ບົດທີ 9
ຜົນຂອງການປະກາດ—‘ທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ’
ຈຸດສຳຄັນຂອງບົດນີ້
ພະເຢໂຫວາເຮັດໃຫ້ເມັດຂອງຄວາມຈິງເລື່ອງລາຊະອານາຈັກເຕີບໃຫຍ່ຂຶ້ນ
1, 2. (ກ) ລູກສິດຂອງພະເຍຊູແປກໃຈເລື່ອງຫຍັງ? (ຂ) ພະເຍຊູເວົ້າເຖິງວຽກກ່ຽວແບບໃດ?
ເມື່ອພະເຍຊູບອກລູກສິດໃຫ້ ‘ແຫງນຕາແລະເບິ່ງທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ.’ ເຂົາເຈົ້າຮູ້ສຶກແປກໃຈຫຼາຍ ຍ້ອນວ່າເມື່ອຫຼຽວເບິ່ງທົ່ງນາທີ່ພະເຍຊູຊີ້ໃຫ້ເບິ່ງ ເຂົາເຈົ້າກໍເຫັນແຕ່ຕົ້ນເຂົ້າສີຂຽວທີ່ງອກງາມຢູ່ເຕັມທົ່ງນາ ບໍ່ໄດ້ເຫຼືອງເຕັມທົ່ງຄືກັບທີ່ພະເຍຊູເວົ້າ. ດັ່ງນັ້ນ ເຂົາເຈົ້າຈຶ່ງສົງໄສວ່າ: ‘ຈະກ່ຽວໄດ້ແນວໃດ? ເພາະອີກຕັ້ງຫຼາຍເດືອນຈຶ່ງຈະເຖິງລະດູກ່ຽວ.’—ໂຢ. 4:35
2 ພະເຍຊູບໍ່ໄດ້ເວົ້າເຖິງການກ່ຽວເຂົ້າໃນນາແທ້ໆ ເພິ່ນພຽງແຕ່ໃຊ້ໂອກາດນັ້ນເພື່ອສອນບົດຮຽນທີ່ສຳຄັນໃຫ້ກັບພວກລູກສິດ 2 ເລື່ອງ. ການກ່ຽວທີ່ພະເຍຊູເວົ້າເຖິງນີ້ໝາຍເຖິງການລວບລວມຜູ້ຄົນເຂົ້າມາໃນປະຊາຄົມຄລິດສະຕຽນ ແລ້ວບົດຮຽນສຳຄັນ 2 ເລື່ອງນັ້ນແມ່ນຫຍັງ? ໃຫ້ເຮົາມາພິຈາລະນາລາຍລະອຽດນຳກັນແລ້ວຈະໄດ້ຄຳຕອບ.
ການເອີ້ນໃຫ້ເຮັດວຽກແລະຄຳສັນຍາທີ່ວ່າຜູ້ເຮັດວຽກຈະມີຄວາມສຸກ
3. (ກ) ພະເຍຊູອາດເຫັນອັນໃດເມື່ອເວົ້າວ່າ: ‘ທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ’? (ຂ) ເພື່ອຊ່ວຍລູກສິດໃຫ້ເຂົ້າໃຈຊັດເຈນຫຼາຍຂຶ້ນ ພະເຍຊູໄດ້ເວົ້າຫຍັງອີກ?
3 ພະເຍຊູເວົ້າເລື່ອງນີ້ກັບພວກລູກສິດໃນທ້າຍປີ ຄ.ສ. 30 ໃກ້ເມືອງຊີຄາແຂວງສະມາລີ. ລະຫວ່າງທີ່ພວກລູກສິດກຳລັງເຂົ້າໄປໃນເມືອງ ພະເຍຊູຄອຍຖ້າເຂົາເຈົ້າຢູ່ທີ່ບໍ່ນ້ຳ ແລ້ວເພິ່ນກໍໄດ້ລົມກັບຜູ້ຍິງຄົນໜຶ່ງ ເພິ່ນບອກຄວາມຈິງຫຼາຍເລື່ອງກ່ຽວກັບພະເຈົ້າໃຫ້ລາວຟັງ ຜູ້ຍິງຄົນນີ້ເຂົ້າໃຈທັນທີວ່າເລື່ອງທີ່ພະເຍຊູສອນສຳຄັນຂະໜາດໃດ. ເມື່ອພວກລູກສິດກັບມາ ລາວກໍຟ້າວແລ່ນໄປເມືອງຊີຄາແລະເລົ່າໃຫ້ເພື່ອນບ້ານຟັງດ້ວຍຄວາມຕື່ນເຕັ້ນກ່ຽວກັບສິ່ງທີ່ລາວໄດ້ຮຽນຮູ້. ເມື່ອເຂົາເຈົ້າໄດ້ຍິນກໍສົນໃຈຫຼາຍ ເຂົາເຈົ້າຈຶ່ງຟ້າວໄປທີ່ບໍ່ນ້ຳເພື່ອຈະພົບພະເຍຊູ ແລະອາດເປັນໄປໄດ້ວ່າພະເຍຊູແນມເບິ່ງຜ່ານທົ່ງນາທີ່ຢູ່ແຖວນັ້ນແລ້ວເຫັນຝູງຊົນຊາວສະມາລີທີ່ພາກັນມາຫາເພິ່ນ. ພະເຍຊູຈຶ່ງເວົ້າຂຶ້ນວ່າ: ‘ເບິ່ງທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ.’ ແລະເພື່ອຊ່ວຍລູກສິດໃຫ້ເຂົ້າໃຈຊັດເຈນວ່າເພິ່ນບໍ່ໄດ້ເວົ້າເຖິງການກ່ຽວເຂົ້າໃນທົ່ງນາແທ້ໆ ແຕ່ໝາຍເຖິງວຽກກ່ຽວຂອງພະເຈົ້າ ພະເຍຊູຈຶ່ງເວົ້າຕໍ່ໄປອີກວ່າ: “ຜູ້ທີ່ກ່ຽວເຂົ້າ . . . ກໍໂຮມໝາກໄວ້ສຳລັບຊີວິດອັນຕະຫຼອດໄປເປັນນິດ.”—ໂຢ. 4:5-30, 36
4. (ກ) ບົດຮຽນສຳຄັນ 2 ເລື່ອງທີ່ໄດ້ຈາກຄຳສອນຂອງພະເຍຊູເລື່ອງວຽກກ່ຽວແມ່ນຫຍັງ? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງ?
