນບອກວ່າລາວອາດໄດ້ຍິນສຽງຢ່າງອື່ນ ອາດເປັນສຽງທູດສະຫວັນປະຈຳຕົວເປໂຕກໍໄດ້. (ກຈກ. 12:12-15) ເປໂຕຍັງເຄາະປະຕູຕໍ່ໄປ ແລະໃນທີ່ສຸດເຂົາເຈົ້າກໍໄປເປີດປະຕູ.
15 ເມື່ອເປີດປະຕູ “ພວກເຂົາ . . . ເຫັນເປໂຕ ພວກເຂົາກໍພາກັນແປກໃຈຫຼາຍ”! (ກຈກ. 12:16) ພີ່ນ້ອງທີ່ຢູ່ຫັ້ນ ພາກັນຕື່ນເຕັ້ນສຽງດັງຈົນເປໂຕຕ້ອງບອກໃຫ້ເຂົາເຈົ້າງຽບເພື່ອຈະສາມາດເລົ່າເລື່ອງທີ່ເກີດຂຶ້ນໄດ້. ເປໂຕຍັງບອກເຂົາເຈົ້າໃຫ້ສົ່ງຂ່າວເຖິງຢາໂກໂບກັບພວກພີ່ນ້ອງ ແລ້ວລາວກໍອອກເດີນທາງໄປກ່ອນທີ່ທະຫານຂອງເຮໂຣດຈະນຳມາເຈິ. ເປໂຕໄປບ່ອນອື່ນເພື່ອລາວຈະສາມາດເຮັດວຽກຮັບໃຊ້ຢ່າງສັດຊື່ໄດ້ຢ່າງປອດໄພ. ນອກຈາກໃນກິດຈະການ ບົດ 15 ທີ່ມີການເວົ້າເຖິງເປໂຕວ່າມີສ່ວນສະໜັບສະໜູນໃນການຕັດສິນປະເດັນເລື່ອງການຮັບສິນຕັດ ໃນປຶ້ມກິດຈະການກໍບໍ່ມີການເວົ້າເຖິງເປໂຕອີກ. ຈາກນັ້ນ ປຶ້ມກິດຈະການປ່ຽນໄປເນັ້ນທີ່ການເຮັດວຽກແລະການເດີນທາງຂອງອັກຄະສາວົກໂປໂລ. ແນວໃດກໍຕາມ ເຮົາໝັ້ນໃຈໄດ້ວ່າເປໂຕໄດ້ຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອເຂັ້ມແຂງໃນທຸກບ່ອນທີ່ລາວໄປ. ພີ່ນ້ອງທຸກຄົນທີ່ຢູ່ໃນເຮືອນຂອງມາຣີຄືຊິຍິນດີຫຼາຍຕອນທີ່ເຫັນເປໂຕຈາກໄປຢ່າງປອດໄພ.
16. ເປັນຫຍັງເຮົາໝັ້ນໃຈໄດ້ວ່າໃນອະນາຄົດເຮົາຈະມີຊີວິດທີ່ມີຄວາມສຸກແທ້ໆ?
16 ບາງເທື່ອພະເຢໂຫວາເຮັດເພື່ອຜູ້ຮັບໃຊ້ຂອງເພິ່ນຫຼາຍກວ່າທີ່ເຂົາເຈົ້າຄາດໝາຍດ້ວຍຊ້ຳ ແລະນີ້ເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍ. ໃນຄືນນັ້ນພີ່ນ້ອງທີ່ຮູ້ຈັກເປໂຕກໍຄືຊິຮູ້ສຶກແບບດຽວກັນ. ເຮົາກໍຄືກັນ ບາງເທື່ອເຮົາອາດຮູ້ສຶກວ່າພະເຢໂຫວາອວຍພອນເຮົາຫຼາຍຢ່າງໃນທຸກມື້ນີ້. (ສຸພາ. 10:22) ໃນອະນາຄົດເຮົາຈະເຫັນວ່າຄຳສັນຍາທັງໝົດຂອງພະເຢໂຫວາເກີດຂຶ້ນແທ້ທົ່ວໂລກ. ພອນຕ່າງໆທີ່ເຮົາໄດ້ຮັບໃນຕອນນັ້ນຈະມີຫຼາຍເກີນກວ່າທີ່ເຮົາຈະນຶກພາບອອກໄດ້ໃນທຸກມື້ນີ້. ດັ່ງນັ້ນ ຖ້າເຮົາຍັງສັດຊື່ຕໍ່ພະເຢໂຫວາ ເຮົາກໍໝັ້ນໃຈໄດ້ວ່າໃນອະນາຄົດເຮົາຈະມີຊີວິດທີ່ມີຄວາມສຸກແທ້ໆ.
