ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

ກະສັດ​ເຍຊູ​ໃຫ້​ຄວາມ​ສະຫວ່າງ​ເລື່ອງ​ລາຊະອານາຈັກ

ກະສັດ​ເຍຊູ​ໃຫ້​ຄວາມ​ສະຫວ່າງ​ເລື່ອງ​ລາຊະອານາຈັກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ​ເລື່ອງ​ລາຊະອານາຈັກ ຜູ້​ປົກຄອງ ປະຊາຊົນ ແລະ​ຂໍ້​ຮຽກ​ຮ້ອງ​ເລື່ອງ​ຄວາມ​ພັກດີ

1, 2. ເປັນ​ຫຍັງ​ພະ​ເຍຊູ​ເປັນ​ຄື​ກັບ​ຜູ້​ນຳ​ທ່ຽວ​ທີ່​ສະຫຼາດ?

 ລອງ​ນຶກ​ພາບ​ເບິ່ງ​ວ່າ​ຜູ້​ນຳ​ທ່ຽວ​ທີ່​ມີ​ປະສົບການ​ກຳລັງ​ພາ​ເຈົ້າ​ທ່ຽວ​ຊົມ​ເມືອງ​ທີ່​ສວຍ​ງາມ​ແລະ​ໜ້າ​ອັດສະຈັນ. ເຈົ້າ​ກັບ​ນັກ​ທ່ອງ​ທ່ຽວ​ຄົນ​ອື່ນໆ ບໍ່​ເຄີຍ​ມາ​ເມືອງ​ນີ້ ເຈົ້າ​ເລີຍ​ຕັ້ງ​ໃຈ​ຟັງ​ທຸກ​ຄຳ​ທີ່​ຜູ້​ນຳ​ທ່ຽວ​ເວົ້າ. ເຈົ້າ​ກັບ​ນັກ​ທ່ອງ​ທ່ຽວ​ຄົນ​ອື່ນໆຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ຢາກ​ຮູ້​ຕື່ມ​ອີກ​ວ່າ​ຍັງ​ຈະ​ມີ​ຫຍັງ​ອີກ​ທີ່​ໜ້າ​ສົນ​ໃຈ ແຕ່​ເມື່ອ​ເຈົ້າ​ຖາມ​ຜູ້​ນຳ​ທ່ຽວ ລາວ​ກໍ​ບໍ່​ໄດ້​ຕອບ​ທັນທີ ລາວ​ຖ້າ​ໃຫ້​ເຖິງ​ເວລາ​ທີ່​ເໝາະ​ສົມ​ກ່ອນ​ແລ້ວ​ຈຶ່ງ​ບອກ​ເຈົ້າ ເຊິ່ງ​ເປັນ​ຕອນ​ທີ່​ໃກ້​ຈະ​ເຖິງ​ບ່ອນ​ນັ້ນ​ພໍ​ດີ ເຈົ້າ​ເລີ່ມ​ປະທັບ​ໃຈ​ວິທີ​ນຳ​ທ່ຽວ​ຂອງ​ລາວ​ຫຼາຍ​ຂຶ້ນ​ເລື້ອຍໆ ຍ້ອນ​ວ່າ​ຜູ້​ນຳ​ທ່ຽວ​ທີ່​ສະຫຼາດ​ຄົນ​ນີ້​ບອກ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ຮູ້​ໃນ​ເວລາ​ທີ່​ເໝາະ​ສົມ.

2 ຄລິດສະຕຽນ​ແທ້​ກໍ​ຢູ່​ໃນ​ສະພາບ​ທີ່​ຄ້າຍ​ຄື​ກັບ​ນັກ​ທ່ອງ​ທ່ຽວ. ເຮົາ​ກະຕືລືລົ້ນ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ເມືອງ​ທີ່​ອັດສະຈັນ​ທີ່​ສຸດ ເຊິ່ງ​ກໍ​ຄື “ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ” ຫຼື​ລາຊະອານາຈັກ​ຂອງ​ພະເຈົ້າ. (ເຫບ. 11:10, ລ.ມ.) ຕອນ​ຢູ່​ເທິງ​ໂລກ ພະ​ເຍຊູ​ກໍ​ເປັນ​ຄື​ກັບ​ຜູ້​ນຳ​ທ່ຽວ​ທີ່​ຊ່ວຍ​ລູກ​ສິດ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ແຕ່​ພະ​ເຍຊູ​ຕອບ​ທຸກ​ຄຳຖາມ​ແລະ​ບອກ​ທຸກ​ເລື່ອງ​ໃນ​ຄັ້ງ​ດຽວ​ເລີຍ​ບໍ? ບໍ່! ເພິ່ນ​ເວົ້າ​ກັບ​ລູກ​ສິດ​ວ່າ: “ເຮົາ​ຍັງ​ມີ​ຫຼາຍ​ເລື່ອງ​ທີ່​ຈະ​ບອກ​ພວກ​ທ່ານ ແຕ່​ໃນ​ເວລາ​ນີ້​ຄົງ​ຈະ​ຫຼາຍ​ໂພດ​ສຳລັບ​ພວກ​ທ່ານ​ທີ່​ຈະ​ທົນ​ໄດ້.” (ໂຢ. 16:12, ທ.ປ.) ພະ​ເຍຊູ​ເຊິ່ງ​ເປັນ​ຄື​ກັບ​ຜູ້​ນຳ​ທ່ຽວ​ທີ່​ສະຫຼາດ​ທີ່​ສຸດ​ບໍ່​ເຄີຍ​ໃຫ້​ຄວາມ​ຮູ້​ກັບ​ລູກ​ສິດ​ຫຼາຍ​ເກີນ​ທີ່​ເຂົາ​ເຈົ້າ​ຈະ​ຮັບ​ໄດ້.

3, 4. (ກ) ຫຼັງ​ຈາກ​ພະ​ເຍຊູ​ເສຍ​ຊີວິດ​ແລ້ວ ເພິ່ນ​ຈະ​ສອນ​ເລື່ອງ​ລາຊະອານາຈັກ​ໃຫ້​ປະຊາຊົນ​ທີ່​ສັດ​ຊື່​ໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ຂໍ້​ຄວາມ​ທີ່​ບັນທຶກ​ໃນ​ໂຢຮັນ 16:12 ເປັນ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ຄືນ​ສຸດ​ທ້າຍ​ທີ່​ຢູ່​ເທິງ​ໂລກ. ແຕ່​ຫຼັງ​ຈາກ​ທີ່​ພະ​ເຍຊູ​ເສຍ​ຊີວິດ​ແລ້ວ ເພິ່ນ​ຈະ​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໃຫ້​ກັບ​ປະຊາຊົນ​ທີ່​ສັດ​ຊື່​ໄດ້​ແນວ​ໃດ? ເພິ່ນ​ຮັບຮອງ​ກັບ​ອັກຄະສາວົກ​ວ່າ: “ພະລັງ​ຂອງ​ພະເຈົ້າ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ຈິງ . . . ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທັງ​ໝົດ.” a (ໂຢ. 16:13, ລ.ມ.) ເຮົາ​ອາດ​ປຽບ​ທຽບ​ພະລັງ​ບໍລິສຸດ​ວ່າ​ເປັນ​ຄື​ກັບ​ຜູ້​ນຳ​ທ່ຽວ​ທີ່​ອົດ​ທົນ. ພະ​ເຍຊູ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ສອນ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ໃນ​ເລື່ອງ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ຮູ້​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ສອນ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ເໝາະ​ສົມ.

