ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິວັດທະນາການ—ເລື່ອງ​ທີ່​ແຕ່ງ​ຂຶ້ນ​ແລະ​ຄວາມ​ເປັນ​ຈິງ

ວິວັດທະນາການ—ເລື່ອງ​ທີ່​ແຕ່ງ​ຂຶ້ນ​ແລະ​ຄວາມ​ເປັນ​ຈິງ

ທ່ານ​ສາສະດາ​ຈານ​ຣີຊາດ ດໍ​ກິນ ນັກ​ວິທະຍາສາດ​ວິວັດທະນາການ​ທີ່​ມີ​ຊື່ສຽງ​ກ່າວ​ວ່າ “ວິວັດທະນາການ​ເປັນ​ເລື່ອງ​ຈິງ​ຄື​ກັບ​ຄວາມ​ຮ້ອນ​ຈາກ​ດວງ​ຕາເວັນ​ເປັນ​ເລື່ອງ​ຈິງ.”16 ແນ່ນອນ​ການ​ທົດລອງ​ແລະ​ການ​ສັງເກດ​ໂດຍ​ກົງ​ພິສູດ​ວ່າ​ດວງ​ຕາເວັນ​ຮ້ອນ ແຕ່​ວ່າ​ມີ​ການ​ທົດລອງ​ແລະ​ສັງເກດ​ໂດຍ​ກົງ​ຄື​ກັນ​ບໍ ເຊິ່ງ​ຢືນຢັນ​ຄຳ​ສອນ​ວິວັດທະນາການ​ຢ່າງ​ບໍ່​ມີ​ຂໍ້​ໂຕ້​ຖຽງ​ໄດ້?

ກ່ອນ​ທີ່​ຈະ​ຕອບ​ຄຳຖາມ​ຂ້າງ​ເທິງ​ນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ເລື່ອງ​ຕໍ່​ໄປ​ນີ້​ຊັດເຈນ​ກ່ອນ. ນັກ​ວິທະຍາສາດ​ຫລາຍ​ຄົນ​ໄດ້​ສັງເກດ​ວ່າ​ເມື່ອ​ເວລາ​ຜ່ານ​ໄປ ລູກ​ຫລານ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ທີ່​ສືບ​ທອດ​ມາ​ອາດ​ຈະ​ປ່ຽນ​ແປງ​ໄປ​ຫນ້ອຍ​ຫນຶ່ງ. ຕົວຢ່າງ​ເຊັ່ນ ຄົນ​ອາດ​ຈະ​ປະສົມ​ພັນ​ຫມາ​ເພື່ອ​ໃຫ້​ໄດ້​ລູກ​ຫມາ​ທີ່​ຂາ​ສັ້ນ ແລະ​ຂົນ​ຍາວ​ກວ່າ​ພໍ່​ແມ່ຂອງ​ມັນ. * ນັກ​ວິທະຍາສາດ​ບາງ​ຄົນ​ເອີ້ນ​ການ​ປ່ຽນ​ແປງ​ຫນ້ອຍໆນີ້​ວ່າ “ວິວັດທະນາການ​ຈຸນລະ​ພາກ” (microevolution).

ຢ່າງ​ໃດ​ກໍ​ຕາມ ນັກ​ວິວັດທະນາການ​ສອນ​ວ່າ​ການ​ປ່ຽນ​ແປງ​ຫນ້ອຍ​ຫນຶ່ງ​ທີ່​ເກີດ​ຂຶ້ນ​ຕະຫລອດ​ເວລາ​ຫລາຍ​ພັນ​ລ້ານ​ປີ ເມື່ອ​ລວມ​ເຂົ້າ​ກັນ​ແລ້ວ​ກາຍ​ເປັນ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ຈຳເປັນ​ເຊິ່ງ​ເຮັດ​ໃຫ້​ປາ​ກາຍ​ເປັນ​ສັດ​ເຄິ່ງ​ບົກ​ເຄິ່ງ​ນໍ້າ ແລະ​ເຮັດ​ໃຫ້​ສັດ​ທີ່​ຄ້າຍ​ຄື​ທະນີ​ກາຍ​ເປັນ​ຄົນ. ມີ​ການ​ເອີ້ນ​ການ​ປ່ຽນ​ແປງ​ຂະຫນາດ​ໃຫຍ່​ທີ່​ສົມມຸດ​ເກີດ​ຂຶ້ນ​ນີ້​ວ່າ “ວິວັດທະນາການ​ມະຫາ​ພາກ” (macroevolution).

ຊານ ດັກ​ວິນ​ກັບ​ປຶ້ມ​ຂອງ​ລາວ ການ​ກຳເນີດ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ຕ່າງໆ

ຕົວຢ່າງ​ເຊັ່ນ ທ່ານ​ຊານ ດັກ​ວິນ ສອນ​ວ່າ​ເມື່ອ​ການ​ປ່ຽນ​ແປງ​ນ້ອຍໆທີ່​ເຮົາ​ເຫັນ​ໄດ້​ນັ້ນ​ເກີດ​ຂຶ້ນ​ໄດ້ ການ​ປ່ຽນ​ແປງ​ທີ່​ໃຫຍ່​ກວ່າ​ເຊິ່ງ​ບໍ່​ມີ​ຜູ້​ໃດ​ເຫັນ​ນັ້ນ​ຍ່ອມ​ເກີດ​ຂຶ້ນ​ໄດ້​ຄື​ກັນ.17 ລາວ​ສະເຫນີ​ວ່າ​ເມື່ອ​ເວລາ​ຜ່ານ​ໄປ​ຍາວ​ນານ ສິ່ງ​ທີ່​ມີ​ຕັ້ງ​ແຕ່​ດັ້ງເດີມ​ເຊິ່ງ​ເອີ້ນ​ກັນ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ບໍ່​ສະຫລັບ​ຊັບຊ້ອນ ໄດ້​ຄ່ອຍໆວິວັດທະນາ​ຂຶ້ນ ໂດຍ “ຄ່ອຍໆປ່ຽນ​ແປງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ຫນ້ອຍ​ຈົນ” ກາຍ​ເປັນ​ສິ່ງ​ທີ່​ມີ​ຊີວິດ​ຫລາຍ​ລ້ານ​ຮູບ​ແບບ​ເທິງ​ແຜ່ນດິນ​ໂລກ.18

ຫລາຍ​ຄົນ​ຄິດ​ວ່າ​ຂໍ້​ກ່າວ​ອ້າງ​ນີ້​ມີ​ເຫດຜົນ​ທີ່​ຟັງ​ຂຶ້ນ. ເຂົາ​ເຈົ້າ​ຄິດ​ວ່າ ‘ຖ້າ​ການ​ປ່ຽນ​ແປງ​ນ້ອຍໆນີ້​ເກີດ​ກັບ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ດຽວ​ກັນ​ໄດ້ ເປັນ​ຫຍັງ​ການ​ປ່ຽນ​ແປງ​ໃຫຍ່​ໃນ​ເວລາ​ຍາວ​ນານ​ຈະ​ເກີດ​ຂຶ້ນ​ບໍ່​ໄດ້?’ * ແຕ່​ທີ່​ຈິງ​ແລ້ວ​ຄຳ​ສອນ​ເລື່ອງ​ວິວັດທະນາການ​ຕັ້ງ​ຢູ່​ບົນ​ພື້ນຖານ​ເລື່ອງ​ທີ່​ແຕ່ງ​ຂຶ້ນ​ສາມ​ເລື່ອງ. ລອງ​ພິຈາລະນາ​ເລື່ອງ​ຕໍ່​ໄປ​ນີ້.

