ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 8

ເຄື່ອງ​ມື​ທີ່​ໃຊ້​ໃນ​ວຽກ​ປະກາດ—ການ​ພິມ​ສັບພະ​ໜັງສື​ທີ່​ໃຊ້​ໃນ​ເຂດ​ປະກາດ​ທົ່ວ​ໂລກ

ເຄື່ອງ​ມື​ທີ່​ໃຊ້​ໃນ​ວຽກ​ປະກາດ—ການ​ພິມ​ສັບພະ​ໜັງສື​ທີ່​ໃຊ້​ໃນ​ເຂດ​ປະກາດ​ທົ່ວ​ໂລກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ເຢໂຫວາ​ຍັງ​ຄົງ​ຈັດ​ກຽມ​ເຄື່ອງ​ມື​ໃຫ້​ເຮົາ​ເພື່ອ​ສອນ​ຜູ້​ຄົນ​ຈາກ​ທຸກ​ຊາດ ທຸກ​ຕະກູນ ແລະ​ທຸກ​ພາສາ

1, 2. (ກ) ໃນ​ສະຕະວັດ​ທຳອິດ ສິ່ງ​ໃດ​ຊ່ວຍ​ໃຫ້​ຂ່າວ​ດີ​ແຜ່​ກະຈາຍ​ອອກ​ໄປ​ທົ່ວ​ອານາຈັກ​ໂລມ? (ຂ) ເຮົາ​ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ສະໜັບສະໜູນ​ວຽກ​ຂອງ​ເຮົາ​ໃນ​ປັດຈຸບັນ​ນີ້? (ເບິ່ງ​ຂອບ “ ຂ່າວ​ດີ​ຫຼາຍ​ກວ່າ 670 ພາສາ”)

 ຄົນ​ຕ່າງ​ຊາດ​ທີ່​ເດີນ​ທາງ​ມາ​ໃນ​ກຸງ​ເຢຣຶຊາເລມ​ເກືອບ​ຈະ​ບໍ່​ເຊື່ອ​ຫູ​ຕົວ​ເອງ​ເມື່ອ​ໄດ້​ຍິນ​ຄົນ​ຄາລິເລ​ເວົ້າ​ພາສາ​ຕ່າງ​ປະເທດ​ໄດ້​ຢ່າງ​ຄ່ອງ​ແຄ້ວ ແລະ​ຂ່າວ​ສານ​ທີ່​ເຂົາ​ເຈົ້າ​ເວົ້າ​ກໍ​ຈັບ​ໃຈ​ຜູ້​ຟັງ. ຕອນ​ນັ້ນ​ເປັນ​ວັນ​ເພນເຕກອດ​ປີ ຄ.ສ. 33 ພະເຈົ້າ​ໄດ້​ເຮັດ​ໃຫ້​ສາວົກ​ຂອງ​ພະ​ເຍຊູ​ສາມາດ​ເວົ້າ​ພາສາ​ຕ່າງໆໄດ້​ຢ່າງ​ອັດສະຈັນ ເຫດການ​ນີ້​ເປັນ​ຂໍ້​ພິສູດ​ວ່າ​ພະເຈົ້າ​ສະໜັບສະໜູນ​ເຂົ້າ​ເຈົ້າ. (ອ່ານ​ກິດຈະການ 2:1-8, 12, 15-17) ຂ່າວ​ດີ​ທີ່​ເຂົາ​ເຈົ້າ​ປະກາດ​ໃນ​ມື້​ນັ້ນ​ໄດ້​ໄປ​ເຖິງ​ຜູ້​ຄົນ​ທີ່​ມີ​ພູມ​ຫຼັງ​ແຕກຕ່າງ​ກັນ ຈາກ​ນັ້ນ​ກໍ​ແຜ່​ໄປ​ທົ່ວ​ອານາຈັກ​ໂລມ.—ໂກໂລ. 1:23

2 ເຖິງ​ແມ່ນ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ບໍ່​ໄດ້​ເວົ້າ​ພາສາ​ຕ່າງໆໂດຍ​ການ​ອັດສະຈັນ. ແຕ່​ເຂົາ​ເຈົ້າ​ກໍ​ແປ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເຖິງ 670 ພາສາ ເຊິ່ງ​ຫຼາຍ​ກວ່າ​ໃນ​ສະຕະວັດ​ທຳອິດ​ຫຼາຍ​ເທົ່າ. (ກິດ. 2:9-11) ປະຊາຊົນ​ຂອງ​ພະເຈົ້າ​ພິມ​ສັບພະ​ໜັງສື​ຫຼາຍ​ພາສາ​ຂະໜາດ​ນັ້ນ​ກໍ​ເພື່ອ​ໃຫ້​ຂ່າວ​ສານ​ນີ້​ແຜ່​ອອກ​ໄປ​ທົ່ວ​ທຸກ​ມຸມ​ໂລກ. a ເລື່ອງ​ນີ້​ເປັນ​ຫຼັກ​ຖານ​ທີ່​ຊັດເຈນ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ກະສັດ​ເຍຊູ​ຄລິດ​ໃຫ້​ຊີ້​ນຳ​ວຽກ​ປະກາດ​ຂອງ​ເຮົາ. (ມັດ. 28:19, 20) ໃຫ້​ເຮົາ​ມາ​ເບິ່ງ​ເຄື່ອງ​ມື​ບາງ​ຢ່າງ​ທີ່​ເຄີຍ​ໃຊ້​ໃນ​ໄລຍະ 100 ປີ​ທີ່​ຜ່ານ​ມາ​ເຊິ່ງ​ຊ່ວຍ​ແຜ່​ຂະຫຍາຍ​ວຽກ​ງານ​ນີ້​ໄດ້​ຢ່າງ​ດີ​ເລີດ ແລະ​ຂໍ​ໃຫ້​ສັງເກດ​ວິທີ​ທີ່​ກະສັດ​ຝຶກ​ສອນ​ເຮົາ​ເປັນ​ຂັ້ນໆໃຫ້​ສົນ​ໃຈ​ຜູ້​ຄົນ​ແລະ​ສັງເກດ​ວິທີ​ທີ່​ເພິ່ນ​ສະໜັບສະໜູນ​ເຮົາ​ໃຫ້​ເປັນ​ຄູ​ສອນ​ຄຳພີ​ໄບເບິນ.—2 ຕີໂມ. 2:2

ກະສັດ​ເຍຊູ​ກຽມ​ເຄື່ອງ​ມື​ໃຫ້​ຜູ້​ຮັບໃຊ້​ຫວ່ານ​ເມັດ​ແຫ່ງ​ຄວາມ​ຈິງ

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ໃຊ້​ເຄື່ອງ​ມື​ຫຼາຍ​ຢ່າງ​ໃນ​ວຽກ​ປະກາດ?