4 ຂໍ​ໃຫ້​ເບິ່ງ​ວິທີ​ທີ່​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຊີ້​ນຳ​ຄລິດສະຕຽນ​ທີ່​ຈິງ​ໃຈ​ໃຫ້​ມີ​ຄວາມ​ຮູ້​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ. ແຕ່​ກ່ອນ​ອື່ນ​ເຮົາ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ​ລາຊະອານາຈັກ​ນີ້​ເລີ່ມ​ຕົ້ນ​ປົກຄອງ​ເມື່ອ​ໃດ. ແລ້ວ​ເຮົາ​ກໍ​ຈະ​ຮຽນ​ຮູ້​ວ່າ​ໃຜ​ແມ່ນ​ຜູ້​ຮ່ວມ​ປົກຄອງ ໃຜ​ແມ່ນ​ປະຊາຊົນ ແລະ​ຄົນ​ສອງ​ກຸ່ມ​ນີ້​ມີ​ຄວາມ​ຫວັງ​ອັນ​ໃດ. ຕອນ​ທ້າຍ​ຂອງ​ບົດ​ນີ້ ເຮົາ​ຈະ​ເຫັນ​ວິທີ​ທີ່​ຜູ້​ຕິດ​ຕາມ​ພະ​ຄລິດ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ເລື່ອງ​ຄວາມ​ພັກດີ.

ຄວາມ​ເຂົ້າ​ໃຈ​ເລື່ອງ​ປີ​ທີ່​ສຳຄັນ

5, 6. (ກ) ນັກ​ສຶກສາ​ຄຳພີ​ໄບເບິນ​ເຄີຍ​ເຂົ້າ​ໃຈ​ຜິດ​ແນວ​ໃດ​ໃນ​ເລື່ອງ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ແລະ​ລະດູ​ກ່ຽວ? (ຂ) ຄວາມ​ເຂົ້າ​ໃຈ​ທີ່​ບໍ່​ຖືກຕ້ອງ​ແບບ​ນີ້​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຊີ້​ນຳ​ຜູ້​ຕິດ​ຕາມ​ຂອງ​ເພິ່ນ​ດ້ວຍ​ພະລັງ​ບໍລິສຸດ​ບໍ?

5 ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ໃນ​ບົດ​ທີ 2 ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃຊ້​ເວລາ​ຄົ້ນ​ຄວ້າ​ຫຼາຍ​ສິບ​ປີ​ຈົນ​ສາມາດ​ລະບຸ​ໄດ້​ວ່າ​ປີ ຄ.ສ. 1914 ເປັນ​ປີ​ທີ່​ສຳຄັນ​ເພາະ​ຈະ​ມີ​ເຫດການ​ບາງ​ຢ່າງ​ເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ. ແຕ່​ຕອນ​ນັ້ນ​ເຂົາ​ເຈົ້າ​ເຊື່ອ​ວ່າ​ໃນ​ປີ 1874 ເປັນ​ປີ​ທີ່​ພະ​ຄລິດ​ກັບ​ມາ. ໃນ​ປີ 1878 ເພິ່ນ​ເລີ່ມ​ປົກຄອງ​ໃນ​ສະຫວັນ ແລະ​ໃນ​ເດືອນ​ຕຸລາ ປີ 1914 ເພິ່ນ​ໄດ້​ສ້າງ​ຕັ້ງ​ລາຊະອານາຈັກ​ຂຶ້ນ. ລະດູ​ກ່ຽວ​ຈະ​ໃຊ້​ເວລາ​ຕັ້ງ​ແຕ່​ປີ 1874-1914 ແລະ​ຈະ​ເຖິງ​ຈຸດ​ສຸດ​ຍອດ​ເມື່ອ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ຖືກ​ລວບລວມ​ແລະ​ຮັບ​ຂຶ້ນ​ໄປ​ສະຫວັນ. ຄວາມ​ເຂົ້າ​ໃຈ​ທີ່​ບໍ່​ຖືກຕ້ອງ​ແບບ​ນີ້​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຊີ້​ນຳ​ຜູ້​ສັດ​ຊື່​ເຫຼົ່າ​ນັ້ນ​ດ້ວຍ​ພະລັງ​ບໍລິສຸດ​ບໍ?

6 ບໍ່​ແມ່ນ! ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ໃນ​ຕອນ​ທຳອິດ​ອີກ​ຄັ້ງ​ໜຶ່ງ ຖ້າ​ນັກ​ທ່ອງ​ທ່ຽວ​ຄາດ​ເດົາ​ແລະ​ຖາມ​ດ້ວຍ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ກ່ອນ​ຈະ​ເຖິງ​ສະຖານ​ທີ່​ໃດ​ໜຶ່ງ ແຕ່​ຜູ້​ນຳ​ທ່ຽວ​ບໍ່​ໄດ້​ຕອບ​ທັນທີ ນັ້ນ​ເຮັດ​ໃຫ້​ຜູ້​ນຳ​ທ່ຽວ​ຄົນ​ນັ້ນ​ບໍ່​ໜ້າ​ເຊື່ອ​ຖື​ບໍ? ບໍ່​ແມ່ນ​ແນ່ນອນ. ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຄື​ກັບ​ນັກ​ທ່ອງ​ທ່ຽວ​ເຫຼົ່າ​ນັ້ນ ເຖິງ​ແມ່ນ​ບາງ​ຄັ້ງ​ເຂົາ​ເຈົ້າ​ພະຍາຍາມ​ຄາດ​ເດົາ​ແລະ​ຫາ​ຄຳຕອບ​ດ້ວຍ​ຕົວ​ເອງ​ກ່ຽວ​ກັບ​ເລື່ອງ​ຕ່າງໆທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ເຮັດ​ກ່ອນ​ທີ່​ພະລັງ​ບໍລິສຸດ​ຈະ​ຊີ້​ນຳ ແຕ່​ກໍ​ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ພະ​ເຍຊູ​ກຳລັງ​ຊີ້​ນຳ​ເຂົາ​ເຈົ້າ. ດ້ວຍ​ເຫດ​ນີ້ ຜູ້​ທີ່​ສັດ​ຊື່​ກໍ​ພິສູດ​ວ່າ​ເຂົາ​ເຈົ້າ​ຖ່ອມ​ໃຈ​ແລະ​ເຕັມ​ໃຈ​ຍອມ​ຮັບ​ການ​ແກ້ໄຂ​ໂດຍ​ປັບ​ປ່ຽນ​ຄວາມ​ຄິດ​ຂອງ​ຕົວ​ເອງ.—ຢໂກ. 4:6

7. ພະເຈົ້າ​ອວຍ​ພອນ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້​ຂອງ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆໃນ​ເລື່ອງ​ໃດ?