ເລື່ອງ​ແຕ່ງ​ທີ 1. ການ​ກາຍ​ພັນ​ກໍ່​ໃຫ້​ເກີດ​ສິ່ງ​ຈຳເປັນ​ໂດຍ​ພື້ນຖານ​ເພື່ອ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່. ການ​ສອນ​ກ່ຽວ​ກັບ​ວິວັດທະນາການ​ລະດັບ​ມະຫາ​ພາກ​ແມ່ນ​ອາໄສ​ຂໍ້​ອ້າງ​ທີ່​ວ່າ​ການ​ປ່ຽນ​ແປງ​ທີ່​ບັງເອີນ​ເກີດ​ຂຶ້ນ​ໃນ​ລະຫັດ​ພັນທຸກຳ​ຂອງ​ພືດ​ແລະ​ສັດ ບໍ່​ພຽງ​ເຮັດ​ໃຫ້​ຊີວິດ​ຊະນິດ​ໃຫມ່​ເກີດ​ຂຶ້ນ​ແຕ່​ຍັງ​ເຮັດ​ໃຫ້​ເກີດ​ພືດ​ແລະ​ສັດ​ຕະກູນ​ໃຫມ່.19

ແມງວັນ​ຫມາກ​ໄມ້​ທີ່​ກາຍ​ພັນ ເຖິງ​ວ່າ​ຜິດ​ປົກກະຕິ​ທາງ​ຮູບ​ຊົງ ແຕ່​ຍັງ​ເປັນ​ແມງວັນ​ຫມາກ​ໄມ້

ຄວາມ​ເປັນ​ຈິງ. ລັກສະນະ​ຕ່າງໆຂອງ​ພືດ​ແລະ​ສັດ​ຖືກ​ກຳນົດ​ໂດຍ​ຄຳ​ສັ່ງ​ທີ່​ມີ​ຢູ່​ໃນ​ລະຫັດ​ພັນທຸກຳ​ຫລື​ແບບ​ຜັງ​ເຊິ່ງ​ຢູ່​ໃນ​ແກນ​ຂອງ​ຈຸລັງ. * ນັກ​ຄົ້ນ​ຄວ້າ​ໄດ້​ພົບ​ວ່າ​ການ​ກາຍ​ພັນ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ພືດ​ແລະ​ສັດ​ໃນ​ຮຸ່ນ​ຕໍ່ໆມາ. ແຕ່​ວ່າ​ການ​ກາຍ​ພັນ​ຈະ​ເຮັດ​ໃຫ້​ເກີດ​ຊີວິດ​ຊະນິດ​ໃຫມ່​ຂຶ້ນ​ມາ​ບໍ? ໃນ​ໄລຍະ​ເວລາ​ຮ້ອຍ​ປີ​ທີ່​ຜ່ານ​ມາ​ການ​ສຶກສາ​ທາງ​ພັນທຸສາດ​ໄດ້​ເຜີຍ​ໃຫ້​ຮູ້​ອັນ​ໃດ?

ໃນ​ຕອນ​ທ້າຍ​ຂອງ​ຊຸມ​ປີ 1930 ນັກ​ວິທະຍາສາດ​ຍອມ​ຮັບ​ຄວາມ​ຄິດ​ໃຫມ່ໆຢ່າງ​ສຸດ​ໃຈ. ເຂົາ​ເຈົ້າ​ຄິດ​ໄວ້​ແລ້ວ​ວ່າ​ການ​ຄັດ​ເລືອກ​ໂດຍ​ທຳມະຊາດ (ຂະບວນ​ການ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ທີ່​ເຫມາະ​ກັບ​ສະພາບ​ແວດ​ລ້ອມ​ຂອງ​ມັນ​ຫລາຍ​ທີ່​ສຸດ​ຈະ​ຢູ່​ລອດ​ໄດ້​ແລະ​ເກີດ​ລູກ​ເກີດ​ຫລານ) ສາມາດ​ເຮັດ​ໃຫ້​ເກີດ​ພືດ​ຊະນິດ​ໃຫມ່​ໄດ້​ໂດຍ​ການ​ກາຍ​ພັນ​ທີ່​ເກີດ​ຂຶ້ນ​ເອງ. ດັ່ງ​ນັ້ນ ດຽວ​ນີ້​ເຂົາ​ເຈົ້າ​ຈຶ່ງ​ຄິດ​ວ່າ​ການ​ຄັດ​ເລືອກ​ຊະນິດ​ຈາກ​ການ​ກາຍ​ພັນ​ໂດຍ​ມະນຸດ​ຈະ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່​ໄດ້ ແຕ່​ວ່າ​ຈະ​ມີ​ປະສິດທິພາບ​ທີ່​ສູງ​ກວ່າ​ເກົ່າ. ນັກ​ວິທະຍາສາດ​ໂວ​ເອເກີຫາດ ເລີນນິກ ຈາກ​ສະຖາບັນ ມາກພລັງ​ເພື່ອ​ການ​ຄົ້ນ​ຄວ້າ​ດ້ານ​ປະສົມ​ພືດ​ຢູ່​ປະເທດ​ເຢຍລະມັນ *ກ່າວ​ວ່າ “ພວກ​ນັກ​ຊີວະ​ວິທະຍາ​ທົ່ວໄປ​ແລະ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ນັກ​ພັນທຸສາດ ແລະ​ນັກ​ປະສົມ​ພັນ​ພືດ​ແລະ​ສັດ ຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ​ຫລາຍ.” ເປັນ​ຫຍັງ​ຈຶ່ງ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ? ທ່ານ​ເລີນນິກ ຜູ້​ທີ່​ໃຊ້​ເວລາ​ປະມານ 30 ປີ​ເພື່ອ​ສຶກສາ​ພັນທຸສາດ​ການ​ກາຍ​ພັນ​ໃນ​ພືດ​ໄດ້​ກ່າວ​ວ່າ “ນັກ​ຄົ້ນ​ຄວ້າ​ເຫລົ່າ​ນີ້​ຄິດ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ປະຕິວັດ​ວິທີ​ປະສົມ​ພັນ​ພືດ​ແລະ​ສັດ​ແບບ​ທີ່​ເຄີຍ​ເຮັດ​ມາ​ກ່ອນ. ເຂົາ​ເຈົ້າ​ຄິດ​ວ່າ​ໂດຍ​ການ​ກະຕຸ້ນ​ແລະ​ເລືອກ​ໂຕ​ກາຍ​ພັນ​ທີ່​ດີ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ເກີດ​ພືດ​ແລະ​ສັດ​ສາຍ​ພັນ​ໃຫມ່​ທີ່​ດີ​ກວ່າ​ເກົ່າ.”20 ທີ່​ຈິງ​ບາງ​ຄົນ​ຄາດ​ຫວັງ​ຈະ​ສ້າງ​ຊະນິດ​ໃຫມ່​ຂຶ້ນ​ມາ​ເລີຍ.

