ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 9

“ພະເຈົ້າ​ບໍ່​ລຳອຽງ”

“ພະເຈົ້າ​ບໍ່​ລຳອຽງ”

ຄລິດສະຕຽນ​ເລີ່ມ​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ

ຈາກ​ກິດຈະການ 10:1–11:30

1-3. ເປໂຕ​ເຫັນ​ນິ​ນິດ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຂົ້າ​ໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ?

 ຕອນ​ນັ້ນ​ເປັນ​ປີ 36 ແສງ​ແດດ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ເຮັດ​ໃຫ້​ເປໂຕ​ຮູ້ສຶກ​ອົບອຸ່ນ ລາວ​ອະທິດຖານ​ຢູ່​ເທິງ​ດາດຟ້າ​ຂອງ​ເຮືອນ​ຫຼັງ​ໜຶ່ງ​ໃນ​ເມືອງ​ທ່າ​ເຮືອ​ຢົບປາ. ເປໂຕ​ເປັນ​ແຂກ​ໃນ​ເຮືອນ​ຫຼັງ​ນີ້​ມາ​ໄດ້​ຫຼາຍ​ມື້​ແລ້ວ. ການ​ທີ່​ລາວ​ເຕັມໃຈ​ພັກ​ຢູ່​ຫັ້ນ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ມີ​ອະຄະຕິ​ໃນ​ລະດັບ​ໜຶ່ງ. ເຈົ້າ​ຂອງ​ເຮືອນ​ຊື່​ຊີໂມນ ລາວ​ເປັນ​ຊ່າງ​ຟອກ​ໜັງ. ຄົນ​ຢິວ​ບາງ​ຄົນ​ຄື​ຊິ​ບໍ່​ຍອມ​ພັກ​ຢູ່​ກັບ​ຄົນ​ທີ່​ເຮັດ​ວຽກ​ແບບ​ນີ້. a ແຕ່​ເປໂຕ​ກຳລັງ​ຈະ​ຮຽນ​ຮູ້​ບົດ​ຮຽນ​ສຳຄັນ​ທີ່​ວ່າ ພະ​ເຢໂຫວາ​ບໍ່​ລຳອຽງ.

2 ຕອນ​ທີ່​ເປໂຕ​ກຳລັງ​ອະທິດຖານ​ຢູ່ ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ເຫັນ​ນິມິດ. ໃນ​ນິມິດ​ມີ​ຜ້າ​ຜືນ​ໜຶ່ງ​ຢ່ອນ​ລົງ​ມາ​ຈາກ​ທ້ອງຟ້າ ມີ​ສັດ​ຕ່າງໆ​ຢູ່​ເທິງ​ຜ້າ​ຜືນ​ນັ້ນ​ນຳ. ສັດ​ເຫຼົ່າ​ນັ້ນ​ເປັນ​ສັດ​ທີ່​ຄົນ​ຢິວ​ກິນ​ບໍ່​ໄດ້ ນີ້​ເຮັດ​ໃຫ້​ຄົນ​ຢິວ​ທຸກ​ຄົນ​ປະຫຼາດ​ໃຈ. ຫຼັງ​ຈາກ​ນັ້ນ ກໍ​ມີ​ສຽງ​ບອກ​ໃຫ້​ເປໂຕ​ຂ້າ​ແລະ​ກິນ​ສັດ​ເຫຼົ່າ​ນັ້ນ ແຕ່​ເປໂຕ​ຕອບ​ວ່າ: “ຂ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ສະອາດ​ຕາມ​ກົດໝາຍ.” ຫຼັງ​ຈາກ​ເປໂຕ​ຕອບ​ແບບ​ນັ້ນ ກໍ​ມີ​ສຽງ​ບອກ​ລາວ​ເຖິງ 3 ເທື່ອ​ວ່າ: “ສິ່ງ​ທີ່​ພະເຈົ້າ​ເຮັດ​ໃຫ້​ສະອາດ​ແລ້ວ ຢ່າ​ຖື​ວ່າ​ບໍ່​ສະອາດ​ອີກ​ເລີຍ.” (ກຈກ. 10:14-16) ນິມິດ​ນີ້​ຄື​ຊິ​ເຮັດ​ໃຫ້​ເປໂຕ​ສັບສົນ ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ພະ​ເຢໂຫວາ​ກໍ​ຊ່ວຍ​ໃຫ້​ລາວ​ເຂົ້າ​ໃຈ.

3 ນິມິດ​ທີ່​ເປໂຕ​ເຫັນ​ມີ​ຄວາມໝາຍ​ແນວ​ໃດ? ເປັນ​ເລື່ອງ​ສຳຄັນ​ທີ່ໃນ​ທຸກ​ມື້​ນີ້ ເຮົາ​ຈະ​ເຂົ້າ​ໃຈ​ຄວາມໝາຍ​ຂອງ​ນິມິດ​ນີ້​ນຳ ຍ້ອນ​ນິມິດ​ນີ້​ຊ່ວຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເບິ່ງ​ຜູ້​ຄົນ​ແນວ​ໃດ. ເພື່ອ​ເຮົາ​ຈະ​ປະກາດ​ໄດ້​ຢ່າງ​ລະອຽດ​ຖີ່​ຖ້ວນ ເຮົາ​ກໍ​ຕ້ອງ​ຝຶກ​ທີ່​ຈະ​ເບິ່ງ​ຜູ້​ຄົນ​ໃຫ້​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ທັງ​ກ່ອນ​ແລະ​ຫຼັງ​ທີ່​ເປໂຕ​ເຫັນ​ນິມິດ​ນີ້ ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ລາວ​ເຫັນ​ມີ​ຄວາມໝາຍ​ແນວ​ໃດ.

“ອະທິດຖານ​ອ້ອນວອນ​ເຖິງ​ພະເຈົ້າ​ສະເໝີ” (ກິດຈະການ 10:1-8)

4, 5. ໂກເນລີໂອ​ແມ່ນ​ໃຜ ແລະ​ເກີດ​ຫຍັງ​ຂຶ້ນ​ຕອນ​ທີ່​ລາວ​ກຳລັງ​ອະທິດຖານ​ຢູ່?