4 ບົດຮຽນສຳຄັນ 2 ເລື່ອງທີ່ໄດ້ຈາກຄຳສອນຂອງພະເຍຊູໃນເລື່ອງວຽກກ່ຽວຂອງພະເຈົ້າແມ່ນຫຍັງ? ໜຶ່ງ ວຽກນີ້ເປັນວຽກດ່ວນ. ຄຳເວົ້າທີ່ໜັກແໜ້ນຂອງພະເຍຊູທີ່ວ່າ: ‘ທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ’ ເປັນຄຳເຕືອນໃຫ້ພວກລູກສິດລົງມື ເຮັດທັນທີ ແລະເພື່ອເນັ້ນໃຫ້ເຫັນວ່າວຽກນີ້ດ່ວນສ່ຳໃດ ພະເຍຊູຈຶ່ງເວົ້າກັບລູກສິດອີກວ່າ: “ຜູ້ທີ່ກ່ຽວເຂົ້າກໍຮັບ [ຄ່າ] ຈ້າງ.” ແມ່ນແລ້ວ! ວຽກກ່ຽວເລີ່ມຂຶ້ນແລ້ວ ຊັກຊ້າບໍ່ໄດ້! ສອງ ຄົນທີ່ເຮັດວຽກຈະມີຄວາມສຸກ. ພະເຍຊູສັນຍາວ່າທັງຜູ້ຫວ່ານກັບຜູ້ກ່ຽວຈະ “ຊື່ນຊົມຍິນດີ” ດ້ວຍກັນ. (ໂຢ. 4:35 ສ່ວນ ຂ, 36) ພະເຍຊູມີຄວາມສຸກຫຼາຍແທ້ໆເມື່ອເຫັນ “ຊາວສະມາລີຫຼາຍຄົນ . . . ໄດ້ເຊື່ອ” ໃນພະອົງ ດັ່ງນັ້ນ ລູກສິດຂອງພະເຍຊູກໍມີຄວາມສຸກຄືກັນເມື່ອເຂົາເຈົ້າທຸ່ມເທສຸດຊີວິດເພື່ອເຮັດວຽກນັ້ນ. (ໂຢ. 4:39-42) ເລື່ອງທີ່ເກີດຂຶ້ນໃນສະໄໝສະຕະວັດທຳອິດນີ້ມີຄວາມໝາຍຕໍ່ເຮົາເປັນພິເສດ ເພາະວ່າເລື່ອງນີ້ສະແດງໃຫ້ເຫັນເຖິງສິ່ງທີ່ກຳລັງເກີດຂຶ້ນໃນສະໄໝຂອງເຮົາ ແລະເປັນໄລຍະຂອງການເກັບກ່ຽວຜູ້ຄົນເຂົ້າມາຢູ່ໃນປະຊາຄົມຄລິດສະຕຽນຄັ້ງສຳຄັນທີ່ສຸດເທົ່າທີ່ເຄີຍມີມາ ແລ້ວວຽກກ່ຽວໃນສະໄໝປັດຈຸບັນເລີ່ມຂຶ້ນຕອນໃດ? ໃຜແດ່ທີ່ຮ່ວມເຮັດວຽກນີ້? ແລະຜົນທີ່ໄດ້ຮັບເປັນແນວໃດ?
ກະສັດຂອງເຮົານຳໜ້າໃນວຽກກ່ຽວຄັ້ງສຳຄັນທີ່ສຸດເທົ່າທີ່ເຄີຍມີມາ
5. ໃຜເປັນຜູ້ນຳໃນການລວບລວມຜູ້ຄົນຈາກທົ່ວໂລກໃຫ້ເຂົ້າມາໃນປະຊາຄົມຄລິດສະຕຽນ ແລະນິມິດຂອງໂຢຮັນສະແດງໃຫ້ເຫັນແນວໃດວ່າວຽກນີ້ເປັນວຽກດ່ວນ?
5 ໃນນິມິດທີ່ໂຢຮັນເຫັນ ພະເຢໂຫວາເປີດເຜີຍວ່າພະອົງແຕ່ງຕັ້ງພະເຍຊູເປັນຜູ້ນຳໃນການລວບລວມຫຼືເກັບກ່ຽວຜູ້ຄົນເຂົ້າມາໃນປະຊາຄົມຄລິດສະຕຽນ. (ອ່ານຄຳປາກົດ 14:14-16) ຕາມນິມິດນີ້ ພະເຍຊູສວມມົງກຸດຄຳແລະກຳລັງຖືເຫຼັກກ່ຽວຢູ່. ‘ພວງມາໄລ [“ມຸງກຸດ,” ລ.ມ.] ທອງຄຳທີ່ຄຽນຫົວ [ພະເຍຊູ]’ ບົ່ງບອກເຖິງຕຳແໜ່ງກະສັດຂອງເພິ່ນ. ສ່ວນ “ເຫຼັກກ່ຽວອັນຄົມ” ສະແດງວ່າເພິ່ນຄືຜູ້ກ່ຽວ. ຖ້ອຍຄຳທີ່ພະເຢໂຫວາເວົ້າຜ່ານທາງທູດສະຫວັນວ່າ: “ເຂົ້າແຫ່ງແຜ່ນດິນໂລກກໍຫ້າວແຫ້ງ [ສຸກເຕັມທີ, ລ.ມ.] ແລ້ວ” ເນັ້ນວ່າ: ວຽກນີ້ເປັນວຽກດ່ວນ. ທີ່ຈິງ ‘ເວລາຈະກ່ຽວມາເຖິງແລ້ວ’ ຊັກຊ້າບໍ່ໄດ້! ເມື່ອພະເຍຊູໄດ້ຍິນພະເຈົ້າສັ່ງວ່າ: ‘ຈົ່ງໃຊ້ເຫຼັກກ່ຽວເພື່ອກ່ຽວ’ ເພິ່ນໃຊ້ເຫຼັກກ່ຽວນັ້ນກ່ຽວແຜ່ນດິນໂລກ ເຊິ່ງໝາຍເຖິງການລວບລວມຜູ້ຄົນທີ່ຢູ່ເທິງໂລກ. ນິມິດທີ່ໜ້າຕື່ນເຕັ້ນນີ້ເຕືອນວ່າ: ‘ທົ່ງນາເຂົ້າ . . . ເຫຼືອງພໍທີ່ຈະກ່ຽວໄດ້ແລ້ວ.’ ນິມິດນີ້ຊ່ວຍເຮົາໃຫ້ຮູ້ໄດ້ບໍວ່າວຽກກ່ຽວທົ່ວໂລກເລີ່ມຕົ້ນເມື່ອໃດ? ໄດ້ແທ້!