ການ​ກາຍ​ພັນ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ພືດ ເຊັ່ນ​ເຮັດ​ໃຫ້​ດອກ​ໃຫຍ່​ຂຶ້ນ ແຕ່​ຍັງ​ເປັນ​ດອກ​ໄມ້​ຊະນິດ​ເດີມ

ນັກ​ວິທະຍາສາດ​ໃນ​ສະຫະລັດ​ອາເມລິກາ ໃນ​ອາຊີ ແລະ​ໃນ​ເອີລົບ​ໄດ້​ຮັບ​ທຶນ​ຈຳນວນ​ມະຫາສານ​ເພື່ອ​ເຮັດ​ໂຄງການ​ຄົ້ນ​ຄວ້າ​ວິທີ​ຕ່າງໆເພື່ອ​ຈະ​ເລັ່ງ​ການ​ວິວັດທະນາການ​ໃຫ້​ໄວ​ຂຶ້ນ. ຫລັງ​ຈາກ​ການ​ຄົ້ນ​ຄວ້າ​ຢ່າງ​ຂຸ້ນຂ້ຽວ​ເປັນ​ເວລາ​ຫລາຍ​ກວ່າ 40 ປີ​ໄດ້​ຫຍັງ​ແດ່? ນັກ​ຄົ້ນ​ຄວ້າ​ຄົນ​ຫນຶ່ງ​ຊື່ ປີເຕີ ວອນ ເຊັງ​ບຸດ ກ່າວ​ວ່າ “ທັງໆທີ່​ໄດ້​ໃຊ້​ຈ່າຍ​ເງິນ​ເປັນ​ຈຳນວນ​ມະຫາສານ​ແຕ່​ຄວາມ​ພະຍາຍາມ​ໃນ​ການ​ເພາະ​ພັນ​ພືດ​ໃຫ້​ໄດ້​ຜົນ​ຜະລິດ​ຫລາຍ​ຂຶ້ນ​ເລື້ອຍໆໂດຍ​ການ​ສ່ອງ​ລັງ​ສີ [ເພື່ອ​ເຮັດ​ໃຫ້​ເກີດ​ການ​ກາຍ​ພັນ] ປາກົດ​ວ່າ​ຫລົມ​ແຫລວ.”21 ເລີນນິກ​ບອກ​ວ່າ “ພໍ​ຮອດ​ຊຸມ​ປີ 1980 ຄວາມ​ຫວັງ ແລະ​ຄວາມ​ຕື່ນ​ເຕັ້ນ​ໃນ​ທ່າມກາງ​ນັກ​ວິທະຍາສາດ​ໄດ້​ຈົບ​ລົງ​ເພາະ​ຄວາມ​ຫລົມ​ແຫລວ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ. ໂຄງການ​ຄົ້ນ​ຄວ້າ​ການ​ເພາະ​ພັນ​ທີ່​ກະຕຸ້ນ​ໃຫ້​ເກີດ​ການ​ກາຍ​ພັນ​ເຊິ່ງ​ແຍກ​ອອກ​ເປັນ​ສາຂາ​ສະເພາະ​ກໍ​ຖືກ​ບັນດາ​ປະເທດ​ຕາເວັນ​ຕົກ​ປະ​ຖິ້ມ. ໂຕ​ກາຍ​ພັນ​ເກືອບ​ທັງ​ຫມົດ . . . ຕາຍ​ຫລື​ບໍ່​ກໍ​ອ່ອນແອ​ກວ່າ​ຊະນິດ​ທີ່​ຢູ່​ໃນ​ທຳມະຊາດ.” *

ເຖິງ​ແມ່ນ​ວ່າ​ເປັນ​ເຊັ່ນ​ນັ້ນ​ຂໍ້​ມູນ​ທີ່​ເກັບ​ກຳ​ໄດ້​ຈາກ​ການ​ຄົ້ນ​ຄວ້າ​ທົ່ວໄປ​ທາງ​ດ້ານ​ການ​ກາຍ​ພັນ​ເປັນ​ເວລາ​ປະມານ 100 ປີ ແລະ​ການ​ຄົ້ນ​ຄວ້າ​ສະເພາະ​ທາງ​ດ້ານ​ການ​ປະສົມ​ພັນ​ຂອງ​ໂຕ​ກາຍ​ພັນ​ເປັນ​ເວລາ 70 ປີ ເຮັດ​ໃຫ້​ນັກ​ວິທະຍາສາດ​ໄດ້​ຂໍ້​ສະຫລຸບ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ການ​ກາຍ​ພັນ​ທີ່​ຈະ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່. ພາຍ​ຫລັງ​ການ​ພິຈາລະນາ​ຫລັກຖານ​ແລ້ວ ທ່ານ​ເລີນນິກ​ລົງ​ຄວາມ​ເຫັນ​ວ່າ “ການ​ກາຍ​ພັນ​ບໍ່​ສາມາດ​ເຮັດ​ໃຫ້ [ພືດ​ຫລື​ສັດ] ຊະນິດ​ເດີມ​ກາຍ​ເປັນ​ຊະນິດ​ໃຫມ່​ໄດ້. ການ​ລົງ​ຄວາມ​ເຫັນ​ນີ້​ສອດຄ່ອງ​ກັບ​ຜົນ​ງານ​ການ​ທົດລອງ​ທັງ​ຫມົດ​ໃນ​ສະຕະວັດ​ທີ 20 ກ່ຽວ​ກັບ​ການ​ກາຍ​ພັນ ແລະ​ຍັງ​ລວມ​ເຖິງ​ຫລັກ​ການ​ຂອງ​ຄວາມ​ເປັນ​ໄປ​ໄດ້.”