3 ພະ​ເຍຊູ​ປຽບ​ທຽບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຄື​ກັບ​ເມັດ​ພືດ ແລະ​ປຽບ​ຫົວໃຈ​ຂອງ​ຜູ້​ຄົນ​ຄື​ກັບ​ດິນ. (ມັດ. 13:18, 19) ເຊັ່ນ​ດຽວ​ກັບ​ຊາວ​ສວນ​ທີ່​ຕ້ອງ​ໃຊ້​ເຄື່ອງ​ມື​ຫຼາຍ​ຢ່າງ​ປັບ​ສະພາບ​ຂອງ​ດິນ​ໃຫ້​ພ້ອມ​ກ່ອນ​ທີ່​ຈະ​ຫວ່ານ​ເມັດ​ພືດ​ລົງ​ໄປ ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ໃຊ້​ເຄື່ອງ​ມື​ຫຼາຍ​ຢ່າງ​ເພື່ອ​ກຽມ​ຫົວໃຈ​ຜູ້​ຄົນ​ຈຳນວນ​ຫຼາຍ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ເຄື່ອງ​ມື​ບາງ​ຢ່າງ​ກໍ​ເປັນ​ປະໂຫຍດ​ພຽງ​ໄລຍະ​ໜຶ່ງ. ສ່ວນ​ເຄື່ອງ​ມື​ອື່ນໆກໍ​ຍັງ​ໃຊ້​ວຽກ​ໄດ້​ດີ​ຕະຫຼອດ ເຊັ່ນ: ປຶ້ມ​ແລະ​ວາລະສານ. ໃນ​ບົດ​ກ່ອນ ເຮົາ​ໄດ້​ເວົ້າ​ເຖິງ​ວິທີ​ທີ່​ເຮົາ​ໃຊ້​ໃນ​ການ​ສື່ສານ​ກັບ​ຜູ້​ຄົນ​ຈຳນວນ​ຫຼາຍ​ເຊັ່ນ: ວິທະຍຸ​ແລະ​ໜັງສື​ພິມ ແຕ່​ບົດ​ນີ້​ຈະ​ເວົ້າ​ເຖິງ​ເຄື່ອງ​ມື​ທີ່​ຊ່ວຍ​ຜູ້​ປະກາດ​ໃຫ້​ສາມາດ​ເຂົ້າ​ຫາ​ແລະ​ລົມ​ກັບ​ຜູ້​ຄົນ​ໄດ້​ໂດຍ​ກົງ.—ກິດ. 5:42; 17:2, 3

ການ​ຜະລິດ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແລະ​ເຄື່ອງ​ສຽງ​ໃນ​ເມືອງ​ໂທ​ຣອນ​ໂຕ ປະເທດ​ການາດາ

4, 5. ມີ​ການ​ໃຊ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແນວ​ໃດ? ແຕ່​ວິທີ​ນີ້​ມີ​ຂໍ້​ເສຍ​ຫຍັງ?

4 ຄຳ​ບັນລະຍາຍ​ທີ່​ບັນທຶກ​ໃນ​ແຜ່ນ​ສຽງ. ໃນ​ໄລຍະ​ທົດສະວັດ 1930 ຫາ 1940 ຜູ້​ປະກາດ​ໄດ້​ໃຊ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແບບ​ກະເປົ໋າ​ຫິ້ວ​ເພື່ອ​ເປີດ​ສຽງ​ຄຳ​ບັນລະຍາຍ​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ. ຄຳ​ບັນລະຍາຍ​ແຕ່​ລະ​ເລື່ອງ​ຍາວ​ປະມານ 5 ນາທີ ບາງ​ຄັ້ງ​ກໍ​ເປັນ​ຫົວ​ເລື່ອງ​ສັ້ນໆ ເຊັ່ນ: “ຕີເອການຸພາບ” “ໄຟ​ນະ​ລົກ” ແລະ “ລາຊະອານາຈັກ” ມີ​ການ​ໃຊ້​ແຜ່ນ​ສຽງ​ເຫຼົ່າ​ນັ້ນ​ແນວ​ໃດ? ພີ່​ນ້ອງ​ເຄ​ຣ​ຕັນ ເຈ. ວູດເວີດ ຈູ​ເນ​ຍ​ທີ່​ຮັບ​ບັບເຕມາ​ໃນ​ປະເທດ​ສະຫະລັດ​ປີ 1930 ເລົ່າ​ວ່າ: “ຂ້ອຍ​ຫິ້ວ​ກະເປົ໋າ​ໜ່ວຍ​ນ້ອຍໆໄປ​ນຳ ມັນ​ເປັນ​ກະເປົ໋າ​ທີ່​ໃສ່​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແບບ​ໄຂ​ລານ ແລະ​ມີ​ກ້ານ​ຫົວ​ເຂັມ​ແບບ​ຖອດ​ໄດ້​ເຊິ່ງ​ຂ້ອຍ​ຕ້ອງ​ວາງ​ໃສ່​ຂອບ​ແຜ່ນ​ສຽງ​ໃຫ້​ພໍ​ດີ​ກັບ​ຕອນ​ທີ່​ເລີ່ມ​ຫຼິ້ນ. ຂ້ອຍ​ຈະ​ຢືນ​ຢູ່​ປະຕູ​ໜ້າ​ບ້ານ ເປີດ​ກະເປົ໋າ ໃສ່​ກ້ານ​ຫົວ​ເຂັມ ແລ້ວ​ກໍ​ກົດ​ກະດິງ​ເອີ້ນ​ເຈົ້າ​ຂອງ​ເຮືອນ ເມື່ອ​ລາວ​ເປີດ​ປະຕູ ຂ້ອຍ​ກໍ​ເວົ້າ​ວ່າ: ‘ຂ້ອຍ​ມີ​ຂ່າວ​ສານ​ສຳຄັນ​ຢາກ​ໃຫ້​ເຈົ້າ​ຟັງ’” ຜູ້​ຄົນ​ຕອບ​ຮັບ​ແນວ​ໃດ? ພີ່​ນ້ອງ​ວູດເວີດ​ບອກ​ວ່າ: “ຫຼາຍ​ຄົນ​ມັກ​ຫຼາຍ ແຕ່​ກໍ​ມີ​ບາງ​ຄົນ​ປິດ​ປະຕູ​ໃສ່​ເຮົາ ບາງ​ຄັ້ງ​ເຂົາ​ເຈົ້າ​ຄິດ​ວ່າ​ເຮົາ​ມາ​ຂາຍ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ.”

