ສິ່ງທີ່ທ່ານເຊື່ອເປັນເລື່ອງທີ່ສຳຄັນແທ້ໆບໍ?
ທ່ານຄິດວ່າຊີວິດມີຈຸດມຸ່ງຫມາຍບໍ? ທ່ານ ວິນລຽມ ບີ. ໂພໄວ ນັກວິວັດທະນາການບອກວ່າ “ສິ່ງທີ່ເຮົາໄດ້ຮຽນກ່ຽວກັບຂະບວນການວິວັດທະນາການມີຄວາມສຳຄັນຫລາຍຕໍ່ເຮົາ ແລະມີຜົນຕໍ່ແນວຄິດຂອງເຮົາກ່ຽວກັບຄວາມຫມາຍຂອງຊີວິດ.” ແຕ່ລາວໃຫ້ຂໍ້ສະຫລຸບແນວໃດ? “ຂ້ອຍບໍ່ເຫັນຈຸດມຸ່ງຫມາຍແທ້ໆໃນຊີວິດຂອງມະນຸດ.”32
ຂໍໃຫ້ພິຈາລະນາຄວາມຫມາຍຂອງຄຳເວົ້ານີ້. ຖ້າຊີວິດບໍ່ມີຄວາມຫມາຍທີ່ແທ້ຈິງ ທ່ານກໍຈະບໍ່ມີຈຸດມຸ່ງຫມາຍອັນໃດໃນການມີຊີວິດຢູ່ ນອກຈາກພະຍາຍາມເຮັດດີແດ່ ແລະອາດຖ່າຍທອດແນວພັນທຸກຳໃຫ້ຄົນຮຸ່ນຕໍ່ໄປ. ໃນຕອນທີ່ຕາຍ ທ່ານກໍສູນສິ້ນຕະຫລອດໄປ. ສະຫມອງຂອງທ່ານແລະຄວາມສາມາດທີ່ຈະຄິດ ການຫາເຫດຜົນ ການຄົ້ນຄິດເລື່ອງຄວາມຫມາຍຂອງຊີວິດຄົງຈະເປັນພຽງແຕ່ເລື່ອງບັງເອີນຂອງທຳມະຊາດ.
ນອກຈາກນັ້ນ ຫລາຍຄົນທີ່ເຊື່ອເລື່ອງວິວັດທະນາການຢືນຢັນວ່າບໍ່ມີພະເຈົ້າ ຫລືບອກວ່າພະເຈົ້າບໍ່ແຊກແຊງວຽກງານຂອງມະນຸດ. ບໍ່ວ່າຈະເປັນແນວໃດອະນາຄົດຂອງເຮົາຈະຂຶ້ນກັບນັກການເມືອງ ນັກການສຶກສາ ແລະຜູ້ນຳທາງສາສະຫນາ. ເມື່ອພິຈາລະນາເຖິງປະຫວັດທີ່ຜ່ານມາຂອງບຸກຄົນເຫລົ່ານີ້ ຄວາມສັບສົນ ການຂັດແຍ່ງ ການສໍ້ໂກງທີ່ທຳລາຍສັງຄົມມະນຸດຍັງດຳເນີນຢູ່ຕໍ່ໄປ. ທີ່ຈິງຖ້າວິວັດທະນາເປັນຄວາມຈິງ ມັນກໍເບິ່ງຄືມີເຫດຜົນພຽງພໍທີ່ຈະໃຊ້ຊີວິດຕາມຄະຕິປະຈຳໃຈເລື່ອງຊະຕາລິຂິດທີ່ວ່າ “ເຮົາທັງຫລາຍຈົ່ງກິນແລະດື່ມເຖີ້ນ ເຫດວ່າມື້ອື່ນນີ້ເຮົາທັງຫລາຍຈະຕາຍ.”—1 ໂກລິນໂທ 15:32.
ໃນທາງກົງກັນຂ້າມຄຳພີໄບເບິນສອນວ່າ “ນໍ້າຄຳຊີວິດມາແຕ່ພະອົງ.” (ຄຳເພງ 36:9) ຄຳນີ້ມີຄວາມຫມາຍສຳຄັນຫລາຍຢ່າງ.
ຖ້າສິ່ງທີ່ຄຳພີໄບເບິນກ່າວເປັນຄວາມຈິງຊີວິດຈະຕ້ອງມີຄວາມຫມາຍ. ຜູ້ທີ່ສ້າງເຮົາມີໃຈປະສົງທີ່ປ່ຽມດ້ວຍຄວາມຮັກຕໍ່ທຸກໆຄົນທີ່ເລືອກຈະດຳເນີນຊີວິດຕາມໃຈປະສົງຂອງພະອົງ. (ຜູ້ເທສະຫນາປ່າວປະກາດ 12:13) ໃຈປະສົງນັ້ນລວມເຖິງການມີຊີວິດຢູ່ໃນໂລກທີ່ບໍ່ມີຄວາມສັບສົນ ບໍ່ມີຄວາມຂັດແຍ່ງ ບໍ່ມີການສໍ້ໂກງ ແລະແມ່ນແຕ່ຄວາມຕາຍກໍບໍ່ມີ.—ຄຳເພງ 37:10, 11; ເອຊາອີ 25:6-8.
ດ້ວຍເຫດຜົນທີ່ດີຫລາຍລ້ານຄົນເຊື່ອວ່າການຮຽນຮູ້ເລື່ອງພະເຈົ້າ ແລະເຊື່ອຟັງພະອົງເຮັດໃຫ້ຊີວິດຂອງເຮົາມີຄວາມຫມາຍເຊິ່ງບໍ່ສາມາດໄດ້ຈາກບ່ອນອື່ນ! (ໂຢຮັນ 17:3) ຄວາມເຊື່ອແບບນີ້ບໍ່ແມ່ນຄວາມເພີ້ຝັນ. ມີຫລັກຖານຊັດເຈນທີ່ວ່າມີຜູ້ສ້າງສິ່ງທີ່ມີຊີວິດ.