4 ເປໂຕ​ບໍ່​ຮູ້​ວ່າ​ກ່ອນ​ໜ້າ​ນັ້ນ​ໂກເນລີໂອ​ທີ່​ຢູ່​ເມືອງ​ກາຍຊາເຣຍ​ກໍ​ໄດ້​ເຫັນ​ນິມິດ​ຈາກ​ພະເຈົ້າ​ນຳ ເມືອງ​ນີ້​ຢູ່​ໄກ​ອອກ​ໄປ​ທາງ​ເໜືອ​ປະມານ 50 ກິໂລແມັດ. ໂກເນລີໂອ​ເປັນ​ນາຍ​ຮ້ອຍ​ໃນ​ກອງທັບ​ໂຣມ ລາວ​ເປັນ​ຄົນ “ເຫຼື້ອມ​ໃສ” ພະເຈົ້າ. b ໂກເນລີໂອ​ຍັງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເບິ່ງແຍງ​ຄອບຄົວ ຍ້ອນ​ລາວ “ກັບ​ທຸກ​ຄົນ​ໃນ​ເຮືອນ​ເຫຼື້ອມ​ໃສ​ແລະ​ຢຳເກງ​ພະເຈົ້າ.” ໂກເນລີໂອ​ບໍ່​ແມ່ນ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ ລາວ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ. ແຕ່​ລາວ​ໄດ້​ສະແດງ​ຄວາມ​ເມດຕາ​ກັບ​ຄົນ​ຢິວ​ທີ່​ທຸກຍາກ​ໂດຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດຖຸ. ຜູ້​ຊາຍ​ທີ່ຈິງ​ໃຈ​ຄົນ​ນີ້ “ອະທິດຖານ​ອ້ອນວອນ​ເຖິງ​ພະເຈົ້າ​ສະເໝີ.”—ກຈກ. 10:2

5 ເວລາ​ປະມານ​ບ່າຍ 3 ໂມງ ຕອນ​ທີ່​ໂກເນລີໂອ​ກຳລັງ​ອະທິດຖານ​ລາວ​ໄດ້​ເຫັນ​ນິມິດ ມີ​ທູດສະຫວັນ​ມາ​ບອກ​ລາວ​ວ່າ: “ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ.” (ກຈກ. 10:4) ຕາມ​ຄຳ​ແນະນຳ​ຂອງ​ທູດສະຫວັນ ໂກເນລີໂອ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ອັກຄະສາວົກ​ເປໂຕ​ມາ. ໂກເນລີໂອ​ກຳລັງ​ຈະ​ເປັນ​ຄົນ​ຕ່າງ​ຊາດ​ຄົນ​ທຳອິດ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ ເນື່ອງ​ຈາກ​ລາວ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ. ລາວ​ກຳລັງ​ຈະ​ໄດ້​ຮັບ​ຂ່າວ​ສານ​ກ່ຽວ​ກັບ​ຄວາມ​ລອດ.

6, 7. (ກ) ຂໍ​ໃຫ້​ເລົ່າ​ປະສົບການ​ທີ່​ສະແດງ​ວ່າ​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ຢາກ​ຮູ້​ຈັກ​ເພິ່ນ. (ຂ) ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ປະສົບການ​ນີ້?

6 ໃນ​ທຸກ​ມື້​ນີ້ ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ຢາກ​ຮູ້​ຄວາມ​ຈິງ​ເລື່ອງ​ຂອງ​ເພິ່ນ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ໜຶ່ງ​ນຳ​ກັນ. ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ອານບານີ​ໄດ້​ຮັບ​ຫໍສັງເກດການ​ສະບັບ​ໜຶ່ງ​ທີ່​ມີ​ບົດ​ຄວາມ​ເລື່ອງ​ການ​ລ້ຽງ​ລູກ. c ລາວ​ບອກ​ພະຍານ​ພະ​ເຢໂຫວາ​ທີ່​ມາ​ຢາມ​ລາວ​ວ່າ: “ເຊື່ອ​ບໍ​ວ່າ​ຂ້ອຍ​ໄດ້​ອະທິດຖານ​ຂໍ​ຄວາ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ເລື່ອງ​ການ​ລ້ຽງ​ລູກ​ສາວ? ແລ້ວ​ເພິ່ນ​ກໍ​ສົ່ງ​ເຈົ້າ​ມາ! ເຈົ້າ​ໃຫ້​ຄວາມ​ຮູ້​ທີ່​ຂ້ອຍ​ກຳລັງ​ຕ້ອງ​ການ​ພໍ​ດີ!” ຜູ້​ຍິງ​ຄົນ​ນີ້​ກັບ​ລູກສາວ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ແລະ​ພາຍ​ຫຼັງ​ຜົວ​ຂອງ​ລາວ​ກໍ​ໄດ້​ເຂົ້າຮ່ວມ​ໃນ​ການ​ສຶກສາ​ນຳ.

7 ນີ້​ເປັນ​ພຽງ​ຕົວຢ່າງ​ດຽວ​ເທົ່າ​ນັ້ນ​ບໍ? ບໍ່! ໃນ​ທົ່ວ​ໂລກ​ມີ​ປະສົບການ​ຄ້າຍຄື​ກັນ​ນີ້​ຫຼາຍໆ​ເທື່ອ ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ເລື້ອຍໆ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເບິ່ງ​ວ່າ​ເປັນ​ເລື່ອງ​ບັງເອີນ. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ບົດ​ຮຽນ​ທຳອິດ ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່ຈິງ​ໃຈ​ຢາກ​ຮູ້​ຈັກ​ເພິ່ນ. (1ກສ. 8:41-43; ເພງ. 65:2) ບົດ​ຮຽນ​ທີ​ສອງ ທູດສະຫວັນ​ກຳລັງ​ຊ່ວຍ​ໃນ​ວຽກ​ປະກາດ​ຂອງ​ເຮົາ.—ພນມ. 14:6, 7

ເປໂຕ “ງົງ​ແລະ​ສົງໄສ” (ກິດຈະການ 10:9-23ກ)

8, 9. ພະເຈົ້າ​ເປີດເຜີຍ​ໃຫ້​ເປໂຕ​ຮູ້​ຫຍັງ ແລະ​ລາວ​ຕອບ​ຮັບ​ແນວ​ໃດ?