ເມື່ອ​ເຖິງ​ປີ 1940 ຄຳ​ບັນລະຍາຍ​ເລື່ອງ​ຕ່າງໆກໍ​ມີ​ໃຫ້​ຟັງ​ຫຼາຍ​ເຖິງ 90 ກວ່າ​ເລື່ອງ ແລະ​ມີ​ການ​ເຮັດ​ແຜ່ນ​ສຽງ​ຫຼາຍ​ກວ່າ 1 ລ້ານ​ແຜ່ນ

5 ເມື່ອ​ເຖິງ​ປີ 1940 ມີ​ຄຳ​ບັນລະຍາຍ​ຕ່າງໆໃຫ້​ຜູ້​ຄົນ​ໄດ້​ຟັງ​ຫຼາຍ​ກວ່າ 90 ເລື່ອງ ແລະ​ມີ​ການ​ເຮັດ​ແຜ່ນ​ສຽງ​ຫຼາຍ​ກວ່າ 1 ລ້ານ​ແຜ່ນ. ຈອນ ອີ. ບາ ເຊິ່ງ​ໃນ​ເວລາ​ນັ້ນ​ເປັນ​ໄພໂອເນຍ​ຢູ່​ປະເທດ​ອັງກິດ​ແລະ​ພາຍ​ຫຼັງ​ກໍ​ເປັນ​ຄະນະ​ກຳມະການ​ປົກຄອງ ເລົ່າ​ວ່າ: “ໃນ​ໄລຍະ​ປີ 1936-1945 ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ເປັນ​ຄື​ກັບ​ເພື່ອນ​ຮູ້​ໃຈ​ເຊິ່ງ​ໄປ​ຫັ້ນ​ມາ​ນີ້​ກັບ​ຂ້ອຍ​ຕະຫຼອດ. ທີ່​ຈິງ​ແລ້ວ ໃນ​ສະໄໝ​ທີ່​ຂ້ອຍ​ເປັນ​ໄພໂອເນຍ ຖ້າ​ບໍ່​ມີ​ເຄື່ອງ​ມື​ນີ້ ຂ້ອຍ​ກໍ​ຂາດ​ຄວາມ​ໝັ້ນ​ໃຈ ເພາະ​ສຽງ​ຂອງ​ພີ່​ນ້ອງ​ຣັດເທີ​ຝອດ​ທີ່​ໄດ້​ຍິນ​ຈາກ​ໜ້າ​ປະຕູ​ເຮືອນ​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆຄື​ກັບ​ວ່າ​ລາວ​ກຳລັງ​ຢືນ​ຢູ່​ບ່ອນ​ນັ້ນ​ນຳ. ແຕ່​ເມື່ອ​ປະກາດ​ໂດຍ​ໃຊ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ ເຮົາ​ກໍ​ບໍ່​ມີ​ໂອກາດ​ສອນ​ໃນ​ແບບ​ທີ່​ເຂົ້າ​ເຖິງ​ຫົວໃຈ​ຜູ້​ຄົນ.”

6, 7. (ກ) ບັດ​ໃຫ້​ຄຳ​ພະຍານ​ມີ​ຂໍ້​ດີ​ແລະ​ຂໍ້​ເສຍ​ຫຍັງ​ແດ່? (ຂ) ສຳນວນ​ທີ່​ວ່າ ພະ​ເຢໂຫວາ ‘ເອົາ​ພະ​ຄຳ​ຂອງ​ພະອົງ​ໃສ່​ໄວ້​ໃນ​ປາກ​ເຮົາ’ ໝາຍ​ຄວາມ​ວ່າ​ແນວ​ໃດ?

6 ບັດ​ໃຫ້​ຄຳ​ພະຍານ. ເລີ່ມ​ແຕ່​ປີ 1933 ມີ​ການ​ສະໜັບສະໜູນ​ຜູ້​ປະກາດ​ໃຫ້​ໃຊ້​ບັດ​ນີ້​ຕອນ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ. ບັດ​ນີ້​ມີ​ຂະໜາດ 3 ຄູນ 5 ນິ້ວ. ມີ​ຂໍ້​ຄວາມ​ສັ້ນໆເລື່ອງ​ຄຳພີ​ໄບເບິນ​ແລະ​ຍັງ​ບອກ​ວ່າ​ມີ​ປຶ້ມ​ຫຍັງ​ອີກ​ກ່ຽວ​ກັບ​ຄຳພີ​ໄບເບິນ​ທີ່​ເຈົ້າ​ຂອງ​ເຮືອນ​ສາມາດ​ຮັບ​ໄດ້. ຜູ້​ປະກາດ​ພຽງ​ແຕ່​ຍື່ນ​ບັດ​ແລະ​ຂໍ​ໃຫ້​ເຈົ້າ​ຂອງ​ເຮືອນ​ອ່ານ. ລິ​ລຽນ ແຄມ​ເມີ​ຣູດ ເຊິ່ງ​ພາຍ​ຫຼັງ​ໄປ​ເປັນ​ມິດຊັນນາລີ​ຢູ່​ທີ່​ປອກໂຕຣິກໂກ​ແລະ​ອາ​ກ​ຊັງ​ຕີນ​ເວົ້າ​ວ່າ: “ຂ້ອຍ​ດີ​ໃຈ​ທີ່​ມີ​ບັດ​ໃຫ້​ຄຳ​ພະຍານ” ຍ້ອນ​ຫຍັງ? ລາວ​ບອກ​ວ່າ: “ເພາະ​ບໍ່​ແມ່ນ​ທຸກ​ຄົນ​ເວົ້າ​ເກັ່ງ ແຕ່​ບັດ​ນີ້​ຊ່ວຍ​ໃຫ້​ຂ້ອຍ​ກ້າ​ເຂົ້າ​ຫາ​ຜູ້​ຄົນ​ໄດ້​ຫຼາຍ​ຂຶ້ນ.”