7 ໃນ​ໄລຍະ​ຫຼາຍ​ປີ​ຫຼັງ​ຈາກ​ປີ 1919 ພະເຈົ້າ​ອວຍ​ພອນ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້​ຂອງ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ ເຊິ່ງ​ເປັນ​ຄື​ກັບ​ແສງ​ທີ່​ວາບ​ຂຶ້ນ​ຈາກ​ກ້ອງ​ຖ່າຍ​ຮູບ. (ອ່ານ​ຄຳເພງ 97:11) ຫໍສັງເກດການ ປີ 1925 ໄດ້​ລົງ​ບົດ​ຄວາມ​ສຳຄັນ​ເລື່ອງ “ການ​ກຳເນີດ​ຊົນຊາດ​ໜຶ່ງ” ບົດ​ຄວາມ​ນັ້ນ​ໃຫ້​ຫຼັກ​ຖານ​ທີ່​ໜ້າ​ເຊື່ອ​ຖື​ຈາກ​ພະ​ຄຳພີ​ວ່າ​ລາຊະອານາຈັກ​ເມຊີ​ຖືກ​ສ້າງ​ຕັ້ງ​ໃນ​ປີ 1914 ແລະ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ຍິງ​ໃນ​ພາບ​ນິມິດ​ທີ່​ກຳລັງ​ເກີດ​ລູກ​ໃນ​ສະຫວັນ​ຕາມ​ຄຳ​ພະຍາກອນ​ໃນ​ຄຳປາກົດ​ບົດ 12 ໄດ້​ເກີດ​ຂຶ້ນ​ແທ້. b ບົດ​ຄວາມ​ນັ້ນ​ບອກ​ອີກ​ວ່າ ການ​ຂົ່ມເຫງ​ແລະ​ບັນຫາ​ທີ່​ເກີດ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ໄລຍະ​ສົງຄາມ​ໂລກ​ເປັນ​ສັນຍານ​ທີ່​ເຫັນ​ໄດ້​ຢ່າງ​ຊັດເຈນ​ວ່າ​ຊາຕານ​ຖືກ​ຖິ້ມ​ລົງ​ມາ​ຈາກ​ສະຫວັນ ແລະ​ມັນ “ມີ​ຄວາມ​ຄຽດ​ຮ້າຍ​ນັກ ເພາະ​ຮູ້ຈັກ​ວ່າ​ເວລາ​ແຫ່ງ​ຕົນ​ຍັງ​ແຕ່​ໜ້ອຍ​ດຽວ.”—ຄຳປ. 12:12

8, 9. (ກ) ມີ​ການ​ເນັ້ນ​ວ່າ​ລາຊະ ອານາຈັກ​ຂອງ​ພະເຈົ້າ​ສຳຄັນ​ຫຼາຍ​ຂະໜາດ​ໃດ? (ຂ) ມີ​ຄຳຖາມ​ອັນ​ໃດ​ທີ່​ເຮົາ​ຈະ​ຊອກ​ຫາ​ຄຳຕອບ​ນຳ​ກັນ?

8 ລາຊະອານາຈັກ​ຂອງ​ພະເຈົ້າ​ສຳຄັນ​ຫຼາຍ​ຂະໜາດ​ໃດ? ໃນ​ປີ 1928 ຫໍສັງເກດການ ເລີ່ມ​ເນັ້ນ​ວ່າ​ລາຊະອານາຈັກ​ສຳຄັນ​ຫຼາຍ​ກວ່າ​ຄວາມ​ລອດ​ທີ່​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຍຊູ. ແທ້ໆແລ້ວ ໂດຍ​ທາງ​ລາຊະອານາຈັກ​ເມຊີ​ນີ້ ພະເຈົ້າ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ພິສູດ​ວ່າ​ພະອົງ​ເປັນ​ຜູ້​ດຽວ​ທີ່​ມີ​ສິດທິ​ໃນ​ການ​ປົກຄອງ​ແລະ​ເຮັດ​ໃຫ້​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້​ເພື່ອ​ມະນຸດ​ເກີດ​ຂຶ້ນ​ຈິງ​ທຸກ​ຢ່າງ.

9 ໃຜ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ? ໃຜ​ຈະ​ເປັນ​ປະຊາຊົນ​ທີ່​ຢູ່​ເທິງ​ໂລກ? ແລະ​ມີ​ວຽກ​ຫຍັງ​ແດ່​ທີ່​ຜູ້​ຕິດ​ຕາມ​ພະ​ຄລິດ​ຕ້ອງ​ເຮັດ?

ເນັ້ນ​ເກັບ​ກ່ຽວ​ກຸ່ມ​ຜູ້​ຖືກ​ເຈີມ​ເປັນ​ຫຼັກ

10. ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໃຈ​ອັນ​ໃດ​ມາ​ດົນ​ແລ້ວ​ກ່ຽວ​ກັບ​ຊົນ 144.000 ຄົນ?

10 ຫຼາຍ​ສິບ​ປີ​ກ່ອນ​ທີ່​ຈະ​ເຖິງ​ປີ 1914 ຄລິດສະຕຽນ​ແທ້​ເຂົ້າ​ໃຈ​ຢູ່​ແລ້ວ​ວ່າ​ຜູ້​ຕິດ​ຕາມ​ທີ່​ສັດ​ຊື່​ຈຳນວນ 144.000 ຄົນ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ. c ນັກ​ສຶກສາ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ວ່າ​ນີ້​ເປັນ​ຈຳນວນ​ຕາມ​ຕົວ​ອັກສອນ​ແທ້ໆແລະ​ການ​ລວບລວມ​ຜູ້​ຖືກ​ເຈີມ​ກຸ່ມ​ນີ້​ໄດ້​ເລີ່ມ​ຂຶ້ນ​ຕັ້ງ​ແຕ່​ສະໄໝ​ສະຕະວັດ​ທຳອິດ​ແລ້ວ.

11. ສະມາຊິກ​ແຫ່ງ​ເຈົ້າ​ສາວ​ຂອງ​ພະ​ຄລິດ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ແນວ​ໃດ​ກ່ຽວ​ກັບ​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ​ທີ່​ຢູ່​ເທິງ​ໂລກ?