8 ຕອນ​ທີ່​ເປໂຕ​ຍັງ​ຢູ່​ເທິງ​ດາດຟ້າ ລາວ “ງົງ​ແລະ​ສົງໄສ” ວ່າ​ນິມິດ​ທີ່​ລາວ​ເຫັນ​ມີ​ຄວາມໝາຍ​ວ່າ​ແນວ​ໃດ ແຕ່​ໃນ​ເວລາ​ດຽວ​ກັນ ຜູ້​ສົ່ງ​ຂ່າວ​ຈາກ​ໂກເນລີໂອ​ກໍ​ມາ​ຮອດ. (ກຈກ. 10:17) ເປໂຕ​ເວົ້າ​ເຖິງ 3 ເທື່ອ​ວ່າ​ຈະ​ບໍ່​ກິນ​ອາຫານ​ທີ່​ກົດໝາຍ​ຂອງ​ໂມເຊ​ຖື​ວ່າ​ບໍ່​ສະອາດ ແຕ່​ຕອນນີ້​ລາວ​ຈະ​ເຕັມໃຈ​ໄປ​ກັບ​ພວກ​ຜູ້​ສົ່ງ​ຂ່າວ​ເພື່ອ​ໄປ​ເຮືອນ​ຂອງ​ຄົນ​ຕ່າງ​ຊາດ​ບໍ? ພະເຈົ້າ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ໃຫ້​ເປໂຕ​ຮູ້​ວ່າ​ເພິ່ນ​ຢາກ​ໃຫ້​ລາວ​ໄປ. ພະລັງ​ຂອງ​ພະເຈົ້າ​ເວົ້າ​ກັບ​ລາວ​ວ່າ: “ມີ​ຜູ້​ຊາຍ 3 ຄົນ​ມາ​ຖາມ​ຫາ​ເຈົ້າ. ລຸກ​ຂຶ້ນ ແລ້ວ​ລົງ​ໄປ​ທາງ​ລຸ່ມ​ແລະ​ໄປ​ກັບ​ພວກ​ເຂົາ ຢ່າ​ສົງໄສ​ເລີຍ ເພາະ​ເຮົາ​ໃຊ້​ພວກ​ເຂົາ​ມາ.” (ກຈກ. 10:19, 20) ແນ່ນອນ ນິມິດ​ກ່ຽວ​ກັບ​ຜ້າ​ຜືນ​ໃຫຍ່​ທີ່​ເປໂຕ​ເຫັນ​ຄື​ຊິ​ຊ່ວຍ​ລາວ​ໃຫ້​ເຊື່ອຟັງ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ.

9 ເມື່ອ​ຮູ້​ວ່າ​ໂກເນລີໂອ​ໄດ້​ຮັບ​ຄຳສັ່ງ​ຈາກ​ພະເຈົ້າ​ໃຫ້​ສົ່ງ​ຄົນ​ມາ​ຫາ​ລາວ ເປໂຕ​ຈຶ່ງ​ເຊີນ​ຜູ້​ສົ່ງ​ຂ່າວ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ໃນ​ເຮືອນ “ແລະ​ໃຫ້​ພັກ​ຢູ່​ທີ່​ນັ້ນ.” (ກຈກ. 10:23ກ) ຫຼັງ​ຈາກ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ພະເຈົ້າ​ມີ​ຄວາມ​ຕ້ອງ​ຫຍັງ ອັກຄະສາວົກ​ຜູ້​ເຊື່ອຟັງ​ກໍ​ເລີ່ມ​ປ່ຽນ​ຄວາມ​ຄິດ.

10. ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ ແລະ​ມີ​ຄຳ​ຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວເອງ?

10 ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ກໍ​ຄ່ອຍໆ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. (ສຸພາ. 4:18) ໂດຍ​ທາງ​ພະລັງ​ບໍລິສຸດ ເພິ່ນ​ຊີ້ນຳ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” (ມທ. 24:45) ບາງ​ເທື່ອ ຕອນ​ທີ່​ມີ​ການ​ອະທິບາຍ​ຄວາມ​ເຂົ້າ​ໃຈ​ໃໝ່​ໃນ​ຄຳພີ​ໄບເບິນ ຫຼື​ຕອນ​ທີ່​ມີ​ການ​ປ່ຽນ​ບາງ​ຢ່າງ​ໃນ​ອົງການ. ເຮົາ​ຄວນ​ຖາມ​ຕົວເອງ​ວ່າ: ‘ຂ້ອຍ​ຕອບ​ຮັບ​ແນວ​ໃດ​ຕໍ່​ການ​ປ່ຽນແປງ​ທີ່​ເກີດ​ຂຶ້ນ? ຂ້ອຍ​ເຕັມໃຈ​ເຮັດ​ຕາມ​ການ​ຊີ້ນຳ​ທີ່​ມາ​ຈາກ​ພະລັງ​ບໍລິສຸດ​ບໍ?’

“ເປໂຕ​ຈຶ່ງ​ບອກ​ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ” (ກິດຈະການ 10:23ຂ-48)

11, 12. ເປໂຕ​ເຮັດ​ຫຍັງ​ເມື່ອ​ມາ​ຮອດ​ເມືອງ​ກາຍຊາເຣຍ ແລະ​ລາວ​ໄດ້​ຮຽນ​ຮູ້​ຫຍັງ?

11 ຫຼັງ​ຈາກ​ໄດ້​ຮັບ​ນິມິດ ມື້​ຕໍ່​ມາ​ເປໂຕ​ກັບ​ຄົນ​ອື່ນ​ອີກ 9 ຄົນ ຄື​ຜູ້​ສົ່ງ​ຂ່າວ 3 ຄົນ​ທີ່​ໂກເນລີໂອ​ໃຊ້​ມາ ແລະ “ພີ່​ນ້ອງ 6 ຄົນ” ຈາກ​ເມືອງ​ຢົບປາ ກໍ​ອອກ​ເດີນ​ທາງ​ໄປ​ເມືອງ​ກາຍຊາເຣຍ. (ກຈກ. 11:12) ໂກເນລີໂອ​ເຊິ່ງ​ຖ້າ​ເປໂຕ​ຢູ່​ໄດ້​ເອີ້ນ “ຍາດ​ພີ່​ນ້ອງ​ແລະ​ໝູ່​ສະໜິດ” ມາ​ຢູ່​ພ້ອມ​ໜ້າ​ກັນ ເບິ່ງ​ຄື​ວ່າ​ທຸກ​ຄົນ​ເປັນ​ຄົນ​ຕ່າງ​ຊາດ. (ກຈກ. 10:24) ເມື່ອ​ມາ​ຮອດ ເປໂຕ​ໄດ້​ເຮັດ​ບາງ​ຢ່າງ​ເຊິ່ງ​ແຕ່​ກ່ອນ​ລາວ​ບໍ່​ເຄີຍ​ຄິດ​ຈະ​ເຮັດ ນັ້ນ​ຄື: ລາວ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ! ເປໂຕ​ອະທິບາຍ​ວ່າ “ພວກເຈົ້າ​ກໍ​ຮູ້​ວ່າ​ມັນ​ຜິດ​ກົດ​ທີ່​ຄົນ​ຢິວ​ຈະ​ຕິດຕໍ່​ພົວພັນ​ກັບ​ຄົນ​ຕ່າງ​ຊາດ ແຕ່​ພະເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮູ້​ແລ້ວ​ວ່າ​ບໍ່​ຄວນ​ຖື​ວ່າ​ຄົນ​ອື່ນ​ບໍ່​ສະອາດ​ບໍ່​ວ່າ​ພວກ​ເຂົາ​ຈະ​ແມ່ນ​ໃຜ​ກໍ​ຕາມ.” (ກຈກ. 10:28) ຕອນນີ້​ເປໂຕ​ເຂົ້າ​ໃຈ​ແລ້ວ​ວ່າ ນິມິດ​ນີ້​ບໍ່​ໄດ້​ສອນ​ວ່າ​ອາຫານ​ຫຍັງ​ທີ່​ຄົນ​ເຮົາ​ກິນ​ໄດ້​ເທົ່າ​ນັ້ນ ແຕ່​ຍັງ​ສອນ​ວ່າ​ລາວ “ບໍ່​ຄວນ​ຖື​ວ່າ​ຄົນ​ອື່ນ [ແມ່ນ​ແຕ່​ຄົນ​ຕ່າງ​ຊາດ] ບໍ່​ສະອາດ.”