ບັດ​ໃຫ້​ຄຳ​ພະຍານ (ພາສາ​ອີຕາລີ)

7 ພີ່​ນ້ອງ​ເດວິດ ຣຽດສ ເຊິ່ງ​ຮັບ​ບັບເຕມາ​ໃນ​ປີ 1918 ບອກ​ວ່າ: “ບັດ​ໃຫ້​ຄຳ​ພະຍານ​ນີ້​ຊ່ວຍ​ໄດ້​ຫຼາຍ ຍ້ອນ​ພີ່​ນ້ອງ​ສ່ວນ​ຫຼາຍ​ຮູ້ສຶກ​ວ່າ​ຕົວ​ເອງ​ເວົ້າ​ບໍ່​ເກັ່ງ.” ແຕ່​ບັດ​ນີ້​ກໍ​ມີ​ຂໍ້​ຈຳກັດ ພີ່​ນ້ອງ​ຣຽດສ​ບອກ​ວ່າ: “ບາງ​ຄັ້ງ​ເຮົາ​ພົບ​ຄົນ​ທີ່​ຄິດ​ວ່າ​ເຮົາ​ເປັນ​ຄົນ​ປາກ​ກືກ. ໃນ​ແງ່​ໜຶ່ງ​ເຮົາ​ກໍ​ເປັນ​ແບບ​ນັ້ນ​ແທ້ໆເພາະ​ວ່າ​ເຮົາ​ປະກາດ​ບໍ່​ເປັນ ແຕ່​ພະ​ເຢໂຫວາ​ກຳລັງ​ກຽມ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ອອກ​ໄປ​ຫາ​ແລະ​ເວົ້າ​ກັບ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ. ອີກ​ບໍ່​ດົນ​ພະເຈົ້າ​ຈະ​ເອົາ​ພະ​ຄຳ​ຂອງ​ພະອົງ​ໃສ່​ໄວ້​ໃນ​ປາກ​ເຮົາ. ພະອົງ​ຈະ​ສອນ​ເຮົາ​ໃຫ້​ຮູ້ຈັກ​ວິທີ​ໃຊ້​ຄຳພີ​ໄບເບິນ​ຕອນ​ທີ່​ປະກາດ​ຕາມ​ບ້ານ​ເຮືອນ​ໂດຍ​ທາງ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ເຊິ່ງ​ໄດ້​ເລີ່ມ​ໃນ​ປີ 1943.”—ອ່ານ​ເຢເຣມີ 1:6-9

8. ເຈົ້າ​ຈະ​ຍອມ​ໃຫ້​ພະ​ຄລິດ​ຝຶກ​ສອນ​ເຈົ້າ​ໄດ້​ແນວ​ໃດ?

8 ປຶ້ມ. ເລີ່ມ​ຕັ້ງ​ແຕ່​ປີ 1914 ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ພິມ​ປຶ້ມ​ທີ່​ອະທິບາຍ​ຫົວ​ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 100 ເຫຼັ້ມ ເຊິ່ງ​ບາງ​ເຫຼັ້ມ​ກໍ​ຈັດ​ພິມ​ຂຶ້ນ​ເພື່ອ​ຝຶກ​ສອນ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ປະກາດ​ໄດ້​ດີ​ຂຶ້ນ. ແອນນາ ລາເຊນ​ເຊິ່ງ​ເປັນ​ຜູ້​ປະກາດ​ໃນ​ປະເທດ​ແດນ​ມາກ​ປະມານ 70 ປີ​ມາ​ແລ້ວ​ເວົ້າ​ວ່າ: “ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ປະກາດ​ໄດ້​ດີ​ຂຶ້ນ ໂດຍ​ທາງ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ແລະ​ປຶ້ມ​ຄູ່​ມື​ໂຮງ​ຮຽນ​ທີ່​ເຮົາ​ໄດ້​ຮັບ. ຂ້ອຍ​ຍັງ​ຈື່​ໄດ້​ວ່າ​ປຶ້ມ​ຄູ່​ມື​ເຫຼັ້ມ​ທຳອິດ​ທີ່​ອອກ​ໃນ​ປີ 1945 ກໍ​ຄື: ຄູ່​ມື​ຊ່ວຍ​ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ (ພາສາ​ອັງກິດ) ແລະ​ປຶ້ມ “ຖືກ​ກຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກ​ຢ່າງ” (ພາສາ​ອັງກິດ) ເຊິ່ງ​ພິມ​ໃນ​ປີ 1946 ແລະ​ຕອນ​ນີ້​ກໍ​ມີ​ປຶ້ມ​ການ​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ (ພາສາ​ໄທ) ທີ່​ພິມ​ເມື່ອ​ປີ 2001.” ໂຮງ​ຮຽນ​ການ​ຮັບໃຊ້​ແລະ​ຄູ່​ມື​ຕ່າງໆເປັນ​ເຄື່ອງ​ມື​ສຳຄັນ​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ “ຄຸນສົມບັດ​ເໝາະ​ທີ່​ຈະ​ເປັນ​ຜູ້​ຮັບໃຊ້, ລ.ມ.” (2 ໂກ. 3:5, 6) ເຈົ້າ​ໄດ້​ສະໝັກ​ເປັນ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ນີ້​ບໍ? ເມື່ອ​ໄປ​ປະຊຸມ ເຈົ້າ​ໄດ້​ເອົາ​ປຶ້ມ​ໂຮງ​ຮຽນ​ການ​ຮັບໃຊ້ ໄປ​ນຳ​ທຸກ​ອາທິດ​ບໍ? ເມື່ອ​ຄູ​ໂຮງ​ຮຽນ​ອ້າງ​ເຖິງ​ບົດຮຽນ​ຕ່າງໆ ເຈົ້າ​ເປີດ​ແລະ​ຕິດ​ຕາມ​ໄປ​ພ້ອມ​ບໍ? ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ສະແດງ​ວ່າ ເຈົ້າ​ຍອມ​ໃຫ້​ພະ​ຄລິດ​ສອນ​ເຈົ້າ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ.—2 ໂກ. 9:6; 2 ຕີໂມ. 2:15

9, 10. ປຶ້ມ​ຊ່ວຍ​ຫວ່ານ​ແລະ​ຫົດ​ນ້ຳ​ເມັດ​ແຫ່ງ​ຄວາມ​ຈິງ​ແນວ​ໃດ?