11 ຖ້າ​ຢ່າງ​ນັ້ນ ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ໄດ້​ເປັນ​ສະມາຊິກ​ແຫ່ງ​ເຈົ້າ​ສາວ​ຂອງ​ພະ​ຄລິດ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ອັນ​ໃດ​ຕອນ​ທີ່​ຍັງ​ຢູ່​ເທິງ​ໂລກ? ເຂົາ​ເຈົ້າ​ເຫັນ​ວ່າ​ພະ​ເຍຊູ​ເນັ້ນ​ເລື່ອງ​ວຽກ​ປະກາດ​ແລະ​ເຊື່ອມ​ໂຍງ​ວຽກ​ນີ້​ເຂົ້າ​ກັບ​ລະດູ​ກ່ຽວ. (ມັດ. 9:37; ໂຢ. 4:35) ຈາກ​ບົດ​ທີ 2 ເຮົາ​ຮູ້​ວ່າ​ມີ​ໄລຍະ​ໜຶ່ງ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ລະດູ​ກ່ຽວ​ຈະ​ຍາວ​ນານ​ເຖິງ 40 ປີ ແລະ​ຈະ​ເຖິງ​ຈຸດ​ສຸດ​ຍອດ​ເມື່ອ​ຜູ້​ຖືກ​ເຈີມ​ຖືກ​ລວບລວມ​ໄປ​ສະຫວັນ. ແຕ່​ເມື່ອ​ເວລາ​ຜ່ານ​ໄປ 40 ປີ​ແລ້ວ ວຽກ​ກ່ຽວ​ນັ້ນ​ກໍ​ຍັງ​ບໍ່​ທັນ​ແລ້ວ ເຂົາ​ເຈົ້າ​ຈຶ່ງ​ຕ້ອງການ​ຄຳ​ອະທິບາຍ​ທີ່​ຊັດເຈນ​ຂຶ້ນ. ຕອນ​ນີ້​ເຮົາ​ຮູ້​ວ່າ​ລະດູ​ກ່ຽວ​ເຊິ່ງ​ເປັນ​ລະດູ​ຂອງ​ການ​ແຍກ​ເຂົ້າ​ເມັດ​ດີ​ອອກ​ຈາກ​ເຂົ້າ​ນົກ ຫຼື​ການ​ແຍກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ອອກ​ຈາກ​ຄລິດສະຕຽນ​ປອມ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 1914. ເຖິງ​ເວລາ​ແລ້ວ​ທີ່​ຕ້ອງ​ເນັ້ນ​ວຽກ​ເກັບ​ກ່ຽວ​ຫຼື​ການ​ລວບລວມ​ຜູ້​ທີ່​ຈະ​ໄປ​ສະຫວັນ​ເຊິ່ງ​ຍັງ​ເຫຼືອ​ຢູ່​ເທິງ​ໂລກ!

ລະດູ​ກ່ຽວ​ເລີ່ມ​ໃນ​ປີ 1914 (ເບິ່ງ​ຂໍ້ 11)

12, 13. ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ຍິງ​ບໍລິສຸດ​ສິບ​ຄົນ​ແລະ​ເລື່ອງ​ເງິນ​ຫຼຽນ​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ສຸດ​ທ້າຍ​ແນວ​ໃດ?

12 ຕັ້ງ​ແຕ່​ປີ 1919 ເປັນ​ຕົ້ນ​ມາ ພະ​ຄລິດ​ໄດ້​ຊີ້​ນຳ​ທາດ​ສັດ​ຊື່​ແລະ​ສຸຂຸມ​ໃຫ້​ເນັ້ນ​ເລື່ອງ​ວຽກ​ປະກາດ ເຊິ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ລູກ​ສິດ​ເຮັດ​ຕັ້ງ​ແຕ່​ສະໄໝ​ສະຕະວັດ​ທຳອິດ. (ມັດ. 28:19, 20) ພະ​ເຍຊູ​ບອກ​ອີກ​ວ່າ​ຜູ້​ຖືກ​ເຈີມ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໃຫ້​ສຳເລັດ. ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຍິງ​ບໍລິສຸດ​ສິບ​ຄົນ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ຖືກ​ເຈີມ​ຫຼື​ຊົນ 144.000 ຄົນ​ຕ້ອງ​ເຝົ້າ​ລະວັງ​ແລະ​ຕື່ນ​ຕົວ​ໃນ​ການ​ຮັບໃຊ້​ພະເຈົ້າ​ຢູ່​ສະເໝີ ເພື່ອ​ຈະ​ໄປ​ເຖິງ​ເປົ້າ​ໝາຍ​ສູງ​ສຸດ​ເຊິ່ງ​ກໍ​ຄື​ການ​ໄດ້​ເປັນ “ເຈົ້າ​ສາວ” ຂອງ​ພະ​ຄລິດ​ໃນ​ງານ​ແຕ່ງ​ດອງ​ທີ່​ຍິ່ງໃຫຍ່​ເທິງ​ສະຫວັນ. (ຄຳປ. 21:2) ຫຼັງ​ຈາກ​ນັ້ນ ພະ​ເຍຊູ​ໃຊ້​ຕົວຢ່າງ​ເລື່ອງ​ເງິນ​ຫຼຽນ​ເພື່ອ​ສອນ​ວ່າ ຜູ້​ຮັບໃຊ້​ທີ່​ຖືກ​ເຈີມ​ຕ້ອງ​ດຸ​ໝັ່ນ​ໃນ​ການ​ປະກາດ​ເຊິ່ງ​ເປັນ​ວຽກ​ທີ່​ເພິ່ນ​ມອບ​ໝາຍ​ໃຫ້​ເຂົາ​ເຈົ້າ​ເຮັດ.—ມັດ. 25:1-30

13 ຕະຫຼອດ 100 ປີ​ທີ່​ຜ່ານ​ມາ ຜູ້​ຖືກ​ເຈີມ​ໄດ້​ພິສູດ​ວ່າ​ເຂົ້າ​ເຈົ້າ​ເຝົ້າ​ລະວັງ​ແລະ​ດຸ​ໝັ່ນ​ໃນ​ການ​ປະກາດ​ຢູ່​ສະເໝີ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ຢ່າງ​ແນ່ນອນ! ແຕ່​ວຽກ​ເກັບ​ກ່ຽວ​ທີ່​ຍິ່ງໃຫຍ່​ມີ​ແຕ່​ການ​ລວບລວມ​ຊົນ 144,000 ຄົນ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃຫ້​ໄດ້​ຄົບ​ຕາມ​ຈຳນວນ​ເທົ່າ​ນັ້ນ​ບໍ?

ລາຊະອານາຈັກ​ຂອງ​ພະເຈົ້າ​ລວບລວມ​ປະຊາຊົນ​ທີ່​ຈະ​ຢູ່​ເທິງ​ໂລກ!

14, 15. ຈາກ​ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ ໃຜ​ຄື​ຄົນ 4 ກຸ່ມ​ທີ່​ມີ​ຄວາມ​ຫວັງ​ຕ່າງ​ກັນ?

14 ຊາຍ​ຍິງ​ທີ່​ສັດ​ຊື່​ເຫຼົ່າ​ນັ້ນ​ຢາກ​ຮູ້​ມາ​ດົນ​ແລ້ວ​ວ່າ: “ຊົນ​ຝູງ​ໃຫຍ່, ລ.ມ.” (“ຄົນ​ຈຳນວນ​ຫຼາຍ,” ສະບັບ​ຄິງ​ເຈມ) ທີ່​ກ່າວ​ໃນ​ຄຳປາກົດ 7:9-14 ໝາຍ​ເຖິງ​ໃຜ. ດັ່ງ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ເຂົາ​ເຈົ້າ​ເຄີຍ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ເລື່ອງ​ນີ້​ກ່ອນ​ທີ່​ພະ​ຄລິດ​ຈະ​ເປີດ​ເຜີຍ​ວ່າ​ຄົນ​ກຸ່ມ​ໃຫຍ່​ນີ້​ແມ່ນ​ໃຜ ແຕ່​ເມື່ອ​ເຖິງ​ເວລາ​ທີ່​ເພິ່ນ​ເປີດ​ເຜີຍ​ຄວາມ​ຈິງ ເຮົາ​ກໍ​ຮູ້ສຶກ​ວ່າ​ເລື່ອງ​ນີ້​ເຂົ້າ​ໃຈ​ງ່າຍ ຈະ​ແຈ້ງ ແລະ​ຮັກ​ຄວາມ​ຈິງ​ຫຼາຍ​ຂຶ້ນ.