“ໂກເນລີໂອ​ກຳລັງ​ຖ້າ​ເຂົາ​ເຈົ້າ​ຢູ່ ລາວ​ເອີ້ນ​ຍາດ​ພີ່​ນ້ອງ​ກັບ​ໝູ່​ສະໜິດ​ມາ​ຢູ່​ພ້ອມ​ໜ້າ​ກັນ​ນຳ.”—ກິດຈະການ 10:24

12 ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ໂກເນລີໂອ​ສົນໃຈ​ຟັງ​ສິ່ງ​ທີ່​ເປໂຕ​ເວົ້າ. ໂກເນລີໂອ​ບອກ​ວ່າ: “ພວກ​ເຮົາ​ຢູ່​ພ້ອມ​ໜ້າ​ກັນ​ຕໍ່​ໜ້າ​ພະເຈົ້າ​ແລ້ວ​ເພື່ອ​ຈະ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ເຈົ້າ​ເວົ້າ.” (ກຈກ. 10:33) ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ມີ​ຜູ້​ສົນໃຈ​ເວົ້າ​ກັບ​ເຈົ້າ​ແບບ​ນີ້! ເປໂຕ​ເວົ້າ​ຕໍ່​ໄປ​ຢ່າງ​ມີ​ພະລັງ​ວ່າ: “ຕອນນີ້​ຂ້ອຍ​ເຂົ້າ​ໃຈ​ແທ້ໆ​ແລ້ວ​ວ່າ​ພະເຈົ້າ​ບໍ່​ລຳອຽງ ພະອົງ​ຍອມຮັບ​ທຸກ​ຄົນ​ທີ່​ຢຳເກງ​ພະອົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.” (ກຈກ. 10:34, 35) ເປໂຕ​ໄດ້​ຮຽນ​ຮູ້​ວ່າ ການ​ທີ່​ພະເຈົ້າ​ຈະ​ມັກ​ຫຼື​ບໍ່​ມັກ​ໃຜ​ນັ້ນ ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ລາວ​ເປັນ​ຄົນ​ມາ​ຈາກ​ໃສ ມີ​ເຊື້ອ​ຊາດ​ຫຼື​ສີ​ຜິວ​ໃດ. ເປໂຕ​ປະກາດ​ໃຫ້​ເຂົາ​ເຈົ້າ​ຟັງ​ກ່ຽວ​ກັບ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ ການ​ຕາຍ​ແລະ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ເພິ່ນ.

13, 14. (ກ) ການ​ທີ່​ໂກເນລີໂອ​ແລະ​ຄົນ​ຕ່າງ​ຊາດ​ຜູ້​ອື່ນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໃນ​ປີ 36 ຊ່ວຍ​ເຮົາ​ໃຫ້​ຮູ້​ຫຍັງ? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຕັດສິນ​ຜູ້​ຄົນ​ຈາກ​ສິ່ງ​ທີ່​ເຫັນ​ພາຍ​ນອກ?

13 ຕອນນີ້ ມີ​ເຫດການ​ບາງ​ຢ່າງ​ເກີດ​ຂຶ້ນ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ຄຳພີ​ໄບເບິນ​ບອກ​ວ່າ: “ຕອນ​ທີ່​ເປໂຕ​ກຳລັງ​ເວົ້າ​ເລື່ອງ​ນີ້​ຢູ່” ພະເຈົ້າ​ໄດ້​ໃຫ້​ພະລັງ​ບໍລິສຸດ​ກັບ “ຄົນ​ຕ່າງ​ຊາດ” ທີ່​ໄດ້​ຟັງ​ຄຳ​ສອນ​ນັ້ນ. (ກຈກ. 10:44, 45) ນີ້​ເປັນ​ເທື່ອ​ດຽວ​ເທົ່າ​ນັ້ນ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ຄົນ​ໄດ້​ຮັບ​ພະລັງ​ບໍລິສຸດ​ກ່ອນ​ທີ່​ເຂົາ​ເຈົ້າ​ຮັບ​ບັບເຕມາ. ເປໂຕ​ຮູ້​ວ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ນີ້​ເປັນ​ຫຼັກຖານ​ວ່າ​ພະເຈົ້າ​ຍອມຮັບ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ປະຊາຊົນ​ຂອງ​ເພິ່ນ. ດັ່ງນັ້ນ ເປໂຕ “ຈຶ່ງ​ບອກ​ໃຫ້​ພວກ​ເຂົາ [ຄົນ​ຕ່າງ​ຊາດ​ກຸ່ມ​ນັ້ນ] ຮັບ​ບັບເຕມາ.” (ກຈກ. 10:48) ການ​ມີ​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໃນ​ປີ 36 ຊ່ວຍ​ໃຫ້​ຮູ້​ວ່າ ເວລາ​ທີ່​ພະເຈົ້າ​ສະແດງ​ຄວາມ​ສົນໃຈ​ເປັນ​ພິເສດ​ກັບ​ຄົນ​ຢິວ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. (ດນອ. 9:24-27) ຕອນ​ທີ່​ເປໂຕ​ນຳ​ໜ້າ​ໃນ​ໂອກາດ​ນັ້ນ ລາວ​ໄດ້​ໃຊ້ “ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ” ລູກ​ທີ 3 ເຊິ່ງ​ເປັນ​ລູກ​ສຸດທ້າຍ. (ມທ. 16:19) ລູກ​ກະແຈ​ນີ້​ເປີດ​ໂອກາດ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ.