9 ພະ​ເຢໂຫວາ​ຍັງ​ຊ່ວຍ​ເຮົາ​ໂດຍ​ໃຫ້​ອົງການ​ຂອງ​ພະອົງ​ຈັດ​ກຽມ​ປຶ້ມ​ເພື່ອ​ຊ່ວຍ​ຜູ້​ປະກາດ​ໃຫ້​ອະທິບາຍ​ຄຳ​ສອນ​ພື້ນຖານ​ຂອງ​ຄຳພີ​ໄບເບິນ​ໄດ້. ປຶ້ມ​ຄວາມ​ຈິງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ (ພາສາ​ອັງກິດ) ພິມ​ເທື່ອ​ທຳອິດ​ໃນ​ປີ 1968 ແລະ​ເຫັນ​ຜົນ​ທັນທີ. ພະ​ລາຊະກິດ (ປັດຈຸບັນ​ເອີ້ນ​ວ່າ ວຽກ​ຮັບໃຊ້​ພະເຈົ້າ) ສະບັບ​ພະຈິກ 1968 ກ່າວ​ວ່າ: “ຍອດ​ສັ່ງ​ປຶ້ມ​ຄວາມ​ຈິງ ມີ​ຫຼາຍ​ຈົນ​ໂຮງ​ງານ​ຂອງ​ສະມາຄົມ​ທີ່​ບຸກ​ລິນ​ຕ້ອງ​ເພີ່ມ​ການ​ເຮັດ​ວຽກ​ຕອນ​ກາງຄືນ​ໃນ​ເດືອນ​ກັນ​ຍາ.” ບົດ​ຄວາມ​ນັ້ນ​ຍັງ​ບອກ​ອີກ​ວ່າ: “ມີ​ຢູ່​ໄລຍະ​ໜຶ່ງ​ໃນ​ເດືອນ​ສິງ​ຫາ ຍອດ​ສັ່ງ​ຈອງ​ປຶ້ມ​ຄວາມ​ຈິງ ມີ​ຫຼາຍ​ກວ່າ​ຈຳນວນ​ທີ່​ເຮົາ​ມີ​ຢູ່​ເຖິງ 1 ລ້ານ 5 ແສນ​ເຫຼັ້ມ!” ເມື່ອ​ຮອດ​ປີ 1982 ປຶ້ມ​ເຫຼັ້ມ​ນີ້​ກໍ​ໄດ້​ພິມ​ອອກ​ໄປ​ແລ້ວ​ກວ່າ 100 ລ້ານ​ເຫຼັ້ມ​ໃນ 116 ພາສາ ແລະ​ໃນ​ໄລຍະ 14 ປີ​ຄື​ຕັ້ງ​ແຕ່​ປີ 1968-1982 ປຶ້ມ​ຄວາມ​ຈິງ ກໍ​ຊ່ວຍ​ຫຼາຍ​ກວ່າ 1 ລ້ານ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ຜູ້​ປະກາດ​ເລື່ອງ​ລາຊະອານາຈັກ. b

10 ໃນ​ປີ 2005 ມີ​ການ​ອອກ​ຄູ່​ມື​ໃນ​ການ​ຮຽນ​ຄຳພີ​ໄບເບິນ​ທີ່​ດີ​ອີກ​ເຫຼັ້ມ​ໜຶ່ງ​ຄື: ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ປຶ້ມ​ນີ້​ພິມ​ໄປ​ແລ້ວ​ປະມານ 200 ລ້ານ​ເຫຼັ້ມ​ໃນ 256 ພາສາ! ຜົນ​ເປັນ​ແນວ​ໃດ? ຕັ້ງ​ແຕ່​ປີ 2005-2012 ພຽງ​ແຕ່ 7 ປີ​ກໍ​ມີ​ຄົນ​ເຂົ້າ​ມາ​ເປັນ​ຜູ້​ປະກາດ​ຂ່າວ​ດີ​ເພີ່ມ​ຂຶ້ນ​ປະມານ 1 ລ້ານ 2 ແສນ​ຄົນ. ໃນ​ໄລຍະ​ເວລາ​ດຽວ​ກັນ​ນີ້ ຈຳນວນ​ຄົນ​ທີ່​ເຂົ້າ​ມາ​ຮຽນ​ຄຳພີ​ໄບເບິນ​ກໍ​ເພີ່ມ​ຂຶ້ນ​ຈາກ​ປະມານ 6 ລ້ານ​ຄົນ​ເປັນ 8 ລ້ານ 7 ແສນ​ກວ່າ​ຄົນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ການ​ຫວ່ານ​ແລະ​ຫົດ​ນ້ຳ​ເມັດ​ແຫ່ງ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ.—ອ່ານ 1 ໂກລິນໂທ 3:6, 7

11, 12. ຕາມ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ​ນີ້ ວາລະສານ​ຂອງ​ເຮົາ​ເຮັດ​ຂຶ້ນ​ເພື່ອ​ກຸ່ມ​ເປົ້າ​ໝາຍ​ກຸ່ມ​ໃດ​ແດ່?

11 ວາລະສານ. ໃນ​ຕອນ​ເລີ່ມ​ຕົ້ນ ຜູ້​ອ່ານ​ທີ່​ເປັນ​ກຸ່ມ​ເປົ້າ​ໝາຍ​ຂອງ​ຫໍສັງເກດການ ອັນ​ດັບ​ທຳອິດ​ກໍ​ຄື: “ແກະ​ຝູງ​ນ້ອຍ, ລ.ມ.” ເຊິ່ງ​ຖືກ “ເອີ້ນ​ໄປ​ສະຫວັນ, ລ.ມ.” (ລືກາ 12:32; ເຫບ. 3:1) ໃນ​ວັນ​ທີ 1 ຕຸລາ 1919 ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ອອກ​ວາລະສານ​ອີກ​ສະບັບ​ໜຶ່ງ ເຊິ່ງ​ເຮັດ​ຂຶ້ນ​ເພື່ອ​ຜູ້​ອ່ານ​ທົ່ວໄປ. ນັກ​ສຶກສາ​ຄຳພີ​ໄບເບິນ​ແລະ​ຜູ້​ອ່ານ​ຄົນ​ອື່ນໆມັກ​ວາລະສານ​ນີ້​ຫຼາຍ​ຈົນ​ເຮັດ​ໃຫ້​ມີ​ຍອດ​ຈຳ​ໜ່າຍ​ພຸ່ງ​ສູງ​ຂຶ້ນ​ແຊງ​ໜ້າ​ຫໍສັງເກດການ ເປັນ​ເວລາ​ຫຼາຍ​ປີ. ໃນ​ຕອນ​ທຳອິດ​ວາລະສານ​ນີ້​ມີ​ຊື່​ວ່າ: ເດິ ໂກ​ເດິ​ນ ເອດ​ຈ. ໃນ​ປີ 1937 ມີ​ການ​ປ່ຽນ​ຊື່​ເປັນ​ຄອນ​ໂຊ​ເລ​ເຊິນ. ເມື່ອ​ເຖິງ​ປີ 1946 ວາລະສານ​ນີ້​ກໍ​ປ່ຽນ​ຊື່​ເປັນ ຕື່ນ​ເຖີດ!