“ທູດສະຫວັນຂອງພະເຢໂຫວາກໍລົງໂທດເຮໂຣດ” (ກິດຈະການ 12:18-25)
17, 18. ອັນໃດເຮັດໃຫ້ຜູ້ຄົນປະຈົບປະແຈງເຮໂຣດ?
17 ເຮໂຣດຄືຊິຮູ້ສຶກແປກໃຈທີ່ເປໂຕໜີອອກຈາກຄຸກໄດ້ ແຕ່ນີ້ຕ້ອງເຮັດໃຫ້ລາວໃຈຮ້າຍຫຼາຍຄືກັນ. ເຮໂຣດອອກຄຳສັ່ງທັນທີໃຫ້ຄົ້ນຫາເປໂຕ. ລາວສັ່ງໃຫ້ສືບສວນທະຫານຍາມທີ່ເຝົ້າເປໂຕ. ເຂົາເຈົ້າຖືກ “ເອົາຕົວ . . . ໄປລົງໂທດ” ເຊິ່ງຄືຊິເປັນການປະຫານຊີວິດ. (ກຈກ. 12:19) ເຮໂຣດອັກກິບປາບໍ່ເຄີຍເມດຕາແລະອີ່ຕົນໃຜ. ແຕ່ເປັນໄປໄດ້ບໍທີ່ຜູ້ຊາຍທີ່ໂຫດຮ້າຍຄົນນີ້ຈະຖືກລົງໂທດ?
18 ອັກກິບປາຄືຊິຮູ້ສຶກອັບອາຍຂາຍໜ້າທີ່ບໍ່ສາມາດປະຫານເປໂຕໄດ້ ແຕ່ບໍ່ດົນລາວກໍມີໂອກາດເຮັດບາງຢ່າງທີ່ເຮັດໃຫ້ລາວກັບມາຍິ່ງອີກເທື່ອໜຶ່ງ. ເກີດສະຖານະການຢ່າງໜຶ່ງຂຶ້ນທີ່ພວກສັດຕູຕ້ອງການເປັນມິດກັບເຮໂຣດ ນີ້ເຮັດໃຫ້ລາວມີໂອກາດເວົ້າຕໍ່ໜ້າຄົນຈຳນວນຫຼາຍ. ລູກາບອກວ່າ ເພື່ອເປັນການກຽມໂຕ “ເຮໂຣດແຕ່ງຊຸດກະສັດເຕັມຍົດ.” ໂຢເຊຟຸດ ນັກປະຫວັດສາດຄົນຢິວໄດ້ຂຽນວ່າຊຸດຂອງເຮໂຣດເຮັດຈາກເງິນ ເພື່ອຕອນທີ່ລາວຢືນຢູ່ໃນບ່ອນທີ່ມີແສງ ລາວຈະເບິ່ງເຈີດຈ້າຈົນຜູ້ຄົນຄິດວ່າລາວເປັນຄືພະເຈົ້າ. ຕໍ່ຈາກນັ້ນ ນັກການເມືອງທີ່ໂອ້ອວດຄົນນີ້ກໍເວົ້າຕໍ່ໜ້າຜູ້ຄົນ ແລະ ພວກຜູ້ຄົນທີ່ພະຍາຍາມປະຈົບປະແຈງກໍຮ້ອງສຽງດັງວ່າ: “ນີ້ແມ່ນສຽງພະເຈົ້າ ບໍ່ແມ່ນສຽງມະນຸດ!”—ກຈກ. 12:20-22
19, 20. (ກ) ເປັນຫຍັງພະເຢໂຫວາລົງໂທດເຮໂຣດ? (ຂ) ເຮົາອາດໄດ້ຮັບກຳລັງໃຈແນວໃດຈາກເຫດການທີ່ເຮໂຣດເສຍຊີວິດ?