15 ໃນ​ປີ 1917 ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ (ພາສາ​ອັງກິດ) ຢືນຢັນ​ວ່າ​ມີ “ຄວາມ​ລອດ​ທາງ​ພາກ​ສະຫວັນ 2 ແບບ ແລະ​ມີ​ຄວາມ​ລອດ​ເທິງ​ໂລກ 2 ແບບ” ແລ້ວ​ໃຜ​ຄື​ຄົນ 4 ກຸ່ມ​ທີ່​ມີ​ຄວາມ​ຫວັງ​ຕ່າງ​ກັນ? ກຸ່ມ​ທີ 1 ແມ່ນ​ຊົນ 144.000 ຄົນ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ ແລະ​ກຸ່ມ​ທີ 2 ແມ່ນ​ຊົນ​ຝູງ​ໃຫຍ່. ໃນ​ສະໄໝ​ນັ້ນ​ເຂົ້າ​ໃຈ​ວ່າ​ຄົນ​ກຸ່ມ​ນີ້​ແມ່ນ​ຄລິດສະຕຽນ​ເຊິ່ງ​ເປັນ​ສະມາຊິກ​ຂອງ​ຄລິດ​ສາສະໜາ​ຈັກ ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ລະດັບ​ໜຶ່ງ​ແຕ່​ບໍ່​ພຽງ​ພໍ​ທີ່​ຈະ​ປະ​ຖິ້ມ​ສາສະໜາ​ປອມ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈະ​ໄປ​ສະຫວັນ​ຄື​ກັນ​ແຕ່​ໄດ້​ຕຳແໜ່ງ​ຕ່ຳ​ກວ່າ​ຄົນ​ກຸ່ມ​ທຳອິດ. ສ່ວນ​ກຸ່ມ​ທີ 3 ແລະ​ກຸ່ມ​ທີ 4 ແມ່ນ​ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ຢູ່​ເທິງ​ໂລກ. ແຕ່​ກຸ່ມ​ທີ 3 ແມ່ນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ບູຮານ​ເຊັ່ນ: ອັບລາຫາມ ໂມເຊ ແລະ​ຄົນ​ອື່ນໆ. ຄົນ​ກຸ່ມ​ທີ 3 ນີ້​ຈະ​ໄດ້​ປົກຄອງ​ຄົນ​ກຸ່ມ​ທີ 4 ເຊິ່ງ​ກໍ​ຄື​ມະນຸດ​ທັງ​ໝົດ​ເທິງ​ໂລກ.

16. ໃນ​ປີ 1923 ແລະ​ປີ 1932 ເລີ່ມ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຂຶ້ນ​ໃນ​ເລື່ອງ​ໃດ?

16 ພະລັງ​ບໍລິສຸດ​ຊີ້​ນຳ​ລູກ​ສິດ​ຂອງ​ພະ​ຄລິດ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ແບບ​ທີ່​ເຮົາ​ມີ​ໃນ​ທຸກ​ມື້​ນີ້​ແນວ​ໃດ? ພະລັງ​ບໍລິສຸດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຊັດເຈນ​ຂຶ້ນ​ເລື້ອຍໆ. ໃນ​ປີ 1923 ຫໍສັງເກດການ ເລີ່ມ​ເນັ້ນ​ເຖິງ​ຄົນ​ກຸ່ມ​ໜຶ່ງ​ທີ່​ບໍ່​ເຄີຍ​ຄິດ​ຢາກ​ໄປ​ສະຫວັນ ເຊິ່ງ​ຈະ​ຢູ່​ເທິງ​ໂລກ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະ​ຄລິດ. ໃນ​ປີ 1932 ຫໍສັງເກດການ ເວົ້າ​ເຖິງ​ໂຢນາດາບ​ທີ່​ຕິດ​ຕາມ​ເຢຫຶ​ເຊິ່ງ​ເປັນ​ກະສັດ​ຊາດ​ອິດສະລາແອນ​ທີ່​ພະເຈົ້າ​ແຕ່ງ​ຕັ້ງ ແລະ​ສະໜັບສະໜູນ​ເຢຫຶ​ໃນ​ການ​ສູ້​ຮົບ​ເພື່ອ​ທຳລາຍ​ສາສະໜາ​ປອມ. (2 ກະ. 10:15-17) ບົດ​ຄວາມ​ນັ້ນ​ບອກ​ວ່າ ໃນ​ທຸກ​ມື້​ນີ້​ມີ​ຄົນ​ກຸ່ມ​ໜຶ່ງ​ທີ່​ເປັນ​ຄື​ກັບ​ໂຢນາດາບ ແລະ​ຍັງ​ບອກ​ອີກ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ກຸ່ມ​ນີ້​ໃຫ້​ລອດ “ຜ່ານ​ອະລະມະເຄໂດນ” ແລະ​ໃຫ້​ເຂົາ​ເຈົ້າ​ຢູ່​ເທິງ​ໂລກ.

17. (ກ) ໃນ​ປີ 1935 ແສງ​ຂອງ​ຄວາມ​ຈິງ​ທີ່​ແຈ້ງ​ວາບ​ຂຶ້ນ​ມາ​ອີກ​ຄັ້ງ​ໜຶ່ງ​ໄດ້​ຊ່ວຍ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຫຍັງ? (ຂ) ຄລິດສະຕຽນ​ທີ່​ສັດ​ຊື່​ຮູ້ສຶກ​ແນວ​ໃດ​ເມື່ອ​ມີ​ຄວາມ​ເຂົ້າ​ໃຈ​ໃໝ່​ເລື່ອງ​ຊົນ​ຝູງ​ໃຫຍ່? (ເບິ່ງ​ຂອບ “ ສຽງ​ຖອນ​ຫາຍ​ໃຈ​ດ້ວຍ​ຄວາມ​ໂລ່ງ​ໃຈ”)

17 ໃນ​ປີ 1935 ທີ່​ການ​ປະຊຸມ​ໃຫຍ່​ເຊິ່ງ​ຈັດ​ຂຶ້ນ​ໃນ​ເມືອງ​ວໍຊິງຕັນ ດີ.ຊີ. ແສງ​ຂອງ​ຄວາມ​ຈິງ​ກໍ​ແຈ້ງ​ວາບ​ຂຶ້ນ​ມາ​ອີກ​ຄັ້ງ​ໜຶ່ງ ການ​ປະຊຸມ​ນັ້ນ​ລະບຸ​ວ່າ​ຊົນ​ຝູງ​ໃຫຍ່​ຄື​ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ຢູ່​ເທິງ​ແຜ່ນດິນ​ໂລກ ເຂົາ​ເຈົ້າ​ເປັນ​ເໝືອນ​ແກະ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ແກະ​ກັບ​ແບ້. (ມັດ. 25:33-40) ຊົນ​ຝູງ​ໃຫຍ່​ຈະ​ເປັນ​ສ່ວນ​ຂອງ “ແກະ​ອື່ນ” ພະ​ເຍຊູ​ບອກ​ວ່າ​ເພິ່ນ​ຈະ “ຕ້ອງ​ພາ​ແກະ​ເຫຼົ່າ​ນັ້ນ​ມາ​ຄື​ກັນ, ທ.ປ.” (ໂຢ. 10:16) ເມື່ອ​ເຈ. ເອັບ​ຟ. ຣັດເທີ​ຝອດ​ເຊິ່ງ​ເປັນ​ຜູ້​ບັນລະຍາຍ​ເວົ້າ​ວ່າ: “ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ຮັບ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ ຂໍ​ໃຫ້​ຢືນ​ຂຶ້ນ” ຜູ້​ຟັງ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ລຸກ​ຂຶ້ນ​ຢືນ! ແລ້ວ​ພີ່​ນ້ອງ​ຣັດເທີ​ຝອດ​ກໍ​ປະກາດ​ວ່າ: “ນີ້​ແຫຼະ​ຄື​ຊົນ​ຝູງ​ໃຫຍ່!” ຫຼາຍ​ຄົນ​ຊາບ​ຊຶ້ງ​ໃຈ​ຫຼາຍ ເພາະ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ເຂົ້າ​ໃຈ​ແລ້ວ​ວ່າ​ຕົວ​ເອງ​ມີ​ຄວາມ​ຫວັງ​ອັນ​ໃດ​ໃນ​ອະນາຄົດ.