6. (ກ) “ລະດູກ່ຽວ” ເລີ່ມຕົ້ນເມື່ອໃດ? (ຂ) ການ ‘ກ່ຽວເຂົ້າຈາກແຜ່ນດິນໂລກ.’ ເລີ່ມແທ້ໆເມື່ອໃດ? ຂໍໃຫ້ອະທິບາຍ
6 ເນື່ອງຈາກນິມິດຂອງໂຢຮັນໃນຄຳປາກົດບົດ 14 ສະແດງວ່າພະເຍຊູເປັນຜູ້ກ່ຽວແລະສວມມົງກຸດຢູ່ (ຂໍ້ 14) ເພິ່ນໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດໃນປີ 1914. (ດາ. 7:13, 14) ເມື່ອເປັນກະສັດໄດ້ໄລຍະໜຶ່ງ ພະເຍຊູກໍໄດ້ຮັບຄຳສັ່ງໃຫ້ເລີ່ມກ່ຽວ (ຂໍ້ 15) ນິມິດນີ້ກັບຕົວຢ່າງປຽບທຽບເລື່ອງການກ່ຽວເຂົ້າເມັດດີແມ່ນມີລຳດັບເຫດການແບບດຽວກັນ ພະເຍຊູເວົ້າວ່າ: “ລະດູກ່ຽວໝາຍເຖິງສະໄໝສຸດທ້າຍຂອງໂລກນີ້, ລ.ມ.” ດັ່ງນັ້ນ ລະດູກ່ຽວແລະສະໄໝສຸດທ້າຍຈຶ່ງເລີ່ມຕົ້ນຂຶ້ນໃນເວລາດຽວກັນຄືປີ 1914. (ມັດ. 13:30, 39) ເມື່ອເບິ່ງຫວນກັບໄປ ເຮົາຈະເຫັນວ່າວຽກກ່ຽວແທ້ໆບໍ່ໄດ້ເລີ່ມຕົ້ນຂຶ້ນທັນທີຫຼັງຈາກພະເຍຊູປົກຄອງເປັນກະສັດ. ສິ່ງທຳອິດທີ່ເພິ່ນເຮັດກໍຄືຊຳຮະພວກລູກສິດທີ່ຖືກເຈີມໃຫ້ບໍລິສຸດໃນປີ 1914 ເຖິງຕົ້ນປີ 1919. (ມລກີ. 3:1-3; 1 ເປ. 4:17) ຕໍ່ມາໃນປີ 1919 ເພິ່ນກໍເລີ່ມ ‘ກ່ຽວເຂົ້າຈາກແຜ່ນດິນໂລກ.’ ພະເຍຊູບໍ່ຊັກຊ້າ ເພິ່ນໄດ້ໃຊ້ທາດສັດຊື່ທີ່ຫາກໍໄດ້ຮັບການແຕ່ງຕັ້ງເພື່ອຊ່ວຍເຫຼືອພວກພີ່ນ້ອງໃຫ້ເຫັນເຖິງຄວາມເລັ່ງດ່ວນຂອງວຽກປະກາດ. ໃຫ້ເຮົາມາເບິ່ງນຳກັນວ່າມີຫຍັງເກີດຂຶ້ນແດ່.
7. (ກ) ການກວດສອບອັນໃດທີ່ຊ່ວຍໃຫ້ພີ່ນ້ອງເຫັນວ່າວຽກປະກາດເປັນເລື່ອງຮີບດ່ວນ? (ຂ) ມີການສະໜັບສະໜູນພີ່ນ້ອງໃຫ້ເຮັດຫຍັງ?
7 ຫໍສັງເກດການ ກໍລະກົດ 1920 ບອກວ່າ: “ການກວດສອບຄຳພີໄບເບິນເຮັດໃຫ້ ເຫັນຫຼັກຖານວ່າ: ພະເຈົ້າມອບວຽກທີ່ມີກຽດໃຫ້ປະຊາຄົມຄລິດສະຕຽນເຮັດເຊິ່ງກໍຄື ການບອກຂ່າວສານເລື່ອງລາຊະອານາຈັກ.” ຕົວຢ່າງເຊັ່ນ: ຄຳພະຍາກອນຂອງເອຊາອີຊ່ວຍພີ່ນ້ອງໃຫ້ເຂົ້າໃຈວ່າຕ້ອງມີການປະກາດຂ່າວສານເລື່ອງລາຊະອານາຈັກຂອງພະເຈົ້າອອກໄປທົ່ວໂລກ. (ເອຊາ. 49:6; 52:7; 61:1-3) ເຖິງແມ່ນເຂົາເຈົ້າບໍ່ຮູ້ວ່າວຽກນີ້ຈະໄປທົ່ວໂລກໄດ້ແນວໃດ ແຕ່ກໍໝັ້ນໃຈໄດ້ວ່າພະເຢໂຫວາມີວິທີທີ່ຈະເຮັດໃຫ້ຂ່າວສານແຜ່ອອກໄປ. (ອ່ານເອຊາອີ 59:1) ຫຼັງຈາກເຂົ້າໃຈຢ່າງຊັດເຈນວ່າວຽກປະກາດເປັນເລື່ອງຮີບດ່ວນ ເຂົາເຈົ້າກໍສະໜັບສະໜູນພີ່ນ້ອງໃຫ້ອອກປະກາດຫຼາຍຂຶ້ນ ແລ້ວພີ່ນ້ອງຕອບຮັບແນວໃດ?
8. ໃນປີ 1921 ຄວາມຈິງທີ່ສຳຄັນ 2 ຂໍ້ກ່ຽວກັບວຽກປະກາດທີ່ພີ່ນ້ອງເຂົ້າໃຈແມ່ນຫຍັງ?
8 ຫໍສັງເກດການ ທັນວາ 1921 ປະກາດວ່າ: “ນີ້ເປັນປີທີ່ຍອດຢ້ຽມທີ່ສຸດ ແລະຄົນທີ່ໄດ້ຍິນຄວາມຈິງໃນປີ 1921 ກໍມີຈຳນວນຫຼາຍກວ່າປີກ່ອນໆ.” ວາລະສານສະບັບນັ້ນຍັງບອກອີກວ່າ: “ຍັງມີວຽກຫຼາຍຢ່າງທີ່ຕ້ອງເຮັດ . . . ໃຫ້ເຮົາເຮັດດ້ວຍຄວາມເຕັມໃຈແລະມີຄວາມສຸກ.” ຂໍໃຫ້ສັງເກດວ່າພີ່ນ້ອງເຂົ້າໃຈຄວາມຈິງທີ່ສຳຄັນ 2 ຂໍ້ກ່ຽວກັບວຽກປະກາດຄື: ວຽກນີ້ເປັນວຽກດ່ວນ ແລະຜູ້ທີ່ເຮັດວຽກນີ້ຈະມີຄວາມສຸກຕາມທີ່ພະເຍຊູໄດ້ບອກກັບອັກຄະສາວົກໄວ້ແລ້ວ.