12 ຕະຫຼອດ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ ມີ​ການ​ປ່ຽນ​ແປງ​ຮູບ​ແບບ​ຂອງ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ຫຼາຍ​ເທື່ອ ແຕ່​ຈຸດ​ປະສົງ​ກໍ​ຍັງ​ຄື​ເກົ່າ​ຄື ເພື່ອ​ໂຄສະນາ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ຊ່ວຍ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ. ປັດຈຸບັນ​ມີ​ການ​ພິມ​ຫໍສັງເກດການ ແຍກ​ເປັນ​ສະບັບ​ສຶກສາ​ແລະ​ສະບັບ​ສາທາລະນະ. ຜູ້​ອ່ານ​ທີ່​ເປັນ​ກຸ່ມ​ເປົ້າ​ໝາຍ​ຂອງ​ສະບັບ​ສຶກສາ​ກໍ​ຄື: “ພວກ​ຄົນ​ຮັບໃຊ້, ລ.ມ.” ເຊິ່ງ​ມີ​ທັງ “ແກະ​ຝູງ​ນ້ອຍ, ລ.ມ.” ແລະ “ແກະ​ອື່ນ.” c (ມັດ. 24:45; ໂຢ. 10:16) ສ່ວນ​ສະບັບ​ສາທາລະນະ​ກໍ​ເຮັດ​ຂຶ້ນ​ເປັນ​ພິເສດ​ເພື່ອ​ຄົນ​ທີ່​ຍັງ​ບໍ່​ຮູ້ຈັກ​ຄວາມ​ຈິງ ແຕ່​ກໍ​ນັບຖື​ພະເຈົ້າ​ແລະ​ຄຳພີ​ໄບເບິນ. (ກິດ. 13:16) ສ່ວນ​ຜູ້​ອ່ານ​ກຸ່ມ​ເປົ້າ​ໝາຍ​ຂອງ​ຕື່ນ​ເຖີດ!ຄື​ຄົນ​ທີ່​ບໍ່​ຄ່ອຍ​ມີ​ຄວາມ​ຮູ້​ເລື່ອງ​ຄຳພີ​ໄບເບິນ​ແລະ​ພະ​ເຢໂຫວາ​ພະເຈົ້າ​ອົງ​ທ່ຽງ​ແທ້.—ກິດ. 17:22, 23

13. ເຈົ້າ​ຮູ້ສຶກ​ວ່າ​ວາລະສານ​ຂອງ​ເຮົາ​ໜ້າ​ງຶດງໍ້​ແນວ​ໃດ? (ເບິ່ງ​ແຜນ​ພູມ “ ສະຖິຕິ​ໂລກ​ດ້ານ​ສິ່ງ​ພິມ”)

13 ເມື່ອ​ເຖິງ​ຕົ້ນ​ປີ 2014 ມີ​ການ​ພິມ​ຕື່ນ​ເຖີດ! ຫຼາຍ​ກວ່າ 44 ລ້ານ​ເຫຼັ້ມ​ໃນ 100 ພາສາ ແລະ​ຫໍສັງເກດການ ປະມານ 46 ລ້ານ​ເຫຼັ້ມ​ເຊິ່ງ​ມີ​ຫຼາຍ​ກວ່າ 200 ພາສາ​ໃນ​ແຕ່​ລະ​ເດືອນ ດັ່ງ​ນັ້ນ ວາລະສານ​ທັງ 2 ສະບັບ​ຈຶ່ງ​ເປັນ​ປຶ້ມ​ທີ່​ແປ​ແລະ​ແຈກ​ຢາຍ​ຫຼາຍ​ທີ່​ສຸດ​ໃນ​ໂລກ! ແລະ​ຕົວ​ເລກ​ທີ່​ໜ້າ​ງຶດງໍ້​ນີ້​ກໍ​ບໍ່​ແມ່ນ​ເລື່ອງ​ເຫຼືອ​ເຊື່ອ ເພາະ​ວ່າ​ວາລະສານ​ເຫຼົ່າ​ນີ້​ມີ​ຂ່າວ​ສານ​ທີ່​ພະ​ເຍຊູ​ບອກ​ໄວ້​ວ່າ​ຈະ​ໄດ້​ຮັບ​ການ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ​ທີ່​ມີ​ຄົນ​ອາໄສ​ຢູ່.—ມັດ. 24:14

14. ເລື່ອງ​ຫຍັງ​ທີ່​ມີ​ການ​ສະ​ໜັບ ສະ​ໜູນ​ໃຫ້​ເຮັດ​ຢ່າງ​ກະຕືລືລົ້ນ ແລະ​ຍ້ອນ​ຫຍັງ?

14 ຄຳພີ​ໄບເບິນ. ໃນ​ປີ 1896 ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ໄດ້​ປ່ຽນ​ຊື່​ນິຕິບຸກຄົນ​ທີ່​ໃຊ້​ພິມ​ປຶ້ມ ເພື່ອ​ໃຫ້​ມີ​ຄຳ​ວ່າ: “ໄບເບິນ” ລວມ​ຢູ່​ນຳ ນິຕິບຸກຄົນ​ນີ້​ຈຶ່ງ​ເປັນ​ທີ່​ຮູ້ຈັກ​ໃນ​ຊື່​ສະມາຄົມ​ວັອດທາວເວີ ໄບເບິນ ແອນ ແທັຣກ. ຊື່​ນີ້​ເໝາະ​ສົມ​ຫຼາຍ​ເພາະ​ວ່າ​ຄຳພີ​ໄບເບິນ​ເປັນ​ເຄື່ອງ​ມື​ຫຼັກ​ທີ່​ໃຊ້​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ມາ​ຕະຫຼອດ. (ລືກາ 24:27) ສອດຄ່ອງ​ກັບ​ຊື່​ນິຕິບຸກຄົນ​ຕາມ​ກົດ​ໝາຍ​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ກະຕືລືລົ້ນ​ໃນ​ການ​ແຈກ​ຢາຍ​ແລະ​ສະໜັບສະໜູນ​ຜູ້​ອື່ນ​ໃຫ້​ອ່ານ​ຄຳພີ​ໄບເບິນ ຕົວຢ່າງ​ເຊັ່ນ: ໃນ​ປີ 1926 ເຮົາ​ໄດ້​ພິມ​ຄຳພີ​ໄບເບິນ​ສະບັບ​ໜຶ່ງ​ໃນ​ໂຮງ​ພິມ​ຂອງ​ເຮົາ​ຄື: ດິ ເອມຟາ​ຕິກ ໄດອະກຣັອດ ເຊິ່ງ​ເປັນ​ສະບັບ​ແປ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ຂອງ​ເບນ​ຈາ​ມິນ ວິວ​ສັນ. ເລີ່ມ​ຕັ້ງ​ແຕ່​ປີ 1942 ເຮົາ​ພິມ​ແລະ​ແຈກ​ຢາຍ​ຄຳພີ​ໄບເບິນ​ສະບັບ​ຄິງ​ເຈມ ແບບ​ຄົບ​ຊຸດ​ໄປ​ປະມານ 700.000 ເຫຼັ້ມ ແລະ​ພຽງ​ແຕ່ 2 ປີ​ຕໍ່​ມາ ເຮົາ​ກໍ​ເລີ່ມ​ພິມ​ສະບັບ​ແປ​ອາເມຣິກັນ​ສະ​ແຕ​ນ​ດາດ ເຊິ່ງ​ມີ​ຊື່​ພະ​ເຢໂຫວາ​ເຖິງ 6.823 ເທື່ອ. ເມື່ອ​ເຖິງ​ປີ 1950 ເຮົາ​ກໍ​ແຈກ​ຢາຍ​ໄປ​ແລ້ວ​ກວ່າ 250.000 ເຫຼັ້ມ.