19 ມີແຕ່ພະເຈົ້າເທົ່ານັ້ນທີ່ຄວນໄດ້ຮັບການຍົກຍ້ອງແບບນີ້ ເພິ່ນເຫັນສິ່ງທີ່ເກີດຂຶ້ນ! ເຮໂຣດມີໂອກາດປະຕິເສດການຍົກຍ້ອງແບບນັ້ນເພື່ອລາວຈະບໍ່ຖືກລົງໂທດ. ລາວອາດຕໍ່ວ່າຜູ້ຄົນ ຫຼືຢ່າງໜ້ອຍກໍສະແດງວ່າລາວບໍ່ເຫັນດີນຳກັບການຍົກຍ້ອງແບບນັ້ນ. ແທນທີ່ຈະເຮັດຈັ່ງຊັ້ນ ເຮໂຣດກາຍເປັນຄືກັບຕົວຢ່າງທີ່ເວົ້າໃນສຸພາສິດທີ່ວ່າ: “ຄວາມຍິ່ງເຮັດໃຫ້ຖືກທຳລາຍ” (ສຸພາ. 16:18, ລ.ມ) “ທັນໃດນັ້ນ ທູດສະຫວັນຂອງພະເຢໂຫວາກໍລົງໂທດເຮໂຣດ” ຜູ້ທີ່ເຫັນແກ່ໂຕແລະຍິ່ງຈອງຫອງຄົນນີ້ຕ້ອງຕາຍແບບເປັນຕາຢ້ານ. ເຮໂຣດ “ຖືກໜອນກັດກິນຈົນຕາຍ.” (ກຈກ. 12:23) ໂຢເຊຟຸດບອກວ່າ ຢູ່ບໍ່ຢູ່ເຮໂຣດກໍປ່ວຍ ແລະລາວຍັງບອກອີກວ່າ ກະສັດຄົນນີ້ຄິດວ່າໂຕເອງກຳລັງຈະຕາຍຍ້ອນລາວຍອມຮັບການຍົກຍ້ອງສັນລະເສີນຈາກຜູ້ຄົນ. ໂຢເຊຟຸດຂຽນວ່າເຮໂຣດທໍລະມານດ້ວຍອາການປ່ວຍນີ້ 5 ມື້ ແລ້ວລາວກໍຕາຍ. b
20 ບາງເທື່ອອາດເບິ່ງຄືວ່າພວກຄົນຊົ່ວເຮັດຫຍັງກໍໄດ້ໂດຍບໍ່ຕ້ອງຮັບຜົນເສຍ. ແຕ່ເຮົາບໍ່ຄວນແປກໃຈ ຍ້ອນວ່າ “ໂລກທັງໝົດຢູ່ໃນອຳນາດຊາຕານຕົວຊົ່ວຮ້າຍ.” (1ຢຮ. 5:19) ນອກຈາກນັ້ນ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າກໍອາດຕ້ອງເຈິກັບບັນຫາ ໃນຂະນະທີ່ຄົນຊົ່ວເບິ່ງຄືວ່າບໍ່ໄດ້ຮັບການລົງໂທດ. ນີ້ເປັນເຫດຜົນທີ່ເລື່ອງລາວໃນບົດນີ້ໃຫ້ກຳລັງໃຈເຮົາ. ບັນທຶກເຫດການກ່ຽວກັບເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາຈະຈັດການກັບຄົນຊົ່ວ ແລະເຕືອນໃຈຜູ້ຮັບໃຊ້ຂອງເພິ່ນວ່າພະເຢໂຫວາເປັນພະເຈົ້າທີ່ຮັກຄວາມຍຸຕິທຳ. (ເພງ. 33:5) ອີກບໍ່ດົນ ເພິ່ນຈະໃຫ້ມີຄວາມຍຸຕິທຳເກີດຂຶ້ນແທ້.
21. ບົດຮຽນສຳຄັນທີ່ເຮົາໄດ້ຈາກກິດຈະການບົດ 12 ແມ່ນຫຍັງ ແລະເປັນຫຍັງເລື່ອງນີ້ຈຶ່ງໃຫ້ກຳລັງໃຈເຮົາໃນທຸກມື້ນີ້?