9. (ກ) ໃນປີ 1954 ຫໍສັງເກດການ ເວົ້າເຖິງວຽກກ່ຽວແນວໃດ ແລະຍ້ອນຫຍັງ? (ຂ) ຜູ້ປະກາດໃນທົ່ວໂລກມີຈຳນວນເພີ່ມຂຶ້ນເທົ່າໃດໃນໄລຍະ 50 ປີທີ່ຜ່ານມາ? (ເບິ່ງແຜນພູມ “ ຈຳນວນທີ່ເພີ່ມຂຶ້ນທົ່ວໂລກ”)
9 ລະຫວ່າງທົດສະວັດ 1930 ຫຼັງຈາກພີ່ນ້ອງເຂົ້າໃຈວ່າຊົນຝູງໃຫຍ່ເຊິ່ງເປັນແກະອື່ນຈະເຕັມໃຈຕອບຮັບຂ່າວສານເລື່ອງລາຊະອານາຈັກຂອງພະເຈົ້າ ວຽກປະກາດກໍແຮ່ງແຜ່ຂະຫຍາຍອອກໄປຢ່າງກວ້າງຂວາງ. (ເອຊາ. 55:5; ໂຢ. 10:16; ຄຳປ. 7:9) ຜົນເປັນແນວໃດ? ຈຳນວນຄົນທີ່ປະກາດຂ່າວສານເລື່ອງລາຊະອານາຈັກເພີ່ມຂຶ້ນຈາກ 41.000 ຄົນໃນປີ 1934 ເປັນ 500.000 ຄົນໃນປີ 1953! ຫໍສັງເກດການ 1 ທັນວາ 1954 ລົງຄວາມເຫັນໄດ້ຢ່າງຖືກຕ້ອງວ່າ: “ວຽກກ່ຽວທີ່ຍິ່ງໃຫຍ່ນີ້ຂະຫຍາຍອອກໄປທົ່ວທຸກມຸມໂລກໄດ້ກໍຍ້ອນພະລັງບໍລິສຸດຂອງພະເຢໂຫວາແລະພະລັງຂອງຄຳພີໄບເບິນ.” a—ຊກາ. 4:6
ປະເທດ |
1962 |
1987 |
2013 |
---|---|---|---|
ອົດສະຕຣາລີ |
15,927 |
46,170 |
66,023 |
ເບຣຊິນ |
26,390 |
216,216 |
756,455 |
ຝຣັ່ງ |
18,452 |
96,954 |
124,029 |
ອີຕາລີ |
6,929 |
149,870 |
247,251 |
ຍີ່ປຸ່ນ |
2,491 |
120,722 |
217,154 |
ແມັກຊິກ |
27,054 |
222,168 |
772,628 |
ນີເຊເຣຍ |
33,956 |
133,899 |
344,342 |
ຟີລິບປິນ |
36,829 |
101,735 |
181,236 |
ສະຫະລັດເອເມຣິກາ |
289,135 |
780,676 |
1,203,642 |
ແຊມເບຍ |
30,129 |
67,144 |
162,370 |
1950 |
234,952 |
1960 |
646,108 |
1970 |
1,146,378 |
1980 |
1,371,584 |
1990 |
3,624,091 |
2000 |
4,766,631 |
2010 |
8,058,359 |
ຕົວຢ່າງປຽບທຽບບອກລ່ວງໜ້າເຖິງຜົນທີ່ຈະເກັບກ່ຽວໄດ້
10, 11. ຕົວຢ່າງປຽບທຽບນີ້ເນັ້ນເລື່ອງການເຕີບໃຫຍ່ຂອງເມັດມັດສະຕາດໃນແງ່ໃດແດ່?
10 ພະເຍຊູຍົກຕົວຢ່າງປຽບທຽບເລື່ອງລາຊະອານາຈັກ ເຊິ່ງບອກລ່ວງໜ້າເຖິງຜົນຂອງການເກັບກ່ຽວທີ່ກຳລັງເຮັດຢູ່ໃນເວລານີ້. ໃຫ້ເຮົາມາເບິ່ງຕົວຢ່າງ 2 ເລື່ອງຄື: ເລື່ອງເມັດມັດສະຕາດແລະເລື່ອງເຊື້ອ.
11 ຕົວຢ່າງປຽບທຽບເລື່ອງເມັດຜັກກາດເຊິ່ງໝາຍເຖິງເມັດມັດສະຕາດ. ຊາຍຄົນໜຶ່ງປູກເມັດມັດສະຕາດເມັດໜຶ່ງໄວ້ໃນທົ່ງນາ. ມັນເຕີບໃຫຍ່ຂຶ້ນຈົນກາຍເປັນຕົ້ນໄມ້ໃຫຍ່ ນົກກໍມາຈັບແລະອາໄສຢູ່ຕາມກິ່ງຂອງມັນ. (ອ່ານມັດທາຍ 13:31, 32) ຕົວຢ່າງນີ້ເນັ້ນເລື່ອງການເຕີບໃຫຍ່ຂອງເມັດມັດສະຕາດໃນແງ່ໃດແດ່? (1) ການເຕີບໃຫຍ່ຂອງຕົ້ນມັດສະຕາດມີຂະໜາດໃຫຍ່ຫຼາຍຈົນໜ້າງຶດງໍ້ ຄືເລີ່ມຈາກ ‘ເມັດນ້ອຍກວ່າເມັດທັງປວງ’ ກາຍເປັນຕົ້ນໄມ້ທີ່ມີ “ກິ່ງໃຫຍ່ແຕກອອກ.” (ມໂກ. 4:31, 32) (2) ການເຕີບໃຫຍ່ນີ້ເປັນເລື່ອງທີ່ແນ່ນອນ. ວະລີທີ່ວ່າ: “ເມື່ອ [ເມັດ] ງອກຂຶ້ນແລ້ວມັນໃຫຍ່” ພະເຍຊູບໍ່ໄດ້ບອກວ່າ: “ມັນອາດຈະໃຫຍ່” ແຕ່ບອກວ່າ: “ມັນໃຫຍ່” ແລະເຕີບໃຫຍ່ໃນແບບທີ່ບໍ່ມີສິ່ງໃດມາຢຸດຢັ້ງໄດ້. (3) ຕົ້ນໄມ້ທີ່ເຕີບໃຫຍ່ຂຶ້ນເລື້ອຍໆນີ້ດຶງດູດພວກນົກໃຫ້ມາອາໄສຢູ່ໃນຮົ່ມຂອງມັນ. “ນົກທັງຫຼາຍໃນອາກາດມາ” ແລະ “ອາໄສຢູ່ໃນຮົ່ມມັນໄດ້.” ຕົວຢ່າງເລື່ອງເມັດມັດສະຕາດທັງ 3 ແງ່ນີ້ຈະປຽບຄືກັບການລວບລວມຜູ້ຄົນເຂົ້າມາໃນປະຊາຄົມຄລິດສະຕຽນໃນສະໄໝຂອງເຮົາແນວໃດ?