15, 16. (ກ) ເຈົ້າ​ຄິດ​ວ່າ​ອັນ​ໃດ​ເຮັດ​ໃຫ້​ສະບັບ​ແປ​ໂລກ​ໃໝ່ ມີ​ຄຸນຄ່າ​ຫຼາຍ​ແທ້ໆ? (ເບິ່ງ​ຂອບ “ ເລັ່ງ​ວຽກ​ແປ​ຄຳພີ​ໄບເບິນ”) (ຂ) ເຈົ້າ​ຈະ​ໃຫ້​ພະ​ເຢໂຫວາ​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

15 ໃນ​ປີ 1950 ໄດ້​ອອກ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ສະບັບ​ແປ​ໂລກ​ໃໝ່ ແລະ​ໃນ​ປີ 1961 ກໍ​ອອກ​ພະ​ຄຳພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່ ແບບ​ຄົບ​ຊຸດ. ສະບັບ​ແປ​ນີ້​ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ໃສ່​ຊື່​ຂອງ​ພະອົງ​ໄວ້​ບ່ອນ​ເກົ່າ​ຕາມ​ຕົ້ນ​ສະບັບ​ພາສາ​ເຫບເລີ. ນອກ​ຈາກ​ນີ້​ໄດ້​ມີ​ການ​ໃສ່​ຊື່​ຂອງ​ພະເຈົ້າ​ເຖິງ 237 ເທື່ອ​ໄວ້​ໃນ​ຂໍ້​ຄວາມ​ຫຼັກ​ຂອງ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ ແລະ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ມີ​ການ​ແປ​ຢ່າງ​ຖືກຕ້ອງ​ແລະ​ອ່ານ​ເຂົ້າ​ໃຈ​ງ່າຍ​ແທ້ໆ ເຮົາ​ຈຶ່ງ​ແກ້ໄຂ​ແລະ​ປັບ​ປຸງ​ສະບັບ​ແປ​ໂລກ​ໃໝ່ ອີກ​ຫຼາຍ​ຄັ້ງ ຄັ້ງ​ຫຼ້າ​ສຸດ​ກໍ​ຄື​ສະບັບ​ທີ່​ອອກ​ໃນ​ປີ 2013 ເຊິ່ງ​ປີ​ນັ້ນ​ມີ​ການ​ພິມ​ສະບັບ​ແປ​ໂລກ​ໃໝ່ ຫຼາຍ​ກວ່າ 201 ລ້ານ​ເຫຼັ້ມ​ໃນ 121 ພາສາ ທັງ​ແບບ​ຄົບ​ຊຸດ​ແລະ​ສະເພາະ​ບາງ​ສ່ວນ.

16 ບາງ​ຄົນ​ຮູ້ສຶກ​ແນວ​ໃດ ເມື່ອ​ໄດ້​ອ່ານ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ໃນ​ພາສາ​ຂອງ​ເຂົາ​ເຈົ້າ​ເອງ? ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ເນ​ປານ​ເວົ້າ​ວ່າ: “ຫຼາຍ​ຄົນ​ຮູ້ສຶກ​ວ່າ​ສະບັບ​ແປ​ເກົ່າ​ໃນ​ພາສາ​ເນ​ປານ​ທີ່​ເຮົາ​ມີ​ເຂົ້າ​ໃຈ​ຍາກ​ໂພດ ຍ້ອນ​ໃຊ້​ພາສາ​ບູຮານ ແຕ່​ຕອນ​ນີ້​ເຮົາ​ອ່ານ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ຍ້ອນ​ສະບັບ​ແປ​ໂລກ​ໃໝ່ ໃຊ້​ພາສາ​ທີ່​ເຮົາ​ເວົ້າ​ໃນ​ຊີວິດ​ປະຈຳ​ວັນ.” ເມື່ອ​ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ສາທາລະນະ​ລັດ​ອາ​ຝຼິກ​ກາ​ກາງ​ເລີ່ມ​ອ່ານ​ຄຳພີ​ໄບເບິນ​ທີ່​ແປ​ເປັນ​ພາສາ​ຊັງ​ໂກ ລາວ​ຮ້ອງໄຫ້​ແລ້ວ​ກໍ​ເວົ້າ​ວ່າ: “ນີ້​ເປັນ​ພາສາ​ທີ່​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຂ້ອຍ​ແທ້ໆ.” ຄື​ກັບ​ຜູ້​ຍິງ​ຄົນ​ນີ້ ເຮົາ​ກໍ​ສາມາດ​ເປີດ​ຮັບ​ພະ​ເຢໂຫວາ​ເຂົ້າ​ມາ​ໃນ​ຫົວໃຈ​ຂອງ​ເຮົາ​ໄດ້ ຖ້າ​ເຮົາ​ອ່ານ​ຄຳ​ສອນ​ຂອງ​ພະອົງ​ທຸກໆມື້.—ເພງ. 1:2; ມັດ. 22:36, 37

ເຫັນ​ຄຸນຄ່າ​ເຄື່ອງ​ມື​ແລະ​ການ​ຝຶກ​ສອນ​ທີ່​ໄດ້​ຮັບ

17. (ກ) ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​ເຄື່ອງ​ມື​ແລະ​ການ​ຝຶກ​ສອນ​ຕ່າງໆທີ່​ໄດ້​ຮັບ? (ຂ) ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ​ຜົນ​ຈະ​ເປັນ​ແນວ​ໃດ?