18. ຜູ້​ຕິດ​ຕາມ​ພະ​ຄລິດ​ພະຍາຍາມ​ເຮັດ​ຫຍັງ? ແລະ​ຜົນ​ເປັນ​ແນວ​ໃດ?

18 ຕັ້ງ​ແຕ່​ນັ້ນ​ມາ ພະ​ຄລິດ​ໄດ້​ຊີ້​ນຳ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ພະຍາຍາມ​ລວບລວມ​ຄົນ​ທີ່​ອາດ​ຈະ​ເຂົ້າ​ມາ​ເປັນ​ສະມາຊິກ​ຂອງ​ຊົນ​ຝູງ​ໃຫຍ່ ເຊິ່ງ​ເປັນ​ຄົນ​ທີ່​ຈະ​ລອດ​ຊີວິດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຢ່າງ​ປອດໄພ. ໃນ​ໄລຍະ​ທຳອິດ ຄົນ​ທີ່​ຖືກ​ລວບລວມ​ຍັງ​ມີ​ຈຳນວນ​ບໍ່​ຫຼາຍ. ມີ​ເທື່ອ​ໜຶ່ງ​ພີ່​ນ້ອງ​ຣັດເທີ​ຝອດ​ເຖິງ​ກັບ​ເວົ້າ​ວ່າ: “ເບິ່ງ​ຄື​ວ່າ ‘ຊົນ​ຝູງ​ໃຫຍ່’ ຈະ​ບໍ່​ໃຫຍ່​ເທົ່າ​ທີ່​ຄິດ​ໄວ້” ແຕ່​ຕອນ​ນີ້​ເຮົາ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ວຽກ​ນັ້ນ​ຫຼາຍ​ສ່ຳ​ໃດ! ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຍຊູ​ແລະ​ພະລັງ​ບໍລິສຸດ ທັງ​ຜູ້​ຖືກ​ເຈີມ​ແລະ​ໝູ່​ຂອງ​ເຂົາ​ເຈົ້າ​ທີ່​ເປັນ “ແກະ​ອື່ນ” ໄດ້​ຮັບໃຊ້​ຮ່ວມ​ກັນ​ເປັນ ‘ຝູງ​ດຽວ’ ແລະ​ມີ ‘ຜູ້​ລ້ຽງ​ຜູ້​ດຽວ’ ຕາມ​ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ໜ້າ.

ພີ່​ນ້ອງ​ຣັດເທີ​ຝອດ​ນຶກ​ບໍ່​ເຖິງ​ວ່າ​ຊົນ​ຝູງ​ໃຫຍ່​ຈະ​ມີ​ຫຼາຍ​ຂະໜາດ​ໃດ (ຈາກ​ຊ້າຍ​ໄປ​ຂວາ: ນາທານ ເອັດ​ຈ. ນໍ, ໂຈ​ເຊ​ບ ເອັບ​ຟ. ຣັດເທີ​ຝອດ, ແລະ​ເຮ​ເດນ ຊີ. ຄັບ​ວິງ​ຕັນ)

19. ເຮົາ​ຈະ​ເຮັດ​ໃຫ້​ຊົນ​ຝູງ​ໃຫຍ່​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໄດ້​ແນວ​ໃດ?

19 ປະຊາຊົນ​ທີ່​ສັດ​ຊື່​ສ່ວນ​ຫຼາຍ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ເທິງ​ໂລກ​ທີ່​ເປັນ​ອຸທິຍານ​ທີ່​ມີ​ພະ​ຄລິດ​ແລະ​ຊົນ 144.000 ຄົນ​ເປັນ​ຜູ້​ປົກຄອງ. ການ​ຄິດ​ຕຶກຕອງ​ວິທີ​ທີ່​ພະ​ຄລິດ​ໃຊ້​ພະລັງ​ບໍລິສຸດ​ຊີ້​ນຳ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຄວາມ​ຫວັງ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແມ່ນ​ບໍ? ແລະ​ການ​ບອກ​ຄວາມ​ຫວັງ​ເລື່ອງ​ນີ້​ກັບ​ຄົນ​ອື່ນໆກໍ​ເປັນ​ສິດທິ​ພິເສດ​ແທ້ໆ! ຂໍ​ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ຊົນ​ຝູງ​ໃຫຍ່​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເລື້ອຍໆ ແລະ​ເຮັດ​ໃຫ້​ສຽງ​ຮ້ອງ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ດັງ​ຂຶ້ນ​ໄປ​ອີກ!—ອ່ານ​ລືກາ 10:2

ຊົນ​ຝູງ​ໃຫຍ່​ເພີ່ມ​ຈຳນວນ​ຫຼາຍ​ຂຶ້ນ​ເລື້ອຍໆ

ຂໍ້​ຮຽກ​ຮ້ອງ​ເລື່ອງ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ

20. ອົງການ​ຂອງ​ຊາຕານ​ປະກອບ​ມີ​ຫຍັງ​ແດ່ ແລະ​ຄລິດສະຕຽນ​ທີ່​ພັກດີ​ຕ້ອງ​ເຮັດ​ຫຍັງ?

20 ໃນ​ຂະນະ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຮຽນ​ຮູ້​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ເຕັມທີ​ວ່າ​ການ​ເປັນ​ຄົນ​ພັກດີ​ຕໍ່​ລາຊະອານາຈັກ​ໃນ​ສະຫວັນ​ໝາຍ​ເຖິງ​ອັນ​ໃດ​ແທ້ໆ. ຫໍສັງເກດການ ປີ 1922 ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ: ຕອນ​ນີ້​ມີ 2 ອົງການ​ທີ່​ດຳເນີນ​ງານ​ຢູ່​ຄື ອົງການ​ຂອງ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ຊາຕານ ສ່ວນ​ທີ່​ເປັນ​ອົງການ​ຂອງ​ຊາຕານ​ປະກອບ​ດ້ວຍ​ການ​ຄ້າ ສາສະໜາ ແລະ​ການ​ເມືອງ. ຄົນ​ທີ່​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຕ້ອງ​ບໍ່​ລະເມີດ​ຫຼັກ​ການ​ຂອງ​ພະອົງ​ແລະ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ແບບ​ຜິດໆກັບ​ອົງການ​ຂອງ​ຊາຕານ. (2 ໂກ. 6:17) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

21. (ກ) ທາດ​ສັດ​ຊື່​ເຕືອນ​ປະຊາຊົນ​ຂອງ​ພະເຈົ້າ​ກ່ຽວ​ກັບ​ວົງ​ການ​ທຸລະກິດ​ແນວ​ໃດ? (ຂ) ຫໍສັງເກດການ ປີ 1963 ບອກ​ຫຍັງ​ເຮົາ​ກ່ຽວ​ກັບ “ບາບີໂລນ​ໃຫຍ່”?