ສະນັ້ນ ການ​ກາຍ​ພັນ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ຫນຶ່ງ​ວິວັດທະນາການ​ເປັນ​ສິ່ງ​ມີ​ຊີວິດ​ປະເພດ​ໃຫມ່​ໄດ້​ບໍ? ຫລັກຖານ​ສະແດງ​ວ່າ​ບໍ່​ໄດ້! ເລີນນິກ​ທຳ​ການ​ຄົ້ນ​ຄວ້າ​ຈົນ​ໄດ້​ຂໍ້​ສະຫລຸບ​ວ່າ “ການ​ກາຍ​ພັນ​ໂດຍ​ບັງເອີນ​ບໍ່​ສາມາດ​ລົບ​ລ້າງ​ຫລື​ລ່ວງ​ຂອບ​ເຂດ​ຊະນິດ​ຂອງ​ສິ່ງ​ມີ​ຊີວິດ​ທີ່​ຕ່າງ​ກັນ​ທາງ​ພັນທຸກຳ​ຢ່າງ​ຊັດເຈນ​ແລ້ວ.”22

ຂໍ​ໃຫ້​ຄິດ​ວ່າ​ຂໍ້​ມູນ​ຕົວ​ຈິງ​ທີ່​ກ່າວ​ມາ​ແລ້ວ​ນັ້ນ​ມີ​ຄວາມຫມາຍ​ແນວ​ໃດ. ຖ້າ​ນັກ​ວິທະຍາສາດ​ທີ່​ມີ​ປະສົບການ​ສູງ​ບໍ່​ສາມາດ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່​ໂດຍ​ການ​ໃຊ້​ວິທີ​ກະຕຸ້ນ​ໃຫ້​ເກີດ​ໂຕ​ກາຍ​ພັນ ແລະ​ຄັດ​ເລືອກ​ຕົວ​ກາຍ​ພັນ​ທີ່​ດີໆ ເປັນ​ໄປ​ໄດ້​ບໍ​ທີ່​ຂະບວນ​ການ​ທີ່​ປາສະຈາກ​ສະຕິ​ປັນຍາ​ຈະ​ເຮັດ​ໄດ້​ດີ​ກວ່າ? ຖ້າ​ການ​ຄົ້ນ​ຄວ້າ​ສະແດງ​ວ່າ​ການ​ກາຍ​ພັນ​ບໍ່​ສາມາດ​ປ່ຽນ​ແປງ​ສິ່ງ​ທີ່​ມີ​ຊີວິດ​ແຕ່​ດັ້ງເດີມ​ເປັນ​ຊະນິດ​ໃຫມ່​ເລີຍ​ໄດ້ ແລ້ວ​ການ​ວິວັດທະນາການ​ມະຫາ​ພາກ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?

ເລື່ອງ​ແຕ່ງ​ທີ 2. ການ​ເລືອກ​ໂດຍ​ທຳມະຊາດ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່ໆ. ດັກ​ວິນ​ເຊື່ອ​ວ່າ​ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ທີ່​ເຫມາະ​ກັບ​ສະພາບ​ແວດ​ລ້ອມ​ໄດ້​ດີ​ທີ່​ສຸດ​ຈະ​ຢູ່​ໄດ້ ໃນ​ຂະນະ​ດຽວ​ກັນ​ສິ່ງ​ທີ່​ມີ​ຊີວິດ​ທີ່​ເຫມາະ​ສົມ​ຫນ້ອຍ​ກວ່າ​ຈະຄ່ອຍໆຕາຍ​ໄປ. ນັກ​ວິວັດທະນາການ​ສະໄຫມ​ໃຫມ່​ສອນ​ວ່າ​ຂະນະ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ຕ່າງໆແພ່​ອອກ​ໄປ ແລະ​ຢູ່​ຕ່າງ​ຫາກ ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ຈະ​ຄັດ​ເອົາ​ໂຕ​ກາຍ​ພັນ​ທີ່​ເຫມາະ​ກັບ​ການ​ຢູ່​ລອດ​ໃນ​ສະພາບ​ແວດ​ລ້ອມ​ໃຫມ່​ໄດ້​ດີ​ທີ່​ສຸດ. ຜົນ​ກໍ​ຄື ນັກ​ວິວັດທະນາການ​ສັນນິດຖານ​ວ່າ​ກຸ່ມ​ທີ່​ຢູ່​ຕ່າງ​ຫາກ​ນັ້ນ​ໄດ້​ພັດທະນາ​ເປັນ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່​ເລີຍ.

ຄວາມ​ເປັນ​ຈິງ. ດັ່ງ​ທີ່​ກ່າວ​ມາ​ແລ້ວ​ຫລັກຖານ​ຈາກ​ການ​ຄົ້ນ​ຄວ້າ​ບົ່ງ​ບອກ​ຢ່າງ​ຫນັກ​ແຫນ້ນ​ວ່າ​ການ​ກາຍ​ພັນ​ບໍ່​ສາມາດ​ກໍ່​ໃຫ້​ເກີດ​ພືດ​ຫລື​ສັດ​ປະເພດ​ໃຫມ່. ນອກ​ຈາກ​ນັ້ນ ນັກ​ວິວັດທະນາການ​ສະເຫນີ​ຂໍ້​ພິສູດ​ຫຍັງ​ຕໍ່​ຄຳ​ອ້າງ​ຂອງ​ເຂົາ​ເຈົ້າ​ທີ່​ວ່າ​ທຳມະຊາດ​ຄັດ​ເລືອກ​ໂຕ​ກາຍ​ພັນ​ທີ່​ດີ​ເພື່ອ​ກໍ່​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່? ຈຸນລະສານ​ສະບັບ​ຫນຶ່ງ​ທີ່​ຈັດ​ພິມ​ໃນ​ປີ 1999 ໂດຍ​ສະຖາບັນ​ວິທະຍາສາດ​ແຫ່ງ​ຊາດ (NAS) ໃນ​ສະຫະລັດ​ອາເມລິກາ​ໄດ້​ເອີ່ຍ​ເຖິງ “ການ​ສຶກສາ​ນົກ​ກະຈອກ​ປີກ​ອ່ອນ 13 ຊະນິດ​ໂດຍ​ດັກ​ວິນ​ຢູ່​ເກາະ​ກາລາກາໂປດ​ເຊິ່ງ​ປັດຈຸບັນ​ເອີ້ນ​ວ່າ ນົກ​ກະຈອກ​ປີກ​ອ່ອນ​ຂອງ​ດັກ​ວິນ.”23