21 ເຫດການນີ້ຈົບລົງຢ່າງດີແລະໃຫ້ບົດຮຽນທີ່ໃຫ້ກຳລັງໃຈເຮົາທຸກຄົນ ຄຳພີໄບເບິນບອກວ່າ: “ຄຳສອນຂອງພະເຢໂຫວາກໍແພ່ອອກໄປ.” (ກຈກ. 12:24) ຄວາມກ້າວໜ້າກ່ຽວກັບການປະກາດແບບນີ້ອາດເຕືອນເຮົາໃຫ້ນຶກເຖິງວິທີທີ່ພະເຢໂຫວາອວຍພອນວຽກປະກາດທີ່ເຮົາເຮັດໃນປັດຈຸບັນ. ເຫັນໄດ້ແຈ້ງວ່າ ເນື້ອໃນຫຼັກໃນກິດຈະການບົດ 12 ບໍ່ໄດ້ເປັນເລື່ອງກ່ຽວກັບຄວາມຕາຍຂອງອັກຄະສາວົກຄົນໜຶ່ງ ແລະການຊ່ວຍອັກຄະສາວົກອີກຄົນໜຶ່ງໃຫ້ລອດຊີວິດ. ແຕ່ເນື້ອໃນຫຼັກໃນບົດນີ້ເປັນເລື່ອງກ່ຽວກັບພະເຢໂຫວາ ກ່ຽວກັບວິທີທີ່ເພິ່ນຂັດຂວາງຄວາມພະຍາຍາມຂອງຊາຕານທີ່ຈະກຳຈັດປະຊາຄົມຄລິດສະຕຽນ ແລະຢຸດວຽກປະກາດ. ຊາຕານໂຈມຕີຄລິດສະຕຽນເຫຼົ່ານັ້ນບໍ່ສຳເລັດ ແລະແຜນການອື່ນໆທີ່ຈະຢຸດວຽກປະກາດຂອງເຮົາກໍບໍ່ສຳເລັດຄືກັນ. (ອຊຢ. 54:17) ອີກດ້ານໜຶ່ງ ຄົນເຫຼົ່ານັ້ນທີ່ຢູ່ຝ່າຍພະເຢໂຫວາແລະພະເຢຊູຄລິດກຳລັງມີສ່ວນຮ່ວມໃນວຽກທີ່ຈະບໍ່ມີມື້ລົ້ມເຫຼວ. ເລື່ອງນີ້ໃຫ້ກຳລັງໃຈເຮົາຫຼາຍ ເຮົາມີສິດທິພິເສດແທ້ໆທີ່ມີສ່ວນຊ່ວຍໃຫ້ “ຄຳສອນຂອງພະເຢໂຫວາ” ແພ່ອອກໄປໃນທຸກມື້ນີ້!
a ເບິ່ງຂອບ “ ກະສັດເຮໂຣດອັກກິບປາທີ 1”
b ໝໍຄົນໜຶ່ງເຊິ່ງເປັນນັກຂຽນບອກວ່າ ອາການປ່ວຍທີ່ໂຢເຊຟຸດແລະລູກາເວົ້າເຖິງອາດເກີດຈາກແມ່ທ້ອງກົມທີ່ໄປອຸດຕັນລຳໄສ້ຈົນເຮັດໃຫ້ເຖິງຕາຍ. ບາງເທື່ອແມ່ທ້ອງກົມນັ້ນອອກມາຕອນທີ່ຜູ້ປ່ວຍຮາກຫຼືໄຕ່ອອກມາຢູ່ຕາມຮ່າງກາຍຂອງຜູ້ປ່ວຍຕອນເສຍຊີວິດ. ປຶ້ມອ້າງອີງຫົວໜຶ່ງບອກວ່າ: “ຍ້ອນລູກາເປັນໝໍ ລາວຈຶ່ງອະທິບາຍໄດ້ຖືກຕ້ອງກ່ຽວກັບສິ່ງທີ່ເກີດຂຶ້ນກັບເຮໂຣດ ແລະນີ້ຊ່ວຍເຮົາໃຫ້ຮູ້ວ່າເຮໂຣດຕ້ອງຕາຍໃນສະພາບທີ່ເປັນຕາຢ້ານແທ້ໆ.”