12. ເຮົາຈະປຽບທຽບເລື່ອງເມັດມັດສະຕາດກັບການລວບລວມຜູ້ຄົນເຂົ້າມາໃນປະຊາຄົມຄລິດສະຕຽນໃນສະໄໝນີ້ໄດ້ແນວໃດ? (ເບິ່ງແຜນພູມ “ ຈຳນວນການສຶກສາຄຳພີໄບເບິນທີ່ເພີ່ມຂຶ້ນເລື້ອຍໆ”)
12 (1) ຂະໜາດຂອງການເຕີບໃຫຍ່: ເມັດມັດສະຕາດປຽບເໝືອນຄົນງານ. ຕັ້ງແຕ່ປີ 1919 ມີການລວບລວມຄົນງານທີ່ກະຕືລືລົ້ນເຂົ້າມາໃນປະຊາຄົມຄລິດສະຕຽນເຊິ່ງໄດ້ຮັບການຟື້ນຟູແລ້ວ. ຕອນນັ້ນຄົນງານຍັງມີໜ້ອຍ ແຕ່ຈຳນວນກໍເພີ່ມຂຶ້ນຢ່າງໄວວາ. ທີ່ຈິງ ເມັດທີ່ນ້ອຍທີ່ສຸດໃນຕົ້ນສະຕະວັດທີ 20 ໄດ້ເຕີບໃຫຍ່ຂຶ້ນເປັນຕົ້ນໄມ້ທີ່ມີ “ກິ່ງໃຫຍ່ແຕກອອກ” ໃນເວລານີ້ແຫຼະທີ່ເປັນການເຕີບໃຫຍ່ແບບທີ່ບໍ່ເຄີຍມີມາກ່ອນ. (ເອຊາ. 60:22) (2) ຄວາມແນ່ນອນ: ປະຊາຄົມຄລິດສະຕຽນເຕີບໃຫຍ່ຈົນບໍ່ມີສິ່ງໃດມາຢຸດຢັ້ງໄວ້ໄດ້. ການຕໍ່ຕ້ານທີ່ມາຈາກສັດຕູຂອງພະເຈົ້າເຊິ່ງປຽບເໝືອນກ້ອນຫີນທີ່ເອົາມາວາງທັບເມັດພືດນ້ອຍໆນີ້ ກໍບໍ່ອາດຢຸດຢັ້ງການເຕີບໃຫຍ່ຂອງມັນໄດ້ ແລະມັນກໍເຕີບໃຫຍ່ຂຶ້ນເລື້ອຍໆຈົນດັນກ້ອນຫີນເຫຼົ່ານັ້ນອອກໄປ. (ເອຊາ. 54:17) (3) ບ່ອນຢູ່ອາໄສ: “ນົກທັງຫຼາຍໃນອາກາດ” ທີ່ອາໄສຢູ່ເທິງຕົ້ນໄມ້ນີ້ໝາຍເຖິງຄົນເປັນລ້ານໆທີ່ຮັກຄວາມຖືກຕ້ອງ ເຂົາເຈົ້າມາຈາກດິນແດນຕ່າງໆປະມານ 240 ດິນແດນ ຄົນເຫຼົ່ານີ້ຕອບຮັບຂ່າວສານເລື່ອງລາຊະອານາຈັກແລະເຂົ້າມາເປັນສ່ວນຂອງປະຊາຄົມຄລິດສະຕຽນ. (ເອເຊກ. 17:23) ເຂົ້າເຈົ້າໄດ້ຮັບຄວາມຮູ້ກ່ຽວກັບພະເຈົ້າ ຄວາມສົດຊື່ນ ແລະການປົກປ້ອງເມື່ອມາທີ່ນັ້ນ.—ເອຊາ. 32:1, 2; 54:13
13. ຕົວຢ່າງເລື່ອງເຊື້ອເນັ້ນການເຕີບໃຫຍ່ແບບໃດແດ່?
13 ຕົວຢ່າງປຽບທຽບເລື່ອງເຊື້ອ. ຫຼັງຈາກທີ່ຜູ້ຍິງເອົາເຊື້ອປະສົມໃສ່ແປ້ງ 3 ບຸງ ເຊື້ອກໍແຜ່ໄປທົ່ວແປ້ງ. (ອ່ານມັດທາຍ 13:33) ຕົວຢ່າງນີ້ເນັ້ນການເຕີບໃຫຍ່ແບບໃດແດ່? ໃຫ້ເຮົາມາເບິ່ງນຳກັນ 2 ແງ່ (1) ການເຕີບໃຫຍ່ແບບທີ່ເຮັດໃຫ້ເກີດການປ່ຽນແປງ. ຄຳພີໄບເບິນບອກວ່າ: ເຊື້ອນັ້ນເຮັດໃຫ້ ‘ແປ້ງນັ້ນຟູຂຶ້ນທັງໝົດ’ (2) ການເຕີບໃຫຍ່ເປັນແບບທີ່ກະຈາຍໄປຢ່າງທົ່ວເຖິງ. ເຊື້ອນັ້ນກະຈາຍໄປທົ່ວແປ້ງທີ່ຢູ່ໃນ “ບຸງ.” ຕົວຢ່າງເລື່ອງເຊື້ອຈະປຽບຄືກັບການລວບລວມຜູ້ຄົນທີ່ເຂົ້າມາໃນປະຊາຄົມຄລິດສະຕຽນໃນສະໄໝນີ້ແນວໃດ?
14. ຕົວຢ່າງເລື່ອງເຊື້ອຈະປຽບຄືກັບການລວບລວມຜູ້ຄົນໃນສະໄໝນີ້ແນວໃດ?