14 ພວກ​ເຮົາ​ທີ່​ເປັນ​ຜູ້​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ຮູ້​ວ່າ “ພະເຈົ້າ​ປະຕິບັດ​ຕໍ່​ທຸກ​ຄົນ​ແບບ​ເທົ່າ​ທຽມ​ກັນ.” (ຣມ. 2:11) ເພິ່ນ​ຢາກ​ໃຫ້ “ຄົນ​ທຸກ​ຊະນິດ​ລອດ.” (1ຕມ. 2:4) ດັ່ງນັ້ນ ເຮົາ​ຕ້ອງ​ບໍ່​ຕັດສິນ​ຜູ້​ຄົນ​ຈາກ​ສິ່ງ​ທີ່​ເຫັນ​ພາຍ​ນອກ. ໜ້າທີ່​ມອບໝາຍ​ຂອງ​ເຮົາ​ກໍ​ຄື ເຮົາ​ຈະ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ປະກາດ​ກັບ​ທຸກ​ຄົນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມາ​ຈາກ​ໃສ ຫຼື​ນັບຖື​ສາສະໜາ​ໃດ.

“ຄົນ​ເຫຼົ່າ​ນັ້ນ​ໄດ້​ຍິນ​ຈຶ່ງ​ເຊົາ​ໂຕ້​ແຍ່ງ​ແລ້ວ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ” (ກິດຈະການ 11:1-18)

15, 16. ເປັນ​ຫຍັງ​ຄລິດສະຕຽນ​ຄົນ​ຢິວ​ບາງ​ຄົນ​ຈຶ່ງ​ຕໍ່​ວ່າ​ເປໂຕ ແລະ​ລາວ​ອະທິບາຍ​ເລື່ອງ​ນັ້ນ​ແນວ​ໃດ?

15 ເປໂຕ​ຄື​ຊິ​ຢາກ​ຟ້າວ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ລາຍງານ​ເຫດການ​ທີ່​ເກີດ​ຂຶ້ນ. ເບິ່ງ​ຄື​ວ່າ​ຂ່າວ​ເລື່ອງ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ “ຍອມຮັບ​ຄຳ​ສອນ​ຂອງ​ພະເຈົ້າ” ໄປ​ຮອດ​ຫັ້ນ​ກ່ອນ​ແລ້ວ. ຫຼັງ​ຈາກ​ເປໂຕ​ມາ​ຮອດ​ບໍ່​ດົນ “ພວກ​ທີ່​ສະໜັບສະໜູນ​ການ​ຮັບ​ສິນຕັດ​ກໍ​ມາ​ຕໍ່​ວ່າ​ລາວ.” ເຂົາ​ເຈົ້າ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ທີ່​ເປໂຕ “ເຂົ້າ​ໄປ​ໃນ​ເຮືອນ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ແລະ​ກິນ​ເຂົ້າ​ນຳ​ຄົນ​ພວກ​ນັ້ນ.” (ກຈກ. 11:1-3) ປະເດັນ​ຫຼັກ​ຂອງ​ເລື່ອງ​ນີ້​ບໍ່​ໄດ້​ກ່ຽວ​ກັບ​ວ່າ​ພວກ​ຄົນ​ຕ່າງ​ຊາດ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ໄດ້​ຫຼື​ບໍ່. ແຕ່​ພວກ​ລູກສິດ​ທີ່​ເປັນ​ຄົນ​ຢິວ​ຢືນຢັນ​ຢ່າງ​ໜັກແໜ້ນ​ວ່າ ເພື່ອ​ຄົນ​ຕ່າງ​ຊາດ​ຈະ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ຕ້ອງ​ຮັບ​ສິນຕັດ​ນຳ. ເຫັນ​ໄດ້​ແຈ້ງ​ວ່າ ບັນຫາ​ຂອງ​ລູກສິດ​ຄົນ​ຢິວ​ບາງ​ຄົນ​ກໍ​ຄື ເຂົາ​ເຈົ້າ​ບໍ່​ຍອມຮັບ​ວ່າ​ຕອນນີ້​ກົດໝາຍ​ຂອງ​ໂມເຊ​ຖືກ​ຍົກ​ເລີກ​ແລ້ວ.

16 ເປໂຕ​ອະທິບາຍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ໃຫ້​ຄົນ​ຕ່າງ​ຊາດ​ເຫຼົ່າ​ນັ້ນ​ຮັບ​ບັບເຕມາ? ຈາກ​ກິດຈະການ 11:4-16 ເປໂຕ​ໄດ້​ເວົ້າ​ເຖິງ​ຫຼັກຖານ 4 ຢ່າງ​ທີ່​ສະແດງ​ວ່າ​ລາວ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ສະຫວັນ: (1) ລາວ​ເວົ້າ​ເຖິງ​ນິມິດ​ທີ່​ໄດ້​ຮັບ​ຈາກ​ພະເຈົ້າ (ຂໍ້ 4-10) (2) ຄຳ​ສັ່ງ​ຂອງ​ພະລັງ​ບໍລິສຸດ (ຂໍ້ 11, 12) (3) ການ​ທີ່​ທູດສະຫວັນ​ໄປ​ຢາມ​ໂກເນລີໂອ (ຂໍ້ 13, 14) ແລະ (4) ການ​ທີ່​ພະເຈົ້າ​ໃຫ້​ພະລັງ​ບໍລິສຸດ​ກັບ​ຄົນ​ຕ່າງ​ຊາດ (ຂໍ້ 15, 16) ເປໂຕ​ສະຫຼຸບ​ດ້ວຍ​ຄຳ​ເວົ້າ​ທີ່​ມີ​ພະລັງ​ວ່າ: “ຖ້າ​ພະເຈົ້າ​ໃຫ້​ຂອງຂວັນ [ພະລັງ​ບໍລິສຸດ] ພວກ​ເຂົາ [ຄົນ​ຕ່າງ​ຊາດ​ທີ່​ເຊື່ອຖື] ຄື​ກັບ​ທີ່​ໃຫ້​ພວກ​ເຮົາ [ຄົນ​ຢິວ] ເຊິ່ງ​ເຊື່ອ​ໃນ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ ຂ້ອຍ​ແມ່ນ​ໃຜ​ທີ່​ຈະ​ໄປ​ຂັດຂວາງ​ພະເຈົ້າ​ໄດ້?”—ກຈກ. 11:17

17, 18. (ກ) ຄລິດສະຕຽນ​ຄົນ​ຢິວ​ຕ້ອງ​ຕັດສິນໃຈ​ເລື່ອງ​ຫຍັງ? (ຂ) ເປັນ​ຫຍັງ​ອາດ​ບໍ່​ງ່າຍ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ປະຊາຄົມ ແລະ​ເຮົາ​ຄວນ​ຖາມ​ຕົວເອງ​ດ້ວຍ​ຄຳ​ຖາມ​ຫຍັງ​ແດ່?