ໃນ​ຊຸມ​ປີ 1970 ຫນ່ວຍ​ງານ​ການ​ຄົ້ນ​ຄວ້າ​ຊີ້​ນຳ​ໂດຍ​ຜົວ​ເມຍ​ທ່ານ​ປີເຕີ ອາ. ແລະ ບີ. ໂຣສະແມຣີ ກະແຣນທ໌ ແຫ່ງ​ມະຫາ​ວິທະຍາໄລ​ພຣິນສະຕັນ​ເລີ່ມ​ສຶກສາ​ນົກ​ກະຈອກ​ປີກ​ອ່ອນ​ເຫລົ່າ​ນີ້ ແລະ​ພົບ​ວ່າ ພາຍ​ຫລັງ​ຫນຶ່ງ​ປີ​ທີ່​ເກີດ​ໄພ​ແຫ້ງ​ແລ້ງ​ເທິງ​ເກາະ ນົກ​ກະຈອກ​ທີ່​ມີ​ສົບ​ໃຫຍ່​ກວ່າ​ຫນ້ອຍ​ຫນຶ່ງ​ຢູ່​ລອດ​ໄດ້​ດີ​ກວ່າ​ນົກ​ພວກ​ທີ່​ມີ​ສົບ​ນ້ອຍ​ກວ່າ. ເນື່ອງ​ຈາກ​ຂະຫນາດ​ແລະ​ຮູບ​ຊົງ​ຂອງ​ສົບ​ນົກ​ເປັນ​ວິທີ​ຫລັກແນວ​ຫນຶ່ງ​ໃນ​ການ​ກຳນົດ​ນົກ​ກະຈອກ​ທັງ 13 ຊະນິດ ການ​ຄົ້ນ​ພົບ​ນີ້​ຖື​ວ່າ​ເປັນ​ເລື່ອງ​ສຳຄັນ. ຈຸນລະສານ NAS ກ່າວ​ຕໍ່​ໄປວ່າ “ຜົວ​ແລະ​ເມຍ​ແກຣນທ໌ ປະເມີນ​ວ່າ​ຖ້າ​ຄວາມ​ແຫ້ງ​ແລ້ງ​ເກີດ​ຂຶ້ນ 10 ປີ​ເທື່ອ​ຫນຶ່ງ​ເທິງ​ເກາະ​ນີ້ ນົກ​ກະຈອກ​ຊະນິດ​ໃຫມ່​ອາດ​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ໄລຍະ 200 ປີ ເທົ່າ​ນັ້ນ.”24

ຢ່າງ​ໃດ​ກໍ​ຕາມ ຈຸນລະສານ NAS ບໍ່​ຍອມ​ກ່າວ​ເຖິງ​ໃນ​ປີ​ຕໍ່ໆມາ​ຫລັງ​ຈາກ​ເກີດ​ຄວາມ​ແຫ້ງ​ແລ້ງ ນົກ​ກະຈອກ​ທີ່​ມີ​ສົບ​ນ້ອຍ​ກວ່າ​ເພີ່ມ​ຂຶ້ນ​ຈົນ​ມີ​ຈຳນວນ​ຫລາຍ​ກວ່າ​ຫມູ່. ນັກ​ຄົ້ນ​ຄວ້າ​ໄດ້​ພົບ​ວ່າ​ເມື່ອ​ສະພາບ​ອາກາດ​ເທິງ​ເກາະ​ນັ້ນ​ປ່ຽນ​ແປງ ນົກ​ກະຈອກ​ສົບ​ໃຫຍ່​ຈະ​ເພີ່ມ​ຂຶ້ນ​ໃນ​ປີ​ຫນຶ່ງ ແລ້ວ​ຫລັງ​ຈາກ​ນັ້ນ​ນົກ​ກະຈອກ​ສົບ​ນ້ອຍ​ກວ່າ​ຈະ​ເພີ່ມ​ຂຶ້ນ. ເຂົາ​ເຈົ້າ​ກໍ​ຍັງ​ສັງເກດ​ວ່າ​ນົກ​ກະຈອກ​ປີກ​ອ່ອນ​ທີ່​ເປັນ “ຊະນິດ” ເຊິ່ງ​ຕ່າງ​ກັນ​ນັ້ນ​ໄດ້​ປະສົມ​ພັນ​ກັນ​ແລະ​ອອກ​ລູກ​ອອກ​ຫລານ​ແລ້ວ​ຢູ່​ລອດ​ໄດ້​ດີ​ກວ່າ​ພໍ່​ແມ່ຂອງ​ມັນ. ເຂົາ​ເຈົ້າ​ສະຫລຸບ​ວ່າ​ຖ້າ​ການ​ປະສົມ​ພັນ​ດຳເນີນ​ຕໍ່​ໄປ​ຢ່າງ​ຕໍ່​ເນື່ອງ​ກໍ​ເຮັດ​ໃຫ້​ນົກ​ທັງ​ສອງ​ຊະນິດ​ປະສົມ​ກັນ​ກາຍ​ເປັນ​ນົກ “ຊະນິດ” ດຽວ.25

ນົກ​ກະຈອກ​ປີກ​ອ່ອນ​ຂອງ​ດັກ​ວິນ​ສະແດງ​ໃຫ້​ເຫັນ​ພຽງ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ຫນຶ່ງ​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຕາມ​ສະພາບ​ອາກາດ

ດັ່ງ​ນັ້ນ ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່​ເລີຍ​ໄດ້​ແທ້ໆບໍ? ຫລາຍ​ສິບ​ປີ​ກ່ອນ ຈອດ ຄຣິດຕົບເຟີ ວິນລຽມ ນັກ​ຊີວະ​ວິທະຍາ​ຝ່າຍ​ວິວັດທະນາການ​ກໍ​ເລີ່ມ​ສົງໄສ​ວ່າ​ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ສາມາດ​ເຮັດ​ແນວ​ນັ້ນ​ໄດ້​ບໍ.26 ໃນ​ປີ 1999 ນັກ​ທິດສະດີ​ວິວັດທະນາການ ເຈັບຟຣີ ເອັດ. ຊະວອັດ ຂຽນ​ວ່າ​ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ອາດ​ຈະ​ຊ່ວຍ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ປັບ​ຕົວ​ເພື່ອ​ຈະ​ຢູ່​ລອດ​ໄດ້ ແຕ່​ວ່າ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ສິ່ງ​ໃຫມ່.27

ທີ່​ຈິງ ນົກ​ກະຈອກ​ປີກ​ອ່ອນ​ຂອງ​ດັກ​ວິນ​ບໍ່​ໄດ້​ກາຍ​ເປັນ “ສິ່ງ​ໃຫມ່.” ພວກ​ມັນ​ຍັງ​ເປັນ​ນົກ​ກະຈອກ​ປີກ​ອ່ອນ​ຄື​ເກົ່າ. ຄວາມ​ຈິງ​ທີ່​ວ່າ​ມັນ​ປະສົມ​ຂ້າມ​ສາຍ​ພັນ​ກໍ​ເຮັດ​ໃຫ້​ສົງໄສ​ວິທີ​ທີ່​ນັກ​ວິວັດທະນາການ​ໃຊ້​ເພື່ອ​ກຳນົດ​ຊະນິດ​ຂອງ​ນົກ. ນອກ​ຈາກ​ນັ້ນ ຂໍ້​ມູນ​ກ່ຽວ​ກັບ​ນົກ​ເປີດ​ເຜີຍ​ຄວາມ​ຈິງ​ວ່າ​ແມ່ນ​ແຕ່​ສະຖາບັນ​ວິທະຍາສາດ​ທີ່​ມີ​ຊື່ສຽງ​ກໍ​ອາດ​ຈະ​ມີ​ການ​ລຳ​ອຽງ​ໃນ​ການ​ລາຍງານ​ຫລັກຖານ​ຕ່າງໆ.