14 (1) ການປ່ຽນແປງ: ເຊື້ອໝາຍເຖິງຂ່າວສານເລື່ອງລາຊະອານາຈັກແລະແປ້ງທີ່ຟູຂຶ້ນຄືຜູ້ຄົນໃນໂລກ. ຫຼັງຈາກປະສົມເຊື້ອລົງໃນແປ້ງແລ້ວ ເຊື້ອກໍຈະເຮັດໃຫ້ເກີດການປ່ຽນແປງ ຂ່າວດີເລື່ອງລາຊະອານາຈັກກໍເຮັດໃຫ້ເກີດການປ່ຽນແປງໃນຫົວໃຈຂອງຜູ້ຄົນຫຼັງຈາກທີ່ເຂົາເຈົ້າຕອບຮັບຂ່າວສານນັ້ນ. (ໂລມ 12:2) (2) ກະຈາຍໄປ ຢ່າງທົ່ວເຖິງ: ເຊື້ອທີ່ແຜ່ໄປທົ່ວກ້ອນໝາຍເຖິງຂ່າວສານເລື່ອງລາຊະອານາຈັກທີ່ກະຈາຍອອກໄປ. ເຊື້ອທີ່ປະສົມຢູ່ໃນແປ້ງຈະຄ່ອຍໆກະຈາຍໄປຈົນທົ່ວກ້ອນ ຄ້າຍຄືກັບຂ່າວສານເລື່ອງລາຊະອານາຈັກທີ່ແຜ່ “ໄປເຖິງທີ່ສຸດແຜ່ນດິນໂລກ.” (ກິດ. 1:8) ເຊື້ອທີ່ກະຈາຍໄປທົ່ວແປ້ງສະແດງວ່າຂ່າວສານເລື່ອງລາຊະອານາຈັກຈະແຜ່ໄປເຖິງດິນແດນທີ່ມີການສັ່ງຫ້າມນຳອີກ ເຖິງວ່າຜູ້ຄົນອາດຈະບໍ່ສັງເກດເຫັນວຽກປະກາດຂອງເຮົາໃນດິນແດນເຫຼົ່ານັ້ນກໍຕາມ.
15. ຂໍ້ຄວາມທີ່ຂຽນໄວ້ໃນເອຊາອີ 60:5, 22 ເກີດຂຶ້ນຈິງແນວໃດ? (ເບິ່ງຂອບ “ ພະເຢໂຫວາເຮັດໄດ້” ໜ້າ 93 ແລະຂອບ “‘ ຜູ້ນ້ອຍທີ່ສຸດ’ ກາຍເປັນ ‘ຊາດໃຫຍ່’ ໄດ້ແນວໃດ?” ໜ້າ 96-97)
15 ປະມານ 800 ປີ ກ່ອນທີ່ພະເຍຊູຈະເວົ້າເຖິງຕົວຢ່າງປຽບທຽບນີ້ ພະເຢໂຫວາໃຊ້ເອຊາອີໃຫ້ບອກລ່ວງໜ້າວ່າ ການລວບລວມຜູ້ຄົນເຂົ້າມາໃນປະຊາຄົມຄລິດສະຕຽນໃນສະໄໝປັດຈຸບັນຈະມີຂອບເຂດສ່ຳໃດ ລວມທັງຄວາມສຸກທີ່ເກີດຈາກການເຮັດວຽກນີ້. b ພະເຢໂຫວາບອກວ່າ: ຜູ້ຄົນທີ່ “ມາແຕ່ໄກ” ຈະຫຼັ່ງໄຫຼເຂົ້າມາໃນອົງການຂອງພະອົງ. ພະເຢໂຫວາເວົ້າກັບ “ເຢຣຶຊາເລມ” ເຊິ່ງກໍຄືຊົນທີ່ເຫຼືອແຫ່ງຜູ້ຖືກເຈີມທີ່ຢູ່ເທິງໂລກໃນທຸກມື້ນີ້ວ່າ: “[ເຢຣຶຊາເລມເອີຍ] ຈົ່ງລຸກຂຶ້ນຈົ່ງສ່ອງແຈ້ງ ເຫດວ່າແຈ້ງຂອງເຈົ້າໄດ້ມາແລ້ວ . . . ເຈົ້າຈະເຫັນແລະຈະມີໜ້າຊື່ນບານ ແລະໃຈເຈົ້າຈະເຕັ້ນແລະກວ້າງຂວາງໄປ ເຫດວ່າເຂົ້າຂອງອັນບໍລິບູນແຕ່ນ້ຳທະເລຈະຫຼຽວມາຫາເຈົ້າ ແລະຊັບສົມບັດທັງຫຼາຍແຫ່ງພວກຕ່າງປະເທດຈະມາຫາເຈົ້າ.” (ເອຊາ. 60:1, 4, 5, 9) ແລ້ວກໍເປັນແບບນັ້ນແທ້ໆ! ໃນທຸກມື້ນີ້ ຄົນທີ່ຮັບໃຊ້ພະເຢໂຫວາມາດົນຫຼາຍປີກໍມີຄວາມສຸກຫຼາຍທີ່ໄດ້ເຫັນຈຳນວນຜູ້ປະກາດໃນປະເທດຂອງເຂົາເຈົ້າເອງເພີ່ມຂຶ້ນເລື້ອຍໆຈາກບໍ່ເທົ່າໃດຄົນເປັນຫຼາຍພັນຄົນ.
ຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນມີເຫດຜົນທີ່ຈະຍິນດີ
16, 17. ເຫດຜົນຢ່າງໜຶ່ງທີ່ເຮັດໃຫ້ “ຜູ້ທີ່ຫວ່ານແລະຜູ້ທີ່ກ່ຽວຈະໄດ້ຊົມຊື່ນຍິນດີພ້ອມກັນ” ແມ່ນຫຍັງ? (ເບິ່ງຂອບ “ ແຜ່ນພັບສອງແຜ່ນຝັງເລິກໃນຫົວໃຈສອງດວງໃນອາມາໂຊນ”)
16 ຂໍໃຫ້ນຶກເຖິງຄຳເວົ້າຂອງພະເຍຊູຕອນທີ່ເວົ້າກັບອັກຄະສາວົກເມື່ອເພິ່ນບອກວ່າ: “ຜູ້ທີ່ກ່ຽວເຂົ້າ . . . ກໍໂຮມໝາກໄວ້ສຳລັບຊີວິດອັນຕະຫຼອດໄປເປັນນິດເພື່ອວ່າຜູ້ທີ່ຫວ່ານແລະຜູ້ທີ່ກ່ຽວຈະໄດ້ຊົມຊື່ນຍິນດີພ້ອມກັນ.” (ໂຢ. 4:36) ແຕ່ເຮົາຈະ “ຊົມຊື່ນຍິນດີພ້ອມກັນ” ໃນວຽກກ່ຽວທີ່ກຳລັງເຮັດຢູ່ທົ່ວໂລກໄດ້ແນວໃດ? ມີຫຼາຍວິທີ ແຕ່ຂໍໃຫ້ເຮົາມາເບິ່ງ 3 ວິທີ.