21 ເຮົາ​ໄດ້​ຮັບ​ຄວາມ​ຈິງ​ຜ່ານ​ທາງ​ທາດ​ສັດ​ຊື່​ແລະ​ສຸຂຸມ​ທີ່​ເປີດໂປງ​ການ​ທຸຈະລິດ​ໃນ​ວົງ​ການ​ທຸລະກິດ​ຕ່າງໆມາ​ຕະຫຼອດ ແລະ​ເຕືອນ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໃຫ້​ຍອມ​ແພ້​ຕໍ່​ການ​ນິຍົມ​ວັດຖຸ​ທີ່​ມີ​ຢູ່​ຢ່າງ​ແຜ່​ຫຼາຍ. (ມັດ. 6:24) ສິ່ງ​ພິມ​ຂອງ​ເຮົາ​ຍັງ​ໄດ້​ເປີດໂປງ​ວົງ​ການ​ສາສະໜາ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ຊາຕານ​ນຳ. ໃນ​ປີ 1963 ຫໍສັງເກດການ ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ: “ບາບີໂລນ​ໃຫຍ່” ບໍ່​ໄດ້​ໝາຍ​ເຖິງ​ຄລິດ​ສາສະໜາ​ຈັກ​ເທົ່າ​ນັ້ນ ແຕ່​ໝາຍ​ເຖິງ​ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ. ດັ່ງ​ນັ້ນ ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ປະເທດ ທຸກ​ວັດທະນະທຳ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້ “ອອກ​ມາ​ຈາກ​ເມືອງ​ນີ້” ເຂົາ​ເຈົ້າ​ໄດ້​ຊຳຮະ​ຕົວ​ໃຫ້​ສະອາດ​ໂດຍ​ບໍ່​ກ່ຽວ​ຂ້ອງ​ກັບ​ກິດຈະກຳ​ທຸກ​ຢ່າງ​ຂອງ​ສາສະໜາ​ປອມ ເມື່ອ​ຮອດ​ບົດ​ທີ 10 ເຮົາ​ຈະ​ໄດ້​ຮຽນ​ຮູ້​ເລື່ອງ​ນີ້​ຫຼາຍ​ຂຶ້ນ.—ຄຳປ. 18:2, 4

22. ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໃຈ​ຄຳ​ແນະນຳ​ໃນ​ໂລມ 13:1 ແນວ​ໃດ?

22 ແລ້ວ​ການ​ເມືອງ​ທີ່​ເປັນ​ອີກ​ສ່ວນ​ໜຶ່ງ​ໃນ​ອົງການ​ຂອງ​ຊາຕານ​ເດ? ຄລິດສະຕຽນ​ແທ້​ຄວນ​ເຂົ້າ​ຮ່ວມ​ໃນ​ສົງຄາມ​ຫຼື​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະເທດ​ບໍ? ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ນັກ​ສຶກສາ​ຄຳພີ​ໄບເບິນ​ສ່ວນ​ໃຫຍ່​ເຂົ້າ​ໃຈ​ວ່າ​ຜູ້​ຕິດ​ຕາມ​ພະ​ຄລິດ​ບໍ່​ຄວນ​ມີ​ສ່ວນ​ຮ່ວມ​ໃນ​ການ​ຂ້າ​ຄົນ. (ມັດ. 26:52) ແຕ່​ກໍ​ມີ​ຫຼາຍ​ຄົນ​ຄິດ​ວ່າ​ຄຳ​ແນະນຳ​ໃນ​ໂລມ 13:1 ທີ່​ບອກ​ໃຫ້​ເຊື່ອ​ຟັງ “ຜູ້​ມີ​ອຳນາດ” ໝາຍ​ເຖິງ​ເຂົາ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ໃນ​ກອງທັບ ໃສ່​ຊຸດ​ທະຫານ ແລະ​ຖື​ອາວຸດ ແຕ່​ຖ້າ​ຖືກ​ສັ່ງ​ໃຫ້​ຂ້າ​ຜູ້​ໃດ​ເຂົາ​ເຈົ້າ​ຄວນ​ຍິງ​ປືນ​ຂຶ້ນ​ຟ້າ​ແທນ.

23, 24. ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 2 ເຮົາ​ເຂົ້າ​ໃຈ​ໂລມ 13:1 ແນວ​ໃດ? ແລະ​ພະ​ຄລິດ​ຊີ້​ນຳ​ລູກ​ສິດ​ຂອງ​ເພິ່ນ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ໃດ?

23 ຕອນ​ສົງຄາມ​ໂລກ​ຄັ້ງ​ທີ 2 ເລີ່ມ​ຂຶ້ນ​ໃນ​ປີ 1939 ຫໍສັງເກດການ ກໍ​ໄດ້​ລົງ​ບົດ​ຄວາມ​ທີ່​ອະທິບາຍ​ເລື່ອງ​ຄວາມ​ເປັນ​ກາງ​ຢ່າງ​ລະອຽດ ແລະ​ບອກ​ຢ່າງ​ຊັດເຈນ​ວ່າ​ຄລິດສະຕຽນ​ຕ້ອງ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ​ແລະ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະເທດ​ຕ່າງໆໃນ​ໂລກ​ຂອງ​ຊາຕານ. ນີ້​ເປັນ​ຄຳ​ແນະນຳ​ທີ່​ເໝາະ​ກັບ​ເວລາ​ແທ້ໆ ຜູ້​ຕິດ​ຕາມ​ພະ​ຄລິດ​ໄດ້​ຮັບ​ການ​ປົກ​ປ້ອງ​ໃຫ້​ພົ້ນ​ຈາກ​ຄວາມ​ຜິດ​ເລື່ອງ​ການ​ຂ້າ​ຄົນ​ລະຫວ່າງ​ທີ່​ຊາດ​ຕ່າງໆກຳລັງ​ສູ້​ຮົບ​ກັນ​ຢ່າງ​ໜ້າ​ກົວ​ໜ້າ​ຢ້ານ. ແນວ​ໃດ​ກໍ​ຕາມ ຕັ້ງ​ແຕ່​ປີ 1929 ປຶ້ມ​ຂອງ​ເຮົາ​ຍັງ​ອະທິບາຍ​ອີກ​ວ່າ​ຜູ້​ມີ​ອຳນາດ​ຕາມ​ທີ່​ບອກ​ໃນ​ໂລມ 13:1 ບໍ່​ແມ່ນ​ຜູ້​ປົກຄອງ​ຂອງ​ໂລກ​ນີ້ ແຕ່​ໝາຍ​ເຖິງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ນີ້​ສະແດງ​ວ່າ​ຕອນ​ນັ້ນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ຍັງ​ບໍ່​ຖືກຕ້ອງ.