17 ຫຼັງ​ຈາກ​ຄລິດສະຕຽນ​ຄົນ​ຢິວ​ໄດ້​ຍິນ​ສິ່ງ​ທີ່​ເປໂຕ​ເວົ້າ ເຂົາ​ເຈົ້າ​ກໍ​ຕ້ອງ​ຕັດສິນໃຈ. ເຂົາ​ເຈົ້າ​ຈະ​ເຊົາ​ຕັດສິນ​ຄົນ​ຕ່າງ​ຊາດ ແລະ​ຫັນ​ມາ​ຍອມຮັບ​ພວກ​ຄົນ​ຕ່າງ​ຊາດ​ທີ່​ຫາກໍ​ຮັບ​ບັບເຕມາ​ບໍ? ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ຄົນ​ເຫຼົ່າ​ນັ້ນ [ພວກ​ອັກຄະສາວົກ​ແລະ​ຄລິດສະຕຽນ​ຄົນ​ຢິວ​ຄົນ​ອື່ນໆ] ໄດ້​ຍິນ​ຈຶ່ງ​ເຊົາ​ໂຕ້​ແຍ່ງ​ແລ້ວ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ​ແລະ​ເວົ້າ​ວ່າ: ‘ຖ້າ​ເປັນ​ແນວ​ນີ້​ກໍ​ສະແດງ​ວ່າ​ພະເຈົ້າ​ໃຫ້​ໂອກາດ​ຄົນ​ຕ່າງ​ຊາດ​ກັບໃຈ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຊີວິດ​ຄື​ກັນ.’” (ກຈກ. 11:18) ການ​ເຕັມໃຈ​ປ່ຽນ​ຄວາມ​ຄິດ​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ເປັນ​ໜຶ່ງ​ດຽວ​ກັນ.

18 ການ​ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ທຸກ​ມື້​ນີ້​ອາດ​ບໍ່​ງ່າຍ ຍ້ອນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມາ “ຈາກ​ທຸກ​ປະເທດ ທຸກ​ຕະກູນ ທຸກ​ຊົນຊາດ ແລະ​ທຸກ​ພາສາ.” (ພນມ. 7:9) ດັ່ງນັ້ນ ໃນ​ຫຼາຍ​ປະຊາຄົມ ອາດ​ມີ​ພີ່​ນ້ອງ​ທີ່​ມາ​ຈາກ​ຫຼາຍ​ເຊື້ອ​ຊາດ ພູມ​ຫຼັງ ແລະ​ວັດທະນະທຳ. ເຮົາ​ຄວນ​ຖາມ​ຕົວເອງ​ວ່າ: ‘ຂ້ອຍ​ມັກ​ຕັດສິນ​ຄົນ​ອື່ນ​ຍ້ອນ​ເຂົາ​ເຈົ້າ​ເຮັດ​ບໍ່​ຄື​ກັບ​ຂ້ອຍ​ບໍ? ຄົນ​ທົ່ວໄປ​ໃນ​ໂລກ​ມັກ​ຄິດ​ວ່າ​ຕົວເອງ​ດີ​ກວ່າ​ຄົນ​ອື່ນ ແຕ່​ຂ້ອຍ​ຕັ້ງໃຈ​ທີ່​ຈະ​ບໍ່​ຄິດ​ແບບ​ນັ້ນ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ບໍ? ລອງ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເປໂຕ (ເກຟາ) ຫຼັງ​ຈາກ​ທີ່​ຄົນ​ຕ່າງ​ຊາດ​ກຸ່ມ​ທຳອິດ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຫຼາຍ​ປີ​ແລ້ວ. ເປໂຕ​ກໍ​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ຄິດ​ທີ່​ບໍ່​ດີ​ຂອງ​ຄົນ​ອື່ນ ລາວ​ເຖິງຂັ້ນ “ແຍກ​ຕົວ​ອອກ​ໄປ” ຈາກ​ພີ່​ນ້ອງ​ຕ່າງ​ຊາດ​ຈົນ​ໂປໂລ​ຕ້ອງ​ໄດ້​ຕັກ​ເຕືອນ​ລາວ. (ຄລຕ. 2:11-14) ເຮົາ​ກໍ​ຕ້ອງ​ລະວັງ​ຢູ່​ສະເໝີ​ທີ່​ຈະ​ບໍ່​ຄິດ​ວ່າ​ຕົວເອງ​ດີ​ກວ່າ​ຄົນ​ອື່ນ​ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ມັນ​ບໍ່​ຄື​ກັບ​ເຮົາ.

“ຄົນ​ຈຳນວນ​ຫຼາຍ​ເຂົ້າ​ມາ​ເຊື່ອ” (ກິດຈະການ 11:19-26ກ)

19. ຄລິດສະຕຽນ​ຄົນ​ຢິວ​ໃນ​ເມືອງ​ອັນຕີໂອເຂຍ​ເລີ່ມ​ຕົ້ນ​ປະກາດ​ກັບ​ໃຜ ແລະ​ຜົນ​ເປັນ​ແນວ​ໃດ?

19 ພວກ​ລູກສິດ​ຂອງ​ພະ​ເຢຊູ​ເລີ່ມ​ຕົ້ນ​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ບໍ? ຂໍ​ສັງເກດ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ​ອັນຕີໂອເຂຍ​ແຂວງ​ຊີເຣຍ. d ເຖິງ​ວ່າ​ເມືອງ​ນີ້​ມີ​ຊຸມຊົນ​ຄົນ​ຢິວ​ທີ່​ໃຫຍ່ ແຕ່​ເຂົາ​ເຈົ້າ​ກໍ​ຢູ່​ຮ່ວມ​ກັບ​ຄົນ​ຕ່າງ​ຊາດ​ໄດ້​ເປັນ​ຢ່າງ​ດີ. ດັ່ງນັ້ນ ເມືອງ​ອັນຕີໂອເຂຍ​ຈຶ່ງ​ເປັນ​ເຂດ​ທີ່​ເໝາະ​ທີ່​ຈະ​ປະກາດ​ກັບ​ຄົນ​ຕ່າງ​ຊາດ. ໃນ​ເມືອງ​ນີ້​ແຫຼະ​ທີ່​ລູກສິດ​ຄົນ​ຢິວ​ບາງ​ຄົນ​ເລີ່ມ​ປະກາດ​ຂ່າວ​ດີ​ກັບ “ຜູ້​ຄົນ​ທີ່​ເວົ້າ​ພາສາ​ກຣີກ.” (ກຈກ. 11:20) ເຂົາ​ເຈົ້າ​ບໍ່​ໄດ້​ປະກາດ​ກັບ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ກຣີກ​ເທົ່າ​ນັ້ນ ແຕ່​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສັນ​ຕັດ​ນຳ. ພະ​ເຢໂຫວາ​ອວຍພອນ​ວຽກ​ນີ້ ແລະ “ຄົນ​ຈຳນວນ​ຫຼາຍ​ເຂົ້າ​ມາ​ເຊື່ອ.”—ກຈກ. 11:21

20, 21. ບາຣະນາບາ​ສະແດງ​ຄວາມ​ຈຽມຕົວ​ແນວ​ໃດ ແລະ​ເຮົາ​ຈະ​ສະແດງ​ຄວາມ​ຈຽມຕົວ​ຄ້າຍຄື​ກັນ​ໄດ້​ແນວ​ໃດ​ຕອນ​ທີ່​ເຮົາ​ປະກາດ?