ເລື່ອງ​ແຕ່ງ​ທີ 3. ຫລັກຖານ​ຂອງ​ຟອດຊິນ​ສະແດງ​ວ່າ​ມີ​ການ​ວິວັດທະນາການ​ມະຫາ​ພາກ. ຈຸນລະສານ NAS ທີ່​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ເຮັດ​ໃຫ້​ຜູ້​ອ່ານ​ຮູ້ສຶກ​ວ່າ​ຟອດຊິນ (ຊາກ​ສັດ​ແລະ​ພືດ​ບູຮານ​ທີ່​ກາຍ​ເປັນ​ຫີນ) ທີ່​ນັກ​ວິທະຍາສາດ​ຄົ້ນ​ພົບ​ໃຫ້​ຫລັກຖານ​ຫລາຍ​ພໍ​ເພື່ອ​ສະແດງ​ເຖິງ​ການ​ວິວັດທະນາການ​ມະຫາ​ພາກ. ຈຸນລະສານ​ນັ້ນ​ປະກາດ​ວ່າ “ມີ​ການ​ຄົ້ນ​ພົບ​ໂຕ​ກາງ​ຫລາຍ​ລະຫວ່າງ​ປາ​ແລະ​ສັດ​ເຄິ່ງ​ບົກ​ເຄິ່ງ​ນໍ້າ ລະຫວ່າງ​ສັດ​ເຄິ່ງ​ບົກ​ເຄິ່ງ​ນໍ້າ​ແລະ​ສັດ​ເລືອຄານ ລະຫວ່າງ​ສັດ​ເລືອຄານ​ແລະ​ສັດ​ລ້ຽງ​ລູກ​ດ້ວຍ​ນໍ້າ​ນົມ ແລະ​ໃນ​ສາຍ​ພັນ​ຂອງ​ລີງ​ທີ່​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບອກ​ໃຫ້​ແຈ້ງ​ວ່າ​ການ​ປ່ຽນ​ແປງ​ຈາກ​ສັດ​ຊະນິດ​ຫນຶ່ງ​ເປັນ​ອີກ​ຊະນິດ​ເກີດ​ຂຶ້ນ​ເມື່ອ​ໃດ.”28

ຄວາມ​ເປັນ​ຈິງ. ຄຳ​ກ່າວ​ທີ່​ຫນັກ​ແຫນ້ນ​ໃນ​ຈຸນລະສານ NAS ເປັນ​ເລື່ອງ​ຫນ້າ​ແປກ​ແທ້ໆ. ເປັນ​ຫຍັງ? ທ່ານ​ນາຍ ເອັດເດີດ ຜູ້​ສະຫນັບສະຫນູນ​ທິດສະດີ​ວິວັດທະນາການ ກ່າວ​ວ່າ​ຫລັກຖານ​ຟອດຊິນ​ສະແດງ​ວ່າ ບໍ່​ມີ​ການ​ປ່ຽນ​ແປງ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ແຕ່​ເປັນ​ເວລາ​ດົນ​ນານ​ຫລາຍ “ເກືອບ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ທາງ​ວິວັດທະນາການ​ເລີຍ​ໃນ​ສິ່ງ​ທີ່​ມີ​ຊີວິດ​ສ່ວນ​ຫລາຍ.” *29

ຕາມ​ຫລັກຖານ​ທາງ​ຟອດຊິນ ສັດ​ກຸ່ມ​ຫລັກ​ທຸກ​ຊະນິດ​ປາກົດ​ຂຶ້ນ​ຢ່າງ​ກະທັນຫັນ​ແລະ​ບໍ່​ມີ​ການ​ປ່ຽນ​ແປງ​ອັນ​ໃດ​ເລີຍ

ຮອດ​ປັດຈຸບັນ ນັກ​ວິທະຍາສາດ​ທົ່ວ​ໂລກ​ໄດ້​ຂຸດ​ພົບ​ແລະ​ເຮັດ​ບັນຊີ​ຟອດຊິນ​ຂະຫນາດ​ໃຫຍ່​ປະມານ 200 ລ້ານ​ລາຍການ​ແລະ​ບັນຊີ​ຟອດຊິນ​ຂະຫນາດ​ນ້ອຍ​ເປັນ​ຕື້ໆລາຍການ. ນັກ​ຄົ້ນ​ຄວ້າ​ຫລາຍ​ຄົນ​ເຫັນ​ດີ​ນຳ​ກັບ​ຫລັກຖານ​ທີ່​ມີ​ຫລາຍ​ແລະ​ລະອຽດ​ນີ້​ເຊິ່ງ​ສະແດງ​ວ່າ​ສັດ​ກຸ່ມ​ຫລັກ​ທັງ​ຫມົດ​ປາກົດ​ຂຶ້ນ​ທັນທີ ແລະ​ເກືອບ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ເລີຍ ແລະ​ສັດ​ຫລາຍ​ຊະນິດ​ສາບ​ສູນ​ທັນທີ​ເຊັ່ນ​ກັນ​ກັບ​ຕອນ​ທີ່​ມັນ​ປາກົດ​ຂຶ້ນ.

