ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ປາຍ​ທົດສະວັດ 1930 ລັດ​ແອ​ລະ​ແບ​ມາ ສະຫະລັດ​ອາ​ເມຣິ​ກາ ພີ່​ນ້ອງ​ຍິງ​ຄົນ​ນີ້​ກຳລັງ​ຫຼິ້ນ​ແຜ່ນ​ສຽງ​ທີ່​ບັນທຶກ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີ​ຝອດ

ຕອນ 1

ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ—ການ​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ

ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ—ການ​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ

ເຈົ້າ​ເຫັນ​ແວວ​ຕາ​ຂອງ​ນັກ​ສຶກສາ​ເປັນ​ປະ​ກາຍ​ຂຶ້ນ​ມາ​ທັນທີ​ທີ່​ລາວ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຂໍ້​ພະ​ຄຳພີ​ທີ່​ຫາ​ກໍ​ອ່ານ​ໄປ ລາວ​ຖາມ​ຂຶ້ນ​ວ່າ: “ເຮົາ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ຕາມ​ທີ່​ຄຳພີ​ໄບເບິນ​ສອນ​ແທ້ໆບໍ?” ພີ່​ນ້ອງ​ຊາຍ​ທີ່​ໄປ​ກັບ​ເຈົ້າ​ຍິ້ມ​ແລະ​ຖາມ​ນັກ​ສຶກສາ​ວ່າ: “ເຈົ້າ​ສັງເກດ​ບໍ​ວ່າ​ຄຳພີ​ໄບເບິນ​ບອກ​ວ່າ​ແນວ​ໃດ?” ນັກ​ສຶກສາ​ຂອງ​ເຈົ້າ​ທັງ​ຕື່ນ​ເຕັ້ນ​ແລະ​ສົງໄສ ແລ້ວ​ເວົ້າ​ວ່າ: “ເປັນ​ຫຍັງ​ບໍ່​ເຄີຍ​ມີ​ໃຜ​ສອນ​ຂ້ອຍ​ແບບ​ນີ້​ມາ​ກ່ອນ!” ແລ້ວ​ເຈົ້າ​ກໍ​ຄິດ​ອອກ​ວ່າ ບໍ່​ເທົ່າ​ໃດ​ອາທິດ​ກ່ອນ​ໜ້າ​ນີ້ ລາວ​ກໍ​ເວົ້າ​ແບບ​ນີ້​ຕອນ​ທີ່​ຫາ​ກໍ​ຮູ້​ເປັນ​ເທື່ອ​ທຳອິດ​ວ່າ​ພະເຈົ້າ​ຊື່​ເຢໂຫວາ.

ເຈົ້າ​ເຄີຍ​ເຫັນ​ນັກ​ສຶກສາ​ຕື່ນ​ເຕັ້ນ​ເມື່ອ​ໄດ້​ເຂົ້າ​ໃຈ​ເລື່ອງ​ໃນ​ພະ​ຄຳພີ​ແບບ​ນີ້​ບໍ? ປະຊາຊົນ​ຂອງ​ພະເຈົ້າ​ຫຼາຍ​ຄົນ​ກໍ​ເຄີຍ​ມີ​ປະສົບການ​ແບບ​ນີ້​ຄື​ກັນ. ເລື່ອງ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ນຶກ​ເຖິງ​ຂອງ​ຂວັນ​ທີ່​ລ້ຳ​ຄ່າ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຈົ້າ ເຊິ່ງ​ກໍ​ຄື​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ຈິງ! ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ໄດ້​ຂອງ​ຂວັນ​ນີ້​ມາ​ແນວ​ໃດ? ໃຫ້​ເຮົາ​ມາ​ຫາ​ຄຳຕອບ​ນຳ​ກັນ​ຈາກ​ຕອນ​ທີ 1 ຂອງ​ປຶ້ມ​ຫົວ​ນີ້ ເຈົ້າ​ຈະ​ເຫັນ​ວິທີ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ນັ້ນ​ເປັນ​ຫຼັກ​ຖານ​ຊັດເຈນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້. ຕະຫຼອດ 100 ປີ​ທີ່​ຜ່ານ​ມາ ພະ​ເຍຊູ​ຄລິດ​ເຊິ່ງ​ເປັນ​ກະສັດ​ຂອງ​ລາຊະອານາຈັກ​ນີ້​ກໍ​ເຮັດ​ວຽກ​ຢ່າງ​ຂະຫຍັນ​ຂັນແຂງ​ແລະ​ເບິ່ງ​ແຍງ​ໃຫ້​ມີ​ການ​ສອນ​ຄວາມ​ຈິງ​ແກ່​ປະຊາຊົນ​ຂອງ​ພະເຈົ້າ.

ໃນຕອນນີ້

ບົດ​ທີ 3

ພະ​ເຢໂຫວາ​ເປີດ​ເຜີຍ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ

ພະ​ເຢໂຫວາ​ຄິດ​ທີ່​ຈະ​ສ້າງ​ຕັ້ງ​ລາຊະອານາຈັກ​ຕັ້ງ​ແຕ່​ທຳອິດ​ບໍ? ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ລາຊະອານາຈັກ​ແນວ​ໃດ?

ບົດ​ທີ 4

ພະ​ເຢໂຫວາ​ຍົກຍ້ອງ​ຊື່​ຂອງ​ພະອົງ

ລາຊະອານາຈັກ​ຂອງ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ສຳເລັດ​ແດ່​ແລ້ວ​ເລື່ອງ​ຊື່​ຂອງ​ພະເຈົ້າ? ເຈົ້າ​ມີ​ສ່ວນ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ແນວ​ໃດ?

ບົດ​ທີ 5

ກະສັດ​ເຍຊູ​ໃຫ້​ຄວາມ​ສະຫວ່າງ​ເລື່ອງ​ລາຊະອານາຈັກ

ຄວາມ​ເຂົ້າ​ໃຈ​ທີ່​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ເລື່ອງ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ, ຜູ້​ປົກຄອງ​ປະຊາຊົນ ແລະ​ຂໍ້​ຮຽກ​ຮ້ອງ​ເລື່ອງ​ຄວາມ​ພັກດີ