17 ໜຶ່ງ ເຮົາຍິນດີທີ່ໄດ້ເຫັນວ່າພະເຢໂຫວາມີສ່ວນຮ່ວມໃນວຽກນີ້. ເມື່ອເຮົາປະກາດເລື່ອງລາຊະອານາຈັກ ເຮົາກໍກຳລັງຫວ່ານເມັດພືດ. (ມັດ. 13:18, 19) ແລ້ວເຮົາກໍເກັບກ່ຽວຜົນຕອນທີ່ເຮົາຊ່ວຍບາງຄົນໃຫ້ເຂົ້າມາເປັນລູກສິດຂອງພະຄລິດ ແລະເຮົາທຸກຄົນກໍມີຄວາມສຸກໃນໃຈເມື່ອເຫັນວ່າພະເຢໂຫວາໄດ້ເຮັດໃຫ້ເມັດພືດນັ້ນ “ງອກແລະເຕີບໂຕຂຶ້ນ, ລ.ມ.” ຢ່າງໜ້າງຶດງໍ້. (ມໂກ. 4:27, 28) ເຈົ້າອາດມີປະສົບການຄ້າຍໆກັບພີ່ນ້ອງຍິງຄົນໜຶ່ງໃນປະເທດອັງກິດທີ່ຊື່ໂຈນ ເຊິ່ງຮັບບັບເຕມາ 60 ປີມາແລ້ວ ລາວເລົ່າວ່າ: “ມີຫຼາຍຄົນມາບອກປ້າວ່າ ປ້າໄດ້ຫວ່ານເມັດໄວ້ໃນຫົວໃຈຂອງເຂົາເຈົ້າເມື່ອຫຼາຍປີກ່ອນຕອນທີ່ປະກາດໃຫ້ເຂົາເຈົ້າຟັງ. ປ້າບໍ່ຮູ້ເລີຍວ່າຈະມີພະຍານຄົນອື່ນໆສອນຄວາມຈິງໃຫ້ເຂົາເຈົ້າຫຼັງຈາກນັ້ນ ແລ້ວກໍໄດ້ຊ່ວຍເຂົາເຈົ້າໃຫ້ເຂົ້າມາເປັນຜູ້ຮັບໃຊ້ຂອງພະເຢໂຫວາ. ປ້າຍິນດີຫຼາຍເມື່ອເມັດທີ່ຫວ່ານໄວ້ງອກງາມຂຶ້ນແລະຖືກເກັບກ່ຽວມາ.”—ອ່ານ 1 ໂກລິນໂທ 3:6, 7
18. ຕາມທີ່ບອກໄວ້ໃນ 1 ໂກລິນໂທ 3:8 ສິ່ງໃດທີ່ເຮັດໃຫ້ເຮົາມີຄວາມສຸກ?
18 ສອງ ເຮົາຍັງເປັນຄົນງານທີ່ມີຄວາມສຸກສະເໝີເມື່ອນຶກເຖິງຄຳເວົ້າຂອງໂປໂລທີ່ບອກວ່າ: ທຸກຄົນຈະໄດ້ຮັບລາງວັນ “ຕາມການງານທີ່ເຂົາໄດ້ເຮັດນັ້ນ.” (1 ໂກ. 3:8, ທ.ປ.) ນີ້ສະແດງວ່າຄົນງານໄດ້ຮັບລາງວັນຍ້ອນວຽກທີ່ເຂົາເຈົ້າເຮັດ ບໍ່ແມ່ນຍ້ອນຜົນງານ. ຄຳຮັບຮອງນີ້ຄົງເຮັດໃຫ້ພີ່ນ້ອງເຊິ່ງປະກາດໃນເຂດທີ່ຜູ້ຄົນບໍ່ຄ່ອຍຕອບຮັບມີກຳລັງໃຈຂຶ້ນແທ້ໆ! ໃນສາຍຕາຂອງພະເຢໂຫວາ ພະຍານທຸກຄົນທີ່ທຸ່ມເທຢ່າງສຸດຫົວໃຈໃນວຽກຫວ່ານກໍ “ເກີດໝາກຫຼາຍ” ແລະເຂົາເຈົ້າກໍມີເຫດຜົນທີ່ຈະຍິນດີ.—ໂຢ. 15:8; ມັດ. 13:23
19. (ກ) ເປັນຫຍັງຄຳພະຍາກອນຂອງພະເຍຊູທີ່ບອກໄວ້ໃນມັດທາຍ 24:14 ຈຶ່ງເຮັດໃຫ້ເຮົາມີຄວາມຍິນດີ? (ຂ) ເຖິງແມ່ນເຮົາບໍ່ສາມາດຊ່ວຍຜູ້ຄົນໃຫ້ເຂົ້າມາເປັນລູກສິດ ແຕ່ເຮົາບໍ່ຄວນລືມເລື່ອງຫຍັງ?
19 ສາມ ເຮົາຍິນດີທີ່ວຽກຂອງເຮົາເຮັດໃຫ້ຄຳພະຍາກອນເກີດຂຶ້ນແທ້. ຂໍໃຫ້ເບິ່ງຄຳຕອບທີ່ພະເຍຊູໃຫ້ກັບອັກຄະສາວົກຕອນທີ່ເຂົາເຈົ້າຖາມວ່າ: “ຈະມີອັນໃດເປັນສັນຍານບອກໃຫ້ຮູ້ວ່າທ່ານປະທັບຢູ່ ແລະບອກໃຫ້ຮູ້ວ່າເຮົາຢູ່ໃນສະໄໝສຸດທ້າຍຂອງໂລກນີ້?, ລ.ມ.” ພະເຍຊູບອກເຂົາເຈົ້າວ່າ: ສັນຍານຢ່າງໜຶ່ງກໍຄືວຽກປະກາດທີ່ຈະເຮັດທົ່ວໂລກ ພະເຍຊູກຳລັງເນັ້ນເຖິງວຽກສອນທີ່ເຮັດໃຫ້ຄົນເຂົ້າມາເປັນລູກສິດບໍ? ບໍ່ແມ່ນ! ເພິ່ນເວົ້າວ່າ: “ຄຳປະເສີດນີ້ແຫ່ງແຜ່ນດິນ [ຂ່າວດີເລື່ອງລາຊະອານາຈັກ] ຂອງພະເຈົ້າ ຈະເປັນທີ່ເທສະຫນາປ່າວປະກາດໄປທົ່ວແຜ່ນດິນໂລກເພື່ອຈະເປັນພິຍານ.” (ມັດ. 24:3, 14) ການປະກາດເລື່ອງລາຊະອານາຈັກຫຼືການຫວ່ານເມັດຈຶ່ງເປັນສັນຍານບົ່ງຊີ້ຢ່າງໜຶ່ງ. ດັ່ງນັ້ນ ເມື່ອເຮົາປະກາດຂ່າວດີເລື່ອງລາຊະອານາຈັກ ເຮົາຕ້ອງບໍ່ລືມວ່າເຖິງແມ່ນເຮົາບໍ່ສາມາດຊ່ວຍໃຜຈັກຄົນໃຫ້ເຂົ້າມາເປັນລູກສິດ ແຕ່ເຮົາກໍໄດ້ເຮັດວຽກ “ປະກາດ” ແລ້ວ. c ບໍ່ວ່າຜູ້ຄົນຈະຕອບຮັບແນວໃດ ເຮົາກໍມີສ່ວນເຮັດໃຫ້ຄຳພະຍາກອນຂອງພະເຍຊູເກີດຂຶ້ນແທ້ ແລະເຮົາຮູ້ສຶກເປັນກຽດແທ້ໆທີ່ໄດ້ເປັນ “ເພື່ອນຮ່ວມງານຂອງພະເຈົ້າ.” (1 ໂກ. 3:9, ລ.ມ.) ນີ້ເປັນເລື່ອງໜ້າຍິນດີແທ້ໆ!