ການ​ຍອມ​ຮັບ​ຫລັກ​ວິວັດທະນາການ—ເປັນ​ເລື່ອງ​ຂອງ​ຄວາມ​ເຊື່ອ

ເປັນ​ຫຍັງ​ນັກ​ວິວັດທະນາການ​ທີ່​ມີ​ຊື່ສຽງ​ຫລາຍ​ຄົນ​ຈຶ່ງ​ຢືນຢັນ​ວ່າ​ວິວັດທະນາການ​ມະຫາ​ພາກ​ເປັນ​ຄວາມ​ຈິງ? ຣີຊາດ ລີວົນຕິນ ນັກ​ວິວັດທະນາການ​ທີ່​ມີ​ຄົນ​ນັບຖື​ຂຽນ​ກົງ​ໄປ​ກົງ​ມາ​ວ່າ ນັກ​ວິທະຍາສາດ​ຫລາຍ​ຄົນ​ເຕັມ​ໃຈ​ຍອມ​ຮັບ​ຂໍ້​ອ້າງ​ທາງ​ວິທະຍາສາດ​ທີ່​ບໍ່​ມີ​ຂໍ້​ພິສູດ ເພາະ​ເຂົາ​ເຈົ້າ “ມີ​ຂໍ້​ຜູກ​ມັດ​ກັບ​ຫລັກ​ປັດຊະຍາ​ວັດຖຸ​ນິຍົມ.” * ນັກ​ວິທະຍາສາດ​ຫລາຍ​ຄົນ​ປະຕິເສດ​ແມ່ນ​ແຕ່​ເລື່ອງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ຜູ້​ອອກ​ແບບ​ທີ່​ມີ​ສະຕິ​ປັນຍາ ເພາະ​ດັ່ງ​ທີ່​ທ່ານ​ລີວົນຕິນ ຂຽນ​ໄວ້​ວ່າ “ເຮົາ​ຍອມ​ຮັບ​ໄດ້​ແມ່ນ​ແຕ່​ຫນ້ອຍ​ຫນຶ່ງ​ວ່າ​ມີ​ພະເຈົ້າ.”30

ໃນ​ເລື່ອງ​ນີ້​ວາລະສານ​ໄຊເອນຕິຟິກ​ອາເມລິກັນ ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ນັກ​ສັງຄົມ​ວິທະຍາ​ຊື່ ຣອດນີ ສະຕາກ ທີ່​ເວົ້າ​ວ່າ “ມີ​ການ​ໂຄສະນາ​ຊວນ​ເຊື່ອ 200 ປີ​ມາ​ແລ້ວ​ວ່າ​ຖ້າ​ເຈົ້າ​ຕ້ອງການ​ເປັນ​ຄົນ​ທີ່​ສົນ​ໃຈ​ເລື່ອງ​ວິທະຍາສາດ​ເຈົ້າ​ຕ້ອງ​ບໍ່​ເກັບ​ເລື່ອງ​ສາສະຫນາ​ໄວ້​ໃນ​ຄວາມ​ຄິດ.” ລາວ​ໃຫ້​ຂໍ້​ສັງເກດ​ຕໍ່​ໄປ​ວ່າ ໃນ​ມະຫາ​ວິທະຍາໄລ​ຕ່າງໆທີ່​ທຳ​ການ​ຄົ້ນ​ຄວ້າ “ຄົນ​ທີ່​ເຊື່ອ​ໃນ​ສາສະຫນາ​ຈະ​ປິດ​ປາກ​ບໍ່​ເວົ້າ​ຫຍັງ​ເລີຍ.”31

ຖ້າ​ວ່າ​ທ່ານ​ຍອມ​ຮັບ​ຄຳ​ສອນ​ເລື່ອງ​ວິວັດທະນາການ​ມະຫາ​ພາກ​ວ່າ​ເປັນ​ເລື່ອງ​ຈິງ ທ່ານ​ຕ້ອງ​ເຊື່ອ​ວ່າ​ນັກ​ວິທະຍາສາດ​ທີ່​ເຊື່ອ​ວ່າ​ບໍ່​ສາມາດ​ຮູ້ຈັກ​ພະເຈົ້າ​ຫລື​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ​ນັ້ນ​ຈະ​ບໍ່​ໃຫ້​ຄວາມ​ເຊື່ອ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ມີ​ຜົນ​ຕໍ່​ການ​ຕີ​ຄວາມຫມາຍ​ສິ່ງ​ທີ່​ຄົ້ນ​ພົບ​ທາງ​ວິທະຍາສາດ. ທ່ານ​ຕ້ອງ​ເຊື່ອ​ວ່າ​ການ​ກາຍ​ພັນ ແລະ​ການ​ຄັດ​ເລືອກ​ໂດຍ​ທຳມະຊາດ​ເຮັດ​ໃຫ້​ເກີດ​ສິ່ງ​ມີ​ຊີວິດ​ທີ່​ຊັບຊ້ອນ​ທັງ​ຫມົດ ເຖິງ​ວ່າ​ການ​ຄົ້ນ​ຄວ້າ​ຕະຫລອດ​ຫນຶ່ງ​ສະຕະວັດ​ສະແດງ​ໃຫ້​ເຫັນ​ວ່າ​ການ​ກາຍ​ພັນ​ບໍ່​ສາມາດ​ປ່ຽນ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ຫນຶ່ງ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ມີ​ຊີວິດ​ອື່ນ​ໄດ້​ເລີຍ​ແມ່ນ​ແຕ່​ເທື່ອ​ດຽວ. ນອກ​ນັ້ນ​ທ່ານ​ຕ້ອງ​ເຊື່ອ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ທັງ​ຫມົດ​ຄ່ອຍໆວິວັດທະນາການ​ມາ​ຈາກ​ບັນພະບຸລຸດ​ດຽວ​ກັນ ທັງໆທີ່​ຫລັກຖານ​ທາງ​ຟອດຊິນ​ຊີ້​ໃຫ້​ເຫັນ​ວ່າ​ຊີວິດ​ສ່ວນ​ໃຫຍ່​ຂອງ​ພືດ​ແລະ​ສັດ​ເກີດ​ຂຶ້ນ​ກະທັນຫັນ​ແລະ​ບໍ່​ໄດ້​ວິວັດທະນາການ​ເປັນ​ສິ່ງ​ອື່ນ​ເຖິງ​ວ່າ​ເວລາ​ຈະ​ຜ່ານ​ໄປ​ເປັນ​ແສນ​ເປັນ​ລ້ານ​ປີ. ຄວາມ​ເຊື່ອ​ແບບ​ນັ້ນ​ເບິ່ງ​ຄື​ວ່າ​ອາໄສ​ຄວາມ​ຈິງ​ຫລື​ເລື່ອງ​ທີ່​ແຕ່ງ​ຂຶ້ນ? ແທ້​ຈິງ​ແລ້ວ​ການ​ຍອມ​ຮັບ​ເລື່ອງ​ວິວັດທະນາການ​ຕ້ອງ​ເປັນ​ເລື່ອງ​ຂອງ “ຄວາມ​ເຊື່ອ.”

^ ຂໍ້ 3 ການ​ປ່ຽນ​ແປງ​ທີ່​ຜູ້​ເພາະ​ພັນ​ຫມາ​ເຮັດ​ໄດ້​ມັກ​ຈະ​ເປັນ​ຫມາ​ທີ່​ພັນທຸກຳ​ບົກ​ພ່ອງ. ຕົວຢ່າງ ຫມາ​ເຕ້ຍ (ດັກ​ຮຸນ) ເກີດ​ຈາກ​ການ​ບົກ​ພ່ອງ​ທາງ​ພັນທຸກຳ​ຈຶ່ງ​ເຮັດ​ໃຫ້​ຫມາ​ນີ້​ເປັນ​ພັນ​ເຕ້ຍ​ເພາະ​ກະດູກ​ອ່ອນ​ບໍ່​ໄດ້​ຂະຫຍາຍ​ຕົວ​ປົກກະຕິ.