20 ເພື່ອ​ຈະ​ເອົາໃຈໃສ່​ເຂດ​ງານ​ທີ່​ເປັນ​ຄື​ກັບ​ທົ່ງ​ນາ​ເຊິ່ງ​ມີ​ເຂົ້າ​ສຸກ​ເຫຼືອງ​ພ້ອມ​ຈະ​ເກັບ​ກ່ຽວ​ໄດ້ ປະຊາຄົມ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ສົ່ງ​ບາຣະນາບາ​ໄປ​ເມືອງ​ອັນຕີໂອເຂຍ. ເບິ່ງ​ຄື​ວ່າ​ຜູ້​ຄົນ​ຈຳນວນ​ຫຼາຍ​ສະແດງ​ຄວາມ​ສົນໃຈ​ຈົນ​ບາຣະນາບາ​ຄົນ​ດຽວ​ບໍ່​ສາມາດ​ເບິ່ງແຍງ​ໄດ້. ແລ້ວ​ໃຜ​ຈະ​ເຂົ້າ​ມາ​ຊ່ວຍ​ວຽກ​ນີ້? ບໍ່​ມີ​ໃຜ​ເໝາະ​ສົມ​ໄປ​ກວ່າ​ໂຊໂລ ເຊິ່ງ​ເປັນ​ອັກຄະສາວົກ​ສຳລັບ​ຄົນ​ຕ່າງ​ຊາດ (ກຈກ. 9:15; ຣມ. 1:5) ບາຣະນາບາ​ຈະ​ເບິ່ງ​ວ່າ​ໂຊໂລ​ເປັນ​ຄູ່​ແຂ່ງ​ບໍ? ບໍ່​ແມ່ນ ບາຣະນາບາ​ຈຽມຕົວ. ລາວ​ເປັນ​ຝ່າຍ​ໄປ​ຊອກ​ຫາ​ໂຊໂລ​ຢູ່​ເມືອງ​ຕາໂຊ ແລ້ວ​ພາ​ກັບມາ​ເມືອງ​ອັນຕີໂອເຂຍ​ເພື່ອ​ໃຫ້​ຊ່ວຍ​ວຽກ​ປະກາດ. ທັງ​ສອງ​ຄົນ​ໃຊ້​ເວລາ​ນຳ​ກັນ​ໜຶ່ງ​ປີ​ເພື່ອ​ໃຫ້​ກຳລັງ​ໃຈ​ພວກ​ລູກສິດ​ໃນ​ປະຊາຄົມ​ນັ້ນ.—ກຈກ. 11:22-26ກ

21 ເຮົາ​ຈະ​ສະແດງ​ຄວາມ​ຈຽມຕົວ​ໄດ້​ແນວ​ໃດ​ຕອນ​ທີ່​ປະກາດ? ຄວາມ​ຈຽມຕົວ​ກ່ຽວ​ຂ້ອງ​ກັບ​ການ​ຍອມຮັບ​ຂໍ້​ຈຳກັດ​ຂອງ​ເຮົາ. ເຮົາ​ທຸກ​ຄົນ​ມີ​ກຳລັງ​ແລະ​ຄວາມ​ສາມາດ​ທີ່​ຕ່າງ​ກັນ. ຕົວຢ່າງ​ເຊັ່ນ ບາງ​ຄົນ​ອາດ​ສະເໜີ​ປຶ້ມ​ເກັ່ງ ແຕ່​ກັບ​ໄປ​ຢາມ​ຫຼື​ເລີ່ມ​ການ​ສຶກສາ​ບໍ່​ເປັນ. ຖ້າ​ເຈົ້າ​ຢາກ​ປັບປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້ ລອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ຄົນ​ອື່ນ​ເບິ່ງ. ການ​ເຮັດ​ແບບ​ນັ້ນ​ອາດ​ຊ່ວຍ​ເຈົ້າ​ໃຫ້​ສອນ​ເກັ່ງ​ຂຶ້ນ ແລະ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ.—1ກຣ. 9:26

“ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ໄປ​ໃຫ້​ພີ່​ນ້ອງ” (ກິດຈະການ 11:26ຂ-30)

22, 23. ພວກ​ພີ່​ນ້ອງ​ໃນ​ເມືອງ​ອັນຕີໂອເຂຍ​ໄດ້​ສະແດງ​ຄວາມ​ຮັກ​ແບບ​ພີ່​ນ້ອງ​ແນວ​ໃດ ແລະ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ຄື​ກັນ​ແນວ​ໃດ?

22 ເມືອງ​ອັນຕີໂອເຂຍ​ເປັນ​ເມືອງ​ທີ່ “ພວກ​ລູກສິດ​ຖືກ​ເອີ້ນ​ວ່າ​ຄລິດສະຕຽນ​ເປັນ​ເທື່ອ​ທຳອິດ​ຕາມ​ການ​ຊີ້ນຳ​ຈາກ​ພະເຈົ້າ.” (ກຈກ. 11:26ຂ) ຊື່​ທີ່​ພະເຈົ້າ​ໃຫ້​ນີ້​ເປັນ​ຊື່​ທີ່​ເໝາະ​ຫຼາຍ​ສຳລັບ​ເອີ້ນ​ຄົນ​ທີ່​ຢາກ​ຕິດຕາມ​ພະ​ເຢຊູ. ຫຼັງ​ຈາກ​ເລີ່ມ​ມີ​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ເຂົາ​ເຈົ້າ​ແລະ​ຄົນ​ຢິວ​ທີ່​ເປັນ​ຄລິດສະຕຽນ​ຮັກ​ກັນ​ບໍ? ໃຫ້​ມາ​ເບິ່ງ​ເຫດການ​ໜຶ່ງ​ຕອນ​ທີ່​ມີ​ການ​ຂາດແຄນ​ອາຫານ​ຢ່າງ​ຮຸນແຮງ​ປະມານ​ປີ 46. e ໃນ​ສະໄໝ​ບູຮານ ການ​ຂາດແຄນ​ອາຫານ​ມີ​ຜົນ​ກະທົບ​ຫຼາຍ​ຕໍ່​ຄົນ​ທຸກຍາກ​ທີ່​ບໍ່​ມີ​ເງິນ​ຫຼື​ບໍ່​ມີ​ອາຫານ​ເກັບ​ສຳຮອງ​ໄວ້. ໃນ​ຊ່ວງ​ທີ່​ມີ​ການ​ຂາດແຄນ​ອາຫານ​ນີ້ ເບິ່ງ​ຄື​ວ່າ​ມີ​ຄລິດສະຕຽນ​ຄົນ​ຢິວ​ທີ່​ຢູ່​ໃນ​ແຂວງ​ຢູດາຍ ຫຼາຍ​ຄົນ​ເປັນ​ຄົນ​ທຸກຍາກ ເຂົາ​ເຈົ້າ​ບໍ່​ມີ​ອາຫານ​ກິນ. ເມື່ອ​ຮູ້​ເລື່ອງ​ນີ້ ພວກ​ພີ່​ນ້ອງ​ໃນ​ເມືອງ​ອັນຕີໂອເຂຍ ແລະ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ໄດ້​ສົ່ງ “ຄວາມ​ຊ່ວຍ​ເຫຼືອ” ໄປ​ໃຫ້​ພີ່​ນ້ອງ​ໃນ​ແຂວງ​ຢູດາຍ. (ກຈກ. 11:29) ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ແບບ​ພີ່​ນ້ອງ​ແທ້ໆ!