“ຕັ້ງແຕ່ທິດຕາເວັນອອກເຖິງທິດຕາເວັນຕົກ”
20, 21. (ກ) ຂໍ້ຄວາມທີ່ກ່າວໄວ້ໃນມາລາກີ 1:11 ເກີດຂຶ້ນຈິງແນວໃດ? (ຂ) ເມື່ອຄິດເຖິງວຽກກ່ຽວນີ້ເຮົາຕັ້ງໃຈແນວແນ່ທີ່ຈະເຮັດຫຍັງ ແລະຍ້ອນຫຍັງ?
20 ໃນສະຕະວັດທຳອິດ ພະເຍຊູຊ່ວຍອັກຄະສາວົກໃຫ້ເຫັນວ່າວຽກກ່ຽວເປັນວຽກດ່ວນ. ຕັ້ງແຕ່ປີ 1919 ເປັນຕົ້ນມາ ພະເຍຊູກໍໄດ້ຊ່ວຍລູກສິດໃນສະໄໝນີ້ໃຫ້ເຂົ້າໃຈຄວາມຈິງເລື່ອງດຽວກັນນີ້ ແລ້ວເຂົາເຈົ້າກໍຕອບຮັບໂດຍການເຮັດວຽກຢ່າງກະຕືລືລົ້ນຫຼາຍຂຶ້ນ. ທີ່ຈິງ ເຂົາເຈົ້າພິສູດໃຫ້ເຫັນວ່າບໍ່ມີຫຍັງຈະມາຂັດຂວາງວຽກນີ້ໄດ້. ດັ່ງທີ່ຜູ້ພະຍາກອນມາລາກີເຄີຍບອກໄວ້ ຜູ້ຮັບໃຊ້ຂອງພະເຈົ້າໃນສະໄໝນີ້ເຮັດວຽກປະກາດ “ຕັ້ງແຕ່ທິດຕາເວັນອອກເຖິງທິດຕາເວັນຕົກ.” (ມລກີ. 1:11) ຕັ້ງແຕ່ຕາເວັນຂຶ້ນຈົນເຖິງຕາເວັນຕົກ ຜູ້ຫວ່ານແລະຜູ້ກ່ຽວຕ່າງກໍມີຄວາມສຸກນຳກັນບໍ່ວ່າເຂົາເຈົ້າຈະຢູ່ສ່ວນໃດຂອງໂລກ. ເມື່ອຄິດເຖິງຄວາມເລັ່ງດ່ວນຂອງວຽກນີ້ ເຮົາກໍເຮັດວຽກໝົດມື້ໝົດເວັນຕັ້ງແຕ່ຕາເວັນຂຶ້ນຈົນເຖິງຕາເວັນຕົກ ຫຼືຕັ້ງແຕ່ເຊົ້າຈົນຄ່ຳ.
21 ຕະຫຼອດ 100 ກວ່າປີທີ່ຜ່ານມາ ເຮົາ ‘ຕື່ນເຕັ້ນແລະດີໃຈ’ ທີ່ໄດ້ເຫັນວິທີທີ່ຜູ້ຮັບໃຊ້ຂອງພະເຈົ້າກຸ່ມນ້ອຍໆເຕີບໃຫຍ່ຂຶ້ນເປັນ “ຊາດໃຫຍ່, ລ.ມ.” (ເອຊາ. 60:5, 22) ຂໍໃຫ້ຄວາມຍິນດີນັ້ນແລະຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ “ເຈົ້າຂອງນາ” ເປັນແຮງກະຕຸ້ນໃຫ້ເຮົາແຕ່ລະຄົນຮ່ວມແຮງຮ່ວມໃຈກັນຕໍ່ໆໄປຈົນກວ່າວຽກເກັບກ່ຽວທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຈະສຳເລັດສົມບູນ!—ລືກາ 10:2, ລ.ມ.
a ເພື່ອຮຽນຮູ້ຫຼາຍຂຶ້ນກ່ຽວກັບໄລຍະເວລານັ້ນແລະອີກຫຼາຍສິບປີຕໍ່ຈາກນັ້ນ ເຮົາຂໍສະໜັບສະໜູນໃຫ້ເຈົ້າອ່ານປຶ້ມພະຍານພະເຢໂຫວາ—ຜູ້ປະກາດລາຊະອານາຈັກຂອງພະເຈົ້າ (ພາສາອັງກິດ) ທີ່ເວົ້າເຖິງຜົນຂອງວຽກກ່ຽວຕັ້ງແຕ່ປີ 1919-1992.
b ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຄຳພະຍາກອນທີ່ໃຫ້ພາບຊັດເຈນນີ້ຂໍໃຫ້ເບິ່ງຫໍສັງເກດການ 1 ກໍລະກົດ 2002 ໜ້າ 9-19 (ພາສາໄທ).
c ນັກສຶກສາຄຳພີໄບເບິນໃນຍຸກທຳອິດເຂົ້າໃຈຄວາມຈິງໃນເລື່ອງນີ້ຢູ່ແລ້ວ ຫໍສັງເກດການ 15 ພະຈິກ 1895 ບອກວ່າ: “ເຖິງແມ່ນອາດມີເຂົ້າເມັດດີຈຳນວນບໍ່ຫຼາຍທີ່ຖືກລວບລວມໄວ້ໃນສາງ ແຕ່ຢ່າງໜ້ອຍກໍໄດ້ປະກາດຄວາມຈິງອອກໄປຢ່າງກວ້າງຂວາງ . . . ທຸກຄົນປະກາດຂ່າວດີໄດ້.”