24 ພະລັງ​ບໍລິສຸດ​ໄດ້​ຊີ້​ນຳ​ຜູ້​ທີ່​ຕິດ​ຕາມ​ພະ​ຄລິດ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້​ໃນ​ປີ 1962 ເມື່ອ​ຫໍສັງເກດການ 15 ພະຈິກ ແລະ 1 ທັນວາ ໄດ້​ລົງ​ບົດ​ຄວາມ​ສຳຄັນ​ຫຼາຍ​ເລື່ອງ​ທີ່​ເວົ້າ​ເຖິງ​ໂລມ 13:1-7. ໃນ​ທີ່​ສຸດ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ເຂົ້າ​ໃຈ​ຫຼັກ​ການ​ເລື່ອງ​ການ​ຍອມ​ຢູ່​ໃຕ້​ອຳນາດ​ເຊິ່ງ​ເປັນ​ຄຳ​ສອນ​ທີ່​ມີ​ຊື່ສຽງ​ຂອງ​ພະ​ເຍຊູ​ທີ່​ວ່າ: “ສິ່ງ​ຂອງ​ກະສັດ​ເຊຊາ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ.” (ລືກາ 20:25) ຕອນ​ນີ້​ຄລິດສະຕຽນ​ແທ້​ເຂົ້າ​ໃຈ​ແລ້ວ​ວ່າ​ຜູ້​ມີ​ອຳນາດ​ຄື ຜູ້​ທີ່​ມີ​ຕຳແໜ່ງ​ປົກຄອງ​ຂອງ​ໂລກ​ນີ້ ແລະ​ຄລິດສະຕຽນ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຂົາ​ເຈົ້າ ແຕ່​ການ​ຍອມ​ຢູ່​ໃຕ້​ອຳນາດ​ນັ້ນ​ກໍ​ມີ​ຂອບ​ເຂດ​ເຊັ່ນ: ເມື່ອ​ຜູ້​ມີ​ອຳນາດ​ປົກຄອງ​ສັ່ງ​ເຮົາ​ບໍ່​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ ເຮົາ​ຈະ​ຕອບ​ເຂົາ​ເຈົ້າ​ຄື​ກັບ​ທີ່​ອັກຄະສາວົກ​ຕອບ​ພວກ​ຜູ້​ມີ​ອຳນາດ​ໃນ​ອະດີດ​ວ່າ: “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.” (ກິດ. 5:29) ໃນ​ບົດ​ທີ 13 ແລະ 14 ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ນຳ​ເອົາ​ຫຼັກ​ການ​ເລື່ອງ​ຄວາມ​ເປັນ​ກາງ​ມາ​ໃຊ້​ໃນ​ຊີວິດ​ແນວ​ໃດ.

ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆທີ່​ໄດ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ!

25. ເປັນ​ຫຍັງ​ເຈົ້າ​ຮູ້ສຶກ​ຂອບໃຈ​ທີ່​ພະລັງ​ບໍລິສຸດ​ຊ່ວຍ​ຊີ້​ນຳ​ໃຫ້​ເຂົ້າ​ໃຈ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ?

25 ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຕ່າງໆກ່ຽວ​ກັບ​ລາຊະອານາຈັກ​ທີ່​ຜູ້​ຕິດ​ຕາມ​ພະ​ຄລິດ​ໄດ້​ຮຽນ​ຮູ້​ຕະຫຼອດ 100 ປີ​ທີ່​ຜ່ານ​ມາ. ເຮົາ​ໄດ້​ຮຽນ​ຮູ້​ວ່າ​ລາຊະອານາຈັກ​ນີ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະຫວັນ​ເມື່ອ​ໃດ​ແລະ​ເລື່ອງ​ນີ້​ສຳຄັນ​ແນວ​ໃດ. ເຮົາ​ເຂົ້າ​ໃຈ​ຊັດເຈນ​ວ່າ​ມີ​ຄວາມ​ຫວັງ 2 ແບບ​ສຳລັບ​ປະຊາຊົນ​ທີ່​ສັດ​ຊື່​ຄື: ຄວາມ​ຫວັງ​ທີ່​ຈະ​ໄດ້​ຂຶ້ນ​ສະຫວັນ​ແລະ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຢູ່​ເທິງ​ໂລກ. ແລະ​ຍັງ​ຮູ້​ອີກ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ສະແດງ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ໃນ​ຂະນະ​ທີ່​ເຊື່ອ​ຟັງ​ຜູ້​ມີ​ອຳນາດ​ປົກຄອງ​ໃນ​ໂລກ​ນີ້. ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ພະ​ເຍຊູ​ຄລິດ​ບໍ່​ໄດ້​ຊີ້​ນຳ​ທາດ​ສັດ​ຊື່​ທີ່​ຢູ່​ເທິງ​ໂລກ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທັງ​ໝົດ​ນີ້​ແລະ​ສອນ​ຄົນ​ອື່ນໆ ຂ້ອຍ​ຈະ​ມີ​ໂອກາດ​ໄດ້​ຮູ້​ຄວາມ​ຈິງ​ບໍ?’ ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ມີ​ພະ​ຄລິດ​ແລະ​ພະລັງ​ບໍລິສຸດ​ຊີ້​ນຳ!

a ຕາມ​ປຶ້ມ​ອ້າງອີງ​ເຫຼັ້ມ​ໜຶ່ງ ຄຳ​ພາສາ​ເກັຣກ​ທີ່​ໃຊ້​ແປ​ວ່າ: “ຊ່ວຍ” ຫຼື “ຊີ້​ນຳ” ໃນ​ຂໍ້​ນັ້ນ​ໝາຍ​ເຖິງ “ຊີ້​ໃຫ້​ເຫັນ​ທາງ.”

b ກ່ອນ​ໜ້າ​ນັ້ນ​ມີ​ຄວາມ​ເຊື່ອ​ວ່າ ນິມິດ​ນີ້​ຊີ້​ເຖິງ​ສົງຄາມ​ລະຫວ່າງ​ສາສະໜາ​ນອກ​ຮີດ​ໃນ​ຈັກ​ກະ​ວັດ​ໂລມ​ກັບ​ຄລິດຕະຈັກ​ໂລມັນ​ກາໂຕລິກ.

c ຫໍສັງເກດການ ມິຖຸນາ 1880 ບອກ​ວ່າ​ຊົນ 144.000 ຄົນ​ກໍ​ຄື​ຊາວ​ຢິວ​ໂດຍ​ກຳເນີດ​ທີ່​ປ່ຽນ​ມາ​ເປັນ​ຄລິດສະຕຽນ​ກ່ອນ​ປີ 1914 ແຕ່​ຕໍ່​ມາ​ໃນ​ທ້າຍ​ປີ 1880 ມີ​ການ​ພິມ​ຄວາມ​ເຂົ້າ​ໃຈ​ໃໝ່​ເຊິ່ງ​ໃກ້​ຄຽງ​ກັບ​ຄວາມ​ເຂົ້າ​ໃຈ​ທີ່​ເຮົາ​ມີ​ຢູ່​ໃນ​ປັດຈຸບັນ​ນີ້.