23 ພວກ​ເຮົາ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ. ເມື່ອ​ຮູ້​ວ່າ​ພີ່​ນ້ອງ​ທີ່​ຢູ່​ບ່ອນ​ອື່ນ​ຫຼື​ພີ່​ນ້ອງ​ທີ່​ຢູ່​ໄກ​ຈາກ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ກໍ​ຫາ​ທາງ​ຊ່ວຍ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເຕັມໃຈ. ຄະນະ​ກຳມະການ​ສາຂາ​ຟ້າວ​ຈັດການ​ໃຫ້​ມີ​ຄະນະ​ກຳມະການ​ບັນເທົາ​ທຸກ​ເພື່ອ​ໃຫ້​ເບິ່ງແຍງ​ພີ່​ນ້ອງ​ຂອງ​ເຮົາ​ເຊິ່ງ​ອາດ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳມະຊາດ ເຊັ່ນ ພາຍຸ ແຜ່ນດິນ​ໄຫວ ຫຼື​ຊຶນາມິ. ວຽກ​ບັນເທົາ​ທຸກ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພີ່​ນ້ອງ​ຂອງ​ເຮົາ​ແທ້ໆ.—ຢຮ. 13:34, 35; 1ຢຮ. 3:17

24. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ສອນ​ເປໂຕ?

24 ພວກ​ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້ ເຮົາ​ເບິ່ງ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຄິດ​ເຖິງ​ບົດ​ຮຽນ​ທີ່​ໄດ້​ຈາກ​ນິມິດ​ທີ່​ເປໂຕ​ເຫັນ​ເທິງ​ດາດຟ້າ​ໃນ​ເມືອງ​ຢົບປາ. ເຮົາ​ນະມັດສະການ​ພະເຈົ້າ​ທີ່​ບໍ່​ລຳອຽງ. ພະເຈົ້າ​ຢາກ​ໃຫ້​ເຮົາ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ​ຢ່າງ​ລະອຽດ​ຖີ່​ຖ້ວນ ເຊິ່ງ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ປະກາດ​ກັບ​ທຸກ​ຄົນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ຊາດ​ໃດ ຫຼື​ມີ​ຖານະ​ສັງຄົມ​ແນວ​ໃດ. ດັ່ງນັ້ນ ເຮົາ​ຢາກ​ປະກາດ​ກັບ​ທຸກ​ຄົນ ເພື່ອ​ເຂົາ​ເຈົ້າ​ຈະ​ມີ​ໂອກາດ​ຮຽນ​ຮູ້​ແລະ​ຮັບໃຊ້​ພະ​ເຢໂຫວາ.—ຣມ. 10:11-13

ເມື່ອ​ພີ່​ນ້ອງ​ຂອງ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ກໍ​ຫາ​ທາງ​ຊ່ວຍ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເຕັມໃຈ

a ຄົນ​ຢິວ​ບາງ​ຄົນ​ດູຖູກ​ຊ່າງ​ຟອກ​ໜັງ ຍ້ອນ​ຄົນ​ທີ່​ເຮັດ​ອາຊີບ​ນີ້​ຈະ​ຕ້ອງ​ສຳ​ພັດ​ກັບ​ຊາກ​ສັດ ນອກ​ຈາກ​ນັ້ນ ຄົນ​ຢິວ​ຮູ້ສຶກ​ວ່າ​ຂັ້ນ​ຕອນ​ໃນ​ການ​ຟອກ​ໜັງ​ນັ້ນ​ເປັນ​ຕາ​ຂີ້ດຽດ. ຄົນ​ຢິວ​ບໍ່​ຢາກ​ໃຫ້​ພວກ​ຊ່າງ​ຟອກ​ໜັງ​ໄປ​ທີ່​ວິຫານ ບ່ອນ​ເຮັດ​ວຽກ​ຂອງ​ຊ່າງ​ຟອກ​ໜັງ​ກໍ​ຕ້ອງ​ຢູ່​ຫ່າງ​ຈາກ​ເມືອງ​ບໍ່​ໜ້ອຍ​ກວ່າ 50 ສອກ ຫຼື​ຢ່າງ​ໜ້ອຍ 20 ແມັດ. ນີ້​ອາດ​ເປັນ​ເຫດຜົນ​ໜຶ່ງ​ທີ່​ເຮືອນ​ຂອງ​ຊີໂມນ​ຢູ່ “ແຄມ​ທະເລ.”—ກຈກ. 10:6

c ບົດ​ຄວາມ​ທີ່​ມີ​ຊື່​ວ່າ “ຄຳ​ແນະນຳ​ທີ່​ວາງໃຈ​ໄດ້​ໃນ​ເລື່ອງ​ການ​ລ້ຽງ​ລູກ” ຢູ່​ໃນ​ສະບັບ 1 ພະຈິກ 2006 ໜ້າ 4 ເຖິງ 7 (ພາສາ​ໄທ)

e ໂຢເຊຟຸດ​ນັກ​ປະຫວັດສາດ​ຄົນ​ຢິວ​ເວົ້າ​ເຖິງ “ການ​ຂາດແຄນ​ອາຫານ​ຄັ້ງ​ໃຫຍ່” ວ່າ​ເກີດ​ຂຶ້ນ​ລະຫວ່າງ​ການ​ປົກຄອງ​ຂອງ​ຈັກກະພັດ​ກະລາວດີໂອ (ປີ 41-54)