17 ເຈົ້າ​ເຫັນ​ຄຸນຄ່າ​ເຄື່ອງ​ມື​ຕ່າງໆແລະ​ການ​ຝຶກ​ສອນ​ເປັນ​ຂັ້ນໆທີ່​ໄດ້​ຮັບ​ຈາກ​ກະສັດ​ເຍຊູ​ຄລິດ​ບໍ? ເຈົ້າ​ໄດ້​ຈັດ​ເວລາ​ອ່ານ​ປຶ້ມ​ທີ່​ອົງການ​ຂອງ​ພະເຈົ້າ​ເຮັດ​ຂຶ້ນ​ບໍ? ແລະ​ເຈົ້າ​ໃຊ້​ຄວາມ​ຮູ້​ເຫຼົ່າ​ນັ້ນ​ເພື່ອ​ຊ່ວຍ​ຄົນ​ອື່ນ​ບໍ? ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຮູ້ສຶກ​ຄື​ກັບ​ໂອ​ເປິ​ນ ເບເທີ ພີ່​ນ້ອງ​ຍິງ​ທີ່​ຮັບ​ບັບເຕມາ​ເມື່ອ​ວັນ​ທີ 4 ຕຸລາ 1914. ໂອ​ເປິ​ນ​ເລົ່າ​ວ່າ: “ຂ້ອຍ​ກັບ​ຜົວ [ແອັດ​ເວີດ] ໃຊ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແລະ​ບັດ​ໃຫ້​ຄຳ​ພະຍານ​ຫຼາຍ​ປີ. ເຮົາ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ ເອົາ​ປຶ້ມ​ຕ່າງໆແລະ​ວາລະສານ​ໄປ​ນຳ ເຮົາ​ໄປ​ໂຄສະນາ​ແລະ​ຍ່າງ​ປະກາດ​ເປັນ​ຂະບວນ ລວມ​ທັງ​ແຈກ​ຢາຍ​ໃບ​ປິວ. ຕໍ່​ມາ ເຮົາ​ໄດ້​ຮັບ​ການ​ຝຶກ​ສອນ​ໃຫ້​ຮູ້​ວິທີ​ກັບ​ໄປ​ຢາມ​ຜູ້​ຄົນ ແລະ​ຖ້າ​ເຂົາ​ເຈົ້າ​ຢາກ​ຮຽນ ເຮົາ​ກໍ​ໄປ​ສອນ​ຄຳພີ​ໄບເບິນ​ໃຫ້​ກັບ​ເຂົາ​ເຈົ້າ​ຢູ່​ເຮືອນ ເຮົາ​ເຮັດ​ວຽກ​ບໍ່​ຢຸດ​ແຕ່​ກໍ​ມີ​ຄວາມ​ສຸກ​ຫຼາຍ.” ພະ​ເຍຊູ​ສັນຍາ​ວ່າ: ປະຊາຊົນ​ຂອງ​ເພິ່ນ​ຈະ​ຫວ່ານ​ແລະ​ເກັບ​ກ່ຽວ​ຢ່າງ​ມີ​ຄວາມ​ສຸກ. ຫຼາຍ​ລ້ານ​ຄົນ​ກໍ​ຮູ້ສຶກ​ຄື​ກັບ​ໂອ​ເປິ​ນ​ແລະ​ຢືນຢັນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແທ້ໆຕາມ​ທີ່​ພະ​ເຍຊູ​ສັນຍາ.—ອ່ານ​ໂຢຮັນ 4:35, 36

18. ເຮົາ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເຮັດ​ວຽກ​ຫຍັງ?

18 ຫຼາຍ​ຄົນ​ທີ່​ບໍ່​ແມ່ນ​ຜູ້​ຮັບໃຊ້​ຂອງ​ກະສັດ​ເຍຊູ​ອາດ​ຮູ້ສຶກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ເປັນ “ຄົນ​ທຳມະດາ​ບໍ່​ມີ​ການ​ສຶກສາ.” (ກິດ. 4:13, ລ.ມ.) ແຕ່​ລອງ​ຄິດ​ເບິ່ງ! ກະສັດ​ເຮັດ​ໃຫ້​ຄົນ​ທຳມະດາ​ເປັນ​ຜູ້​ຜະລິດ​ປຶ້ມ​ລາຍ​ໃຫຍ່ ແລະ​ປຶ້ມ​ບາງ​ເຫຼັ້ມ​ກໍ​ແປ​ເປັນ​ພາສາ​ຕ່າງໆຫຼາຍ​ທີ່​ສຸດ​ແລະ​ແຈກ​ຢາຍ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ​ເປັນ​ປະຫວັດສາດ! ສຳຄັນ​ຍິ່ງ​ກວ່າ​ນັ້ນ ພະອົງ​ໄດ້​ຝຶກ​ສອນ​ແລະ​ກະຕຸ້ນ​ເຮົາ​ໃຫ້​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້​ເພື່ອ​ເຜີຍ​ແຜ່​ຂ່າວ​ດີ​ໄປ​ເຖິງ​ຄົນ​ທຸກ​ຊາດ ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆທີ່​ໄດ້​ເຮັດ​ວຽກ​ກັບ​ພະ​ເຍຊູ​ຄລິດ​ໃນ​ການ​ຫວ່ານ​ເມັດ​ແຫ່ງ​ຄວາມ​ຈິງ​ແລະ​ລວບລວມ​ສາວົກ!

a ສະເພາະ​ໄລຍະ 10 ປີ​ທີ່​ຜ່ານ​ມາ​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ພິມ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 20 ພັນ​ລ້ານ​ເຫຼັ້ມ. ນອກ​ຈາກ​ນີ້ ເຮົາ​ຍັງ​ເຮັດ​ເວັບໄຊ jw.org ເຊິ່ງ​ຕອນ​ນີ້​ມີ​ຜູ້​ຄົນ​ທົ່ວ​ໂລກ​ຫຼາຍ​ກວ່າ 2.700 ລ້ານ​ຄົນ​ເຂົ້າ​ໄປ​ອ່ານ​ໃນ​ອິນເຕີເນັດ.

b ຄູ່​ມື​ສຶກສາ​ຄຳພີ​ໄບເບິນ​ບາງ​ເຫຼັ້ມ​ທີ່​ຊ່ວຍ​ຜູ້​ປະກາດ​ສອນ​ຄວາມ​ຈິງ​ຄື: ພິນ​ຂອງ​ພະເຈົ້າ (ປີ 1921 ພາສາ​ອັງກິດ) “Let God Be True” (ປີ 1946) ທ່ານ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ (ປີ 1982) ແລະ​ຄວາມ​ຮູ້​ຊຶ່ງ​ຈະ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ (ປີ 1995).

c ເບິ່ງ​ຫໍສັງເກດການ 15 ກໍລະກົດ 2013 ໜ້າ 23 ຫຍໍ້​ໜ້າ 13 (ພາສາ​ໄທ) ເຊິ່ງ​ເວົ້າ​ເຖິງ​ຄວາມ​ເຂົ້າ​ໃຈ​ທີ່​ຊັດເຈນ​ຂຶ້ນ​ໃນ​ເລື່ອງ​ທີ່​ວ່າ “ພວກ​ຄົນ​ຮັບໃຊ້” ລວມ​ເຖິງ​ໃຜ​ແດ່.