^ ຂໍ້ 6 ພະທຳ​ຕົ້ນເດີມ​ບົດ​ທີ​ຫນຶ່ງ​ກ່າວ​ວ່າ​ທັງ​ພືດ​ແລະ​ສັດ​ຖືກ​ສ້າງ​ຂຶ້ນ​ມາ​ຕາມ “ເຊື້ອ​ຊາດ” (ປະເພດ) ຂອງ​ມັນ. ຄຳ​ວ່າ “ເຊື້ອ​ຊາດ” ຕາມ​ເຄົ້າ​ສັບ​ພາສາ​ເຫບເລີ​ທີ່​ໃຊ້​ໃນ​ພະທຳ​ຕົ້ນເດີມ​ມີ​ຄວາມຫມາຍ​ກວ້າງ​ກວ່າ​ຄຳ​ວ່າ “ຊະນິດ” ຕາມ​ທີ່​ນັກ​ວິທະຍາສາດ​ໃຊ້​ເອີ້ນ​ຊະນິດ​ໃຫມ່ໆທີ່​ພັດທະນາ​ຂຶ້ນ. ທີ່​ຈິງ​ແລ້ວ “ຊະນິດ” ທີ່​ນັກ​ວິທະຍາສາດ​ໃຊ້​ນັ້ນ​ເປັນ​ປີກ​ຍ່ອຍ​ຂອງ “ເຊື້ອ​ຊາດ” ໃນ​ຄວາມຫມາຍ​ຕາມ​ບັນທຶກ​ໃນ​ຕົ້ນເດີມ.

^ ຂໍ້ 8 ການ​ຄົ້ນ​ຄວ້າ​ໄດ້​ສະແດງ​ວ່າ ໂປໂຕພລາດ​ຈຸລັງ ເຍື່ອ​ຫຸ້ມ​ຈຸລັງ ແລະ​ໂຄງ​ສ້າງ​ແນວ​ອື່ນໆກໍ​ມີ​ສ່ວນ​ໃນ​ການ​ກຳນົດ​ລັກສະນະ​ຂອງ​ສິ່ງ​ທີ່​ມີ​ຊີວິດ.

^ ຂໍ້ 9 ເລີນນິກ​ເຊື່ອ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ຖືກ​ສ້າງ​ຂຶ້ນ. ຄວາມ​ຄິດ​ເຫັນ​ໃນ​ບົດ​ຄວາມ​ນີ້​ແມ່ນ​ຂອງ​ເລີນນິກ​ເອງ ແລະ​ບໍ່​ແມ່ນ​ຄວາມ​ຄິດ​ເຫັນ​ຂອງ​ສະຖາບັນ​ມາກພລັງ​ທີ່​ທຳ​ການ​ຄົ້ນ​ຄວ້າ​ດ້ານ​ປະສົມ​ພັນ​ພືດ.

^ ຂໍ້ 10 ຜົນ​ຂອງ​ການ​ທົດລອງ​ກ່ຽວ​ກັບ​ການ​ກາຍ​ພັນ​ປາກົດ​ໃຫ້​ເຫັນ​ຊໍ້າ​ຫລາຍ​ເທື່ອ​ວ່າ​ຈຳນວນ​ໂຕ​ກາຍ​ພັນ​ຊະນິດ​ໃຫມ່ໆຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຂະນະ​ທີ່​ໂຕ​ກາຍ​ພັນ​ຊະນິດ​ເດີມ​ມີ​ໃຫ້​ເຫັນ​ສະເຫມີ. ນອກ​ຈາກ​ນັ້ນ ພືດ​ທີ່​ກາຍ​ພັນ​ຫນ້ອຍ​ກວ່າ​ຫນຶ່ງ​ສ່ວນ​ຮ້ອຍ​ຂອງ​ຈຳນວນ​ຖືກ​ຄັດ​ເລືອກ​ໄປ​ໃຊ້​ເພື່ອ​ການ​ທົດລອງ​ຕໍ່​ໄປ ແລະ​ຫນ້ອຍ​ກວ່າ​ຈຳນວນ​ຫນຶ່ງ​ສ່ວນ​ຮ້ອຍ​ຈາກ​ຈຳນວນ​ນັ້ນ​ສາມາດ​ໃຊ້​ເພື່ອ​ປະໂຫຍດ​ທາງ​ດ້ານ​ການ​ຄ້າ. ຢ່າງ​ໃດ​ກໍ​ຕາມ ບໍ່​ໄດ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ຊະນິດ​ໃຫມ່​ຂຶ້ນ. ການ​ປະສົມ​ພັນ​ສັດ​ທີ່​ກາຍ​ພັນ​ແຮ່ງ​ຫນ້ອຍ​ກວ່າ​ຜົນ​ສຳເລັດ​ກ່ຽວ​ກັບ​ພືດ ແລະ​ວິທີ​ນັ້ນ​ກໍ​ຖືກ​ຍົກ​ເລີກ​ໄປ​ເລີຍ.

^ ຂໍ້ 21 ແມ່ນ​ແຕ່​ຕົວຢ່າງ​ຂອງ​ຟອດຊິນ​ທີ່​ມີ​ແຕ່​ຈຳນວນ​ຫນ້ອຍ​ທີ່​ຜູ້​ຄົ້ນ​ຄວ້າ​ເອົາ​ມາ​ເພື່ອ​ພິສູດ​ເລື່ອງ​ທິດສະດີ​ວິວັດທະນາການ​ກໍ​ຍັງ​ເປັນ​ເລື່ອງ​ໂຕ້​ຖຽງ​ກັນ​ຢູ່. ເຊີນ​ເບິ່ງ​ຫນ້າ 22 ຫາ 29 ຂອງ​ຈຸນລະສານ ຕົ້ນ​ກຳເນີດ​ຂອງ​ຊີວິດ—ຫ້າ​ຄຳຖາມ​ທີ່​ເປັນ​ຕາ​ຄິດ (ພາສາ​ໄທ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

^ ຂໍ້ 24 “ຫລັກ​ປັດຊະຍາ​ວັດຖຸ​ນິຍົມ” ໃນ​ນີ້​ຫມາຍ​ຄວາມ​ວ່າ​ທຸກໆສິ່ງ​ໃນ​ເອກະພົບ​ລວມ​ເຖິງ​ຊີວິດ ເກີດ​ມາ​ໂດຍ​ບໍ່​ມີ​ການ​ແຊກ​ແຊງ​ຈາກ​ສິ່ງ​ທີ່​ເຫນືອ​ທຳມະຊາດ.